1ບັນທຶກລຳດັບບັນພະບຸຣຸດຂອງພຣະເຢຊູຄຣິດເຈົ້າ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ຜູ້ສືບເຊື້ອສາຍມາຈາກອັບຣາຮາມ.2ອັບຣາຮາມເປັນພໍ່ຂອງອີຊາກ ແລະ ອີຊາກເປັນພໍ່ຂອງຢາໂຄບ ແລະ ຢາໂຄບເປັນພໍ່ຂອງຢູດາ ກັບບັນດາພີ່ນ້ອງຂອງລາວ.3ຢູດາເປັນພໍ່ຂອງເປເຣັດ ກັບເຊຣາ ເຊິ່ງເກີດມາຈາກນາງ ຕາມາ, ສ່ວນເປເຣັດເປັນພໍ່ຂອງເຮຊະໂຣນ, ແລະ ເຮຊະໂຣນເປັນພໍ່ຂອງຣາມ.4ຣາມເປັນພໍ່ຂອງອຳມີນາດາບ, ອຳມີນາດາບເປັນພໍ່ຂອງນາໂຊນ, ແລະ ນາໂຊນເປັນພໍ່ຂອງຊັນໂມນ.5ຊັນໂມນເປັນພໍ່ຂອງໂບອາດ ເຊິ່ງເກີດຈາກນາງຣາຮາບ, ໂບອາດເປັນພໍ່ຂອງໂອເບັດ ເຊິ່ງເກີດຈາກນາງຣຸດ, ໂອເບັດເປັນພໍ່ຂອງເຢຊີ.6ເຢຊີເປັນພໍ່ຂອງດາວິດ ຜູ້ຊົງເປັນກະສັດ. ດາວິດເປັນພໍ່ຂອງຊາໂລມອນ ເຊິ່ງເກີດຈາກເມັຽຂອງອຸຣິຍາ.7ກະສັດໂຊໂລໂມນເປັນບິດາເຣໂຮໂບອາມ, ເຣໂຮໂບອາມເປັນພໍ່ຂອງອະບີຢາ, ອະບີຢາເປັນພໍ່ຂອງອາຊາ.8ອາຊາເປັນພໍ່ຂອງເຢໂຮຊາຟັດ, ເຢໂຮຊາຟັດເປັນພໍ່ຂອງໂຢຣາມ, ແລະ ໂຢຣາມເປັນພໍ່ອຸດຊີຢາ.9ອຸດຊີຢາເປັນພໍ່ໍຂອງໂຢທາມ, ໂຢທາມເປັນພໍ່ຂອງອາຮາດ, ອາຮາດເປັນພໍ່ຂອງເຮເຊກີຢາ.10ເຮເຊກີຢາເປັນພໍ່ຂອງມານາເຊ, ມານາເຊເປັນພໍ່ຂອງອາໂມນ, ແລະ ອາໂມນເປັນພໍ່ຂອງໂຢສີຢາ.11ໂຢສີຢາເປັນພໍ່ຂອງເຢໂຮຢາກິນ ແລະ ອ້າຍນ້ອງຂອງລາວ ໃນເວລາຖືກກວາດໄປຍັງນະຄອນບາບີໂລນ.`12ພາຍຫລັງຖືກກວາດໄປຍັງນະຄອນບາບີໂລນແລ້ວ, ເຢໂຮຍອາກິນກໍກາຍເປັນພໍ່ຂອງເຊອານຕີເອນ, ເຊອານຕີເອນເປັນບັນພະບູຣຸດຂອງເຊຣຸບບາເບນ.13ເຊຣຸບບາເບນເປັນພໍ່ຂອງອາບີອຸດ, ອາບີອຸດເປັນພໍ່ຂອງເອລີອາກິມ, ແລະ ເອລີອາກິມເປັນພໍ່ຂອງອາເຊີ,14ແລະ ອາເຊີເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງອາກີມ, ແລະ ອາກີມເປັນພໍ່ຂອງເອລີອຸດ.15ເອລີອຸດເປັນພໍ່ຂອງເອເລອາຊາ, ເອເລອາຊາເປັນພໍ່ຂອງມັດທານ, ແລະ ມັດທານເປັນພໍ່ຂອງຢາໂຄບ.16ຢາໂຄບເປັນພໍ່ຂອງໂຢເຊັບ ສາມີຂອງນາງມາຣິອາ, ເຊິ່ງເປັນຜູ້ທີ່ພຣະເຢຊູຄຣິດເຈົ້າຊົງບັງເກີດດ້ວຍ, ທີ່ຊົງຖືກເອີ້ນວ່າເປັນພຣະຄຣິດເຈົ້າ.17ນັບຕັ້ງແຕ່ດາວິດຈົນເຖິງຄາວຖືກກວາດໄປຍັງກຸງບາບີໂລນ ເປັນເວລາສິບສີ່ຊົ່ວຄົນ ແລະ ນັບຕັ້ງແຕ່ຄາວຖືກກວາດໄປຍັງນະຄອນບາບີໂລນຈົນເຖິງພຣະຄຣິດເຈົ້າ ເປັນເວລາສິບສີ່ຊົ່ວຄົນ.18ເລື່ອງພຣະກຳເນີດຂອງພຣະເຢຊູຄຣິດເຈົ້າເປັນດັ່ງນີ້. ມານດາຂອງພຣະອົງ, ມາຣີອາ, ໄດ້ຖືກຫມັ້ນຫມາຍເພື່ອແຕ່ງງານກັບໂຢເຊັບ, ແຕ່ກ່ອນເວລາເຂົາໄດ້ເປັນຄູ່ຜົວເມັຽກັນ, ກໍປະກົດວ່ານາງມີທ້ອງແລ້ວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າ.19ສາມີຂອງນາງ, ໂຢເຊັບ, ເປັນຄົນມີສິລະທັມ, ແລະ ເພິ່ນບໍ່ຢາກໃຫ້ເລື່ອງນີ້ເປັນທີ່ອັບອາຍຂາຍຫນ້ານາງຕໍ່ຜູ້ຄົນ. ດັ່ງນັ້ນ ເພິ່ນຈິ່ງໄດ້ວາງແຜນວ່າຈະຖອນຫມັ້ນນາງຢ່າງລັບໆ.20ແຕ່ເມື່ອໂຢເຊັບຍັງຄິດໃນເລື່ອງນີ້ຢູ່, ກໍມີເທວະດາຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບໃນຄວາມຝັນ, ກ່າວວ່າ “ໂຢເຊັບ, ບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມັຽຂອງເຈົ້າ, ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍຣິດເດດພຣະວິນຍານບໍຣິສຸດເຈົ້າ.21ນາງຈະໃຫ້ກຳເນີດລູກຊາຍ, ແລະ ເຈົ້າຈົ່ງເອີ້ນຊື່ເພິ່ນວ່າ ‘ເຢຊູ’ ເພາະວ່າທ່ານຜູ້ນີ້ແຫລະ, ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ.22ສິ່ງທັງປວງນີ້ເກີດຂຶ້ນເພື່ອຈະໃຫ້ສຳເລັດ ຕາມພຣະຄັມຂອງພຣະເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມ, ກ່າວວ່າ,23"ເບິ່ງແມ, ຍິງພົມມະຈາຣີຄົນຫນຶ່ງຈະຖືພາ ແລະ ຈະປະສູດລູກຊາຍຄົນຫນຶ່ງ, ແລະ ເຂົາຈະເອີ້ນຊື່ລູກນັ້ນວ່າ "ເອມານູເອນ" - ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຊົງສະຖິດຢູ່ກັບພວກເຮົາ".24ເມື່ອໂຢເຊັບຕື່ນຂຶ້ນ ແລະ ກໍໄດ້ເຮັດຕາມຄຳທີ່ທູດສະຫວັນຂອງພຣະຜູ້ເປັນເຈົ້າສັ່ງລາວ ແລະ ລາວໄດ້ຮັບເອົານາງມາຣິອາ ມາເປັນພັນຣະຍາຂອງຕົນ.25ແຕ່ລາວບໍ່ໄດ້ສົມສູ່ຢູ່ກັບນາງຈົນນາງໄດ້ປະສູດບຸດຊາຍແລ້ວ. ແລ້ວໂຢເຊັບໄດ້ເອີ້ນຊື່ບຸດນັ້ນວ່າ “ເຢຊູ”.
1ຫລັງຈາກພຣະເຢຊູເຈົ້າໄດ້ຊົງປະສູດຢູ່ໃນເມືອງເບັດເລເຮັມ ໃນແຂວງຢູດາຍ ເຊິ່ງຢູ່ໃນສະໄຫມຂອງກະສັດເຮໂຣດ, ກໍ່ມີພວກໂຫຣາຈານຈາກທິດຕາເວັນອອກມາຍັງນະຄອນເຢຣູຊາເລັມ, ຖາມວ່າ,2“ກຸມມານຜູ້ເກີດມາເປັນກະສັດຂອງຄົນຊາດຢິວນັ້ນຢູ່ທີ່ໃດ? ພວກເຮົາໄດ້ເຫັນດາວຂອງເພິ່ນປະກົດຂຶ້ນໃນທິດຕາເວັນອອກ ແລະ ຈິ່ງມາເພື່ອຈະຂາບໄຫວ້ເພິ່ນ.”3ເມື່ອກະສັດເຮໂຣດໄດ້ຍິນດັ່ງນີ້, ກໍວຸ້ນວາຍໃຈ, ແລະ ທຸກຄົນໃນນະຄອນເຢຣູຊາເລັມກໍວຸ້ນວາຍເຊັ່ນກັນ.4ກະສັດເຮໂຣດໄດ້ນຳເອົາຫົວຫນ້າປະໂລຫິດທັງຫມົດ ແລະ ພວກນັກທັມຂອງປະຊາຊົນ, ແລະ ກະສັດຈິ່ງໄດ້ຖາມພວກເຂົາວ່າ, “ຜູ້ເປັນພຣະຄຣິດນັ້ນຈະບັງເກີດຢູ່ທີ່ໃດ?.”5ພວກເຂົາໄດ້ຕອບວ່າ, “ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະຜູ້ປະກາດພຣະທັມໄດ້ຂຽນໄວ້ດັ່ງນີ້,6“ແຕ່ທ່ານ, ເມືອງເບັດເລເຮັມ, ໃນແຜ່ນດິນຢູດາຍ, ທ່ານກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນຖ່າມກາງພວກເຈົ້ານາຍຂອງຢູດາຍ, ເພາະວ່າຈາກທ່ານ ເຈົ້ານາຍຜູ້ຫນຶ່ງຈະອອກມາ ຜູ້ຊຶ່ງຈະປົກຄອງອິສະຣາເອນໄຜ່ພົນຂອງເຮົາ.”7ແລ້ວເຮໂຣດໄດ້ເອີ້ນພວກໂຫຣາຈານເຂົ້າມາຫາເປັນການລັບ ເພື່ອຖາມພວກເຂົາຢ່າງຖ້ວນຖີ່ເຖິງເວລາທີ່ດາວນັ້ນໄດ້ປະກົດຂຶ້ນ.8ແລ້ວກະສັດໄດ້ສົ່ງພວກໂຫຣາຈານໄປຍັງເບັດເລເຮັມ, ສັ່ງວ່າ, “ຈົ່ງໄປ, ແລະ ຄົ້ນຫາກຸມມານນັ້ນຢ່າງຄັກແນ່. ເມື່ອພົບແລ້ວ, ຈົ່ງກັບມາບອກເຮົາເພື່ອເຮົາຈະໄດ້ໄປຂາບໄຫວ້ທ່ານເຫມືອນກັນ.”9ຫລັງຈາກພວກໂຫຣາຈານໄດ້ຍິນຄຳສັ່ງຂອງກະສັດດັ່ງນີ້ແລ້ວ, ພວກເຂົາກໍພາກັນອອກໄປ, ແລະ ດາວທີ່ປາກົດແກ່ພວກເຂົາໃນພາກຕາເວັນອອກນັ້ນກໍໄດ້ນຳຫນ້າເຂົາໄປ ແລະ ຈົນມາຢຸດຢູ່ບ່ອນສະຖານທີ່ກຸມມານຢູ່ນັ້ນ.10ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນ, ພວກເຂົາກໍມີຄວາມຊົມຊື່ນຍິນດີອັນໃຫຍ່.11ພວກເຂົາຈິ່ງເຂົ້າໄປໃນເຮືອນ ແລະ ກໍໄດ້ພົບກຸມມານນ້ອຍກັບນາງມາຣີອາມານດາຂອງພຣະອົງ. ພວກເຂົາຈິ່ງກົ້ມລົງຂາບໄຫວ້ ແລະ ນະມັດສະການກຸມມານນັ້ນ. ພວກເຂົາໄດ້ໄຂຫີບເອົາຊັບສົມບັດຂອງເຂົາອອກມາ ແລະ ຖວາຍແກ່ກຸມມານຄື ຄຳ, ກຳຍານ, ແລະ ຢາງໄມ້ຫອມ.12ພຣະເຈົ້າຊົງເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບໄປຫາເຮໂຣດອີກ, ດັ່ງນັ້ນພວກເຂົາຈິ່ງກັບໄປຍັງເມືອງຂອງຕົນໂດຍທາງອື່ນ.13ພາຍຫລັງທີ່ພວກເຂົາກັບໄປແລ້ວ, ມີທູດສະຫວັນຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບທາງຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ມານດາຂອງພຣະອົງ, ຫນີໄປທີ່ປະເທດເອຢິບ. ແລ້ວຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະວ່າເຮໂຣດຈະຊອກຫາກຸມມານເພື່ອຈະຂ້າເພິ່ນເສັຽ.”14ໃນຄືນນັ້ນເອງ ໂຢເຊັບໄດ້ລຸກຂຶ້ນ ແລະ ພາກຸມມານ ແລະ ມານດາຂອງພຣະອົງ ອອກເດີນທາງໄປຍັງປະເທດເອຢິບ.15ແລະ ໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍໄປ. ແລ້ວສິ່ງທີ່ເກີດຂຶ້ນດັ່ງນີ້ກໍເພື່ອຈະໃຫ້ສຳເລັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, “ເຮົາໄດ້ເອີ້ນບຸດຊາຍຂອງເຮົາອອກມາຈາກປະເທດເອຢິບ.”16ຈາກນັ້ນເຮໂຣດ, ເມື່ອເຫັນວ່າຕົນໄດ້ຫລົງກົນພວກໂຫຣາຈານ, ກໍໃຈຮ້າຍຫລາຍ. ຈິ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທັງຫມົດຕັ້ງແຕ່ອາຍຸສອງປີລົງມາ ໃນເມືອງເບັດເລເຮັມ ແລະ ສະຖານທີ່ໃກ້ຄຽງ, ໂດຍນັບຈາກເວລາທີ່ກະສັດຮັບຊາບຈາກພວກໂຫຣາຈານນັ້ນ.17ແລ້ວກໍສຳເລັດຕາມທີ່ຊົງກ່າວໄວ້ໂດຍຜ່ານເຢເຣມີຢາ ຜູ້ປະກາດພຣະທັມວ່າ,18“ໄດ້ຍິນສຽງດັງໃນບ້ານຣາມາ, ເປັນສຽງຮ້ອງໄຫ້ ແລະ ສຽງຮ້ອງຄວນຄາງຄັ້ງໃຫຍ່, ນາງຣາເຊັນຮ້ອງໄຫ້ນຳລູກຂອງຕົນ, ແລະ ນາງບໍ່ຮັບຟັງຄວາມເລົ້າໂລມເພາະລູກເຂົາຕາຍແລ້ວ.”19ເມື່ອເຮໂຣດໄດ້ຕາຍ, ເບິ່ງແມ, ມີທູດສະຫວັນຕົນຫນຶ່ງຂອງພຣະຜູ້ເປັນເຈົ້າມາປະກົດແກ່ໂຢເຊັບ ທາງຄວາມຝັນໃນປະເທດເອຢິບ ແລະ ສັ່ງວ່າ,20“ຈົ່ງລຸກຂຶ້ນ ແລະ ພາກຸມມານກັບມານດາຂອງພຣະອົງກັບຄືນໄປແຜ່ນດິນອິສະຣາເອນ, ເພາະຜູ້ທີ່ຊອກຫາຈະປະຫານຊີວິດກຸມມານນັ້ນຕາຍແລ້ວ.”21ໂຢເຊັບຈິ່ງລຸກຂຶ້ນ, ແລະ ພາກຸມມານກັບມານດາມາຂອງພຣະອົງ, ແລະ ມາຍັງແຜ່ນດິນອິສະຣາເອນ.22ແຕ່ເມື່ອໄດ້ຍິນຂ່າວວ່າ ອາກເຄລາວ ໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນບິດາ, ໂຢເຊັບກໍຢ້ານບໍ່ກ້າໄປທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນຈາກພຣະເຈົ້າທາງຄວາມຝັນ, ໂຢເຊັບກໍເລີຍໄປຍັງແຂວງຄາລີເລ23ແລະ ໄປອາໃສຢູ່ເມືອງໜຶ່ງຊື່ນາຊາເຣັດ. ສິ່ງນີ້ ເພື່ອຈະສຳເລັດຕາມທີ່ຊົງກ່າວໄວ້ໂດຍຜ່ານຜູ້ປະກາດພຣະທັມວ່າ, ທ່ານຈະຖືກເອີ້ນວ່າ ‘ໄທນາຊາເຣັດ’.
1ໃນຄາວນັ້ນໂຢຮັນບັບຕິສະໂຕໄດ້ມາປະກາດໃນປ່າຖິ່ນທຸຣະກັນດານແຂວງຢູດາຍວ່າ,2ຈົ່ງຖິ້ມໃຈເກົ່າ, ແລ້ວເອົາໃຈໃຫມ່ ແລະ ເຊົາເຮັດບາບເພາະວ່າຣາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ.”3ເພາະນີ້ແມ່ນໂຢຮັນຜູ້ທີ່ເອຊາຢາ ຜູ້ປະກາດພຣະທັມ, ໄດ້ກ່າວໄວ້, “ມີສຽງປ່າວໄປໃນປ່າຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດແຈ່ງທາງແຫ່ງພຣະຜູ້ເປັນເຈົ້າ, ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.’”4ເວລານີ້ໂຢຮັນໄດ້ນຸ່ງເສື້ອຜ້າເຮັດດ້ວຍຂົນອູດ ແລະ ໃຊ້ສາຍຫນັງຮັດແອວ. ອາຫານຂອງເພິ່ນແມ່ນ ຕັກແຕນ ແລະ ນ້ຳເຜິ້ງປ່າ.5ຂະນະນັ້ນຄົນນະຄອນເຢຣູຊາເລັມ, ຄົນທົ່ວແຂວງຢູດາຍ, ແລະ ຄົນທັງປວງທີ່ຢູ່ຕາມລຳນ້ຳຈໍແດນກໍອອກໄປຫາໂຢຮັນ.6ແລະ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ, ພວກເຂົາໄດ້ສາຣະພາບຄວາມຜິດບາບຂອງຕົນ.7ແຕ່ເມື່ອໂຢຮັນເຫັນພວກຟາຣີຊາຍ ແລະ ພວກຊາດູກາຍ ຫລາຍຄົນພາກັນມາເພື່ອຈະຮັບບັບຕິສະມາ, ເພິ່ນຈິ່ງກ່າວແກ່ເຂົາວ່າ, “ພວກລູກຫລານງູພິດ, ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດທີ່ກຳລັງຈະມາເຖິງນັ້ນ?8ເຫດສັນນັ້ນຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການທີ່ພວກທ່ານໄດ້ຖິ້ມໃຈເກົ່າເອົາໃຈໃຫມ່.9ແລະ ຢ່າຕັ້ງນຶກໃນໃຈວ່າ ‘ພວກເຮົາມີອັບຣາຮາມເປັນພໍ່ຂອງພວກເຮົາ’ ເພາະເຮົາບອກພວກເຈົ້ົາວ່າ ພຣະເຈົ້າຊົງສາມາດຈະບັນດານໃຫ້ກ້ອນຫີນເຫລົ່ານີ້ເປັນລູກຫລານຂອງອັບຣາຮາມກໍໄດ້.10ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ. ສະນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກປ້ຳ ແລ້ວໂຍນຖິ້ມໃສ່ໄຟເສັຽ.11ຂ້າພຣະເຈົ້າໃຫ້ພວກເຈົ້້າຮັບບັບຕິສະມາດ້ວຍນ້ຳ ສຳລັບການກັບໃຈ. ແຕ່ຜູ້ທີ່ຈະມາພາຍຫລັງຂ້າພຣະເຈົ້າກໍມີີຣິດເດດກວ່າຂ້າພຣະເຈົ້າອີກ, ຊຶ່ງຂ້າພຣະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບຂອງເພິ່ນ. ຝ່າຍຜູ້ນັ້ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍໄຟ.12ມືຂອງຜູ້ນັ້ນຖືດົ້ງຟັດເຂົ້າ ເພິ່ນຈະເຮັດລານນວດເຂົ້າຂອງຕົນໃຫ້ກ້ຽງດີ ແລະ ຈະຮວບຮວມເຂົ້າເມັດດີຂອງຕົນມາໃສ່ໄວ້ໃນເລົ້າ ແຕ່ເຂົ້າລີບນັ້ນ ເພິ່ນຈະເຜົາເສັຽດ້ວຍໄຟທີ່ບໍ່ຮູ້ມອດ.”13ແລ້ວພຣະເຢຊູໄດ້ສະເດັດຈາກແຂວງຄາລີເລຈົນມາເຖິງແມ່ນໍ້າຈໍແດນເພື່ອຈະຮັບບັບຕິສະມາຈາກໂຢຮັນ.14ແຕ່ໂຢຮັນໄດ້ພະຍາຍາມຫ້າມພຣະອົງ, ກ່າວວ່າ, “ຂ້ານ້ອຍຕ້ອງການຈະຮັບບັບຕິສະມາໂດຍທ່ານ, ແລະ ທ່ານຈະມາຫາຂ້ານ້ອຍແນວໃດ?”15ພຣະເຢຊູໄດ້ຊົງຕອບໂຢຮັນວ່າ, “ບັດນີ້ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ, ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ຖືກກັບຄວາມຊອບທັມທຸກປະການ” ແລ້ວໂຢຮັນກໍຍອມ.16ພາຍຫລັງພຣະອົງຊົງຮັບບັບຕິສະມາແລ້ວ, ພຣະເຢຊູເຈົ້າກໍສະເດັດຂຶ້ນຈາກນ້ຳທັນທີ, ແລ້ວເບິ່ງແມ, ທ້ອງຟ້າກໍໄຂອອກ ແກ່ພຣະອົງ. ພຣະອົງຊົງເຫັນພຣະວິນຍານຂອງພຣະເຈົ້າສະເດັດລົງມາເຫມືອນດັ່ງນົກເຂົາ ແລະ ມາສະຖິດຢູ່ເທິງພຣະອົງ.17ເບິ່ງແມ, ມີພຣະສຸຣະສຽງຈາກຟ້າສະຫວັນຊົງກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ. ເຮົາຊອບໃຈໃນຕົວທ່ານຫລາຍ.”
1ຈາກນັ້ນພຣະວິນຍານໄດ້ຊົງພາພຣະເຢຊູເຈົ້າເຂົ້າໄປໃນປ່າ ເພື່ອມານຮ້າຍຈະໄດ້ທົດລອງພຣະອົງ.2ເມື່ອພຣະອົງຊົງອົດອາຫານເປັນເວລາສີ່ສິບວັນສີ່ສິບຄືນແລ້ວພຣະອົງກໍຊົງຢາກອາຫານ.3ຜູ້ທົດລອງມາຫາພຣະອົງທູນວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນອາຫານ.”4ແຕ່ພຣະເຢຊູເຈົ້າຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານພຽງສິ່ງດຽວ ແຕ່ລ້ຽງດ້ວຍຖ້ອຍຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ’.”5ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າໄປຍັງນະຄອນອັນສັກສິດ ແລະ ໃຫ້ພຣະອົງປະທັບຢູ່ເທິງຈຸດສູງສຸດຂອງພຣະວິຫານ.6ແລ້ວໄດ້ທູນຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງໂຕນລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, ‘ພຣະເຈົ້າຈະຊົງຮັບສັ່ງພວກທູດສະຫວັນເຝົ້າເບິ່ງແຍງປົກປ້ອງທ່ານ ແລະ ‘ມືຂອງທູດສະຫວັນເຫລົ່ານັ້ນຈະຮັບທ່ານໄວ້ຢ້ານວ່າຕີນຂອງທ່ານຈະຕຳຫີນ’.”7“ແລະມີຄຳຂຽນໄວ້ໃນພຣະຄັມພີອີກວ່າ, ‘ຢ່າທົດລອງພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ’.”8ອີກເທື່ອຫນຶ່ງມານຮ້າຍໄດ້ພາພຣະອົງຂຶ້ນເມືອເທິງພູສູງ ແລະໄດ້ສະແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງຫມົດໃຫ້ພຣະອົງເຫັນ.9ແລ້ວໄດ້ທູນຕໍ່ພຣະອົງວ່າ, “ເຮົາຈະເອົາສິ່ງເຫລົ່ານີ້ໃຫ້ແກ່ທ່ານ ຖ້າທ່ານຈະກົ້ມກາບ ແລະ ນະມັດສະການເຮົາ.”10ຈາກນັ້ນພຣະເຢຊູເຈົ້າຊົງຕອບມັນວ່າ, “ຊາຕານເອີຍ, ຈົ່ງຫນີໄປເສັຽ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, ‘ຈົ່ງຂາບໄຫວ້ພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ’.”11ແລ້ວມານຮ້າຍຈິ່ງຫນີຈາກພຣະອົງໄປ ແລະ ເບິ່ງແມ, ມີພວກທູດສະຫວັນມາປະຕິບັດຮັບໃຊ້ພຣະອົງ.12ບັດນີ້ ເມື່ອພຣະເຢຊູເຈົ້າໄດ້ຍິນວ່າໂຢຮັນຖືກຈັບໄວ້ແລ້ວ ພຣະອົງກໍສະເດັດອອກໄປຍັງແຂວງຄາລີເລ.13ພຣະອົງອອກຈາກເມືອງນາຊາເຣັດ ແລ້ວໄປອາໃສຢູ່ເມືອງກາເປນາອູມ ຊຶ່ງຢູ່ຕິດແຄມທະເລສາບຄາລີເລ, ໃນເຂດແດນເຊບູລູນ ແລະ ນັບທາລີ.14ສິ່ງນີ້ເປັນໄປຕາມທີ່ຊົງກ່າວໄວ້ດ້ວຍເອຊາຢາຜູ້ປະກາດພຣະທັມຈະໄດ້ສຳເລັດຄື.15“ແຂວງເຊບູລູນ ແລະ ແຂວງເນັບທາລີ, ຕາມທາງທະເລຟາກແມ່ນ້ຳຈໍແດນພຸ້ນ ຄືແຂວງຄາລີເລຂອງບັນດາຄົນຕ່າງຊາດ!16ພົນລະເມືອງຜູ້ນັ່ງຢູ່ໃນຄວາມມືດ ໄດ້ເຫັນຄວາມສະຫວ່າງອັນໃຫຍ່ ແລະສຳລັບຜູ້ທີ່ນັ່ງຢູ່ໃນແດນແລະເງົາແຫ່ງຄວາມຕາຍ ກໍມີແສງສະຫວ່າງສ່ອງຂຶ້ນເທິງພວກເຂົາແລ້ວ.”17ຕັ້ງແຕ່ນັ້ນມາພຣະເຢຊູເຈົ້າຊົງຕັ້ງຕົ້ນປ່າວປະກາດວ່າ, “ຈົ່ງກັບໃຈໃຫມ່ເພາະຣາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ.”18ຂະນະທີ່ພຣະເຢຊູເຈົ້າສະເດັດລຽບຕາມແຄມທະເລສາບຄາລີເລ, ກໍຊົງທອດພຣະເນດເຫັນອ້າຍນ້ອງສອງຄົນ ຄືຊີໂມນທີ່ເອີ້ນວ່າເປໂຕກັບອັນເດອານ້ອງຊາຍ ກຳລັງຖິ້ມມອງລົງນ້ຳທະເລເພາະພວກເຂົາເປັນຄົນຫາປາ.19ພຣະເຢຊູຊົງກ່າວກັບເຂົາວ່າ, “ມາ, ຈົ່ງຕາມເຮົາມາ ແລະ ເຮົາຈະບັນດານໃຫ້ພວກເຈົ້າເປັນຜູ້ຫາຄົນ”20ໃນທັນໃດນັ້ນພວກເຂົາກໍປະມອງແລ້ວຕິດຕາມພຣະອົງໄປ.21ຂະນະທີ່ພຣະເຢຊູເຈົ້າກຳລັງສະເດັດຕໍ່ໄປຈາກທີ່ນັ້ນ ກໍແນມເຫັນອ້າຍນ້ອງອີກສອງຄົນ ຄືຢາໂກໂບລູກເຊເບດາຍ, ແລະ ກັບໂຢຮັນຜູ້ເປັນນ້ອງຊາຍ ກຳລັງແປງມອງຢູ່ໃນເຮືອກັບເຊເບດາຍພໍ່ຂອງເຂົາ. ພຣະອົງໄດ້ຊົງເອີ້ນເອົາເຂົາ,22ແລະ ໃນທັນໃດນັ້ນເຂົາທັງສອງກໍປະເຮືອ ແລະ ລາພໍ່ຂອງເຂົາຕາມພຣະອົງໄປ.23ພຣະເຢຊູເຈົ້າໄດ້ສະເດັດໄປທົ່ວແຂວງຄາລີເລ, ຊົງສັ່ງສອນໃນໂຮງທັມະສາລາຂອງເຂົາ, ຊົງປະກາດຂ່າວປະເສີດເລື່ອງຣາຊະອານາຈັກສະຫວັນ, ແລະ ຊົງໂຜດພົນລະເມືອງທີ່ເຈັບໄຂ້ໄດ້ພະຍາດທຸກຢ່າງໃຫ້ດີຫມົດ.24ຊື່ສຽງຂອງພຣະອົງກໍຊ່າລືໄປທົ່ວປະເທດຊີເຣັຽ, ແລະ ຜູ້ຄົນຈິ່ງພາຄົນປ່ວຍໄຂ້ໄດ້ພະຍາດຕ່າງ, ຄົນທີ່ທົນທຸກທໍຣະມານ, ຄົນທີ່ຜີເຂົ້າສິງ, ຄົນເປັນບ້າຫມູ ແລະ ຄົນເປັນເປັ້ຽມາຫາພຣະອົງ. ພຣະອົງກໍຊົງໂຜດໃຫ້ເຂົາດີທຸກຄົນ.25ມີຄົນຫມູ່ໃຫຍ່ມາຈາກແຂວງຄາລີເລ, ຈາກແຂວງເດກາໂປລີ, ຈາກກຸງເຢຣູຊາເລັມ ແລະ ຢູດາຍ ແລະ ຈາກອີກຟາກຂອງແມ່ນໍ້າຈໍແດນຕ່າງກໍໄດ້ຕິດຕາມພຣະອົງໄປ.
1ເມື່ອທອດພຣະເນດເຫັນຄົນຫລວງຫລາຍ ພຣະອົງກໍສະເດັດຂຶ້ນເທິງພູເມື່ອປະທັບລົງແລ້ວ ພວກສາວົກກໍເຂົ້າມາຫາພຣະອົງ.2ພຣະອົງຈິ່ງຊົງ ຕັ້ງຕົ້ນສັ່ງສອນພວກເຂົາວ່າ,3“ພຣະພອນເປັນຂອງຜູ້ໃດທີ່ຍາກຈົນໃນຈິດວິນຍານ, ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.4ພຣະພອນເປັນຂອງຜູ້ໃດທີ່ໂສກເສົ້າເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ.5ພຣະພອນເປັນຂອງຜູ້ໃດທີ່ມີຈິດໃຈອ່ອນຫວານ, ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ.6ພຣະພອນເປັນຂອງຜູ້ໃດທີ່ມີຄວາມອຶດຫິວ ແລະ ກະຫາຍຄວາມຊອບທັມ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍຣິບູນ.7ພຣະພອນເປັນຂອງຜູ້ໃດທີ່ມີໃຈກະຣຸນາກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະຣຸນາຕອບ.8ພຣະພອນເປັນຂອງຜູ້ໃດທີ່ມີໃຈສະອາດບໍຣິສຸດ, ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.9ພຣະພອນເປັນຂອງຜູ້ໃດທີ່ສ້າງຄວາມສະຫງົບສຸກ, ເພາະພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດຂອງພຣະອົງ.10ພຣະພອນເປັນຂອງຜູ້ໃດທີ່ ຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທັມ, ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.11ພຣະພອນກໍເປັນຂອງພວກເຈົ້າ ເມື່ອຄົນກ່າວຂວັນນິນທາ ແລະ ຂົ່ມເຫັງເຈົ້າທັງຫລາຍ, ແລະ ຖືກກ່າວຫາຄວາມບໍ່ຈິງທຸກຢ່າງຕໍ່ພວກເຈົ້າ ເພາະເຫັນແກ່ເຮົາ.12ຈົ່ງຊົມຊື່ນຍິນດີ ເພາະວ່າບຳເຫນັດຂອງທ່ານທັງຫລາຍມີບໍຣິບູນໃນສະຫວັນ. ເຫມືອນດັ່ງນັ້ນແຫລະ, ເພາະເຂົາໄດ້ຂົ່ມເຫັງຜູ້ປະກາດພຣະທັມທີ່ຢູ່ກ່ອນທ່ານທັງຫລາຍ.13ທ່ານທັງຫລາຍເປັນເກືອສຳລັບໂລກ ແຕ່ຖ້າເກືອນັ້ນຈືດຈາງໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ? ແຕ່ນັ້ນໄປກໍບໍ່ມີປະໂຫຍດອັນໃດ ນອກຈາກຈະມີແຕ່ຈະຖິ້ມເສັຽໃຫ້ຄົນຢຽບຢ່ຳເທົ່ານັ້ນ.14ພວກທ່ານເປັນແສງສະຫວ່າງສຳລັບໂລກ ເມືອງທີ່ຕັ້ງຢູ່ເທິງພູຈະບັງລັບໄວ້ບໍ່ໄດ້.15ບໍ່ຫ່ອນມີຜູ້ໃດເມື່ອໄຕ້ຕະກຽງແລ້ວເອົາບຸງມາກວມ ແຕ່ຈະຕັ້ງມັນໄວ້ເທິງຮອງຕີນໂຄມ ເພື່ອໃຫ້ມັນສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຮືອນນັ້ນ.16ຈົ່ງໃຫ້ແສງສະຫວ່າງຂອງທ່ານສ່ອງແຈ້ງແກ່ຄົນທັງປວງ ໃນວິທີການທີ່ພວກເຂົາຈະເຫັນການດີທີ່ພວກທ່ານເຮັດ ແລະ ສັນຣະເສີນພຣະບິດາເຈົ້າຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະຫວັນ.17ຢ່າຄຶດວ່າເຮົາມາລຶບລ້າງພຣະບັນຍັດ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທັມເສັຽແຕ່ຢ່າງໃດ. ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ.18ເຮົາບອກທ່ານທັງຫລາຍຄວາມຈິງວ່າ ແມ່ນແຕ່ຟ້າສະຫວັນ ແລະ ແຜ່ນດິນໂລກຈະລ່ວງໄປ, ແຕ່ພຽງແຕ່ຈຸດ ຫລື ຂີດດຽວ ກໍຈະບໍ່ສູນຫາຍໄປຈາກພຣະບັນຍັດ, ຈົນກວ່າສິ່ງທັງປວງນັ້ນຈະສຳເລັດສົມບູນ.19ດ້ວຍເຫດນີ້ ຫາກຜູ້ໃດໄດ້ເຮັດໃຫ້ຂໍ້ເລັກນ້ອຍທີ່ສຸດໃນບັນດາຄຳສັ່ງນີ້ພຽງຂໍ້ດຽວ ແລະ ທັງສອນຄົນອື່ນໃຫ້ເຮັດຢ່າງນັ້ນດ້ວຍ ຜູ້ນັ້ນຈະຖືກເອີ້ນວ່າຜູ້ນ້ອຍທີ່ສຸດໃນອານາຈັກສະຫວັນ. ແຕ່ຜູ້ໃດທີ່ປະຕິບັດ ແລະ ສອນຕາມພຣະບັນຍັດ ຜູ້ນັ້ນຈະຖືກເອີ້ນວ່າຜູ້ໃຫຍ່ໃນອານາຈັກສະຫວັນ.20ເພາະເຮົາບອກທ່ານທັງຫລາຍວ່າ ຖ້າການຖືສິລະທັມຂອງທ່ານບໍ່ລື່ນກວ່າການຖືສິລະທັມຂອງພວກນັກທັມ ແລະ ພວກຟາຣີຊາຍແລ້ວ ພວກທ່ານຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ເລີຍ.21ທ່ານທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແລ້ວແກ່ຄົນບູຮານວ່າ 'ຢ່າຂ້າຄົນ' ແລະ 'ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຕ້ອງຖືກພິພາກສາລົງໂທດ’.22ແຕ່ຝ່າຍເຮົາ ຂໍບອກທ່ານວ່າ ຜູ້ໃດຮ້າຍອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກໂທດຢ່າງຫນັກ; ແລະຜູ້ໃດຈະເວົ້າແກ່ອ້າຍນ້ອງຂອງຕົນວ່າ ‘ເຈົ້າບໍ່ມີຄ່າ’ ຜູ້ນັ້ນຈະຖືກພິພາກສາລົງໂທດຈາກສານສູງ; ແລະ ຜູ້ໃດຈະເວົ້າວ່າ ‘ເຈົ້າໂງ່ຈ້າ’ ຜູ້ນັ້ນຈະມີໂທດໃນບຶງໄຟນະລົກ.23ດ້ວຍເຫດນີ້, ຖ້າທ່ານກຳລັງນຳເຄື່ອງຖວາຍມາເຖິງແທ່ນບູຊາ ແລ້ວຣະນຶກຂຶ້ນໄດ້ວ່າ ທ່ານມີຂໍ້ຂຸ້ນເຄືອງກັບອ້າຍນ້ອງຂອງຕົນດ້ວຍເລື່ອງໃດເລື່ອງຫນຶ່ງ.24ຈົ່ງວາງເຄື່ອງບູຊາໄວ້ຕໍ່ຫນ້າແທ່ນນັ້ນ ກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສັຽກ່ອນ ແລ້ວຈິ່ງມາຖວາຍເຄື່ອງບູຊາຂອງທ່ານ.25ໃນຂະນະທີ່ທ່ານກຳລັງໄປຂຶ້ນສານກັບລາວ ຢ້ານວ່າໂຈດນັ້ນຈະມອບທ່ານໄວ້ກັບຕຸລາການ ແລະ ຕຸລາການຈະມອບທ່ານໄວ້ກັບອຳນາດເຈົ້າຫນ້າທີ່ ແລະ ທ່ານຈະໄດ້ຖືກຂັງໄວ້ໃນຄຸກ.26ເຮົາບອກແກ່ທ່ານຕາມຄວາມຈິງວ່າ ທ່ານຈະອອກຈາກທີ່ນັ້ນບໍ່ໄດ້ຈົນກວ່າຈະໄດ້ໃຊ້ຫນີ້ຈົນຄົບທຸກອັດກ່ອນ.27ທ່ານເຄີຍໄດ້ຍິນຄຳທີ່ກ່າວໄວ້ວ່າ ‘ຢ່າຫລິ້ນຊູ້ສູ່ຜົວເມັຽທ່ານ.’28ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈກຳຫນັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ.29ຖ້າຕາເບື້ອງຂວາຂອງທ່ານເປັນເຫດເຮັດໃຫ້ທ່ານເຮັດບາບ ຈົ່ງຄວັດອອກຖິ້ມເສັຽ ເພາະການທີ່ເສັຽອະໄວຍະວະສ່ວນຫນຶ່ງກໍດີກວ່າຫມົດທັງຕົວຈະຖືກຖິ້ມລົງໃນນະຣົກ.30ຖ້າມືເບື້ອງຂວາຂອງທ່ານເປັນເຫດເຮັດໃຫ້ທ່ານເຮັດບາບ ຈົ່ງຕັດຖິ້ມເສັຽ ເພາະການທີ່ເສັຽອະໄວຍະວະສ່ວນຫນຶ່ງກໍດີກວ່າຫມົດທັງຕົວຈະຕ້ອງຕົກໃນນະຣົກ.31ຍັງມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດຈະປະຮ້າງເມັຽຂອງຕົນ, ກໍໃຫ້ເຮັດຫນັງສືຢ່າຮ້າງໃຫ້ເມັຽນັ້ນ’.32ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຖ້າຜູ້ໃດຈະປະເມັຽຂອງຕົນ ນອກຈາກຜິດສິລະທັມທາງເພດແລ້ວ ກໍທໍ່ກັບວ່າຜູ້ນັ້ນເຮັດໃຫ້ຍິງນັ້ນຖືກຜິດໃນຖານຫລິ້ນຊູ້ ແລ້ວຖ້າຜູ້ໃດຈະແຕ່ງງານກັບຍິງນັ້ນພາຍຫລັງ ກໍຖືກຜິດໃນຖານຫລິ້ນຊູ້ເຫມືອນກັນ.33ອີກປະການຫນຶ່ງ, ທ່ານເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ ‘ຢ່າສາບານດ້ວຍຄຳສາບານບໍ່ຈິງ ແຕ່ໃຫ້ຮັກສາຄຳສາບານທີ່ທ່ານຖວາຍຕໍ່ອົງພຣະຜູ້ເປັນເຈົ້າ.34ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ, ຢ່າສາບານເລີຍ ໂດຍອ້າງເຖິງສະຫວັນກໍດີ, ເພາະສະຫວັນເປັນຣາຊະບັນລັງຂອງພຣະເຈົ້າ,35ຫລື ໂດຍອ້າງເຖິງແຜ່ນດິນໂລກກໍດີ, ເພາະແຜ່ນດິນໂລກເປັນທີ່ຮອງພຣະບາດຂອງພຣະອົງ; ຫລື ໂດຍອ້າງເຖິງນະຄອນເຢຣູຊາເລັມກໍດີ, ເພາະນະຄອນເຢຣູຊາເລັມເປັນທີ່ປຣະທັບຂອງພຣະມະຫາກະສັດ.36ຫລືຢ່າສາບານໂດຍອ້າງເຖິງຫົວຂອງຕົນ, ເພາະທ່ານບໍ່ສາມາດຈະເຮັດໃຫ້ຜົມຂາວ ຫລື ດຳຈັກເສັ້ນດຽວກໍບໍ່ໄດ້.37ແຕ່ຈົ່ງໃຫ້ຖ້ອຍຄຳຂອງພວກທ່ານເປັນດັ່ງນີ້ ‘ແມ່ນ’ ກໍວ່າ ‘ແມ່ນ’ ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ນອກເຫນືອໄປຈາກນັ້ນຖືວ່າມາຈາກຄວາມຊົ່ວ.38ພວກທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແລະ ແຂ້ວແທນແຂ້ວ’.39ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຢ່າຕໍ່ສູ້ກັບຄົນຊົ່ວ ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງທ່ານຈົ່ງປິ່ນແກ້ມເບື້ອງຊ້າຍໃຫ້ຜູ້ນັ້ນເຫມືອນກັນ.40ຖ້າຜູ້ໃດຢາກຟ້ອງທ່ານຂຶ້ນສານ ແລະ ເອົາເສື້ອຊັ້ນໃນຂອງທ່ານໄປ, ກໍຈົ່ງໃຫ້ເສື້ອຊັ້ນນອກແກ່ເພິ່ນເຫມືອນກັນ.41ຖ້າຜູ້ໃດຈະເກນທ່ານໃຫ້ຍ່າງໄປຫນຶ່ງຫລັກ, ກໍໃຫ້ທ່ານໄປກັບເພິ່ນເຖິງສອງຫລັກ.42ຈົ່ງໃຫ້ກັບທຸກຄົນທີ່ຂໍຈາກທ່ານ ແລະ ຢ່າປິ່ນຫລັງໃສ່ຜູ້ທີ່ຢາກຢືມຈາກທ່ານ.43ທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ ແລະ ຊັງສັດຕຣູ.’44ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຈົ່ງຮັກສັດຕຣູຂອງທ່ານ ຈົ່ງອ້ອນວອນສຳລັບຜູ້ທີ່ຂົ່ມເຫັງທ່ານ,45ເພາະພຣະອົງຊົງບັນດານໃຫ້ດວງຕາເວັນຂຶ້ນສ່ອງສະຫວ່າງໃສ່ຄົນຊົ່ວ ແລະ ຄົນດີ ແລະ ຊົງໃຫ້ຝົນຕົກໃສ່ຄົນສິລະທັມກັບຄົນບໍ່ມີສິລະທັມສະເຫມີກັນ.46ເພາະຖ້າວ່າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ແລ້ວທ່ານຈະໄດ້ຮັບບຳເຫນັດອັນໃດ? ເຖິງພວກເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື?47ຖ້າທ່ານຄຳນັບພີ່ນ້ອງຂອງຕົນແຕ່ຝ່າຍດຽວ ແລ້ວທ່ານໄດ້ເຮັດສິ່ງໃດລື່ນຄົນອື່ນ? ແມ່ນແຕ່ຄົນຕ່າງຊາດກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື?48ເຫດສັນນັ້ນທ່ານທັງຫລາຍຕ້ອງເປັນຄົນດີພ້ອມ ເພາະພຣະບິດາເຈົ້າຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນຊົງເປັນຜູ້ດີພ້ອມ.
1ທ່ານຈົ່ງຣະວັງໃຫ້ດີ ຢ່າຕັ້ງຕິເຮັດເປັນຄົນຊອບທັມຕໍ່ຫນ້າຄົນອື່ນ ເພື່ອໃຫ້ພວກເຂົາໄດ້ເຫັນ ຫລື ບໍ່ດັ່ງນັ້ນແລ້ວທ່ານຈະບໍ່ໄດ້ຮັບບຳເຫນັດຈາກພຣະບິດາເຈົ້າຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນ.2ເຫດສັນນັ້ນ ເມື່ອທ່ານໃຫ້ທານ, ຢ່າເປົ່າແກໄປກ່ອນຫນ້າທ່ານ ເຫມືອນດັ່ງຄົນຫນ້າຊື່ໃຈຄົດເຄີຍເຮັດໃນໂຮງທັມະເທສະຫນາ ແລະ ຕາມຖະຫນົນຕ່າງໆ ເພື່ອຕົນເອງຈະໄດ້ຮັບການຍ້ອງຍໍຈາກຜູ້ຄົນ. ເຮົາບອກຄວາມຈິງກັບທ່ານວ່າ, ພວກເຂົາໄດ້ຮັບບຳເຫນັດແລ້ວ.3ແຕ່ເມື່ອໃຫ້ທານຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ.4ເພື່ອທານຂອງທ່ານຈະໄດ້ເປັນການລັບ ແລະພຣະບິດາເຈົ້າຂອງພວກທ່ານຜູ້ຊົງເຫັນໃນທີ່ລັບລີ້ຈະຊົງໂຜດປຣະທານບຳເຫນັດແກ່ທ່ານເອງ.5ເມື່ອທ່ານທັງຫລາຍອ້ອນວອນ ຢ່າເປັນເຫມືອນຄົນຫນ້າຊື່ໃຈຄົດ, ເພາະຄົນເຫລົ່ານັ້ນມັກຢືນອ້ອນວອນໃນໂຮງທັມະເທສະຫນາ ແລະຕາມແຈຖະຫນົນ ເພື່ອທີ່ຈະໃຫ້ມະນຸດເຫັນພວກເຂົາ. ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດຂອງຕົນແລ້ວ.6ແຕ່ຝ່າຍທ່ານ, ເມື່ອຈະອ້ອນວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະຕູແລ້ວ ແລະອ້ອນວອນຫາພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລ້ວພຣະບິດາຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ຈະຊົງໂຜດໃຫ້ບຳເຫນັດແກ່ທ່ານ.7ເມື່ອທ່ານອະທິຖານ, ຢ່າເວົ້າຊ້ຳຄຳເກົ່າເຫມືອນຄົນຕ່າງຊາດເຄີຍເຮັດ ເພາະເຂົາຄິດວ່າ ຖ້າເວົ້າຫລາຍຄຳພຣະເຈົ້າຈະຊົງໂຜດຮັບຟັງ.8ດ້ວຍເຫດນີ້ຢ່າເຮັດຄືຄົນເຫລົ່ານັ້ນ ເພາະວ່າສິ່ງໃດທີ່ທ່ານຕ້ອງການ ພຣະບິດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ.9ສະນັ້ນຈົ່ງອ້ອນວອນຕາມຢ່າງນີ້ວ່າ, ‘ຂ້າແດ່ພຣະບິດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດໃນສະຫວັນ, ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ.10ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່. ຂໍໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງ ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.11ຂໍຊົງໂຜດປຣະທານອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍທັງຫລາຍໃນກາລະວັນນີ້.12ຂໍຊົງໂຜດຍົກໂທດໃຫ້ຂ້ານ້ອຍເຫມືອນຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ.13ຂໍຢ່າພາຂ້ານ້ອຍເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກການຊົ່ວຮ້າຍ.'14ເພາະຖ້າທ່ານຍົກຄວາມຜິດຂອງເພື່ອນມະນຸດແລ້ວ ພຣະບິດເຈົ້າຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງໂຜດຍົກຄວາມຜິດຂອງທ່ານດ້ວຍ.15ແຕ່ຖ້າທ່ານບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິດາເຈົ້າຂອງທ່ານກໍຈະບໍ່ຊົງໂຜດຍົກຄວາມຜິດຂອງທ່ານເຫມືອນກັນ.16ຍິ່ງກວ່ານັ້ນ, ເມື່ອທ່ານຖືສິນອົດອາຫານ ຢ່າເຮັດຫນ້າເສົ້າຫມອງເຫມືອນຄົນຫນ້າຊື່ໃຈຄົດ, ດ້ວຍວ່າເຂົາເຮັດຫນ້າເສົ້າຫມອງເພື່ອຈະໃຫ້ມະນຸດເຫັນວ່າເຂົາຖືສິນອົດອາຫານ ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳເຫນັດຂອງຕົນແລ້ວ.17ແຕ່ຝ່າຍທ່ານ, ເມື່ອຖືສິນອົດອາຫານ ຈົ່ງລ້າງຫນ້າ ແລະ ເອົານ້ຳມັນທາຫົວ.18ເພື່ອຈະບໍ່ໃຫ້ມະນຸດເຫັນວ່າທ່ານຖືສິນອົດອາຫານ ແຕ່ໃຫ້ປະກົດແກ່ພຣະບິດາເຈົ້າຂອງທ່ານຜູ້ຊົງສະຖິດໃນທີ່ລັບລີ້ ແລະພຣະບິດາເຈົ້າຂອງທ່ານຜູ້ຊົງເຫັນໃນທີ່ລັບລີ້ ກໍຈະຊົງໂຜດປຣະທານບຳເຫນັດແກ່ທ່ານ.19ຢ່າຮິບໂຮມຊັບສົມບັດໄວ້ສຳລັບຕົນໃນໂລກ, ຊຶ່ງເປັນບ່ອນມອດ ແລະ ຂີ້ຫມ້ຽງກັດກິນ, ແລະ ເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້.20ແຕ່ຈົ່ງຮິບໂຮມຊັບສົມບັດສຳລັບຕົນໄວ້ໃນສະຫວັນ ບ່ອນມອດ ແລະ ຂີ້ຫມ້ຽງກັດກິນບໍ່ໄດ້ ແລະ ທັງໂຈນເຈາະ ແລະ ລັກເອົາບໍ່ໄດ້.21ເພາະວ່າຊັບສົມບັດຂອງທ່ານຢູ່ໃສ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ.22ດວງຕາເປັນໂຄມໄຟຂອງຮ່າງກາຍ ຖ້າຕາຂອງທ່ານປົກກະຕິດີ ຮ່າງກາຍທຸກສ່ວນກໍສະຫວ່າງດີ.23ແຕ່ຖ້າຕາຂອງທ່ານບໍ່ປົກກະຕິດີ ຮ່າງກາຍທຸກສ່ວນຂອງທ່ານກໍມືດໄປ. ເຫດສັນນັ້ນ, ຖ້າຄວາມສະຫວ່າງທີ່ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະຫນາທຶບພຽງໃດ?24ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ ແລະ ໄປຮັກນາຍຜູ້ນັ້ນ ຫລື ຈະອຸທິດຕົນຮັບໃຊ້ນາຍຜູ້ນີ້ແລ້ວຫມິ່ນປະຫມາດຜູ້ນັ້ນ ທ່ານບໍ່ສາມາດຮັບໃຊ້ພຣະເຈົ້າ ແລະ ເງິນຄຳພ້ອມກັນໄດ້.25ດ້ວຍເຫດນັ້ນ ເຮົາຈິ່ງບອກທ່ານທັງຫລາຍວ່າ, ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ຫລື ກະວົນກະວາຍເຖິງຮ່າງກາຍຂອງຕົນວ່າ ຈະນຸ່ງຫຍັງ. ເພາະຊີວິດກໍມີຄ່າລື່ນກວ່າອາຫານ ແລະ ຮ່າງກາຍກໍມີຄ່າລື່ນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນຫລື?26ຈົ່ງເບິ່ງນົກເທິງອາກາດມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ ບໍ່ໄດ້ເກັບໂຮມໃສ່ເລົ້າໄວ້ ແຕ່ພຣະບິດາເຈົ້າຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນກໍຍັງຊົງລ້ຽງພວກມັນ. ພວກທ່ານປະເສີດຫລາຍກວ່ານົກບໍ່ແມ່ນຫລື?27ແລ້ວມີໃຜໃນພວກທ່ານໂດຍຄວາມກະວົນກະວາຍອາດຕໍ່ຊີວິດຂອງຕົນໃຫ້ຍາວອອກໄປອີກຈັກສອກຫນຶ່ງໄດ້?28ເປັນຫຍັງທ່ານທັງຫລາຍຈິ່ງກະວົນກະວາຍເຖິງເຄື່ອງນຸ່ງຫົ່ມ? ຈົ່ງສັງເກດເບິ່ງດອກໄມ້ໃນທົ່ງ ວ່າມັນຈະເຣີນໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ບໍ່ໄດ້ເຂັນຝ້າຍ.29ແຕ່ເຮົາບອກທ່ານທັງຫລາຍວ່າ, ເຖິງແມ່ນກະສັດໂຊໂລໂມນ ເມື່ອບໍຣິບູນດ້ວຍສະຫງ່າຣາສີຂອງທ່ານ ກໍຍັງບໍ່ງາມທໍ່ດອກໄມ້ເຫລົ່ານີ້ດອກຫນຶ່ງ.30ຖ້າພຣະເຈົ້າຊົງຕົບແຕ່ງຫຍ້າທີ່ທົ່ງຢ່າງນັ້ນ ຊຶ່ງເປັນຢູ່ມື້ນີ້ ແລະມື້ອື່ນຕ້ອງຖືກຖິ້ມໃສ່ເຕົາໄຟ, ພຣະອົງຈະບໍ່ຊົງຕົບແຕ່ງທ່ານຫລາຍກວ່ານັ້ນອີກຫລື, ໂອຜູ້ມີຄວາມເຊື່ອນ້ອຍເອີຍ?31ເຫດສັນນັ້ນຢ່າກະວົນກະວາຍວ່າ ແລະເວົ້າວ່າ ‘ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ ຫລືຈະນຸ່ງຫົ່ມຫຍັງ?’32ເພາະຄົນຕ່າງຊາດສະແຫວງຫາສິ່ງຂອງທັງປວງນີ້, ແລະພຣະບິດາເຈົ້າຂອງທ່ານທັງຫລາຍຜູ້ຊົງສະຖິດຢູ່ໃນສະຫວັນ ຊົງຮູ້ແລ້ວວ່າພວກທ່ານຕ້ອງການສິ່ງທັງປວງເຫລົ່ານີ້.33ແຕ່ກ່ອນອື່ນ, ທ່ານທັງຫລາຍຈົ່ງສະແຫວງຫາຣາຊະອານາຈັກຂອງພຣະເຈົ້າ ແລະຄວາມຊອບທັມຂອງພຣະອົງກ່ອນ. ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ.34ເຫດສັນນັ້ນ, ຢ່າກະວົນກະວາຍເຖິງມື້ອື່ນ, ເພາະວ່າມື້ອື່ນຄົງມີການກະວົນກະວາຍສຳລັບມັນເອງ ຄວາມທຸກໃນວັນໃດກໍພໍແລ້ວໃນວັນນັ້ນ.
1ຢ່າກ່າວໂທດໃສ່ຜູ້ອື່ນ ແລະທ່ານຈະບໍ່ຖືກກ່າວໂທດ.2ເພາະວ່າທ່ານຈະກ່າວໂທດໃສ່ຜູ້ອື່ນຢ່າງໃດ, ທ່ານກໍຈະຖືກກ່າວໂທດຢ່າງນັ້ນ, ແລະທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ, ທ່ານກໍຈະຖືກຕວງດ້ວຍເຄື່ອງຜອງອັນນັ້ນເຊັ່ນກັນ.3ເປັນຫຍັງທ່ານຈິ່ງຫລຽວເຫັນຂີ້ເຫຍື້ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົວທ່ານບໍ່ຮູ້ສຶກ?4ເປັນສັນໃດທ່ານຈິ່ງກ່າວແກ່ພີ່ນ້ອງຂອງທ່ານວ່າ ‘ໃຫ້ຂ້ອຍເຂັ່ຽຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ແຕ່ເບິ່ງແມ, ໄມ້ທັງທ່ອນມີຢູ່ໃນຕາຂອງທ່ານເອງ?5ຄົນຫນ້າຊື່ໃຈຄົດເອີຍ! ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງທ່ານກ່ອນ ແລ້ວຈິ່ງຈະເຂັ່ຽຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງທ່ານໄດ້ຢ່າງຊັດເຈນ.6ຢ່າເອົາຂອງປະເສີດໃຫ້ແກ່ຫມາ, ຢ່າໂຍນໄຂ່ມຸກຂອງທ່ານໃສ່ຕໍ່ຫນ້າຫມູ. ຢ້ານວ່າມັນຈະຢຽບຢ່ຳເສັຽ, ແລະຈະຕ່າວມາຂົບຈີກທ່ານອອກເປັນປ່ຽງໆດ້ວຍ.7ຈົ່ງຫມັ່ນຂໍແລ້ວຈະຊົງປຣະທານໃຫ້. ຈົ່ງຫມັ່ນຊອກແລ້ວຈະພົບ. ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້.8ເພາະທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ແລະທຸກຄົນທີ່ຫມັ່ນຊອກກໍພົບ; ແລະທຸກຄົນທີ່ຫມັ່ນເຄາະກໍຊົງໄຂໃຫ້.9ຫຼືໃນພວກທ່ານມີຜູ້ໃດແດ່ ຖ້າລູກຂໍເຂົ້າປັ້ນຫນຶ່ງຈະບໍ່ໄດ້ເອົາກ້ອນຫີນໃຫ້ຕີ້?10ຫລືຖ້າລູກຂໍປາ, ຈະບໍ່ໄດ້ເອົາງູໃຫ້ຕີ້?11ເຫດສັນນັ້ນ, ຖ້າພວກທ່ານຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ແລ້ວພຣະບິດາເຈົ້າຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນ ຈະຊົງປຣະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງຫລາຍກວ່ານັ້ນອີກຈັກເທົ່າໃດ?12ດ້ວຍເຫດນີ້, ສິ່ງໃດກໍ່ຕາມທີ່ທ່ານປາຖນາໃຫ້ເຂົາເຮັດແກ່ທ່ານ ທ່ານຈົ່ງເຮັດກັບເຂົາທຸກປະການເຫມືອນກັນ ເພາະອັນນັ້ນຄືພຣະບັນຍັດແລະຄຳສັ່ງສອນຂອງບັນດາຜູ້ປະກາດພຣະທັມ.13ເພາະວ່າປະຕູກວ້າງແລະທາງກວ້າງຂວາງນັ້ນນຳໄປເຖິງຄວາມຈິບຫາຍ ມີຫລາຍຄົນເຂົ້າໄປຕາມທາງນັ້ນ.14ເພາະວ່າປະຕູທີ່ນຳໄປສູ່ຊີວິດກໍຄັບແລະທາງກໍແຄບ, ແລະບໍ່ມີຫລາຍຄົນພົບທາງນັ້ນ.15ຈົ່ງຣະວັງຜູ້ປະກາດພຣະທັມປອມ ທີ່ສວມສະພາບເຫມືອນແກະມາຫາທ່ານ ແຕ່ທີ່ຈິງແລ້ວພາຍໃນເຂົາເປັນຫມາໄນຕົວຮ້າຍ.16ທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ ເຂົາເຄີຍເກັບຫມາກອະງຸ່ນຈາກເຄືອມີຫນາມຫລື ແລະເຂົາເຄີຍເກັບຫມາກເດື່ອເທດຈາກຕົ້ນມີຫນາມຫລື?17ເຊັ່ນດຽວກັນນີ້, ໄມ້ດີທຸກຕົ້ນຍ່ອມເກີດຜົນດີ ແຕ່ຕົ້ນໄມ້ບໍ່ດີກໍເກີດຜົນບໍ່ດີ.18ຕົ້ນໄມ້ດີຈະເກີດຜົນບໍ່ດີບໍ່ໄດ້ ຫລືຕົ້ນໄມ້ບໍ່ດີຈະເກີດຜົນດີກໍບໍ່ໄດ້.19ໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຕ້ອງຖືກປ້ຳຖິ້ມໃສ່ໄຟເສັຽ.20ເຫດສັນນັ້ນ, ພວກທ່ານຈະຮູ້ຈັກເຂົາໄດ້ດ້ວຍຜົນຂອງເຂົາ.21ບໍ່ແມ່ນຫມົດທຸກຄົນທີ່ກ່າວແກ່ເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ’ ແລ້ວຈະເຂົ້າໃນອານາຈັກສະຫວັນ, ແຕ່ເຂົ້າໄດ້ແຕ່ຜູ້ທີ່ເຮັດຕາມນ້ຳພຣະທັຍພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນເທົ່ານັ້ນ.22ຫລາຍຄົນຈະຮ້ອງໃສ່ເຮົາໃນວັນນັ້ນວ່າ ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍໄດ້ປະກາດພຣະທັມໃນພຣະນາມຂອງພຣະອົງ, ໄດ້ຂັບໄລ່ຜີອອກໃນພຣະນາມຂອງພຣະອົງ ແລະໄດ້ເຮັດການອິດທິຣິດຫລາຍປະການໃນພຣະນາມຂອງພຣະອົງບໍ່ແມ່ນຫລື?’23ແລ້ວເມື່ອນັ້ນເຮົາຈະໄດ້ປະກາດແກ່ເຂົາຢ່າງເປີດເຜີຍວ່າ ‘ເຮົາບໍ່ຮູ້ຈັກພວກເຈົ້າຈັກເທື່ອ, ຈົ່ງຜ່າຍຫນີໃຫ້ພົ້ນຈາກເຮົາ, ເຈົ້າຜູ້ເຮັດການຊົ່ວຮ້າຍເອີຍ.24ເຫດສັນນັ້ນ, ທຸກຄົນທີ່ຟັງຄຳເຫລົ່ານີ້ຂອງເຮົາແລະປະຕິບັດຕາມ ຄົນນັ້ນກໍປຽບເຫມືອນຄົນສະຫລາດ ທີ່ກໍ່ສ້າງເຮືອນຂອງຕົນເທິງດານຫີນ.25ຝົນກໍຕົກ, ນ້ຳກໍນອງ, ແລະລົມກໍພັດປະທະເຮືອນນັ້ນ ແຕ່ເຮືອນນັ້ນກໍບໍ່ພັງເພລົງ ເພາະຮາກມັນຕັ້ງຢູ່ເທິງຫີນ.26ແຕ່ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລະບໍ່ເຊື່ອຟັງຖ້ອຍຄຳເຫຼົ່ານີ້ ກໍປຽບເຫມືອນຄົນໂງ່ທີ່ກໍ່ສ້າງເຮືອນຂອງຕົນເທິງຫາດຊາຍ.27ຝົນກໍຕົກ, ນ້ຳກໍນອງ, ແລະລົມກໍພັດປະທະເຮືອນນັ້ນ, ແລະເຮືອນນັ້ນກໍເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ.”28ຢູ່ມາເມື່ອພຣະເຢຊູເຈົ້າຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ປະຊາຊົນທັງປວງກໍປະຫລາດໃຈໃນການສັ່ງສອນຂອງພຣະອົງ,29ເພາະວ່າພຣະອົງຊົງສັ່ງສອນເຂົາເຫມືອນຜູ້ມີຣິດອຳນາດ, ແລະບໍ່ເຫມືອນພວກທັມະຈານຂອງພວກເຂົາ.
1ເມື່ອພຣະເຢຊູເຈົ້າສະເດັດລົງມາຈາກພູແລ້ວ ປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງໄປ.2ເບິ່ງແມ, ມີຄົນຂີ້ທູດຜູ້ຫນຶ່ງເຂົ້າມາຂາບລົງທູນພຣະອົງວ່າ, “ນາຍເອີຍ, ຖ້າທ່ານພໍໃຈກໍອາດຈະເຮັດໃຫ້ຂ້ານ້ອຍດີສະອາດໄດ້.”3ພຣະເຢຊູຄຣິດເຈົ້າ ຈິ່ງຊົງຢຽດພຣະຫັດອອກຖືກຄົນນັ້ນແລະຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເສັຽ” ແລ້ວຄົນຜູ້ນັ້ນກໍດີພະຍາດຂີ້ທູດໂດຍທັນທີ.4ພຣະເຢຊູເຈົ້າຊົງກ່າວແກ່ຜູ້ນັ້ນວ່າ, “ຣະວັງຢ່າບອກໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂລຫິດ ແລະຖວາຍເຄື່ອງບູຊາຕາມໂມເຊໄດ້ສັ່ງໄວ້ ເພື່ອເປັນຫລັກຖານຕໍ່ເຂົາ.”5ມີນາຍຮ້ອຍທະຫານຜູ້ຫນຶ່ງມາອ້ອນວອນພຣະອົງ,6ທູນວ່າ, “ພຣະອົງເຈົ້າເອີຍ, ຄົນໃຊ້ຂອງຂ້ານ້ອຍນອນປວ່ຍຢູ່ທີ່ເຮືອນເຂົາເປັນເປັ້ຽແລະທົນທຸກເວດທະນາຫລາຍ.”7ພຣະເຢຊູເຈົ້າຊົງບອກກັບນາຍຮ້ອຍນັ້ນວ່າ, “ເຮົາຈະໄປຮັກສາໃຫ້ລາວຫາຍດີ.”8ນາຍຮ້ອຍທູນຕອບພຣະອົງວ່າ“ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້ານ້ອຍ, ຂໍທ່ານກ່າວເທົ່ານັ້ນຄົນໃຊ້ຂອງຂ້ານ້ອຍກໍຈະດີພະຍາດ.9ເຫດວ່າຂ້ານ້ອຍເປັນຄົນຢູ່ໃຕ້ວິໄນທະຫານ ແລະຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍອີກ, ຂ້ານ້ອຍສັ່ງແກ່ຄົນນັ້ນວ່າ ‘ໄປ’ ເຂົາກໍໄປ ແລະສັ່ງຄົນນີ້ວ່າ ‘ມາ’ ເຂົາກໍມາ ແລະບອກແກ່ຄົນໃຊ້ຂອງຂ້ານ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ເຂົາກໍເຮັດ.”10ເມື່ອພຣະເຢຊູເຈົ້າຊົງໄດ້ຍິນດັ່ງນັ້ນກໍປະຫລາດໃຈ, ແລະ ຊົງກ່າວກັບຄົນທັງຫລາຍທີ່ຕິດຕາມພຣະອົງມາວ່າ, “ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ເຮົາບໍ່ພົບຜູ້ໃດມີຄວາມເຊື່ອໃຫຍ່ທໍ່ນີ້ ໃນພວກອິສະຣາເອນເລີຍ.11ເຮົາບອກທ່ານທັງຫລາຍວ່າ ຈະມີຫລາຍຄົນຈາກທິດຕາເວັນອອກແລະທິດຕາເວັນຕົກ ແລ້ວພວກເຂົາຈະນັ່ງຮ່ວມໂຕະອາຫານກັບອັບຣາຮາມ, ອີຊາກ, ແລະຢາໂຄບໃນອານາຈັກສະຫວັນ.12ແຕ່ຝ່າຍຊາວອານາຈັກແຜ່ນດິນນັ້ນຈະຖືກຖິ້ມອອກໄປໃນທີ່ມືດພາຍນອກ ທີ່ນັ້ນຈະມີສຽງຮ້ອງໄຫ້ແລະຂົບແຂ້ວຢູ່.”13ພຣະເຢຊູເຈົ້າຊົງບອກແກ່ນາຍຮ້ອຍຜູ້ນັ້ນວ່າ, “ຈົ່ງກັບເມືອເຖີດ ເພາະທ່ານເຊື່ອ ກໍຈະສຳເລັດຕາມທີ່ທ່ານຂໍ” ແລ້ວຄົນໃຊ້ຜູ້ນັ້ນກໍໄດ້ດີເປັນປົກກະຕິໃນໂມງນັ້ນ.14ເມື່ອພຣະເຢຊູເຈົ້າໄດ້ສະເດັດເຂົ້າໄປໃນເຮືອນຂອງເປໂຕ ພຣະອົງເຫັນແມ່ເຖົ້າຂອງເປໂຕນອນເປັນໄຂ້ຢູ່.15ພຣະເຢຊູເຈົ້າຊົງຈັບມືນາງແລ້ວຄວາມໄຂ້ກໍຫາຍ. ຈາກນັ້ນນາງຈິ່ງລຸກຂຶ້ນບົວລະບັດພຣະອົງ.16ເມື່ອຄ່ຳມາ ຝູງປະຊາຊົນໄດ້ພາຄົນທີ່ມີຜີຮ້າຍສິງຢູ່ຫລາຍຄົນມາຫາພຣະອົງ. ພຣະອົງກໍຊົງຂັບໄລ່ຜີຮ້າຍເຫລົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະບັນດາຄົນເຈັບປ່ວຍທັງຫລາຍນັ້ນ ພຣະອົງກໍໄດ້ຊົງໂຜດໃຫ້ດີ.17ທັງນີ້ເພື່ອຈະໃຫ້ສຳເລັດຕາມທີ່ຊົງກ່າວໄວ້ໂດຍເອຊາຢາຜູ້ປະກາດພຣະທັມວ່າ, “ທ່ານໄດ້ແບກເອົາຄວາມເຈັບໄຂ້ ແລະຫອບເອົາພະຍາດຂອງເຮົາໄປ.”18ບັດນີ້ເມື່ອພຣະເຢຊູເຈົ້າຊົງເຫັນປະຊາຊົນຫລວງຫລາຍອ້ອມຮອບພຣະອົງຢູ່ ພຣະອົງກໍໄດ້ຊົງສັ່ງໃຫ້ຂ້ວາມໄປຟາກໜຶ່ງຂອງທະເລສາບຄາລີເລ.19ຈາກທີ່ນັ້ນ ມີນັກທັມຜູ້ຫນຶ່ງມາຫາພຣະເຢຊູເຈົ້າແລະເວົ້າວ່າ, “ອາຈານເອີຍ, ທ່ານຈະໄປທີ່ໃດ ຂ້ານ້ອຍຈະຕິດຕາມທ່ານໄປທີ່ນັ້ນ.”20ພຣະເຢຊູເຈົ້າຊົງຕອບວ່າ, “ຫມາຈິກຈອກກໍມີຮູ ແລະນົກປ່າກໍຍັງມີຮັງ ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ.”21ມີອີກຜູ້ຫນຶ່ງໃນພວກສິດຂອງພຣະເຢຊູເຈົ້າມາທູນພຣະອົງວ່າ, ພຣະອົງເຈົ້າເອີຍ, ຂໍໂຜດອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍເສັຽກ່ອນ.”22ແຕ່ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງຕິດຕາມເຮົາມາເສັຽ ແລະປະໃຫ້ຄົນຕາຍຝັງກັນເອງເທາະ.”23ເມື່ອພຣະເຢຊູເຈົ້າສະເດັດລົງເຮືອ ພວກສາວົກຂອງພຣະອົງກໍຕິດຕາມພຣະອົງໄປ.24ເບິ່ງແມ, ບັງເກີດມີພາຍຸລູກໃຫຍ່ເກີດທີ່ກາງທະເລ ຈົນເຮືອຖືກຄື້ນປະທະ ແຕ່ພຣະເຢຊູເຈົ້າຊົງບັນທົມຫລັບຢູ່.25ພວກສາວົກໄດ້ມາປຸກພຣະອົງທູນວ່າ, ພຣະອົງເຈົ້າເອີຍ, ຊ່ວຍພວກຂ້ານ້ອຍແດ່ທ້ອນ ເພາະພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.”26ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ໂອ ຄົນມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈິ່ງຢ້ານ?” ແລ້ວພຣະອົງຊົງລຸກຂຶ້ນຫ້າມລົມແລະຟອງນຳ້ໃຫ້ຢຸດ. ແລ້ວທຸກຢ່າງກໍສະຫງົບງຽບ.27ຄົນເຫລົ່ານັ້ນກໍພາກັນອັດສະຈັນໃຈ ແລະ ເວົ້າກັນວ່າ, “ທ່ານຜູ້ນີ້ເປັນໃຜນໍ ຈົນວ່າລົມ ແລະຟອງນ້ຳທະເລກໍຍອມຟັງເພິ່ນ?”28ເມື່ອພຣະເຢຊູເຈົ້າສະເດັດຂ້ວາມຟາກໄປເຖິງຟາກຫນຶ່ງ ແລະມາເຖິງເຂດແດນຄາດາຣາ, ມີສອງຄົນທີ່ມີຜີສິງຢູ່ອອກຈາກປ່າຊ້າມາພົບພຣະອົງ ແລະພວກເຂົາໂຫດຮ້າຍຫລາຍຈົນບໍ່ມີຜູ້ໃດອາດທຽວທາງນັ້ນໄດ້.29ເບິ່ງແມ, ພວກເຂົາຮ້ອງໃສ່ພຣະອົງທູນວ່າ, “ພຣະບຸດຂອງພຣະເຈົ້າເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ? ທ່ານມາທີ່ນີ້ເພື່ອຈະມາທໍຣະມານເຮົາກ່ອນເວລາກຳນົດຫລື?”30ໃນຂະນະນັ້ນ ມີຫມູຝູງໃຫຍ່ກຳລັງຫາກິນຢູ່ບໍລິເວນ ບໍ່ໄກຈາກພວກເຂົາ.31“ຖ້າທ່ານຂັບໄລ່ພວກຂ້ານອ້ຍອອກໄປຂໍໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງຫມູນັ້ນທ້ອນ.”32ພຣະເຢຊູເຈົ້າຊົງບອກຜີເຫລົ່ານັ້ນວ່າ, “ໄປ” ຜີເຫລົ່ານັ້ນກໍອອກໄປ ແລະເຂົ້າສິງຢູ່ໃນຝູງຫມູ ແລະເບິ່ງແມ, ຫມູທັງຝູງນັ້ນໄດ້ຟ້າວແລ່ນລົງຈາກຕາຫລິ່ງຊັນໂຕນໃສ່ທະເລຕາຍດິກນ້ຳຫມົດ.33ຝ່າຍຄົນລ້ຽງຫມູກໍພາກັນປົບຫນີ ແລະເມື່ອພວກເຂົາເຂົ້າໄປໃນເມືອງ ພວກເຂົາເລົ່າບັນດາເຫດການຊຶ່ງເປັນໄປນັ້ນ ກັບເຫດທີ່ເກີດຂຶ້ນແກ່ຄົນທີ່ມີຜີສິງຢູ່.34ເບິ່ງແມ, ຄົນທັງເມືອງກໍພາກັນອອກມາຫາພຣະເຢຊູເຈົ້າ. ເມື່ອພົບພຣະອົງແລ້ວ, ພວກເຂົາຈິ່ງອ້ອນວອນທູນຂໍໃຫ້ພຣະອົງອອກໄປເສັຽຈາກເຂດແດນຂອງພວກເຂົາ.
1ຝ່າຍພຣະເຢຊູເຈົ້າໄດ້ສະເດັດລົງເຮືອຂ້າມຟາກໄປຍັງເມືອງຂອງພຣະອົງ.2ເບິ່ງແມ, ເຂົາຫາມຄົນເປັ້ຽຜູ້ຫນຶ່ງຊຶ່ງນອນຢູ່ເທິງທີ່ນອນມາຫາພຣະອົງ. ເມື່ອພຣະເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາ ຈິ່ງຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີ້ນຜິດບາບຂອງເຈົ້າໄດ້ຮັບການອະພັຍແລ້ວ.”3ເບິ່ງແມ, ພວກທັມະຈານບາງຄົນເວົ້າກັນວ່າ, “ຜູ້ນີ້ກຳລັງເວົ້າຫມິ່ນປະຫມາດພຣະເຈົ້າ.”4ຝ່າຍພຣະເຢຊູເຈົ້າຊົງຮູ້ຄວາມຄຶດຂອງເຂົາຈິ່ງຊົງກ່າວວ່າ, “ຍ້ອນເຫດໃດທ່ານທັງຫລາຍຈິ່ງຄິດຄວາມຊົ່ວໃນໃຈ?5ທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບການອະພັຍແລ້ວ’ ຫລືຈະວ່າ ‘ຈົ່ງລຸກຂຶ້ນແລະຍ່າງໄປເຖີ້ນ’ ອັນໃດຈະງ່າຍກວ່າກັນ?6ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກທີ່ຈະໃຫ້ອະພັຍຄວາມຜິດບາບໄດ້...” ພຣະອົງຈິ່ງຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານສາ.”7ແລ້ວຄົນເປັ້ຽນັ້ນກໍລຸກຂຶ້ນເມືອເຮືອນຂອງຕົນ.8ເມື່ອປະຊາຊົນເຫັນດັ່ງນີ້ແລ້ວ ພວກເຂົາກໍປະຫລາດໃຈ ແລະຈິ່ງພາກັນສັນຣະເສີນພຣະເຈົ້າຜູ້ຊົງປຣະທານຣິດອຳນາດດັ່ງນັ້ນແກ່ມະນຸດ.9ຂະນະທີ່ພຣະເຢຊູເຈົ້າກຳລັງສະເດັດຈາກບ່ອນນັ້ນໄປ ພຣະອົງຊົງເຫັນຊາຍຜູ້ຫນຶ່ງຊື່ມັດທາຍນັ່ງຢູ່ດ່ານພາສີ ພຣະອົງຊົງກ່າວແກ່ຜູ້ນັ້ນວ່າ, “ຈົ່ງຕາມເຮົາມາ” ເພິ່ນກໍລຸກຂຶ້ນ ແລະຕາມພຣະອົງໄປ.10ເມື່ອພຣະເຢຊູເຈົ້າຮ່ວມຮັບປະທານອາຫານຄ່ຳຢູ່ໃນເຮືອນຂອງມັດທາຍ, ເບິ່ງແມ, ມີຄົນເກັບພາສີແລະຄົນນອກສິລະທັມຫລາຍຄົນເຂົ້າມານັ່ງ ຮ່ວມໂຕະກັບພຣະເຢຊູເຈົ້າແລະພວກສິດຂອງພຣະອົງ.11ເມື່ອພວກຟາຣີຊາຍເຫັນດັ່ງນັ້ນກໍພາກັນຖາມພວກສິດຂອງພຣະອົງວ່າ, “ເປັນຫຍັງອາຈານຂອງພວກເຈົ້າຈິ່ງຮັບປະທານອາຫານ ຮ່ວມກັບຄົນເກັບພາສີແລະຄົນນອກສິລະທັມເຫລົ່ານັ້ນ?”12ສ່ວນພຣະເຢຊູເຈົ້າ ເມື່ອຊົງໄດ້ຍິນດັ່ງນັ້ນແລ້ວຈິ່ງຊົງກ່າວວ່າ, “ຄົນທີ່ຮ່າງກາຍແຂງແຮງບໍ່ຕ້ອງການຫມໍ, ແຕ່ຄົນເຈັບກໍຕ້ອງການຫມໍ.13ທ່ານທັງຫລາຍຈົ່ງໄປຮຽນຂໍ້ນີ້ໃຫ້ເຂົ້າໃຈທີ່ວ່າ ‘ເຮົາປະສົງຄວາມເມດຕາແລະບໍ່ປະສົງເຄື່ອງບູຊາ’ ເພາະເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິລະທັມ ແຕ່ມາເອີ້ນເອົາຄົນນອກສິລະທັມ.”14“ເຫດໃດພວກຂ້ານ້ອຍແລະພວກຟາຣີຊາຍຈິ່ງຖືສິນອົດອາຫານຢູ່ເລື້ອຍ, ແຕ່ພວກສິດຂອງທ່ານບໍ່ຖື.”15ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຜູ້ທີ່ມາຮ່ວມງານແຕ່ງງານຈະຕ້ອງໂສກເສົ້າ ເມື່ອເຈົ້າບ່າວຍັງຢູ່ກັບເຂົາບໍ? ແຕ່ມື້ນັ້ນຈະມາເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ແລ້ວເມື່ອນັ້ນພວກເຂົາຈະຖືສິນອົດອາຫານ.16ບໍ່ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ, ເພາະຕ່ອນຜ້າໃຫມ່ທີ່ນຳມາຕາບຈະເຮັດເປັນຮອຍຂາດກວ້າງອອກຕື່ມອີກ.17ຫລືບໍ່ມີໃຜທີ່ເທເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດຢ່າງນັ້ນ, ຖົງຫນັງຈະຂາດແລະເຫລົ້າແວງຈະຮົ່ວອອກ, ແລະທັງຖົງຫນັງກໍຈະເສັຽໄປເຫມືອນກັນ, ແຕ່ເຂົາເອົາເຫລົ້າແວງໃຫມ່ໃສ່ໄວ້ໃນຖົງຫນັງໃຫມ່ ແລ້ວທັງສອງຢ່າງກໍຢູ່ດີດ້ວຍກັນ."18ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວຖ້ອຍຄຳເຫລົ່ານີ້ແກ່ເຂົາຢູ່, ເບິ່ງແມ, ມີເຈົ້ານາຍຢິວຜູ້ຫນຶ່ງໄດ້ມາຄຸເຂົ່າຂາບຕໍ່ຫນ້າພຣະອົງ ທູນວ່າ, “ລູກສາວຂອງຂ້ານ້ອຍຫາກໍສິ້ນໃຈຕາຍ ແຕ່ຂໍເຊີນທ່ານໄປວາງມືໃສ່ນາງດ້ວຍເຖີ້ນ ແລ້ວນາງຈະຄືນມີຊີວິດອີກ.”19ແລ້ວພຣະເຢຊູເຈົ້າຊົງລຸກຂຶ້ນສະເດັດຕາມນາຍຜູ້ນັ້ນໄປພ້ອມດ້ວຍພວກລູກສິດຂອງພຣະອົງ.20ໃນຂະນະນັ້ນ ມີຜູ້ຍິງຄົນຫນຶ່ງເປັນພະຍາດເລືອດຕົກໄດ້ສິບສອງປີມາແລ້ວ, ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າແລ້ວບາຍແຄມເຄື່ອງທົງຂອງພຣະອົງ.21ເພາະນາງຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍແຕ່ເສື້ອຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະຍາດ.”22ແລ້ວຊົງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈເຖີ້ນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ແລະທັນໃດນັ້ນນາງກໍດີປົກກະຕິ.23ເມື່ອພຣະເຢຊູເຈົ້າສະເດັດໄປເຖິງເຮືອນນາຍຜູ້ນັ້ນ ກໍຊົງເຫັນພວກຄົນເປົ່າປີ່ ແລະກັບຝູງຄົນອຶກກະທຶກກັນຢູ່.24ພຣະອົງຈິ່ງຊົງກ່າວແກ່ເຂົາວ່າ, “ຈົ່ງຖອຍອອກໄປເສັຽ, ເພາະວ່າສາວນ້ອຍຄົນນີ້ບໍ່ໄດ້ຕາຍດອກ, ແຕ່ຫລັບຢູ່ເທົ່ານັ້ນ.” ແຕ່ພວກເຂົາພາກັນຫົວຂວັນພຣະອົງ.25ເມື່ອຝູງຄົນໄດ້ຖືກຂັບໄລ່ອອກຫມົດແລ້ວ, ພຣະອົງໄດ້ສະເດັດເຂົ້າໄປໃນຫ້ອງ ແລະຈັບມືຂອງນາງ, ແລະນາງກໍລຸກຂຶ້ນ.26ຂ່າວກ່ຽວກັບເລື່ອງນີ້ກໍຊ່າລືໄປທົ່ວເຂດແດນນັ້ນ.27ຂະນະທີ່ພຣະເຢຊູເຈົ້າສະເດັດຈາກບ່ອນນັ້ນໄປ, ກໍມີຄົນຕາບອດສອງຄົນຕິດຕາມພຣະອົງ. ພວກເຂົາຮ້ອງຢູ່ຕະຫລອດທາງວ່າ, “ບຸດດາວິດເອີຍ, ໂຜດເມດຕາພວກຂ້ານ້ອຍແດ່ທ້ອນ!”28ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນເຮືອນແລ້ວ ຊາຍຕາບອດສອງຄົນນັ້ນກໍເຂົ້າມາຫາພຣະອົງ. ພຣະເຢຊູເຈົ້າຊົງຖາມເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາອາດຈະເຮັດການນີ້ໄດ້ຫລື?” ພວກເຂົາກໍຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເຊື່ອ.”29ຈາກນັ້ນພຣະເຢຊູເຈົ້າຊົງບາຍຕາຂອງເຂົາພ້ອມກັບຊົງກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງເຈົ້າ,”30ແລະຕາຂອງພວກເຂົາກໍເປີດອອກເຫັນຮຸ່ງ ແລ້ວພຣະເຢຊູເຈົ້າຊົງສັ່ງຫ້າມເຂົາຢ່າງແຂງແຮງວ່າ, “ຈົ່ງຣະວັງຢ່າໃຫ້ຜູ້ໃດຮູ້ເລື່ອງນີ້ເດັດຂາດ.”31ແຕ່ເມື່ອຊາຍທັງສອງຈາກໄປ ແລ້ວພວກເຂົາ ກໍປະກາດຂ່າວກ່ຽວກັບ ພຣະອົງໃຫ້ຊ່າລືໄປທົ່ວທັງຂົງເຂດນັ້ນ.32ໃນຂະນະທີ່ຊາຍທັງສອງກຳລັງອອກໄປ, ເບິ່ງແມ, ມີຜູ້ພາຄົນປາກກືກຜູ້ຫນຶ່ງທີ່ມີຜີສິງຢູ່ມາຫາພຣະເຢຊູເຈົ້າ.33ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວ ຄົນປາກກືກກໍປາກໄດ້. ຝູງຄົນທັງຫລາຍກໍອັດສະຈັນໃຈເວົ້າກັນວ່າ, “ສິ່ງນີ້ບໍ່ເຄີຍປະກົດເຫັນຈັກເທື່ອໃນຊາດອິສະຣາເອນ,”34ແຕ່ພວກຟາຣີຊາຍເວົ້າວ່າ, “ຄົນນີ້ຂັບໄລ່ຜີອອກໄດ້ດ້ວຍຣິດຂອງນາຍຜີຮ້າຍ.”35ພຣະເຢຊູເຈົ້າໄດ້ສະເດັດໄປທົ່ວທຸກເມືອງ ແລະທຸກບ້ານ. ພຣະອົງຊົງສັ່ງສອນໃນໂຮງທັມະສາລາຂອງພວກເຂົາ, ຊົງປະກາດຂ່າວປະເສີດຂອງອານາຈັກສະຫວັນ, ແລະ ຊົງໂຜດຮັກສາຄົນມີພະຍາດ ແລະ ຄວາມເຈັບໄຂ້ທຸກຢ່າງໃຫ້ດີຫມົດ.36ເມື່ອພຣະອົງຊົງເຫັນປະຊາຊົນຫລວງຫລາຍກໍຊົງສົງສານເຂົາ, ເພາະເຂົາຖືກລົບກວນແລະຂາດກຳລັງໃຈ. ພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ.37ພຣະອົງຊົງກ່າວແກ່ພວກລູກສິດຂອງພຣະອົງວ່າ, “ເຂົ້າທີ່ຈະກ່ຽວນັ້ນກໍຫລາຍແທ້ ແຕ່ຄົນງານມີຫນ້ອຍຢູ່.38ເພາະສັນນັ້ນ ພວກທ່ານຈົ່ງອ້ອນວອນຜູ້ເປັນເຈົ້າຂອງນາ ໃຫ້ຈ້າງຄົນງານມາໃນການເກັບກ່ຽວພືດຜົນຂອງຕົນເສັຽ.”
1ພຣະເຢຊູເຈົ້າຊົງເອີ້ນສາວົກສິບສອງຄົນຂອງພຣະອົງມາພ້ອມກັນ ແລະຊົງປຣະທານໃຫ້ເຂົາມີອຳນາດເຫນືອຜີຖ່ອຍຮ້າຍ, ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພະຍາດທັງຄວາມເຈັບໄຂ້ທຸກຢ່າງດີໄດ້.2ບັດນີ້ ພວກອັກຄະສາວົກສິບສອງຄົນມີຊື່ດັ່ງນີ້: ຜູ້ທຳອິດຊື່ ຊີໂມນທີ່ເອີ້ນວ່າເປໂຕ ກັບອັນເດອານ້ອງຊາຍຂອງລາວ, ຢາໂກໂບລູກເຊເບດາຍ ກັບໂຢຮັນນ້ອງຊາຍຂອງລາວ;3ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຜູ້ເກັບພາສີ. ຢາໂກໂບລູກອາລະຟາຍແລະທາດາຍ,4ຊີໂມນພັກຊາດນິຍົມ ແລະ ຢູດາອິສະກາຣີອົດ, ຜູ້ທີ່ທໍຣະຍົດຕໍ່ພຣະອົງ.5ພວກສິບສອງຄົນນີ້ພຣະເຢຊູເຈົ້າຊົງໃຊ້ໃຫ້ອອກໄປ ແລະຊົງສັ່ງເຂົາວ່າ, “ຢ່າໄດ້ເຂົ້າໄປໃນເມືອງຂອງພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງໃດຂອງຊາວຊາມາເຣັຽ.6ແຕ່ຈົ່ງໄປຫາຝູງແກະທີ່ເສັຽຄືຕະກູນອິສະຣາເອນ;7ໃນຂະນະທີ່ພວກທ່ານໄປຈົ່ງປະກາດວ່າ ‘ອານາຈັກສະຫວັນມາໃກ້ແລ້ວ.’8ຈົ່ງຮັກສາຄົນເຈັບໄຂ້ໃຫ້ດີ, ຄົນຕາຍແລ້ວຈົ່ງໃຫ້ເປັນຄືນມາ, ຄົນຂີ້ທູດຈົ່ງໃຫ້ດີສະອາດ, ແລະຈົ່ງຂັບໄລ່ຜີຮ້າຍອອກເສັຽ. ທ່ານທັງຫລາຍໄດ້ຮັບລ້າ ໆ ຈົ່ງໃຫ້ລ້າ ໆ.9ຢ່າເອົາເງິນ, ຫລືຄຳ, ຫລືທອງແດງໃສ່ໄວ້ໃນກະເປົາຂອງທ່ານ.10ຢ່ານຳຖົງສິ່ງຂອງໃດໆໄປ, ຢ່າເອົາເສື້ອສອງໂຕ, ຫລືເກີບ, ຫລືໄມ້ເທົ້າ, ເພາະວ່າຄົນງານກໍສົມຄວນຈະໄດ້ຮັບອາຫານຂອງຕົນ.11ເມື່ອພວກທ່ານເຂົ້າໄປໃນບ້ານໃດຫລືເມືອງໃດກໍຕາມ, ຈົ່ງເບິ່ງວ່າຜູ້ໃດເປັນຜູ້ເຫມາະສົມ ແລະໃຫ້ໄປອາໃສຢູ່ກັບຜູ້ນັ້ນຈົນກວ່າຈະອອກໄປ.12ຂະນະເມື່ອທ່ານເຂົ້າໄປເຮືອນໃດຈົ່ງຄຳນັບໄທເຮືອນນັ້ນ.13ຖ້າຄົວເຮືອນນັ້ນສົມຄວນຮັບພຣະພອນ ກໍໃຫ້ຄວາມສະຫງົບສຸກຂອງທ່ານຢູ່ກັບເຮືອນນັ້ນ ແຕ່ຖ້າຄົວເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ຄວາມສະຫງົບສຸກນັ້ນກັບຄືນມາສູ່ທ່ານອີກ.14ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານຫລືບໍ່ຟັງຄຳຂອງທ່ານ, ເມື່ອທ່ານອອກຈາກເຮືອນນັ້ນຫລືເມືອງນັ້ນ, ຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງທ່ານອອກເສັຽ.15ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນວັນພິພາກສາໂທດຂອງເມືອງໂຊໂດມ ແລະ ເມືອງໂກໂມຣາ ຈະເບົາກວ່າໂທດຂອງເມືອງນັ້ນ.16ເບິ່ງເເມ, ເຮົາໃຊ້ພວກທ່ານໄປເຫມືອນດັ່ງແກະຢູ່ທ່າມກາງຝູງຫມາໄນ, ສະນັ້ນຈົ່ງສະຫລາດເຫມືອນງູ ແລະ ອ່ອນສຸພາບເຫມືອນນົກເຂົາ.17ຣະວັງໃຫ້ດີ! ເພາະເຂົາຈະມອບທ່ານກັບສານສູງ ແລະ ພວກເຂົາຈະຂ້ຽນທ່ານໃນໂຮງທັມະເທສະຫນາຂອງເຂົາ.18ແລ້ວທ່ານຈະຖືກນຳຕົວໄປຫາເຈົ້າເມືອງ ແລະ ກະສັດເພາະເຫັນແກ່ເຮົາ, ເພື່ອໃຫ້ເປັນພະຍານແກ່ພວກເຂົາ ແລະ ແກ່ຄົນຕ່າງຊາດ.19ເມື່ອພວກເຂົາມອບທ່ານໄວ້ນັ້ນ, ຢ່າຄິດອຸກໃຈວ່າຈະເວົ້າຢ່າງໃດຫລືຈະກ່າວອັນໃດ, ເພາະໃນເວລານັ້ນເອງພຣະເຈົ້າຈະຊົງປຣະທານຄຳເວົ້າໃຫ້ແກ່ທ່ານ.20ເພາະບໍ່ແມ່ນພວກທ່ານເອງຈະເປັນຜູ້ກ່າວ ແຕ່ແມ່ນພຣະວິນຍານແຫ່ງພຣະບິດາເຈົ້າຂອງພວກທ່ານຊົງເປັນຜູ້ກ່າວຜ່ານທ່ານ.21ອ້າຍກັບນ້ອງຕ່າງຄົນກໍຈະມອບເຊິ່ງກັນແລະກັນໃຫ້ເຖີງແກ່ຄວາມຕາຍ, ແລະພໍ່ຈະມອບລູກ. ສ່ວນລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ.22ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາແຕ່ຜູ້ໃດທີ່ອົດທົນໄດ້ເຖິງທີ່ສຸດ, ຜູ້ນັ້ນຈະໄດ້ລອດພົ້ນ.23ເມື່ອເຂົາຂົ່ມເຫັງພວກທ່ານໃນເມືອງຫນຶ່ງ ຈົ່ງຫນີໄປຍັງເມືອງອື່ນ ເພາະເຮົາບອກພວກທ່ານຕາມຄວາມຈິງວ່າ ພວກທ່ານຈະບໍ່ໄປທົ່ວເມືອງຕ່າງໆທັງໝົດໃນຊາດອິສະຣາເອນ ກ່ອນທີ່ບຸດມະນຸດຈະມາ.24ລູກສິດບໍ່ຫ່ອນໃຫຍ່ກວ່າຄຣູ, ຫຼື ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.25ໃຫ້ສິດສະເຫມີກັບຄຣູ ແລະ ຂ້ອຍໃຊ້ສະເຫມີກັບນາຍຂອງຕົນກໍພໍດີແລ້ວ. ຖ້າເຂົາໄດ້ເອີ້ນເຈົ້າເຮືອນວ່າ ເບເອນເຊບູນ ເຂົາກໍຈະເອີ້ນໄທເຮືອນຫລາຍກວ່ານັ້ນອີກຫລາຍເທົ່າໃດນໍ!26ສະນັ້ນຈົ່ງຢ່າຢ້ານພວກເຂົາເພາະວ່າບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປີດເຜີຍ, ແລະສິ່ງລັບລີ້ທີ່ບໍ່ປະກົດໃຫ້ຮູ້.27ສິ່ງທີ່ເຮົາກ່າວແກ່ພວກທ່ານໃນທີ່ມືດ ພວກທ່ານຈົ່ງກ່າວໃນທີ່ແຈ້ງ, ແລະ ສິ່ງທີ່ພວກທ່ານໄດ້ຍິນຈາກສຽງຊິ່ມ ຈົ່ງປ່າວປະກາດເທິງຫລັງຄາເຮືອນ.28ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້ ແຕ່ຈົ່ງຢ້ານພຣະເຈົ້າຜູ້ຊົງຣິດທີ່ອາດໃຫ້ທັງຈິດວິນຍານແລະຮ່າງກາຍຈິບຫາຍໃນຫມໍ້ນະຣົກ.29ນົກກະຈອກສອງໂຕຖືກຂາຍລາຄາຫລຽນດຽວບໍ່ແມ່ນບໍ? ເຖິງປານນັ້ນ ນົກນັ້ນແມ່ນແຕ່ໂຕດຽວຈະຕົກລົງດິນກໍບໍ່ໄດ້ ຖ້າພຣະບິດາເຈົ້າຂອງທ່ານບໍ່ຊົງເຫັນຊອບ.30ແມ່ນແຕ່ຜົມເທິງຫົວຂອງເຈົ້າກໍຖືກນັບໄວ້ຫມົດທຸກ ເສັ້ນແລ້ວ.31ຢ່າຢ້ານເລີຍພວກທ່ານກໍປະເສີດກວ່ານົກຈອກ. ຫລວງຫລາຍ32ດັ່ງນັ້ນ ທຸກຄົນທີ່ຈະຮັບເຮົາຕໍ່ຫນ້າມະນຸດ ຝ່າຍເຮົາຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ.33ແຕ່ຜູ້ທີ່ປະຕິເສດເຮົາຕໍ່ຫນ້າມະນຸດ ຝ່າຍເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນເຫມືອນກັນ.34ຢ່າຄິດວ່າເຮົາມາເພື່ອຈະນຳຄວາມສະຫງົບສຸກມາສູ່ໂລກ ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້, ແຕ່ເຮົານຳດາບມາ.35ເພາະເຮົາມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ແລະລູກຍິງບໍ່ຖືກກັນກັບແມ່, ແລະລູກໃພ້ບໍ່ຖືກກັບແມ່ຍ່າຂອງຕົນ.36ຜູ້ທີ່ຢູ່ຮ່ວມເຮືອນດຽວກັນກໍຈະເປັນສັດຕຣູຕໍ່ກັນ.37ຜູ້ໃດທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ, ແລະຜູ້ໃດທີ່ຮັກລູກຊາຍ ແລະລູກຍິງຫຼາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ.38ຜູ້ໃດບໍ່ຮັບເອົາໄມ້ກາງແຂນຂອງຕົນຕິດຕາມເຮົາມາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ. ຜູ້ທີ່ຈະຮັກຊີວິດຂອງຕົນກໍຕ້ອງເສັຽຊີວິດນັ້ນ.39ແຕ່ຜູ້ທີ່ຍອມເສັຽຊີວິດຂອງຕົນ ເພາະເຫັນແກ່ພຣະນາມຂອງເຮົາ ກໍຈະໄດ້ພົບຊີວິດ.40ຜູ້ໃດທີ່ຮັບຕ້ອນພວກທ່ານກໍຮັບຕ້ອນເຮົາ, ແລະຜູ້ໃດທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະອົງຜູ້ຊົງໃຊ້ເຮົາມາ.41ແລະ ຜູ້ທີ່ຮັບຕ້ອນຄົນສິລະທັມເພາະເປັນຄົນສິລະທັມ ກໍຈະໄດ້ບຳເຫນັດເຫມືອນຄົນສິລະທັມ.42ຜູ້ໃດກໍຕາມທີ່ໃຫ້ກັບຜູ້ເລັກນ້ອຍຄົນໃດຄົນຫນຶ່ງໃນນີ້ ເຖິງຈະເປັນພຽງນ້ຳເຢັນຈອກດຽວໄດ້ດື່ມ ເພາະເຂົາເປັນລູກສິດ ເຮົາບອກຄວາມຈິງກັບທ່ານວ່າ ຜູ້ນັ້ນຈະບໍ່ຂາດບຳເຫນັດຂອງຕົນຈັກເທື່ອ.”
1ເມື່ອພຣະເຢຊູເຈົ້າຊົງສັ່ງພວກສາວົກສິບສອງຄົນຂອງຕົນແລ້ວ ພຣະອົງໄດ້ສະເດັດຈາກທີ່ນັ້ນໄປສັ່ງສອນແລະປ່າວປະກາດໃນເມືອງທັງຫລາຍຂອງພວກເຂົາ.2ໂຢຮັນບັບຕິສະໂຕໄດ້ຍິນຂ່າວກິດຈະການຂອງພຣະຄຣິດຂະນະທີ່ຈຳຈ່ອງໃນຄຸກ, ກໍໄດ້ໃຊ້ລູກສິດບາງຄົນໄປ3ແລະ ທູນຖາມພຣະອົງວ່າ. “ທ່ານເປັນຜູ້ທີ່ຈະມານັ້ນຫລື, ຫລືຈະຕ້ອງຄອງຖ້າຜູ້ອື່ນ?”4ຝ່າຍພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປແລະແຈ້ງແກ່ໂຢຮັນຕາມທີ່ທ່ານໄດ້ຍິນ ແລະ ໄດ້ເຫັນ.5ຄົນເປັນເປັ້ຽເປັນງ່ອຍກໍຍ່າງໄດ້, ຄົນຂີ້ທູດກໍດີສະອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ.6ຜູ້ໃດທີ່ບໍ່ສົງໄສເຮົາກໍເປັນສຸກ.7ຂະນະທີ່ສິດເຫລົ່ານັ້ນກຳລັງອອກໄປ, ພຣະເຢຊູເຈົ້າຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເລື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື?8ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນຸ່ມຫລື? ແທ້ຈິງແລ້ວ, ຄົນທີ່ນຸ່ງຫົ່ມເຄື່ອງລະອຽດອ່ອນນຸ່ມກໍຢູ່ໃນພຣະຣາຊະວັງຂອງກະສັດ.9ແລ້ວພວກທ່ານອອກໄປເບິ່ງຫຍັງ ໄປເບິ່ງຜູ້ປະກາດພຣະທັມຫລື? ແມ່ນແລ້ວ, ເຮົາບອກທ່ານທັງຫລາຍວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າຜູ້ປະກາດພຣະທັມອີກ.10‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ, ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນຫນ້າທ່ານ'.11ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນບັນດາຜູ້ທີ່ເກີດຈາກແມ່ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນບັບຕິສະໂຕ. ແຕ່ເຖິງຢ່າງນັ້ນ ຜູ້ນ້ອຍທີ່ສຸດໃນຣາຊະອານາຈັກສະຫວັນກໍໃຫຍ່ກວ່າໂຢຮັນອີກ.12ນັບຕັ້ງແຕ່ຄາວໂຢຮັນບັບຕິສະໂຕເຖິງທຸກວັນນີ້ ຣາຊະອານາຈັກສະຫວັນກໍເປັນທີ່ຍາດຊີງເອົາຢ່າງຮຸນແຮງ, ແລະຜູ້ທີ່ມີໃຈຮຸນແຮງກໍເປັນຜູ້ຍາດເອົາໄດ້.13ເພາະວ່າບັນດາຜູ້ປະກາດພຣະທັມ ແລະພຣະບັນຍັດໄດ້ທຳນວາຍມາຈົນເຖິງໂຢຮັນນີ້;14ແລະຖ້າທ່ານຢາກຈະຮັບໄວ້ນັ້ນກໍແມ່ນໂຢຮັນນີ້ແຫລະ ເປັນເອລີຢາທີ່ຈະມານັ້ນ.15ໃຜມີຫູຟັງກໍຈົ່ງຟັງເອົາເຖີ້ນ.16ເຮົາຄວນປຽບຄົນສະໄຫມນີ້ຄືກັບຜູ້ໃດ? ປຽບເຫມືອນກັບເດັກນ້ອຍນັ່ງຢູ່ກາງຕະຫລາດ17‘ເຮົາໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ, ເຮົາໄດ້ຮ້ອງໄຫ້ໄວ້ອາລັຍ ແຕ່ສູບໍ່ໄດ້ຮ້ອງໄຫ້.’18ເພາະວ່າໂຢຮັນໄດ້ມາເພິ່ນບໍ່ກິນຂະຫນົມປັງ ແລະບໍ່ດື່ມເຫລົ້າແວງ, ແລ້ວພວກເຂົາເວົ້າວ່າ ‘ຊາຍຄົນນີ້ມີຜີສິງຢູ່’.19ແລ້ວພວກເຂົາກໍເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນຫມູ່ຂອງຄົນເກັບພາສີແລະຄົນນອກສິນທັມ’ ແຕ່ສະຕິປັນຍາຂອງພຣະເຈົ້າກໍປະກົດວ່າ ຖືກຕ້ອງແລ້ວດ້ວຍຜົນແຫ່ງສະຕິປັນຍານັ້ນ.”20ຈາກນັ້ນພຣະເຢຊູເຈົ້າກໍຊົງເລີ້ມວ່າກ່າວເມືອງຕ່າງໆຄືບ່ອນທີ່ພຣະອົງໄດ້ຊົງກະທຳການອັດສະຈັນຫຼາຍຢ່າງແລ້ວນັ້ນ ເພາະພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາໃຈໃຫມ່.21“ວິບັດແກ່ເຈົ້າ, ເມືອງໂຂຣາຊິນ ວິບັດແກ່ເຈົ້າ, ເມືອງເບັດຊາອີດາເອີຍ ເພາະຖ້າການອັດສະຈັນທີ່ໄດ້ກະທຳໃນທ່າມກາງພວກເຈົ້ານັ້ນ ໄດ້ກະທຳໃນເມືອງຕີເຣ ແລະເມືອງຊີໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃຫມ່, ນຸ່ງຫົ່ມຜ້າຫຍາບນັ່ງເທິງຂີ້ເທົ່າແຕ່ດົນນານມາແລ້ວ.22ແຕ່ໃນວັນພິພາກສາ ໂທດຂອງເມືອງຕີເຣ ແລະເມືອງຊີໂດນກໍຈະເບົາກວ່າໂທດຂອງພວກເຈົ້າ.23ຝ່າຍເຈົ້າ, ເມືອງກາເປນາອູມເອີຍ ເຈົ້າຄິດວ່າຈະຖືກຍົກຂຶ້ນພຽງຟ້າສະຫວັນຫລື? ບໍ່ເລີຍ ເຈົ້າຈະຕ້ອງລົງໄປເຖິງແດນມໍຣະນາ. ເພາະຖ້າການອັດສະຈັນທີ່ໄດ້ກະທຳໃນທ່າມກາງເຈົ້ານັ້ນ ຖ້າໄດ້ກະທຳໃນເມືອງໂຊໂດມ ເມືອງນັ້ນຄົງໄດ້ຕັ້ງຢູ່ຈົນເຖິງທຸກວັນນີ້.24ແຕ່ເຮົາບອກເຈົ້າວ່າໃນວັນພິພາກສາ ໂທດຂອງເມືອງໂຊໂດມຈະເບົາກວ່າໂທດຂອງເຈົ້າ.”25ໃນເວລານັ້ນພຣະເຢຊູເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະບິດາເຈົ້າຜູ້ເປັນເຈົ້າສະຫວັນແລະແຜ່ນດິນໂລກ ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງຊົງປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ທີ່ເຂົ້າໃຈ, ແຕ່ຊົງສະແດງໃຫ້ເເກ່ຜູ້ທີ່ບໍ່ໄດ້ຮຽນຮູ້.26ແມ່ນແລ້ວ, ພຣະບິດາເຈົ້າເອີຍ, ພຣະອົງຊົງເຫັນຊອບດັ່ງນັ້ນ.27ພຣະບິດາເຈົ້າໄດ້ມອບສິ່ງສາຣະພັດໃຫ້ແກ່ເຮົາ. ແລະບໍ່ມີຜູ້ໃດຮູ້ຈັກພຣະບິດາເຈົ້ານອກຈາກພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສຳແດງໃຫ້ຮູ້.28ຈົ່ງມາຫາເຮົາ, ບັນດາຜູ້ທີ່ເຮັດການຫນັກຫນ່ວງແລະແບກພາລະຫນັກ ແລ້ວເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ.29ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບແລະຖ່ອມລົງ ແລ້ວຈິດໃຈຂອງທ່ານຈະໄດ້ພົບຄວາມສະຫງົບ.30ດ້ວຍວ່າແອກຂອງເຮົາກໍພໍເຫມາະ ແລະ ພາລະຂອງເຮົາກໍເບົາ."
1ໃນເວລານັ້ນ ພຣະເຢຊູເຈົ້າໄດ້ສະເດັດຜ່ານທົ່ງນາໄປໃນວັນສະບາໂຕ ສ່ວນພວກສິດຂອງພຣະອົງກໍຫີວເຂົ້າ ຈິ່ງຕັ້ງຕົ້ນເດັດເອົາຮວງເຂົ້າມາແກະກິນ.2ແຕ່ເມື່ອພວກຟາຣີຊາຍເຫັນດັ່ງນັ້ນ ຈິ່ງທູນພຣະອົງວ່າ, “ເບິ່ງແມ, ພວກສິດຂອງທ່ານເຮັດຜິດຕໍ່ກົດຂອງວັນສະບາໂຕ.”3ແຕ່ພຣະເຢຊູເຈົ້າຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຫລື ຕອນທີ່ດາວິດ ແລະ ພັກພວກອຶດຫິວນັ້ນ?4ດາວິດໄດ້ເຂົ້າໄປໃນພຣະວິຫານທີ່ສະຖິດຂອງພຣະເຈົ້າ ແລະ ໄດ້ກິນເຂົ້າຈີ່ທີ່ຕັ້ງຖວາຍແກ່ພຣະເຈົ້າ ຊຶ່ງທ່ານແລະພັກພວກບໍ່ມີສິດຈະກິນເຂົ້າຈີ່ນັ້ນເຊິ່ງມີແຕ່ປະໂລຫິດພວກດຽວທີ່ສາມາດກິນເຂົ້າຈີ່ນັ້ນ5ແລ້ວພວກທ່ານບໍ່ໄດ້ອ່ານໃນພຣະບັນຍັດຫລືທີ່ວ່າ ທຸກວັນສະບາໂຕພວກປະໂລຫິດເຄີຍລະເມີດຕໍ່ກົດວັນສະບາໂຕແຕ່ບໍ່ມີຄວາມຜິດ?6ແຕ່ເຮົາບອກພວກທ່ານວ່າ ຜູ້ທີ່ຍິ່ງໃຫຍ່ກວ່າພຣະວິຫານກໍຢູ່ທີ່ນີ້ແລ້ວ.7ຖ້າພວກທ່ານໄດ້ເຂົ້າໃຈຄວາມຫມາຍຂອງພຣະຄັມພີທີ່ວ່າ, ‘ເຮົາປະສົງຄວາມເມດຕາບໍ່ປະສົງເຄື່ອງບູຊາ,’ ທ່ານກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ;8ເພາະບຸດມະນຸດຄືອົງພຣະຜູ້ເປັນເຈົ້າຂອງວັນສະບາໂຕ.”9ຈາກນັ້ນພຣະເຢຊູເຈົ້າໄດ້ສະເດັດອອກຈາກທີ່ນັ້ນແລະເຂົ້າໄປໃນໂຮງທັມະສາລາຂອງພວກເຂົາ.10ເບິ່ງແມ, ຢູ່ທີ່ນັ້ນມິຄົນມືລີບເບື້ອງຫນຶ່ງຄົນຢາກຫາຂໍ້ຟ້ອງພຣະເຢຊູເຈົ້າ ດັ່ງນັ້ນເຂົາຈິ່ງທູນພຣະອົງວ່າ, “ຄວນຫລືຈະເຮັດໃຫ້ດີພະຍາດໃນວັນສະບາໂຕ?”11ພຣະເຢຊູຊົງຕອບເຂົາວ່າ, “ມີຜູ້ໃດໃນພວກທ່ານ ຖ້າມີແກະໂຕດຽວ ແລະແກະໂຕນັ້ນຕົກຂຸມໃນວັນສະບາໂຕ ແລ້ວຜູ້ນັ້ນຈະບໍ່ພະຍາຍາມດຶງມັນຂຶ້ນມາຈາກຂຸມຫລື?12ດ້ວຍເຫດນັ້ນ ຈິ່ງອະນຸຍາດໃຫ້ເຮັດການດີໃນວັນສະບາໂຕ ໂດຍຖືວ່າຖືກຕ້ອງຕາມກົດບັນຍັດ.”13ແລ້ວພຣະອົງຊົງບອກຄົນມືລີບວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ຄົນນັ້ນກໍຢຽດມືອອກ ແລ້ວມືນັ້ນກໍດີປົກກະຕິເຫມືອນມືອີກເບື້ອງຫນຶ່ງ.14ຝ່າຍພວກຟາຣີຊາຍຈິ່ງອອກໄປປຶກສາກັນເຖິງເລື່ອງພຣະອົງວ່າ ຈະເຮັດຢ່າງໃດຈິ່ງຈະຂ້າພຣະອົງໄດ້.15ເມື່ອພຣະເຢຊູເຈົ້າຊົງຮູ້ເລື່ອງນີ້ ພຣະອົງຊົງສະເດັດອອກໄປຈາກທີ່ນັ້ນ. ປະຊາຊົນຫລວງຫລາຍກໍຕິດຕາມພຣະອົງໄປ, ພຣະອົງກໍຊົງໂຜດໃຫ້ເຂົາດີພະຍາດທຸກຄົນ.16ພຣະອົງໄດ້ສັ່ງຫ້າມພວກເຂົາຢ່າງເດັດຂາດບໍ່ໃຫ້ບອກເລື່ອງກ່ຽວກັບ ພຣະອົງສູ່ຜູ້ໃດຟັງ,17ກໍເພື່ອຈະໃຫ້ສຳເລັດຕາມຖ້ອຍຄຳ ຂອງຜູ້ທຳນວາຍ ເອຊາຢາໄດ້ກ່າວໄວ້ວ່າ,18“ນີ້ແມ່ນ, ຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກແລະຊອບໃຈຂອງເຮົາ. ເຮົາຈະເອົາວິນຍານຂອງເຮົາໃສ່ໄວ້ເທິງເພິ່ນ. ເພື່ອຈະປະກາດຄວາມຍຸຕິທັມແກ່ບັນດາຄົນຕ່າງຊາດ.19ເພິ່ນຈະບໍ່ກໍ່ການວິວາດຜິດຖຽງແລະບໍ່ຮ້ອງສຽງດັງ; ບໍ່ມີໃຜຈະໄດ້ຍິນສຽງຂອງເພິ່ນຕາມຖະຫນົນ;20ທ່ານຈະບໍ່ຫັກຕົ້ນອໍ້ທີ່ບວບຊໍ້າ ເພິ່ນຈະບໍ່ຫັກໃສ້ຕະກຽງເປັນຄວັນ ຈວນຈະມອດເພິ່ນຈະບໍ່ມອດ ຈົນກວ່າເພິ່ນຈະໄດ້ນຳຄວາມຍຸຕິທັມໃຫ້ມີຊັຍຊະນະ.21ໃນນາມຂອງເພິ່ນບັນດາປະຊາຊາດຈະມີຄວາມຫວັງ.22ເມື່ອນັ້ນເຂົາໄດ້ພາຄົນຕາບອດແລະປາກກືກ ພ້ອມກັບຜູ້ຫນຶ່ງທີ່ມີຜີຮ້າຍເຂົ້າສິງຢູ່ ມາຫາພຣະເຢຊູເຈົ້າ. ພຣະອົງຊົງໂຜດໃຫ້ ຊາຍຄົນນັ້ນດີປົກກະຕິ, ແລະຜົນຄືຊາຍຄົນປາກກືກສາມາດເວົ້າໄດ້ ແລະ ເບິ່ງເຫັນໄດ້.23“ຄົນນີ້ເປັນເຊື້ອສາຍຂອງກະສັດດາວິດບໍ່ແມ່ນຫລື?”24ເມື່ອໄດ້ຍິນດັ່ງນັ້ນກໍເວົ້າກັນວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດເບເອນເຊບູນຄືນາຍຜີນັ້ນ.”25ແຕ່ພຣະເຢຊູຊົງຮູ້ຄວາມຄິດຂອງເຂົາຈິ່ງຊົງກ່າວແກ່ເຂົາວ່າ, “ອານາຈັກໃດ ທີ່ແບ່ງແຍກກັນເອງ ແລ້ວກໍຄົງຈິບຫາຍ, ແລະທຸກເມືອງໃດຫລືເຮືອນໃດ ທີ່ແບ່ງແຍກກັນເອງແລ້ວຈະຕັ້ງຫມັ້ນຢູ່ບໍ່ໄດ້.26ຖ້າຊາຕານຂັບໄລ່ຊາຕານອອກເອງ ມັນກໍແຕກແຍກກັນໃນຕົວມັນເອງ ແລ້ວອານາຈັກຂອງມັນຈະຕັ້ງຫມັ້ນໄດ້ຢ່າງໃດ?27ແລະຖ້າເຮົາຂັບໄລ່ຜີອອກດ້ວຍອຳນາດເບເອນເຊບູນ ພວກລູກຫລານຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ.28ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະວິນຍານຂອງພຣະເຈົ້າເຊັ່ນນີ້ຣາຊະອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານ.29ແລ້ວບໍ່ມີໃຜຈະເຂົ້າໄປປຸ້ນເອົາຊັບໃນເຮືອນຂອງຄົນແຂງແຮງໄດ້ເວັ້ນໄວ້ແຕ່ຈະມັດຄົນແຂງແຮງນັ້ນໄວ້ເສັຽກ່ອນ? ແລ້ວເຈິ່ງປຸ້ນເອົາຊັບໃນເຮືອນຂອງເພິ່ນໄດ້.30ຜູ້ທີ່ບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ກັບເຮົາແລະຜູ້ທີ່ບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.31ດ້ວຍເຫດນີ້ເຮົາບອກພວກທ່ານວ່າ, ຄວາມຜິດບາບແລະຄວາມຫມິ່ນປະຫມາດທຸກຢ່າງຈະຊົງໂຜດອະພັຍໃຫ້ມະນຸດໄດ້, ແຕ່ຄຳຫມິ່ນປະຫມາດພຣະວິນຍານຈະຊົງໂຜດອະພັຍໃຫ້ບໍ່ໄດ້.32ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ບຸດມະນຸດ ກໍຍັງຊົງໂຜດໃຫ້ອະພັຍແກ່ຜູ້ນັ້ນໄດ້ ແຕ່ຜູ້ໃດທີ່ເວົ້າຄຳຂັດຂວາງຕໍ່ພຣະວິນຍານບໍຣິສຸດເຈົ້າ, ກໍຈະບໍ່ໂຜດອະພັຍໃຫ້ແກ່ຜູ້ນັ້ນ ທັງໃນໂລກນີ້ແລະໃນໂລກທີ່ຈະມາເຖິງ.33ຫາກເປັນຕົ້ນໄມ້ດີ ຜົນມັນຈິ່ງດີ, ຫລື ຖ້າຕົ້ນໄມ້ບໍ່ດີ ຜົນມັນກໍບໍ່ດີ ເພາະວ່າຈະໄດ້ຮູ້ຈັກຕົ້ນໄມ້ດ້ວຍຫມາກຜົນຂອງມັນ.34ພວກຊາດງູຮ້າຍເອີຍ, ເນື່ອງຈາກພວກຜູ້ຊົ່ວແລ້ວຈະເວົ້າຄວາມດີໄດ້ຢ່າງໃດ? ດ້ວຍວ່າໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າຕາມສິ່ງນັ້ນ.35ຄົນດີກໍເອົາສິ່ງທີ່ດີອອກມາຈາກຄັງແຫ່ງຄວາມດີ ເພາະໃຈຂອງເຂົາກໍເກີດຜົນທີ່ດີ, ແລະ ຄົນຊົ່ວນັ້ນ ກໍເອົາສິ່ງທີ່ຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ ດ້ວຍໃຈຂອງລາວກໍມີແຕ່ສິ່ງທີ່ຊົ່ວຮ້າຍ.36ເຮົາບອກພວກທ່ານວ່າໃນວັນພິພາກສາ ມະນຸດຈະຕ້ອງໃຫ້ການເພາະຖ້ອຍຄຳເປົ່າປະໂຫຍດທຸກຄຳທີ່ພວກເຂົາເວົ້າອອກໄປ.37ເພາະດ້ວຍຖ້ອຍຄຳຂອງທ່ານ ທີ່ທ່ານຈະຖືກຕັດສິນ, ແລະ ທ່ານຈະຕ້ອງຖືກກ່າວໂທດ ກໍດ້ວຍຖ້ອຍຄຳຂອງຕົນເອງ.”38ຈາກນັ້ນມີບາງຄົນໃນພວກນັກທັມແລະພວກຟາຣີຊາຍສວນຕອບພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍຢາກເຫັນຫມາຍສຳຄັນຈາກທ່ານ.”39“ຄົນສະໄຫມຄວາມຊົ່ວແລະລ່ວງປະເວນີ ມັກສະແຫວງຫາຫມາຍສຳຄັນໃດທີ່ຈະໃຫ້ແກ່ເຂົາ ເວັ້ນແຕ່ຫມາຍສຳຄັນຂອງໂຢນາຜູ້ປະກາດພຣະທັມ.40ເພາະໂຢນາໄດ້ຢູ່ໃນທ້ອງປາໃຫຍ່ເປັນເວລາສາມວັນສາມຄືນສັນໃດ ບຸດມະນຸດຈະຢູ່ໃນພື້ນຂອງແຜ່ນດິນໂລກສາມວັນສາມຄືນສັນນັ້ນ.41ຊາວເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາ ພ້ອມກັບຄົນສະໄຫມນີ້ແລະຈະກ່າວໂທດໃສ່ເຂົາ. ເພາະພວກຊາວເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະຄຳປະກາດຂອງໂຢນາ, ແລະ ເບິ່ງແມ, ທີ່ນີ້ຍັງມີຜູ້ຫນຶ່ງ, ທີ່ຍິ່ງໃຫຍ່ກວ່າໂຢນາ.42ຣາຊີນີຝ່າຍທິດໃຕ້ຈະລຸກຂຶ້ນໃນວັນພິພາກສາພ້ອມກັບຄົນຈາກຍຸກນີ້ ແລະກ່າວໂທດໃສ່ພວກເຂົາ. ເພາະນາງໄດ້ສະເດັດມາແຕ່ທີ່ສຸດໂລກເພື່ອຈະຊົງຟັງພຣະສະຕິປັນຍາຂອງກະສັດໂຊໂລໂມນ, ແລະເບິ່ງແມ, ຊຶ່ງໃຫຍ່ກວ່າກະສັດໂຊໂລໂມນກໍມີຢູ່ທີ່ນີ້ແລ້ວ.43ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນດານນ້ຳ ແລະສະແຫວງຫາບ່ອນເຊົາເມື່ອຍ ແຕ່ມັນບໍ່ພົບ.44ແລ້ວມັນເວົ້າວ່າ ‘ເຮົາຈະຕ່າວຄືນໄປຍັງເຮືອນທີ່ເຮົາໄດ້ອອກມານັ້ນ.’ ເມື່ອມັນມາເຖິງກໍເຫັນວ່າເຮືອນນັ້ນເປົ່າຫວ່າງກວາດກ້ຽງ ແລະຕົບແຕ່ງໄວ້ແລ້ວຢ່າງດີ.45ແລ້ວມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລະພວກມັນທັງຫມົດກໍເຂົ້າໄປອາໃສຢູ່ທີ່ນັ້ນ ແລະສະພາບບັ້ນປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ. ຄົນສະໄຫມຊົ່ວນີ້ກໍຈະເປັນຢ່າງນັ້ນແຫລະ.”46ຂະນະທີ່ພຣະເຢຊູເຈົ້າກຳລັງຊົງກ່າວກັບປະຊາຊົນຢູ່ນັ້ນ, ເບິ່ງແມ, ມານດາກັບພວກນ້ອງຊາຍຂອງພຣະອົງກໍຢືນຢູ່ຂ້າງນອກ, ຫາໂອກາດຈະເວົ້າກັບພຣະອົງ. ມີຄົນຫນຶ່ງທູນພຣະອົງວ່າ,47“ເບິ່ງແມ, ມານດາກັບພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຫາໂອກາດຈະເວົ້າກັບທ່ານ.”48ແຕ່ພຣະອົງຊົງກ່າວກັບຜູ້ທີ່ມາທູນນັ້ນວ່າ “ໃຜເປັນມານດາແລະໃຜເປັນນ້ອງຊາຍຂອງເຮົາ.”49ແລະຊົງກ່າວວ່າ, “ນີ້ແຫລະ, ຄືມານດາແລະນ້ອງຊາຍຂອງເຮົາ.50ເພາະຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນ, ຜູ້ນັ້ນແຫລະເປັນນ້ອງຊາຍ, ເປັນນ້ອງສາວ, ແລະເປັນມານດາຂອງເຮົາ.”
1ໃນວັນນັ້ນພຣະເຢຊູເຈົ້າໄດ້ສະເດັດອອກຈາກເຮືອນໄປປະທັບຢູ່ແຄມຝັ່ງ ທະເລ.2ປະຊາຊົນຢ່າງຫລວງຫລາຍ ໄດ້ມາເຕົ້າໂຮມກັນອ້ອມພຣະອົງຈົນພຣະອົງຕ້ອງ ຂຶ້ນຂີ່ເຮືອ ແລະ ປ່ອຍໃຫ້ປະຊາຊົນຢືນຢູ່ທີ່ແຄມຝັ່ງ.3ແລ້ວພຣະເຢຊູຊົງກ່າວກັບເຂົາຫລາຍປະການເປັນຄຳອຸປະມາ ພຣະອົງກ່າວວ່າ, “ເບິ່ງແມ, ມີຄົນຫນຶ່ງອອກໄປຫວ່ານພືດ.4ເມື່ອກຳລັງຫວ່ານຢູ່ນັ້ນບາງເມັດກໍຕົກຕາມທາງ, ແລະ ນົກກໍມາກິນເສັຽ.5ບາງເມັດກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍ, ຈິ່ງງອກຂຶ້ນໂລດເພາະດິນບໍ່ເລິກ.6ແຕ່ເມື່ອຕາເວັນຂຶ້ນມາກໍແຫ້ມ ເພາະບໍ່ມີຮາກ, ແລະ ພວກມັນຈິ່ງຄ່ອຍໆຫ່ຽວແຫ້ງໄປ.7ບາງເມັດອື່ນກໍຕົກກາງພຸ່ມຫນາມ ໆ ກໍປົ່ງຂຶ້ນຫຸ້ມຮັດເສັຽ.8ບາງເມັດກໍຕົກໃສ່ດິນດີແລ້ວກໍເກີດຜົນເມັດຫນຶ່ງຮ້ອຍຕໍ່, ເມັດຫນຶ່ງຫົກສິບຕໍ່, ເມັດຫນຶ່ງສາມສິບຕໍ່.9ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”10ພວກສາວົກຈິ່ງມາ ແລະ ທູນກັບພຣະອົງວ່າ, “ເຫດສັນໃດທ່ານຈິ່ງກ່າວກັບເຂົາເປັນຄຳອຸປະມາ?”11ພຣະເຢຊູຊົງຕອບເຂົາວ່າ, “ທ່ານທັງຫຼາຍໄດ້ຮັບສິດທິພິເສດທີ່ຈະເຂົ້າໃຈເຖິງຂໍ້ຄວາມເລິກລັບເລື່ອງຣາຊະອານາຈັກສະຫວັນ, ແຕ່ຄົນເຫລົ່ານັ້ນບໍ່ຊົງໂຜດໃຫ້ຮູ້.12ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກ, ແຕ່ຜູ້ນັ້ນຈະມີບໍຣິບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ກໍຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ.13ດ້ວຍເຫດນີ້, ເຮົາຈິ່ງກ່າວແກ່ເຂົາເປັນຄຳອຸປະມາ: ເພາະເມື່ອເຂົາເບິ່ງກໍບໍ່ໄດ້ເຫັນ; ເມື່ອເຂົາຟັງກໍບໍ່ໄດ້ຍິນ, ຫລື ບໍ່ເຂົ້າໃຈ.14ຄຳທຳນວາຍຂອງເອຊາຢາກໍຖືກຕ້ອງກັບເຂົາ ຄືຄຳທີ່ວ່າ, ‘ເຈົ້າທັງຫລາຍຈະໄດ້ຍິນ, ແຕ່ຈະບໍ່ເຂົ້າໃຈຈັກເທື່ອ; ເມື່ອເບິ່ງເຈົ້າກໍຈະເຫັນ, ແຕ່ທ່ານຈະບໍ່ໄດ້ສັງເກດຈັກເທື່ອ.15ເພາະຫົວໃຈຂອງປະຊາຊົນນີ້ກໍດ້ານຊາ, ຫູກໍຫນັກ, ຕາຂອງເຂົາກໍຫລັບເສັຽ, ດັ່ງນັ້ນ ພວກເຂົາຈະເບິ່ງບໍ່ເຫັນດ້ວຍຕາຕົນເອງ, ຫລືໄດ້ຍິນດ້ວຍຫູ ຫລືຮູ້ດ້ວຍໃຈຂອງພວກເຂົາ, ບໍ່ດັ່ງນັ້ນແລ້ວພວກເຂົາຈະຕ່າວກັບມາ ແລະ ເຮົາຈະຊົງໂຜດຮັກສາໃຫ້ເຂົາດີ’.16ແຕ່ດວງຕາຂອງພວກທ່ານກໍເປັນພອນ, ເພາະໄດ້ເຫັນ ແລະ ຫູຂອງພວກທ່ານກໍໄດ້ຮັບພຣະພອນ ພວກທ່ານໄດ້ຍິນ.17ເຮົາບອກຄວາມຈິງກັບພວກທ່ານວ່າ ບັນດາຜູ້ປະກາດພຣະທັມ ແລະ ບັນດາຜູ້ມີສິລະທັມຫລາຍຄົນ ປຣາຖນາຢາກເຫັນ, ຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ. ພວກເຂົາປຣາຖະນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ, ແຕ່ບໍ່ໄດ້ຍິນ.18ຈົ່ງຟັງຄຳອຸປະມາເລື່ອງຜູ້ຫວ່ານພືດນັ້ນ.19ເມື່ອຜູ້ໃດກໍຕາມໄດ້ຍິນພຣະທັມເລື່ອງຣາຊະອານາຈັກນັ້ນ ແຕ່ບໍ່ເຂົ້າໃຈໃນພຣະທັມນັ້ນ, ມານຮ້າຍມາ ແລະ ຍາດເອົາພຣະທັມທີ່ຫວ່ານໃສ່ໃນໃຈຄົນນັ້ນໄປເສັຽ. ນີ້ຄືເມັດພັນທີ່ຫວ່ານຕົກລົງຕາມແຄມທາງ.20ເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້ແກ່ຄົນທີ່ໄດ້ຍິນພຣະທັມ ແລ້ວກໍຮັບເອົາທັນທີດ້ວຍຄວາມຍິນດີ.21ແຕ່ບໍ່ມີຮາກໃນຕົວເອງ ແລະ ເຂົາຈິ່ງທົນຢູ່ຊົ່ວຄາວ ເມື່ອເກີດຄວາມຍາກລຳບາກ ຫລື ການຂົ່ມເຫັງເພາະພຣະທັມນັ້ນ ຕົນກໍສະດຸດທໍ້ຖອຍໃຈເສັຽທັນທີ.22ເມັດທີ່ຫວ່ານຕົກກາງພຸ່ມຫນາມ, ໄດ້ແກ່ບຸກຄົນທີ່ໄດ້ຍິນພຣະທັມ ແຕ່ຍັງກັງວົນຕໍ່ຊີວິດໃນໂລກນີ້ ແລະ ຄວາມຫລອກລວງໃນຊັບສົມບັດ ໄດ້ຫຸ້ມຮັດພຣະທັມນັ້ນເສັຽ ແລະ ເຂົາຈິ່ງບໍ່ເກີດຜົນ.23ໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມ ແລະ ເຂົ້າໃຈ. ຜູ້ນັ້ນກໍເກີດຜົນ ແລະ ພັດທະນາຂຶ້ນ, ບາງຄົນເກີດຜົນຮ້ອຍຕໍ່, ຫົກສິບຕໍ່, ແລະ ສາມສິບຕໍ່.”24ພຣະເຢຊູເຈົ້າຊົງກ່າວຄຳອຸປະມາອີກເລື່ອງຫນຶ່ງໃຫ້ເຂົາທັງຫລາຍຟັງວ່າ, “ຣາຊະອານາຈັກສະຫວັນ ປຽບເຫມືອນຊາຍຜູ້ຫນຶ່ງທີ່ຫວ່ານພືດເມັດດີໃນນາຂອງຕົນ.25ແຕ່ເມື່ອຄົນທັງຫລາຍກຳລັງນອນຫລັບຢູ່ ສັດຕຣູຂອງຜູ້ນັ້ນມາຫວ່ານເຂົ້ານົກໃສ່ທ່າມກາງເຂົ້າດີ ແລ້ວກໍຫນີຈາກໄປເສັຽ.26ເມື່ອຕົ້ນເຂົ້າງອກອອກດອກເປັນຮວງແລ້ວ ເຂົ້ານົກກໍປະກົດຂຶ້ນເຫມືອນກັນ.27ພວກຂ້ອຍໃຊ້ຂອງເຈົ້າເຮືອນມາແຈ້ງຄວາມແກ່ນາຍວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນບໍ? ເພາະເຫດໃດຈິ່ງມີເຂົ້ານົກເກີດຂຶ້ນ?’28ຝ່າຍນາຍຈິ່ງຕອບວ່າ ‘ສັດຕຣູໄດ້ກະທຳສິ່ງນີ້’ ພວກຂ້ອຍໃຊ້ຈິ່ງຖາມນາຍວ່າ ‘ທ່ານຢາກໃຫ້ຫມູ່ຂ້ານ້ອຍໄປຫລົກເຂົ້ານົກນັ້ນອອກຫລືບໍ່?’29ນາຍຈິ່ງຕອບວ່າ ‘ບໍ່ຕ້ອງ. ເພາະເມື່ອພວກເຈົ້າຫລົກເຂົ້ານົກນັ້ນຢ້ານຈະຫລົກເຂົ້າດີດ້ວຍ.30ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງຣະດູເກັບກ່ຽວ ໃນເວລາເກັບກ່ຽວນັ້ນເຮົາຈະສັ່ງພວກກ່ຽວວ່າ, ຈົ່ງກ່ຽວເຂົ້ານົກກ່ອນ, ມັດເປັນຟ່ອນເຜົາໄຟເສັຽ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າຂອງເຮົາ’.”31ຈາກນັ້ນພຣະເຢຊູເຈົ້າຊົງກ່າວຄຳອຸປະມາອີກເລື່ອງຫນຶ່ງໃຫ້ເຂົາຟັງວ່າ, “ຣາຊະອານາຈັກສະຫວັນປຽບເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນຜູ້ຫນຶ່ງນຳເອົາໄປຫວ່ານໃນສວນຂອງຕົນ.32ເມັດນັ້ນນ້ອຍກວ່າເມັດທັງປວງ. ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນໃນສວນ, ກາຍເປັນຕົ້ນໄມ້ຈົນວ່ານົກປ່າໄດ້ມາເຮັດຮັງອາໃສຢູ່ຕາມກິ່ງກ້ານມັນທັງຫລາຍ.”33ພຣະເຢຊູເຈົ້າຊົງກ່າວຄຳອຸປະມາອີກເລື່ອງຫນຶ່ງໃຫ້ເຂົາຟັງວ່າ, “ຣາຊະອານາຈັກສະຫວັນປຽບເຫມືອນເຊື້ອແປ້ງ ທີ່ຜູ້ຍິງຄົນຫນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.”34ຂໍ້ຄວາມເຫລົ່ານີ້ພຣະເຢຊູເຈົ້າຊົງກ່າວແກ່ປວງຊົນເປັນຄຳອຸປະມາທັງຫມົດ; ແລະນອກຈາກຄຳອຸປະມາພຣະອົງບໍ່ໄດ້ຊົງກ່າວກັບເຂົາຈັກປະການ.35ເພື່ອຈະໃຫ້ສຳເລັດຕາມທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, “ເຮົາຈະອ້າປາກອອກເປັນຄຳອຸປະມາເຮົາຈະບອກຂໍ້ຄວາມທີ່ປົກອຳໄວ້ ຕັ້ງແຕ່ຕົ້ນເດີມສ້າງໂລກ.”36ຈາກນັ້ນພຣະເຢຊູເຈົ້າໄດ້ສະເດັດໄປຈາກຄົນເຫລົ່ານັ້ນ ແລະສະເດັດເຂົ້າໄປໃນເຮືອນ. ພວກສາວົກມາເຝົ້າພຣະອົງ ແລະ ທູນວ່າ, “ຂໍທ່ານໂຜດອະທິບາຍໃຫ້ພວກຂ້ານ້ອຍເຂົ້າໃຈຄຳອຸປະມາເລື່ອງເຂົ້ານົກໃນນານັ້ນແດ່.”37“ຜູ້ຊາຍຫວ່ານເມັດດີນັ້ນຄືບຸດມະນຸດ.38ທົ່ງນານັ້ນຄືແຜ່ນດິນໂລກ; ແລະ ເມັດດີນັ້ນໄດ້ແກ່ພົນລະເມືອງແຫ່ງຣາຊະອານາຈັກຂອງພຣະເຈົ້າ. ເຂົ້ານົກໄດ້ແກ່ພົນລະເມືອງຂອງມານຮ້າຍ.39ແລະ ສັດຕຣູຜູ້ຫວ່ານເຂົ້ານົກຄືມານຊາຕານ. ລະດູເກັບກ່ຽວໄດ້ແກ່ຄາວສຸດໂລກ ແລະ ຜູ້ເກັບກ່ຽວນັ້ນຄືຝູງເທວະດາ.40ເຫດສັນນັ້ນ, ເມື່ອໄດ້ຮວບຮວມເກັບເຂົ້ານົກ ແລະ ເຜົາໄຟເສັຽແລ້ວ ກໍຈະເຖິງຄາວສຸດໂລກນີ້.41ບຸດມະນຸດຈະໃຊ້ພວກເທວະດາຂອງພຣະອົງອອກໄປ, ແລະ ພວກເພິ່ນຈະເກັບກວາດສິ່ງເຫລົ່ານີ້ອອກຈາກຣາຊະອານາຈັກຂອງພຣະອົງ ໃນທຸກສິ່ງທີ່ເປັນເຫດເກີດຈາກຄວາມບາບ, ແລະ ກັບບັນດາຜູ້ທີ່ເຮັດຄວາມຜິດບາບ.42ພວກເພິ່ນຈະໂຍນພວກເຂົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ, ທີ່ບໍ່ມີວັນດັບມອດ ທີ່ນັ້ນຈະມີການຮ້ອງໄຫ້ ຄວນຄາງ ແລະ ກັດແຂ້ວຄ້ຽວຟັນ.43ຄາວນັ້ນພວກສິລະທັມຈະຮຸ່ງເຮືອງດັ່ງດວງຕາເວັນ ໃນຣາຊະອານາຈັກຂອງພຣະບິດາເຈົ້າຂອງພວກເຂົາ. ຜູ້ໃດມີຫູ, ກໍຈົ່ງຟັງເອົາ.44ຣາຊະອານາຈັກສະຫວັນປຽບເຫມືອນຂຸມຊັບທີ່ເຊື່ອງໄວ້ໃນທົ່ງນາ. ຊຶ່ງຊາຍຜູ້ຫນຶ່ງໄດ້ພົບ ແລະ ໄດ້ເຊື່ອງໄວ້ອີກ. ລາວຈິ່ງໄປຂາຍສິ່ງທັງປວງທີ່ຕົນມີຢູ່ດ້ວຍຄວາມຍິນດີ ແລ້ວຊື້ນາທົ່ງນັ້ນ.45ອີກປະການຫນຶ່ງຣາຊະອານາຈັກສະຫວັນປຽບເຫມືອນພໍ່ຄ້າຜູ້ຫນຶ່ງທີ່ຊອກຫາໄຂ່ມຸກຢ່າງດີ.46ເມື່ອໄດ້ພົບໄຂ່ມຸກເມັດຫນຶ່ງທີ່ມີຄ່າຫລາຍ ລາວຈິ່ງຂາຍທຸກສິ່ງທີ່ຕົນມີຢູ່ແລ້ວໄປຊື້ໄຂ່ມຸກນັ້ນ.47ອີກປະການຫນຶ່ງ, ຣາຊະອານາຈັກສະຫວັນປຽບເຫມືອນມອງທີ່ຖິ້ມລົງໃນທະເລ, ແລະ ດັກເອົາສັດທະເລທຸກຊະນິດ.48ເມື່ອມອງເຕັມແລ້ວ, ຄົນຫາປາກໍດຶງຂຶ້ນເທິງຝັ່ງ. ແລ້ວເຂົາຈະນັ່ງລົງເລືອກເອົາໂຕດີໃສ່ໃນຄຸໄວ້, ສ່ວນໂຕບໍ່ດີນັ້ນກໍຖືກໂຍນຖິ້ມເສັຽ.49ໃນຄາວສຸດໂລກກໍຈະເປັນຢ່າງນັ້ນແຫລະ. ພວກເທວະດາຈະອອກມາ ແລະແຍກຄົນຊົ່ວອອກຈາກຄົນສິນທັມ.50ພວກເຂົາຈະໂຍນຄົນຊົ່ວຖິ້ມໃສ່ເຕົາໄຟຮ້ອນກ້າທີ່ບໍ່ມີວັນດັບມອດ ທີ່ນັ້ນຈະມີການຮ້ອງໄຫ້ຄວນຄາງ ແລະ ກັດແຂ້ວຄ້ຽວຟັນ.51ພວກທ່ານເຂົ້າໃຈຂໍ້ຄວາມເຫລົ່ານີ້ແລ້ວຫລືຍັງ?” ພວກສາວົກໄດ້ທູນຕອບວ່າ, “ເຂົ້າໃຈແລ້ວ.”52ຈາກນັ້ນພຣະເຢຊູເຈົ້າຊົງກ່າວກັບເຂົາວ່າ, “ດ້ວຍເຫດນີ້ ນັກທັມທຸກຄົນທີ່ໄດ້ມາເປັນສາວົກຂອງຣາຊະອານາຈັກສະຫວັນ ກໍເຫມືອນເຈົ້າຂອງເຮືອນ, ຜູ້ທີ່ເອົາສິ່ງຂອງທັງເກົ່າ ແລະ ໃຫມ່ອອກມາຈາກສາງຂອງຕົນ.”53ເມື່ອພຣະເຢຊູເຈົ້າຊົງກ່າວຄຳອຸປະມາເຫລົ່ານີ້ສິ້ນສຸດລົງແລ້ວ, ພຣະອົງກໍສະເດັດໄປຈາກທີ່ນັ້ນ.54ແລະ ໄດ້ຊົງສັ່ງສອນຄົນທັງຫລາຍໃນໂຮງທັມະສາລາຂອງພວກເຂົາ. ຜົນຄືພວກເຂົາທັງຫລາຍງຶດປະຫລາດໃຈແລ້ວເວົ້າກັນວ່າ, “ຊາຍຜູ້ນີ້ໄດ້ສະຕິປັນຍາ ແລະ ເຮັດການ ອັດສະຈັນ ເຫລົ່ານີ້ມາແຕ່ໃສ?55ລາວເປັນລູກຊ່າງໄມ້ບໍ່ແມ່ນບໍ? ແມ່ຂອງລາວຊື່ມາຣິອາ ບໍ່ແມ່ນບໍ? ພວກນ້ອງຊາຍຂອງລາວຊື່ ຢາໂກໂບ, ໂຢເຊັບ, ຊີໂມນ, ແລະ ຢູດາ ບໍ່ແມ່ນບໍ?56ແລ້ວພວກນ້ອງສາວຂອງລາວກໍຢູ່ກັບຫມູ່ເຮົາບໍ່ແມ່ນບໍ? ແລ້ວລາວໄດ້ສິ່ງທັງປວງເຫລົ່ານີ້ມາແຕ່ໃສ?”57ພວກເຂົາຈຶ່ງບໍ່ພໍໃຈພຣະເຢຊູເຈົ້າ. ແຕ່ພຣະເຢຊູເຈົ້າຊົງກ່າວກັບເຂົາວ່າ, “ຜູ້ປະກາດພຣະທັມຈະບໍ່ຂາດຄວາມນັບຖື ເວັ້ນໄວ້ແຕ່ໃນປະເທດ ແລະ ໃນຄົວເຮືອນຂອງຕົນ.”58ແລ້ວພຣະອົງບໍ່ໄດ້ຊົງກະທຳການ ອັດສະຈັນຫລາຍ ເພາະເຂົາບໍ່ມີຄວາມເຊື່ອ.
1ໃນເວລານັ້ນເອງ, ເຮໂຣດຜູ້ປົກຄອງໄດ້ຍິນເຖິງຂ່າວຂອງພຣະເຢຊູເຈົ້າ.2ເຂົາຈິ່ງກ່າວແກ່ພວກຄົນໃຊ້ວ່າ, “ຜູ້ນີ້ແມ່ນໂຢຮັນບັບຕິສະໂຕ; ເພິ່ນໄດ້ເປັນຄືນມາຈາກຕາຍ. ເພາະເຊັ່ນນີ້ເອງ ຣິດອຳນາດເຫລົ່ານີ້ຈິ່ງສະແດງອອກມາໃນຕົວເພິ່ນ.”3ແລະ ຂັງຄຸກໄວ້. ເພາະເຫັນແກ່ນາງເຮໂຣເດັຽພັນຣະຍາຂອງຟີລິບນ້ອງຊາຍຂອງຕົນ.4“ເປັນການບໍ່ສົມຄວນທີ່ທ່ານຈະເອົານາງນັ້ນມາເປັນພັນຣະຍາຂອງທ່ານ.”5ເຮໂຣດມີໃຈຢາກຂ້າໂຢຮັນແຕ່ກໍຢ້ານປະຊາຊົນ, ເພາະວ່າພວກເຂົາໄດ້ຖືວ່າໂຢຮັນເປັນຜູ້ປະກາດພຣະທັມ.6ແຕ່ເມື່ອເຖີງວັນສະຫລອງວັນເກີດຂອງເຮໂຣດ, ລູກສາວຂອງນາງເຮໂຣເດັຽໄດ້ຟ້ອນລຳ ທ່າມກາງບັນດາແຂກ ແລະ ເຮັດໃຫ້ເຮໂຣດພໍໃຈ.7ດ້ວຍເຫດນີ້, ຈຶ່ງໃຫ້ເຮໂຣດໃຫ້ຄຳສັນຍາສາບານກັບນາງວ່າ ຈະໃຫ້ໃນທຸກສິ່ງທີ່ນາງຂໍ.8ຫຼັງຈາກທີ່ໄດ້ຮັບຄຳແນະນຳຈາກແມ່, ນາງຈິ່ງໄດ້ທູນວ່າ, “ຂໍໂຜດໃຫ້ຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍທີ່ນີ້.”9ຝ່າຍເຮໂຣດຜູ້ປົກຄອງກໍທຸກໃຈຫຼາຍ ແຕ່ເພາະເຫດທີ່ໄດ້ສັນຍາສາບານ ແລະ ເພາະເຫັນແກ່ຄົນທັງປວງທີ່ນັ່ງຮ່ວມຮັບປະທານຢູ່ນັ້ນ, ເພິ່ນຈິ່ງຈຳເປັນອອກຄຳສັ່ງອະນຸຍາດໃຫ້ຕາມນັ້ນ.10ທ່ານໃຊ້ຄົນໄປຕັດເອົາຫົວໂຢຮັນໃນຄຸກ.11ແລ້ວເອົາຫົວໃສ່ຖາດມາໃຫ້ນາງນັ້ນ ແລະ ນາງກໍໄປສົ່ງໃຫ້ແມ່ຂອງຕົນ.12ແລ້ວພວກສາວົກຂອງໂຢຮັນກໍພາກັນມາຮັບເອົາສົບໄປຝັງໄວ້. ຫຼັງຈາກແລ້ວກໍມາທູນໃຫ້ພຣະເຢຊູເຈົ້າຊົງຊາບ.13ບັດນີ້ ເມື່ອພຣະເຢຊູເຈົ້າໄດ້ຊົງຊາບແລ້ວ, ພຣະອົງຊົງແຍກຕົວອອກໄປຈາກທີ່ນັ້ນ ລົງເຮືອສະເດັດໄປຍັງສະຖານທີ່ຢູ່ຕ່າງຫາກ. ເມື່ອປະຊາຊົນທັງປວງໄດ້ຍິນຂ່າວນັ້ນ, ພວກເຂົາກໍອອກຈາກເມືອງ, ພວກເຂົາໄດ້ຍ່າງຕິດຕາມພຣະອົງໄປ.14ແລ້ວເມື່ອພຣະເຢຊູເຈົ້າໄດ້ສະເດັດອອກຈາກເຮືອແລ້ວກໍຊົງເຫັນປະຊາຊົນໝູ່ໃຫຍ່ ພຣະອົງຊົງສົງສານເຂົາ ຈິ່ງຊົງໂຜດຄົນເຈັບປ່ວຍທັງຫລາຍ ໃຫ້ພວກເຂົາຫາຍດີ.15ເມື່ອເວລາແລງມາ, ພວກສາວົກໄດ້ມາທູນຕໍ່ພຣະອົງວ່າ, “ບ່ອນນີ້ເປັນປ່າກັນດານ ແລະ ບັດນີ້ຄ່ຳແລ້ວ. ປ່ອຍໃຫ້ປະຊາຊົນເລີກໄປເສັຽ, ເພື່ອພວກເຂົາຈະໄດ້ໄປໃນເມືອງ ແລະ ຊື້ອາຫານຮັບປະທານໃຫ້ຕົນເອງ.”16ແຕ່ພຣະເຢຊູຊົງຕອບເຂົາວ່າ, “ພວກເຂົາບໍ່ຈຳເປັນຕ້ອງໄປ ພວກທ່ານຈົ່ງຫາອາຫານລ້ຽງພວກເຂົາສາ.”17“ພວກຂ້ານ້ອຍມີພຽງແຕ່ເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ.”18ພຣະເຢຊູເຈົ້າຊົງບອກວ່າ, “ນຳເອົາເຫຼົ່ານັ້ນມາໃຫ້ເຮົາ.”19ຈາກນັ້ນພຣະເຢຊູຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມປ່າຫຍ້າ. ພຣະອົງຊົງເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ. ແລ້ວກໍຊົງເງີຍພຣະພັກສູ່ສະຫວັນ, ພຣະອົງໄດ້ຂໍພຣະພອນ ແລ້ວຫັກເຂົ້າຈີ່ແລ້ວກໍຍື່ນໃຫ້ພວກສາວົກ, ແລ້ວພວກສາວົກກໍແຈກຢາຍໃຫ້ຄົນທັງປວງ.20ສ່ວນສາວົກກໍເກັບອາຫານທີ່ເຫລືອນັ້ນ ໄດ້ເຕັມສິບສອງບຸງ.21ຄົນທັງຫຼາຍທີ່ກິນນັ້ນມີຜູ້ຊາຍປະມານຫ້າພັນຄົນ ໂດຍບໍ່ນັບແມ່ຍິງ ແລະ ເດັກນ້ອຍ.22ທັນໃດນັ້ນພຣະອົງຊົງສັ່ງໃຫ້ພວກສາວົກລົງເຮືອຂ້າມຟາກໄປກ່ອນ ຂະນະທີ່ພຣະອົງຊົງສັ່ງໃຫ້ປະຊາຊົນເລີກໄປ.23ຫຼັງຈາກພຣະອົງຊົງໃຫ້ປະຊາຊົນເຫລົ່ານັ້ນເລີກໄປໝົດແລ້ວ ພຣະອົງຈິ່ງສະເດັດຂຶ້ນພູຢູ່ຕ່າງຫາກເພື່ອໄຫວ້ວອນ. ເມື່ອຄ່ຳມາແລ້ວພຣະອົງກໍຍັງຊົງຢູ່ທີ່ນັ້ນແຕ່ຕົນດຽວ.24ແລະເກືອບຈະຄວບຄຸມເຮືອບໍ່ໄດ້ ແລະຖືກຟອງນ້ຳຕີໄປມາເພາະທວນລົມຕ້ານຢູ່.25ໃນເວລາສີ່ໂມງຂ້ອນແຈ້ງ ພຣະເຢຊູເຈົ້າຊົງຍ່າງເທິງນ້ຳໄປຫາພວກສາວົກ.26ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານໍ້າທະເລ, ພວກເຂົາກໍຕົກໃຈຢ້ານ ແລະ ໄດ້ເວົ້າກັນວ່າ, “ນັ້ນແມ່ນຜີ” ແລ້ວພວກເຂົາຈິ່ງຮ້ອງຂຶ້ນເພາະຄວາມຢ້ານ.27ແຕ່ ພຣະເຢຊູເຈົ້າ ໄດ້ກ່າວໂດຍທັນທີ “ຈົ່ງກ້າຫານເຖີດ ນີ້ແມ່ນເຮົາເອງ ຢ່າສູ່ຢ້ານ.”28ເປໂຕຈິ່ງທູນຕອບພຣະອົງວ່າ, “ນາຍເອີຍ, ຖ້າແມ່ນທ່ານແນ່ແລ້ວ ຂໍສັ່ງໃຫ້ຂ້ານ້ອຍຍ່າງເທິງນ້ຳໄປຫາທ່ານ.”29ພຣະເຢຊູເຈົ້າຊົງບອກວ່າ, “ມາສາ” ດັ່ງນັ້ນເປໂຕຈິ່ງອອກຈາກເຮືອຍ່າງເທິງນ້ຳໄປຫາພຣະເຢຊູເຈົ້າ.30ແຕ່ເມື່ອເຫັນລົມກໍຢ້ານແລະເມື່ອກຳລັງຈະຈົມກໍຮ້ອງວ່າ, “ນາຍເອີຍ, ຊ່ອຍຂ້ານ້ອຍໃຫ້ພົ້ນແດ່ທ້ອນ.”31ໃນທັນໃດນັ້ນພຣະເຢຊູເຈົ້າຊົງຢື້ພຣະຫັດຈັບເປໂຕໄວ້ແລ້ວຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍເອີຍ ເປັນຫຍັງ ຈິ່ງສົງໄສ?”32ເມື່ອພຣະເຢຊູເຈົ້າ ແລະ ເປໂຕໄດ້ຂຶ້ນໄປ ໃນເຮືອແລ້ວ, ລົມກໍເຊົາພັດ.33ແລ້ວພວກທີ່ຢູ່ໃນເຮືອໄດ້ມາກົ້ມຂາບໃສ່ພຣະເຢຊູ ແລະເວົ້າວ່າ, “ພຣະອົງຊົງເປັນພຣະບຸດຂອງພຣະເຈົ້າຈິງແທ້.”34ເມື່ອພວກເຂົາຂ້ວາມນໍ້າໄປເຖິງແລ້ວ, ພວກເຂົາໄດ້ມາເຖີງທ່າເມືອງເຄັນເນຊາເຣັດ.35ເມື່ອຄົນໃນເຂດນັ້ນໄດ້ຮູ້ຈັກພຣະເຢຊູເຈົ້າແລ້ວ, ພວກເຂົາກໍໃຊ້ຄົນໄປບອກກ່າວທົ່ວຕະຫລອດເຂດນັ້ນ ແລະ ພວກເຂົາຈິ່ງພາບັນດາຄົນເຈັບປ່ວຍມາຫາພຣະອົງ.36ແລ້ວຜູ້ໃດໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີປົກກະຕິ.
1ຈາກນັ້ນພວກຟາຣີຊາຍ ແລະ ພວກນັກທັມອອກມາຈາກນະຄອນເຢຣູຊາເລັມມາຫາພຣະເຢຊູ. ພວກເຂົາທູນຖາມພຣະເຢຊູວ່າ,2“ເປັນຫຍັງພວກສິດຂອງທ່ານຈິ່ງລະເມີດຕໍ່ຄຳສອນປະເພນີ ທີ່ຕົກທອດມາຈາກເຖົ້າເກົ່າບູຮານນັ້ນ? ເພາະພວກເຂົາບໍ່ລ້າງມືກ່ອນຮັບປະທານອາຫານ”.3ພຣະອົງຊົງຕອບເຂົາວ່າ, “ເຫດສັນໃດພວກທ່ານຈິ່ງລະເມີດຕໍ່ຂໍ້ບັນຍັດຂອງພຣະເຈົ້າ ດ້ວຍເຫັນແກ່ຄຳສອນປະເພນີທີ່ຕົກທອດສືບຕໍ່ກັນມານັ້ນ?"4ເພາະພຣະເຈົ້າໄດ້ຊົງບັນຍັດໄວ້ວ່າ ‘ຈົ່ງນັບຖືບິດາມານດາຂອງເຈົ້າ’ ແລະ ‘ຜູ້ໃດໝິ່ນປະຫມາດບິດາມານດາ ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ’.5‘ຜູ້ໃດທີ່ຈະເວົ້າກັບບິດາມານດາວ່າ, “ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນກໍເປັນຂອງຖວາຍສຳລັບພຣະເຈົ້າແລ້ວ.”6ຜູ້ນັ້ນຈິ່ງບໍ່ຕ້ອງນັບຖືບິດາມານດາຂອງຕົນ’ ດັ່ງນັ້ນແຫລະ, ພວກທ່ານໄດ້ລຶບລ້າງພຣະທັມຂອງພຣະເຈົ້າ ເພາະເຫັນແກ່ຄຳສອນປະເພນີທີ່ຕົກທອດສືບປະຕິບັດຕໍ່ກັນມາຂອງພວກເຈົ້າ.7ໂອ ຄົນຫນ້າຊື່ໃຈຄົດເອີຍ, ເອຊາຢາໄດ້ທຳນວາຍຄັກແນ່ເຖິງພວກທ່ານວ່າ,8ພົນລະເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກສ່ວນໃຈຂອງເຂົາຫ່າງໄກຈາກເຮົາ.9ເຂົານະມັດສະການເຮົາໂດຍອັບປະໂຫຍດ ດ້ວຍເປົ່າປະໂຫຍດ ເມື່ອຄຳສັ່ງສອນຂອງພວກມະນຸດເອົາບົດບັດຍັດຂອງພວກເຂົາ ອັນເປັນຄຳສັ່ງສອນເກີດຈາກມະນຸດ’.”10ຈາກນັ້ນພຣະອົງຊົງເອີ້ນເອົາປະຊາຊົນ ແລະຊົງກ່າວກັບເຂົາວ່າ, “ຈົ່ງຟັງແລະເຂົ້າໃຈສາ.11ບໍ່ແມ່ນສິ່ງທີ່ເຂົ້າໄປໃນປາກນັ້ນ ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ.”12ຈາກນັ້ນພວກສາວົກມາທູນຖາມພຣະອົງວ່າ, “ທ່ານຊາບແລ້ວຫລືວ່າເມື່ອພວກຟາຣີຊາຍໄດ້ຍິນຄຳກ່າວນັ້ນ ເຂົາກໍເສັຽໃຈ.”13ພຣະອົງຊົງຕອບວ່າ, “ໄມ້ທຸກຕົ້ນທີ່ພຣະບິດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫລົກເສັຽ.14ຊ່າງພວກເຂົາເທາະ ເພາະພວກເຂົາເປັນຄົນນຳທາງທີ່ຕາບອດ ຖ້າຄົນຕາບອດຈູງຄົນຕາບອດໄປເຂົາທັງສອງກໍຈະຕົກໃນຂຸມ.”15ເປໂຕຈິ່ງທູນພຣະອົງວ່າ, “ຂໍທ່ານໂຜດອະທິບາຍຄຳອຸປະມານີ້ໃຫ້ພວກຂ້ານ້ອຍແດ່.”16ພຣະເຢຊູເຈົ້າຊົງຕອບວ່າ, “ພວກທ່ານກໍຍັງຂາດຄວາມເຂົ້າໃຈເຫມືອນກັນບໍ?17ສິ່ງໃດທີ່ເຂົ້າໄປໃນປາກກໍລົງໃນທ້ອງ ແລ້ວກໍຖ່າຍອອກມາລົງໃສ່ໂຖສ້ວມ?18ແຕ່ສິ່ງທີ່ອອກຈາກປາກ ກໍອອກມາຈາກໃຈດ້ວຍ. ສິ່ງນັ້ນແຫລະເຮັດໃຫ້ມະນຸດຊົ່ວມົວຫມອງ.19ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມັຍ, ການຜິດຊາຍຍິງ, ການລັກຊັບ, ການເປັນພະຍານບໍ່ຈິງ, ແລະການນິນທາ ກໍອອກມາຈາກໃຈ.20ສິ່ງເຫລົ່ານີ້ແຫລະ, ທີ່ເຮັດໃຫ້ມະນຸດຊົ່ວມົວຫມອງ ແຕ່ການຮັບປະທານອາຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະນຸດຊົ່ວມົວຫມອງ.”21ຈາກນັ້ນພຣະເຢຊູໄດ້ສະເດັດຈາກບ່ອນນັ້ນເຂົ້າໄປໃນເຂດເມືອງຕີເຣແລະເມືອງຊິໂດນ.22ເບິ່ງແມ, ມີຍິງຊາວການາອານຄົນຫນຶ່ງມາຈາກເຂດນັ້ນຮ້ອງທູນພຣະອົງວ່າ, “ໂຜດເມດຕາຕໍ່ຂ້ານ້ອຍແດ່ຖ້ອນ ອົງຜູ້ເປັນພຣະເຈົ້າ ບຸດດາວິດເອີຍ, ລູກສາວຂອງຂ້ານ້ອຍມີຄວາມລຳບາກຫລາຍຍ້ອນຜີຮ້າຍບັງຄັບ.”23ແຕ່ພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ ແລ້ວພວກສາວົກໄດ້ມາທູນພຣະອົງວ່າ, “ຂໍບອກໃຫ້ນາງເມືອເສັຽ ເພາະນາງກຳລັງຮ້ອງຕາມຫລັງພວກເຮົາ.”24ແຕ່ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ຖືກສົ່ງໃຊ້ມາຫາຜູ້ອື່ນ ເວັ້ນແຕ່ຝູງແກະທີ່ເສັຽແລ້ວ ຄືຕະກຸນອິສະຣາເອນເທົ່ານັ້ນ.”25ແຕ່ຍິງນັ້ນໄດ້ມາຂາບທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍໂຜດຊ່ອຍຂ້ານ້ອຍແດ່ຖ້ອນ.”26ພຣະອົງຊົງຕອບວ່າ, “ບໍ່ສົມຄວນຈະເອົາອາຫານຂອງລູກໂຍນໃຫ້ແກ່ຫມານ້ອຍ.”27ຍິງນັ້ນທູນຕອບວ່າ, “ຈິງຢູ່ຂ້ານ້ອຍ ແຕ່ເຖິງແມ່ນຫມານ້ອຍກໍເຄີຍກິນເມັດທີ່ຕົກຈາກໂຕະນາຍຂອງມັນ.”28“ນາງເອີຍ, ຄວາມເຊື່ອຂອງເຈົ້າກໍໃຫຍ່ ຈົ່ງເປັນໄປຕາມຄວາມປະສົງຂອງເຈົ້າເຖີ້ນ” ແລ້ວລູກສາວຂອງຍິງນັ້ນກໍດີເປັນປົກກະຕິຕັ້ງແຕ່ໂມງນັ້ນ.29ພຣະເຢຊູເຈົ້າໄດ້ສະເດັດອອກຈາກທີ່ນັ້ນ ແລະໄປເລາະລຽບຝັ່ງທະເລຄາລີເລ. ຈາກນັ້ນພຣະອົງສະເດັດຂຶ້ນພູຊົງປະທັບນັ່ງລົງທີ່ນັ້ນ.30ເຂົາພາຄົນຂາເສັ້ງ, ຄົນຕາບອດ, ຄົນປາກກືກ, ຄົນເປັ້ຽລ່ອຍ ແລະຄົນເຈັບອື່ນໆຫລາຍຄົນ ມາຫາພຣະເຢຊູເຈົ້າ ວາງໄວ້ທີ່ໃກ້ຕີນຂອງພຣະອົງ ແລະພຣະອົງໄດ້ຊົງໂຜດໃຫ້ເຂົາດີ.31ຝູງຄົນເຫລົ່ານັ້ນງຶດອັດສະຈັນໃຈ ເມື່ອເຫັນຄົນປາກກືກປາກໄດ້, ຄົນແຂນຂາເສັ້ງດີປົກກະຕິ, ຄົນເປັ້ຽລ່ອຍຍ່າງໄປໄດ້, ແລະຄົນຕາບອດເຫັນໄດ້ ແລ້ວເຂົາຈິ່ງສັນຣະເສີນພຣະເຈົ້າຂອງຊາດອິສະຣາເອນ.32ພຣະເຢຊູເຈົ້າຊົງເອີ້ນພວກສາວົກຂອງຕົນມາ ແລ້ວຊົງກ່າວວ່າ, “ເຮົາສົງສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາຫານກິນ ເຮົາບໍ່ຢາກໃຫ້ເຂົາກັບໄປໃນຂະນະທີ່ຍັງຫິວຢູ່ ເພາະຢ້ານວ່າເຂົາຈະເມື່ອຍອິດອ່ອນຕາມທາງ.”33“ໃນປ່າຢ່າງນີ້ພວກຂ້ານ້ອຍຈະຊອກອາຫານທີ່ໃດພໍລ້ຽງຄົນເຫລົ່ານີ້ໃຫ້ອີ່ມໄດ້.”34“ພວກທ່ານມີເຂົ້າຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ່ອນກັບປານ້ອຍສອງສາມໂຕ.”35ຈາກນັ້ນພຣະເຢຊູເຈົ້າຊົງສັ່ງໃຫ້ປະຊາຊົນນັ່ງລົງຕາມດິນ.36ພຣະອົງຮັບເຂົ້າຈີ່ເຈັດກ້ອນກັບປາເຫລົ່ານັ້ນມາໂມທະນາຂອບພຣະຄຸນ ພຣະອົງຊົງຫັກເຂົ້າຈີ່ ແລະຍື່ນໃຫ້ພວກສາວົກຂອງຕົນ. ພວກສາວົກກໍໄດ້ແຈກຢາຍໃຫ້ປະຊາຊົນ.37ຄົນທັງປວງໄດ້ກິນອີ່ມຫມົດດທຸກຄົນຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມເຈັດບຸງ.38ສ່ວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍເຖິງສີ່ພັນຄົນ ບໍ່ນັບແມ່ຍິງກັບເດັກນ້ອຍ.39ຈາກນັ້ນພຣະເຢຊູຊົງໃຫ້ຝູງຄົນກັບໄປ ພຣະອົງກໍສະເດັດລົງເຮືອໄປຍັງເຂດເມືອງມາຄາດານ.
1ພວກຟາຣີຊາຍກັບພວກຊາດູກາຍໄດ້ມາຫາແລະທົດລອງພຣະອົງ ໂດຍຂໍໃຫ້ພຣະອົງຊົງສະແດງຫມາຍສຳຄັນຢ່າງຫນຶ່ງຈາກສະຫວັນໃຫ້ເຂົາເຫັນ.2ພຣະອົງຊົງຕອບເຂົາວ່າ, “ເມື່ອຄ່ຳມາພວກທ່ານເຄີຍເວົ້າວ່າ ‘ອາກາດຈະດີເພາະຟ້າສີແດງ.’3ແລະເວລາເຊົ້າພວກທ່ານກໍເວົ້າວ່າ ‘ມື້ນີ້ຈະເກີດພາຍຸເພາະຟ້າສີແດງ ແລະມືດມົວ’ ພວກທ່ານຍັງສັງເກດຮູ້ຄວາມຫມາຍຂອງລັກສະນະທ້ອງຟ້າຢ່າງໃດ, ແຕ່ພວກທ່ານບໍ່ອາດສັງເກດໄດ້ຫມາຍສຳຄັນແຫ່ງສະໄຫມຕ່າງໆໄດ້.4ແຕ່ຈະບໍ່ຊົງໂຜດຫມາຍສຳຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເລື່ອງໂຢນາ” ແລ້ວພຣະອົງກໍສະເດັດຈາກເຂົາໄປ.5ເຫລົ່າສາວົກເມື່ອຂ້ວາມໄປຟາກນັ້ນ, ກໍໄດ້ລືມເອົາເຂົ້າຈີ່ໄປນຳ.6ພຣະເຢຊູເຈົ້າຊົງບອກເຂົາວ່າ, “ຈົ່ງສັງເກດ ແລະ ຣະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍໃຫ້ດີ.”7ພວກສາວົກກໍເວົ້າຖ່າມກາງພວກກັນເອງວ່າ, “ເພາະຫມູ່ເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.”8ພຣະເຢຊູເຈົ້າຊົງຊາບແລະຈິ່ງຊົງກ່າວວ່າ, “ທ່ານຜູ້ມີຄວາມເຊື່ອຫນ້ອຍ ເຫດໃດພວກທ່ານຈິ່ງເວົ້າກັນແລະກັນເຖິງເລື່ອງບໍ່ໄດ້ເອົາເຂົ້າຈີ່ມານຳ?9ພວກທ່ານຍັງບໍ່ເຂົ້າໃຈແລະຈື່ບໍ່ໄດ້ບໍເລື່ອງເຂົ້າຈີ່ຫ້າກ້ອນສຳລັບຄົນຫ້າພັນຄົນນັ້ນ ແລະພວກທ່ານເກັບໄດ້ຈັກບຸງ?10ຫລືເລື່ອງເຂົ້າຈີ່ເຈັດກ້ອນສຳລັບຄົນສີ່ພັນຄົນນັ້ນ ແລະພວກທ່ານເກັບໄດ້ຈັກບຸງ?11ເປັນສັນໃດພວກທ່ານຈິ່ງບໍ່ເຂົ້າໃຈວ່າ ເຮົາບໍ່ໄດ້ເວົ້າກັບພວກທ່ານດ້ວຍເລື່ອງເຂົ້າຈີ່? ຈົ່ງເອົາໃຈໃສ່ແລະຣະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.”12ແລ້ວພວກເຂົາໄດ້ເຂົ້າໃຈວ່າ ພຣະອົງບໍ່ໄດ້ຊົງສັ່ງເຂົາໃຫ້ຣະວັງເຊື້ອແປ້ງນັ້ນ, ແຕ່ໃຫ້ຣະວັງຄຳສອນຂອງພວກຟາຣີຊາຍ ແລະ ພວກຊາດູກາຍ.13ບັດນີ້ ເມື່ອພຣະເຢຊູສະເດັດມາເຖີງເຂດເມືອງກາຍຊາເຣັຽຟີລິບປອຍ, ພຣະອົງຊົງຖາມພວກສາວົກຂອງຕົນວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດແມ່ນຜູ້ໃດ?”14ເຂົາທູນຕອບວ່າ, “ຜູ້ລາງຄົນວ່າເປັນໂຢຮັນບັບຕິສະໂຕ ແລະ ຄົນອື່ນວ່າເປັນເອລີຢາ ແຕ່ຄົນອື່ນອີກວ່າເປັນເຢເຣມີຢາ ຫລືເປັນຄົນຫນຶ່ງໃນພວກຜູ້ປະກາດພຣະທັມ.”15ພຣະອົງຊົງຖາມເຂົາວ່າ, “ແລ້ວຝ່າຍພວກທ່ານເດ, ວ່າເຮົາເປັນໃຜ?”16ຊີໂມນເປໂຕທູນຕອບວ່າ, “ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່.”17ພຣະເຢຊູຊົງກ່າວກັບເປໂຕວ່າ, “ທ່ານກໍເປັນສຸກ ຊີໂມນບາຣະໂຢນາເອີຍ, ເພາະວ່າບໍ່ແມ່ນມະນຸດທີ່ໄດ້ສະແດງຄຳນີ້ແກ່ທ່ານ, ແຕ່ແມ່ນພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນຊົງໃຫ້ຊາບ.18ເຮົາຍັງບອກທ່ານວ່າທ່ານຄືເປໂຕ, ແລະເທິງສີລາກ້ອນນີ້ ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາ‘ຈະມີໄຊຕໍ່ຄຣິສຕະຈັກນັ້ນບໍ່ໄດ້.19ເຮົາຈະມອບກະແຈແຫ່ງອານາຈັກສະຫວັນໄວ້ໃຫ້ທ່ານ ສິ່ງໃດກໍຕາມທ່ານຈະຜູກມັດໄວ້ໃນໂລກ, ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ ແລະສິ່ງໃດກໍຕາມທ່ານຈະແກ້ໃນໂລກ, ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສະຫວັນ.”20ຈາກນັ້ນພຣະເຢຊູຊົງຫ້າມພວກສາວົກບໍ່ໃຫ້ບອກຜູ້ໃດວ່າຕົນຊົງເປັນພຣະຄຣິດ.21ນັບຕັ້ງແຕ່ເວລານັ້ນມາພຣະເຢຊູເຈົ້າຊົງຕັ້ງຕົ້ນສຳແດງແກ່ພວກສາວົກຂອງຕົນວ່າ ພຣະອົງຈະຕ້ອງສະເດັດໄປນະຄອນເຢຣູຊາເລັມ ຕ້ອງທົນທຸກທໍຣະມານຫລາຍປະການຈາກພວກເຖົ້າແກ່, ຈາກພວກປະໂລຫິດຕົນໃຫຍ່, ແລະຈາກພວກນັກທັມ, ພຣະອົງຈະຖືກຂ້າຕາຍ ແລະພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາໃນວັນຖ້ວນສາມ.22ຈາກນັ້ນເປໂຕໄດ້ພາພຣະອົງໄປຕ່າງຫາກ ແລະຕັ້ງຕົ້ນຕຳນິພຣະອົງຢ່າງແຂງແຮງວ່າ, “ຂໍໃຫ້ສິ່ງນີ້ຫ່າງໄກຈາກພຣະອົງ; ອົງພຣະຜູ້ເປັນເຈົ້າຂໍຢ່າໃຫ້ສິ່ງນີ້ເກີດມີແກ່ທ່ານຈັກເທື່ອ.”23“ໄອ້ຊາຕານເອີຍ, ຈົ່ງຖອຍຫນີຈາກເຮົາເສັຽ ເຈົ້າເປັນສິ່ງກີດຂວາງເຮົາ ເພາະເຈົ້າບໍ່ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.”24ຈາກນັ້ນພຣະເຢຊູເຈົ້າຊົງບອກພວກສາວົກຂອງຕົນວ່າ, “ຖ້າຜູ້ໃດປາຖນາ ຢາກຕາມເຮົາມາໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽແລ້ວຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ.25ເພາະຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດນັ້ນ, ແລະຖ້າຜູ້ໃດຈະເສັຽຊີວິດເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະພົບຊີວິດນັ້ນ.26ເພາະຈະມີ ຈະໄດ້ປະໂຫຍດອັນໃດ ສຳລັບຜູ້ນັ້ນ ຖ້າຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີວິດອັນແທ້ຂອງຕົນເອງ? ແລ້ວຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີວິດອັນແທ້ຂອງຕົນກັບຄືນມາ?27ເພາະບຸດມະນຸດຈະມາດ້ວຍສະຫງ່າຣາສີແຫ່ງພຣະບິດາຂອງຕົນ ພ້ອມດ້ວຍພວກເທວະດາຂອງພຣະອົງ. ຈາກນັ້ນພຣະອົງຈະຊົງປຣະທານບຳເຫນັດໃຫ້ແກ່ທຸກຄົນຕາມການທີ່ເຂົາເຮັດນັ້ນ.28ເຮົາບອກພວກທ່ານຕາມຄວາມຈິງວ່າ ຈະມີພວກທ່ານບາງຄົນທີ່ຢືນຢູ່ນີ້ ທີ່ຈະບໍ່ຮູ້ຣົດແຫ່ງຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດສະເດັດມາດ້ວຍຣາຊະອຳນາດຂອງພຣະອົງ.”
1ຫົກວັນຕໍ່ມາພຣະເຢຊູຊົງພາເປໂຕ, ຢາໂກໂບ, ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ, ແລະ ໄດ້ຂຶ້ນພູສູງຢູ່ຕ່າງຫາກ.2ພຣະອົງໄດ້ຊົງປ່ຽນແປງພຣະກາຍຕໍ່ຫນ້າພວກເຂົາ. ພຣະພັກຂອງພຣະອົງສ່ອງແສງດັ່ງຕາເວັນ, ແລະ ເຄື່ອງນຸ່ງ ຂອງພຣະອົງກໍຂາວຜ່ອງເຫລື້ອມເຫມືອນແສງສະຫວ່າງກ້າ.3ເບິ່ງແມ, ໂມເຊແລະເອລີຢາກໍມາປະກົດແກ່ສາວົກເຫລົ່ານັ້ນ ເຝົ້າສົນທະນາຢູ່ກັບພຣະອົງ.4ເປໂຕໄດ້ຕອບ ແລະ ກ່າວຕໍ່ພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນການດີທີ່ພວກເຮົາຈະຢູ່ທີ່ນີ້ກໍດີຢູ່. ຖ້າທ່ານປະສົງ, ຂ້ານ້ອຍຈະປຸກຕູບສາມຫລັງຂຶ້ນທີ່ນີ້, ສຳລັບທ່ານຫລັງຫນຶ່ງ ສຳລັບໂມເຊຫລັງໜຶ່ງ ແລະ ຫລັງຫນຶ່ງສຳລັບເອລີຢາ.”5ຂະນະທີ່ເປໂຕກຳລັງເວົ້າຍັງບໍ່ທັນຂາດຄຳເບິ່ງແມ, ມີເມກສຸກໃສມາປົກຫຸ້ມເຂົາໄວ້ ແລະເບິ່ງແມ, ມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຊຶ່ງເຮົາຊອບໃຈຫລາຍ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.”6ຝ່າຍພວກສາວົກເມື່ອໄດ້ຍິນດັ່ງນັ້ນກໍກົ້ມຫນ້າຂາບລົງແລະຢ້ານຫລາຍ.7ແລະໂດຍຊົງກ່າວວ່າ, “ຈົ່ງລຸກຂຶ້ນເຖີດ ຢ່າຊູ່ຢ້ານເລີຍ.”8ເມື່ອເງີຍຫນ້າຂຶ້ນແລ້ວເຂົາກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະເຢຊູເຈົ້າຜູ້ດຽວເທົ່ານັ້ນ.9ເມື່ອເຂົາກຳລັງລົງມາຈາກພູນັ້ນ, ພຣະເຢຊູຊົງສັ່ງເຂົາໄວ້ວ່າ, “ນິມິດຊຶ່ງພວກທ່ານໄດ້ເຫັນນັ້ນ ຢ່າໄດ້ບອກແກ່ຜູ້ໃດ ຈົນກວ່າບຸດມະນຸດຈະໄດ້ເປັນຄືນມາຈາກຕາຍ.”10ພວກສາວົກກໍທູນຖາມພຣະອົງວ່າ, “ດ້ວຍເຫດໃດພວກນັກທັມເຄີຍເວົ້າວ່າເອລີຢາຈະຕ້ອງມາກ່ອນ?”11ພຣະອົງຊົງຕອບວ່າ, “ຈິງແທ້ ເອລີຢາຈະມາກ່ອນແລະເຮັດໃຫ້ສິ່ງທັງປວງຄືນສູ່ສະພາບເດີມ.12ແຕ່ເຮົາບອກພວກທ່ານວ່າ, ເອລີຢານັ້ນໄດ້ມາແລ້ວ ແລະເຂົາບໍ່ຮູ້ຈັກເພິ່ນ. ແຕ່ເຂົາໄດ້ເຮັດແກ່ເພິ່ນຕາມໃຈຊອບຕໍ່ເພິ່ນ ທຳນອງດຽວກັນ ບຸດມະນຸດກໍຈະຕ້ອງທົນທຸກທໍຣະມານດ້ວຍມືຂອງພວກເຂົາເຫມືອນກັນ’.”13ແລ້ວພວກສາວົກໄດ້ເຂົ້າໃຈວ່າ ພຣະອົງຊົງກ່າວກັບພວກເຂົາເຖິງເລື່ອງໂຢຮັນບັບຕິສະໂຕ.14ເມື່ອພວກເຂົາໄດ້ມາເຖິງປະຊາຊົນທັງຫລາຍແລ້ວ ມີຊາຍຄົນຫນຶ່ງມາຫາພຣະອົງຄຸເຂົ່າລົງຕໍ່ຫນ້າພຣະອົງ ແລະທູນວ່າ,15“ນາຍເອີຍ, ຂໍໂຜດເມດຕາລູກຊາຍຂອງຂ້ານ້ອຍແດ່ຖ້ອນ ດ້ວຍວ່າລາວເປັນບ້າຫມູ ມີຄວາມທຸກລຳບາກຫລາຍເພາະລາວຕົກໃສ່ໄຟໃສ່ນ້ຳຫລາຍເທື່ອ.16ແຕ່ພວກເຂົາບໍ່ສາມາດຮັກສາໃຫ້ເຊົາດີໄດ້.”17ພຣະເຢຊູເຈົ້າຊົງຕອບວ່າ, “ໂອຄົນໃນສະໄຫມທີ່ຂາດຄວາມເຊື່ອແລະຊົ່ວຊ້າເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ເຮົາຈະຕ້ອງອົດທົນກັບພວກເຈົ້ານານປານໃດ? ຈົ່ງພາລາວມາຫາເຮົາທີ່ນີ້ສາ.”18ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະມັນໄດ້ອອກຫນີໄປ ແລ້ວເດັກນ້ອຍນັ້ນກໍດີປົກກະຕິ ຕັ້ງແຕ່ໂມງນັ້ນໄປ.19ຈາກນັ້ນພວກສາວົກໄດ້ເຂົ້າມາຫາພຣະເຢຊູເຈົ້າຕ່າງຫາກແລະທູນຖາມວ່າ, “ເພາະເຫດໃດພວກຂ້ານ້ອຍຈິ່ງຂັບໄລ່ຜີນັ້ນອອກບໍ່ໄດ້?”20ພຣະເຢຊູໄດ້ເວົ້າແກ່ພວກເຂົາວ່າ, “ເພາະພວກທ່ານມີຄວາມເຊື່ອຫນ້ອຍ. ເຮົາບອກພວກທ່ານຕາມຄວາມຈິງວ່າ, ຖ້າພວກທ່ານມີຄວາມເຊື່ອທໍ່ກັບເມັດຜັກກາດເມັດຫນຶ່ງ, ພວກທ່ານຈະສາມາດສັ່ງພູຫນ່ວຍນີ້ວ່າ ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະເຄື່ອນໄປ, ແລະບໍ່ມີສິ່ງໃດທີ່ທ່ານເຮັດບໍ່ໄດ້.21ແຕ່ຜີແບບນີ້ບໍ່ເຄີຍຖືກຂັບອອກ ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານແລະຖືສິນອົດອາຫານ.22ຂະນະທີ່ພຣະເຢຊູເຈົ້າຍັງຄົງຢູ່ໃນແຂວງຄາລີເລ ພຣະອົງຊົງບອກບັນດາສາວົກຂອງພຣະອົງວ່າ, “ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ.23ເຂົາຈະຂ້າພຣະອົງເສັຽ ແລະໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາ.” ພວກສາວົກກໍມີຄວາມທຸກຫນັກໃຈ.24ເມື່ອມາເຖິງເມືອງກາເປນາອູມແລ້ວ ມີພວກເກັບຄ່າບຳລຸງພຣະວິຫານມາຫາເປໂຕຖາມວ່າ, “ອາຈານຂອງພວກທ່ານບໍ່ເສັຽເງິນບຳລຸງພຣະວິຫານບໍ?”25ເປໂຕຕອບວ່າ, “ເສັຽ” ເມື່ອເປໂຕເຂົ້າໄປໃນເຮືອນ ພຣະເຢຊູເຈົ້າຊົງກ່າວຂຶ້ນກ່ອນຖາມວ່າ, “ຊີໂມນເອີຍ, ເຈົ້າຄິດເຫັນເປັນຢ່າງໃດ? ພວກເຈົ້າແຜ່ນດິນເຄີຍເກັບພາສີ ແລະເງິນສ່ວຍຈາກຜູ້ໃດ? ຈາກປະຊາຊົນຂອງພຣະອົງເອງ ຫລື ຈາກຄົນຕ່າງຊາດ?”.26ເມື່ອເປໂຕທູນຕອບວ່າ, “ເຄີຍເກັບຈາກຄົນຕ່າງຊາດ” ພຣະເຢຊູຊົງກ່າວວ່າ, “ຖ້າຢ່າງນັ້ນ ປະຊາຊົນກໍບໍ່ຕ້ອງເສັຽ.27ແຕ່ດັ່ງນັ້ນພວກເຮົາກໍບໍ່ໄດ້ເປັນເຫດໃຫ້ຄົນເກັບພາສີຕ້ອງເຮັດບາບ, ຈົ່ງໄປຕຶກເບັດທີ່ທະເລ ເມື່ອໄດ້ປາໂຕທຳອິດຂຶ້ນມາໃຫ້ງະປາກມັນ ແລ້ວທ່ານຈະພົບເງິນຫລຽນຫນຶ່ງ ຈົ່ງເອົາເງິນນັ້ນໄປເສັຽຄ່າບຳລຸງພຣະວິຫານສຳລັບເຮົາກັບທ່ານ.”
1ໃນເວລາດຽວກັນນັ້ນພວກສາວົກມາຫາພຣະເຢຊູເຈົ້າ ແລະທູນວ່າ, “ໃຜເປັນໃຫຍ່ທີ່ສຸດໃນຣາຊະອານາຈັກສະຫວັນ?”2ໃຫ້ຢືນຖ້າມກາງພວກເພິ່ນ.3ແລ້ວກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກັບໃຈ ແລະ ກາຍເປັນເຫມືອນເດັກນ້ອຍຄົນນີ້ ທ່ານຈະເຂົ້າໃນຣາຊະອານາຈັກສະຫວັນບໍ່ໄດ້ເລີຍ.4ເຫດສະນັ້ນ, ຜູ້ໃດກໍຕາມທີ່ຖ່ອມຕົວລົງເຫມືອນເດັກນ້ອຍຜູ້ນີ້ ຜູ້ນັ້ນຈະເປັນໃຫຍ່ໃນຣາຊະອານາຈັກສະຫວັນ.5ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ຫນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ.6ແຕ່ຜູ້ໃດເຮັດໃຫ້ຄົນຫນຶ່ງໃນຫມູ່ເດັກນ້ອຍເຫລົ່ານີ້ ທີ່ເຊື່ອໃນເຮົາຫລົງຜິດ, ຈະດີກວ່າສຳລັບເຂົາ ຖ້າເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ, ແລະ ໃຫ້ຈົມລົງນ້ຳທະເລເລິກເສັຽ.7ເພາະເຫດການລໍ້ລວງມະນຸດໃຫ້ຕົກໃນບາບ ທີ່ເວລາເຫຼົ່ານີ້ຈະເກີດຂຶ້ນ ແຕ່ວິບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດການຫລົງຜິດນັ້ນ.8ຖ້າມື ຫລື ຕີນຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າສູ່ຊີວິດດ້ວຍມືແລະຕີນກຸດຫລືພິການ. ຍັງດີກວ່າຖືກຖິ້ມໃສ່ໄຟທີ່ໄຫມ້ຢູ່ເປັນນິດທັງໆທີ່ຍັງມີມືຫລືຕີນສອງເບື້ອງ.9ຖ້າດວງຕາຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຄວັກອອກ ແລະ ຖິ້ມໄປໃຫ້ໄກເສັຽ ເພາະຈະດີສຳລັບທ່ານທີ່ຈະເຂົ້າສຸ່ຊີວິດດ້ວຍຕາເບື້ອງດຽວ ແທນທີ່ຈະຖືກໂຍນລົງໄປໃນໄຟນະຣົກທັ່ງໆ ທີ່ຍັງມີຕາຄົບສອງເບື້ອງ.”10ຈົ່ງລະວັງໃຫ້ດີ ທ່ານຢ່າດູຫມິ່ນເດັກນ້ອຍຫມູ່ນີ້ຈັກຄົນຫນຶ່ງ. ເພາະເຮົາບອກພວກທ່ານວ່າ ເທວະດາປະຈຳຂອງເຂົາໃນສະຫວັນເຝົ້າຢູ່ສະເຫມີ. ຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ. ເພາະບຸດມະນຸດໄດ້ມາໂຜດເອົາຜູ້ທີ່ເລັກນ້ອຍເຫລົ່ານີ້ໃຫ້ພົ້ນ.11ຍ້ອນວ່າບຸດມະນຸດໄດ້ມາໂຜດເອົາຜູ້ທີ່ຫລົງເສັຽໄປໃຫ້ພົ້ນ.12ພວກທ່ານຄຶດເຫັນຢ່າງໃດ? ຖ້າຜູ້ຫນຶ່ງມີແກະຢູ່ຮ້ອຍໂຕ ແລະມີໂຕຫນຶ່ງຫລົງເສັຽໄປຈາກຝູງ, ຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ພູ ແລ້ວໄປຊອກຫາໂຕທີ່ຫລົງເສັຽໄປນັ້ນບໍ?13ຖ້າພົບແກະໂຕທີ່ເສັຽ ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ນັ້ນຄົງມີຄວາມຊົມຊື່ນຍິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສັຽໄປ.14ໃນທຳນອງດຽວກັນພຣະບິດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະຫວັນ ຈິ່ງບໍ່ຊົງປາຖນາໃຫ້ເດັກນ້ອຍເຫລົ່ານີ້ຈິບຫາຍແມ່ນແຕ່ຄົນດຽວເລີຍ.”15ຖ້າພີ່ນ້ອງຂອງທ່ານເຮັດຜິດບາບຕໍ່ທ່ານ, ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເພິ່ນສອງຕໍ່ສອງເທົ່ານັ້ນ. ຖ້າເພິ່ນຍອມຟັງ, ທ່ານກໍໄດ້ພີ່ນ້ອງຄືນມາ.16ແຕ່ຖ້າເຂົາບໍ່ຍອມຟັງທ່ານ, ທ່ານຈົ່ງເອົາຄົນຫນຶ່ງ ຫລື ສອງຄົນໄປນຳ ໃຫ້ເປັນພະຍານ, ເພາະເຫດນັັ້ນດ້ວຍ ສອງ ຫລື ສາມປາກ ເພື່ອສາມາດຮັບຮອງຄຳເວົ້າໄດ້ໂດຍພະຍານເຫລົ່ານັ້ນ.17ແລະຖ້າເພິ່ນບໍ່ຍອມຟັງຄົນເຫລົ່ານັ້ນ ຈົ່ງໄປແຈ້ງຄວາມນັ້ນຕໍ່ຄຣິສຕະຈັກ. ຖ້າເພິ່ນບໍ່ຍອມຟັງຄຣິສຕະຈັກອີກ, ກໍໃຫ້ຖືເສັຽວ່າເພິ່ນເປັນເຫມືອນຄົນບໍ່ເຊື່ອພຣະເຈົ້າແລະເປັນຄົນເກັບພາສີ.18ເຮົາບອກພວກທ່ານຄວາມຈິງວ່າ ສິ່ງໃດກໍຕາມທີ່ພວກທ່ານຈະຜູກມັດໄວ້ ໃນໂລກ ກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ; ແລະສິ່ງໃດທີ່ພວກທ່ານຈະແກ້ ໃນໂລກ ກໍຈະຊົງແກ້ໃຫ້ຫລຸດເສັຽແລ້ວໃນສະຫວັນເຫມືອນກັນ.19ເຮົາບອກແກ່ພວກທ່ານວ່າ ຫາກສອງຄົນໃນພວກທ່ານຈະຮ່ວມໃຈກັນຂໍສິ່ງຫນຶ່ງສິ່ງໃດໃນໂລກນີ້ ກໍຈະເປັນໄປຕາມນັ້ນສຳລັບພວກເຂົາ ພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນກໍຈະຊົງກະທຳໃຫ້.20ດ້ວຍວ່າມີສອງຫລືສາມຄົນປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງເຂົາຢູ່ບ່ອນນັ້ນແຫລະ.”21ຈາກນັ້ນເປໂຕໄດ້ມາທູນຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຄວນຈະຍົກໂທດໃຫ້ແກ່ພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍ ຕ້ອງຍົກໂທດເຖິງຈັກເທື່ອບໍ? ຈົນຄົບເຈັດເທື່ອບໍ?”22ພຣະເຢຊູເຈົ້າຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ.23ເຫດສະນັ້ນຣາຊະອານາຈັກສະຫວັນປຽບເຫມືອນເຈົ້າກະສັດອົງຫນຶ່ງ ຜູ້ຊົງປະສົງຢາກຄິດບັນຊີເງິນທີ່ພວກຂ້າໃຊ້ເປັນຫນີ້.24ແມ່ນເຂົາເລີ່ມຕົ້ນຄິດໄລ່ບັນຊີຢູ່, ເຂົາພາຜູ້ຮັບໃຊ້ຜູ້ຫນຶ່ງ ທີ່ເປັນຫນີ້ເພິ່ນຫມື່ນຕາລັນຕົນມາຫາພຣະອົງ.25ແຕ່ເມື່ອລາວບໍ່ມີຫຍັງຈະໃຊ້ຫນີ້ຄືນ, ນາຍຂອງເຂົາຈິ່ງສັ່ງໃຫ້ຂາຍຕົວເຂົາ ລວມທັງເມັຽ ແລະ ລູກ ແລະ ບັນດາສິ່ງຂອງທີ່ເຂົາມີຢູ່ເອົາມາໃຊ້ຫນີ້ເສັຽ.26ຄົນໃຊ້ຜູ້ນັ້ນຈິ່ງຂາບລົງວອນຕໍ່ທ່ານວ່າ, ‘ໂອຍທ່ານເອີຍ, ຂໍຊົງໂຜດຜ່ອນຜັນຂ້ານ້ອຍກ່ອນ ແລ້ວຂ້ານ້ອຍຈະຫາໃຊ້ແທນໃຫ້ຫມົດ’.27ກະສັດຄິດເມດຕາສົງສານ ລາວ. ດັ່ງນັ້ນເພິ່ນ ຈຶ່ງຍົກຫນີ້ໃຫ້ແລ້ວປ່ອຍໃຫ້ ລາວໄປ.28ຕໍ່ມາຊາຍຜູ້ນີ້ກໍພົບເພື່ອນຜູ້ຫນຶ່ງທີ່ເປັນຂ້າໃຊ້ດ້ວຍກັນ, ຊຶ່ງເປັນຫນີ້ຕົນຫນຶ່ງຮ້ອຍເດນາຣິອົນ. ລາວຈິ່ງຈັບເພື່ອນຄົນນັ້ນບີບຄໍ, ແລະເວົ້າວ່າ ‘ເງິນທີ່ມຶງເປັນຫນີ້ກູນັ້ນເອົາມາແທນເສັຽແມ.’29ແຕ່ຂ້ອຍໃຊ້ຜູ້ນັ້ນຈິ່ງຂາບລົງອ້ອນວອນວ່າ ‘ຂໍຜ່ອນຜັນໃຫ້ເຮົາເສັຽກ່ອນທ້ອນ, ແລ້ວເຮົາຈະໃຊ້ໃຫ້ທັງຫມົດ.’30ແຕ່ຂ້າໃຊ້ຄົນທຳອິດບໍ່ຍອມ ແລະຈັບລູກຫນີ້ຜູ້ນັ້ນໄປຂັງໄວ້ຈົນກວ່າຈະໃຊ້ຫນີ້ນັ້ນ.31ຝ່າຍພວກເພື່ອນຂ້າໃຊ້ດ້ວຍກັນ ເມື່ອໄດ້ເຫັນເຫດການຢ່າງນັ້ນກໍພາກັນໃຈຮ້າຍຫລາຍ ແລະນຳເຫດການທັງປວງໄປກາບທູນຕໍ່ເຈົ້ານາຍໃນທຸກສິ່ງທີ່ເກີດຂື້ນ.32ກະສັດຈິ່ງເອີ້ນລາວມາ ແລະ ຊົງກ່າວວ່າ ‘ອ້າຍຂີ້ຂ້າຊາດຊົ່ວເຮີຍ, ເຮົາໄດ້ຍົກຫນີ້ໃຫ້ເຈົ້າທັງຫມົດເພາະເຈົ້າໄດ້ອ້ອນວອນຂໍນຳເຮົາ.33ເຈົ້າຄວນຈະສົງສານເພື່ອນຂອງເຈົ້າເຫມືອນດັ່ງເຮົາໄດ້ສົງສານເຈົ້າບໍ່ແມ່ນບໍ?’34ເຈົ້ານາຍອົງນັ້ນກໍຮ້າຍຫລາຍແລະມອບມັນໄວ້ແກ່ເຈົ້າຫນ້າທີ່ໃຫ້ທໍຣະມານຈົນກວ່າຈະໃຊ້ຫນີ້ໃຫ້ຫມົດ.35ດັ່ງນັ້ນພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເຮັດດັ່ງນັ້ນແກ່ພວກທ່ານທຸກຄົນ ຖ້າພວກທ່ານບໍ່ຍົກຄວາມຜິດໃຫ້ພີ່ນ້ອງຂອງຕົນດ້ວຍໃຈບໍຣິສຸດຂອງທ່ານເອງ.”
1ເມື່ອພຣະເຢຊູເຈົ້າຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ພຣະອົງໄດ້ສະເດັດຈາກແຂວງຄາລີເລ ເຂົ້າໄປໃນເຂດແດນແຂວງຢູດາຍຟາກແມ່ນ້ຳຈໍແດນເບື້ອງນັ້ນ.2ແລະ ພຣະອົງໄດ້ຊົງໂຜດໃຫ້ເຂົາດີພະຍາດໃນທີ່ນັ້ນ.3ພວກຟາຣີຊາຍໄດ້ເຂົ້າມາທົດລອງພຣະອົງທູນວ່າ, “ເປັນເລື່ອງທີ່ຖືກຕ້ອງຕາມກົດບັດຍັດຫລືບໍ ຖ້າຜູ້ຊາຍຈະຢ່າຮ້າງກັບເມັຍເພາະເຫດໃດກໍຕາມ?”4ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານບໍ່ໄດ້ອ່ານຫລືວ່າ ‘ພຣະຜູ້ຊົງສ້າງມະນຸດແຕ່ຕົ້ນເດີມໄດ້ຊົງສ້າງໃຫ້ເປັນຊາຍແລະຍິງໃຫ້ຄູ່ກັນ.’5‘ດ້ວຍເຫດນັ້ນຜູ້ຊາຍຈິ່ງລະພໍ່ແມ່ນຂອງຕົນໄປຜູກພັນຢູ່ກັບເມັຽ ແລະເຂົາທັງສອງຈະເປັນກາຍອັນດຽວກັນ.6ດັ່ງນັ້ນພວກເຂົາຈິ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ.’ ເພາະເຫດນີ້ພຣະເຈົ້າຜູ້ຜູກພັນໄວ້ຕໍ່ກັນແລ້ວນັ້ນ ຢ່າໃຫ້ມະນຸດເຮັດໃຫ້ພາກຈາກກັນເລີຍ.”7ພວກເຂົາຈິ່ງຢ້ອນຖາມພຣະອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມເຊຈິ່ງສັ່ງໃຫ້ເຮັດຫນັງສືຢ່າຮ້າງ ແລະໃຫ້ປະເມັຽໄປໄດ້”.8ພຣະອົງຊົງຕອບເຂົາວ່າ, “ກໍເພາະໃຈຂອງພວກທ່ານດື້ດ້ານຫລາຍ ໂມເຊຈິ່ງຍອມອະນຸຍາດໃຫ້ພວກທ່ານປະເມັຽຂອງຕົນໄດ້ ແຕ່ເມື່ອຕົ້ນເດີມບໍ່ເປັນຢ່າງນັ້ນ.9ຜູ້ໃດຈະປະເມັຽຂອງຕົນ, ໂດຍເມັຽບໍ່ເປັນຊູ້ກັບຊາຍອື່ນ ແລ້ວໄປເອົາເມັຽໃຫມ່ ຜູ້ນັ້ນມີຄວາມຜິດໃນຖານຫລິ້ນຊູ້ ແລະຜູ້ໃດຈະເອົາແມ່ຮ້າງນັ້ນມາເປັນເມັຽ ກໍຜິດໃນຖານຫລິ້ນຊູ້ເຫມືອນກັນ.”10ພວກສາວົກຈິ່ງທູນພຣະອົງວ່າ, “ຖ້າເປັນເຊັ່ນນັ້ນລະຫວ່າງຜົວເມັຽຂອງຕົນແລ້ວ ການບໍ່ແຕ່ງງານກໍຈະດີກວ່າ.”11“ບໍ່ແມ່ນຫມົດທຸກຄົນທີ່ຈະຮັບປະຕິບັດຕາມຂໍ້ນີ້ໄດ້ ເວັ້ນແຕ່ຜູ້ທີ່ຊົງໂຜດເທົ່ານັ້ນ.12ຜູ້ທີ່ເປັນຫມັນແຕ່ເກີດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນຫມັນກໍມີຜູ້ທີ່ເຮັດໃຫ້ຕົນເອງເປັນຫມັນເພາະເຫັນແກ່ຣາຊະອານາຈັກກໍມີ, ຜູ້ໃດທີ່ສາມາດຮັບປະຕິບັດໄດ້ ກໍໃຫ້ຮັບເອົາເຖີດ.”13ຈາກນັ້ນພວກເຂົາໄດ້ພາພວກເດັກນ້ອຍໆມາຫາພຣະອົງ ເພື່ອຈະໃຫ້ພຣະອົງຊົງວາງພຣະຫັດແລະະອະທິຖານເພື່ອເຂົາ, ແຕ່ພວກສາວົກໄດ້ຫ້າມປາມໄວ້.14ແຕ່ພຣະເຢຊູເຈົ້າຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະວ່າຣາຊະອານາຈັກສະຫວັນ ເປັນຂອງຄົນທີ່ເຫມືອນເດັກນ້ອຍເຫລົ່ານີ້ແຫລະ.”15ພຣະອົງຊົງວາງພຣະຫັດໃສ່ພວກເດັກນ້ອຍແລ້ວ ກໍໄດ້ສະເດັດໄປຈາກບ່ອນນັ້ນ.16ເບິ່ງແມ, ມີຄົນຫນຶ່ງເຂົ້າມາທູນພຣະອົງວ່າ, “ອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດດີປະການໃດ ຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?”17ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງທ່ານຖາມເຮົາເຖິງສິ່ງທີ່ດີ ຜູ້ດີມີແຕ່ຜູ້ດຽວ, ຖ້າທ່ານປາຖນາຈະເຂົ້າສູ່ຊີວິດ ໃຫ້ຖືຮັກສາຂໍ້ບັນຍັດທັງຫລາຍໄວ້.”18ຊາຍຜູ້ນັ້ນທູນຖາມວ່າ, “ພຣະບັນຍັດຂໍ້ໃດ?” ພຣະເຢຊູຊົງຕອບວ່າ, “ຄືຂໍ້ທີ່ວ່າ ‘ຢ່າຂ້າຄົນ, ຢ່າລ່ວງປະເວນີ, ຢ່າລັກຊັບ, ແລະຢ່າເປັນພະຍານບໍ່ຈິງ.19ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົວເອງ’.”20ຊາຍຫນຸ່ມຜູ້ນັ້ນທູນຕອບພຣະອົງອີກວ່າ, “ຂໍ້ເຫລົ່ານັ້ນຂ້ານ້ອຍໄດ້ຖືຮັກສາມາແລ້ວ ຂ້ານ້ອຍຍັງຂາດສິ່ງໃດອີກ?”21ພຣະເຢຊູເຈົ້າຊົງຕອບວ່າ, “ຖ້າທ່ານປາຖນາຢາກເປັນຜູ້ດີຄົບຖ້ວນ ຈົ່ງໄປຂາຍບັນດາສິ່ງຂອງຊຶ່ງທ່ານມີຢູ່ ແຈກຢາຍແກ່ຄົນອະນາຖາ ແລ້ວທ່ານຈະມີຊັບສົມບັດໃນສະຫວັນ ແລະຈົ່ງຕາມເຮົາມາເສັຽ.”22ແຕ່ເມື່ອຊາຍຫນຸ່ມໄດ້ຍິນດັ່ງນັ້ນກໍອອກໄປເປັນທຸກຫນັກໃຈ ເພາະຕົນມີຊັບສິ່ງຂອງຈຳນວນຫລາຍ.23ພຣະເຢຊູເຈົ້າຊົງກ່າວກັບພວກສາວົກຂອງຕົນວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຍາກເຫລືອເກີນທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊະອານາຈັກຂອງສະຫວັນ.24ໂຕອູດຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງມີຄົນຫນຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ.”25ເມື່ອພວກສາວົກໄດ້ຍິນດັ່ງນັ້ນກໍປະຫລາດໃຈຫລາຍ ແລະເວົ້າວ່າ, “ຖ້າຢ່າງນັ້ນ ໃຜຈະພົ້ນໄດ້?”26“ຝ່າຍມະນຸດກໍເຫລືອກຳລັງທີ່ຈະເຮັດໄດ້ ແຕ່ສຳລັບພຣະເຈົ້າແລ້ວທຸກສິ່ງລ້ວນແຕ່ເປັນໄປໄດ້.” ແລ້ວເປໂຕທູນຕອບວ່າ,27“ເບິ່ງແມ, ຂ້ານ້ອຍທັງຫລາຍໄດ້ສະຫລະຫມົດທຸກສິ່ງແລ້ວແລະໄດ້ຕິດຕາມພຣະອົງມາ ແລ້ວພວກຂ້ານ້ອຍຈະໄດ້ຫຍັງແດ່?”28ພຣະເຢຊູເຈົ້າຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຄວາມຈິງວ່າ ໃນໂລກໃຫມ່ຄາວເມື່ອບຸດມະນຸດຈະນັ່ງເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກທ່ານກໍຈະນັ່ງເທິງບັນລັງສິບສອງບ່ອນ, ພິພາກສາທັງສິບສອງເຜົ່າຂອງອິສະຣາເອນ.29ທຸກໆ ຄົນທີ່ໄດ້ສະຫລະເຮືອນຊານ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ, ຫລືໄຮ່ນາເພາະເຫັນແກ່ນາມຂອງເຮົາ, ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍທໍ່ ແລະຈະໄດ້ຮັບມໍຣະດົກຄືຊີວິດອັນຕະຫລອດໄປເປັນນິດ.30ແລະຜູ້ທີ່ເປັນປາຍຈະກັບເປັນຕົ້ນ.”
1ເພາະວ່າຣາຊະອານາຈັກສະຫວັນປຽບເຫມືອນພໍ່ເຮືອນຜູ້ຫນຶ່ງທີ່ອອກໄປແຕ່ເຊົ້າ ເພື່ອຈ້າງຄົນມາທຳງານໃນສວນອະງຸ່ນຂອງຕົນ.2ຄັນຕົກລົງກັບລູກຈ້າງວັນລະຫນຶ່ງເດນາຣິອົນແລ້ວ ຈິ່ງໃຊ້ໃຫ້ໄປທຳງານໃນສວນອະງຸ່ນຂອງຕົນ.3ໃນເວລາເກົ້າໂມງເຊົ້າ ເຈົ້າຂອງສວນກໍອອກໄປອີກ ແລະພົບຄົນອື່ນຢືນຢູ່ລ້າກາງຕະຫລາດ.4‘ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນຂອງຂ້ອຍເຫມືອນກັນ ແລະຂ້ອຍຈະໃຫ້ຄ່າຈ້າງແກ່ພວກເຈົ້າຕາມສົມຄວນ.’ ດັ່ງນັ້ນພວກເຂົາກໍພາກັນໄປເຮັດວຽກ.5ອີກຄັ້ງຫນຶ່ງ ເພິ່ນກໍອອກໄປເມື່ອປະມານເວລາທ່ຽງແລະບ່າຍສາມໂມງ ເພິ່ນກໍອອກໄປອີກເຮັດເຫມືອນແຕ່ກ່ອນ.6ພໍຕອນຫ້າໂມງແລງ ເພິ່ນກໍອອກໄປອີກເທື່ອຫນຶ່ງແລະພົບອີກພວກຫນຶ່ງຢືນຢູ່ຈິ່ງຖາມເຂົາວ່າ ‘ເປັນຫຍັງພວກເຈົ້າຈິ່ງຢືນຢູ່ນີ້ຫມົດມື້ລ້າ ໆ?’7‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ.’ ເພິ່ນຈິ່ງບອກເຂົາວ່າ, ‘ພວກເຈົ້າຈົ່ງໄປທຳງານໃນສວນອະງຸ່ນເຫມືອນກັນ.’8ຄັນເຖິງເວລາຄ່ຳແລງແລ້ວ, ເຈົ້າຂອງສວນອະງຸ່ນຈິ່ງບອກເຈົ້າພະນັກງານວ່າ ‘ຈົ່ງເອີ້ນພວກຄົນງານມາ ແລ້ວໃຫ້ຄ່າຈ້າງແກ່ເຂົາ ຕັ້ງແຕ່ຜູ້ທຳງານສຸດທ້າຍຈົນເຖິງຜູ້ມາກ່ອນ.’9ເຂົາແຕ່ລະຄົນໄດ້ຮັບຄ່າຈ້າງຄົນລະຫນຶ່ງເດນາຣິອົນ.10ເມື່ອພວກຄົນງານທີ່ມາກ່ອນເຫັນ ກໍນຶກວ່າຄົງຈະໄດ້ຮັບຫລາຍກວ່ານັ້ນ, ແຕ່ກໍໄດ້ຮັບຄົນລະຫນຶ່ງເດນາຣິອົນເຫມືອນກັນ.11ເມື່ອໄດ້ຮັບເງິນແລ້ວເຂົາກໍຈົ່ມຕໍ່ເຈົ້າຂອງສວນ.12ພວກເຂົາເວົ້າວ່າ ‘ພວກທີ່ມາຕາມຫລັງເຮັດວຽກໄດ້ແຕ່ຊົ່ວໂມງດຽວ ແຕ່ທ່ານໄດ້ໃຫ້ເຂົາທໍ່ກັນກັບພວກຂ້ານ້ອຍ ທີ່ອົດທຳງານຫນັກຕາກແດດຮ້ອນຕະຫລອດວັນ.’13ແຕ່ເຈົ້າຂອງສວນໄດ້ຕອບໂດຍກ່າວກັບຄົນຫນຶ່ງໃນພວກເຂົາວ່າ ‘ສະຫາຍເອີຍ, ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າດອກ. ເຈົ້າໄດ້ຕົກລົງກັນແລ້ວກັບຂ້ອຍວັນລະຫນຶ່ງເດນາຣິອົນ ບໍ່ແມ່ນຫລື?14ສ່ວນທີ່ຕົກເປັນຂອງເຈົ້າຈົ່ງເອົາໄປເສັຽ. ຂ້ອຍພໍໃຈຈະໃຫ້ຄ່າຈ້າງຄົນງານກຸ່ມທີ່ເຂົ້າການສຸດທ້າຍນີ້ ທໍ່ກັນກັບເຈົ້າ.15ຂ້ອຍມີສິດທີ່ຈະໃຊ້ເງິນຄຳຂອງຂ້ອຍຕາມໃຈຂອງຂ້ອຍ ບໍ່ຄວນບໍ? ເປັນຫຍັງເຈົ້າອິດສາເມື່ອເຫັນຂ້ອຍໃຈດີ?’16ແລະຜູ້ເປັນຕົ້ນຈະກັບເປັນປາຍ.”17ເມື່ອພຣະເຢຊູເຈົ້າກຳລັງສະເດັດຂຶ້ນເມືອນະຄອນເຢຣູຊາເລັມ, ພຣະອົງກໍຊົງພາພວກສາວົກສິບສອງຄົນໄປເປັນຫມູ່ຕ່າງຫາກແລະຕາມທາງນັ້ນພຣະອົງຊົງບອກເຂົາວ່າ.18ພວກເຮົາກຳລັງຂຶ້ນເມືອນະຄອນເຢຣູຊາເລັມ, ແລະບຸດມະນຸດຈະຖືກມອບໄວ້ກັບພວກປະໂລຫິດຕົນໃຫຍ່ແລະພວກນັກທັມ. ພວກເຫລົ່ານີ້ຈະຕັດສິນລົງໂທດຈົນເຖິງແກ່ຊີວິດ19ແລະຈະມອບໄວ້ກັບຄົນຕ່າງຊາດໃຫ້ເຍາະເຍີ້ຍ, ຂ້ຽນຕີ ແລະຕອກຕິດແຂນໄວ້ທີ່ໄມ້ກາງແຂນ. ແຕ່ໃນວັນຖ້ວນສາມເພິ່ນຈະຖືກຊົງບັນດານໃຫ້ເປັນຄືນມາໃຫມ່.”20ຈາກນັ້ນມານດາຂອງລູກຊາຍເຊເບດາຍພາລູກທັງສອງຂອງຕົນມາຫາພຣະອົງ. ນາງຂາບໄຫວ້ຕໍ່ຫນ້າພຣະອົງ ແລະທູນຂໍບາງສິ່ງຈາກພຣະອົງ.21ພຣະເຢຊູເຈົ້າຈິ່ງຊົງຖາມນາງວ່າ, “ນາງປາຖນາສິ່ງໃດ?” ນາງທູນຕອບວ່າ, “ຂໍທ່ານຮັບສັ່ງໃຫ້ລູກຊາຍຂອງຂ້ານ້ອຍສອງຄົນນີ້ນັ່ງໃນອານາຈັກຂອງທ່ານ ເບື້ອງຂວາຜູ້ຫນຶ່ງ ເບື້ອງຊ້າຍຜູ້ຫນຶ່ງ ແດ່ທ້ອນ.”22ແຕ່ພຣະເຢຊູຊົງຕອບວ່າ, “ພວກທ່ານບໍ່ເຂົ້າໃຈໃນສິ່ງທີ່ທ່ານຂໍນັ້ນ. ຈອກທີ່ເຮົາກຳລັງຈະດື່ມນັ້ນທ່ານຈະດື່ມໄດ້ບໍ?” ເຂົາທູນຕອບວ່າ, ‘ໄດ້ຢູ່ຂ້ານ້ອຍ.”23ພຣະອົງຊົງກ່າວກັບເຂົາວ່າ, “ພວກທ່ານຈະດື່ມຈອກຂອງເຮົາກໍຈິງຢູ່ ແຕ່ທີ່ຈະນັ່ງເບື້ອງຂວາແລະເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າທີ່ຂອງເຮົາຈະຈັດໃຫ້, ແຕ່ພຣະບິດາຂອງເຮົາຊົງຈັດແຈງໄວ້ສຳລັບຜູ້ໃດກໍເປັນຂອງຜູ້ນັ້ນ.”24ເມື່ອພວກສາວົກສິບຄົນໄດ້ຍິນດັ່ງນັ້ນແລ້ວ ກໍມີຄວາມເຄືອງໃຈເພາະອ້າຍນ້ອງສອງຄົນນັ້ນ.25ແຕ່ພຣະເຢຊູເຈົ້າຊົງເອີ້ນເຂົາມາແລ້ວກ່າວວ່າ, “ພວກທ່ານຮູ້ຢູ່ວ່າພວກຜູ້ຄຸ້ມຄອງຄົນຕ່າງຊາດກໍບັງຄັບໃຫ້ຄົນທັງຫລາຍຕ້ອງເຊື່ອຟັງພວກເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາ.26ຜູ້ໃດຢາກເກີດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ແທນ.27ແລະຖ້າຜູ້ໃດຢາກເປັນເອກຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງພວກທ່ານ.28ເຫມືອນຢ່າງບຸດມະນຸດບໍ່ໄດ້ມາໃຫ້ຄົນອື່ນຮັບໃຊ້ ແຕ່ໄດ້ມາເພື່ອຈະບົວລະບັດເຂົາ ແລະປຣະທານຊີວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳນວນຫລາຍ.”29ເມື່ອພວກເຂົາອອກໄປຈາກເມືອງເຢຣິໂກ, ມີປະຊາຊົນຈຳນວນຫລາຍໄດ້ຕາມພຣະອົງໄປ.30ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງເມື່ອໄດ້ຍິນວ່າພຣະເຢຊູເຈົ້າສະເດັດກາຍມາເຂົາຈິ່ງຮ້ອງຂຶ້ນວ່າ “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້ານ້ອຍແດ່ຖ້ອນ.”31ແຕ່ເຂົາແຮ່ງຊ້ຳຮ້ອງດັງຂຶ້ນວ່າ, “ທ່ານຜູ້ເປັນບຸດດາວິດເອີຍ, ຂໍຈົ່ງເມດຕາພວກຂ້ານ້ອຍແດ່ຖ້ອນ.”32ແລ້ວພຣະເຢຊູເຈົ້າຊົງຢຸດຢູ່ແລະເອີ້ນເຂົາມາແລ້ວຊົງຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອເຈົ້າ?”33ພວກເຂົາຈິ່ງທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍໂຜດເຮັດໃຫ້ຕາຂອງພວກຂ້ານ້ອຍມືນເຫັນຮຸ່ງແດ່ຖ້ອນ.”34ພຣະເຢຊູເຈົ້າສົງສານພວກເຂົາຈິ່ງຊົງບາຍຕາຂອງເຂົາ ໃນທັນໃດນັ້ນເຂົາກໍເຫັນຮຸ່ງແລະຕິດຕາມພຣະອົງໄປ.
1ເມື່ອພຣະເຢຊູເຈົ້າແລະພວກສາວົກຂອງພຣະອົງມາໃກ້ນະຄອນເຢຣູຊາເລັມ, ແລະມາເຖິງບ້ານເບັດຟາເຄ ທີ່ພູຫມາກກອກເທດ, ພຣະເຢຊູໄດ້ຊົງໃຊ້ສາວົກສອງຄົນໄປ,2ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າທ່ານ ແລ້ວທ່ານຈະພົບລໍແມ່ໂຕຫນຶ່ງທີ່ຖືກມັດໄວ້ຢູ່ກັບລູກຂອງມັນ. ຈົ່ງແກ້ຈູງມາໃຫ້ເຮົາ.3‘ອົງພຣະຜູ້ເປັນເຈົ້າຈຳເປັນຕ້ອງໃຊ້ພວກມັນ’ ແລ້ວຄົນນັ້ນຈະປ່ອຍພວກມັນໃຫ້ມາກັບພວກທ່ານໂດຍທັນທີ.”4ເຫດການໄດ້ເກີດຂຶ້ນເພື່ອໃຫ້ສຳເລັດ ຕາມທີ່ຜູ້ທຳນວາຍກ່າວໄວ້ວ່າ,5“ຈົ່ງບອກແກ່ລູກສາວຂອງເມືອງຊີໂອນວ່າ ‘ເບິ່ງແມ, ກະສັດຂອງທ່ານກຳລັງສະເດັດມາຫາທ່ານ ກະສັດຜູ້ມີພຣະທັຍອ່ອນສຸພາບ ແລະຊົງປຣະທັບເທິງຫລັງລໍ ໂຕຫນຶ່ງ ເຊິ່ງເປັນລູກລໍທີ່ຫາກໍເກີດຈາກທ້ອງແມ່ມັນ’.”6ຈາກນັ້ນພວກສາວົກສອງຄົນນັ້ນກໍໄປເຮັດຕາມທີ່ພຣະເຢຊູຊົງສັ່ງສອນພວກເຂົາ,7ຈິ່ງຈູງລໍແມ່ກັບລູກມັນມາ ແລະເອົາເສື້ອຜ້າຂອງຕົນຢູ່ເທິງຫລັງມັນ ແລ້ວພຣະອົງໄດ້ຊົງຂຶ້ນປຣະທັບ.8ປະຊາຊົນສ່ວນຫລາຍໄດ້ເອົາເສື້ອຜ້າຂອງຕົນປູຕາມຫົນທາງ ບາງຄົນກໍຕັດຟົດໄມ້ມາປູຕາມທາງ.9ຝ່າຍຝູງຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຫ່ຮ້ອງວ່າ, “ໂຮຊັນນາ ແກ່ຣາຊະບຸດຂອງດາວິດ ສາທຸການແດ່ຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣີນ ໂຮຊັນນາໃນທີ່ສູງສຸດ.”10ເມື່ອພຣະເຢຊູເຈົ້າເຂົ້າໄປໃນນະຄອນເຢຣູຊາເລັມແລ້ວ ປະຊາຊົນທົ່ວທັງນະຄອນກໍພາກັນແຕກຕື່ນຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?”11“ນີ້ຄືພຣະເຢຊູເຈົ້າຜູ້ປະກາດພຣະທັມ ຊຶ່ງມາຈາກເມືອງນາຊາເຣັດແຂວງຄາລີເລ.”12ຈາກນັ້ນພຣະເຢຊູເຈົ້າໄດ້ສະເດັດເຂົ້າໄປໃນບໍຣິເວນພຣະວິຫານ. ພຣະອົງຊົງຂັບໄລ່ບັນດາຜູ້ຊື້ຂາຍໃນບໍຣິເວນພຣະວິຫານນັ້ນອອກເສັຽ ແລະຂວ້ຳໂຕະຜູ້ແລກເງິນກັບທັງບ່ອນນັ່ງຂອງຜູ້ຂາຍນົກເຂົາເສັຽ.13“ມີຄຳຂຽນໄວ້ໃນພຣະຄັມພີວ່າ, ‘ວິຫານຂອງເຮົາ ເຂົາຈະເອີ້ນວ່າເປັນສະຖານທີ່ໄຫ້ວວອນ’ ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ ‘ຖ້ຳຂອງໂຈນ’.”14ພວກຄົນຕາບອດແລະຄົນຂາເສັ້ງກໍພາກັນມາຫາພຣະອົງໃນບໍຣິເວນພຣະວິຫານ, ແລະພຣະອົງໄດ້ຊົງໂຜດໃຫ້ເຂົາດີຫມົດ.15ແຕ່ເມື່ອພວກປະໂລຫິດຕົນໃຫຍ່ແລະພວກນັກທັມໄດ້ເຫັນການອັດສະຈັນທີ່ພຣະອົງຊົງເຮັດນັ້ນ, ແລະທັງໄດ້ຍິນພວກເດັກນ້ອຍຮ້ອງຂຶ້ນໃນບໍຣິເວນພຣະວິຫານວ່າ, “ໂຮຊັນນາແກ່ຣາຊະບຸດຂອງດາວິດ” ເຂົາກໍພາກັນເຄືອງແຄ້ນໃຈ.16ພວກເຂົາຈິ່ງທູນຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເຂົາຮ້ອງຢູ່ບໍ?” ພຣະເຢຊູຊົງເຈົ້າຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ໄດ້ອ່ານຈັກເທື່ອຫລືຄຳທີ່ວ່າ, ‘ພຣະອົງຊົງຈັດໃຫ້ຄຳສັນຣະເສີນອັນແທ້ຈິງອອກມາຈາກປາກຂອງເດັກນ້ອຍແລະແອນ້ອຍຜູ້ທີ່ຍັງກິນນົມຢູ່’.”17ແລ້ວພຣະເຢຊູເຈົ້າກໍສະເດັດອອກຈາກເມືອງໄປປະທັບຢູ່ບ້ານເບັດທານີ ແລ້ວຊົງຄ້າງຄືນທີ່ນັ້ນ.18ຂະນະທີ່ພຣະເຢຊູເຈົ້າສະເດັດກັບຄືນເຂົ້າໄປໃນນະຄອນພຣະອົງຊົງຫີວອາຫານ.19ເມື່ອທອດພຣະເນດເຫັນຕົ້ນເດື່ອເທດຕົ້ນຫນຶ່ງຢູ່ແຄມທາງ ພຣະອົງກໍສະເດັດເຂົ້າໄປໃກ້ ເມື່ອຊົງເຫັນບໍ່ມີຫມາກ ມີແຕ່ໃບເທົ່ານັ້ນ ພຣະອົງຈິ່ງຊົງກ່າວແກ່ຕົ້ນນັ້ນວ່າ, “ຈົ່ງຢ່າໄດ້ເກີດຫມາກຕໍ່ໄປຈັກເທື່ອ” ແລະຕົ້ນເດື່ອກໍຫ່ຽວແຫ້ງລົງໃນທັນທີ.20ເມື່ອພວກສາວົກເຫັນດັ່ງນັ້ນກໍປະຫລາດໃຈ ແລະເວົ້າກັນວ່າ, “ເປັນໄດ້ຢ່າງໃດ ຕົ້ນເດື່ອນັ້ນຈິ່ງຫ່ຽວແຫ້ງໄປໃນທັນທີ?”21ພຣະເຢຊູເຈົ້າຕອບວ່າ, “ເຮົາ ບອກພວກເຈົ້າຄວາມຈິງວ່າ ຖ້າພວກທ່ານຫາກມີຄວາມເຊື່ອ ແລະ ບໍ່ສົງໄສເລີຍ ທ່ານຈະເຮັດໄດ້ຢ່າງທີ່ເຮົາໄດ້ເຮັດແກ່ຕົ້ນເດື່ອນີ້ ແລະ ບໍ່ພຽງເທົ່ານັ້ນ ແຕ່ວ່າທ່ານຈະບອກພູນີ້ວ່າ ຈົ່ງຍ້າຍໄປຕົກລົງນ້ຳທະເລເສັຽ ກໍຈະເປັນໄປດັ່ງນັ້ນ.22ທຸກສິ່ງທີ່ພວກເຈົ້າທູນຂໍ ພາວັນນາອະທິຖານ ພວກເຈົ້າມີຄວາມເຊື່ອ, ພວກເຈົ້າກໍຈະໄດ້ຮັບ ໃນສິ່ງນັ້ນ.”23ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນບໍຣິເວນພຣະວິຫານ ໃນເວລາທີ່ຊົງສັ່ງສອນຢູ່ນັ້ນ ພວກປະໂລຫິດຕົນໃຫຍ່ແລະພວກເຖົ້າແກ່ແຫ່ງພົນລະເມືອງໄດ້ມາທູນຖາມພຣະອົງວ່າ, “ທ່ານເຮັດສິ່ງເຫລົ່ານີ້ໂດຍສິດອຳນາດອັນໃດ? ແລະໃຜໃຫ້ສິດນີ້ແກ່ເຈົ້າ?”24ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ເຮົາກໍຈະຖາມພວກທ່ານສິ່ງຫນຶ່ງເຫມືອນກັນ ຖ້າທ່ານຕອບໄດ້ເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອຳນາດຈາກຜູ້ໃດ.25ການບັບຕິສະມາຂອງໂຢຮັນນັ້ນມາຈາກໃສ? ມາຈາກສະຫວັນຫລືຈາກມະນຸດ?” ພວກເຂົາໄດ້ປຶກສາທ່າມກາງກັນເອງ ໂດຍເວົ້າວ່າ, “ຖ້າເຮົາຈະຕອບວ່າ ‘ມາຈາກສະຫວັນ’ ລາວຄົງຈະຖາມເຮົາວ່າ ‘ດ້ວຍເຫດໃດພວກທ່ານຈິ່ງບໍ່ເຊື່ອໂຢຮັນ.’26ຖ້າພວກເຮົາວ່າ‘ມາຈາກມະນຸດ’ ກໍຢ້ານປະຊາຊົນ ເພາະປະຊາຊົນທັງປວງຖືວ່າໂຢຮັນເປັນຜູ້ປະກາດພຣະທັມ.”27“ພວກເຮົາບໍ່ຮູ້” ພຣະອົງຈິ່ງຊົງບອກເຂົາວ່າ, “ຖ້າເຊັ່ນນັ້ນ ເຮົາກໍຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອຳນາດໃດ.”28ແຕ່ທ່ານຄິດຢ່າງໃດ? ຊາຍຜູ້ຫນຶ່ງມີລູກຊາຍສອງຄົນ. ລາວໄປຫາລູກກົກບອກວ່າ ‘ລູກເອີຍ, ຈົ່ງໄປເຮັດວຽກໃນສວນອະງຸ່ນມື້ນີ້ເນີ.’29ເຂົາຕອບພໍ່ວ່າ ‘ລູກບໍ່ໄປ’, ແຕ່ພາຍລຸນມາໄດ້ປ່ຽນໃຈ ແລະ ກໍໄປເຮັດວຽກ.30ແລະ ພໍ່ຈິ່ງໄປຫາລູກຜູ້ທີ່ສອງເວົ້າຢ່າງດຽວກັນ ລູກຜູ້ນີ້ຕອບວ່າ ‘ຂ້ານ້ອຍຈະໄປ’ ແຕ່ເຂົາກໍບໍ່ໄປ.31ໃນລູກຊາຍສອງຄົນນີ້ແມ່ນຜູ້ໃດເຮັດຕາມໃຈຂອງພໍ່” ພວກເຂົາທູນຕອບວ່າ, “ແມ່ນລູກກົກນັ້ນ” ພຣະເຢຊູຊົງເຈົ້າກ່າວກັບເຂົາວ່າ, “ເຮົາບອກພວກທ່ານຄວາມຈິງວ່າ ພວກເກັບພາສີແລະຍິງແມ່ຈ້າງກໍກຳລັງເຂົ້າໃນຣາຊະອານາຈັກຂອງພຣະເຈົ້າກ່ອນພວກທ່ານ.32ແຕ່ພວກທ່ານບໍ່ໄດ້ເຊື່ອ ສ່ວນພວກເກັບພາສີແລະຍິງແມ່ຈ້າງໄດ້ເຊື່ອເພິ່ນ. ແລະພວກທ່ານ ເມື່ອໄດ້ເຫັນສິ່ງທີ່ເກີດຂື້ນແລ້ວ ກໍຍັງບໍ່ກັບໃຈທີ່ຫລັງແລະເຊື່ອເພິ່ນ.”33ຈົ່ງຟັງຄຳອຸປະມາເລື່ອງຫນຶ່ງອີກ ຄືມີພໍ່ເຮືອນຜູ້ຫນຶ່ງໄດ້ເຮັດສວນອະງຸ່ນ ແລ້ວອ້ອມຮົ້ວໄວ້ ເພິ່ນໄດ້ສະກັດອ່າງຢຽບຫມາກອະງຸ່ນເອົານ້ຳ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ. ຈາກນັ້ນຕົນກໍອອກໄປຕ່າງປະເທດ.34ເພິ່ນຈິ່ງໃຊ້ຂ້ອຍໃຊ້ໄປຫາພວກເຊົ່າສວນນັ້ນ ເພື່ອຈະຮັບຜົນອະງຸ່ນຂອງຕົນ.35ແຕ່ຝ່າຍຄົນເຊົ່າສວນນັ້ນໄດ້ຈັບຂ້ອຍໃຊ້ຂອງເພິ່ນ ຂ້ຽນຕີຜູ້ຫນຶ່ງ, ຂ້າເສັຽຜູ້ຫນຶ່ງ, ແລະ ເອົາຫີນຄວ່າງໃສ່ຜູ້ຫນຶ່ງ.36ແຕ່ຄົນເຝົ້າສວນໄດ້ເຮັດແກ່ເຂົາຢ່າງດຽວກັນ.37ຫລັງຈາກນັ້ນ, ເຈົ້າຂອງສວນໄດ້ໃຊ້ລູກຊາຍຂອງຕົນມາ ໂດຍຄິດວ່າ ‘ເຂົາຄົງຈະນັບຖືລູກຊາຍຂອງເຮົາ,’38ແຕ່ເມື່ອພວກເຊົ່າສວນເຫັນລູກຊາຍຂອງເພິ່ນມາ ພວກເຂົາກໍເວົ້າກັນວ່າ ‘ຜູ້ນີ້ແຫລະ, ເປັນເຈົ້າມໍຣະດົກ. ມາເຖີດໃຫ້ພວກເຮົາຂ້າມັນເສັຽ ແລ້ວຍຶດເອົາສັບສິນເຫລົ່ານີ້ແທນ.’39ດັ່ງນັ້ນພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນໂຍນຖິ້ມອອກນອກສວນແລະຂ້າລາວເສັຽ.40ບັດນີ້ ເມື່ອເຈົ້າຂອງສວນມາ, ແລ້ວທ່ານຈະເຮັດຢ່າງໃດແກ່ຄົນເຊົ່າສວນເຫລົ່ານັ້ນ.”41“ທ່ານຈະລົງໂທດຢ່າງຮ້າຍແຮງໃສ່ຄົນຊົ່ວເຫລົ່ານັ້ນດ້ວຍວິທີຮຸນແຮງ ແລ້ວຈະເອົາສວນອະງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ ຊຶ່ງຈະນຳຜົນມາສົ່ງໃຫ້ເພິ່ນເມື່ອເຖິງຣະດູເກັບກ່ຽວ.”42ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານໃນພຣະຄັມພີຫລືທີ່ວ່າ, 'ຫີນທີ່ນາຍຊ່າງໄດ້ປະຕິເສດ ຖືກເຮັດໃຫ້ກາຍເປັນຫີນເສົາເອກແລ້ວ. ການນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ, ເປັນການປະຫລາດແກ່ຕາຂອງເຮົາ.”43ດ້ວຍເຫດນັ້ນ ເຮົາບອກພວກທ່ານວ່າ ຣາຊະອານາຈັກຂອງພຣະເຈົ້າ ຈະຊົງຍົກເອົາໄປຈາກພວກທ່ານ ແລະຊົງປຣະທານແກ່ຊົນຊາດຫນຶ່ງທີ່ຈະໃຫ້ຜົນ.44ຜູ້ໃດກໍຕາມທີ່ລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງ ໆ. ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນ.”45ເມື່ອພວກປະໂລຫິດຕົນໃຫຍ່ກັບພວກຟາຣີຊາຍ ໄດ້ຍິນຄຳອຸປະມາຂອງພຣະອົງແລ້ວ ເຂົາກໍຮູ້ວ່າພຣະອົງຊົງກ່າວເຖິງພວກເຂົາ.46ຂະນະກຳລັງພະຍາຍາມຈັບພຣະອົງນັ້ນ ພວກເຂົາຢ້ານປະຊາຊົນ ເພາະປະຊາຊົນຖືວ່າພຣະອົງເປັນຜູ້ປະກາດພຣະທັມຜູ້ຫນຶ່ງ.
1ພຣະເຢຊູເຈົ້າໄດ້ກ່າວກັບພວກເຂົາອີກເທື່ອຫນຶ່ງວ່າ,2ຣາຊະອານາຈັກສະຫວັນ ປຽບເຫມືອນ ກະສັດຜູ້ຫນຶ່ງຕຽມງານກິນລ້ຽງ ເນື່ອງໃນພິທີສົມຣົດລູກຊາຍຂອງຕົນ.3ພຣະອົງຊົງສົ່ງຄົນໃຊ້ໄປເອີ້ນຜູ້ທີ່ຖືກເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ.4ແລ້ວກະສັດຈິ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກຄົນຫນຶ່ງ ພຣະອົງສັ່ງເຂົາວ່າ ‘ຈົ່ງບອກພວກທີ່ຖືກເຊີນນັ້ນວ່າ, “ເບິ່ງແມ, ເຮົາໄດ້ຈັດຕຽມອາຫານແລງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ແລະສິ່ງສາຣະພັດກໍຕຽມໄວ້ພ້ອມແລ້ວ. ເຊີນມາຮ່ວມງານລ້ຽງພິທີສົມຣົດນັ້ນເຖີ້ນ”5ແຕ່ເຂົາກໍເພີກເສີຍບໍ່ສົນໃຈໃນຄຳເຊື້ອເຊີນແລະພວກເຂົາກໍຫນີໄປເສັຽ, ບາງຄົນກໍໄປໄຮ່ໄປນາ ແລະ ບາງຄົນໄປຄ້າຂາຍ.6ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບຊ້າແລ້ວຂ້າເຂົາເສັຽ.7ພຣະອົງຈິ່ງຊົງຮັບສັ່ງໃຫ້ກອງທະຫານໄປປະຫານຊີວິດຄາດຕະກອນເຫລົ່ານັ້ນ ແລະໃຫ້ເຜົາບ້ານເຮືອນຂອງເຂົາເສັຽ.8ຈາກນັ້ນ ພຣະອົງຈິ່ງຊົງຮັບສັ່ງຂ້າໃຊ້ວ່າ, ‘ງານສົມຣົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ.9ພົບຄົນໃດກໍໃຫ້ເຊີນມາໃນງານລ້ຽງສົມຣົດນີ້.’10ພວກຂ້າໃຊ້ນັ້ນຈິ່ງອອກໄປຕາມຖະຫນົນຫົນທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານສົມຣົດນີ້ ຈົນຫ້ອງພິທີສົມຣົດເຕັມດ້ວຍແຂກ.11ແຕ່ເມື່ອກະສັດອົງນັ້ນສະເດັດເຂົ້າມາທອດພຣະເນດແຂກທັງຫລາຍ, ກໍຊົງເຫັນຜູ້ຫນຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳລັບງານ.12ກະສັດຈິ່ງຊົງຖາມຜູ້ນັ້ນວ່າ ‘ສະຫາຍເອີຍ, ເຫດໃດທ່ານເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳລັບງານສົມຣົດ?’ ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ.13ແລ້ວກະສັດຈິ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ ‘ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສັຽບ່ອນມືດພາຍນອກ’ ທີ່ນັ້ນມີການຮ້ອງໃຫ້ແລະຂົບແຂ້ວຢູ່.14ດ້ວຍວ່າຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີຫນ້ອຍ.”15ຫລັງຈາກນັ້ນພວກຟາຣີຊາຍໄປປຶກສາກັນແລະໄດ້ວາງແຜນເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະອົງໃຫ້ໄດ້ຢ່າງໃດ.16ຈາກນັ້ນພວກເຂົາຈິ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະເຢຊູເຈົ້າວ່າ, “ອາຈານເອີຍ, ພວກຂ້າພຣະເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດຊື່, ໄດ້ສັ່ງສອນໃນທາງຂອງພຣະເຈົ້າຢ່າງສັດຊື່. ທ່ານບໍ່ໄດ້ເອົາໃຈຜູ້ໃດ ແລະທ່ານບໍ່ໄດ້ເຂົ້າຂ້າງຝ່າຍໃດຝ່າຍຫນຶ່ງ.17ຂໍໂຜດໃຫ້ພວກຂ້າພຣະເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງໃດ? ການທີ່ເສັຽສ່ວຍໃຫ້ແກ່ກາຍຊານັ້ນສົມຄວນ ຫລືບໍ່?”18ແຕ່ພຣະເຢຊູຊົງຊາບແຜນການຮ້າຍຂອງພວກເຂົາ ຈິ່ງຊົງກ່າວວ່າ, “ໂອຄົນຫນ້າຊື່ໃຈຄົດເອີຍ, ເຈົ້າຈະມາທົດລອງເຮົາເຮັດຫຍັງ?19ຈົ່ງເອົາເງິນຫລຽນທີ່ໃຊ້ເສັຽພາສີນັ້ນ ມາໃຫ້ເຮົາເບິ່ງດູ.” ຈາກນັ້ນເຂົາຈິ່ງເອົາເງິນຫນຶ່ງເດນາລີອົນມາໃຫ້ພຣະອົງ.20ພຣະເຢຊູເຈົ້າຈິ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ເປັນຂອງໃຜ?”21“ເປັນຂອງກາຍຊາ.” ແລ້ວພຣະເຢຊູເຈົ້າຈິ່ງຊົງກ່າວກັບພວກເຂົາວ່າ, “ເຫດສັນນັ້ນສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນຖວາຍແກ່ກາຍຊາ ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍແກ່ພຣະເຈົ້າ.”22ເມື່ອພວກເຂົາໄດ້ຍິນເຊັ່ນນັ້ນພວກເຂົາຈິ່ງພາກັນຫນີຈາກພຣະອົງໄປ.23ໃນວັນດຽວກັນນັ້ນໄດ້ມີພວກຊາດູກາຍມາຫາພຣະອົງ, ພວກນີ້ເຄີຍເວົ້າວ່າ, ບໍ່ມີການຄືນມາຈາກຕາຍ. ເຂົາທູນຖາມພຣະອົງ24ກ່າວວ່າ, “ອາຈານເອີຍ, ໂມເຊໄດ້ສັ່ງໄວ້ວ່າ, ‘ຖ້າຜູ້ໃດຕາຍ, ໃນເມື່ອຍັງບໍ່ມີລູກ, ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໄພ້ໄວ້ເປັນພັນຣະຍາ ເພື່ອສືບເຊື້ອສາຍອ້າຍຂອງຕົນ.’25ໃນພວກເຂົາມີພີ່ນ້ອງຜູ້ຊາຍນຳກັນທັງຫມົດເຈັດຄົນ. ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມັຽໄວ້ໃຫ້ແກ່ນ້ອງຊາຍ.26ຈົນເຖິງຜູ້ຖ້ວນເຈັດ.27ພາຍຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ.28ຍິງນັ້ນຈະເປັນເມັຽຂອງຜູ້ໃດໃນເຈັດຄົນນັ້ນ? ເພາະວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ.”29ແຕ່ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະທ່ານບໍ່ຮູ້ຈັກພຣະຄັມພີຫລືຣິດເດດຂອງພຣະເຈົ້າ.30ເພາະເມື່ອມະນຸດເປັນຄືນມາຈາກຄວາມຕາຍນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ. ແຕ່ເຂົາຈະເປັນເຫມືອນເທວະດາໃນສະຫວັນ.31ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລືຊຶ່ງພຣະເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ,32‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ?’ ພຣະອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ.”33ເມື່ອຄົນທັງປວງໄດ້ຍິນດັ່ງນີ້ແລ້ວ ກໍພາກັນປະຫລາດໃຈດ້ວຍຄຳສັ່ງສອນຂອງພຣະອົງ.34ແຕ່ເມື່ອພວກຟາຣີຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາດູກາຍມິດຢູ່ ພວກເຂົາຈິ່ງປະຊຸມກັນ,35ມີນັກກົດຫມາຍຜູ້ຫນຶ່ງໃນພວກເຂົາໄດ້ທົດລອງ ໂດຍທູນຖາມພຣະອົງວ່າ,36“ທ່ານອາຈານເອີຍ, ໃນພຣະບັນຍັດຂໍ້ໃດເປັນຂໍ້ໃຫຍ່ທີ່ສຸດ?”37ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດຂອງເຈົ້າ.’38ນັ້ນແລະຄືກົດບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ.39ແລະພຣະບັນຍັດຂໍ້ທີສອງກໍເຫມືອນກັນຄື ‘ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.’40ກົດບັນຍັດທັງຫມົດກໍຂຶ້ນຢູ່ກັບພຣະບັນຍັດສອງຂໍ້ນີ້.”41ພຣະເຢຊູເຈົ້າຊົງຖາມເຂົາວ່າ,42“ພວກທ່ານຄິດເຫັນຢ່າງໃດດ້ວຍເລື່ອງພຣະຄຣິດ ເພິ່ນເປັນເຊື້ອສາຍຂອງຜູ້ໃດ?” ພວກເຂົາທູນຕອບວ່າ, “ເປັນເຊື້ອສາຍຂອງດາວິດ.”43ພຣະເຢຊູຈິ່ງຊົງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ເຫດໃດດາວິດຈິ່ງຊົງເອີ້ນພຣະອົງວ່າອົງພຣະຜູ້ເປັນເຈົ້າ ໂດຍເດດພຣະວິນຍານ ແລະຊົງກ່າວວ່າ,44“ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ?”45ຖ້າດາວິດເອີ້ນພຣະຄຣິດວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ?”46ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ ຕັ້ງແຕ່ວັນນັ້ນມາບໍ່ມີຜູ້ໃດກ້າຖາມພຣະອົງອີກ.
1ຫລັງຈາກນັ້ນພຣະເຢຊູເຈົ້າຊົງກ່າວກັບປະຊາຊົນແລະບັນດາສາວົກຂອງພຣະອົງວ່າ2“ພວກນັກທັມແລະພວກຟາຣີຊາຍນັ່ງບ່ອນນັ່ງຂອງໂມເຊ.3ເຫດສັນນັ້ນ ທຸກສິ່ງທີ່ເຂົາບອກສອນພວກທ່ານ ຈົ່ງເຮັດຕາມ. ແຕ່ຢ່າໄດ້ເຮັດຕາມກິດຈະການຂອງເຂົາ, ເພາະພວກເຂົາບອກສອນສິ່ງຕ່າງໆເຫລົ່ານີ້ໄວ້ ແຕ່ບໍ່ໄດ້ເຮັດຕາມ.4ດ້ວຍວ່າພວກເຂົາເອົາພາຣະຫນັກມາວາງໃສ່ບ່າມະນຸດ ສ່ວນເຂົາເອງ ແມ່ນແຕ່ນິ້ວມືດຽວກໍບໍຍອມຈັບຍົກໄປ.5ພວກເຂົາບັນຈຸຂໍ້ພຣະທັມປະຈຳຕົວ ເຂົາກໍເຮັດໃຫ້ໃຫຍ່ ແລະຍອຍເສື້ອຂອງເຂົາ ກໍໃຫ້ຍາວອອກໄປ.6ພວກເຂົາມັກບ່ອນນັ່ງອັນມີກຽດໃນງານລ້ຽງຕ່າງໆແລະໃນໂຮງທັມະເທສະຫນາ,7ແລະມັກໃຫ້ມະນຸດເອີ້ນເຂົາວ່າ ‘ອາຈານ’8ແຕ່ຝ່າຍພວກທ່ານ ຢ່າໃຫ້ໃຜເອີ້ນວ່າ ‘ອາຈານເຈົ້າຂ້າ’ ເພາະວ່າພວກທ່ານມີແຕ່ພຣະອາຈານຜູ້ດຽວ ແລະພວກທ່ານເປັນພີ່ນ້ອງກັນທັງຫມົດ.9ແລະຢ່າເອີ້ນຜູ້ໃດໃນໂລກວ່າ ‘ບິດາ’ ເພາະພວກທ່ານມີພຣະບິດາແຕ່ພຽງຜູ້ດຽວ ຄືຜູ້ທີ່ຊົງສະຖິດຢູ່ໃນສະຫວັນ.10ຢ່າໃຫ້ຜູ້ໃດເອີ້ນພວກທ່ານວ່າ‘ນາຍ’ ເພາະວ່ານາຍຂອງພວກທ່ານມີແຕ່ຜູ້ດຽວ ຄືພຣະຄຣິດເຈົ້າ.11ເພາະວ່າຜູ້ໃດທີ່ເປັນໃຫຍ່ທີ່ສຸດໃນພວກທ່ານ ຜູ້ນັ້ນຕ້ອງຮັບໃຊ້ຄົນອື່ນ.12ຜູ້ນັ້ນຈະຖືກເຮັດໃຫ້ຕ່ຳລົງ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ.13ແຕ່ວິບັດແກ່ພວກທັມະຈານແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ! ດ້ວຍວ່າພວກເຈົ້າອັດປະຕູຣາຊະອານາຈັກສະຫວັນຕັນທາງມະນຸດ. ເພາະວ່າພວກເຈົ້າເອງກໍບໍ່ເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍບໍ່ໃຫ້ເຂົ້າໄປ.14ວິບັດແກ່ເຈົ້າພວກທັມະຈານແລະພວກຟາຣີຊາຍພວກເຈົ້າສໍ້ໂກງເອົາສິ່ງຂອງໆບັນດາແມ່ຫມ້າຍແລະແກ້ງອະທິຖານຍືດຍາວ15ແລະ ພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າທຽວໄປທາງນ້ຳແລະທາງບົກທົ່ວໄປ ເພື່ອຈະໃຫ້ແມ່ນແຕ່ຄົນດຽວເຂົ້າສາສນາ ແຕ່ເມື່ອໄດ້ເຂົ້າແລ້ວ ພວກເຈົ້າກໍເຮັດໃຫ້ຄົນນັ້ນສົມກັບນະຣົກຫລາຍກວ່າເຈົ້າເອງເຖິງສອງທໍ່.16ວິບັດແກ່ເຈົ້າ, ຄົນນຳທາງຕາບອດທີ່ສອນວ່າ ‘ຖ້າຜູ້ໃດຈະສາບານອ້າງໃສ່ພຣະວິຫານ ຄຳສາບານນັ້ນກໍບໍ່ມີຂໍຜູກມັດ ແຕ່ຖ້າຜູ້ໃດສາບານອ້າງໃສ່ທອງຄຳຂອງພຣະວິຫານ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ.’17ໂອ ຄົນຕາບອດ ແລະ ໂງ່ເອີຍ, ສິ່ງໃດຈະສຳຄັນກວ່າກັນທອງຄຳ ຫລືພຣະວິຫານ ທີ່ເຮັດໃຫ້ທອງຄຳນັ້ນສັກສິດ?18ແລະສອນວ່າ ‘ຖ້າຜູ້ໃດຈະສາບານອ້າງໃສ່ແທນບູຊາ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດຈະສາບານໃສ່ເຄື່ອງຖວາຍເທິງແທ່ນບູຊາ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ.’19ສິ່ງໃດຈະສຳຄັນກວ່າກັນ ເຄື່ອງຖວາຍຫລືແທ່ນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກສິດ?20ເຫດສະນັ້ນ, ຜູ້ໃດຈະສາບານອ້າງໃສ່ແທ່ນບູຊາ ແລະ ໃສ່ເຄື່ອງຖວາຍທັງປວງທີ່ຢູ່ເທິງແທ່ນນັ້ນເຫມືອນກັນ.21ຜູ້ໃດຈະສາບານອ້າງໃສ່ພຣະວິຫານ ກໍອ້າງໃສ່ພຣະອົງຜູ້ຊົງສະຖິດຢູ່ໃນພຣະວິຫານນັ້ນເຫມືອນກັນ.22ແລະ ຜູ້ໃດຈະສາບານອ້າງໃສ່ສະຫວັນ ກໍອ້າງໃສ່ພຣະທີ່ນັ່ງແລະອ້າງໃສ່ພຣະອົງຜູ້ປະທັບເທິງພຣະທີ່ນັ່ງນັ້ນເຫມືອນກັນ.23ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າຖວາຍສິບລົດທີ່ເປັນຜັກກ້ານກ່ຳ, ຜັກຊີ, ແຕ່ພວກເຈົ້າຕັດຂໍ້ສຳຄັນຂອງພຣະບັນຍັດ ຄືຄວາມຍຸຕິທັມ, ຄວາມເມດຕາ, ຄວາມສັດຊື່ນັ້ນໄດ້ປະຖິ້ມເສັຽ ເຊິ່ງສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ.24ໂອ ພວກຄົນນຳທາງຕາບອດເອີຍ, ເຈົ້າຕອງແມງມີ່ອອກແຕ່ກືນໂຕອູດທັງໂຕເຂົ້າໄປ.25ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ. ເຫດວ່າພວກເຈົ້າເຄີຍລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍຊາມນັ້ນເຕັມໄປດ້ວຍການຂູ່ຊິງເອົາແລະການມົວເມົາກິເລດ.26ໂອຟາຣີຊາຍຕາບອດເອີຍ, ຈົ່ງຊໍຳຣະຖ້ວຍຊາມຂ້າງໃນເສັຽກ່ອນ, ເພື່ອຂ້າງນອກຈະສະອາດເຫມືອນກັນ.27ວິບັດແກ່ເຈົ້າພວກນັກທັມແລະພວກຟາຣີຊາຍ ຄົດຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າເປັນເຫມືອນອຸບໂມງຝັງສົບ ທາດ້ວຍປູນຂາວຂ້າງນອກເບິ່ງງົດງາມ ແຕ່ຂ້າງໃນເຕັມໄປດ້ວຍກະດູກຄົນຕາຍ ແລະ ສາຣະພັດທີ່ຫນ້າຂີ້ດຽດ.28ພາຍນອກປະກົດຕໍ່ມະນຸດວ່າເປັນຄົນສິນທັມ, ແຕ່ພາຍໃນເຕັມໄປດ້ວຍການຫນ້າຊື່ໃຈຄົດ ແລະ ຄວາມຊົ່ວຊ້າ.29ວິບັດແກ່ເຈົ້າ ພວກນັກທັມແລະພວກຟາຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າສ້າງອຸບໂມງຝັງສົບຂອງພວກປະກາດພຣະທັມແລະຕົບແຕ່ງທາດຂອງພວກຄົນສິນທັມໃຫ້ງົດງາມ.30ເຈົ້າກ່າວວ່າ ‘ຖ້າພວກເຮົາໄດ້ຢູ່ໃນສະໄຫມບັັນພະບຸຣຸດຂອງເຮົານັ້ນກໍຈະບໍ່ມີສ່ວນກັບເຂົາໃນການຂ້າ ພວກຜູ້ປະກາດພຣະທັມນັ້ນ.31ດັ່ງນັ້ນພວກເຈົ້າຈິ່ງເປັນພະຍານຕໍ່ສູ້ຕົນເອງວ່າເປັນລູກຂອງຜູ້ທີ່ໄດ້ຂ້າພວກຜູ້ປະກາດພຣະທັມເຫລົ່ານັ້ນ.32ເຈົ້າທັງຫລາຍຈົ່ງເຮັດຕາມທີ່ບັນພະບຸຣຸດໄດ້ເຮັດນັ້ນໃຫ້ຄົບຖ້ວນສາ.33ເຈົ້າພວກງູ ພວກຊາດງູຮ້າຍເອີຍ, ພວກເຈົ້າຈະຫນີພົ້ນໂທດນະຣົກໄດ້ຢ່າງໃດ?34ເຫດສັນນັ້ນ, ເບິ່ງເຖີດ, ເຮົາໃຊ້ຜູ້ປະກາດພຣະທັມ ແລະ ນັກປຣາດ, ແລະ ນັກທັມຕ່າງໆມາຫາພວກເຈົ້າ. ເຈົ້າກໍຈະຂ້າບາງຄົນເສັຽແດ່ ແລະ ພວກເຈົ້າໄດ້ຂ້ຽນຕີພວກເຂົາໃນໂຮງທັມະເທສະຫນາ ແລະ ຂົ່ມເຫັງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນແດ່.35ເລືອດອັນບໍ່ມີຜິດທັງຫມົດທີ່ຕົກໃສ່ແຜ່ນດິນ ຕັ້ງແຕ່ເລືອດຂອງອາເບັນຜູ້ບໍ່ມີຜິດຈົນເຖິງເລືອດຂອງຊາຂາລີຢາລູກຊາຍຂອງບາຣາຂີຢາ ທີ່ພວກເຈົ້າໄດ້ຂ້າໃນລະຫວ່າງພຣະວິຫານແລະແທ່ນບູຊາ.36ເຮົາບອກພວກເຈົ້າຄວາມຈິງວ່າ ເຫດເຫລົ່ານີ້ຈະຕົກໃສ່ຄົນສະໄຫມນີ້.”37ໂອ ເຢຣູຊາເລັມ ເຢຣູຊາເລັມເອີຍ, ເມືອງທີ່ໄດ້ຂ້າບັນດາຜູ້ປະກາດພຣະທັມແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ. ເຮົາປາຖນາຈັກເທື່ອແລ້ວຫນໍ ວ່າຈະຮວບຮວມເອົາລູກຂອງເຈົ້າໄວ້ ເຫມືອນແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ພວກເຈົ້າບໍ່ຍິນຍອມ.38ເບິ່ງແມ, ບ້ານເຮືອນຂອງເຈົ້າກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າແກ່ເຈົ້າ.39ດັ່ງນັ້ນເຮົາຈິ່ງກ່າວກັບພວກເຈົ້າວ່າ ຕັ້ງແຕ່ນີ້ຕໍ່ໄປພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າຈະອອກປາກກ່າວວ່າ ‘ສັນຣະເສີນແດ່ພຣະເຈົ້າຜູ້ເຊິ່ງສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ.”
1ພຣະເຢຊູເຈົ້າສະເດັດອອກຈາກບໍລິເວນພຣະວິຫານ ແລະ ເມື່ອກຳລັງສະເດັດໄປນັ້ນ. ພວກສາວົກຂອງພຣະອົງໄດ້ມາຫາພຣະອົງ ແລະຊີ້ໄປທີ່ຕຶກໃນບໍລິເວນພຣະວິຫານ.2ແຕ່ພຣະອົງຈິ່ງຊົງຕອບວ່າ, “ພວກທ່ານເຫັນສິ່ງທັງປວງເຫລົ່ານີ້ແລ້ວບໍ່ແມ່ນບໍ? ເຮົາບອກພວກທ່ານຕາມຄວາມຈິງວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ທີ່ນີ້ ຈະຖືກທຳລາຍລົງຈົນບໍ່ເຫລືອຈັກກ້ອນ.”3ຂະນະທີ່ພຣະອົງປຣະທັບຢູ່ພູຫມາກກອກເທດ ພວກສາວົກມາເຝົ້າພຣະອົງຕ່າງຫາກກາບທູນວ່າ, “ຂໍໂຜດໃຫ້ພວກຂ້ານ້ອຍຊາບແດ່ວ່າ ເຫດການເຫລົ່ານີ້ຈະເກີດຂຶ້ນໃນເວລາໃດ ສິ່ງໃດເປັນຫມາຍສຳຄັນແຫ່ງການສະເດັດມາຂອງພຣະອົງແລະສະໄຫມເກົ່າຈະສິ້ນສຸດລົງ.”4ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງຣະວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ.5ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ ‘ເຮົານີ້ແຫລະ, ເປັນພຣະຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ.6ພວກທ່ານຈະໄດ້ຍິນເຖິງເລື່ອງການເສິກ ແລະ ຂ່າວເລົ່າລືເລື່ອງສົງຄາມ ເມື່ອເຖິງເວລານັ້ນທ່ານຢ່າຕົກໃຈ ດ້ວຍວ່າເຫດການເຫລົ່ານີ້ຈຳເປັນຕ້ອງເກີດຂຶ້ນ; ແຕ່ວ່າທີ່ສຸດປາຍຍັງບໍ່ມາເຖິງ.7ດ້ວຍວ່າປະເທດຕໍ່ປະເທດແລະອານາຈັກຕໍ່ອານາຈັກຈະສູ້ຮົບກັນ ທັງຈະເກີດການອຶດຢາກແລະແຜ່ນດິນໄຫວໃນບ່ອນຕ່າງ.8ແຕ່ເຫດການທັງປວງນີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກເທົ່ານັ້ນ.9ຈາກນັ້ນພວກເຂົາຈະມອບພວກທ່ານໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສັຽ. ຄົນທຸກຊາດຈະກຽດຊັງພວກທ່ານເພາະເຫັນແກ່ນາມຂອງເຮົາ.10ແລະຫັກຫລັງກັນແລະກັນ, ລວມທັງຈະກຽດຊັງເຊິ່ງກັນແລະກັນ.11ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ.12ເພາະວ່າຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມອະທັມຈະແຜ່ກວ້າງອອກໄປ.13ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ.14ຂ່າວປະເສີດຂອງຣາຊະອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ທຸກຊາດ. ແລ້ວທີ່ສຸດປາຍຈະມາເຖິງ.”15ເຫດສັນນັ້ນ, ເມື່ອໃດທ່ານທັງຫລາຍເຫັນສິ່ງທີ່ຫນ້າກຽດຫນ້າຊັງ, ທີ່ເຮັດໃຫ້ເກີດວິບັດຕັ້ງຢູ່ໃນສະຖານທີ່ສັກສິດ ຕາມພຣະທັມທີ່ຊົງໄດ້ກ່າວໄວ້ດ້ວຍດານີເອນຜູ້ປະກາດພຣະທັມນັ້ນ (ໃຫ້ຜູ້ອ່ານເຂົ້າໃຈເອງເຖີດ),16ແລະ ຜູ້ທີ່ຢູ່ໃນແຂວງຢູດາຍໃຫ້ປົບຫນີສູ່ພູເຂົາທັງຫລາຍໄປ17ຜູ້ທີ່ຢູ່ເທິງຫລັງຄາເຮືອນ ຢ່າໃຫ້ລົງມາເກັບເອົາສິ່ງຂອງທີ່ຢູ່ໃນເຮືອນຂອງຕົນອອກໄປ.18ສ່ວນຜູ້ທີ່ຢູ່ຕາມທົ່ງນາກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ.19ແຕ່ໃນວັນເຫລົ່ານັ້ນເປັນຫນ້າເວດທະນາເຕັມທີຕໍ່ຜູ້ຍິງທີ່ມີລູກນ້ອຍແລະຍັງໃຫ້ລູກອ່່ອນກິນນົມຢູ່.20ຈົ່ງພາວັນນາອະທິຖານຂໍຕໍ່ພຣະເຈົ້າເພື່ອການທີ່ພວກເຈົ້າປົບຫນີໄປນັ້ນຈະບໍ່ຖືກໃນຣະດູຫນາວ21ຕັ້ງແຕ່ຕົ້ນເດີມໂລກ ຈົນເຖິງບັດນີ້, ຄວາມທຸກອັນຮ້າຍແຮງຢ່າງນີ້ຈະບໍ່ມີຕໍ່ໄປອີກຈັກເທື່ອ.22ກໍຈະບໍ່ມີມະນຸດຄົນໃດລອດພົ້ນໄດ້. ແຕ່ເພາະເຫັນແກ່ພວກທີ່ຊົງເລືອກໄວ້ນັ້ນ, ວັນເຫລົ່ານັ້ນຈິ່ງໄດ້ຊົງບັນດານໃຫ້ສັ້ນເຂົ້າ.23ແລະຖ້າຜູ້ໃດຈະບອກພວກທ່ານວ່າ ‘ເບິ່ງແມ, ອົງພຣະຄຣິດຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ຢ່າຊູ່ເຊື່ອເຂົາ.24ແລະສະແດງຫມາຍສຳຄັນອັນໃຫຍ່ ແລະການອັດສະຈັນຕ່າງ, ຖ້າເປັນໄດ້ ມັນຈະຫລອກລວງຜູ້ທີ່ພຣະເຈົ້າຊົງເລືອກໄວ້ໃຫ້ຫລົງໄປ.25ເບິ່ງແມ, ເຮົາໄດ້ບອກພວກທ່ານໃຫ້ຮູ້ໄວ້ກ່ອນທີ່ເວລານັ້ນຈະມາເຖິງ.26ເຫດສະນັ້ນ, ຖ້າພວກເຂົາບອກພວກທ່ານວ່າ ‘ເບິ່ງແມ, ພຣະອົງຊົງປຣະທັບຢູ່ໃນປ່າ’, ຢ່າໄດ້ອອກໄປໃນປ່ານັ້ນ. ຫລື, 'ເບິ່ງແມ, ພຣະອົງປຣະທັບຢູ່ໃນຫ້ອງ’, ກໍຢ່າຊູ່ເຊື່ອພວກເຂົາເລີຍ.27ເພາະວ່າແສງໄຟໄດ້ສ່ອງອອກຈາກທິດຕາເວັນອອກ ແລະ ສ່ອງໄປເຖິງທິດຕາເວັນຕົກຢ່າງໃດ, ການທີ່ບຸດມະນຸດຈະສະເດັດມາກໍຈະເປັນດັ່ງນັ້ນ.28ເມື່ອຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມບ່ອນນັ້ນ.”29ແຕ່ພໍຫມົດຄວາມທຸກລຳບາກຂອງວັນເຫລົ່ານັ້ນໄດ້ຜ່ານພົ້ນໄປແລ້ວ, ດວງອາທິດຈະມືດດັບໄປ, ດວງຈັນຈະບໍ່ສ່ອງແສງ, ດວງດາວທັງປວງຈະຕົກລົງຈາກຟ້າ, ແລະ ບັນດາສິ່ງທີ່ມີອຳນາດໃນທ້ອງຟ້າຈະສະທ້ານຫວັ່ນໄຫວ.30ຕໍ່ຈາກນັ້ນຫມາຍສຳຄັນຂອງບຸດມະນຸດຈະປະກົດຂຶ້ນໃນທ້ອງຟ້າ, ແລະ ມະນຸດທຸກຊາດທົ່ວໂລກຈະຮ້ອງໄຫ້ໂສກເສົ້າ. ພວກເຂົາຈະເຫັນບຸດມະນຸດກຳລັງສະເດັດມາເທິງເມກໃນທ້ອງຟ້າ ພ້ອມດ້ວຍຣິດທານຸພາບ ແລະ ສະຫງ່າຣາສີອັນຍິ່ງໃຫຍ່.31ພຣະອົງຈະສົ່ງທູດສະຫວັນຂອງພຣະອົງດ້ວຍສຽງແກ, ແລະ ພວກເຂົາຈະຮວບຮວມເອົາຄົນທັງປວງທີ່ພຣະອົງຊົງເລືອກໄວ້ແລ້ວ ຈາກທິດທັງສີ່ທິດ ແລະ ຈາກທີ່ສຸດຂອງປາຍຟ້າເບື້ອງນີ້ ຈົນເຖິງທີ່ສຸດຟ້າເບື້ອງນັ້ນ.32ຮຽນຮູ້ບົດຮຽນຫນຶ່ງຈາກຕົ້ນໝາກເດື່ອ. ເມື່ອກິ່ງກ້ານມັນແຕກໃບອ່ອນອອກ, ພວກທ່ານກໍຮູ້ວ່າຣະດູຮ້ອນໃກ້ຈະມາເຖິງແລ້ວ.33ດັ່ງນັ້ນແຫລະ ຢ່າງດຽວກັນ, ເມື່ອພວກທ່ານເຫັນເຫດການເຫລົ່ານີ້, ທ່ານຈົ່ງຮູ້ວ່າພຣະອົງສະເດັດມາໃກ້, ຈະເຖິງປະຕູແລ້ວ.34ເຮົາບອກພວກທ່ານຕາມຄວາມຈິງວ່າ, ຄົນໃນສະໄຫມນີ້ຈະບໍລ່ວງລັບໄປ ກ່ອນເຫດການທັງປວງນີ້ບັງເກີດຂຶ້ນ.35ຟ້າ ແລະ ດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”36ແຕ່ເລື່ອງວັນ ແລະ ໂມງນັ້ນບໍ່ມີໃຜຮູ້, ແມ່ນກະທັ້ງທູດສະຫວັນໃນສະຫວັນ, ຫລື ພຣະບຸດກໍບໍ່ຮູ້, ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້.37ດ້ວຍວ່າສະໄຫມຂອງໂນອາໄດ້ເປັນຢ່າງໃດ, ການສະເດັດມາຂອງບຸດມະນຸດກໍຈະເປັນຢ່າງນັ້ນ.38ເພາະວ່າກ່ອນທີ່ຈະມີນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມ, ໄດ້ແຕ່ງງານແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນນາວາ,39ແລະໂດຍບໍ່ທັນໄດ້ຮູ້ຕົວຢ່າງໃດ ຈົນເຖິງເວລານ້ຳໄດ້ມາຖ້ວມກວາດເອົາພວກເຂົາໄປ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນ.40ໃນເວລານັ້ນຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນຫນຶ່ງໄປ ຈະຊົງປະຄົນຫນຶ່ງໄວ້.41ຍິງສອງຄົນກຳລັງໂມ້ແປ້ງຢູ່, ຈະຊົງຮັບຄົນຫນຶ່ງໄວ້ ຈະຊົງປະຄົນຫນຶ່ງໄວ້.42ເຫດສັນນັ້ນພວກທ່ານຈົ່ງເຝົ້າຣະວັງຢູ່ ເພາະພວກທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກທ່ານຈະສະເດັດມາໃນເວລາໃດ.43ແຕ່ຈົ່ງເຂົ້າໃຈຢ່າງນີ້ວ່າ, ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດໃນຍາມກາງຄືນ, ເຂົາກໍຈະເຝົ້າຣະວັງໄວ້ ແລະ ບໍ່ໃຫ້ໂຈນເຈາະເຂົ້າເຮືອນໄດ້.44ເພາະເຫດນັ້ນ ພວກທ່ານກໍເຫມືອນກັນ ຈົ່ງຕຽມໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ທັນຄິດນັ້ນ ບຸດມະນຸດຈະສະເດັດມາ.”45ດັ່ງນັ້ນ ຜູ້ໃດເປັນຂ້າໃຊ້ສັດຊື່ແລະສະຫລາດ ທີ່ນາຍໄດ້ຕັ້ງໄວ້ໃຫ້ເປັນໃຫຍ່ເຫນືອພວກຄົນໃຊ້ໃນເຮືອນຂອງຕົນ ເພື່ອແຈກອາຫານໃຫ້ເຂົາຕາມເວລາ.46ຄົນຮັບໃຊ້ຜູ້ນີ້ກໍຈະເປັນສຸກ, ເມື່ອຜູ້ເປັນນາຍກັບມາ47ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນດາຊັບສິນຂອງເຂົາທຸກຢ່າງ.48ແຕ່ຖ້າຂ້າໃຊ້ຜູ້ນັ້ນຊົ່ວ ຄຶດໃນໃຈວ່າ ‘ນາຍຂອງເຮົາຄົງອອກມາຊ້າ’,49ລາວກໍຈະຂຽ້ນຕີຄົນຮັບໃຊ້ດ້ວຍກັນທັງກິນແລະດື່ມນຳຄົນຂີ້ເຫລົ້າ;50ແລ້ວວັນຫນຶ່ງນາຍກັບມາໂດຍທີ່ລາວບໍ່ຄາດຄິດ51ນາຍຂອງຂ້າໃຊ້ຜູ້ນັ້ນຈະຜ່າລາວອອກເປັນຕ່ອນໆ ແລະຈະຂັບໄລ່ໃຫ້ໄປຢູ່ກັບຄົນຫນ້າຊື່ໃຈຄົດ ເຊິ່ງບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່.”
1ຣາຊະອານາຈັກສະຫວັນຈະປຽບເຫມືອນສາວປອດສິບຄົນ ທີ່ຖືໂຄມຂອງຕົນອອກໄປຮັບເຈົ້າບ່າວ.2ໃນພວກນາງເປັນຄົນໂງ່ຫ້າຄົນ ແລະ ຄົນສະຫລາດຫ້າຄົນ.3ຝ່າຍຄົນໂງ່ນັ້ນເອົາໂຄມຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳມັນໄປນຳ.4ແຕ່ຄົນສະຫລາດນັ້ນໄດ້ເອົານ້ຳມັນໃສ່ກວດກັບທັງໂຄມຂອງຕົນໄປດ້ວຍ.5ເນື່ອງຈາກເຈົ້າບ່າວຍັງມາລ້າຊ້າຢູ່ ເຂົາກໍພາກັນເຫງົານອນແລະຫລັບໄປ.6‘ເບິ່ງແມ, ເຈົ້າບ່າວມາແລ້ວ! ຈົ່ງອອກມາແລະຕ້ອນຮັບເພິ່ນສາ’.7ຍິງສາວທຸກຄົນຈຶ່ງລຸກຂຶ້ນແລະຈັດຕຽມໂຄມໄຟຂອງຕົນ8ຝ່າຍຄົນໂງ່ນັ້ນຈິ່ງເວົ້າກັບພວກຄົນສະຫລາດວ່າ ‘ຂໍປັນນ້ຳມັນຂອງເຈົ້າໃຫ້ພວກເຮົາແດ່ ເພາະວ່າໂຄມຂອງເຮົາກຳລັງຈະມອດແລ້ວ.9ແຕ່ຝ່າຍພວກສະຫລາດຈິ່ງຕອບວ່າ ‘ຫນ້າຢ້ານວ່ານ້ຳມັນຈະບໍ່ພໍສຳລັບເຮົາແລະເຈົ້າ ຈົ່ງໄປຫາຜູ້ຂາຍແລ້ວຊື້ເອົາສຳລັບຕົນກໍດີກວ່າ.’10ຂະນະທີ່ພວກເຂົາກຳລັງໄປຊື້ນ້ຳມັນນັ້ນ ເຈົ້າບ່າວກໍມາເຖິງ ແລະຜູ້ທີ່ພ້ອມຢູ່ແລ້ວກໍເຂົ້າໄປນຳເຈົ້າບ່າວໃນການລ້ຽງເນື່ອງໃນງານສົມລົດ ແລ້ວປະຕູກໍອັດເສັຽ11ຫລັງຈາກນັ້ນຍິງສາວປອດພວກອື່ນນັ້ນມາຮ້ອງວ່າ ‘ນາຍເອີຍ, ນາຍເອີຍ ຂໍໄຂປະຕູໃຫ້ຫມູ່ຂ້ານ້ອຍແດ່.’12ແຕ່ເພິ່ນໄດ້ຕອບວ່າ ‘ເຮົາບອກຄວາມຈິງກັບທ່ານທັງລາຍວ່າ ເຮົາບໍ່ຮູ້ຈັກພວກທ່ານ.’13ພວກທ່ານຈົ່ງເຝົ້າຣະວັງຢູ່ ເພາະທ່ານທັງຫລາຍບໍ່ຮູ້ຈັກວັນຫລືໂມງນັ້ນ.”14ຣາຊະອານາຈັກສະຫວັນຍັງປຽບເຫມືອນຊາຍຜູ້ຫນຶ່ງກຳລັງຈະອອກເດີນທາງໄປ. ຈິ່ງເອີ້ນພວກຂ້ອຍໃຊ້ຂອງຕົນມາຝາກຊັບສົມບັດໄວ້ກັບເຂົາ.15ຄົນຫນຶ່ງໄດ້ຮັບເງິນຫ້າຕາລັນຕົນ ຄົນຫນຶ່ງສອງຕາລັນຕົນ, ແລະອີກຄົນຫນຶ່ງໃຫ້ຕາລັນຕົນດຽວ ຕາມຄວາມສາມາດຂອງແຕ່ລະຄົນ, ແລ້ວກໍອອກເດີນທາງໄປ.16ຜູ້ທີ່ໄດ້ຮັບຫ້າຕາລັນຕົນກໍເອົາເງິນນັ້ນໄປຄ້າຂາຍທັນທີ ແລະໄດ້ກຳໄຣອີກຫ້າຕາລັນຕົນ.17ໃນທຳນອງດຽວກັນ ຄົນທີ່ຮັບສອງຕາລັນຕົນກໍໄດ້ກຳໄຣອີກສອງຕະລັນຕົນເຫມືອນກັນ.18ແຕ່ຜູ້ໄດ້ຮັບຕາລັນຕົນດຽວກໍໄດ້ໄປ ແລະຂຸດຂຸມ ແລ້ວເຊື່ອງເງິນນາຍໄວ້.19ຢູ່ດົນນານຕໍ່ມານາຍຂອງຂ້ອຍໃຊ້ເຫລົ່ານັ້ນກໍກັບມາ ແລະຄິດບັນຊີກັບພວກເຂົາ.20ກໍເອົາເງິນກຳໄຣຫ້າຕາລັນຕົນມາແຈ້ງວ່າ ‘ນາຍເອີຍ, ນາຍໄດ້ຝາກເງິນຫ້າຕາລັນຕົນໄວ້ນຳຂ້ານ້ອຍ ນີ້ແຫລະ, ຂ້ານ້ອຍໄດ້ກຳໄຣຕື່ມອີກຫ້າຕາລັນຕົນ.’21‘ດີແລ້ວ, ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເຖີ້ນ’.22‘ນາຍເອີຍ, ນາຍໄດ້ຝາກເງິນສອງຕາລັນຕົນໄວ້ນຳຂ້ານ້ອຍ ນີ້ແຫລະ, ຂ້ານ້ອຍໄດ້ກຳໄຣອີກສອງຕາລັນຕົນ.’23ຝ່າຍນາຍກໍຕອບວ່າ ‘ດີແລ້ວ, ຂ້ອຍໃຊ້ຜູ້ດີແລະສັດຊື່ເອີຍ ເຈົ້າເປັນສັດຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນດີກັບນາຍເຈົ້າເຖີ້ນ.’24ຫຼັງຈາກນັ້ນ ຜູ້ທີ່ໄດ້ຮັບຕາລັນຕົນດຽວນັ້ນກໍໄດ້ເຂົ້າມາເຫມືອນກັນແຈ້ງວ່າ ‘ນາຍເອີຍ, ຂ້ານ້ອຍຮູ້ຈັກທ່ານແລ້ວວ່າທ່ານເປັນຄົນໃຈແຂງ, ເຄີຍກ່ຽວຜົນໃນສິ່ງທີ່ຕົນບໍ່ໄດ້ຫວ່ານ, ແລະຮິບໂຮມເອົາສິ່ງທີ່ຕົນບໍໄດ້ຝັດ.25ຂ້ານ້ອຍຢ້ານຈິ່ງໄດ້ເອົາເງິນຕາລັນຕົນຂອງທ່ານໄປເຊື່ອງໄວ້ໃຕ້ພື້ນດິນ. ເບິ່ງແມ, ນີ້ຄືສິ່ງທີ່ເປັນຂອງທ່ານ.’26‘ອ້າຍຂ້ອຍໃຊ້ຊົ່ວແລະຂີ້ຄ້ານເອີຍ ເຈົ້າຮູ້ແລ້ວວ່າເຮົາເຄີຍເກັບຜົນໃນສິ່ງທີ່ເຮົາບໍ່ໄດ້ຫວ່ານ ແລະ ຮິບໂຮມເອົາສິ່ງທີ່ເຮົາບໍ່ໄດ້ຝັດ.27ເຫດສັນນັ້ນ, ເຈົ້າຄວນຈະເອົາເງິນຂອງເຮົາໄປຝາກໄວ້ກັບນາຍທະນາຄານ ແລະເມື່ອເຮົາກັບມາກໍຈະໄດ້ຮັບສິ່ງທີ່ເປັນຂອງເຮົາກັບທັງດອກເບັ້ຽ.28ແລະເອົາໃຫ້ແກ່ຜູ້ມີສິບຕາລັນຕົນ.29ເພາະທຸກຄົນທີ່ມີຢູແລ້ວຈະຊົງເພີ້ມຕື່ມໃຫ້ຈົນມີບໍຣິບູນ. ແຕ່ຜູ້ທີ່ບໍ່ມີ, ແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນກໍຈະຊົງຍົກໄປຈາກຕົນເສັຽ.30ເອົາອ້າຍຂ້າໃຊ້ຜູ້ບໍ່ມີປະໂຫຍດໄປຖິ້ມເສັຽບ່ອນມືດພາຍນອກ ແລະບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຢູ່.”31ເມື່ອບຸດມະນຸດຊົງກັບມາດ້ວຍພຣະຣັດສະຫມີ ແລະມາພ້ອມດ້ວຍຝູງເທວະດາ, ເມື່ອນັ້ນພຣະອົງຈະຊົງປຣະທັບເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງພຣະອົງ.32ຈະຖືກຊົງໂຮມກັນຕໍ່ພຣະພັກຂອງພຣະອົງ ແລະພຣະອົງຈະຊົງແຍກເຂົາອອກຈາກກັນ, ເໝືອນຜູ້ລ້ຽງສັດແຍກຝູງແກະອອກຈາກຝູງແບ້.33ພຣະອົງຈະໃຫ້ຝູງແກະນັ້ນຈັດໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະອົງ, ແຕ່ຝູງແບ້ນັ້ນຈະຊົງຈັດໃຫ້ຢູ່ເບື້ອງຊ້າຍຂອງພຣະອົງ.34ຫຼັງຈາກນັ້ນ ພຣະມະຫາກະສັດຈະຊົງກ່າວແກ່ບັນດາຜູ້ທີ່ຢູ່ເທິງພຣະຫັດຂວາຂອງພຣະອົງວ່າ ‘ພວກທ່ານທີ່ໄດ້ຮັບພຣະພອນຈາກພຣະບິດາຂອງເຮົາເອີຍ, ຈົ່ງມາຮັບເອົາຣາຊະອານາຈັກ ຊຶ່ງໄດ້ ຊົງຈັດຕຽມໄວ້ສຳລັບທ່ານຕັ້ງແຕ່ວາງຮາກສ້າງໂລກ.35ພວກທ່ານກໍໃຫ້ເຮົາກິນ; ເຮົາຫິວນ້ຳ ພວກທ່ານກໍໃຫ້ເຮົາດື່ມ; ເຮົາເປັນແຂກແປກຫນ້າ ພວກທ່ານກໍໄດ້ຕ້ອນຮັບເຮົາໄວ້;36ເຮົາເປືອຍຕົວ ພວກທ່ານກໍໄດ້ເອົາເຄື່ອງມາໃຫ້ເຮົານຸ່ງຫົ່ມ; ເຮົາເຈັບປ່ວຍ ພວກທ່ານກໍມາຢ້ຽມຢາມເຮົາ; ເຮົາຢູ່ໃນຄຸກພວກທ່ານກໍມາໄດ້ຫາ.’37ເມື່ອນັ້ນບັນດາພວກສິລະທັມຈະທູນວ່າ ‘ພຣະອົງເຈົ້າເອີຍ, ພວກຂ້າພະອົງໄດ້ເຫັນພຣະອົງຊົງຢາກເຂົ້າຫລືຫິວນ້ຳ ແລ້ວໄດ້ຈັດມາຖວາຍພຣະອົງເມື່ອໃດ?38ແລະໄດ້ຕ້ອນຮັບໄວ້? ຫລືຊົງເປືອຍພຣະກາຍແລ້ວໄດ້ເອົາເຄື່ອງມາໃຫ້ນຸ່ງເມື່ອໃດ?’39ພວກຂ້າໄດ້ເຫັນພຣະອົງຊົງປະຊວນຢູ່ ຫລືຢູ່ໃນຄຸກ ແລະໄດ້ມາເຝົ້າພຣະອົງເມື່ອໃດ?’40ແລະພຣະມະຫາກະສັດຈະຊົງຕອບວ່າ ‘ເຮົາບອກຄວາມຈິງກັບທ່ານທັງຫລາຍວ່າ ສິ່ງທີ່ພວກທ່ານໄດ້ເຮັດການເຫລົ່ານີ້ແກ່ພວກຕ່ຳຕ້ອຍທີ່ສຸດຄົນຫນຶ່ງໃນພວກພີ່ນ້ອງຂອງເຮົານີ້, ກໍໄດ້ເຮັດໃຫ້ເຮົາເຫມືອນກັນ.’41ແລະໃນວັນນັ້ນພຣະອົງຈະຊົງກ່າວກັບບັນດາຜູ້ທີ່ຢູ່ເບື້ອງພຣະຫັດຊ້າຍຂອງພຣະອົງວ່າ ‘ສູທັງຫລາຍຜູ້ຖືກສາບແຊ່ງຈົ່ງຖອຍຫນີຈາກເຮົາແລະເຂົ້າໄປຢູ່ໃນໄຟທີ່ໄຫມ້ຢູ່ເປັນນິດ ຊຶ່ງຊົງຈັດຕຽມໄວ້ສຳລັບມານຊາຕານແລະບໍລິວານຂອງມັນ.42ເມື່ອເຮົາຫີວເຂົ້າ ສູບໍ່ໄດ້ໃຫ້ເຮົາກິນ ເຮົາຫິວນ້ຳ ສູບໍ່ໃຫ້ເຮົາດື່ມ;43ເມື່ອເຮົາເປັນແຂກບ້ານສູບໍ່ໄດ້ຕ້ອນຮັບເຮົາ; ເຮົາເປືອຍຕົວ ແຕ່ສູບໍ່ໄດ້ເອົາເຄື່ອງມາໃຫ້ນຸ່ງ; ເຮົາເຈັບປ່ວຍແລະຢູ່ໃນຄຸກ ແຕ່ສູບໍ່ໄດ້ມາຢ້ຽມຢາມເຮົາ.’44‘ພຣະອົງເຈົ້າເອີຍ, ພວກຂ້ານ້ອຍໄດ້ເຫັນພຣະອົງຊົງຢາກເຂົ້າຫລືຊົງຫີວນ້ຳ ຊົງເປັນແຂກແປກຫນ້າ, ຊົງເປືອຍພຣະກາຍ, ຊົງເຈັບປ່ວຍຫລືຊົງຢູ່ໃນຄຸກ ແລະພວກຂ້ານ້ອຍບໍ່ໄດ້ປະຕິບັດພຣະອົງຍາມໃດ?’45ເມື່ອນັ້ນພຣະອົງຈະຊົງຕອບແກ່ເຂົາວ່າ ‘ເຮົາບອກສູທັງຫລາຍຄວາມຈິງວ່າ, ທີ່ສູບໍ່ໄດ້ເຮັດການເຫລົ່ານັ້ນແກ່ຜູ້ຕ່ຳຕ້ອຍທີ່ສຸດໃນພວກນີ້, ພວກສູກໍບໍ່ໄດ້ເຮັດແກ່ເຮົາເຫມືອນກັນ.’46ແລ້ວພວກເຫລົ່ານີ້ ຈະອອກໄປສູ່ໂທດອັນຕະຫລອດໄປເປັນນິດ ແຕ່ພວກສິລະທັມກໍເຂົ້າສູ່ຊິວິດອັນຕະຫລອດ ໄປເປັນນິດ.
1ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບ ພຣະອົງຊົງບອກພວກສາວົກຂອງຕົນວ່າ,2“ພວກທ່ານທັງຫລາຍຮູ້ຢູ່ວ່າອີກສອງວັນກໍຈະເຖິງເທສະການປັດສະຄາ ແລະບຸດມະນຸດຈະຖືກມອບໄວ້ໃຫ້ເຂົາຕອກຄຶງໄວ້ທີ່ໄມ້ກາງແຂນ.”3ຈາກນັ້ນພວກປະໂລຫິດຕົນໃຫຍ່ກັບພວກເຖົ້າແກ່ຂອງພົນລະເມືອງໄດ້ປະຊຸມກັນຢູ່ທີ່ສຳນັກຂອງມະຫາປະໂລຫິດຊື່ກາຍະຟາ.4ພວກເຂົາປຶກສາກັນເພື່ອຈະໄດ້ຈັບພຣະເຢຊູດ້ວຍກົນອຸບາຍ ແລະຈະຂ້າພຣະອົງເສັຽ.5“ຈະບໍ່ເຮັດໃນລະຫວ່າງວັນເທສະການ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍທ່າມກາງພົນລະເມືອງ.”6ໃນລະຫວ່າງທີ່ພຣະເຢຊູເຈົ້າປຣະທັບຢູ່ບ້ານເບັດທານີໃນເຮືອນຂອງຊີໂມນຄົນຂີ້ທູດ,7ມີຍິງຜູ້ຫນຶ່ງຖືເຕົ້າຫີນຂາວເຕັມດ້ວຍນ້ຳມັນຫອມທີ່ມີລາຄາແພງເຂົ້າມາເຝົ້າພຣະອົງ ແລ້ວນາງໄດ້ຖອກນ້ຳຫອມໃສ່ພຣະສຽນຂອງພຣະອົງ.8ແຕ່ເມື່ອພວກສາວົກເຫັນດັ່ງນັ້ນກໍເຄື່ອງໃຈແລະຈິ່ງເວົ້າວ່າ, “ເຫດໃດຈິ່ງເຮັດໃຫ້ເສັຽຂອງ ຢ່າງນີ້?9ເພາະຖ້າຂາຍນ້ຳມັນຫອມນີ້ກໍຄົງໄດ້ເງິນຫລວງຫລາຍແລ້ວຈະແຈກໃຫ້ຄົນຍາກຈົນກໍໄດ້.”10ແຕ່ພຣະເຢຊູຊົງຊາບຄວາມຄິດນີ້, ຈິ່ງໄດ້ກ່າວແກ່ເຂົາວ່າ, “ເປັນຫຍັງພວກທ່ານກວນໃຈຍິງນີ້? ເພາະນາງໄດ້ເຮັດການດີແກ່ເຮົາແລ້ວ.11ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສະເຫມີ, ແຕ່ຝ່າຍເຮົາບໍ່ຢູ່ກັບພວກທ່ານສະເຫມີໄປ.12ດ້ວຍວ່າການທີ່ນາງໄດ້ຖອກນ້ຳມັນຫອມໃສ່ກາຍຂອງເຮົາ, ນາງກໍໄດ້ເຮັດເພື່ອການຝັງຂອງເຮົາ.13ເຮົາບອກພວກທ່ານຕາມຄວາມຈິງວ່າ, ບ່ອນໃດກໍຕາມ ທີ່ຂ່າວປະເສີດນີ້ໄດ້ຖືກເທສະຫນາປະກາດໃນທົ່ວໂລກ, ໃນສິ່ງທີ່ຍິງຄົນນີ້ໄດ້ກະທຳ ເພື່ອເປັນທີ່ຣະນຶກເຖິງນາງ.”14ເວລານັ້ນຜູ້ຫນຶ່ງໃນພວກສິບສອງດັ່ງກ່າວ, ຜູ້ຊື່ຢູດາອິສະກາຣີອົດ, ໄດ້ໄປຫາພວກຫົວໜ້າປະໂລຫິດ,15ແລະໄດ້ກ່າວວ່າ, “ພວກທ່ານ, ຂ້ານ້ອຍຈະມອບພຣະອົງໃຫ້ແກ່ພວກທ່ານ ແລ້ວພວກທ່ານຈະຍອມໃຫ້ອັນໃດໃຫ້ແກ່ຂ້ານ້ອຍ?” ພວກເຂົາຈິ່ງເອົາເງິນສາມສິບຫລຽນໃຫ້ແກ່ຢູດາ.16ຕັ້ງແຕ່ນັ້ນມາ ຢູດາໄດ້ຊອກຫາໂອກາດເພື່ອຈະມອບພຣະອົງໄວ້ກັບພວກຫົວຫນ້າປະໂລຫິດ.17ເມື່ອວັນຕົ້ນເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ພວກສາວົກໄດ້ມາທູນຖາມພຣະອົງວ່າ, “ທ່ານປະສົງຈະໃຫ້ພວກຂ້ານ້ອຍຈັດແຈ່ງປັດສະຄາໃຫ້ເພິ່ນຮັບປະທານບ່ອນໃດ?”18ພຣະອົງຊົງຕອບວ່າ, “ຈົ່ງເຂົ້າໄປຫາຄົນຫນຶ່ງໃນເມືອງ ແລະ ບອກວ່າ ‘ອາຈານກ່າວວ່າ ເວລາກຳນົດຂອງເຮົາມາໃກ້ແລ້ວ ເຮົາຈະຖືສິລປັດສະຄາທີ່ເຮືອນຂອງທ່ານພ້ອມກັບສາວົກຂອງເຮົາ.”19ແລ້ວພວກສາວົກຈິ່ງໄດ້ເຮັດຕາມທີ່ພຣະເຢຊູເຈົ້າຊົງສັ່ງ ແລະ ພວກເຂົາໄດ້ຈັດແຈ່ງປັດສະຄາໄວ້ພ້ອມ.20ຄັນເຖິງເວລາຄ່ຳແລ້ວພຣະອົງຊົງປະທັບຮ່ວມໂຕະກັບພວກສາວົກສິບສອງຄົນ.21ຂະນະກຳລັງຮັບປະທານອາຫານຢູ່, ພຣະອົງຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນຫນຶ່ງໃນພວກທ່ານຈະທໍຣະຍົດຕໍ່ເຮົາ.”22ຝ່າຍສາວົກກໍມີຄວາມທຸກໃຈຫລາຍ, ແລະ ທຸກຄົນຕ່າງກໍຕັ້ງຕົ້ນທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ ບໍ່ອາດຈະແມ່ນຂ້ານ້ອຍຕິ໊?”23ພຣະອົງຊົງຕອບວ່າ, “ຜູ້ທີ່ໄດ້ຈ້ຳຮ່ວມຈານດຽວກັນກັບເຮົານີ້ແຫລະ ຄືຄົນຈະທໍຣະຍົດຕໍ່ເຮົາ.24ບຸດມະນຸດສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະຄັມພີເຖິງເລື່ອງພຣະອົງນັ້ນ ແຕ່ວິບັດແກ່ຜູ້ທີ່ຈະທໍຣະຍົດຕໍ່ບຸດມະນຸດ ຖ້າຜູ້ນັ້ນບໍ່ເກີດມາກໍດີກວ່າ.”25ຢູດາຜູ້ທີ່ທໍຣະຍົດຕໍ່ພຣະອົງທູນຖາມວ່າ, “ພຣະອາຈານ ບໍ່ອາດຈະແມ່ນຂ້ານ້ອຍຕີ໊?” ພຣະອົງຊົງຕອບວ່າ, “ທ່ານເວົ້າເອງແລ້ວ.”26ລະຫວ່າງກຳລັງຮັບປະທານອາຫານຢູ່ນັ້ນ, ພຣະເຢຊູຊົງຈັບເຂົ້າຈີ່ມາ ແລະ ເມື່ອຂໍພຣະພອນແລ້ວ. ພຣະອົງຊົງຫັກເຂົ້າຈີ່ນັ້ນໃຫ້ພວກສາວົກ ໂດຍຊົງກ່າວວ່າ, “ຈົ່ງຮັບ, ແລະກິນສາເຖີດ, ນີ້ແຫລະຄືກາຍຂອງເຮົາ.”27ແລ້ວພຣະອົງຊົງຈັບເອົາຈອກມາໂມທະນາຂອບພຣະຄຸນ, ແລະ ໄດ້ຍື່ນໃຫ້ເຂົາ ໂດຍຊົງກ່າວວ່າ, “ຈົ່ງດື່ມຈອກນີ້, ທຸກຄົນເຖີດ.28ເພາະວ່ານີ້ແຫລະເປັນເລືອດແຫ່ງພັນທະສັນຍາທີ່ຫລັ່ງອອກມາ ເພື່ອຍົກໂທດບາບຂອງຄົນຈຳນວນຫລາຍ.29ແຕ່ເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດືມນ້ຳຜົນອະງຸ່ນຕໍ່ໄປອີກຈົນກວ່າວັນນັ້ນຈະມາເຖິງ ຄືວັນທີ່ຈະດື່ມນ້ຳອະງຸ່ນໃຫມ່ກັບພວກທ່ານໃນຣາຊະອານາຈັກພຣະບິດາຂອງເຮົາ.”30ເມື່ອພວກເຂົາຮ້ອງເພງສັນຣະເສີນແລ້ວ, ພວກເຂົາກໍພາກັນອອກໄປຍັງພູຫມາກກອກເທດ.31ແລ້ວເມື່ອນັ້ນພຣະເຢຊູຊົງກ່າວກັບພວກສາວົກວ່າ, “ໃນຄືນນີ້ທ່ານທຸກຄົນຈະສະດຸດໃຈເພາະເຮົາ, ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ເຮົາຈະປະຫານຜູ້ລ້ຽງແກະ ແລະ ຝູງແກະນັ້ນຈະແຕກຊະກັນໄປ.32ແຕ່ຫຼັງຈາກທີ່ເຮົາຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍແລ້ວ, ເຮົາຈະໄປເຖິງແຂວງຄາລີເລກ່ອນຫນ້າພວກທ່ານ.”33ຝ່າຍເປໂຕຈິ່ງທູນຕອບພຣະອົງວ່າ, “ຖ້າຄົນທັງປວງຈະສະດຸດໃຈເພາະທ່ານ, ຝ່າຍຂ້ານ້ອຍຈະບໍ່ສະດຸດໃຈຈັກເທື່ອ.”34ພຣະເຢຊູເຈົ້າຊົງຕອບເປໂຕວ່າ, “ເຮົາບອກຄວາມຈິງກັບທ່ານວ່າ "ໃນຄືນວັນນີ້ກ່ອນໄກ່ຈະຂັນ ທ່ານຈະປະຕິເສດເຮົາເຖິງສາມເທື່ອ.”35ເປໂຕໄດ້ທູນຕອບພຣະອົງວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ” ຝ່າຍພວກສາວົກກໍທູນຢ່າງນັ້ນເຫມືອນກັບທຸກຄົນ.36ແລ້ວພຣະເຢຊູເຈົ້າກໍສະເດັດພ້ອມກັບພວກສາວົກ ໄປເຖິງບ່ອນຫນຶ່ງຊື່ເຄັດເຊມາເນ ແລ້ວຊົງກ່າວກັບພວກເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ຂະນະທີ່ເຮົາຈະໄປອ້ອນວອນອະທິຖານຢູ່ທີ່ນັ້ນ.”37ພຣະອົງຊົງພາເປໂຕ ແລະ ລູກຊາຍທັງສອງຂອງເຊເບດາຍໄປນຳ ແລະ ຊົງເລີ້ມຕົ້ນເກີດມີຄວາມໂສກເສົ້າ ແລະ ທຸກໃຈຫລາຍ.38ແລ້ວພຣະອົງຊົງກ່າວກັບພວກເຂົາວ່າ, “ຈິດໃຈຂອງເຮົາທຸກຫນັກແທບຈະຕາຍຢູ່ແລ້ວ, ຈົ່ງຄົງຢູ່ ແລະ ເຝົ້າເບິ່ງກັບເຮົາຢູ່ທີ່ນີ້ເຖີ້ນ.”39ພຣະອົງໄດ້ສະເດັດໄປຕື່ມອີກຫນ້ອຍຫນຶ່ງ, ຈິ່ງຊົງຫມູບພຣະພັກລົງເຖິງດິນ ແລະ ໄດ້ອ້ອນວອນອະທິຖານວ່າ, “ໂອພຣະບິດາຂອງຂ້ານ້ອຍເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກຖ້ອນ. ແຕ່ຢ່າງໃດກໍດີ, ຂໍຢ່າໃຫ້ເປັນໄປຕາມໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະທັຍຂອງພຣະອົງເຖີ້ນ.”40ແລ້ວພຣະອົງໄດ້ສະເດັດກັບມາຫາສາວົກເຫລົ່ານັ້ນ ຊົງເຫັນເຂົານອນຫລັບຢູ່ ແລະ ຊົງກ່າວແກ່ເປໂຕວ່າ, “ເປັນຈັງໃດ ພວກທ່ານບໍ່ສາມາດຈະຄອຍເຝົ້າຢູ່ກັບເຮົາແມ່ນແຕ່ຊົ່ວໂມງດຽວບໍ?41ຈົ່ງເຝົ້າຣະວັງ ແລະ ອ້ອນວອນ ຢູ່ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳລັງ.”42ພຣະອົງໄດ້ສະເດັດອອກໄປອີກເປັນເທື່ອທີສອງ ຊົງອ້ອນວອນວ່າ, “ພຣະບິດາຂອງຂ້ານ້ອຍເອີຍ, ຖ້າຈອກນີ້ເລື່ອນພົ້ນໄປບໍ່ໄດ້ເວັ້ນແຕ່ຂ້ານ້ອຍຈຳຕ້ອງດື່ມ, ແລ້ວກໍຂໍໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງ.”43ພຣະອົງສະເດັດກັບຄືນມາກໍຊົງເຫັນພວກສາວົກນອນຫລັບຢູ່ເພາະຕາຂອງເຂົາມືນບໍ່ຂຶ້ນ.44ຈິ່ງຊົງປະເຂົາໄວ້, ພຣະອົງກໍໄດ້ສະເດັດໄປອ້ອນວອນເປັນເທື່ອທີ່ສາມ ໂດຍຊົງກ່າວຄຳເກົ່ານັ້ນອີກ.45ແລ້ວພຣະເຢຊູເຈົ້າ ໄດ້ສະເດັດມາຍັງພວກສາວົກແລ້ວຊົງກ່າວວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ບໍ? ເບິ່ງແມ, ເວລາມາໃກ້ແລ້ວ, ແລະ ບຸດມະນຸດກຳລັງຈະຖືກມອບໄວ້ໃນມືຄົນບາບ.46ຈົ່ງລຸກຂື້ນ ແລະ ໄປກັນເທາະ. ເບິ່ງແມ, ຜູ້ທີ່ທໍຣະຍົດເຮົານັ້ນມາໃກ້ແລ້ວ.”47ໃນຂະນະທີ່ພຣະເຢຊູເຈົ້າຍັງຊົງກ່າວບໍ່ທັນຂາດຄຳ, ຫນຶ່ງໃນຈຳພວກສິບສອງຄົນນັ້ນຄືຢູດາ, ໄດ້ເຂົ້າມາພ້ອມດ້ວຍປະຊາຊົນຈຳນວນຫລາຍ ມາພ້ອມກັບພວກຫົວໜ້າປະໂລຫິດ ກັບພວກຜູ້ອາວຸໂສຖືດາບ ແລະ ຖືໄມ້ຕະບອງມານຳ.48ໃນເວລານັ້ນຄົນທີ່ຈະທໍຣະຍົດພຣະເຢຊູໄດ້ໃຫ້ສັນຍານໃຫ້ແກ່ເຂົາວ່າ, “ເຮົາຈະຈູບຜູ້ໃດ, ກໍແມ່ນຜູ້ນັ້ນແຫລະ ຈົ່ງຈັບກຸມລາວໄວ້.”49ໃນທັນໃດນັ້ນເອງຢູດາເຂົ້າມາຫາພຣະເຢຊູເຈົ້າ ແລ້ວທູນວ່າ, “ສະບາຍດີ, ທ່ານອາຈານ!” ແລ້ວເຂົາກໍຈູບພຣະອົງ.50ພຣະເຢຊູເຈົ້າຊົງກ່າວວ່າແກ່ຢູດາວ່າ, “ສະຫາຍເອີຍ, ທ່ານມາທີ່ນີ້ເຮັດຫຍັງ.” ແລ້ວຄົນເຫລົ່ານັ້ນເຂົ້າມາ, ແລະ ຍື່ນມືເພື່ອຈັບກຸມພຣະເຢຊູໄວ້.51ເບິ່ງແມ, ມີຜູ້ຫນຶ່ງທີ່ຢູ່ກັບພຣະເຢຊູ ຊັກດາບອອກ ແລະ ໄດ້ຟັນຫູຂ້ອຍໃຊ້ຄົນຫນຶ່ງຂອງມະຫາປະໂລຫິດຂາດເບື້ອງຫນຶ່ງ.52ພຣະເຢຊູເຈົ້າຈິ່ງຊົງບອກຜູ້ນັ້ນວ່າ, “ຈົ່ງເອົາດາບຂອງທ່ານມ້ຽນໄວ້, ເພາະວ່າບັນດາຜູ້ທີ່ຖືດາບກໍຈະຖືກທຳລາຍດ້ວຍດາບ.53ທ່ານຄິດວ່າເຮົາຈະຮ້ອງຂໍຄວາມຊ່ວຍເຫລືອຈາກພຣະບິດາຂອງເຮົາບໍ່ໄດ້ບໍ? ແລະ ໃນທັນທີພຣະອົງຈະໃຊ້ຫມູ່ທູດສະຫວັນມາຫາເຮົາກວ່າສິບສອງກອງທັບບໍ່ໄດ້ບໍ?54ແຕ່ຖ້າຢ່າງນັ້ນພຣະຄັມພີທີ່ໄດ້ກ່າວໄວ້ ຈະເຮັດສຳເລັດໄດ້ຢ່າງໃດ, ເພາະສະນັ້ນສິ່ງນີ້ຕ້ອງເກີດຂຶ້ນ?”55ໃນເວລານັ້ນ ພຣະເຢຊູເຈົ້າໄດ້ຊົງກ່າວກັບປວງຊົນວ່າ, “ທ່ານທັງຫລາຍຖືດາບຖືໄມ້ຕະບອງອອກມາຈັບເຮົາເຫມືອນຈັບໂຈນບໍ? ເຮົາໄດ້ນັ່ງສັ່ງສອນໃນບໍລິເວນພຣະວິຫານທຸກວັນ ແລະ ພວກທ່ານບໍ່ໄດ້ຈັບເຮົາ.56ແຕ່ເຫດການທັງປວງນີ້ໄດ້ບັງເກີດຂຶ້ນເພື່ອຈະສຳເລັດຕາມທີ່ຜູ້ປະກາດພຣະທັມໄດ້ຂຽນໄວ້.” ຫລັງຈາກນັ້ນພວກສາວົກທັງຫມົດໄດ້ປະພຣະອົງ ແລະ ໄດ້ພາກັນຫນີໄປ.57ພວກທີ່ຈັບພຣະເຢຊູໄດ້ພາພຣະອົງໄປຫາມະຫາປະໂລຫິດຊື່ກາຢະຟາ, ບ່ອນທີ່ພວກນັກທັມ ແລະ ພວກຜູ້ອາວຸໂສໄດ້ມາປະຊຸມກັນນັ້ນ.58ແຕ່ເປໂຕໄດ້ຕາມພຣະອົງໄປໃນໄລຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງມະຫາປະໂລຫິດແລ້ວເຂົ້າໄປນັ່ງຢູ່ກາງເດີນບ້ານກັບພວກຍາມ ເພື່ອຊອມເບິ່ງວ່າທີ່ສຸດຂອງເລື່ອງນັ້ນຈະເປັນຢ່າງໃດ.59ໃນເວລານັ້ນ ພວກຫົວໜ້າປະໂລຫິດ ກັບບັນດາສະມາຊິກສານ ໄດ້ຫາພະຍານຕົວະມາເບີກຕໍ່ສູ້ພຣະເຢຊູເຈົ້າ, ເພື່ອຂ້າພຣະອົງເສັຽ.60ເຖິງແມ່ນວ່າມີພະຍານຕົວະຫລາຍປາກມາໃຫ້ການກໍດີ ແຕ່ພວກເຂົາກໍຫາຫລັກຖານຫຍັງບໍ່ໄດ້. ແຕ່ຫລັງຈາກນັ້ນມີສອງຄົນໄດ້ມາໃຫ້ການວ່າ,61“ຜູ້ນີ້ແຫລະ, ໄດ້ກ່າວວ່າເຮົາສາມາດຈະມ້າງພຣະວິຫານຂອງພຣະເຈົ້າ ແລະ ຈະສ້າງຂຶ້ນໃຫມ່ພາຍໃນສາມວັນ’.”62ມະຫາປະໂລຫິດໄດ້ຢືນຂຶ້ນແລະ ໄດ້ຖາມພຣະອົງວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະຍານທີ່ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າດ້ວຍເລື່ອງອັນໃດ?”63ແຕ່ພຣະເຢຊູເຈົ້າຊົງມິດຢູ່ ແລ້ວມະຫາປະໂລຫິດຈິ່ງກ່າວວ່າ, “ເຮົາໃຫ້ເຈົ້າສາບານໂດຍອ້າງພຣະເຈົ້າຜູ້ຊົງພຣະຊົນຢູ່, ໃຫ້ເຈົ້າບອກເຮົາວ່າເຈົ້າເປັນພຣະຄຣິດພຣະບຸດຂອງພຣະເຈົ້າຫລືບໍ່?”64ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ທ່ານເວົ້ານັ້ນແລ້ວ, ແຕ່ເຮົາບອກພວກທ່ານວ່າ ຕັ້ງແຕ່ນີ້ຕໍ່ໄປພວກທ່ານຈະເຫັນບຸດມະນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດທານຸພາບ ແລະ ກຳລັງສະເດັດມາເທິງເມກໃນທ້ອງຟ້າ.”65ແລ້ວມະຫາປະໂລຫິດໄດ້ຈີກເສື້ອຜ້າຂອງຕົນອອກ ແລະ ກ່າວວ່າ, “ມັນໄດ້ເວົ້າຫມິ່ນປະຫມາດພຣະເຈົ້າແລ້ວ! ແລ້ວພວກເຮົາຍັງຈະຕ້ອງການພະຍານອັນໃດອີກ? ນີ້ແຫລະ, ທ່ານໄດ້ຍິນຄຳປະຫມາດພຣະເຈົ້ານັ້ນແລ້ວ.66ພວກທ່ານຄິດເຫັນຢ່າງໃດ?” ພວກເຂົາກໍຕອບວ່າ, “ມັນສົມຄວນຕາຍ.”67ແລ້ວພວກເຂົາໄດ້ຖົ່ມນ້ຳລາຍໃສ່ພຣະພັກ ແລະ ທັງທຸບຕີພຣະອົງ, ແລະ ບາງຄົນໄດ້ເອົາມືຕົບພຣະອົງ,68ແລ້ວເວົ້າວ່າ, “ຖ້າແມ່ນພຣະຄຣິດ, ຈົ່ງທວາຍໃຫ້ແກ່ພວກເຮົາຮັບຮູ້ວ່າແມ່ນໃຜຕົບມຶງ?”69ຂະນະທີ່ເປໂຕນັ່ງຢູ່ນອກກາງເດີ່ນນອກບ້ານຢູ່ນັ້ນ, ແລະ ມີຍິງໃຊ້ຄົນຫນຶ່ງມາຫາກ່າວວ່າ, “ເຈົ້າເຄີຍຢູ່ກັບເຢຊູໄທຄາລີເລເຫມືອນກັນ.”70ແຕ່ເປໂຕຕອບປະຕິເສດຕໍ່ຫນ້າຄົນທັງປວງ ໂດຍກ່າວວ່າ, “ທີ່ເຈົ້າເວົ້ານັ້ນ, ຂ້ອຍບໍ່ຮູ້ເລື່ອງ.”71ເມື່ອລາວຍ່າງອອກໄປປະຕູບ້ານ ມີຍິງໃຊ້ອີກຄົນຫນຶ່ງຫລຽວເຫັນ ຈິ່ງກ່າວແກ່ຄົນທັງຫລາຍທີ່ຢູ່ຫັ້ນວ່າ, “ຄົນນີ້ແຫລະ, ເຄີຍຢູ່ກັບເຢຊູໄທນາຊາເຣັດ.”72ເປໂຕໄດ້ປະຕິເສດທັງສາບານວ່າ, “ຂ້ອຍບໍ່ຮູ້ຈັກຊາຍຄົນນັ້ນ!”73ຫລັງຈາກນັ້ນຫນ້ອຍຫນຶ່ງ ຄົນທັງຫລາຍທີ່ຢືນຢູ່ໃກ້ໆກັນນັ້ນກໍມາເວົ້າກັບເປໂຕວ່າ, “ແມ່ນແລ້ວ, ເຈົ້າເປັນຄົນຫນຶ່ງໃນພວກນັ້ນແທ້ ດ້ວຍວ່າສຳນຽງຂອງເຈົ້າກໍສໍ່ໃຫ້ຮູ້ໂຕເອງ.”74ຈາກນັ້ນເປໂຕກໍຕັ້ງຕົ້ນປ້ອຍດ່າ ແລະ ສາບານວ່າ, “ເຮົາບໍ່ຮູ້ຈັກຄົນນັ້ນ, ” ແລະ ໃນທັນໃດນັ້ນໄກ່ກໍຂັນ.75ເປໂຕຈິ່ງໄດ້ຣະນຶກເຖິງຄຳທີ່ພຣະເຢຊູຊົງກ່າວໄວ້ວ່າ, “ກ່ອນໄກ່ຂັນ ທ່ານຈະປະຕິເສດເຮົາເຖິງສາມເທື່ອ,” ແລ້ວເປໂຕກໍອອກໄປຂ້າງນອກຮ້ອງໄຫ້ຂົມຂື່ນເປັນທຸກຫນັກໃຈ.
1ເມື່ອຮຸ່ງເຊົ້າມາ, ພວກຫົວຫນ້າປະໂລຫິດທັງຫມົດ ແລະ ພວກຜູ້ອາວຸໂສຂອງພົນລະເມືອງທັງຫມົດ ໄດ້ປຶກສາກັນຕໍ່ສູ້ພຣະເຢຊູເຈົ້າເພື່ອຈະປະຫານຊີວິດພຣະອົງ.2ພວກເຂົາໄດ້ມັດພຣະອົງ, ແລະ ພາໄປມອບໃຫ້ປີລາດຜູ້ປົກຄອງ.3ຫລັງຈາກນັ້ນຢູດາ, ຜູ້ທໍຣະຍົດຕໍ່ພຣະອົງນັ້ນ, ເມື່ອໄດ້ເຫັນວ່າພຣະອົງຕ້ອງຖືກໂທດ, ເຂົາກໍກິນແຫນງໄດ້ກັບໃຈ ແລະ ຈິ່ງໄດ້ນຳເອົາເງິນສາມສິບຫລຽນນັ້ນມາສົ່ງຄືນໃຫ້ແກ່ພວກປະໂລຫິດ ແລະ ພວກຜູ້ອາວຸໂສ,4ແລະ ໄດ້ເວົ້າວ່າ, “ຂ້ານ້ອຍຜິດບາບແລ້ວ ເພາະໄດ້ມອບຜູ້ບໍ່ມີຄວາມຜິດໃຫ້ເຖິງຄວາມຕາຍ.” ແຕ່ຄົນເຫລົ່ານັ້ນຕອບວ່າ, “ການນັ້ນແມ່ນທຸລະອັນໃດກັບພວກເຮົາ? ໃຫ້ເປັນທຸລະຂອງເຈົ້າເອງ.”5ແລ້ວຢູດາຈິ່ງໂຍນຖິ້ມເງິນໄວ້ໃນພຣະວິຫານ, ແລະ ຈາກໄປແລ້ວອອກໄປຜູກຄໍຕົວເອງຕາຍເສັຽ.6ບັນດາຫົວຫນ້າປະໂລຫິດຈິ່ງເກັບເອົາເງິນນັ້ນໄວ້ແລ້ວເວົ້າວ່າ, “ເປັນການຜິດກົດບັນຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ, ເພາະເປັນຄ່າເລືອດ.”7ພວກເຂົາໄດ້ປຶກສາຕົກລົງກັນ ແລ້ວຈິ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນຫມໍ້.8ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ. ເພາະສັນນັ້ນເຂົາຈິ່ງເອີ້ນທີ່ດິນນັ້ນວ່າ "ດິນເລືອດ" ຈົນເຖິງທຸກວັນນີ້.9ເມື່ອນັ້ນກໍສຳເລັດຕາມພຣະທັມທີ່ຊົງບອກໄວ້ ໂດຍເຢເຣມີຢາຜູ້ປະກາດພຣະທັມ, ທີ່ວ່າ, “ເຂົາໄດ້ຮັບເງິນສາມສິບຫລຽນ ຊຶ່ງເປັນລາຄາຜູ້ນັ້ນ ທີ່ຄົນອິສະຣາເອນໄດ້ຕີລາຄາໄວ້,10ແລະ ພວກເຂົາໄດ້ເອົາເງິນນັ້ນໄປເປັນຄ່າສຳລັບນາຂອງຊ່າງປັ້ນຫມໍ້, ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງຂ້າພຣະເຈົ້າໄວ້.”11ເມື່ອພຣະເຢຊູຊົງຢືນຢູ່ຕໍ່ຫນ້າຜູ້ປົກຄອງ, ແລະ ຜູ້ປົກຄອງຈິ່ງໄດ້ຖາມພຣະອົງວ່າ, “ເຈົ້າເປັນກະສັດຂອງຊາດຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ຕາມທີ່ທ່ານເວົ້ານັ້ນແລ້ວ.”12ແຕ່ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸໂສ, ໄດ້ກ່າວໂທດໃສ່ພຣະອົງ, ພຣະອົງກໍບໍ່ໄດ້ຊົງຕອບປະການໃດ.13ໃນເວລານັ້ນ ປີລາດຈິ່ງກ່າວແກ່ພຣະອົງວ່າ, “ພວກເຂົາໃສ່ຮ້າຍຕໍ່ສູ້ທ່ານຫລາຍປະການ ທ່ານບໍ່ໄດ້ຍິນບໍ?.”14ແຕ່ພຣະເຢຊູເຈົ້າບໍ່ໄດ້ຊົງຕອບຈັກຄຳ ຈົນຜູ້ປົກຄອງປະຫລາດໃຈຫລາຍ.15ມີທຳນຽມທີ່ຜູ້ປົກຄອງຈະປ່ອຍນັກໂທດຄົນຫນຶ່ງ ຕາມທີ່ປະຊາຊົນຮ້ອງຂໍ.16ໃນຄາວນັ້ນມີນັກໂທດຄົນຫນຶ່ງຜູ້ທີ່ພວກເຂົາຮູ້ຈັກທົ່ວໄປ ຊື່ບາຣາບາ.17ດັ່ງນັ້ນເມື່ອປະຊາຊົນມາປະຊຸມກັນແລ້ວ ປີລາດໄດ້ຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ ປ່ອຍບາຣາບາ ຫລື ເຢຊູຜູ້ທີ່ຖືກເອີ້ນວ່າພຣະຄຣິດ?”18ເພາະປີລາດຮູ້ຢູ່ວ່າພວກເຂົາໄດ້ມອບພຣະເຢຊູເຈົ້າໃຫ້ແກ່ລາວໄວ້ດ້ວຍຄວາມອິດສາ.19ໃນຂະນະທີ່ປີລາດນັ່ງຢູ່ບ່ອນພິພາກສານັ້ນ, ພັນຣະຍາຂອງທ່ານໄດ້ໃຊ້ຄົນມາຮຽນວ່າ, “ຢ່າໄດ້ພົວພັນກັບເລື່ອງຄົນທີ່ບໍ່ມີຜິດນັ້ນ. ດ້ວຍວ່າວັນນີ້ຂ້ານ້ອຍມີຄວາມທຸກໃຈຫລາຍຍ້ອນຂ້ານ້ອຍມີຄວາມຝັນກ່ຽວກັບຜູ້ນີ້.”20ຂະນະນັ້ນຫົວຫນ້າພວກປະໂລຫິດ ແລະ ພວກອາວຸໂສໄດ້ ປຸກລະດົມໃຫ້ປະຊາຊົນຮ້ອງຂໍໃຫ້ປ່ອຍບາຣາບາ, ແລະ ໃຫ້ຂ້າພຣະເຢຊູເຈົ້າເສັຽ.21ແລ້ວຜູ້ປົກຄອງຈິ່ງຖາມເຂົາອີກວ່າ, “ໃນສອງຄົນນີ້ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ?” ເຂົາຕອບວ່າ, “ບາຣາບາ.”22ແລ້ວປີລາດຈິ່ງກ່າວກັບເຂົາວ່າ, “ຖ້າຢ່າງນັ້ນ, ເຮົາຈະເຮັດຢ່າງໃດ ແກ່ເຢຊູຜູ້ເອີ້ນວ່າພຣະຄຣິດ?” ພວກເຂົາພາກັນຕອບວ່າ, “ໃຫ້ຄຶງເຂົາທີ່ໄມ້ກາງແຂນ.”23ແລ້ວປີລາດຈິ່ງເວົ້າວ່າ, “ເປັນຫຍັງ, ຄົນນີ້ໄດ້ເຮັດຜິດອັນໃດ?” ແຕ່ພວກເຂົາກໍພາກັນຮ້ອງຂຶ້ນຕື່ມວ່າ, “ໃຫ້ຄຶງເຂົາເສັຽທີ່ໄມ້ກາງແຂນ.”24ດັ່ງນັ້ນ ເມື່ອປີລາດໄດ້ເຫັນວ່າຕົນເອງບໍ່ສາມາດເຮັດສິ່ງໃດໄດ້, ມີແຕ່ຈະເກີດການວຸ້ນວາຍຂຶ້ນ, ທ່ານຈິ່ງໄດ້ເອົານ້ຳມາລ້າງມືຕໍ່ຫນ້າປະຊາຊົນ ແລະ ໄດ້ກ່າວວ່າ, “ເຮົາບໍ່ມີຄວາມຜິດໃນເລື່ອງການຕາຍ ຂອງຜູ້ນີ້. ໃຫ້ເປັນທຸຣະຂອງພວກເຈົ້າເອງສາ.”25ປະຊາຊົນພາກັນຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາ ແລະ ລູກຫລານຂອງພວກເຮົາ.”26ຈາກນັ້ນປີລາດຈິ່ງປ່ອຍບາຮາບາໃຫ້ເຂົາ ແລະ ເມື່ອໃຫ້ຂ້ຽນພຣະເຢຊູເຈົ້າແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ.27ແລ້ວພວກທະຫານຂອງຜູ້ປົກຄອງໄດ້ພາພຣະເຢຊູເຈົ້າເຂົ້າໄປໃນເດີ່ນບ້ານຂອງຜູ້ປົກຄອງ ແລະ ໄດ້ຮວບຮວມທະຫານທັງກອງມາອ້ອມພຣະອົງໄວ້.28ພວກເຂົາໄດ້ແກ້ເຄື່ອງທົງຂອງພຣະອົງອອກ ແລ້ວເອົາເສື້ອສີແດງສົດມານຸ່ງໃຫ້ພຣະອົງ.29ພວກເຂົາໄດ້ເອົາມົງກຸດຫນາມມາສຸບໃສ່ຫົວຂອງພຣະອົງ, ແລ້ວເອົາໄມ້ອໍ້ໃຫ້ພຣະອົງຖືໄວ້ໃນພຣະຫັດເບື້ອງຂວາ ແລະ ຄຸເຂົ່າລົງຕໍ່ພຣະພັກພຣະອົງ, ກ່າວຄຳເຍາະເຍີ້ຍພຣະອົງວ່າ, “ກະສັດຂອງຊາດຢິວເອີຍ, ຂໍຊົງພຣະຈະເຣີນເຖີ້ນ!”30ພວກເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະ ໄດ້ເອົາໄມ້ອໍ້ນັ້ນຕີຫົວພຣະອົງຫລາຍຄັ້ງຕີແລ້ວຕີອີກ.31ເມື່ອພວກເຂົາເຍາະເຍີ້ຍພຣະອົງແລ້ວ, ພວກເຂົາໄດ້ຖອດເຄື່ອງອອກຈາກພຣະອົງ ແລະ ເອົາເຄື່ອງຂອງພຣະອົງເອງມານຸ່ງໃຫ້ ແລະ ໄດ້ນຳພຣະອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ.32ຂະນະທີ່ພວກເຂົາໄດ້ອອກໄປນັ້ນ, ພວກເຂົາໄດ້ພົບຊາຍຄົນຫນຶ່ງທີ່ຊື່ຊີໂມນມາຈາກໄທກີເຣເນ, ຈິ່ງເກນຄົນນັ້ນໃຫ້ແບກໄມ້ກາງແຂນຂອງພຣະອົງໄປ.33ເມື່ອມາເຖິງບ່ອນຫນຶ່ງເອີ້ນວ່າໂຄລະໂຄທາ ທີ່ແປວ່າ "ກະໂຫລກຫົວ."34ພວກເຂົາໄດ້ເອົາເຫລົ້າແວງປະສົມກັບນ້ຳບີມາໃຫ້ພຣະອົງດື່ມ. ແຕ່ເມື່ອຊົງຊິມແລ້ວ, ພຣະອົງບໍ່ຊົງຍອມດື່ມ.35ເມື່ອພວກເຂົາໄດ້ຄຶງພຣະອົງທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຂອງພຣະອົງມາຈົກສະຫລາກແບ່ງປັນກັນ.36ແລ້ວກໍພາກັນນັ່ງເຝົ້າພຣະອົງຢູ່ທີ່ນັ້ນ.37ພວກເຂົາຕິດປ້າຍທີ່ມີຂໍ້ຄວາມກ່າວໂທດຕິດໄວ້ເຫນືອຫົວຂອງພຣະອົງ ຊຶ່ງອ່ານວ່າ, “ຜູ້ນີ້ຄືເຢຊູກະສັດຂອງຊາດຢິວ.”38ມີໂຈນສອງຄົນຖືກຄຶງກາງແຂນພ້ອມກັບພຣະອົງ, ທີ່ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍຄົນຫນຶ່ງ.39ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ, ກໍຫມິ່ນປະຫມາດພຣະອົງ ແລະ ແກວ່ງຫົວເຍາະເຍີ້ຍພຣະອົງ, ແລະ ກ່າວວ່າ,40ແລະ ສ້າງຂຶ້ນໃຫມ່ໃນສາມວັນເອີຍ, ຈົ່ງຊ່ວຍຕົວເອງໃຫ້ພົ້ນແມ!, ຖ້າເຈົ້າເປັນບຸດຂອງພຣະເຈົ້າ, ກໍ ຈົ່ງລົງມາຈາກໄມ້ກາງແຂນສະ!”41ໃນທຳນອງດຽວກັນນັ້ນພວກຫົວໜ້າປະໂລຫິດ ກັບພວກນັກທັມ ແລະພວກຜູ້ອາວຸໂສກໍໄດ້ເຍາະເຍີ້ຍພຣະອົງວ່າ,42“ມັນຊ່ອຍຄົນອື່ນໃຫ້ພົ້ນໄດ້, ແຕ່ຊ່ອຍຕົວເອງບໍ່ໄດ້. ມັນເປັນກະສັດອິສະຣາເອນ. ໃຫ້ມັນລົງມາຈາກໄມ້ກາງເເຂນດຽວນີ້ແມ, ແລ້ວພວກເຮົາຈະໄດ້ເຊື່ອຖືມັນ.43ທ່ານໄດ້ວາງໃຈໃນພຣະເຈົ້າ, ຖ້າພຣະເຈົ້າຊົງພໍພຣະທັຍໃນທ່ານ, ກໍໃຫ້ພຣະເຈົ້າໂຜດໃຫ້ທ່ານພົ້ນໄດ້ໃນບັດນີ້. ເພາະທ່ານໄດ້ເວົ້າວ່າ ‘ເຮົາເປັນບຸດຂອງພຣະເຈົ້າ’.”44ຢ່າງດຽວກັນນັ້ນ ພວກໂຈນຜູ້ຖືກຄຶງໄວ້ພ້ອມກັນກັບພຣະອົງກໍໄດ້ກ່າວຄຳຫຍາບຊ້າຕໍ່ພຣະອົງເຫມືອນກັນ.45ໃນເວລານັ້ນ ໄດ້ເກີດການມືດມົວປົກຄຸມທົ່ວແຜ່ນດິນຕັ້ງແຕ່ທ່ຽງຈົນຮອດບ່າຍສາມໂມງ.46ພໍຮອດເວລາປະມານບ່າຍສາມໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ, “ເອລີ ເອລີ ແລມາ ຊາບັກທານີ” ເຊິ່ງມີຄວາມຫມາຍວ່າ, “ພຣະເຈົ້າຂອງຂ້າພຣະອົງ, ພຣະເຈົ້າຂອງຂ້າພຣະອົງເອີຍ, ເຫດສັນໃດຈິ່ງຊົງປະຖິ້ມຂ້າພຣະອົງເສັຽ?”47ເມື່ອບາງຄົນທີ່ຢືນຢູ່ນັ້ນເມື່ອໄດ້ຍິນກໍເວົ້າວ່າ, “ຄົນຜູ້ນີ້ເອີ້ນຫາອາລີຢາ.”48ໃນທັນໃດນັ້ນມີຜູ້ຫນຶ່ງໃນພວກເຂົາແລ່ນໄປເອົາຟອງນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ. ແລ້ວສຽບໃສ່ປາຍໄມ້ອໍ້ ແລະ ຍື່ນໃຫ້ພຣະອົງກິນ.49ແຕ່ຄົນອື່ນເວົ້າວ່າ, “ຢ່າໄປຫຍຸ້ງກັບມັນເລີຍ, ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ອຍມັນໃຫ້ພົ້ນຫລືບໍ່?”50ຈາກນັ້ນພຣະເຢຊູເຈົ້າກໍຊົງຮ້ອງສຽງດັ່ງຂຶ້ນອີກຄັ້ງດ້ວຍສຽງດັງ ແລ້ວຊົງສິ້ນລົມຫາຍໃຈ.51ເບິ່ງແມ, ຜ້າກັ້ງໃນພຣະວິຫານກໍຊົງຖືກຈີກໄປເປັນສອງຕ່ອນ ຕັ້ງແຕ່ເທິງລົງເຖິງລຸ່ມ, ແລະ ແຜ່ນດິນກໍສະທ້ານຫວັ່ນໄຫວ, ແລະ ສີລາກໍແຕກອອກຈາກກັນ.52ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະເຈົ້າຫລາຍຄົນທີ່ລ່ວງລັບໄປແລ້ວກໍເປັນຄືນມາ.53ພວກເຂົາທັງຫລາຍຈິ່ງພາກັນອອກຈາກອຸບໂມງ ແລະ ເມື່ອພຣະເຢຊູຊົງເປັນຄືນມາ ແລ້ວກໍໄດ້ເຂົ້າໄປໃນນະຄອນສັກສິດປະກົດຕົວໃຫ້ຫລາຍຄົນເຫັນ.54ໃນເວລານັ້ນ ເມື່ອນາຍຮ້ອຍ ແລະ ທະຫານທີ່ເຝົ້າພຣະສົບພຣະເຢຊູຢູ່ນຳກັນ ເມື່ອໄດ້ເຫັນແຜ່ນດິນຫວັ່ນໄຫວ ແລະ ເຫດການທັງປວງທີ່ເກີດຂຶ້ນນັ້ນ, ກໍພາກັນຢ້ານຫລາຍຈິ່ງເວົ້າກັນວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະບຸດຂອງພຣະເຈົ້າ.”55ຢູ່ທີ່ນັ້ນມີຜູ້ຍິງຫລາຍຄົນຄອຍເບິ່ງແຕ່ຫ່າງໄກ ຄືພວກຍິງທີ່ໄດ້ຕິດຕາມ ແລະບົວລະບັດພຣະເຢຊູຕັ້ງແຕ່ແຂວງຄາລີເລມາ.56ໃນພວກນັ້ນມີມາຣິອາໄທມັກດາລາ, ມາຣິອາມານດາຂອງຢາໂກໂບ ແລະ ໂຢເຊັບກັບມານດາຂອງລູກຊາຍຂອງເຊເບດາຍ.57ເມື່ອເຖິງເວລາຄ່ຳ, ມີເສດຖີຄົນຫນຶ່ງ ເຊິ່ງມາຈາກອາຣີມາທາຍ ຊື່ໂຢເຊັບ, ຜູ້ເປັນລູກສິດຄົນຫນຶ່ງຂອງພຣະເຢຊູເຫມືອນກັນ.58ທ່ານຜູ້ນີ້ໄດ້ໄປຫາປີລາດຂໍເອົາພຣະສົບພຣະເຢຊູເຈົ້າ. ແລ້ວປີລາດຈິ່ງຊົງໃຫ້ມອບພຣະສົບນັ້ນແກ່ເພິ່ນ.59ໂຢເຊັບໄດ້ນຳເອົາພຣະສົບ, ແລະ ຫຸ້ມຫໍ່ພຣະສົບໄວ້ດ້ວຍຜ້າປ່ານສະອາດ,60ແລະ ນຳພຣະສົບໄປບັນຈຸວາງໃນອຸບໂມງໃຫມ່ຂອງຕົນ ຊຶ່ງທ່ານໄດ້ສະກັດໄວ້ໃນຫີນ. ແລະ ທ່ານກຶ່ງຫີນໃຫຍ່ກ້ອນຫນຶ່ງອັດປາກອຸບໂມງໄວ້ແລ້ວກໍຈາກຫນີໄປ.61ມາຣີ ຊາວມັກດາລາ ແລະ ມາຣິອາອີກຄົນຫນຶ່ງນັ້ນກໍຢູ່ທີ່ນັ້ນ ພວກເຂົານັ່ງຢູ່ຕໍ່ຫນ້າອຸບໂມງນັ້ນ.62ພໍຮຸ່ງເຊົ້າຂຶ້ນໃນວັນຕໍ່ມາ, ເຊິ່ງເປັນວັນຖັດຈາກວັນຈັດແຈ່ງ, ພວກຫົວໜ້າປະໂລຫິດ ແລະ ພວກຟາຣີຊາຍໄດ້ພາກັນໄປຫາປີລາດ.63“ທ່ານຜູ້ປົກຄອງທີ່ນັບຖື, ພວກຜູ້ຂ້າຈື່ຈຳໄດ້ວ່າຄົນຫລອກລວງຜູ້ນັ້ນ ເມື່ອຍັງມີຊີວິດຢູ່ ມັນໄດ້ເວົ້າວ່າ ‘ພາຍຫລັງສາມວັນແລ້ວເຮົາຈະເປັນຄືນມາໃຫມ່’.64ເຫດສັນນັ້ນຂໍທ່ານບັນຊາສັ່ງການເພື່ອໃຫ້ມີການເຝົ້າອຸບໂມງຝັງສົບ ໄວ້ຢ່າງແຂງແຮງຈົນເຖິງວັນຖ້ວນສາມ, ເພາະຢ້ານວ່າພວກສາວົກຂອງມັນຈະມາລັກເອົາສົບໄປແລ້ວຈະກ່າວຕໍ່ພົນລະເມືອງວ່າ, ‘ເພິ່ນເປັນຄືນມາຈາກຕາຍແລ້ວ’, ແລະ ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງກ່ອນ.”65ປີລາດໄດ້ບອກກັບພວກເຂົາວ່າ, “ເອົາຄົນຍາມໄປເຖີດ ແລະ ຈົ່ງເຝົ້າໃຫ້ປອດພັຍເທົ່າທີ່ທ່ານຈະເຮັດໄດ້.”66ແລະ ເຝົ້າອຸບໂມງຝັງສົບນັ້ນຢ່າງຄັກແນ່, ປະທັບຕາໃສ່ຫີນໄວ້ ແລະ ຕັ້ງທະຫານຍາມໃຫ້ເຝົ້າຢູ່.
1ບັດນີ້ໃນວັນສະບາໂຕ, ເວລາໃກ້ຮຸ່ງເຊົ້າວັນຕົ້ນສັບປະດາ, ມາຣິອາ ໄທມັກດາລາ ແລະ ມາຣິອາອີກຄົນຫນຶ່ງກໍ່ໄດ້ພາກັນໄປເບິ່ງອຸບໂມງຝັງສົບ.2ເບິ່ງແມ, ໄດ້ເກີດແຜ່ນດິນຫວັ່ນໄຫວຢ່າງຫນັກ, ດ້ວຍວ່າມີທູດສະຫວັນຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າລົງມາຈາກສະຫວັນ ແລະ ໄດ້ກິ້ງກ້ອນຫີນອອກ, ແລ້ວກໍນັ່ງເທິງຫີນນັ້ນ.3ໃບຫນ້າຂອງເພິ່ນນັ້ນເຫມືອນແສງຟ້າແມບ, ແລະ ເຄື່ອງນຸ່ງກໍຂາວເຫມືອນຫິມະ.4ແລະ ກາຍເປັນເຫມືອນຄົນຕາຍ.5ທູດສະຫວັນຕົນນັ້ນໄດ້ກ່າວແກ່ພວກຜູ້ຍິງວ່າ, “ຢ່າຢ້ານເລີຍ ດ້ວຍວ່າເຮົາຮູ້ແລ້ວວ່າພວກເຈົ້າມາຊອກຫາພຣະເຢຊູເຈົ້າ, ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ.6ແຕ່ຖືກຊົງບັນດານໃຫ້ເປັນຄືນມາ, ຕາມທີ່ພຣະອົງໄດ້ຊົງກ່າວແລ້ວ. ຈົ່ງມາເບິ່ງບ່ອນທີ່ພຣະອົງໄດ້ບັນທົມຢູ່ນັ້ນ.7‘ພຣະອົງຖືກຊົງບັນດານໃຫ້ເປັນຄືນມາຈາກຄວາມຕາຍແລ້ວ, ເບິ່ງແມ, ພຣະອົງສະເດັດໄປຍັງແຂວງຄາລີເລກ່ອນທ່ານທັງຫລາຍ. ພວກທ່ານຈະໄດ້ເຫັນພຣະອົງຢູ່ທີ່ນັ້ນ,’ ນີ້ແຫລະ, ເຮົາໄດ້ບອກພວກເຈົ້າແລ້ວ.”8ພວກຜູ້ຍິງເຫລົ່ານັ້ນກໍຮີບແລ່ນອອກຈາກອຸບໂມງຝັງສົບຢ່າງໄວ ດ້ວຍທັງຢ້ານທັງຍິນດີຫລາຍ, ແລະ ໄດ້ແລ່ນໄປບອກພວກສາວົກຂອງພຣະອົງ.9ພຣະເຢຊູໄດ້ສະເດັດມາພົບເຂົາ ແລະ ໄດ້ຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າເຖີ້ນ” ຍິງເຫລົ່ານັ້ນກໍເຂົ້າມາຈັບພຣະບາດນະມັດສະການພຣະອົງ.10“ຢ່າຊູ່ຢ້ານ ຈົ່ງໄປບອກພວກພີ່ນ້ອງຂອງເຮົາ ໃຫ້ໄປຍັງແຂວງຄາລີເລ. ແລ້ວພວກເຂົາໄດ້ເຫັນເຮົາທີ່ນັ້ນ.”11ບັດນີ້ໃນຂະນະທີ່ພວກຜູ້ຍິງເຫລົ່ານັ້ນກຳລັງໄປ, ເບິ່ງແມ, ມີຜູ້ເຝົ້າຍາມບາງຄົນໄດ້ເຂົ້າໄປໃນເມືອງ ແລະ ໄດ້ເລົ່າເຫດການທັງປວງທີ່ເກີດຂຶ້ນນັ້ນ ໃຫ້ພວກຫົວໜ້າປະໂລຫິດຂອງຕົນຟັງ.12ແລະ ພວກຜູ້ອາວຸໂສໄດ້ພົບ ປະຊຸມປຶກສາກັນເຖິງເລື່ອງທີ່ເກີດຂື້ນນັ້ນ, ພວກເຂົາກໍເອົາເງິນຈຳນວນຫລາຍແຈກໃຫ້ພວກທະຫານເຫລົ່ານັ້ນ,13ແລະ ສັ່ງພວກທະຫານວ່າ, “ໃຫ້ພວກເຈົ້າເວົ້າວ່າ ‘ພວກສາວົກຂອງ 'ພຣະເຢຊູ' ໄດ້ມາໃນເວລາກາງຄືນ ແລະ ໄດ້ລັກເອົາສົບໄປເວລາຫມູ່ເຮົານອນຫລັບຢູ່.14ຖ້າເລື່ອງນີ້ຮູ້ໄປເຖິງຜູ້ປົກຄອງແລ້ວ, ພວກເຮົາຈະເວົ້າແກ້ຕົວໃຫ້ທ່ານເອງ ແລະ ບໍ່ໃຫ້ພວກເຈົ້າຕ້ອງກັງວົນໃຈ.”15ດັ່ງນັ້ນບັນດາທະຫານຈິ່ງໄດ້ຮັບເງິນແລະ ພວກເຂົາກໍພາກັນເຮັດຕາມຄຳແນະນຳນັ້ນ. ຊຶ່ງເລື່ອງນີ້ໄດ້ຊ່າລືໄປໃນບັນດາພວກຢິວ ແລະ ສືບເນື່ອງຈົນເຖິງທຸກວັນນີ້.16ແຕ່ພວກສາວົກສິບເອັດຄົນໄດ້ໄປຍັງແຂວງຄາລີເລ, ໄປເຖິງພູທີ່ພຣະເຢຊູເຈົ້າໄດ້ຊົງນຳພາກຳນົດໄວ້ກັບເຂົາ.17ເມື່ອພວກເຂົາເຫັນພຣະອົງແລ້ວ, ພວກເຂົາຈິ່ງນະມັດສະການພຣະອົງ, ແຕ່ບາງຄົນກໍຍັງສົງໃສຢູ່.18ພຣະເຢຊູເຈົ້າໄດ້ສະເດັດມາຫາພວກເຂົາ ແລະ ຊົງກ່າວກັບເຂົາວ່າ, “ສິດທິອຳນາດທັງຫມົດໃນສະຫວັນ ແລະ ທີ່ແຜ່ນດິນໂລກກໍໄດ້ຊົງມອບໃຫ້ແກ່ເຮົາແລ້ວ.19ພວກທ່ານຈົ່ງອອກໄປ ແລະ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ. ບັບຕິສະມາພວກເຂົາໃນພຣະນາມຂອງພຣະບິດາ, ຂອງພຣະບຸດ, ແລະ ຂອງພຣະວິນຍານບໍຣິສຸດເຈົ້າ.20ສັ່ງສອນພວກເຂົາໃຫ້ເຊື່ອຟັງສິ່ງສາຣະພັດຊຶ່ງເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ, ເບິ່ງແມ, ເຮົາຢູ່ກັບທ່ານທັງຫລາຍສະເຫມີໄປ, ຈົນກວ່າຈະເຖິງວັນທີ່ສິ້ນໂລກ."
1ນີ້ແມ່ນ ຈຸດເລີ່ມຕົ້ນແຫ່ງຂ່າວປະເສີດ ເລື່ອງຂອງພຣະເຢຊູຄຣິດເຈົ້າ, ຜູ້ເປັນພຣະບຸດຂອງພຣະເຈົ້າ.2ຕາມທີ່ຜູ້ທຳນວາຍເອຊາຢາໄດ້ ຂຽນໄວ້ດັ່ງນີ້ວ່າ: “ເບິ່ງແມ, ເຮົາຈະໃຊ້ຜູ້ສົ່ງຂ່າວສານຂອງເຮົາໄປລ່ວງຫນ້າທ່ານ, ຜູ້ທີ່ຈະໄປຕຽມທາງໄວ້ໃຫ້ແກ່ທ່ານ.”3ສຽງຂອງຄົນຫນຶ່ງທີ່ຮ້ອງອອກໄປໃນຖິ່ນທຸຣະກັນດານວ່າ ‘ຈົ່ງຈັດຕຣຽມ ຫົນທາງຂອງພຣະອົງພຣະຜູ້ເປັນເຈົ້າໃຫ້ພ້ອມ ແລະ ເຮັດໃຫ້ຊື່ໄປ.’”4ສະນັ້ນໂຢຮັນໄດ້ມາ, ກຳລັງໃຫ້ບັບຕິສະມາ ຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ເທສະຫນາສັ່ງສອນໃນເລື່ອງການຮັບບັບຕິສະມາ ດ້ວຍການສາລະພາບກັບໃຈ ເພື່ອຮັບການຍົກໂທດບາບ.”5ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ຮັບບັບຕິສະມາທີ່ແມ່ນໍ້າຈໍແດນ ແລະ ສາລະພາບບາບຂອງຕົນເອງ.6ໂຢຮັນ, ຜູ້ນີ້ໃສ່ເສື້ອທີ່ເຮັດດ້ວຍຂົນອູດ ແລະ ໃສ່ສາຍຫນັງຮັດແອວ, ແລະ ກິນຕັກກະແຕນ ກັບນໍ້າເຜິ້ງປ່າ ເປັນອາຫານ.7ໂຢຮັນປະກາດວ່າ, "ຍັງຈະມີທ່ານອີກຜູ້ຫນຶ່ງທີ່ຈະມາພາຍຫລັງ ຂ້າພຣະເຈົ້າພຣະອົງຈະມີອຳນາດຍິ່ງໃຫຍ່ກວ່າຂ້າພຣະເຈົ້າ, ແລະ ດ້ວຍຂ້າພຣະເຈົ້າ ບໍ່ສົມຄວນແມ່ນແຕ່ຈະກົ້ມລົງແກ້ສາຍຮັດເກີບຂອງພຣະອົງ.8ຂ້າພຣະເຈົ້າໃຫ້ບັບຕິສະມາທ່ານໃນນໍ້າ, ແຕ່ພຣະອົງຜູ້ນີ້ຈະໃຫ້ທ່ານໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ.”9ຢູ່ມາມື້ຫນຶ່ງ ພຣະເຢຊູເຈົ້າໄດ້ມາຈາກເມືອງນາຊາເຣັດ ໃນແຂວງຄາລີເລ, ແລະ ພຣະອົງໄດ້ຮັບບັບຕິສະມາຈາກໂຢຮັນ ໃນແມ່ນໍ້າຈໍແດນ.10ໃນເວລາທີ່ ພຣະເຢຊູຂຶ້ນຈາກນໍ້າ, ກໍເຫັນທ້ອງຟ້າແຍກອອກ ແລະ ມີພຣະວິນຍານເຫມືອນດັ່ງນົກກາງແກລົງມາຢູ່ເທິງພຣະອົງ.11ແລ້ວໄດ້ມີສຽງຫນຶ່ງດັງອອກມາຈາກສະຫວັນວ່າ, “ເຈົ້າເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈເຈົ້າຫລາຍ.”12ແລ້ວພຣະວິນຍານ ກໍດົນໃຈພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງທຸຣະກັນດານ,13ພຣະອົງຢູ່ທີ່ນັ້ນເປັນເວລາສີ່ສິບວັນ, ຖືກມານຊາຕານທົດລອງ. ພຣະອົງຢູ່ ທ່າມກາງເຫລົ່າສັດຮ້າຍ, ແລະ ມີພວກທູດສະຫວັນຄອຍດູແລພຣະອົງ.14ຫລັງຈາກທີ່ໂຢຮັນຖືກຄຸກ, ພຣະເຢຊູເຈົ້າກໍເຂົ້າໄປປະກາດຂ່າວປະເສີດຂອງພຣະເຈົ້າ ທີ່ແຂວງຄາລີເລ.15ພຣະອົງກ່າວວ່າ, "ເວລາໄດ້ມາເຖິງແລ້ວ, ແລະ ຣາຊະອານາຈັກ ຂອງພຣະເຈົ້າກໍຢູ່ໃກ້ແລ້ວ. ຈົ່ງກັບໃຈໃຫມ່ ແລະ ເຊື່ອໃນຂ່າວປະເສີດເຖີ້ນ.”16ຂະນະທີ່ ພຣະອົງກຳລັງຍ່າງຜ່ານມາທີ່ທະເລຄາລີເລນັ້ນ, ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງເຂົາກຳລັງຢ່ອນມອງຢູ່ທະເລ, ເພາະທັງສອງເປັນຄົນຫາປາ.17ພຣະເຢຊູເຈົ້າ ຊົງກ່າວວ່າ, “ມາ, ຈົ່ງຕາມເຮົາມາ, ແລ້ວເຮົາຈະໃຫ້ທ່ານເປັນຜູ້ຫາຄົນ.”18ທັງສອງກໍປະມອງ ແລະ ເຮືອຂອງຕົນໄວ້ ແລ້ວຕິດຕາມ ພຣະເຢຊູເຈົ້າໄປທັນທີ.19ເມື່ອພຣະເຢຊູເຈົ້າເດີນຕໍ່ໄປອີກຫນ້ອຍຫນຶ່ງພຣະອົງກໍເຫັນຢາໂກໂບລູກຊາຍຂອງເຊເບດາຍແລະໂຢຮັນ ນ້ອງຊາຍຂອງເຂົາ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ.20ພຣະເຢຊູເຈົ້າຈຶ່ງເອີ້ນໃຫ້ທັງສອງ ຕິດຕາມພຣະອົງ ທັງສອງຈຶ່ງປະພໍ່ຂອງຕົນ ຄື ເຊເບດາຍ ກັບລູກຈ້າງໄວ້ໃນເຮືອ ແລະ ຕິດຕາມພຣະອົງໄປ.21ແລະພວກເພິ່ນພາກັນໄປທີ່ ເມືອງກາເປນາອູມ ແລະໃນວັນສະບາໂຕ ພຣະເຢຊູເຈົ້າໄດ້ເຂົ້າໄປໃນ ທັມະສາລາ ແລະ ພຣະອົງໄດ້ຕັ້ງຕົ້ນສັ່ງສອນຢູ່ທີ່ນັ້ນ.22ຜູ້ຄົນປະຫລາດໃຈໃນຄຳສອນຂອງພຣະເຢຊູເຈົ້າ, ເພາະພຣະອົງ ບໍ່ໄດ້ສອນເຫມືອນພວກທັມະຈານ ແລະ ແຕ່ເປັນຢ່າງຜູ້ມີສິດອຳນາດ.23ໃນເວລານັ້ນ ມີຊາຍຄົນຫນຶ່ງໃນທັມະສາລາ ທີ່ມີຜີຊົ່ວຮ້າຍສິງຢູ່ ແລະ ຮ້ອງຂຶ້ນວ່າ,24“ພຣະເຢຊູໄທນາຊາເຣັດເອີຍ ພຣະອົງມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ພຣະອົງມາທີ່ນີ້ ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າພຮະອົງເປັນຜູ້ໃດ. ພຣະອົງກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ!”25ພຣະເຢຊູເຈົ້າ ສັ່ງຫ້າມຜີຊົ່ວຮ້າຍ ນັ້ນວ່າ, “ມິດແມ ແລະ ອອກຈາກຊາຍຄົນນີ້ສາ!”26ວິນຍານຮ້າຍນັ້ນໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ແລະ ມັນກໍອອກຈາກຮ່າງຂອງເຂົາ ດ້ວຍສຽງຮ້ອງດັງ.27ຄົນທັງຫລາຍກໍງຶດປະຫລາດໃຈ, ດັ່ງນັ້ນພວກເຂົາຈຶ່ງຖາມກັນ ແລະ ກັນວ່າ, “ນີ້ແມ່ນຫຍັງ? ຄຳສອນແບບໃຫມ່ຢ່າງມີສິດທິອຳນາດຢ່າງນັ້ນບໍ? ພຣະອົງສາມາດສັ່ງໃຫ້ວິນຍານຊົ່ວຮ້າຍອອກໄປ ແລະ ມັນກໍຍອມຟັງພຣະອົງ!”28ແລ້ວຊື່ສຽງ ຂອງພຣະເຢຊູເຈົ້າ ຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ.29ຫລັງຈາກທີ່ອອກມາຈາກ ທັມະສາລາແລ້ວ, ພວກເຂົາກໍພາກັນໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ, ໂດຍມີຢາໂກໂບ ແລະ ໂຢຮັນໄປນຳ.30ເວລານັ້ນ ແມ່ເມັຽຂອງຊີໂມນ ກຳລັງນອນປ່ວຍດ້ວຍໄຂ້ສູງ, ແລະ ພວກເຂົາຈຶ່ງບອກເລື່ອງຂອງນາງກັບພຣະເຢຊູເຈົ້າ.31ດັ່ງນັ້ນພຣະອົງຈຶ່ງໄປຫາ, ແລະ ຈັບມືນາງໃຫ້ລຸກຂຶ້ນ; ໃນທັນໃດນັ້ນໄຂ້ກໍຫາຍ, ແລະ ນາງກໍຄອຍບົວລະບັດຮັບໃຊ້ພຣະອົງ ແລະ ພວກ ສາວົກ.32ໃນຕອນຄ້າຍແລງ, ພໍຕາເວັນຕົກດິນ, ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍທັງຫມົດ ແລະ ຄົນທີ່ຖືກຜີມານຮ້າຍສິງມາຫາພຣະເຢຊູເຈົ້າ.33ປະຊາຊົນໃນເມືອງທັງຫມົດ ໄດ້ມາອັ່ງອໍໂຮມກັນຢູ່ປະຕູ.34ພຣະເຢຊູເຈົ້າ ໄດ້ຮັກສາຢຽວຢາຄົນປ່ວຍຈຳນວນຫລວງຫລາຍ ໃຫ້ຫາຍຈາກໂຣກພັຍຕ່າງໆ ແລະ ຂັບໄລ່ວິນຍານຜີມານຮ້າຍຈຳນວນຫລາຍອອກຈາກຄົນ, ແຕ່ພຣະອົງບໍ່ຊົງອະນຸຍາດໃຫ້ຜີຮ້າຍເວົ້າຫຍັງ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.35ພຣະເຢຊູເຈົ້າຕື່ນແຕ່ເຊົ້າ, ຂະນະທີ່ຍັງມືດຢູ່; ພຣະເຢຊູເຈົ້າໄດ້ອອກຈາກບ້ານແລະໄປຍັງສະຖານທີ່ງຽບສະຫງັດແລ້ວອະທິຖານຢູ່ທີ່ນັ້ນ.36ຊີໂມນກັບ ບັນດາຄົນທີ່ຢູ່ກັບເຂົາກໍພາກັນອອກໄປຊອກຫາພຣະອົງ,37ເມື່ອພວກເຂົາພົບພຣະອົງກໍເວົ້າວ່າ, “ທຸກຄົນກຳລັງຊອກຫາ ພຣະອົງຢູ່.”38ພຣະເຢຊູເຈົ້າ ຕອບວ່າ, “ໃຫ້ພວກເຮົາ ໄປບ່ອນອື່ນໄປຍັງເມືອງທີ່ຢູ່ໃກ້ຄຽງເຖີດ, ເພື່ອວ່າເຮົາຈະໄດ້ປະກາດໃຫ້ແກ່ເຂົາ, ເພາະນີ້ຄືເຫດທີ່ເຮົາ ໄດ້ອອກມາທີ່ນີ້.”39ພຣະອົງອອກໄປທົ່ວແຂວງຄາລີເລ, ເຂົ້າໄປສັ່ງສອນໃນທັມະສາລາ ແລະຂັບໄລ່ວິນຍານຊົ່ວຮ້າຍອອກຈາກຄົນ.40ມີຊາຍທີ່ເປັນພະຍາດຂີ້ທູດຜູ້ຫນຶ່ງ ມາຫາພຣະເຢຊູເຈົ້າ, ລາວຄຸເຂົ່າລົງ ເເລະ ຂໍກັບພຣະອົງວ່າ “ຖ້າຫາກພຣະອົງພໍໃຈ, ກໍຈະເຮັດໃຫ້ ຂ້ານ້ອຍສະອາດດີໄດ້.”41ພຣະເຢຊູເຈົ້າເກີດມີໃຈສົງສານ, ຈຶ່ງເດ່ມືອອກໄປແຕະຕ້ອງຕົວລາວ ແລະກ່າວວ່າ,“ເຮົາພໍໃຈໃຫ້ທ່ານຫາຍແລ້ວ ຈົ່ງດີສະອາດສາ.”42ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້, ແລະ ກາຍເປັນຄົນປົກກະຕິໃນທັນທີ.43ພຣະເຢຊູເຈົ້າກຳຊັບເຂົາຢ່າງເຄັ່ງຄັດ ແລະບອກລາວໃຫ້ຫນີໄປ.44ພຣະອົງກ່າວກັບລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ, ແຕ່ຈົ່ງໄປຫາປະໂລຫິດແລ້ວຖວາຍເຄື່ອງບູຊາຕາມທີ່ໂມເຊສັ່ງ, ເພື່ອເປັນພະຍານໃຫ້ກັບຄົນເຫລົ່ານັ້ນ”45ແຕ່ເມື່ອຊາຍຄົນນີ້ອອກໄປແລ້ວນັ້ນກໍເລີ້ມປະກາດຂ່າວນີ້ໃຫ້ຄົນອື່ນຮູ້ຈົນພຣະເຢຊູເຈົ້າບໍ່ອາດ ເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ. ດັ່ງນັ້ນພຣະອົງໄດ້ໄປອາສັຍຢູ່ໃນບ່ອນປ່ຽວ ແລ້ວກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.
1ເມື່ອພຣະອົງໄດ້ກັບຄືນໄປກາເປນາອູມ ຫລັງຈາກນັ້ນບໍ່ເທົ່າໃດວັນ, ຄົນທັງຫລາຍ ໄດ້ຍິນວ່າພຣະອົງພັກຢູ່ທີ່ບ້ານ.2ຄົນຢ່າງຫລວງຫລາຍຈຶ່ງມາຊຸມນຸມກັນຈົນບໍ່ມີບ່ອນຫວ່າງ, ແມ່ນແຕ່ທີ່ປະຕູ, ແລະ ພຣະເຢຊູເຈົ້າກໍ່ກ່າວພຣະທັມສູ່ພວກເຂົາຟັງ.3ແລ້ວຊາຍບາງຄົນນຳຄົນທີ່ເປັນເປັ້ຽມາຫາພຣະອົງ; ຊຶ່ງມີຄົນສີ່ຄົນກຳລັງຫາມຄົນເປັ້ຽມາ.4ເມື່ອພວກເຂົາບໍ່ສາມາດນຳຊາຍຄົນນັ້ນເຂົ້າໄປຫາພຣະອົງໄດ້ເນື່ອງຈາກມີປະຊາຊົນຫນ້າບຽດສຽດກັນຢູ່, ພວກເຂົາຈຶ່ງຮື້ຫລັງຄາທີ່ຢູ່ຊື່ບ່ອນພຣະເຢຊູເຈົ້າກຳລັງນັ່ງຢູ່, ແລະ ແລ້ວພວກເຂົາກໍເຈາະຫລັງຄາເປັນປ່ອງແລ້ວ, ພວກເຂົາກໍຢ່ອນຄົນເປັ້ຽຢູ່ເທິງບ່ອນນອນຂອງລາວ ລົງມາ.5ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງພວກເຂົາ, ພຣະອົງກໍຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ.”6ແຕ່ພວກທັມະຈານທີ່ນັ່ງໃນທີ່ນັ້ນກໍຄິດຢູ່ໃນໃຈວ່າ,7“ຊາຍຄົນນີ້ເວົ້າຢ່າງນີ້ໄດ້ຢ່າງໃດ? ເຂົາກຳລັງເວົ້າຫມິ່ນປະຫມາດພຣະເຈົ້າ! ໃຜທີ່ສາມາດຍົກໂທດບາບໄດ້ນອກຈາກພຣະເຈົ້າພຽງຜູ້ດຽວ?”8ທັນໃດນັ້ນ ພຣະເຢຊູເຈົ້າ ຮູ້ໃນພຣະວິນຍານວ່າ ພວກເຂົາກຳລັງຄິດໃນໃຈຫຍັງຢູ່. ພຣະອົງຈຶ່ງກ່າວກັບພວກເຂົາວ່າ,“ເປັນຫຍັງພວກທ່ານຈຶ່ງຄິດເລື່ອງນີ້ຢູ່ໃນໃຈ?9ອັນໃດຈະງ່າຍກວ່າກັນທີ່ຈະບອກຄົນເປັ້ຽນີ້ວ່າ, ‘ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ’ ຫລື ກ່າວວ່າ,‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະ ຍ່າງເມືອ?’10ແຕ່ເພື່ອພວກທ່ານຈະຮູ້ວ່າ ບຸດມະນຸດມີອຳນາດທີ່ຈະຍົກໂທດຄວາມຜິດບາບຂອງມະນຸດໄດ້.” ພຣະອົງຈຶ່ງກ່າວແກ່ຄົນທີ່ເປັນເປັ້ຽວ່າ,11“ເຮົາສັ່ງເຈົ້າວ່າ, ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບໄປທີ່ບ້ານຂອງເຈົ້າ.”12ເຂົາກໍລຸກຂຶ້ນ ແລະ ຍົກເອົາບ່ອນນອນຂອງຕົນໃນທັນທີ, ແລະ ກັບໄປບ້ານຕໍ່ຫນ້າຕໍ່ຕາທຸກຄົນ, ເຫດສະນັ້ນພວກເຂົາທຸກຄົນກໍງຶດປະຫລາດໃຈ ແລະ ພວກເຂົາກໍສັນຣະເສີນພຣະສະຫງ່າຣາສີພຣະເຈົ້າ, ແລະ ພວກເຂົາບອກວ່າ, "ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ເລີຍ."13ພຣະເຢຊູເຈົ້າສະເດັດໄປທີ່ແຄມທະເລສາບອີກ, ປະຊາຊົນໄດ້ເຂົ້າມາຫາພຣະອົງ ແລະ ພຣະອົງໄດ້ສັ່ງສອນພວກເຂົາ.14ຂະນະທີ່ພຣະອົງກຳລັງຍ່າງຜ່ານໄປນັ້ນ, ພຣະອົງກໍເຫັນເລວີລູກຊາຍຂອງອາລະຟາຍກຳລັງນັ່ງຢູ່ທີ່ດ່ານເກັບພາສີ, ແລະພຣະອົງກ່າວກັບລາວວ່າ,“ຈົ່ງຕາມເຮົາມາ.” ເຂົາກໍລຸກຂຶ້ນແລະຕາມພຣະອົງໄປ.15ຂະນະທີ່ພຣະເຢຊູເຈົ້າກຳລັງຮັບປະທານອາຫານທີ່ເຮືອນຂອງເລວີ. ມີຄົນເກັບພາສີ ແລະ ຄົນບາບຈຳນວນຫລາຍກໍກຳລັງຮັບປະທານອາຫານຮ່ວມກັບພຣະເຢຊູເຈົ້າແລະ ສາວົກຂອງພຣະອົງ, ເພາະພວກເຂົາມີຈຳນວນຫລາຍແລະພວກເຂົາໄດ້ຕິດຕາມພຣະອົງ.16ເມື່ອພວກທັມະຈານ, ຊຶ່ງເປັນຝ່າຍຟາຣີຊາຍໄດ້ເຫັນພຣະເຢຊູເຈົ້າກຳລັງກິນເຂົ້າກັບຄົນບາບ ແລະ ຄົນເກັບພາສີ, ພວກເຂົາຈຶ່ງເວົ້າກັບພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນເຂົ້າຮວ່ມກັບຄົນເກັບພາສີ ແລະ ຄົນບາບເຫລົ່ານີ້?”17ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນີ້ ພຣະອົງຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີຮ່າງກາຍແຂງແຮງດີບໍ່ຕ້ອງການຫມໍ, ຄົນປ່ວຍເທົ່ານັ້ນທີ່ຕ້ອງການຫມໍ. ເຮົາບໍ່ໄດ້ມາຫາຄົນທີ່ເອີ້ນວ່າເປັນຄົນຊອບທັມ, ແຕ່ມາເອີ້ນຄົນທີ່ເປັນຄົນບາບ”18ໃນເວລານັ້ນສາວົກຂອງໂຢຮັນ ແລະ ພວກຟາຣີຊາຍ ກຳລັງຖືສິນອົດອາຫານ. ມີບາງຄົນມາ ແລະ ເວົ້າກັບພຣະອົງວ່າ, “ເປັນຫຍັງສາວົກຂອງໂຢຮັນ ແລະສາວົກພວກຟາຣີຊາຍຖືສິນອົດອາຫານ, ສ່ວນສາວົກຂອງພຣະອົງຄືບໍ່ຖືສິນອົດອາຫານ?19ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງເຈົ້າບ່າວຈະຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວ ຍັງຢູ່ນຳພວກເຂົາບໍ? ຕາບເທົ່າທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ, ພວກເຂົາກໍບໍ່ຕ້ອງອົດອາຫານ.20ແຕ່ເມື່ອເວລານັ້ນມາເຖິງເມື່ອເຈົ້າບ່າວຖືກຮັບໄປຈາກພວກເຂົາ, ໃນເວລານັ້ນພວກເຂົາຈະຖືສິນອົດອາຫານ.”21ບໍ່ມີໃຜຫຍິບເສດຜ້າໃຫມ່ລົງເທິງເສື້ອຜ້າເກົ່າ, ຊຶ່ງຈະເຮັດໃຫ້ຮອຍຕາບຂາດອອກຈາກເສື້ອຜ້າເກົ່າ ຜ້າໃຫມ່ຂາດອອກຈາກຜ້າເກົ່າ ແລະ ຮອຍຂາດຈະກ້ວາງຫລາຍຂຶ້ນ.22ບໍ່ມີຜູ້ໃດໃສ່ເຫລົ້າອະງຸ່ນໃຫມ່ໄວ້ໃນຖົງຫນັງເກົ່າ, ເພາະການເຮັດຢ່າງນັ້ນຈະເປັນການເຮັດໃຫ້ຖົງຫນັງຂາດ ແລະ ທັງເຫລົ້າອະງຸ່ນກໍຈະເສັຽໄປແທນທີ່ຈະທຳເຊັ່ນນັ້ນ ຈົ່ງໃສ່ເຫລົ້າອະງຸ່ນໃຫມ່ໃນຖົງຫນັງໃຫມ່.”23ໃນວັນສະບາໂຕ ພຣະເຢຊູເຈົ້າໄດ້ຍ່າງຜ່ານທົ່ງນາ ແລະ ພວກສາວົກເຫລົ່ານັ້ນກໍເດັດເອົາຮວງເຂົ້າມາກິນ.24ພວກຟາຣີຊາຍຈຶ່ງເວົ້າຕໍ່ພຣະອົງວ່າ, “ເບິ່ງແມ "ເປັນຫຍັງ ພວກສາວົກຂອງທ່ານ ຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນສະບາໂຕ?"25ພຣະອົງ ຊົງຕອບພວກເຂົາວ່າ, "ທ່ານບໍ່ເຄີຍອ່ານກຽ່ວກັບດາວິດໃນຄາວທີ່ທ່ານລຳບາກ ແລະ ຫິວ - ທັງທ່ານ ແລະ ຄົນຂອງທ່ານ ບໍ?.26ດາວິດໄດ້ເຂົ້າໄປທີ່ສະຖິດຂອງພຣະເຈົ້າໃນເວລາທີ່ອາບີອາທາເປັນມະຫາປະໂລຫິດ ແລະ ກິນເຂົ້າຈີ່ ທີ່ໄດ້ຖວາຍແກ່ ພຣະເຈົ້າ, ຊຶ່ງໃຜກໍຕາມທີ່ກິນເປັນການທຳຜິດກົດບັນຍັດນອກຈາກພວກປະໂລຫິດເທົ່ານັ້ນ, ແລະ ທ່ານກໍຍັງໃຫ້ເຂົ້າຈີ່ເຫລົ່ານັ້ນແກ່ຄົນທີ່ມາກັບທ່ານກິນດ້ວຍໄດ້ຢ່າງໃດ?"27ພຣະເຢຊູເຈົ້າກ່າວວ່າ, “ວັນສະບາໂຕໄດ້ສ້າງໄວ້ເພື່ອມະນຸດ, ບໍ່ໄດ້ສ້າງມະນຸດໄວ້ເພື່ອວັນສະບາໂຕ.28ເພາະເຫດນັ້ນ, ບຸດມະນຸດຄືເຈົ້ານາຍເຫນືອວັນສະບາໂຕ.”
1ພຣະເຢຊູເຈົ້າເຂົ້າໄປໃນທັມະສາລາອີກເທື່ອຫນຶ່ງ ແລະ ທີ່ນັ້ນມີຊາຍຜູ້ຫນຶ່ງ ທີ່ມືລີບ.2ມີບາງຄົນຈ້ອງຈັບຜິດພຣະອົງວ່າ ພຣະອົງຈະຮັກສາຊາຍຄົນນີ້ໃນວັນສະບາໂຕຫລືບໍ່? ທັງນີ້ກໍເພື່ອຈະສາມາດກ່າວຫາພຣະອົງ.3ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ລຸກຂຶ້ນ ແລະ ຢືນຢູ່ກາງທຸກຄົນ.”4ແລ້ວພຣະອົງກໍເວົ້າກັນຝູງຊົນນັ້ນວ່າ, “ເປັນສິ່ງທີ່ຖືກຕ້ອງຫລືບໍ່ ທີ່ຈະທຳສິ່ງດີໃນວັນສະບາໂຕແທນທີ່ຈະທຳສິ່ງຊົ່ວ; ທີ່ຈະຊ່ວຍຊີວິດຄົນແທນທີ່ຈະໃຫ້ເຂົາຕາຍ?” ແຕ່ພວກເຂົາທັງຫລາຍໄດ້ມິດຢູ່.5ພຣະອົງຫລຽວເບິ່ງພວກເຂົາດ້ວຍຄວາມເຄືອງໃຈ ແລະ ເສົ້າໃຈຢ່າງຍິ່ງ, ຕໍ່ໃຈທີ່ແຂງກະດ້າງຂອງພວກເຂົາ. ແລະພຣະອົງໄດ້ກ່າວແກ່ຊາຍຄົນນັ້ນວ່າ, “ຢຽດມືຂອງເຈົ້າອອກ.” ລາວຈຶ່ງຢຽດມືອອກມາ, ແລ້ວພຣະເຢຊູເຈົ້າຊົງຮັກສາມືຂອງລາວໃຫ້ດີປົກກະຕິ.6ພວກຟາຣີຊາຍຈຶ່ງຮີບອອກໄປໂດຍທັນທີ ແລະ ວາງແຜນຮ້າຍກັບພວກເຮໂຣດຕໍ່ຕ້ານພຣະອົງເພື່ອໃຫ້ເຖິງຕາຍ.7ຕໍ່ມາພຣະເຢຊູເຈົ້າກັບພວກສາວົກ ຂອງພຣະອົງອອກໄປທີ່ທະເລສາບ, ແລະ ມີປະຊາຊົນຫມູ່ໃຫຍ່ຕາມພຣະອົງມາຈາກຄາລີເລ, ແລະ ຈາກຢູດາຍ.8ຈາກເຢຣູຊາເລັມ, ແລະ ຈາກອີດູມາຍ, ແລະຈາກທີ່ໄກເກີນໄປຈາກຈໍແດນ ແລະ ຂົງເຂດອ້ອມແອ້ມ ເມືອງຕີເຣ ແລະ ຊີໂດນ. ເມື່ອພວກເຂົາໄດ້ຍິນທຸກສິ່ງທີ່ພຣະອົງກະທຳ, ປະຊາຊົນຫມູ່ໃຫຍ່ຈຶ່ງໄດ້ຕາມພຣະອົງມາ.9ແລະ ພຣະອົງຈຶ່ງບອກໃຫ້ພວກສາວົກ ຕຽມເຮືອນ້ອຍລຳຫນຶ່ງໄວ້ໃຫ້ພ້ອມເນື່ອງຈາກຝູງຊົນມາກັນຈຳນວນຫລາຍແລະເພື່ອບໍ່ໃຫ້ພວກເຂົາບຽດກັບພຣະອົງ.10ເນື່ອງຈາກພຣະອົງໄດ້ຮັກສາຫລາຍຄົນ ເຮັດໃຫ້ຄົນທີ່ເຈັບປ່ວຍພະຍາຍາມບຽດໃກ້ພຣະອົງ ເພື່ອຈະໄດ້ແຕະຕ້ອງພຣະອົງ.11ເມື່ອໃດກໍຕາມ ທີ່ເຫລົ່າວິນຍານຊົ່ວເຫັນພຣະອົງພວກມັນລົ້ມລົງຕໍ່ຫນ້າພຣະອົງແລະຮ້ອງຂຶ້ນວ່າ,“ທ່ານຜູ້ເປັນພຣະບຸດຂອງພຣະເຈົ້າ.”12ພຣະອົງຈຶ່ງສັ່ງຫ້າມພວກມັນວ່າຢ່າເປີດເຜີຍວ່າພຣະອົງຄືຜູ້ໃດ.13ພຣະອົງຂຶ້ນໄປເທິງພູເຂົາ, ແລະ ຊົງເອີ້ນເອົາຜູ້ທີ່ພຣະອົງຕ້ອງການພົບມາຫາແລ້ວຄົນເຫລົ່ານັ້ນກໍມາຫາພຣະອົງ14ພຣະອົງແຕ່ງຕັ້ງສິບສອງຄົນ ແລະເອີ້ນພວກເພິ່ນວ່າ,"ອັກຄະສາວົກ" ເພື່ອທີ່ພວກເຂົາຈະໄດ້ໃຊ້ເວລາຢູ່ກັບພຣະອົງ ແລະ ຈະໄດ້ສົ່ງພວກເຂົາອອກໄປປະກາດ,15ແລະ ໃຫ້ສິດອຳນາດຂັບໄລ່ຜີມານຮ້າຍອອກໄດ້.16ພຣະອົງແຕ່ງຕັ້ງສິບສອງຄົນດັ່ງນີ້: ຊີໂມນ ຊຶ່ງພຣະອົງເອີ້ນຊື່ວ່າ ເປໂຕ;17ຢາໂກໂບລູກຂອງເຊເບດາຍ, ແລະ ໂຢຮັນນ້ອງຊາຍຂອງຢາໂກໂບຊຶ່ງພຣະອົງເອີ້ນທັງສອງວ່າ"ໂບອະເນເຄ", ຊຶ່ງມີຄວາມຫມາຍວ່າ, ລູກຟ້າຮ້ອງ;18ແລະ ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ ລູກຊາຍ ຂອງອາລະຟາຍ, ທາດາຍ, ຊີໂມນ ຜູ້ຮັກຊາດ,19ແລະ ຢູດາອິດສະກາຣີອົດຜູ້ຊຶ່ງຕໍ່ມາທໍຣະຍົດພຣະອົງ.20ຕໍ່ມາເມື່ອພຣະເຢຊູເຈົ້າໄດ້ກັບໄປທີ່ບ້ານ, ແລະ ປະຊາຊົນກໍຍັງຫລັ່ງໄຫລຕາມພຣະອົງມາຈົນພຣະອົງບໍ່ມີຮອດເວລາກິນເຂົ້າຈີ່.21ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນເລື່ອງນີ້ກໍຕ້ອງການມາເອົາພຣະອົງກັບໄປ, ເພາະພວກເຂົາເວົ້າກັນວ່າ, “ພຣະອົງ ເສັຽສະຕິໄປແລ້ວ”.22ພວກທັມະຈານຊຶ່ງລົງມາຈາກເຢຣູຊາເລັມໄດ້ກ່າວວ່າ, “ພຣະອົງຖືກຄອບງຳໂດຍເບເອນເຊບູນ", ແລະ ທີ່ພຣະອົງຂັບຜີມານຮ້າຍອອກໄດ້ ກໍໂດຍອຳນາດ ຂອງເບເອນເຊບູນນາຍຜີມານຮ້າຍ.”23ພຣະເຢຊູເຈົ້າຈຶ່ງເອີ້ນພວກເຂົາມາຫາພຣະອົງ ແລະ ຊົງກ່າວເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານເອງໃຫ້ອອກໄດ້ຢ່າງໃດ?24ຫາກອານາຈັກໃດ ແຕກແຍກກັນແລ້ວກໍບໍ່ອາດລວມກັນໄດ້ເຊັ່ນກັນ,25ຖ້າຄົວເຮືອນໃດແຕກແຍກກັນແລ້ວ, ກໍບໍ່ອາດລວມກັນໄດ້ເຊັ່ນກັນ.26ຖ້າມານຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະ ແຕກແຍກກັນມັນກໍບໍ່ສາມາດລວມກັນໄດ້, ແຕ່ຕ້ອງມາເຖິງຈຸດຈົບ.27ບໍ່ມີຜູ້ໃດຈະເຂົ້າໄປໃນເຮືອນຂອງຄົນ ທີ່ແຂງແຮງ ແລະ ລັກເອົາສິ່ງຂອງໄປໄດ້ຫາກບໍ່ໄດ້ຈັບຄົນທີ່ແຂງແຮງນັ້ນມັດເສັຽກ່ອນ, ແລ້ວຈຶ່ງ ຈະເຂົ້າໄປປຸ້ນເຮືອນນັ້ນໄດ້.”28ເຮົາຂໍບອກຄວາມຈິງກັບທ່ານວ່າບາບທັງຫມົດຂອງມະນຸດຈະໄດ້ຮັບການຍົກໂທດ, ແມ່ນແຕ່ຄຳເວົ້າຫມິ່ນປະຫມາດທັງຫມົດ.29ແຕ່ຜູ້ໃດກໍຕາມທີ່ເວົ້າຫມິ່ນປະຫມາດພຣະວິນຍານບໍຣິສຸດເຈົ້າຈະບໍ່ໄດ້ຮັບການຍົກໂທດແຕ່ຈະມີຄວາມຜິດບາບຕິດຕົວຕະຫລອດໄປ.”30ພຣະເຢຊູເຈົ້າກ່າວ ເຊັ່ນນີ້ເພາະພວກເຂົາເວົ້າກັນວ່າ, “ພຣະອົງມີວິນຍານຊົ່ວຮ້າຍເຂົ້າສິງຢູ່.”31ຕໍ່ມາແມ່ ແລະ ພີ່ນ້ອງຂອງພຣະອົງໄດ້ມາຫາພຣະອົງ ແລະ ຢືນຢູ່ຂ້າງນອກ. ພວກເຂົາໃຊ້ຄົນເຂົ້າໄປເອີ້ນພຣະອົງ.32ໃນຂະນະທີ່ປະຊາຊົນນັ່ງອ້ອມພຣະອົງຢູ່ ພວກເຂົາເວົ້າວ່າ, “ທ່ານເອີຍ, ແມ່ແລະພີ່ນ້ອງຂອງທ່ານກຳລັງລໍພົບທ່ານຢູ່ຂ້າງນອກ.”33ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະ ພີ່ນ້ອງຂອງເຮົາ?”34ພຣະອົງກໍຫລຽວເບິ່ງລອບໆໄປຍັງປະຊາຊົນທີ່ນັ່ງອ້ອມ ຮອບພຣະອົງຢູ່ ແລະກ່າວວ່າ, “ຈົ່ງເບິ່ງນີ້ຄືແມ່ ແລະ ພີ່ນ້ອງຂອງເຮົາ!35ຜູ້ໃດກໍຕາມທີ່ຍອມປະຕິບັດຕາມພຣະປະສົງຂອງພຣະເຈົ້າ, ຜູ້ນັ້ນຄືພີ່ນ້ອງຊາຍຍິງແລະແມ່ຂອງເຮົາ.”
1ພຣະເຢຊູເຈົ້າຊົງເລີ້ມຕົ້ນສອນປະຊາຊົນອີກຄັ້ງຫນຶ່ງທີ່ແຄມທະເລຊຶ່ງມີປະຊາຊົນຫລວງຫລາຍມາຟັງຄຳສອນຂອງພຣະອົງ. ພຣະອົງຈຶ່ງສະເດັດລົງໄປໃນເຮືອ ແລະ ນັ່ງຢູ່ໃນເຮືອ ສ່ວນປະຊາຊົນໄດ້ນັ່ງທີ່ແຄມຝັ່ງທະເລ.2ພຣະອົງສອນຫລາຍຢ່າງໂດຍໃຊ້ຄຳອຸປະມາພຣະອົງໄດ້ສອນວ່າ,3“ຈົ່ງຟັງເຖີດ ມີຊາຍຄົນຫນຶ່ງອອກໄປຫວ່ານເມັດພືດ.4ຂະນະທີ່ເຂົາຫວ່ານເມັດພືດລົງໄປນັ້ນ, ບາງເມັດຕົກຕາມຫົນທາງ ແລ້ວມີນົກມາສັບກິນເສັຽ.5ບາງເມັດ ຕົກໃສ່ດິນທີ່ມີຫີນ, ທີ່ມີດິນຫນ້ອຍແລະພືດນັ້ນຈຶ່ງງອກຂຶ້ນມາໃນທັນທີເພາະພື້ນດິນບໍ່ເລິກ.6ແຕ່ເມື່ອຖືກແສງແດດກ້າ, ພືດນັ້ນກໍຫ່ຽວແຫ້ງໄປເນື່ອງຈາກຮາກຍັງບໍ່ເລິກ.7ເມັດພືດອື່ນທີ່ໄດ້ຕົກໃສ່ຫນາມ ແລະ ຕົ້ນຫນາມເຫລົ່ານີ້ກໍໃຫຍ່ຂຶ້ນດ້ວຍກັນແລະຫຸ້ມຮັດພືດເຫລົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້.8ບາງເມັດກໍຕົກໃສ່ພື້ນດິນທີ່ດີ, ຊຶ່ງເຮັດໃຫ້ພືດນັ້ນງອກງາມຈະເຣີນເຕີບໂຕ ແລະເກີດຜົນໄດ້ໂດຍບາງສ່ວນກໍອອກຜົນເປັນສາມສິບເທົ່າ, ຫົກສິບເທົ່າ ແລະຮ້ອຍເທົ່າ.”9ແລະ ພຣະອົງຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງຈົ່ງຟັງເຖີດ!"10ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງກໍມີຜູ້ຄົນທີ່ໃກ້ຊິດພຣະອົງແລະສາວົກສິບສອງຄົນ ມາຫາພຣະອົງແລະຖາມກ່ຽວກັບຄຳອຸປະມານັ້ນ.11ພຣະອົງຈຶ່ງຊົງຕອບພວກເພິ່ນ ວ່າ,"ສຳລັບພວກທ່ານ, ເຮົາໄດ້ເປີດເຜີຍຄວາມເລິກລັບແຫ່ງອານາຈັກສະຫວັນໃຫ້ກັບທ່ານ, ແຕ່ຄົນອື່ນນັ້ນເຮົາກ່າວກັບພວກເຂົາເປັນຄຳອຸປະມາ12ເພື່ອວ່າເມື່ອພວກເຂົາເບິ່ງແລ້ວເບິ່ງອີກກໍເບິ່ງບໍ່ເຫັນ, ແລະ ເມື່ອເຂົາຟັງແລ້ວ, ຟັງອີກແຕ່ກໍບໍ່ເຂົ້າໃຈ, ບໍ່ສະນັ້ນພວກເຂົາ ຈະກັບມາຫາພຣະເຈົ້າ ແລະ ຮັບການການຍົກໂທດຈາກພຣະອົງ."13ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ພວກທ່ານບໍ່ເຂົ້າໃຈຄຳອຸປະມານີ້ບໍ? ແລ້ວພວກທ່ານຈະເຂົ້າໃຈຄຳອຸປະມາທັງຫມົດນັ້ນໄດ້ຢ່າງໃດ?14ຊາວນາຜູ້ຫວ່ານໄດ້ຫວ່ານເມັດພືດ ຄືຜູ້ທີ່ຫວ່ານພຣະທັມຂອງພຣະເຈົ້າ.15ເມັດທີ່ຕົກຕາມຫົນທາງ, ໃນບ່ອນທີ່ໄດ້ຫວ່ານຖ້ອຍຄຳຂອງພຣະເຈົ້າ, ເມື່ອເຂົາໄດ້ຍິນພຣະທັມນັ້ນມານຊາຕານກໍມາເອົາພຣະທັມຈາກເຂົາໄປເສັຽທັນທີ.16ບາງສ່ວນຕົກໃສ່ພື້ນຫີນທີ່ດິນທີ່ມີຫນ້ອຍ, ຄືຜູ້ທີ່ໄດ້ຍິນພຣະທັມແລ້ວ, ກໍຮັບເອົາໄວ້ທັນທີດ້ວຍຄວາມຊື່ນຊົມຍິນດີ.17ພວກເຂົາບໍ່ມີຮາກຫມັ້ນໃນເຂົາເອງ, ຈຶ່ງເຮັດໃຫ້ເຂົາມີຄວາມອົດທົນໄດ້ພຽງເວລາສັ້ນໆ. ໃນເມື່ອໄດ້ຮັບຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະທັມພວກເຂົາຈຶ່ງສະດຸດທັນທີ.18ແລະ ບາງເມັດຕົກໃສ່ພື້ນດິນກາງພຸ່ມຫນາມ, ຄືຜູ້ທີ່ໄດ້ຟັງພຣະທັມ.19ແຕ່ຍັງມີຄວາມສົນໃຈກັບໂລກນີ້, ການຫລອກລວງດ້ວຍຄວາມຮັ່ງມີ, ແລະທັງມີຄວາມປາຖນາໃນສິ່ງຕ່າງໆໄດ້ເຂົ້າ ຊຶ່ງສິ່ງເຫລົ່ານີ້ມາຫຸ້ມຮັດ ພຣະທັມໄວ້ບໍ່ໃຫ້ເກີດຜົນ.20ສ່ວນເມັດທີ່ ຕົກໃສ່ພື້ນດິນທີ່ດີ, ຄືຜູ້ທີ່ໄດ້ຟັງພຣະທັມແລ້ວ, ຮັບໄວ້ຈຶ່ງເຮັດໃຫ້ເກີດຜົນ - ສາມສິບເທົ່າ, ຫົກສິບເທົ່າ ແລະ ຫນຶ່ງຮ້ອຍເທົ່າ.”21ພຣະເຢຊູເຈົ້າກ່າວກັບພວກເຂົາ ວ່າ, “ເມື່ອທ່ານນຳຕະກຽງເຂົ້າມາໃນເຮືອນນັ້ນທ່ານນຳເອົາໄປວາງໄວ້ຢູ່ກ້ອງຖັງ, ຫລືວ່ານຳໄປວາງໄວ້ກ້ອງຕຽງນອນບໍ? ທ່ານຍ່ອມນຳໄປ ຕັ້ງໄວ້ເທິງເຊີງຕະກຽງ.22ເຊັ່ນດຽວກັນ ບໍ່ມີສິ່ງໃດທີ່ຖືກປິດຊ້ອນໄວ້ຈະບໍ່ມີໃຜຮູ້, ແລະ ບໍ່ມີຄວາມລັບໃດຈະບໍ່ຖືກເປີດເຜີຍ,23ຜູ້ໃດມີຫູຟັງຈົ່ງຟັງເອົາ!"24ພຣະເຢຊູເຈົ້າກ່າວກັບພວກເຂົາ ວ່າ, “ທ່ານຈົ່ງເອົາໃຈໃສ່ໃນສິ່ງທີ່ທ່ານໄດ້ຍິນ, ດ້ວຍວ່າ ພວກທ່ານຈະວັດແທກໃຫ້ຄົນອື່ນດ້ວຍ ເຄື່ອງວັດແທກຢ່າງໃດ, ພຣະອົງກໍຈະວັດແທກໃຫ້ກັບພວກທ່ານດ້ວຍເຄື່ອງວັດແທກຢ່າງນັ້ນ.25ດ້ວຍວ່າ, ຜູ້ໃດທີ່ມີຢູ່ແລ້ວ, ພຣະອົງກໍຈະເພີ້ມຕື່ມໃຫ້ອີກ, ແຕ່ຜູ້ໃດທີ່ບໍ່ມີ ແມ່ນວ່າເຂົາມີຢູ່ນັ້ນ ພຣະອົງກໍຈະເອົາໄປເສັຽຈາກເຂົາ.”26ແລະພຣະອົງກ່າວວ່າ, “ອານາຈັກຂອງພຣະເຈົ້າເປັນເຫມືອນຊາຍຄົນຫນຶ່ງໄດ້ຫວ່ານເມັດພືດໃສ່ນາຂອງຕົນ.27ເມື່ອເຂົາ ນອນຫລັບໃນເວລາກາງຄືນແລ້ວຕື່ນຂຶ້ນມາໃນຕອນກາງເວັນເມັດທີ່ເຂົາຫວ່ານກໍງອກ ແລະ ຈະເຕີບໃຫຍ່ຂຶ້ນເຂົາບໍ່ສາມາດເຂົ້າໃຈວ່າເປັນໄປໄດ້ຢ່າງໃດ.28ເພາະວ່າແຜ່ນດິນເຮັດໃຫ້ ເມັດພືດງອກງາມເຕີບໂຕຂຶ້ນເອງ. ທຳອິດອອກເປັນໃບກ່ອນແລ້ວຕໍ່ມາເປັນຮວງຕໍ່ຈາກນັ້ນກໍມີເມັດເຂົ້າຕຶ່ງເຕັມຮວງ.29ເມື່ອຮວງເຂົ້າສຸກ ແລະ ພ້ອມທີ່ຈະເກັບກຽ່ວພຣະອົງກໍສົ່ງຄົນມາກ່ຽວໃນທັນທີ, ເພາະເວລາທີ່ຈະເກັບກ່ຽວໄດ້ມາເຖິງແລ້ວ.”30ພຣະເຢຊູເຈົ້າກ່າວວ່າ, “ເຮົາຈະປຽບແຜ່ນດິນສະຫວັນເຫມືອນອັນໃດດີ? ຫລືຈະເວົ້າເປັນຄຳອຸປະມາຢ່າງໃດ?31ກໍປຽບເຫມືອນແກ່ນຜັກກາດທີ່ຖືກຫວ່ານລົງໄປໃນດິນ ຊຶ່ງເມັດຂອງມັນກໍນ້ອຍກວ່າເມັດໃດໆຂອງພືດທັງປວງໃນໂລກ32ແຕ່ເມື່ອຖືກຫວ່ານລົງ ໄປມັນກໍເຕີບໂຕຂຶ້ນແລະ ກາຍເປັນຕົ້ນທີ່ໃຫຍ່ ກວ່າຜັກທັງປວງໃນສວນນັ້ນແລະ ມັນແຜ່ກິ່ງກ້ານໃຫຍ່ອອກມາຈຶ່ງເຮັດໃຫ້ພວກນົກປ່າສາມາດມາເຮັດຮັງຢູ່ໄດ້.”33ພຣະອົງໄດ້ກ່າວສອນຖ້ອຍຄຳຂອງພຣະເຈົ້າເປັນຄຳອຸປະມາແບບນີ້ຫລາຍເລື່ອງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.34ແລະພຣະອົງບໍ່ໄດ້ກ່າວສອນໂດຍວິທີອື່ນເລີຍນອກຈາກໃຊ້ຄຳອຸປະມາ ແຕ່ເມື່ອປະຊາຊົນກັບໄປແລ້ວພຣະອົງໄດ້ອະທິບາຍທຸກໆສິ່ງສູ່ສາວົກຂອງພຣະອົງຟັງ.35ໃນຕອນຄໍ່າຂອງວັນດຽວກັນນັ້ນ ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ,“ໃຫ້ ພວກເຮົາຂ້ວາມໄປຟາກນັ້ນກັນເທາະ.”36ຂະນະທີ່ພວກເຂົາລາປະຊາຊົນແລ້ວພວກເຂົາໄດ້ເຊີນພຣະເຢຊູສະເດັດລົງເຮືອໄປກັບພວກເຂົາແລະມີເຮືອລຳອື່ນອີກໄປນຳດ້ວຍກັນກັບ ພຣະອົງ37ແລະມີພະຍຸໃຫຍ່ເກີດຂຶ້ນແລະໄດ້ຊັດຄື້ນເຂົ້າໄປໃນເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ.38ແຕ່ພຣະເຢຊູເຈົ້ານັ້ນນອນຫມູນຫມອນຫລັບຢູ່ທ້າຍເຮືອ. ພວກສາວົກຂອງພຣະອົງຈຶ່ງໄປປຸກພຣະອົງໃຫ້ຕື່ນຂຶ້ນ, ພວກເຂົາເວົ້າວ່າ, “ອາຈານເອີຍ, ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຕາຍແລ້ວ39ພຣະອົງຈຶ່ງຕື່ນຂຶ້ນ ແລະ ກ່າວແກ່ທະເລວ່າ, "ຈົ່ງສະຫງົບງຽບແມ!" ແລ້ວພາຍຸກໍຢຸດທະເລກໍສະຫງົບງຽບລົງ.40ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍບໍ່ມີຄວາມເຊື່ອບໍ?”41ແຕ່ພວກເພິ່ນຕົກໃຈຢ້ານຫລາຍຈິ່ງເວົ້າຕໍ່ກັນແລະ ກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມ ແລະ ຟອງທະເລກໍຍອມຟັງຄວາມເພິ່ນ.”
1ພວກເຂົາຂ້ວາມມາອີກຟາກຫນຶ່ງຂອງ ທະເລເຖິງເຂດແດນເຄຣາຊາ.2ເມື່ອພຣະເຢຊູເຈົ້າອອກຈາກເຮືອທັນໃດນັ້ນ ມີຊາຍຜູ້ຫນຶ່ງຖືກຜີຊົ່ວຮ້າຍສິງຢູ່ໄດ້ແລ່ນອອກຈາກອຸໂມງຝັງສົບມາພົບພຣະອົງ.3ຊາຍຜູ້ນີ້ອາສັຍຢູ່ໃນອຸບໂມງຝັງສົບ. ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ລ່າມໂສ້ມັນໄວ້ໄດ້.4ເຂົາຖືກລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະ ຫັກໃຫ້ຫມຸ່ນ. ບໍ່ມີຜູ້ໃດທີ່ມີກຳລັງທີ່ສາມາດປາບມັນໄດ້.5ເຂົາແຜດສຽງຮ້ອງທັງຄືນທັງເວັນຢູ່ໃນອຸໂມງຝັງສົບແລະຕາມພູເຂົາ ເຂົາປາດຕາມເນື້ອຕົວຂອງຕົນເອງດ້ວຍຫີນແຫລມຄົມ.6ເມື່ອ ເຂົາຫລຽວເຫັນພຣະເຢຊູເຈົ້າແຕ່ໄກ ເຂົາຈຶ່ງແລ່ນມາຫາແລະຂາບລົງຕໍ່ຫນ້າພຣະອົງ,7ເຂົາຮ້ອງດ້ວຍສຽງອັນດັງວ່າ, “ພຣະເຢຊູພຣະບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ຂ້ານ້ອຍຫຍຸ້ງກ່ຽວ ຫຍັງກັບທ່ານບໍ? ຂ້ານ້ອຍຂໍຮ້ອງທ່ານເພື່ອເຫັນແກ່ພຣະເຈົ້າຢ່າທໍຣະມານຂ້ານ້ອຍເລີຍ”.8ເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ເຈົ້າຜີຊົ່ວຮ້າຍຈົ່ງອອກຈາກຊາຍຄົນນີ້ແມ”.9ພຣະອົງໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບພຣະອົງວ່າ,“ຂ້ານ້ອຍຊື່ກອງທັບເພາະ ພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.”10ມັນຂໍຮ້ອງນຳພຣະອົງຊ້ຳແລ້ວຊ້ຳອີກບໍ່ໃຫ້ຂັບໄລ່ພວກ ມັນອອກໄປຈາກເຂດແດນນີ້.11ບັດນີ້ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ,12ແລະ ພວກມັນຂໍນຳພຣະເຢຊູເຈົ້າວ່າ, “ໃຫ້ພວກເຮົາເຂົ້າໄປສິງຢູ່ໃນຝູງຫມູນັ້ນເຖີດ.”13ພຣະອົງຈຶ່ງຊົງອະນຸຍາດຕາມນັ້ນ ພວກຜີຊົ່ວຮ້າຍຈຶ່ງອອກມາ ແລະ ເຂົ້າໄປສິງຢູ່ໃນຝູງຫມູ, ຫມູທັງຫມົດປະມານສອງພັນໂຕ ກໍຟ້າວແລ່ນໂຕນຫນ້າຜາຊັນລົງສູ່ທະເລຈົມນໍ້າຕາຍຫມົດ.14ພວກຄົນລ້ຽງຫມູໄດ້ແລ່ນຫນີໄປ ແລະ ໄດ້ເລົ່າສິ່ງທີ່ເກີດຂຶ້ນໃຫ້ແກ່ຄົນທີ່ຢູ່ໃນເມືອງນັ້ນ ແລະ ຕາມນອກເມືອງໄດ້ຟັງ, ແລະ ດັ່ງນັ້ນຄົນຫລວງຫລາຍຈຶ່ງພາກັນອອກມາເບິ່ງເຫດການທີ່ເກີດຂຶ້ນ.15ຫລັງຈາກນັ້ນພວກເຂົາຈຶ່ງມາຫາພຣະເຢຊູເຈົ້າ ແລະ ພວກເຂົາໄດ້ເຫັນຊາຍທີ່ຜີມານຮ້າຍທັງກອງທັບສິງຢູ່ນັ້ນກຳລັງນັ່ງສະຫງົບຢູ່ເຂົາສວມເສື້ອຜ້າ, ແລະ ມີສະຕິກັບຄືນມາ; ແລະ ພວກເຂົາຈຶ່ງຮູ້ສຶກຢ້ານກົວຫລາຍ.16ຜູ້ທີ່ເຫັນສິ່ງທີ່ເກີດຂຶ້ນກັບຊາຍທີ່ຖືກຜີຮ້າຍສິງ ກໍໄດ້ເລົ່າເຫດການຢ່າງລະອຽດໃຫ້ພວກເຂົາຟັງ, ແລະ ກໍພວກເຂົາກໍໄດ້ຮັບຟັງເລື່ອງຫມູດ້ວຍ.17ພວກເຂົາ ຈຶ່ງເລີ່ມຂໍຮ້ອງພຣະອົງໃຫ້ຫນີອອກໄປຈາກ ເຂດແດນຂອງພວກຕົນ.18ເມື່ອພຣະອົງສະເດັດລົງເຮືອ, ຊາຍທີ່ຖືກຜີສິງຂໍຮ້ອງພຣະອົງໃຫ້ເຂົາຕິດຕາມໄປດ້ວຍ.19ແຕ່ພຣະອົງບໍ່ອະນຸຍາດ. ໂດຍກ່າວກັບເຂົາວ່າ, “ຈົ່ງກັບເມືອບ້ານຫາພີ່ນ້ອງຂອງເຈົ້າແລະບອກໃຫ້ພວກເຂົາຟັງ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດສຳລັບເຈົ້າ, ແລະພຣະເມດຕາທີ່ພຣະອົງຊົງສຳແດງໃຫ້ແກ່ເຈົ້າ.”20ເຂົາຈຶ່ງຈາກໄປແລະຕັ້ງຕົ້ນປະກາດຄວາມຍິ່ງໃຫຍ່ທີ່ພຣະເຢຊູເຈົ້າໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລະທຸກຄົນກໍງຶດປະຫລາດໃຈ.21ເມື່ອ ພຣະເຢຊູເຈົ້າຂີ່ເຮືອຂ້າມຟາກໄປອີກຝັ່ງ, ຂະນະທີ່ພຣະອົງຢູ່ທີ່ແຄມທະເລໄດ້ມີປະຊາຊົນຫມູ່ໃຫຍ່ມາເຕົ້າໂຮມກັນອ້ອມພຣະອົງ.22ມີຊາຍຄົນຫນຶ່ງຊື່ວ່າຢາອີໂຣເປັນນາຍທັມະສາລາໄດ້ມາຫາພຣະອົງເມື່ອເຂົາເຫັນພຣະເຢຊູເຈົ້າ, ຈຶ່ງກົ້ມຂາບລົງທີ່ຕີນຂອງພຣະອົງ23ເຂົາຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຢຊູເຈົ້າວ່າ, "ລູກສາວຂ້ານ້ອຍເຈັບຫນັກໃກ້ຈະຕາຍແລ້ວ. ຂໍພຣະອົງສະເດັດໄປ ແລະວາງມືໃສ່ນາງດ້ວຍເຖີດເພື່ອລາວຈະຫາຍດີ ແລະມີຊີວິດ."24ດັ່ງນັ້ນພຣະເຢຊູເຈົ້າກໍໄປກັບລາວມີປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງ ແລະ ລ້ອມຮອບບຽດສຽດພຣະອົງ.25ມີຍິງຄົນຫນຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີ,26ນາງເປັນທຸກຫລາຍກັບການຮັກສາຈາກຫມໍຢ່າງມາກມາຍ ແລະ ທຸ້ມເທທຸກຢ່າງທີ່ນາງມີ, ແຕ່ບໍ່ໄດ້ຊ່ວຍອັນໃດທັງອາການກັບຮຸນແຮງຂຶ້ນກວ່າເກົ່າອີກ.27ນາງເຄີຍໄດ້ຍິນເລື່ອງລາວກ່ຽວກັບພຣະເຢຊູເຈົ້າ, ດັ່ງນັ້ນນາງຈຶ່ງຍ່າງຕາມຫລັງພຣະອົງຂະນະຊົງເດີນໄປກັບປະຊາຊົນ ແລະ ນາງໄດ້ບາຍເຄື່ອງນຸ່ງ ຂອງພຣະອົງ.28ເນື່ອງຈາກນາງໄດ້ກ່າວວ່າ, “ຖ້າເຮົາ ໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງພຣະອົງ, ເຮົາກໍຈະຫາຍດີ.”29ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ. ເລືອດຂອງນາງກໍຢຸດໄຫລທັນທີ, ນາງສຳພັດໄດ້ວ່າຮ່າງກາຍຂອງນາງໄດ້ຮັບການຮັກສາຈາກຄວາມເຈັບປ່ວຍທີ່ເປັນຢູ່.30ທັນໃດນັ້ນພຣະເຢຊູເຈົ້າກໍຮູ້ໄດ້ວ່າ ຣິດອຳນາດຂອງພຣະອົງໄດ້ໄຫລອອກຈາກພຣະອົງ. ພຣະອົງຈຶ່ງຫັນຫນ້າມາທາງປະຊາຊົນ ແລະ ໄດ້ຖາມວ່າ,“ຜູ້ໃດບາຍເຄື່ອງນຸ່ງຂອງເຮົາ?”31ສາວົກຂອງພຣະອົງເວົ້າກັບພຣະອົງວ່າ, "ພຣະອົງກໍເຫັນແລ້ວວ່າປະຊາຊົນບຸບຽດພຣະອົງຢູ່? ແລ້ວພຣະອົງຍັງຈະບອກວ່າຜູ້ໃດບາຍເຮົາ?”32ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆ ເພື່ອເບິ່ງວ່າຜູ້ໃດເປັນຜູ້ເຮັດ.33ສ່ວນຍິງນັ້ນ, ທີ່ສຳພັດກັບສິ່ງທີ່ເກີດຂຶ້ນກັບຕົນກໍເກີດຄວາມຢ້ານກົວ ແລະຕົວສັ່ນ. ນາງເຂົ້າມາ ແລະ ກົ້ມລົງຕໍ່ຫນ້າພຣະອົງ ແລະ ເວົ້າຄວາມຈິງທັງຫມົດສູ່ພຣະອົງຟັງ.34ພຣະອົງຈຶ່ງກ່າວກັບນາງວ່າ, “ຍິງເອີຍ, ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີແລ້ວຈົ່ງໄປເປັນສຸກແລະຫາຍຈາກພະຍາດສາ.”35ຂະນະທີ່ພຣະເຢຊູເຈົ້າຍັງກ່າວ, ມີຄົນທີ່ມາຈາກເຮືອນຂອງນາຍທັມະສາລາມາບອກ ວ່າ, “ລູກສາວຂອງເຈົ້າຕາຍແລ້ວ. ເຫດໃດຈຶ່ງລົບກວນອາຈານອີກ?”36ແຕ່ເມື່ອພຣະເຢຊູເຈົ້າໄດ້ຍິນສິ່ງທີ່ເຂົາບອກຈຶ່ງກ່າວກັບນາຍທັມມະສາລາວ່າ,“ຢ່າວິຕົກເລີຍຈົ່ງເຊື່ອເຖີ້ນ.37ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຕິດຕາມພຣະອົງໄປນອກຈາກ ເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ.38ພວກເຂົາມາຮອດເຮືອນຂອງນາຍທັມະສາລາ ແລ້ວ; ພຣະອົງກໍເຫັນຄົນວຸ້ນວາຍຢູ່ການຮ້ອງໄຫ້ແລະ ສຽງຄໍ່າຄວນ.39ເມື່ອພຣະອົງສະເດັດເຂົ້າໄປໃນເຮືອນນັ້ນ, ຊົງກ່າວແກ່ພວກເຂົາວ່າ,“ພວກເຈົ້າວຸ້ນວາຍແລະຮ້ອງໄຫ້ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ນີ້ ບໍ່ໄດ້ຕາຍດອກນາງພຽງແຕ່ຫລັບໄປເທົ່ານັ້ນ.”40ພວກເຂົາພາກັນຫົວຂວັນພຣະອົງ. ພຣະອົງຈຶ່ງໃຫ້ພວກເຂົາທັງຫມົດອອກໄປນອກເຮືອນ ແລະ ພາພໍ່ແມ່ຂອງເດັກນ້ອຍ ແລະພວກທີ່ມາກັບພຣະອົງເຂົ້າໄປຫາເດັກນັ້ນ.41ພຣະອົງຈັບມືເດັກນ້ອຍນັ້ນແລະກ່າວແກ່ນາງວ່າ,“ຕາລີທາກຸມ”ຫມາຍຄວາມວ່າ: ລູກເອີຍເຮົາບອກໃຫ້ເຈົ້າລຸກຂຶ້ນ.42ທັນໃດນັ້ນເດັກຍິງກໍລຸກຂຶ້ນແລະຍ່າງໄປມາ. (ເດັກນັ້ນອາຍຸໄດ້ສິບສອງປີ) ພວກເຂົາກໍພາກັນປະຫລາດໃຈເປັນຢ່າງຍິ່ງ.43ພຣະອົງຊົງກ່າວກັບພວກເຂົາຢ່າງຈິງຈັງວ່າບໍ່ໃຫ້ບອກເລື່ອງນີ້ແກ່ໃຜ ແລະ ຊົງບອກພວກເຂົາເອົາອາຫານມາໃຫ້ເດັກກິນ.
1ເມື່ອອອກຈາກທີ່ນັ້ນ ພຣະເຢຊູເຈົ້າ ໄດ້ມາເຖິງບ້ານເກີດຂອງພຣະອົງ, ມີພວກສາວົກ ຕິດຕາມພຣະອົງ2ເມື່ອເຖິງວັນສະບາໂຕ, ພຣະເຢຊູເຈົ້າໄດ້ສັ່ງສອນໃນທັມະສາລາ. ປະຊາຊົນຫລວງຫລາຍ ທີ່ໄດ້ຍິນສິ່ງທີ່ພຣະອົງສອນກໍປະຫລາດໃຈ. ພວກເຂົາເວົ້າວ່າ, "ຄົນນີ້ ເອົາຄຳສັ່ງສອນນີ້ມາແຕ່ໃສ?" "ເຂົາໄດ້ຮັບປັນຍາແບບນີ້ມາຈາກຜູ້ໃດ?" "ເຂົາເຮັດການອັດສະຈັນນີ້ດ້ວຍມືຂອງເຂົາໄດ້ຢ່າງໃດ?"3"ເຂົາເປັນພຽງລູກຊ່າງໄມ້ບໍ່ແມ່ນບໍ?, ລູກຊາຍຂອງມາຣີ ອ້າຍຂອງຢາໂກໂບ, ໂຢເຊັບ, ຢູດາແລະ ຊີໂມນ ພວກນ້ອງສາວຂອງລາວກໍຢູ່ກັບເຮົາທີ່ນີ້ບໍ່ແມ່ນບໍ?” ແລະພວກເຂົາກໍບໍ່ພໍໃຈພຣະເຢຊູຂຶ້ນມາ.4ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທັມມັກຈະບໍ່ໄດ້ຮັບກຽດ ໃນບ້ານເກີດຂອງຕົນ, ໃນຫມູ່ຍາດພີ່ນ້ອງ ແລະຄອບຄົວຂອງຕົນ.”5ພຣະເຢຊູບໍ່ສາມາດເຮັດການອັດສະຈັນໃດ, ນອກຈາກວາງມື ແລະ ຮັກສາຄົນປ່ວຍສອງສາມຄົນ.6ພຣະອົງປະຫລາດໃຈກັບຄວາມບໍ່ເຊື່ອຂອງເຂົາ. ຫລັງຈາກນັ້ນພຣະອົງກໍໄດ້ອອກໄປສັ່ງສອນອ້ອມຮອບເຂດນັ້ນ.7ແລ້ວພຣະອົງໄດ້ເອີ້ນສາວົກສິບສອງຄົນເຂົ້າມາ ເພື່ອສົ່ງພວກເພິ່ນອອກໄປເປັນຄູ່ ໆ, ແລະ ພຣະອົງມອບສິດທິອຳນາດເຫນືອວິນຍານຊົ່ວຮ້າຍແກ່ເຂົາ,8ແລະ ພຣະອົງຊົງສັ່ງພວກເພິ່ນວ່າ, ເມື່ອພວກເພິ່ນອອກເດີນທາງຢ່າເອົາຫຍັງໄປນຳ, ນອກຈາກໄມ້ຄ້ອນເທົ້າ, ເຂົ້າຈີ່, ຢ່າເອົາກະເປົາ ແລະ ເງິນທີ່ຢູ່ໃນເຂັມຂັດໄປ -9ແຕ່ໃຫ້ໃສ່ເກີບຮັດສາຍ, ແລະ ຢ່ານຸ່ງ ເສື້ອຄຸມສອງຊັ້ນ”10ແລ້ວພຣະອົງບອກກັບພວກເຂົາວ່າ, “ຖ້າທ່ານເຂົ້າໄປພັກທີ່ເຮືອນໃດໃຫ້ຢູ່ທີ່ນັ້ນຈົນກວ່າຈາກບ່ອນນັ້ນໄປ.11ຖ້າເມືອງໃດບໍ່ຕ້ອນຮັບທ່ານ ຫລືບໍ່ຟັງທ່ານ, ຈົ່ງອອກຈາກທີ່ນັ້ນ, ແລະ ສັ່ນຂີ້ຝຸ່ນທີ່ຕີນຂອງພວກທ່ານອອກ.” ເພື່ອເປັນພະຍານຕໍ່ພວກເຂົາ."12ພວກເພິ່ນກໍອອກໄປ ແລະ ໄດ້ປະກາດໃຫ້ຄົນເຫລົ່ານັ້ນຖິ້ມໃຈເກົ່າເອົາໃຈໃຫມ່ຫັນກັບຈາກຄວາມບາບຂອງເຂົາ.13ພວກເພິ່ນໄດ້ຂັບໄລ່ ວິນຍານຮ້າຍອອກຫລາຍໂຕ ແລະໄດ້ເຈີມຄົນເຈັບປ່ວຍເຫລົ່ານັ້ນດ້ວຍນໍ້າມັນ ແລະ ໄດ້ຮັກສາພວກເຂົາໃຫ້ຫາຍດີ.14ເມື່ອກະສັດເຮໂຣດໄດ້ຍິນເລື່ອງນີ້ເພາະຊື່ຂອງພຣະເຢຊູເຈົ້າໄດ້ຊ່າລືໄປບາງຄົນບອກວ່າເປັນ, “ໂຢຮັນບັບຕິສະໂຕທີ່ຄືນມາຈາກຄວາມຕາຍ, ດ້ວຍເຫດນີ້ເພິ່ນຈຶ່ງມີຣິດອຳນາດ ເຮັດການອັດສະຈັນ.”15ບາງຄົນກໍບອກວ່າ,“ເພິ່ນແມ່ນ ເອລີຢາ." ບາງຄົນກໍບອກວ່າ, “ເພິ່ນເປັນຜູ້ທຳນວາຍ, ແບບດຽວກັບຜູ້ທຳນວາຍໃນສະໄຫມກ່ອນ.”16ແຕ່ເມື່ອກະສັດເຮໂຣດໄດ້ຍິນເພິ່ນກໍເວົ້າວ່າ“ໂຢຮັນທີ່ຖືກຕັດຫົວຜູ້ນັ້ນແຫລະໄດ້ຄືນມີຊີວິດອີກ.”17ເພາະກະສັດເຮໂຣດສັ່ງຄົນໄປຈັບໂຢຮັນແລະຂັງລາວໄວ້ໃນຄຸກ, ດ້ວຍເຫດຈາກນາງເຮໂຣເດັຽ(ເມັຽຂອງຟິລິບນ້ອງຊາຍຂອງເຂົາ) ທີ່ເຮໂຣດແຕ່ງງານນຳ.18ໂຢຮັນບັບຕິສະໂຕໄດ້ບອກກັບ ເຮໂຣດ ວ່າ, “ບໍ່ຖືກຕ້ອງທີ່ທ່ານຈະເອົານ້ອງໃພ້ຂອງທ່ານມາເປັນເມັຽ.”19ດັ່ງນັ້ນນາງເຮໂຣເດັຽຈຶ່ງຄຽດແຄ້ນໃຫ້ໂຢຮັນແລະຕ້ອງການຂ້າລາວ: ແຕ່ນາງເຮັດບໍ່ໄດ້,20ຍ້ອນເຮໂຣດຢ້ານຢຳໂຢຮັນ, ເພາະວ່າໂຢຮັນເປັນຄົນດີແລະ ບໍຣິສຸດສັດຊື່. ເຮໂຣດຈຶ່ງປ້ອງກັນລາວໄວ້. ແມ່ນເຮໂຣດບໍ່ພໍໃຈໃນສິ່ງທີ່ໂຢຮັນເວົ້າ ແຕ່ເຖິງປານນັ້ນ ເພິ່ນກໍຍອມຟັງດ້ວຍຄວາມຍິນດີ.21ກໍເປັນວັນທີ່ໄດ້ໂອກາດ ໃນວັນສະຫລອງວັນເກີດຂອງກະສັດເຮໂຣດ ເພິ່ນໄດ້ເຊີນບັນດາຂ້າຣາຊະການຂັ້ນສູງມາຮ່ວມບັນດາ ນາຍທະຫານໃນກອງທັບ, ຕະຫລອດທັງ ບຸກຄົນສຳຄັນຕ່າງໆໃນແຂວງຄາລີເລ.22ລູກສາວ ຂອງນາງເຮໂຣເດຍ ໄດ້ເຂົ້າມາໃນງານລ້ຽງ ແລະ ຟ້ອນ ຕໍ່ຫນ້າຄົນທັງຫລາຍ, ກະສັດເຮໂຣດ ແລະ ແຂກທີ່ມາໃນງານ ພໍໃຈ. ກະສັດເຮໂຣດ ຈຶ່ງກ່າວແກ່ນາງວ່າ,“ເຈົ້າຢາກໄດ້ສິ່ງໃດຈົ່ງຂໍມາ? ເຮົາຈະໃຫ້ສິ່ງນັ້ນ.”23ແລ້ວເຮໂຣດກໍສັນຍາກັບນາງວ່າ, “ເຈົ້າຈົ່ງຂໍຫຍັງກໍໄດ້ທີ່ເຈົ້າຕ້ອງການເຮົາຈະໃຫ້ຈະຂໍເຄິ່ງຫນຶ່ງຂອງອານາຈັກຂອງເຮົາກໍໄດ້.”24ແລ້ວນາງຈຶ່ງອອກໄປຖາມແມ່ຂອງຕົນວ່າ,“ຈະຂໍສິ່ງໃດດີ?”ແມ່ຈຶ່ງຕອບວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕ”.25ນາງຈຶ່ງກັບຄືນໄປຫາກະສັດທັນທີ ແລະເວົ້າວ່າ, “ຂ້ານ້ອຍຕ້ອງການເອົາຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍດຽວນີ້.”26ເມື່ອກະສັດໄດ້ຍິນກໍເປັນທຸກໃຈ, ແຕ່ເພິ່ນໄດ້ສັນຍາໄວ້ກັບນາງແລ້ວ ຕໍ່ຫນ້າ ບັນດາແຂກທັງຫມົດທ່ານຈຶ່ງບໍ່ສາມາດປະຕິເສດຄຳຂໍຂອງນາງໄດ້.27ເພິ່ນຈຶ່ງສັ່ງທະຫານ ຍາມໃຫ້ອອກໄປ ແລະ ນຳເອົາຫົວຂອງໂຢຮັນເຂົ້າມາ, ທະຫານຈຶ່ງໄປທີ່ຄຸກ ແລະ ຕັດຫົວຂອງໂຢຮັນ.28ເຂົານຳຫົວຂອງໂຢຮັນໃສ່ຖາດເຂົ້າມາມອບໃຫ້ແກ່ນາງ ແລະ ນາງກໍນຳໄປໃຫ້ແມ່ຂອງຕົນ.29ເມື່ອພວກສິດຂອງໂຢຮັນຮູ້ຂ່າວນີ້, ກໍເຂົ້າມາຮັບຮ່າງຂອງເພິ່ນເພື່ອນຳໄປຝັງໄວ້ໃນອຸໂມງ.30ແລ້ວອັກຄະສາວົກໄດ້ກັບມາຫາ ພຣະເຢຊູເຈົ້າແລ້ວເລົ່າທຸກສິ່ງທີ່ພວກຕົນໄດ້ເຮັດແລະໄດ້ສັ່ງສອນ31ແລະພຣະອົງໄດ້ ກ່າວແກ່ພວກເຂົາວ່າ “ຈົ່ງແຍກກັນອອກໄປບ່ອນມິດງຽບເພື່ອໃຫ້ພວກເຈົ້າ ພັກຜ່ອນ ຈັກຄາວຫນຶ່ງ.” ເພາະມີຄົນຫລວງຫລາຍໄປໆມາໆ ແລະ ພວກເຂົາບໍ່ມີເວລາແມ່ນຈະກິນເຂົ້າ.32ສະນັ້ນພຣະເຢຊູເຈົ້າກັບພວກສາວົກຈຶ່ງຂຶ້ນເຮືອອອກໄປບ່ອນທີ່ມິດງຽບຕ່າງຫາກ.33ແຕ່ປະຊາຊົນຫລາຍຄົນເຫັນ ພຣະເຢຊູເຈົ້າກັບພວກສາວົກອອກໄປແລະພວກເຂົາຈື່ສາວົກໄດ້. ປະຊາຊົນຈາກເມຶອງຕ່າງໆ, ຈຶ່ງເດີນທາງຍ່າງໄປລ່ວງຫນ້າກ່ອນ ພຣະເຢຊູເຈົ້າກັບພວກສາວົກຈະໄປເຖິງນັ້ນ.34ເມື່ອພຣະເຢຊູເຈົ້າກັບສາວົກມາເຖິງຝັ່ງກໍເຫັນປະຊາຊົນຫມູ່ໃຫຍ່ຖ້າຢູ່ ແລະພຣະອົງ ສົງສານພວກເຂົາເພາະພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນພຣະອົງຈຶ່ງຕັ້ງຕົ້ນ ສັ່ງສອນພວກເຂົາຫລາຍເລື່ອງ.35ຄ້າຍຄໍ່າມາແລ້ວ, ພວກສາວົກກໍເຂົ້າມາຫາພຣະເຢຊູເຈົ້າ ແລະ ໄດ້ເວົ້າວ່າ, “ພຣະອົງເອີຍຕອນນີ້ກໍຄໍ່າແລ້ວເດ ແລະ ທີ່ນີ້ກໍເປັນປ່າ.36ໃຫ້ປະຊາຊົນເລີກເມືອຍັງເມືອງ ຫລື ຫມູ່ບ້ານໃກ້ໆເພື່ອຈະຫາຊື້ອາຫານກິນຕາມບ້ານແຖບນີ້ສາ.”37ແຕ່ພຣະອົງຕອບພວກເຂົາວ່າ, “ພວກເຈົ້າຈົ່ງຫາອາຫານໃຫ້ພວກເຂົາກິນສາ.” ພວກສາວົກຕອບພຣະອົງວ່າ, “ເຮົາຈະເອົາເງິນໄປຫາຊື້ອາຫານລາຄາເຖິງ ສອງຮ້ອຍຫລຽນເງິນ ໃຫ້ພວກເຂົາກິນບໍ?”38ດັ່ງນັ້ນພຣະເຢຊູເຈົ້າຈຶ່ງຖາມພວກເພິ່ນ ວ່າ,“ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງດູ?." ເມື່ອພວກເພິ່ນໄປຊອກເບິ່ງແລ້ວກໍມາບອກ ພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນກັບປາສອງໂຕ.”39ແລ້ວພຣະອົງກໍບອກປະຊາຊົນນັ່ງລົງລວມເຂົ້າກັນໃຫ້ເປັນຫມູ່ໆ ນັ່ງລົງຕາມທົ່ງຫຍ້າ.40ພວກເຂົາຈຶ່ງນັ່ງລົງເປັນກຸ່ມ; ກຸ່ມລະຮ້ອຍຄົນ ແລະ ກຸ່ມລະຫ້າສິບ ຄົນ.41ເມື່ອພຣະອົງຈັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ, ແລະເງີຍຫນ້າຂຶ້ ສູ່ສະຫວັນໂມທະນາຂອບພຣະຄຸນພຣະເຈົ້າ ແລ້ວຫັກເຂົ້າຈີ່ຍື່ນໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ. ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ພວກເຂົາທັງຫລາຍດ້ວຍ.42ພວກເຂົາໄດ້ກິນຈົນກວ່າທຸກຄົນໄດ້ອີ່ມເຕັມ.43ພວກສາວົກກໍເກັບເສດເຂົ້າຈີ່, ແລະ ປາທີ່ເຫລືອໄດ້ທັງຫມົດສິບສອງກະບຸງ.44ໃນວັນນັ້ນ ມີຜູ້ຊາຍຫ້າພັນຄົນທີ່ໄດ້ກິນເຂົ້າຈີ່.45ແລ້ວພຣະເຢຊູເຈົ້າໃຫ້ ບັນດາພວກສາວົກລົງຂີ່ເຮືອທັນທີ ແລະ ຂ້ວາມຟາກລ່ວງຫນ້າພຣະອົງໄປເມືອງເບັດສາອີດາ, ໃນຂະນະທີ່ພຣະອົງ ຄອຍສົ່ງປະຊາຊົນໃຫ້ເລີກເມືອ.46ເມື່ອພວກສາວົກອອກໄປແລ້ວ, ພຣະອົງໄດ້ຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ.47ຄໍ່າມາແລ້ວ, ແລະ ພວກສາວົກໄດ້ຂີ່ເຮືອໄປນັ້ນກໍຢູ່ກາງທະເລ, ສ່ວນພຣະອົງຍັງຢູ່ທີ່ພູເຂົາຕາມລຳພັງ.48ເມື່ອພຣະອົງເຫັນວ່າພວກເຂົາພາຍເຮືອ ໄປໄດ້ດ້ວຍຄວາມຍາກລຳບາກຫລາຍເພາະເຮືອຕ້ານທວນລົມຢູ່, ເວລາປະມານຂ້ອນແຈ້ງພຣະອົງ ຈຶ່ງຍ່າງເທິງຫນ້ານໍ້າ ແລະ ກຳລັງຈະຜ່ານພວກເຂົາ.49ແຕ່ເມື່ອພວກສາວົກ ເຫັນພຣະອົງຍ່າງເທິງຫນ້ານໍ້າກໍຄິດວ່າເປັນຜີຈຶ່ງຮ້ອງຕົກໃຈ,50ເພາະສາວົກໄດ້ເຫັນພຣະອົງຕ່າງກໍຢ້ານກົວ. ພວກເຂົາພາກັນຮ້ອງຕົກໃຈໃນທັນໃດນັ້ນພຣະເຢຊູເຈົ້າກ່າວວ່າ, “ຢ່າຢ້ານເລີຍແມ່ນເຮົາເອງຢ່າສູ່ຢ້ານ!"51ພຣະອົງກໍລົງໄປໃນເຮືອຫາພວກເພິ່ນ, ແລະ ລົມກໍງຽບລົງ. ພວກສາວົກປະຫລາດໃຈໃນສິ່ງອັດສະຈັນ.52ເພາະພວກເພິ່ນບໍ່ເຂົ້າໃຈຄວາມຫມາຍ ອັນແທ້ຈິງເລື່ອງເຂົ້າຈີ່, ແລະ ຫົວໃຈຂອງພວກເພິ່ນ ຍັງແຂງກະດ້າງ ແລະ ປຶກຕັນຢູ່.53ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກໄດ້ຂ້ວາມຟາກມາເຖິງທ່າເມືອງເຄັນເນຊາເຣັດ ກໍຈອດເຮືອໄວ້.54ເມື່ອພວກເຂົາຂຶ້ນຈາກເຮືອ, ປະຊາຊົນກໍຮູ້ຈັກວ່າແມ່ນພຣະເຢຊູເຈົ້າ.55ແລະ ພວກເຂົາຈຶ່ງຮີບຟ້າວເຂົ້າໄປໃນເມືອງ ແລະ ບ່ອນໃດກໍຕາມທີ່ໄດ້ຍິນວ່າພຣະອົງຢູ່ ພວກເຂົາກໍນຳເອົາຄົນເຈັບປ່ວຍໃສ່ບ່ອນນອນຫາມມາຫາພຣະອົງ.56ເມື່ອພຣະອົງສະເດັດເຂົ້າໄປທີ່ຫມູ່ບ້ານ, ເມືອງ ຫລື ເເຂວງໃດ, ຫລື ປະເທດໃດ, ຄົນເຫລົ່ານັ້ນຈະເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ. ພວກເຂົາໃຫ້ຄົນເຈັບປ່ວຍເຫລົ່ານັ້ນໄດ້ບາຍແຕ່ແຄມເຄື່ອງນຸ່ງຫົ່ມຂອງພຣະອົງ, ແລະຄົນຈຳນວນຫລາຍໄດ້ບາຍແຄມເສື້ອພຣະອົງ ກໍຖືກໂຜດໃຫ້ດີພະຍາດທຸກຄົນ.
1ພວກຟາຣີຊາຍ ແລະ ພວກທັມະຈານບາງຄົນຊຶ່ງມາຈາກນະຄອນເຢຣູຊາເລັມພາກັນມາຢືນອ້ອມຮອບພຣະເຢຊູເຈົ້າ.2ພວກເຂົາໄດ້ເຫັນວ່າພວກສາວົກຂອງພຣະອົງໄດ້ກິນເຂົ້າ ດ້ວຍມືທີ່ເປື້ອນໂດຍບໍ່ໄດ້ລ້າງມື.3(ເພາະພວກຟາຣີຊາຍ ແລະ ຊາວຢິວທຸກຄົນປະຕິບັດຕາມຄຳສອນທີ່ສືບທອດມາຈາກບັນພະບຸຣຸດວ່າ ຖ້າບໍ່ລ້າງມືໃຫ້ສະອາດເສັຽກ່ອນພວກເຂົາກໍບໍ່ກິນສິ່ງໃດ;4ເມື່ອພວກເຂົາມາຈາກຕະຫລາດ, ພວກເຂົາຈະບໍ່ຍອມກິນສິ່ງໃດຖ້າບໍ່ໄດ້ອາບນ້ຳເສັຽກ່ອນ. ແລະ ຍັງມີກົດອື່ນໆອີກຫລາຍຢ່າງທີ່ພວກເຂົາປະຕິບັດຕາມຢ່າງເຄັ່ງຄັດເຊັ່ນວ່າ: ການລ້າງຖ້ວຍຊາມ, ຫມໍ້, ເຄື່ອງໃຊ້ ເປັນທອງແດງ ແລະ ແມ່ນທັງໂຕະອາຫານ.)5ພວກຟາຣີຊາຍ ແລະ ພວກທັມະຈານ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມທຳນຽມມາຈາກ ບັນພະບຸຣຸດ, ດ້ວຍການບໍ່ລ້າງມືກ່ອນກິນອາຫານ?”6ແຕ່ພຣະອົງຕອບພວກເຂົາວ່າ,“ເອຊາຢາ ໄດ້ທຳນວາຍໄວ້ເຖິງພວກທ່ານຄົນຫນ້າຊື່ໃຈຄົດ. ໄວ້ຖືກຕ້ອງແລ້ວວ່າ,‘ຄົນພວກນີ້ໃຫ້ກຽດ ເຮົາແຕ່ປາກ, ສ່ວນຈິດໃຈຫ່າງໄກຈາກເຮົາ.7ພວກເຂົານະມັດສະການເຮົານັ້ນຢ່າງບໍ່ມີປະໂຫຍດ. ດ້ວຍວ່າພວກເຂົາສອນທຳນຽມຂອງມະນຸດແທນຫລັກຄຳສອນ ຂອງພຣະເຈົ້າ.’”8ພວກເຈົ້າປະຖິ້ມພຣະບັນຍັດຂອງພຣະເຈົ້າ ແລະ ຖືປະຕິບັດຕາມຄຳສອນທີ່ສືບທອດມາຈາກມະນຸດ.”9ແລ້ວພຣະເຢຊູເຈົ້າກໍກ່າວກັບພວກເຂົາວ່າ, "ທີ່ເຈົ້າທັງຫລາຍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າເພື່ອໄປຢ່າງງ່າຍດາຍເພື່ອຮັກສາທຳນຽມຂອງພວກເຈົ້າເອງ!10ດ້ວຍໂມເຊໄດ້ກ່າວໄວ້ວ່າ, ‘ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງຕົນ’, ແລະ, ‘ຜູ້ໃດກໍຕາມ ທີ່ກ່າວຮ້າຍຕໍ່ພໍ່ແມ່ຂອງຕົນຕ້ອງຖືກລົງໂທດເຖິງຕາຍ.’11ແຕ່ພວກເຈົ້າກັບເວົ້າວ່າ,‘ຖ້າຜູ້ໃດເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ສິ່ງນັ້ນເປັນໂກຣະບານ’ (ຊຶ່ງຫມາຍເຖິງຂອງຖວາຍແກ່ພຣະເຈົ້າແລ້ວ),12ເຈົ້າທັງຫລາຍຈິ່ງບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍເຫລືອ ພໍ່ແມ່ຂອງຕົນ.13ທ່ານກຳລັງເຮັດໃຫ້ພຣະບັນຍັດຂອງພຣະເຈົ້າບໍ່ມີປະໂຫຍດໄປດ້ວຍຄຳສັ່ງສອນທີ່ຕາມທຳນຽມຊຶ່ງທ່ານຮັບຕໍ່ກັນມາ. ລວມທັງເລື່ອງອື່ນໆອີກທີ່ ພວກເຈົ້າເຮັດຜິດແບບນີ້.”14ພຣະເຢຊູເຈົ້າຊົງເອີ້ນປະຊາຊົນມາຫາພຣະອົງອີກເທື່ອຫນຶ່ງແລະກ່າວແກ່ພວກເຂົາ ວ່າ,“ເຈົ້າທັງຫລາຍຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ.15ມະນຸດກິນເຂົ້າໄປແລ້ວຈະເຮັດໃຫ້ມະນຸດ ຊົ່ວມົວຫມອງ, ແຕ່ສິ່ງທີ່ອອກມາຈາກໃຈມະນຸດ ຕ່າງຫາກທີ່ເຮັດໃຫ້ເຂົາຊົ່ວມົວຫມອງ."16ໃຜມີຫູຟັງ ຈົ່ງຟັງເອົາ.17ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນ ແລະ ໄດ້ໄປໃນເຮືອນຫລັງຫນຶ່ງ, ພວກສາວົກໄດ້ຖາມພຣະອົງເຖິງເລື່ອງຄຳອຸປະມານັ້ນ.18ພຣະເຢຊູເຈົ້າກ່າວວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ? ພວກເຈົ້າບໍ່ເຫັນບໍ? ວ່າສິ່ງໃດໆພາຍນອກທີ່ຄົນກິນເຂົ້າໄປບໍ່ອາດເຮັດໃຫ້ຊົ່ວມົວຫມອງໄດ້,19ເພາະສິ່ງນັ້ນບໍ່ໄດ້ ເຂົ້າໄປໃນຈິດໃຈ, ແຕ່ເຂົ້າໄປໃນທ້ອງແລ້ວກໍຖ່າຍອອກມາ?.” ການເວົ້າເຊັ່ນນີ້ ເທົ່າກັບພຣະເຢຊູເຈົ້າຮັບຮອງວ່າອາຫານທຸກຊະນິດເປັນຂອງສະອາດກິນໄດ້.20ພຣະອົງກ່າວຕໍ່ໄປວ່າ, “ສິ່ງທີ່ອອກມາຈາກໃຈຂອງຄົນນັ້ນແຫລະ ທີ່ເຮັດໃຫ້ຊົ່ວມົວຫມອງ.21ເພາະຈາກພາຍໃນຕົນເອງ, ຈາກຫົວໃຈຂອງເຂົາຈະຟ້ອງຄວາມຄິດຊົ່ວ, ການຜິດສິລະທັມທາງເພດ, ການລັກຂະໂມຍ, ການຂ້າຄົນ,22ການຫລິ້ນຊູ້ສູ່ຜົວເມັຽ, ຄວາມໂລບ, ການຊົ່ວຮ້າຍ, ການຫລອກລວງ, ຣາຄະຕັນຫາ, ການອິດສາ, ການດູຫມິ່ນ, ນິນທາ, ການຈອງຫອງ ແລະການກະທຳໃນສິ່ງທີ່ໂງ່ຈ້າ, ຫລັ່ງໄຫລອອກມາ23ຄວາມຊົ່ວເຫລົ່ານີ້ລ້ວນແຕ່ອອກມາຈາກພາຍໃນໃຈຄົນແລະ ເຮັດໃຫ້ຊົ່ວມົວຫມອງ.”24ພຣະອົງໄດ້ຈາກທີ່ນັ້ນໄປຍັງເຂດຫນຶ່ງໃກ້ກັບເມືອງຕີເຣ ແລະຊີໂດນ. ພຣະອົງ ໄດ້ເຂົ້າໄປໃນເຮືອນຫລັງຫນຶ່ງ ແລະ ພຣະອົງບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ສາມາດຊ້ອນຕົວໄວ້ໄດ້.25ແຕ່ໃນທັນໃດກໍມີຍິງຄົນຫນຶ່ງ, ທີ່ລູກສາວຖືກຜີຊົ່ວຮ້າຍສິງ, ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າຈຶ່ງເຂົ້າມາຫາ ແລະ ຂາບລົງທີ່ຕີນຂອງພຣະອົງ.26ຍິງຜູ້ນີ້ ເປັນຊາວກຣີກເຊື້ອສາຍຊີເຣັຽໃນໂຟນີເຊັຽ. ນາງອ້ອນວອນຂໍ ພຣະເຢຊູເຈົ້າໃຫ້ຂັບໄລ່ຜີຮ້າຍອອກຈາກລູກສາວຂອງນາງ.27ພຣະອົງໄດ້ບອກລາວວ່າ, “ຈົ່ງໃຫ້ລູກໄດ້ກິນອີ່ມເສັຽກ່ອນ, ເພາະບໍ່ເປັນການຖືກຕ້ອງທີ່ຈະເອົາອາຫານຂອງລູກໂຍນໃຫ້ແກ່ຫມາ.”28ແຕ່ນາງຕອບພຣະອົງວ່າ, “ແມ່ນແລ້ວທ່ານເອີຍ, ແຕ່ຫມາທີ່ຢູ່ກ້ອງໂຕະກໍຍັງໄດ້ກິນເສດອາຫານຂອງລູກ.”29ພຣະເຢຊູເຈົ້າກ່າວກັບນາງວ່າ, “ເພາະເຫດທີ່ເຈົ້າເວົ້າຢ່າງນີ້, ເຈົ້າຈົ່ງກັບເມືອເຮືອນສາ. ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ.”30ນາງຈຶ່ງກັບເມືອເຮືອນຂອງຕົນ ແລະ ເຫັນລູກສາວນອນຢູ່ເທິງບ່ອນນອນ, ແລະ ຜີມານຮ້າຍໄດ້ອອກໄປແລ້ວ.31ແລ້ວພຣະອົງໄດ້ສະເດັດອອກຈາກເມືອງຕີເຣ, ແລະ ຜ່ານໄປທາງເມືອງຊີໂດນຈົນເຖິງທະເລຄາລີເລຂຶ້ນໄປທາງຂົງເຂດເດກາໂປລີ.32ພວກເຂົາໄດ້ນຳຄົນຫູຫນວກປາກກືກມາຫາພຣະເຢຊູເຈົ້າ, ແລະ ພວກເຂົາຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.33ພຣະອົງຈຶ່ງພາເຂົາອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງ ກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້, ແລະ ເມື່ອຖົ່ມນໍ້າລາຍແລ້ວຈຶ່ງເອົານິ້ວແປະໃສ່ລີ້ນຂອງເຂົາ.34ແລ້ວພຣະອົງກໍເງີຍຫນ້າຂຶ້ນສູ່ສະຫວັນ, ຊົງຖອນຫາຍໃຈແລ້ວເວົ້າກັບເຂົາວ່າ, “ເອຟາທາ” ຊຶ່ງຫມາຍຄວາມວ່າ, “ຈົ່ງໄຂອອກ!”35ແລະ ທັນໃດນັ້ນຫູຂອງເຂົາກໍເປີດອອກ, ແລະ ສິ່ງທີ່ຂັດລີ້ນຂອງເຂົາກໍຫລຸດອອກ ແລະ ເຂົາຈຶ່ງເວົ້າໄດ້.36ພຣະເຢຊູເຈົ້າກໍໄດ້ສັ່ງປະຊາຊົນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ. ແຕ່ຍິ່ງພຣະອົງສັ່ງຫ້າມພວກເຂົາ, ກໍຍິ່ງປ່າວປະກາດໃຫ້ຄົນຟັງໄປທົ່ວ.37ພວກເຂົາປະຫລາດໃຈຫລາຍທີ່ສຸດ, ຈຶ່ງເວົ້າກັນວ່າ, “ພຣະອົງຊົງເຮັດທຸກສິ່ງລ້ວນແຕ່ເປັນການດີ, ແມ່ນແຕ່ຄົນຫູຫນວກກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ເວົ້າໄດ້.”
1ໃນຊ່ວງເວລາຫລາຍມື້ນັ້ນ, ມີປະຊາຊົນກຸ່ມໃຫຍ່, ແລະ ພວກເຂົາບໍ່ມີອາຫານກິນ. ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະກ່າວກັບພວກເຂົາວ່າ,2“ເຮົາສົງສານຄົນເຫລົ່ານີ້ຫລາຍ, ເພາະພວກເຂົາຢູ່ນຳເຮົາຕະຫລອດສາມວັນແລ້ວແລະ ພວກເຂົາບໍ່ມີອາຫານກິນ.3ຖ້າຫາກເຮົາປ່ອຍພວກເຂົາກັບບ້ານໄປໂດຍທີ່ບໍ່ໄດ້ກິນຫຍັງ, ພວກເຂົາກໍຄົງເມື່ອຍອິດອ່ອນຕາມທາງ. ແລະ ພວກເຂົາບາງຄົນກໍເດີນທາງມາແຕ່ໄກດ້ວຍ.”4ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ເຮົາຈະໄປຫາອາຫານມາແຕ່ໃສພໍເພື່ອຈະລ້ຽງດູຄົນທັງຫມົດນີ້ໄດ້?”5ພຣະອົງເຈົ້າຖາມພວກເຂົາວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເຂົາຕອບວ່າມີ “ເຈັດກ້ອນ”.6ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງທີ່ພື້ນ. ແລ້ວພຣະອົງກໍຈັບເອົາເຂົ້າຈີ່ທັງເຈັດກ້ອນຂຶ້ນມາ, ໂມທະນາຂອບພຣະຄຸນແລ້ວຫັກເຂົ້າຈີ່ແຈກຈ່າຍໃຫ້ກັບພວກສາວົກນຳໄປແຈກຢາຍແກ່ປະຊາຊົນ.7ພວກເຂົາມີປານ້ອຍສອງສາມໂຕດ້ວຍ, ແລະ ຫລັງຈາກພຣະເຢຊູເຈົ້າອະທິຖານຂອບພຣະຄຸນສຳລັບປານ້ອຍເຫລົ່ານັ້ນ. ພຣະອົງສັ່ງໃຫ້ພວກສາວົກເອົາປາໄປແຈກຢາຍໃຫ້ປະຊາຊົນເຊັ່ນກັນ.8ພວກເຂົາໄດ້ກິນອາຫານ ແລະ ອີ່ມທ້ອງ, ພວກສາວົກໄດ້ໄປເກັບເອົາຕ່ອນທີ່ເຫລືອໄດ້ເຈັດກະບຸງໃຫຍ່.9ມີປະຊາຊົນປະມານສີ່ພັນຄົນ. ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ພວກເຂົາກັບໄປ.10ຈາກນັ້ນພຣະອົງຈຶ່ງຊົງລົງເຮືອໄປກັບພວກສາວົກເພື່ອໄປຍັງແຄ້ວນດານມານຸທາທັນທີ.11ແລ້ວພວກຟາຣີຊາຍອອກມາຫາພຣະເຢຊູເຈົ້າ ແລະ ເລີ່ມໂຕ້ຖຽງກັບພຣະອົງ. ພວກເຂົາເສາະຫາຫມາຍສຳຄັນຈາກສະຫວັນ, ເພື່ອທົດສອບພຣະອົງ.12ພຣະເຢຊູເຈົ້າຊົງຖອນຫາຍໃຈເລິກໃນພຣະວິນຍານຂອງພຣະອົງ ແລະ ໄດ້ຖາມວ່າ, “ເປັນຫຍັງຄົນສະໄຫມນີ້ຈຶ່ງສະແຫວງຫາຫມາຍສຳຄັນ? ແຕ່ເຮົາບອກເຈົ້າຕາມຄວາມຈິງວ່າ, ຈະບໍ່ມີການປຣະທານຫມາຍສຳຄັນໃຫ້ຄົນສະໄຫມນີ້ໄດ້ເຫັນ.”13ຈາກນັ້ນ ພຣະອົງຈຶ່ງສະເດັດຈາກພວກເຂົາໄປ, ແລ້ວສະເດັດລົງເຮືອ, ຂ້ວາມທະເລສາບໄປຟາກອື່ນອີກ.14ໃນເວລານີ້ພວກສາວົກລືມເອົາເຂົ້າຈີ່ມາພ້ອມກັບພວກເພິ່ນ. ພວກເຂົາມີເຂົ້າຈີ່ແຕ່ກ້ອນດຽວເທົ່ານັ້ນຢູ່ໃນເຮືອ.15ພຣະອົງໄດ້ເຕືອນພວກເພິ່ນວ່າ, “ຈົ່ງເຝົ້າເບິ່ງ ແລະ ຣະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ເຊື້ອແປ້ງຂອງເຮໂຣດ.”16ພວກສາວົກຕ່າງໃຫ້ເຫດຜົນຕໍ່ກັນວ່າ, “ນີ້ເປັນເພາະພວກເຮົາບໍ່ມີເຂົ້າຈີ່ມານຳ.”17ພຣະເຢຊູເຈົ້າຮູ້ສິ່ງນີ້ຈຶ່ງເວົ້າກັບພວກເພິ່ນວ່າ “ດ້ວຍເຫດໃດພວກເຈົ້າຈຶ່ງເວົ້າກັນເຖິງ ເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງເບິ່ງບໍ່ເຫັນບໍ? ພວກເຈົ້າຍັງບໍ່ເຂົ້າໃຈຫລືຢ່າງໃດ? ຫົວໃຈ ຂອງພວກເຈົ້າມືດບອດໄປແລ້ວແມ່ນບໍ?18ພວກເຈົ້າມີຕາ, ແຕ່ເບິ່ງບໍ່ເຫັນບໍ? ພວກເຈົ້າມີຫູແຕ່ຟັງບໍ່ໄດ້ຍິນບໍ? ພວກເຈົ້າຈື່ໄດ້ແມ່ນບໍ?19ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຫ້າພັນຄົນນັ້ນ, ພວກເຈົ້າເກັບເສດເຂົ້າຈີ່ທີ່ເຫລືອນັ້ນໄດ້ເຕັມຈັກກະບຸງ?”ພວກເຂົາຕອບ ວ່າ,“ສິບສອງກະບຸງ”.20"ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນທ່າມກາງຄົນສີ່ພັນຄົນ, ພວກທ່ານເກັບເສດເຂົ້າຈີ່ທີ່ເຫລືອ ໄດ້ເຕັມທັງຫມົດຈັກກະບຸງ?" ພວກເຂົາຕອບວ່າ "ເຈັດກະບຸງ ".21ພຣະອົງກ່າວວ່າ,“ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”22ພວກເຂົາໄດ້ມາທີ່ເບັດສາອີດາ. ຜູ້ຄົນທີ່ນັ້ນໄດ້ພາຄົນຕາບອດມາຫາ ແລະພຣະເຢຊູເຈົ້າແລະ ຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.23ພຣະເຢຊູເຈົ້າຈູງຄົນຕາບອດອອກໄປນອກຫມູ່ບ້ານ, ພຣະອົງບ້ວນນໍ້າລາຍໃສ່ຕາຂອງເຂົາ ແລະວາງມືຂອງພຣະອົງເທິງເຂົາພຣະອົງຖາມເຂົາວ່າ, “ເຈົ້າເບິ່ງເຫັນຫຍັງແດ່ບໍ?”24ເຂົາເງີຍຫນ້າຂຶ້ນ ແລະ ຕອບວ່າ,“ຂ້ານ້ອຍເຫັນຄົນ ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.”25ຈາກນັ້ນພຣະອົງຈຶ່ງວາງມືເທິງດວງຕາຂອງເຂົາອີກເທື່ອ, ແລະ ເຂົາກໍມືນຕາເຕັມຫນ່ວຍ, ແລະ ສາຍຕາຂອງລາວກໍດີເປັນປົກກະຕິ, ແລະ ເຂົາຈຶ່ງເຫັນທຸກຢ່າງໄດ້ຈະແຈ້ງດີ.26ພຣະເຢຊູເຈົ້າບອກເຂົາກັບບ້ານຂອງເຂົາພ້ອມທັງສັ່ງວ່າ, “ຢ່າເຂົ້າໄປໃນເມືອງ.”27ພຣະເຢຊູເຈົ້າອອກໄປກັບພວກສາວົກ ໄດ້ໄປໃນເຂດເມືອງກາຍຊາເຣັຽ ຟີລິບປອຍ. ໃນລະຫວ່າງທາງໄປນັ້ນພຣະອົງໄດ້ຖາມພວກສາວົກວ່າ, “ຜູ້ຄົນເວົ້າກັນວ່າເຮົາເປັນຜູ້ໃດ?”28ພວກສາວົກຈຶ່ງຕອບວ່າ“ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າ ທ່ານແມ່ນເອລີຢາ, ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຫນຶ່ງໃນຜູ້ທຳນວາຍ.”29ພຣະອົງຖາມພວກເພິ່ນວ່າ“ແຕ່ພວກເຈົ້າເດເວົ້າວ່າເຮົາເປັນໃຜ?”ເປໂຕຕອບພຣະອົງວ່າ, “ພຣະອົງເປັນພຣະຄຣິດ”30ແລ້ວ ພຣະເຢຊູເຈົ້າເຕືອນບໍ່ໃຫ້ພວກເຂົາບອກຜູ້ໃດ ກ່ຽວກັບເລື່ອງຂອງພຣະອົງ.31ພຣະເຢຊູເຈົ້າເລີ້ມຕົ້ນສອນພວກສາວົກວ່າ, ບຸດມະນຸດຈະຕ້ອງຖືກທົນທຸກ ທໍຣະມານຫລາຍປະການ, ແລະ ຈະຕ້ອງຖືກປະຕິເສດຈາກຜູ້ປົກຄອງ ພວກຫົວຫນ້າປະໂລຫິດ ແລະ ພວກທັມະຈານ, ແລະ ຈະຂ້າເພິ່ນເສັຽ, ແຕ່ໃນວັນຖ້ວນສາມພຣະອົງຈະຖືກບັນດານໃຫ້ເປັນຄືນມາ.”32ພຣະອົງໄດ້ກ່າວເລື່ອງນີ້ສູ່ ພວກເພິ່ຟັງຈະແຈ້ງ. ດັ່ງນັ້ນ ເປໂຕຈຶ່ງເວົ້້າກັບພຣະອົງເປັນການສ່ວນຕົວ. ເລີ້ມຫ້າມພຣະອົງບໍ່ໃຫ້ເວົ້າເລື່ອງນີ້.33ແຕ່ພຣະເຢຊູເຈົ້າຫັນຫນ້າມາເບິ່ງພວກສາວົກຂອງພຣະອົງ ແລະ ຕຳຫນິເປໂຕ ຢ່າງຮຸນແຮງວ່າ, “ຈົ່ງຖອຍຫນີຈາກເຮົາສາ, ຊາຕານເອີຍ! ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າແຕ່ຄິດຢ່າງມະນຸດ.”34ຈາກນັ້ນພຣະອົງກໍເອີ້ນ ປະຊາຊົນກັບພວກສາວົກຂອງພຣະອົງມາຢູ່ຮ່ວມກັນແລະກ່າວວ່າ, “ຖ້າຜູ້ໃດຕ້ອງການຕິດຕາມເຮົາຜູ້ນັ້ນ, ຕ້ອງຕັດສິດຂອງຕົນເສັຽ ແລະ ແບກໄມ້ກາງແຂນຂອງຕົນ ແລະຕາມເຮົາມາ.35ເພາະຜູ້ໃດກໍຕາມທີ່ຕ້ອງການຮັກສາຊີວິດຂອງຕົນໃຫ້ພົ້ນ, ຜູ້ນັ້ນຈະສູນເສັຽຊີວິດນັ້ນ, ແຕ່ຜູ້ໃດທີ່ຍອມສູນເສັຽຊີວິດເພື່ອຜົນປະໂຫຍດຂອງເຮົາ ແລະ ເພື່ອຂ່າວປະເສີດ, ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້.36ຈະເກີດປະໂຫຍດອັນໃດ. ຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕອ້ງສູນເສັຽຊີວິດນິຣັນດອນຂອງຕົນ,37ບໍ່ມີສິ່ງໃດທີ່ມະນຸດນຳມາ ແລກເອົາຊີວິດຂອງຕົນຄືນໄດ້.38ຜູ້ໃດກໍຕາມມີຄວາມລະອາຍເພາະເຮົາ ແລະ ເພາະຖ້ອຍຄຳຂອງເຮົາໃນທ່າມກາງຊົນຊາດນີ້, ແລະ ໃນຍຸກທີ່ເຕັມໄປດ້ວຍຄວາມບາບການຫລິ້ນຊູ້ ແລະ ຄົນທີ່ມີບາບກັມ ບຸດມະນຸດກໍຈະມີຄວາມລະອາຍໃນ ເລື່ອງຄົນນັ້ນເມື່ອ ພຣະອົງມາປາກົດໃນສະຫງ່າຣາສີແຫ່ງ ພຣະບິດາເຈົ້າ ແລະ ພ້ອມດ້ວຍບັນດາທູດສະຫວັນອັນບໍຣິສຸດ.”
1ພຣະອົງຍັງກ່າວແກ່ພວກເພິ່ນອີກວ່າ, “ເຮົາບອກຄວາມຈິງແກ່ພວກເຈົ້າວ່າ, ບາງຄົນໃນພວກເຈົ້າທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຊາດຂອງຄວາມຕາຍ ຈົນກວ່າຈະໄດ້ເຫັນຣາຊະອານາຈັກຂອງພຣະເຈົ້າມາຕັ້ງຢູ່ດ້ວຍຣິດອຳນາດ.”2ຫົກວັນຕໍ່ມາ, ພຣະເຢຊູເຈົ້າໄດ້ພາເປໂຕ, ແລະ ຢາໂກໂບ ແລະ ໂຢຮັນ ຂຶ້ນໄປເທິງພູເຂົາສູງ, ຕາມລຳພັງ. ແລ້ວພຣະອົງນັ້ນໄດ້ປະກົດຕົວຕໍ່ຫນ້າພວກເຂົາ.3ເຄື່ອງນຸ່ງຂອງພຣະອົງ ກໍເກີດຄວາມຮຸ່ງເຮືອງຂາວເຫຼື້ອມໃສ, ຈົນບໍ່ມີຜູ້ໃດໃນໂລກນີ້ຊັກໃຫ້ຂາວເຊັ່ນນັ້ນໄດ້.4ຫລັງຈາກນັ້ນເອລີຢາ ກັບໂມເຊກໍປາກົດແກ່ສາວົກ, ແລະ ພວກເຂົານັ້ນກຳລັງເວົ້າກັນຢູ່ກັບພຣະເຢຊູເຈົ້າ.5ເປໂຕຈຶ່ງຕອບ ແລະ ທູນພຣະເຢຊູເຈົ້າວ່າ, “ພຣະອາຈານເອີຍ, ຊ່າງເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້, ແລະ ຂໍໂຜດໃຫ້ພວກຂ້ານ້ອຍ ປຸກຕູບສາມຫລັງຂຶ້ນ, ຫລັງຫນຶ່ງສຳລັບທ່ານ, ຫລັງຫນຶ່ງສຳລັບໂມເຊ ແລະ ຫລັງຫນຶ່ງ ສຳລັບເອລີຢາ.”6(ພວກເຂົາຢ້ານຈົນຕົວສັ່ນ ທີ່ລາວເວົ້າເຊັ່ນນັ້ນ, ເພາະບໍ່ຮູ້ວ່າຈະເວົ້າຢ່າງໃດ).7ແລ້ວກໍມີກ້ອນເມກລອຍມາ ແລະ ເປັນເງົາປົກຫຸ້ມພວກເພິ່ນໄວ້. ແລ້ວມີສຽງຫນຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.”8ໃນທັນໃດນັ້ນ, ພວກສາວົກຫລຽວເບິ່ງຮອບໆຕົວ, ກໍບໍ່ເຫັນຜູ້ໃດນອກຈາກ ພຣະເຢຊູເຈົ້າເທົ່ານັ້ນທີ່ຢູ່ກັບພວກເພິ່ນ.9ຂະນະທີ່ລົງມາແຕ່ພູນັ້ນ, ພຣະອົງເຈົ້າກໍສັ່ງຫ້າມພວກເພິ່ນວ່າ, “ຢ່າບອກສິ່ງທີ່ ພວກເຈົ້າໄດ້ເຫັນນີ້ແກ່ຜູ້ໃດ, ຈົນກວ່າບຸດມະນຸດ ໄດ້ເປັນຄືນມາຈາກຄວາມຕາຍ.”10ດັ່ງນັ້ນພວກສາວົກຈຶ່ງບໍ່ບອກໃຜ, ແຕ່ກໍປຶກສາຫາລືກັນໃນພວກເຂົາເອງວ່າ, “ການເປັນຄືນມາຈາກຕາຍນັ້ນ ຫມາຍຄວາມແນວໃດ”11ພວກເພິ່ນຈຶ່ງຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກທັມະຈານຈຶ່ງເວົ້າວ່າເອລີຢາຈະຕ້ອງມາກ່ອນ?”12ພຣະອົງຕອບພວກເພິ່ນວ່າ, “ຈິງຢູ່ເອລີຢາຕ້ອງມາກ່ອນເພື່ອຈັດແຈງທຸກສິ່ງຄືນສູ່ສະພາບເດີມ. ແລ້ວເປັນດ້ວຍເຫດໃດ ພຣະທັມພຣະເຈົ້າ ໄດ້ຂຽນໄວ້ວ່າບຸດມະນຸດ ຈະຖືກທົນທຸກທໍຣະມານຢ່າງຫນັກຫນ່ວງຫລາຍ ປະການ ແລະ ເພິ່ນຈະຖືກປະຖິ້ມ ແລະ ຖືກຫມິ່ນປະຫມາດ?13ແຕ່ເຮົາບອກພວກເຈົ້າວ່າເອລີຢາໄດ້ມາແລ້ວ, ແລະ ຄົນທັງຫລາຍໄດ້ເຮັດກັບເພິ່ນຕາມໃຈມັກ, ດັ່ງທີ່ມີຄຳຂຽນໄວ້ເຖິງເພິ່ນໃນພຣະຄັມພີ.”14ເມື່ອພວກເຂົາກັບມາພົບສາວົກແລ້ວ, ພວກເຂົາກໍໄດ້ເຫັນຄົນຫມູ່ໃຫຍ່ ຢູ່ອ້ອມພວກເຂົາ ແລະ ມີພວກທັມະຈານກຳລັງໂຕ້ຖຽງກັບພວກເຂົາຢູ່.15ເມື່ອປະຊາຊົນເຫັນພຣະເຢຊູເຈົ້າ, ພວກເຂົາກໍປະຫລາດໃຈຢ່າງບໍ່ຄາດຄິດມາກ່ອນ ແລະ ພາກັນຟ້າວແລ່ນໄປຄຳນັບພຣະອົງ.16ພຣະອົງເຈົ້າຖາມພວກສາວົກ ຂອງພຣະອົງວ່າ, “ພວກເຈົ້າກຳລັງໂຕ້ຖຽງ ກັນເຖິງເລື່ອງຫຍັງ?”17ບາງຄົນໃນຫມູ່ປະຊາຊົນນັ້ນໄດ້ຕອບວ່າ, “ອາຈານເອີຍ, ຂ້ານ້ອຍໄດ້ນຳລູກຊາຍຂອງຂ້ານ້ອຍມາຫາທ່ານ. ເພາະຜີປາກກືກສິງລາວຈົນລາວປາກບໍ່ໄດ້.18ເມື່ອມັນເຂົ້າສິງລາວເທື່ອໃດ ແລະ ມັນກໍເຮັດໃຫ້ລາວລົ້ມຊັກດິ້ນເທື່ອນັ້ນ ແລະ ມີນໍ້າລາຍຟູມປາກທັງຂົບແຂ້ວ ແລະ ຕົວແຂງໄປຫມົດທັງຮ່າງກາຍ. ຂ້ານ້ອຍຂໍໃຫ້ ພວກສາວົກຂອງພຣະອົງຂັບໄລ່ຜີຮ້າຍນັ້ນອອກ, ແຕ່ພວກເພິ່ນເຮັດບໍ່ໄດ້.”19ພຣະເຢຊູເຈົ້າ ກ່າວແກ່ພວກເຂົາວ່າ, “ໂອພວກຄົນ ທີ່ຂາດຄວາມເຊື່ອເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.”20ພວກເຂົາກໍໄດ້ພາເດັກຊາຍມາຫາພຣະອົງ. ພໍຜີຮ້າຍທີ່ສິງຢູ່ໃນຕົວເດັກນ້ອຍ ໄດ້ເຫັນພຣະເຢຊູເຈົ້າ, ທັນໃດນັ້ນມັນກໍເຮັດ ໃຫ້ ເດັກນ້ອຍ ນັ້ນຊັກດິ້ນລົ້ມລົງກັບພື້ນດິນ, ກິ້ງເກືອກ ໄປມານໍ້າລາຍຟູມປາກ.21ພຣະເຢຊູເຈົ້າ ໄດ້ຖາມພໍ່ຂອງເດັກນ້ອຍວ່າ, “ລູກຂອງເຈົ້າເປັນແນວນີ້ມາໄດ້ດົນປານໃດແລ້ວ?” ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ.22ຫລາຍເທື່ອແລ້ວ ທີ່ຜີຊົ່ວຮ້າຍພະຍາຍາມຂ້າລູກ ຂອງຂ້ານ້ອຍ ໂດຍຊຸກລາວໃສ່ໄຟ ແລະ ຊຸກລາວໃຫ້ຕົກນໍ້າ ແລະ ພະຍາຍາມທຳລາຍລາວ. ແຕ່ຖ້າທ່ານສາມາດຊ່ວຍໄດ້ຂໍໂຜດສົງສານຂ້ານ້ອຍແດ່ທ້ອນ.”23ພຣະເຢຊູເຈົ້າໄດ້ກ່າວຕອບວ່າ, “ຖ້າເຈົ້າສາມາດຊ່ວຍໄດ້? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.”24ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງໄຫ້ ທັງນໍ້າຕາໄຫລກ່າວວ່າ, “ໂຜດຊ່ວຍຂ້ານ້ອຍ! ໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ!"25ເມື່ອພຣະເຢຊູເຈົ້າເຫັນຫມູ່ປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້, ພຣະອົງຈຶ່ງສັ່ງຜີຊົ່ວຮ້າຍນັ້ນວ່າ, “ບັກຜີປາກກືກຫູຫນວກ, ກູສັ່ງມຶງອອກຈາກເດັກນ້ອຍ ແລະ ຢ່າກັບເຂົ້າມາອີກຈັກເທື່ອ.”26ຜີຮ້າຍນັ້ນຮ້ອງແຜດສຽງຂຶ້ນ ແລະ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ຈົນເຕັມກຳລັງແລ້ວກໍອອກຫນີໄປ. ເດັກນັ້ນກາຍເປັນເຫມືອນຄົນຕາຍ, ຈົນຫລາຍຄົນເວົ້າອອກມາວ່າ, “ມັນຕາຍແລ້ວ.”27ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລະ ດຶງໃຫ້ລຸກຂຶ້ນແລ້ວເດັກນັ້ນກໍລຸກຢືນຂຶ້ນ.28ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນແລ້ວ, ພວກສາວົກຂອງພຣະອົງກໍຖາມ ພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍ ຈຶ່ງຂັບໄລ່ມັນອອກບໍ່ໄດ້?"29ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນ ບໍ່ໄດ້, ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານເທົ່ານັ້ນ.”30ພວກເຂົາໄດ້ອອກຈາກທີ່ນັ້ນ ແລະ ໄດ້ຜ່ານແຂວງຄາລີເລ. ພຣະເຢຊູເຈົ້າບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ທີ່ໃດ,31ເພາະພຣະອົງກຳລັງສັ່ງສອນພວກສາວົກຢູ່. ພຣະອົງກ່າວແກ່ພວກເພິ່ນວ່າ, “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນທັງຫລາຍ ແລະ ເຂົາຈະຂ້າເພິ່ນ, ແຕ່ຫລັງຈາກຖືກຂ້າແລ້ວໄດ້ສາມວັນເພິ່ນຈະຖືກບັນດານໃຫ້ເປັນຄືນມາອີກຄັ້ງ.”32ແຕ່ພວກສາວົກບໍ່ເຂົ້າໃຈຄວາມຫມາຍຂອງຖ້ອຍຄຳເຫລົ່ານີ້, ແລະ ພວກເພິ່ນກໍບໍ່ກ້າຈະຖາມພຣະອົງ.33ແລະ ເມື່ອພວກເຂົາໄດ້ມາຮອດເມືອງກາເປນາອູມ. ເມື່ອເຂົ້າໄປໃນເຮືອນແລ້ວພຣະອົງກໍຖາມພວກສາວົກຂອງພຣະອົງວ່າ, “ເມື່ອມາຕາມທາງນັ້ນ, ພວກເຈົ້າ ໄດ້ຖົກຖຽງ ກັນເຖິງເລື່ອງຫຍັງ?”34ພວກເພິ່ນມິດຢູ່, ເພາະເມື່ອມາຕາມທາງນັ້ນພວກເພິ່ນໄດ້ຖົກຖຽງກັນວ່າ ຜູ້ໃດຈະເປັນໃຫຍ່ທີ່ສຸດ ໃນທ່າມກາງພວກເພິ່ນ.35ສະນັ້ນ ພຣະອົງຈຶ່ງນັ່ງລົງ, ພຣະອົງເອີ້ນພວກສາວົກສິບສອງຄົນມາ ພຣະອົງກ່າວແກ່ພວກເພິ່ນວ່າ, “ຖ້າຜູ້ໃດທີ່ຢາກເປັນຜູ້ຕົ້ນ, ກໍໃຫ້ຜູ້ນັ້ນເປັນຜູ້ປາຍ ແລະ ເປັນຜູ້ຮັບໃຊ້ຄົນທັງຫມົດ.”36ພຣະອົງກໍເອົາເດັກນ້ອຍຜູ້ຫນຶ່ງ ແລະ ມາຢືນຢູ່ຕໍ່ຫນ້າພວກເພິ່ນ. ພຣະອົງກໍອຸ້ມເອົາເດັກນ້ອຍນັ້ນ ແລະ ກ່າວແກ່ພວກສາວົກວ່າ,37“ຖ້າຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຄົນຫນຶ່ງ ຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ, ຜູ້ໃດທີ່ຕ້ອນຮັບເຮົາ, ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ, ແຕ່ຍັງຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາ ມາເຫມືອນກັນ.”38ໂຢຮັນໄດ້ເວົ້າກັບພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຊາຍຄົນຫນຶ່ງຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະ ພວກຂ້ານ້ອຍບອກໃຫ້ເຊົາ ເພາະເຂົາບໍ່ເປັນຝ່າຍຂອງພວກເຮົາ.”39ແຕ່ພຣະເຢຊູເຈົ້າ ໄດ້ຕອບວ່າ, “ຢ່າຫ້າມເຂົາເທາະ ເພາະວ່າບໍ່ມີຜູ້ໃດ ທີ່ກະທຳການອັດສະຈັນໃນນາມຂອງເຮົາ ແລະ ພາຍຫລັງມາຈະກັບມາເວົ້າ ຫມິ່ນປະຫມາດເຮົາ.40ດ້ວຍວ່າ, ຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ ພວກເຮົາກໍເປັນຝ່າຍຂອງພວກເຮົາ.41ເຮົາບອກເຈົ້າຄວາມຈິງວ່າ, ຜູ້ໃດທີ່ເອົານໍ້າຈອກຫນຶ່ງໃຫ້ ພວກເຈົ້າດື່ມເພາະເຈົ້າເປັນຝ່າຍພຣະຄຣິດ, ຜູ້ນັ້ ກໍຈະບໍ່ຂາດບຳເຫນັດຂອງຕົນ.42“ຜູ້ໃດກໍຕາມທີ່ເຮັດໃຫ້ຜູ້ເລັກນ້ອຍທີ່ເຊື່ອ ຜູ້ທີ່ເຊື່ອໃນເຮົາຕົກໃນບາບ, ກໍໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະ ຖິ້ມເຂົາລົງໃນທະເລເລິກເສັຽກໍດີກວ່າ.43ຖ້າມືຂອງເຈົ້າເຮັດໃຫ້ສະດຸດ, ກໍໃຫ້ຕັດມືນັ້ນອອກເສັຽ. ທີ່ຈະເຂົ້າສູ່ຊີວິດດ້ວຍມືເບື້ອງດຽວກໍດີກວ່າມີສອງມືແຕ່ເຂົ້າສູ່ນະຣົກໃນໄຟທີ່ບໍ່ມີວັນມອດຈັກເທື່ອ.44ໂຕຫນອນບໍ່ຮູ້ຕາຍ ໄຟບໍ່ຮູ້ມອດ.45ຖ້າຕີນຂອງເຈົ້າ ເຮັດໃຫ້ເຮັດບາບ, ກໍໃຫ້ຕັດອອກຖິ້ມເສັຽ, ທີ່ຈະເຂົ້າສູ່ຊີວິດດ້ວຍຕີນເບື້ອງດຽວ ກໍດີກວ່າມີຕີນສອງຂ້າງແຕ່ຕ້ອງ ຖືກໂຍນຖິ້ມລົງໃນໄຟນະຣົກ.46ຢູ່ບອ່ນນັ້ນໂຕຫນອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ.47ຖ້າຕາຂອງເຈົ້າພາໃຫ້ເຮັດບາບ, ຈົ່ງຄວັກອອກຖິ້ມເສັຽ, ທີ່ຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າດ້ວຍຕາຂ້າງດຽວ ກໍດີກວ່າມີຕາສອງຂ້າງ ແຕ່ຕ້ອງຖືກຖິ້ມລົງໃນໄຟ ນະຣົກ.48ທີ່ຊຶ່ງຫນອນບໍ່ຮູ້ຕາຍ ແລະ ໄຟບໍ່ຮູ້ມອດຈັກເທື່ອ.’49ເພາະວ່າ ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອແລ້ວຊຳຣະດ້ວຍໄຟ.50ເກືອເປັນສິ່ງທີ່ດີ, ແຕ່ຖ້າເກືອຫມົດຣົດເຄັມແລ້ວ ຈະກັບເຮັດໃຫ້ເຄັມອີກໄດ້ຢ່າງໃດ? ເຈົ້າທັງຫລາຍ ຈົ່ງຮັກສາເກືອໄວ້ໃນຕົວຂອງພວກເຈົ້າ ແລະ ຢູ່ດ້ວຍກັນຢ່າງສະຫງົບສຸກເຖີ້ນ.”
1ແລ້ວພຣະເຢຊູເຈົ້າອອກຈາກທີ່ນັ້ນໄປແຂວງຢູດາຍ ແລ້ວກໍຂ້ວາມໄປອີກຟາກຫນຶ່ງຂອງແມ່ນໍ້າຈໍແດນ, ແລະປະຊາຊົນຫມູ່ໃຫຍ່ ເຂົ້າມາຫາພຣະອົງອີກ. ພຣະອົງຊົງສອນພວກເຂົາ, ດັ່ງທີ່ພຣະອົງເຄີຍເຮັດມາ.2ພວກຟາຣີຊາຍກໍເຂົ້າມາຖາມເພື່ອທົດລອງ ພຣະອົງຖາມເຂົາວ່າ “ຕາມກົດບັນຍັດຜູ້ຊາຍຢ່າຮ້າງເມັຽຂອງຕົນໄດ້ບໍ?”3ພຣະອົງກໍຕອບພວກເຂົາວ່າ,“ແລ້ວໂມເຊ ໄດ້ໃຫ້ຂໍ້ຄຳສັ່ງໄວ້ຢ່າງໃດ?”4ພວກເຂົາຕອບວ່າ, “ໂມເຊອະນຸຍາດໃຫ້ເຮັດຫນັງສືຢ່າຮ້າງ ແລະ ປ່ອຍເມັຽໄປໄດ້.”5"ມັນເປັນເພາະໃຈຂອງພວກທ່ານແຂງກະດ້າງ ເຮັດໃຫ້ໂມເຊຕ້ອງຂຽນບັນຍັດນີ້," ພຣະເຢຊູເຈົ້າບອກພວກເຂົາວ່າ,6ຕັ້ງແຕ່ຕົ້ນເລີ້ມວາງຮາກສ້າງໂລກ' ພຣະເຈົ້າໄດ້ຊົງສ້າງມະນຸດໃຫ້ເປັນຊາຍ ແລະຍິງ.'7ເພາະເຫດນີ້ຜູ້ຊາຍຈຶ່ງຈາກພໍ່ແມ່ ຂອງຕົນແລະໄປຕິດພັນຢູ່ກັບເມັຽຂອງຕົນ,8ແລ້ວເຂົາທັງສອງກໍຈະເປັນກາຍເປັນເນື້ອດຽວກັນ.’ພວກເຂົາຈຶ່ງບໍ່ເປັນສອງອີກຕໍ່ໄປ, ແຕ່ເປັນເຫມືອນກາຍດຽວກັນ.9ເຫດສະນັ້ນເມື່ອພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນຢູ່ແລ້ວ, ກໍຢ່າໃຫ້ມະນຸດ ເຮັດໃຫ້ແຍກຈາກກັນເລີຍ.”10ເມື່ອພວກເຂົາຢູ່ໃນເຮືອນແລ້ວ, ພວກສາວົກກໍມາຖາມ ພຣະເຢຊູເຈົ້າເລື່ອງການຢ່າຮ້າງນີ້ອີກ.11ພຣະອົງຕອບພວກເພິ່ນວ່າ, “ໃຜກໍຕາມທີ່ຢ່າຮ້າງເມັຽຂອງຕົນແລ້ວໄປ ແຕ່ງງານກັບຍິງອື່ນຊາຍຜູ້ນັ້ນ ກໍເຮັດຜິດໃນຖານຫລິ້ນຊູ້.12ແລະຖ້າຍິງໃດທີ່ຢ່າຮ້າງຜົວຂອງຕົນແລະໄປແຕ່ງງານກັບຊາຍອື່ນຍິງນັ້ນກໍເຮັດຜິດໃນຖານຫລິ້ນຊູ້.”13ແລ້ວພວກເຂົາ ໄດ້ພາເດັກນ້ອຍມາຫາ ພຣະອົງເພື່ອໃຫ້ພຣະອົງໄດ້ວາງມືໃສ່ ພວກເຂົາ, ແຕ່ພວກສາວົກໄດ້ຫ້າມພວກເຂົາໄວ້.14ເເລ້ວພຣະເຢຊູເຈົ້າຊົງສັງເກດເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈ ແລະຊົງບອກພວກເຂົາວ່າ, “ຈົ່ງປ່ອຍເດັກນ້ອຍໃຫ້ເຂົ້າມາຫາເຮົາ, ແລະ ຢ່າຫ້າມພວກເຂົາເລີຍ ເພາະວ່າອານາຈັກຂອງພຣະເຈົ້າກໍເປັນຂອງຜູ້ທີ່ເປັນດັ່ງເດັກນ້ອຍເຫລົ່ານີ້ແຫລະ.15ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ຮັບຣາຊະອານາຈັກຂອງພຣະເຈົ້າ ເຫມືອນເດັກນ້ອຍຈະບໍ່ໄດ້ເຂົ້າໄປໃນຣາຊະອານາຈັກນັ້ນ."16ແລ້ວພຣະອົງກໍໄດ້ອູ້ມເດັກນ້ອຍນັ້ນ ພຣະອົງວາງມືໃສ່ ແລະ ອວຍພອນໃຫ້ພວກເຂົາ.17ເມື່ອ ພຣະອົງຊົງເລີ້ມອອກເດີນທາງກໍມີຊາຍຄົນຫນຶ່ງແລ່ນມາຄຸເຂົ່າລົງ ຕໍ່ຫນ້າ ພຣະອົງແລະຖາມວ່າ,“ພຣະອາຈານ ຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”18ພຣະເຢຊູເຈົ້າ ຕອບລາວວ່າ,“ດ້ວຍເຫດໃດເຈົ້າຈຶ່ງເອີ້ນເຮົາ ວ່າຜູ້ປະເສີດ? ບໍ່ມີຜູ້ໃດປະເສີດດອກ ນອກຈາກພຣະເຈົ້າອົງດຽວເທົ່ານັ້ນ.19ເຈົ້າຮູ້ຈັກພຣະບັນຍັດທີ່ບອກວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມັຽຜູ້ອື່ນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຢ່າຫລອກລວງ, ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງຕົນ.20ຊາຍຄົນນັ້ນຕອບວ່າ, “ທ່ານອາຈານເອີຍ, ຂ້ານ້ອຍໄດ້ຖືຮັກສາ ແລະເຊື່ອຟັງເຮັດຕາມກົດເຫລົ່ານັ້ນຕັ້ງແຕ່ເປັນເດັກນ້ອຍພຸ້ນ.”21ພຣະເຢຊູເຈົ້າໄດ້ເພັ່ງຕາເບິ່ງເຂົາດ້ວຍຄວາມຮັກ, ພຣະອົງເວົ້າກັບເຂົາວ່າ “ເຈົ້າຍັງຂາດຢູ່ສິ່ງຫນຶ່ງ. ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ບໍຣິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ.22ແຕ່ຊາຍຄົນນັ້ນທໍ້ໃຈຫລາຍເພາະຄຳເວົ້ານັ້ນລາວເດີນອອກໄປດ້ວຍຄວາມໂສກເສົ້າ ແລະ ເປັນທຸກໃຈເພາະລາວເປັນຄົນຮັ່ງມີຫລາຍ.23ພຣະເຢຊູເຈົ້າ ແນມເບິ່ງອ້ອມຮອບ ແລ້ວກ່າວແກ່ພວກສາວົກຂອງພຣະອົງວ່າ,“ຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າກໍເປັນເລື່ອງຍາກ”24ແລ້ວພວກສາວົກກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ. ພຣະເຢຊູເຈົ້າໄດ້ກ່າວແກ່ພວກເພິ່ນອີກວ່າ, “ລູກເອີຍ,"ການທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊະອານາຈັກຂອງພຣະເຈົ້າກໍຍາກແທ້ໆ25ເພາະອູດຈະລອດຮູເຂັມ, ກໍງ່າຍກວ່າຄົນຮັ່ງມີຜູ້ທີ່ຈະເຂົ້າໄປໃນຣາຊະອານາຈັກຂອງພຣະເຈົ້າ.”26ພວກເຂົາປະຫລາດໃຈຫລາຍແລະເວົ້າກັນວ່າ,“ແລ້ວຜູ້ໃດຈະລອດພົ້ນໄດ້?”27ພຣະເຢຊູເຈົ້າແນມເບິ່ງພວກເຂົາ ແລະກ່າວວ່າ, “ເປັນໄປບໍ່ໄດ້ສຳລັບມະນຸດ ແຕ່ບໍ່ແມ່ນກັບພຣະເຈົ້າ. ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ.”28ເປໂຕກໍເລີ້ມທູນພຣະອົງວ່າ “ເບິ່ງດູ ພວກຂ້ານ້ອຍໄດ້ສະຫລະທຸກສິ່ງ ແລະ ໄດ້ຕິດຕາມພຣະອົງມາ.”29ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ຍອມລະບ້ານເຮືອນ, ຫລືອ້າຍເອື້ອຍນ້ອງ, ຫລືພໍ່ແມ່, ຫລືລູກໆ, ຫລືທີ່ດິນເພາະເຫັນແກ່ເຮົາແລະ ເຫັນແກ່ຂ່າວປະເສີດຂອງເຮົາ.30ເປັນພີ່ນ້ອງຊາຍຍິງ ແລະພໍ່ແມ່, ແລະລູກໆ, ແລະ ທີ່ດິນຮ້ອຍເທົ່າໃນຍຸກນີ້, ພ້ອມກັບການຖືກຂົ່ມເຫັງ ແລະ ໃນໂລກຫນ້າກໍຈະໄດ້ຮັບຊີວິດນິຣັນດອນ.31ແຕ່ຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ທີ່ເປັນປາຍໃນເວລານີ້ກໍຈະເປັນຜູ້ຕົ້ນ.”32ພວກເຂົາກຳລັງເດີນທາງ, ໄປກຸງເຢຣູຊາເລັມ, ແລະພຣະເຢຊູເຈົ້າຍ່າງລ່ວງຫນ້າໄປກ່ອນພວກເຂົາ. ພວກສາວົກຕ່າງກໍວຸ້ນວາຍໃຈແລະພວກອື່ນທີ່ຍ່າງມາຕາມຫລັງກໍມີ ຄວາມຢ້ານ. ແລ້ວພຣະເຢຊູເຈົ້າກໍພາສາວົກສິບສອງຄົນຍ່າງຫລີກອອກໄປທາງຂ້າງອີກເທື່ອຫນຶ່ງແລະກ່າວເຖິງເຫດການທີ່ຈຳຕ້ອງເກີດຂຶ້ນກັບພຣະອົງ.33“ເບິ່ງແມ! ພວກເຮົາກຳລັງຈະໄປຍັງກຸງເຢຣູຊາເລັມ, ແລ້ວບຸດມະນຸດຈະຖືກມອບໄວ້ກັບພວກຫົວຫນ້າປະໂລຫິດແລະພວກທັມະຈານ. ພວກເຫລົ່ານີ້ຈະ ຕັດສິນລົງໂທດພຣະອົງໃຫ້ເຖິງຕາຍແລະຈະມອບພຣະອົງໄວ້ກັບຄົນຕ່າງຊາດ.34ພວກເຂົາຈະເຢາະເຢີ້ຍພຣະອົງຈະຖົ່ມນໍ້າລາຍໃສ່ພຣະອົງ, ແລະຂ້ຽນຕີພຣະອົງແລະຈະຂ້າພຣະອົງເສັຽ. ແຕ່ໃນວັນຖ້ວນສາມພຣະອົງກໍຈະເປັນຄືນມາຈາກຄວາມຕາຍ.”35ຢາໂກໂບແລະໂຢຮັນລູກຊາຍຂອງເຊເບດາຍ, ໄດ້ເຂົ້າມາຫາພຣະອົງແລະເວົ້າວ່າ, “ທ່ານອາຈານເອີຍ, ຂໍພຣະອົງຊ່ວຍເຮັດຕາມທີ່ເຮົາຕ້ອງການໄດ້ບໍ?36ພຣະອົງຊົງຕອບວ່າ, “ຈະໃຫ້ເຮົາເຮັດຫຍັງເພື່ອພວກເຈົ້າ?”37ພວກເຂົາຕອບວ່າ,“ເມື່ອທ່ານຢູ່ໃນສະຫງ່າຣາສີ, ແລ້ວ ຂໍໃຫ້ພວກຂ້ານ້ອຍ ທັງສອງນັ່ງທີ່ເບື້ອງຂວາຂອງທ່ານ ຄົນຫນຶ່ງ ແລະ ທີ່ເບື້ອງຊ້າຍຄົນຫນຶ່ງ.”38ແລ້ວພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ,“ທີ່ພວກເຈົ້າ ຂໍຮ້ອງ ນັ້ນ ພວກເຈົ້າບໍ່ຮູ້ຈັກ. ທ່ານສາມາດ ດື່ມຈອກ ທີ່ເຮົາຈະດື່ມນັ້ນ ພວກເຈົ້າຈະດື່ມໄດ້ບໍ? ແລະ ບັບຕິສະມາ ທີ່ເຮົາ ຮັບນັ້ນ ພວກເຈົ້າ ຈະຮັບໄດ້ ບໍ?”39ພວກເພິ່ນ ຕອບວ່າ, “ໄດ້ຢູ່ຂ້ານ້ອຍ.” ພຣະເຢຊູເຈົ້າ ກ່າວແກ່ ພວກເພິ່ນວ່າ, “ພວກເຈົ້າ ຈະດື່ມຈາກຈອກ ທີ່ ເຮົາ ຕ້ອງດື່ມແທ້ ແລະ ບັບຕິສະມາ ທີ່ເຮົາຮັບ, ພວກເຈົ້າ ກໍຕ້ອງຮັບ ແທ້.40ແຕ່ ຈະເລືອກ ວ່າຜູ້ໃດ ຈະນັ່ງທີ່ເບື້ອງ ຂວາ ຫລື ທີ່ ເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ ເຮົາ ຈະຈັດໃຫ້, ແຕ່ ພຣະເຈົ້າ ໄດ້ຈັດໄວ້ ສຳລັບຜູ້ໃດ ກໍເປັນຂອງຜູ້ນັ້ນ.”41ເມື່ອສາວົກຄົນອື່ນໆ ອີກສິບຄົນ ໄດ້ຍິນເຖິງເລື່ອງນີ້ແລ້ວ, ພວກເຂົາກໍເຄືອງໃຈຫລາຍໃຫ້ຢາໂກໂບ ແລະ ໂຢຮັນ.42ພຣະເຢຊູເຈົ້າໄດ້ເອີ້ນພວກເພິ່ນມາເຕົ້າໂຮມກັນແລ້ວ ກ່າວວ່າ, “ພວກເຈົ້າຕ່າງກໍຮູ້ວ່າຜູ້ທີ່ມະນຸດຖືວ່າ ເປັນຜູ້ປົກຄອງ ປະຊາຊົນກໍມີອຳນາດເຫນືອປະຊາຊົນ ທີ່ເຂົາປົກຄອງ ແລະ ຜູ້ມີຕໍາແຫນ່ງໃຫຍ່ກໍໃຊ້ສິດອຳນາດເຫນືອພວກເຂົາ.43ແຕ່ໃນທ່າມກາງພວກເຈົ້າແລ້ວບໍ່ເປັນດັ່ງນັ້ນເລີຍ, ຖ້າຜູ້ໃດກໍຕາມໃນພວກເຈົ້າຢາກເປັນໃຫຍ່ ເຂົາຕ້ອງເປັນຜູ້ຮັບໃຊ້ເຈົ້າທັງຫລາຍ;44ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກເຂົາກໍຕ້ອງເປັນຂ້ອຍໃຊ້ຂອງທຸກຄົນ.45ເພາະບຸດມະນຸດ ບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ຕົນແຕ່ມາເພື່ອຮັບໃຊ້ຄົນອື່ນ, ແລະ ປຣະທານຊີວິດຂອງພຣະອົງເປັນຄ່າໄຖ່ຄົນຈຳນວນລວງຫລາຍ.”46ພວກເພິ່ນໄດ້ເດີນທາງມາເຖິງເມືອງເຢຣີໂກ. ເມື່ອພຣະອົງກຳລັງອອກຈາກເມືອງເຢຣິໂກໄປກັບພວກສາວົກ ແລະ ປະຊາຊົນໝູ່ໃຫຍ່, ມີຂໍທານຕາບອດຜູ້ຫນຶ່ງຊື່ວ່າບາຣະຕີມາຍ, ເປັນລູກຊາຍຂອງຕີມາຍ, ນັ່ງຂໍທານທີ່ແຄມທາງ.47ເມື່ອລາວໄດ້ຍິນວ່າພຣະເຢຊູເຈົ້າ ໄທນາຊາເຣັດ, ກຳລັງມາໃກ້ລາວກໍຮ້ອງຂຶ້ນວ່າ, “ເຢຊູ, ບຸດດາວິດເອີຍ, ຂໍຊົງເມດຕາສົງສານຂ້ານ້ອຍແດ່ທ້ອນ!”48ມີຫລາຍຄົນໄດ້ຫ້າມຄົນຕາບອດ, ບອກເຂົາໃຫ້ມິດ. ແຕ່ລາວແຮງຮ້ອງດັງຂຶ້ນຕື່ມວ່າ, “ເຢຊູ, ບຸດດາວິດເອີຍ, ຂໍໂຜດເມດຕາສົງສານຂ້ານ້ອຍແດ່ຖ້ອນ!”49ພຣະເຢຊູເຈົ້າຈຶ່ງຢຸດ ແລະ ສັ່ງວ່າໄປເອີ້ນເອົາລາວມາ. ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນ, ເວົ້າວ່າ, “ຈົ່ງກ້າຫານ ແລະ ລຸກຂຶ້ນ! ພຣະອົງກຳລັງເອີ້ນເອົາເຈົ້າ.”50ຊາຍຕາບອດຖິ້ມຜ້າຕູ້ມຂອງຕົນ, ຮີບລຸກ, ແລະ ຂຶ້ນມາຫາພຣະເຢຊູເຈົ້າ.51ພຣະເຢຊູເຈົ້າໄດ້ຖາມລາວວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງແກ່ເຈົ້າ?” ຊາຍຕາບອດຕອບວ່າ, “ພຣະອາຈານເອີຍ, ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນຮຸ່ງແດ່ຖ້ອນ.”52ແລ້ວພຣະເຢຊູເຈົ້າໄດ້ຕອບວ່າ, “ໄປສາ. ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ໃນທັນໃດນັ້ນລາວກໍເຫັນຮຸ່ງອີກຄັ້ງ, ແລະ ເຂົາກໍເດີນຕິດຕາມພຣະເຢຊູເຈົ້າ ໄປ.
1ເມື່ອພວກເຂົາໄດ້ມາໃກ້ຮອດນະຄອນເຢຣູຊາເລັມແລ້ວ, ພວກເຂົາຢູ່ໃກ້ບ້ານເບັດຟາເຄ ແລະ ບ້ານເບັດທານີ, ທີ່ພູເຂົາຫມາກກອກເທດ, ແລະ ພຣະເຢຊູເຈົ້າໄດ້ສົ່ງສາວົກສອງຄົນລ່ວງຫນ້າໄປກ່ອນ2ແລະ ໄດ້ສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ກົງກັນຂ້ວາມກັບພວກເຈົ້ານັ້ນ. ເມື່ອເຈົ້າໄປຮອດທີ່ນັ້ນແລ້ວ, ພວກເຈົ້າຈະພົບລໍນ້ອຍໂຕຫນຶ່ງ, ທີ່ບໍ່ມີຜູ້ໃດເຄີຍຂີ່ຈັກເທື່ອ. ຈົ່ງແກ້ເຊືອກນັ້ນອອກ ແລະ ຈູງມັນມາທີ່ນີ້.3ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້?’ ເຈົ້າຄວນກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການມັນ ແລະ ທັນໃດນັ້ນຈະສົ່ງມັນຄືນມາໃຫ້ທີ່ນີ້.’”4ແລ້ວພວກເພິ່ນຈຶ່ງຈາກໄປ ແລະ ກໍໄດ້ພົບລໍນ້ອຍໂຕຫນຶ່ງທີ່ເຂົາຜູກໄວ້ຢູ່ໃກ້ປະຕູເຮືອນແຄມທາງ, ແລະ ພວກເພິ່ນກໍແກ້ເຊືອກມັດລໍອອກ,5ບາງຄົນທີ່ຢືນຢູ່ ໃນທີ່ນັ້ນກໍຖາມວ່າ, “ພວກເຈົ້າເຮັດຫຍັງຢູ່, ແກ້ເອົາລໍນ້ອຍໄປເຮັດຫຍັງ?”6ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ບອກແລ້ວ, ແລະ ຄົນເຫລົ່ານັ້ນກໍຍອມໃຫ້ພວກເພິ່ນເອົາໄປ.7ສາວົກສອງຄົນໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລະ ພວກເພິ່ນກໍເອົາເຄື່ອງນຸ່ງຂອງຕົນປູຫລັງຂອງມັນ ແລະ ໃຫ້ພຣະເຢຊູເຈົ້າຂຶ້ນຂີ່.8ມີຫລາຍຄົນ ໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງນັ້ນ, ແລະ ຄົນອື່ນກໍໄດ້ຕັດເອົາງ່າໄມ້ຕາມທົ່ງນາ ມາ.9ຄົນທີ່ຍ່າງໄປກ່ອນ ແລະ ບາງຄົນກັບທີ່ຕາມຫລັງພຣະເຢຊູເຈົ້າໄປຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ! ຂໍພຣະເຈົ້າອວຍພອນທ່ານ ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ.10ຂໍພຣະເຈົ້າອວຍພອນ ອານາຈັກທີ່ກຳລັງຈະມາເຖິງ ຄືອານາຈັກຂອງດາວິດບັນພະບຸຣຸດຂອງພວກເຮົາ! ໂຮຊັນນາໃນທີ່ສະຫວັນສູງສຸດ!”11ແລ້ວພຣະເຢຊູເຈົ້າ ໄດ້ເຂົ້າໄປນະຄອນເຢຣູຊາເລັມ ແລະ ເຂົ້າໄປໃນພຣະວິຫານ ແລະ ລຽບເບິ່ງທົ່ວໄປໃນທຸກສິ່ງ. ເມື່ອ, ຄໍ່າຫລາຍແລ້ວ, ພຣະອົງຈຶ່ງກັບຄືນ ໄປບ້ານເບັດທານີ ກັບສາວົກສິບສອງຄົນ.12ໃນວັນຕໍ່ມາ, ເມື່ອພຣະເຢຊູເຈົ້າ ກັບພວກສາວົກ ອອກຈາກບ້ານເບັດທານີໄປ, ພຣະອົງກໍຫິວເຂົ້າ.13ເມື່ອແນມເບິ່ງແຕ່ໄກ ເຫັນຕົ້ນຫມາກເດື່ອເທດຕົ້ນຫນຶ່ງ ຊຶ່ງມີໃບດົກດີ, ພຣະອົງກໍໄປເບິ່ງວ່າມັນມີຫມາກຫລືບໍ່, ແລະ ເມື່ອພຣະອົງໄປເຖິງແລ້ວ, ພຣະອົງກໍບໍ່ເຫັນຫມາກມັນເລີຍ, ເຫັນແຕ່ໃບເທົ່ານັ້ນ, ເພາະບໍ່ແມ່ນຣະດູສຳລັບຕົ້ນຫມາກເດື່ອເທດເທື່ອ.14ດັ່ງນັ້ນ ພຣະອົງຈຶ່ງກ່າວ ຕໍ່ຕົ້ນຫມາກເດື່ອເທດວ່າ, “ຢ່າໃຫ້ຜູ້ໃດ ໄດ້ກິນຫມາກຈາກຕົ້ນເຈົ້າອີກຈັກເທື່ອ.” ແລະ ຝ່າຍສາວົກຂອງພຣະອົງກໍໄດ້ຍິນຄຳທີ່ ພຣະອົງໄດ້ກ່າວນັ້ນ.15ພວກເຂົາໄດ້ມາເຖິງນະຄອນເຢຣູຊາເລັມ, ແລະ ພຣະອົງໄດ້ເຂົ້າໄປໃນ ບໍຣິເວນ ພຣະວິຫານ ແລະ ໄດ້ຕັ້ງຕົ້ນຂັບໄລ່ບັນດາພວກຄົນຊື້ ແລະ ຂາຍໃນພຣະວິຫານ. ພຣະອົງໄດ້ຂວໍ້າໂຕະຂອງພວກຮັບແລກປ່ຽນເງິນ ແລະ ຂວໍ້າບ່ອນນັ່ງຂອງຄົນຂາຍນົກເຂົາ.16ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຂົນສິ່ງຂອງຜ່ານພຣະວິຫານໄປ.17ພຣະອົງກໍໄດ້ສັ່ງສອນພວກເຂົາ ແລະ ກ່າວວ່າ, “ບໍ່ມີຄຳຂຽນໄວ້, ‘ພຣະວິຫານ ຂອງເຮົາຈະເອີ້ນວ່າເປັນສະຖານທີ່ພາວັນນາອະທິຖານ ສຳລັບຄົນທຸກຊາດ?’ ແຕ່ ພວກເຈົ້າໄດ້ເຮັດໃຫ້ເປັນຖໍ້າຂອງໂຈນ.”18ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກທັມະຈານໄດ້ຍິນ, ແລະ ພວກເຂົາຈຶ່ງຊອກຫາວິທີທາງຈະຂ້າພຣະເຢຊູເຈົ້າ. ເພາະພວກເຂົາຢ້ານພຣະອົງ ເພາະມີປະຊາຊົນທັງຫມົດໄດ້ປະຫລາດໃຈ ໃນຄຳສັ່ງສອນຂອງພຣະອົງ.19ພໍຕອນຄໍ່າມາ, ພວກເພິ່ນກໍພາກັນອອກໄປຈາກເມືອງ.20ເມື່ອພວກເຂົາໄດ້ຍ່າງໃນຕອນເຊົ້າ, ພວກເຂົາໄດ້ເຫັນຕົ້ນເດື່ອເທດນັ້ນມັນໄດ້ຫ່ຽວແຫ້ງຈົນເຖິງຮາກ.21ເປໂຕໄດ້ຈື່ ແລະ ເວົ້າວ່າ, “ພຣະອາຈານເອີຍ, ເບິ່ງແມ! ຕົ້ນເດື່ອເທດທີ່ທ່ານໄດ້ສາບແຊ່ງນັ້ນຕາຍເສັຽແລ້ວ.”22ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ.23ເຮົາ ບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູຫນ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’, ແລະ ຖ້າບໍ່ມີຄວາມສົງສັຍໃນໃຈ ແຕ່ເຊື່ອສິ່ງທີ່ເຂົາເວົ້າກັບພຣະເຈົ້າ ວ່າຈະເປັນໄປຕາມຄຳສັ່ງນັ້ນ, ແລ້ວກໍເປັນໄປຕາມນັ້ນ.24ດ້ວຍເຫດນັ້ນເຮົາບອກເຈົ້າທັງຫລາຍວ່າ: ທຸກສິ່ງທີ່ພວກເຈົ້າພາວັນນາອະທິຖານ ແລະ ຂໍນັ້ນ, ຈົ່ງເຊື່ອວ່າໄດ້ຮັບແລ້ວ, ແລະ ຈະເປັນແກ່ເຈົ້າທັງຫລາຍ.25ເມື່ອເຈົ້າຢືນ ແລະ ພາວັນນາອະທິຖານ, ເຈົ້າຕ້ອງຈົ່ງຍົກໂທດອະພັຍໃຫ້ທຸກຄົນໃນທຸກສິ່ງທີ່ທ່ານໄດ້ຜິດແກ່ຜູ້ອື່ນ, ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນຈະຍົກຄວາມຜິດບາບ ຂອງພວກເຈົ້າດ້ວຍ."26ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງເຈົ້າເຫມືອນກັນ.27ພວກເຂົາໄດ້ກັບຄືນໄປໃນນະຄອນເຢຣູຊາເລັມອີກຄັ້ງຫນຶ່ງ, ເມື່ອພຣະເຢຊູເຈົ້າ ຍ່າງເຂົ້າໄປໃນພຣະວິຫານ, ພວກຫົວຫນ້າປະໂລຫິດ, ພວກທັມະຈານ ແລະ ພວກຜູ້ອາວຸໂສກໍ ມາຫາພຣະອົງ.28ພວກເຂົາໄດ້ຖາມວ່າ, “ເຈົ້າມີສິດອຳນາດຫຍັງ ຈຶ່ງເຮັດການເຫລົ່ານີ້, ແລະ ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”29ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາຈະຖາມທ່ານຂໍ້ຫນຶ່ງ. ບອກແກ່ເຮົາ ແລະ ເຮົາຈະບອກພວກເຈົ້າວ່າ, ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ.30ຈົ່ງບອກເຮົາມາເບິ່ງດູວ່າ, ‘ຜູ້ໃດໃຫ້ສິດແກ່ໂຢຮັນ ເພື່ອໃຫ້ຮັບບັບຕິສະມາ ຈາກສະຫວັນ ຫລື ວ່າຈາກມະນຸດ?’31ພວກເຂົາໄດ້ປຶກສາກັນ ແລະ ກ່າວວ່າ, “ຖ້າພວກເຮົາບອກວ່າ, 'ມາຈາກສະຫວັນ', ພຣະອົງກໍຈະກ່າວວ່າ ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?’32ແຕ່ພວກເຮົາຈະຕອບວ່າ, ‘ຈາກມະນຸດ...’” ພວກເຂົາກໍຢ້ານປະຊາຊົນ, ເພາະທຸກຄົນ ຖືວ່າໂຢຮັນເປັນຜູ້ທຳນວາຍ.33ແລ້ວພວກເຂົາຈຶ່ງຕອບ ພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.” ແລ້ວພຣະເຢຊູເຈົ້າກໍຕອບພວກເຂົາວ່າ, “ດັ່ງນັ້ນເຮົາ ກໍຈະບໍ່ບອກ ພວກເຈົ້າຄືກັນວ່າຂ້ອຍ ເຮັດການເຫລົ່ານີ້ດ້ວຍສິດອັນໃດ.”
1ແລ້ວ ພຣະເຢຊູເຈົ້າ ກໍໄດ້ເລີ່ມຕົ້ນສອນ ພວກເຂົາ ເປັນຄຳອຸປະມາວ່າ, ພຣະອົງກາ່ວວ່າ “ມີຊາຍຄົນຫນຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້, ແລະສະກັດອ່າງເພື່ອໃຊ້ເປັນ ບ່ອນບີບຄັ້ນເອົານໍ້າອະງຸ່ນ. ແລະທັງໄດ້ສ້າງຫໍຄອຍ ເພື່ອເຝົ້າຍາມໄວ້ດ້ວຍ, ແລະຕໍ່ມາເພິ່ນເອົາ ສວນອະງຸ່ນໃຫ້ຄົນເຊົ່າ, ແລ້ວເພິ່ນກໍອອກເດີນທາງໄປ.2ເມື່ອເຖິງເວລາອັນເຫມາະສົມ, ເຂົາກໍໃຫ້ ຄົນຮັບໃຊ້ ຂອງເຂົາມາເພື່ອຮັບເອົາຫມາກອະງຸ່ນຈາກສວນຂອງຕົນ3ແຕ່ຄົນເຊົ່າສວນ ໄດ້ຈັບຄົນຮັບໃຊ້ ຄົນນັ້ນມາ ຂ້ຽນຕີ ແລະ ສົ່ງເຂົາກັບໄປໂດຍບໍ່ໃຫ້ສິ່ງໃດແກ່ເຂົາເລີຍ4ຊາຍຄົນນັ້ນຈຶ່ງສົ່ງຄົນຮັບໃຊ້ ຄົນຫນຶ່ງໄປອີກ, ພວກຄົນເຊົ່າ ສວນກໍທຸບຕີເຂົາ ຈົນຫົວມີບາດແຜ ແລະ ປ້ອຍດ່າດູຖູກ ເຂົາຢ່າງຫນ້າອັບອາຍ.5ເຂົາຈຶ່ງສົ່ງຄົນຮັບໃຊ້ ອີກຄົນຫນຶ່ງໄປຄັ້ງນີ້ພວກເຂົາ ກໍໄດ້ຂ້າຄົນຮັບໃຊ້ຄົນນັ້ນ; ພວກເຂົາກະທຳຢ່າງດຽວກັນນີ້ກັບຄົນອື່ນໆ ອີກຫລາຍໆຄົນ, ພວກເຂົາກໍຂ້ຽນຕີບາງຄົນແລະຂ້າບາງຄົນ.6ຊາຍຄົນນັ້ນກໍເຫລືອແຕ່ລູກຊາຍຜູ້ ເປັນສຸດທີ່ຮັກຂອງເຂົາ, ເຂົາຈຶ່ງໃຊ້ລູກຄົນນັ້ນໄປເປັນຄົນສຸດທ້າຍ. ເພິ່ນເວົາວ່າ, ‘ພວກເຂົາ ຄົງຈະໃຫ້ ຄວາມເຄົາຣົບນັບຖືລາວ.’7ແຕ່ຄົນເຊົ່າສວນ ເຫລົ່ານັ້ນເວົ້າກັນວ່າ, ‘ຄົນນີ້ແຫລະ ເປັນເຈົ້າຂອງມໍຣະດົກ, ໃຫ້ພວກເຮົາ ຂ້າເຂົາ, ແລ້ວມໍຣະດົກທັງຫມົດຈະຕົກເປັນ ຂອງພວກເຮົາ.’8ພວກເຂົາຈຶ່ງຈັບຕົວລູກຊາຍຄົນນັ້ນຂ້າເຂົາ, ແລ້ວໂຍນຊາກສົບ ຂອງເຂົາຖິ້ມອອກໄປ ນອກສວນ.”9ເມື່ອເປັນດັ່ງນັ້ນແລ້ວເຈົ້າຂອງສວນຈະເຮັດຢ່າງໃດ? ເຂົາຈະມາຂ້າຄົນເຊົ່າສວນເຫລົ່ານັ້ນແລະຈະເອົາສວນອະງຸ່ນ ໃຫ້ຄົນອື່ນ.10ພວກເຈົ້າບໍ່ໄດ້ອ່ານ ພຣະຄັມພີ ຂໍ້ນີ້ບໍວ່າ,‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວນັ້ນ, ໄດ້ກາຍເປັນຫີນເສົາ ເອກ.11ສິ່ງນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ແລະ ເປັນການ ອັດສະຈັນແກ່ ຕາຂອງພວກເຮົາ.’”12ພວກເຂົາຈຶ່ງພະຍາຍາມຈະຈັບຕົວ ພຣະເຢຊູຄຣິດເຈົ້າເພາະພວກເຂົາ ຮູ້ວ່າ ພຣະອົງໄດ້ກ່າວ ຄຳອຸປະມາເພື່ອຕໍ່ສູ້ພວກເຂົາ, ແຕ່ພວກເຂົາຢ້ານປະຊາຊົນ. ດັ່ງນັ້ນ ພວກເຂົາຈຶ່ງປະພຣະອົງແລະຈາກໄປ.13ດັ່ງນັ້ນພວກເຂົາຈຶ່ງສົ່ງພວກຟາຣີຊາຍບາງຄົນແລະພັກພວກຂອງເຮໂຣດມາເພື່ອຄອຍຈັບຜິດ ໃນຄຳເວົ້າ ຂອງພຣະອົງ.14ເມື່ອພວກເຂົາມາເຖິງພວກເຂົາເວົ້າກັບພຣະອົງວ່າ “ອາຈານເອີຍ, ພວກເຮົາຮູ້ວ່າ ທ່ານບໍ່ໄດ້ເຫັນແກ່ຄວາມຄິດເຫັນຂອງຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ. ແຕ່ທ່ານສັ່ງສອນຄວາມຈິງ ໃນທາງຂອງພຣະເຈົ້າຢ່າງແທ້ຈິງ. ການທີ່ເສັຽພາສີໃຫ້ແກ່ກາຍຊານັ້ນຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສັຽຫລືບໍ່ເສັຽ?”15ແຕ່ພຣະເຢຊູເຈົ້າຮູ້ເຖິງອຸບາຍຂອງພວກເຂົາ ພຣະອົງຈຶ່ງຕອບພວກເຂົາວ່າ, ເປັນຫຍັງພວກເຈົ້າຈຶ່ງມາທົດລອງເຮົາ? ຈົ່ງນຳເງິນ ຫລຽນເດນາລິອົນມາໃຫ້ເຮົາເບິ່ງຈັກຫນຶ່ງຫລຽນ.”16ພວກເຂົາ ກໍນຳຫລຽນຫນຶ່ງມາໃຫ້ ພຣະເຢຊູເຈົ້າ. ພຣະອົງຈຶ່ງຖາມວ່າ“ຮູບແລະຄຳຈາຣຶກນີ້ເປັນຂອງຜູ້ໃດ?”ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”17ພຣະເຢຊູເຈົ້າ ກ່າວວ່າ, “ສິ່ງທີ່ເປັນຂອງກາຍຊາຈົ່ງຄືນໃຫ້ ແກ່ກາຍຊາແລະສິ່ງທີ່ເປັນຂອງພຣະເຈົ້າຈົ່ງສົ່ງຄືນແກ່ພຣະເຈົ້າ.”ພວກເຂົາຕ່າງກໍປະຫລາດໃຈ ໃນພຣະອົງ.18ແລ້ວພວກຊາດູກາຍຄືພວກທີ່ເຄີຍເວົ້າວ່າ, ບໍ່ມີການເປັນຄືນມາຈາກຄວາມຕາຍກໍໄດ້ມາຫາພຣະອົງ. ພວກເຂົາຖາມພຣະອົງວ່າ,19“ທ່ານອາຈານ, ໂມເຊໄດ້ຂຽນຖ້ອຍຄຳເອົາໄວ້ໃຫ້ກັບພວກເຮົາ ວ່າ, ‘ຖ້າພີ່ນ້ອງຂອງຊາຍຄົນຫນຶ່ງ ຕາຍໄປແລະໄດ້ປະເມັຽໄວ້ໂດຍທີ່ຍັງ ບໍ່ທັນມີລູກ, ພີ່ນ້ອງຂອງລາວສົມຄວນຮັບເອົາເມັຽຂອງລາວມາເປັນເມັຽແລະມີລູກດ້ວຍກັນເພື່ອສືບເຊື້ອສາຍ.20ມີພີ່ນ້ອງທັງຫມົດເຈັດຄົນນຳກັນ, ອ້າຍກົກໄດ້ເອົາເມັຽແລ້ວ ຕາຍໄປໂດຍ ບໍ່ມີລູກ.21ພີ່ນ້ອງຄົນທີສອງກໍໄດ້ຮັບເອົາຍິງນັ້ນມາເປັນເມັຽຈາກນັ້ນລາວກໍຕາຍໄປອີກໂດຍບໍ່ມີລູກຈາກນັ້ນພີ່ນ້ອງຄົນທີສາມກໍເປັນເຊັ່ນນັ້ນເຫມືອນກັນ.22ຈົນມາເຖິງພີ່ນ້ອງຄົນທີເຈັດຍັງບໍ່ມີລູກ, ແລ້ວໃນທີ່ສຸດຍິງຄົນນັ້ນ ກໍຕາຍໄປເຫມືອນກັນ.23ໃນການເປັນຄືນມາຈາກຄວາມຕາຍ ເມື່ອພວກເຂົາທຸກຄົນ, ເປັນຄືນມາສູ່ຊີວິດນັ້ນ, ຜູ້ຍິງຄົນນີ້ ຈະເປັນ ເມັຽຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນກໍໄດ້ເປັນຜົວຂອງນາງທຸກຄົນແລ້ວ.”24ພຣະເຢຊູເຈົ້າຕອບວ່າ,“ນີ້ຄືເຫດຜົນທີ່ເຮັດໃຫ້ພວກເຈົ້າເຂົ້າໃຈຜິດສາແລ້ວ, ເພາະພວກເຈົ້າບໍ່ຮູ້ຈັກພຣະຄັມພີແລະບໍ່ຮູ້ຈັກຣິດເດດຂອງພຣະເຈົ້າ.25ເພາະເມື່ອພວກເຂົາເປັນຂຶ້ນມາຈາກຄວາມຕາຍແລ້ວພວກເຂົາຈະບໍ່ມີ, ການແຕ່ງງານຫລືຍົກກັນໃຫ້ເປັນຜົວເມັຽ ອີກ, ແຕ່ພວກເຂົາຈະເປັນເຫມືອນທູດສະຫວັນທີ່ຢູ່ໃນສະຫວັນ.26ແຕ່ກຽ່ວກັບເລື່ອງຄົນຕາຍ ທີ່ຖືກເຮັດໃຫ້ເປັນຄືນມານັ້ນ, ພວກເຈົ້າບໍ່ເຄີຍອ່ານຫນັງສືຂອງໂມເຊທີ່ບັນທຶກເອົາໄວ້. ເລື່ອງພຸ່ມໄມ້, ທີ່ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າ ຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ.’27ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕາຍ, ແຕ່ເປັນພຣະເຈົ້າຂອງຄົນເປັນ, ພວກເຈົ້າຫລົງຜິດໄປຢ່າງໃຫຍ່ຫລວງແລ້ວ.”28ມີທັມະຈານຄົນຫນຶ່ງມາເຖິງແລະໄດ້ຍິນການຖົກຖຽງກັນຂອງພວກເຂົາ; ລາວໄດ້ຍິນວ່າພຣະເຢຊູເຈົ້າຕອບຄຳຖາມຂອງຄົນເຫລົ່ານັ້ນໄດ້ດີ. ລາວຈຶ່ງຖາມພຣະອົງວ່າ,“ກົດບັນຍັດຂໍ້ໃດສຳຄັນຫລາຍທີ່ສຸດ?”29ພຣະເຢຊູເຈົ້າ ຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດຄືດັ່ງນີ້ ‘ຈົ່ງຟັງອິສະຣາເອນເອີຍ ອົງພຣະຜູ້ເປັນເຈົ້າຄືພຣະເຈົ້າຂອງເຮົາ ອົງພຣະຜູ້ເປັນເຈົ້າຊົງເປັນຫນຶ່ງດຽວ.30ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງເຈົ້າ.’31ພຣະບັນຍັດຂໍ້ທີສອງນັ້ນຄື: ‘ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.’ ບໍ່ມີພຣະບັນຍັດໃດທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ.”32ທັມະຈານຄົນນັ້ນເວົ້າວ່າ, “ດີແລ້ວ ອາຈານເອີຍ ທີ່ທ່າໄດ້ກ່າວນັ້ນຖືກແລ້ວທີ່ວ່າ, ພຣະເຈົ້າເປັນຫນຶ່ງດຽວແລະບໍ່ມີພຣະເຈົ້າອົງອື່ນນອກຈາກພຣະອົງ.33ການທີ່ຈະຮັກພຣະເຈົ້າດ້ວຍສິ້ນສຸດໃຈ ແລະດ້ວຍສິ້ນສຸດຈິດດ້ວຍສຸດຄວາມຄິດແລະດ້ວຍສຸດກຳລັງແລະການຮັກເພື່ອນບ້ານ ເຫມືອນຮັກຕົນເອງນັ້ນ ກໍດີກວ່າການເຜົາຂອງຖວາຍແລະເຄື່ອງບູຊາ ທັງສິ້ນ”34ເມື່ອພຣະເຢຊູເຈົ້າເຫັນວ່າ ລາວໃຫ້ຄຳຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງບອກລາວວ່າ, “ເຈົ້າບໍ່ໄດ້ຢູ່ຫ່າງໄກຈາກອານາຈັກ ຂອງພຣະເຈົ້າເລີຍ.” ຫລັງຈາກນັ້ນ, ບໍ່ມີຜູ້ໃດກ້າຖາມຄຳຖາມໃດໆຕໍ່ພຣະອົງ ອີກ35ເເລະພຣະເຢຊູເຈົ້າ ກຳລັງສັ່ງສອນໃນ ພຣະວິຫານຢູ່ນັ້ນ; ພຣະອົງໄດ້ຖາມວ່າ,“ພວກທັມະຈານເວົ້າຢ່າງໃດໃນເລື່ອງພຣະຄຣິດ ເປັນບຸດຂອງດາວິດ?36ດາວິດເອງໄດ້ ກ່າວດ້ວຍພຣະວິນຍານບໍຣິສຸດເຈົ້າວ່າ,‘ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະເຮັດໃຫ້ບັນດາສັດຕຣູຂອງເຈົ້າໃຫ້ລົງຢູ່ໃຕ້ຕີນຂອງເຈົ້າ.’37ເເມ່ນແຕ່ ກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ, ອົງພຣະຜູ້ເປັນເຈົ້າ’ແລ້ວ ພຣະເມຊີອາຈະເປັນ ເຊື້ອສາຍຂອງດາວິດໄດ້ຢ່າງໃດ?”ປະຊາຊົນ ກຸ່ມໃຫຍ່ກຳລັງຟັງພຣະອົງດ້ວຍຄວາມຍິນດີ.38ໃນ ຄຳສອນຂອງພຣະອົງ ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຣະວັງພວກທັມະຈານ, ພວກເຂົາ ມັກນຸ່ງເສື້ອລ່າມ ຍ່າງໄປມາແລະມັກໃຫ້ຄົນຄຳນັບໃນທີ່ຊຸມນຸມຊົນ,39ບ່ອນນັ່ງ ອັນສຳຄັນໃນທັມະສາລາແລະມີຕຳແຫນ່ງສຳຄັນໃນເທສະການຕ່າງໆ40ພວກເຂົາບຽດບຽນທີ່ຢູ່ອາສັຍຂອງຍິງແມ່ຫມ້າຍ ແລະ ພວກເຂົາອະທິຖານດ້ວຍຄຳອະທິຖານຍືດຍາວເພື່ອໃຫ້ຜູ້ຄົນ. ຫລຽວເຫັນພວກນີ້ຈະຖືກໂທດຢ່າງຫນັກ.”41ນັ່ງຢູ່ໃກ້ກັບບໍຣິເວນທີ່ວາງຕູ້ຖວາຍໃນພຣະວິຫານ, ພຣະອົງ ກໍສັງເກດ ເບິ່ງປະຊາຊົນໃນຂະນະທີ່ພວກເຂົາປ່ອນເງິນລົງໃນຕູ້ຖວາຍ ຄົນຮັ່ງມີຫລາຍຄົນ ໄດ້ປ່ອນເງິນລົງຢ່າງຫລວງຫລາຍ.42ແລ້ວ ມີແມ່ຫມ້າຍທີ່ຍາກຈົນຄົນຫນຶ່ງເອົາເງິນຈຳນວນສອງຫລຽນທີ່ມີຄ່າປະມານສາມສິບຫ້າສະຕາງມາປ່ອນລົງໃນຕູ້ຖວາຍນັ້ນ.43ແລະພຣະອົງຈຶ່ງເອີ້ນພວກສາວົກຂອງພຣະອົງມາແລະກ່າວແກ່ພວກເພິ່ນວ່າ,“ເຮົາ ບອກຄວາມຈິງແກ່ເຈົ້າທັງຫລາຍວ່າ, ‘ແມ່ຫມ້າຍຍາກຈົນ ຄົນນີ້ໄດ້ໃສ່ເງິນລົງບໍຣິຈາກ ຫລາຍກວ່າ ຄົນອື່ນທັງຫມົດ.44ເພາະຄົນອື່ນນັ້ນເອົາເງິນສ່ວນທີ່ເຫລືອຈາກທີ່ພວກເຂົາມີຢ່າງບໍຣິບູນ. ແຕ່ຍິງຫມ້າຍຄົນນີ້, ມີຄວາມຂັດສົນແຕ່ລາວໃຫ້ທັງຫມົດທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ.
1ເມື່ອພຣະເຢຊູເຈົ້າກຳລັງຍ່າງອອກຈາກພຣະວິຫານໄປ, ສາວົກ ຄົນຫນຶ່ງກໍເວົ້າກັບພຣະອົງວ່າ, “ອາຈານ, ເບິ່ງແມ ກ້ອນຫີນອັນງົດງາມ ແລະ ຕຶກອາຄານກໍງາມແທ້ໆ!”2ພຣະອົງເຈົ້າຕອບເຂົາວ່າ, “ເຈົ້າເຫັນຕຶກໃຫຍ່ເຫລົ່ານັ້ນບໍ? ບໍ່ພຽງແຕ່ຫີນກ້ອນຫນຶ່ງຈະທັບໃສ່ກ້ອນອື່ນ ຊຶ່ງຈະບໍ່ຖືກທຳລາຍລົງ.”3ເມື່ອພຣະອົງນັ່ງຢູ່ເທິງ ພູເຂົາຫມາກກອກເທດ ກົງກັນຂ້ວາມກັບພຣະວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ ໄດ້ຖາມພຣະອົງເປັນການສ່ວນຕົວວ່າ,4“ບອກພວກເຮົາແດ່ວ່າ ສິ່ງເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນສັນຍານວ່າສິ່ງເຫລົ່ານີ້ກຳລັງຈະເກີດຂຶ້ນ?.”5ພຣະເຢຊູເຈົ້າບອກພວກເຂົາວ່າ,“ຈົ່ງຣະວັງເພື່ອທີ່ຈະບໍ່ມີຜູ້ໃດຫລອກລວງພວກເຈົ້າ ໃຫ້ຫລົງ.6ດ້ວຍວ່າ, ຈະມີຫລາຍຄົນຈະມາໃນນາມຂອງເຮົາແລະບອກວ່າ, ‘ເຮົາຄືຜູ້ນັ້ນແລະພວກເຂົາຈະນຳຄົນເປັນຈຳນວນຫລາຍໃຫ້ຫລົງເສັຽໄປ.7ເມື່ອທ່ານໄດ້ຍິນກຽ່ວກັບການເຮັດເສິກສົງຄາມນັ້ນ ຢ່າສະທ້ານຢ້ານກົວເລີຍ. ເພາະສິ່ງເຫລົ່ານີ້ ຈຳເປັນຕ້ອງ ເກີດຂຶ້ນ ແຕ່ວັນສຸດທ້າຍ ຍັງ ບໍ່ໄດ້ມາເຖິງ.8ເພາະ, ປະຊາຊາດຈະລຸກຂຶ້ນຕໍ່ສູ້ກັບປະຊາຊາດ, ແລະ ຣາຊະອານາຈັກຈະຕໍ່ສູ້ກັບຣາຊະອານາຈັກ. ທັງຈະ ເກີດແຜ່ນດິນ ໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫລົ່ານີ້ເປັນການເລີ້ມຕົ້ນ ຂອງຄວາມທຸກລຳບາກ.9ແຕ່ຈົ່ງລະວັງຕົວທ່ານໃຫ້ດີ. ພວກເຂົາ ຈະມອບພວກເຈົ້າຂຶ້ນສານແລະຈະຖືກຂ້ຽນຕີ ໃນທຳມະສາລາ. ພວກເຈົ້າຈະຢືນຢູ່ຕໍ່ຫນ້າເຈົ້າເມືອງແລະກະສັດເພື່ອທີ່ຈະເປັນພະຍານຕໍ່ພວກເຂົາເພາະເຫັນແກ່ເຮົາ.10ແຕ່ຂ່າວປະເສີດຈຳເປັນຕ້ອງຖືກປະກາດອອກໄປເຖິງຄົນທຸກຊາດກ່ອນ.11ເມື່ອພວກເຂົາຈັບກຸມເຈົ້າແລະມອບຕົວເຈົ້າໄວ້, ຈົ່ງຢ່າກັງວົນວ່າເຈົ້າຈະເວົ້າຫຍັງ ເພາະໃນຊົ່ວໂມງນັ້ນ ຈະມີຖ້ອຍຄຳສົ່ງມາໃຫ້ເຈົ້າຊຶ່ງຄຳເວົ້ານັ້ນ ບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ, ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ.12ອ້າຍນ້ອງຕ່າງຄົນ ກໍຈະມອບກັນ ແລະກັນ ໄວ້ພໍ່ກໍຈະມອບລູກ ແລະ ລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງ ແກ່ຄວາມຕາຍ.13ທຸກຄົນຈະກຽດຊັງພວກເຈົ້າເພາະນາມຂອງເຮົາ, ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະລອດພົ້ນ.”14“ເມື່ອໃດເຈົ້າເຫັນ ສິ່ງທີ່ຫນ້າກຽດຫນ້າຊັງ’ ທີ່ເຮັດໃຫ້ຮົກຮ້າງຫວ່າງເປົ່າ (ພິຈາຣະນາອີກຄັ້ງ) ຕັ້ງຢູ່ໃນທີ່ໆບໍ່ຄວນຈະຕັ້ງໄວ້( ໃຫ້ຜູ້ອ່ານເຂົ້າໃຈເອົາເອງເຖີດ). ຄົນເຫລົ່ານັ້ນທີ່ຢູ່ໃນແຂວງຢູດາຍຈົ່ງຫນີໄປຍັງພູເຂົາ15ຜູ້ທີ່ຢູ່ເທິງຫລັງຄາເຮືອນຢ່າໄດ້ລົງມາແລະເຂົ້າໄປໃນເຮືອນເກັບເອົາສິ່ງຂອງອອກໄປ.16ຜູ້ທີ່ຢູ່ໃນທົ່ງນາກໍຢ່າກັບຄືນມາເອົາເສື້ອຜ້າຂອງຕົນ.17ແຕ່ ວິບັດຈະເກີດຂຶ້ນຕໍ່ຜູ້ຍິງທີ່ຖືພາແລະຄົນທີ່ລຽ້ງລູກອ່ອນກິນນົມຢູ່18ຈົ່ງພາວັນນາອະທິຖານ ເພື່ອວ່າ ເຫດການນີ້ຈະບໍ່ເກີດຂຶ້ນໃນຣະດູຫນາວ.19ເພາະຈະມີຄວາມທຸກລຳບາກຢ່າງຫນັກຫນ່ວງ, ຢ່າງບໍ່ເຄີຍ ມີມາກ່ອນຕັ້ງແຕ່ຕົ້ນເດີມ, ເມື່ອພຣະເຈົ້າຊົງສ້າງໂລກຈົນເຖິງທຸກວັນນີ້, ແລະຈະບໍ່ມີເຫດການເຊັ່ນນີ້ອີກຈັກເທື່ອ.20ຖ້າ ອົງພຣະຜູ້ເປັນເຈົ້າຊົງເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ, ກໍຈະບໍ່ມີ ຜູ້ໃດລອດຊີວິດໄດ້ເລີຍ, ແຕ່ເພາະເຫັນແກ່ພວກທີ່ ພຣະອົງໄດ້ເລືອກໄວ້ແລ້ວນັ້ນພຣະອົງໄດ້ເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ.21ແລ້ວຖ້າໃຜບາງຄົນບອກເຈົ້າທັງຫລາຍ ວ່າ, ‘ເບິ່ງແມ! ພຣະຄຣິດຢູ່ທີ່ນີ້’ຫລືວ່າ‘ເບິ່ງດູ ພຣະອົງຢູ່ທີ່ນັ້ນ’ ຈົ່ງຢ່າເຊື່ອຄຳບອກນັ້ນ.22ເພາະພຣະຄຣິດປອມແລະຜູ້ທຳນວາຍປອມ ຈະປາກົດຕົວອອກມາຈະເຮັດການອັດສະຈັນ, ແລະຫມາຍສຳຄັນຕ່າງໆ ເພື່ອຈະຫລອກລວງ, ແມ່ນວ່າຈະເປັນຜູ້ທີ່ພຣະເຈົ້າຊົງເລືອກໄວ້.23ຈົ່ງຣະວັງຕົວໄວ້ໃຫ້ດີ, ເຮົາໄດ້ບອກເລື່ອງນີ້ແກ່ເຈົ້າທຸກຄົນກ່ອນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ.”24ແຕ່ຫລັງຈາກວັນເວລາແຫ່ງຄວາມທຸກຍາກຄັ້ງຍິ່ງໃຫຍ່ເຫລົ່ານັ້ນ. ດວງອາທິດ ຈະມືດໄປ, ດວງຈັນຈະບໍ່ສ່ອງແສງ,25ດວງດາວຈະຕົກລົງຈາກຟ້າແລະ ຣິດອຳນາດ ທີ່ມີໃນສະຫວັນ ກໍຈະສັ່ນສະທ້ານຫວັ່ນໄຫວ.26ເມື່ອນັ້ນພວກ ເຂົາຈະ ເຫັນ‘ບຸດມະນຸດສະເດັດມາໃນເມກ’ ດ້ວຍຣິດທານຸພາບ ແລະ ພຣະສະຫງ່າຣາສີ ອັນຍິ່ງໃຫຍ່.27ພຣະອົງຈະສົ່ງທູດສະຫວັນຂອງພຣະອົງມາເພື່ອຮວບຮວມເອົາຄົນທັງຫລາຍທີ່ພຣະເຈົ້າຊົງເລືອກໄວ້ດ້ວຍກັນຈາກທິດທັງສີ່, ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ.”28ຈົ່ງຮຽນຮູ້ບົດຮຽນ ຄຳອຸປະມາ ຈາກຕົ້ນຫມາກເດື່ອ. ເມື່ອກິ່ງມັນເລີ້ມແຕກໃບອ່ອນອອກມາ, ເຈົ້າກໍຮູ້ວ່າຣະດູຮ້ອນໃກ້ເຂົ້າມາເເລ້ວ29ໃນທຳນອງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ ເກີດຂຶ້ນ ເຈົ້າກໍຈະຮູ້ວ່າ ພຣະອົງໃກ້ເຂົ້າມາແລ້ວຢູ່ທີ່ຫນ້າປະຕູ.30ເຮົາບອກຄວາມຈິງ, ແກ່ເຈົ້າທັງຫລາຍວ່າ, ຄົນສະໄຫມນີ້ຈະ ຍັງບໍ່ລ່ວງລັບໄປກ່ອນທີ່ ເຫດການເຫລົ່ານີ້ຈະເກີດຂຶ້ນ.31ຟ້າສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປ.32ແຕ່ບໍ່ມີໃຜຮູ້ກຽ່ວກັບວັນຫລື ຊົ່ວໂມງນັ້ນ, ແມ່ນແຕ່ເທວະດາໃນສະຫວັນ ແລະ ພຣະບຸດກໍບໍ່ຮູ້, ຮູ້ແຕ່ພຣະບິດາເຈົ້າອົງດຽວເທົ່ານັ້ນ.33ຈົ່ງຕື່ນຕົວຈົ່ງເຝົ້າຣະວັງຢູ່ເພາະ ເຈົ້າທັງຫລາຍບໍ່ຮູ້ວ່າເວລານັ້ນຈະມາເຖິງເມື່ອໃດ.34ເຊັ່ນດຽວກັບຊາຍຄົນຫນຶ່ງທີ່ອອກເດີນທາງໄປ ເພິ່ນອອກຈາກ ເຮືອນ ຂອງເພິ່ນ ແລະ ໄດ້ມອບຫມາຍໃຫ້ຄົນຮັບໃຊ້ ຮັບຜິດຊອບເຮັດວຽກຂອງໃຜລາວແລະສັ່ງຄົນເຝົ້າຍາມ ເຮືອນໄວ້ໃຫ້ດີ.35ດັ່ງນັ້ນ ຈົ່ງເຝົ້າຣະວັງຕຽມພ້ອມຢູ່, ເພາະ ເຈົ້າທັງຫລາຍ ບໍ່ຮູ້ວ່າເຈົ້າຂອງເຮືອນຈະກັບມາຍາມໃດບໍ່ວ່າ ຈະເປັນຫົວຄໍ່າຫລື ຕອນທ່ຽງຄືນຫລືຕອນໄກ່ຂັນຫລືໃນຕອນເຊົ້າ.36ຖ້າເຂົາມາຢ່າງບໍ່ທັນຮູ້ຕົວກໍຢ່າໃຫ້ເຂົາພົບເຈົ້າທັງຫລາຍ ນອນຫລັບຢູ່.37ເຮົາບອກເຈົ້າເເລະບອກທຸກຄົນວ່າຈົ່ງເຝົ້າຣະວັງຢູ່.”
1ຍັງອີກສອງວັນ ກໍຈະເຖິງເທສະການປັດສະຄາ ແລະ ເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. ພວກຫົວໜ້າປະໂລຫິດ ແລະ ພວກທັມະຈານ ຕ່າງກໍຄິດຫາອຸບາຍຈັບພຣະເຢຊູເຈົ້າ ເພື່ອຈະ ສັງຫານພຣະອົງ.2ຄືພວກເຂົາເວົ້າຕໍ່ກັນ ແລະ ກັນວ່າ, “ພວກເຮົາບໍ່ຕ້ອງເຮັດຍາມເທສະການ, ບໍ່ດັ່ງນັ້ນປະຊາຊົນອາດຈະລຸກຮື້ຂຶ້ນກໍໄດ້.”3ໃນເວລາດຽວກັນນັ້ນພຣະເຢຊູເຈົ້າ ໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດ, ໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ, ກໍມີຍິງຜູ້ຫນຶ່ງໄດ້ມາຫາພຣະອົງ ທັງຖືເຕົ້າຫີນຂາວຊຶ່ງ ບັນຈຸນໍ້າມັນຫອມລາຄາແພງຊະນິດຫນຶ່ງ. ນາງຫັກຄໍເຕົ້ານັ້ນ ແລະ ຖອກນໍ້າມັນຫອມຫົດສົງຫົວພຣະອົງ.4ມີບາງຄົນໃນທີ່ນັ້ນໃຈຮ້າຍ ຈຶ່ງເວົ້າຕໍ່ກັນວ່າ, “ເຫດໃດຈຶ່ງເຮັດໃຫ້ນໍ້າມັນຫອມນີ້ເສັຽໄປລ້າໆ?5ຖ້າຂາຍກໍຄົງໄດ້ກວ່າສາມຮ້ອຍຫລຽນເງິນ, ແລະ ເພື່ອເອົາໄປແຈກໃຫ້ຄົນຍາກຈົນ.” ແລ້ວພວກເຂົາກໍຕຳຫນິຕິຕຽນ ຍິງຜູ້ນີ້.6ແຕ່ພຣະເຢຊູເຈົ້າກ່າວວ່າ, “ປະນາງໄວ້, ພວກເຈົ້າກວນໃຈນາງ ເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ຈົບງາມແກ່ເຮົາ.7ພວກເຈົ້າຈະມີຄົນຍາກຈົນ ຢູ່ກັບພວກເຈົ້າສະເຫມີ, ແລະ ພວກເຈົ້າຊ່ວຍພວກເຂົາຍາມໃດກໍໄດ້, ແຕ່ພວກເຈົ້າຈະບໍ່ມີເຮົາສະເຫມີໄປ.8ນາງເຮັດເທົ່າທີ່ນາງສາມາດເຮັດໄດ້, ນາງຖອກນໍ້າມັນຫອມເຈີມໃສ່ຮ່າງກາຍ ຂອງເຮົາເພື່ອຕຽມການປົງສົບຂອງເຮົາລ່ວງຫນ້າ.9ເຮົາບອກ ພວກເຈົ້າຄວາມຈິງວ່າ ໃນທຸກບ່ອນທົ່ວໂລກ ທີ່ມີການປະກາດຂ່າວປະເສີດ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ເລື່ອງລືກັນໄປ, ເພື່ອເປັນການຣະນຶກເຖິງນາງ.”10ແລ້ວຢູດາອິດສະກາຣີອົດ, ຄົນຫນຶ່ງໃນພວກສາວົກສິບສອງ ຄົນກໍໄດ້ຫນີໄປຫາບັນດາຫົວຫນ້າປະໂລຫິດ, ເພື່ອຈະມອບ ພຣະເຢຊູເຈົ້າໃຫ້ພວກເຂົາ.11ບັນດາຫົວຫນ້າປະໂລຫິດ ດີໃຈ ຫລາຍ ທີ່ໄດ້ຍິນເລື່ອງນີ້ ແລະ ສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດອັນດີເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.12ໃນວັນທີຫນຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ຄື ວັນທີ່ພວກເຂົາ ຂ້າລູກແກະ, ສາວົກຂອງພຣະອົງໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍ ໄປຈັດແຈ່ງອາຫານປັດສະຄາ ສຳລັບທ່ານຢູ່ທີ່ໃດ?”13ພຣະອົງຈຶ່ງໃຊ້ສາວົກສອງຄົນໄປ ແລະ ກ່າວກັບພວກເຂົາວ່າ, “ຈົ່ງເຂົ້າໄປໃນເມືອງ, ແລະ ຈະມີຊາຍຄົນຫນຶ່ງ ແບກໄຫນໍ້າມາພົບພວກເຈົ້າ, ເຈົ້າຈົ່ງຕາມຜູ້ນັ້ນໄປ.14ລາວຈະ ເຂົ້າໄປໃນເຮືອນຫລັງໃດ ຈົ່ງເວົ້າກັບເຈົ້າຂອງເຮືອນນັ້ນວ່າ, ‘ອາຈານຖາມວ່າ, ຫ້ອງພັກຂອງເຮົາ ທີ່ເຮົາຈະກິນອາຫານປັດສະຄາກັບບັນດາສາວົກຂອງເຮົາຢູ່ໃສ?’15ເຈົ້າຂອງເຮືອນ ເຂົາກໍຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງໃຫຍ່ ຢູ່ຊັ້ນເທິງ ທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ. ທີ່ນັ້ນແລ້ວທີ່ໄດ້ຈັດແຈ່ງທຸກສິ່ງຕຣຽມໄວ້ ສຳລັບພວກເຮົາ.”16ສາວົກສອງຈຶ່ງໄດ້ອອກໄປ ແລະ ໄດ້ເຂົ້າໄປໃນເມືອງ. ພວກເພິ່ນໄດ້ພົບຕາມທີ່ພຣະເຢຊູເຈົ້າໄດ້ບອກໄວ້ທຸກປະການ ແລະ ພວກເພິ່ນກໍໄດ້ຈັດແຈ່ງອາຫານສຳລັບປັດສະຄາ.17ເມື່ອເຖິງຕອນຄໍ່າ, ພຣະອົງ ກັບ ພວກສາວົກສິບສອງຄົນກໍໄດ້ເຂົ້າມາ.18ເມື່ອພວກເພິ່ນກຳລັງຮັບປະທານອາຫານເທິງໂຕະ ຢູ່ນັ້ນພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາບອກພວກເຈົ້າຄວາມຈິງວ່າ, ຜູ້ຫນຶ່ງໃນພວກເຈົ້າ ຜູ້ທີ່ຮ່ວມພາເຂົ້າຢູ່ນຳເຮົານີ້ແຫລະ ຈະທໍຣະຍົດ ເຮົາ.”19ພວກສາວົກ ຕ່າງກໍເປັນທຸກໃຈຫລາຍ ແລະ ຖາມ ພຣະອົງເທື່ອລະຄົນວ່າ, “ທ່ານຄົງບໍ່ຫມາຍເຖິງຂ້ານ້ອຍແມ່ນບໍ່?”20ພຣະເຢຊູເຈົ້າຊົງຕອບວ່າ, “ແມ່ນຄົນຫນຶ່ງ ໃນນພວກເຈົ້າ ຈຳນວນສິບສອງຄົນນີ້ແຫລະ ຄືຜູ້ທີ່ເອົາເຂົ້າຈີ່ຈໍ້າຮ່ວມຖ້ວຍດຽວກັນກັບເຮົາ.21ດ້ວຍວ່າ, ບຸດມະນຸດຈະຈາກໄປຕາມທີ່ມີຂຽນໄວ້ໃນພຣະຄັມພີ, ແຕ່ພັຍພິບັດຈະຕົກຖືກຜູ້ທີ່ທໍຣະຍົດບຸດມະນຸດ. ຖ້າຄົນຜູ້ນີ້ບໍ່ເກີດມາກໍເປັນການດີກວ່າ.”22ໃນລະຫວ່າງອາຫານແລງ ຄາບສຸດທ້າຍນັ້ນ, ພຣະເຢຊູເຈົ້າ ໄດ້ ຈັບເອົາເຂົ້າຈີ່ມາໂມທະນາຂອບພຣະຄຸນແລ້ວ, ພຣະເຢຊູເຈົ້າກໍຫັກເຂົ້າຈີ່ນັ້ນ ແລະ ຍື່ນໃຫ້ແກ່ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຖີ້ນນີ້ແຫຼະ ຄືກາຍຂອງເຮົາ.”23ແລ້ວພຣະອົງກໍຈັບເອົາຈອກມາໂມທະນາຂອບພຣະຄຸນ ແລະ ຍື່ນໃຫ້ພວກເພິ່ນ ແລະ ພວກເພິ່ນກໍຮັບດື່ມທຸກຄົນ.24ພຣະເຢຊູເຈົ້າກ່າວວ່າ, “ນີ້ແຫຼະຄື ເລືອດຂອງເຮົາ ແມ່ນເລືອດຂອງພັນທະສັນຍາໃຫມ່ ທີ່ຫລັ່ງໄຫລອອກສຳລັບຄົນທັງຫລາຍ.25ເຮົາບອກພວກເຈົ້າຄວາມຈິງ ວ່າ ເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກຈັກເທື່ອ ຈົນກວ່າເຖິງວັນນັ້ນຄືເຮົາ ຈະດື່ມອັນໃຫມ່ໃນອານາຈັກຂອງພຣະເຈົ້າ.”26ເມື່ອພວກເຂົາໄດ້ຮ້ອງເພງສັນຣະເສີນ ບົດຫນຶ່ງແລ້ວ, ພວກເພິ່ນກໍພາກັນອອກໄປ ທີ່ພູເຂົາຫມາກກອກເທດ.27ພຣະເຢຊູເຈົ້າຊົງກ່າວ ແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປເພາະ ມີຂຽນໄວ້ໃນພຣະຄັມພີວ່າ, ‘ເຮົາຈະປຣະຫານ ຜູ້ລ້ຽງແກະ ແລະ ຝູງແກະຈະແຕກຊະກັນໄປ.’28ແຕ່ຫລັງຈາກເຮົາເປັນຄືນມາ, ເຮົາຈະໄປທີ່ແຂວງຄາລີເລ ກ່ອນຫນ້າພວກເຈົ້າ.”29ເປໂຕເວົ້າວ່າ, “ເຖິງແມ່ນວ່າທຸກຄົນ ຈະປະຖິ້ມທ່ານ ໄປກໍຕາມຂ້ານ້ອຍຈະບໍ່ປະຖິ້ມທ່ານໄປຈັກເທື່ອ.”30ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ, “ເຮົາບອກເຈົ້າຄວາມຈິງວ່າ, ໃນຄືນນີ້ແຫລະ ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກ ເຮົາເຖິງສາມເທື່ອ.”31ແຕ່ເປໂຕໄດ້ຕອບວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ, ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ.” ຝ່າຍສາວົກທຸກຄົນຕ່າງກໍສັນຍາຢ່າງນັ້ນ.32ພວກເຂົາກໍມາຮອດສະຖານທີ່ຫນຶ່ງ ທີ່ເອີ້ນວ່າເຄັດເຊມາເນ, ແລະ ພຣະເຢຊູເຈົ້າໄດ້ກ່າວແກ່ບັນດາສາວົກວ່າ, “ຈົ່ງນັ່ງຢູ່ທີ່ນີ້ ໃນຂະນະທີ່ເຮົາພາວັນນາອະທິຖານ.”33ພຣະອົງໄດ້ພາເປໂຕ, ຢາໂກໂບ, ແລະ ໂຢຮັນ ໄປກັບພຣະອົງ, ແລະ ພຣະອົງກໍໂສກເສົ້າ ແລະ ເປັນທຸກໃນໃຈຫລາຍ34ຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາເປັນທຸກຫນັກ, ແທບຈະຕາຍຢູ່ແລ້ວ. ຈົ່ງເຝົ້າຄອຍ ແລະ ເຝົ້າເບິ່ງຢູ່ທີ່ນີ້ເຖີ້ນ.”35ພຣະເຢຊູເຈົ້າໄດ້ຍ່າງເລີຍໄປໄກຫນ້ອຍຫນຶ່ງ, ກໍໄດ້ຄຸເຂົ່າລົງກັບພື້ນ, ແລ້ວພຣະອົງກໍພາວັນນາອະທິຖານວ່າ, ຖ້າເປັນໄປໄດ້ຂໍໃຫ້ໂມງເວລາແຫ່ງຄວາມທົນທຸກທໍຣະມານນີ້ຜ່ານພົ້ນໄປຈາກພຣະອົງ.36ພຣະອົງອະທິຖານວ່າ, “ພຣະບິດາເຈົ້າເອີຍ, ພຣະບິດາ ຂອງລູກພຣະອົງເຮັດໄດ້ທຸກສິ່ງ. ຂໍໃຫ້ຈອກແຫ່ງຄວາມທົນທຸກທໍຣະມານນີ້ເລື່ອນພົ້ນໄປຈາກລູກຖ້ອນ, ແຕ່ຂໍຢ່າໃຫ້ເປັນໄປຕາມໃຈປາຖນາ ຂອງລູກ, ແຕ່ໃຫ້ເປັນໄປຕາມ ພຣະປະສົງຂອງພຣະອົງດ້ວຍເຖີ້ນ.”37ພຣະອົງກໍກັບຄືນມາ ແລະ ໄດ້ພົບພວກສາວົກກຳລັງນອນ ຫລັບຢູ່, ແລະ ພຣະອົງຊົງກ່າວແກ່ເປໂຕວ່າ, “ຊີໂມນເອີຍ, ເຈົ້າຍັງນອນຫລັບຢູ່ບໍ? ເຈົ້າບໍ່ສາມາດ ເຝົ້າຢູ່ຈັກຊົ່ວໂມງບໍ?”38ຈົ່ງເຝົ້າຣະວັງ ແລະ ພາວັນນາອະທິຖານຢູ່ ເພື່ອຈະບໍ່ຕົກໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍອ່ອນແຮງ.”39ພຣະອົງກັບໄປພາວັນນາອະທິຖານອີກຄັ້ງ ໂດຍກ່າວຖ້ອຍຄຳເຫມືອນເທື່ອກ່ອນ.40ພຣະອົງກັບຄືນມາຫາພວກສາວົກ ແລະ ກໍພົບພວກເພິ່ນ ນອນຫລັບຢູ່, ເພາະພວກເພິ່ນບໍ່ອາດມືນຕາຂຶ້ນໄດ້ເລີຍ ແລະ ບໍ່ຮູ້ວ່າ ຈະເວົ້າຫຍັງ.41ພຣະອົງໄດ້ກັບຄືນມາເທື່ອທີສາມ ພຣະອົງກໍ ກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຍັງພັກຜ່ອນຫລັບນອນຢູ່ບໍ? ພໍສາ ເວລາມາເຖິງແລ້ວ. ເບິ່ງແມ! ບຸດມະນຸດກຳລັງຈະຖືກມອບໄວ້ ໃນກຳມືຂອງຄົນບາບທັງຫລາຍ.42ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ! ຄົນທີ່ມອບເຮົາໄວ້ກໍມາທີ່ນີ້ແລ້ວ.”43ໃນເວລາທີ່ພຣະອົງກ່າວຍັງບໍ່ທັນຂາດຄຳ, ໃນທັນໃດນັ້ນ ຢູດາຜູ້ເປັນສາວົກຄົນຫນຶ່ງ ໃນພວກສາວົກສິບສອງຄົນກໍມາພ້ອມ ກັບປະຊາຊົນຈຳນວນຫລວງຫລາຍ ທັງຖືດາບ, ທັງຖືໄມ້ຄ້ອນ, ຈາກພວກຫົວໜ້າປະໂລຫິດ, ພວກທັມະຈານ ແລະ ພວກອາວຸໂສ ໄດ້ໃຊ້ຄົນເຫລົ່ານີ້ມາ.44ບັດນີ້ຜູ້ທີ່ທໍຣະຍົດຕໍ່ພຣະອົງນັ້ນ ໄດ້ໃຊ້ສັນຍານບອກ ແກ່ພວກເຂົາວ່າ, “ຂ້ອຍຈູບຄຳນັບຜູ້ໃດ, ເພິ່ນກໍແມ່ນຜູ້ນັ້ນແຫລະ, ຈົ່ງຈັບກຸມຕົວເອົາໄປຮັກສາໄວ້ໃຫ້ດີ.”45ພໍຢູດາ ມາຮອດເຂົາກໍຫຍັບເຂົ້າໄປໃກ້ພຣະເຢຊູເຈົ້າທັນທີ ແລະ ເວົ້າຕໍ່ ພຣະອົງວ່າ, “ພຣະອາຈານເອີຍ” ແລ້ວລາວກໍຈູບພຣະອົງ.46ແລ້ວພວກເຂົາຈຶ່ງຄວ້າຈັບພຣະອົງ ແລະ ຈັບກຸມພຣະອົງໄວ້.47ແຕ່ມີຄົນຫນຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນຊັກດາບ ອອກ ຟັນຄົນຮັບໃຊ້ຄົນຫນຶ່ງ ຂອງມະຫາປະໂລຫິດ ຖືກຫູຂາດເບື້ອງຫນຶ່ງ.48ພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກເຂົາວ່າ, “ພວກເຈົ້າຖືດາບຖື ໄມ້ຄ້ອນອອກມາຈັບເຮົາ ເຫມືອນດັ່ງຈັບໂຈນຊັ້ນບໍ?49ທຸກໆ ວັນເມື່ອເຮົາຢູ່ກັບພວກເຈົ້າ ແລະ ໄດ້ສັ່ງສອນໃນພຣະວິຫານ ແລະ ພວກເຈົ້າບໍ່ໄດ້ຈັບເຮົາ. ແຕ່ກ່ຽວກັບເລື່ອງທີ່ເກີດຂຶ້ນນີ້ກໍເພື່ອໃຫ້ ສຳເລັດຕາມທີ່ມີກ່າວໄວ້ໃນພຣະຄັມພີ.”50ແລ້ວພວກສາວົກ ທັງຫມົດກໍປະຖິ້ມພຣະເຢຊູເຈົ້າ ແລະ ແລ່ນຫນີຈາກພຣະອົງໄປ.51ມີຊາຍຫນູ່ມຄົນຫນຶ່ງ, ນຸ່ງພຽງຜ້າປ່ານແຕ່ຜືນດຽວຕາມພຣະເຢຊູເຈົ້າໄປ, ພວກເຂົາໄດ້ຄວ້າຈັບບາຍຊາຍຫນູ່ມນັ້ນ,52ແຕ່ຊາຍນັ້ນໄດ້ປະຜ້າປ່ານຜືນທີ່ນຸ່ງຢູ່ນັ້ນຖິ້ມເສັຽ ແລະ ແລ່ນປົບຫນີໄປຕົວເປົ່າ.53ພວກເຂົາໄດ້ພາພຣະເຢຊູເຈົ້າ ໄປຫາມະຫາປະໂລຫິດ. ບ່ອນທີ່ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່ ແລະ ພວກທັມະຈານ ທັງຫມົດໄດ້ ປະຊຸມກັນຢູ່ທີ່ນັ້ນ.54ບັດນີ້ເປໂຕ ກໍໄດ້ຕິດຕາມ ພຣະເຢຊູເຈົ້າ ໄປໃນໄລຍະຫ່າງໄກພໍສົມຄວນ ແລະ ເຂົ້າໄປໃນເດີ່ນບ້ານຂອງມະຫາປະໂລຫິດແລ້ວ ນັ່ງຝີງໄຟຢູ່ກັບພວກຄົນຍາມ.55ບັດນີ້ພວກຫົວຫນ້າປະໂລຫິດ ແລະ ພວກສະມາຊິກສະພາຊາວຢິວທັງຫມົດໄດ້ຫາຫລັກຖານ ມາຕໍ່ສູ້ພຣະເຢຊູເຈົ້າເພື່ອຫວັງຈະຂ້າພຣະອົງເສັຽ. ແຕ່ຫາຫຍັງບໍ່ໄດ້ເລີຍ.56ດ້ວຍວ່າ, ມີຫລາຍຄົນກ່າວຄຳພະຍານ ຕົວະ ຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາ ຂັດແຍ້ງກັນເອງ.57ມີບາງຄົນຢືນຂຶ້ນ ແລະ ກ່າວຄຳພະຍານຕົວະຕໍ່ສູ້ພຣະອົງວ່າ,58“ພວກເຮົາໄດ້ຍິນລາວເວົ້າວ່າ, ‘ເຮົາຈະມ້າງພຣະວິຫານຫລັງນີ້ ທີ່ສ້າງດ້ວຍມືມະນຸດ ແລະ ຫລັງຈາກສາມວັນເຮົາຈະສ້າງຫລັງໜຶ່ງ ຂຶ້ນໃຫມ່ ທີ່ບໍ່ໄດ້ເຮັດດ້ວຍມືມະນຸດ.’”59ເຖິງປານນັ້ນຄຳພະຍານຂອງພວກເຂົາ ກໍຍັງບໍ່ຖືກຕ້ອງກັນ.60ມະຫາປະໂລຫິດຈຶ່ງໄດ້ລຸກຢືນຂຶ້ນໃນທ່າມກາງທີ່ປະຊຸມ ແລະ ໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າບໍ່ມີຫຍັງ ບໍ ທີ່ຈະແກ້ຄຳກ່າວຫາທີ່ ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າ?”61ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລະ ບໍ່ ຕອບຫຍັງຈັກຄຳ, ແລ້ວມະຫາປະໂລຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ຜູ້ຊົງພຣະກຽດບໍ?”62ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາ; ແລະ ພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງທີ່ເບື້ອງຂວາຂອງພຣະຜູ້ຊົງຣິດອຳນາດຍິ່ງໃຫຍ່ ແລະ ກຳລັງລົງມາເທິງເມກໃນສະຫວັນ.”63ມະຫາປະໂລຫິດ ຜູ້ນັ້ນໄດ້ຈີກເສື້ອລ່າມຂອງຕົນ ແລະ ກ່າວ ສຽງດັງວ່າ, “ພວກເຮົາຍັງຈະຕ້ອງການພະຍານອັນໃດອີກ64ເຈົ້າທັງຫລາຍກໍໄດ້ຍິນ ຄຳເວົ້າຫມິ່ນປະຫມາດພຣະເຈົ້າແລ້ວ ເຈົ້າທັງຫລາຍ ຈະຕັດສິນໃຈຢ່າງໃດ?” ພວກເຂົາໃນທີ່ປະຊຸມທັງໝົດ ຈຶ່ງລົງມະຕິວ່າ, ພຣະເຢຊູເຈົ້າຕ້ອງຖືກໂທດປຣະຫານຊີວິດ.65ມີບາງຄົນໃນພວກເຂົາ ໄດ້ຖົ່ມນໍ້າລາຍໃສ່ ພຣະເຢຊູເຈົ້າ ພວກເຂົາ ເອົາຜ້າມັດຕາພຣະອົງ ແລະ ທຸບຕີພຣະອົງພວກເຂົາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ທວາຍເບິ່ງດູ! ວ່າແມ່ນຜູ້ໃດຕີມຶງຢູ່!” ແລ້ວພວກ ທະຫານຍາມກໍຮັບເອົາພຣະອົງໄປຕົບຕີ ແລະ ເອົາໄມ້ແສ້ຂ້ຽນຕີ ພຣະອົງ.66ຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ, ມີສາວໃຊ້ຄົນ ຫນຶ່ງຂອງມະຫາປະໂລຫິດ.67ເມື່ອນາງໄດ້ເຫັນເປໂຕນັ່ງຝີງໄຟຢູ່ ນາງກໍຈ້ອງຕາເບິ່ງເພິ່ນ ແລະ ທ້ວງວ່າ, “ເຈົ້າກໍເຄີຍໄປມາ ກັບ ເຢຊູ ໄທນາຊາເຣັດຄືກັນ.”68ແຕ່ລາວໄດ້ຕອບປະຕິເສດວ່າ, “ຂ້ອຍ ບໍ່ ຮູ້... ຂ້ອຍ ບໍ່ເຂົ້າໃຈຄຳທີ່ ເຈົ້າໄດ້ ເວົ້ານັ້ນ,” ແລ້ວເປໂຕ ກໍຍ່າງ ອອກໄປທາງປະຕູບ້ານ ແລະ ໄກ່ກໍຂັນ.69ສ່ວນສາວໃຊ້ຜູ້ນັ້ນເຫັນເປໂຕ ຈຶ່ງເວົ້າຕໍ່ຄົນທີ່ຢືນຢູ່ໃນທີ່ນັ້ນອີກວ່າ, “ຄົນນີ້ແຫລະ ເປັນຜູ້ຫນຶ່ງໃນພວກເຂົາ.”70ແຕ່ເປໂຕ ໄດ້ປະຕິເສດອີກ. ຫລັງຈາກນັ້ນ, ຄົນທີ່ຢືນຢູ່ໃນທີ່ນັ້ນກໍເວົ້າຕໍ່ເປໂຕ ວ່າ, “ແມ່ນແທ້ແລ້ວ ເຈົ້າເປັນຜູ້ຫນຶ່ງໃນພວກນັ້ນ ເພາະເຈົ້າເປັນຄົນ ຄາລີເລເຫມືອນກັນ.”71ແລ້ວເຂົາກໍເລີ່ມປ້ອຍດ່າສາບແຊ່ງຕົວເອງ ແລະ ສາບານວ່າ, “ຂ້ອຍບໍ່ຮູ້ຈັກຄົນທີ່ພວກເຈົ້າເວົ້າເຖິງນັ້ນ.”72ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ. ແລ້ວເປໂຕຈຶ່ງຈື່ໄດ້ໃນຄຳທີ່ພຣະເຢຊູເຈົ້າ ໄດ້ກ່າວແກ່ຕົນວ່າ, “ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດ ວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ.” ເມື່ອຫວນຄິດໄດ້ເຂົາຈຶ່ງຮ້ອງໄຫ້ຮໍ່າໄຮ.
1ພໍຮຸ່ງເຊົ້າມາ, ບັນດາຫົວຫນ້າປະໂລຫິດ ໄດ້ພົບກັບພວກຜູ້ອາວຸໂສ ແລະ ພວກທັມະຈານ ແລະ ບັນດາສະມາຊິກສະພາຊາວຢິວທັງຫມົດໄດ້ປຶກສາຫາລືກັນ. ແລ້ວພວກເຂົາໄດ້ມັດ ພຣະເຢຊູເຈົ້າ ແລະ ນຳພາພຣະອົງໄປມອບໃຫ້ປີລາດ.2ສ່ວນປີລາດ ກໍໄດ້ຖາມ ພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານເວົ້ານັ້ນຖືກແລ້ວ.”3ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ.4ປີລາດຈຶ່ງໄດ້ຖາມພຣະອົງອີກຄັ້ງວ່າ, “ເຈົ້າບໍ່ຕອບຈັກຄຳບໍ? ເບິ່ງແມ! ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍເລື່ອງ!”5ແຕ່ ພຣະເຢຊູເຈົ້າ ບໍ່ຕອບຈັກຄຳຈົນປີລາດປະຫລາດໃຈ.6ບັດນີ້ໃນເທສະການປັດສະຄາ, ຕາມປົກະຕິແລ້ວປີລາດຈະ ປ່ອຍນັກໂທດ ຄົນຫນຶ່ງໃຫ້ເປັນອິສຣະ, ຕາມທີ່ປະຊາຊົນໄດ້ຂໍຮ້ອງ.7ມີຊາຍຄົນຫນຶ່ງຊື່ວ່າ ບາຣາບາ, ທີ່ຖືກຂັງຄຸກຮ່ວມກັບ ພວກກະບົດທີ່ໄດ້ຂ້າຄົນ ເນື່ອງຈາກການກະບົດນັ້ນ.8ປະຊາຊົນ ໄດ້ໄປຫາປີລາດ ແລະ ຕັ້ງຕົ້ນຖາມເພິ່ນ ເພື່ອເຮັດຕາມທີ່ເຄີຍໄດ້ປະຕິບັດມາ.9ປີລາດຈຶ່ງໄດ້ຕອບພວກເຂົາວ່າ, “ພວກທ່ານຢາກໃຫ້ ຂ້າພຣະເຈົ້າປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?”10ເພາະປີລາດ ຮູ້ດີວ່າການ ທີ່ພວກຫົວຫນ້າປະໂລຫິດ ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະຄວາມອິດສາ.11ແຕ່ພວກຫົວຫນ້າປະໂລຫິດ ໄດ້ຍຸຍົງປະຊາຊົນ ເພື່ອຮ້ອງໄຫ້ປີລາດ ປ່ອຍບາຣາບາແທນ ພຣະເຢຊູເຈົ້າ.12ປີລາດ ໄດ້ຕອບພວກເຂົາອີກວ່າ, “ດັ່ງນັ້ນແລ້ວ ພວກທ່ານ ຢາກໃຫ້ຂ້າພຣະເຈົ້າເຮັດຢ່າງໃດກັບ ກະສັດຂອງຊາວຢິວ?”13ພວກເຂົາໄດ້ຮ້ອງຕອບຂຶ້ນວ່າ, “ຄຶງເຂົາໄວ້ທີ່ໄມ້ກາງແຂນ!”14ປີລາດຈຶ່ງໄດ້ຖາມພວກເຂົາວ່າ, “ຊາຍຜູ້ນີ້ໄດ້ເຮັດຜິດຫຍັງ?” ແຕ່ພວກເຂົາຊໍ້າພັດຮ້ອງແຮງຍິ່ງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.”15ປີລາດຕ້ອງການເອົາໃຈປະຊາຊົນ, ເພິ່ນຈຶ່ງໄດ້ປ່ອຍບາຣາບາ ໃຫ້ພວກເຂົາ. ເມື່ອເພິ່ນໄດ້ສັ່ງໃຫ້ເຂົາຂ້ຽນຕີ ພຣະເຢຊູເຈົ້າ ແລະແລ້ວກໍມອບພຣະອົງ ໃຫ້ຖືກຄຶງໄວ້ທີ່ໄມ້ກາງແຂນ.16ພວກທະຫານໄດ້ນຳເອົາພຣະເຢຊູເຈົ້າ ເຂົ້າໄປໃນເດີ່ນບ້ານ (ຊຶ່ງແມ່ນສຳນັກງານໃຫຍ່ຂອງຣັຖະບານ), ແລະ ພວກເຂົາກໍເອີ້ນກອງທັບທະຫານທັງຫມົດມາກັນໃນທີ່ນັ້ນ.17ພວກເຂົາໄດ້ເອົາເສື້ອສີມ່ວງມາໃຫ້, ແລະ ເອົາເຄືອຫນາມຖັກເປັນໂຄ້ງແທນ ມົງກຸດມາສຸບໃສ່ຫົວຂອງພຣະອົງ.18ພວກເຂົາກໍຕັ້ງຕົ້ນ ຄຳນັບແບບເຢາະເຢີ້ຍພຣະອົງໂດຍກ່າວວ່າ, “ກະສັດແຫ່ງຊາດຢິວເອີຍ, ຈົ່ງຊົງພຣະຈະເຣີນເຖີ້ນ!”19ພວກເຂົາໃຊ້ໄມ້ອໍ້ຕີຫົວພຣະອົງ ແລະ ຖົ່ມນໍ້າລາຍໃສ່ຫນ້າ ພຣະອົງ ແລະ ຄຸເຂົ່າຂາບລົງທຳທ່າຄຳນັບພຣະອົງ.20ເມື່ອເຢາະເຢີ້ຍພຣະອົງສົມໃຈແລ້ວ. ພວກເຂົາຈຶ່ງແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງມານຸ່ງໃຫ້ຄືນ, ແລ້ວນຳພຣະອົງອອກໄປ ເພື່ອຄຶງໄວ້ທີ່ໄມ້ກາງແຂນ.21ເມື່ອ ໄປຕາມທາງນັ້ນ ພວກເຂົາ ບັງຄັບໃຫ້ຊາຍຄົນຫນຶ່ງທີ່ຍ່າງຜ່ານມາ ຊຶ່ງກຳລັງມາແຕ່ບ້ານນອກ ໃຫ້ແບກໄມ້ກາງແຂນຂອງພຣະເຢຊູເຈົ້າ. ຊາຍຄົນນີ້ ຊື່ວ່າຊີໂມນ ໄທ ກີເຣເນເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ.22ພວກທະຫານໄດ້ພາພຣະເຢຊູເຈົ້າໄປສະຖານທີ່ຫນຶ່ງ ທີ່ຄົນເອີ້ນວ່າໂຄລະໂຄທາ (ຊຶ່ງແປຄວາມຫມາຍວ່າ, “ບ່ອນກະໂຫລກຫົວ.”)23ພວກເຂົາໄດ້ເອົາເຫລົ້າອະງຸ່ນ ປົນກັບເຄື່ອງຢາຊະນິດຫນຶ່ງ ໃຫ້ພຣະອົງດື່ມ, ແຕ່ພຣະອົງບໍ່ຍອມດື່ມ.24ພວກເຂົາໄດ້ຄຶງ ພຣະອົງໃສ່ໄມ້ກາງແຂນໄວ້ແລ້ວ ພວກເຂົາກໍເອົາເຄື່ອງນຸ່ງຂອງພຣະອົງມາຈົກສະຫລາກ ແບ່ງປັນກັນເພື່ອຈະຮູ້ວ່າຜູ້ໃດຈະໄດ້ຜືນໃດ.25ເປັນຊົ່ວໂມງທີ່ສາມທີ່ ພວກເຂົາຄຶງພຣະອົງທີ່ໄມ້ກາງແຂນ.26ເທິງແຜ່ນປ້າຍ ພວກເຂົາຂຽນຂໍ້ຄວາມຕໍ່ຕ້ານກ່າວຫາພຣະອົງວ່າ, “ກະສັດຂອງຊາດຢິວ.”27ພວກເຂົາ ຍັງໄດ້ຄຶງນັກໂທດຂີ້ລັກສອງຄົນ ພ້ອມກັບພຣະອົງ ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍອີກຄົນຫນຶ່ງ.28ຕ້ອງສຳເລັດຕາມພຣະຄັມພີທີ່ຂຽນໄວ້ວ່າ"ເພິ່ນຖືກນັບເຂົ້າກັບຄາຕະກອນ".29ປະຊາຊົນຜູ້ທີ່ຜ່ານໄປມາ ຕ່າງກໍເວົ້າຫມິ່ນປະຫມາດ, ດູຖູກ ພຣະອົງ, ທັງສັ່ນຫົວ ແລະ ກ່າວວ່າ, “ເຮີຍ! ເຈົ້າຜູ້ທີ່ມ້າງ ພຣະວິຫານ ແລະ ຈະສ້າງຂຶ້ນໃຫມ່ໃນສາມວັນ,30ຈົ່ງຊ່ວຍຕົນເອງໃຫ້ ພົ້ນແມ ແລະ ຈົ່ງລົງມາຈາກໄມ້ກາງແຂນແມ!”31ໃນທຳນອງດຽວກັນ ພວກຫົວຫນ້າປະໂລຫິດ ກັບພວກ ທັມະຈານ ກໍໄດ້ພາກັນເຢາະເຢີ້ຍພຣະອົງ ໃນທ່າມກາງພວກເຂົາເອງ ເຫມືອນກັນໂດຍເວົ້າວ່າ, “ມັນຊ່ວຍຜູ້ອື່ນໃຫ້ພົ້ນໄດ້, ແຕ່ຊ່ວຍ ຕົນເອງບໍ່ໄດ້.32ຂໍໃຫ້ພຣະຄຣິດ, ກະສັດຂອງຊາດ ອິສະຣາເອນ, ລົງມາຈາກໄມ້ກາງແຂນດຽວນີ້ເທາະ, ເພື່ອພວກເຮົາ ຈະໄດ້ເຫັນ ແລະ ໄດ້ເຊື່ອ.” ສ່ວນສອງຄົນນັ້ນ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ ພ້ອມກັບພຣະເຢຊູເຈົ້າ ກໍເວົ້າຫມິ່ນປະຫມາດ ພຣະອົງເຫມືອນກັນ.33ໃນເວລາຊົ່ວໂມງທີຫົກ, ທົ່ວແຜ່ນດິນກໍບັງເກີດມີຄວາມມືດ ຈົນເຖິງຊົ່ວໂມງທີ່ເກົ້າ.34ເວລາຊົ່ວໂມງທີ່ເກົ້າ ພຣະເຢຊູເຈົ້າກໍຮ້ອງດ້ວຍສຽງອັນດັງວ່າ, “ເອໂລອີ, ເອໂລອີ, ແລມາ, ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສັຽ?”35ບາງຄົນໃນ ປະຊາຊົນທີ່ຢືນຢູ່ໃນທີ່ນັ້ນໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ເບິ່ງແມ! ມັນ ຮ້ອງຫາເອລີຢາ.”36ມີຄົນຫນຶ່ງແລ່ນໄປ, ເອົາຟອງນໍ້າຈຸ່ມເຫລົ້າອະງຸ່ນສົ້ມ ແລະ ສຽບໃສ່ປາຍໄມ້ອໍ້ ແລ້ວຍື່ນຂຶ້ນໃຫ້ພຣະອົງດື່ມ ແລະ ເວົ້າວ່າ, “ໃຫ້ພວກເຮົາໄດ້ເບິ່ງເອລີຢາ ຈະມາຊ່ວຍມັນລົງຈາກໄມ້ກາງແຂນ".37ເມື່ອພຣະເຢຊູເຈົ້າ ຮ້ອງສຽງດັງແລ້ວກໍສິ້ນລົມຫາຍໃຈ ແລະ ຕາຍ.38ໃນຂະນະນັ້ນຜ້າກັ້ງໃນພຣະວິຫານ ໄດ້ຈີກອອກເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ.39ເມື່ອນາຍທະຫານ ຜູ້ທີ່ຢືນຢູ່ ແລະ ສ່ອງຫນ້າ ພຣະເຢຊູເຈົ້າ ໄດ້ເຫັນພຣະອົງຕາຍໄປຢ່າງໃດ ລາວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານ ຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ.”40ໃນທີ່ນັ້ນມີພວກແມ່ຍິງບາງຄົນທີ່ຄອຍເບິ່ງຢູ່ຫ່າງໆ ໃນພວກເຂົານັ້ນມີ: ມາຣີ ໄທມັກດາລາ, ມາຣີ (ແມ່ຂອງຢາໂກໂບ ຜູ້ນ້ອງ ແລະ ຂອງໂຢເຊກັບນາງ ຊາໂລເມ).41ຍິງເຫລົ່ານີ້ໄດ້ຕິດຕາມ ແລະ ບົວຣະບັດ ພຣະເຢຊູເຈົ້າ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລ ແລະ ກໍຍັງມີຍິງຄົນອື່ນອີກຫລາຍຄົນ ທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມ ກັບພຣະອົງກໍຢູ່ທີ່ນັ້ນເຫມືອນກັນ.42ເມື່ອເຖິງເວລາຄໍ່າແລ້ວ, ເນື່ອງຈາກວ່າ ວັນນັ້ນເປັນວັນຈັດຕຣຽມ, ຊຶ່ງວ່າ, ເປັນວັນກ່ອນເຖິງວັນສະບາໂຕ,43ໂຢເຊັບ ໄທ ອາຣີມາທາຍໄດ້ມາທີ່ນັ້ນ. ເພິ່ນເປັນສະມາຊິກສະພາສູງສຸດ ທີ່ມີກຽດຄົນຫນຶ່ງ, ເປັນຜູ້ທີ່ລໍຄອຍ ຖ້າການມາປາກົດ ແຫ່ງອານາຈັກຂອງພຣະເຈົ້າ. ເພິ່ນກ້າເຂົ້າໄປພົບປີລາດ ເພື່ອຂໍພຣະສົບຂອງພຣະເຢຊູເຈົ້າ.44ແຕ່ປີລາດປະຫລາດໃຈຫລາຍ ທີ່ໄດ້ຍິນວ່າ ພຣະອົງໄດ້ຕາຍແລ້ວ; ສະນັ້ນເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຫາ ແລະ ຖາມວ່າພຣະອົງໄດ້ຕາຍດົນນານປານໃດແລ້ວ.45ເມື່ອປີລາດໄດ້ຮູ້ຈາກນາຍທະຫານ ວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ, ເພິ່ນກໍໄດ້ມອບພຣະສົບຂອງພຣະເຢຊູເຈົ້າໃຫ້ແກ່ໂຢເຊັບ.46ໂຢເຊັບໄດ້ຊື້ຜ້າປ່ານແລ້ວ. ລາວໄດ້ເອົາພຣະສົບລົງມາຈາກໄມ້ກາງແຂນ, ໃຊ້ຜ້າປ່ານນັ້ນຫໍ່ພຣະສົບ ແລະ ນຳໄປວາງໄວ້ໃນອຸໂມງຫີນທີ່ສະກັດແລ້ວ ແລະ ເພິ່ນກໍກື່ງກ້ອນຫີນໃຫຍ່ ອັດປາກອຸໂມງໄວ້.47ສ່ວນມາຣີໄທມັກດາລາ ແລະ ມາຣີແມ່ຂອງໂຢເຊ ກໍຢູ່ທີ່ນັ້ນ ໄດ້ເຫັນບ່ອນທີ່ໄວ້ພຣະສົບຂອງພຣະເຢຊູເຈົ້າ.
1ເມື່ອວັນສະບາໂຕຜ່ານພົ້ນໄປແລ້ວ, ມາຣີ ໄທມັກດາລາ ແລະ ມາຣີແມ່ຂອງຢາໂກໂບ, ແລະ ນາງຊາໂລເມ ກໍຊື້ເຄື່ອງຫອມ ເພື່ອເອົາ ໄປຫົດສົງພຣະສົບຂອງພຣະເຢຊູເຈົ້າ.2ຕັ້ງແຕ່ຕອນເຊົ້າວັນທຳອິດຂອງອາທິດ, ພໍຕາເວັນຂຶ້ນ ພວກນາງກໍໄປເຖິງອຸໂມງນັ້ນ.3ພວກນາງຖາມກັນວ່າ, “ແມ່ນຜູ້ໃດຈະກິ້ງກ້ອນຫີນນັ້ນອອກຈາກປາກອຸໂມງໃຫ້ພວກເຮົາ?”4ພໍເມື່ອ ພວກນາງແນມເບິ່ງກໍ ເຫັນວ່າຫີນກ້ອນໃຫຍ່ນັ້ນ ຖືກກິ້ງອອກໄປແລ້ວ, ເພາະເປັນຫີນກ້ອນໃຫຍ່ຫລາຍ.5ພວກນາງເຂົ້າໄດ້ໄປໃນອຸໂມງ ແລະ ກໍໄດ້ເຫັນຊາຍໜຸ່ມຜູ້ຫນຶ່ງ ນຸ່ງເສື້ອລ່າມສີຂາວ, ນັ່ງຢູ່ເບື້ອງຂວາ, ແລະ ພວກນາງກໍມີຄວາມສະທ້ານຢ້ານກົວຕົກໃຈຫລາຍ.6ເພິ່ນກ່າວແກ່ພວກນາງວ່າ, “ຢ່າສູ່ຕົກໃຈເລີຍ. ພວກເຈົ້າມາຊອກຫາ ເຢຊູ, ໄທນາຊາເຣັດ, ຜູ້ ຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະອົງເປັນຄືນມາແລ້ວ! ພຣະອົງບໍ່ໄດ້ຢູ່ທີ່ນີ້. ເບິ່ງບ່ອນພວກເຂົາໄດ້ວາງພຣະສົບຂອງພຣະອົງໄວ້.7ແຕ່ຈົ່ງໄປ, ບອກພວກສາວົກຂອງພຣະອົງ ແລະ ເປໂຕດ້ວຍວ່າ, ‘ພຣະອົງ ຈະໄປທີ່ແຂວງຄາລີເລ ກ່ອນພວກເຈົ້າທັງຫລາຍ. ໃນທີ່ນັ້ນແຫລະເຈົ້າທັງຫລາຍຈະເຫັນພຣະອົງ, ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.’”8ພວກນາງ ຟ້າວແລ່ນອອກໄປຈາກອຸໂມງນັ້ນ; ພວກເຂົາທັງວຸ້ນວາຍສັບສົນ ຕົວສັ່ນເຊັນ ແລະ ຫວາດກົວ. ພວກນາງບໍ່ໄດ້ບອກ ເລື່ອງນີ້ສູ່ຜູ້ໃດຟັງເພາະຢ້ານຫລາຍ.9ເມື່ອຮຸ່ງເຊົ້າວັນທຳອິດຂອງອາທິດ, ຫລັງຈາກພຣະເຢຊູເຈົ້າ ເປັນຄືນມາຈາກຕາຍແລ້ວ, ພຣະອົງໄດ້ປາກົດແກ່ນາງ ມາຣີ ໄທ ມັກດາລາເປັນຜູ້ທຳອິດ, ຄືຜູ້ທີ່ພຣະອົງຊົງໄດ້ຂັບໄລ່ ຜີມານຮ້າຍ ເຈັດໂຕອອກນັ້ນ.10ນາງຈຶ່ງໄປບອກພວກທີ່ເຄີຍ ຢູ່ກັບພຣະອົງ, ໃນຂະນະທີ່ພວກເຂົາ ກຳລັງໄວ້ທຸກ ແລະ ຮ້ອງໄຫ້ຢູ່,11ພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າຊົງມີຊີວິດຢູ່ ແລະ ທັງໄດ້ຍິນນາງເວົ້າວ່າ ຕົນໄດ້ເຫັນພຣະອົງດ້ວຍ, ແຕ່ພວກເຂົາກໍບໍ່ໄດ້ເຊື່ອ.12ຫລັງຈາກນັ້ນ, ແລ້ວພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະ ຫນຶ່ງທີ່ແຕກຕ່າງ ແກ່ສາວົກສອງຄົນ, ໃນຂະນະທີ່ພວກເພິ່ນກຳລັງເດີນທາງອອກໄປບ້ານນອກ.13ພວກເພິ່ນທັງສອງໄດ້ກັບຄືນ ມາບອກສາວົກຄົນອື່ນໆ, ແຕ່ພວກສາວົກກໍຍັງບໍ່ເຊື່ອ.14ພາຍລຸນມາ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນ ໃນຂະນະທີ່ ພວກເພິ່ນກຳລັງກິນເຂົ້າຢູ່, ແລະ ພຣະອົງໄດ້ຕຳຫນິຕິຕຽນພວກເຂົາທີ່ເຊື່ອ ແລະ ມີຫົວໃຈທີ່ແຂງກະດ້າງ, ເພາະພວກເຂົາບໍ່ເຊື່ອ ພວກຄົນທີ່ໄດ້ເຫັນພຣະອົງໄດ້ຄືນພຣະຊົນຈາກຄວາມຕາຍ.15ພຣະອົງກໍໄດ້ສັ່ງພວກເພິ່ນວ່າ, “ເຈົ້າທັງຫລາຍຈົ່ງອອກໄປ ທົ່ວໂລກ, ແລະ ເທສະຫນາຂ່າວປະເສີດ ໃຫ້ແກ່ມະນຸດທີ່ພຣະອົງຊົງສ້າງທັງຫມົດ.16ຜູ້ທີ່ເຊື່ອ ແລະ ຮັບບັບຕິສະມາຈະໄດ້ພົ້ນຜູ້ທີ່ບໍ່ ເຊື່ອຈະຖືກໂທດ.17ຫມາຍສຳຄັນເຫລົ່ານີ້ ຈະຕິດຕາມຄົນທີ່ເຊື່ອຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ ໃນນາມຂອງເຮົາ. ພວກເຂົາຈະເວົ້າພາສາໃຫມ່ໄດ້,18ພວກເຂົາຈະຈັບງູດ້ວຍມືຂອງພວກເຂົາ, ແລະ ຖ້າພວກເຂົາດື່ມຂອງມີພິດ, ກໍຈະບໍ່ເປັນອັນຕະຣາຍແກ່ພວກເຂົາ. ເມື່ອ ພວກເຂົາວາງມືໃສ່ຄົນເຈັບປ່ວຍ ແລະ ພວກເຂົານັ້ນກໍຈະຫາຍດີ.”19ຫລັງຈາກອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຂົາ, ແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ແລະ ປະທັບນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ.20ພວກສາວົກເຫລົ່ານັ້ນກໍອອກໄປປະກາດ ຂ່າວປະເສີດທົ່ວທຸກທີ່ທຸກບ່ອນ, ໃນຂະນະອົງພຣະຜູ້ປັນເຈົ້າ ໄດ້ຮ່ວມງານກັບພວກເພິ່ນ ແລະ ໄດ້ຢັ້ງຢືນໃຫ້ເຫັນວ່າການປະກາດຂ່າວປະເສີດຂອງພວກເພິ່ນ ເປັນຄວາມຈິງແທ້ ດ້ວຍຫມາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ໄດ້ເກີດຂຶ້ນກັບພວກເພິ່ນ.
1ມີຫລາຍຄົນພະຍາຍາມຮຽບຮຽງເລື່ອງເຫດການຕ່າງໆ ທີ່ເກີດຂື້ນທ່າມກາງພວກເຮົາ,2ເມື່ອພວກເຂົາໄດ້ມອບສິ່ງເຫລົ່ານີ້ໃຫ້ແກ່ເຮົາ, ຊຶ່ງເປັນຜູ້ທີ່ເປັນພະຍານດ້ວຍຕາ ແລະ ຜູ້ຮັບໃຊ້ສຳຄັນມາຕັ້ງແຕ່ຕົ້ນ.3ສຳລັບຕົວຂ້າພະເຈົ້າເອງເຫັນວ່າເປັນການດີ - ທີ່ຈະໄດ້ມີການສືບສວນ ເຫດການທຸກຢ່າງທີ່ມີມາແຕ່ຕົ້ນຢ່າງຖືກຕ້ອງ - ເພື່ອທີ່ຈະໄດ້ຂຽນເລື່ອງລາວໄດ້ຢ່າງເປັນລະບຽບເພື່ອທ່ານ, ຢ່າງດີທີ່ສຸດໃຫ້ທ່ານເທໂອຟີໂລ.4ເພື່ອວ່າທ່ານຈະໄດ້ຮູ້ຄວາມຈິງກ່ຽວກັບເລື່ອງເຫລົ່ານັ້ນ ສິ່ງທີ່ທ່ານໄດ້ຮັບການສອນ.5ໃນຣາຊະການຂອງເຮໂຣດ, ກະສັດເມືອງຢູດາຍ, ມີປະໂຣຫິດຕົນຫນຶ່ງຊື່ເຊກາຣີຢາ, ຈາກກອງອາບີຢາ. ພັນຣະຍາຂອງເຊກາຣີຢາ ຈາກລູກສາວຂອງອາໂຣນ, ແລະ ນາງຊື່ເອລີຊາເບັດ.6ພວກເຂົາທັງສອງເປັນຄົນຊອບທັມຕໍ່ພຣະພັກພຣະເຈົ້າ, ທັງສອງເຊື່ອຟັງຕາມຄຳສັ່ງ ແລະ ຂໍ້ບັນຍັດທຸກຂໍ້ຂອງອົງພຣະຜູ້ເປັນເຈົ້າ.7ແຕ່ພວກເຂົາບໍ່ມີລູກ, ເພາະເອລີຊາເບັດເປັນຍິງຫມັນ, ແລະ ເຂົາທັງສອງກໍແກ່ຊະຣາຫລາຍແລ້ວໃນເວລານັ້ນ.8ເມື່ອເຖິງຜຽນທີ່ເຊກາຣີຢາຕ້ອງປະຕິບັດຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເຊິ່ງເປັນການປະຕິບັດຫນ້າທີ່ເປັນປະໂຣຫິດຕາມຄວາມຮັບຜິດຊອບຂອງເພິ່ນ.9ຕາມທຳນຽມຂອງການເລືອກປະໂຣຫິດໃນການປະຕິບັດຮັບໃຊ້, ທ່ານຖືກເລືອກດ້ວຍການຈົກສະຫລາກ ໃຫ້ເຂົ້າໄປໃນພຣະວິຫານຂອງອົງພຣະຜູ້ເປັນເຈົ້າເພື່ອເຜົາເຄື່ອງຫອມບູຊາ.10ສ່ວນພົນລະເມືອງທັງຫມົດກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ.11ເວລານັ້ນມີເທວະດາຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເພິ່ນ ແລະ ຢືນຢູ່ເບື້ອງຂວາມືຂອງແທ່ນເຜົາເຄື່ອງຫອມບູຊານັ້ນ.12ເມື່ອເຊກາຣີຢາໄດ້ເຫັນເພິ່ນ, ກໍຕົກໃຈແລະ ຮູ້ສຶກຢ້ານເທວະດາຕົນນັ້ນ.13ແຕ່ເທວະດາຕົນນັ້ນໄດ້ບອກກັບເພິ່ນວ່າ, “ຢ່າຊູ່ຢ້ານ, ເຊກາຣີຢາເອີຍ, ເພາະພຣະເຈົ້າຟັງຄຳອ້ອນວອນຂອງທ່ານແລ້ວ. ນາງເອລີຊາເບັດ ພັນຣະຍາຂອງທ່ານຈະປະສູດບຸດຊາຍໃຫ້ທ່ານຄົນຫນຶ່ງ, ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າ ໂຢຮັນ.14ທ່ານຈະມີຄວາມຊົມຊື່ນຍິນດີ, ແລະ ມີຄວາມສຸກ ແລະ ມີຄົນຈຳນວນຫລາຍຈະຊື່ນຊົມຍິນດີເພາະການກຳເນີດຂອງເພິ່ນ.15ເພາະວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ. ເພິ່ນຈະບໍ່ດື່ມເຫລົ້າແວງ ຫລື ເຫລົ້າປຸກຢ່າງໃດ, ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານບໍຣິສຸດຕັ້ງແຕ່ມາຈາກທ້ອງຂອງມານດາ.16ມີປະຊາຊົນອິສຣາເອນຫລາຍຄົນ ຈະກັບຄືນມາຫາພຣະຜູ້ເປັນເຈົ້າຂອງພວກເຂົາ.17ເພິ່ນຈະອອກກ່ອນຫນ້າພຣະອົງໂດຍພຣະວິນຍານ ແລະ ຣິດເດດຂອງເອລີຢາ. ເພິ່ນຈະໃຫ້ບັນດາພໍ່ກັບຄືນດີກັບລູກ ແລະເພື່ອໃຫ້ບັນດາຄົນທີ່ດື້ດ້ານຈະເດີນໃນສະຕິປັນຍາຂອງຄົນຊອບທັມ - ເພື່ອຈັດຕຽມພົນລະເມືອງໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”18เຊກາຣີຢາໄດ້ທູນຕໍ່ເທວະດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງໃດ? ເພາະຂ້ານ້ອຍກໍເຖົ້າແລ້ວ ແລະ ພັນຣະຍາຂອງຂ້ານ້ອຍກໍເຖົ້າແກ່ຫລາຍແລ້ວເຊັ່ນກັນ.”19ຝ່າຍເທວະດາຕົນນັ້ນຈິ່ງຕອບ ແລະ ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບຣີເອນ, ຊຶ່ງຢືນຢູ່ຕໍ່ພຣະພັກພຣະເຈົ້າ. ເຮົາຖືກໃຊ້ມາເພື່ອບອກທ່ານ, ເຖິງຂ່າວດີນີ້.20ເບິ່ງແມ! ທ່ານຈະເປັນຄົນໃບ້, ປາກບໍ່ໄດ້, ຈົນເຖິງວັນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາ, ທີ່ຈະສຳເລັດຕາມກຳນົດເວລາທີ່ຖືກຕ້ອງນັ້ນ.”21ປະຊາຊົນກຳລັງລໍຄອຍຖ້າເຊກາຣີຢາ. ພວກເຂົາໄດ້ປະຫລາດໃຈ ເພາະເພິ່ນໄດ້ໃຊ້ເວລາຢູ່ໃນພຣະວິຫານເປັນເວລານານ.22ແຕ່ເມື່ອເຊກາຣີຢາອອກມາ, ເພິ່ນບໍ່ສາມາດເວົ້ານຳພວກເຂົາໄດ້. ພວກເຂົາຈິ່ງສັງເກດຮູ້ວ່າເພິ່ນໄດ້ເຫັນນິມິດໃນຂະນະທີ່ ເພິ່ນຢູ່ໃນພຣະວິຫານນັ້ນ. ເພິ່ນໄດ້ສະແດງທ່າທີພາສາໃບ້ຕໍ່ພວກເຂົາ ແລະ ຍັງຄົງມິດງຽບຢູ່.23ຈົນເຖິງຫມົດເວລາບົວຣະບັດຂອງເພິ່ນ ແລ້ວເພິ່ນຈິ່ງໄດ້ກັບໄປບ້ານຂອງຕົນ.24ຫລັງຈາກວັນນັ້ນ, ເອລີຊາເບັດພັນຣະຍາຂອງເພິ່ນກໍມີທ້ອງ ແລະນາງຈິ່ງໄປລີ້ຕົວຢູ່ເປັນເວລາຫ້າເດືອນ. ນາງໄດ້ເວົ້າວ່າ,25“ນີ້ເປັນສິ່ງທີ່ພຣະເຈົ້າໄດ້ຊົງເຮັດແກ່ຂ້ານ້ອຍ ເມື່ອຊົງເບິ່ງຂ້ານ້ອຍດ້ວຍຄວາມຊື່ນຊົມ ເພື່ອຊົງຍົກຄວາມອັບອາຍຂອງຂ້ານ້ອຍ ຕໍ່ຫນ້າຄົນທັງຫລາຍອອກໄປເສຍ.”26ໃນເດືອນທີຫົກ, ພຣະເຈົ້າໄດ້ສົ່ງເທວະດາຄັບຣີເອນຂອງພຣະອົງ ມາຍັງເມືອງຫນຶ່ງໃນແຂວງຄາລີເລຊື່ ນາຊາເຣັດ,27ມາຫາຍິງພົມມະຈາຣີຄົນຫນຶ່ງ ຊຶ່ງເປັນຄູ່ຫມັ້ນຂອງຊາຍຄົນຫນຶ່ງຊື່ໂຢເຊັບ. ຜູ້ທີ່ເປັນເຊື້ອສາຍຂອງກະສັດດາວິດ, ແລະ ຍິງພົມມະຈາຣີນາງນັ້ນຊື່ ມາຣີອາ.28ເມື່ອເທວະດາມາເຖິງນາງ ແລະ ໄດ້ເວົ້າວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າ! ເຈົ້າຜູ້ທີ່ຊົງໂຜດກະຣຸນາຈາກເບື້ອງເທິງ! ຂໍພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບເຈົ້າ.”29ແຕ່ນາງຕົກໃຈກັບຖ້ອຍຄຳຂອງເທວະດາ ແລະ ນຶກສົງໃສວ່າຄຳທັກທາຍນີ້ຈະຫມາຍຄວາມວ່າຢ່າງໃດ.30ທູດສະຫວັນໄດ້ກ່າວກັບນາງວ່າ, “ຢ່າຊູ່ຢ້ານເລີຍ, ມາຣີອາ, ເພາະວ່າເຈົ້າເປັນທີ່ຊົງພໍພຣະທັຍຈາກອົງພຣະຜູ້ເປັນເຈົ້າແລ້ວ.31ເບິ່ງແມ, ເຈົ້າຈະຖືພາ ແລະ ປະສູດບຸດຊາຍ. ຈົ່ງຕັ້ງຊື່ບຸດນັ້ນວ່າ 'ເຢຊູ'.32ບຸດນັ້ນຈະໄດ້ເປັນໃຫຍ່ແລະ ໄດ້ຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ. ອົງພຣະຜູ້ເປັນເຈົ້າຈະຊົງປະທານພຣະບັນລັງແຫ່ງກະສັດດາວິດ ຜູ້ເປັນບັນພະບຸຣຸດຂອງເພິ່ນ.33ພຣະອົງຈະປົກຄອງເຫນືອເຊື້ອສາຍຂອງຢາໂຄບສືບໄປ, ແລະ ຣາຊະອານາຈັກຂອງພຣະອົງຈະບໍ່ມີທີ່ສິ້ນສຸດ.”34ຝ່າຍມາຣີອາຈິ່ງທູນຕໍ່ທູດສະຫວັນນັ້ນວ່າ, “ເຫດການນີ້ຈະເກີດເປັນໄປໄດ້ຢ່າງໃດ, ເພາະຂ້ານ້ອຍຍັງບໍ່ທັນໄດ້ຢູ່ຮ່ວມຫລັບນອນກັບຊາຍໃດເລີຍ?”35ທູດສະຫວັັນໄດ້ຕອບນາງວ່າ, “ພຣະວິນຍານບໍຣິສຸດຈະສະເດັດລົງມາເທິງເຈົ້າ ແລະ ຣິດເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍຣິສຸດທີ່ຈະເກີດມາ ຈະຖືກເອີ້ນວ່າເປັນ ພຣະບຸດຂອງພຣະເຈົ້າ.36ເບິ່ງແມ, ນາງເອລີຊາເບັດພີ່ນ້ອງຂອງເຈົ້າກໍຍັງຖືພາບຸດຊາຍເຫມືອນກັນ ໃນເວລາທີ່ລາວມີອາຍຸແກ່ຊະຣາແລ້ວ. ນີ້ແມ່ນເດືອນທີຫົກແລ້ວ, ຊຶ່ງນາງເຄີຍຖືກເອີ້ນວ່າເປັນຍິງຫມັນ.37ເພາະວ່າບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພຣະເຈົ້າ.”38ມາຣີອາກ່າວວ່າ, “ຂ້ານ້ອຍເປັນຂ້ອຍຍິງຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ. ຂໍໃຫ້ສິ່ງເຫລົ່ານີ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງທ່ານເທີ້ນ!” ແລ້ວທູດສະຫວັນຕົນນັ້ນກໍໄດ້ຈາກນາງໄປ.39ຈາກນັ້ນມາຣີອາໄດ້ລຸກຂຶ້ນ ແລ້ວຮີບໄປຍັງເຂດພູເຂົາໂດຍໄວ, ເຖິງເມືອງຫນຶ່ງໃນແຂວງຢູດາຍ.40ນາງໄດ້ເຂົ້າໄປໃນເຮືອນຂອງເຊກາຣີຢາ ແລະ ໄດ້ກ່າວຄຳທັກທາຍນາງເອລີຊາເບັດ.41ຕອນນີ້ທີ່ນາງ ເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີອາ, ບຸດໃນທ້ອງຂອງຕົນກໍດີ້ນ, ແລະ ເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດ.42ນາງຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ພຣະພອນເປັນຂອງທ່ານໃນທ່າມກາງບັນດາພວກຜູ້ຍິງທັງປວງ, ແລະ ພຣະພອນກໍແມ່ນລູກໃນທ້ອງທ່ານ.43ເຫດສັນໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄດ້ມາຫາຂ້ານ້ອຍ?44ເບິ່ງແມ, ພໍສຽງທັກທາຍຂອງນາງເຂົ້າຫູຂ້ານ້ອຍ, ລູກໃນທ້ອງຂອງຂ້ານ້ອຍໄດ້ດີ້ນດ້ວຍຄວາມຍິນດີ.45ພຣະພອນແມ່ນເປັນຂອງຜູ້ທີ່ເຊື່ອວ່າສິ່ງເຫລົ່ານີ້ ຈະສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກກັບນາງ.”46ມາຣີອາກໍໄດ້ກ່າວວ່າ, "ຈິດໃຈຂອງຂ້ານ້ອຍສັນຣະເສີນຍ້ອງຍໍອົງພຣະຜູ້ເປັນເຈົ້າ,47ແລະ ຈິດວິນຍານຂອງຂ້ານ້ອຍກໍເກີດຄວາມຊື່ນຊົມຍິນດີ ໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ."48ເພາະພຣະອົງຊົງທອດພຣະເນດ ຖານະອັນຕ່ຳຕ້ອຍຂອງຍິງຜູ້ຮັບໃຊ້ຂອງພຣະອົງ. ເບິ່ງແມ, ຈາກນີ້ເປັນຕົ້ນໄປຄົນທຸກສະໄຫມຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພຣະພອນ.49ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການອັນຍິ່ງໃຫຍ່ແກ່ຂ້າພຣະເຈົ້າ, ແລະພຣະນາມຂອງພຣະອົງກໍບໍຣິສຸດສັກສິດ.50ພຣະເມດຕາຂອງພຣະອົງເຈົ້າຫລັ່ງໄຫລສູ່ຄົນແຕ່ລະຍຸກສະໄຫມ ບັນດາຜູ້ທີ່ຢຳເກງພຣະອົງ.51ພຣະອົງສະແດງພຣະກຳລັງຂອງພຣະອົງດ້ວຍແຂນຂອງພຣະອົງ; ພຣະອົງຊົງກະທຳໃຫ້ຄົນທີ່ມີຄວາມຄິດ ຈິດໃຈຈອງຫອງ ໃຫ້ກະຈັດກະຈາຍໄປ.52ພຣະອົງຊົງປົດເຈົ້າຊາຍທັງຫລາຍລົງຈາກພຣະບັນລັງຂອງພວກເຂົາ ແລະ ພຣະອົງໄດ້ຊົງຍົກຊູຜູ້ຕ່ຳຕ້ອຍຂຶ້ນ.53ພຣະອົງຊົງເຕີມສິ່ງດີທັງຫລາຍໃຫ້ແກ່ຜູ້ທີ່ອຶດຫິວ, ແຕ່ຄົນຮັ່ງມີ ພຣະອົງປຣະທານຄວາມວ່າງເປົ່າໃຫ້.54ພຣະອົງຊົງປຣະທານຄວາມຊ່ອຍເຫລືອແກ່ຊາວອິສຣາເອນຜູ້ຮັບໃຊ້ຂອງພຣະອົງ, ເພື່ອຊົງຈື່ຈຳທີ່ຈະສະແດງພຣະເມດຕາ55(ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດທັງຫລາຍຂອງພວກເຮົາ) ຕໍ່ອັບຣາຮາມ ແລະ ຕໍ່ເຊື້ອສາຍຂອງເພິ່ນຕະຫລອດໄປເປັນນິດ.56ນາງມາຣີອາໄດ້ອາໄສຢູ່ກັບນາງອາລີຊາເບັດປະມານສາມເດືອນ ແລະ ຫລັງຈາກນັ້ນນາງກໍໄດ້ກັບຄືນໄປເຮືອນຂອງຕົນ.57ເມື່ອເຖິງເວລາທີ່ນາງເອລີຊາເບັດຈະໃຫ້ກຳເນີດລູກ ແລະນາງກໍໄດ້ປະສູດລູກຊາຍ.58ເພື່ອນບ້ານຂອງນາງ ແລະ ພວກຍາດຕິພີ່ນ້ອງໄດ້ຍິນຂ່າວວ່າ ພຣະເຈົ້າໄດ້ຊົງສະແດງພຣະເມດຕາອັນຍິ່ງໃຫຍ່ແກ່ນາງ, ແລະ ພວກເຂົາກໍພາກັນຊົມຊື່ນຍິນດີຮ່ວມກັນກັບນາງ.59ເມື່ອຄົບເຖິງວັນທີແປດ ພວກເຂົາກໍພາກັນມາໃຫ້ເດັກນ້ອຍນັ້ນຮັບພິທີຕັດ. ພວກເຂົາຈະໃສ່ຊື່ເດັກນ້ອຍວ່າ"ເຊກາຣີຢາ," ຕາມຊື່ຂອງບິດາ.60ແຕ່ແມ່ຂອງເພິ່ນໄດ້ຕອບ ແລະ ໄດ້ກ່າວແກ່ພວກເຂົາວ່າ, “ບໍ່ແມ່ນ. ເພິ່ນຈະຖືກເອີ້ນວ່າ ໂຢຮັນ.”61ພວກເຂົາໄດ້ກ່າວແກ່ນາງວ່າ, “ໃນພວກພີ່ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ.”62ພວກເຂົາຈິ່ງສະແດງທ່າທີພາສາໃບ້ ແກ່ບິດາຂອງເດັກວ່າ ຢາກໃສ່ຊື່ເດັກນ້ອຍນັ້ນວ່າຢ່າງໃດ.63ບິດາຂອງເພິ່ນຂໍກະດານ ແລະ ຂຽນລົງໄປວ່າ “ຊື່ຂອງລາວແມ່ນ ໂຢຮັນ” ແລະ ພວກເຂົາກໍປະຫລາດໃຈໃນເລື່ອງນີ້.64ທັນໃດນັ້ນ ປາກຂອງເຊກາຣີຢາກໍເປີດອອກ ແລະ ລີ້ນຂອງລາວກໍອ່ອນ. ເພິ່ນໄດ້ເວົ້າ ແລະ ໄດ້ກ່າວສັນຣະເສີນພຣະເຈົ້າ.65ທຸກຄົນຢູ່ອ້ອມຮອບເພິ່ນເກີດຄວາມຢ້ານກົວ ເລື່ອງທີ່ເກີດຂຶ້ນທັງຫມົດນີ້ກໍຖືກຊ່າລືໄປທົ່ວເນີນພູເຂດແດນຂອງຢູດາຍ.66ແລະທຸກຄົນທີ່ໄດ້ຍິນກໍເກັບເລື່ອງນີ້ໄວ້ໃນໃຈ, ຕ່າງໄດ້ເວົ້າວ່າ, “ເດັກນັ້ນຈະເຕີບໂຕເປັນຢ່າງໃດຕໍ່ໄປ?” ເພາະພຣະຫັດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບເຂົາ.67ເຊກາຣີຢາບິດາຂອງເດັກ ກໍເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ໄດ້ຮັບຄຳທຳນວາຍ, ໄດ້ກ່າວວ່າ,68“ສັນຣະເສີນຜູ້ຊົງເປັນພຣະເຈົ້າ, ພຣະເຈົ້າຂອງອິສຣາເອນ, ເພາະພຣະອົງມາເພື່ອຊ່ວຍ ແລະ ຊົງໄຖ່ເອົາພົນລະເມືອງຂອງພຣະອົງໄດ້ສຳເລັດ.69ພຣະອົງຊົງຍົກແກແຫ່ງຄວາມລອດພົ້ນ ສຳລັບພວກເຮົາ ໃນເຮືອນຂອງດາວິດ, ຜູ້ຮັບໃຊ້ຂອງພຣະອົງ,70ຕາມທີ່ພຣະອົງໄດ້ຊົງກ່າວໄວ້ໂດຍປາກ ຂອງຜູ້ປະກາດພຣະທັມທີ່ສັກສິດ ຜູ້ຊຶ່ງຢູ່ໃນສະໄຫມບູຮານ.71ພຣະອົງຈະນຳຄວາມພົ້ນຈາກສັດຕຣູທັງຫລາຍຂອງພວກເຮົາ ແລະ ຈາກມືຄົນທັງປວງທີ່ກຽດຊັງເຮົາ.72ພຣະອົງຈະເຮັດສິ່ງນີ້ ເພື່ອສະແດງພຣະເມດຕາ ແກ່ບິດາຂອງພວກເຮົາທັງຫລາຍ ແລະເພື່ອຣະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ.73ຊຶ່ງເປັນຄຳສາບານທີ່ຊົງກ່າວໄວ້ແກ່ອັບຣາຮາມບິດາຂອງພວກເຮົາ.74ພຣະອົງຊົງສັນຍາກັບພວກເຮົາວ່າ, ພວກເຮົາຈະໄດ້ຮັບການປົດປ່ອຍຈາກມືຂອງສັດຕຣູ ແລະ ພວກເຮົາຈະໄດ້ບົວຣະບັດພຣະອົງໂດຍປາສະຈາກຄວາມຢ້ານ,75ດ້ວຍຄວາມບໍຣິສຸດ ແລະຄວາມຊອບທັມຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ.76ແມ່ນແລ້ວ, ແລະ ທ່ານທີ່ເປັນລູກເອີຍ, ຈະເອີ້ນເຈົ້າວ່າ ຜູ້ປະກາດພຣະທັມຂອງພຣະເຈົ້າອົງຜູ້ສູງສຸດ, ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້ເປັນເຈົ້າ, ເພື່ອຕຽມຫົນທາງຂອງພຣະອົງເພື່ອຕຽມໄພ່ພົນສຳລັບການສະເດັດມາຂອງພຣະອົງ,77ໂດຍການຊົງໂຜດຍົກບາບກັມຂອງພວກເຂົາ.78ນີ້ຈະເກີດຂຶ້ນດ້ວຍໃຈມີພຣະເມດຕາກາຣຸນາຂອງພຣະເຈົ້າຂອງພວກເຮົາ, ເນື່ອງດ້ວຍແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງຈະມາຊ່ວຍພວກເຮົາ.79ເພື່ອສ່ອງສະຫວ່າງໃຫ້ຜູ້ທີ່ຢູ່ໃນຄວາມມືດ ແລະ ໃນເງົາແຫ່ງຄວາມຕາຍ. ພຣະອົງຈະກະທຳສິ່ງນີ້ ເພື່ອນຳພາຕີນຂອງເຮົາໄປໃນທາງແຫ່ງສັນຕິສຸກ.”80ບັດນີ້ ລູກນ້ອຍນັ້ນກໍໃຫຍ່ຂຶ້ນ ແລະ ໄດ້ກາຍເປັນຜູ້ເຂັ້ມແຂງໃນຝ່າຍຈິດວິນຍານ, ແລະເພິ່ນໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປະກົດແກ່ພວກອິສຣາເອນ.
1ໃນຄາວນັ້ນ, ເປັນເວລາທີ່ ກາຍຊາ ໂອຄຸດໂຕໄດ້ສົ່ງຄຳສັ່ງໃຫ້ຈົດທະບຽນສຳມະໂນຄົວຂອງທຸກຄົນທີ່ດຳຣົງຊີວິດຢູ່ໃນໂລກທົ່ວຣາຊະອານາຈັກ.2ນີ້ເປັນການຈົດທະບຽນສຳມະໂນຄົວເທື່ອທຳອິດ ໃນສະໄຫມທີ່ ກີເຣນີໂອ ເປັນຜູ້ປົກຄອງແຂວງຊີເຣຍ.3ດັ່ງນັ້ນ ທຸກຄົນຕ້ອງໄປຍັງບ້ານເກີດເມືອງນອນຂອງຕົນ ເພື່ອທີ່ຈະຂຶ້ນທະບຽນສຳມະໂນຄົວ.4ໂຢເຊັບເຊັ່ນດຽວກັນກັບກໍຂຶ້ນໄປຈາກເມືອງນາຊາເຣັດ, ແຂວງຄາລີເລ ໄປຍັງເມືອງຂອງດາວິດ, ແຂວງຢູດາຍ ຊຶ່ງຊື່ວ່າເບັດເລເຮັມ, ເພາະເພິ່ນເປັນເຊື້ອສາຍວົງສະກຸນດຽວກັບດາວິດ.5ເພິ່ນໄດ້ໄປທີ່ນັ້ນພ້ອມຂື້ນທະບຽນກັບ ມາຣີອາ ຍິງທີ່ເພິ່ນຫມັ້ນຫມາຍໄວ້ແລ້ວ ແລະ ສ່ວນນາງກໍກຳລັງຖືພາຢູ່.6ຂະນະທີ່ພວກເຂົາທັງສອງຍັງຢູ່ທີ່ນັ້ນ, ກໍເຖິງເວລາທີ່ມາຣີອາຈະປະສູດບຸດ.7ນາງຈິ່ງໄດ້ປະສູດບຸດຊາຍຄົນຫນຶ່ງ, ເປັນບຸດຜູ້ກົກຂອງນາງ. ແລະ ນາງໄດ້ຕູ້ມພັນພຣະອົງໄວ້ດວ້ຍຜ້າອ້ອມ ແລະວາງພຣະອົງໄວ້ໃນຮາງຫຍ້າ, ເພາະບໍ່ມີບ່ອນຫວ່າງສຳລັບພວກເຂົາໃນໂຮງແຮມ.8ມີພວກລ້ຽງແກະໃນແຖບນັ້ນ ກຳລັງລ້ຽງຝູງແກະຂອງເຂົາຢູ່ທົ່ງຫຍ້າ, ໃນເວລາກາງຄືນ.9ທູດສະຫວັນຕົນຫນຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ເຂົາ, ຣັດສະຫມີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງຮອບພວກເຂົາ, ແລະ ພວກເຂົາກໍເຕັມໄປດ້ວຍຄວາມສະທ້ານໃຈຫລາຍ.10ແລ້ວທູດສະຫວັນຕົນນັ້ນຈິ່ງໄດ້ກ່າວແກ່ພວກເຂົາວ່າ, “ຢ່າຊູ່ຢ້ານເລີຍ, ເພາະເຮົານຳເອົາຂ່າວດີມາໃຫ້ພວກເຈົ້າຮູ້ ຊຶ່ງເປັນທີ່ຈະນຳຄວາມຊື່ນຊົມຍິນດີອັນໃຫຍ່ຫລວງມາສູ່ພົນລະເມືອງທັງໝົດ.11ມື້ນີ້ພຣະຜູ້ຊົງໂຜດໃຫ້ພົ້ນອົງຫນຶ່ງມາບັງເກີດສຳລັບເຈົ້າທັງຫລາຍໃນຄອບຄົວຂອງດາວິດ! ພຣະອົງຊົງເປັນພຣະຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ!12ນີ້ຈະເປັນຫມາຍສຳຄັນແກ່ເຈົ້າທັງຫລາຍຄື: ພວກເຈົ້າຈະໄດ້ພົບກຸມມານຕົນຫນຶ່ງພັນດ້ວຍຜ້າອ້ອມ ແລະ ນອນຢູ່ໃນຮາງຫຍ້າ.”13ໃນທັນໃດນັ້ນ ກໍມີກອງທັບຈາກສະຫວັນຈຳນວນຫລວງຫລາຍ ໄດ້ມາສັນຣະເສີນພຣະເຈົ້າຮ່ວມກັບທູດສະຫວັນນັ້ນ ແລະ ໄດ້ກ່າວວ່າ.14“ພຣະຣັດສະຫມີຈົ່ງມີແດ່ພຣະເຈົ້າໃນທີ່ສູງສຸດ, ແລະ ສັນຕິສຸກຈົ່ງບັງເກີດທີ່ແຜ່ນດິນໂລກ ແກ່ມະນຸດທັງປວງທີ່ພຣະອົງຊົງຊອບພຣະທັຍ.”15ເມື່ອທູດສະຫວັນເຫລົ່ານັ້ນໄດ້ໄປຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ, ພວກລ້ຽງແກະໄດ້ເວົ້າຕໍ່ກັນວ່າ, “ໃຫ້ເຮົາໄປທີ່ເມືອງເບັດເລເຮັມເທາະ, ແລະ ເພື່ອໄປເບິ່ງເຫດການທີ່ເກີດຂຶ້ນ, ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຊົງແຈ້ງແກ່ເຮົານັ້ນ.”16ພວກເຂົາກໍຮີບໄປແລ້ວພົບມາຣີອາ ກັບ ໂຢເຊັບ ແລະ ໄດ້ເຫັນພຣະກຸມມານນັ້ນນອນຢູ່ໃນຮາງຫຍ້າ.17ຫລັງຈາກທີ່ພວກເຂົາໄດ້ເຫັນພຣະອົງ ແລ້ວ, ພວກເຂົາກໍເລົ່າເລື່ອງທີ່ເຂົາໄດ້ຍິນເຖິງກຸມມານນັ້ນ.18ທຸກຄົນທີ່ໄດ້ຍິນເລື່ອງລາວທີ່ພວກຄົນລ້ຽງແກະເລົ່າໃຫ້ຟັງກໍພາກັນປະຫລາດໃຈ.19ແຕ່ຝ່າຍມາຣີອາກໍຄຶດຮ່ຳເພິງກຽ່ວກັບທຸກສິ່ງທີ່ນາງໄດ້ຍິນ ແລະ ເກັບຮັກສາເລື່ອງນັ້ນໄວ້ໃນໃຈ.20ພວກຄົນລ້ຽງແກະຈິ່ງກັບໄປ ຍ້ອງຍໍສັນຣະເສີນພຣະເຈົ້າ, ສຳລັບເຫດການທັງປວງທີ່ເຂົາໄດ້ເຫັນ, ແລະໄດ້ຍິນ ແລະໄດ້ເຫັນ ຕາມທີ່ໄດ້ບອກໄວ້ກັບເຂົານັ້ນ.21ເມື່ອຄົບແປດວັນແລ້ວ ເຊິ່ງເປັນວັນທີ່ພຣະອົງໄດ້ເຂົ້າພິທີຕັດ, ເຂົາຈິ່ງໃສ່ຊື່ພຣະອົງນັ້ນວ່າ ເຢຊູ ເຊິ່ງເປັນຊື່ຕາມທີ່ທູດສະຫວັນໄດ້ບອກໄວ້ກ່ອນ ທີ່ພຣະອົງຈະປະຕິສົນທິໃນທ້ອງ.22ເມື່ອເຖິງເວລາທີ່ຈະທຳພິທີຊຳຣະຕົວໃຫ້ສະອາດຕາມພຣະບັນຍັດຂອງໂມເຊແລ້ວ, ໂຢເຊັບແລະ ມາຣີອາໄດ້ນຳພຣະອົງໄປຍັງພຣະວິຫານໃນນະຄອນເຢຣູຊາເລັມ ເພື່ອຖວາຍແດ່ອົງພຣະຜູ້ເປັນເຈົ້າ.23ຕາມທີ່ຂຽນໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນທີ່ເກີດຈາກທ້ອງແມ່ ຈະຕ້ອງມອບຖວາຍແດ່ອົງພຣະຜູ້ເປັນເຈົ້າ.”24ດັ່ງນັ້ນ ພວກເຂົາຈິ່ງຖວາຍເຄື່ອງບູຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະບັນຍັດຂອງອົງພຣະຜູ້ເປັນເຈົ້າ ຄື “ນົກເຂົາຄູ່ຫນຶ່ງຫລືນົກກາງແກຫນຸ່ມສອງໂຕ.”25ນີ້ແຫລະ, ມີຊາຍຄົນຫນຶ່ງຢູ່ໃນກຸງເຢຣູຊາເລັມຊື່ ຊິເມໂອນ ຊາຍຄົນນີ້ເປັນຄົນສິນທັມແລະຢຳເກງພຣະເຈົ້າ ເພິ່ນໄດ້ຄອຍຖ້າຜູ້ທີ່ຈະບັນເທົາທຸກຂອງຄົນອິສຣາເອນ ແລະ ພຣະວິນຍານບໍຣິສຸດຊົງສະຖິດຢູ່ກັບເພິ່ນ.26ພຣະວິນຍານບໍຣິສຸດໄດ້ຊົງສຳແດງເປີດເຜີຍ ແກ່ເພິ່ນແລ້ວວ່າ, ເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະຄຣິດເຈົ້າຜູ້ມາຈາກອົງພຣະຜູ້ເປັນເຈົ້າ.27ຊິເມໂອນໄດ້ເຂົ້າໄປໃນບໍຣິເວນພຣະວິຫານໂດຍພຣະວິນຍານບໍຣິສຸດຊົງນຳ. ເມື່ອບິດາມານດາໄດ້ນຳເອົາພຣະກຸມມານເຢຊູເຂົ້າໄປ ເພື່ອທຳຕາມທຳນຽມປະຕິບັດຂອງພຣະບັນຍັດ.28ຊິເມໂອນໄດ້ອູ້ມເອົາກຸມມານໄວ້ໃນອ້ອມແຂນ ແລະ ສັນຣະເສີນພຣະເຈົ້າ ແລະ ກ່າວວ່າ.29“ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ຊົງໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກ ຕາມພຣະທັມຂອງພຣະອົງເຖີດ."30ເພາະວ່າຕາຂ້າພຣະອົງໄດ້ເຫັນຄວາມລອດພົ້ນຂອງພຣະອົງແລ້ວ,31ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ສຳລັບຄົນໃນຍຸກນີ້.32ແສງສະຫວ່າງແຫ່ງການເປີດເຜີຍທີ່ມາເຖິງບັນດາປະຊາຊາດ ແລະ ພຣະສະຫງ່າຣາສີທີ່ມີແກ່ພວກອິສຣາເອນ ປະຊາຊົນຂອງພຣະອົງ.”33ບິດາມານດາຂອງພຣະກຸມມານກໍປະຫລາດໃຈໃນຖ້ອຍຄຳທີ່ຊິເມໂອນໄດ້ກ່າວເຖິງພຣະກຸມມານນັ້ນ.34ຊິເມໂອນໄດ້ອວຍພອນແກ່ພວກເຂົາ ແລະ ໄດ້ກ່າວແກ່ມາຣີອາມານດາຂອງພຣະກຸມມານ ວ່າ, “ເບິ່ງແມ, ເດັກນ້ອຍຄົນນີ້ໄດ້ຮັບການແຕ່ງຕັ້ງໄວ້ ແລະ ເພື່ອເຮັດໃຫ້ຫລາຍຄົນໃນພວກອິສຣາເອນລົ້ມລົງ ແລະ ຍົກຊູຂຶ້ນ ແລະ ເພື່ອເປັນຫມາຍສຳຄັນທີ່ຖືກກ່າວປະຕິເສດ.35ແລະ ດາບຈະແທງທະລຸຈິດໃຈຂອງທ່ານ ເພື່ອທີ່ຄວາມຄຶດໃນໃຈຂອງຄົນຈຳນວນຫລວງຫລາຍ ຈະຖືກປະກົດແຈ້ງອອກມາ.”36ຍັງມີຫມໍທຳນວາຍຍິງຄົນຫນຶ່ງຊື່ ອານາ. ນາງເປັນລູກຂອງຟານູເອັນໃນເຜົ່າອາເຊ. ນາງເປັນຄົນແກ່ຊະຣາຫລາຍແລ້ວ ນາງຢູ່ກິນນຳສາມີເປັນເວລາເຈັດປີ ຫລັງຈາກທີ່ເປັນສາວປອດ.37ແລ້ວກໍເປັນຫມ້າຍເປັນເວລາແປດສິບສີ່ປີ ນາງບໍ່ເຄີຍອອກຈາກບໍຣິເວນພຣະວິຫານ ແຕ່ໄດ້ຢູ່ປະຕິບັດພຣະເຈົ້າດ້ວຍການຖືສິນອົດອາຫານ ແລະໄຫວ້ວອນທັງກາງເວັນແລະກາງຄືນ.38ໃນຂະນະນັ້ນ ນາງໄດ້ເຂົ້າມາຫາພວກເຂົາແລະໂມທະນາພຣະຄຸນພຣະເຈົ້າ ແລະນາງໄດ້ບອກກ່ຽວກັບພຣະກຸມມານໃຫ້ຄົນທັງປວງທີ່ກຳລັງຄອຍຖ້າການຊົງໄຖ່ໃຫ້ພົ້ນ ຂອງນະຄອນເຢຣູຊາເລັມ.39ເມື່ອພວກເພິ່ນໄດ້ເຮັດສຳເລັດທຸກສິ່ງຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າກຳນົດໃຫ້ເຮັດ ພວກເພິ່ນກໍໄດ້ກັບເມືອຍັງເມືອງນາຊາເຣັດ ແຂວງຄາລີເລບ້ານເກີດເມືອງນອນຂອງຕົນ.40ພຣະກຸມມານນັ້ນກໍໃຫຍ່ຂຶ້ນ ແລະ ແຂງແຮງ, ເຕັມໄປດ້ວຍສະຕິປັນຍາ, ແລະ ພຣະຄຸນຂອງພຣະເຈົ້າກໍສະຖິດຢູ່ເຫນືອພຣະອົງ.41ຝ່າຍບິດາມານດາຂອງພຣະອົງ ເຄີຍໄດ້ໄປຮ່ວມເທສະການປັດສະຄາ ທີ່ນະຄອນເຢຣູຊາເລັມທຸກປີ.42ເມື່ອພຣະອົງມີອາຍຸສິບສອງປີ ພວກເພິ່ນກໍພາພຣະອົງຂຶ້ນໄປຮ່ວມເທສະການປັດສະຄານັ້ນອີກຄັ້ງຫນຶ່ງ.43ຫລັງຈາກທີ່ພວກເພິ່ນຢູ່ຄົບກຳນົດວັນປັດສະຄານັ້ນແລ້ວ ພວກເພິ່ນກໍເລີ່ມເດີນທາງກັບບ້ານ ແຕ່ພຣະເຢຊູເຈົ້າກໍຍັງຄ້າງຢູ່ທີ່ນະຄອນເຢຣູຊາເລັມ ແຕ່ບິດາມານດາຂອງພຣະອົງບໍ່ຮູ້.44ພວກເພິ່ນທັງສອງຄິດວ່າພຣະອົງຢູ່ນຳກຸ່ມຄົນທີ່ເດີນທາງມາດ້ວຍກັນກັບພວກເພິ່ນ ດັ່ງນັ້ນເມື່ອພວກເພິ່ນເດີນທາງກັບໄປໄດ້ມື້ຫນຶ່ງ. ຈິ່ງໄດ້ເລີ່ມຕົ້ນຊອກຫາພຣະອົງໃນຫມູ່ພີ່ນ້ອງ ແລະ ຫມູ່ເພື່ອນ ຂອງພວກເພິ່ນ.45ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈິ່ງກັບຄືນໄປທີ່ນະຄອນເຢຣູຊາເລັມ ແລະ ຊອກຫາພຣະອົງທີ່ນັ້ນ.46ຫລັງຈາກນັ້ນສາມວັນ ພວກເພິ່ນກໍພົບພຣະອົງນັ່ງຢູ່ໃນບໍຣິເວນພຣະວິຫານ ທ່າມກາງພວກອາຈານ ກຳລັງຟັງແລະຖາມຄຳຖາມພວກອາຈານເຫລົ່ານັ້ນຢູ່.47ຄົນທັງປວງທີ່ໄດ້ຍິນກໍປະຫລາດໃຈໃນສະຕິປັນຍາແລະ ຄຳຕອບຂອງພຣະອົງ.48ເມື່ອພວກເພິ່ນເຫັນພຣະອົງ, ພວກເພິ່ນກໍອັດສະຈັນໃຈ. ມານດາຂອງພຣະອົງຈິ່ງກ່າວກັບພຣະອົງວ່າ, “ລູກເອີຍ, ເປັນຫຍັງເຈົ້າຈິ່ງເຮັດຢ່າງນີ້ແກ່ເຮົາ? ຟັງເດີ, ພໍ່ກັບແມ່ໄດ້ຊອກຫາເຈົ້າດ້ວຍຄວາມທຸກໃຈຫລາຍ.”49ຝ່າຍພຣະອົງກໍຕອບພວກເພິ່ນວ່າ, “ພວກທ່ານຊອກຫາເຮົາເຮັດຫຍັງ? ພວກທ່ານຍັງບໍ່ຮູ້ ຫລື ວ່າ ເຮົາຕ້ອງຢູ່ໃນທີ່ສະຖິດແຫ່ງພຣະບິດາຂອງເຮົາ.”50ແຕ່ພວກເຂົາບໍ່ໄດ້ເຂົ້າໃຈຄຳຕອບເຫລົ່ານັ້ນວ່າພຣະອົງຫມາຍເຖິງຫຍັງ.51ແລ້ວພຣະອົງກໍກັບໄປຍັງເມືອງນາຊາເຣັດພ້ອມກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນມານດາຂອງພຣະອົງກໍເກັບຮັກສາເລື່ອງທັງຫລາຍນີ້ໄວ້ໃນໃຈ.52ແຕ່ພຣະເຢຊູເຈົ້າກໍໄດ້ຈະເຣີນຂຶ້ນໃນດ້ານສະຕິປັນຍາ, ແລະ ດ້ານຮ່າງກາຍ, ແລະ ເປັນທີ່ພໍພຣະທັຍຕໍ່ພຣະເຈົ້າ ແລະຕໍ່ມະນຸດ.
1ໃນປີທີສິບຫ້າໃນຣາຊການຂອງຈັກກະພັດຕີເບຣິໂອ - ຂະນະທີ່ ປົນຕີໂອປີລາດ ເປັນຜູ້ປົກຄອງແຂວງຢູດາຍ, ເຮໂຣດເປັນຜູ້ປົກຄອງແຂວງຄາລີເລ, ນ້ອງຊາຍຂອງເຮໂຣດຄື ຟີລິບ ເປັນຜູ້ປົກຄອງແຂວງອີຕູຣາຍແລະທຣາໂຄນິດ, ລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ.2ໃນສະໄຫມຂອງມະຫາປະໂຣຫິດອັນນາ ແລະ ກາຢະຟາມີພຣະທັມຂອງພຣະເຈົ້າໄດ້ມາເຖິງໂຢຮັນບຸດເຊກາຣີຢາໃນຖິ່ນແຫ້ງແລ້ງກັນດານ.3ໂຢຮັນໄດ້ໄປທົ່ວເຂດອ້ອມແອ້ມແມ່ນ້ຳຈໍແດນ, ປະກາດບັບຕິສະມາ ສະແດງການຖິ້ມໃຈເກົ່າເອົາໃຈໃຫມ່ ເພື່ອຮັບການຍົກໂທດຍົກຄວາມຜິດບາບເສຍ.4ຕາມທີ່ຂຽນໄວ້ແລ້ວໃນຫນັງສືຖ້ອຍຄຳຂອງເອຊາຢາຜູ້ປະກາດພຣະທັມວ່າ,“ມີສຽງຫນຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ ‘ທ່ານຄວນຈັດແຈງທາງຂອງອົງພຣະຜູ້ເປັນເຈົ້າໃຫ້ພ້ອມ, ທ່ານຄວນເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.5ຮ່ອມທຸກຮ່ອມຈະໄດ້ຖົມໃຫ້ເຕັມ, ພູເຂົາແລະໂນນພູທຸກຫນ່ວຍຈະເຮັດໃຫ້ຕ່ຳລົງສະເຫມີກັນ, ທາງຄົດຈະເຮັດໃຫ້ຊື່ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ.6ມະນຸດທັງປວງຈະໄດ້ເຫັນການຊົງຊ່ວຍຂອງພຣະເຈົ້າ’.”7ໂຢຮັນຈິ່ງກ່າວແກ່ປະຊາຊົນກຸ່ມໃຫຍ່ທີ່ອອກມາຮັບບັບຕິສະມາຈາກຕົນວ່າ, “ໂອ ອ້າຍຊາດງູຮ້າຍເອີຍ! ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດແລະໂທດທີ່ກຳລັງຈະມາເຖິງ?8ເຫດສັນນັ້ນ, ຈົ່ງສະແດງໃຫ້ເຫັນຜົນຂອງການຖິ້ມໃຈເກົ່າເອົາໃຈໃຫມ່, ຢ່າຕັ້ງນຶກໃນໃຈເອົາເອງວ່າ ‘ພວກເຮົາມີອັບຣາຮາມເປັນບິດາ’ ເພາະເຮົາບອກເຈົ້າທັງຫລາຍວ່າພຣະເຈົ້າຊົງຣິດອາດຈະບັນດານໃຫ້ລູກຫລານທັງຫຼາຍເກີດແກ່ອັບຣາຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້.9ບັດນີ້ຂວານກໍວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ ດັ່ງນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີ ກໍຈະຖືກປ້ຳແລະໂຍນຖິ້ມລົງໃສ່ໄຟ.”10ດັ່ງນັ້ນປະຊາຊົນຈິ່ງຖາມໂຢຮັນວ່າ, “ຖ້າດັ່ງນັ້ນພວກເຮົາເຮັດແນວໃດ?”11ເພິ່ນໄດ້ຕອບພວກເຂົາວ່າ, “ຫາກຜູ້ໃດທີ່ມີເສື້ອສອງໂຕ ເຈົ້າຈົ່ງປັນໃຫ້ຜູ້ບໍ່ມີ ແລະຜູ້ທີ່ມີອາຫານກໍຄວນແບ່ງເຊັ່ນດຽວກັນ.”12ພວກຄົນເກັບພາສີກໍໄດ້ມາຮັບບັບຕິສະມາເຫມືອນກັນ ແລະພວກເຂົາຖາມເພິ່ນວ່າ, “ອາຈານເອີຍ, ພວກຂ້ານ້ອຍຄວນຈະເຮັດຢ່າງໃດ?”13ເພິ່ນຕອບເຂົາວ່າ, “ຢ່າໄດ້ເກັບພາສີເກີນອັດຕາທີ່ພວກທ່ານໄດ້ຮັບຄຳສັ່ງໃຫ້ເກັບ.”14ມີທະຫານບາງຄົນກໍຖາມເພິ່ນເຫມືອນກັນວ່າ, “ແລ້ວພວກຂ້ານ້ອຍເດ? ພວກເຮົາຕ້ອງເຮັດແນວໃດ?” ເພິ່ນຈິ່ງຕອບເຂົາວ່າ, “ຢ່າຂົ່ມເຫັງເອົາເງິນຈາກຜູ້ໃດ, ຢ່າຫາຄວາມບໍ່ຈິງໃສ່ໃຜ. ຈົ່ງພໍໃຈໃນຄ່າຈ້າງທີ່ພວກທ່ານໄດ້ຮັບ.”15ຂະນະທີ່ປະຊາຊົນກຳລັງຄາດຫວັງຢ່າງແຮງກ້າວ່າພຣະຄຣິດຈະສະເດັດມາ, ທຸກຄົນກໍຄຶດໃນໃຈວ່າໂຢຮັນອາດຈະເປັນພຣະຄຣິດ.16ໂຢຮັນຈິ່ງໄດ້ຕອບພວກເຂົາວ່າທຸກຄົນວ່າ, “ຝ່າຍເຮົາ, ເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາໃນນ້ຳກໍຈິງ, ແຕ່ມີທ່ານຜູ້ຫນຶ່ງຈະສະເດັດມາເປັນຜູ້ມີຣິອຳນາດກວ່າເຮົາອີກ, ຊຶ່ງເຮົາບໍ່ສົມຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງພຣະອົງ, ພຣະອົງຈະໃຫ້ພວກເຈົ້າຮັບບັບຕິສະມາໃນພຣະວິນຍານບໍຣິສຸດແລະໃນໄຟ.17ດົ້ງຝັດເຂົ້າຂອງພຣະອົງກໍຢູ່ໃນມືພຣະອົງແລ້ວ ເພື່ອຊຳຣະລານເຂົ້າຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອແຍກເຂົ້າເມັດດີໃສ່ໄວ້ໃນເລົ້າຂອງພຣະອົງ ແຕ່ພຣະອົງຈະຊົງເຜົາເຂົ້າລີບດ້ວຍໄຟທີ່ບໍ່ຮູ້ມອດ.”18ໂຢຮັນໃຊ້ການກະຕຸ້ນເຕືອນຫລາຍປະການ ໃນການປະກາດຂ່າວປະເສີດແກ່ປະຊາຊົນ.19ເມື່ອເຮໂຣດຜູ້ປົກຄອງເມືອງ, ເມື່ອຖືກໂຢຮັນກ່າວຕິຕຽນເພາະເລື່ອງນາງ ເຮໂຣເດຍ ພັນຣະຍານ້ອງຊາຍຂອງຕົນ ແລະ ເພາະການຊົ່ວທັງຫລາຍທີ່ເຮໂຣດໄດ້ເຮັດນັ້ນ.20ເຮໂຣດຍັງເຮັດການຊົ່ວນີ້ເພີ່ມກັບການທີ່ຕົນໄດ້ເຮັດມາແລ້ວ ຄືໄດ້ຈັບໂຢຮັນຂັງໄວ້ໃນຄຸກ.21ຢູ່ມາເມື່ອຄົນທັງປວງໄດ້ຮັບບັບຕິສະມາ, ພຣະເຢຊູເຈົ້າກໍຊົງຮັບບັບຕິສະມາເຫມືອນກັນ, ແລະ ຂະນະທີ່ພຣະອົງກຳລັງອະທິຖານຢູ່ ທ້ອງຟ້າກໍໄຂອອກ.22ແລະ ພຣະວິນຍານບໍຣິສຸດ ຊົງຮູບເຫມືອນນົກເຂົາໄດ້ສະເດັດລົງມາສະຖິດຢູ່ເທິງພຣະອົງ ແລະມີພຣະສຸຣະສຽງອອກມາຈາກຟ້າສະຫວັນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ໆຊອບໃຈຫລາຍໃນທ່ານ.”23ພຣະເຢຊູເຈົ້າຊົງຕັ້ງຕົ້ນປະຕິບັດພາຣະກິດຂອງພຣະອົງ ເມື່ອພຣະອົງມີອາຍຸປະມານສາມສິບປີ (ຕາມຄວາມ ເຂົ້າໃຈຂອງຄົນທັງຫລາຍ ພວກເຂົາຄິດວ່າ) ພຣະອົງເປັນບຸດຂອງໂຢເຊັບ, ໂຢເຊັບເປັນບຸດຂອງເຮລີ.24ເຮລີເປັນບຸດຂອງມັດທາດ, ມັດທາດເປັນບຸດຂອງເລວີ, ເລວີເປັນບຸດຂອງເມລະຂີ, ເມລະຂີເປັນບຸດຂອງຢັນນາ, ຢັນນາເປັນບຸດຂອງໂຢເຊັບ.25ໂຢເຊັບເປັນບຸດຂອງມັດຕາເທຍ, ມັດຕາເທຍເປັນບຸດຂອງອາໂມ, ອາໂມເປັນບຸດຂອງນາຮູມ, ນາຮູມເປັນບຸດຂອງເອຊະລີ, ເອຊະລີເປັນບຸດຂອງນາຄາຍ.26ນາຄາຍເປັນບຸດຂອງມາອາດ, ມາອາດເປັນບຸດຂອງມັດຕາເທຍ, ມັດຕາເທຍເປັນບຸດຂອງເຊເມອີນ, ເຊເມອີນເປັນບຸດຂອງໂຢເຊັກ, ໂຢເຊັກເປັນບຸດຂອງໂຢດາ.27ໂຢດາເປັນບຸດຂອງໂຢຮານັນ, ໂຢຮານັນເປັນບຸດຂອງເຣສາ, ເຣສາເປັນບຸດຂອງເຊຣຸບບາເບນ, ເຊຣຸບບາເບນເປັນບຸດຂອງເຊອານຕີເອນ, ເຊອານຕີເອນເປັນບຸດຂອງເນຣີ.28ເນຣີເປັນບຸດຂອງເມລະຂີ, ເມລະຂີເປັນບຸດຂອງອັດດີ, ອັດດີເປັນບຸດຂອງໂກຊາມ, ໂກຊາມເປັນບຸດຂອງເອັນມາດາມ, ເອັນມາດາມເປັນບຸດຂອງເອຣະ.29ເອຣະເປັນບຸດຂອງໂຢຊວຍ, ໂຢຊວຍເປັນບຸດຂອງເອລີເອເຊ, ເອລີເອເຊເປັນບຸດຂອງໂຢຣີມ, ໂຢຣີມເປັນບຸດຂອງມັດທາດ, ມັດທາດເປັນບຸດຂອງເລວີ.30ເລວີເປັນບຸດຂອງຊິມີໂອນ, ຊິມີໂອນເປັນບຸດຂອງຢູດາ, ຢູດາເປັນບຸດຂອງໂຢເຊັບ, ໂຢເຊັບເປັນບຸດຂອງໂຢນາມ, ໂຢນາມເປັນບຸດຂອງເອລີຢາກີມ.31ເອລີຢາກີມເປັນບຸດຂອງເມເລອາ, ເມເລອາເປັນບຸດຂອງເມັນນາ, ເມັນນາເປັນບຸດຂອງມັດຕາທາ, ມັດຕາທາເປັນບຸດຂອງນາທານ, ນາທານເປັນບຸດຂອງດາວິດ.32ດາວິດເປັນບຸດຂອງເຢຊີ, ເຢຊີເປັນບຸດຂອງໂອເບັດ, ໂອເບັດເປັນບຸດຂອງໂບອາດ, ໂບອາດເປັນບຸດຂອງສານໂມນ, ສານໂມນເປັນບຸດຂອງນາໂຊນ.33ນາໂຊນເປັນບຸດຂອງອຳມີນາດາບ, ອຳມີນາດາບເປັນບຸດຂອງອັດມີນ, ອັດມີນເປັນບຸດຂອງອານີ, ອານີເປັນບຸດຂອງເຮຊະໂຣນ, ເຮຊະໂຣນເປັນບຸດຂອງເປເຣັດ, ເປເຣັດເປັນບຸດຂອງຢູດາ.34ຢູດາເປັນບຸດຂອງຢາໂຄບ, ຢາໂຄບເປັນບຸດຂອງອີຊາກ, ອີຊາກເປັນບຸດຂອງອັບຣາຮາມ, ອັບຣາຮາມເປັນບຸດຂອງເຕຣາ, ເຕຣາເປັນບຸດຂອງນາໂຮ.35ນາໂຮເປັນບຸດຂອງເສຣຸກ, ເສຣຸກເປັນບຸດຂອງເຣອູ, ເຣອູເປັນບຸດຂອງເປເລັກ, ເປເລັກເປັນບຸດຂອງເອເບ, ເອເບເປັນບຸດຂອງເຊລາ.36ເຊລາເປັນບຸດຂອງກາຍນານ, ກາຍນານເປັນບຸດຂອງອາກປັກຊາດ, ອາກປັກຊາດເປັນບຸດຂອງເຊມ, ເຊມເປັນບຸດຂອງໂນອາ, ໂນອາເປັນບຸດຂອງລາເມັກ.37ລາເມັກເປັນບຸດຂອງເມທູເຊລາ, ເມທູເຊລາເປັນບຸດຂອງເອໂນກ, ເອໂນກເປັນບຸດຂອງຢາເຣັດ, ຢາເຣັດເປັນບຸດຂອງມະຫາລາເລນ, ມະຫາລາເລນເປັນບຸດຂອງເກນານ.38ເກນານເປັນບຸດຂອງເອໂນດ, ເອໂນດເປັນບຸດຂອງເຊດ, ເຊດເປັນບຸດຂອງອາດາມ, ອາດາມເປັນບຸດພຣະເຈົ້າ.
1ຈາກນັ້ນ ພຣະເຢຊູຊົງເຈົ້າເຕັມໄປດ້ວຍພຣະວິນຍານບໍຣິສຸດ ໄດ້ສະເດັດກັບຈາກແມ່ນ້ຳຈໍແດນ ແລະພຣະວິນຍານບໍຣິສຸດເຈົ້າໄດ້ຊົງນຳພຣະອົງໄປໃນຖິ່ນແຫ້ງແລ້ງກັນດານ.2ທີ່ຊຶ່ງພຣະອົງຖືກມານຮ້າຍທົດລອງເປັນເວລາສີ່ສິບວັນ. ໃນວັນເວລານັ້ນພຣະອົງບໍ່ໄດ້ຮັບປະທານສິ່ງໃດ ເມື່ອເວລາແຫ່ງການທົດລອງສິ້ນສຸດ ພຣະອົງຊົງຢາກອາຫານ.3ມານຮ້າຍໄດ້ທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງຫີນກ້ອນນີ້ໃຫ້ກາຍເປັນເຂົ້າຈີ່.”4ພຣະເຢຊູເຈົ້າຊົງຕອບມັນວ່າ, “ມີພຣະຄັມພີຂຽນໄວ້ວ່າ ‘ມະນຸດຈະບໍ່ລ້ຽງຊີວິດພຽງອາຫານສິ່ງດຽວກໍບໍ່ໄດ້’.”5ຈາກນັ້ນມານຮ້າຍໄດ້ນຳພຣະເຢຊູເຈົ້າຂຶ້ນເມືອທີ່ສູງ ແລະສະແດງບັນດາຣາຊະອານາຈັກຕ່າງໆຂອງໂລກໃຫ້ພຣະອົງເຫັນໃນຊົ່ວຂະນະຫນຶ່ງ.6ມານໄດ້ທູນພຣະອົງວ່າ, “ເຮົາຈະມອບຣິດອຳນາດທຸກຢ່າງແກ່ທ່ານ ລວມທັງສະຫງ່າຣາສີ ເພາະວ່າອານາຈັກເຫລົ່ານີ້ໄດ້ຖືກມອບສິດໄວ້ແກ່ເຮົາປົກຄອງແລ້ວ ແລະເຮົາສາມາດມອບໃຫ້ແກ່ຜູ້ໃດກໍໄດ້.7ດັ່ງນັ້ນ ຫາກທ່ານກົ້ມຂາບລົງໄຫວ້ເຮົາ ແລະນະມັດສະການເຮົາ ສັບພະສິ່ງນັ້ນຈະເປັນຂອງທ່ານ.”8ແຕ່ພຣະເຢຊູເຈົ້າຊົງຕອບມານວ່າ, “ດັ່ງທີ່ມີຄຳຂຽນໄວ້ວ່າ, ‘ທ່ານຈົ່ງຂາບໄຫວ້ອົງພຣະຜູ້ເປັນເຈົ້າຂອງເຈົ້າແລະຮັບໃຊ້ພຣະອົງແຕ່ຜູ້ດຽວ’.”9ຈາກນັ້ນມານຮ້າຍໄດ້ນຳພຣະອົງໄປຍັງນະຄອນເຢຣູຊາເລັມ ແລະນຳພຣະອົງຂື້ນໄປຢູ່ເທິງຫລັງຄາພຣະວິຫານ ແລະທູນພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້.10ເພາະວ່າມີຄຳຂຽນໄວ້ວ່າ, ‘ພຣະເຈົ້າຈະສັ່ງພວກທູດສະຫວັນຂອງພຣະອົງດູແລແລະປົກປ້ອງທ່ານ’.11ແລະ, ‘ທູດສະຫວັນເຫລົ່ານັ້ນຈະເອົາມືຮັບທ່ານໄວ້ບໍ່ໃຫ້ຕີນຂອງທ່ານຈະຕຳຫີນ’.”12ພຣະເຢຊູເຈົ້າຊົງຕອບມານວ່າ, “ມີຄຳກ່າວໄວ້ວ່າ, ‘ຢ່າໄດ້ທົດລອງອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ’.”13ເມື່ອມານໄດ້ທົດລອງພຣະອົງທຸກປະການແລ້ວ ມັນກໍຫນີຈາກໄປແລະປະພຣະອົງໄວ້ຈົນກວ່າຈະມີໂອກາດອີກ.14ຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດກັບຄືນແຂວງຄາລີເລ ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ, ແລະ ຂ່າວເລື່ອງຂອງພຣະອົງໄດ້ຊ່າລືໄປທົ່ວດິນແດນທີ່ຢູ່ອ້ອມເຂດນັ້ນ.15ແລະພຣະອົງເລີ້ມສັ່ງສອນໃນໂຮງທັມະສາລາຂອງພວກເຂົາແລະທຸກຄົນກໍພາກັນສັນຣະເສີນພຣະອົງ.16ພຣະອົງໄດ້ສະເດັດມາຍັງເມືອງນາຊາເຣັດ, ເມືອງທີ່ພຣະອົງຊົງຈະເຣີນໃຫຍ່ຂຶ້ນ ພຣະອົງໄດ້ສະເດັດເຂົ້າໄປໃນໂຮງທັມະສາລາໃນວັນສະບາໂຕຕາມເຄີຍ ແລະ ຊົງຢືນຂຶ້ນເພື່ອຈະອ່ານພຣະທັມ.17ພວກເຂົາໄດ້ຍື່ນພຣະຄັມພີມ້ວນຂອງເອຊາຢາຜູ້ປະກາດພຣະທັມໃຫ້ພຣະອົງ. ພຣະອົງຊົງພືຫນັງສືພຣະທັມມ້ວນອອກກໍພົບຂໍ້ທີ່ຂຽນໄວ້ວ່າ,18“ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າຊົງສະຖິດຢູ່ເທິງຂ້າພຣະເຈົ້າ, ເພາະຊົງໄດ້ຫົດສົງໃຫ້ຂ້າພຣະເຈົ້າປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງສົ່ງຂ້າພຣະເຈົ້າປະກາດອິສຣະພາບແກ່ບັນດາຊະເລີຍ ແລະເປີດຕາຄົນຕາບອດໄດ້ເຫັນຮຸ່ງອີກ, ເພື່ອປົດປ່ອຍຜູ້ຖືກບີບບັງຄັບເປັນອິສຣະ.19ເພື່ອປະກາດປີແຫ່ງຄວາມເມດຕາຂອງອົງພຣະຜູ້ເປັນເຈົ້າ.”20ຈາກນັ້ນພຣະອົງຊົງຮຳຫນັງສືນັ້ນສົ່ງຄືນໃຫ້ເຈົ້າຫນ້າທີ່ ແລະຊົງນັ່ງລົງ. ສາຍຕາຂອງຄົນທັງປວງໃນໂຮງທັມະສາລາກໍຫລຽວເບິ່ງພຣະອົງ.21ພຣະອົງຈິ່ງຊົງຕັ້ງຕົ້ນກ່າວກັບພວກເຂົາວ່າ, “ພຣະຄັມພີທີ່ທ່ານໄດ້ຍິນວັນນີ້ໄດ້ສຳເລັດແລ້ວ.”22ທຸກຄົນທີ່ຢູ່ໃນທີ່ນັ້ນເປັນພະຍານໃນສິ່ງທີ່ພຣະອົງກ່າວ ແລະຕ່າງກໍພາກັນປະຫລາດໃຈກັບຖ້ອຍຄຳແຫ່ງພຣະຄຸນ ຊຶ່ງອອກມາຈາກພຣະໂອດຂອງພຣະອົງ, ເຂົາຈິ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກຊາຍຂອງໂຢເຊັບບໍ່ແມ່ນຫລື?”23ພຣະອົງຊົງກ່າວແກ່ເຂົາວ່າ, “ທ່ານທັງຫລາຍຄົງຈະກ່າວຄຳສຸພາສິດຂໍ້ນີ້ຕໍ່ເຮົາເປັນແນ່ວ່າ ‘ນາຍຫມໍເອີຍ, ຈົ່ງປົວຕົວເອງໃຫ້ດີເຖີດ. ອັນໃດກໍຕາມຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ກໍຈົ່ງເຮັດໃນບ້ານເກີດເມືອງນອນຂອງຕົນທີ່ນີ້ເຫມືອນກັນ.’”24ແຕ່ພຣະອົງຊົງກ່າວອີກວ່າ, “ເຮົາບອກຄວາມຈິງວ່າກັບພວກທ່ານວ່າ ບໍ່ມີຜູ້ປະກາດພຣະທັມຄົນໃດໄດ້ຮັບຄວາມນັບຖືໃນບ້ານເກີດເມືອງນອນຂອງຕົນ.25ແຕ່ເຮົາບອກຄວາມຈິງແກ່ພວກທ່ານວ່າ ໃນຄາວເອລີຢາ ມີແມ່ຫມ້າຍຫລາຍຄົນໃນແຜ່ນດິນອິສະຣາເອນ ຂະນະທີ່ຊົງອັດທ້ອງຟ້າເປັນເວລາສາມປີຫົກເດືອນແລະກໍເກີດການອຶດຢາກຢ່າງຫນັກທົ່ວແຜ່ນດິນ.26ແຕ່ເອລີຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດ ຍົກເວັ້ນແຕ່ແມ່ຫມ້າຍຄົນຫນຶ່ງໃນເມືອງຊາເຣຟັດແຂວງຊີໂດນທີ່ອາໄສຢູ່ທີ່ນັ້ນ.27ແລະມີຄົນຂີ້ທູດຫລາຍຄົນໃນແຜ່ນດິນອິດສະຣາເອນໃນຄາວຂອງເອລີຊາຜູ້ປະກາດພຣະທັມ, ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳຣະໃຫ້ດີສະອາດ ຍົກເວັ້ນແຕ່ ນາອາມານ ຊາວຊີເຣຍ.”28ເມື່ອຄົນທັງປວງໃນໂຮງທັມະສາລາພາກັນເຕັມໄປດ້ວຍຄວາມຄຽດເມື່ອໄດ້ຍິນຖ້ອຍຄຳເຫລົ່ານີ້29ພວກເຂົາຈິ່ງພາກັນລຸກຂຶ້ນແລະຊຸກພຣະອົງອອກໄປນອກເມືອງ ແລະ ພາພຣະອົງໄປຍັງຫນ້າຜາຊັນບ່ອນເມືອງຕັ້ງຢູ່ ເພື່ອຫມາຍຈະຊຸກພຣະອົງລົງຫນ້າຜາ.30ແຕ່ພຣະອົງຊົງຍ່າງຜ່ານພວກເຂົາໄປ ແລະ ໄປຍັງທີ່ອີກແຫ່ງຫນຶ່ງ.31ຈາກນັ້ນ ພຣະອົງໄດ້ສະເດັດລົງໄປເຖິງເມືອງກາເປນາອູມເຊິ່ງເປັນເມືອງຫນຶ່ງໃນແຂວງຄາລີເລ ແລະຊົງເລີ່ມຕົ້ນສັ່ງສອນພວກເຂົາທັງຫລາຍໃນວັນສະບາໂຕ.32ພວກເຂົາກໍປະຫລາດໃຈໃນຄຳສອນຂອງພຣະອົງ ເພາະພຣະອົງຊົງກ່າວດ້ວຍຣິດອຳນາດ.33ໃນໂຮງທັມະສາລານັ້ນ ມີຊາຍຄົນຫນຶ່ງມີຜີຮ້າຍເຂົ້າສິງຢູ່ ແລະ ລາວໄດ້ຮ້ອງສຽງດັງວ່າ.34“ໂອ! ພວກເຮົາໄດ້ເຮັດອັນໃດໃຫ້ແກ່ທ່ານ, ເຢຊູໄທນາຊາເຣັດເອີຍ? ທ່ານມາເພື່ອທຳລາຍພວກເຮົາຫລື? ເຮົາກໍຮູ້ ວ່າທ່ານຄືອົງຜູ້ບໍຣິສຸດຂອງພຣະເຈົ້າ.”35ພຣະເຢຊູເຈົ້າຊົງຫ້າມຜີຮ້າຍໂດຍກ່າວວ່າ, “ມິດແມ ແລະອອກຈາກຄົນນີ້ເສຍ!’ ເມື່ອຜີຮ້າຍເຮັດໃຫ້ຄົນນັ້ນລົ້ມລົງທ່າມກາງປະຊາຊົນແລ້ວ ມັນໄດ້ອອກຈາກຜູ້ນັ້ນແລະບໍ່ໄດ້ເຮັດອັນຕະຣາຍແກ່ຄົນນັ້ນແຕ່ຢ່າງໃດ.36ຄົນທັງປວງກໍປະຫລາດໃຈ ແລະເວົ້າຕໍ່ກັນກ່ຽວກັບເລື່ອງນີ້. ພວກເຂົາເວົ້າວ່າ, “ຄຳເວົ້າເຫລົ່ານີ້ເປັນຢ່າງໃດຫນໍ? ເພິ່ນໄດ້ສັ່ງຜີຖ່ອຍຮ້າຍດ້ວຍສິດອຳນາດແລະຣິດເດດ ແລະພວກມັນກໍອອກມາ.”37ແລະຊື່ສຽງຂອງພຣະເຢຊູເຈົ້າໄດ້ເລີ່ມຊ່າລືໄປທຸກບ່ອນທົ່ວຂົງເຂດນັ້ນ.38ເມື່ອພຣະອົງອອກຈາກໂຮງທັມະສາລາ ແລະສະເດັດເຂົ້າໄປໃນເຮືອນຂອງຊີໂມນ. ແມ່ເມຍຂອງຊີໂມນລົ້ມປ່ວຍເປັນໄຂ້ແຮງຫລາຍ, ແລະພວກເຂົາໄດ້ອ້ອນວອນພຣະເຢຊູເຈົ້າໃຫ້ໂຜດຮັກສານາງ.39ພຣະອົງຊົງຢືນຢູ່ຂ້າງນາງ ແລະຊົງຂະນາບຫ້າມອາການໄຂ້ ແລະໄຂ້ກໍເຊົາໃນທັນໃດນັ້ນ ນາງກໍລຸກຂຶ້ນບົວຣະບັດຮັບໃຊ້ພຣະອົງກັບພວກສາວົກ.40ໃນເວລາຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບເປັນພະຍາດຕ່າງໆ ມາຫາພຣະອົງ. ພຣະອົງກໍຊົງວາງພຣະຫັດໃສ່ເຂົາທຸກຄົນ ແລະໂຜດໃຫ້ເຂົາດີທຸກຄົນ.41ພວກຜີມານຮ້າຍກໍໄດ້ອອກຈາກພວກເຂົາ, ພາກັນຮ້ອງແຜດສຽງ ແລະເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າ” ແຕ່ພຣະເຢຊູຄຣິດເຈົ້າຊົງຫ້າມຜີຮ້າຍ ແລະ ບໍ່ໃຫ້ມັນເວົ້າ ເພາະພວກມັນຮູ້ແລ້ວວ່າພຣະອົງຊົງເປັນພຣະຄຣິດເຈົ້າ.42ເມື່ອເຖິງເວລາຮຸ່ງເຊົ້າ ພຣະເຢຊູເຈົ້າກໍອອກໄປຍັງປ່າບ່ອນສະຫງັດ. ປະຊາຊົນກໍຊອກຫາພຣະອົງ ແລະມາຍັງສະຖານທີ່ໆພຣະອົງຊົງຢູ່. ເມື່ອພົບແລ້ວພວກເຂົາກໍພະຍາຍາມຫນ່ວງຫນ່ຽວພຣະອົງໄວ້ບໍ່ໃຫ້ໄປຈາກພວກເຂົາ.43ແຕ່ພຣະອົງຊົງກ່າວແກ່ເຂົາວ່າ, “ເຮົາຕ້ອງປະກາດຂ່າວປະເສີດເລື່ອງຣາຊະອານາຈັກຂອງພຣະເຈົ້າແກ່ຄົນໃນເມືອງອື່ນໆ ອີກຫລວງຫລາຍ, ເພາະນີ້ເປັນເຫດຜົນທີ່ເຮົາຖືກສົ່ງມາທີ່ນີ້.”44ຈາກນັ້ນພຣະເຢຊູເຈົ້າຊົງເທສະຫນາປ່າວປະກາດໃນໂຮງທັມະສາລາຕະຫລອດທີ່ແຂວງຢູດາຍຕໍ່ໄປ.
1ບັດນີ້ສິ່ງທີ່ເກີດຂື້ນເມື່ອປະຊາຊົນກຳລັງບຸບຽດພຣະເຢຊູເຈົ້າແລະຟັງພຣະທັມຂອງພຣະເຈົ້າ, ພຣະເຢຊູເຈົ້າຊົງຢືນຢູ່ແຄມທະເລສາບເຄັນເນຊາເຣັດ.2ພຣະອົງຊົງເຫັນເຮືອສອງລຳກຳລັງຖືກລາກຂື້ນມາຮິມຝັ່ງທະເລສາບນັ້ນ. ພວກຄົນຫາປາໄດ້ອອກໄປຈາກເຮືອ ແລະເຂົາກຳລັງລ້າງມອງຂອງພວກເຂົາ.3ພຣະເຢຊູຈິ່ງໄດ້ສະເດັດເຂົ້າໄປໃນເຮືອລຳຫນຶ່ງ ຄືເຮືອຂອງຊີໂມນແລ້ວ ພຣະອົງຂໍໃຫ້ເຂົາຖອຍເຮືອອອກໄປໃນທະເລສາບໂດຍຫ່າງອອກໄປຈາກຝັ່ງຫນ້ອຍຫນຶ່ງ ແລ້ວພຣະອົງຈິ່ງປະທັບລົງແລະສັ່ງສອນປະຊາຊົນຈາກເຮືອລຳນັ້ນ.4ເມື່ອພຣະອົງຊົງສັ່ງສອນສຳເລັດແລ້ວ, ພຣະອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍເຮືອອອກໄປບ່ອນນໍ້າເລິກ ແລະ ຢ່ອນມອງຂອງພວກທ່ານລົງຈັບປາ.”5ຊີໂມນທູນຕອບວ່າ, “ອາຈານເຈົ້າເອີຍ, ພວກຂ້ານ້ອຍໄດ້ຫາຈົນອິດເມື່ອຍຫມົດຄືນ ແລະ ຈັບປາບໍ່ໄດ້ເລີຍ ແຕ່ເພາະພຣະອົງສັ່ງ ຂ້ານ້ອຍຈະຢ່ອນມອງລົງໄປຈັບປາ.”6ເມື່ອພວກເຂົາຢ່ອນລົງແລ້ວ ພວກເຂົາຈັບປາໄດ້ຈຳນວນຫລາຍ ຈົນມອງຂອງເຂົາພວມຈະຂາດ.7ດັ່ງນັ້ນພວກເຂົາຈິ່ງກວັກມືເອົາຫມູ່ທີ່ຢູ່ເຮືອລຳອື່ນໃຫ້ມາຊ່ອຍ. ເມື່ອເຂົາມາຊ່ອຍ ແລະ ເຮືອທັງສອງລຳຂອງພວກເຂົາກໍເຕັມຈົນເຮືອເກືອບຫລົ້ມ.8ແຕ່ເມື່ອຊີໂມນເປໂຕໄດ້ເຫັນດັ່ງນັ້ນ ເພິ່ນຈິ່ງຂາບລົງທີ່ຕີນຂອງພຣະເຢຊູຄຣິດເຈົ້າ ແລະ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍເຊີນໄປໃຫ້ຫ່າງຈາກຂ້ານ້ອຍຖ້ອນ, ເພາະຂ້ານ້ອຍເປັນຄົນບາບ.”9ເປໂຕກັບຄົນທັງຫລາຍທີ່ຢູ່ນຳກັນນັ້ນ ຕ່າງກໍງຶດປະຫລາດໃຈກ່ຽວກັບເຫດການທີ່ພວກເຂົາຈັບປາໄດ້ນັ້ນ.10ຄົນເຫລົ່ານີ້ລວມທັງຢາໂກໂບແລະໂຢຮັນ ລູກຊາຍຂອງເຊເບດາຍ ທີ່ເປັນຫມູ່ຮ່ວມງານກັບຊີໂມນ ແລະພຣະເຢຊູເຈົ້າຊົງກ່າວກັບຊີໂມນວ່າ, “ຢ່າຢ້ານເລີຍ ເພາະຕັ້ງແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ.”11ເມື່ອພວກເຂົາໄດ້ນຳເຮືອມາເຖິງຝັ່ງແລ້ວ, ພວກເຂົາກໍສະຫລະສິ່ງສາຣະພັດໄວ້ບ່ອນນັ້ນແລ້ວຕາມພຣະອົງໄປ.12ໃນຂະນະທີ່ພຣະເຢຊູເຈົ້າຢູ່ໃນເມືອງໆຫນຶ່ງ, ມີຊາຍຄົນຫນຶ່ງທີ່ປ່ວຍເປັນຂີ້ທູດເຕັມຕົວ ເມື່ອຄົນນັ້ນໄດ້ເຫັນພຣະເຢຊູເຈົ້າກໍກົ້ມຂາບລົງແລະອ້ອນວອນພຣະອົງວ່າ, “ພຣະອົງເຈົ້າເອີຍ, ຖ້າຫາກພຣະອົງພໍໃຈ ຂ້າພະອົງກໍຈະຫາຍສະອາດ.”13ແລ້ວພຣະເຢຊູເຈົ້າຈິ່ງຊົງຢຽດພຣະຫັດອອກຖືກຄົນນັ້ນ, ພຣະອົງຊົງກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດເຖີດ” ພະຍາດຂີ້ທູດກໍຫາຍໄປຈາກຄົນນັ້ນທັນທີ.14ພຣະອົງຈິ່ງສັ່ງຫ້າມຜູ້ນັ້ນບໍ່ໃຫ້ບອກຜູ້ໃດ ແຕ່ພຣະອົງຊົງກ່າວກັບລາວວ່າ, “ຈົ່ງໄປຕາມທາງຂອງທ່ານ ແລະສະແດງຕົວຕໍ່ປະໂຣຫິດ ແລະຖວາຍເຄື່ອງບູຊາສຳລັບການຮັກສາໃຫ້ສະອາດຂອງທ່ານ ຕາມທີ່ໂມເຊໄດ້ສັ່ງໄວ້ເພື່ອເປັນຄຳພະຍານຕໍ່ພວກເຂົາ.”15ແຕ່ຊື່ສຽງຂອງພຣະເຢຊູເຈົ້າແຮງຊ່າລືເຜີຍແຜ່ໄປໄກອີກ ແລະ ປະຊາຊົນຈຳນວນຫລາຍໄດ້ຊຸມນຸມກັນເພື່ອຟັງຄຳສັ່ງສອນຂອງພຣະອົງ ແລະເພື່ອຈະຊົງໂຜດຮັບການຮັກສາໃຫ້ຫາຍດີຈາກພະຍາດຕ່າງໆ.16ແຕ່ພຣະອົງມັກສະເດັດອອກໄປສະຖານທີ່ປຽ່ວ ແລະ ອະທິຖານ.17ຢູ່ມາວັນຫນຶ່ງເມື່ອພຣະອົງກຳລັງສັ່ງສອນຢູ່, ມີພວກຟາຣີຊາຍແລະພວກອາຈານສອນບັນຍັດນັ່ງຢູ່ຫັ້ນດ້ວຍ ພວກເຂົາມາຈາກບ້ານຕ່າງໆໃນແຂວງຄາລີເລ, ແຂວງຢູດາຍ ແລະ ຈາກນະຄອນເຢຣູຊາເລັມ. ຣິດເດດອຳນາດຂອງອົງພຣະຜູ້ເປັນເຈົ້າກໍສະຖິດຢູ່ກັບພຣະອົງ ເພື່ອການຮັກສາພະຍາດ.18ມີຜູ້ຊາຍບາງຄົນໄດ້ຫາມຄົນເປັ້ຽຜູ້ຫນຶ່ງນອນຢູ່ເທິງບ່ອນນອນນັ້ນມາຫາພຣະອົງ, ພວກເຂົາພະຍາຍາມຫາທາງທີ່ຈະຫາມຄົນເປັ້ຽນັ້ນເຂົ້າມາດ້ານໃນ ເພື່ອວາງຕໍ່ພຣະພັກຂອງພຣະເຢຊູເຈົ້າ.19ພວກເຂົາບໍ່ສາມາດຫາທາງເຂົ້າໄປໄດ້ເພາະມີຝູງຄົນບຽດກັນແຫນ້ນຫນາໄປຫມົດ, ດັ່ງນັ້ນພວກເຂົາຈິ່ງຂຶ້ນຫລັງຄາເຮືອນ ແລ້ວຢ່ອນຄົນເປັ້ຍກັບທັງບ່ອນນອນລົງມາຕໍ່ພຣະພັກພຣະເຢຊູເຈົ້າທ່າມກາງຝູງຄົນທັງຫລາຍ.20ພຣະເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາແລ້ວກໍຊົງກ່າວກັບຄົນເປັ້ຽນັ້ນວ່າ, “ລູກເອີຍ, ຄວາມຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ.”21ຝ່າຍພວກນັກທັມແລະພວກຟາຣີຊາຍ ກໍຕັ້ງຕົ້ນຄຳຖາມກ່ຽວກັບສິ່ງນີ້ ພວກເຂົາເວົ້າວ່າ, “ຜູ້ນີ້ເປັນໃຜຈິ່ງໄດ້ເວົ້າຫມິ່ນປະຫມາດພຣະເຈົ້າເຊັ່ນນີ້? ໃຜນໍຈະຍົກຄວາມຜິດບາບໄດ້ ນອກຈາກພຣະເຈົ້າແຕ່ອົງດຽວເທົ່ານັ້ນ?”22ແຕ່ພຣະເຢຊູເຈົ້າຊົງຮູ້ຄວາມຄຶດຂອງພວກເຂົາ ຈິ່ງຊົງກ່າວຕອບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຕັ້ງຄຳຖາມນີ້ໃນຫົວໃຈຂອງພວກທ່ານ?23ອັນໃດຈະງ່າຍກວ່າກັນຫລືກັບການທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ’ ຫລື ‘ຈົ່ງລຸກຂຶ້ນແລະຍ່າງໄປ?’24ແຕ່ເຫມືອນກັບທີ່ພວກທ່ານອາດຮູ້ໄດ້ວ່າ ບຸດມະນຸດມີສິດອຳນາດເທິງແຜ່ນດິນໂລກນີ້ ເພື່ອໃຫ້ອະພັຍຄວາມຜິດບາບໄດ້, ເຮົາບອກກັບທ່ານວ່າ “ຈົ່ງລຸກຂຶ້ນຍົກເອົາບ່ອນນອນຂອງເຈົ້າແລະກັບບ້ານຂອງທ່ານ.”25ໃນທັນໃດນັ້ນຄົນເປັ້ຽໄດ້ລຸກຂຶ້ນຕໍ່ຫນ້າຄົນທັງປວງ ແລະຍົກເອົາບ່ອນນອນຊຶ່ງຕົນໄດ້ນອນນັ້ນກັບໄປບ້ານຂອງຕົນ ພ້ອມທັງຮ້ອງສັນຣະເສີນແດ່ພຣະເຈົ້າ.26ທຸກຄົນຕ່າງກໍງຶດປະຫລາດໃຈຫລາຍແລະພວກເຂົາພາກັນສັນຣະເສີນພຣະເຈົ້າ. ພວກເຂົາເຕັມໄປດ້ວຍຄວາມຢ້ານ ແລະເວົ້າກັນວ່າ, “ວັນນີ້ພວກເຮົາ ໄດ້ເຫັນສິ່ງທີ່ອັດສະຈັນເກີດຂື້ນ.”27ຫລັງຈາກເຫດການເຫລົ່ານີ້ເກີດຂື້ນ ພຣະເຢຊູເຈົ້າສະເດັດອອກໄປຈາກທີ່ນັ້ນ ແລະພຣະອົງເຫັນຄົນເກັບພາສີຜູ້ຫນຶ່ງຊື່ ເລວີ ນັ່ງຢູ່ດ່ານພາສີ. ພຣະອົງຈິ່ງບອກທ່ານວ່າ, “ຈົ່ງຕາມເຮົາມາ.”28ແລ້ວເລວີກໍລຸກຂື້ນ ຕາມພຣະອົງໄປ ແລະສະຫລະຖິ້ມຫມົດທຸກສິ່ງເອົາໄວ້.29ແລ້ວເລວີຈິ່ງໄດ້ຈັດໃຫ້ມີງານລ້ຽງອັນໃຫຍ່ຕ້ອນຮັບພຣະເຢຊູເຈົ້າໃນເຮືອນຂອງຕົນ. ມີຄົນເກັບພາສີຈຳນວນຫລາຍທີ່ຢູ່ທີ່ນັ້ນ ແລະຄົນອື່ນໆ ໄດ້ເຂົ້າຮ່ວມນັ່ງທີ່ໂຕະແລະຮັບປະທານອາຫານນຳພຣະອົງ.30ແຕ່ພວກຟາຣີຊາຍແລະພວກທັມະຈານກຳລັງຈົ່ມຕິຕຽນພວກສິດຂອງພຣະອົງ, ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈິ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກຄົນບາບອື່ນໆ?”31ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການຫມໍຮັກສາ ມີແຕ່ຄົນປ່ວຍເທົ່ານັ້ນທີ່ຕ້ອງການຫມໍ.32ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມໃຫ້ກັບໃຈ ແຕ່ມາເອີ້ນເອົາຄົນບາບໃຫ້ກັບໃຈ.”33ພວກເຂົາໄດ້ທູນພຣະອົງວ່າ, “ພວກລູກສິດຂອງໂຢຮັນຖືສິນອົດອາຫານແລະອະທິຖານຢູ່ເລື້ອຍ ແລະລູກສິດຂອງພວກຟາຣີຊາຍກໍເຮັດເຫມືອນກັນ. ແຕ່ສາວົກຂອງທ່ານພັດກິນແລະດື່ມ.”34ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ມີສະຫາຍຂອງເຈົ້າບ່າວຄົນໃດທີ່ຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ?”35ແຕ່ວັນນັ້ນຈະມາເຖິງ ເມື່ອເຈົ້າບ່າວຖືກຍົກຍ້າຍໄປຈາກພວກເຂົາ, ເມື່ອນັ້ນແຫລະພວກເຂົາຈິ່ງຈະຖືສິນອົດອາຫານ.”36ແລ້ວພຣະເຢຊູຈິ່ງກ່າວຄຳອຸປະມາຂໍ້ຫນຶ່ງແກ່ພວກເຂົາວ່າ, “ບໍ່ຫ່ອນມີຜູ້ໃດຈີກເອົາຜ້າຈາກເສື້ອໃຫມ່ມາຕາບເສື້ອເກົ່າ. ເພາະຖ້າເຂົາເຮັດດັ່ງນັ້ນກໍຈະເຮັດໃຫ້ເສື້ອໃຫມ່ຂາດເສຍໄປ ແລະຜ້າທີ່ເອົາມາຈາກເສື້ອໃຫມ່ກໍຈະບໍ່ສົມກັບເສື້ອເກົ່າເຫມືອນກັນ.37ບໍ່ມີຜູ້ໃດເອົານ້ຳອະງຸ່ນໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດດັ່ງນັ້ນນ້ຳອະງຸ່ນໃຫມ່ຈະເຮັດໃຫ້ຖົງຫນັງນັ້ນຂາດໄປ, ນ້ຳອະງຸ່ນຈະໄຫລອອກ, ແລ້ວຖົງຫນັງກໍຈະເສຍໄປໃຊ້ການບໍ່ໄດ້.38ແຕ່ນ້ຳອະງຸ່ນໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່.39ແລະບໍ່ມີຜູ້ໃດເມື່ອກິນນ້ຳອະງຸ່ນເກົ່າແລ້ວ ຈະຢາກໄດ້ນ້ຳອະງຸ່ນໃຫມ່ເພາະເພິ່ນຍ່ອມເວົ້າວ່າ ‘ອັນເກົ່ານັ້ນແຫລະດີກວ່າ’.”
1ເມື່ອເຖິງວັນສະບາໂຕ ໃນຂະນະທີ່ພຣະເຢຊູເຈົ້າສະເດັດຜ່ານທົ່ງນາໄປ, ພວກສາວົກຂອງພຣະອົງໄດ້ເດັດເອົາຮວງເຂົ້າ ແລະ ໃສ່ຝາມື ແລະ ກິນເມັດເຂົ້ານັ້ນ.2ແຕ່ພວກຟາຣີຊາຍບາງຄົນທູນຖາມວ່າ, “ເປັນຫຍັງພວກທ່ານຈິ່ງຜິດຕໍ່ກົດພຣະບັນຍັດໃນວັນສະບາໂຕ?”3ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານເຖິງເລື່ອງທີ່ດາວິດໄດ້ເຮັດຕອນທີ່ທ່ານຫິວ ທັງດາວິດແລະພັກພວກຂອງເພິ່ນຫລື?4ເພິ່ນໄດ້ເຂົ້າໄປໃນພຣະວິຫານຂອງພຣະເຈົ້າ ແລະເອົາເຂົ້າຈີ່ທີ່ຕັ້ງຖວາຍແກ່ພຣະເຈົ້າມາຮັບປະທານ ແລະປັນໃຫ້ພັກພວກຂອງຕົນຮັບປະທານເຫມືອນກັນ ຊຶ່ງພຣະບັນຍັດຈະກຳນົດແຕ່ປະໂຣຫິດເທົ່ານັ້ນທີ່ສາມາດຮັບປະທານໄດ້.”5ແລ້ວພຣະອົງຊົງບອກພວກເຂົາວ່າ, “ບຸດມະນຸດເປັນເຈົ້ານາຍເຫນືອວັນສະບາໂຕ.”6ໃນວັນສະບາໂຕອີກວັນຫນຶ່ງ ພຣະອົງໄດ້ສະເດັດເຂົ້າໄປໃນໂຮງທັມະສາລາ ແລະສັ່ງສອນປະຊາຊົນທີ່ນັ້ນ. ມີຊາຍຄົນຫນຶ່ງທີ່ມີມືເບື້ອງຂວາລີບຢູ່ທີ່ນັ້ນ.7ພວກທັມະຈານແລະພວກຟາຣີຊາຍຊອມເບິ່ງວ່າ ພຣະອົງຈະຊົງຮັກສາໃຜໃຫ້ດີໃນວັນສະບາໂຕຫລືບໍ່ ເພື່ອທີ່ເຂົາຈະຫາເຫດຟ້ອງພຣະອົງໃນການເຮັດຜິດ.8ແຕ່ພຣະອົງຊົງຊາບຄວາມຄຶດຂອງຄົນເຫລົ່ານັ້ນ ຈິ່ງຊົງບອກຄົນມືລີບນັ້ນວ່າ, “ລຸກຂຶ້ນແລະມາຢືນຢູ່ເຄິ່ງກາງຂອງທຸກຄົນ” ດັ່ງນັ້ນ ລາວຈິ່ງລຸກຂຶ້ນແລະຢືນຢູ່ທີ່ນັ້ນ.9ພຣະເຢຊູເຈົ້າຖາມພວກເຂົາວ່າ "ເຮົາຖາມທ່ານວ່າ, ອັນໃດທີ່ເປັນການເຮັດຕາມພຣະບັນຍັດໃນວັນສະບາໂຕ ການເຮັດດີ ຫລື ການເຮັດຊົ່ວ, ການຊ່ວຍຊີວິດໄວ້ ຫລື ການໃຫ້ທຳລາຍຊີວິດເສັຍ?”.10ແລ້ວພຣະອົງຈິ່ງທອດພຣະເນດເບິ່ງອ້ອມເຂົາທຸກຄົນ ແລະຊົງກ່າວແກ່ຄົນມືລີບນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກມາ” ຄົນນັ້ນກໍເຮັດຕາມ, ມືຂອງລາວກໍດີເປັນປົກກະຕິ.11ແຕ່ຄົນເຫລົ່ານັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ.12ໃນຄາວນັ້ນ ພຣະເຢຊູເຈົ້າໄດ້ສະເດັດຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ ພຣະອົງອະທິຖານຕໍ່ພຣະເຈົ້າຢູ່ນັ້ນຕະຫລອດຄືນ.13ຄັນພໍຮຸ່ງເຊົ້າພຣະອົງໄດ້ຊົງເອີ້ນເອົາພວກສາວົກມາຫາພຣະອົງ, ພຣະອົງຊົງເລືອກເອົາສິບສອງຄົນໃນພວກເຂົາ, ເຊິ່ງເປັນຜູ້ທີ່ພຣະອົງຊົງຕັ້ງຊື່ວ່າ ອັກຄະສາວົກ.14ລາຍຊື່ຂອງບັນດາອັກຄະສາວົກ ຄື ຊີໂມນ (ຜູ້ທີ່ພຣະອົງຊົງຕັ້ງຊື່ອີກວ່າ ເປໂຕ) ແລະອັນເດອາ ນ້ອງຊາຍຂອງລາວ, ຢາໂກໂບແລະໂຢຮັນ, ຟີລິບແລະບາຣະໂທໂລມາຍ.15ມັດທາຍແລະໂທມາ, ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນ(ຜູ້ທີ່ເອີ້ນກັນວ່າ. ເຊໂລເຕ)16ຢູດາລູກຊາຍຂອງຢາໂກໂບ, ແລະຢູດາອິສະກາຣີອົດ ຜູ້ທີ່ກາຍເປັນຄົນທໍຣະຍົດ.17ເມື່ອພຣະເຢຊູເຈົ້າໄດ້ສະເດັດລົງມາຈາກພູເຂົາ ພ້ອມກັບພວກສາວົກ ແລະຊົງຢືນຢູ່ທີ່ຮາບພຽງ ພວກສາວົກຂອງພຣະອົງຫລາຍຄົນກໍຢູ່ທີ່ນັ້ນ ເຊັ່ນດຽວກັນກັບປະຊາຊົນຈຳນວນຫລວງຫລາຍທີ່ມາຈາກທົ່ວແຂວງຢູດາຍ, ຈາກນະຄອນເຢຣູຊາເລັມ, ແລະຈາກຝັ່ງທະເລເຂດເມືອງຕີເຣກັບເມືອງຊີໂດນ.18ພວກເຂົາໄດ້ມາພຣະອົງ ເພື່ອຟັງພຣະອົງ ແລະເພື່ອໃຫ້ໂຜດດີພະຍາດຕ່າງໆຂອງເຂົາ. ບັນດາຄົນທີ່ທຸກທໍຣະມານຈາກຜີຖ່ອຍຮ້າຍ ກໍຊົງໂຜດໃຫ້ດີເຫມືອນກັນ.19ທຸກຄົນໃນປະຊາຊົນຕ່າງກໍພະຍາຍາມຈະແຕະຕ້ອງພຣະອົງ ເພາະຣິດເດດແຫ່ງການຮັກສາໂຣກອອກມາຈາກພຣະອົງ ແລະພຣະອົງຊົງຮັກສາພວກເຂົາໃຫ້ດີພະຍາດທຸກຄົນ.20ແລ້ວພຣະອົງທອດພະເນດຫລຽວເບິ່ງພວກສາວົກແລະຊົງກ່າວວ່າ, “ທ່ານທັງຫລາຍທີ່ຍາກຈົນກໍເປັນສຸກ ເພາະຣາຊະອານາຈັກຂອງພຣະເຈົ້າເປັນຂອງພວກທ່ານ.21ທ່ານທັງຫລາຍທີ່ອຶດຢາກດຽວນີ້ກໍເປັນສຸກ ເພາະວ່າທ່ານຈະໄດ້ອີ່ມເຕັມ. ທ່ານທັງຫລາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ, ເພາະວ່າພວກທ່ານຈະໄດ້ຫົວ.”22“ເມື່ອຄົນທັງຫລາຍກຽດຊັງພວກທ່ານກໍເປັນສຸກ ແລະເມື່ອພວກເຂົາຂັບໄລ່ທ່ານ, ແລະປະຕິເສດຊື່ຂອງພວກທ່ານວ່າຊົ່ວຮ້າຍ ເພາະເຫັນແກ່ບຸດມະນຸດ.23ຈົ່ງຊື່ນຊົມຍິນດີໃນວັນນັ້ນ ແລະຕື່ນເຕັ້ນດ້ວຍຄວາມຍິນດີ. ເພາະທ່ານຫມັ້ນໃຈວ່າຈະໄດ້ບຳເຫນັດອັນຍິ່ງໃຫຍ່ໃນສະຫວັນ ເພາະວ່າບັນພະບຸຣຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທັມເຫມືອນກັນ.24“ແຕ່ວິບັດຈົ່ງມີແກ່ທ່ານທັງຫລາຍຜູ້ເປັນຄົນຮັ່ງມີ ເພາະວ່າພວກທ່ານໄດ້ຮັບຄວາມສຸກສະບາຍແລ້ວ.25ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ອີ່ມເຕັມດຽວນີ້, ເພາະວ່າພວກທ່ານຈະອຶດຢາກໃນພາຍຫລັງ. ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ຫົວຢູ່ດຽວນີ້, ເພາະວ່າພວກທ່ານຈະທຸກໂສກແລະຮ້ອງໄຫ້ພາຍຫລັງ.”26“ວິບັດຈົ່ງມີແກ່ພວກທ່ານ ເມື່ອຄົນທັງຫລາຍຍ້ອງຍໍວ່າທ່ານດີ, ເພາະບັນພະບຸຣຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນັ້ນຕໍ່ຜູ້ປະກາດພຣະທັມປອມເຫມືອນກັນ.”27“ແຕ່ເຮົາບອກແກ່ທ່ານທີ່ກຳລັງຟັງຢູ່ວ່າ ຈົ່ງຮັກສັດຕຣູຂອງພວກທ່ານແລະເຮັດດີແກ່ຜູ້ກຽດຊັງພວກທ່ານ.28ຈົ່ງອວຍພອນແກ່ຜູ້ທີ່ປ້ອຍດ່າພວກທ່ານ, ແລະຈົ່ງອ້ອນວອນເພື່ອຜູ້ທີ່ກ່າວຫຍາບຊ້າຕໍ່ພວກທ່ານ.29ຖ້າຜູ້ໃດຕົບແກ້ມຂອງທ່ານເບື້ອງຫນຶ່ງ ຈົ່ງປິ່ນອີກເບື້ອງຫນຶ່ງໃຫ້ເຂົາ. ຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງທ່ານໄປ ຢ່າຫວງຫ້າມທີ່ຈະເອົາເສື້ອໃນໃຫ້ພວກເຂົາ.30ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກທ່ານ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງທ່ານໄປ, ຢ່າຊູ່ທວງຖາມເພື່ອທີ່ຈະເອົາຄືນ.31ທ່ານຈົ່ງປະຕິບັດຕໍ່ຄົນທັງປວງເຫມືອນຢ່າງທ່ານຢາກໃຫ້ເຂົາປະຕິບັດຕໍ່ທ່ານ.32ຖ້າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບການຍົກຍ້ອງຫລື? ເພາະເຖິງແມ່ນຄົນບາບກໍຍັງຮັກຄົນທີ່ຮັກເຂົາເຫມືອນກັນ.33ຖ້າທ່ານເຮັດດີສະເພາະແຕ່ຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ເພາະຄົນບາບກໍຍັງເຮັດຢ່າງດຽວກັນ.34ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ທ່ານຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນກັບມາເຕັມຈຳນວນ.35ແຕ່ຈົ່ງຮັກສັດຕຣູຂອງທ່ານທັງຫລາຍແລະຈົ່ງເຮັດດີຕໍ່ເຂົາ ຈົ່ງໃຫ້ເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນ ແລະທ່ານຈະໄດ້ຮັບບຳເຫນັດທີ່ຍິ່ງໃຫຍ່, ທ່ານທັງຫລາຍຈະໄດ້ເປັນບຸດຂອງພຣະເຈົ້າຜູ້ສູງສຸດ ເພາະວ່າພຣະອົງຍັງຊົງພຣະກາຣຸນາ ແກ່ຄົນທີ່ເນຣະຄຸນແລະຄົນຊົ່ວ.36ຈົ່ງມີຄວາມເມດຕາກະຣຸນາ ເຫມືອນຢ່າງພຣະບິດາຂອງທ່ານຊົງມີພຣະທັຍເມດຕາກະຣຸນາ.37“ຢ່າໄດ້ຕັດສິນ ແລະ ທ່ານຈະບໍ່ຖືກຕັດສິນ. ຢ່າສາບແຊ່ງໃຜ ແລະ ທ່ານຈະບໍ່ຖືກສາບແຊ່ງ. ຈົ່ງຍົກໂທດໃຫ້ເຂົາ ແລະ ທ່ານຈະໄດ້ຮັບການຍົກໂທດ.38ຈົ່ງໃຫ້ຄົນອື່ນ ແລະທ່ານຈະໄດ້ຮັບເຫມືອນກັນ ໃນຈຳນວນທີ່ຫລາຍ ແລະລົ້ນໄຫລ ເຊິ່ງຈະເທລົງເທິງຕັກຂອງທ່ານ. ເພາະວ່າພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ກໍຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ.”39ແລ້ວພຣະອົງຊົງກ່າວແກ່ເຂົາເປັນຄຳອຸປະມາວ່າ, “ຄົນຕາບອດຈະຈູງຄົນຕາບອດໄປບໍ່ໄດ້ບໍ? ຖ້າເຂົາເຮັດແບບນັ້ນ ທັງສອງຈະບໍ່ຕົກໃນຂຸມ ບໍ່ແມ່ນບໍ?40ສິດບໍ່ຫ່ອນໃຫຍ່ກວ່າຄຣູ ແຕ່ສິດທຸກຄົນທີ່ຮັບການຝຶກຝົນຢ່າງດີແລ້ວ ກໍຈະເປັນ ເຫມືອນຄຣູຂອງພວກເຂົາ.41ເປັນຫຍັງທ່ານຫລຽວເຫັນຂີ້ເຫຍື່ອທີ່ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່ຢູ່ໃນຕາຕົນເອງທ່ານບໍ່ຮູ້ສຶກ.42ດ້ວຍເຫດໃດທ່ານຈິ່ງຈະເວົ້າກັບພີ່ນ້ອງຂອງຕົນໄດ້ວ່າ ‘ພີ່ນ້ອງເອີຍ, ໃຫ້ຂ້ອຍເຂັ່ຍຂີ້ເຫຍື່ອອອກຈາກຕາຂອງເຈົ້າ’ ແຕ່ທ່ານເອງໄມ້ທັງທ່ອນທີ່ຢູ່ໃນຕາຂອງຕົນກໍຍັງບໍ່ເຫັນ ໂອ ຄົນຫນ້າຊື່ໃຈຄົດເອີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈິ່ງຈະເຂັ່ຍຂີ້ເຫຍື່ອອອກຈາກຕາພີ່ນ້ອງຂອງທ່ານໄດ້.43“ເພາະບໍ່ມີຕົ້ນໄມ້ດີທີ່ເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີກໍບໍ່ຫ່ອນເກີດຜົນດີ.44ເພາະວ່າຈະຮູ້ຈັກຕົ້ນໄມ້ທຸກຕົ້ນໄດ້ກໍເພາະຜົນຂອງມັນ ເຫດວ່າເຂົາບໍ່ຫ່ອນເກັບຫມາກເດື່ອເທດຈາກຕົ້ນມີຫນາມ ແລະບໍ່ຫ່ອນເກັບຫມາກອະງຸ່ນຈາກພຸ່ມມີຫນາມເຊັ່ນກັນ.45ຄົນດີຍ່ອມເອົາຂອງດີທີ່ມີຢູ່ໃນຄັງດີໃນໃຈຂອງຕົນອອກມາ, ແລະຄົນຊົ່ວກໍຍ່ອມເອົາຂອງຊົ່ວຈາກຄັງຊົ່ວໃນໃຈຂອງຕົນອອກມາ. ເພາະວ່າໃຈເຕັມລົ້ນດ້ວຍອັນໃດ ປາກກໍເວົ້າອອກມາຢ່າງນັ້ນ.46“ເຫດໃດທ່ານທັງຫລາຍຈິ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າ’ ແຕ່ທ່ານບໍ່ໄດ້ເຮັດຕາມຖ້ອຍຄຳທີ່ເຮົາບອກນັ້ນ.47ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະຕິບັດຕາມເຮົາ, ເຮົາຈະແຈ້ງໃຫ້ທ່ານຮູ້ວ່າຄົນນັ້ນປຽບເຫມືອນຜູ້ໃດ.48ເຂົາກໍປຽບເຫມືອນຄົນຜູ້ຫນຶ່ງທີ່ກໍ່ສ້າງເຮືອນ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວກະແສນ້ຳໄຫລທັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ເຮືອນນັ້ນຫວັ່ນໄຫວ ເພາະວ່າໄດ້ສ້າງດີແລ້ວ.49ແຕ່ຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາແລະບໍ່ປະຕິບັດຕາມຖ້ອຍຄຳນັ້ນ, ກໍປຽບເຫມືອນຄົນຫນຶ່ງທີ່ໄດ້ກໍ່ສ້າງເຮືອນເທິງດິນທີ່ບໍ່ມີຮາກຖານ. ເມື່ອກະແສນ້ຳໄຫລທັ່ງໃສ່ເຮືອນນັ້ນ, ມັນກໍເຈື່ອນລົງທັນທີ, ແລະນຳຄວາມຈິບຫາຍມາສູ່ເຮືອນນັ້ນຈົນກ້ຽງບໍ່ເຫລືອຍັງເລີຍ.”
1ຫລັງຈາກທີ່ພຣະເຢຊູເຈົ້າຊົງກ່າວຄຳເຫລົ່ານັ້ນໃຫ້ປະຊາຊົນຟັງຫມົດແລ້ວ ພຣະອົງກໍສະເດັດເຂົ້າໄປໃນເມືອງກາເປນາອູມ.2ມີຂ້ອຍໃຊ້ຂອງນາຍທະຫານໂຣມຄົນຫນຶ່ງທີ່ນາຍຮັກຫລາຍ ກຳລັງປ່ວຍຢູ່ແລະໃກ້ຈະຕາຍແລ້ວ.3ເມື່ອນາຍທະຫານໄດ້ຍິນກ່ຽວກັບພຣະເຢຊູເຈົ້າ ເພິ່ນໄດ້ສົ່ງເຖົ້າແກ່ບາງຄົນຂອງພວກຢິວໄປຫາພຣະເຢຊູເຈົ້າ ເພື່ອເຊີນພຣະອົງສະເດັດມາຊ່ວຍຊີວິດຂ້ອຍໃຊ້ຂອງຕົນບໍ່ໃຫ້ຕາຍ.4ເມື່ອພວກເຂົາເຂົ້າມາໃກ້ພຣະເຢຊູເຈົ້າແລ້ວ ເຂົາກໍອ້ອນວອນພຣະອົງດ້ວຍໃຈຮ້ອນຮົນວ່າ, “ນາຍທະຫານຜູ້ນັ້ນສົມຄວນທີ່ຈະຮັບການຊ່ວຍເຫລືອນີ້ຈາກທ່ານ.5ເພາະວ່າເພິ່ນຮັກປະເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທັມະສາລາໃຫ້ແກ່ພວກເຮົາ.”6ດັ່ງນັ້ນ ພຣະເຢຊູເຈົ້າຈິ່ງສະເດັດໄປກັບພວກເຂົາ. ແຕ່ເມື່ອພຣະອົງໃກ້ຈະເຖິງບ້ານຂອງເຂົາແລ້ວ, ນາຍທະຫານໄດ້ໃຊ້ຫມູ່ສະຫາຍໄປຫາພຣະອົງທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າໄດ້ລຳບາກເລີຍ ເພາະວ່າຂ້ານ້ອຍເປັນຄົນບໍ່ສົມຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງຄາເຮືອນຂອງຂ້ານ້ອຍ.7ເພາະເຫດນັ້ນຂ້ານ້ອຍຈິ່ງຖືວ່າເປັນຜູ້ບໍ່ສົມຄວນທີ່ຈະໄປຫາພຣະອົງ, ແຕ່ຂໍພຣະອົງພຽງແຕ່ກ່າວຄຳດຽວ ແລະຄົນໃຊ້ຂອງຂ້ານ້ອຍຄົງຈະດີພະຍາດ.8ເພາະຂ້ານ້ອຍເປັນຄົນທີ່ຢູ່ໃຕ້ວິໄນທະຫານ ແລະຂ້ານ້ອຍຍັງມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍອີກ. ຄືຂ້ານ້ອຍສັ່ງຄົນນີ້ວ່າ ‘ໄປ’ ມັນກໍໄປ ສັ່ງອີກຄົນຫນຶ່ງວ່າ ‘ມາ’ ມັນກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້ານ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ມັນກໍເຮັດ.”9ເມື່ອພຣະເຢຊູໄດ້ຍິນຄຳເຫລົ່ານັ້ນ ພຣະອົງກໍປະຫລາດໃຈໃນຕົວນາຍທະຫານນັ້ນ ແລະຫລຽວຫລັງກ່າວກັບປະຊາຊົນທີ່ຕາມມາວ່າ, “ເຮົາບອກທ່ານທັງຫລາຍວ່າ ເຮົາຍັງບໍ່ເຄີຍເຫັນຜູ້ໃດມີຄວາມເຊື່ອໃຫຍ່ເທົ່ານີ້ໃນອິສະຣາເອນ.”10ເມື່ອຄົນເຫລົ່ານັ້ນທີ່ຖືກສົ່ງກັບໄປເຖິງເຮືອນແລ້ວ ກໍພົບວ່າຂ້ອຍໃຊ້ຜູ້ນັ້ນດີພະຍາດເປັນປົກກະຕິແລ້ວ.11ຫລັງຈາກນັ້ນບໍ່ດົນ ພຣະເຢຊູເຈົ້າກໍສະເດັດໄປຍັງເມືອງຫນຶ່ງຊື່ນາອິນ, ພວກສາວົກຂອງພຣະອົງ ພ້ອມກັບປະຊາຊົນຫລວງຫລາຍໄດ້ຕາມພຣະອົງໄປ.12ເມື່ອສະເດັດມາໃກ້ປະຕູເມືອງແລ້ວ, ເບິ່ງແມ, ມີຄົນກຳລັງຫາມສົບຊາຍຫນຸ່ມຄົນຫນຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງແມ່ ຊຶ່ງເປັນແມ່ຫມ້າຍ, ແລະມີຊາວເມືອງຫລາຍສົມຄວນອອກມານຳນາງ.13ເມື່ອເຫັນນາງແລ້ວອົງພຣະຜູ້ເປັນເຈົ້າກໍຊົງເມດຕານາງຫລາຍແລ້ວຊົງກ່າວວ່າ, “ຢ່າຮ້ອງໄຫ້.”14ແລ້ວພຣະອົງສະເດັດເຂົ້າໄປໃກ້ແລະບາຍຂອບໄມ້ໂລງສົບທີ່ພວກເຂົາໃສ່ສົບໄວ້ ແລະຄົນທີ່ຫາມໂລງສົບນັ້ນກໍຢຸດຢືນຢູ່ ພຣະອົງຈິ່ງສັ່ງວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ.”15ແລ້ວຄົນທີ່ຕາຍນັ້ນ ກໍລຸກຂຶ້ນນັ່ງແລະຕັ້ງຕົ້ນເວົ້າ ແລ້ວພຣະເຢຊູເຈົ້າຈິ່ງຊົງມອບຊາຍນັ້ນໃຫ້ແມ່ຂອງລາວ.16ແລ້ວພວກເຂົາທຸກຄົນຈຶ່ງເຕັມໄປດ້ວຍຄວາມຢ້ານພວກເຂົາຈິ່ງສັນຣະເສີນພຣະເຈົ້າບໍ່ຢຸດໂດຍເວົ້າວ່າ, “ທ່ານຜູ້ປະກາດພຣະທັມຜູ້ຍິ່ງໃຫຍ່ໄດ້ເກີດຂຶ້ນທ່າມກາງພວກເຮົາ ແລ້ວແລະພຣະເຈົ້າໄດ້ສະເດັດມາຢ້ຽມຢາມພົນລະເມືອງຂອງພຣະອົງແລ້ວ.”17ເລື່ອງຂອງພຣະອົງໄດ້ຊ່າລືໄປທົ່ວແຂວງຢູດາຍແລະທົ່ວຂົງເຂດທີ່ຢູ່ລ້ອມຮອບທັງໝົດ.18ສາວົກຂອງໂຢຮັນກໍໄດ້ເລົ່າກ່ຽວກັບສິ່ງເຫລົ່ານີ້ທັງຫມົດ.19ແລ້ວໂຢຮັນຈິ່ງເອີ້ນສາວົກສອງຄົນມາແລະ ໃຊ້ເຂົາໄປຫາອົງພຣະຜູ້ເປັນເຈົ້າທູນຖາມວ່າ, "ທ່ານເປັນຜູ້ທີ່ຈະມານັ້ນຫລຶ? ຫລືວ່າເຮົາຕ້ອງລໍຄອຍອີກຄົນຫນຶ່ງອີກ."20ເມື່ອພວກເຂົາທັງສອງໄດ້ມາໃກ້ພຣະເຢຊູຈິ່ງທູນວ່າ, "ໂຢຮັນບັບຕິສະໂຕ ໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ ‘ທ່ານເປັນຜູ້ທີ່ຈະມານັ້ນບໍ ຫລືຈະຕ້ອງລໍຄອຍຜູ້ອື່ນຕື່ມອີກ?'"21ໃນເວລານັ້ນ ພຣະອົງໄດ້ຊົງໂຜດໃຫ້ຫລາຍຄົນດີພະຍາດໂຣຄາຕ່າງໆ ແລະຄວາມທຸກຍາກຕ່າງໆ ແລະພົ້ນຈາກວິນຍານຜີຮ້າຍ ແລະພຣະອົງຮັກສາຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງ,22ພຣະເຢຊູຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢຮັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກກະຕິ, ຄົນຂີ້ທູດກໍດີສະອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ, ແລະຂ່າວປະເສີດກໍປະກາດແກ່ຄົນອະນາຖາ.23ຜູ້ໃດທີ່ບໍ່ລົ້ມເລີກຄວາມເຊື່ອໃນເຮົາ ເນື່ອງຈາກສິ່ງທີ່ເຮົາກະທຳຜູ້ນັ້ນກໍເປັນສຸກ.”24ຫລັງຈາກພວກຮັບໃຊ້ຂອງໂຢຮັນໄປແລ້ວ ພຣະເຢຊູເຈົ້າກໍຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເລື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື?25ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື? ເບິ່ງແມ, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມ ແລະໃຊ້ຊີວິດຢ່າງຫລູຫລາຟຸມເຟືອຍຍ່ອມຢູ່ໃນຣາຊະວັງ.26ແຕ່ພວກທ່ານອອກໄປເບິ່ງຫຍັງ? ເບິ່ງຜູ້ປະກາດພຣະທັມຫລື? ແມ່ນແລ້ວ ເຮົາບອກພວກທ່ານວ່າ ເປັນຍິ່ງກວ່າຜູ້ປະກາດພຣະທັມອີກ.27ທ່ານຜູ້ນີ້ແຫລະທີ່ພຣະຄັມພີຂຽນໄວ້ເຖິງເພິ່ນວ່າ, ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ທີ່ຈັດຕຽມຫົນທາງໄວ້ກ່ອນຫນ້າທ່ານ’.28ເຮົາບອກພວກທ່ານວ່າ ໃນບັນດາຜູ້ທີ່ເກີດຈາກຜູ້ຍິງເຫລົ່ານັ້ນ ບໍ່ມີຜູ້ໃດໃຫຍ່ກວ່າໂຢຮັນ ແຕ່ຜູ້ນ້ອຍທີ່ສຸດໃນຣາຊະອານາຈັກຂອງພຣະເຈົ້າ ຍັງໃຫຍ່ກວ່າໂຢຮັນອີກ.”29(ເມື່ອຄົນທັງປວງທີ່ໄດ້ຍິນດັ່ງນັ້ນ, ລວມເຖິງບັນດາຄົນເກັບພາສີ, ພວກເຂົາກໍໄດ້ຍອມຮັບວ່າພຣະເຈົ້າຊົງຍຸດຕິທັມ ໂດຍທີ່ພວກເຂົາເປັນຫນຶ່ງໃນກຸ່ມຄົນທີ່ໄດ້ຮັບບັບຕິສະມາຈາກໂຢຮັນແລ້ວ.30ແຕ່ພວກຟາຣີຊາຍ ແລະ ພວກທັມະຈານທີ່ບໍ່ໄດ້ຮັບບັບຕິສະມາຈາກໂຢຮັນ ໄດ້ຂັດຂວາງພຣະປະສົງຂອງພຣະເຈົ້າສຳລັບເຂົາ, ເພາະວ່າພວກເຂົາບໍ່ໄດ້ຮັບປະຕິສະມາໂດຍໂຢຮັນ.)31“ແລ້ວເຮົາຄວນຈະປຽບທຽບຄົນສະໄຫມນີ້ໃສ່ກັບອັນໃດ? ພວກເຂົາເປັນເຫມືອນອັນໃດ?32ພວກເຂົາເປັນເຫມືອນເດັກນ້ອຍທີ່ນັ່ງຢູ່ກາງຕະຫລາດຮ້ອງໃສ່ກັນແລະກັນວ່າ, ‘ພວກເຮົາໄດ້ເປົ່າປີ່ໃຫ້ພວກເຈົ້າ ແຕ່ພວກເຈົ້າບໍ່ໄດ້ຟ້ອນລຳເຮົາໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ພວກເຈົ້າບໍ່ໄດ້ຕີເອິກຮ້ອງໃຫ້’.33ເພາະວ່າໂຢຮັນບັບຕິສະໂຕ ໄດ້ມາໂດຍບໍ່ກິນເຂົ້າຈີ່ ຫລື ດື່ມເຫລົ້າແວງ ແລະ ພວກທ່ານເວົ້າວ່າ ‘ເພິ່ນມີຜີສິງຢູ່’.34ສ່ວນບຸດມະນຸດໄດ້ມາທັງກິນ ແລະດື່ມ ແລະພວກທ່ານເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນ ແລະ ມັກເມົາ, ເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບ’.35ແຕ່ພຣະສະຕິປັນຍາ ກໍວ່າຖືກຕ້ອງແລ້ວ ໂດຍລູກທັງຫມົດຂອງນາງ.”36ມີຄົນຫນຶ່ງໃນພວກຟາຣີຊາຍ ໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານໃນເຮືອນຂອງຕົນ. ຫລັງຈາກທີ່ພຣະເຢຊູເຈົ້າສະເດັດເຂົ້າໄປໃນເຮືອນຂອງຟາຣີຊາຍແລ້ວພຣະອົງຊົງປຣະທັບລົງທີ່ໂຕະເພື່ອຈະຮັບປະທານອາຫານ.37ເບິ່ງແມ, ມີຍິງຄົນຫນຶ່ງໃນເມືອງນັ້ນຊຶ່ງເປັນຄົນບາບ. ເມື່ອນາງຮູ້ວ່າພຣະເຢຊູເຈົ້າຊົງນັ່ງຮັບປະທານອາຫານໃນເຮືອນຂອງຟາຣີຊາຍ ນາງໄດ້ຖືເຕົ້າຫີນຂາວມີນ້ຳຫອມລາຄາແພງມາ.38ນາງຢືນຂ້າງຫລັງໃກ້ຕີນຂອງພຣະອົງແລະຮ້ອງໄຫ້ ນ້ຳຕາໄຫລຈົນປຽກຕີນຂອງພຣະອົງ ແລ້ວນາງເອົາຜົມເຊັດທັງຈູບຕີນຂອງພຣະອົງ ແລະເອົານ້ຳຫອມນັ້ນຫົດສົງຕີນຂອງພຣະອົງ.39ເມື່ອຟາຣີຊາຍຄົນທີ່ໄດ້ເຊີນພຣະເຢຊູມາໄດ້ເຫັນດັ່ງນັ້ນແລ້ວກໍນຶກໃນໃຈວ່າ “ຖ້າຜູ້ນີ້ແມ່ນຜູ້ປະກາດພຣະທັມ ເພິ່ນຄົງຈະໄດ້ຮູ້ວ່າຍິງຜູ້ຖືກຕ້ອງກາຍຂອງເພິ່ນເປັນຜູ້ໃດ ແລະເປັນຄົນແນວໃດ ເພາະມັນເປັນຄົນບາບ.”40ພຣະເຢຊູເຈົ້າຊົງຕອບເພິ່ນວ່າ, “ຊີໂມນເອີຍ, ເຮົາມີບາງຢ່າງຈະເວົ້າກັບທ່ານ” ຊີໂມນທູນຕອບວ່າ, “ອາຈານເອີຍ, ເຊີນເວົ້າໂລດ!”41ພຣະເຢຊູເຈົ້າຊົງກ່າວວ່າ, “ເຈົ້າຫນີ້ຜູ້ຫນຶ່ງມີລູກຫນີ້ສອງຄົນ. ຄົນຫນຶ່ງເປັນຫນີ້ເງິນຫ້າຮ້ອຍຫລຽນເດນາຣິອົນ ແລະອີກຄົນຫນຶ່ງເປັນຫນີ້ຫ້າສິບຫລຽນເດນາຣິອົນ.42ເນື່ອງຈາກພວກເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈິ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ. ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ.”43ຊີໂມນທູນຕອບວ່າ, “ຂ້ານ້ອຍຄຶດວ່ານ່າຈະເປັນຄົນທີ່ເຈົ້າຫນີ້ຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍທີ່ສຸດ” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານຄຶດຖືກແລ້ວ.”44ພຣະເຢຊູເຈົ້າຫລຽວໄປຫາຜູ້ຍິງຄົນນັ້ນແລະຊົງກ່າວກັບຊີໂມນວ່າ, “ທ່ານເຫັນຍິງຜູ້ນີ້ບໍ່. ເຮົາໄດ້ເຂົ້າມາໃນເຮືອນຂອງທ່ານ ທ່ານບໍ່ໄດ້ໃຫ້ນ້ຳລ້າງຕີນຂອງເຮົາ, ແຕ່ຍິງຜູ້ນີ້ໄດ້ເອົານ້ຳຕາລ້າງຕີນຂອງເຮົາ ແລະໄດ້ເອົາຜົມຂອງຕົນເຊັດ.45ທ່ານບໍ່ໄດ້ຈູບເຮົາ, ແຕ່ຍິງຄົນນີ້ ຕັ້ງແຕ່ເຮົາເຂົ້າມາລາວບໍ່ໄດ້ເຊົາຈູບຕີນຂອງເຮົາ.46ທ່ານບໍ່ໄດ້ຫົດຫົວຂອງເຮົາດ້ວຍນ້ຳມັນ ແຕ່ຍິງຜູ້ນີ້ໄດ້ຫົດຕີນຂອງເຮົາດ້ວຍນ້ຳມັນຫອມ.47ເຫດສັນນັ້ນເຮົາບອກທ່ານວ່າຄວາມຜິດບາບຂອງຍິງນີ້ຊຶ່ງມີຫລາຍນັ້ນ ແລະໄດ້ໂຜດຍົກຫລາຍກໍຮັກຫລາຍເຊັ່ນກັນ. ແຕ່ຜູ້ທີ່ໄດ້ຮັບການຍົກໂທດຫນ້ອຍ ກໍຮັກຫນ້ອຍ.”48ແລ້ວພຣະອົງຊົງກ່າວແກ່ນາງວ່າ, “ຄວາມຜິດບາບຂອງເຈົ້າໂຜດຍົກເສຍແລ້ວ.”49ຄົນທັງຫລາຍທີ່ນັ່ງຮັບປະທານອາຫານຮ່ວມກັບພຣະອົງກໍຕັ້ງຄຶດໃນໃຈວ່າ, “ຜູ້ນີ້ແມ່ນໃຜຈິ່ງໃຫ້ອະພັຍຄວາມຜິດບາບໄດ້ ດັ່ງນັ້ນ,”50ແລ້ວພຣະເຢຊູເຈົ້າຈຶ່ງກ່າວກັບຍິງຄົນນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວຈົ່ງໄປເປັນສຸກເຖີ້ນ.”
1ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະເດັດໄປຕາມບ້ານແລະຕາມເມືອງ, ຊົງເທດສະນາ ແລະ ປະກາດຂ່າວປະເສີດເລື່ອງຣາຊະອານາຈັກຂອງພຣະເຈົ້າ ແລະສາວົກສິບສອງຄົນນັ້ນກໍຢູ່ກັບພຣະອົງ.2ພ້ອມກັບແມ່ຍິງບາງຄົນທີ່ຊົງໂຜດໃຫ້ພົ້ນຈາກຜີມານຮ້າຍແລ້ວ ແລະພົ້ນຈາກພະຍາດຕ່າງໆ ຄືມາຣີອາຜູ້ມີຊື່ອີກວ່າມັກດາລາ ຜູ້ທີ່ພຣະອົງຊົງຂັບໄລ່ຜີເຈັດໂຕອອກ.3ນາງໂຢຮັນນາພັນຣະຍາຂອງຈູຊາ ຜູ້ເປັນກົມມະວັງຂອງເຮໂຣດ, ແລະນາງຊູຊັນນາແລະຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຈັດຕຽມສິ່ງຂອງໃຫ້ພວກເຂົາ ດ້ວຍຊັບສິນຂອງພວກນາງ.4ເມື່ອປະຊາຊົນຈຳນວນຫລວງຫລາຍໄດ້ມາຊຸມນຸມກັນຢູ່ ລວມທັງຜູ້ຄົນທີ່ມາຈາກເມືອງຕ່າງໆ ພາກັນມາຫາພຣະອົງ, ພຣະອົງຈິ່ງຊົງກ່າວກັບເຂົາເປັນຄຳອຸປະມາວ່າ,5“ມີຜູ້ຫວ່ານພືດຄົນຫນຶ່ງອອກໄປຫວ່ານເມັດພືດຂອງຕົນ, ເມື່ອກຳລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງກໍຖືກຢຽບຢ່ຳ ແລະນົກປ່າມາກິນເສຍ.6ລາງເມັດກໍຕົກໃສ່ບ່ອນມີຫີນ ແລະເມື່ອງອກຂຶ້ນແລ້ວກໍຫ່ຽວແຫ້ງລົງເພາະບ່ອນບໍ່ຊຸ່ມ.7ລາງເມັດກໍຕົກກາງພຸ່ມຫນາມ ແລະຫນາມກໍປົ່ງຂຶ້ນມານຳກັບເມັດເຂົ້ານັ້ນ ແລະປົກຫຸ້ມຮັດມັນເສັຍ.8ແຕ່ມີບາງເມັດກໍຕົກໃສ່ດິນດີຈິ່ງງອກຂຶ້ນເກີດຜົນໄດ້ຮ້ອຍຕໍ່” ຫລັງຈາກທີ່ພຣະເຢຊູເຈົ້າຊົງກ່າວດັ່ງນີ້ແລ້ວ ພຣະອົງຈິ່ງຊົງຮ້ອງຂຶ້ນວ່າ, “ຜູ້ໃດມີຫູທີ່ໄດ້ຍິນ ຈົ່ງຟັງເຖີດ.”9ຫລັງຈາກນັ້ນ ພວກສາວົກຂອງພຣະອົງຈິ່ງທູນຖາມພຣະອົງເຖິງຄວາມຫມາຍຂອງຄຳອຸປະມານີ້.10ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ທ່ານທັງຫລາຍໄດ້ຮັບສິດພິເສດທີ່ຈະເຂົ້າໃຈຂໍ້ຄວາມລັບເລິກແຫ່ງຣາຊະອານາຈັກຂອງພຣະເຈົ້າ ແຕ່ສຳລັບຄົນອື່ນເປັນພຽງແຕ່ຄຳສອນດ້ວຍຄຳອຸປະມາເທົ່ານັ້ນ ພວກເຂົາເບິ່ງແຕ່ຈະບໍ່ເຫັນ, ແລະເມື່ອເຂົາຟັງຈະບໍ່ເຂົ້າໃຈ."11ບັດນີ້ ຄື “ຄວາມຫມາຍຂອງຄຳອຸປະມາເມັດພືດນັ້ນໄດ້ ແກ່ພຣະທັມຂອງພຣະເຈົ້າ.12ເມັດທີ່ຕົກຕາມທາງໄດ້ແກ່ພວກຄົນທີ່ໄດ້ຍິນພຣະຄັມນັ້ນ ແຕ່ມານຮ້າຍມາແລະຍາດເອົາພຣະທັມໄປຈາກໃຈຂອງພວກເຂົາ, ເພື່ອບໍ່ໃຫ້ເຊື່ອແລະບໍ່ໄດ້ຄວາມລອດພົ້ນ.13ແລ້ວກໍຮັບພຣະທັມນັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກ; ເຊື່ອຢູ່ແຕ່ຊົ່ວຄາວເມື່ອຖືກທົດລອງເຂົາເລີກໄປ.14ເມັດທີ່ຕົກທ່າມກາງພຸ່ມຫນາມນັ້ນໄດ້ແກ່ພວກຄົນທີ່ໄດ້ຍິນພຣະທັມແລ້ວ ແຕ່ຍັງດຳເນີນຊີວິດໃນທາງຂອງຕົນເອງ, ພວກເຂົາຖືກປົກຄຸມດ້ວຍຄວາມກັງວົນ, ຄວາມຮັ່ງມີແລະ ຄວາມສະຫນຸກຂອງຊີວິດນີ້ ດັ່ງນັ້ນ ພວກເຂົາຈິ່ງບໍ່ເກີດຜົນຢ່າງທີ່ພວກເຂົາຈະເປັນ.15ແຕ່ເມັດທີ່ຕົກໃສ່ດິນດີນັ້ນໄດ້ແກ່ຜູ້ທີ່ໄດ້ຍິນພຣະທັມດ້ວຍໃຈເຫລື້ອມໃສສັດທາ ແລ້ວກໍຢຶດໄວ້ຢ່າງຫມັ້ນຄົງ ແລະ ເກີດຜົນດ້ວຍຄວາມພາກພຽນ.”16ບໍ່ມີຜູ້ໃດ ເມື່ອໄຕ້ຕະກຽງແລ້ວຈະເອົາກະບຸງປົກບັງໄວ້ ຫລື ວາງໄວ້ໄຕ້ຕຽງນອນ. ແຕ່ເຂົາຈະຕັ້ງໄວ້ເທິງເຊີງທຽນ ເພື່ອທຸກຄົນທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.17ເພາະບໍ່ມີສິ່ງໃດທີ່ເຊື່ອງໄວ້ ຈະບໍ່ປະກົດໃຫ້ເຫັນ ຫລື ສິ່ງໃດທີ່ປົກບັງໄວ້ເປັນຄວາມລັບ ຈະບໍ່ຖືກຮັບຮູ້ ແລະ ຖືກເປີດເຜີຍໃນທີ່ແຈ້ງ.18ດັ່ງນັ້ນ ຈົ່ງຟັງໃຫ້ດີຣະວັງໃຫ້ດີ ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກແຕ່ຜູ້ໃດທີ່ບໍ່ມີ ຈະຊົງຖືກຍົກເອົາໄປຈາກຜູ້ນັ້ນເສຍ ເຖິງແມ່ນວ່າສິ່ງທີ່ເຂົາຄຶດວ່າມີຢູ່ນັ້ນ”19ຫລັງຈາກນັ້ນແມ່ແລະພວກນ້ອງຊາຍຂອງພຣະເຢຊູເຈົ້າໄດ້ມາຫາພຣະອົງ ແຕ່ພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງໄດ້ເພາະຄົນຫລາຍ.20ມີຄົນໄປບອກພຣະເຢຊູເຈົ້າວ່າ, “ແມ່ແລະພວກນ້ອງຊາຍທ່ານຢືນຢູ່ຂ້າງນອກຢາກມາຫາ.”21ແຕ່ພຣະເຢຊູເຈົ້າຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົາຄືຄົນທີ່ໄດ້ຍິນພຣະທັມຂອງພຣະເຈົ້າແລະເຮັດຕາມ.22ວັນຫນຶ່ງ ພຣະເຢຊູເຈົ້າແລະສາວົກຂອງພຣະອົງໄດ້ສະເດັດລົງເຮືອໄປ ພຣະອົງໄດ້ກ່າວກັບເຂົາວ່າ, “ໃຫ້ພວກເຮົາພາກັນຂ້ວາມໄປຟາກຫນຶ່ງຂອງທະເລສາບເທາະ” ແລ້ວເຂົາກໍຖອຍເຮືອອອກໄປ.23ຂະນະທີ່ພວກເຂົາກຳລັງຂ້ວາມໄປພຣະເຢຊູເຈົ້າກໍນອນຫລັບຢູ່ ແລະເກີດມີລົມພະຍຸພັດລົງມາກາງທະເລຢ່າງຮຸນແຮງ ແລະນ້ຳກໍເລີ່ມເຂົ້າເຮືອ ແລະພວກເຂົາກໍຕົກຢູ່ໃນອັນຕະຣາຍ.24ຈາກນັ້ນ ພວກສາວົກຈິ່ງເຂົ້າໄປຫາພຣະອົງ ແລະປຸກພຣະອົງໃຫ້ຕື່ນຂື້ນ ແລະທູນວ່າ, “ທ່ານອາຈານ, ທ່ານອາຈານເຈົ້າເອີຍ, ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ” ພຣະອົງຈິ່ງຊົງຕື່ນຂຶ້ນຫ້າມລົມແລະຟອງນ້ຳ, ລົມແລະຟອງນ້ຳກໍຢຸດສະຫງົບງຽບທົ່ວໄປທັນທີ.25ພຣະອົງຊົງກ່າວກັບເຂົາວ່າ, “ຄວາມເຊື່ອຂອງພວກທ່ານຢູ່ໃສ?” ເຂົາກໍຢ້ານແລະປະຫລາດໃຈຈິ່ງເວົ້າກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈິ່ງຫ້າມທັງລົມແລະນ້ຳ ແລະລົມກັບນ້ຳກໍຍອມຟັງເພິ່ນ?”26ແລ້ວ ພວກເພິ່ນໄດ້ຂີ່ເຮືອມາຈອດທີ່ເຂດແດນຂອງຊາວເຄຣາເຊນ ຊຶ່ງຢູ່ກົງກັນຂ້າມກັບແຂວງຄາລີເລ.27ເມື່ອພຣະເຢຊູເຈົ້າສະເດັດຂຶ້ນບົກແລ້ວມີຊາຍຄົນຫນຶ່ງຈາກໃນເມືອງນັ້ນມາພົບພຣະອົງ ຊາຍຜູ້ນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ລາວບໍ່ໄດ້ນຸ່ງເຄື່ອງເປັນເວລານານແລ້ວ ເຂົາບໍ່ໄດ້ອາໄສຢູ່ໃນເຮືອນ ແຕ່ຢູ່ຕາມອຸບໂມງຝັງສົບ.28ເມື່ອຄົນນັ້ນໄດ້ເຫັນພຣະເຢຊູເຈົ້າກໍຮ້ອງຂຶ້ນ ແລະຂາບລົງຕໍ່ຫນ້າພຣະອົງ ລາວກ່າວດ້ວຍສຽງດັງທູນວ່າ. “ເຮົາໄດ້ເຮັດອັນໃດໃຫ້ທ່ານຫລື ເຢຊູບຸດຂອງພຣະເຈົ້າຜູ້ສູງສຸດເອີຍ? ຂໍຢ່າໄດ້ທໍຣະມານເຮົາຖ້ອນ!”29ເນື່ອງຈາກພຣະເຢຊູເຈົ້າໄດ້ຊົງສັ່ງຜີຖ່ອຍຮ້າຍໃຫ້ອອກຈາກຊາຍຄົນນັ້ນ. ເພາະວ່າມັນໄດ້ມາກຸມເອົາຄົນນັ້ນໄປຫລາຍເທື່ອ ແມ່ນວ່າຈະຖືກລ່າມໂສ້ຂັງໄວ້ ແລະເຄີຍຖືກມັດດ້ວຍເຊືອກ ແຕ່ມັນກໍຫັກເຄື່ອງມັດນັ້ນເສຍແລ້ວໄດ້ບັງຄັບໃຫ້ເຂົ້າໄປໃນປ່າ.30ຝ່າຍພຣະເຢຊູເຈົ້າຖາມມັນວ່າ, “ມຶງຊື່ຫຍັງ?” ມັນທູນຕອບວ່າ, “ຊື່ກອງທັບ” ດ້ວຍວ່າຜີທີ່ເຂົ້າສິງຢູ່ນັ້ນມີຫລາຍໂຕ.31ແລະພວກມັນໄດ້ອ້ອນວອນຂໍນຳພຣະອົງບໍ່ໃຫ້ບັງຄັບມັນຫນີໄປສູ່ຂຸມນະຣົກ.32ຂະນະນັ້ນ ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມພູ ຜີເຫລົ່ານັ້ນໄດ້ທູນຂໍພຣະອົງຊົງອະນຸຍາດໃຫ້ພວກມັນເຂົ້າສິງຢູ່ໃນຫມູຝູງນັ້ນ ພຣະອົງກໍຊົງອະນຸຍາດໃຫ້.33ດັ່ງນັ້ນພວກມັນຈິ່ງໄດ້ອອກມາຈາກຊາຍຄົນນັ້ນແລ້ວເຂົ້າໄປສິງຢູ່ໃນຝູງຫມູ, ແລະ ທັງຫມົດກໍແລ່ນລົງຈາກຕາຫລິ່ງຊັນ ໂຕນໃສ່ທະເລສາບ ແລະ ຈົມນ້ຳຕາຍ.34ເມື່ອຄົນລ້ຽງຫມູໄດ້ເຫັນເຫດການທີ່ເກີດຂຶ້ນນັ້ນ ພວກເຂົາແລ່ນໄປເລົ່າເລື່ອງນັ້ນທັງໃນເມືອງແລະນອກເມືອງ.35ແລ້ວຄົນທັງປວງກໍອອກມາເບິ່ງເຫດການທີ່ເກີດຂຶ້ນນັ້ນ ແລະ ເມື່ອມາຫາພຣະເຢຊູເຈົ້າ ພວກເຂົາໄດ້ເຫັນຊາຍຄົນທີ່ຜີຮ້າຍອອກຈາກຕົວນຸ່ງຫົ່ມເສື້ອຜ້າ ແລະ ມີສະຕິ ນັ່ງຢູ່ໃກ້ພຣະບາດພຣະເຢຊູເຈົ້າພວກເຂົາຈິ່ງມີໃຈຢ້ານ.36ຈາກນັ້ນ ຜູ້ທີ່ເຫັນເຫດການນັ້ນ ກໍພາກັນເລົ່າເຖິງເຫດການຄົນທີ່ຜີມານຮ້າຍເຂົ້າສິງນັ້ນໄດ້ໂຜດໃຫ້ດີປົກກະຕິຢ່າງໃດ.37ຜູ້ຄົນທີ່ຢູ່ໃນເມືອງເຄຣາເຊນກັບປະຊາຊົນທັງປວງໃນທົ່ວຮອບເຂດນັ້ນໄດ້ຂໍຮ້ອງໃຫ້ພຣະອົງຫນີໄປຈາກເຂົາເສັຍ ເພາະຄວາມຢ້ານອັນໃຫຍ່ໄດ້ຕົກໃສ່ເຂົາ ພຣະອົງຈິ່ງສະເດັດລົງເຮືອກັບຄືນໄປ.38ຊາຍທີ່ມີຜີມານຮ້າຍອອກຈາກຕົວນັ້ນໄດ້ຂໍຮ້ອງພຣະເຢຊູເຈົ້າອະນຸຍາດໃຫ້ເຂົາຕິດຕາມພຣະອົງໄປດ້ວຍ ແຕ່ພຣະເຢຊູເຈົ້າບອກໃຫ້ລາວກັບຄືນໄປໂດຍຊົງສັ່ງວ່າ.39“ຈົ່ງກັບໄປບ້ານເຮືອນຂອງເຈົ້າ ແລະເລົ່າສິ່ງດີທຸກຢ່າງທີ່ພຣະເຈົ້າໄດ້ຊົງກະທຳແກ່ເຈົ້ານັ້ນ” ແລ້ວຊາຍຄົນນັ້ນກໍກັບໄປແລະປະກາດສິ່ງອັນຍິ່ງໃຫຍ່ທີ່ພຣະເຢຊູເຈົ້າໄດ້ຊົງກະທຳແກ່ຕົນຕະຫລອດທົ່ວທັງເມືອງ.40ເມື່ອພຣະເຢຊູເຈົ້າສະເດັດກັບມາ ປະຊາຊົນກໍໄດ້ຕ້ອນຮັບພຣະອົງ ເພາະພວກເຂົາລໍຄອຍຖ້າພຣະອົງຢູ່.41ແລະເບິ່ງແມ, ມີຊາຍຄົນຫນຶ່ງຊື່ຢາອີໂຣ ເປັນຫົວຫນ້າໂຮງທັມະສາລາ ມາຂາບລົງທີ່ຕີນຂອງພຣະເຢຊູເຈົ້າ ອ້ອນວອນຂໍໃຫ້ພຣະອົງສະເດັດເຂົ້າໄປໃນເຮືອນຂອງຕົນ.42ເພາະລູກສາວຄົນດຽວຂອງລາວອາຍຸສິບສອງປີປ່ວຍກຳລັງຈະຕາຍ. ແຕ່ຝູງປະຊາຊົນພາກັນບຽດພຣະອົງຂະນະທີ່ພຣະອົງກຳລັງສະເດັດໄປ.43ຍິງຄົນຫນຶ່ງເປັນພະຍາດເລືອດຕົກໄດ້ສິບສອງປີມາແລ້ວ ແລະນາງໄດ້ຈ່າຍຊັບຂອງຕົນໄປກັບການຮັກສາ ແຕ່ບໍ່ມີຫມໍຄົນໃດຮັກສາໃຫ້ດີພະຍາດໄດ້.44ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູ ແລະບາຍແຄມເຄື່ອງທົງຂອງພຣະອົງ ໃນທັນໃດນັ້ນເລືອດກໍເຊົາໄຫລ.45ພຣະເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ?” ເມື່ອຄົນທັງປວງໄດ້ຕອບປະຕິເສດ ເປໂຕ ໄດ້ທູນວ່າ, “ອາຈານເຈົ້າເອີຍ, ກໍແມ່ນປະຊາຊົນທີ່ກຳລັງກີດຂວາງແລະບຽດທ່ານຢູ່.”46ແຕ່ພຣະເຢຊູຊົງຕອບວ່າ, “ມີບາງຄົນໄດ້ບາຍເຮົາ ເພາະເຮົາຮູ້ສຶກວ່າຣິດອຳນາດໄດ້ແຜ່ຊ່ານອອກຈາກເຮົາໄປ.”47ເມື່ອຍິງນັ້ນເຫັນວ່າຈະເຊື່ອງຕົວຈາກການກະທຳຂອງຕົນເອງບໍ່ໄດ້ແລ້ວ, ນາງກໍເຂົ້າມາດ້ວຍຕົວສັ່ນຂາບລົງຕໍ່ພຣະພັກຂອງພຣະເຢຊູເຈົ້າຕໍ່ໜ້າຄົນທັງປວງ. ນາງໄດ້ທູນເຖິງເຫດການທີ່ຕົນໄດ້ບາຍພຣະອົງ ແລະບອກເຖິງເລື່ອງທີ່ຕົນໄດ້ດີພະຍາດທັນທີ.48ພຣະເຢຊູເຈົ້າກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ. ຈົ່ງໄປເປັນສຸກເທີ້ນ”.49ໃນຂະນະທີ່ພຣະເຢຊູເຈົ້າກ່າວຢູ່ນັ້ນ ມີຄົນຫນຶ່ໍງມາແຕ່ເຮືອນຂອງນາຍໂຮງທັມມະສາລາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຂໍຢ່າໄດ້ລົບກວນອາຈານຕໍ່ໄປເລີຍ.”50ແຕ່ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນັ້ນກໍຊົງກ່າວແກ່ນາຍນັ້ນວ່າ, “ຢ່າວິຕົກເທາະ ຈົ່ງເຊື່ອເທົ່ານັ້ນ; ແລ້ວລູກທ່ານຈະໄດ້ລອດ.”51ເມື່ອສະເດັດເຖິງເຮືອນຂອງນາຍໂຮງທັມມະສາລາແລ້ວ ພຣະອົງບໍ່ໄດ້ຊົງອະນຸຍາດໃຫ້ຜູ້ໃດເຂົ້າໄປນຳ ເວັ້ນແຕ່ເປໂຕ, ໂຢຮັນ, ຢາໂກໂບ, ແລະພໍ່ແມ່ຂອງເດັກນ້ອຍນັ້ນ.52ຄົນທັງຫລາຍກໍຕີອົກຮ້ອງໄຫ້ຮ່ຳໄຮເພາະເດັກນ້ອຍນັ້ນ, ແຕ່ພຣະອົງຊົງບອກວ່າ, “ຢ່າຮ້ອງໄຫ້ເທາະ ເດັກນ້ອຍນັ້ນບໍ່ຕາຍດອກ, ພຽງແຕ່ຫລັບຢູ່ເທົ່ານັ້ນ.”53ແຕ່ພວກເຂົາພາກັນຫົວຂວັນພຣະອົງ ເພາະເຂົາຮູ້ວ່າເດັກນ້ອຍນັ້ນຕາຍແລ້ວ.54ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລ້ວຊົງຮ້ອງອອກມາວ່າ, “ລູກເອີຍ, ຈົ່ງລຸກຂຶ້ນ”.55ແລ້ວຈິດວິນຍານກໍກັບເຂົ້າໃນຕົວເດັກນ້ອຍນັ້ນ, ແລະລາວໄດ້ລຸກຂຶ້ນທັນທີ. ພຣະອົງຈິ່ງຊົງສັ່ງໃຫ້ເອົາອາຫານມາໃຫ້ລາວກິນ.56ຝ່າຍພໍ່ແມ່ຂອງເດັກນ້ອຍນັ້ນກໍງຶດອັດສະຈັນໃຈຫລາຍ, ແຕ່ພຣະອົງຊົງຫ້າມເຂົາບໍ່ໃຫ້ບອກຜູ້ໃດຮູ້ເຫດການຊຶ່ງເປັນມານັ້ນ.
1ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນນັ້ນມາພ້ອມກັນແລ້ວ ກໍຊົງປະທານໃຫ້ເຂົາມີຣິດເດດແລະມີສິດອຳນາດເຫນືອຜີມານຮ້າຍທັງປວງ ແລະເພື່ອຈະໄດ້ເຮັດໃຫ້ການດີພະຍາດຕ່າງຂອງພວກເຂົາ.2ພຣະອົງຊົງໃຊ້ເຂົາໃຫ້ອອກໄປປະກາດຣາຊະອານາຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະຍາດ.3ພຣະອົງຈິ່ງຊົງສັ່ງເຂົາວ່າ, “ເມື່ອຈະເດີນທາງນັ້ນ - ຢ່າເອົາສິ່ງໃດໄປ ບໍ່ວ່າຈະເປັນໄມ້ຄ້ອນເທົ້າ, ຫລືຖົງ, ຫລືອາຫານ, ຫລື ເງິນ, ຫລື ເສື້ອສອງໂຕ.4ເມື່ອພວກທ່ານເຂົ້າໄປໃນເຮືອນຫລັງໃດ ກໍໃຫ້ອາໄສຢູ່ໃນເຮືອນຫລັງນັ້ນຈົນກວ່າຈະຈາກໄປ.5ຖ້າຜູ້ໃດບໍ່ຕ້ອນຮັບພວກທ່ານ ເມື່ອທ່ານອອກຈາກເມືອງນັ້ນໄປ ແລະຈົ່ງສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກທ່ານອອກເສັຍ ເພື່ອເປັນພະຍານຕໍ່ພວກເຂົາວ່າທ່ານໄດ້ຕໍ່ຕ້ານພວກເຂົາ.”6ຫລັງຈາກນັ້ນ ພວກສາວົກກໍພາກັນອອກໄປ ຕາມບ້ານເມືອງຕ່າງໆ ເພື່ອປະກາດຂ່າວປະເສີດ ແລະໄດ້ຮັກສາພະຍາດໃຫ້ຄົນເຈັບປ່ວຍທົ່ວທຸກບ່ອນດີພະຍາດ.7ໃນເວລານັ້ນ ເຮໂຣດຜູ້ປົກຄອງໄດ້ຍິນເລື່ອງເຫດການທັງປວງຊຶ່ງເກີດຂຶ້ນນັ້ນ ຈິ່ງເກີດຄວາມກະວົນກະວາຍໃຈ ເພາະບາງຄົນເວົ້າວ່າ, “ໂຢຮັນບັບຕິສະໂຕເປັນຄືນມາຈາກຕາຍແລ້ວ.”8ລາງຄົນວ່າ, “ເປັນເອລີຢາມາປະກົດ” ແຕ່ຄົນອື່ນກໍວ່າ, “ເປັນຜູ້ປະກາດພຣະທັມແຕ່ບູຮານກັບເປັນຄືນມາແລະມີຊີວິດອີກ.”9ເຮໂຣດຈິ່ງກ່າວວ່າ, “ໂຢຮັນນັ້ນເຮົາໄດ້ຕັດຫົວແລ້ວ ແຕ່ຄົນຜູ້ທີ່ເຮົາໄດ້ຍິນຂ່າວນີ້ແມ່ນຜູ້ໃດຫນໍ?” ແລ້ວເຮໂຣດຈຶ່ງໄດ້ຫາໂອກາດທີ່ຈະໄປພົບພຣະເຢຊູເຈົ້າ.10ເມື່ອອັກຄະສາວົກທີ່ຖືກສົ່ງອອກໄປນັ້ນກັບຄືນມາລາຍງານໃນສິ່ງທີ່ພວກເຂົາໄດ້ເຮັດນັ້ນ. ແລ້ວພຣະອົງຊົງພາພວກເພິ່ນອອກໄປເຖິງເມືອງຫນຶ່ງ ຊື່ເບັດສາອີດາ.11ແຕ່ເມື່ອປະຊາຊົນຮູ້ຈັກ ເຂົາກໍຕາມໄປຫາພຣະອົງ ແລະພຣະອົງກໍຊົງຕ້ອນຮັບພວກເຂົາ ແລະຊົງບອກເຂົາເຖິງຣາຊະອານາຈັກຂອງເຈົ້າ ແລະພຣະອົງກໍຊົງໂຜດຮັກສາພະຍາດໃຫ້ກັບບັນດາຄົນເຫລົ່ານັ້ນທີ່ຕ້ອງການເຊົາປ່ວຍ.12ໃນເວລາໃກ້ຄ່ຳ ສາວົກສິບສອງຄົນນັ້ນໄດ້ມາທູນພຣະອົງວ່າ, “ຂໍໃຫ້ປະຊາຊົນເລີກໄປຕາມບ້ານແລະເມືອງໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊື້ອາຫານກິນ ເພາະບ່ອນນີ້ຢູ່ກາງປ່າ.”13ແຕ່ພຣະອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ!” ພວກສາວົກຈິ່ງທູນວ່າ, “ພວກຂ້ານ້ອຍບໍ່ມີຫຍັງນອກຈາກເຂົ້າຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້ານ້ອຍຈະໄປຊື້ອາຫານສຳລັບຄົນທັງຫມົດນີ້.”14ເພາະວ່າຄົນເຫລົ່ານັ້ນມີຜູ້ຊາຍປະມານຫ້າພັນຄົນ ແລ້ວພຣະເຢຊູເຈົ້າສັ່ງພວກສາວົກວ່າ, “ຈົ່ງໃຫ້ພວກເຂົານັ່ງລົງເປັນຫມູ່ ໆ ລະຫ້າສິບຄົນ.”15ດັ່ງນັ້ນ ພວກເຂົາກໍເຮັດຕາມ ແລະຈັດໃຫ້ປະຊາຊົນທັງຫມົດນັ່ງລົງ.16ສ່ວນພຣະອົງຊົງຮັບເອົາເຂົ້າຈີ່ຫ້າກ້ອນແລະປາສອງໂຕນັ້ນແລ້ວກໍຊົງເງີຍຫນ້າຂຶ້ນຟ້າ ແລະຂໍພຣະພອນສຳລັບອາຫານນັ້ນ ແລ້ວຊົງຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກສາວົກເພື່ອແຈກໃຫ້ແກ່ປະຊາຊົນ.17ພວກເຂົາກໍກິນອີ່ມທຸກຄົນ ແລະເກັບເສດສ່ວນຕ່ອນຫັກທີ່ເຫລືອນັ້ນກໍເກັບໄດ້ສິບສອງບຸງ.18ຢູ່ມາມື້ຫນຶ່ງ ຂະນະທີ່ພຣະເຢຊູເຈົ້າກຳລັງອະທິຖານຢູ່ໃນບ່ອນຕ່າງຫາກ ມີແຕ່ພວກສາວົກຢູ່ນຳພຣະອົງແລະພຣະອົງຊົງຖາມພວກເຂົາວ່າ, “ປະຊາຊົນເວົ້າກັນວ່າເຮົາແມ່ນຜູ້ໃດ?”.19ພວກສາວົກທູນຕອບວ່າ, “ເຂົາວ່າແມ່ນໂຢຮັນບັບຕິສະໂຕ, ແຕ່ລາງຄົນວ່າແມ່ນເອລີຢາ, ແຕ່ຄົນອື່ນວ່າແມ່ນຜູ້ປະກາດພຣະທັມແຕ່ບູຮານກັບເປັນຄືນມາອີກຄັ້ງຫນຶ່ງ.”20ພຣະອົງຖາມພວກເຂົາວ່າ, “ແຕ່ພວກທ່ານເດຄິດວ່າເຮົາແມ່ນໃຜ?” ເປໂຕທູນຕອບວ່າ, “ແມ່ນພຣະຄຣິດມາແຕ່ພຣະເຈົ້າ.”21ແຕ່ພຣະເຢຊູເຈົ້າສັ່ງຫ້າມເຂົາຢ່າງແຂງແຮງ ບໍ່ໃຫ້ບອກສິ່ງນີ້ແກ່ຜູ້ໃດ.22ທີ່ກ່າວຢ່າງນັ້ນ ເພາະວ່າ “ບຸດມະນຸດຈະຕ້ອງທົນທຸກທໍຣະມານຫລາຍປະການ ພວກເຖົ້າແກ່ກັບພວກປະໂຣຫິດຕົນໃຫຍ່ແລະພວກທັມະຈານຈະບໍ່ຍອມຮັບພຣະອົງ ເຂົາຈະຂ້າພຣະອົງເສັຍ ແລ້ວໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.”23ພຣະອົງກ່າວກັບຄົນທັງຫລາຍວ່າ, “ຖ້າຜູ້ໃດຈະຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເອງ ແລະແບກໄມ້ກາງແຂນຂອງຕົນທຸກວັນແລະຕິດຕາມເຮົາມາ.24ຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ, ແຕ່ຜູ້ນັ້ນຈະເສັຍຊີວິດ, ແຕ່ຜູ້ໃດຈະເສັຍຊີວິດຂອງຕົນເພາະເຫັນແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ.25ຈະໄດ້ປະໂຫຍດອັນໃດສຳລັບມະນຸດ ຖ້າເຂົາໄດ້ຮັບສິ່ງຂອງຫມົດທັງໂລກ ແຕ່ຈະຕ້ອງສູນເສັຍ ຫຼືຖືກຕັດຊີວິດຂອງຕົນໄປ?26ຜູ້ໃດກໍຕາມທີ່ມີຄວາມລະອາຍຕໍ່ເຮົາແລະຖ້ອຍຄຳຂອງເຮົາ, ບຸດມະນຸດກໍຈະມີຄວາມລະອາຍຕໍ່ຜູ້ນັ້ນເມື່ອເຮົາມາປາກົດດ້ວຍສະຫງ່າຣາສີຂອງພຣະອົງ, ແລະສະຫງ່າຣາສີຂອງພຣະບິດາເຈົ້າພ້ອມດ້ວຍພວກທູດສະຫວັນບໍຣິສຸດ.27ແຕ່ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ມີລາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຄວາມຕາຍຈົນກວ່າຈະໄດ້ເຫັນຣາຊະອານາຈັກຂອງພຣະເຈົ້າ.”28ປະມານແປດວັນຕໍ່ມາ ຫລັງຈາກພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ແລ້ວ, ພຣະອົງໄດ້ຊົງພາເປໂຕ, ໂຢຮັນ, ແລະຢາໂກໂບ ຂຶ້ນໄປເທິງພູເພື່ອອະທິຖານ.29ຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ ພຣະພັກຂອງພຣະອົງກໍປ່ຽນໄປແລະເຄື່ອງທົງຂອງພຣະອົງກໍຂາວເຫລື້ອມ.30ເບິ່ງແມ, ມີຊາຍສອງຄົນກຳລັງສົນທະນາຢູ່ກັບພຣະອົງ ຄືໂມເຊແລະເອລີຢາ.31ຜູ້ມາປະກົດດ້ວຍຣັດສະຫມີ ພວກເຂົາກ່າວເຖິງການທີ່ພຣະອົງຈະສະເດັດຈາກໂລກໄປ ຊຶ່ງຈະສຳເລັດໃນນະຄອນເຢຣູຊາເລັມ.32ຝ່າຍເປໂຕກັບຫມູ່ຂອງຕົນກໍເຫງົານອນ ແຕ່ເມື່ອພວກເຂົາຕື່ນຂຶ້ນແລ້ວ ພວກເຂົາກໍໄດ້ເຫັນພຣະຫງ່າຣາສີຂອງພຣະເຢຊູເຈົ້າ ແລະ ເຫັນສອງຄົນນັ້ນຢືນຢູ່ກັບພຣະອົງ.33ຂະນະທີ່ສອງຄົນນັ້ນກຳລັງລາຈາກພຣະເຢຊູເຈົ້າໄປ, ເປໂຕໄດ້ທູນພຣະເຢຊູວ່າ, “ອາຈານເຈົ້າເອີຍ, ເປັນການດີທີ່ພວກເຮົາຈະຢູ່ທີ່ນີ້ ແລະ ພວກຂ້ານ້ອຍພາກັນປຸກຕູບສາມຫລັງ, ຫລັງຫນຶ່ງສຳລັບທ່ານ, ຫລັງຫນຶ່ງສຳລັບໂມເຊ, ແລະ ຫລັງຫນຶ່ງສຳລັບເອລີຢາ” (ເພິ່ນບໍ່ຮູ້ສຶກຕົວວ່າຕົນກຳລັງເວົ້າຫຍັງ.)34ຂະນະທີ່ເປໂຕກຳລັງກ່າວຢູ່ນັ້ນກໍມີກ້ອນເມກມາປົກຫຸ້ມເພິ່ນໄວ້ ແລະເພິ່ນກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ.35ແລະມີພຣະສຸຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາຜູ້ທີ່ເຮົາເລືອກໄວ້ ຈົ່ງເຊື່ອຟັງທ່ານ.”36ເມື່ອພຣະສຸຣະສຽງນັ້ນສະຫງົບລົງແລ້ວ ກໍມີແຕ່ພຣະເຢຊູເຈົ້າຜູ້ດຽວຊົງຢູ່ທີ່ນັ້ນ, ສ່ວນພວກເຂົາທັງສາມກໍມິດຢູ່ ແລະໃນຄາວນັ້ນເຂົາບໍ່ໄດ້ບອກເຫດການທີ່ເຂົາໄດ້ເຫັນນັ້ນຈັກຢ່າງໃຫ້ຜູ້ໃດຟັງ.37ວັນຕໍ່ມາ, ເມື່ອພຣະເຢຊູເຈົ້າພ້ອມກັບພວກສາວົກລົງມາຈາກພູເຂົາແລ້ວ ມີປະຊາຊົນຈຳນວນຫລາຍໄດ້ມາພົບພຣະອົງ.38ດັ່ງນີ້, ມີຊາຍຄົນຫນຶ່ງໃນຫມູ່ປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້ານ້ອຍແດ່ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ.39ເບິ່ງແມ, ເມື່ອຜີຮ້າຍເຂົ້າສິງເດັກນ້ອຍ ມັນກໍຮ້ອງຂຶ້ນທັນທີ, ເຮັດໃຫ້ເດັກນ້ອຍຊັກດີ້ນ, ນ້ຳລາຍຟູມປາກ, ແລະໃຫ້ຕົວເດັກນ້ອຍຟົກຊ້ຳໄປ ແລະບໍ່ຍອມອອກໄປຈາກມັນໄດ້ງ່າຍໆ.40ຂ້ານ້ອຍໄດ້ຂໍໃຫ້ພວກສາວົກຂອງທ່ານຂັບໄລ່ຜີນັ້ນອອກເສຍ ແຕ່ເຂົາເຮັດບໍ່ໄດ້.”41ພຣະເຢຊູເຈົ້າຕອບວ່າ, “ໂອຄົນໃນສະໄຫມທີ່ຂາດຄວາມເຊື່ອແລະມີໃຈຊົ່ວຊ້າ, ເຮົາຈະຕ້ອງທົນຢູ່ກັບເຈົ້າທັງຫລາຍເຫິງປານໃດ? ຈົ່ງພາລູກຂອງທ່ານມານີ້ສາ!”.42ເມື່ອເດັກນ້ອຍນັ້ນກຳລັງມາ ຜີໄດ້ເຮັດໃຫ້ມັນລົ້ມກິ້ງເກືອກໄປມາ ແຕ່ພຣະເຢຊູເຈົ້າກ່າວຊຳຣະຜີຖ່ອຍຮ້າຍນັ້ນ ແລະຊົງເຮັດໃຫ້ເດັກນ້ອຍດີແລ້ວສົ່ງຄືນໃຫ້ພໍ່ຂອງລາວ.43ຄົນທັງຫລາຍກໍງຶດປະຫລາດໃຈໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ແຕ່ເມື່ອຂະນະທີ່ຄົນເຫລົ່ານັ້ນຍັງປະຫລາດໃຈຢູ່ກັບສິ່ງເຫລົ່ານັ້ນທີ່ພຣະເຢຊູເຈົ້າຊົງກະທຳ, ພຣະອົງຈິ່ງກ່າວກັບພວກສາວົກຂອງພຣະອົງວ່າ,44“ຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໄປໃນຫູຂອງພວກທ່ານ ເພາະວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ.”45ແຕ່ພວກສາວົກບໍ່ໄດ້ເຂົ້າໃຈເຖິງຄວາມຫມາຍນີ້ ແລະມັນຖືກປິດບັງໄວ້ຈາກພວກເຂົາ, ດັ່ງນັ້ນພວກເຂົາຈິ່ງບໍ່ເຂົ້າໃຈໃນເລື່ອງນີ້ ແຕ່ພວກເຂົາບໍ່ກ້າຖາມເລື່ອງນັ້ນກັບພຣະອົງ.46ຫລັງຈາກນັ້ນ ໄດ້ເກີດການຖຽງກັນຂຶ້ນໃນທ່າມກາງພວກສາວົກ ວ່າໃຜຈະເປັນໃຫຍ່ກວ່າຫມູ່.47ຝ່າຍພຣະເຢຊູເຈົ້າຊົງຊາບຄວາມຄຶດໃນໃຈຂອງເພິ່ນ ພຣະອົງຈິ່ງຊົງໃຫ້ເດັກນ້ອຍຄົນຫນຶ່ງມາຢືນຢູ່ໃກ້ພຣະອົງ.48ແລະພຣະອົງກ່າວກັບເພິ່ນວ່າ, “ຖ້າຜູ້ໃດຍອມຮັບເດັກນ້ອຍຄົນນີ້ໃນນາມຂອງເຮົາ ຜູ້ນັ້ນກໍຍອມຮັບເຮົາ ແລະຖ້າຜູ້ໃດຍອມຮັບເຮົາ ຜູ້ນັ້ນກໍຍອມຮັບພຣະອົງຜູ້ຊົງໃຊ້ເຮົາມາ ເພາະວ່າໃນພວກທ່ານທັງຫລາຍ ຜູ້ໃດເປັນຜູ້ເລັກນ້ອຍທີ່ສຸດ ຜູ້ນັ້ນແຫລະ, ເປັນຜູ້ຍິ່ງໃຫຍ່.”49ຝ່າຍໂຢຮັນທູນພຣະອົງວ່າ, “ທ່ານອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນບາງຄົນຂັບໄລ່ຜີອອກໃນນາມຂອງພຣະອົງ ແລະພວກຂ້ານ້ອຍໄດ້ຫ້າມຄົນນັ້ນເສັຍ ເພາະເພິ່ນບໍ່ຮ່ວມຕິດຕາມພຣະອົງກັບພວກຂ້ານ້ອຍ.”50ແຕ່ພຣະເຢຊູເຈົ້າຕອບໂຢຮັນວ່າ, “ຢ່າຫ້າມເທາະ, ເພາະວ່າຜູ້ໃດບໍ່ຕໍ່ສູ້ພວກທ່ານກໍເປັນຝ່າຍທ່ານແລ້ວ.”51ໃນເວລານັ້ນຊຶ່ງໃກ້ວັນທີ່ພຣະເຢຊູເຈົ້າຈະຖືກຮັບຂຶ້ນເມື່ອສູ່ສະຫວັນ, ພຣະອົງຊົງຕັ້ງພຣະໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢຣູຊາເລັມ.52ພຣະອົງໄດ້ຊົງໃຊ້ຜູ້ຮັບໃຊ້ໄປກ່ອນຫນ້າພຣະອົງ, ພວກເພິ່ນຈິ່ງອອກໄປແລະເຂົ້າໄປໃນບ້ານຫນຶ່ງຂອງຊາວຊາມາເຣັຍ ເພື່ອຈັດຕຽມທຸກສິ່ງໄວ້ສຳລັບພຣະອົງ.53ແຕ່ຊາວບ້ານນັ້ນບໍ່ໄດ້ຕ້ອນຮັບພຣະອົງ ເພາະພຣະອົງກຳລັງມຸ້ງຫນ້າທີ່ຈະໄປນະຄອນເຢຣູຊາເລັມ.54ດັ່ງນັ້ນ ເມື່ອສາວົກຂອງພຣະອົງ ຄືຢາໂກໂບແລະໂຢຮັນ ໄດ້ເຫັນດັ່ງນັ້ນພວກເຂົາຈິ່ງທູນວ່າ, “ພຣະອົງເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟລົງມາຈາກສະຫວັນ ເພື່ອເຜົາຜານເມືອງນີ້ຫລືບໍ?”.55ແຕ່ພຣະອົງຊົງຫລຽວຫລັງແລະຫ້າມພວກເພິ່ນທັງສອງ,56ແລະພຣະອົງໄດ້ສະເດັດພ້ອມກັບພວກສາວົກເຂົ້າໄປທີ່ບ້ານອື່ນ.57ຂະນະທີ່ພຣະອົງເຢຊູເຈົ້າພ້ອມກັບພວກສາວົກກຳລັງສະເດັດໄປຕາມທາງ ມີຊາຍຄົນຫນຶ່ງທູນພຣະອົງວ່າ, “ຂ້ານ້ອຍຈະຕິດຕາມພຣະອົງໄປທຸກບ່ອນ.”58ພຣະເຢຊູເຈົ້າຕອບລາວວ່າ, “ຫມາຈິກຈອກຍັງມີຫມົ້ງນອນແລະນົກປ່າກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນຈະວາງຫົວລົງ.”59ພຣະອົງກ່າວກັບອີກຄົນຫນຶ່ງວ່າ, “ຈົ່ງຕາມເຮົາມາ” ຄົນນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ ຂໍໂຜດອະນຸຍາດໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍເສັຍກ່ອນ.”60ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ ແຕ່ທ່ານຈົ່ງໄປແລະປະກາດກ່ຽວກັບຣາຊະອານາຈັກຂອງພຣະເຈົ້າທຸກຫົນທຸກແຫ່ງ.”61ແຕ່ມີອີກຄົນຫນຶ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າຂ້ານ້ອຍຈະຕາມທ່ານໄປ ແຕ່ຂໍອະນຸຍາດໃຫ້ຂ້ານ້ອຍໄປລາໄທເຮືອນຂອງຂ້ານ້ອຍກ່ອນ.”62ພຣະເຢຊູເຈົ້າຕອບເຂົາວ່າ“ຜູ້ໃດເອົາມືຈັບງ້ອນໄຖແລ້ວຫລຽວຄືນຫລັງ ຜູ້ນັ້ນບໍ່ສົມຄວນກັບຣາຊະອານາຈັກຂອງພຣະເຈົ້າ.”
1ຫລັງຈາກນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງອີກເຈັດສິບຄົນ ແລະສົ່ງພວກເຂົາອອກໄປເປັນຄູ່ ໆ ລ່ວງຫນ້າາພຣະອົງເຂົ້າໄປໃນທຸກເມືອງແລະທຸກບ້ານບ່ອນພຣະອົງຈະສະເດັດໄປນັ້ນ.2ພຣະອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້, ແຕ່ຄົນທຳງານມັນຫນ້ອຍຢູ່. ເພາະສັນນັ້ນພວກທ່ານຈົ່ງພາວັນນາອະທິຖານຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ສົ່ງຄົນງານມາເກັບກ່ຽວເຂົ້າຂອງພຣະອົງ.3ຈົ່ງອອກໄປຕາມທາງຂອງທ່ານ. ເບິ່ງແມ! ເຮົາໄດ້ໃຊ້ພວກທ່ານໄປເຫມືອນດັ່ງແກະນ້ອຍຢູ່ທ່າມກາງຝູງຫມາໄນ.4ຢ່າຖືກະເປົາເງິນ, ຫລືຖືຖົງ, ຫລືຖືເກີບໄປນຳ ແລະຢ່າຄຳນັບຜູ້ໃດຕາມທາງ.5ເມື່ອທ່ານທັງຫລາຍເຂົ້າໄປໃນເຮືອນຫລັງໃດກໍຕາມ ຈົ່ງເວົ້າກ່ອນວ່າ ‘ຂໍໃຫ້ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້!’.6ຖ້າມີຄົນມັກສັນຕິສຸກຢູ່ໃນເຮືອນນັ້ນ ສັນຕິສຸກຂອງທ່ານຈະສະຖິດຢູ່ກັບຜູ້ນັ້ນ ຖ້າຫາກບໍ່ມີ, ສັນຕິສຸກນັ້ນຈະກັບຄືນມາຫາທ່ານອີກ.7ຈົ່ງອາໄສຢູ່ໃນເຮືອນນັ້ນ, ຈົ່ງກິນແລະດື່ມຕາມທີ່ເຂົາມີຢູ່ ດ້ວຍວ່າຜູ້ທຳງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ ຢ່າອອກຫນີຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ.8ບໍ່ວ່າທ່ານຈະເຂົ້າໄປໃນເມືອງໃດ ແລະພວກເຂົາຕ້ອນຮັບທ່ານໄວ້ ຈົ່ງກິນຂອງທີ່ພວກເຂົາຈັດໃຫ້ຕໍ່ຫນ້າທ່ານ.9ແລະຈົ່ງຮັກສາຄົນເຈັບປ່ວຍຢູ່ໃນເມືອງນັ້ນດີພະຍາດ, ບອກແກ່ພວກເຂົາວ່າ ‘ຣາຊະອານາຈັກຂອງພຣະເຈົ້າໄດ້ມາໃກ້ທ່ານທັງຫລາຍແລ້ວ’.10ແຕ່ເມື່ອພວກທ່ານເຂົ້າໃນເມືອງໃດ ແລະເຂົາບໍ່ຕ້ອນຮັບທ່ານໄວ້ ຈົ່ງອອກໄປກາງຖະຫນົນແລະກ່າວວ່າ.11‘ແມ່ນວ່າຂີ້ຝຸ່ນດິນໃນເມືອງຂອງເຈົ້າທີ່ຕິດຕີນຂອງພວກເຮົາ ເຮົາຂໍປັດອອກຕໍ່ສູ້ພວກເຈົ້າ! ແຕ່ຈົ່ງເຂົ້າໃຈຂໍ້ນີ້ວ່າ: ຣາຊະອານາຈັກຂອງພຣະເຈົ້າໄດ້ມາໃກ້ພວກເຈົ້າແລ້ວ’.12ເຮົາບອກພວກທ່ານວ່າໃນວັນພິພາກສາ ໂທດຂອງເມືອງໂຊດົມໃນວັນນັ້ນຈະເບົາກວ່າ ໂທດຂອງເມືອງນີ້.”13“ວິບັດແກ່ເຈົ້າເມືອງໂຂຣາຊິນ, ວິບັດແກ່ເຈົ້າເມືອງເບັດຊາອີດາ ເອີຍ, ຖ້າການອັດສະຈັນເຫລົ່ານັ້ນທີ່ໄດ້ກະທຳໃນທ່າມກາງພວກເຈົ້ານັ້ນ ໄດ້ຖືກກະທຳໃນຖ້າມກາງເມືອງຕີເຣແລະເມືອງຊີໂດນແລ້ວນັ້ນ, ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາໃຈໃຫມ່, ນຸ່ງຫົ່ມຜ້າຫຍາບ, ນັ່ງເທິງຂີ້ເຖົ່າແຕ່ດົນນານມາແລ້ວ.14ແຕ່ໂທດຂອງເມືອງຕີເຣແລະເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ ໃນວັນພິພາກສາ.15ຝ່າຍເຈົ້າ, ເມືອງກາເປນາອູມເຮີຍເຈົ້າຄິດວ່າ ເຈົ້າຈະຖືກຍົກຂຶ້ນສູງພຽງຟ້າຫລື? ແຕ່ເຈົ້າຈະຖືກຖິ້ມລົງໄປໃນບຶງໄຟນະຣົກ.16“ຜູ້ທີ່ຟັງທ່ານທັງຫລາຍກໍໄດ້ຟັງເຮົາ, ແລະຜູ້ທີ່ບໍ່ຍອມຮັບທ່ານທັງຫລາຍກໍບໍ່ຍອມຮັບເຮົາ, ແລະຜູ້ທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບຜູ້ທີ່ຊົງໃຊ້ເຮົາມາ.”17ຝ່າຍພວກເຈັດສິບຄົນ ໄດ້ກັບຄືນມາດ້ວຍຄວາມຊື່ນຊົມຍິນດີ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນແຕ່ຜີມານຮ້າຍກໍຍອມຟັງຄວາມຂອງພວກຂ້ານ້ອຍໃນນາມຊື່ຂອງພຣະອົງ.”18ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ເຮົາໄດ້ເຫັນຊາຕານຕົກຈາກຟ້າເຫມືອນດັ່ງຟ້າແມບ.19ເບິ່ງແມ! ເຮົາໄດ້ໃຫ້ພວກທ່ານມີອຳນາດຢຽບງູແລະແມງງອດ, ແລະໃຫ້ມີອຳນາດເຫນືອກຳລັງຂອງສັດຕຣູ ແລະບໍ່ມີສິ່ງໃດເຮັດອັນຕະຣາຍແກ່ພວກທ່ານໄດ້ເລີຍ.20ແຕ່ຢ່າໄດ້ຊື່ນຊົມຍິນດີໃນສິ່ງເຫລົ່ານີ້ເພາະຜີທັງຫລາຍຍອມຟັງຄວາມຂອງທ່ານ ແຕ່ຈົ່ງຊົມຊື່ນຍິນດີເພາະຊື່ຂອງພວກທ່ານໄດ້ຈົດໄວ້ໃນສະຫວັນແລ້ວ.”21ໃນຂະນະດຽວກັນ ພຣະເຢຊູເຈົ້າຊົງມີຄວາມຊົມຊື່ນຍິນດີໃນພຣະວິນຍານບໍຣິສຸດ ເຈົ້າແລະກ່າວວ່າ, “ຂ້າພຣະອົງສັນຣະເສີນແດ່ພຣະບິດາເຈົ້າ, ອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ ເພາະພຣະອົງຊົງໄດ້ປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນຍາແລະຜູ້ສະຫລາດ ແຕ່ໄດ້ຊົງເປີດເຜີຍສິ່ງນັ້ນໃຫ້ແກ່ບັນດາຄົນທີ່ບໍ່ໄດ້ຮັບການສອນ ເຊິ່ງເປັນເຫມືອນເດັກນ້ອຍ, ແມ່ນແລ້ວ, ພຣະບິດາ, ເພາະນີ້ເປັນສິ່ງທີ່ເຫັນຊອບຕໍ່ສາຍຕາຂອງພຣະອົງ.”22“ພຣະບິດາຂອງເຮົາໄດ້ມອບສິ່ງສາຣະພັດໃຫ້ແກ່ເຮົາ ແລະບໍ່ມີໃຜຮູ້ວ່າພຣະບຸດແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະບິດາ ແລະບໍ່ມີໃຜຮູ້ວ່າພຣະບິດາແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະບຸດ ກັບຜູ້ທີ່ພຣະບຸດປະສົງຈະສະແດງໃຫ້ຮູ້.”23ແລ້ວພຣະເຢຊູເຈົ້າກໍຫລຽວໄປຫາພວກສາວົກ ແລະກ່າວແກ່ພວກເພິ່ນເປັນການສ່ວນຕົວວ່າ, “ບັນດາຜູ້ທີ່ເຫັນແບບດຽວກັບທີ່ທ່ານເຫັນກໍເປັນສຸກ.24ເຮົາບອກທ່ານທັງຫລາຍວ່າ ຜູ້ປະກາດພຣະທັມຫລາຍຄົນ ແລະກະສັດຫລາຍອົງປາຖນາຈະເຫັນສິ່ງທີ່ພວກທ່ານເຫັນຢູ່ນີ້ ແຕ່ກໍບໍ່ໄດ້ເຫັນ ແລະປາຖນາທີ່ໄດ້ຍິນສິ່ງທີ່ພວກທ່ານໄດ້ຍິນ ແຕ່ກໍບໍ່ໄດ້ຍິນສິ່ງນັ້ນ.”25ເບິ່ງແມ, ມີອາຈານສອນພຣະບັນຍັດຂອງພວກຄົນຢີວຄົນຫນຶ່ງຢືນຂຶ້ນ ເພື່ອທົດລອງພຣະເຢຊູເຈົ້າ ທູນຖາມວ່າ, “ທ່ານອາຈານເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?”.26ພຣະເຢຊູເຈົ້າ ຕອບລາວວ່າ, “ພຣະບັນຍັດຂຽນໄວ້ວ່າຢ່າງໃດ? ທ່ານໄດ້ອ່ານແລ້ວເຂົ້າໃຈຢ່າງໃດ?”.27ເພິ່ນທູນຕອບວ່າ, “ທ່ານຈົ່ງຮັກອົງພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳລັງ, ແລະດ້ວຍສຸດຄວາມຄິດຂອງເຈົ້າ’ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ’.”28ພຣະເຢຊູເຈົ້າຕອບເພິ່ນວ່າ, “ທ່ານຕອບຖືກແລ້ວ. ຈົ່ງເຮັດຢ່າງນັ້ນ ແລ້ວທ່ານຈະໄດ້ຊີວິດ.”29ແຕ່ອາຈານທ່ານນັ້ນຢາກສະແດງວ່າຕົນເປັນຄົນສິນທັມ ຈິ່ງທູນພຣະເຢຊູເຈົ້າວ່າ, “ແມ່ນໃຜເປັນເພື່ອນບ້ານຂອງຂ້ານ້ອຍ?”30ພຣະເຢຊູເຈົ້າຕອບວ່າ, “ມີຊາຍຄົນຫນຶ່ງລົງຈາກນະຄອນເຢຣູຊາເລັມຈະໄປເມືອງເຢຣິໂກ. ເພີ່ນໄດ້ຕົກໃນມືພວກໂຈນທີ່ປຸ້ນເອົາສິ່ງຂອງຜູ້ນັ້ນໄປ ແລະທັງທຸບຕີ ແລ້ວປະຖິ້ມໄວ້ເກືອບຕາຍ.31ບັງເອີນມີປະໂຣຫິດຄົນຫນຶ່ງໄດ້ລົງໄປທາງນັ້ນ ເມື່ອເຂົາໄດ້ເຫັນຄົນເຈັບນັ້ນກໍເວັ້ນໄປຟາກອື່ນເສັຍ.32ເຊັ່ນດຽວກັບເລວີຄົນຫນຶ່ງ ເມື່ອມາເຖິງບ່ອນນັ້ນແລະເຫັນຄົນເຈັບນັ້ນ ກໍເວັ້ນກາຍໄປຟາກອື່ນເສັຍ.33ແຕ່ມີໄທຊາມາເຣັຍຄົນຫນຶ່ງໄດ້ເດີນທາງຜ່ານມາທີ່ຄົນເຈັບນອນຢູ່ນັ້ນ, ຄັນເຂົາເຫັນຄົນເຈັບແລ້ວກໍມີໃຈເມດຕາ.34ເພິ່ນຈິ່ງເຂົ້າໄປເອົາຜ້າພັນບາດໃຫ້ ແລະເອົານ້ຳມັນກັບເຫລົ້າແວງຖອກໃສ່ບາດນັ້ນ ຈິ່ງໂຈມຂຶ້ນຂີ່ສັດຂອງຕົນພາໄປເຖິງໂຮງແຮມ, ແລະເອົາໃຈໃສ່ບົວຣະບັດລາວ.35ໃນມື້ຖັດມາ ທ່ານໄດ້ອອກເງິນສອງເດນາຣິອົນໃຫ້ເຈົ້າຂອງໂຮງແຮມ ບອກວ່າ, ‘ຈົ່ງເບິ່ງແຍງຄົນນີ້ເດີ, ຖ້າທ່ານຈ່າຍເກີນນີ້ໄປເທົ່າໃດ ເມື່ອເຮົາກັບມາກໍຈະໃຊ້ໃຫ້’.36ທ່ານຄິດວ່າຄົນໃດໃນສາມຄົນນີ້ເປັນເພື່ອນບ້ານຂອງຄົນທີ່ຖືກໂຈນປຸ້ນນັ້ນ.”37ອາຈານຜູ້ນັ້ນທູນຕອບວ່າ, “ຊາຍທີ່ໄດ້ສະແດງຄວາມເມດຕາໃຫ້ແກ່ຄົນເຈັບ,” ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງໄປເຮັດແບບດຽວກັນເຖີດ.38ໃນຂະນະເມື່ອພວກເຂົາເດີນທາງ, ພຣະອົງກໍເຂົ້າໄປໃນຫມູ່ບ້ານຫນຶ່ງ ແລະມີຍິງຄົນຫນຶ່ງຊື່ມາທາໄດ້ຕ້ອນຮັບພຣະອົງເຂົ້າໃນເຮືອນຂອງຕົນ.39ມາທາມີນ້ອງສາວຊື່ມາຣິອາ ເຊິ່ງເປັນຜູ້ທີ່ນັ່ງໃກ້ຕີນຂອງອົງພຣະເຢຊູຄຣິດເຈົ້າ ແລະຟັງຖ້ອຍຄຳຂອງພຣະອົງ.40ແຕ່ມາທາໄດ້ມົວເມົາຢູ່ໃນການຈັດຕຽມອາຫານຫລາຍເກີນໄປ. ນາງຈິ່ງໄດ້ມາຫາພຣະເຢຊູ ແລະບອກວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງບໍ່ສົນໃຈຫລືວ່ານ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍປະຕິບັດແຕ່ຜູ້ດຽວ? ສະນັ້ນຂໍບອກໃຫ້ລາວມາຊ່ອຍຂ້ານ້ອຍແດ່!”.41ແຕ່ອົງພຣະຜູ້ເປັນເຈົ້າຕອບລາວວ່າ, “ມາທາ, ມາທາເອີຍ, ເຈົ້າວຸ້ນວາຍໃຈກັບຫລາຍສິ່ງແທ້!42ສິ່ງຊຶ່ງຈຳເປັນນັ້ນມີແຕ່ສິ່ງດຽວ ມາຣິອາໄດ້ເລືອກເອົາສ່ິ່ງທີ່ດີທີ່ສຸດນັ້ນ ເຊິ່ງຈະຍົກເອົາໄປຈາກນາງບໍ່ໄດ້.”
1ໃນຂະນະທີ່ພຣະເຢຊູເຈົ້າກຳລັງອະທິຖານຢູ່ທີ່ແຫ່ງຫນຶ່ງ ສາວົກຂອງພຣະອົງຄົນຫນຶ່ງທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍສອນພວກຂ້ານ້ອຍໃຫ້ອະທິຖານເຫມືອນກັບທີ່ໂຢຮັນໄດ້ສອນພວກລູກສິດຂອງເພິ່ນດວ້ຍ.”2ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເມື່ອພວກທ່ານອະທິຖານຈົ່ງກ່າວວ່າ, ‘ຂ້າແດ່ພຣະບິດາເຈົ້າ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ ຂໍໃຫ້ຣາຊະອານາຈັກຂອງພຣະອົງມາຕັ້ງຢູ່.3ຂໍຊົງໂຜດປຣະທານອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍທັງຫລາຍ.4ຂໍຊົງໂຜດຍົກໂທດຄວາມຜິດບາບຂອງພວກຂ້ານ້ອຍ ເຫມືອນທີ່ພວກຂ້ານ້ອຍຍົກໂທດແກ່ທຸກຄົນ ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ. ຂໍຢ່າຊົງນໍາພວກຂ້ານ້ອຍ ເຂົ້າໄປໃນການທົດລອງ’.”5ພຣະເຢຊູເຈົ້າຊົງກ່າວກັບຄົນເຫລົ່ານັ້ນວ່າ, “ຜູ້ໃດໃນພວກທ່ານມີມິດສະຫາຍຄົນຫນຶ່ງ ແລະໄປຫາມິດສະຫາຍນັ້ນໃນເວລາທ່ຽງຄືນແລະເວົ້າວ່າ ‘ສະຫາຍເອີຍ, ຂໍໃຫ້ຂ້ອຍຢືມເຂົ້າຈີ່ຈັກສາມກ້ອນແດ່.6ເພາະເພື່ອນຄົນຫນຶ່ງຂອງເຮົາເດີນທາງຈາກບ່ອນອື່ນມາແວ່ເຮົາແລະເຮົາບໍ່ໄດ້ກຽມອັນໃດຈະສູ່ເພິ່ນກິນ’.7ຝ່າຍມິດສະຫາຍທີ່ຢູ່ຂ້າງໃນຈະຕອບອອກມາວ່າ, ‘ຢ່າລົບກວນເຮົາເທາະປະຕູກໍອັດແລ້ວ, ພວກລູກຂອງເຮົາກໍນອນຢູ່ກັບເຮົາຫມົດແລ້ວ, ເຮົາລຸກຂຶ້ນເອົາເຂົ້າຈີ່ໃຫ້ເຈົ້າບໍ່ໄດ້’.8ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນວ່າຜູ້ນັ້ນຈະບໍ່ລຸກຂຶ້ນເອົາໃຫ້ເພາະການເປັນເພື່ອນກັນກໍຕາມ ແຕ່ຖ້າເພາະເຫັນແກ່ການດື້ຂໍຢ່າງບໍ່ລະອາຍ ເພິ່ນກໍຈະລຸກຂຶ້ນແລະເອົາເຂົ້າຈີ່ໃຫ້ທ່ານເທົ່າທີ່ທ່ານຕ້ອງການ.9ແລະເຮົາບອກພວກທ່ານວ່າ ຈົ່ງຫມັ່ນຂໍ ແລ້ວຈະຊົງປຣະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້.10ເພາະວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກຫາກໍໄດ້ພົບ ແລະທຸກຄົນທີ່ຫມັ່ນເຄາະກໍຈະເປີດໃຫ້ແກ່ເຂົາ.11ມີພໍ່ຄົນໃດໃນພວກທ່ານ ຖ້າລູກຂໍປາຈະເອົາງູໃຫ້ລູກແທນປາບໍ?12ຫລືເມື່ອລູກຂໍໄຂ່ ທ່ານຈະເອົາແມງງອດໃຫ້ລູກ?13ເຫດສັນນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາເຈົ້າຜູ້ຊົງສະຖິດໃນສະຫວັນຈະປຣະທານພຣະວິນຍານບໍຣິສຸດເຈົ້າໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ?"14ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ຂັບໄລ່ຜີຮ້າຍອອກ ເປັນຜີໃບ້. ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວຊາຍທີ່ເປັນຄົນໃບ້ກໍເລີ່ມປາກໄດ້, ປະຊາຊົນກໍປະຫລາດໃຈ.15ແຕ່ບາງຄົນໃນຫມູ່ນັ້ນໄດ້ເວົ້າວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳນາດຂອງເບເອນເຊບູນຊຶ່ງເປັນນາຍຂອງພວກຜີຮ້າຍ.16ສ່ວນຄົນອື່ນຢາກຈະທົດລອງພຣະເຢຊູເຈົ້າ ແລະຖາມຫາຫມາຍສຳຄັນຈາກຟ້າສະຫວັນ.17ແຕ່ພຣະອົງຊົງຊາບຄວາມຄຶດຂອງເຂົາຈິ່ງຊົງກ່າວວ່າ, “ທຸກອານາຈັກທີ່ແຕກແຍກກັນແລ້ວກໍຄົງຈິບຫາຍ, ຄອບຄົວທີ່ແຕກແຍກກັນ ແລ້ວກໍຈະຕັ້ງຢູ່ບໍ່ໄດ້."18ຖ້າຊາຕານແຕກແຍກກັນເອງ ອານາຈັກຂອງມັນຈະຕັ້ງຫມັ້ນຢູ່ໄດ້ຢ່າງໃດ? ເພາະທ່ານທັງຫລາຍເວົ້າວ່າເຮົາຂັບໄລ່ຜີອອກໂດຍເບເອນເຊບູນ.19ຖ້າເຮົາຂັບໄລ່ຜີອອກໂດຍເບເອນເຊບູນນັ້ນ, ພວກສາວົກຂອງທ່ານທັງຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ພວກສາວົກຈະຕັດສິນພິພາກສາພວກທ່ານ.20ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍຣິດອຳນາດຂອງພຣະເຈົ້າ, ຣາຊະອານາຈັກຂອງພຣະເຈົ້າກໍມາເຖິງພວກທ່ານແລ້ວ.21ເມື່ອຊາຍທີ່ແຂງແຮງຖືອາວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ ສິ່ງຂອງທັງຫມົດຂອງລາວກໍປອດພັຍ.22ແຕ່ເມື່ອຊາຍທີ່ແຂງແຮງກວ່າເອົາຊະນະຄົນນັ້ນໄດ້, ຄົນແຂງແຮງກວ່າຈະຍຶດເອົາອາວຸດໄປຈາກເຂົາ ແລະລັກເອົາຊັບສົມບັດຂອງເຂົາໄປເສັຍ.23ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.24“ເມື່ອຜີຖ່ອຍຮ້າຍອອກຈາກຊາຍຄົນຫນຶ່ງ ມັນກໍເດີນທາງຜ່ານໄປໃນບ່ອນກັນດານເພື່ອຊອກຫາບ່ອນເຊົາເມື່ອຍ, ເມື່ອຫາບໍ່ພົບ ມັນຈິ່ງເວົ້າວ່າ ‘ເຮົາຈະກັບຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ.25ເມື່ອຜີນັ້ນກັບມາແລະເຫັນວ່າເຮືອນນັ້ນຖືກເຮັດໃຫ້ສະອາດດີແລະຕົກແຕ່ງໄວ້ແລ້ວ.26ເມື່ອນັ້ນມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລະກໍເຂົ້າໄປອາໄສຢູ່ເຮືຶນຫລັງນັ້ນ ແລະໃນທີ່ສຸດ ຊາຍຄົນນັ້ນກໍຕົກຢູ່ໃນສະພາບຮ້າຍກວ່າຕອນຕົ້ນ.”27ໃນຂະນະທີ່ພຣະອົງຊົງກ່າວຖ້ອຍຄຳເຫລົ່ານັ້ນຢູ່ ກໍມີຍິງສາວຄົນຫນຶ່ງໃນຫມູ່ປະຊາຊົນຮ້ອງທູນພຣະອົງວ່າ, “ທ້ອງຂອງຍິງທີ່ໃຫ້ກຳເນີດທ່ານແລະເຕົ້ານົມທີ່ລຽ້ງທ່ານນັ້ນກໍເປັນສຸກ.”28ແຕ່ພຣະອົງຊົງຕອບວ່າ, “ບໍ່ແມ່ນເລີຍ ຄົນທັງຫລາຍທີ່ຟັງພຣະທັມຂອງພຣະເຈົ້າ ແລະຖືຮັກສາພຣະທັມໄວ້ຕ່າງຫາກທີ່ເປັນສຸກ.”29ເມື່ອປະຊາຊົນເລີ່ມມາໂຮມກັນຫນາແຫນ້ນຂຶ້ນ ພຣະອົງຊົງກ່າວວ່າ, “ຄົນໃນຍຸກນີ້ເປັນຍຸກທີ່ຊົ່ວຮ້າຍ ເຂົາສະແຫວງຫາຫມາຍສຳຄັນ ແຕ່ຈະບໍ່ມີຫມາຍສຳຄັນອັນໃດເປີດເຜີຍໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳຄັນເລື່ອງໂຢນາ.30ເຫມືອນກັບທີ່ໂຢນາໄດ້ເປັນຫມາຍສຳຄັນແກ່ຊາວເມືອງນີເນເວ, ດັ່ງນັ້ນ ບຸດມະນຸດຈະເປັນຫມາຍສຳຄັນແກ່ຄົນໃນຍຸກນີ້.31ຣາຊີນີແຫ່ງທິດໃຕ້ຈະລຸກຂຶ້ນໃນການພິພາກສາພ້ອມກັບຜູ້ຊາຍໃນຍຸກນີ້ ແລະລົງໂທດຄົນໃນຍຸກນີ້ ເພາະນາງໄດ້ມາແຕ່ທີ່ສຸດປາຍແຜ່ນດິນໂລກ ເພື່ອຈະຟັງຄຳສັ່ງສອນທີ່ມີສະຕິປັນຍາຂອງກະສັດໂຊໂລໂມນ ແລະ ເບິ່ງແມ! ຜູ້ທີ່ຍິ່ງໃຫຍ່ກວ່າກະສັດໂຊໂລໂມນກໍຢູ່ທີ່ນີ້.32ຊາວເມືອງນີເນເວຈະຢືນຂຶ້ນໃນວັນພິພາກສາພ້ອມກັບຄົນໃນຍຸກນີ້ ແລະຈະກ່າວໂທດຄົນໃນຍຸກນີ້ ເມື່ອພວກເຂົາໄດ້ຖິ້ມໃຈເກົ່າເອົາໃຈໃຫມ່ເພາະການປະກາດຂອງໂຢນາ ແລະເບິ່ງແມ, ຜູ້ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.33ບໍ່ຫ່ອນມີຜູ້ໃດ, ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນຕູ້ທີ່ລັບມືດ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຜູ້ທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.34ຕາຂອງທ່ານເປັນດວງສະຫວ່າງຂອງຮ່າງກາຍ ເມື່ອຕານັ້ນດີຮ່າງກາຍຂອງທ່ານກໍສະຫວ່າງໄປເຫມືອນກັນ, ແຕ່ເມື່ອຕາຂອງທ່ານມືດໄປ ຮ່າງກາຍຂອງທ່ານກໍຈະມືດໄປເຫມືອນກັນ.35ເຫດສັນນັ້ນ ຈົ່ງຣະວັງຢ່າໃຫ້ແສງສະຫວ່າງທີ່ມີຢູ່ໃນທ່ານມືດໄປ.36ຖ້າຮ່າງກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສະຫວ່າງ ທັງຕົວກໍຈະສະຫວ່າງໄປດ້ວຍຮ່າງກາຍຂອງທ່ານທັງຫມົດຈະເປັນເຫມືອນແສງໂຄມໄຟນັ້ນ ທີ່ສ່ອງສະຫວ່າງແກ່ທ່ານ.”37ເມື່ອພຣະເຢຊູເຈົ້າກ່າວສຳເລັດແລ້ວ ມີຟາຣີຊາຍຜູ້ຫນຶ່ງໄດ້ທູນເຊີນພຣະອົງໄປຮັບປະທານອາຫານທີ່ເຮືອນຂອງຕົນ ເມື່ອພຣະເຢຊູເຈົ້າໄປເຖິງແລະຊົງນັ່ງອີງຕົວລົງ.38ຟາຣີຊາຍຜູ້ນັ້ນກໍປະຫລາດໃຈ ທີ່ພຣະອົງບໍ່ໄດ້ລ້າງມືກ່ອນຈະຮັບປະທານອາຫານແລງ.39ແລ້ວອົງພຣະຜູ້ເປັນເຈົ້າກ່າວແກ່ລາວວ່າ, “ບັດນີ້, ເຈົ້າພວກຟາຣີຊາຍ, ເຈົ້າລ້າງຖ້ວຍຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຕົວເຈົ້າເຕັມໄປດ້ວຍຄວາມໂລບແລະຄວາມຊົ່ວຮ້າຍ.40ໂອ ຄົນໂງ່ເອີຍ! ຜູ້ທີ່ໄດ້ສ້າງຂ້າງນອກກໍໄດ້ສ້າງຂ້າງໃນເຫມືອນກັນບໍ່ແມ່ນບໍ?41ຈົ່ງບໍຣິຈາກແກ່ຄົນທຸກຍາກດ້ວຍສິ່ງຊຶ່ງຢູ່ຂ້າງໃນ ແລ້ວທຸກສິ່ງກໍຈະສະອາດສຳລັບພວກທ່ານ.42ແຕ່ວິບັດແກ່ເຈົ້າ, ພວກຟາຣີຊາຍ ພວກເຈົ້າຖວາຍຫນຶ່ງສ່ວນສິບໃນເຄື່ອງປູກຕາມຣະດູການແກ່ພຣະເຈົ້າຄືຜັກກ້ານກ່ຳ ຜັກແພວ, ແລະຜັກອື່ນໆ ຈາກສວນ ແຕ່ພວກເຈົ້າໄດ້ລະເລີຍຄວາມຍຸດຕິທັມແລະຄວາມຮັກຂອງພຣະເຈົ້າ ຈຳເປັນຢ່າງຍິ່ງທີ່ຈະປະຕິບັດຢ່າງຄົນທີ່ມີຄວາມຍຸດຕິທັມແລະຮັກພຣະເຈົ້າ ໂດຍບໍ່ບົກພ່ອງໃນການເຮັດສິ່ງອື່ນໆດ້ວຍ.43ແຕ່ວິບັດແກ່ເຈົ້າ, ພວກຟາຣີຊາຍ ພວກເຈົ້າມັກບ່ອນນັ່ງອັນມີກຽດໃນໂຮງທັມະສາລາ ແລະມັກໃຫ້ຄົນຄຳນັບໃຫ້ກຽດໃນຕະຫລາດ.44ວິບັດແກ່ພວກເຈົ້າ, ເຫມືອນຂຸມຝັງສົບທີ່ຄົນທັງຫລາຍກໍທຽວຜ່ານໄປມາໂດຍບໍ່ຮູ້ ເພາະບໍ່ໄດ້ຕິດປ້າຍບອກໄວ້.”45ແລ້ວມີຄົນຫນຶ່ງໃນທັມະບັນດິດ ຕອບພຣະອົງວ່າ, “ອາຈານເອີຍ, ທ່ານກຳລັງຫມິ່ນປະຫມາດພວກເຮົາເຫມືອນກັນ.”46ພຣະເຢຊູເຈົ້າຕອບວ່າ, “ແຕ່ວິບັດຈະມີແກ່ພວກເຈົ້າເຫມືອນກັນ, ພວກທັມະບັນດິດ ພວກເຈົ້າເອົາພາຣະທີ່ຫນັກຫນາມາວາງໃສ່ບ່າຂອງຜູ້ອື່ນ, ແຕ່ສ່ວນພວກເຈົ້າເອງ, ແມ່ນແຕ່ນິ້ວມືດຽວກໍບໍ່ແຕະພາຣະນັ້ນ.47ວິບັດແກ່ພວກເຈົ້າ, ທີ່ມັກສ້າງອຸບໂມງເທິງຫລຸມຝັງສົບຂອງພວກຜູ້ປະກາດພຣະທັມ, ທີ່ພວກບັນພະບຸຣຸດຂອງເຈົ້າໄດ້ຂ້າພວກເຂົາ.48ພວກເຈົ້າໄດ້ເປັນພະຍານແລະເຫັນດີກັບບັນພະບຸດຣຸດຂອງພວກເຈົ້າ ເພາະພວກເຂົາໄດ້ຂ້າພວກຜູ້ປະກາດພຣະທັມ ທີ່ພວກເຈົ້າໄດ້ສ້າງອຸບໂມງໃຫ້ແກ່ພວກເຂົາ.49ດ້ວຍເຫດນີ້ ພຣະປັນຍາຂອງພຣະເຈົ້າຈິ່ງຊົງກ່າວວ່າ, ‘ເຮົາຈະໃຊ້ພວກຜູ້ປະກາດພຣະທັມແລະອັກຄະສາວົກໄປຫາພວກເຂົາ ແລະພວກເຂົາຈະຂ້າບາງຄົນແລະຂົ່ມເຫັງບາງຄົນ.50ຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບ ໃນເລືອດຂອງພວກຜູ້ປະກາດພຣະທັມແລະອັກຄະສາວົກເຫລົ່ານັ້ນ ທີ່ໄຫລອອກຕັ້ງແຕ່ແຮກສ້າງໂລກ.51ຕັ້ງແຕ່ເລືອດຂອງອາເບັນຈົນເຖິງເລືອດຂອງຊາຂາຣີຢາ ຜູ້ທີ່ຖືກຂ້າທີ່ແທ່ນບູຊາແລະທີ່ລີ້ລັບ. ຈິງແທ້, ເຮົາບອກເຈົ້າໃນເລື່ອງນີ້ ເພາະຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບ.52ວິບັດແກ່ພວກເຈົ້າ, ທັມະບັນດິດຂອງຄົນຍິວ ເພາະທ່ານໄດ້ເອົາກະແຈແຫ່ງຄວາມຮູ້ນັ້ນໄປເສັຍ ພວກເຈົ້າເອງກໍບໍ່ເຂົ້າໄປແລະຄົນທີ່ຢາກເຂົ້າໄປ ພວກເຈົ້າກໍປິດເສັຍຈາກເຂົາ.”53ຫລັງຈາກທີ່ພຣະເຢຊູເຈົ້າສະເດັດອອກຈາກທີ່ນັ້ນ, ພວກທັມະຈານແລະພວກຟາຣີຊາຍໄດ້ໂຈມຕີແລະໂຕ້ຖຽງກັບພຣະອົງອີກຫລາຍເລື່ອງ.54ຫວັງຈະໃຫ້ພຣະອົງຕິດກັບດັກຈາກຄຳເວົ້າຂອງພຣະອົງ.
1ໃນເວລານັ້ນ ມີປະຊາຊົນຫລາຍພັນຄົນມາເຕົ້າໂຮມກັນ ຫລາຍຈົນພວກເຂົາບຽດຢຽບກັນ, ພຣະເຢຊູເຈົ້າຕັ້ງຕົ້ນກ່າວກັບພວກສາວົກວ່າ, “ຈົ່ງຣະວັງເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມຫນ້າຊື່ໃຈຄົດຂອງພວກເຂົາ.2ບໍ່ມີຄວາມລັບໃດປົກບັງໄວ້ທີ່ຈະບໍ່ເປີດເຜີຍ ຫລືສິ່ງລັບທີ່ບໍ່ປະກົດໃຫ້ຮູ້.3ບໍ່ວ່າສິ່ງໃດທີ່ທ່ານເວົ້າໃນບ່ອນມືດ ກໍໄດ້ຍິນໃນບ່ອນແຈ້ງ ແລະສິ່ງທີ່ພວກທ່ານຊີ່ມໃສ່ຫູໃນຫ້ອງຊັ້ນໃນ ກໍຈະຕ້ອງປ່າວປະກາດເທິງຫລັງຄາເຮືອນ.4ເຮົາບອກທ່ານທັງຫລາຍທີ່ເປັນມິດສະຫາຍຂອງເຮົາວ່າ, ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລະບໍ່ສາມາດທີ່ຈະເຮັດອັນໃດໄດ້ອີກຕໍ່ໄປ.5ແຕ່ເຮົາຢາກຈະເຕືອນໃຫ້ພວກທ່ານຮູ້ວ່າຄວນຢ້ານຜູ້ໃດ. ຈົ່ງຢ້ານຜູ້ທີ່ຖືກຂ້າຊຶ່ງພາຍຫລັງມີອຳນາດທີ່ຈະຖິ້ມທ່ານລົງໃນນະຣົກໄດ້, ນັ້ນແຫລະ ເຮົາບອກພວກທ່ານວ່າ ຈົ່ງຢ້ານຜູ້ນັ້ນ.6ນົກຈອກຫ້າໂຕເຂົາຂາຍສອງອັດບໍ່ແມ່ນບໍ? ແລະນົກນັ້ນ, ແມ່ນແຕ່ໂຕດຽວກໍບໍ່ຢູ່ນອກສາຍຕາຂອງພຣະເຈົ້າ.7ແມ່ນແຕ່ເສັ້ນຜົມເທິງຫົວຂອງທ່ານກໍຊົງນັບໄວ້ແລ້ວທຸກເສັ້ນ ຢ່າຊູ່ຢ້ານເລີຍ. ພວກທ່ານກໍປະເສີດກວ່ານົກຈອກຢ່າງຫລວງຫລາຍ.8ເຮົາບອກແກ່ທ່ານວ່າ ທຸກຄົນທີ່ຍອມຮັບເຮົາຕໍ່ຫນ້າມະນຸດ ບຸດມະນຸດກໍຈະຍອມຮັບຜູ້ນັ້ນຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ.9ແຕ່ຜູ້ໃດຈະປະຕິເສດເຮົາຕໍ່ຫນ້າມະນຸດ ກໍຈະຖືກປະຕິເສດຕໍ່ຫນ້າພວກເທວະດາຂອງພຣະເຈົ້າເຫມືອນກັນ.10ຜູ້ໃດທີ່ຈະກ່າວຕໍ່ສູ້ບຸດມະນຸດຈະໄດ້ຮັບການອະພັຍ ແຕ່ຜູ້ໃດທີ່ກ່າວຄຳຫມິ່ນປະຫມາດຕໍ່ພຣະວິນຍານບໍຣິສຸດເຈົ້າ ບໍ່ອາດຈະໂຜດອະພັຍໃຫ້ໄດ້.11ເມື່ອພວກເຂົານຳພວກທ່ານໄປຢູ່ຕໍ່ຫນ້າໃນທັມະສາລາ, ຕໍ່ຫນ້າຜູ້ປົກຄອງແລະຜູ້ມີອຳນາດ, ຢ່າຄຶດອຸກໃຈວ່າຈະແກ້ຕົວຢ່າງໃດ ຫລືຈະເວົ້າຫຍັງ.12ເພາະໃນໂມງນັ້ນພຣະວິນຍານບໍຣິສຸດເຈົ້າຈະຊົງໂຜດສອນທ່ານໃນສິ່ງທີ່ຄວນຈະເວົ້າ.13ຈາກນັ້ນ ມີບາງຄົນໃນຫມູ່ປະຊາຊົນໄດ້ທູນພຣະເຢຊູເຈົ້າວ່າ, “ອາຈານເອີຍ, ຊ່ວຍບອກອ້າຍຂອງຂ້ານ້ອຍແບ່ງມໍຣະດົກໃຫ້ຂ້ານ້ອຍແດ່.”14ພຣະເຢຊູເຈົ້າຕອບວ່າ, “ຊາຍເອີຍ, ໃຜໄດ້ຕັ້ງເຮົາໃຫ້ເປັນຜູ້ພິພາກສາຫລືເປັນຜູ້ແບ່ງປັນມໍຣະດົກໃຫ້ທ່ານ?”15ແລະພຣະອົງບອກພວກເຂົາວ່າ, “ຈົ່ງຣະວັງຮັກສາຕົນໄວ້ໃຫ້ເວັ້ນຈາກການໂລບທຸກຢ່າງ ເພາະຊີວິດຂອງມະນຸດບໍ່ຂຶ້ນຢູ່ກັບຊັບສົມບັດອັນອຸດົມສົມບູນຂອງຕົນ.”16ຈາກນັ້ນ ພຣະເຢຊູເຈົ້າຈິ່ງບອກກັບພວກເຂົາດ້ວຍຄຳອຸປະມາວ່າ, “ມີເສດຖີຄົນຫນຶ່ງໄດ້ຜົນຜະລິດຈຳນວນຫລາຍ.17ແລະລາວຄຶດກັບຕົນເອງວ່າ ‘ເຮົາຈະເຮັດແນວໃດດີ ເພາະບໍ່ມີບ່ອນຈະເກັບຜົນລະປູກຂອງເຮົາແລ້ວ?’18ເພິ່ນຈິ່ງເວົ້າວ່າ ‘ສິ່ງທີ່ເຮົາຈະເຮັດຄືດັ່ງນີ້ ເຮົາຈະມ້າງເລົ້າທັງຫລາຍອອກແລະຈະສ້າງຫລັງໃຫມ່ໃຫ້ໃຫຍ່ກວ່າເກົ່າ ແລ້ວເຮົາຈະຮວບຮວມເຂົ້າ ແລະສິ່ງຂອງທັງຫມົດຂອງເຮົາໄວ້ທີ່ນັ້ນ.19ເຮົາຈະເວົ້າແກ່ຈິດໃຈຂອງເຮົາວ່າ, “ຈິດໃຈເອີຍ, ເຈົ້າມີເຂົ້າຂອງເກັບໄວ້ໃຊ້ໄດ້ອີກຫລາຍປີ. ຈົ່ງພັກຢູ່ສະບາຍ, ກິນແລະດື່ມດ້ວຍຄວາມປິຕິຍິນດີສະຫນຸກສະຫນານເທາະ’.”20ແຕ່ພຣະເຈົ້ກ່າວແກ່ລາວວ່າ ‘ໂອຄົນໂງ່ເອີຍ, ໃນຄືນວັນນີ້ເຂົາຈະເອີ້ນເອົາຈິດໃຈຂອງເຈົ້າໄປຈາກເຈົ້າ ແລ້ວສິ່ງຂອງທັງຫລາຍທີ່ເຈົ້າຈັດແຈ່ງໄວ້ນັ້ນຈະຕົກເປັນຂອງໃຜ?’.21ນັ້ນກໍເຫມືອນຄົນທີ່ທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງ ແຕ່ບໍ່ໄດ້ຮັ່ງມີຕໍ່ພຣະຈົ້າ.”22ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ດັ່ງນັ້ນ ເຮົາບອກທ່ານທັງຫລາຍວ່າ ຢ່າກະວົນກະວາຍເຖິງຊີວິດວ່າຈະກິນຫຍັງ ຫລືເຖິງຮ່າງກາຍວ່າຈະນຸ່ງຫົ່ມຫຍັງ?23ເພາະຊີວິດກໍມີຄ່າກວ່າອາຫານ ແລະຮ່າງກາຍກໍມີຄ່າກວ່າເຄື່ອງນຸ່ງຫົ່ມ.24ຈົ່ງພິຈາຣະນາເບິ່ງຝູງກາ ມັນບໍ່ໄດ້ຫວ່ານຫລືກ່ຽວ, ມັນບໍ່ມີເລົ້າຫລືບ່ອນເກັບເຄື່ອງ ແຕ່ພຣະເຈົ້າຍັງຊົງລ້ຽງພວກມັນ ພວກທ່ານປະເສີດກວ່ານົກເຫົ່ລານັ້ນ.25ແລະມີຄວາມກະວົນກະວາຍໃດ ທີ່ອາດຕໍ່ຊີວິດໃຫ້ຍາວອອກໄປຈັກສອກຫນຶ່ງໄດ້?26ຖ້າສິ່ງເລັກນ້ອຍທ່ານຍັງເຮັດບໍ່ໄດ້ ເຫດໃດທ່ານຈິ່ງກະວົນກະວາຍເຖິງສິ່ງອື່ນໆ ອີກ?27ຈົ່ງພິຈາຣະນາເບິ່ງດອກລີລີ່ວ່າມັນເຕີບໃຫຍ່ຂຶ້ນຢ່າງໃດ ມັນບໍ່ໄດ້ເຮັດການ, ມັນບໍ່ໄດ້ເຂັນຝ້າຍ ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະສັດໂຊໂລໂມນເມື່ອບໍຣິບູນດ້ວຍສະຫງ່າຣາສີ ກໍບໍ່ໄດ້ທົງເຄື່ອງງາມທໍ່ດອກໄມ້ນີ້ດອກຫນຶ່ງ.28ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນຊຶ່ງເປັນຢູ່ວັນນີ້ ແລະມື້ອື່ນຕ້ອງຖິ້ມໃສ່ເຕົາໄຟເສັຍ ພຣະອົງຈະບໍ່ຕົກແຕ່ງພວກທ່ານຫລາຍກວ່ານັ້ນເທົ່າໃດ? ໂອ ທ່ານຜູ້ມີຄວາມເຊື່ອຫນ້ອຍເອີຍ.29ຢ່າສະແຫວງຫາວ່າຈະກິນຫຍັງ, ແລະຈະດື່ມຫຍັງ, ແລະຢ່າກະວົນກະວາຍ.30ເພາະບັນດາປະຊາຊາດທົ່ວໂລກຊອກຫາສິ່ງຂອງທັງປວງນີ້ ແລະພຣະບິດາເຈົ້າຂອງພວກທ່ານກໍຊົງຊາບແລ້ວວ່າທ່ານຕ້ອງການສິ່ງເຫລົ່ານີ້.31ແຕ່ຈົ່ງສະແຫວງຫາຣາຊະອານາຈັກຂອງພຣະເຈົ້າ ແລ້ວສິ່ງເຫລົ່ານີ້ພຣະອົງຈະຊົງເພີ່ມເຕີມໃຫ້ທ່ານ.32ຢ່າຊູ່ຢ້ານເລີຍ ຝູງແກະນ້ອຍເອີຍ, ເພາະພຣະບິດາເຈົ້າຂອງພວກທ່ານຊົງພໍພຣະທັຍຈະປຣະທານຣາຊະອານາຈັກໃຫ້ແກ່ພວກທ່ານ.33ຈົ່ງຂາຍຊັບສົມບັດຂອງທ່ານແລະແຈກຈ່າຍໃຫ້ກັບຄົນຍາກຈົນ. ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳລັບຕົນ ຄືຊັບສົມບັດໃນສະຫວັນຊຶ່ງບໍ່ຮູ້ຈັກຫມົດ ບ່ອນທີ່ໂຈນເຂົ້າໄປໃກ້ບໍ່ໄດ້ແລະບ່ອນທີ່ມອດທຳລາຍບໍ່ໄດ້.34ເພາະວ່າຊັບສົມບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ.35ຈົ່ງຮັດແອວເສື້ອຄຸມຂອງທ່ານໄວ້ ແລະໄຕ້ໂຄມຂອງທ່ານໃຫ້ສະຫວ່າງຢູ່ສະເຫມີ.36ແລະຈົ່ງເປັນເຫມືອນກັບຄົນທີ່ຄອຍເຈົ້ານາຍຂອງຕົນກັບມາຈາກການສະຫລອງແຕ່ງງານ ດັ່ງນັ້ນ ເມື່ອເຈົ້ານາຍກັບມາແລະເຄາະປະຕູແລ້ວ ພວກເຂົາຈະໄຂໃຫ້ກັບເຈົ້ານາຍໃນທັນທີ.37ພຣະພອນຈົ່ງມີແກ່ຜູ້ຮັບໃຊ້ເຫລົ່ານີ້ຊຶ່ງນາຍກັບມາແລະພົບວ່າພວກເຂົາກຳລັງຄອຍຖ້າຢູ່. ເຮົາບອກຄວາມຈິງແກ່ພວກທ່ານວ່າ, ນາຍຈະຮັດແອວຂອງຕົນໄວ້ແລະໃຫ້ພວກຜູ້ຮັບໃຊ້ນັ່ງຮ່ວມໂຕະອາຫານ ແລະເພິ່ນຈະມາບົວຣະບັດເຂົາ.38ຖ້າເຈົ້ານາຍເຂົ້າມາໃນຕອນທຽ່ງຄືນຫລືຂ້ອນແຈ້ງ ແລະເຫັນວ່າພວກຮັບໃຊ້ຕຽມພ້ອມຢູ່ ພຣະພອນຈິ່ງມີແກ່ຜູ້ຮັບໃຊ້ເຫລົ່ານັ້ນ39ຍິ່ງກວ່ານັ້ນ ຈົ່ງຮູ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາໃນໂມງໃດ, ຕົນຈະບໍ່ປະໃຫ້ໂຈນເຈາະເຂົ້າເຮືອນໄດ້.40ພວກເຈົ້າກໍເຫມືອນກັນຈົ່ງຕຽມພ້ອມຢູ່ສະເຫມີ ເພາະໃນໂມງທີ່ພວກທ່ານບໍ່ຄາດຄິດນັ້ນ ບຸດມະນຸດຈະສະເດັດມາ.41ເປໂຕຈິ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງບອກຄຳອຸປະມານີ້ແກ່ພວກຂ້ານ້ອຍ ຫລືແກ່ຄົນທຸກຄົນ?”42ອົງພຣະຜູ້ເປັນເຈົ້າກ່າວວ່າ, “ໃຜເປັນຜູ້ຈັດການທີ່ສັດຊື່ແລະມີສະຕິປັນຍາ ທີ່ນາຍໄດ້ຕັ້ງໃຫ້ເປັນໃຫຍ່ເຫນືອຄົນໃຊ້ອື່ນໆ ເພື່ອແຈກຈ່າຍສ່ວນແບ່ງອາຫານໃຫ້ຕາມເວລາ?43ພຣະພອນມີແກ່ຄົນຮັບໃຊ້ນັ້ນ ຜູ້ທີ່ເຈົ້ານາຍຂອງເຂົາພົບວ່າກຳລັງເຮັດຢ່າງນັ້ນຢູ່ເມື່ອເຈົ້ານາຍເຂົ້າມາ.44ເຮົາບອກຄວາມຈິງແກ່ພວກທ່ານວ່າ ເຈົ້ານາຍຈະຕັ້ງຜູ້ນັ້ນໃຫ້ດູແລຊັບສົມບັດທັງຫມົດທີ່ມີຢູ່.45ແຕ່ຖ້າຄົນຮັບໃຊ້ຄິດວ່າ‘ນາຍຂອງເຮົາຈະກັບມາຊ້າ’ ແລ້ວກໍຕັ້ງຕົ້ນທຸບຕີພວກຄົນໃຊ້ຊາຍຍິງ ທັງກິນແລະດື່ມຈົນເມົາ.46ເຈົ້າ ນາຍຂອງຄົນຮັບໃຊ້ນັ້ນກັບມາໃນວັນທີ່ເຂົາບໍ່ຄາດຄິດ, ແລະໃນໂມງທີ່ເຂົາບໍ່ຮູ້. ຜູ້ເປັນນາຍຈະຜ່າມັນໃຫ້ເປັນຕ່ອນໆ, ແລະໃຫ້ເຂົາໄປຢູ່ໃນສະຖານທີ່ຫນຶ່ງກັບຄົນທີ່ບໍ່ເຊື່ອຟັງ.47ຄົນຮັບໃຊ້ນັ້ນ ທີ່ຮູ້ເຖິງຄວາມຕັ້ງໃຈຂອງເຈົ້ານາຍຂອງຕົນແລະບໍ່ໄດ້ຕຽມຕົວໄວ້ ຫລືບໍ່ໄດ້ເຮັດໃຫ້ຄວາມຕັ້ງໃຈຂອງເຈົ້ານາຍສຳເລັດ ຈະຕ້ອງຖືກຂ້ຽນຕີຢ່າງຫນັກ.48ແຕ່ຜູ້ທີ່ບໍ່ຮູ້ ແລະໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນຕີ ກໍຈະຖືກຂ້ຽນຫນ້ອຍ ຜູ້ໃດໄດ້ຮັບຫລາຍກໍຈະທວງເອົາຈາກຜູ້ນັ້ນຫລາຍ ສ່ວນຜູ້ທີ່ໄດ້ຮັບຝາກໄວ້ຫລາຍເພິ່ນຈະທວງເອົາຈາກຜູ້ນັ້ນຫລາຍເຊັ່ນກັນ.49ເຮົາມາເພື່ອໂຍນໄຟລົງເທິງແຜ່ນດິນໂລກ, ແລະ ໄຟທີ່ເຮົາປາຖນາກໍໄດ້ຖືກຈູດໃຫ້ລຸກແລ້ວ.50ແຕ່ເຮົາຈະຕ້ອງຮັບບັບຕິສະມາຢ່າງຫນຶ່ງທີ່ທໍຣະມານ ແລະຕ້ອງເຈັບປວດຈົນກວ່າຈະສຳເລັດ.51ພວກທ່ານຄິດວ່າເຮົາມາເພື່ອໃຫ້ເກີດຄວາມສະຫງົບສຸກໃນໂລກບໍ? ບໍ່ແມ່ນດອກ ເຮົານຳຄວາມແຕກແຍກມາໃຫ້ຕ່າງຫາກ.52ຕັ້ງແຕ່ນີ້ເປັນຕົ້ນໄປ ຄອບຄົວຫນຶ່ງທີ່ມີຫ້າຄົນໃນເຮືອນດຽວຈະແຕກແຍກກັນຄື ສາມຄົນຈະຕໍ່ສູ້ສອງຄົນ ແລະສອງຄົນຈະຕໍ່ສູ້ກັບຄົນສາມຄົນ.53ພວກເຂົາຈະຖືກແບ່ງແຍກກັນ, ພໍ່ຈະຕໍ່ສູ້ກັບລູກຊາຍແລະລູກຊາຍຈະຕໍ່ສູ້ກັບພໍ່; ແມ່ຈະຕໍ່ສູ້ກັບລູກສາວແລະລູກສາວຈະຕໍ່ສູ້ກັບແມ່, ແມ່ຍ່າຈະຕໍ່ສູ້ລູກໃພ້ແລະລູກໃພ້ຈະຕໍ່ສູ້ແມ່ຍ່າ.”54ພຣະເຢຊູເຈົ້າກ່າວກັບປະຊາຊົນອີກວ່າ, “ເມື່ອທ່ານເຫັນເມກກຳລັງຂຶ້ນທາງທິດຕາເວັນຕົກ ທ່ານກໍເວົ້າທັນທີວ່າຝົນກຳລັງຈະຕົກ ແລະມັນກໍເປັນຢ່າງນັ້ນແທ້.55ແລະເມື່ອລົມໄຕ້ກຳລັງພັດ ທ່ານເວົ້າວ່ານັ້ນຄືລົມຮ້ອນເອົ້າທີ່ກຳລັງແຜດເຜົາ, ແລະມັນກໍເປັນຢ່າງນັ້ນແທ້.56ໂອ ຄົນຫນ້າຊື່ໃຈຄົດ, ທ່ານຮູ້ສັງເກດຄວາມເປັນໄປທີ່ເກີດຂຶ້ນຂອງແຜ່ນດິນໂລກແລະທ້ອງຟ້າອາກາດ, ແຕ່ເພາະເຫດໃດພວກທ່ານບໍ່ຮູ້ສັງເກດຄວາມເປັນໄປຂອງປະຈຸບັນນີ້ວ່າເປັນຢ່າງໃດ?57ເຫດໃດທ່ານຈິ່ງບໍ່ຕັດສີນວ່າສິ່ງໃດເປັນສິ່ງຖືກຕ້ອງດ້ວຍຕົວຂອງທ່ານເອງ?58ເມື່ອເຈົ້າກັບໂຈດພາກັນໄປຫາຜູ້ປົກຄອງ ລະຫວ່າງທາງຈົ່ງພະຍາຍາມຫາຊ່ອງທາງປອງດອງກັນ, ເພື່ອວ່າໂຈດຈະບໍ່ລາກເຈົ້າເຂົ້າໄປຫາຕຸລາການ ແລະເພື່ອວ່າຕຸລາການຈະບໍ່ມອບເຈົ້າ ໃຫ້ແກ່ເຈົ້າຫນ້າທີ່ແລະເຈົ້າຫນ້າທີ່ຈະບໍ່ຂັງເຈົ້າໄວ້ໃນຄຸກ.59ເຮົາບອກແກ່ທ່ານວ່າ ທ່ານຈະບໍ່ໄດ້ອອກຈາກທີ່ນັ້ນ ຈົນກວ່າຈະໄດ້ໃຊ້ຫນີ້ໃຫ້ຈົນຄົບ.
1ໃນຂະນະນັ້ນ ມີລາງຄົນຢູ່ທີ່ນັ້ນໄດ້ເລົ່າສູ່ພຣະເຢຊູເຈົ້າຟັງເລື່ອງຊາວຄາລີເລ ທີ່ປີລາດໄດ້ເອົາເລືອດຂອງພວກເຂົາປົນກັບເຄື່ອງບູຊາຂອງພວກເຂົາເອງ.2ພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານຄິດວ່າຊາວຄາລີເລເຫລົ່ານັ້ນເປັນຄົນບາບລື່ນກວ່າຊາວຄາລີເລພວກອື່ນໆ ທຸກຄົນ ເພາະວ່າພວກເຂົາທົນທຸກລຳບາກຢ່າງນີ້ບໍ?3ເຮົາບອກທ່ານວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ພວກທ່ານກໍຈະຈິບຫາຍໄປເຊັ່ນດຽວກັນ.4ຫລືຄົນທັງສິບແປດຄົນທີ່ຕາຍ ເພາະຖືກປ້ອມພັງລົງມາທັບພວກເຂົາໃນຊີໂລອາມ ທ່ານຄຶດວ່າພວກເຂົາເຫລົ່ານັ້ນເປັນຄົນຜິດລື່ນກວ່າຄົນທັງປວງທີ່ອາໄສຢູ່ໃນກຸງເຢຣູຊາເລັມບໍ?5ເຮົາບອກທ່ານທັງຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາໃຈໃຫມ່ ກໍຈະຈິບຫາຍໄປເຫມືອນກັນ.”6ພຣະເຢຊູເຈົ້າຊົງກ່າວຄຳອຸປະມາວ່າ, ມີ“ຄົນຫນຶ່ງໄດ້ປູກຕົ້ນເດື່ອເທດໄວ້ໃນສວນອະງຸ່ນຂອງຕົນ ແລ້ວເຂົາມາຊອກຫາຫມາກເດື່ອໃນຕົ້ນນັ້ນ ແຕ່ກໍບໍ່ພົບເລີຍ.7ຊາຍຄົນນັ້ນຈິ່ງບອກກັບຄົນງານໃນສວນອະງຸ່ນນັ້ນວ່າ ‘ເບິ່ງແມ, ເຮົາມາຊອກຫາຫມາກເດື່ອໃນຕົ້ນນີ້ໄດ້ສາມປີແລ້ວ ແຕ່ກໍບໍ່ພົບເລີຍ ຈົ່ງປ້ຳຖິ້ມເສັຽ ຈະເອົາໄວ້ຮົກດິນລ້າເຮັດຫຍັງ?’8ແຕ່ຄົນງານຕອບວ່າ ‘ຂໍປະມັນໄວ້ອີກຕື່ມປີຫນຶ່ງກ່ອນ ແລະຂ້ານ້ອຍຈະຂຸດດິນອ້ອມເອົາຝຸ່ນໃສ່.9ຖ້າມັນເກີດຫມາກປີຫນ້າກໍດີຢູ່, ແຕ່ຖ້າບໍ່ເກີດຫມາກຈິ່ງປ້ຳມັນຖິ້ມເສັຽ!'"10ພຣະເຢຊູເຈົ້າຊົງສັ່ງສອນຢູ່ໃນທັມະສາລາ ບ່ອນຫນຶ່ງໃນວັນສະບາໂຕ.11ເບິ່ງແມ, ມີຍິງຄົນຫນຶ່ງຢູ່ທີ່ນັ້ນ ນາງຖືກວິນຍານແຫ່ງຄວາມອ່ອນແອເຂົ້າສິງຢູ່ເຮັດໃຫ້ເຈັບປ່ວຍມາເປັນເວລາສິບແປດປີແລ້ວ ມັນເຮັດໃຫ້ນາງຫລັງກົ່ງຢືນຊື່ບໍ່ໄດ້ຢ່າງເຕັມທີ.12ເມື່ອພຣະເຢຊູເຈົ້າຊົງເຫັນນາງ ພຣະອົງຈິ່ງເອີ້ນນາງມາ ແລະຊົງບອກວ່າ, “ນາງເອີຍ, ເຈົ້າໄດ້ຮັບການປົດປ່ອຍຈາກຄວາມເຈັບປ່ວຍຂອງເຈົ້າແລ້ວ.”13ພຣະອົງຊົງຢຽດພຣະຫັດວາງໃສ່ນາງ, ທັນໃດນັ້ນຕົວນາງກໍຢຽດຊື່ ແລະນາງກໍສັນຣະເສີນພຣະເຈົ້າ.14ແຕ່ນາຍທັມະສາລາບໍ່ພໍໃຈ ເພາະພຣະເຢຊູເຈົ້າໄດ້ຊົງໂຜດໃຫ້ດີພະຍາດໃນວັນສະບາໂຕ. ດັ່ງນັ້ນລາວຈິ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ຈັດໄວ້ສຳລັບເຮັດງານ ຈົ່ງມາຮັກສາໃຫ້ດີພະຍາດໃນວັນເຫລົ່ານັ້ນເຖີດ, ແຕ່ຢ່າມາໃນວັນສະບາໂຕ.”15ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ພວກຄົນຫນ້າຊື່ໃຈຄົດເອີຍ! ພວກເຈົ້າບໍ່ໄດ້ແກ້ງົວຫລືລໍຂອງຕົນ ຈູງອອກຈາກຄອກໄປກິນນ້ຳໃນວັນສະບາໂຕບໍ?16ເຊັ່ນດຽວກັນກັບຍິງຄົນນີ້ເປັນລູກສາວຂອງອັບຣາຮາມ ທີ່ຊາຕານໄດ້ຜູກມັດໄວ້ໄດ້ສິບແປດປີແລ້ວ ບໍ່ສົມຄວນທີ່ຈະໃຫ້ນາງພົ້ນຈາກເຄື່ອງຜູກມັດນີ້ໃນວັນສະບາໂຕບໍ?”17ເມື່ອພຣະອົງກ່າວຄຳເຫລົ່ານີ້ແລ້ວ ບັນດາຄົນທີ່ຕໍ່ສູ້ພຣະອົງກໍໄດ້ຮັບຄວາມອັບອາຍ ແຕ່ປະຊາຊົນທັງຫລາຍກໍພາກັນຊົມຊື່ນຍິນດີ ທີ່ພຣະອົງໄດ້ຊົງກະທຳທຸກສິ່ງທີ່ນ່າສັນຣະເສີນ.18ແລ້ວພຣະເຢຊູເຈົ້າກ່າວອີກວ່າ, “ຣາຊະອານາຈັກຂອງພຣະເຈົ້າເຫມືອນສິ່ງໃດ, ເຮົາຈະປຽບຣາຊະອານາຈັກນັ້ນກັບສິ່ງໃດ?19ກໍເປັນເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນນຳໄປຫວ່ານໃນສວນຂອງຕົນ ມັນກໍງອກຂຶ້ນເປັນກົກໃຫຍ່ ແລະນົກປ່າກໍມາເຮັດຮັງອາໄສຢູ່ຕາມກິ່ງກ້ານຂອງມັນ.”20ພຣະເຢຊູເຈົ້າກ່າວຕໍ່ອີກວ່າ, “ເຮົາຈະປຽບຣາຊະອານາຈັກຂອງພຣະເຈົ້າກັບສິ່ງໃດດີ?21ກໍປຽບເຫມືອນເຊື້ອແປ້ງທີ່ຜູ້ຍິງຄົນຫນຶ່ງໄດ້ເອົາປົນໃສ່ໃນແປ້ງສາມຖັງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.”22ພຣະເຢຊູເຈົ້າໄດ້ສະເດັດໄປຕາມບ້ານເມືອງຕ່າງໆ ທີ່ຢູ່ລະຫວ່າງທາງທີ່ໄປສູ່ນະຄອນເຢຣູຊາເລັມ ແລະຊົງສັ່ງສອນພວກເຂົາ.23ບາງຄົນທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຈະພົ້ນນັ້ນມີພຽງແຕ່ຫນ້ອຍຄົນເທົ່ານັ້ນບໍ?” ພຣະອົງຈິ່ງຕອບພວກເຂົາວ່າ,24“ຈົ່ງພຽນພະຍາຍາມທີ່ຈະເຂົ້າໄປທາງປະຕູຄັບແຄບ ເຮົາບອກທ່ານວ່າ ມີຫລາຍຄົນຈະພະຍາຍາມເຂົ້າໄປ ແຕ່ບໍ່ສາມາດທີ່ຈະເຂົ້າໄປໄດ້.25ໃນວັນຫນຶ່ງ ເມື່ອເຈົ້າຂອງເຮືອນລຸກຂຶ້ນແລະອັດປະຕູແລ້ວ, ພວກທ່ານທັງຫລາຍຢືນຢູ່ຂ້າງນອກຕັ້ງຕົ້ນເຄາະປະຕູວ່າ ‘ນາຍເອີຍ, ນາຍເອີຍ, ຂໍໄຂໃຫ້ພວກຂ້ານ້ອຍເຂົ້າໄປຂ້າງໃນແດ່ທ້ອນ!’ ແລະເຈົ້າເຮືອນຈະຕອບພວກທ່ານວ່າ ‘ເຮົາບໍ່ຮູ້ຈັກເຈົ້າ ຫລືບໍ່ຮູ້ວ່າເຈົ້າມາແຕ່ໃສ?’.26ແລ້ວພວກທ່ານຈະຕອບວ່າ ‘ພວກຂ້ານ້ອຍໄດ້ກິນແລະດື່ມຕໍ່ຫນ້າທ່ານ ແລະທ່ານໄດ້ສັ່ງສອນໃນບ້ານເມືອງຂອງພວກຂ້ານ້ອຍ’.27ຝ່າຍເຈົ້າຂອງເຮືອນນັ້ນຈະເວົ້າວ່າ ‘ເຮົາບອກເຈົ້າວ່າ ເຮົາບໍ່ຮູ້ຈັກວ່າເຈົ້າມາແຕ່ໃສ, ຈົ່ງຖອຍໄປຈາກເຮົາເສັຍເຈົ້າຄົນຊົ່ວ.’28ທີ່ນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຄຽ້ວຟັນ ເມື່ອທ່ານທັງຫລາຍຈະໄດ້ເຫັນອັບຣາຮາມ, ອີຊາກ, ແລະຢາໂຄບ ກັບບັນດາຜູ້ປະກາດພຣະທັມ ທຸກຄົນຢູ່ໃນຣາຊະອານາຈັກຂອງພຣະເຈົ້າ, ສ່ວນທ່ານຈະຖືກໂຍນອອກໄປຂ້າງນອກ.29ພວກເຂົາຈະມາຈາກທິດຕາເວັນອອກ, ທິດຕາເວັນຕົກ, ທິດເຫນືອ, ທິດໃຕ້ ແລະພັກສະບາຍໃນຣາຊະອານາຂອງພຣະເຈົ້າ.30ແລະເບິ່ງແມ! ຜູ້ທີ່ເປັນປາຍຈະກັບເປັນຕົ້ນ ແລະຜູ້ທີ່ເປັນຕົ້ນຈະກັບເປັນປາຍ.”31ຫລັງຈາກນັ້ນບໍ່ດົນ ມີພວກຟາຣີຊາຍລາງຄົນມາຫາແລະທູນພຣະອົງວ່າ, “ຈົ່ງອອກໄປຈາກທີ່ນີ້ ເພາະກະສັດເຮໂຣດຊົງຢາກປະຫານຊີວິດທ່ານເສັຍ.”32ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປບອກຫມາຈິກຈອກໂຕນັ້ນວ່າ ‘ເບິ່ງແມ! ມື້ນີ້ແລະມື້ອື່ນເຮົາຈະຂັບໄລ່ຜີມານຮ້າຍອອກແລະເຮັດໃຫ້ດີພະຍາດ ແລ້ວວັນທີ່ສາມເຮົາຈະເຖິງທີ່ສຳເລັດຕາມເປົ້າຫມາຍຂອງເຮົາ'.33ບໍ່ວ່າຈະເກີດຫຍັງຂື້ນກໍຕາມ, ເຮົາຈຳເປັນຈະຕ້ອງດຳເນີນຕໍ່ໄປມື້ນີ້, ມື້ອື່ນ, ແລະຕໍ່ໆໄປ, ເພາະການທີ່ຈະຂ້າຜູ້ປະກາດພຣະທັມໃນນະຄອນເຢຣູຊາເລັມເປັນເລື່ອງທີ່ຍອມຮັບບໍ່ໄດ້.34ເຢຣູຊາເລັມເອີຍ, ເຢຣູຊາເລັມເຈົ້າໄດ້ຂ້າບັນດາຜູ້ປະກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກຮັບໃຊ້ທີ່ໄດ້ສົ່ງມາເພື່ອເຈົ້າ. ຫລາຍເທື່ອແລ້ວທີ່ເຮົາປາຖນາຈະຮວບຮວມລູກຂອງເຈົ້າ ເຫມືອນກັບແມ່ໄກ່ຮວບຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ເຈົ້າບໍ່ຍິນຍອມໃຫ້ເປັນເຊັ່ນນັ້ນ.35ເບິ່ງແມ, ເຮືອນຂອງເຈົ້າຈະຖືກປະຖິ້ມໃຫ້ຮົກຮ້າງ. ເຮົາບອກພວກທ່ານວ່າ ພວກທ່ານຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກທ່ານຈະບອກວ່າ, ‘ຂໍໃຫ້ທ່ານຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຈົ່ງຊົງພຣະຈະເຣີນ’.”
1ໃນວັນສະບາໂຕເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນເຮືອນຫລັງຫນຶ່ງຂອງພວກຫົວຫນ້າຟາຣີຊາຍ ເພື່ອຮັບປະທານອາຫານ, ທີ່ນັ້ນເຂົາກໍເຝົ້າເບິ່ງພຣະອົງຢ່າງໃກ້ຊິດ.2ເບິ່ງແມ, ມີຊາຍຄົນຫນຶ່ງເປັນພະຍາດທ້ອງມານຢູ່ຕໍ່ຫນ້າພຣະອົງ.3ພຣະເຢຊູເຈົ້າຖາມພວກຊ່ຽວຊານບັນຍັດຂອງຢິວແລະພວກຟາຣີຊາຍວ່າ, “ຖ້າເຮັດໃຫ້ດີພະຍາດໃນວັນສະບາໂຕ ຈະຖືກຕ້ອງຕາມພຣະບັນຍັດຫລືບໍ່?”4ແຕ່ພວກເຂົາກໍມິດຢູ່. ດັ່ງນັ້ນພຣະເຢຊູເຈົ້າຈິ່ງຈັບຕົວຊາຍທີ່ປ່ວຍເປັນພະຍາດນັ້ນ, ພຣະອົງຮັກສາເຂົາ ແລະປ່ອຍເຂົາກັບໄປ.5ພຣະອົງກ່າວກັບພວກເຂົາວ່າ, “ມີຄົນໃດໃນພວກທ່ານມີລູກຄົນຫນຶ່ງ ຫລືງົວໂຕຫນຶ່ງຕົກນ້ຳສ້າງໃນວັນສະບາໂຕ ແລ້ວຈະບໍ່ຮີບຊ່ວຍລູກ ຫລືດຶງງົວນັ້ນອອກມາທັນທີບໍ?”6ພວກເຂົາບໍ່ສາມາດຈະຕອບພຣະອົງໃນເລື່ອງນີ້ໄດ້.7ເມື່ອພຣະເຢຊູເຈົ້າສັງເກດເຫັນພວກທີ່ຮັບເຊີນມານັ້ນເລືອກນັ່ງໃນບ່ອນທີ່ມີກຽດ ພຣະອົງຈິ່ງກ່າວຄຳອຸປະມາແກ່ເຂົາວ່າ.8“ເມື່ອຜູ້ໃດເຊີນທ່ານໄປໃນການກິນລ້ຽງສົມຣົດ ຈົ່ງຢ່າຊູ່ນັ່ງບ່ອນມີກຽດ ເພາະອາດຈະມີບາງຄົນທີ່ໄດ້ຮັບເຊີນຜູ້ມີກຽດຫລາຍກວ່າທ່ານອີກ.9ເມື່ອເຈົ້າພາບທີ່ໄດ້ເຊີນທ່ານທັງສອງມາເຖິງ ເຂົາຈະເວົ້າກັບທ່ານວ່າ, ‘ຂໍທ່ານລຸກຂຶ້ນຈາກທີ່ນັ່ງນີ້ເພື່ອໃຫ້ອີກຄົນຫນຶ່ງ’ ແລ້ວທ່ານກໍຈະຕ້ອງອັບອາຍ ເພາະຕ້ອງຍ້າຍໄປນັ່ງບ່ອນຕ່ຳທີ່ສຸດ.10ແຕ່ເມື່ອທ່ານໄດ້ຮັບເຊີນແລ້ວຈົ່ງໄປນັ່ງບ່ອນຕ່ຳທີ່ສຸດ ແລະເມື່ອເຈົ້າພາບມາເວົ້າກັບທ່ານວ່າ ‘ສະຫາຍເອີຍ, ຂໍເຊີນໄປນັ່ງບ່ອນສູງກວ່າເຖີດ’ ເມື່ອນັ້ນທ່ານກໍຈະໄດ້ຮັບກຽດຕໍ່ຫນ້າຄົນທັງຫລາຍທີ່ນັ່ງຮ່ວມໂຕະດຽວກັນກັບທ່ານ.11ເພາະທຸກຄົນທີ່ຍົກຕົວເອງຂຶ້ນຈະຕ້ອງຖືກເຮັດໃຫ້ຖອຍລົງ ແຕ່ຜູ້ທີ່ຖ່ອມຕົວລົງຈະໄດ້ຮັບການຍົກຍ້ອງ.”12ພຣະເຢຊເຈົ້າກ່າວກັບຊາຍຄົນນັ້ນຜູ້ທີ່ເຊີນພຣະອົງວ່າ, “ເມື່ອທ່ານຈັດການກິນລ້ຽງຂຶ້ນຕອນກາງເວັນ ຫລືກາງຄືນກໍຕາມ, ຢ່າເຊີນບັນດາມິດສະຫາຍ, ຫລືພວກອ້າຍນ້ອງ, ຫລືບັນດາວົງຕະກູນ, ຫລືເພື່ອນບ້ານຜູ້ຮັ່ງມີ ຢ້ານວ່າເຂົາຈະເຊີນທ່ານກັບເປັນການຕອບແທນທ່ານ.13ແຕ່ເມື່ອທ່ານຈັດການກິນລ້ຽງ, ຈົ່ງເຊີນຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ, ຄົນຕາບອດ.14ແລ້ວທ່ານໄດ້ຮັບພຣະພອນ ເພາະວ່າເຂົາບໍ່ມີອັນໃດຈະຕອບແທນທ່ານໄດ້ ແຕ່ທ່ານຈະໄດ້ຮັບການຕອບແທນໃນວັນທີ່ຄົນຊອບທັມເປັນຄືນມາຈາກຄວາມຕາຍ.”15ເມື່ອຄົນຫນຶ່ງໃນທ່າມກາງພວກເຂົາທີ່ນັ່ງຮ່ວມໂຕະກັບພຣະເຢຊູເຈົ້າ ໄດ້ຍິນດັ່ງນັ້ນຈິ່ງທູນພຣະອົງວ່າ, “ພຣະພອນເປັນຂອງຄົນທີ່ຈະໄດ້ຮັບປະທານອາຫານໃນອານາຈັກຂອງພຣະເຈົ້າ.”16ແຕ່ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຊາຍຄົນຫນຶ່ງຈັດຕຽມງານກິນລ້ຽງຂຶ້ນ ແລະໄດ້ເຊີນຫລາຍຄົນມາ.17ເມື່ອອາຫານແລງໄດ້ຖືກຈັດຕຽມໄວ້ພ້ອມແລ້ວ ເພິ່ນໄດ້ບອກຄົນຮັບໃຊ້ຂອງຕົນໄປບອກຄົນເຫລົ່ານັ້ນທີ່ໄດ້ຮັບເຊີນນັ້ນວ່າ ‘ເຊີນມາເຖີດ ເພາະທຸກສິ່ງຢ່າງຕຽມພ້ອມຮຽບຮ້ອຍແລ້ວ’.18ບັນດາຄົນເຫລົ່ານັ້ນກໍຕັ້ງຕົ້ນຫາຂໍ້ແກ້ຕົວ ຜູ້ທຳອິດເວົ້າວ່າ ‘ເຮົາໄດ້ຊື້ນາໄວ້ຕອນຫນຶ່ງ ແລະເຮົາຈຳເປັນຕ້ອງໄປເບິ່ງນານັ້ນ ຂໍອະພັຍທີ່ໄປຮ່ວມງານບໍ່ໄດ້’.19ແລະອີກຄົນຫນຶ່ງເວົ້າວ່າ, ‘ເຮົາໄດ້ຊື້ງົວໄວ້ຫ້າຄູ່ ແລະເຮົາຈະຕ້ອງໄປລ້ຽງງົວພວກນັ້ນ ຂໍໂທດທີ່ໄປຮ່ວມງານບໍ່ໄດ້’.20ແລະອີກຄົນຫນຶ່ງເວົ້າວ່າ ‘ເຮົາໄດ້ແຕ່ງງານມີເມັຽແລ້ວ ເຮົາບໍ່ສາມາດໄປຮ່ວມງານໄດ້’.21ຄົນຮັບໃຊ້ນັ້ນຈິ່ງມາແລະເລົ່າເລື່ອງນີ້ໃຫ້ເຈົ້ານາຍຂອງຕົນ, ແລ້ວເຈົ້ານາຍຂອງເຮືອນນັ້ນກໍໃຈຮ້າຍຫລາຍ ແລະສັ່ງຄົນຮັບໃຊ້ນັ້ນວ່າ ‘ຈົ່ງຮີບອອກໄປຕາມຖະຫນົນໃຫຍ່ແລະຮ່ອມນ້ອຍໃນເມືອງ ແລະພາຄົນຍາກຈົນ, ຄົນພິການ, ຄົນຕາບອດ, ແລະຄົນຂາເສັ້ງເຂົ້າມາທີ່ງານລ້ຽງ’.22ແລ້ວຄົນຮັບໃຊ້ຈິ່ງມາບອກວ່າ ‘ນາຍເອີຍ, ສິ່ງທີ່ທ່ານສັ່ງຂ້ານ້ອຍກໍເຮັດແລ້ວ ແຕ່ຍັງມີບ່ອນວ່າງເປົ່າເຫລືອຢູ່’.23ເຈົ້ານາຍຄົນນັ້ນໄດ້ບອກຄົນຮັບໃຊ້ນັ້ນວ່າ ‘ຈົ່ງອອກໄປຕາມທາງຫລວງຕ່າງໆ ແລະຕາມເຂດນອກເມືອງ ແລະເກນຜູ້ຄົນໃຫ້ເຂົ້າມາ ເພື່ອເຮືອນຂອງເຮົາຈະບໍ່ມີທີ່ວ່າງ’.24ເຮົາບອກເຈົ້າວ່າຈະບໍ່ມີຄົນໃດໃນພວກທີ່ໄດ້ຮັບເຊີນນັ້ນ ໄດ້ຊີມຣົດຊາດອາຫານຂອງເຮົາຈັກຄົນເລີຍ.”25ຕອນນີ້ປະຊາຊົນຈຳນວນຫລວງຫລາຍກຳລັງຕິດຕາມພຣະເຢຊູເຈົ້າ, ພຣະອົງຈຶ່ງຫັນໄປກ່າວກັບພວກເຂົາວ່າ.26“ຖ້າຜູ້ໃດມາຫາເຮົາແລະບໍ່ຊັງພໍ່ແມ່, ລູກເມັຽ, ອ້າຍນ້ອງຊາຍ-ຍິງ ກັບທັງຊີວິດຂອງຕົນເອງ, ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້.27ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.28ເພາະວ່າມີຜູ້ໃດໃນພວກທ່ານ ທີ່ປາຖນາຈະສ້າງຫໍສູງ ແລ້ວຈະບໍ່ນັ່ງລົງຄິດໄລ່ງົບຕົ້ນທຶນທີ່ຈະໃຊ້ເພື່ອສ້າງຫໍສູງນັ້ນໃຫ້ສຳເລັດກ່ອນຫລືບໍ່?29ບໍ່ດັ່ງນັ້ນເມື່ອໄດ້ວາງຮາກລົງແລະບໍ່ສາມາດເຮັດໃຫ້ສຳເລັດໄດ້ ທຸກຄົນທີ່ເຫັນກໍຈະກ່າວເຍາະເຍີ້ຍວ່າ,30‘ຊາຍຄົນນີ້ຕັ້ງຕົ້ນສ້າງແຕ່ເຮັດໃຫ້ສຳເລັດບໍ່ໄດ້’.31ຫລືມີກະສັດອົງໃດ ເມື່ອຈະຍົກກອງທັບໄປຕໍ່ສູ້ກັບກະສັດອົງອື່ນໃນເສິກສົງຄາມ ແລ້ວຈະບໍ່ໄດ້ນັ່ງລົງ ແລະຄຶດຫາຄຳປຶກສາກ່ອນວ່າ ດ້ວຍກຳລັງທະຫານຫນຶ່ງຫມື່ນຈະສາມາດສູ້ກັບກອງກຳລັງທະຫານສອງຫມື່ນຂອງກະສັດອີກອົງຫນຶ່ງໄດ້ຫລືບໍ່?32ແລະຖ້າຫາກບໍ່ສາມາດສູ້ຊະນະໄດ້ ໃນຂະນະທີ່ກອງທັບອີກຝ່າຍຍັງຢູ່ຫ່າງໄກ ກະສັດອົງນີ້ຈະໃຊ້ທູດຄົນຫນຶ່ງໄປ ເພື່ອຖາມເງື່ອນໄຂຂອງການສະຫງົບເສິກ.33ເພາະສະນັ້ນແຫລະ, ໃຜກໍຕາມໃນພວກທ່ານທີ່ບໍ່ໄດ້ສະຫລະສິ່ງສະຣະພັດທີ່ຕົນມີຢູ່ ຈະເປັນສາວົກຂອງເຮົາບໍ່ໄດ້.34ເກືອເປັນສິ່ງດີ ແຕ່ຖ້າເກືອນັ້ນຫມົດຣົດເຄັມໄປແລ້ວ, ຈະເຮັດໃຫ້ກັບມາມີຣົດເຄັມອີກໄດ້ຢ່າງໃດ?35ມັນຈະບໍ່ສາມາດນຳມາໃຊ້ເປັນຝຸ່ນໃສ່ດິນ ຫລືໃຊ້ຫມັກກັບຝຸ່ນທັມະຊາດໄດ້ອີກ, ມັນຈະຖືກເອົາໄປຖິ້ມເສັຍ. ຜູ້ໃດມີຫູເພື່ອຟັງ, ກໍຈົ່ງຟັງເອົາເທີ້ນ.”
1ໃນເວລານັ້ນ ພວກຄົນເກັບພາສີແລະພວກຄົນບາບທັງຫລາຍເຂົ້າມາຫາພຣະເຢຊູເຈົ້າເພື່ອຈະຟັງພຣະອົງ.2ທັງພວກຟາຣີຊາຍແລະພວກທັມະຈານກໍຈົ່ມຕໍ່ກັນແລະກັນວ່າ, “ຊາຍຜູ້ນີ້ຕ້ອນຮັບຄົນບາບແລະເຖິງຂັ້ນກິນຮ່ວມກັນກັບພວກເຂົາ.”3ພຣະເຢຊູເຈົ້າຈິ່ງກ່າວຄຳອຸປະມານີ້ແກ່ພວກເຂົາຟັງວ່າ.4ແລະມີໂຕຫນຶ່ງເສັຽໄປ, ຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນກາງປ່າ ແລະໄປຊອກຫາໂຕທີ່ຫລົງເສັຽໄປນັ້ນຈົນກວ່າຈະໄດ້ພົບບໍ?5ແລະເມື່ອໄດ້ພົບແລ້ວເພິ່ນກໍຍົກແກະຂຶ້ນແບກເທິງບ່າດ້ວຍຄວາມຊົມຊື່ນຍິນດີ.6ເມື່ອເພິ່ນມາເຖິງບ້ານແລ້ວ ເພິ່ນຈິ່ງເຊີນບັນດາມິດສະຫາຍແລະເພື່ອນບ້ານຂອງຕົນມາ ແລ້ວບອກແກ່ພວກເຂົາວ່າ ‘ມາຮ່ວມຊົມຊື່ນຍິນດີກັບເຮົາເຖີ້ນ ເພາະວ່າເຮົາໄດ້ພົບແກະຂອງເຮົາໂຕທີ່ເສັຍໄປແລ້ວນັ້ນ’.7ເຮົາບອກທ່ານທັງຫລາຍວ່າ ໃນທຳນອງດຽວກັນນີ້, ຈະມີຄວາມປິຕິຍິນດີໃນສະຫວັນ ເມື່ອຄົນບາບຄົນຫນຶ່ງກັບໃຈ ຫລາຍກວ່າຄົນສິລະທັມເກົ້າສິບເກົ້າຄົນທີ່ບໍ່ຕ້ອງການກັບໃຈ.8ຫລືຍິງຄົນໃດທີ່ມີເງິນຢູ່ສິບຫລຽນ ຖ້ານາງເຮັດເສັຽຫລຽນຫນຶ່ງຈະບໍ່ໄຕ້ໂຄມແລະກວາດເຮືອນຄົ້ນຫາຖ້ວນຖີ່ຈົນກວ່າຈະພົບບໍ.9ແລະເມື່ອນາງພົບແລ້ວ ນາງກໍຈະເອີ້ນພວກສະຫາຍແລະບັນດາເພື່ອນບ້ານຂອງຕົນມາພ້ອມພຽງກັນ ແລະບອກວ່າ, ‘ຈົ່ງມາຊົມຊື່ນຍິນດີກັບເຮົາເຖີ້ນ ເພາະເຮົາໄດ້ພົບເງິນຫລຽນຫນຶ່ງຂອງເຮົາໄດ້ເຮັດເສັຽໄປແລ້ວນັ້ນ’.10ໃນທຳນອງດຽວກັນນີ້ ເຮົາບອກທ່ານທັງຫລາຍວ່າ ຈະມີຄວາມປິຕິຍິນດີໃນທ່າມກາງພວກເທວະດາຂອງພຣະເຈົ້າ, ເມື່ອມີຄົນບາບຄົນຫນຶ່ງກັບໃຈ.”11ແລ້ວພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ຊາຍຄົນຫນຶ່ງມີລູກຊາຍສອງຄົນ.12ຜູ້ນ້ອງເວົ້າກັບພໍ່ວ່າ ‘ພໍ່ເອີຍ, ສ່ວນຊັບສົມບັດທີ່ຕົກເປັນຂອງຂ້ອຍນັ້ນ ຂໍພໍ່ແບ່ງໃຫ້ຂ້ານ້ອຍສາ’ ແລ້ວພໍ່ຈິ່ງໄດ້ແບ່ງຊັບສົມບັດໃຫ້ລູກທັງສອງຄົນ.13-14ຕໍ່ມາບໍ່ເທົ່າໃດວັນຜູ້ນ້ອງກໍໄດ້ຮວບຮວມເອົາຊັບສິນທີ່ເປັນຂອງຕົນ ແລະເດີນທາງໄປທຽວເມືອງໄກແລະລາວໄດ້ຜານເງິນຂອງຕົນທີ່ນັ້ນດ້ວຍການຢູ່ກິນໃຊ້ຈ່າຍຢ່າງຟຸມເຟືອຍ ເມື່ອລາວໄດ້ໃຊ້ຈ່າຍຊັບເຫລົ່ານັ້ນຫມົດແລ້ວ ກໍເລີຍເກີດການອຶດຢາກອັນໃຫຍ່ທົ່ວເມືອງນັ້ນ, ລາວຈິ່ງເລີ່ມຂັດສົນ.15ລາວຈິ່ງໄປຂໍອາໄສຢູ່ກັບຄົນຜູ້ຫນຶ່ງໃນເມືອງນັ້ນ ແລ້ວຜູ້ນັ້ນໄດ້ໃຊ້ລາວໄປລ້ຽງຫມູທີ່ທົ່ງນາ.16ລາວຄິດຢາກກິນຫມາກຖົ່ວທີ່ຫມູກິນໃຫ້ອີ່ມທ້ອງ ແຕ່ບໍ່ມີໃຜເອົາໃຫ້ລາວກິນ.17ແຕ່ເມື່ອລາວຮູ້ເມື່ອຄີງໄດ້ ລາວຈິ່ງເວົ້າວ່າ ‘ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ເຂົາຍັງມີອາຫານກິນອີ່ມຈົນເຫລືອ ສ່ວນເຮົາຈະມາຕາຍອຶດຢາກຢູ່ທີ່ນີ້.18ເຮົາຈະຕ້ອງອອກຈາກທີ່ນີ້ກັບຄືນໄປຫາພໍ່ຂອງເຮົາ ແລ້ວຈະເວົ້ານຳເພິ່ນວ່າ, “ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ.19ແລະບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ແຕ່ຂໍໃຫ້ລູກເປັນເຫມືອນລູກຈ້າງຂອງພໍ່ຄົນຫນຶ່ງຖ້ອນ.”’20ດັ່ງນັ້ນ ລູກຊາຍຫລ້າກໍລຸກຂຶ້ນຄືນເມືອຫາພໍ່ຂອງຕົນ. ຂະນະທີ່ລາວຍັງຢູ່ໄກ, ພໍ່ໄດ້ແນມເຫັນລາວກໍມີຄວາມເມດຕາ ຈິ່ງແລ່ນອອກໄປກອດ ແລະຈູບລາວ.21ລູກຊາຍນັ້ນໄດ້ເອີ່ຍຂຶ້ນຕໍ່ພໍ່ວ່າ ‘ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະຫວັນແລະຕໍ່ພໍ່ແລ້ວ. ບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ຕໍ່ໄປ’.22ພໍ່ໄດ້ເອີ້ນບອກພວກຂ້ອຍໃຊ້ວ່າ ‘ຈົ່ງຮີບເອົາເສື້ອຄຸມຢ່າງດີທີ່ສຸດມານຸ່ງໃຫ້ລູກຂອງເຮົາ ແລະເອົາແຫວນມາສວມໃສ່ມື ແລະເອົາເກີບມາສຸບໃສ່ຕີນ.23ແລ້ວຈົ່ງເອົາງົວຫນຸ່ມໂຕອ້ວນພີມາຂ້າລ້ຽງສະຫລອງກັນ.24ເພາະລູກຊາຍຂອງເຮົາຄົນນີ້ຕາຍແລ້ວແຕ່ຕອນນີ້ກັບເປັນຄືນມາອີກຄັ້ງ, ເຂົາໄດ່້ເສຍໄປແລ້ວແຕ່ຕອນນີ້ກັບໄດ້ພົບກັນອີກຄັ້ງ’. ແລ້ວເຂົາທັງຫລາຍກໍຕັ້ງຕົ້ນສະຫລອງດ້ວຍຄວາມຍິນດີ.25ຝ່າຍລູກຊາຍຜູ້ກົກນັ້ນອອກໄປທີ່ທົ່ງນາ ເມື່ອລາວກຳລັງກັບມາໃກ້ຈະເຖິງເຮືອນແລ້ວກໍໄດ້ຍິນສຽງເສບແລະການເຕັ້ນລຳ.26ລາວຈິ່ງເອີ້ນເອົາຄົນໃຊ້ຜູ້ຫນຶ່ງອອກມາຖາມວ່າ, ‘ເກີດຫຍັງຂຶ້ນ?’.27ຄົນໃຊ້ຈິ່ງບອກເພິ່ນວ່າ ‘ນ້ອງຂອງທ່ານໄດ້ກັບມາເຮືອນແລ້ວ, ພໍ່ຂອງທ່ານໄດ້ຈັດຂ້າງົວຫນຸ່ມມຕົວອ້ວນພີ ຕ້ອນຮັບລູກທີ່ກັບມາດ້ວຍຄວາມປອດພັຍ.28ຜູ້ອ້າຍກໍຄຽດ ແລະບໍ່ຍອມເຂົ້າມາເຮືອນ, ພໍ່ກໍໄດ້ອອກໄປອອຍໃຈຊວນເຂົ້າມາ.29ແຕ່ລູກຊາຍກົກໄດ້ຕອບພໍ່ວ່າ ‘ເບິ່ງເເມ, ຫລາຍປີມານີ້ລູກໄດ້ປະຕິບັດຮັບໃຊ້ພໍ່ ແລະລູກບໍ່ເຄີຍລະເມີດຕໍ່ຄຳສັ່ງສອນຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ລູກແກະແມ່ນແຕ່ໂຕດຽວ ເພື່ອຈະຈັດການລ້ຽງສະຫລອງຮ່ວມກັບມິດສະຫາຍ.30ແຕ່ເມື່ອລູກຊາຍຂອງພໍ່ຜູ້ນີ້, ທີ່ຜານສົມບັດຂອງພໍ່ດ້ວຍການຄົບຄ້າກັບພວກຍິງແມ່ຈ້າງກັບຄືນມາ ພໍ່ກໍຂ້າງົວຫນຸ່ມໂຕອ້ວນພີຈັດການລ້ຽງໃຫ້ມັນ’.31ພໍ່ຕອບວ່າ ‘ລູກເອີຍເຈົ້າໄດ້ຢູ່ນຳພໍ່ມາຕະຫລອດ, ແລະທຸກສິ່ງທີ່ເປັນຂອງພໍ່ ກໍເປັນຂອງເຈົ້າຢູ່ນີ້ແລ້ວ.32ແຕ່ເປັນເລື່ອງສົມຄວນທີ່ພໍ່ຕ້ອງມີຄວາມຊົມຊື່ນຍິນດີແລະສະຫລອງ, ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ດຽວນີ້ກັບເປັນຄືນມາອີກ; ລາວໄດ້ເສັຍແລ້ວ ແຕ່ດຽວນີ້ໄດ້ພົບອີກ’.”
1ພຣະເຢຊູເຈົ້າກ່າວກັບພວກສາວົກດ້ວຍວ່າ, “ຍັງມີເສດຖີຄົນຫນຶ່ງທີ່ມີພະນັກງານເປັນຜູ້ຈັດການຊັບສິນຂອງເພິ່ນ ມີຄົນມາລາຍງານຕໍ່ເສດຖີວ່າພະນັກງານຄົນ ນັ້ນໄດ້ຜານຊັບສົມບັດຂອງທ່ານ.2ດັ່ງນັ້ນເສດຖີຈິ່ງເອີ້ນຜູ້ຈັດການມາຖາມວ່າ ‘ເລື່ອງທີ່ເຮົາໄດ້ຍິນມາກຽ່ວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບຫນ້າທີ່ຂອງເຈົ້າສາ ເພາະເຈົ້າຈະເປັນຜູ້ຈັດການຕໍ່ໄປອີກບໍ່ໄດ້.'3ເຈົ້າພະນັກງານນັ້ນຈິ່ງຄຶດໃນໃຈວ່າ ‘ເຮົາຄວນເຮັດແນວໃດຫນໍ ເພາະນາຍຈະຖອດເຮົາອອກເສັຽຈາກຫນ້າທີ່ຜູ້ຈັດການແລ້ວ ເຮົາຂຸດດິນກໍບໍ່ມີແຮງ, ແລະຈະຂໍທານກໍອາຍເຂົາ.4ເຮົາຮູ້ແລ້ວວ່າຈະເຮັດແນວໃດດີ, ເພື່ອເວລາເຮົາຖືກຖອດຈາກຫນ້າທີ່ແລ້ວ, ຄວນມີ ຫມູ່ເພື່ອນທີ່ຈະຕ້ອນຮັບເຮົາໄວ້ໃນເຮືອນຂອງພວກເຂົາ’.5ດັ່ງນັ້ນລາວຈິ່ງເອີ້ນລູກຫນີ້ຂອງນາຍແຕ່ລະຄົນມາ ແລ້ວຖາມຜູ້ທຳອິດວ່າ, ‘ເຈົ້າເປັນຫນີ້ນາຍຂອງເຮົາເທົ່າໃດ?’.6ຜູ້ນັ້ນກໍຕອບວ່າ ‘ເປັນຫນີ້ນ້ຳມັນຫມາກກອກຈຳນວນຮ້ອຍຖັງ’ ແລະລາວບອກກັບລູກຫນີ້ຄົນນັ້ນວ່າ ‘ເອົາບັນຊີຂອງເຈົ້າ ນັ່ງລົງໄວໆ ແລ້ວແກ້ເປັນຫ້າສິບຖັງ’.7ຈາກນັ້ນລາວກໍຖາມອີກຄົນຫນຶ່ງວ່າ ‘ເຈົ້າເດ, ເຈົ້າເປັນຫນີ້ເທົ່າໃດ?’ ຜູ້ນີ້ຕອບວ່າ ‘ເປັນຫນີ້ເຂົ້າສາລີຈຳນວນຮ້ອຍເປົາ’ ເຂົາຈິ່ງບອກກັບລູກຫນີ້ຄົນນັ້ນວ່າ ‘ຈົ່ງເອົາບັນຊີຂອງເຈົ້າມາ ແລ້ວແກ້ເປັນແປດສິບເປົາ’.8ແລ້ວເສດຖີກໍຍ້ອງຍໍຜູ້ຈັດການບໍ່ສັດຊື່ນັ້ນວ່າ ເພິ່ນໄດ້ເຮັດດ້ວຍຄວາມສະຫລາດ ເພາະວ່າຄົນຝ່າຍໂລກນີ້ກໍສະຫລາດໃນການຈັດການກັບພວກເຂົາເອງ ຫລາຍກວ່າຄົນຝ່າຍຄວາມສະຫວ່າງ’.9ເຮົາບອກທ່ານທັງຫລາຍວ່າ ຈົ່ງເຮັດໃຫ້ຕົນມີມິດສະຫາຍດ້ວຍຊັບສົມບັດອັນບໍ່ຍຸດຕິທັມ ເພື່ອເວລາຊັບນັ້ນເສັຽໄປແລ້ວ, ເຂົາຈະໄດ້ຕ້ອນຮັບພວກທ່ານໄວ້ໃນບ່ອນອາໄສອັນຖາວອນເປັນນິດ.10ຄົນທີ່ສັດຊື່ໃນຂອງເລັກນ້ອຍທີ່ສຸດ ກໍສັດຊື່ໃນສິ່ງຂອງທີ່ໃຫຍ່ດ້ວຍ, ແລະຄົນທີ່ບໍ່ສັດຊື່ໃນຂອງເລັກນ້ອຍທີ່ສຸດ ກໍບໍ່ສັດຊື່ໃນສິ່ງຂອງທີ່ໃຫຍ່ເຫມືອນກັນ.11ຖ້າຫາກພວກທ່ານບໍ່ສັດຊື່ໃນຊັບສົມບັດອັນບໍ່ທ່ຽງແທ້ ໃຜຈະໄວ້ວາງໃຈທ່ານສຳລັບຊັບສົມບັດອັນທ່ຽງແທ້?12ແລະຖ້າຫາກພວກທ່ານບໍ່ສັດຊື່ໃນສິ່ງຂອງທີ່ເປັນຂອງຜູ້ອື່ນ ໃຜຈະມອບສິ່ງຂອງທີ່ເປັນຂອງທ່ານໃຫ້ແກ່ທ່ານ?.13ບໍ່ມີຜູ້ໃດສາມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຄົນຫນຶ່ງແລະຮັກນາຍອີກຄົນຫນຶ່ງ, ຫລືຈະທຸ້ມເທຕໍ່ນາຍຜູ້ນີ້ແລະປະຫມາດນາຍຜູ້ນັ້ນ. ທ່ານບໍ່ສາມາດເປັນຂ້ອຍໃຊ້ຂອງພຣະເຈົ້າແລະຄວາມຮັ່ງມີໄປພ້ອມກັນໄດ້.”14ຝ່າຍພວກຟາຣີຊາຍຊຶ່ງເປັນຄົນເຫັນແກ່ເງິນໄດ້ຍິນຄຳເຫລົ່ານີ້ທັງຫມົດ ພວກເຂົາກໍກ່າວເຍາະເຍີ້ຍພຣະອົງ.15ພຣະອົງກ່າວຕໍ່ພວກເຂົາວ່າ, “ທ່ານທັງຫລາຍອ້າງຕົວວ່າເປັນຄົນຊອບທັມຕໍ່ຫນ້າມະນຸດ ແຕ່ພຣະເຈົ້າຊົງຊາບຈິດໃຈຂອງພວກທ່ານ. ດ້ວຍວ່າຊຶ່ງເປັນທີ່ຍົກຍ້ອງທ່າມກາງມະນຸດກັບເປັນທີ່ຫນ້າລັງກຽດຕໍ່ພຣະພັກພຣະເຈົ້າ.16ພຣະບັນຍັດແລະຜູ້ປະກາດພຣະທັມມີຜົນໃຊ້ຈົນເຖິງສະໄຫມໂຢຮັນໄດ້ມາ. ນັບຕັ້ງແຕ່ນັ້ນມາຂ່າວປະເສີດແຫ່ງຣາຊະອານາຈັກຂອງພຣະເຈົ້າກໍໄດ້ຖືກປະກາດອອກໄປ ແລະທຸກຄົນພະຍາຍາມບາກບັ່ນທີ່ຈະເຂົ້າໄປໃນຣາຊະອານາຈັກນັ້ນ.17ການທີ່ຈະໃຫ້ຟ້າສະຫວັນແລະໂລກສະຫລາຍລ່ວງໄປ ກໍງ່າຍກວ່າທີ່ຈະໃຫ້ຈຸດດຽວຂອງພຣະບັນຍັດຖືກຍົກເລີກ.18ຄົນໃດທີ່ຢ່າຮ້າງເມັຽຂອງຕົນ ແລ້ວໄປເອົາເມັຽໃຫມ່ກໍຜິດຖານຫລິ້ນຊູ້, ແລະຜູ້ຊາຍທີ່ແຕ່ງງານກັບຍິງທີ່ຮ້າງຈາກຜົວຂອງນາງກໍຜິດຖານຫລິ້ນຊູ້ເຫມືອນກັນ.19ຍັງມີເສດຖີຄົນຫນຶ່ງນຸ່ງຫົ່ມເສື້ອສີມ່ວງອ່ອນເນື້ອລະອຽດ ລາວມີຄວາມປິຕິຍິນດີດ້ວຍຊັບອັນຮັ່ງມີຂອງຕົນທຸກວັນ.20ແລະມີຂໍທານຜູ້ຫນຶ່ງຊື່ ລາຊະໂຣ ເປັນບາດເຕັມຕົວ ໄດ້ມານອນຢູ່ທີ່ປະຕູຮົ້ວບ້ານຂອງເສດຖີ.21ແລະ ລາຊະໂຣ ຄິດຢາກກິນຂອງທີ່ຕົກຈາກໂຕະຂອງເສດຖີນັ້ນ. ແລະຫລາຍກວ່ານັ້ນຫມາກໍຍັງມາເລັຍບາດແຜຂອງລາວ.22ຢູ່ມາເມື່ອຂໍທານຍາກຈົນຜູ້ນັ້ນຕາຍແລະຝູງເທວະດາໄດ້ຮັບເອົາໄປຢູ່ຂ້າງກາຍອັບຣາຮາມ. ຝ່າຍເສດຖີນັ້ນກໍຕາຍເຫມືອນກັນແລະຖືກຝັງໄວ້.23ແລະຢູ່ໃນແດນມໍຣະນາ ຢູ່ໃນສະພາບທີ່ທຸກຂະເວທະນາຫລາຍ, ເສດຖີນັ້ນຈິ່ງເງີຍຫນ້າຂຶ້ນເຫັນອັບຣາຮາມຢູ່ໄກໆ ແລະລາຊະໂຣຢູ່ແນບເອິກຂອງທ່ານ.24ເສດຖີຈິ່ງຮ້ອງວ່າ ‘ອັບຣາຮາມບິດາເອີຍ, ຂໍເອັນດູຂ້ານ້ອຍແດ່ທ້ອນ, ຂໍໃຊ້ ລາຊະໂຣມາ ເພື່ອຈະໄດ້ເອົາປາຍນິ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້ານ້ອຍໃຫ້ຊຸ່ມເຢັນ ເພາະຂ້ານ້ອຍກຳລັງທົນທຸກທໍຣະມານຢູ່ໃນແປວໄຟນີ້’.25ແຕ່ອັບຣາຮາມຕອບວ່າ, ‘ລູກເອີຍ, ຈົ່ງຣະນຶກວ່າເມື່ອເຈົ້າຍັງມີຊີວິດຢູ່ ເຈົ້າໄດ້ຮັບຂອງດີສຳລັບຕົວທຸກຢ່າງ ແຕ່ ລາຊະໂຣຢູ່ໃນສະພາບທີ່ບໍ່ດີທຸກຢ່າງ, ມາບັດນີ້ ລາຊະໂຣ ໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແຕ່ເຈົ້າຢູ່ໃນຄວາມທຸກທໍຣະມານສາຫັດ.26ນອກນັ້ນອີກ, ຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ຕ້ອງການຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້, ແລະບໍ່ມີຜູ້ໃດທີ່ຈະຂ້ວາມຈາກທີ່ນັ້ນມາເຖິງພວກເຮົາໄດ້ເຊັ່ນກັນ.27ເສດຖີນັ້ນເວົ້າວ່າ ‘ຂ້ານ້ອຍຂໍຮ້ອງທ່ານອັບຣາຮາມບິດາຂອງຂ້ານ້ອຍ ຂໍທ່ານຊ່ວຍສົ່ງລາວໄປຍັງເຮືອນພໍ່ຂອງຂ້ານ້ອຍ.28ເພາະວ່າຂ້ານ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາຊະໂຣໄປເຕືອນເຂົາ, ເພື່ອໃຫ້ພວກເຂົາຢ້ານທີ່ຈະມາໃນບ່ອນທໍຣະມານແຫ່ງນີ້’.29ແຕ່ອັບຣາຮາມຕອບວ່າ ‘ພວກເຂົາມີໂມເຊແລະພວກຜູ້ປະກາດພຣະທັມແລ້ວ ໃຫ້ເຂົາຟັງຄົນເຫລົ່ານັ້ນສາ’.30ເສດຖີນັ້ນຈິ່ງວ່າ ‘ບໍ່ໄດ້, ອັບຣາຮາມບິດາເອີຍ, ເພາະຫາກມີໃຜບາງຄົນຈາກຫມູ່ຄົນຕາຍໄປຫາພວກເຂົາ ພວກເຂົາຈະຖິ້ມໃຈເກົ່າເອົາໃຈໃຫມ່’.31ແຕ່ອັບຣາຮາມຕອບວ່າ ‘ຖ້າພວກເຂົາບໍ່ຟັງໂມເຊແລະພວກຜູ້ປະກາດພຣະທັມແລ້ວ, ເຖິງຈະມີໃຜບາງຄົນຄືນມາຈາກຕາຍ ກໍບໍ່ສາມາດທີ່ຈະເຮັດໃຫ້ພວກເຂົາເຊື່ອໄດ້ເລີຍ’.”
1ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ຈຳເປັນທີ່ຈະມີເຫດໃຫ້ເກີດການຕ່າງໆເປັນສາເຫດຫລົງຜິດ ແຕ່ວິບັດແກ່ຜູ້ທີ່ເປັນຕົ້ນເຫດ.2ຖ້າຈະເອົາຫີນໂມ້ຜູກຄໍຄົນນັ້ນແລະຈົມນ້ຳທະເລເສັຽກໍດີກວ່າທີ່ຈະເຮັດໃຫ້ຄົນຫນຶ່ງໃນບັນດາຄົນເລັກນ້ອຍເຫລົ່ານີ້ເກີດການຫລົງຜິດ.3ຈົ່ງຣະວັງໃຫ້ດີ, ຖ້າພີ່ນ້ອງຂອງພວກທ່ານເຮັດຜິດບາບ, ຈົ່ງຕິຕຽນເພິ່ນ ຖ້າເພິ່ນກັບໃຈ, ພວກທ່ານຈົ່ງຍົກໂທດໃຫ້ເພິ່ນ.4ຖ້າຫາກເພິ່ນເຮັດຜິດຕໍ່ທ່ານເຈັດເທື່ອໃນມື້ຫນື່ງ ແລ້ວເພິ່ນມາຫາທ່ານທັງເຈັດເທື່ອນັ້ນ ແລ້ວເວົ້າວ່າ ‘ຂ້າພຣະເຈົ້າກັບໃຈ’ ທ່ານຕ້ອງຍົກໂທດໃຫ້ເພິ່ນ.”5ພວກອັກຄະສາວົກໄດ້ທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, “ຂໍໂຜດຕື່ມຄວາມເຊື່ອ ໃຫ້ພວກຂ້ານ້ອຍແດ່ທ້ອນ.”6ອົງພຣະຜູ້ເປັນເຈົ້າຈິ່ງກ່າວວ່າ, “ຖ້າພວກທ່ານມີຄວາມເຊື່ອທໍ່ກັບແກ່ນຜັກກາດ ພວກທ່ານຈະບອກກົກມອນກົກນີ້ໄດ້ວ່າ ‘ຈົ່ງຖອນຮາກອອກແລະໄປປັກຢູ່ໃນທະເລ’ ມັນກໍຈະເຊື່ອຟັງຄວາມທ່ານ.7ສົມມຸດວ່າພວກທ່ານມີຄົນຮັບໃຊ້ຄົນຫນຶ່ງ, ເປັນຄົນໄຖນາຫລືຄົນລ້ຽງແກະ, ທ່ານຈະເວົ້າກັບເຂົາເມື່ອເຂົາກັບມາແຕ່ທົ່ງນາ ຫລືວ່າ ‘ມາໄວ ມານັ່ງລົງແລະກິນອາຫານແລງນຳກັນ'?8ແຕ່ຜູ້ເປັນນາຍຈະບໍ່ເວົ້າດັ່ງນີ້ຫລືວ່າ ‘ຈົ່ງຈັດແຈງອາຫານໃຫ້ເຮົາກິນແລະຈົ່ງຄາດແອວຂອງເຈົ້າ ແລະຮັບໃຊ້ເຮົາ ຈົນກວ່າເຮົາຈະກິນແລະດື່ມອີ່ມແລ້ວ, ຈາກນັ້ນເຈົ້າຈິ່ງຄ່ອຍກິນແລະດື່ມ’?9ນາຍບໍ່ຕ້ອງຂອບໃຈຄົນຮັບໃຊ້ເພາະຄົນຮັບໃຊ້ເຮັດສິ່ງຕ່າງໆ ຕາມຄຳສັ່ງຂອງນາຍບໍ່ແມ່ນບໍ?10ພວກທ່ານກໍເຫມືອນກັນນັ້ນ ເມື່ອພວກທ່ານໄດ້ເຮັດຕາມຄຳສັ່ງທີ່ໄດ້ຮັບແລ້ວ ກໍສົມຄວນເວົ້າວ່າ ‘ພວກຂ້ານ້ອຍເປັນຄົນຮັບໃຊ້ທີ່ບໍ່ມີປະໂຫຍດ ເພາະພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມສິ່ງທີ່ພວກຂ້ານ້ອຍສົມຄວນເຮັດຢູ່ແລ້ວ’.”11ເຫດການນີ້ເກີດຂື້ນໃນຂະນະທີ່ພຣະອົງສະເດັດໄປນະຄອນເຢຣູຊາເລັມ, ພຣະອົງໄດ້ສະເດັດຜ່ານເຂດຊາຍແດນແຂວງຊາມາເຣຍແລະແຂວງຄາລີເລ.12ເມື່ອພຣະອົງສະເດັດເຂົ້າໄປໃນບ້ານແຫ່ງຫນຶ່ງ ພຣະອົງພົບຊາຍສິບຄົນທີ່ເປັນພະຍາດຂີ້ທູດ ພວກເຂົາຢືນຢູ່ແຕ່ໄກຈາກພຣະອົງ.13ແລະພວກເຂົາໄດ້ເປັ່ງສຽງຮ້ອງວ່າ, “ພຣະເຢຊູຜູ້ເປັນອາຈານເຈົ້າເອີຍ, ຂໍໂຜດເມດຕາພວກຂ້ານ້ອຍແດ່ຖ້ອນ”.14ເມື່ອພຣະເຢຊູເຈົ້າເຫັນພວກເຂົາ ພຣະອົງຈິ່ງກ່າວແກ່ພວກເຂົາວ່າ, “ຈົ່ງໄປແລະສະແດງຕົວຂອງພວກທ່ານຕໍ່ພວກປະໂລຫິດ” ແລະສິ່ງທີ່ເກີດຂື້ນຄືໃນຂະນະທີ່ພວກເຂົາກຳລັງອອກຈາກບ່ອນນັ້ນໄປ ພວກເຂົາກໍດີຈາກພະຍາດຂີ້ທູດ.15ເມື່ອຄົນຫນຶ່ງໃນພວກເຂົາເຫັນວ່າຕົນໄດ້ຮັບການຮັກສາໃຫ້ດີພະຍາດແລ້ວ, ລາວກໍຕ່າວຄືນມາແລະກ່າວດ້ວຍສຽງອັນດັງສັນຣະເສີນພຣະເຈົ້າ.16ລາວຂາບລົງທີ່ພຣະບາດຂອງພຣະເຢຊູເຈົ້າ ແລະໂມທະນາຂອບພຣະຄຸນຂອງພຣະອົງ. ຄົນນັ້ນເປັນໄທຊາມາເຣັຍ.17ພຣະເຢຊູເຈົ້າຖາມຜູ້ນັ້ນວ່າ, “ທັງສິບຄົນທີ່ໄດ້ຮັບການສາຮັກໃຫ້ດີສະອາດບໍ່ແມ່ນບໍ? ແລ້ວອີກເກົ້າຄົນນັ້ນຢູ່ໃສ?18ບໍ່ເຫັນຜູ້ໃດກັບມາຖວາຍພຣະກຽດແດ່ພຣະເຈົ້າ, ເວັ້ນໄວ້ແຕ່ຄົນຕ່າງຊາດຜູ້ນີ້?”19ພຣະເຢຊູເຈົ້າບອກລາວວ່າ, “ຈົ່ງລຸກຂຶ້ນແລະໄປເຖີ້ນ. ຄວາມເຊື່ອຂອງເຈົ້າໄດ້ຮັກສາໃຫ້ເຈົ້າດີແລ້ວ."20ພວກຟາຣີຊາຍໄດ້ທູນຖາມພຣະເຢຊູເຈົ້າວ່າ ເມື່ອໃດຣາຊະອານາຈັກຂອງພຣະເຈົ້າຈະມາເຖິງ, ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຣາຊະອານາຈັກຂອງພຣະເຈົ້າບໍ່ມາປະກົດຢ່າງໃດຢ່າງຫນຶ່ງທີ່ສັງເກດເຫັນໄດ້.21ຫລືສິ່ງທີ່ໃຜຈະເວົ້າວ່າ ‘ຢູ່ທີ່ນີ້' ຫລື 'ຢູ່ທີ່ນັ້ນ’ ເພາະຣາຊະອານາຈັກຂອງພຣະເຈົ້າຢູ່ທ່າມກາງພວກທ່ານ.”22ພຣະເຢຊູເຈົ້າກ່າວກັບພວກສາວົກວ່າ, “ວັນເຫລົ່ານັ້ນຈະມາເຖິງເມື່ອພວກທ່ານປາຖນາທີ່ຈະເຫັນຫນຶ່ງໃນບັນດາວັນຂອງບຸດມະນຸດ ແຕ່ພວກທ່ານຈະບໍ່ໄດ້ເຫັນ.23ພວກເຂົາຈະເວົ້າກັບພວກທ່ານວ່າ ‘ມາເບິ່ງນີ້ແມຫລື ມາເບິ່ງພຸ້ນແມ’ ແຕ່ຢ່າອອກໄປ ຫລືຢ່າຕິດຕາມເຂົາໄປ.24ເຫມືອນກັບຟ້າແມບ ທີ່ເຮັດໃຫ້ທ້ອງຟ້າສະຫວ່າງຈາກເບື້ອງຫນຶ່ງໄປເຖິງອີກເບື້ອງຫນຶ່ງ ບຸດມະນຸດກໍຈະເປັນຢ່າງນັ້ນແຫລະ ໃນວັນຂອງພຣະອົງ.25ແຕ່ພຣະອົງຈະຕ້ອງທົນທຸກຫລາຍປະການ ແລະຖືກປະຕິເສດໂດຍຄົນໃນຍຸກນີ້.26ແລະສິ່ງທີ່ຈະເກີດຂື້ນໃນບັນດາວັນຂອງບຸດມະນຸດນັ້ນ ກໍຈະເຫມືອນກັນກັບເຫດການທີ່ເກີດຂຶ້ນໃນສະໄຫມຂອງໂນອາ.27ພວກເຂົາກິນ, ດື່ມ, ແຕ່ງງານ ແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ ແລະນ້ຳກໍໄດ້ຖ້ວມລ້າງຜານພວກເຂົາທຸກຄົນ.28ຢ່າງດຽວກັນກັບສະໄຫມຂອງ ໂລດ ທີ່ພວກເຂົາກິນ, ດື່ມ, ຊື້ຂາຍ, ປູກຝັງ ແລະກໍ່ສ້າງ.29ຈົນເຖິງວັນທີ່ ໂລດ ໄດ້ອອກຈາກເມືອງໂຊໂດມ, ມີໄຟແລະມາດໄດ້ຕົກລົງຈາກຟ້າສະຫວັນ ເຫມືອນຮ່າຝົນ ແລະພວກເຂົາກໍຖືກເຜົາຜານຈົນຫມົດ.30ຫລັງຈາກທີ່ສິ່ງດຽວກັນນີ້ເກີດຂື້ນແລ້ວ ກໍຈະເຖິງວັນທີ່ບຸດມະນຸດປາກົດໃຫ້ເຫັນ.31ໃນວັນນັ້ນຢ່າໃຫ້ຄົນທີ່ຢູ່ເທິງຫລັງຄາເຮືອນລົງມາເພື່ອເກັບເອົາສິ່ງຕ່າງໆຂອງຕົນ ແລະຢ່າໃຫ້ຄົນທີ່ຢູ່ທົ່ງນາຕ່າວຄືນມາເຮືອນ.32ຈົ່ງລະນຶກເຖິງສິ່ງທີ່ເກີດຂື້ນກັບພັນຣະຍາຂອງໂລດໃຫ້ດີ.33ຜູ້ໃດກໍຕາມພະຍາຍາມຮັກສາຊີວິດຂອງຕົນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມຍອມເສັຍຊີວິດ ຜູ້ນັ້ນຮັກສາຊີວິດໃຫ້ລອດໄດ້.34ເຮົາບອກທ່ານວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນຢູ່ຕຽງດຽວ. ຄົນຫນຶ່ງຈະຖືກຮັບໄປແລະຈະປະອີກຄົນຫນຶ່ງໄວ້.35ຈະມີຍິງສອງຄົນກຳລັງໂມ້ແປ້ງຢູ່ນຳກັນ ຄົນຫນຶ່ງຈະຖືກຮັບໄປແລະຈະປະຄົນຫນຶ່ງໄວ້.36ຈະມີຊາຍສອງຄົນຢູ່ທົ່ງນາ ຄົນຫນຶ່ງຈະຖືກຮັບໄປແລະຈະຊົງປະຄົນຫນຶງງໄວ້.37ພວກເຂົາຈິ່ງທູນຖາມພຣະອົງວ່າ, “ຈະເກີດຂຶ້ນຢູ່ບ່ອນໃດ, ອົງພຣະຜູ້ເປັນເຈົ້າ?” ພຣະເຢຊູເຈົ້າຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມຢູ່ບ່ອນນັ້ນ.”
1ແລ້ວພຣະເຢຊູເຈົ້າກ່າວຄຳອຸປະມາເລື່ອງຫນຶ່ງແກ່ພວກເຂົາກ່ຽວກັບການທີ່ພວກເຂົາຄວນອະທິຖານຢູ່ສະເຫມີແລະບໍ່ໃຫ້ອ່ອນກຳລັງໃຈ.2ພຣະອົງຊົງກ່າວວ່າ, “ໃນເມືອງຫນຶ່ງມີຕຸລາການຜູ້ຫນຶ່ງທີ່ບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າຜູ້ໃດ.3ໃນເມືອງນັ້ນມີແມ່ຫມ້າຍຜູ້ຫນຶ່ງແລະນາງຫມັ່ນມາຫາຕຸລາການຜູ້ນັ້ນ, ໂດຍເລົ່າວ່າ ‘ຂໍຊ່ວຍຕັດສິນໃຫ້ຂ້ານ້ອຍໄດ້ຮັບຄວາມຍຸດຕິທັມ ຕໍ່ຝ່າຍຄູ່ກໍຣະນີຂອງຂ້ານ້ອຍແດ່ທ້ອນ.’4ຈົນເວລາຜ່ານໄປດົນນານ ຝ່າຍຕຸລາການຜູ້ນີ້ບໍ່ເຕັມໃຈຈະຊ່ວຍນາງ, ແຕ່ພາຍລຸນມາທ່ານກໍນຶກໃນໃຈວ່າ ‘ແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າມະນຸດກໍດີ.5ແຕ່ເພາະແມ່ຫມ້າຍຄົນນີ້ມາກວນໃຈເຮົາ, ເຮົາຈະຊ່ວຍໃຫ້ນາງໄດ້ຮັບຄວາມຍຸດຕິທັມ ເພື່ອນາງຈະບໍ່ຕ້ອງມາລົບກວນເຮົາຢູ່ເລື້ອຍໆ’.”6ແລ້ວອົງພຣະຜູ້ເປັນເຈົ້າກ່າວວ່າ, “ຈົ່ງຟັງສິ່ງທີ່ຕຸລາການຜູ້ບໍ່ຍຸດຕິທັມຄົນນີ້ໄດ້ເວົ້າ.7ແລ້ວພຣະເຈົ້າຈະບໍ່ຊົງນຳຄວາມຍຸດຕິທັມມາຍັງຄົນທີ່ພຣະອົງເລືອກເຂົາໄວ້ຄືຜູ້ທີ່ຮ້ອງຫາພຣະອົງທັງກາງເວັນແລະກາງຄືນ. ພຣະອົງຈະຊ້ານານໃນເລື່ອງຂອງພວກເຂົາບໍ່?8ເຮົາບອກທ່ານທັງຫລາຍວ່າ ພຣະອົງຈະຊົງໂຜດຄວາມຍຸດຕິທັມໃຫ້ແກ່ເຂົາໂດຍໄວ ແຕ່ເຖິງປານນັ້ນ, ເມື່ອບຸດມະນຸດສະເດັດມາ ພຣະອົງຈະພົບຄວາມເຊື່ອຢູ່ໃນໂລກບໍ່?”9ແລ້ວພຣະອົງໄດ້ກ່າວຄຳອຸປະມານີ້ແກ່ບາງຄົນທີ່ຫລົງຄິດວ່າຕົວເອງວ່າເປັນຄົນຊອບທັມແລະຫມິ່ນປະຫມາດຄົນອື່ນວ່າ.10“ມີຊາຍສອງຄົນຂຶ້ນໄປອະທິຖານໃນບໍຣິເວນພຣະວິຫານ, ຜູ້ຫນຶ່ງເປັນຟາຣີຊາຍ ອີກຄົນເປັນຄົນເກັບພາສີ.11ຟາຣີຊາຍໄດ້ຢືນຂື້ນອະທິຖານກ່ຽວກັບຕົນເອງວ່າ ‘ຂ້າແດ່ພຣະເຈົ້າ, ຂ້ານ້ອຍຂໍໂມທະນາຂອບພຣະຄຸນພຣະອົງ ທີ່ຂ້ານ້ອຍບໍ່ເຫມືອນຄົນອື່ນທີ່ເປັນໂຈນ, ເປັນຄົນອະທັມ, ເປັນຄົນຫລິ້ນຊູ້ສູ່ຜົວເມຍ, ຫລືເປັນເຫມືອນຄົນເກັບພາສີຄົນນີ້.12ຂ້ານ້ອຍຖືສິນອົດອາຫານສອງເທື່ອໃນທຸກອາທິດ ຂ້ານ້ອຍຖະຫວາຍຫນຶ່ງສ່ວນສິບຈາກທັງຫມົດທີ່ຂ້ານ້ອຍໄດ້ຮັບ’.13ແຕ່ຄົນເກັບພາສີຜູ້ນັ້ນຢືນຢູ່ແຕ່ໄກອອກໄປ ບໍ່ກ້າແມ່ນແຕ່ຈະເງີຍຫນ້າເບິ່ງຟ້າ, ໄດ້ແຕ່ຕີເອິກຂອງຕົນກ່າວວ່າ, ‘ຂ້າແດ່ພຣະເຈົ້າ ຂໍຊົງໂຜດພຣະເມດຕາແກ່ຂ້ານ້ອຍຜູ້ເປັນຄົນບາບແດ່ທ້ອນ!’.14ເຮົາບອກທ່ານທັງຫລາຍວ່າ ເມື່ອຊາຍຄົນນີ້ກັບໄປຍັງເຮືອນຂອງຕົນ ກໍຊົງນັບວ່າເຂົາເປັນຄົນຊອບທັມຫລາຍກວ່າຄົນອື່ນ, ເພາະວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ທຸກຄົນທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”15ແລ້ວບັນດາປະຊາຊົນກໍພາເດັກນ້ອຍທັງຫລາຍມາຫາພຣະເຢຊູເຈົ້າຢຽດພຣະຫັດໃສ່ເຂົາ, ເມື່ອພວກສາວົກເຫັນກໍຫ້າມຄົນເຫລົ່ານັ້ນໄວ້.16ແຕ່ພຣະເຢຊູເຈົ້າຊົງເອີ້ນພວກເຂົາມາຫາພຣະອົງແລະຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາເຖີດ ຢ່າຊູ່ຫ້າມເຂົາ, ເພາະວ່າຣາຊະອານາຈັກຂອງພຣະເຈົ້າເປັນຂອງເດັກນ້ອຍເຫລົ່ານີ້ແຫລະ.17ເຮົາບອກຄວາມຈິງແກ່ພວກທ່ານວ່າ, ຜູ້ໃດບໍ່ຮັບເອົາຣາຊະອານາຈັກຂອງພຣະເຈົ້າເຫມືອນດັ່ງເດັກນ້ອຍໆ ຜູ້ນັ້ນຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ຢ່າງແນ່ນອນ.”18ມີເຈົ້ານາຍຜູ້ຫນຶ່ງທູນຖາມພຣະອົງວ່າ, “ທ່ານອາຈານຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດແນວໃດ ຈິ່ງຈະໄດ້ຊີວິດອັນຕະຫລອດໄປເປັນນິດ?”19ພຣະເຢຊູເຈົ້າຕອບລາວວ່າ, “ເປັນຫຍັງທ່ານຈິ່ງເອີ້ນເຮົາວ່າຜູ້ປະເສີດ? ບໍ່ມີໃຜປະເສີດເວັ້ນແຕ່ພຣະເຈົ້າອົງດຽວເທົ່ານັ້ນ.20ທ່ານຮູ້ຈັກພຣະບັນຍັດແລ້ວຊຶ່ງວ່າ ‘ຢ່າຫລີ້ນຊູ້ຊູ່ຜົວເມັຽເພີ່ນ, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຈົ່ງນັບຖືບິດາມານດາຂອງທ່ານ’.”21ເຈົ້ານາຍຄົນນັ້ນທູນຕອບວ່າ, “ພຣະບັນຍັດເຫລົ່ານີ້ຂ້ານ້ອຍໄດ້ຖືຮັກສາໄວ້ຕັ້ງແຕ່ເປັນເດັກນ້ອຍມາ.”22ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ ພຣະອົງກ່າວແກ່ຄົນນັ້ນວ່າ, “ທ່ານຍັງຂາດຢູ່ສິ່ງຫນຶ່ງ ທ່ານຕ້ອງໄປຂາຍສິ່ງຂອງທັງຫມົດຊຶ່ງທ່ານມີຢູ່ ແລະແຈກຢາຍໃຫ້ແກ່ຄົນຍາກຈົນ ແລ້ວທ່ານຈະມີຊັບສົມບັດໃນສະຫວັນ ແລະຈົ່ງຕາມເຮົາມາ.”23ແຕ່ເມື່ອຊາຍຮັ່ງມີໄດ້ຍິນດັ່ງນີ້, ເຂົາກໍເປັນທຸກໃຈຫລາຍ ເພາະວ່າລາວຮັ່ງມີຫລາຍ.24ແລ້ວພຣະເຢຊູເຈົ້າເຫັນເຂົາເສົ້າໂສກຈິ່ງກ່າວວ່າ, “ເປັນການຍາກແທ້ຫນໍທີ່ບັນດາຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າ!25ເພາະໂຕອູດຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າ.”26ຝ່າຍຄົນທັງຫລາຍທີ່ໄດ້ຍິນຈິ່ງເວົ້າວ່າ, “ແລ້ວໃຜຈະລອດພົ້ນໄດ້?”27ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະນຸດນັ້ນ ແຕ່ເປັນໄປໄດ້ສຳລັບພຣະເຈົ້າ.”28ເປໂຕທູນວ່າ, “ພວກຂ້ານ້ອຍໄດ້ສະຫລະທຸກສິ່ງທີ່ເປັນຂອງພວກຂ້ານ້ອຍແລະໄດ້ຕິດຕາມພຣະອົງ.”29ແລ້ວພຣະເຢຊູຊົງກ່າວກັບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ຜູ້ໃດທີ່ໄດ້ສະຫລະຢ້າວເຮືອນ, ຫລືເມັຽ, ຫລືອ້າຍນ້ອງ, ຫລືພໍ່ແມ່, ຫລືລູກເຕົ້າ ເພື່ອເຫັນແກ່ຣາຊະອານາຈັກຂອງພຣະເຈົ້າ.30ກໍຈະເປັນຜູ້ໄດ້ຮັບຜົນຫລາຍໃນໂລກນີ້ ແລະຈະໄດ້ຊີວິດອັນຕະຫລອດໄປເປັນນິດໃນໂລກຫນ້າ.”31ຫລັງຈາກທີ່ພຣະອົງຊົງເອີ້ນພວກສາວົກສິບສອງຄົນເຂົ້າມາ, ພຣະອົງຊົງກ່າວແກ່ພວກເຂົາວ່າ, “ເບິ່ງແມ, ເຮົາກຳລັງຈະຂຶ້ນໄປນະຄອນເຢຣູຊາເລັມ ແລະສິ່ງສາຣະພັດຊຶ່ງພວກຜູ້ປະກາດພຣະທັມໄດ້ຂຽນໄວ້ເຖິງບຸດມະນຸດຈະສຳເລັດ.32ເພາະວ່າພຣະອົງຈະຖືກມອບໃຫ້ແກ່ຄົນຕ່າງຊາດ, ແລ້ວເຂົາຈະເຍາະເຍີ້ຍ ແລະຈະຖືກເຮັດໃຫ້ອັບອາຍ ແລະຈະຖືກຖົ່ມນ້ຳລາຍໃສ່່ເພິ່ນ.33ຫລັງຂ້ຽນຕີພຣະອົງແລ້ວ ພວກເຂົາກໍຈະປຣະຫານພຣະອົງແລະໃນວັນທີສາມ ພຣະອົງຈະເປັນຄືນມາອີກຄັ້ງຫນຶ່ງ.”34ພວກສາວົກບໍ່ໄດ້ເຂົ້າໃຈສິ່ງເຫລົ່ານີ້ເລີຍ ແລະຄຳນັ້ນກໍຖືກອັດບັງໄວ້ຈາກພວກເຂົາ ແລະພວກເຂົາຈິ່ງບໍ່ເຂົ້າໃຈສິ່ງທີ່ພຣະອົງຊົງກ່າວນັ້ນ.35ຕໍ່ມາ ເມື່ອພຣະເຢຊູເຈົ້າສະເດັດມາໃກ້ເມືອງເຢຣິໂກ, ມີຊາຍຕາບອດຜູ້ຫນຶ່ງກຳລັງນັ່ງຂໍທານຢູ່ແຄມທາງ.36ເມື່ອໄດ້ຍິນສຽງປະຊາຊົນກຳລັງຍ່າງກາຍໄປ, ລາວກໍຖາມວ່າແມ່ນເກີດເລື່ອງອັນໃດ?37ພວກເຂົາຈິ່ງຕອບຊາຍຕາບອດວ່າ ພຣະເຢຊູໄທນາຊາເຣັດກຳລັງສະເດັດຜ່ານມາ.38ຊາຍຕາບອດນັ້ນໄດ້ຮ້ອງຂຶ້ນວ່າ, “ພຣະເຢຊູບຸດດາວິດເຈົ້າເອີຍ, ຂໍໂຜດເມດຕາຂ້ານ້ອຍແດ່ຖ້ອນ!”39ຄົນທີ່ຍ່າງໄປກ່ອນຈິ່ງຫ້າມໃຫ້ຊາຍຕາບອດມິດງຽບລົງ, ແຕ່ຜູ້ນັ້ນຊ້ຳຮ້ອງແຮງຂຶ້ນກວ່າເກົ່າ, “ບຸດດາວິດເຈົ້າເອີຍ, ໂຜດເມດຕາຂ້ານ້ອຍແດ່ຖ້ອນ!”40ພຣະເຢຊູເຈົ້າຊົງຢຸດຢູ່ແລະສັ່ງເຂົາໃຫ້ພາຊາຍຕາບອດມາຫາພຣະອົງ. ເມື່ອຊາຍຕາບອດເຂົ້າມາໃກ້ແລ້ວ, ພຣະອົງຊົງຖາມລາວວ່າ.41“ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ຊາຍນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຢາກເຫັນຮຸ່ງ.”42ພຣະເຢຊູເຈົ້າກ່າວແກ່ຊາຍຕາບອດວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີປົກກະຕິແລ້ວ.”43ແລ້ວລາວກໍເຫັນຮຸ່ງໃນທັນໃດນັ້ນ ແລະໄດ້ຕິດຕາມພຣະອົງໄປແລະຖວາຍກຽດແດ່ພຣະເຈົ້າ, ເມື່ອຄົນທັງປວງໄດ້ເຫັນຢ່າງນັ້ນກໍພາກັນສັນຣະເສີນພຣະເຈົ້າ.
1ພຣະເຢຊູເຈົ້າສະເດັດເຂົ້າໄປແລະກຳລັງຊົງຜ່ານເມືອງເຢຣິໂກ.2ເບິ່ງແມ! ມີຊາຍຄົນຫນຶ່ງທີ່ຢູ່ທີ່ນັ້ນຊື່ວ່າ ຊັກຂາຍ ເພິ່ນເປັນນາຍດ່ານພາສີແລະເປັນຄົນຮັ່ງມີ.3ເພີ່ນກຳລັງພະຍາຍາມຈະໄດ້ເຫັນພຣະເຢຊູເຈົ້າວ່າເປັນຄົນແນວໃດ, ແຕ່ເພາະຕົນເປັນຄົນເຕັ້ຽເຂົາຈິ່ງບໍ່ສາມາດເບິ່ງເຫັນໄດ້ເພາະຄົນຫນ້າແຫນ້ນ.4ດັ່ງນັ້ນ ຊັກຂາຍຈິ່ງແລ່ນລັດຫນ້າໄປຂຶ້ນຕົ້ນຫມາກເດື່ອເພື່ອຈະໄດ້ເຫັນພຣະອົງ, ເພາະພຣະອົງກຳລັງສະເດັດໄປທາງນັ້ນ.5ເມື່ອພຣະເຢຊູເຈົ້າສະເດັດມາເຖິງບ່ອນນັ້ນ, ພຣະອົງຊົງແຫງນຫນ້າຂື້ນແລະເວົ້າກັບເພີ່ນວ່າ, “ຊັກຂາຍເອີຍ, ຈົ່ງຮີບລົງມາເຖີດ, ເພາະວ່າວັນນີ້ເຮົາຈະຕ້ອງພັກຢູ່ໃນເຮືອນຂອງເຈົ້າ.”6ດັ່ງນັ້ນ ເຂົາຈິ່ງຮີບລົງມາແລະຕ້ອນຮັບພຣະອົງດ້ວຍຄວາມຍິນດີເບີກບານໃຈ.7ເມື່ອຄົນທັງຫລາຍໄດ້ເຫັນດັ່ງນີ້ ພວກເຂົາທັງຫມົດພາກັນຈົ່ມວ່າ, “ເປັນຫຍັງ ພຣະອົງຈິ່ງເຂົ້າໄປພັກຢູ່ກັບຊາຍທີ່ເປັນບາບ.”8ຊັກຂາຍກໍຢືນຂຶ້ນແລະທູນກັບອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ, ຂ້ານ້ອຍຈະຍອມມອບຊັບສິນເຄິ່ງຫນຶ່ງຂອງຂ້າຂ້ອຍໃຫ້ແກ່ຄົນຍາກຈົນ ແລະຖ້າຂ້ານ້ອຍໄດ້ສໍ້ໂກງເອົາຂອງຜູ້ໃດ ຂ້ານ້ອຍກໍຍອມສົ່ງຄືນແກ່ເຂົາສີ່ເທົ່າ.”9ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ແລ້ວ ເພາະຄົນນີ້ເປັນລູກຫລານຂອງອັບຣາຮາມເຫມືອນກັນ.10ເພາະວ່າບຸດມະນຸດໄດ້ມາ ເພື່ອຊອກຫາແລະໂຜດຊ່ວຍຄົນທີ່ຫລົງເສັຽໄປແລ້ວນັ້ນໃຫ້ລອດພົ້ນ.”11ຂະນະທີ່ພວກເຂົາໄດ້ຍິນເລື່ອງເຫລົ່ານີ້, ພຣະອົງກຳລັງກ່າວຕໍ່ໄປອີກເປັນຄຳອຸປະມາ, ເພາະພຣະອົງສະເດັດມາໃກ້ນະຄອນເຢຣູຊາເລັມແລ້ວ ແລະເພາະຄົນທັງຫລາຍຄິດເອົາເອງວ່າຣາຊະອານາຈັກຂອງພຣະເຈົ້າກຳລັງຈະມາປາກົດໂດຍທັນທີ.12ພຣະອົງກ່າວວ່າ, “ມີເຈົ້ານາຍຜູ້ຫນຶ່ງຈະເດີນທາງອອກໄປປະເທດທີ່ໄກ ເພື່ອໄປຮັບເອົາຣາຊະອານາຈັກນີ້ເປັນຂອງຕົນແລ້ວຈິ່ງກັບຄືນມາ.13ທ່ານໄດ້ເອີ້ນຄົນຮັບໃຊ້ຂອງຕົນສິບຄົນມາຫາແລະມອບເງິນສິບມະນາໃຫ້ແກ່ພວກເຂົາ ແລ້ວສັ່ງວ່າ ‘ຈົ່ງເອົາເງິນນີ້ໄປເປັນທຶນຄ້າຂາຍຈົນກວ່າເຮົາຈະກັບມາ’.14ແຕ່ປະຊາຊົນໃນເມືອງນັ້ນກຽດຊັງເຈົ້ານາຍຄົນນີ້ ແລະສົ່ງຄະນະທູດຜູ້ແທນຕາມຫລັງທ່ານໄປ ໂດຍບອກວ່າ ‘ເຮົາຈະບໍ່ໃຫ້ຊາຍທ່ານນີ້ປົກຄອງພວກເຮົາ’.15ເມື່ອເຖິງເວລາ ນາຍຄົນນັ້ນກໍກັບມາອີກຄັ້ງ ແລະໄດ້ຮັບອຳນາດປົກຄອງອານາຈັກແລ້ວ. ທ່ານຈິ່ງເອີ້ນພວກຄົນຮັບໃຊ້ທີ່ທ່ານໄດ້ໃຫ້ເງິນໄວ້ນັ້ນມາຫາ ເພື່ອທີ່ທ່ານຈະຮູ້ວ່າເຂົາທຸກຄົນຄ້າໄດ້ກຳໄຣເທົ່າໃດ?16ຄົນຮັບໃຊ້ຜູ້ທຳອິດເຂົ້າມາຕໍ່ຫນ້າທ່ານແລ້ວທູນວ່າ ‘ນາຍເຈົ້າເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳໄຣເພີ່ມອີກສິບມະນາ’.17ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນວ່າ ‘ດີຫລາຍ, ເຈົ້າເປັນຜູ້ຮັບໃຊ້ທີ່ດີ, ເພາະເຈົ້າຊື່ສັດໃນຂອງເລັກນ້ອຍ, ເຈົ້າຈົ່ງມີອຳນາດປົກຄອງໄດ້ສິບຫົວເມືອງ’.18ຄົນທີສອງເຂົ້າມາແລ້ວທູນວ່າ, ‘ນາຍເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳໄຣເພີ່ມຂື້ນອີກຫ້າມະນາ’.19ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນເຫມືອນກັນວ່າ, ‘ເຈົ້າຈະໄດ້ປົກຄອງຫ້າຫົວເມືອງ’.20ອີກຄົນຫນຶ່ງເຂົ້າມາແລ້ວທູນວ່າ ‘ນາຍເຈົ້າເອີຍ, ນີ້ຄືເງິນມະນາຫນຶ່ງຂອງທ່ານ, ຂ້ານ້ອຍໄດ້ຫໍ່ມ້ຽນໄວ້ໃນຜ້າຢ່າງປອດພັຍ.21ເພາະຂ້ານ້ອຍຢ້ານທ່ານ, ດ້ວຍວ່າທ່ານເປັນຄົນເຄັ່ງຄັດ ທ່ານເຄີຍເກັບເອົາສິ່ງທີ່ທ່ານບໍ່ໄດ້ລົງແຮງ ແລະເກັບກ່ຽວອັນທີ່ທ່ານບໍ່ໄດ້ຫວ່ານໄວ້’.22ເຈົ້ານາຍທ່ານນັ້ນຈິ່ງຕອບກັບຄົນຮັບໃຊ້ນັ້ນວ່າ ‘ເຮົາຈະລົງໂທດດ້ວຍຄຳປາກຂອງເຈົ້າເອງ, ອ້າຍຂ້ອຍໃຊ້ຜູ້ຊົ່ວເຮີຍ, ເຈົ້າຮູ້ວ່າ ເຮົາເປັນຜູ້ເຄັ່ງຄັດ, ເຄີຍເກັບເອົາອັນທີ່ເຮົາບໍ່ໄດ້ລົງແຮງ, ແລະເກັບກ່ຽວອັນທີ່ເຮົາບໍ່ໄດ້ຫວ່ານ.23ແລ້ວຍ້ອນຫຍັງເຈົ້າຈິ່ງບໍ່ຝາກເງິນຂອງເຮົາໄວ້ທີ່ທະນາຄານ, ເມື່ອເຮົາກັບມາກໍຈະໄດ້ເງິນຂອງເຮົາຄືນພ້ອມກັບດອກເບັ້ຍດ້ວຍ’.24ທ່ານເຈົ້ານາຍຈິ່ງສັ່ງຄົນທີ່ຢືນຢູ່ໃກ້ຫັ້ນວ່າ ‘ຈົ່ງຍົກເງິນມະນາຫນຶ່ງນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສິບມະນາ’.25ຄົນເຫລົ່ານັ້ນຕອບວ່າ ‘ນາຍເຈົ້າເອີຍ, ແຕ່ຊາຍຜູ້ນັ້ນມີສິບມະນາແລ້ວ.’26ເຮົາບອກເຈົ້າທັງຫລາຍວ່າ ຄົນທີ່ມີຫລາຍຢູ່ແລ້ວຈະຊົງເພີ່ມເຕີມໃຫ້ຜູ້ນັ້ນອີກ, ແຕ່ສຳລັບຜູ້ທີ່ບໍ່ມີ ແມ່ນວ່າສິ່ງທີ່ເຂົາມີຢູ່ນັ້ນກໍຈະຖືກຍົກເອົາໄປເສັຽ.27ແຕ່ບັນດາສັດຕຣູຂອງເຮົາ ຜູ້ທີ່ບໍ່ຍອມໃຫ້ເຮົາປົກຄອງເຂົານັ້ນ ຈົ່ງພາເຂົາມາທີ່ນີ້ແລ້ວຂ້າມັນເສັຽຕໍ່ຫນ້າເຮົາ.”28ເມື່ອພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ແລ້ວ ກໍສະເດັດນຳຫນ້າ ຂື້ນໄປເມືອງເຢຣູຊາເລັມ.29ຈົນເມື່ອພຣະອົງສະເດັດມາໃກ້ບ້ານເບັດຟາເຄແລະບ້ານເບັດທານີ, ມາພູເຂົາທີ່ເອີ້ນວ່າພູຫມາກກອກເທດ, ແລ້ວພຣະອົງໄດ້ຊົງໃຊ້ສາວົກສອງຄົນໄປ.30ໂດຍສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ຫນ້າ, ເມື່ອພວກທ່ານເຂົ້າໄປຈະພົບລູກລໍນ້ອຍ ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ, ຈົ່ງແກ້ມັດແລ້ວຈູງມາທີ່ນີ້.31ຫາກມີໃຜຖາມທ່ານວ່າ ‘ແກ້ມັນໄປເຮັດຫຍັງ?’ ຈົ່ງຕອບຢ່າງນີ້ວ່າ ‘ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.’”32ພວກສາວົກທີ່ຖືກໃຊ້ໄປນັ້ນ ໄດ້ພົບລູກລໍຕາມທີ່ພຣະເຢຊູເຈົ້າໄດ້ບອກແກ່ພວກເພິ່ນ.33ຂະນະທີ່ພວກເພິ່ນກຳລັງແກ້ມັດລໍນ້ອຍຢູ່ນັ້ນ, ພວກເຈົ້າຂອງໄດ້ຖາມວ່າ, “ທ່ານແກ້ມັດລູກລໍເຮັດຫຍັງ?”.34ເຂົາຕອບວ່າ, “ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.”35ພວກເຂົາໄດ້ຈູງລູກລໍນັ້ນມາໃຫ້ພຣະເຢຊູເຈົ້າແລ້ວເອົາເສື້ອຜ້າຂອງເຂົາປູຫລັງມັນ, ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນຂີ່ລໍ.36ຂະນະທີ່ພຣະອົງກຳລັງສະເດັດໄປນັ້ນ, ພວກເຂົາໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງ.37ເມື່ອພຣະອົງກຳລັງສະເດັດມາໃກ້ບ່ອນຈະລົງຈາກພູເຂົາຫມາກກອກເທດ, ພວກລູກສິດທັງຫມົດກໍຕັ້ງຕົ້ນຊົມຊື່ນຍິນດີສັນຣະເສີນພຣະເຈົ້າດ້ວຍສຽງດັງ, ເຖິງການອັດສະຈັນທີ່ພວກເຂົາໄດ້ເຫັນ.38ແລະເວົ້າວ່າ, “ສາທຸການແດ່ກະສັດຜູ້ທີ່ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ, ສັນຕິສຸກຈົ່ງມີໃນສະຫວັນແລະພຣະຣັດສະຫມີໃນທີ່ສູງສຸດ.”39ຝ່າຍຟາຣີຊາຍໃນຫມູ່ປະຊາຊົນນັ້ນໄດ້ທູນພຣະອົງວ່າ, “ອາຈານເອີຍ, ຈົ່ງຫ້າມພວກສາວົກຂອງທ່ານແດ່!”40ພຣະອົງຊົງຕອບເຂົາວ່າ, “ເຮົາບອກທ່ານທັງຫລາຍວ່າ ຖ້າຄົນເຫລົ່ານີ້ມິດງຽບສຽງໄປ ກ້ອນຫີນທັງຫລາຍກໍຈະເປັ່ງສຽງແທນ.”41ເມື່ອພຣະເຢຊູເຈົ້າສະເດັດມາໃກ້ເມືອງ, ພຣະອົງກໍຊົງຮ້ອງໄຫ້ເສັຽໃຈໃຫ້ກັບເມືອງນີ້.42ໂດຍຊົງກ່າວວ່າ, “ຖ້າຫາກໃນວັນນີ້ແມ່ນເຈົ້າເອງຄວນຮູ້ວ່າສິ່ງໃດຈະນຳສັນຕິສຸກມາໃຫ້ເຈົ້າ, ແຕ່ບັດນີ້ສິ່ງເຫລົ່ານັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ.43ເພາະວັນນັ້ນຈະມາເຖິງທ່ານ, ວັນທີ່ສັດຕຣູຂອງເຈົ້າຈະຂຸດຄູອ້ອມຮອບເຈົ້າ ແລະຈະໂຈມຕີເຈົ້າທຸກໆ ດ້ານ.44ພວກເຂົາຈະທຸບຕີທ່ານແລະລູກທັງຫລາຍທີ່ຢູ່ນຳທ່ານໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະໃຫ້ກ້ອນຫີນຊ້ອນທັບກັນໄວ້ພາຍໃນເຈົ້າ, ເພາະທ່ານບໍ່ຍອມຮັບຕອນທີ່ພຣະເຈົ້າກຳລັງພະຍາຍາມຊ່ວຍໃຫ້ທ່ານລອດ.”45ພຣະເຢຊູເຈົ້າໄດ້ສະເດັດເຂົ້າໄປໃນພຣະວິຫານ ແລະຂັບໄລ່ບັນດາພວກທີ່ກຳລັງຊື້ຂາຍຢູ່ອອກໄປ.46ພຣະອົງບອກພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ພຣະວິຫານຂອງເຮົາເປັນສະຖານທີ່ໄຫວ້ວອນ’ ແຕ່ພວກເຈົ້າມາເຮັດໃຫ້ເປັນຖ້ຳຂອງໂຈນ’'47ພຣະເຢຊູເຈົ້າສັ່ງສອນຢູ່ໃນບໍຣິເວນພຣະວິຫານທຸກວັນ, ພວກປະໂລຫິດ. ພວກທັມະຈານ ແລະພວກຜູ້ນຳຂອງຄົນຢິວຕ້ອງການຈະຂ້າພຣະອົງເສັຽ.48ແຕ່ເຂົາຍັງບໍ່ໄດ້ພົບຊ່ອງທາງທີ່ຈະເຮັດໄດ້, ເພາະຄົນທັງຫລາຍກໍາລັງເອົາໃຈໃສ່ຟັງຄຳສອນຂອງພຣະອົງ.
1ຢູ່ມາມື້ຫນຶ່ງ, ຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນປະຊາຊົນ ແລະປະກາດຂ່າວປະເສີດໃນບໍຣິເວນພຣະວິຫານນັ້ນ ມີພວກຫົວຫນ້າປະໂລຫິດ, ກັບພວກທັມະຈານ ພ້ອມດ້ວຍພວກເຖົ້າແກ່ໄດ້ມາຫາພຣະອົງ.2ພວກເຂົາທູນພຣະອົງວ່າ, “ບອກພວກເຮົາແດ່ ວ່າທ່ານໄດ້ກະທຳການເຫລົ່ານີ້ດ້ວຍສິດອຳນາດອັນໃດ ຫລືແມ່ນໃຜໃຫ້ສິດອຳນາດແກ່ທ່ານ?”3ພຣະອົງໄດ້ຕອບພວກເຂົາວ່າ, “ເຮົາຈະຖາມທ່ານທັງຫລາຍຂໍ້ຫນຶ່ງດ້ວຍເຫມືອນກັນ, ບອກເຮົາມາເບິ່ງດູວ່າ.4ບັບຕິສະມາຂອງໂຢຮັນນັ້ນມາຈາກສະຫວັນຫລືມາຈາກມະນຸດ?”5ພວກເຂົາຈິ່ງປຶກສາກັນວ່າ, “ຖ້າພວກເຮົາຈະຕອບວ່າ ‘ມາຈາກສະຫວັນ’ ເພິ່ນຄົງຈະຖາມເຮົາວ່າ ‘ແລ້ວເຫດໃດພວກທ່ານບໍ່ເຊື່ອໂຢຮັນ?’.6ແຕ່ຖ້າພວກເຮົາຈະວ່າ ‘ມາຈາກມະນຸດ’ ຄົນທັງປວງກໍຈະຄວ່າງກ້ອນຫີນໃສ່ພວກເຮົາ ເພາະເຂົາເຊື່ອຫມັ້ນວ່າ ໂຢຮັນເປັນຜູ້ປະກາດພຣະທັມ.”7ດັ່ງນັ້ນ ພວກເຂົາຈິ່ງທູນຕອບວ່າ ບໍ່ຮູ້ຈັກວ່າມາຈາກໃສ.8ພຣະເຢຊູເຈົ້າກ່າວຕອບເຂົາວ່າ “ເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາກະທຳການນີ້ດ້ວຍສິດອຳນາດອັນໃດ.”9ພຣະອົງໄດ້ເລົ່າຄຳອຸປະມາເລື່ອງນີ້ໃຫ້ປະຊາຊົນຟັງວ່າ, “ຊາຍຄົນຫນຶ່ງໄດ້ປູກສວນອະງຸ່ນໄວ້ ແລ້ວໃຫ້ຊາວສວນເຊົ່າ ແລ້ວອອກໄປຕ່າງປະເທດເປັນເວລາດົນນານ.10ເມື່ອເຖິງເວລາກຳນົດ ທ່ານຈິ່ງສົ່ງຄົນຮັບໃຊ້ຜູ້ຫນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອເກັບສ່ວນແບ່ງຈາກສວນອະງຸ່ນນັ້ນ ແຕ່ຝ່າຍພວກເຊົ່າສວນນັ້ນ ໄດ້ຂ້ຽນຕີຄົນຮັບໃຊ້ຄົນນັ້ນ ແລະໄລ່ໃຫ້ກັບໄປມືເປົ່າ.11ເພິ່ນຈິ່ງສົ່ງຄົນຮັບໃຊ້ອີກຜູ້ຫນຶ່ງໄປ ພວກເຊົ່າສວນໄດ້ຂ້ຽນຕີຄົນໃຊ້ຜູ້ນັ້ນ, ເຮັດຕໍ່ລາວຢ່າງຫນ້າອັບອາຍ ແລ້ວໄລ່ເຂົາໃຫ້ໄປມືເປົ່າ.12ເຈົ້າຂອງສວນໄດ້ໃຊ້ຄົນທີສາມໄປ ແລະພວກເຊົ່າສວນກໍໄດ້ທຳຮ້າຍ ແລ້ວໂຍນລາວອອກນອກສວນໄປ.13ຝ່າຍເຈົ້າຂອງສວນອະງຸ່ນຈິ່ງເວົ້າວ່າ ‘ເຮົາຈະເຮັດແນວໃດ? ເຮົາຈະໃຊ້ລູກທີ່ຮັກຂອງເຮົາໄປ ເມື່ອພວກເຊົ່າສວນເຫັນ ບາງທີ່ເຂົາຈະນັບຖືແລະໃຫ້ກຽດເຮົາ ’.14ແຕ່ເມື່ອພວກເຊົ່າສວນເຫັນລູກນັ້ນເຂົາກໍປຶກສາກັນວ່າ ‘ຜູ້ນີ້ແຫລະ ເປັນເຈົ້າຂອງມໍຣະດົກ ຈົ່ງຂ້າມັນເສັຍ ເພື່ອມໍຣະດົກຈະຕົກມາເປັນຂອງເຮົາ’.15ດັ່ງນັ້ນ ພວກເຂົາຈຶ່ງໂຍນລູກຊາຍລາວຖິ້ມອອກນອກສວນ ແລ້ວຂ້າລາວເສັຍ, ເຫດສັນນັ້ນ ຜູ້ເປັນເຈົ້າຂອງສວນຈະເຮັດຢ່າງໃດກັບຄົນເຫລົ່ານັ້ນ?16ທ່ານຈະມາຂ້າຄົນເຊົ່າສວນເຫລົ່ານັ້ນ ແລ້ວຍົກສວນໃຫ້ຜູ້ອື່ນເຊົ່າ” ເມື່ອເຂົາທັງຫລາຍໄດ້ຍິນດັ່ງນັ້ນຈິ່ງພາກັນຮ້ອງຂຶ້ນວ່າ, “ພຣະເຈົ້າຂໍຢ່າໃຫ້ເກີດເປັນຢ່າງນັ້ນ!”.17ແຕ່ພຣະເຢຊູເຈົ້າເພັ່ງເບິ່ງເຂົາແລ້ວກ່າວວ່າ, “ຂໍ້ພຣະຄັມພີຕອນນີ້ມີຄວາມຫມາຍວ່າຢ່າງໃດ?, ຫີນທີ່ນາຍຊ່າງກໍ່ສ້າງບໍ່ຍອມຮັບ ໄດ້ກາຍເປັນຫີນເສົາເອກແລ້ວ?’18ທຸກຄົນທີ່ລົ້ມທັບຫີນນີ້, ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງໆ ແຕ່ຖ້າຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນລະອຽດ.19ເພາະສະນັ້ນ ພວກທັມະຈານແລະຫົວຫນ້າປະໂລຫິດຈິ່ງພະຍາຍາມຈະຈັບພຣະອົງໃນເວລານັ້ນ ເພາະພວກເຂົາຮູ້ວ່າ ພຣະອົງຊົງກ່າວຄຳອຸປະມານັ້ນຕໍ່ສູ້ພວກເຂົາ ແຕ່ເຂົາກໍຢ້ານປະຊາຊົນ.20ຈິ່ງສົ່ງຄົນປອມຕົວເປັນພວກເຄັ່ງສາສນາ ເຝົ້າສອດແນມພຣະອົງຢ່າງໃກ້ຊິດ ເພື່ອຈັບຜິດໃນຖ້ອຍຄຳຂອງພຣະອົງ ເພື່ອຫາທາງຈັບກຸມພຣະອົງສົ່ງໃຫ້ຜູ້ມີອຳນາດ ແລະເຈົ້າຫນ້າທີ່ຂອງຜູ້ປົກຄອງ.21ພວກເຂົາຖາມພຣະອົງວ່າ, “ອາຈານເອີຍ ພວກຂ້ານ້ອຍຮູ້ຢູ່ວ່າທ່ານກ່າວແລະສັ່ງສອນຢ່າງຖືກຕ້ອງ, ແລະທ່ານບໍ່ເຫັນແກ່ຫນ້າຜູ້ໃດ, ແຕ່ໄດ້ສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າຢ່າງສັດຊື່.22ເປັນເລື່ອງສົມຄວນຫລືບໍ່ທີ່ເຮົາຈະເສັຽພາສີໃຫ້ແກ່ກາຍຊາ?”23ແຕ່ພຣະເຢຊູເຈົ້າຊົງຮູ້ກົນອຸບາຍຂອງພວກເຂົາ ຈິ່ງກ່າວກັບພວກເຂົາວ່າ.24“ຈົ່ງເອົາເງິນຫລຽນຫນຶ່ງມາໃຫ້ເຮົາເບິ່ງ ຮູບແລະຄຳຈາຣຶກນີ້ເປັນຂອງໃຜ?” ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”25ພຣະອົງຊົງກ່າວກັບພວກເຂົາວ່າ, “ຖ້າຢ່າງນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ, ແລະສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນໃຫ້ແດ່ພຣະເຈົ້າ.”26ພວກເຂົາຈິ່ງບໍ່ອາດໂຕ້ແຍ້ງເລື່ອງທີ່ພຣະອົງສອນ. ຕໍ່ຫນ້າປະຊາຊົນ ຕ່າງກໍປະຫລາດໃຈໃນຄຳຕອບຂອງພຣະອົງ ແລະບໍ່ເວົ້າຫຍັງອີກ.27ພວກຊາດູກາຍບາງຄົນມາຫາພຣະອົງ ພວກນີ້ທີ່ບໍ່ເຊື່ອໃນການເປັນຄືນມາຈາກຕາຍ.28ພວກເຂົາຖາມພຣະອົງວ່າ, “ອາຈານເອີຍ, ໂມເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ, ຖ້າຊາຍຄົນໃດມີເມັຽແລະເຂົາຕາຍໄປໂດຍບໍ່ມີລູກ, ກໍໃຫ້ອ້າຍ ຫລືນ້ອງຊາຍຜູ້ນັ້ນຮັບເອົາຍິງນັ້ນມາເປັນເມັຽເພື່ອຊ່ວຍໃຫ້ພີ່ນ້ອງຂອງຕົນມີລູກໄວ້ສືບມໍຣະດົກ?’29ຄອບຄົວຫນຶ່ງມີອ້າຍນ້ອງທີ່ເປັນຜູ້ຊາຍເຈັດຄົນ, ອ້າຍກົກເອົາເມັຽ ແລ້ວຕາຍໄປເມື່ອຍັງບໍ່ມີລູກ.30ຜູ້ທີ່ສອງກໍເອົານາງມາເປັນເມັຽ.31ແລະເປັນແບບນັ້ນຈົນເຖິງຄົນທີເຈັດກໍຕາຍໄປໂດຍຍັງບໍ່ມີລູກ.32ຕໍ່ມາພາຍຫລັງຍິງນັ້ນກໍຕາຍເຫມືອນກັນ.33ສັນນັ້ນ ໃນວັນທີ່ມີການເປັນຄືນມາຈາກຕາຍ ຂໍຖາມແດ່ວ່າ ຍິງນັ້ນຈະເປັນເມັຽຂອງຜູ້ໃດ? ເພາະຄົນທັງເຈັດຕ່າງກໍໄດ້ນາງເປັນເມັຽເຫມືອນກັນ.”34ພຣະເຢຊູເຈົ້າກ່າວກັບເຂົາວ່າ, “ຄົນໃນໂລກນີ້ແຕ່ງງານແລະຖືກຍົກໃຫ້ເປັນຜົວເມັຽກັນ.35ແຕ່ຄົນທີ່ຊົງສົມຄວນຈະເປັນຄືນມາຈາກຕາຍໃນຍຸກນັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ.36ແລະຈະຕາຍບໍ່ໄດ້ອີກ ເພາະເຂົາຈະເປັນເຫມືອນເທວະດາແລະເປັນບຸດຂອງພຣະເຈົ້າ ເພາະເປັນຜູ້ທີ່ໄດ້ເປັນຄືນມາຈາກຄວາມຕາຍແລ້ວ.37ສ່ວນເລື່ອງການເປັນຄືນມາຈາກຄວາມຕາຍນັ້ນ ແມ່ນແຕ່ໂມເຊກໍຍັງໄດ້ສະແດງໃຫ້ເຮົາເຫັນຈາກເຫດການທີ່ພຸ່ມໄມ້ນັ້ນ, ທ່ານເອີ້ນອົງພຣະຜູ້ເປັນເຈົ້າວ່າຊົງເປັນ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ, ແລະພຣະເຈົ້າຂອງຢາໂຄບ.38ເທົ່າກັບພຣະອົງບໍ່ແມ່ນພຣະເຈົ້າຂອງຄົນຕາຍ, ແຕ່ຊົງເປັນພຣະເຈົ້າຂອງຄົນເປັນ ເພາະທຸກຄົນຕ້ອງເປັນຢູ່ຕໍ່ຫນ້າພຣະອົງ.”39ພວກທັມະຈານບາງຄົນຈິ່ງຕອບວ່າ, “ອາຈານເອີຍ ທ່ານເວົ້າຖືກແລ້ວ,”40ພວກເຂົາບໍ່ກ້າຖາມອັນໃດກັບພຣະອົງອີກເລີຍ.41ພຣະເຢຊູເຈົ້າຖາມພວກເຂົາວ່າ, “ເປັນຫຍັງຄົນທັງຫລາຍເວົ້າວ່າ ພຣະຄຣິດເປັນບຸດຂອງດາວິດ?42ເພາະກະສັດດາວິດເອງໄດ້ຊົງກ່າວໄວ້ໃນພຣະທັມເພງສັນຣະເສີນວ່າ, ‘ອົງພຣະຜູ້ເປັນເຈົ້າຊົງກ່າວກັບພຣະອົງເຈົ້າຂອງຂ້ານ້ອຍວ່າ, “ຈົ່ງນັ່ງເບື້ອງຂວາມືຂອງເຮົາ,43ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ”.’44ດັ່ງນັ້ນຖ້າດາວິດຍັງເອີ້ນພຣະຄຣິດວ່າ ‘ອົງພຣະຜູ້ເປັນເຈົ້າ’ ແລ້ວພຣະອົງຈະເປັນບຸດຂອງດາວິດໄດ້ຢ່າງໃດ.”45ຂະນະທີ່ປະຊາຊົນກຳລັງຟັງຢູ່ນັ້ນ ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ.46“ຈົ່ງຣະວັງພວກທັມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອຄຸມຍາວ ຍ່າງໄປມາຕາມຕະຫລາດ, ມັກໃຫ້ຄົນຄຳນັບຕົວເປັນພິເສດ, ພວກເຂົາມັກບ່ອນນັ່ງອັນມີກຽດໃນທັມະສາລາແລະຕາມງານລ້ຽງ.47ແຕ່ພວກເຂົາມັກກືນກິນຄອບຄົວຂອງແມ່ຫມ້າຍ ແລະແກ້ງອະທິຖານໃຫ້ຍືດຍາວ ພວກເຂົາຈະຕ້ອງຮັບໂທດຫນັກກວ່າຄົນອື່ນໃນການພິພາກສາ.”
1ພຣະເຢຊູເຈົ້າເງີຍຫນ້າຂຶ້ນແລະເຫັນເສດຖີຄົນຫນຶ່ງກຳລັງປ່ອນເງິນລົງໃນຕູ້ຖວາຍ.2ແລ້ວພຣະອົງເຫັນແມ່ຫມ້າຍຍາກຈົນຄົນຫນຶ່ງ ກຳລັງເອົາເງິນຈຳນວນສອງອັດປ່ອນລົງຖວາຍ.3ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກຄວາມຈິງວ່າ ແກ່ທ່ານວ່າ ແມ່ຫມ້າຍຍາກຈົນຜູ້ນີ້ຖວາຍເງິນຫລາຍກວ່າບັນດາຄົນທັງປວງ.4ເພາະຄົນເຫລົ່ານັ້ນ ໄດ້ຖວາຍເງິນສ່ວນທີ່ເຫລືອໃຊ້, ແຕ່ຍິງຫມ້າຍຍາກຈົນຄົນນີ້ໄດ້ ຖວາຍເງິນທັງຫມົດສຳລັບລ້ຽງຊີວິດຂອງຕົນ.”5ແລ້ວສາວົກບາງຄົນກ່າວເຖິງພຣະວິຫານ ທີ່ຕົບແຕ່ງດ້ວຍຫີນສວຍງາມແລະເຄື່ອງຖວາຍເຫລົ່ານັ້ນ, ພຣະອົງກ່າວວ່າ.6“ແຕ່ສິ່ງເຫລົ່ານີ້ທີ່ທ່ານເຫັນ ເມື່ອວັນນັ້ນມາເຖິງ ກ້ອນຫີນຈະພັງລົງຈົນບໍ່ເຫລືອໃຫ້ຊ້ອນທັບກັນຢູ່ເລີຍ.”7ເຂົາເຫລົ່ານັ້ນຈິ່ງຖາມພຣະອົງວ່າ, “ທ່ານອາຈານເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນຫມາຍສຳຄັນວ່າສິ່ງທັງຫມົດນີ້ຈະເກີດຂຶ້ນ?”8ພຣະເຢຊູເຈົ້າຕອບວ່າ, “ຈົ່ງຣະວັງ, ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ, ດ້ວຍວ່າຈະມີຫລາຍຄົນມາ ອ້າງນາມຂອງເຮົາ ກ່າວວ່າ ‘ເຮົານີ້ແຫລະເປັນຜູ້ນັ້ນ’ ແລະ‘ເວລາກຳນົດໃກ້ເຂົ້າມາແລ້ວ’ ຢ່າຕາມພວກເຂົາໄປ.9ເມື່ອທ່ານໄດ້ຍິນສຽງເລື່ອງເສິກສົງຄາມແລະການປັ່ນປ່ວນວຸ້ນວາຍເກີດຂຶ້ນ, ຢ່າຕົກໃຈ ດ້ວຍວ່າສິ່ງເຫລົ່ານີ້ຈຳເປັນຈະຕ້ອງເກີດຂຶ້ນກ່ອນ, ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ.”10ແລ້ວພຣະອົງກ່າວແກ່ພວກເຂົາວ່າ, “ປະເທດຈະສູ້ຮົບກັບປະເທດ, ອານາຈັກຈະລຸກຂຶ້ນສູ້ຮົບກັບອານາຈັກ.11ຈະມີແຜ່ນດິນໄຫວໃຫຍ່ເກີດຂຶ້ນ ແລະໃນຫລາຍໆບ່ອນຈະເກີດການອຶດຢາກແລະພະຍາດຣະບາດຢ່າງຮ້າຍແຮງ, ຈະມີເຫດການຫນ້າຢ້ານທີ່ສຸດຫລາຍຢ່າງເກີດຂື້ນແລະຫມາຍສຳຄັນຕ່າງໆຈາກຟ້າສະຫວັນ.12ແຕ່ກ່ອນສິ່ງເຫລົ່ານີ້ທັງຫມົດຈະເກີດຂຶ້ນ ພວກເຂົາຈະຍື່ນມືອອກມາຂົ່ມເຫັງພວກທ່ານ, ສົ່ງທ່ານໄປຍັງທັມະສາລາແລະໃນຄຸກ, ພາພວກທ່ານໄປຕໍ່ຫນ້າກະສັດແລະຜູ້ປົກຄອງ ເພາະນາມຂອງເຮົາ.13ສິ່ງນີ້ຈະເປັນໂອກາດໃຫ້ທ່ານໄດ້ເປັນພະຍານ.14ດັ່ງນັ້ນ ຈົ່ງຕຽມຫົວໃຈຂອງທ່ານໄວ້ໃຫ້ຫມັ້ນຄົງ ຢ່າວິຕົກກັງວົນໄປກ່ອນວ່າຈະແກ້ຂໍ້ຫາເຫລົ່ານັ້ນຢ່າງໃດ?15ເພາະເຮົາຈະປຣະທານຖ້ອຍຄຳແລະສະຕິປັນຍານັ້ນແກ່ທ່ານ ຈົນກວ່າສັດຕຣູທັງຫມົດບໍ່ສາມາດຕໍ່ຕ້ານຫລືຂັດຄ້ານທ່ານໄດ້.16ແຕ່ທ່ານຈະຖືກມອບໄວ້ໃນມືຂອງພໍ່ແມ່ ຍາດຕິພີ່ນ້ອງແລະມິດສະຫາຍ ແລະພວກເຂົາຈະເຮັດໃຫ້ລາງຄົນໃນພວກທ່ານເຖິງແກ່ຄວາມຕາຍ.17ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາ.18ແມ່ນແຕ່ຜົມພຽງເສັ້ນດຽວຈະບໍ່ລົ່ນເສັຽໄປຈາກຫົວຂອງພວກທ່ານ.19ທ່ານຈະຮັກສາຊີວິດຈິດໃຈຂອງທ່ານໄວ້ໃຫ້ລອດເພາະຄວາມພຽນອົດທົນຂອງທ່ານ.20“ເມື່ອທ່ານເຫັນນະຄອນເຢຣູຊາເລັມຖືກລ້ອມໂດຍກອງທັບຫລວງຫລາຍ, ເມື່ອນັ້ນທ່ານຈົ່ງຮູ້ວ່າເວລາແຫ່ງການທຳລາຍມາເຖິງແລ້ວ.21ໃຫ້ຄົນທີ່ຢູ່ແຂວງຢູດາຍປົບຫນີໄປຍັງພູ ແລະໃຫ້ຄົນທີ່ຢູ່ໃນເມືອງຫນີອອກໄປ ແລະຢ່າໃຫ້ຄົນທີ່ຢູ່ນອກເມືອງນັ້ນເຂົ້າມາ.22ເພາະວ່າວັນເຫລົ່ານີ້ຄືວັນແຫ່ງການລົງໂທດ ເພື່ອໃຫ້ສິ່ງສາຣະພັດທີ່ຖືກຂຽນໄວ້ຈະສຳເລັດເປັນຈິງທຸກປະການ.23ຫນ້າເວທະນາຕໍ່ຜູ້ຍິງທີ່ມີທ້ອງແລະມີລູກອ່ອນກິນນົມໃນວັນເຫລົ່ານັ້ນ ເພາະຈະມີຄວາມທຸກລຳບາກເກີດຂຶ້ນເທິງແຜ່ນດິນແລະພຣະພິໂຣດຈະຕົກແກ່ຄົນເຫລົ່ານັ້ນ.24ແລ້ວພວກເຂົາຈະລົ້ມລົງດ້ວຍຄົມດາບແລະຖືກກວາດໄປເປັນຊະເລີຍໃນທົ່ວທຸກປະເທດແລະຄົນຕ່າງຊາດຈະຢຽບຢ່ຳນະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງພວກເຂົາ.25ຈະມີຫມາຍສຳຄັນໃນດວງອາທິດ, ດວງຈັນ, ແລະດວງດາວ ໃນໂລກນີ້ ຊົນຊາດຕ່າງໆຈະໄດ້ຮັບຄວາມເຈັບປວດ ພົບກັບຄວາມຫມົດຫວັງ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະເລແລະຟອງນ້ຳ.26ຈະມີຄົນລົ້ມຕາຍ ເພາະຄວາມຢ້ານ ດ້ວຍຄວາມຫວາດຫວັ່ນຕໍ່ສິ່ງທີ່ຈະບັງເກີດຂື້ນໃນໂລກ ເພາະຣິດເດດແຫ່ງສະຫວັນຈະສັ່ນສະທ້ານຫວັ່ນໄຫວ.27ພວກເຂົາຈະເຫັນບຸດມະນຸດສະເດັດມາໃນເມກ ດ້ວຍຣິດອໍານາດແລະສະຫງ່າຣາສີອັນຍິ່ງໃຫຍ່.28ເມື່ອເຫດການເຫລົ່ານີ້ທັງຫມົດເລີ່ມຕົ້ນເກີດຂຶ້ນ ຈົ່ງລຸກຂື້ນແລະເງີຍຫນ້າຂຶ້ນ, ເພາະການປົດປ່ອຍຂອງທ່ານມາໃກ້ແລ້ວ.”29ພຣະເຢຊູເຈົ້າກ່າວກັບເຂົາເປັນຄຳອຸປະມາວ່າ, “ຈົ່ງເບິ່ງຕົ້ນເດື່ອເທດແລະຕົ້ນໄມ້ທັງຫມົດ.30ເມື່ອຕົ້ນພວກມັນປົ່ງໃບອອກແລ້ວ ທ່ານກໍຈະຮູ້ວ່າຣະດູຮ້ອນໃກ້ຈະເຖິງແລ້ວ.31ຢ່າງດຽວກັນນັ້ນ, ເມື່ອທ່ານເຫັນເຫດການເຫລົ່ານີ້ເກີດຂຶ້ນ ຈົ່ງຮູ້ວ່າຣາຊະອານາຈັກຂອງພຣະເຈົ້າໃກ້ຈະເຖິງແລ້ວ.32ເຮົາບອກຄວາມຈິງແກ່ທ່ານວ່າ ຄົນໃນຍຸກນີ້ຈະບໍ່ລ່ວງລັບໄປ ຈົນກວ່າເຫດການເຫລົ່ານີ້ຈະເກີດຂຶ້ນ.33ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປຈັກເທື່ອ.34ແຕ່ຈົ່ງຣະວັງຕົວທ່ານໃຫ້ດີ ຢ່າໃຫ້ໃຈຂອງພວກທ່ານຫນັກໄປໃນການກິນລ້ຽງແລະ, ຄວາມມົວເມົາແລະວິຕົກກັງວົນໃນຊີວິດ ເພາະວັນນັ້ນຈະມາເຖິງພວກທ່ານໃນທັນທີເຫມືອນດັ່ງກັບດັກ.35ເພາະສິ່ງນີ້ຈະຕົກໃສ່ທຸກຄົນ ທີ່ມີຊີວິດຢູ່ເທິງແຜ່ນດິນໂລກ.36ແຕ່ຈົ່ງເຝົ້າຣະວັງຕະຫລອດເວລາ, ຈົ່ງອະທິຖານເພື່ອທ່ານຈະເຂັ້ມແຂງຈົນສາມາດຫລີກຫນີ ຈາກເຫດການທີ່ຈະເກີດຂື້ນ ແລະເພື່ອຈະຍຶດຫມັ້ນຢູ່ຕໍ່ຫນ້າຂອງບຸດມະນຸດໄດ້.”37ໃນຊ່ວງເວລາກາງເວັນ ພຣະອົງສັ່ງສອນຢູ່ໃນບໍຣິເວນພຣະວິຫານ, ສ່ວນຕອນກາງຄືນກໍສະເດັດອອກໄປຂ້າງນອກ ເພື່ອອະທິຖານຢູ່ທີ່ພູເຂົາຫມາກກອກເທດ.38ມີຝູງຄົນມາລໍຖ້າຟັງຄຳສອນຂອງພຣະອົງໃນບໍຣິເວນພຣະວິຫານຕັ້ງແຕ່ຂ້ອນເຊົ້າ.
1ເມື່ອໃກ້ຈະຮອດເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັດສະຄາ.2ພວກຫົວຫນ້າປະໂລຫິດແລະພວກທັມະຈານ ກໍປຶກສາກັນວ່າ ຈະເຮັດຢ່າງໃດດີຈິ່ງຈະຂ້າພຣະເຢຊູໄດ້ ເພາະເຂົາຢ້ານປະຊາຊົນ.3ຊາຕານໄດ້ເຂົ້າສູນໃຈຢູດາອິສະກາຣີອົດ ຊຶ່ງເປັນຄົນຫນຶ່ງໃນພວກສາວົກສິບສອງຄົນ.4ຢູດາໄດ້ອອກໄປປຶກສາກັບພວກຫົວຫນ້າປະໂລຫິດແລະພວກນາຍທະຫານ ເຖິງແຜນການທີ່ເພິ່ນຈະມອບພຣະເຢຊູເຈົ້າໃຫ້ກັບພວກເຂົາ.5ຄົນເຫລົ່ານັ້ນດີໃຈຫລາຍແລະຕົກລົງກັນວ່າຈະເອົາເງິນໃຫ້ແກ່ຢູດາ.6ສ່ວນຢູດາຈິ່ງຕອບຕົກລົງ ແລະພະຍາຍາມຊອກຫາໂອກາດທີ່ຈະມອບພຣະອົງໃຫ້ແກ່ພວກເຂົາ ໃນສະຖານທີ່ຫ່າງໄກຈາກປະຊາຊົນ.7ເມື່ອເຖິງວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເຊິ່ງເປັນວັນທີ່ລູກແກະປັດສະຄາຕ້ອງຖືກຖວາຍເປັນເຄື່ອງບູຊາ.8ພຣະເຢຊູເຈົ້າຈິ່ງໃຊ້ເປໂຕແລະໂຢຮັນໄປໂດຍສັ່ງເຂົາວ່າ, “ຈົ່ງໄປແລະຈັດແຈງອາຫານປັດສະຄາສຳລັບພວກເຮົາ ເພື່ອທີ່ຈະໄດ້ຮັບປະທານຮ່ວມກັນ.”9ເຂົາທູນຖາມພຣະອົງວ່າ, “ພຣະອົງຢາກຈະໃຫ້ພວກຂ້ານ້ອຍໄປຈັດຕຽມໄວ້ບ່ອນໃດ?”10ພຣະເຢຊູເຈົ້າຕອບພວກເຂົາວ່າ, “ຟັງເດີ, ເມື່ອພວກທ່ານເຂົ້າໄປໃນເມືອງ, ຈະມີຊາຍຄົນຫນຶ່ງແບກຫມໍ້ນ້ຳມາພົບທ່ານ ຈົ່ງຕາມເຂົ້າໃນເຮືອນທີ່ຜູ້ນັ້ນຈະເຂົ້າໄປ.11ແລ້ວບອກກັບເຈົ້າເຮືອນນັ້ນວ່າ ‘ອາຈານໃຫ້ຖາມທ່ານວ່າ, "ຫ້ອງຮັບແຂກທີ່ເຮົາຈະກິນປັດສະຄາກັບພວກສາວົກຂອງເຮົາຢູ່ທີ່ໃດ?’"12ເຂົາຈະຊີ້ໃຫ້ພວກທ່ານເຫັນຫ້ອງໃຫຍ່ຊັ້ນເທິງ ທີ່ຕົກແຕ່ງໄວ້ແລ້ວ,"13ດັ່ງນັ້ນ, ພວກເຂົາຈິ່ງໄປແລະພົບທຸກສິ່ງເຫມືອນຢ່າງພຣະອົງຊົງກ່າວແກ່ພວກເຂົາ, ແລ້ວພວກເຂົາໄດ້ຈັດຕຽມອາຫານປັດສະຄາທີ່ນັ້ນ.14ເມື່ອເຖິງໂມງແລ້ວ ພຣະອົງຊົງນັ່ງລົງກັບພວກອັກຄະສາວົກ.15ພຣະອົງກ່າວກັບພວກເຂົາວ່າ, “ເຮົາມີຄວາມປາຖນາຢ່າງຍິ່ງ ທີ່ຈະກິນອາຫານປັດສະຄານີ້ກັບພວກທ່ານ ກ່ອນເຮົາຈະຕ້ອງທຸກທໍຣະມານ.16ເພາະເຮົາບອກພວກທ່ານທັງຫລາຍວ່າ, ເຮົາຈະບໍ່ກິນປັດສະຄານີ້ອີກ ຈົນກວ່າສິ່ງນັ້ນຈະສຳເລັດໃນຣາຊະອານາຈັກຂອງພຣະເຈົ້າ.”17ແລ້ວພຣະເຢຊູເຈົ້າຊົງຈັບເອົາຈອກແລະເມື່ອພຣະອົງຊົງໂມທະນາຂອບພຣະຄຸນແລ້ວ ຊົງກ່າວວ່າ, “ຈົ່ງເອົາຈອກນີ້ແຈກຢາຍໃນພວກທ່ານ.18ເພາະເຮົາບອກທ່ານທັງຫລາຍວ່າ ເຮົາຈະບໍ່ດື່ມຈາກຜົນອະງຸ່ນອີກ ຈົນກວ່າຣາຊະອານາຈັກຂອງພຣະເຈົ້າຈະມາເຖິງ.”19ແລ້ວພຣະເຢຊູເຈົ້າຊົງຈັບເຂົ້າຈີ່ມາແລະເມື່ອໂມທະນາຂອບພຣະຄຸນແລ້ວ ພຣະອົງຊົງຫັກເຂົ້າຈີ່ ແລະຊົງກ່າວວ່າ, “ນີ້ ຄືກາຍຂອງເຮົາທີ່ໃຫ້ແກ່ທ່ານທັງຫລາຍ, ຈົ່ງເຮັດຢ່າງນີ້ ເພື່ອເປັນທີ່ຣະນຶກເຖິງເຮົາ.”20ພຣະອົງຊົງຈັບເອົາຈອກນັ້ນ ດ້ວຍອາການຢ່າງດຽວກັນຫລັງຮັບປະທານເຂົ້າແລງແລ້ວ, ແລະກ່າວວ່າ, “ຈອກນີ້ເປັນພັນທະສັນຍາໃຫມ່ໃນເລືອດຂອງເຮົາ ທີ່ຖອກອອກເພື່ອພວກທ່ານ."21ຈົ່ງຕັ້ງໃຈຟັງໃຫ້ດີ, ມືຄົນຫນຶ່ງທີ່ທໍຣະຍົດເຮົາຢູ່ຮ່ວມໂຕະກັບເຮົາທີ່ນີ້.22ເພາະອັນທີ່ຈິງບຸດມະນຸດຈະເປັນໄປຕາມທີ່ໄດ້ກຳນົດໄວ້ແລ້ວ, ແຕ່ວິບັດແກ່ຊາຍຜູ້ນັ້ນຜ່ານທາງຜູ້ທີ່ເຂົາໄດ້ທໍຣະຍົດ!"23ພວກສາວົກກໍເລີ່ມຕົ້ນຖາມກັນເອງ ວ່າໃຜໃນພວກເຂົາທີ່ຈະເຮັດເຊັ່ນນັ້ນ.24ມີການໂຕ້ຖຽງກັນເກີດຂຶ້ນໃນພວກສາວົກວ່າໃນພວກເພິ່ນທີ່ຖືວ່າເປັນຜູ້ໃຫຍ່ທີ່ສຸດ.25ພຣະເຢຊູເຈົ້າຈິ່ງກ່າວກັບພວກເພິ່ນວ່າ, “ບັນດາກະສັດຂອງຄົນຕ່າງຊາດເປັນເຈົ້ານາຍແລະມີອຳນາດເຫນືອພວກເຂົາ ແລະໄດ້ຮັບການເອີ້ນເພິ່ນວ່າເປັນຜຸ້ຄອບຄອງທີ່ມີກຽດ.26ແຕ່ບໍ່ເປັນຢ່າງນັ້ນໃນພວກທ່ານ. ແທນທີ່ຈະເປັນຢ່າງນັ້ນ ຂໍໃຫ້ຄົນທີ່ຍິ່ງໃຫຍ່ທີ່ສຸດໃນພວກທ່ານ, ຈົ່ງເປັນເຫມືອນກັບຜູ້ທີ່ເລັກນ້ອຍທີ່ສຸດ, ແລະຂໍໃຫ້ຜູ້ທີ່ເປັນຄົນສຳຄັນທີ່ສຸດ ຈົ່ງເປັນເຫມືອນກັບຄົນຮັບໃຊ້.27ເພາະວ່າໃຜທີ່ຍິ່ງໃຫຍ່ກວ່າກັນ? ຄົນທີ່ນັ່ງຢູ່ໂຕະ, ຫລືຄົນທີ່ຮັບໃຊ້ ຄົນທີ່ນັ່ງຢູ່ໂຕະບໍ່ແມ່ນບໍ? ເຮົາຢູ່ຖ້າມກາງພວກທ່ານເຫມືອນກັບເປັນຄົນທີ່ຮັບໃຊ້.28ແຕ່ພວກທ່ານເປັນຄົນທີ່ຍັງຢູ່ກັບເຮົາເມື່ອເຮົາເຂົ້າສູ່ການທົດລອງ.29ເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ທ່ານ ຢ່າງທີ່ພຣະບິດາເຈົ້າຂອງເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ເຮົາ.30ເພື່ອທີ່ພວກທ່ານຈະໄດ້ກິນແລະດື່ມທີ່ໂຕະຂອງເຮົາໃນຣາຊະອານາຈັກຂອງເຮົາ, ແລະເພື່ອພວກທ່ານຈະໄດ້ນັ່ງເທິງບັນລັງເພື່ອພິພາກສາທັງສິບສອງເຜົ່າຂອງອິສຣາເອນ.31ຊີໂມນເອີຍ, ຊີໂມນເອີຍ ຈົ່ງຣະວັງໃຫ້ດີ, ຊາຕານໄດ້ຂໍທີ່ຈະທຳຮ້າຍທ່ານ ມັນຈະຝັດຮ່ອນທ່ານເຫມືອນຝັດເຂົ້າສາລີ.32ແຕ່ເຮົາໄດ້ອະທິຖານສຳລັບທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ລົ້ມລົງ. ຫລັງຈາກທີ່ທ່ານໄດ້ຫັນກັບຄືນມາແລ້ວ, ທ່ານຈົ່ງຫນູນກຳລັງພີ່ນ້ອງຂອງທ່ານ.”33ເປໂຕທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍພ້ອມທີ່ຈະໄປກັບພຣະອົງ, ບໍ່ວ່າຈະຕ້ອງຕິດຄຸກ ຫລືຕາຍກໍຕາມ.”34ພຣະເຢຊູເຈົ້າກ່າວວ່າ, “ ເປໂຕເອີຍ, ໃນວັນນີ້, ທ່ານຈະໄດ້ປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ ກ່ອນໄກ່ຂັນ.”35ແລ້ວພຣະເຢຊູເຈົ້າຊົງກ່າວກັບພວກສາວົກວ່າ, “ເມື່ອເຮົາໄດ້ໃຊ້ທ່ານທັງຫລາຍອອກໄປ ໂດຍບໍ່ມີກະເປົາເງິນ, ບໍ່ມີຖົງໃສ່ອາຫານ, ຫລືເກີບນັ້ນ, ພວກທ່ານໄດ້ຂາດເຂີນສິ່ງໃດແດ່?” ພວກເຂົາທູນຕອບວ່າ, “ບໍ່ໄດ້ຂາດເຂີນສິ່ງໃດເລີຍ.”36ພຣະອົງຈິ່ງກ່າວກັບພວກເພິ່ນວ່າ, “ແຕ່ຕອນນີ້ ຄົນທີ່ມີກະເປົາເງິນ ກໍໃຫ້ຖືຕິດຕົວໄປແລະຖົງໃສ່ອາຫານກໍໃຫ້ຖືໄປເຫມືອນກັນ, ຄົນທີ່ບໍ່ມີດາບກໍໃຫ້ຂາຍເສື້ອຄຸມຂອງຕົນ ແລ້ວຊື້ດາບມາ.37ເພາະເຮົາບອກທ່ານວ່າ, ສິ່ງທີ່ຂຽນໄວ້ກ່ຽວກັບເຮົາຈະຕ້ອງສຳເລັດ, ‘ທ່ານຖືກນັບເຂົ້າກັບຄົນອະທັມ’ ເພາະຄຳທຳນວຍກ່ຽວກັບເຮົານັ້ນກໍຈະຕ້ອງສຳເລັດ.”38ແລ້ວພວກເຂົາທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ມີດາບສອງດວງຢູ່ທີ່ນີ້” ແລະພຣະອົງຊົງຕອບເຂົາວ່າ, “ພໍແລ້ວ.”39ຫລັງກິນອາຫານແລງ, ພຣະເຢຊູເຈົ້າໄດ້ສະເດັດໄປຍັງພູເຂົາຫມາກກອກເທດຕາມເຄີຍ ແລະພວກສາວົກໄດ້ຕາມພຣະອົງໄປ.40ເມື່ອພວກເຂົາມາເຖິງ, ພຣະອົງຊົງກ່າວກັບເຂົາວ່າ, “ຈົ່ງອະທິຖານ ເພື່ອທີ່ພວກທ່ານຈະບໍ່ໄດ້ເຂົ້າໃນການທົດລອງ.”41ພຣະອົງສະເດັດອອກໄປຫ່າງຈາກພວກເຂົາປະມານຄວ່າງກ້ອນຫີນເຖິງ. ພຣະອົງຊົງຄຸເຂົ່າລົງແລະອະທິຖານວ່າ,42“ພຣະບິດາເຈົ້າເອີຍ, ຖ້າຫາກເປັນນໍ້າພຣະທັຍຂອງພຣະອົງ ຂໍຊົງເລື່ອນຈອກນີ້ອອກໄປຈາກຂ້າພຣະອົງຖ້ອນ. ແຕ່ຢ່າງໃດກໍຕາມ, ຢ່າໃຫ້ເປັນໄປຕາມໃຈຂອງຂ້າພຣະອົງ, ແຕ່ໃຫ້ເປັນຕາມພຣະປະສົງຂອງພຣະບິດາເຈົ້າເຖີ້ນ.”43ແລ້ວມີເທວະດາຕົນຫນຶ່ງຈາກສະຫວັນມາປາກົດແກ່ພຣະອົງ, ຊູກຳລັງພຣະອົງຂຶ້ນ.44ເມື່ອພຣະອົງຊົງທົນທຸກ ພຣະອົງກໍຍິ່ງອະທິຖານຢ່າງຈິງຈັງຫລາຍຂຶ້ນ, ຈົນເຫື່ອຂອງພຣະອົງເກີດເປັນເຫມືອນເລືອດເມັດໃຫຍ່ໄຫລຢາດລົງສູ່ພື້ນດິນ.45ພຣະອົງຊົງລຸກຂຶ້ນຈາກການອະທິຖານ ແລະສະເດັດມາຫາພວກສາວົກແລະຊົງເຫັນວ່າພວກເຂົາກຳລັງນອນຫລັບຢູ່ ເພາະຄວາມທຸກໂສກເສົ້າ,46ພຣະອົງຈິ່ງຖາມພວກເຂົາວ່າ, “ເປັນຫຍັງຈິ່ງຍັງນອນຫລັບຢູ່? ຈົ່ງລຸກຂຶ້ນແລະອະທິຖານ ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ.”47ຂະນະທີ່ພຣະອົງຊົງກ່າວຢູ່ນັ້ນ, ເບິ່ງແມ, ມີຄົນຈຳນວນ ຫລາຍປາກົດຕົວຂື້ນ ພ້ອມກັບຢູດາຫນຶ່ງໃນສາວົກສິບສອງຄົນ ທີ່ໄດ້ນຳຫນ້າພວກເຂົາມາ ຢູດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເຈົ້າແລະຈູບພຣະອົງ.48ແຕ່ພຣະເຢຊູເຈົ້າຊົງຖາມວ່າ, “ຢູດາເອີຍ, ເຈົ້າຈະທໍຣະຍົດຕໍ່ບຸດມະນຸດດ້ວຍການຈູບບໍ?”49ເມື່ອພວກສາວົກທີ່ອ້ອມຮອບພຣະເຢຊູເຈົ້າຢູ່ ໄດ້ເຫັນວ່າແມ່ນຫຍັງຈະເກີດຂຶ້ນ, ພວກເຂົາຈິ່ງທູນພຣະອົງວ່າ, ‘ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກຂ້ານ້ອຍເອົາດາບມາຕໍ່ສູ້ບໍ?”50ແລ້ວມີຜູ້ຫນຶ່ງໃນພວກເພິ່ນໄດ້ຟັນຄົນຮັບໃຊ້ຂອງມະຫາປະໂຣຫິດ ແລະຟັນຫູຂວາຂອງເຂົາຂາດ.51ພຣະເຢຊູເຈົ້າກ່າວວ່າ, ເຊົາແມ “ພໍແລ້ວ” ແລ້ວພຣະອົງຊົງບາຍຫູຄົນນັ້ນແລະຮັກສາເຂົາໃຫ້ຫາຍດີ.52ພຣະເຢຊູເຈົ້າກ່າວກັບພວກຫົວຫນ້າປະໂລຫິດ ກັບພວກນາຍທະຫານທີ່ຮັກສາພຣະວິຫານ, ແລະພວກເຖົ້າແກ່ທີ່ອອກມາຕໍ່ສູ້ພຣະອົງນັ້ນວ່າ, “ພວກທ່ານອອກມາຕໍ່ສູ້ເຮັດຄືວ່າເຮົາເປັນໂຈນ, ດ້ວຍດາບແລະດ້ວຍຕະບອງບໍ?53ເມື່ອເຮົາຢູ່ກັບພວກທ່ານໃນພຣະວິຫານທຸກວັນນັ້ນ, ພວກທ່ານບໍ່ໄດ້ຍື່ນມືຕໍ່ສູ້ເຮົາ, ແຕ່ນີ້ເປັນເວລາຂອງທ່ານ, ແລະເປັນອຳນາດແຫ່ງຄວາມມືດ.”54ພວກເຂົາຈັບກຸມພຣະອົງ ແລະຄຸມພຣະອົງໄປທີ່ເຮືອນຂອງມະຫາປະໂລຫິດ, ແຕ່ເປໂຕໄດ້ຕິດຕາມໄປຫ່າງໆ.55ຫລັງຈາກທີ່ພວກເຂົາດັງໄຟທີ່ກາງເດີ່ນບ້ານແລະນັ່ງລົງຢູ່ດ້ວຍກັນ ເປໂຕກໍເຂົ້າຢູ່ທ່າມກາງພວກເຂົາ.56ສາວໃຊ້ຄົນຫນຶ່ງເຫັນເປໂຕນັ່ງຜີງໄຟຢູ່ ແລະເພັ່ງເບິ່ງແລ້ວເວົ້າວ່າ, “ຊາຍຄົນນີ້ຢູ່ກັບເພິ່ນນຳ.”57ແຕ່ເປໂຕຕອບປະຕິເສດແລະບອກວ່າ “ຍິງເອີຍ, ຂ້ອຍບໍ່ຮູ້ຈັກເພິ່ນເລີຍ.”58ຫລັງຈາກນັ້ນບໍ່ດົນກໍມີຊາຍອີກຄົນຫນຶ່ງເຫັນເປໂຕແລະບອກວ່າ, “ເຈົ້າເປັນຄົນຫນຶ່ງໃນພວກເພິ່ນ” ແຕ່ເປໂຕບອກວ່າ “ຊາຍເອີຍ, ຂ້ອຍບໍ່ໄດ້ເປັນ.”59ຫລັງຈາກນັ້ນປະມານຫນຶ່ງຊົ່ວໂມງ ກໍມີອີກຄົນຫນຶ່ງຢືນຢັນຢ່າງແຂງແຮງ ວ່າ, “ແມ່ນແທ້ແລ້ວ, ຊາຍຄົນນີ້ຢູ່ກັບຄົນນັ້ນດ້ວຍ, ເພາະລາວເປັນຄົນຄາລີເລ.”60ເປໂຕຕອບວ່າ, “ຊາຍເອີຍ, ທີ່ທ່ານເວົ້ານັ້ນ ຂ້ອຍບໍ່ຮູ້ເລື່ອງເລີຍ” ໃນທັນໃດນັ້ນ ຂະນະທີ່ເປໂຕຍັງເວົ້າຢູ່ໄກ່ກໍຂັນ.61ອົງພຣະຜູ້ເປັນເຈົ້າໄດ້ຊົງຫລຽວເບິ່ງເປໂຕ, ແລ້ວເປໂຕກໍຣະນຶກເຖິງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງກ່າວແກ່ຕົນວ່າ, “ກ່ອນໄກ່ຂັນວັນນີ້ ທ່ານຈະປະຕິເສດເຮົາເຖິງສາມເທື່ອ.”62ເປໂຕກໍອອກໄປຂ້າງນອກແລະຮ້ອງໄຫ້ຢ່າງຂົມຂື່ນເປັນທຸກຫນັກໃຈ.63ພວກທີ່ຄຸມພຣະເຢຊູເຈົ້າກໍເຍາະເຍີ້ຍແລະທຸບຕີພຣະອົງ.64ຫລັງຈາກທີ່ພວກເຂົາເອົາຜ້າມັດຕາພຣະອົງແລ້ວ ກໍຖາມພຣະອົງວ່າ, “ທວາຍເບິ່ງດຸວ່າໃຜຕີເຈົ້າ?”65ພວກເຂົາເວົ້າອີກຫລາຍປະການກ່ຽວກັບພຣະເຢຊູເຈົ້າ ເປັນການຫມິ່ນປະມາດພຣະອົງ.66ຄັນຮຸ່ງເຊົ້າ ບັນດາພວກເຖົ້າແກ່ຂອງປະຊາຊົນກໍມາຊຸມນຸມກັນ, ລວມທັງພວກຫົວຫນ້າປະໂຣຫິດແລະພວກນັກທັມະຈານ. ພວກເຂົາໄດ້ພາພຣະອົງເຂົ້າໄປໃນສານສູງສຸດ,67ແລະເວົ້າວ່າ, “ຖ້າທ່ານເປັນພຣະຄຣິດ ຈົ່ງບອກເຮົາມເຖີດ” ແຕ່ພຣະອົງຊົງຕອບເຂົາວ່າ, “ຖ້າເຮົາບອກທ່ານ, ທ່ານກໍຈະບໍ່ເຊື່ອເຮົາ,68ແລະຖ້າເຮົາຖາມພວກເຈົ້າ, ພວກເຈົ້າກໍຈະບໍ່ຕອບເຮົາ.69ຕັ້ງແຕ່ນີ້ໄປ, ບຸດມະນຸດຈະນັ່ງເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່.”70ພວກເຂົາທຸກຄົນຈິ່ງເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະເຈົ້າບໍ?” ແລະພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານກໍບອກແລ້ວວ່າເຮົາເປັນ.”71ພວກເຂົາເວົ້າວ່າ, “ເປັນຫຍັງພວກເຮົາຍັງຈະຕ້ອງການພະຍານອັນໃດອີກ? ເພາະເຮົາກໍໄດ້ຍິນກັບຫູຕົວເອງຈາກປາກຂອງມັນເອງແລ້ວ.”
1ພວກເຂົາທັງຫມົດໄດ້ລຸກຂຶ້ນແລະພາພຣະເຢຊູເຈົ້າໄປຫາປີລາດ.2ພວກເຂົາເລີ້ມກ່າວຫາພຣະເຢຊູເຈົ້າວ່າ, “ພວກເຮົາພົບວ່າຊາຍຄົນນີ້ໄດ້ຊັກຊວນຊົນຊາດຂອງເຮົາໃຫ້ຫລົງໄປ, ດ້ວຍການຫ້າມບໍ່ໃຫ້ເສັຍສ່ວຍແກ່ກາຍຊາແລະຊາຍຄົນນີ້ກ່າວວ່າຕົວເອງເປັນພຣະຄຣິດແລະເປັນກະສັດ.”3ປີລາດຖາມພຣະເຢຊູເຈົ້າວ່າ, “ທ່ານເປັນກະສັດຂອງຄົນຢິວບໍ່?” ແລະພຣະເຢຊູເຈົ້າຕອບວ່າ, “ກໍທ່ານເວົ້ານີ້.”4ປີລາດຈິ່ງເວົ້າກັບພວກຫົວຫນ້າປະໂຣຫິດແລະກັບປະຊາຊົນນັ້ນວ່າ, “ເຮົາບໍ່ພົບຄວາມຜິດຂອງຊາຍຄົນນີ້ຈັກປະການເລີຍ.”5ແຕ່ພວກເຂົາກ່າວຄຳແຂງຂຶ້ນວ່າ, “ຊາຍຄົນນີ້ໄດ້ຍຸຍົງປະຊາຊົນໃຫ້ວຸ້ນວາຍ ແລະສັ່ງສອນທົ່ວແຂວງຢູດາຍເລີ່ມຕົ້ນແຕ່ແຂວງຄາລີເລຈົນມາເຖິງທີ່ນີ້.”6ດັ່ງນັ້ນເມື່ອປີລາດໄດ້ຍິນເລື່ອງນີ້ ທ່ານຈິ່ງຖາມວ່າ ຊາຍຄົນນີ້ເປັນຊາວຄາລີເລບໍ?7ເມື່ອປີລາດຮູ້ວ່າພຣະອົງຢູ່ພາຍໃຕ້ການປົກຄອງຂອງເຮໂຣດ, ທ່ານຈິ່ງສົ່ງພຣະເຢຊູເຈົ້າໄປຫາເຮໂຣດ ຜູ້ຊຶ່ງພັກຢູ່ໃນນະຄອນເຢຣູຊາເລັມໃນເວລານັ້ນ.8ເມື່ອເຮໂຣດເຫັນພຣະເຢຊູເຈົ້າທ່ານກໍມີຄວາມຍິນດີຫລາຍ, ດ້ວຍວ່າທ່ານຢາກພົບກັບພຣະເຢຊູມາແຕ່ດົນແລ້ວ; ເພາະທ່ານໄດ້ຍິນເຖິງເລື່ອງຂອງພຣະອົງແລະຫວັງວ່າຈະເຫັນການອັດສະຈັນບາງປະການຈາກພຣະເຢຊູເຈົ້າ.9ເຮໂຣດໄດ້ຖາມພຣະເຢຊູເຈົ້າຫລາຍຂໍ້, ແຕ່ພຣະເຢຊູເຈົ້າບໍ່ໄດ້ຕອບສິ່ງໃດເລີຍ.10ຝ່າຍພວກຫົວຫນ້າມະຫາປະໂລຫິດແລະພວກທັມະຈານໄດ້ລຸກຂຶ້ນຢືນ ແລະກ່າວຟ້ອງພຣະອົງຢ່າງຮຸນແຮງ.11ຝ່າຍເຮໂຣດກັບພວກທະຫານຂອງທ່ານໄດ້ດູຫມິ່ນແລະກ່າວເຍາະເຍີ້ຍພຣະອົງແລະເອົາເສື້ອໂຕງົດງາມມາຫົ່ມໃຫ້ພຣະອົງ, ແລ້ວສົ່ງພຣະອົງຄືນໄປຫາປີລາດອີກ.12ເຮໂຣດແລະປີລາດຈິ່ງໄດ້ກາຍເປັນມິດຕໍ່ກັນໃນວັນນັ້ນ (ກ່ອນຫນ້ານີ້ພວກເຂົາເປັນສັດຕຣູກັນ).13ຈາກນັ້ນປີລາດຈິ່ງໄດ້ເອີ້ນພວກຫົວຫນ້າປະໂລຫິດ, ພວກເຈົ້ານາຍ, ກັບປະຊາຊົນໃຫ້ມາປະຊຸມພ້ອມກັນ.14ແລະປີລາດກ່າວແກ່ພວກເຂົາວ່າ, “ພວກທ່ານພາຄົນນີ້ມາຫາເຮົາເຫມືອນກັບວ່າຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ເຮັດໃນສິ່ງຊົ່ວຊ້າ, ແລະເບິ່ງແມ, ເຮົາໄດ້ສືບສວນຕໍ່ຫນ້າພວກທ່ານແລະເຮົາບໍ່ເຫັນວ່າຊາຍຄົນນີ້ມີຄວາມຜິດຕາມທີ່ທ່ານກ່າວຟ້ອງເພິ່ນ.15ເຮໂຣດກໍບໍ່ເຫັນວ່າເພິ່ນມີຄວາມຜິດເພາະເຂົາສົ່ງຕົວຊາຍຄົນນີ້ກັບມາຫາເຮົາອີກ. ເບິ່ງແມ, ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ເພິ່ນຄວນຈະມີໂທດເຖິງຕາຍ.16ດັ່ງນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນເພິ່ນແລະປ່ອຍເພິ່ນໄປ.”17ດ້ວຍວ່າ, ໃນງານເທສະການນັ້ນ ເພິ່ນຕ້ອງປ່ອຍຄົນຫນຶ່ງໃຫ້ພວກເຂົາ.18ແຕ່ປະຊາຊົນເຫລົ່ານັ້ນຮ້ອງຂຶ້ນພ້ອມກັນວ່າ, “ຈົ່ງຂ້າຊາຍຄົນນີ້, ແລ້ວຈົ່ງປ່ອຍບາຣາບາໃຫ້ກັບພວກເຮົາ.”19ບາຣາບານັ້ນກໍຍັງຕິດຄຸກຢູ່, ເພາະການຈະຣາຈົນທີ່ເກີດຂຶ້ນໃນເມືອງແລະຂ້າຄົນ.20ປີລາດນັ້ນຍັງຕ້ອງການຢາກປ່ອຍພຣະເຢຊູເຈົ້າຈິ່ງກ່າວກັບເຂົາອີກຄັ້ງຫນຶ່ງ.21ແຕ່ພວກເຂົາໄດ້ຮ້ອງຕອບກັບວ່າ, “ຄຶງມັນເສັຍ, ຄຶງມັນເສັຍ”.22ປີລາດຈິ່ງຖາມພວກເຂົາເປັນເທື່ອທີສາມວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຊົ່ວຮ້າຍອັນໃດ? ເຮົາບໍ່ພົບເຫດຜົນອັນໃດທີ່ເພີ່ນສົມຄວນຈະຮັບໂທດເຖິງຕາຍ, ດັ່ງນັ້ນຫລັງຈາກທີ່ເຮົາລົງໂທດແລ້ວເຮົາຈະປ່ອຍເພິ່ນເສັຽ.”23ແຕ່ພວກເຂົາປຸກຣະດົມພ້ອມກັນຮ້ອງສຽງດັງ ເພື່ອຮຽກຮ້ອງໃຫ້ນຳພຣະເຢຊູເຈົ້າໄປຄຶງທີ່ໄມ້ກາງແຂນແລະສຽງຂອງພວກເຂົາກໍສາມາດໂນ້ມນ້າວປີລາດໄດ້.24ດັ່ງນັ້ນ, ປີລາດຈິ່ງສັ່ງໃຫ້ເປັນໄປຕາມທີ່ເຂົາທັງຫລາຍປາຖນາ.25ທ່ານຈິ່ງປ່ອຍຄົນທີ່ເຂົາຂໍນັ້ນເຊິ່ງຕິດຄຸກຢູ່ດ້ວຍຂໍ້ຫາການຈະຣາຈົນແລະຂ້າຄົນ, ແຕ່ໄດ້ມອບພຣະເຢຊູເຈົ້າໄວ້ຕາມໃຈຂອງພວກເຂົາ.26ຂະນະທີ່ພວກເຂົາພາພຣະອົງອອກໄປ, ພວກເຂົາໄດ້ຈັບຊີໂມນໄທກີເຣເນທີ່ມາຈາກບ້ານນອກ ແລ້ວເອົາໄມ້ກາງແຂນວາງເທິງບ່າເຂົາໃຫ້ແບກຕາມພຣະເຢຊູໄປ.27ປະຊາຊົນຈຳນວນຫລວງຫລາຍແລະພວກແມ່ຍິງທີ່ຕີເອິກຮ້ອງໄຫ້ກັບພຣະອົງຕິດຕາມພຣະອົງໄປ.28ແຕ່ພຣະເຢຊູເຈົ້າຊົງຫລຽວຫລັງມາກ່າວກັບພວກເຂົາວ່າ, “ລູກສາວແຫ່ງເຢຣູຊາເລັມເອີຍ, ຢ່າຊູ່ຮ້ອງໄຫ້ສົງສານເຮົາເລີຍ, ແຕ່ຈົ່ງຮ້ອງໄຫ້ສົງສານຕົນເອງແລະລູກໆ ຂອງທ່ານເຖີດ.29ເບິ່ງແມ, ຈະມີວັນທີ່ພວກເຂົາຈະເວົ້າວ່າ, ‘ພຣະພອນຈົ່ງມີແກ່ຍິງທີ່ເປັນຫມັນແລະທ້ອງທີ່ບໍ່ເກີດລູກ, ແລະຫົວນົມທີ່ລູກບໍ່ໄດ້ດູດຈັກເທື່ອ’.30ແລ້ວພວກເຂົາຈະເລີ່ມເວົ້າກັບພູເຂົາວ່າ ‘ຈົ່ງເຈື່ອນລົງມາທັບເຮົາ’ ແລະກ່າວແກ່ໂນນວ່າ ‘ຈົ່ງປົກຄຸມເຮົາໄວ້’.31ເພາະວ່າຖ້າເຂົາເຮັດສິ່ງເຫລົ່ານີ້ຂະນະທີ່ຕົ້ນໄມ້ຍັງຂຽວສົດຢູ່, ແລ້ວແມ່ນຫຍັງຈະເກີດຂື້ນຕອນທີ່ຕົ້ນໄມ້ຫ່ຽວແຫ້ງ?”32ຍັງມີຊາຍອີກສອງຄົນທີ່ເປັນຜູ້ຮ້າຍ ຊຶ່ງຖືກລົງໂທດໃຫ້ເຖິງຄວາມຕາຍພ້ອມກັບພຣະອົງ.33ເມື່ອພວກເຂົາມາເຖິງບ່ອນຫນຶ່ງທີ່ເອີ້ນວ່າ "ພູເຂົາກະໂຫລກຫົວ" ພວກເຂົາໄດ້ຄຶງພຣະອົງແລະຄຶງໂຈນຄົນຫນຶ່ງໄວ້ເບື້ອງຂວາແລະອີກຄົນຫນຶ່ງໄວ້ເບື້ອງຊ້າຍຂອງພຣະອົງ.34ພຣະເຢຊູກ່າວວ່າ, “ພຣະບິດາເຈົ້າ, ຂໍຊົງໂຜດຍົກໂທດໃຫ້ພວກເຂົາ, ເພາະວ່າພວກເຂົາບໍ່ຮູ້ຈັກວ່າພວກເຂົາກຳລັງເຮັດອັນໃດ” ແລະພວກເຂົາກໍຈົກສະຫລາກ ເພື່ອເອົາເຄື່ອງທົງຂອງພຣະອົງມາແບ່ງກັນ.35ປະຊາຊົນພາກັນຢືນເບິ່ງຂະນະທີ່ພວກຜູ້ນຳຊາວຢິວກໍເຍາະເຍີ້ຍພຣະອົງວ່າ, “ເຂົາຊ່ອຍຄົນອື່ນໃຫ້ລອດພົ້ນໄດ້ ກໍຈົ່ງໃຫ້ເຂົາຊ່ອຍຕົນເອງໃຫ້ລອດເຖີດ ຖ້າເຂົາເປັນພຣະຄຣິດທີ່ພຣະເຈົ້າໄດ້ຊົງເລືອກໄວ້ນັ້ນ.”36ພວກທະຫານພາກັນເຍາະເຍີ້ຍພຣະອົງ ແລະເຂົ້າມາຫາພຣະອົງແລະເອົາເຫລົ້າອະງຸ່ນສົ້ມສົ່ງໃຫ້ພຣະອົງ.37ແລ້ວເວົ້າວ່າ, “ຖ້າທ່ານເປັນກະສັດຊາດຢິວ, ຈົ່ງຊ່ອຍຕົວເອງໃຫ້ພົ້ນເຖີດ.”38ມີປ້າຍຕິດໄວ້ເທິງຫົວພຣະອົງວ່າ, “ນີ້ຄືກະສັດຂອງຊາດຢິວ.”39ໂຈນຄົນຫນຶ່ງທີ່ກຳລັງຖືກຄຶງນັ້ນເວົ້າໝິ່ນປະໝາດພຣະອົງວ່າ, “ທ່ານເປັນພຣະຄຣິດບໍ່ແມ່ນບໍ? ຈົ່ງຊ່ອຍຕົວທ່ານເອງແລະຊ່ອຍເຮົາໃຫ້ພົ້ນເຖີດ.”40ແຕ່ໂຈນອີກຄົນຫນຶ່ງໄດ້ຫ້າມວ່າ, “ເຈົ້າບໍ່ຢ້ານກົວພຣະເຈົ້າບໍ ເຈົ້າກໍຖືກລົງໂທດເຫມືອນກັນ?41ອັນທີ່ຈິງເຮົາກໍສົມຄວນໄດ້ຮັບໂທດຕາມການກະທຳຂອງເຮົາແລ້ວ, ແຕ່ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດ.”42ເຂົາກ່າວຕໍ່ໄປອີກ, “ພຣະເຢຊູເຈົ້າ, ຂໍໂຜດຣະນຶກຈື່ຈຳເຖິງຂ້ານ້ອຍເມື່ອພຣະອົງສະເດັດເຂົ້າສູ່ອານາຈັກຂອງພຣະອົງດ້ວຍເຖີດ.”43ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸຂະເສີມ.”44ເວລານັ້ນປະມານທ່ຽງວັນ ຄວາມມືດປົກຄຸມທົ່ວແຜ່ນດິນຈົນເຖິງບ່າຍສາມໂມງ.45ເມື່ອແສງຕາເວັນມືດໄປ, ຜ້າກັ້ງໃນພຣະວິຫານກໍຖືກຈີກອອກເປັນສອງຕ່ອນ.46ພຣະເຢຊູເຈົ້າຊົງຮ້ອງສຽງດັງວ່າ, “ພຣະບິດາເຈົ້າເອີຍ, ລູກຂໍມອບຈິດວິນຍານຂອງຂ້ານ້ອຍໄວ້ໃນພຣະຫັດຂອງພຣະອົງ” ຫລັງຈາກກ່າວຢ່າງນັ້ນແລ້ວພຣະອົງກໍສິ້ນພຣະຊົນ.47ເມື່ອນາຍຮ້ອຍໄດ້ເຫັນສິ່ງທີ່ເກີດຂຶ້ນ, ເພິ່ນຈິ່ງສັນຣະເສີນພຣະເຈົ້າວ່າ, “ນີ້ເປັນຜູ້ທີ່ຊອບທັມທີ່ແທ້ຈິງ.”48ເມື່ອຄົນທັງປວງທີ່ມາຊຸມນຸມກັນເພື່ອເປັນພະຍານສິ່ງທີ່ເກີດຂື້ນ ຜູ້ທີ່ໄດ້ເຫັນສິ່ງທີ່ເກີດຂື້ນກັບຕາ, ກໍພາກັນຕີເອິກດ້ວຍຄວາມທຸກກັບໄປ.49ແຕ່ທຸກຄົນທີ່ຮູ້ຈັກພຣະອົງ ແລະພວກແມ່ຍິງທີ່ໄດ້ຕິດຕາມພຣະອົງຈາກແຂວງຄາລີເລຢືນເບິ່ງສິ່ງເຫລົ່ານີ້ແຕ່ໄກ.50ເບິ່ງແມ, ມີຊາຍຄົນຫນຶ່ງຊື່ໂຢເຊັບ ເປັນສະມາຊິກສະພາ, ທ່ານເປັນຄົນດີແລະຊອບທັມ.51ທ່ານຜູ້ນີ້ບໍ່ໄດ້ເຫັນດີກັບການຕັດສິນໃຈແລະການກະທຳຂອງພວກເຂົາ. ທ່ານມາຈາກອາຣີມາທາຍ ຊຶ່ງເປັນເມືອງຫນຶ່ງຂອງຄົນຢິວ, ທ່ານເປັນຜູ້ຄອຍຖ້າຣາຊະອານາຈັກຂອງພຣະເຈົ້າ.52ທ່ານຜູ້ນີ້ໄດ້ເຂົ້າໄປຫາປີລາດເພື່ອຂໍພຣະສົບພຣະເຢຊູເຈົ້າ.53ເພີ່ນນຳພຣະສົບຂອງພຣະອົງລົງມາແລະຫໍ່ຫຸ້ມດ້ວຍຜ້າລີນິນ ແລະວາງພຣະອົງໄວ້ໃນອຸບໂມງທີ່ສະກັດໄວ້ໃນຫີນ ແລະຍັງບໍ່ເຄີຍວາງສົບຜູ້ໃດມາກ່ອນ.54ວັນນັ້ນເປັນວັນຈັດຕຽມ ແລະໃກ້ເຖິງວັນສະບາໂຕ.55ພວກແມ່ຍິງທີ່ຕິດຕາມພຣະອົງຈາກແຂວງຄາລີເລໄດ້ຕາມໄປ, ແລະໄດ້ເຫັນອຸບໂມງແລະເຫັນວ່າພຣະສົບຂອງພຣະອົງວາງໄວ້ໃນທີ່ນັ້ນຢ່າງໃດ.56ພວກນາງຈິ່ງໄດ້ກັບໄປແລະຈັດຕຽມເຄື່ອງເທດແລະນ້ຳມັນຫອມ, ແລະໃນວັນສະບາໂຕ ພວກເຂົາກໍເຊົາພັກຕາມພຣະບັນຍັດ.
1ຮຸ່ງເຊົ້າຂອງວັນຕົ້ນສັບປະດາ (ວັນອາທິດ) ພວກຜູ້ຍິງນຳເອົາເຄື່ອງຫອມທີ່ໄດ້ຕຽມໄວ້ມາທີ່ອຸບໂມງຝັງສົບ.2ພວກເຂົາພົບກ້ອນຫີນຖືກກື່ງອອກຈາກອຸບໂມງ.3ພວກເຂົາເຂົ້າໄປທາງໃນແຕ່ບໍ່ເຫັນພຣະສົບຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ.4ຕໍ່ມາຂະນະທີ່ພວກເຂົາກຳລັງສັບສົນໃນເລື່ອງນີ້ ທັນໃດນັ້ນກໍມີຊາຍສອງຄົນນຸ່ງເຄື່ອງອັນງົດງາມຈົນເຫລື້ອມຕາ ຢືນຢູ່ໃກ້ພວກເຂົາ.5ຂະນະທີ່ແມ່ຍິງເຫລົ່ານັ້ນຕ່າງກໍຢ້ານກົວແລະກົ້ມຫນ້າລົງພື້ນດິນ, ຊາຍສອງຄົນນັ້ນຈິ່ງເວົ້າກັບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຊອກຫາຄົນເປັນໃນຫມູ່ຄົນຕາຍ?6ພຣະອົງບໍ່ຢູ່ທີ່ນີ້ ແຕ່ໄດ້ເປັນຂື້ນຈາກຄວາມຕາຍແລ້ວ, ຈົ່ງຣະນຶກເຖິງສິ່ງທີ່ພຣະອົງຊົງກ່າວກັບທ່ານທັງໃນຂະນະທີ່ພຣະອົງຍັງຢູ່ທີ່ແຂວງຄາລີເລ.7ທີ່ກ່າວວ່າ ບຸດມະນຸດຈະຕ້ອງຖືກມອບໄວ້ໃນມືຂອງພວກຄົນບາບ, ແລະຕ້ອງຖືກຄຶງໄວ້ທີ່ໄມ້ກາງແຂນ, ແລ້ວໃນວັນທີ່ສາມຈະເປັນຄືນມາໃຫມ່ອີກຄັ້ງ.”8ແມ່ຍິງເຫລົ່ານັ້ນຈິ່ງຣະນຶກເຖິງຖ້ອຍຄຳຂອງພຣະອົງ.9ຈິ່ງອອກຈາກອຸບໂມງຝັງສົບໄປບອກສິ່ງເຫລົ່ານີ້ໃຫ້ກັບພວກສາວົກສິບເອັດຄົນແລະຄົນອື່ນທີ່ເຫລືອທັງຫມົດ.10ຜູ້ທີ່ນຳສິ່ງເຫລົ່ານີ້ມາລາຍງານແກ່ພວກອັກຄະສາວົກ ຄື ມາຣີ ໄທມັກດາລາ, ໂຢຮັນນາ, ມາຣີແມ່ຂອງຢາໂກໂບ, ແລະແມ່ຍິງຄົນອື່ນໆທີ່ຢູ່ກັບເຂົາ.11ແຕ່ຂ່າວສານນີ້ ເບິ່ງຄືເປັນຄຳເວົ້າທີ່ໄຮ້ສາຣະຕໍ່ພວກອັກຄະສາວົກ, ພວກເຂົາບໍ່ເຊື່ອຄຳເວົ້າຂອງພວກຍິງເຫລົ່ານັ້ນ.12ແຕ່ເປໂຕລຸກຂຶ້ນແລະແລ່ນໄປທີ່ອຸບໂມງຝັງສົບ, ເຂົາກົ້ມລົງແລະເບິ່ງເຂົ້າໄປທາງໃນ, ເຂົາເຫັນແຕ່ຜ້າລີນີນວາງຢູ່, ເປໂຕຈິ່ງກັບໄປບ້ານຂອງຕົນ ແລະຄຶດປະຫລາດໃຈກັບສິ່ງທີ່ໄດ້ເກີດຂື້ນ.13ເບິ່ງແມ, ໃນວັນນັ້ນມີສາວົກສອງຄົນກຳລັງເດີນທາງໄປທີ່ບ້ານແຫ່ງຫນຶ່ງຊື່ວ່າ ເອມາອູດ, ຊຶ່ງຢູ່ຫ່າງໄກຈາກເຢຣູຊາເລັມປະມານສິບເອັດກີໂລແມັດ.14ພວກເຂົາໄດ້ສົນທະນາກັນເຖິງເຫດການທີ່ເກີດຂຶ້ນ.15ຕໍ່ມາໃນຂະນະທີ່ພວກເຂົາກຳລັງສົນທະນາກັນແລະສົງໃສກັນຢູ່ນັ້ນ, ພຣະເຢຊູເຈົ້າສະເດັດມາໃກ້ແລະຮ່ວມເດີນທາງໄປກັບພວກເຂົາ.16ແຕ່ສາຍຕາຂອງພວກເຂົາຖືກປິດບັງເອົາໄວ້ ຈິ່ງຈື່ພຣະອົງບໍ່ໄດ້.17ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ພວກທ່ານທັງສອງສົນທະນາກັນເຖິງເລື່ອງອັນໃດຂະນະທີ່ເດີນມານີ້?” ພວກເຂົາຢືນຢູ່ທີ່ນັ້ນຫນ້າຕາໂສກເສົ້າ.18ຄົນຫນຶ່ງທີ່ຊື່ວ່າ ກະໂລປາ ຈິ່ງຕອບພຣະອົງວ່າ, “ທ່ານຄືຄົນດຽວໃນເຢຣູຊາເລັມທີ່ບໍ່ຮູ້ວ່າມີເລື່ອງອັນໃດເກີດຂຶ້ນທີ່ນັ້ນໃນສາມວັນນີ້ບໍ?”19ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເລື່ອງອັນໃດບໍ?” ພວກເຂົາຕອບພຣະອົງວ່າ, “ເລື່ອງພຣະເຢຊູໄທນາຊາເຣັດ ຜູ້ເປັນຜູ້ປະກາດພຣະທັມ ຜູ້ເຕັມໄປດ້ວຍຣິດອຳນາດ, ທັງໃນການກະທຳແລະຄຳເວົ້າຕໍ່ພຣະພັກພຣະເຈົ້າແລະຕໍ່ຫນ້າຄົນທັງປວງ.20ແລະພວກຫົວຫນ້າປະໂລຫິດ ກັບພວກຜູ້ມີອຳນາດປົກຄອງໄດ້ມອບເພິ່ນໄວ້ແກ່ການລົງໂທດເຖິງຄວາມຕາຍ ແລະໄດ້ຄຶງເພິ່ນໄວ້ທີ່ໄມ້ກາງແຂນ.21ແຕ່ເຮົາຫວັງວ່າ ພຣະອົງຈະເປັນຜູ້ທີ່ຊ່ວຍກູ້ອິສະຣາເອນໃຫ້ເປັນອິສຣະ, ຫລາຍກວ່ານັ້ນອີກ, ນີ້ກໍຜ່ານໄປສາມວັນແລ້ວ ນັບຕັ້ງແຕ່ເຫດການເຫລົ່ານັ້ນເກີດຂຶ້ນ.22ແຕ່ພວກແມ່ຍິງລາງຄົນທີ່ຢູ່ກັບພວກເຮົາຍັງເຮັດໃຫ້ພວກເຮົາປະຫລາດໃຈ ເມື່ອພວກນາງໄດ້ໄປທີ່ອຸບໂມງຝັງສົບໃນຕອນຮຸ່ງເຊົ້າ.23ຄືພວກນາງບໍ່ໄດ້ເຫັນພຣະສົບຂອງພຣະອົງ, ພວກນາງຈິ່ງມາບອກວ່າໄດ້ເຫັນນິມິດຂອງເຫລົ່າທູດສະຫວັນທີ່ເວົ້າວ່າພຣະອົງມີຊີວິດຢູ່.24ຜູ້ຊາຍບາງຄົນທີ່ຢູ່ກັບພວກເຮົາໄດ້ໄປທີ່ອຸບໂມງແລະໄດ້ພົບເຫັນຕາມສິ່ງທີ່ພວກແມ່ຍິງໄດ້ບອກໄວ້, ແຕ່ພວກເຂົາບໍ່ເຫັນພຣະອົງ.”25ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ໂອ, ພວກຄົນໂງ່ເອີຍ, ພວກທ່ານມີໃຈເສີຍຊ້າທີ່ຈະເຊື່ອທຸກສິ່ງທີ່ພວກຜູ້ປະກາດພຣະທັມໄດ້ກ່າວໄວ້.26ພຣະຄຣິດເຈົ້າຈຳເປັນຕ້ອງທົນທຸກຕໍ່ສິ່ງເຫລົ່ານີ້ແລະເຂົ້າສູ່ພຣະສະຫງ່າຣາສີຂອງພຣະອົງບໍ່ແມ່ນບໍ?”27ເລີ່ມຕົ້ນຈາກໂມເຊຈົນມາຮອດບັນດາຜູ້ປະກາດພຣະທັມທຸກຄົນ, ພຣະເຢຊູເຈົ້າໄດ້ອະທິບາຍຄວາມຫມາຍຂອງພຣະຄັມພີທຸກຂໍ້ ເຖິງສິ່ງຕ່າງໆ ທີ່ກ່ຽວຂ້ອງກັບພຣະອົງເອງໃຫ້ແກ່ພວກເຂົາ.28ເມື່ອພວກເຂົາໃກ້ຮອດບ້ານທີ່ພວກເຂົາກຳລັງເດີນທາງໄປນັ້ນ ພຣະເຢຊູເຈົ້າເຮັດເຫມືອນກັບວ່າຈະເດີນທາງຕໍ່ໄປ.29ແຕ່ພວກເພິ່ນທັງສອງຫນ່ວງຫນ່ຽວພຣະອົງວ່າ, “ຂໍພັກເຊົາຢູ່ກັບພວກເຮົາຕໍ່ເຖີດ ຕອນນີ້ໃກ້ຈະຄ່ຳແລ້ວແລະວັນກໍກຳລັງຈະຫມົດໄປ.” ດັ່ງນັ້ນພຣະເຢຊູເຈົ້າຈິ່ງເຂົ້າໄປທາງໃນແລະພັກຢູ່ກັບພວກເພິ່ນ.30ຕໍ່ມາເມື່ອພຣະອົງກຳລັງນັ່ງໂຕະຮ່ວມຮັບປະທານອາຫານຢູ່ກັບພວກເພິ່ນ, ພຣະອົງຈັບເອົາເຂົ້າຈີ່ຂື້ນມາ ໂມທະນາຂອບພຣະຄຸນ ແລ້ວຊົງຫັກຍື່ນໃຫ້ພວກເພິ່ນ.31ດັ່ງນັ້ນຕາຂອງພວກເພິ່ນຈຶ່ງເປີດອອກພວກເພິ່ນຮູ້ຈັກພຣະອົງແລະພຣະອົງຈິ່ງຫາຍໄປຈາກສາຍຕາຂອງພວກເພິ່ນ.32ພວກເພິ່ນເວົ້າຕໍ່ກັນວ່າ, “ຫົວໃຈຂອງເຮົາກໍຮ້ອນຮົນຢູ່ພາຍໃນບໍ່ແມ່ນບໍ?, ເມື່ອພຣະອົງຊົງເວົ້ານຳເຮົາຕາມທາງ ຂະນະທີ່ພຣະອົງອະທິບາຍພຣະຄັມພີໃຫ້ກັບພວກເຮົາຟັງນັ້ນ?”33ພວກເຂົາຈິ່ງລຸກຂຶ້ນໃນເວລານັ້ນແລ້ວກັບໄປຍັງເຢຣູຊາເລັມ. ພວກເຂົາໄດ້ພົບສາວົກສິບເອັດຄົນນັ້ນຊຸມນຸມກັນຢູ່ພ້ອມກັບຄົນເຫລົ່ານັ້ນທີ່ຢູ່ກັບພວກເຂົາ.34ສາວົກທັງສອງຄົນເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ ເປັນຄືນມາຈາກຄວາມຕາຍແລ້ວແນ່ແທ້, ແລະໄດ້ປະກົດແກ່ຊີໂມນ.”35ດັ່ງນັ້ນພວກເຂົາທັງສອງຈິ່ງເລົ່າເຖິງສິ່ງຕ່າງໆ ທີ່ເກີດຂຶ້ນຕາມທາງແລະເຖິງວິທີ ທີ່ພຣະເຢຊູເຈົ້າສະແດງແກ່ພວກເຂົາດ້ວຍການຫັກເຂົ້າຈີ່.36ໃນຂະນະທີ່ພວກເຂົາເລົ່າເຖິງສິ່ງເຫລົ່ານີ້, ພຣະເຢຊູເຈົ້າໄດ້ຢືນຢູ່ທ່າມກາງພວກເພິ່ນ, ແລະໄດ້ກ່າວກັບພວກເພິ່ນວ່າ, “ສັນຕິສຸກຈົ່ງດຳຣົງຢູ່ກັບທ່ານທັງຫລາຍເຖີດ.”37ແຕ່ພວກເຂົາກໍຢ້ານ ສະດຸ້ງຕົກໃຈ ແລະ ຄິດວ່າພວກເຂົາເຫັນວິນຍານ.38“ເປັນຫຍັງພວກທ່ານຈຶ່ງເດືອດຮ້ອນໃຈຂະນາດນີ້? ເປັນຫຍັງຈິ່ງປ່ອຍໃຫ້ຄວາມສົງໃສເກີດຂື້ນໃນຫົວໃຈ?39ຈົ່ງເບິ່ງມືແລະຕີນຂອງເຮົາດູ. ນີ້ແມ່ນເຮົາເອງ, ຈົ່ງຈັບຕົວເຮົາແລະເບິ່ງ, ເພາະວ່າຜີບໍ່ມີເນື້ອແລະກະດູກຢ່າງທີ່ພວກທ່ານເຫັນວ່າເຮົາມີຢູ່ນີ້.”40ເມື່ອພຣະອົງກ່າວສິ່ງນີ້ພຣະອົງສະແດງໃຫ້ພວກເຂົາເຫັນມືແລະຕີນຂອງພຣະອົງ.41ໃນຂະນະທີ່ພວກເຂົາມີຄວາມຍິນດີແຕ່ກໍຍັງສົງໃສແລະຍັງບໍ່ວາງໃຈເຊື່ອ. ພຣະເຢຊູເຈົ້າຈິ່ງຖາມເຂົາວ່າ, “ພວກທ່ານມີຫຍັງໃຫ້ກິນແດ່?”42ພວກເຂົາກໍເອົາປາປີ້ງຕ່ອນຫນຶ່ງມາໃຫ້ພຣະອົງ.43ພຣະອົງຮັບມາແລະກິນຢູ່ຕໍ່ຫນ້າພວກເພິ່ນ44ພຣະອົງກ່າວແກ່ພວກເຂົາວ່າ, “ ເມື່ອເຮົາຍັງຢູ່ກັບພວກທ່ານ ເຮົາບອກພວກທ່ານແລ້ວເຖິງທຸກສິ່ງທີ່ຖືກບັນທຶກໄວ້ໃນບັນຍັດຂອງໂມເຊ, ໃນຫນັງສືຂອງພວກຜູ້ປະກາດພຣະທັມ, ແລະໃນຫນັງສືເພງສັນຣະເສີນຈະຕ້ອງສຳເລັດ.”45ແລ້ວພຣະອົງຈິ່ງເປີດໃຈຂອງພວກເພິ່ນ ເພື່ອພວກເພິ່ນຈະເຂົ້າໃຈພຣະຄັມພີ.46ພຣະອົງກ່າວແກ່ເພິ່ນວ່າ, “ນີ້ຄືສິ່ງທີ່ຂຽນໄວ້ ຄືພຣະຄຣິດເຈົ້າຈະຕ້ອງທົນທຸກທໍຣະມານແລະເປັນຄືນມາອີກຄັ້ງຈາກຕາຍໃນວັນທີ່ສາມ.47ແລະເລື່ອງການຖິ້ມໃຈເກົ່າເອົາໃຈໃຫມ່ກັບການໃຫ້ອະພັຍຄວາມຜິດບາບ ຈໍຳຕ້ອງປະກາດອອກໄປໃນພຣະນາມຂອງພຣະອົງໃຫ້ໄປເຖິງທຸກຊົນຊາດໂດຍເລີ້ມຕົ້ນແຕ່ກຸງເຢຣູຊາເລັມ.48ພວກທ່ານເປັນພະຍານເຖິງສິ່ງເຫລົ່ານີ້.49ເບິ່ງແມ, ເຮົາຈະປະທານສິ່ງທີ່ພຣະບິດາເຈົ້າຊົງສັນຍາໃຫ້ແກ່ພວກທ່ານ ແຕ່ຈົ່ງລໍຄອຍຢູ່ໃນເມືອງຈົນກວ່າພວກທ່ານຈະໄດ້ຮັບຣິດອຳນາດມາຈາກເບື້ອງເທິງ.”50ແລ້ວພຣະເຢຊູເຈົ້າຈິ່ງນຳພວກເຂົາອອກໄປໃກ້ຈະເຖິງບ້ານເບັດທານີ. ພຣະອົງຊົງຍົກພຣະຫັດຂອງພຣະອົງຂື້ນແລະອວຍພອນພວກເພິ່ນ.51ຕໍ່ມາໃນຂະນະທີ່ພຣະອົງກຳລັງອວຍພອນພວກເພິ່ນ, ພຣະອົງໄດ້ສະເດັດຈາກພວກເພິ່ນໄປແລະຊົງຖືກຮັບຂຶ້ນໄປສູ່ສະຫວັນ.52ດັ່ງນັ້ນພວກເພິ່ນຈິ່ງນະມັດສະການພຣະອົງ ແລະກັບໄປຍັງນະຄອນເຢຣູຊາເລັມດ້ວຍຄວາມຊື່ນຊົມຍິນດີຢ່າງໃຫຍ່ຫລວງ.53ພວກເພິ່ນຢູ່ໃນພຣະວິຫານເປັນປະຈຳ ເພື່ອສັນຣະເສີນພຣະເຈົ້າ.
1ພຣະທັມຊົງດຳຣົງນັບຕັ້ງແຕ່ຕົ້ນເດີມ, ແລະພຣະທັມຊົງຢູ່ກັບພຣະເຈົ້າ, ພຣະທັມຊົງເປັນພຣະເຈົ້າ.2ພຣະທັມນີ້ດຳຣົງມາຕັ້ງແຕ່ເລີ່ມຕົ້ນກັບພຣະເຈົ້າ.3ທຸກສິ່ງຖືກສ້າງຂຶ້ນໂດຍພຣະອົງ, ແລະຖ້າບໍ່ມີພຣະອົງ ກໍບໍ່ມີຈັກສິ່ງທີ່ຖືກສ້າງຂື້ນໄວ້.4ມີຊີວິດທີ່ຢູ່ໃນພຣະອົງ, ຊຶ່ງຊີວິດນັ້ນເປັນຄວາມສະຫວ່າງຂອງມະນຸດທຸກຄົນ.5ຄວາມສະຫວ່າງສ່ອງເຂົ້າມາໃນຄວາມມືດ, ແລະຄວາມມືດນັ້ນບໍ່ເອົາຊະນະຄວາມສະຫວ່າງໄດ້.6ຍັງມີຊາຍຄົນຫນຶ່ງທີ່ພຣະເຈົ້າໄດ້ສົ່ງມາ, ຊາຍຄົນນີ້ຊື່ວ່າໂຢຮັນ.7ທ່ານມາເພື່ອຈະເປັນພະຍານເຖິງຄວາມສະຫວ່າງນັ້ນ, ເພື່ອທີ່ທຸກຄົນຈະໄດ້ເຊື່ອຜ່ານທ່ານ.8ໂຢຮັນບໍ່ແມ່ນຄວາມສະຫວ່າງນັ້ນ, ແຕ່ທ່ານມາເພື່ອເປັນພະຍານເຖິງຄວາມສະຫວ່າງນັ້ນ.9ຄືຄວາມສະຫວ່າງທີ່ແທ້ຈິງ ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທັງປວງ ເຊິ່ງໄດ້ເຂົ້າມາໃນໂລກນີ້.10ພຣະອົງຊົງຢູ່ໃນໂລກ, ໂລກນີ້ຖືກສ້າງຂຶ້ນຜ່ານທາງພຣະອົງນັ້ນ, ແຕ່ໂລກນີ້ພັດບໍ່ໄດ້ຮູ້ຈັກພຣະອົງ.11ພຣະອົງເຂົ້າມາເພື່ອຊົນຊາດຂອງພຣະອົງ, ແຕ່ຊົນຊາດຂອງພຣະອົງບໍ່ຍອມຮັບພຣະອົງ.12ແຕ່ຄົນຫລວງຫລາຍທີ່ຕ້ອນຮັບພຣະອົງ, ຄົນທີ່ເຊື່ອໃນພຣະນາມຂອງພຣະອົງ, ພຣະອົງຈະໃຫ້ຄົນນັ້ນໄດ້ສິດເປັນບຸດຂອງພຣະເຈົ້າ.13ບໍ່ແມ່ນໂດຍທາງສາຍເລືອດ, ຫລືໂດຍຄວາມຕ້ອງການຂອງມະນຸດ, ແຕ່ເປັນໂດຍພຣະເຈົ້າ.14ພຣະທັມຊົງເກີດເປັນມະນຸດແລະຢູ່ທ່າມກາງພວກເຮົາ. ເຮົາໄດ້ເຫັນສະຫງ່າຣາສີຂອງພຣະອົງ, ເປັນສະຫງ່າຣາສີແບບດຽວກັນຊຶ່ງມາຈາກພຣະບິດາຜູ້ດຽວເທົ່ານັ້ນ, ທີ່ເຕັມດ້ວຍພຣະຄຸນແລະຄວາມຈິງ.15ໂຢຮັນໄດ້ເປັນພະຍານເຖິງພຣະອົງແລະຮ້ອງສຽງດັງວ່າ, “ທ່ານຜູ້ນີ້ຄືຄົນທີ່ເຮົາໄດ້ບອກແກ່ທ່ານວ່າ ‘ທ່ານຜູ້ທີ່ສະເດັດມາພາຍຫລັງເຮົາ ເປັນໃຫຍ່ກວ່າເຮົາ, ເພາະທ່ານເປັນຢູ່ກ່ອນເຮົາ’.”16ເພາະວ່າໂດຍຄວາມຄົບບໍຣິບູນຂອງພຣະອົງເຮັດໃຫ້ເຮົາທັງຫລາຍໄດ້ຮັບພຣະຄຸນຊ້ອນພຣະຄຸນ.17ເພາະບັນຍັດເຫລົ່ານັ້ນທີ່ໄດ້ຊົງປຣະທານຜ່ານທາງໂມເຊ. ສ່ວນພຣະຄຸນແລະຄວາມຈິງມາທາງພຣະເຢຊູຄຣິດ.18ບໍ່ເຄີຍມີໃຜເຫັນພຣະເຈົ້າເລີຍ. ພຣະອົງດຽວທີ່ຊົງເປັນພຣະເຈົ້າ, ຜູ້ປຣະທັບໃນເອິກຂອງພຣະບິດາ, ໄດ້ສະແດງໃຫ້ພຣະເຈົ້າເປັນທີ່ຮູ້ຈັກ.19ນີ້ເປັນຄຳພະຍານຂອງໂຢຮັນ ເມື່ອພວກຢິວຈາກນະຄອນເຢຣູຊາເລັມໄດ້ສົ່ງພວກປະໂລຫິດແລະພວກຄົນເລວີໄປຖາມທ່ານວ່າ, “ທ່ານເປັນໃຜ?”20ທ່ານຍອມຮັບ, ບໍ່ໄດ້ປະຕິເສດແຕ່ຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນພຣະຄຣິດ.”21ພວກເຂົາຈຶ່ງຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ? ທ່ານແມ່ນເອລີຢາແມ່ນບໍ?” ທ່ານຕອບວ່າ, “ຂ້າພຣະເຈົ້າບໍ່ແມ່ນຜູ້ນັ້ນ.” ພວກເຂົາຖາມວ່າ, “ທ່ານຄືຜູ້ປະກາດພຣະທັມແມ່ນບໍ?” ທ່ານຕອບວ່າ, “ບໍ່ແມ່ນ.”22ແລ້ວພວກເຂົາກໍຖາມທ່ານອີກວ່າ, “ແລ້ວທ່ານເປັນໃຜ, ເພື່ອພວກເຮົາຈະໄດ້ເອົາຄຳຕອບນັ້ນໄປບອກຄົນແກ່ຄົນສົ່ງເຮົາມາ? ແລ້ວທ່ານຈະບອກວ່າທ່ານເປັນໃຜ?”23ທ່ານຕອບວ່າ, “ຂ້າພຣະເຈົ້າເປັນສຽງຮ້ອງ ປ່າວປະກາດໃນປ່າວ່າ: ‘ຈົ່ງເຮັດຫົນທາງຂອງອົງພຣະຜູ້ເປັນເຈົ້າໃຫ້ຊື່ໄປ,’ ເຫມືອນກັບທີ່ຜູ້ປະກາດພຣະທັມ ເອຊາຢາ ໄດ້ບອກໄວ້.24ບັດນີ້ຄົນເຫລົ່ານັ້ນທີ່ພວກຟາຣີຊາຍສົ່ງໄປ.25ພວກເຂົາຖາມທ່ານວ່າ, “ເປັນຫຍັງທ່ານຈຶ່ງໃຫ້ຮັບບັບຕິສະມາ ໃນເມື່ອທ່ານເອງກໍບໍ່ແມ່ນພຣະຄຣິດ ຫລື ເອລີຢາ ຫລືຜູ້ປະກາດພຣະທັມນັ້ນ?”26ໂຢຮັນຕອບພວກເຂົາວ່າ, “ເຮົາໃຫ້ຮັບບັບຕິສະມາດ້ວຍນໍ້າ. ແຕ່ໃນທ່າມກາງພວກທ່ານມີຜູ້ໜຶ່ງຊຶ່ງທ່ານບໍ່ຮູ້ຈັກ.27ທ່ານທີ່ມາພາຍຫລັງຂ້າພະເຈົ້ານັ້ນ, ຂ້າພະເຈົ້າບໍ່ສົມຄວນແມ້ນແຕ່ຈະແກ້ສາຍຮັດເກີບຂອງຜູ້ນັ້ນ.”28ສິ່ງເຫລົ່ານີ້ເກີດຂຶ້ນເມື່ອໂຢຮັນກຳລັງໃຫ້ຮັບບັບຕິສະມາຢູ່ທີ່ບ້ານເບັດທານີ, ອີກຟາກຫນຶ່ງຂອງແມ່ນ້ຳຢໍແດນ.29ວັນຕໍ່ມາ ໂຢຮັນເຫັນພຣະເຢຊູກຳລັງມາຫາທ່ານແລະທ່ານບອກວ່າ, “ເບິ່ງແມ, ພຣະເມສານ້ອຍຂອງພຣະເຈົ້າ ຜູ້ທີ່ຈະມາເອົາຄວາມຜິດບາບຂອງໂລກນີ້ອອກໄປ!30ນີ້ຄືທ່ານທີ່ຂ້າພຣະເຈົ້າກ່າວເຖິງວ່າ 'ທ່ານທີ່ຈະມາພາຍຫລັງຂ້າພຣະເຈົ້າຊົງເປັນໃຫຍ່ກວ່າຂ້າພຣະເຈົ້າ, ເພາະພຣະອົງຊົງເປັນຢູ່ກ່ອນຂ້າພຣະເຈົ້າ.'31ຂ້າພຣະເຈົ້າບໍ່ຮູ້ຈັກທ່ານຜູ້ນີ້, ແຕ່ເພື່ອທ່ານຈະໄດ້ຖືກປະກົດແຈ້ງແກ່ຄົນອິສຣາເອນ ທີ່ຂ້າພຣະເຈົ້າໄດ້ມາໃຫ້ຮັບບັບຕິສະມາໃນນ້ຳ.”32ໂຢຮັນເປັນພະຍານວ່າ, “ຂ້າພຣະເຈົ້າໄດ້ເຫັນພຣະວິນຍານລັກສະນະເຫມືອນດັ່ງນົກເຂົາ ລົງມາຈາກຟ້າສະຫວັນ, ສະຖິດຢູ່ເທິງທ່ານ.33ຂ້າພຣະເຈົ້າບໍ່ຮູ້ຈັກທ່ານ, ແຕ່ທ່ານທີ່ໄດ້ສົ່ງຂ້າພຣະເຈົ້າມາເພື່ອໃຫ້ບັບຕິສະມາດ້ວຍນ້ຳນັ້ນ ບອກຂ້າພຣະເຈົ້າວ່າ, 'ເຈົ້າຈະເຫັນພຣະວິນຍານເປັນເຫມືອນນົກເຂົາລົງມາສະຖິດຢູ່ເຫນືອທ່ານຜູ້ນັ້ນ, ທ່ານນັ້ນຄືຜູ້ທີ່ຈະໃຫ້ບັບຕິສະມາດ້ວຍພຣະວິນຍານບໍຣິສຸດ.'34ຂ້າພຣະເຈົ້າໄດ້ເຫັນແລະເປັນພະຍານວ່າ ທ່ານຜູ້ນັ້ນເປັນພຣະບຸດຂອງພຣະເຈົ້າ.”35ອີກຄັ້ງຫນຶ່ງ, ໃນວັນຕໍ່ມາ, ໃນຂະນະທີ່ໂຢຮັນກຳລັງຢືນຢູ່ກັບສາວົກຂອງທ່ານສອງຄົນ.36ພວກເຂົາເຫັນພຣະເຢຊູກຳລັງສະເດັດກາຍໄປ ແລະທ່ານຈຶ່ງກ່າວວ່າ, "ເບິ່ງແມ, ພຣະເມສານ້ອຍຂອງພຣະເຈົ້າ!”37ເມື່ອສາວົກສອງຄົນຂອງທ່ານໄດ້ຍິນທ່ານເວົ້າເຊັ່ນນັ້ນ ພວກເຂົາຈຶ່ງຕາມພຣະເຢຊູໄປ.38ເມື່ອພຣະເຢຊູຫັນກັບມາແລະເຫັນພວກເຂົາກຳລັງຕິດຕາມພຣະອົງ ຈຶ່ງເວົ້າກັບພວກເຂົາວ່າ, “ພວກທ່ານຕ້ອງການສິ່ງໃດ?” ພວກເຂົາຕອບວ່າ, “ຮັບບີ (ແປຄວາມໝາຍວ່າ ອາຈານ) ທ່ານພັກຢູ່ທີ່ໃດ?”39ພຣະອົງຈິ່ງບອກພວກເຂົາວ່າ, “ຈົ່ງມາແລະເບິ່ງເອງເຖີດ” ເມື່ອພວກເຂົາຕາມພຣະອົງໄປແລະໄດ້ເຫັນບ່ອນຊຶ່ງພຣະອົງຊົງພັກຢູ່, ພວກເຂົາຈິ່ງຢູ່ກັບພຣະອົງໃນວັນນັ້ນ, ຕອນນັ້ນເປັນເວລາສີ່ໂມງແລງ.40ຫນຶ່ງໃນສາວົກສອງຄົນທີ່ໄດ້ຍິນໂຢຮັນເວົ້າແລະຕິດຕາມພຣະເຢຊູຄືອັນເດອາ, ອ້າຍຂອງຊີໂມນເປໂຕ.41ເຂົາໄດ້ໄປຫາຊີໂມນອ້າຍຂອງຕົນແລະບອກວ່າ, “ເຮົາໄດ້ພົບພຣະເມຊີອາແລ້ວ” (ຫມາຍເຖີງ ພຣະຄຣິດ).42ແລ້ວເຂົາກໍພາທ່ານມາຫາພຣະເຢຊູ, ແລະພຣະເຢຊູເບິ່ງເຂົາແລ້ວກ່າວວ່າ, “ທ່ານຄືຊີໂມນລູກຂອງໂຢຮັນ, ທ່ານຈະຖືກເອີ້ນວ່າ ເກຟາ” (ແປວ່າ: ເປໂຕ).43ວັນຕໍ່ມາ, ເມື່ອພຣະເຢຊູຕ້ອງການຈາກໄປທີ່ແຂວງຄາລີເລ, ພຣະອົງຊົງພົບກັບຟີລິບແລະກ່າວກັບລາວວ່າ, “ຈົ່ງຕາມເຮົາມາ”.44ຟີລິບມາຈາກເບັດຊາອີດາ, ເມືອງຂອງອັນເດອາແລະເປໂຕ.45ຟີລິບໄດ້ພົບກັບນະທານາເອັນແລ້ວບອກກັບເຂົາວ່າ, “ເຮົາໄດ້ພົບພຣະອົງຜູ້ເຊິ່ງໂມເຊໄດ້ກ່າວເຖິງໃນພຣະບັນຍັດ, ແລະທີ່ພວກຜູ້ປະກາດພຣະທັມໄດ້ກ່າວເຖິງຄື: ພຣະເຢຊູລູກຂອງໂຢເຊັບ, ຈາກເມືອງນາຊາເຣັດ.”46ນະທານາເອັນເວົ້າກັບທ່ານວ່າ, “ມີສິ່ງດີອັນໃດທີ່ມາຈາກນາຊາເຣັດດ້ວຍຫລື?” ຟີລິບຕອບກັບເຂົາວ່າ, “ຈົ່ງມາແລະເບິ່ງເອົາເອງເຖີດ.”47ພຣະເຢຊູເບິ່ງເຫັນນະທານາເອັນກຳລັງມາຫາພຣະອົງ ຈິ່ງຊົງກ່າວເຖິງລາວວ່າ, “ເບິ່ງແມ, ຊົນຊາດອິຣາເອນທີ່ແທ້ຈິງ ຜູ້ເຊິ່ງບໍ່ມີອຸບາຍຫລອກຫລວງ.”48ນະທານາເອັນເວົ້າກັບພຣະອົງວ່າ, “ທ່ານຮູ້ຈັກຂ້ານ້ອຍດ້ວຍຫລື?” ພຣະເຢຊູຕອບລາວວ່າ, “ກ່ອນທີ່ຟີລິບຈະເອີ້ນທ່ານ, ເຮົາເຫັນທ່ານ, ຕອນທີ່ທ່ານຢູ່ກ້ອງຕົ້ນໝາກເດື່ອເທດ.”49ນະທານາເອັນທູນຕອບວ່າ, “ຮັບບີ, ພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ! ພຣະອົງຊົງເປັນກະສັດຂອງຊາດອິສຣາເອນ!”50ພຣະເຢຊູຕອບເພິ່ນວ່າ, “ເພາະເຮົາບອກກັບທ່ານວ່າ 'ເຮົາເຫັນທ່ານຢູ່ກ້ອງຕົ້ນໝາກເດື່ອ' ທ່ານຈຶ່ງເຊື່ອເຮົາຫລື? ທ່ານຈະເຫັນສິ່ງທີ່ຍິ່ງໃຫຍ່ກວ່ານີ້.”51“ແນ່ແທ້, ແນ່ແທ້, ເຮົາບອກກັບທ່ານວ່າ ທ່ານຈະໄດ້ເຫັນທ້ອງຟ້າສະຫວັນເປີດອອກ ແລະເທວະດາຂອງພຣະເຈົ້າ ຂຶ້ນໆ ລົງໆ ຢູ່ເທິງບຸດມະນຸດ.”
1ສາມວັນຕໍ່ມາ ມີງານສົມລົດທີ່ບ້ານການາໃນແຂວງຄາລີເລ ແລະມານດາຂອງພຣະເຢຊູກໍຢູ່ທີ່ນັ້ນນຳ.2ພຣະເຢຊູແລະເຫລົ່າສາວົກກໍໄດ້ຮັບເຊີນໄປໃນງານສົມຣົດດ້ວຍ.3ເມື່ອເຫລົ້າແວງຫມົດ, ມານດາຂອງພຣະເຢຊູມາທູນພຣະອົງວ່າ, “ພວກເຂົາບໍ່ມີເຫລົ້າແວງແລ້ວ.”4ພຣະເຢຊູຊົງຕອບນາງວ່າ, “ນາງເອີຍ, ທ່ານມາຫາເຮົາເຮັດຫຍັງ? ຍັງບໍ່ເຖິງເວລາຂອງເຮົາ.”5ມານດາຂອງພຣະອົງບອກກັບຄົນໃຊ້ວ່າ, “ບໍ່ວ່າພຣະອົງບອກອັນໃດແກ່ທ່ານ, ຈົ່ງເຮັດຕາມ.”6ຂະນະນັ້ນ ມີອ່າງຫີນຢູ່ທີ່ນັ້ນຫົກໜ່ວຍທີ່ເອົາໄວ້ໃຊ້ສຳລັບເຮັດພິທີຊຳຣະຂອງພວກຢິວ, ອ່າງແຕ່ລະໜ່ວຍສາມາດບັນຈຸນ້ຳໄດ້ແປດສິບເຖິງຮ້ອຍຊາວລິດ.7ພຣະເຢຊູຊົງບອກກັບພວກເຂົາວ່າ, “ຈົ່ງຕັກນ້ຳໃສ່ອ່າງແຕ່ລະໜ່ວຍໃຫ້ເຕັມ.” ພວກເຂົາຈິ່ງຕັກນ້ຳໃສ່ອ່າງເຫລົ່ານັ້ນເຕັມພຽງປາກອ່າງ.8ແລ້ວພຣະອົງຊົງບອກກັບພວກຄົນໃຊ້ວ່າ, “ຈົ່ງຕັກແລະນຳໄປໃຫ້ພະນັກງານເສີບເນີ” ພວກເຂົາກໍເຮັດຕາມ.9ຫົວໜ້າພະນັກງານເສີບຊີມນ້ຳລ້າທີ່ກາຍເປັນເຫລົ້າແວງນັ້ນ, ແຕ່ເພິ່ນບໍ່ຮູ້ວ່າເຫລົ້າແວງນັ້ນມາຈາກໃສ (ແຕ່ຄົນໃຊ້ທີ່ຕັກນ້ຳໄປໃຫ້ຫົວຫນ້ານັ້ນກໍຮູ້ດີ). ແລ້ວເພິ່ນຈຶ່ງເອີ້ນເຈົ້າບ່າວມາ10ແລ້ວເວົ້າກັບເຂົາວ່າ, “ທຸກຄົນເຄີຍເອົາເຫລົ້າແວງອັນດີມາໃຫ້ກ່ອນ, ແລ້ວຈິ່ງເອົາອັນບໍ່ດີມາໃຫ້ເມື່ອແຂກດື່ມ ໃຫ້ເມື່ອຄົນເມົາແລ້ວ. ແຕ່ທ່ານໄດ້ກັກເຫລົ້າແວງອັນດີໆ ໄວ້ຈົນເຖິງຕອນນີ້.”11ນີ້ຄືຫມາຍສຳຄັນຄັ້ງທຳອິດທີ່ພຣະເຢຊູເຮັດໃນບ້ານການາແຂວງຄາລີເລ, ແລະພຣະອົງໄດ້ຊົງສຳແດງຣິດທານຸພາບຂອງພຣະອົງ, ແລະ ພວກສາວົກກໍເຊື່ອໃນພຣະອົງ.12ຫລັງຈາກນັ້ນ, ພຣະເຢຊູ, ມານດາ, ແລະນ້ອງຊາຍຂອງພຣະອົງ, ແລະສາວົກຂອງພຣະອົງກໍລົງໄປຍັງເມືອງກາເປນາອູມ ພວກເຂົາຢູ່ທີ່ນັ້ນປະມານສອງສາມມື້.13ເມື່ອເທສະການປັດສະຄາຂອງຄົນຢິວໃກ້ເຂົ້າມາ, ແລະພຣະເຢຊູສະເດັດຂຶ້ນໄປຍັງນະຄອນເຢຣູຊາເລັມ.14ພຣະອົງໄດ້ພົບຄົນຂາຍ ງົວ, ແກະ, ແລະນົກເຂົາ, ແລະພວກຄົນແລກປ່ຽນເງິນກໍນັ່ງຢູ່ທີ່ນັ້ນດ້ວຍ.15ພຣະອົງຊົງເອົາເຊືອກມາເຮັດເປັນແສ້ ແລະຂັບໄລ່ຄົນເຫລົ່ານັ້ນອອກໄປຈາກບໍຣິເວນພຣະວິຫານ, ລວມທັງແກະແລະງົວດ້ວຍ. ພຣະອົງຊົງຖອກເງິນຂອງພວກແລກປ່ຽນເງິນແລະຂວ້ຳໂຕະຂອງພວກເຂົາ.16ແລ້ວພຣະອົງຊົງກ່າວແກ່ບັນດາຄົນທີ່ຂາຍນົກເຂົາວ່າ, “ເອົາຂອງເຫລົ່ານີ້ອອກໄປຈາກທີ່ນີ້ເສັຽ. ເຊົາເຮັດໃຫ້ທີ່ສະຖິດຂອງພຣະບິດາຂອງເຮົາໃຫ້ເປັນຕະຫລາດເສັຽເທາະ.”17ເຫລົ່າສາວົກຂອງພຣະອົງຣະນຶກເຖິງຄຳທີ່ໄດ້ຖືກຂຽນໄວ້ວ່າ, “ຄວາມຮ້ອນຮົນໃນເລື່ອງທີ່ສະຖິດຂອງພຣະອົງຈະເຜົາຜານພຣະອົງ.”18ແລ້ວພວກຢິວທີ່ມີອຳນາດກໍໂຕ້ຕອບກັບພຣະອົງວ່າ, “ທ່ານຈະສຳແດງຫມາຍສຳຄັນອັນໃດໃຫ້ແກ່ເຮົາ ໃນເມື່ອທ່ານເຮັດສິ່ງທັງປວງເຫລົ່ານີ້?”19ພຣະເຢຊູຕອບວ່າ, “ຖ້າມ້າງພຣະວິຫານນີ້ ແລ້ວເຮົາຈະສ້າງຂຶ້ນໃຫມ່ໃນສາມວັນ.”20ແລ້ວຄົນຢິວທີ່ມີອຳນາດກໍເວົ້າວ່າ, “ພຣະວິຫານນີ້ໃຊ້ເວລາສ້າງທັງຫມົດສີ່ສິບຫົກປີຈຶ່ງສຳເລັດ, ແຕ່ທ່ານຈະສ້າງຂຶ້ນໃຫມ່ໃນສາມວັນຫລື?”21ຢ່າງໃດກໍຕາມ, ພຣະວິຫານທີ່ພຣະອົງຫມາຍເຖິງນັ້ນຄືພຣະກາຍຂອງພຣະອົງ.22ເພາະເມື່ອພຣະອົງຟື້ນຂຶ້ນມາຈາກຄວາມຕາຍແລ້ວ, ພວກສາວົກຂອງພຣະອົງຈຶ່ງຣະນຶກເຖີງສິ່ງທີ່ພຣະອົງກ່າວໄວ້, ແລະພວກເຂົາໄດ້ເຊື່ອໃນພຣະຄັມພີ ແລະໃນຖ້ອຍຄຳນີ້ທີ່ພຣະອົງໄດ້ກ່າວເອົາໄວ້.23ເມື່ອພຣະອົງຍັງຢູ່ໃນນະຄອນເຢຣູຊາເລັມໃນຊ່ວງເທສະການປັດສະຄາ, ມີຫລາຍຄົນໄດ້ເຊື່ອໃນພຣະນາມຂອງພຣະອົງ ເມື່ອພວກເຂົາໄດ້ເຫັນຫມາຍສຳຄັນທີ່ພຣະອົງເຮັດ.24ແຕ່ພຣະເຢຊູບໍ່ໄວ້ໃຈພວກເຂົາ, ເພາະພຣະອົງຊົງຮູ້ຈັກພວກເຂົາທັງຫມົດ25ເພາະພຣະອົງບໍ່ຕ້ອງການໃຫ້ໃຜມາເປັນພະຍານແກ່ພຣະອົງດ້ວຍເລື່ອງຂອງມະນຸດ, ເພາະພຣະອົງຮູ້ວ່າມີອັນໃດຢູ່ໃນພວກເຂົາ.
1ຂະນະນັ້ນ ມີຟາຣີຊາຍທີ່ເປັນຜູ້ນຳຊາວຢິວຄົນໜຶ່ງ ຊື່ນີໂກເດມ.2ຊາຍຄົນນີ້ມາຫາພຣະເຢຊູໃນເວລາກາງຄືນແລະເວົ້າກັບພຣະອົງວ່າ, “ຮັບບີ, ພວກຂ້ານ້ອຍຮູ້ວ່າທ່ານເປັນອາຈານທີ່ມາຈາກພຣະເຈົ້າ, ເພາະບໍ່ມີຜູ້ໃດອາດສາມາດເຮັດການອັດສະຈັນເຫລົ່ານີ້ໄດ້ເຫມືອນທ່ານເຮັດຢູ່, ເວັ້ນແຕ່ຈາກພຣະເຈົ້າຈະຊົງສະຖິດຢູ່ກັບຜູ້ນັ້ນ.”3ພຣະເຢຊູຕອບເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ນອກເສັຽຈາກຄົນນັ້ນຈະບັງເກີດໃຫມ່, ເຂົາຈະບໍ່ສາມາດເຫັນຣາຊະອານາຈັກຂອງພຣະເຈົ້າ.”4ນີໂກເດມທູນກັບພຣະອົງວ່າ, “ຄົນເຮົາຈະບັງເກີດໃຫມ່ໄດ້ຢ່າງໃດ ຫາກເຂົາມີອາຍຸຫລາຍແລ້ວ? ເຂົາຈະກັບເຂົ້າໄປຢູ່ໃນທ້ອງມາດາເປັນເທື່ອທີ່ສອງ, ແລະເກີດໃຫມ່ໄດ້ຫລື?”5ພຣະເຢຊູຕອບວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ຖ້າຄົນນັ້ນບໍ່ເກີດໃຫມ່ໂດຍນ້ຳແລະພຣະວິນຍານ, ເຂົາບໍ່ສາມາດເຂົ້າໃນລາຊະອານາຈັກຂອງພຣະເຈົ້າໄດ້.6ສິ່ງຊຶ່ງເກີດຈາກເນື້ອກາຍກໍເປັນເນື້ອກາຍ, ສິ່ງຊຶ່ງເກີດຈາກພຣະວິນຍານກໍເປັນພຣະວິນຍານ.7ຢ່າປະຫລາດໃຈໃນສິ່ງທີ່ເຮົາກ່າວແກ່ທ່ານວ່າ 'ທ່ານຈະຕ້ອງບັງເກີດໃໝ່.8ລົມພັດໄປຕາມໃຈຂອງມັນ; ທ່ານໄດ້ຍິນສຽງຂອງລົມ, ແຕ່ທ່ານບໍ່ຮູ້ວ່າມັນມາຈາກໃສ ແລ້ວຈະໄປໃສ. ທຸກຄົນທີ່ບັງເກີດໃຫມ່ໂດຍພຣະວິນຍານກໍເປັນເຊັ່ນນັ້ນ.”9ນີໂກເດມຕອບພຣະອົງວ່າ, “ສິ່ງເຫລົ່ານີ້ຈະເກີດຂຶ້ນໄດ້ຢ່າງໃດ?”10ພຣະເຢຊູຕອບວ່າ, “ທ່ານເປັນອາຈານຂອງຄົນອິສຣາເອນ, ເຫດໃດທ່ານຈິ່ງຍັງບໍ່ເຂົ້າໃຈສິ່ງເຫລົ່ານີ້?11ເຮົາບອກຄວາມຈິງແກ່ທ່ານວ່າ, ເຮົາເວົ້າໃນສິ່ງທີ່ເຮົາຮູ້, ແລະເຮົາເປັນພະຍານໃນສິ່ງທີ່ພວກເຮົາໄດ້ເຫັນ. ແຕ່ເຖິງຢ່າງນັ້ນທ່ານກໍຍັງບໍ່ຍອມຮັບຄຳພະຍານຂອງເຮົາ.12ຖ້າເຮົາບອກທ່ານເຖິງສິ່ງຝ່າຍໂລກແລະທ່ານຍັງບໍ່ເຊື່ອ, ແລ້ວທ່ານຈະເຊື່ອເຮົາໄດ້ຢ່າງໃດ ຫາກເຮົາບອກທ່ານເຖິງສິ່ງທີ່ກ່ຽວກັບສະຫວັນ?13ບໍ່ມີຜູ້ໃດໄດ້ເຄີຍຂຶ້ນໄປສູ່ສະຫວັນ ຍົກເວັ້ນແຕ່ພຽງທ່ານຜູ້ນັ້ນທີ່ມາຈາກສະຫວັນ ຄືບຸດມະນຸດ.”14ເຫມືອນໂມເຊທີ່ໄດ້ຍົກງູຂຶ້ນໃນປ່າ, ບຸດມະນຸດກໍຈະຕ້ອງຖືກຍົກຂຶ້ນເຊັ່ນດຽວກັນ,15ເພື່ອທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບມີຊີວິດອັນຕະຫລອດໄປເປັນນິດ.16ເພາະວ່າພຣະເຈົ້າຊົງຮັກໂລກ ຈົນພຣະອົງໄດ້ປຣະທານພຣະບຸດພຽງອົງດຽວຂອງພຣະອົງ, ເພື່ອທຸກຄົນທີ່ເຊື່ອໃນພຣະອົງນັ້ນບຈະບໍ່ຕາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.17ເພາະວ່າພຣະເຈົ້າບໍ່ໄດ້ສົ່ງພຣະບຸດເຂົ້າມາໃນໂລກເພື່ອຈະລົງໂທດໂລກນີ້, ແຕ່ເພື່ອໂລກໃຫ້ລອດໂດຍຜ່ານທາງພຣະອົງ.18ຄົນທີ່ເຊື່ອໃນພຣະອົງຈະບໍ່ຖືກຕັດສິນໂທດ, ແຕ່ຄົນທີ່ບໍ່ເຊື່ອໃນພຣະອົງກໍໄດ້ຖືກຕັດສີນລົງໂທດແລ້ວ, ເພາະວ່າເຂົາບໍ່ເຊື່ອພຣະນາມພຣະບຸດອົງດຽວຂອງພຣະເຈົ້າ.19ນີ້ຄືສາເຫດຂອງການພິພາກສາຄື: ຄວາມສະຫວ່າງໄດ້ເຂົ້າມາໃນໂລກນີ້, ແລະມະນຸດນັ້ນຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງ ເພາະວ່າການກະທຳຂອງເຂົານັ້ນຊົ່ວຮ້າຍ.20ເພາະທຸກຄົນທີ່ເຮັດການຊົ່ວກໍຊັງຄວາມສະຫວ່າງ ແລະບໍ່ມາເຖິງຄວາມສະຫວ່າງ, ເພື່ອຄວາມຊົ່ວຂອງເຂົາຈະບໍ່ຖືກເປີດເຜີຍ.21ແຕ່ສຳລັບຄົນເຫລົ່ານັ້ນທີ່ປະພຶດຕາມຄວາມຈິງກໍຈະມາເຖິງຄວາມສະຫວ່າງ ເພື່ອທີ່ການກະທຳຂອງເຂົາທີ່ຈະໄດ້ສຳເລັດໃນພຣະເຈົ້າຈະໄດ້ປະກົດ."22ຫລັງຈາກນີ້, ພຣະເຢຊູແລະພວກສາວົກໄດ້ໄປຍັງແຂວງຢູດາຍ. ທີ່ນັ້ນພຣະອົງໃຊ້ເວລາກັບພວກສາວົກແລະໃຫ້ຮັບບັບຕິສະມາແກ່ພວກເຂົາ.23ໃນຂະນະນັ້ນໂຢຮັນກໍໃຫ້ຮັບບັບຕິສະມາຢູ່ທີ່ບ້ານໄອໂນນ ໃກ້ບ້ານຊາລາອິມ ເພາະທີ່ນັ້ນມີນ້ຳຫລາຍກວ່າ. ຜູ້ຄົນໄດ້ມາຫາເພິ່ນແລະຮັບບັບຕິສະມາ,24ເພາະໃນຕອນນັ້ນໂຢຮັນຍັງບໍ່ໄດ້ຖືກຄັງຄຸກ.25ເກີດການໂຕ້ແຍ້ງກັນຂຶ້ນລະຫວ່າງສາວົກບາງຄົນຂອງໂຢຮັນແລະຄົນຢິວດ້ວຍເລື່ອງພິທີຊຳຣະລ້າງ.26ພວກເຂົາໄປຫາໂຢຮັນແລະເວົ້າກັບທ່ານວ່າ, “ຮັບບີ, ຄົນນັ້ນທີ່ເຄີຍຢູ່ກັບທ່ານອີກຟາກຂອງແມ່ນ້ຳຢໍແດນ, ຄົນທີ່ທ່ານມາເພື່ອເປັນພະຍານ, ເຂົາກຳລັງໃຫ້ຮັບບັບຕິສະມາ, ແລະຄົນທັງຫມົດກໍກຳລັງໄປທີ່ນັ້ນ.”27ໂຢຮັນຕອບວ່າ, “ມະນຸດບໍ່ສາມາດຮັບສິ່ງໃດໄດ້ ນອກຈາກສິ່ງນັ້ນຖືກມອບແກ່ເຂົາຈາກສະຫວັນ.28ທ່ານເອງກໍສາມາດເປັນພະຍານເຖິງສິ່ງທີ່ເຮົາໄດ້ກ່າວວ່າ ‘ຂ້າພຣະເຈົ້າບໍ່ແມ່ນພຣະຄຣິດ,' ແຕ່ 'ຂ້າພຣະເຈົ້າໄດ້ຖືກສົ່ງມາກ່ອນທ່ານຜູ້ນັ້ນ.’29ເຈົ້າສາວເປັນຂອງເຈົ້າບ່າວສັນໃດ. ຂະນະນີ້ສະຫາຍຂອງເຈົ້າບ່າວທີ່ຢືນຢູ່ ແລະໄດ້ຍິນສຽງຂອງເຈົ້າບ່າວ ກໍຊື່ນຊົມຍິນດີຢ່າງຍິ່ງ ເພາະສຽງຂອງເຈົ້າບ່າວ ແລະຄວາມຊື່ນຊົມຍິນດີຂອງຂ້າພຣະເຈົ້າກໍຄົບຖ້ວນແລ້ວ.30ພຣະອົງຈະຕ້ອງສຳຄັນຫລາຍຂື້ນ, ແຕ່ຂ້າພຣະເຈົ້າຈະສຳຄັນຫນ້ອຍລົງ.”31ພຣະອົງຜູ້ມາຈາກເບື້ອງເທິງຊົງຢູ່ເຫນືອສິ່ງອື່ນໃດ. ຜູ້ທີ່ມາຈາກໂລກກໍຢູ່ຝ່າຍໂລກ ແລະກ່າວກ່ຽວກັບຝ່າຍໂລກ ພຣະອົງຜູ້ຊົງມາຈາກສະຫວັນ ກໍຢູ່ເຫນືອທຸກສິ່ງອື່ນໃດ.32ພຣະອົງຊົງເປັນພະຍານເຖິງສິ່ງທີ່ພຣະອົງໄດ້ເຫັນ ແລະໄດ້ຍິນ, ແຕ່ບໍ່ມີໃຜຍອມຮັບຄຳພະຍານຂອງພຣະອົງ.33ແຕ່ຄົນທີ່ຍອມຮັບຄຳພະຍານຂອງພຣະອົງກໍໄດ້ຢືນຢັນແລ້ວວ່າພຣະເຈົ້າຊົງເປັນຈິງ.34ເພາະຜູ້ທີ່ພຣະເຈົ້າໄດ້ສົ່ງມານັ້ນກໍກ່າວພຣະທັມຂອງພຣະເຈົ້າ. ເພາະພຣະອົງບໍ່ໄດ້ຮັບພຣະວິນຍານຢ່າງຈຳກັດ.35ພຣະບິດາຊົງຮັກພຣະບຸດແລະໄດ້ມອບທຸກຢ່າງໄວ້ໃນພຣະຫັດຂອງພຣະອົງ.36ຄົນທີ່ເຊື່ອໃນພຣະບຸດກໍໄດ້ຮັບຊີວິດອັນຕະຫລອດໄປເປັນນິດ, ແຕ່ສຳລັບຜູ້ທີ່ບໍ່ເຊື່ອຟັງພຣະບຸດນັ້ນຈະບໍ່ໄດ້ເຫັນຊີວິດ, ແຕ່ພຣະພິໂຣດຂອງພຣະເຈົ້າຈະຕົກຢູ່ກັບເຂົາ."
1ເມື່ອພຣະເຢຊູຮູ້ວ່າພວກຟາຣີຊາຍໄດ້ຍິນວ່າ ພຣະອົງມີຄົນຕິດຕາມ ແລະຮັບບັບຕິສະມາຫລາຍກວ່າໂຢຮັນ,2(ພຣະເຢຊູບໍ່ໄດ້ຊົງໃຫ້ບັບຕິສະມາເອງ ແຕ່ພວກສາວົກຂອງພຣະອົງເປັນຜູ້ໃຫ້),3ພຣະອົງຈຶ່ງອອກຈາກແຂວງຢູດາຍແລະກັບໄປຍັງແຂວງຄາລີເລອີກ.4ພຣະອົງຈຳເປັນຕ້ອງເດີນທາງຜ່ານແຂວງຊາມາເຣັຽ.5ເມື່ອພຣະອົງໄດ້ສະເດັດໄປເຖິງເມືອງຫນຶ່ງຂອງແຂວງຊາມາເຣັຽຊື່ເມືອງ ຊີຂາ, ຢູ່ໃກ້ກັບທີ່ດິນຊຶ່ງຢາໂຄບມອບໃຫ້ໂຢເຊັບລູກຊາຍຂອງຕົນ.6ທີ່ນັ້ນມີນ້ຳສ້າງຂອງຢາໂຄບ. ພຣະເຢຊູເມື່ອຍກັບການເດີນທາງ ຈຶ່ງນັ່ງພັກທີ່ຂ້າງນ້ຳສ້າງນັ້ນ. ຕອນນັ້ນເປັນເວລາທ່ຽງ.7ຍິງຊາວຊາມາເຣັຽຄົນຫນຶ່ງໄດ້ມາຕັກນ້ຳ, ແລະພຣະເຢຊູກ່າວກັບນາງວ່າ, “ເຮົາຂໍນໍ້າໃຫ້ເຮົາດື່ມແດ່ໄດ້ບໍ.”8ຂະນະນັ້ນພວກສາວົກຂອງພຣະອົງເຂົ້າໄປໃນເມືອງເພື່ອຊື້ອາຫານ.9ຍິງຊາວຊາມາເຣັຽທູນພຣະອົງວ່າ, “ດ້ວຍເຫດໃດທ່ານຜູ້ເປັນຄົນຢິວ, ມາຂໍດື່ມນ້ຳນຳຂ້ານ້ອຍຜູ້ເປັນຊາວຊາມາເຣັຽ?” ເພາະຄົນຢິວມັກບໍ່ຍຸ່ງກ່ຽວໃດໆກັບຄົນຊາມາເຣັຽ.10ພຣະເຢຊູຊົງຕອບນາງນັ້ນວ່າ, “ຖ້າເຈົ້າໄດ້ຮູ້ຈັກຂອງປຣະທານຂອງພຣະເຈົ້າແລະຜູ້ທີ່ກຳລັງເວົ້າກັບເຈົ້າວ່າ ‘ຂໍນ້ຳໃຫ້ເຮົາດື່ມ’ ເຈົ້າຄົງຈະຂໍຈາກທ່ານຜູ້ນັ້ນ, ແລະທ່ານຄົງຈະມອບນ້ຳແຫ່ງຊີວິດນັ້ນແກ່ເຈົ້າ.”11ຍິງນັ້ນຕອບພຣະອົງວ່າ, “ນາຍເອີຍ, ນາຍບໍ່ມີຄຸທີ່ຈະຕັກນໍ້າແລະນ້ຳສ້າງນີ້ກໍເລິກ. ແລ້ວນາຍຈະຫານ້ຳແຫ່ງຊີວິດນັ້ນມາແຕ່ໃສ?12ນາຍບໍ່ໄດ້ຍິ່ງໃຫຍ່ກວ່າຢາໂຄບບັນພະບຸຣຸດຂອງເຮົາ, ຜູ້ໄດ້ໃຫ້ນ້ຳສ້າງນີ້ແກ່ເຮົາແລະດື່ມ, ທັງຕົວທ່ານເອງ ທັງບັນດາລູກແລະຝູງສັດ.”13ພຣະເຢຊູຕອບຍິງນັ້ນວ່າ, “ທຸກຄົນທີ່ດື່ມນ້ຳຈາກບໍ່ນີ້ກໍຍັງຈະກະຫາຍນ້ຳອີກຄັ້ງ.14ແຕ່ໃຜກໍຕາມທີ່ດື່ມນ້ຳທີ່ເຮົາມອບໃຫ້, ເຂົາຈະບໍ່ກະຫາຍຫີວອີກເລີຍ, ເພາະນ້ຳຊຶ່ງເຮົາຈະໃຫ້ແກ່ເຂົານັ້ນຈະກາຍເປັນນ້ຳພຸໃນຕົວເຂົາ, ພຸ່ງຂຶ້ນເຖິງຊີວິດອັນຕະຫລອດໄປເປັນນິດ.”15ຍິງນັ້ນທູນພຣະອົງວ່າ, “ນາຍເອີຍ, ຂໍນ້ຳນັ້ນໃຫ້ຂ້ານ້ອຍເພື່ອຂ້ານ້ອຍຈະບໍ່ກະຫາຍແລະບໍ່ຕ້ອງມາຕັກທີ່ບໍ່ນີ້ອີກ.”16ພຣະເຢຊູບອກກັບຍິງນັ້ນວ່າ, “ຈົ່ງໄປເອີ້ນຜົວຂອງເຈົ້າແລະກັບມາທີ່ນີ້ອີກ.”17ຍິງນັ້ນຕອບວ່າ, “ຂ້ານ້ອຍບໍ່ມີຜົວ” ພຣະເຢຊູຕອບວ່າ, “ຖືກແລ້ວທີ່ເຈົ້າບອກວ່າ 'ຂ້ານ້ອຍບໍ່ມີຜົວ'.18ເພາະເຈົ້າໄດ້ມີຜົວມາຫ້າຄົນແລ້ວ, ແລະຄົນທີ່ເຈົ້າມີຕອນນີ້ກໍບໍ່ແມ່ນຜົວຂອງເຈົ້າ. ທີ່ເຈົ້າເວົ້ານັ້ນເປັນຄວາມຈິງ.”19ຍິງນັ້ນທູນພຣະອົງວ່າ, “ນາຍເອີຍ, ຂ້ານ້ອຍເຫັນແລ້ວວ່າ ທ່ານເປັນຜູ້ທຳນວາຍ.20ບັນພະບຸຣຸດຂອງພວກຂ້ານ້ອຍເຄີຍນະມັດສະການເທິງພູນີ້, ແຕ່ພວກທ່ານບອກວ່າເຢຣູຊາເລັມ ຄືສະຖານທີ່ທີ່ຄົນຈະໄປນະມັດສະການ.”21ພຣະເຢຊູກ່າວກັບນາງວ່າ, “ຈົ່ງເຊື່ອເຮົາເທາະ, ຍິງເອີຍ, ເວລານັ້ນມາເຖິງ ເມື່ອເຈົ້າຈະນະມັດສະການພຣະບິດາບໍ່ໄດ້ໃນທີ່ພູນີ້ ຫລື ທີ່ກຸງເຢຣູຊາເລັມ.22ເຈົ້ານະມັດສະການໃນສິ່ງທີ່ເຈົ້າບໍ່ຮູ້ຈັກ. ເຮົານະມັດສະການສິ່ງທີ່ເຮົາຮູ້ຈັກ, ເພາະຄວາມລອດພົ້ນນັ້ນມາຈາກຄົນຢິວ.23ແຕ່ຊົ່ວໂມງນັ້ນໃກ້ເຂົ້າມາແລ້ວ, ແລະຕອນນີ້ກໍມາເຖິງແລ້ວ, ເມື່ອຜູ້ທີ່ນະມັດສະການທີ່ແທ້ຈິງຈະນະມັດສະການພຣະບິດາໃນວິນຍານແລະໃນຄວາມຈິງ, ເພາະພຣະບິດາຊົງສະແຫວງຫາຄົນແບບນັ້ນທີ່ຈະນະມັດສະການພຣະອົງ.24ພຣະເຈົ້າເປັນພຣະວິນຍານແລະຜູ້ທີ່ນະມັດສະການພຣະອົງຕ້ອງນະມັດສະການໃນວິນຍານແລະໃນຄວາມຈິງ.”25ຍິງນັ້ນທູນພຣະອົງວ່າ, “ຂ້ານ້ອຍຮູ້ວ່າພຣະເມຊີອາ ກຳລັງສະເດັດມາ (ຜູ້ທີ່ເອີ້ນວ່າພຣະຄຣິດ). ເມື່ອພຣະອົງສເດັດມາ, ພຣະອົງຈະອະທິບາຍທຸກສິ່ງແກ່ພວກເຮົາ.”26ພຣະເຢຊູກ່າວກັບນາງວ່າ, “ເຮົາຜູ້ທີ່ເວົ້າກັບເຈົ້າຢູ່ຕອນນີ້, ຄືຜູ້ນັ້ນ.”27ເມື່ອພວກສາວົກຂອງພຣະອົງໄດ້ກັບມາ, ພວກເຂົາຕ່າງປະຫລາດໃຈວ່າເປັນຫຍັງພຣະອົງຈຶ່ງສົນທະນາກັບຜູ້ຍິງ, ແຕ່ບໍ່ມີໃຜຖາມວ່າ, “ພຣະອົງຕ້ອງການອັນໃດ?” ຫລື “ເຫດໃດພຣະອົງຈຶ່ງສົນທະນາກັບນາງ?”28ແລ້ວຍິງນັ້ນກໍປະຫມໍ້ນ້ຳຂອງນາງໄວ້ ແລ້ວກັບໄປໃນເມືອງ, ແລະ ບອກຄົນທັງປວງວ່າ,29“ຈົ່ງມາ, ມາເບິ່ງຊາຍຜູ້ຫນຶ່ງທີ່ບອກຂ້ອຍທຸກຢ່າງທີ່ຂ້ອຍເຄີຍເຮັດ. ພຣະອົງເປັນພຣະຄຣິດຫລືບໍ?”30ພວກເຂົາກໍອອກຈາກເມືອງໄປຫາພຣະອົງ.31ໃນລະຫວ່າງນັ້ນ, ພວກສາວົກກໍຊວນພຣະອົງ ເວົ້າວ່າ, “ຣັບບີ, ເຊີນຮັບປະທານອາຫານ.”32ແຕ່ພຣະອົງຕອບກັບພວກເຂົາວ່າ, “ເຮົາມີອາຫານທີ່ເຮົາກິນທີ່ພວກທ່ານບໍ່ຮູ້ຈັກ.”33ແລ້ວພວກສາວົກກໍເວົ້າກັນວ່າ, “ຍັງບໍ່ມີໃຜເອົາອາຫານມາໃຫ້ພຣະອົງແມ່ນບໍ?”34ພຣະເຢຊູກ່າວກັບພວກເຂົາວ່າ, “ອາຫານຂອງເຮົາຄືເຮົາຈະເຮັດຕາມພຣະທັຍຂອງຜູ້ທີ່ສົ່ງເຮົາມາ ແລະ ເຮັດງານຂອງພຣະອົງຜູ້ນັ້ນສຳເລັດ.35ທ່ານເວົ້າວ່າ 'ອີກຕັ້ງສີ່ເດືອນ ກວ່າຈະຮອດເວລາເກັບກ່ຽວ? ເຮົາບອກສິ່ງນີ້ກັບທ່ານວ່າ, ຈົ່ງເງີຍໜ້າເບິ່ງທົ່ງນາເຫລົ່ານັ້ນ, ພວກມັນພ້ອມທີ່ຈະຖືກເກັບກ່ຽວແລ້ວ!36ຜູ້ທີ່ກຳລັງເກັບກ່ຽວກໍໄດ້ຮັບຄ່າຈ້າງ ແລະຮີບໂຮມຜົນສຳລັບຊີວິດອັນຕະຫລອດໄປເປັນນິດ, ເພື່ອຜູ້ທີ່ຫວ່ານແລະຜູ້ເກັບກ່ຽວຈະໄດ້ຊົມຊື່ນຍິນດີຮ່ວມກັນ.37ເພາະມີຄຳກ່າວໄວ້ໃນນີ້ວ່າ ‘ຄົນຫນຶ່ງຫວ່ານແລະອີກຄົນຫນຶ່ງກ່ຽວ’ ກໍເປັນຈິງ.38ເຮົາສົ່ງທ່ານໄປເກັບກ່ຽວສິ່ງທີ່ທ່ານບໍ່ໄດ້ຫວ່ານ. ຄົນອື່ນໄດ້ເຮັດງານນັ້ນ, ແລະທ່ານກໍໄດ້ເຂົ້າມາຮ່ວມແຮງກັບຂອງພວກເຂົາ.”39ມີຊາວຊາມາເຣັຽຫລາຍຄົນໃນເມືອງນັ້ນເຊື່ອໃນພຣະອົງ ເພາະວ່າສິ່ງທີ່ຍິງຜູ້ນັ້ນໄດ້ເປັນພະຍານຢືນຢັນນວ່າ, “ທ່ານບອກຂ້ອຍເຖິງທຸກສິ່ງທີ່ຂ້ອຍໄດ້ເຮັດ.”40ເມື່ອຊາວຊາມາເຣັຽ ມາຫາພຣະອົງ, ພວກເຂົາຂໍໃຫ້ພຣະອົງພັກຢູ່ກັບພວກເຂົາ, ແລະພຣະອົງຈິ່ງພັກຢູ່ທີ່ນັ້ນສອງວັນ.41ມີຄົນອື່ນອີກຫລວງຫລາຍມາເຊື່ອດ້ວຍພຣະທັມຂອງພຣະອົງ.42ພວກເຂົາກ່າວກັບຍິງນັ້ນວ່າ, “ເຮົາບໍ່ໄດ້ເຊື່ອເພາະສິ່ງທີ່ເຈົ້າເວົ້າອີກຕໍ່ໄປ, ເພາະພວກເຮົາໄດ້ຍິນ, ແລະພວກເຮົາຮູ້ວ່າແທ້ຈິງແລ້ວທ່ານຜູ້ນີ້ຄືພຣະຜູ້ຊ່ວຍໃຫ້ລອດຂອງໂລກນີ້.”43ຫລັງຈາກນັ້ນສອງສາມມື້, ພຣະອົງສະເດັດອອກຈາກທີ່ນັ້ນໄປຍັງແຂວງຄາລີເລ.44ເພາະພຣະເຢຊູໄດ້ປະກາດເອງວ່າຜູ້ປະກາດພຣະທັມບໍ່ໄດ້ຮັບກຽດໃນບ້ານເກີດຂອງຕົນເອງ.45ເມື່ອພຣະອົງມາເຖິງແຂວງຄາລີເລ, ຊາວຄາລີເລໄດ້ຕ້ອນຮັບພຣະອົງ. ພວກເຂົາໄດ້ເຫັນສິ່ງສາຣະພັດທີ່ພຣະອົງຊົງກະທຳໃນເທສະການໃນເຢຣູຊາເລັມ, ເພາະພວກເຂົາກໍໄປໃນເທສະການເໝືອນກັນ.46ແລ້ວພຣະອົງໄດ້ສະເດັດກັບມາທີ່ບ້ານການາ ແຂວງຄາລີເລອີກຄັ້ງ, ບ່ອນທີ່ພຣະອົງໄດ້ປ່ຽນນ້ຳໃຫ້ກາຍເປັນເຫລົ້າແວງນັ້ນ. ທີ່ນັ້ນມີເສນາບໍດີຄົນຫນຶ່ງ ຊຶ່ງລູກຊາຍຂອງທ່ານກໍາລັງປ່ວຍຢູ່ທີ່ເມືອງກາເປນາອູມ.47ເມື່ອທ່ານໄດ້ຍິນຂ່າວວ່າພຣະເຢຊູໄດ້ສະເດັດຈາກແຂວງຢູດາຍມາເຖິງແຂວງຄາລີເລ, ທ່ານໄດ້ໄປຫາພຣະເຢຊູແລະຂໍໃຫ້ພຣະອົງໄປໂຜດຮັກສາລູກຂອງຕົນທີ່ກຳລັງຈະຕາຍ.48ແລ້ວພຣະເຢຊູຈິ່ງບອກກັບເພິ່ນວ່າ, “ຈົນກວ່າທ່ານຈະໄດ້ເຫັນຫມາຍສຳຄັນແລະການອັດສະຈັນ ທ່ານຈະບໍ່ເຊື່ອ.”49“ນາຍເອີຍ, ຂໍເຊີນໄປກ່ອນທີ່ລູກຂ້ານ້ອຍຈະຕາຍ.”50ພຣະເຢຊູບອກກັບທ່ານວ່າ, “ຈົ່ງໄປເຖີດ ລູກຂອງທ່ານຈະເຊົາດີ” ຊາຍຄົນນັ້ນເຊື່ອພຣະທັມທີ່ພຣະເຢຊູຊົງກ່າວແກ່ເພິ່ນ, ເພິ່ນຈິ່ງກັບໄປ.51ໃນຂະນະທີ່ທ່ານກຳລັງໄປ, ຄົນໃຊ້ຂອງເພິ່ນກໍມາຕ້ອນຮັບ, ແລ້ວບອກວ່າລູກຂອງທ່ານມີຊີວິດຢູ່.52ເພິ່ນຈຶ່ງຖາມຄົນໃຊ້ວ່າ ເປັນເວລາໃດທີ່ລູກຊາຍຂອງເພິ່ນເຊົາປ່ວຍ. ພວກເຂົາຕອບວ່າ, “ມື້ວານນີ້ເວລາປະມານບ່າຍໂມງທີ່ລາວເຊົາໄຂ້.”53ແລ້ວບິດາຂອງເດັກຄົນນັ້ນກໍ່ນຶກໄດ້ວ່າເປັນຊ່ວງເວລາທີ່ພຣະເຢຊູກ່າວກັບຕົນວ່າ, “ລູກຂອງທ່ານຈະມີຊີວິດຢູ່.” ທ່ານເອງແລະຄົນໃນຄອບຄົວຂອງທ່ານຕ່າງກໍຮັບເຊື່ອ.54ນີ້ເປັນຫມາຍສຳຄັນທີສອງທີ່ພຣະເຢຊູໄດ້ເຮັດ ຂະນະທີ່ພຣະອົງສະເດັດອອກຈາກແຂວງຢູດາຍໄປຍັງແຂວງຄາລີເລ.
1ຫລັງຈາກນັ້ນກໍມີງານເທສະການຂອງຄົນຢິວ, ພຣະເຢຊູຈິ່ງສະເດັດໄປຍັງນະຄອນເຢຣູຊາເລັມ.2ຂະນະນັ້ນໃກ້ໆ ກັບປະຕູແກະມີສະນ້ຳແຫ່ງຫນຶ່ງ ໃນພາສາເຮັບເຣີເອີ້ນວ່າ ເບັດສາທາ, ມີສາລາອ້ອມຢູ່ຫ້າຫລັງ.3ໃນສາລາເຫລົ່ານັ້ນມີຄົນປ່ວຍເປັນຈຳນວນຫລາຍຄືຄົນຕາບອດ, ຄົນຂາເສັ້ງ, ແລະຄົນອົງຄະລີບນອນຢູ່ [ຄອຍຖ້ານ້ຳເຟືອນ.4ດ້ວຍວ່າມີເທວະດາຄົນຫນຶ່ງຂອງພຣະຜູ້ເປັນເຈົ້າລົງມາກວນນ້ຳສະນັ້ນເປັນຍາມ ແລະເມື່ອນ້ຳເຟືອນຜູ້ໃດລົງໄປໃນນ້ຳກ່ອນກໍຫາຍຈາກພະຍາດທີ່ຕົນເປັນຢູ່ນັ້ນ].5ມີຊາຍຄົນຫນຶ່ງທີ່ຢູ່ນັ້ນ ລາວນອນປ່ວຍໄດ້ສາມສິບແປດປີມາແລ້ວ.6ເມື່ອພຣະເຢຊູເຫັນຄົນນັ້ນນອນຢູ່ ແລະຫລັງຈາກທີ່ພຣະອົງຮູ້ວ່າລາວເປັນຢູ່ຢ່າງນັ້ນເຫິງແລ້ວ ພຣະອົງກ່າວກັບລາວວ່າ, “ທ່ານຢາກຫາຍດີບໍ?”7ຊາຍປ່ວຍຄົນນັ້ນຕອບວ່າ, “ນາຍເຈົ້າເອີຍ, ບໍ່ມີໃຜຈະເອົາຂ້ານ້ອຍວາງລົງໄປໃນສະເມື່ອນ້ຳນັ້ນເຟືອນຂຶ້ນ. ເມື່ອຂ້ານ້ອຍຈະລົງໄປ ກໍມີຄົນອື່ນລົງໄປກ່ອນຂ້ານ້ອຍ.”8ພຣະເຢຊູບອກລາວວ່າ, “ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນ, ແລະຍ່າງໄປເຖີດ.”9ໃນທັນໃດນັ້ນຊາຍຄົນນັ້ນກໍເຊົາປ່ວຍ, ລາວລຸກຂື້ນແລະຍົກເອົາບ່ອນນອນຂອງຕົນແລະຍ່າງໄປ. ວັນນັ້ນເປັນສະບາໂຕ.10ພວກຢິວຈຶ່ງເວົ້າກັບຄົນທີ່ເຊົາປ່ວຍນັ້ນວ່າ, “ວັນນີ້ເປັນວັນສະບາໂຕ ຫ້າມບໍ່ໃຫ້ເຈົ້າແບກບ່ອນນອນຂອງເຈົ້າ.”11ລາວຕອບວ່າ, “ແຕ່ຊາຍຄົນທີ່ຮັກສາຂ້ານ້ອຍບອກຂ້ານ້ອຍ, ‘ລຸກຂື້ນແລະແບກບ່ອນນອນແລະຍ່າງໄປ’.”12ພວກເຂົາຖາມຊາຍຄົນນັ້ນວ່າ, “ຊາຍຄົນນັ້ນທີ່ບອກເຈົ້າວ່າ, ‘ຈົ່ງແບກບ່ອນນອນແລະຍ່າງໄປແມ່ໃຜ?”13ຢ່າງໃດກໍຕາມ ຄົນທີ່ໄດ້ດີພະຍາດນັ້ນ ບໍ່ຮູ້ວ່າແມ່ນໃຜທີ່ຮັກສາເຂົາ ເພາະວ່າພຣະເຢຊູໄດ້ຫລົບໄປແລ້ວ, ເພາະທີ່ນັ້ນມີຄົນຊຸມນຸມຢູ່ຫລາຍ.14ຫລັງຈາກນັ້ນ, ພຣະເຢຊູໄດ້ພົບຄົນນັ້ນທີ່ພຣະວິຫານແລະເວົ້າກັບລາວວ່າ, “ເບິ່ງແມ, ເຈົ້າເຊົາປ່ວຍແລ້ວ! ຢ່າເຮັດບາບອີກ, ເພື່ອວ່າສິ່ງຊົ່ວຮ້າຍຈະໄດ້ບໍ່ເກີດແກ່ທ່ານ.”15ຊາຍຜູ້ນັ້ນຈາກທີ່ນັ້ນໄປແລະໄປລາຍງານແກ່ພວກຢິວວ່າ ຜູ້ທີ່ຮັກສາຕົວເຂົາຄືພຣະເຢຊູ.16ດ້ວຍເຫດນີ້ ພວກຢິວຈຶ່ງຂົ່ມເຫັງພຣະເຢຊູ, ເພາະວ່າພຣະອົງຊົງເຮັດການນີ້ໃນວັນສະບາໂຕ.17ພຣະເຢຊູຕອບພວກເຂົາວ່າ, “ໃນຂະນະນີ້ ພຣະບິດາຂອງເຮົາກຳລັງເຮັດພາຣະກິດຢູ່, ແລະເຮົາເອງກໍເຮັດຢູ່ເຫມືອນກັນ.”18ເຫດສັນນັ້ນ, ພວກຢິວຈິ່ງຫາທາງທີ່ຈະຂ້າພຣະອົງ ເພາະນອກຈາກພຣະອົງຈະທຳລາຍກົດວັນສະບາໂຕແລ້ວ, ພຣະອົງຍັງເອີ້ນພຣະເຈົ້າວ່າເປັນພຣະບິດາຂອງຕົນເອງ, ຊຶ່ງເປັນການເຮັດຕົນສະເໝີພຣະເຈົ້າ.19ພຣະເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ພຣະບຸດຈະບໍ່ເຮັດສິ່ງໃດດ້ວຍຕົນເອງ ນອກຈາກສິ່ງທີ່ໄດ້ເຫັນພຣະບິດາເຮັດ, ບໍ່ວ່າພຣະບິດາກຳລັງເຮັດສິ່ງໃດ, ພຣະບຸດກໍເຮັດສິ່ງເຫລົ່ານັ້ນດ້ວຍ.20ເພາະວ່າພຣະບິດາຊົງຮັກພຣະບຸດແລະສຳແດງທຸກສິ່ງທີ່ພຣະອົງເຮັດໃຫ້ພຣະບຸດເຫັນ, ແລະພຣະບິດາຈະຊົງສຳແດງສິ່ງທີ່ຍິ່ງໃຫຍ່ກວ່ານີ້ແກ່ພຣະບຸດ ເພື່ອທີ່ທ່ານທັງຫລາຍຈະໄດ້ອັດສະຈັນໃຈ.21ເພາະພຣະບິດາຊົງບັນດານໃຫ້ຄົນຕາຍເປັນຄືນແລະໃຫ້ຊີວິດແກ່ພວກເຂົາສັນໃດ, ພຣະບຸດກໍໃຫ້ຊີວິດແກ່ຜູ້ທີ່ພຣະອົງປາຖນາສັນນັ້ນ.22ດ້ວຍວ່າພຣະບິດາບໍ່ໄດ້ພິພາກສາຜູ້ໃດ, ແຕ່ໄດ້ມອບການພິພາກສາທັງໝົດນັ້ນໄວ້ແກ່ພຣະບຸດ,23ເພື່ອທຸກຄົນຈະໄດ້ໃຫ້ກຽດແດ່ພຣະບຸດນັ້ນ ເໝືອນຢ່າງທີ່ພວກເຂົາໃຫ້ກຽດພຣະບິດາ. ແຕ່ຜູ້ໃດບໍ່ຖວາຍກຽດແດ່ພຣະບຸດ ກໍບໍ່ຖວາຍກຽດພຣະບິດາຜູ້ສົ່ງພຣະບຸດມາດ້ວຍ.24ເຮົາບອກຄວາມຈິງແກ່ທ່ານວ່າ, ຜູ້ໃດທີ່ຍິນຄຳຂອງເຮົາແລະເຊື່ອທ່ານຜູ້ນັ້ນທີ່ສົ່ງເຮົາມາມີຊີວິດອັນຕະຫລອດໄປເປັນນິດ ແລະບໍ່ເຂົ້າໃນການລົງໂທດ, ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ.25ເຮົາບອກຄວາມຈິງແກ່ທ່ານວ່າ, ເວລານັ້ນໃກ້ຈະເຖິງ ແລະບັດນີ້ກໍມາເຖິງແລ້ວ ເມື່ອຄົນຕາຍໄດ້ຍິນສຽງແຫ່ງພຣະບຸດຂອງພຣະເຈົ້າ ແລະຄົນເຫລົ່ານັ້ນທີ່ໄດ້ຍິນຈະມີຊີວິດ.26ເພາະວ່າໃນພຣະບິດານັ້ນຊົງມີຊີວິດໃນພຣະຊົນພຣະອົງຢ່າງໃດ, ພຣະອົງໄດ້ປຣະທານຊີວິດນັ້ນແກ່ພຣະບຸດ ເພື່ອໃຫ້ຊີວິດນັ້ນຢູ່ໃນພຣະບຸດຢ່າງນັ້ນ,27ແລະພຣະບິດາໄດ້ໃຫ້ສິດອຳນາດແກ່ພຣະບຸດເພື່ອເຮັດການພິພາກສານັ້ນ ເພາະພຣະອົງຊົງເປັນບຸດມະນຸດ.28ຢ່າປະຫລາດໃຈໃນເລື່ອງນີ້, ເພາະເວລານັ້ນຈະມາເຖິງ ເມື່ອທຸກຄົນທີ່ຢູ່ໃນຂຸມຝັງສົບຈະໄດ້ຍິນສຽງຂອງພຣະອົງ,29ແລະຈະອອກມາ: ສຳລັບຄົນເຫລົ່ານັ້ນທີ່ໄດ້ເຮັດການດີກໍຈະໄດ້ຟື້ນຄືນສູ່ຊີວິດ, ແຕ່ຄົນທີ່ໄດ້ເຮັດຄວາມຊົ່ວຮ້າຍຈະຄືນສູ່ການພິພາກສາລົງໂທດ.30ເຮົາບໍ່ໄດ້ເຮັດດ້ວຍຕົວເຮົາເອງ. ເຮົາໄດ້ຍິນຢ່າງໃດ, ເຮົາພິພາກສາຕາມນັ້ນ ແລະການພິພາກສາຂອງເຮົາກໍຊອບທັມ ເພາະວ່າເຮົາບໍ່ໄດ້ເຮັດຕາມນ້ຳໃຈຂອງເຮົາ ແຕ່ເຮົາເຮັດຕາມນ້ຳພຣະທັຍຂອງຜູ້ຊົງໃຊ້ເຮົາມາ.31ຫາກເຮົາເປັນພະຍານໃຫ້ຕົວເຮົາເອງ, ຄຳພະຍານຂອງເຮົານັ້ນກໍບໍ່ຈິງ.32ຈະມີອີກຜູ້ໜຶ່ງທີ່ມາເພື່ອເປັນພະຍານແກ່ເຮົາ, ແລະເຮົາຮູ້ວ່າຄຳພະຍານທີ່ເພິ່ນໄດ້ເວົ້າເຖິງເຮົາກໍເປັນຄວາມຈິງ.33ພວກທ່ານໄດ້ສົ່ງຄົນໄປຫາໂຢຮັນ, ແລະເພິ່ນໄດ້ຢືນຢັນຄວາມຈິງນີ້ແລ້ວ.34ແຕ່ຄຳພະຍານທີ່ເຮົາໄດ້ຮັບນັ້ນບໍ່ໄດ້ມາຈາກມະນຸດ, ເຮົາກ່າວຢ່າງນີ້ເພື່ອທີ່ທ່ານຈະໄດ້ລອດ.35ໂຢຮັນເປັນໂຄມທີ່ໄຕ້ໄວ້ແລະສ່ອງສະຫວ່າງຢູ່, ແລະທ່ານເອງກໍໄດ້ຊື່ນຊົມຍິນດີໃນຄວາມສະຫວ່າງນັ້ນຊົ່ວຂະນະຫນຶ່ງ.36ແຕ່ຄຳພະຍານທີ່ເຮົາມີນັ້ນກໍຍິ່ງໃຫຍ່ກວ່າຄຳພະຍານຂອງໂຢຮັນ, ເພາະການງານທີ່ພຣະບິດາໄດ້ມອບຫມາຍໃຫ້ເຮົາເຮັດໃຫ້ສຳເລັດທຸກຢ່າງ, ທີ່ເຮົາໄດ້ເຮັດກໍໄດ້ເປັນພະຍານເຖິງເຮົາ, ແລະເປັນພະຍານວ່າພຣະບິດາໄດ້ສົ່ງເຮົາມາ.37ພຣະບິດາຜູ້ສົ່ງເຮົາມາໄດ້ເປັນພະຍານໃຫ້ແກ່ເຮົາ, ພວກທ່ານເອງບໍ່ໄດ້ຍິນສຽງຫລືເຫັນພຣະອົງເລີຍ.38ພວກທ່ານບໍ່ມີຄຳຂອງພຣະອົງຢູ່ໃນຕົວຂອງພວກທ່ານ, ເພາະພວກທ່ານບໍ່ໄດ້ເຊື່ອໃນທ່ານຜູ້ນັ້ນທີ່ຖືກສົ່ງມາ.39ທ່ານຄົ້ນຫາໃນຂໍ້ພຣະທັມຄຳພີ ເພາະທ່ານຄຶດວ່າໃນຂໍ້ພຣະທັມຄຳພີນັ້ນມີຊີວິດອັນຕະຫລອດໄປເປັນນິດ, ແລະຂໍ້ພຣະຄັມພີນີ້ກໍໄດ້ເປັນພະຍານໃຫ້ແກ່ເຮົາ.40ແລະທ່ານກໍບໍ່ຢາກມາຫາເຮົາເພື່ອທ່ານຈະໄດ້ມີຊີວິດ.41ເຮົາບໍ່ໄດ້ຮັບການສັນຣະເສີນຈາກມະນຸດ.42ແຕ່ເຮົາຮູ້ວ່າທ່ານບໍ່ມີຄວາມຮັກຂອງພຣະເຈົ້າໃນຕົວທ່ານເອງ.43ເຮົາໄດ້ມາໃນພຣະນາມພຣະບິດາຂອງເຮົາ, ແຕ່ພວກທ່ານກໍບໍ່ໄດ້ຮັບເຮົາ. ຫາກມີອີກຄົນມາໃນນາມຂອງພວກເຂົາເອງ, ທ່ານຈະຮັບຜູ້ນັ້ນໄວ້.44ທ່ານຈະເຊື່ອໄດ້ຢ່າງໃດ, ເພາະພວກທ່ານສັນຣະເສີນກັນເອງ, ແຕ່ບໍ່ໄດ້ສະແຫວງຫາການສັນຣະເສີນ ທີ່ມາຈາກພຣະເຈົ້າແຕ່ພຽງອົງດຽວ?45ຢ່າຫາວ່າເຮົາໄດ້ກ່າວໂທດພວກທ່ານຕໍ່ພຣະບິດາ. ຄົນທີ່ກ່າວໂທດພວກທ່ານຄືໂມເຊ, ຄົນທີ່ທ່ານມອບຄວາມຫວັງໄວ້ກັບເຂົາ.46ຫາກທ່ານເຊື່ອໂມເຊ, ພວກທ່ານກໍຈະເຊື່ອເຮົາດ້ວຍ, ເພາະໂມເຊໄດ້ຂຽນກ່ຽວກັບເຮົາ.47ຫາກທ່ານບໍ່ເຊື່ອສິ່ງທີ່ໂມເຊຂຽນໄວ້, ແລ້ວພວກທ່ານຈະເຊື່ອຖ້ອຍຄຳຂອງເຮົາໄດ້ຢ່າງໃດ?”
1ຫລັງຈາກນັ້ນສິ່ງເຫລົ່ານີ້, ພຣະເຢຊູໄດ້ສະເດັດຂ້ວາມໄປອີກຟາກຂອງທະເລສາບຄາລີເລ ຫລືທີ່ເອີ້ນອີກຊື່ໜຶ່ງວ່າທະເລສາບຕີເບເຣັຽ.2ມີຝູງປະຊາຊົນເປັນຈຳນວນຫລວງຫລາຍຕິດຕາມພຣະອົງ, ເພາະເຂົາໄດ້ເຫັນໝາຍສຳຄັນທີ່ພຣະອົງຊົງເຮັດໃຫ້ແກ່ຄົນເຈັບປ່ວຍເຫລົ່ານັ້ນ.3ພຣະເຢຊູໄດ້ສະເດັດຂຶ້ນໄປຍັງພູແລະນັ່ງລົງກັບພວກສາວົກຂອງພຣະອົງ.4(ໃນຊ່ວງເວລານັ້ນເປັນເທສະການປັດສະຄາ, ແລະເທສະການຂອງຄົນຢິວແລ້ວ).5ເມື່ອພຣະເຢຊູຊົງເງີຍຫນ້າຂຶ້ນເບິ່ງເຫັນຄົນເປັນຈຳນວນຫລວງຫລາຍກຳລັງມາຫາພຣະອົງ, ພຣະອົງຊົງກ່າວກັບຟີລິບວ່າ, “ເຮົາຈະຊື້ອາຫານທີ່ໃດໃຫ້ຄົນເຫລົ່ານີ້ກິນ?”6(ພຣະອົງກ່າວຢ່າງນີ້ເພື່ອລອງໃຈຟີລິບ, ແຕ່ພຣະອົງຊົງຮູ້ຢູ່ແລ້ວວ່າພຣະອົງຈະເຮັດອັນໃດ).7ຟີລິບຕອບພຣະອົງວ່າ, “ສອງຮ້ອຍເດນາຣິອົນກໍບໍ່ພໍຊື້ອາຫານໃພວກເຂົາກິນແມ້ນແຕ່ຜູ້ລະເລັກລະຫນ້ອຍ.”8ສາວົກຄົນຫນຶ່ງຊື່ອັນເດອາ ນ້ອງຊາຍຂອງຊິໂມນເປໂຕ, ໄດ້ທູນພຣະອົງວ່າ,9“ມີເດັກນ້ອຍຄົນຫນຶ່ງມີເຂົ້າຈີ່ເຮັດດ້ວຍເຂົ້າຝ້າງຫ້າກ້ອນກັບປາສອງໂຕ, ແຕ່ຈະພໍກັບຄົນຫລວງຫລາຍປານນີ້ໄດ້ຢ່າງໃດ?”10ພຣະເຢຊູສັ່ງວ່າ, “ໃຫ້ຄົນເຫລົ່ານັ້ນນັ່ງລົງ” (ທີ່ນັ້ນມີຫຍ້າຫລາຍ) ພວກຜູ້ຊາຍຈຶ່ງນັ່ງລົງ, ມີປະມານຫ້າພັນຄົນ.11ແລ້ວພຣະເຢຊູກໍຈັບເຂົ້າຈີ່ແລະເມື່ອໂມທະນາຂອບພຣະຄຸນແລ້ວກໍແຈກແກ່ພວກຄົນທີ່ນັ່ງຢູ່ນັ້ນ ແລະກໍເຮັດຢ່າງດຽວກັນກັບປາດ້ວຍ, ແຈກໃຫ້ພວກເຂົາຫລາຍຕາມທີ່ພວກເຂົາຕ້ອງການ.12ເມື່ອຄົນໄດ້ຮັບປະທານຈົນອີ່ມ ພຣະອົງບອກພວກສາວົກຂອງພຣະອົງວ່າ, “ຈົ່ງເກັບເອົາເສດຕ່ອນເຂົ້າຈີ່ທີ່ເຫລືອ ເພື່ອບໍ່ໃຫ້ອັນໃດເສັຽເລີຍ.”13ພວກເຂົາຈິ່ງໄດ້ຮວບຮວມເສດເຂົ້າຈີ່ແລະລວມໄດ້ສິບສອງບຸງເຕັມຈາກເຂົ້າຈີ່ເຂົ້າຝ້າງຫ້າກ້ອນ ຊຶ່ງເປັນຕ່ອນເສດເຫລືອທີ່ທຸກຄົນໄດ້ກິນແລ້ວ.14ຫລັງຈາກນັ້ນ ເມື່ອພວກເຂົາໄດ້ເຫັນຫມາຍສຳຄັນທີ່ພຣະອົງໄດ້ເຮັດ, ພວກເຂົາເວົ້າວ່າ, “ແທ້ຈິງແລ້ວ, ນີ້ຄືຜູ້ປະກາດພຣະທັມທີ່ຈະມາໃນໂລກນີ້.”15ເມື່ອພຣະເຢຊູຊາບວ່າ ພວກເຂົາກຳລັງຈະມາຫາແລະເພື່ອບັງຄັບໃຫ້ພຣະອົງເປັນກະສັດຂອງພວກເຂົາ, ພຣະອົງຈຶ່ງແຍກຕົວອອກໄປຍັງພູເຂົາແຕ່ພຽງຜູ້ດຽວ.16ເມື່ອເຖິງເວລາແລງ, ພວກສາວົກຂອງພຣະອົງໄດ້ລົງໄປທີ່ທະເລ.17ພວກເຂົາຂື້ນເຮືອໄປ ເພື່ອຂ້ວາມຟາກໄປຍັງເມືອງກາເປນາອູມ. ຕອນນັ້ນກໍມືດຫລາຍແລ້ວ, ແລະພຣະເຢຊູກໍຍັງບໍ່ໄດ້ມາຫາພວກເຂົາ.18ແລ້ວລົມກໍເລີ້ມພັດແຮງ, ແລະທະເລກໍມີຄື້ນແຮງຂຶ້ນ.19ເມື່ອພວກເຂົາກຳລັງພາຍເຮືອໄປໄດ້ປະມານຫ້າກິໂລ, ພວກເຂົາເຫັນພຣະເຢຊູກຳລັງຍ່າງມາເທິງທະເລແລະມາໃກ້ເຮືອຫລາຍຂຶ້ນ, ແລະພວກເຂົາກໍເລີ້ມຢ້ານ.20ແຕ່ພຣະອົງກ່າວບອກກັບເຂົາວ່າ, “ແມ່ນເຮົາເອງ! ຢ່າຢ້ານເລີຍ.”21ແລ້ວພວກເຂົາກໍຍິນດີຮັບພຣະອົງຂຶ້ນເທິງເຮືອ, ແລະທັນໃດນັ້ນເຮືອຂອງພວກເຂົາກໍມາເຖິງເມືອງທີ່ພວກເຂົາກຳລັງຈະໄປ.22ວັນຕໍ່ມາ, ປະຊາຊົນທີ່ໄດ້ຢືນຄອຍຖ້າຢູ່ຟາກຂອງອີກທະເລເຫັນວ່າບໍ່ມີເຮືອລຳອື່ນ, ນອກຈາກລຳທີ່ຢູ່ທີ່ນັ້ນ ແຕ່ພຣະເຢຊູບໍ່ໄດ້ສະເດັດລົງເຮືອລຳນັ້ນໄປກັບພວກສາວົກ ມີແຕ່ພວກສາວົກຂອງພຣະອົງໄປເທົ່ານັ້ນ.23ແຕ່ກໍມີເຮືອລຳອື່ນຈາກເມືອງຕີເບເຣັຽມາຈອດໃກ້ບ່ອນທີ່ເຂົາໄດ້ກິນເຂົ້າຈີ່ ຫລັງຈາກທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງຂອບພຣະຄຸນ.24ເມື່ອຝູງປະຊາຊົນເຫັນວ່າພຣະເຢຊູແລະພວກສາວົກຂອງພຣະອົງບໍ່ໄດ້ຢູ່ທີ່ນັ້ນ, ພວກເຂົາຈຶ່ງຂຶ້ນເຮືອແລະໄປຍັງເມືອງ ກາເປນາອູມ ເພື່ອຊອກຫາພຣະເຢຊູ.25ເມື່ອພວກເຂົາພົບພຣະອົງອີກຟາກຂອງທະເລສາບ, ພວກເຂົາທູນພຣະອົງວ່າ, “ຣັບບີ, ທ່ານມາທີ່ນີ້ເມື່ອໃດ?”26ພຣະເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ທ່ານຊອກຫາເຮົາ ບໍ່ແມ່ນຍ້ອນພວກທ່ານໄດ້ເຫັນຫມາຍສຳຄັນ ແຕ່ເພາະພວກທ່ານໄດ້ກິນເຂົ້າຈີ່ຈົນອີ່ມ.27ຢ່າເຮັດວຽກເພື່ອອາຫານທີ່ເສື່ອມສູນໄດ້, ແຕ່ຈົ່ງເຮັດວຽກເພື່ອທີ່ຈະໄດ້ອາຫານ ທີ່ຕັ້ງຫມັ້ນຈົນເຖິງຊີວິດນິຣັນດອນ ທີ່ບຸດມະນຸດຈະໃຫ້ແກ່ທ່ານ, ເພາະວ່າພຣະເຈົ້າພຣະບິດາ ໄດ້ປຣະທັບຕາຫມາຍພຣະບຸດແລ້ວ.”28ພວກເຂົາຈຶ່ງທູນພຣະອົງວ່າ, “ພວກຂ້ານ້ອຍຈະຕ້ອງເຮັດປະການໃດ ຈຶ່ງຈະໄດ້ເຮັດວຽກງານຂອງພຣະເຈົ້າ?”29ພຣະອົງຕອບແກ່ພວກເຂົາວ່າ, “ງານຂອງພຣະເຈົ້າຄື: ການທີ່ທ່ານເຊື່ອວາງໃຈໃນຜູ້ນັ້ນທີ່ພຣະອົງໄດ້ສົ່ງມາ.”30ພວກເຂົາຈຶ່ງຖາມພຣະອົງວ່າ, “ແລ້ວພຣະອົງຈະເຮັດໝາຍສຳຄັນອັນໃດ ເພື່ອພວກຂ້ານ້ອຍຈະໄດ້ເຫັນແລະເຊື່ອໃນພຣະອົງ? ທ່ານຈະເຮັດສິ່ງໃດແດ່?31ບັນພະບຸຣຸດຂອງພວກຂ້ານ້ອຍໄດ້ກິນມານາໃນປ່າ ດັ່ງຄຳທີ່ຂຽນໄວ້ວ່າ, ‘ທ່ານໄດ້ໃຫ້ພວກເຂົາກິນອາຫານຈາກສະຫວັນ.’”32ແລ້ວພຣະເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ບໍ່ແມ່ນໂມເຊທີ່ໃຫ້ອາຫານນັ້ນຈາກສະຫວັນ, ແຕ່ເປັນພຣະບິດາຂອງເຮົາທີ່ໃຫ້ອາຫານທີ່ແທ້ຈິງຈາກສະຫວັນແກ່ພວກທ່ານ.33ເພາະວ່າອາຫານຂອງພຣະເຈົ້ານັ້ນ ຄືຜູ້ທີ່ລົງມາຈາກສະຫວັນແລະໃຫ້ຊີວິດແກ່ໂລກນີ້.”34ເຂົາເວົ້າກັບພຣະອົງວ່າ, “ນາຍເຈົ້າເອີຍ, ໄດ້ໂຜດໃຫ້ອາຫານນີ້ແກ່ພວກຂ້າຕະລອດໄປ.”35ພຣະເຢຊູບອກພວກເຂົາວ່າ, “ເຮົາເປັນອາຫານທິບແຫ່ງຊີວິດ, ຜູ້ທີ່ມາຫາເຮົາຈະບໍ່ຫິວ ແລະຜູ້ທີ່ເຊື່ອໃນເຮົາຈະບໍ່ກະຫາຍນ້ຳອີກເລີຍ.36ແຕ່ເຮົາບອກທ່ານວ່າ, ທ່ານໄດ້ເຫັນເຮົາແລ້ວ ແລະທ່ານບໍ່ເຊື່ອເຮົາ.37ທຸກຄົນທີ່ພຣະບິດາໄດ້ມອບໃຫ້ກັບເຮົາຈະມາຫາເຮົາ ແລະຜູ້ທີ່ມາຫາເຮົາ, ເຮົາຈະບໍ່ໂຍນເຂົາຖິ້ມອອກໄປ.38ເພາະເຮົາໄດ້ລົງມາຈາກສະຫວັນ ບໍ່ໄດ້ມາເຮັດຕາມຄວາມປະສົງຂອງເຮົາເອງ, ແຕ່ເຮັດຕາມພຣະປະສົງຂອງຜູ້ຊົງໃຊ້ເຮົາມາ.39ແລະນີ້ຄືພຣະປະສົງຂອງຜູ້ຊົງໃຊ້ເຮົາມາ ເພື່ອຈະບໍ່ໃຫ້ຄົນທັງປວງທີ່ມອບໄວ້ກັບເຮົາສູນຫາຍແມ້ແຕ່ຄົນດຽວ ແລ້ວພວກເຂົາຈະເປັນຄືນມາໃນວັນສຸດທ້າຍ.40ແລະນີ້ຄືພຣະປະສົງຂອງພຣະບິດາຂອງເຮົາ, ແລະທຸກຄົນທີ່ເຫັນພຣະບຸດ ແລະເຊື່ອໃນພຣະບຸດນັ້ນ ຈະໄດ້ມີຊີວິດອັນຕະຫລອດໄປເປັນນິດ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.”41ແລ້ວພວກຄົນຢິວກໍເລີ່ມຈົ່ມພຣະອົງທີ່ພຣະອົງໄດ້ເວົ້າວ່າ, “ເຮົາເປັນອາຫານທິບທີ່ໄດ້ລົງມາຈາກສະຫວັນ.”42ພວກເຂົາກ່າວວ່າ, “ນີ້ບໍ່ແມ່ນເຢຊູ ລູກຂອງໂຢເຊັບຫລື, ພໍ່ແມ່ຂອງລາວເຮົາກໍຮູ້ຈັກ? ເຫດໃດຄົນນີ້ຈຶ່ງເວົ້າວ່າ 'ເຮົາໄດ້ລົງມາຈາກສະຫວັນ'?"43ພຣະເຢຊູຊົງຕອບພວກເຂົາວ່າ, “ເຊົາຈົ່ມຖ່າມກາງພວກທ່ານເທາະ.44ບໍ່ມີຜູ້ໃດມາຫາເຮົາໄດ້, ຫາກພຣະບິດາຜູ້ຊົງໃຊ້ເຮົາມາບໍ່ໄດ້ນຳຄົນນັ້ນມາ ແລະເຮົາຈະໃຫ້ຜູ້ນັ້ນເປັນຄືນມາໃນວັນສຸດທ້າຍ.45ມີຜູ້ປະກາດພຣະທັມຂຽນໄວ້ວ່າ ‘ພຣະເຈົ້າຈະສັ່ງສອນພວກເຂົາທຸກຄົນ’ ທຸກຄົນທີ່ໄດ້ຍິນແລະຮຽນຈາກພຣະເຈົ້າກໍມາເຖິງເຮົາ.46ບໍ່ມີຜູ້ໃຜໄດ້ເຫັນພຣະບິດາ ນອກຈາກຜູ້ທີ່ມາຈາກພຣະເຈົ້າ ຄືຜູ້ນັ້ນແຫລະທີ່ເຄີຍເຫັນພຣະບິດາ.47ເຮົາບອກຄວາມຈິງກັບທ່ານວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີວິດອັນຕະຫລອດໄປເປັນນິດ.48ເຮົາເປັນອາຫານທິບແຫ່ງຊີວິດ.49ບັນພະບຸຣຸດຂອງທ່ານໄດ້ກິນມານາໃນປ່າ ແລະພວກເຂົາກໍຕາຍ.50ນີ້ຄືອາຫານທີ່ລົງມາຈາກສະຫວັນ ເພື່ອຜູ້ນັ້ນທີ່ໄດ້ກິນແລ້ວຈະບໍ່ຕາຍ.51ເຮົາເປັນອາຫານແຫ່ງຊີວິດທີ່ລົງມາຈາກສະຫວັນ, ຫາກໃຜໄດ້ກິນອາຫານນີ້, ຜູ້ນັ້ນຈະຢູ່ຕະລອດໄປເປັນນິດ. ອາຫານທີ່ເຮົາໃຫ້ແກ່ທ່ານນັ້ນຄືເນື້ອໜັງຂອງເຮົາເພື່ອຊີວິດຂອງໂລກນີ້.”52ຄົນຢິວທ່າມກາງພວກເຈົາກໍເລີ່ມໃຈຮ້າຍແລະໂຕ້ຖຽງວ່າ, “ຊາຍຄົນນີ້ຈະເອົາເນື້ອໜັງຂອງຕົນໃຫ້ເຮົາກິນໄດ້ຢ່າງໃດ?”53ພຣະເຢຊູກ່າວແກ່່ພວກເຂົາວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ນອກເສັຽຈາກທ່ານຈະກິນເນື້ອໜັງຂອງບຸດມະນຸດແລະດື່ມຈາກເລືອດຂອງພຣະອົງ, ທ່ານຈະບໍ່ມີຊີວິດໃນຕົວທ່ານເລີຍ.54ຜູ້ທີ່ກິນເນື້ອໜັງຂອງເຮົາແລະດື່ມເລືອດຂອງເຮົາ ຈະມີຊີວິດອັນຕະຫລອດໄປເປັນນິດ, ແລະເຮົາຈະໃຫ້ເຂົາເປັນຄືນມາໃນວັນສຸດທ້າຍ.55ເພາະເນື້ອໜັງຂອງເຮົາຄືອາຫານທີ່ແທ້ຈິງ, ແລະເລືອດຂອງເຮົາກໍເປັນຂອງດື່ມທີ່ແທ້ຈິງ.56ຜູ້ທີ່ກິນເນື້ອໜັງຂອງເຮົາແລະດື່ມເລືອດຂອງເຮົາ ກໍຈະຍັງຄົງໃນເຮົາແລະເຮົາຢູ່ໃນຜູ້ນັ້ນ.57ພຣະບິດາຜູ້ຊົງພຣະຊົນຢູ່ໄດ້ໃຊ້ເຮົາມາ ແລະເຮົາມີຊີວິດຢູ່ເພາະພຣະບິດາສັນໃດ, ຜູ້ນັ້ນທີ່ກິນເຮົາ ຜູ້ນັ້ນຈະມີຊີວິດຢູ່ໃນເຮົາສັນນັ້ນດ້ວຍ.58ນີ້ເປັນອາຫານຊຶ່ງລົງມາຈາກສະຫວັນ, ບໍ່ເໝືອນກັບອາຫານທີ່ພວກບັນພະບຸຣຸດຂອງທ່ານທັງຫລາຍໄດ້ກິນແລ້ວຕາຍໄປ ຜູ້ທີ່ກິນອາຫານນີ້ຈະມີຊີວິດສືບໄປ.59ພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ໃນໂຮງທັມມະເທສະໜາ ໃນຂະນະທີ່ພຣະອົງຊົງສັ່ງສອນຢູ່ເມືອງກາເປນາອູມ.60ເມື່ອພວກສາວົກຂອງພຣະອົງຫລາຍຄົນໄດ້ຍິນດັ່ງນັ້ນຈຶ່ງຖາມວ່າ, “ຄຳສອນນີ້ຍາກເຫລືອເກີນ ໃຜຈະຮັບຟັງໄດ້?”61ພຣະອົງຈຶ່ງກ່າວແກ່ພວກເຂົາວ່າ, “ເລື່ອງນີ້ໄດ້ເຮັດໃຫ້ພວກທ່ານສະດຸດໃຈຫລື?62ແລ້ວຖ້າຫາກທ່ານໄດ້ເຫັນບຸດມະນຸດສະເດັດຂຶ້ນເມືອໄປຍັງບ່ອນທີ່ທ່ານຢູ່ແຕ່ກ່ອນໜ້ານີ້ລະ?63ຄືພຣະວິນຍານທີ່ໃຫ້ຊີວິດ; ເນື້ອກາຍນັ້ນບໍ່ມີປະໂຫຍດອັນໃດ. ຄຳທີ່ເຮົາໄດ້ກ່າວແກ່ທ່ານນັ້ນຄືພຣະວິນຍານ ແລະຄຳເຫລົ່ານັ້ນເປັນຊີວິດ.64ຍັງມີບາງຄົນໃນພວກເຈົ້າທີ່ບໍ່ເຊື່ອ.” ເພາະພຣະເຢຊູຊົງຮູ້ແຕ່ເດີມແລ້ວວ່າໃຜຜູ້ໃດທີ່ບໍ່ເຊື່ອ ແລະຄົນໃດທີ່ຈະທໍຣະຍົດຕໍ່ພຣະອົງດ້ວຍ.65ພຣະອົງກ່າວວ່າ, “ເປັນເພາະເຫດນີ້, ເຮົາຈຶ່ງບອກທ່ານວ່າບໍ່ມີຜູ້ໃດຈະມາຫາເຮົາໄດ້ ນອກຈາກພຣະບິດາຈະປຣະທານຜູ້ນັ້ນມາ.”66ດ້ວຍເຫດນີ້, ມີລູກສິດຫລາຍຄົນໄດ້ລະຖິ້ມພຣະອົງແລະບໍ່ຕິດຕາມພຣະອົງອີກ.67ພຣະເຢຊູຈຶ່ງກ່າວກັບສາວົກສິບສອງຄົນວ່າ, “ພວກທ່ານບໍ່ຄິດຢາກຖອຍຈາກເຮົາໄປດ້ວຍຫລື?”68ຊີໂມນເປໂຕຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ມີໃຜທີ່ພວກຂ້ານ້ອຍຄວນຈະຕິດຕາມອີກຫລື? ພຣະອົງຊົງມີຖ້ອຍຄຳແຫ່ງຊີວິດອັນຕະຫລອດໄປເປັນນິດ.69ແລະພວກຂ້ານ້ອຍໄດ້ເຊື່ອແລະມາຮູ້ວ່າພຣະອົງຊົງເປັນອົງບໍຣິສຸດຂອງພຣະເຈົ້າແຕ່ພຽງຜູ້ດຽວ.”70ພຣະເຢຊູຊົງຕອບພວກເຂົາວ່າ, “ເຮົາໄດ້ເລືອກພວກທ່ານທັງສິບສອງຄົນໄວ້ບໍ່ແມ່ນຫລື, ແຕ່ໜຶ່ງໃນພວກທ່ານນັ້ນຄືມານຮ້າຍ?”71ທີ່ພຣະອົງກ່າວໝາຍເຖິງຢູດາລູກຊາຍຂອງຊີໂມນອິສະກາຣີອົດ, ເພາະເຂົາຄືຄົນທີ່ເປັນໜຶ່ງໃນສິບສອງຄົນ ທີ່ຈະທໍຣະຍົດຕໍ່ພຣະເຢຊູ.
1ຫລັງຈາກເຫດການເຫລົ່ານີ້ ພຣະເຢຊູໄດ້ສະເດັດໄປຍັງບ່ອນຕ່າງໆໃນແຂວງຄາລີເລ, ເພາະພຣະອົງບໍ່ປະສົງຈະໄປຍັງແຂວງຢູດາຍ, ເພາະພວກຢິວຫາໂອກາດທີ່ຈະຂ້າພຣະອົງ.2ເທສະການຕັ້ງທັບອາສັຍຂອງຊາດຢິວແລ້ວກໍໃກ້ຈະເຖິງ.3ພວກນ້ອງຊາຍຂອງພຣະອົງບອກກັບພຣະອົງວ່າ, “ທ່ານຈົ່ງອອກຈາກທີ່ນີ້ແລະໄປຍັງແຂວງຢູດາຍ ເພື່ອທີ່ພວກສາວົກຂອງທ່ານຈະໄດ້ເຫັນກິຈະການທີ່ທ່ານເຮັດ.4ບໍ່ຫ່ອນມີຜູ້ໃດເຮັດອັນໃດໃນທີ່ລັບຫາກຕົວຂອງເຂົາຢາກເປັນທີ່ປະກົດ, ຫາກທ່ານເຮັດການເຫລົ່ານີ້ ຈົ່ງສະແດງຕົວທ່ານຕໍ່ໂລກນີ້.”5ແມ້ແຕ່ພວກນ້ອງຊາຍຂອງພຣະອົງກໍບໍ່ເຊື່ອໃນພຣະອົງ.6ພຣະເຢຊູຈິ່ງເວົ້າກັບພວກເຂົາວ່າ, “ເວລາຂອງເຮົາຍັງບໍ່ເຖິງ ແຕ່ເວລາຂອງພວກເຈົ້ານັ້ນພ້ອມຢູ່ສະເໝີ.7ໂລກນີ້ຈະກຽດຊັງທ່ານບໍ່ໄດ້, ແຕ່ໂລກນີ້ຊັງເຮົາ ເພາະເຮົາໄດ້ເປັນພະຍານວ່າການງານຂອງໂລກນັ້ນຊົ່ວຮ້າຍ.8ທ່ານຈົ່ງຂຶ້ນໄປງານເທສະການນັ້ນ ແຕ່ເຮົາຈະຍັງບໍ່ຂຶ້ນໄປງານເທສະການ ເພາະວ່າຍັງບໍ່ເຖິງກຳນົດເວລາຂອງເຮົາ.”9ເມື່ອພຣະອົງຊົງກ່າວດັ່ງນັ້ນແກ່ພວກເຂົາແລ້ວ ພຣະອົງກໍປະທັບຢູ່ທີ່ແຂວງຄາລີເລ.10ເມື່ອພວກນ້ອງຊາຍຂອງພຣະອົງໄດ້ຂຶ້ນໄປຍັງງານເທສະການ, ພຣະອົງກໍສະເດັດໄປທີ່ງານເທສະການພາຍຫລັງຢ່າງລັບໆບໍ່ເປີດເຜີຍ.11ພວກຢິວນັ້ນກຳລັງຊອກຫາພຣະອົງແລະວ່າ, “ຄົນຜູ້ນັ້ນຢູ່ໃສ?”12ມີຫລາຍຄົນທ່າມກາງປະຊາຊົນກໍຊິ່ມກັນເຖິງເລື່ອງພຣະອົງ. ລາງຄົນເວົ້າວ່າ, “ຊາຍຄົນນີ້ເປັນຄົນດີ” ຄົນອື່ນວ່າ, “ບໍ່ແມ່ນ, ເພິ່ນກຳລັງເຮັດໃຫ້ຜູ້ຄົນຫລົງຜິດໄປ.”13ແຕ່ກໍຍັງບໍ່ມີໃຜກ້າເວົ້າເຖິງພຣະອົງຢ່າງເປີດເຜີຍ ເພາະພວກເຂົາຢ້ານພວກຢິວ.14ເມື່ອງານເທສະການຜ່ານແລ້ວເຄິ່ງໜຶ່ງ, ພຣະເຢຊູໄດ້ຂຶ້ນໄປຍັງພຣະວິຫານແລະເລີ້ມເທສະນາສັ່ງສອນ.15ແລ້ວພວກຢິວກໍເລີ້ມປະຫລາດໃຈເວົ້າກັນວ່າ, “ເປັນຫຍັງຊາຍຄົນນີ້ມີຄວາມຮູ້ຫລວງຫລາຍ? ລາວບໍ່ເຄີຍໄດ້ຮຽນມາກ່ອນແມ່ນບໍ?”16ພຣະເຢຊູຊົງຕອບພວກເຂົາວ່າ, “ຄຳສອນນີ້ບໍ່ແມ່ນຂອງເຮົາ, ແຕ່ເປັນຂອງຜູ້ຊົງໃຊ້ເຮົາມາ.17ຖ້າຫາກຜູ້ໃດຕ້ອງການທີ່ຈະເຮັດຕາມພຣະທັຍຂອງພຣະອົງ, ຜູ້ນັ້ນຈະຮູ້ຈັກຄຳສອນນີ້, ບໍ່ວ່າຄຳສອນນັ້ນມາຈາກພຣະເຈົ້າ ຫລືມາຈາກສິ່ງທີ່ເຮົາເວົ້າໂດຍຕົວຂອງເຮົາເອງ.18ຜູ້ໃດກໍຕາມທີ່ເວົ້າສິ່ງທີ່ອອກມາຈາກຕົວຂອງຕົນເອງ, ຜູ້ນັ້ນກໍເວົ້າເພື່ອສະແຫວງກຽດສຳລັບຕົນເອງ, ແຕ່ຜູ້ທີ່ສະແຫວງກຽດໃຫ້ພຣະອົງຜູ້ຊົງໃຊ້ຕົນມາ ຜູ້ນັ້ນແຫລະຄືຄົນຈິງ, ແລະບໍ່ມີຄວາມອະທັມໃນຕົວເລີຍ.19ໂມເຊບໍ່ໄດ້ໃຫ້ພຣະບັນຍັດແກ່ທ່ານຫລື? ແຕ່ບໍ່ມີຜູ້ໃດໃນພວກທ່ານເຮັດຕາມພຣະບັນຍັດນັ້ນໄດ້ເລີຍ. ພວກທ່ານຊອກຫາເພື່ອຂ້າເຮົາເຮັດຫຍັງ?”20ປະຊາຊົນຕອບວ່າ, “ເຈົ້າມີຜິຮ້າຍສິງຢູ່. ແມ່ນໃຜຊອກຫາຈະຂ້າເຈົ້າ?”21ພຣະເຢຊູຊົງຕອບພວກເຂົາວ່າ, “ເຮົາໄດ້ເຮັດກິຈະການອັນໜຶ່ງ ແລະພວກທ່ານກໍປະຫລາດໃຈເພາະເຫດການນັ້ນ.22ໂມເຊໄດ້ໃຫ້ພວກທ່ານເຂົ້າພິທີຕັດ (ບໍ່ແມ່ນວ່າສິ່ງນັ້ນມາຈາກໂມເຊ ແຕ່ມາຈາກບັນພະບຸຣຸດ) ແລະທ່ານກໍໃຫ້ຜູ້ຊາຍຮັບພິທີຕັດໃນວັນສະບາໂຕ.23ຖ້າຊາຍຄົນໃດຮັບພິທີຕັດໃນວັນສະບາໂຕ ເພື່ອບໍ່ໃຫ້ພຣະບັນຍັດຂອງໂມເຊເສັຽໄປ, ເປັນຫຍັງພວກທ່ານຈຶ່ງໃຈຮ້າຍທີ່ເຮົາໄດ້ຮັກສາຊາຍຄົນໜຶ່ງດີເປັນປົກກະຕິໃນວັນສະບາໂຕ?24ຢ່າຕັດສິນຕາມທີ່ເຫັນພາຍນອກ, ແຕ່ຈົ່ງຕັດສິນຢ່າງຍຸດຕິທັມ.”25ບາງຄົນໃນພວກເຂົາທີ່ມາຈາກນະຄອນເຢຣູຊາເລັມເລີ້ມເວົ້າວ່າ, “ບໍ່ແມ່ນຜູ້ນີ້ບໍທີ່ພວກເຂົາຊອກຫາເພື່ອຂ້າ?26ເບິ່ງແມ, ເພິ່ນກຳລັງກ່າວຢ່າງເປີດເຜີຍ ແຕ່ບໍ່ມີໃຜເວົ້າຫຍັງກ່ຽວກັບທ່ານເລີຍ. ເປັນໄປບໍ່ໄດ້ທີ່ພວກຈົ້ານາຍທີ່ຮູ້ວ່າຊາຍຄົນນີ້ແມ່ນພຣະຄຣິດ, ເປັນໄປໄດ້ຫລື?27ແຕ່ເຮົາຮູ້ວ່າທ່ານຄົນນີ້ມາແຕ່ໃສ, ແຕ່ເມື່ອພຣະຄຣິດສະເດັດມາ ຈະບໍ່ມີໃຜຮູ້ວ່າພຣະອົງມາແຕ່ໃສ?”28ແລະພຣະເຢຊູປະກາດອອກມາຂະນະທີ່ກຳລັງສັ່ງສອນໃນພຣະວິຫານແລະເວົ້າວ່າ, “ທ່ານທັງສອງຮູ້ຈັກເຮົາ ແລະຮູ້ວ່າເຮົາມາແຕ່ໃສ, ເຮົາບໍ່ໄດ້ມາໂດຍລຳພັງຂອງເຮົາເອງ ແຕ່ຜູ້ຊົງໃຊ້ເຮົາມານັ້ນສັດຈິງ, ແລະພວກທ່ານບໍ່ຮູ້ຈັກພຣະອົງ.29ເຮົາຮູ້ຈັກທ່ານຜູ້ນັ້ນ ເພາະວ່າເຮົາມາຈາກທ່ານຜູ້ນັ້ນຊົງໃຊ້ເຮົາມາ.”30ພວກເຂົາພະຍາຍາມທີ່ຈະຈັບພຣະອົງ, ແຕ່ວ່າບໍ່ມີຜູ້ໃດກ້າຍື່ນມືແຕະຕ້ອງພຣະອົງ ເພາະວ່າເວລາຂອງພຣະອົງຍັງບໍ່ມາເຖິງ.31ແຕ່ມີປະຊາຊົນຫລາຍຄົນເຊື່ອໃນພຣະອົງ ພວກເຂົາເວົ້າວ່າ, “ເມື່ອພຣະຄຣິດ ສະເດັດມາ, ທ່ານຈະເຮັດໝາຍສຳຄັນຫລາຍກວ່າຜູ້ນີ້ຫລື?”32ພວກຟາຣີຊາຍໄດ້ຍິນປະຊາຊົນກຳລັງຊິ່ມກັນເວົ້າເຖິງເລື່ອງພຣະເຢຊູ, ແລະພວກປະໂລຫິດຕົນໃຫຍ່ແລະພວກຟາຣີຊາຍໄດ້ໃຊ້ເຈົ້າໜ້າທີ່ໄປຈັບພຣະອົງ.33ແລ້ວພຣະເຢຊູຈຶ່ງກ່າວວ່າ, “ເຮົາຈະຢູ່ກັບທ່ານອີກໜ້ອຍໜຶ່ງ ແລ້ວເຮົາຈະກັບໄປຫາຜູ້ຊົງໃຊ້ເຮົາມາ.34ທ່ານຈະຊອກຫາເຮົາແຕ່ທ່ານຈະບໍ່ພົບເຮົາ; ບ່ອນທີ່ເຮົາໄປນັ້ນ ພວກທ່ານໄປບໍ່ໄດ້.”35ແລ້ວພວກຢິວຈຶ່ງເວົ້າກັນໃນກຸ່ມພວກເຂົາວ່າ, “ເພິ່ນຈະໄປໃສ ທີ່ເຮົາບໍ່ສາມາດໄປຫາລາວໄດ້? ເພິ່ນຈະເດີນທາງໄປຫາພວກຄົນທີ່ແຕກກະຈັດກະຈາຍໄປຢູ່ໃນຄົນຕ່າງຊາດເພື່ອສອນຄົນຕ່າງຊາດຫລື?36ຄຳນີ້ເປັນຢ່າງໃດໜໍທີ່ເພິ່ນກ່າວວ່າ ‘ທ່ານຈະຊອກຫາເຮົາແຕ່ຈະບໍ່ພົບເຮົາ, ບ່ອນເຮົາຢູ່ນັ້ນທ່ານຈະເຂົ້າໄປບໍ່ໄດ້’?”37ເມື່ອມາເຖິງວັນສຸດທ້າຍ ຄືວັນທີ່ຍິ່ງໃຫຍ່ຂອງເທສະການ, ພຣະເຢຊູຊົງຢືນຂື້ນແລະປະກາດວ່າ, “ຖ້າຜູ້ໃດກະຫາຍ ຈົ່ງໃຫ້ຜູ້ນັ້ນຈົ່ງມາຫາເຮົາແລະດື່ມ.38ຜູ້ທີ່ເຊື່ອໃນເຮົາເໝືອນທີ່ມີຄຳຂຽນໄວ້ວ່າ "ນໍ້າຂອງແມ່ນ້ຳອັນແຫ່ງຊີວິດຈະໄຫລອອກຈາກພາຍໃນຂອງເຂົາ.”39ແຕ່ພຣະເຢຊູຊົງກ່າວຢ່າງນີ້ໝາຍເຖິງພຣະວິນຍານ, ຄົນເຫລົ່ານັ້ນທີ່ເຊື່ອໃນພຣະອົງຈະໄດ້ຮັບ; ແຕ່ພຣະວິຍານຍັງບໍ່ໄດ້ມອບໄວ້, ເພາະວ່າພຣະເຢຊູຍັງບໍ່ໄດ້ຊົງຮັບສະຫງ່າຣາສີ.40ປະຊາຊົນບາງຄົນ ເມື່ອພວກເຂົາໄດ້ຍິນສິ່ງເຫລົ່ານີ້ກໍເວົ້າວ່າ, “ນີ້ເປັນຜູ້ປະກາດພຣະທັມ.”41ຄົນອື່ນເວົ້າວ່າ, “ນີ້ແມ່ນພຣະຄຣິດ” ແຕ່ບາງຄົນເວົ້າວ່າ, “ພຣະຄຣິດມາຈາກຄາລີເລບໍ່ແມ່ນຫລື?42ພຣະຄັມພີບໍ່ໄດ້ກ່າວເອົາໄວ້ຫລືວ່າພຣະຄຣິດນັ້ນຈະມາຈາກເຊື້ອວົງຂອງດາວິດແລະມາຈາກບ້ານເບັດເລເຮັມ ຄືບ້ານທີ່ດາວິດເຄີຍຢູ່?43ກໍເກີດການແບ່ງແຍກໃນບັນດາປະຊາຊົນເພາະພຣະອົງ.44ບາງຄົນຢາກຈະຈັບພຣະອົງ, ແຕ່ບໍ່ມີໃຜກ້າຍື່ນມືຈັບພຣະອົງ.45ແລ້ວພວກເຈົ້າໜ້າທີ່ຈຶ່ງກັບໄປຫາພວກປະໂລຫິດຕົນໃຫຍ່ແລະພວກຟາຣີຊາຍ ແລະພວກນັ້ນໄດ້ຖາມເຈົ້າໜ້າທີ່ວ່າ, “ເປັນຫຍັງຈຶ່ງບໍ່ຈັບມັນມາ?”46ເຈົ້າໜ້າທີ່ຕອບວ່າ, “ບໍ່ເຄີຍມີຜູ້ໃດເວົ້າຢ່າງນີ້ມາກ່ອນເລີຍ.”47ແລ້ວພວກຟາຣີຊາຍຕອບພວກເຂົາວ່າ, “ພວກເຈົ້າເອງກໍຖືກຊັກຫລອກເໝືອນກັນຫລື?48ມີພວກເຈົ້ານາຍຫລືພວກຟາຣີຊາຍຄົນໃດທີ່ເຊື່ອຄົນນັ້ນແດ່?49ແຕ່ປະຊາຊົນໝູ່ນີ້ບໍ່ຮູ້ຈັກພຣະບັນຍັດ ພວກເຂົາຖືກສາບແຊ່ງ.”50ນີໂກເດມ (ໜຶ່ງໃນພວກຟາຣີຊາຍຕົນໃຫຍ່, ຜູ້ທີ່ໄດ້ມາຫາພຣະອົງຄາວກ່ອນນີ້) ບອກພວກເຂົາວ່າ,51“ກົດໝາຍຂອງເຮົານັ້ນຈະຕັດສີນຄົນໃດກ່ອນທີ່ຈະໄດ້ຍິນຈາກເຂົາແລະຮູ້ວ່າເຂົາໄດ້ເຮັດອັນໃດຫລື?”52ພວກເຂົາກໍຕອບທ່ານວ່າ, “ທ່ານມາຈາກຄາລີເລດ້ວຍຫລື? ລອງໄປຫາເບິ່ງແລະທ່ານຈະຮູ້ວ່າບໍ່ມີຜູ້ປະກາດພຣະທັມຈັກຄົນມາຈາກຄາລີເລເລີຍ.”53[ແລ້ວພວກເຂົາກໍກັບໄປຍັງເຮືອນຂອງຕົນເອງ].
1ພຣະເຢຊູໄດ້ສະເດັດໄປຍັງພູໝາກກອກເທດ.2ໃນເວລາຮຸ່ງເຊົ້າ ພຣະອົງໄດ້ສະເດັດມາສັ່ງສອນທີ່ພຣະວິຫານອີກຄັ້ງ, ແລະຄົນທັງປວງກໍມາຫາພຣະອົງ; ພຣະອົງນັ່ງລົງ ແລະ ສັ່ງສອນພວກເຂົາ.3ພວກນັກທັມແລະພວກຟາຣີຊາຍ ໄດ້ພາຜູ້ຍິງຄົນໜຶ່ງທີ່ເຮັດຜິດຂໍ້ຫາຫລິ້ນຊູ້. ພວກເຂົາໄດ້ໃຫ້ຍິງນັ້ນຢືນຢູ່ຖ້າມກາງຝູງຊົນ.4ພວກເຂົາທູນພຣະອົງວ່າ, “ອາຈານເຈົ້າເອີຍ, ຍິງຄົນນີ້ຖືກຈັບເມື່ອກຳລັງຫລິ້ນຊູ້ຢູ່.5ໃນພຣະບັນຍັດໂມເຊສັ່ງໃຫ້ເອົາຫີນຄວ່າງໃສ່ຄົນຢ່າງນີ້; ທ່ານເດຈະວ່າຢ່າງໃດກັບຍິງຄົນນີ້?”6ພວກເຂົາເວົ້າຢ່າງນີ້ເພື່ອທົດລອງໃຫ້ພຣະອົງເຮັດຜິດເພື່ອຈະໄດ້ຫາເຫດຟ້ອງພຣະອົງ, ແຕ່ພຣະເຢຊູຊົງນ້ອມພຣະກາຍລົງແລະໃຊ້ນິ້ວພຣະຫັດຂຽນທີ່ດິນ.7ເມື່ອພວກເຂົາຍັງຄົງຖາມພຣະອົງອີກ, ພຣະອົງຊົງຢືນຂຶ້ນແລະກ່າວແກ່ເຂົາວ່າ, “ຜູ້ໃດໃນພວກເຈົ້າທີ່ບໍ່ມີຜິດບາບ ກໍໃຫ້ຜູ້ນັ້ນເອົາຫີນຄວ່າງໃສ່ຍິງນີ້ກ່ອນໝູ່.”8ແລ້ວພຣະອົງກໍຊົງນ້ອມພຣະກາຍລົງອີກຄັ້ງ ແລະ ເອົານີ້ວຂອງພຣະອົງຂຽນທີ່ດິນ.9ເມື່ອພວກເຂົາໄດ້ຍິນດັ່ງນັ້ນກໍເລີ່ມອອກໄປເທື່ອລະຄົນ, ເລີ້ມຕັ້ງແຕ່ຄົນແກ່ໄປ ຈົນໃນທີ່ສຸດກໍເຫລືອພຽງພຣະເຢຊູກັບຍິງຄົນນັ້ນທີ່ຖືກນຳມາໄວ້ຢູ່ເຄິ່ງກາງ.10ພຣະເຢຊູຊົງເງີຍຂຶ້ນແລະຖາມຍິງນັ້ນວ່າ, “ນາງເອີຍ, ຄົນທີ່ກ່າວຫາເຈົ້າໄປໃສໝົດແລ້ວ? ບໍ່ມີໃຜລົງໂທດເຈົ້າຫລື?”11ນາງທູນຕອບວ່າ, “ບໍ່ມີໃຜເລີຍ, ພຣະອົງເຈົ້າ” ພຣະເຢຊູຊົງກ່າວວ່າ, “ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ, ຈົ່ງໄປເສັຽເຖີດແລະຢ່າເຮັດຜິດອີກ.”]12ແລ້ວພຣະເຢຊູກ່າວກັບພວກເຂົາວ່າ, “ເຮົາເປັນຄວາມສະຫວ່າງຂອງໂລກ; ຜູ້ທີ່ຕາມເຮົາມາຈະບໍ່ທຽວໄປໃນທີ່ມືດ ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ.”13ພວກຟາຣີຊາຍກ່າວຕໍ່ພຣະອົງວ່າ, “ທ່ານເປັນພະຍານໃຫ້ແກ່ຕົວທ່ານເອງ; ຄຳພະຍານຂອງທ່ານກໍບໍ່ຈິງ.”14ພຣະເຢຊູຊົງຕອບເຂົາວ່າ, “ເຖິງແມ່ນວ່າເຮົາເປັນພະຍານດ້ວຍຕົວຂອງເຮົາເອງ, ຄຳພະຍານຂອງເຮົານັ້ນຈິງ, ເຮົາຮູ້ວ່າເຮົາມາແຕ່ໃສແລະກຳລັງຈະໄປທີ່ໃດ, ແຕ່ພວກທ່ານບໍ່ຮູ້ວ່າເຮົາມາແຕ່ໃສແລະຈະໄປທີ່ໃດ.15ພວກທ່ານຕັດສີນຕາມເນື້ອໜັງ; ແຕ່ເຮົາກໍບໍ່ຕັດສິນຜູ້ໃດເລີຍ.16ຖ້າຫາກເຮົາຕັດສິນ, ການຕັດສິນຂອງເຮົານັ້ນຈິງ, ເພາະວ່າບໍ່ໄດ້ມີເຮົາແຕ່ຜູ້ດຽວ, ແຕ່ເຮົາມີພຣະບິດາທີ່ຊົງໃຊ້ເຮົາມາດ້ວຍ.17ແມ່ນແລ້ວ ໃນກົດໝາຍຂອງທ່ານຂຽນໄວ້ວ່າ ຄຳພະຍານຂອງຄົນສອງຄົນກໍເປັນຄວາມຈິງ.18ເຮົາຄືຄົນນັ້ນທີ່ໄດ້ເປັນພະຍານເຖີງຕົວເຮົາເອງ, ແລະພຣະບິດາທີ່ຊົງໃຊ້ເຮົາມາກໍເປັນພະຍານເຖິງເຮົາ.”19ພວກເຂົາຈຶ່ງທູນກັບພຣະອົງວ່າ, “ພຣະບິດາຂອງທ່ານຢູ່ໃສ?” ພຣະເຢຊູຕອບວ່າ, “ທ່ານບໍ່ຮູ້ຈັກເຮົາຫລືພຣະບິດາຂອງເຮົາ, ຖ້າທ່ານຮູ້ຈັກເຮົາ ທ່ານກໍຮູ້ຈັກພຣະບິດາຂອງເຮົາເໝືອນກັນ.20ພຣະເຢຊູກ່າວຄຳເຫລົ່ານີ້ເປັນຄຳອຸປະມາໃນຂະນະທີ່ພຣະເຢຊູຊົງສັ່ງສອນໃນພຣະວິຫານແລະບໍ່ມີຜູ້ໃດຈັບພຣະອົງ ເພາະເວລາຂອງພຣະອົງຍັງບໍ່ເຖິງ.21ອີກຄັ້ງໜຶ່ງ ພຣະອົງກ່າວກັບພວກເຂົາອີກວ່າ, “ເຮົາຈະຈາກໄປ ພວກທ່ານຈະຊອກຫາເຮົາ ແລະຈະຕາຍໃນຄວາມຜິດບາບຂອງທ່ານ. ບ່ອນທີ່ເຮົາຈະໄປນັ້ນພວກທ່ານຈະໄປບໍ່ໄດ້.”22ພວກຢິວເວົ້າກັນວ່າ, “ລາວຈະຂ້າຕົວເອງຫລື? ລາວກ່າວວ່າ 'ບ່ອນທີ່ເຮົາຈະໄປນັ້ນພວກທ່ານໄປບໍ່ໄດ້'?”23ພຣະເຢຊູກ່າວກັບພວກເຂົາວ່າ, “ທ່ານມາຈາກເບື້ອງລຸ່ມ, ຝ່າຍເຮົາມາຈາກເບື້ອງເທິງ. ພວກທ່ານເປັນຂອງໂລກນີ້, ເຮົາບໍ່ເປັນຂອງໂລກນີ້.24ດ້ວຍເຫດນັ້ນ, ເຮົາບອກທ່ານວ່າ ທ່ານຈະຕາຍໃນຄວາມຜິດບາບຂອງທ່ານ, ນອກເສັຽຈາກທ່ານໄດ້ເຊື່ອເຮົາວ່າເປັນຜູ້ນັ້ນ, ທ່ານຈະຕາຍໃນບາບຂອງທ່ານ.”25ດັ່ງນັ້ນພວກເຂົາທູນຖາມພຣະອົງວ່າ, “ແລ້ວທ່ານເປັນໃຜ?” ພຣະເຢຊູຊົງຕອບກັບພວກເຂົາວ່າ, “ສິ່ງທີ່ເຮົາໄດ້ບອກທ່ານຕັ້ງແຕ່ຕົ້ນນັ້ນ.26ເຮົາມີຫລາຍປະການທີ່ຈະກ່າວກ່ຽວກັບພວກທ່ານ ແລະຕັດສິນພວກທ່ານ, ຢ່າງໃດກໍຕາມຜູ້ຊົງໃຊ້ເຮົາມານັ້ນຈິງ, ແລະສິ່ງທີ່ເຮົາໄດ້ຍິນຈາກທ່ານຜູ້ນັ້ນ ຄືສິ່ງເຫລົ່ານີ້ທີ່ເຮົາໄດ້ກ່າວແກ່ໂລກ.”27ພວກເຂົາບໍ່ໄດ້ເຂົ້າໃຈວ່າພຣະອົງກຳລັງກ່າວກັບເຂົາເຖິງເລື່ອງພຣະບິດາ.28ພຣະເຢຊູກ່າວວ່າ, “ເມື່ອທ່ານໄດ້ຍົກບຸດມະນຸດຂຶ້ນແລ້ວ, ທ່ານຈະຮູ້ວ່າເຮົາເປັນຜູ້ນັ້ນ, ແລະເຮົາບໍ່ໄດ້ເຮັດສິ່ງໃດດ້ວຍຕົວຂອງເຮົາ ທີ່ພຣະບິດາໄດ້ຊົງສອນເຮົາ, ເຮົາຈຶ່ງກ່າວສິ່ງເຫລົ່ານີ້.29ພຣະອົງຜູ້ຊົງໃຊ້ເຮົາມາກໍຊົງສະຖິດຢູ່ກັບເຮົາ, ແລະພຣະອົງບໍ່ໄດ້ຊົງປະເຮົາໄວ້ໃຫ້ຢູ່ຜູ້ດຽວ, ເພາະວ່າເຮົາເຮັດທຸກສິ່ງທີ່ພຣະບິດາຊອບພຣະທັຍຢູ່ສະເໝີ.”30ໃນຂະນະທີ່ພຣະອົງຊົງກ່າວຄຳເຫລົ່ານັ້ນ ຫລາຍຄົນໄດ້ເຊື່ອໃນພຣະອົງ.31ພຣະເຢຊູກ່າວແກ່ພວກຢິວທີ່ເຊື່ອໃນພຣະອົງວ່າ, “ຖ້າພວກທ່ານຕັ້ງໝັ້ນຄົງຢູ່ໃນຖ້ອຍຄຳຂອງເຮົາ, ພວກທ່ານກໍເປັນສາວົກຂອງເຮົາຢ່າງແທ້ຈິງ.32ແລະທ່ານຈະຮູ້ຈັກຄວາມຈິງ, ແລະຄວາມຈິງນັ້ນຈະປົດປ່ອຍໃຫ້ພວກທ່ານເປັນອິສຣະ.”33ພວກເຂົາຕອບພຣະອົງວ່າ, “ເຮົາເປັນເຊື້ອສາຍຂອງອັບຣາຮາມ, ແລະເຮົາບໍ່ເຄີຍເປັນຂ້ອຍຂ້າຂອງຜູ້ໃດຈັກເທື່ອ, ເປັນຫຍັງທ່ານຈຶ່ງເວົ້າວ່າ, ‘ທ່ານຈະເປັນອິສຣະ?’”34ພຣະເຢຊູຕອບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ພວກທ່ານວ່າ, ຜູ້ໃດກໍຕາມທີ່ເຄີຍເຮັດການຜິດບາບກໍເປັນຂ້ອຍຂ້າຂອງຄວາມບາບ.35ຂ້ອຍຂ້າບໍ່ຕັ້ງຢູ່ໃນຄົວເຮືອນຕະຫລອດໄປ, ແຕ່ບຸດກໍຕັ້ງຢູ່ຕະຫລອດໄປ.36ເຫດສັນນັ້ນ, ຖ້າພຣະບຸດຈະປົດປ່ອຍໃຫ້ທ່ານເປັນອິສຣະ, ພວກທ່ານກໍຈະເປັນອິສຣະຢ່າງແທ້ຈິງ.37ເຮົາຮູ້ຢູ່ວ່າທ່ານເປັນເຊື້ອສາຍຂອງອັບຣາຮາມ; ແຕ່ທ່ານຊອກຫາຈະຂ້າເຮົາ, ເພາະຖ້ອຍຄຳຂອງເຮົາບໍ່ໄດ້ຢູ່ໃນທ່ານ.38ເຮົາເວົ້າໃນສິ່ງທີ່ເຮົາເຫັນໃນພຣະບິດາ ແລະທ່ານກໍເຮັດໃນສິ່ງທີ່ທ່ານເຫັນຈາກພຣະບິດາດ້ວຍ.”39ພວກເຂົາຕອບພຣະອົງວ່າ, “ພໍ່ຂອງພວກເຮົາຄືອັບຣາຮາມ” ພຣະເຢຊູກ່າວແກ່ພວກເຂົາວ່າ, “ຫາກທ່ານເປັນລູກຫລານຂອງອັບຣາຮາມແລ້ວ, ທ່ານກໍຈະເຮັດງານຂອງອັບຣາຮາມ.40ແຕ່ຕອນນີ້ທ່ານຫາທີ່ຈະຂ້າເຮົາ, ຄືຊາຍຄົນນັ້ນຜູ້ໄດ້ບອກຄວາມຈິງແກ່ທ່ານ ຕາມທີ່ເຮົາໄດ້ຍິນມາຈາກພຣະບິດາ. ອັບຣາຮາມບໍ່ໄດ້ເຮັດເຊັ່ນນີ້.41ທ່ານຈົ່ງເຮັດງານຂອງບິດາ” ພວກເຂົາຈຶ່ງທູນຕອບວ່າ, “ເຮົາບໍ່ໄດ້ເກີດມາຈາກການຫລິ້ນຊູ້, ເຮົາມີບິດາອົງດຽວຄືພຣະເຈົ້າ.”42ພຣະເຢຊູບອກພວກເຂົາວ່າ, “ຖ້າພຣະເຈົ້າຊົງເປັນພຣະບິດາຂອງທ່ານ, ທ່ານຈະຮັກເຮົາ ເພາະເຮົາມາຈາກພຣະເຈົ້າແລະເຮົາຢູ່ທີ່ນີ້ ເພາະເຮົາບໍ່ໄດ້ມາດ້ວຍຕົວຂອງເຮົາເອງ ແຕ່ພຣະບິດາສົ່ງເຮົາມາ.43ເປັນຫຍັງທ່ານບໍ່ເຂົ້າໃຈຄຳເວົ້າຂອງເຮົາ? ນັ້ນເປັນເພາະທ່ານບໍ່ໄດ້ຍິນຄຳຂອງເຮົາ.44ທ່ານມາຈາກພໍ່ຂອງທ່ານຄືມານ, ແລະພວກທ່ານມີໃຈຢາກເຮັດຕາມຄວາມປາຖນາຂອງພໍ່ທ່ານ. ພໍ່ຂອງທ່ານເປັນຜູ້ຂ້າຄົນຕັ້ງແຕ່ເດີມມາແລ້ວ ແລະມັນບໍ່ໄດ້ຕັ້ງຢູ່ໃນຄວາມຈິງ, ເພາະວ່າໃນຕົວມັນບໍ່ມີຄວາມຈິງເລີຍ. ເມື່ອມັນເວົ້າຕົວະ ມັນກໍເວົ້າຕາມທັມະຊາດຂອງມັນ, ເພາະມັນເປັນຜູ້ເວົ້າຕົວະແລະເປັນພໍ່ຂອງການຕົວະ.45ແຕ່ເຮົາໄດ້ບອກຄວາມຈິງແກ່ພວກທ່ານ ແຕ່ພວກທ່ານບໍ່ໄດ້ເຊື່ອເຮົາ.46ຜູ້ໃດໃນພວກທ່ານທີ່ພົບຄວາມຜິດບາບໃນເຮົາ? ຖ້າເຮົາເວົ້າຄວາມຈິງ ເປັນຫຍັງທ່ານຈຶ່ງບໍ່ເຊື່ອເຮົາ?47ຄົນທີ່ເປັນຂອງພຣະເຈົ້າກໍຈະຟັງຄຳຂອງພຣະເຈົ້າ, ທ່ານບໍ່ຟັງຄຳເຫລົ່ານັ້ນ ເພາະທ່ານບໍ່ໄດ້ເປັນຂອງພຣະເຈົ້າ.”48ພວກຢິວຕອບພຣະອົງວ່າ, “ເຮົາບໍ່ໄດ້ບອກກັບທ່ານແທ້ໆບໍວ່າ, ທ່ານເປັນໄທຊາມາເຣຍແລະມີຜິຮ້າຍ?”49ພຣະເຢຊູຕອບເຂົາວ່າ, “ເຮົາບໍ່ມີມານຮ້າຍ ເຮົາຖວາຍກຽດແດ່ພຣະບິດາຂອງເຮົາ, ແຕ່ທ່ານບໍ່ໄດ້ໃຫ້ກຽດເຮົາ.50ເຮົາບໍ່ໄດ້ຊອກຫາກຽດສຳລັບເຮົາເອງ, ແຕ່ມີຜູ້ໜຶ່ງທີ່ຊອກຫາກຽດແລະການພິພາກສາ.51ເຮົາບອກຄວາມຈິງແກ່ພວກທ່ານ ຖ້າຫາກໃຜປະຕິບັດຕາມຄຳສອນຂອງເຮົາ, ຜູ້ນັ້ນຈະບໍ່ເຫັນຄວາມຕາຍ.”52ພວກຢິວບອກພຣະອົງວ່າ, “ຕອນນີ້ເຮົາຮູ້ແລ້ວວ່າທ່ານມີມານຮ້າຍສິງຢູ່, ອັບຣາຮາມແລະພວກປະກາດພຣະທັມກໍຕາຍໄປໝົດແລ້ວ; ແຕ່ທ່ານເວົ້າວ່າ ‘ຖ້າຜູ້ໃດປະຕິບັດຕາມຄຳສອນຂອງເຮົາຈະບໍ່ຕາຍ.’53ທ່ານບໍ່ຍິ່ງໃຫຍ່ກວ່າອັບຣາຮາມບິດາຂອງພວກເຮົາ ທີ່ຕາຍໄປແລ້ວນັ້ນຫລື? ພວກຜູ້ປະກາດພຣະທັມກໍຕາຍແລ້ວເໝືອນກັນ. ແລ້ວທ່ານຈະອວດອ້າງວ່າທ່ານເປັນຜູ້ໃດນອກເໜືອຈາກຄົນເຫລົ່ານີ້?”54ພຣະເຢຊູຕອບວ່າ, “ຖ້າເຮົາໃຫ້ກຽດແກ່ຕົວເຮົາເອງ, ກຽດຂອງເຮົາກໍບໍ່ມີຄ່າຫຍັງ; ຄືພຣະບິດາທີ່ໄດ້ໃຫ້ກຽດແກ່ເຮົາ ແລະຄົນທີ່ທ່ານເວົ້ານັ້ນກໍຄືພຣະເຈົ້າຂອງພວກທ່ານ.55ພວກທ່ານບໍ່ຮູ້ຈັກພຣະອົງ ແຕ່ເຮົາຮູ້ຈັກທ່ານຜູ້ນັ້ນ, ຖ້າຫາກເຮົາຈະເວົ້າວ່າ 'ເຮົາບໍ່ຮູ້ຈັກທ່ານຜູ້ນັນ' ເຮົາກໍເປັນຄົນທີ່ເວົ້າຕົວະ. ຢ່າງໃດກໍຕາມ, ເຮົາຮູ້ຈັກພຣະອົງແລະປະພຶດຕາມພຣະທັມຂອງພຣະອົງ.56ອັບຣາຮາມບິດາຂອງທ່ານຈະຊົມຊຶ່ນຍິນດີທີ່ໄດ້ເຫັນເຮົາ ໃນວັນນີ້ທ່ານໄດ້ເຫັນແລະຍິນດີ.”57ພວກຢິວບອກກັບພຣະອົງວ່າ, “ທ່ານອາຍຸຍັງບໍ່ເຖິງຫ້າສິບປີ, ແຕ່ທ່ານໄດ້ເຫັນອັບຣາຮາມຫລື?”58ພຣະເຢຊູບອກກັບເຂົາວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ກ່ອນອັບຣາຮາມເກີດ ເຮົາຢູ່ທີ່ນັ້ນ.”59ພວກເຂົາເລີ່ມຈັບກ້ອນຫີນເພື່ອຈະຄວ່າງໃສ່ພຣະອົງ, ແຕ່ພຣະອົງຫລົບໜີແລະອອກໄປຈາກພຣະວິຫານຢ່າງລັບໆ.
1ບັດນີ້ ຂະນະທີ່ພຣະເຢຊູກຳລັງສະເດັດຜ່ານໄປ ພຣະອົງເຫັນຊາຍຄົນໜຶ່ງຕາບອດຕັ້ງແຕ່ເກີດ.2ພວກສາວົກຂອງພຣະອົງຖາມພຣະອົງວ່າ, “ອາຈານເຈົ້າເອີຍ, ຜູ້ໃດໄດ້ເຮັດບາບ ຊາຍຄົນນີ້ຫລືພໍ່ແມ່ຂອງລາວ ທີ່ເຮັດໃຫ້ລາວເກີດມາຕາບອດ?”3ພຣະເຢຊູຕອບວ່າ, “ບໍ່ແມ່ນຊາຍຄົນນີ້ຫລືພໍ່ແມ່ຂອງລາວໄດ້ເຮັດບາບ, ແຕ່ເພື່ອໃຫ້ພຣະຣາຊະກິດທັງສິ້ນຂອງພຣະເຈົ້າຈະໄດ້ເປີດເຜີຍໃນຕົວລາວ.4ພວກເຮົາຕ້ອງເຮັດພຣະຣາຊະກິດຂອງພຣະອົງຜູ້ຊົງໃຊ້ເຮົາມາ ໃນຂະນະທີ່ເປັນກາງເວັນຢູ່, ເມື່ອເຖິງເວລາກາງຄືນກໍຈະບໍ່ມີຜູ້ໃດອາດເຮັດວຽກໄດ້.5ຂະນະທີ່ເຮົາຍັງຢູ່ໃນໂລກນີ້, ເຮົາເປັນຄວາມສະຫວ່າງຂອງໂລກ.”6ຫລັງຈາກທີ່ພຣະເຢຊູກ່າວສິ່ງເຫລົ່ານີ້, ພຣະອົງຖົ່ມນ້ຳລາຍລົງດິນ ໃຊ້ນ້ຳລາຍປະສົມດິນເປັນຕົມແລ້ວທາໃສ່ຕາຂອງຄົນຕາບອດ.7ພຣະອົງກ່າວຕໍ່ຄົນນັ້ນວ່າ, “ຈົ່ງໄປລ້າງອອກທີ່ສະຊີໂລອາມ (ຊຶ່ງແປວ່າສົ່ງໄປ)” ຊາຍຄົນນັ້ນຈຶ່ງໄປລ້າງ ແລະກັບມາກໍເຫັນຮຸ່ງໄດ້.8ຈາກນັ້ນເພື່ອນບ້ານຂອງຊາຍຄົນນັ້ນແລະບັນດາຄົນທີ່ເຄີຍເຫັນຊາຍຄົນນີ້ກ່ອນໜ້ານີ້ຕອນທີ່ລາວເປັນຄົນຂໍທານເວົ້າວ່າ, “ຜູ້ນີ້ບໍ່ແມ່ນຄົນທີ່ເຄີຍນັ່ງຂໍທານນັ້ນຫລື?”9ບາງຄົນເວົ້າວ່າ, “ລາວແມ່ນຄົນນັ້ນ” ແຕ່ຄົນອື່ນກໍວ່າ, “ບໍ່ແມ່ນ ແຕ່ລາວເປັນຄືກັບຄົນນັ້ນ,” ແຕ່ຊາຍຄົນນັ້ນເວົ້າວ່າ,”ແມ່ນຂ້າພຣະເຈົ້າເອງ.”10ພວກເຂົາເວົ້າກັບຄົນນັ້ນວ່າ, “ແລ້ວຕາຂອງເຈົ້າເຊົາບອດໄດ້ຈັ່ງໃດ?”11ລາວຕອບວ່າ, “ຊາຍຄົນໜຶ່ງຊື່ວ່າເຢຊູ ເຮັດຂີ້ຕົມຂຶ້ນມາແລະທາໃສ່ຕາຂອງເຮົາ, ແລະບອກກັບຂ້າພຣະເຈົ້າວ່າ ‘ໄປທີ່ສະຊີໂລອາມແລະລ້າງອອກ' ຂ້າພຣະເຈົ້າຈິ່ງໄປທີ່ນັ້ນແລະລ້າງອອກ ແລະຂ້າພຣະເຈົ້າກໍເບິ່ງເຫັນຮຸ່ງໄດ້.”12ເຂົາເວົ້າກັບຊາຍຄົນນັ້ນວ່າ, “ທ່ານຜູ້ນັ້ນຢູ່ໃສ” ລາວຕອບວ່າ, “ເຮົາບໍ່ຮູ້.”13ພວກເຂົາຈຶ່ງພາຄົນນັ້ນທີ່ເຄີຍຕາບອດໄປຫາພວກຟາຣີຊາຍ.14ວັນທີ່ພຣະເຢຊູຊົງເຮັດຕົມທາຕາຊາຍຕາບອດແລະເຮັດໃຫ້ລາວເຊົາຕາບອດນັ້ນແມ່ນວັນສະບາໂຕ.15ແລ້ວພວກຟາຣີຊາຍຈຶ່ງຖາມຊາຍຄົນນັ້ນອີກວ່າ ລາວເບິ່ງເຫັນໄດ້ຈັ່ງໃດ. ລາວບອກກັບພວກເຂົາວ່າ, “ເພິ່ນໄດ້ເອົາຂີ້ຕົມທາຕາຂອງຂ້ານ້ອຍ, ແລ້ວຂ້ານ້ອຍໄດ້ໄປລ້າງອອກ ແລະດຽວນີ້ຂ້ານ້ອຍກໍເຫັນຮຸ່ງ.”16ບາງຄົນໃນພວກຟາຣີຊາຍເວົ້າວ່າ, “ຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າ ເພາະວ່າເພິ່ນບໍ່ຖືຮັກສາວັນສະບາໂຕ” ຄົນອື່ນໆ ເວົ້າວ່າ, “ເປັນຫຍັງຊາຍຜູ້ເປັນຄົນບາບຄືເຮັດໝາຍສຳຄັນແນວນີ້ໄດ້?” ຈິ່ງມີການແບ່ງແຍກໃນພວກເຂົາ.17ພວກເຂົາຈຶ່ງຖາມຊາຍຄົນຕາບອດອີກເທື່ອໜຶ່ງວ່າ, “ເຈົ້າເດເວົ້າຢ່າງໃດໃນເມື່ອເພິ່ນເຮັດໃຫ້ເຈົ້າເຊົາຕາບອດ?” ຊາຍຄົນຕາບອດຕອບວ່າ, “ທ່ານເປັນຜູ້ປະກາດພຣະທັມ.”18ຄົນຢິວຍັງຄົງບໍ່ເຊື່ອວ່າຊາຍຄົນນັ້ນເຄີຍຕາບອດແລະເຊົາຕາບອດແລ້ວ, ຈົນກະທັ້ງເຂົາໄດ້ເອີ້ນພໍ່ແມ່ຂອງຊາຍຕາບອດທີ່ໄດ້ຮັບໂຜດໃຫ້ເບີ່ງເຫັນມາ.19ພວກເຂົາຖາມພໍ່ແມ່ວ່າ, “ນີ້ເປັນລູກຊາຍຂອງໝູ່ເຈົ້າທີ່ໝູ່ເຈົ້າບອກວ່າເປັນຕາບອດແຕ່ເກີດແມ່ນບໍ? ແລ້ວຕອນນີ້ລາວເບິ່ງເຫັນໄດ້ຢ່າງໃດ?”20ພໍ່ແມ່ຂອງຜູ້ນັ້ນຕອບວ່າ, “ພວກຂ້ານ້ອຍຮູ້ວ່າຜູ້ນີ້ເປັນລູກຂອງຂ້ານ້ອຍແລະລາວເກີດມາຕາບອດ.21ຕອນນີ້ລາວເຫັນຮຸ່ງໄດ້ຢ່າງໃດ ເຮົາບໍ່ຮູ້, ຊາຍຄົນທີ່ເປີດຕາລາວ ພວກຂ້ານ້ອຍກໍບໍ່ຮູ້ຈັກ. ຖາມລາວເອງ, ລາວເປັນຜູ້ໃຫຍ່ແລ້ວ, ລາວຄົງເວົ້າເລື່ອງຕົນເອງໄດ້.”22ພໍ່ແມ່ຂອງລາວທີ່ເວົ້າດັ່ງນີ້ກໍເພາະພວກເຂົາຢ້ານພວກຢິວ, ເນື່ອງຈາກພວກຢິວໄດ້ຕົກລົງກັນແລ້ວວ່າ, ຖ້າຜູ້ໃດຍອມຮັບວ່າຄົນນັ້ນເປັນພຣະຄຣິດ, ເຂົາຈະຕ້ອງຖືກໄລ່ອອກຈາກໂຮງທັມມະເທສະໜາ.23ດ້ວຍເຫດນີ້ ພໍ່ແມ່ຂອງລາວຈຶ່ງເວົ້າວ່າ, “ລາວເປັນຜູ້ໃຫຍ່ແລ້ວ ຖາມລາວເອງ.”24ພວກເຂົາຈຶ່ງເອີ້ນຊາຍຄົນທີ່ເຄີຍຕາບອດເຂົ້າມາເປັນເທື່ອທີ່ສອງ ແລະບອກລາວວ່າ, “ຂໍກຽດນັ້ນຈົ່ງມີແດ່ພຣະເຈົ້າ, ເຮົາຮູ້ວ່າຊາຍຄົນນີ້ເປັນຄົນບາບ.”25ຊາຍຄົນນັ້ນຕອບວ່າ, “ຂ້ານ້ອຍບໍ່ຮູ້ວ່າຊາຍຄົນນັ້ນເປັນຄົນບາບ ແຕ່ສິ່ງໜຶ່ງທີ່ຂ້ານ້ອຍຮູ້ຕອນນີ້ຄື ຂ້ານ້ອຍຕາບອດແຕ່ດຽວນີ້ຂ້ານ້ອຍເຫັນແລ້ວ.”26ພວກເຂົາເວົ້າກັບຄົນນັ້ນວ່າ, “ເພິ່ນເຮັດຫຍັງໃຫ້ເຈົ້າ? ເພິ່ນເຮັດໃຫ້ຕາຂອງເຈົ້າເຊົາບອດໄດ້ຢ່າງໃດ?”27ລາວຕອບວ່າ, “ຂ້ານ້ອຍໄດ້ບອກພວກທ່ານແລ້ວແຕ່ທ່ານບໍ່ຟັງ! ເປັນຫຍັງພວກທ່ານຈຶ່ງຢາກຟັງອີກ? ທ່ານຢາກຈະເປັນລູກສິດຂອງເພິ່ນເໝືອນກັນຫລື?”28ເຂົາຈຶ່ງເຍີ້ຍຄົນນັ້ນວ່າ, “ມຶງນັ້ນແຫລະ, ເປັນສິດຂອງມັນ ແຕ່ພວກເຮົານີ້ເປັນສິດຂອງໂມເຊ.29ຝ່າຍພວກເຮົາຮູ້ຢູ່ວ່າພຣະເຈົ້າໄດ້ຊົງກ່າວຕໍ່ໂມເຊ ແຕ່ຄົນນັ້ນພວກເຮົາບໍ່ຮູ້ວ່າມັນມາແຕ່ໃສ.”30ຊາຍຄົນນີ້ຈິ່ງຕອບພວກເຂົາວ່າ, “ເລື່ອງນີ້ບໍ່ທຳມະດາເລີຍ, ທີ່ພວກທ່ານບໍ່ຮູ້ວ່າທ່ານຜູ້ນັ້ນມາແຕ່ໃສ, ແຕ່ເພິ່ນໄດ້ເຮັດໃຫ້ຕາຂອງຂ້ານ້ອຍເຊົາບອດ.31ເຮົາຮູ້ວ່າພຣະເຈົ້າບໍ່ໄດ້ຟັງຄົນບາບ, ແຕ່ຜູ້ໃດກໍຕາມທີ່ອຸທິດຕົນແລະເຮັດຕາມນ້ຳພຣະທັຍຂອງພຣະອົງ, ພຣະອົງຈະຟັງຜູ້ນັ້ນ.32ຕັ້ງແຕ່ໂລກນີ້ເລີ່ມມາ ກໍບໍ່ເຄີຍໄດ້ຍິນວ່າມີຜູ້ໃດທີ່ສາມາດເຮັດໃຫ້ຄົນຕາບອດຕັ້ງແຕ່ເກີດເຊົາບອດໄດ້.33ຖ້າຫາກຊາຍຄົນນີ້ບໍ່ໄດ້ມາຈາກພຣະເຈົ້າແລ້ວ, ເພີ່ນກໍຄົງເຮັດຫຍັງບໍ່ໄດ້ເລີຍ.”34ພວກເຂົາຕອບຊາຍຄົນນັ້ນວ່າ, “ເຈົ້າເກີດມາໃນຄວາມບາບທັງນັ້ນ ແລະເຈົ້າກຳລັງສອນເຮົາຫລື?” ແລ້ວເຂົາໂຍນຊາຍຄົນນັ້ນອອກໄປ.35ເມື່ອພຣະເຢຊູຊົງໄດ້ຍິນວ່າເຂົາໄດ້ໄລ່ຄົນນັ້ນອອກແລ້ວຈາກທັມະເທສະໜາ, ພຣະອົງຊົງພົບລາວແລະເວົ້າວ່າ, “ເຈົ້າເຊື່ອໃນບຸດມະນຸດຫລື?”36ລາວຕອບວ່າ, “ຜູ້ນັ້ນແມ່ນໃຜ ອົງພຣະຜູ້ເປັນເຈົ້າ, ເພື່ອທີ່ຂ້ານ້ອຍຈະເຊື່ອໃນທ່ານຜູ້ນັ້ນ?”37ພຣະເຢຊູກ່າວກັບລາວວ່າ, “ເຈົ້າໄດ້ເຫັນທ່ານຜູ້ນັ້ນແລ້ວ, ແລະຄືຜູ້ນັ້ນຄືຜູ້ກຳລັງເວົ້າກັບເຈົ້າຢູ່.”38ຊາຍຄົນນັ້ນທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້ານ້ອຍເຊື່ອ” ແລະລາວຈຶ່ງຂາບລົງໄຫວ້ພຣະອົງ.39ພຣະເຢຊູກ່າວວ່າ, “ສຳລັບການພິພາກສານັ້ນເຮົາໄດ້ມາໃນໂລກນີ້ ເພື່ອຄົນທີ່ບໍ່ເຫັນຈະໄດ້ເຫັນ ແລະຄົນທີ່ເຫັນແລ້ວຈະຕາບອດ.”40ພວກຟາຣີຊາຍບາງຄົນທີ່ຢູ່ກັບພຣະອົງໄດ້ຍິນສິ່ງເຫລົ່ານີ້ກໍເວົ້າວ່າ, “ເຮົາຕາບອດເໝືອນກັນຫລື?”41“ຖ້າພວກທ່ານຕາບອດ, ທ່ານຈະບໍ່ມີຄວາມຜິດບາບ, ແຕ່ບັດນີ້ພວກທ່ານເວົ້າວ່າ ‘ເຮົາເຫັນ’ ບາບຂອງພວກທ່ານກໍຍັງມີຢູ່.”
1“ເຮົາບອກຄວາມຈິງກັບທ່ານວ່າ, ຖ້າຜູ້ໃດບໍ່ໄດ້ເຂົ້າມາທາງປະຕູຂອງຄອກແກະ, ແຕ່ປີນເຂົ້າໄປທາງອື່ນ, ຜູ້ນັ້ນກໍເປັນຂະໂມຍແລະໂຈນ.2ແຕ່ຜູ້ໃດທີ່ເຂົ້າມາທາງປະຕູ ຜູ່້ນັ້ນກໍເປັນຜູ້ລ້ຽງແກະ.3ນາຍປະຕູຈະໄຂປະຕູໃຫ້ແກ່ເຂົາ. ແກະໄດ້ຍິນສຽງຂອງເຂົາ ແລະເຂົາເອີ້ນແກະແຕ່ລະໂຕຕາມຊື່ແລະພາອອກໄປ.4ເມື່ອເຂົາພາແກະທັງໝົດອອກໄປຂ້າງນອກເອງ, ເຂົາກໍຍ່າງນຳໜ້າຝູງແກະ ແລະຝູງແກະກໍຕິດຕາມເຂົາ ເພາະແກະຮູ້ຈັກສຽງຂອງເຂົາ.5ພວກມັນຈະບໍ່ຕາມຄົນແປກໜ້າ ແຕ່ຈະພະຍາຍາມຫລີກລ່ຽງດ້ວຍ, ເພາະວ່າພວກແກະບໍ່ຮູ້ຈັກສຽງຂອງຄົນແປກໜ້າ.”6ພຣະເຢຊູກ່າວຄຳອຸປະມາແກ່ພວກເຂົາ, ແຕ່ພວກເຂົາບໍ່ໄດ້ເຂົ້າໃຈວ່າ ສິ່ງເຫລົ່ານີ້ທີ່ພຣະອົງກ່າວນັ້ນມີຄວາມໝາຍຢ່າງໃດ.7ພຣະເຢຊູຊົງກ່າວກັບພວກເຂົາອີກວ່າ, “ເຮົາບອກຄວາມຈິງກັບທ່ານວ່າ, ເຮົາເປັນປະຕູຂອງແກະທັງຫລາຍ.8ບັນດາຜູ້ທີ່ມາກ່ອນເຮົານັ້ນກໍເປັນຂະໂມຍແລະໂຈນ, ແຕ່ແກະຈະບໍ່ຟັງພວກເຂົາ.9ເຮົາເປັນປະຕູ. ຖ້າຜູ້ໃດເຂົ້າມາທາງເຮົາ, ຜູ້ນັ້ນຈະລອດ; ເຂົາຈະເຂົ້າອອກແລະພົບທົ່ງຫຍ້າ.10ຂະໂມຍນັ້ນມາເພື່ອຕ້ອງການຈະລັກ ຫລືຂ້າ ແລະທຳລາຍ, ແຕ່ເຮົາມາເພື່ອໃຫ້ຄົນເຫລົ່ານັ້ນໄດ້ມີຊີວິດ ແລະມີຊີວິດຢ່າງຄົບບໍຣິບູນ.11ເຮົາເປັນຜູ້ລ້ຽງແກະທີ່ດີ. ຜູ້ລ້ຽງທີ່ດີຈະສະຫລະຊີວິດເພື່ອແກະຂອງຕົນ.12ຄົນຮັບໃຊ້ທີ່ຖືກຈ້າງມາບໍ່ແມ່ນຜູ້ລ້ຽງແກະ, ເມື່ອເຫັນໝາໄນມາຜູ້ນັ້ນກໍປະຖິ້ມຝູງແກະນັ້ນໄວ້ແລະປົບໜີໄປ, ແລ້ວໝາໄນກໍມາຂ້າ ແລະເຮັດໃຫ້ມັນແຕກຊະກັນໄປ.13ຄົນນັ້ນໜີໄປ ເພາະເປັນຄົນຮັບໃຊ້ທີ່ຖືກຈ້າງມາ, ເຂົາຈຶ່ງບໍ່ໄດ້ຫ່ວງໃຍແກະເຫລົ່ານັ້ນ.14ເຮົາເປັນຜູ້ລ້ຽງທີ່ດີ ເຮົາຮູ້ຈັກແກະຂອງເຮົາ ແລະແກະຂອງເຮົາກໍຮູ້ຈັກເຮົາ.15ພຣະບິດາຊົງຮູ້ຈັກເຮົາ ແລະເຮົາຮູ້ຈັກພຣະບິດາ, ແລະເຮົາກໍສະຫລະຊີວິດຂອງເຮົາເພື່ອແກະເຫລົ່ານັ້ນ.16ເຮົາຍັງມີແກະອີກຫລວງຫລາຍທີ່ບໍ່ໄດ້ຢູ່ໃນຄອກນີ້, ເຮົາຕ້ອງພາພວກເຂົາກັບມາ, ພວກເຂົາຈະໄດ້ຍິນສຽງຂອງເຮົາແລະຈະຮ່ວມເປັນຝູງດຽວ ແລະມີຜູ້ລ້ຽງແກະແຕ່ຜູ້ດຽວ.17ນີ້ເປັນເຫດທີ່ພຣະບິດາຊົງຮັກເຮົາ ເພາະເຮົາສະຫລະຊີວິດຂອງເຮົາ ເພື່ອທີ່ເຮົາຈະໄດ້ຊີວິດອີກຄັ້ງ.18ບໍ່ມີຜູ້ໃດທີ່ຈະຍາດເອົາຊີວິດຂອງເຮົາໄປໄດ້, ແຕ່ເຮົາຍອມສະຫລະຊີວິດຂອງເຮົາດ້ວຍສະໝັກໃຈເອງ, ເຮົາມີສິດທີ່ຈະສະຫລະແລະເຮົາກໍມີສິດທີ່ຈະມີຊີວິດອີກຄັ້ງ, ເຮົາໄດ້ຮັບຄຳສັ່ງນີ້ຈາກພຣະບິດາຂອງເຮົາ.”19ດ້ວຍຂໍ້ຄວາມນີ້ເອງກໍເຮັດໃຫ້ເກີດການແຕກແຍກອີກຄັ້ງທ່າມກາງພວກຄົນຢິວ.20ພວກເຂົາຫລາຍຄົນເວົ້າວ່າ, “ມັນມີຜິຮ້າຍສິງຢູ່ແລະມັນເປັນຄົນບ້າ, ພວກເຈົ້າເຂົ້າໄປຟັງມັນເຮັດຫຍັງ?”21ພວກອື່ນກໍເວົ້າວ່າ, “ນີ້ບໍ່ແມ່ນຄຳເວົ້າທີ່ມາຈາກຄົນທີ່ມີຜີຮ້າຍສິງຢູ່, ຜີຮ້າຍນັ້ນຈະເຮັດໃຫ້ຄົນຕາບອດເບິ່ງເຫັນໄດ້ຫລື?”22ໃນຂະນະນັ້ນກໍເຖິງເທສະການສະຫລອງພຣະວິຫານທີ່ນະຄອນເຢຣູຊາເລັມ.23ຊ່ວງນັ້ນເປັນຊ່ວງຣະດູໜາວ, ພຣະເຢຊູກຳລັງຍ່າງໄປມາທີ່ລະບຽງຂອງໂຊໂລໂມນໃນພຣະວິຫານ.24ແລ້ວພວກຄົນຢິວກໍພາກັນມາລ້ອມພຣະອົງເວົ້າວ່າ, “ທ່ານຈະໃຫ້ພວກເຮົາສົງສັຍຢູ່ເຫິງປານໃດ? ຖ້າຫາກທ່ານເປັນພຣະຄຣິດ ຈົ່ງບອກພວກເຮົາຢ່າງເປີດເຜີຍເຖີດ.”25ພຣະເຢຊູຕອບພວກເຂົາວ່າ, “ເຮົາໄດ້ບອກພວກທ່ານແລ້ວແຕ່ທ່ານບໍ່ເຊື່ອ, ກິຈະການທີ່ເຮົາໄດ້ເຮັດໂດຍພຣະນາມຂອງພຣະບິດາຂອງເຮົາ ໄດ້ເປັນພະຍານກ່ຽວກັບຕົວເຮົາ.26ທີ່ພວກທ່ານຍັງບໍ່ເຊື່ອເພາະທ່ານບໍ່ແມ່ນແກະຂອງເຮົາ.27ແກະຂອງເຮົາໄດ້ຍິນສຽງຂອງເຮົາ, ເຮົາຮູ້ຈັກແກະຂອງເຮົາ, ແລະແກະກໍຕິດຕາມເຮົາ.28ເຮົາຈະໃຫ້ພວກເຂົາມີຊີວິດອັນຕະຫລອດໄປເປັນນິດ; ເພາະພວກເຂົາຈະບໍ່ຕາຍ ແລະຈະບໍ່ມີຜູ້ໃດຍາດພວກເຂົາອອກຈາກມືຂອງເຮົາໄດ້.29ພຣະບິດາຂອງເຮົາ ຜູ້ທີ່ມອບພວກເຂົາໄວ້ແກ່ເຮົາ ນັ້ນຍິ່ງໃຫຍ່ກວ່າທຸກຄົນ ແລະກໍບໍ່ມີໃຜທີ່ຈະອາດຍາດເອົາພວກເຂົາອອກຈາກພຣະຫັດຂອງພຣະບິດາໄດ້.30ເຮົາແລະພຣະບິດາຂອງເຮົາເປັນໜຶ່ງດຽວ.”31ແລ້ວພວກຄົນຢິວກໍຢິບເອົາກ້ອນຫີນຂື້ນມາເພື່ອຈະຄວ່າງໃສ່ພຣະອົງ.32ພຣະເຢຊູກ່າວຕອບພວກເຂົາວ່າ, “ເຮົາໄດ້ໃຫ້ທ່ານເຫັນການງານອັນດີຫລາຍປະການຈາກພຣະບິດາ ແລະດ້ວຍເຫດເພາະການງານເຫລົ່ານີ້ທ່ານຈະເອົາກ້ອນຫີນຄວ່າງໃສ່ເຮົາຫລື?”33ພວກຢິວຕອບຄືນພຣະອົງວ່າ, “ເຮົາບໍ່ໄດ້ຄວ່າງກ້ອນຫີນເຫດເພາະການງານທີ່ດີເຫລົ່ານັ້ນ, ແຕ່ເພາະການໝິ່ນປະໝາດ ເພາະເຈົ້າ, ເປັນພຽງມະນຸດ ແຕ່ຕັ້ງຕົວເປັນພຣະເຈົ້າ.”34ພຣະເຢຊູຕອບພວກເຂົາວ່າ, “ ບໍ່ໄດ້ຂຽນໄວ້ໃນພຣະບັນຍັດຂອງທ່ານຫລື ‘ເຮົາກ່າວວ່າ "ທ່ານເປັນເທບພຣະເຈົ້າ’?"35ຖ້າຫາກເຂົາເອີ້ນພວກນັ້ນວ່າເປັນເທບພຣະເຈົ້າ ຄົນເຫລົ່ານັ້ນເອົາຄຳວ່າ"ພຣະເຈົ້າ"ມາຈາກໃສ (ຂໍ້ພຣະຄັມພີມີອາດປ່ຽນແປງໄດ້).36‘ທ່ານໝິ່ນປະໝາດ’ ເພາະເຮົາໄດ້ກ່າວວ່າ ‘ເຮົາເປັນບຸດຂອງພຣະເຈົ້າ?’37ຖ້າເຮົາບໍ່ເຮັດພຣະຣາຊະກິດພຣະບິດາຂອງເຮົາ, ຢ່າໄດ້ເຊື່ອເຮົາ.38ແຕ່ຖ້າເຮົາເຮັດພຣະຣາຊະກິດເຫລົ່ານັ້ນ ເຖິງວ່າທ່ານຈະບໍ່ເຊື່ອໃນຄຳເຮົາ, ຂໍໃຫ້ພວກທ່ານຈົ່ງເຊື່ອໃນພຣະຣາຊະກິດນັ້ນ, ເພື່ອທີ່ທ່ານຈະຮູ້ແລະສາມາດເຂົ້າໃຈວ່າ ພຣະບິດາຊົງຢູ່ໃນເຮົາແລະເຮົາຢູ່ໃນພຣະບິດາ.”39ພວກເຂົາຈຶ່ງພະຍາຍາມຈັບກຸມພຣະອົງອີກຄັ້ງ, ແຕ່ພຣະອົງກໍໜີພົ້ນຈາກເງື້ອມມືຂອງພວກເຂົາ.40ພຣະອົງອອກໄປຈາກທີ່ນັ້ນອີກຄັ້ງ ແລະຂ້ວາມໄປອີກຟາກແມ່ນ້ຳຢໍແດນ ໄປເຖິງບ່ອນໂຢຮັນໃຫ້ຮັບບັບຕິສະມາຄັ້ງທຳອິດ, ແລ້ວພຣະອົງກໍປຣະທັບຢູ່ທີ່ນັ້ນ.41ມີຫລາຍຄົນມາຫາພຣະອົງແລ້ວກ່າວວ່າ, “ໂຢຮັນບໍ່ໄດ້ເຮັດໝາຍສຳຄັນອັນໃດ, ແຕ່ທຸກສິ່ງທີ່ໂຢຮັນໄດ້ກ່າວກ່ຽວກັບທ່ານຜູ້ນີ້ກໍເປັນຄວາມຈິງ.”42ຜູ້ຄົນຫລວງຫລາຍໄດ້ເຊື່ອພຣະອົງທີ່ນັ້ນ.
1ເບິ່ງແມ ມີຊາຍຄົນໜຶ່ງຊື່ລາຊະໂຣປ່ວຍຢູ່ ທີ່ບ້ານເບັດທານີ ຄືບ້ານຂອງນາງມາຣິອາ ແລະມາທາສອງເອື້ອຍນ້ອງ.2ມາຣິອາ ຜູ້ນີ້ທີ່ໄດ້ເອົານ້ຳມັນຫອມສົງອົງພຣະຜູ້ເປັນເຈົ້າ ແລະໃຊ້ຜົມຂອງຕົນເຊັດພຣະບາດຂອງພຣະອົງ, ລາຊະໂຣນ້ອງຊາຍຂອງນາງກຳລັງນອນປ່ວຍຢູ່.3ເອື້ອຍທັງສອງນີ້ໄດ້ໃຊ້ຄົນໄປຫາພຣະເຢຊູທູນວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ຜູ້ທີ່ພຣະອົງຊົງຮັກກຳລັງປ່ວຍ”4ເມື່ອພຣະເຢຊູຊົງໄດ້ຍິນດັ່ງນັ້ນ ພຣະອົງກ່າວວ່າ, “ການປ່ວຍໄຂ້ນີ້ຈະບໍ່ຕາຍດອກ, ແຕ່ເພື່ອຊູກຽດຕິຍົດຂອງພຣະເຈົ້າ ເພື່ອທີ່ພຣະບຸດຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດເພາະການປ່ວຍໄຂ້ນັ້ນ.”5ເພາະພຣະເຢຊູຊົງຮັກມາທາແລະນ້ອງສາວຂອງນາງແລະລາຊະໂຣ.6ເມື່ອພຣະອົງໄດ້ຍິນວ່າລາຊະໂຣປ່ວຍ, ພຣະເຢຊູຍັງຄົງພັກຢູ່ບ່ອນເດີມຕໍ່ອີກສອງວັນ.7ຫລັງຈາກນັ້ນ, ພຣະອົງກ່າວກັບພວກສາວົກຂອງພຣະອົງວ່າ, “ໃຫ້ເຮົາພາກັນໄປຍັງແຂວງຢູດາຍອີກຄັ້ງໜຶ່ງເທາະ.”8ພວກສາວົກທູນພຣະອົງວ່າ, “ອາຈານ, ເວລານີ້ພວກຢິວກຳລັງຫາທາງເອົາຫີນຄວ່າງໃສ່ພຣະອົງ ແລະພຣະອົງຍັງຈະກັບໄປທີ່ນັ້ນອີກຫລື?”9ພຣະເຢຊູຕອບວ່າ, “ໃນໜຶ່ງວັນມີສິບສອງຊົ່ວໂມງທີ່ສະຫວ່າງບໍ່ແມ່ນຫລື? ຖ້າຄົນໃດຍ່າງໄປໃນຕອນກາງເວັນກໍຈະບໍ່ສະດຸດ, ເພາະວ່າເພິ່ນສາມາດເບິ່ງເຫັນໂດຍອາສັຍຄວາມສະຫວ່າງຂອງໂລກນີ້.10ຢ່າງໃດກໍຕາມ, ຖ້າຜູ້ນັ້ນຍ່າງໄປໃນເວລາກາງຄືນ ເຂົາຈະສະດຸດ, ເພາະວ່າຄວາມສະຫວ່າງບໍ່ໄດ້ຢູ່ໃນເພິ່ນ.”11ຫລັງຈາກທີ່ພຣະອົງກ່າວສິ່ງເຫລົ່ານີ້ແລ້ວ ພຣະອົງບອກກັບພວກສາວົກວ່າ, “ລາຊະໂຣເພື່ອນຂອງເຮົາກຳລັງນອນຫລັບຢູ່, ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.”12ດັ່ງນັ້ນພວກສາວົກຈຶ່ງທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າຫາກລາວນອນຫລັບຢູ່ ລາວກໍຄົງຈະດີປ່ວຍ.”13ແຕ່ທີ່ພຣະເຢຊູກ່າວນັ້ນໝາຍເຖິງຄວາມຕາຍຂອງລາຊະໂຣ, ແຕ່ພວກສາວົກຄຶດວ່າທີ່ພຣະອົງກ່າວນັ້ນໝາຍເຖິງການນອນຫລັບພັກຜ່ອນ.14ແລ້ວພຣະເຢຊູຈຶ່ງຊົງບອກພວກເຂົາຢ່າງກົງໆ ວ່າ, “ລາຊະໂຣຕາຍແລ້ວ.15ເຮົາຍິນດີເພາະເຫັນແກ່ທ່ານທັງຫລາຍ, ທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນກໍເພື່ອທີ່ທ່ານຈະໄດ້ເຊື່ອ. ໃຫ້ພວກເຮົາພາກັນໄປຫາລາວເທາະ.”16ໂທມາທີ່ເອີ້ນອີກວ່າຝາແຝດ, ເວົ້າກັບບັນດາສາວົກຂອງລາວວ່າ, “ໃຫ້ພວກເຮົາພາກັນໄປກັບພຣະອົງ ເພື່ອທີ່ເຮົາຈະໄດ້ຕາຍກັບພຣະເຢຊູ.”17ເມື່ອພຣະເຢຊູມາເຖິງ ພຣະອົງຊົງຮຸ້ວ່າລາຊະໂຣຢູ່ຖືກນຳໄປຝັງໄວ້ໃນອຸບໂມງໄດ້ສີ່ວັນແລ້ວ.18ບ້ານເບັດທານີນັ້ນຢູ່ໃກຈາກນະຄອນເຢຣູຊາເລັມປະມານສິບຫ້າກິໂລແມັດ.19ພວກຢິວຫລາຍຄົນມາຫານາງມາທາແລະມາຣິອາ ເພື່ອເລົ້າໂລມໃຈເຂົາເນື່ອງດ້ວຍນ້ອງຊາຍຂອງພວກເຂົາ.20ເມື່ອມາທາໄດ້ຍິນວ່າພຣະເຢຊູກຳລັງສະເດັດມາ, ນາງຈິ່ງອອກໄປພົບພຣະອົງ, ແຕ່ມາຣິອາຍັງນັ່ງຢູ່ໃນເຮືອນ.21ແລ້ວມາທາທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າພຽງແຕ່ພຣະອົງຢູ່ທີ່ນີ້ ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ.22ແຕ່ຂ້ານ້ອຍຊາບວ່າ ບໍ່ວ່າສິ່ງໃດກໍຕາມທີ່ພຣະອົງຈະທູນຂໍເວລານີ້ຈາກພຣະເຈົ້າ, ພຣະເຈົ້າຈະຊົງໂຜດປຣະທານໃຫ້ກັບພຣະອົງ.”23ພຣະເຢຊູກ່າວກັບນາງວ່າ, “ນ້ອງຊາຍຂອງເຈົ້າຈະຟື້ນຄືນມາອີກຄັ້ງ.”24ມາທາທູນພຣະອົງວ່າ, “ຂ້ານ້ອຍຮູ້ວ່າລາວຈະຟື້ນຄືນມາອີກຄັ້ງໃນການຟື້ນຄືນໃນວັນສຸດທ້າຍ.”25ພຣະເຢຊູກ່າວກັບນາງວ່າ, “ເຮົາເປັນເຫດໃຫ້ເປັນຄືນຈາກຄວາມຕາຍແລະເປັນຊີວິດ, ຜູ້ທີ່ເຊື່ອໃນເຮົາ ເຖິງແມ່ນວ່າເຂົາຕາຍ ເຂົາຈະມີຊີວິດຢູ່.26ແລະໃຜກໍຕາມທີ່ຍັງມີຊີວິດຢູ່ແລະເຊື່ອໃນເຮົາຈະບໍ່ມີມື້ຕາຍ. ເຈົ້າເຊື່ອຂໍ້ນີ້ຫລື?”27ນາງທູນພຣະອົງວ່າ, “ແມ່ນແລ້ວອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເຊື່ອວ່າທ່ານເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ ທີ່ສະເດັດມາໃນໂລກນີ້.”28ເມື່ອນາງກ່າວເຊັ່ນນີ້ແລ້ວນາງກໍອອກໄປແລະເອີ້ນມາຣິອາ ນ້ອງສາວເປັນການສ່ວນຕົວແລະເວົ້າວ່າ, “ທ່ານອາຈານຢູ່ທີ່ນີ້ແລະກຳລັງເອີ້ນຫາເຈົ້າ.”29ເມື່ອນາງໄດ້ຍິນເຊັ່ນນັ້ນ ຈິ່ງລຸກຂຶ້ນຢ່າງໄວແລະໄປຫາພຣະອົງ.30ເວລານັ້ນພຣະເຢຊູຍັງບໍ່ໄດ້ເຂົ້າໄປໃນໝູ່ບ້ານ ແຕ່ຍັງຢູ່ບ່ອນທີ່ມາທາໄດ້ພົບພຣະອົງ.31ເມື່ອພວກຢິວ, ທີ່ຢູ່ໃນເຮືອນກັບນາງແລະກຳລັງເລົ້າໂລມລາວຢູ່ນັ້ນ, ໄດ້ເຫັນມາຣິອາຟ້າວລຸກຂຶ້ນອອກໄປຢ່າງໄວວາ, ພວກເຂົາຈຶ່ງຕາມນາງໄປ ເພາະນຶກວ່ານາງກຳລັງຈະໄປຮ້ອງໄຫ້ທີ່ອຸບໂມງ.32ເມື່ອນາງມາຣີອາມາເຖິງບ່ອນທີ່ພຣະເຢຊູປຣະທັບຢູ່ແລະເຫັນພຣະອົງ, ນາງຈຶ່ງຂາບລົງທີ່ພຣະບາດຂອງພຣະອົງແລະທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຖ້າພຽງແຕ່ພຣະອົງຢູ່ທີ່ນີ້, ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ.”33ເມື່ອພຣະເຢຊູເຫັນນາງຮ້ອງໄຫ້, ແລະພວກຢິວທີ່ມາກັບນາງກຳລັງຮ້ອງໄຫ້ເໝືອນກັນ, ພຣະອົງກໍ່ຮູ້ສຶກສະເທືອນພະທັຍແລະເປັນທຸກຫລາຍ.34ພຣະອົງກ່າວວ່າ, “ເຈົ້າໄດ້ເອົາສົບໄປໄວ້ທີ່ໃດ” ພວກເຂົາທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ເຊີນສະເດັດມາເບິ່ງແມ.”35ພຣະເຢຊູຊົງພຣະກັນແສງ.36ແລ້ວພວກຢິວກໍເວົ້າວ່າ, “ເບິ່ງດູ ເພິ່ນຮັກລາຊະໂຣຫລາຍຊ່ຳໃດໜໍ!”37ແຕ່ບາງຄົນໃນພວກເຂົາເວົ້າວ່າ, “ຄົນຜູ້ນີ້ບໍ່ແມ່ນບໍທີ່ສາມາດຮັກສາຄົນຕາບອດໄດ້, ຈະຊ່ວຍໃຫ້ຊາຍຄົນນີ້ບໍ່ຕາຍບໍ່ໄດ້ຫລື?”38ຈາກນັ້ນ, ພຣະເຢຊູສະເດັດໄປເຖິງອຸໂມງພ້ອມກັບຊົງສະເທືອນພຣະທັຍ, ເມື່ອໄປເຖີງທີ່ອຸໂມງ. ທີ່ປາກຖ້ຳມີຫີນອັດປາກໄວ້.39ພຣະເຢຊູກ່າວວ່າ, “ຈົ່ງເອົາຫີນອອກເສັຽ” ມາທາເອື້ອຍຂອງລາຊະໂຣທີ່ເສັຽຊີວິດທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຈົນເຖິງເວລານີ້ ຮ່າງກາຍກໍຄົງຈະເນົ່າເປື່ອຍ, ເພາະລາວຕາຍມາໄດ້ສີ່ວັນແລ້ວ.”40ພຣະເຢຊູຕອບກັບນາງວ່າ, “ເຮົາບໍ່ໄດ້ບອກເຈົ້າຫລືວ່າ, ຖ້າເຈົ້າເຊື່ອ ເຈົ້າຈະໄດ້ເຫັນສະຫງ່າຣາສີຂອງພຣະເຈົ້າ?”41ພວກເຂົາຈຶ່ງຍົກຫີນອອກ. ພຣະເຢຊູເງີຍພຣະພັກຂຶ້ນແລ້ວກ່າວວ່າ, “ພຣະບິດາເອີຍ, ຂ້ານ້ອຍຂອບພຣະຄຸນພຣະອົງ ທີ່ພຣະອົງຊົງຟັງຂ້ານ້ອຍ.42ຂ້ານ້ອຍຮູ້ວ່າພຣະອົງຊົງຟັງສຽງຂອງຂ້ານ້ອຍຢູ່ສະເໝີ, ແຕ່ເພາະຟູງຄົນທັງຫລາຍທີ່ຢືນອ້ອມຮອບຂ້ານ້ອຍ ທີ່ຂ້ານ້ອຍເວົ້າຢ່າງນີ້ກໍ, ເພື່ອທີ່ພວກເຂົາຈະໄດ້ເຊື່ອວ່າພຣະອົງໄດ້ຊົງໃຊ້ຂ້ານ້ອຍມາ.”43ຫລັງຈາກທີ່ພຣະອົງກ່າວເຊັ່ນັ້ນແລ້ວ, ພຣະອົງເປັ່ງສຽງອັນດັງວ່າ, “ລາຊະໂຣເອີຍ, ຈົ່ງອອກມາສາ.”44ຜູ້ຕາຍນັ້ນກໍໄດ້ອອກມາ; ທັງມື ແລະ ຕີນຂອງເຂົາຍັງມີຜ້າພັນຢູ່, ແລະໃບໜ້າຂອງເຂົາກໍຍັງມີຜ້າພັນຢູ່ນຳ. ພຣະເຢຊູບອກກັບພວກເຂົາວ່າ, “ຈົ່ງແກ້ຜ້າທີ່ພັນເຂົາແລະປ່ອຍເຂົາເຖີດ.”45ພວກຢິວຫລາຍຄົນທີ່ໄດ້ມາຫາມາຣິອາ ແລະໄດ້ເຫັນສິ່ງທີ່ພຣະເຢຊູເຮັດກໍເຊື່ອໃນພຣະອົງ.46ແຕ່ບາງຄົນນັ້ນໄດ້ໄປຫາພວກຟາຣີຊາຍ ເພື່ອບອກສິ່ງທີ່ພຣະເຢຊູໄດ້ຊົງເຮັດ.47ແລ້ວພວກຫົວໜ້າປະໂລຫິດແລະພວກຟາຣີຊາຍ ເອີ້ນປະຊຸມສະມາຊິກສະພາກ່າວວ່າ, “ພວກເຮົາຈະເຮັດແນວໃດ? ຊາຍຜູ້ນີ້ໄດ້ເຮັດໝາຍສຳຄັນຫລາຍປະການ.48ຖ້າເຮົາຈະປ່ອຍລາວໄປແບບນີ້, ທຸກຄົນຈະຫລົງເຊື່ອລາວແລ້ວ; ພວກໂຣມຈະມາທຳແລະເອົາພຣະວິຫານ ແລະຊົນຊາດຂອງເຮົາໄປ.”49ແຕ່ຊາຍຄົນໜຶ່ງໃນພວກເຂົາ, ຊື່ກາຢະຟາ, ທີ່ເປັນມະຫາປະໂລຫິດໃນປີນັ້ນ, ໄດ້ກ່າວກັບພວກເຂົາວ່າ, “ພວກທ່ານບໍ່ຮູ້ຈັກຫຍັງເລີຍ,50ທ່ານບໍ່ພິຈາຣະນາເບິ່ງເລີຍບໍວ່າໃຫ້ຊາຍຄົນນີ້ຄົນດຽວຕາຍເພື່ອທຸກຄົນກໍດີກວ່າໃຫ້ທັງປະເທດຊາດຈິບຫາຍ.”51ສິ່ງທີ່ທ່ານໄດ້ກ່າວຄຳນັ້ນກໍບໍ່ມາຈາກຕົວລາວເອງ. ແຕ່ເພາະໃນປີນັ້ນທ່ານເປັນມະຫາປະໂລຫິດ, ທ່ານຈິ່ງໄດ້ທວາຍໄວ້ກ່ອນວ່າພຣະເຢຊູຈະສິ້ນພຣະຊົນຕາງຊົນຊາດນັ້ນ,52ແລະບໍ່ແມ່ນແທນຊົນຊາດດຽວເທົ່ານັ້ນ, ແຕ່ເພື່ອຮວບຮວມບັນດາບຸດຂອງພຣະເຈົ້າທັງຫລາຍທີ່ແຕກກະຈັດກະຈາຍໃຫ້ເຂົ້າເປັນໜຶ່ງດຽວ.53ຫລັງຈາກວັນນັ້ນມາພວກເຂົາກໍເລີ່ມວາງແຜນເພື່ອຫາທາງຂ້າພຣະອົງໃຫ້ເຖິງແກ່ຄວາມຕາຍ.54ພຣະເຢຊູບໍ່ໄດ້ສະເດັດຢ່າງເປີດເຜີຍຖ້າມກາງພວກຄົນຢິວອີກ, ແຕ່ໄດ້ສະເດັດອອກຈາກທີ່ນັ້ນໄປຍັງຊົນນະບົດທີ່ຢູ່ໃກ້ປ່າ ເຂົ້າໄປເຖິງເມືອງໜຶ່ງທີ່ເອີ້ນວ່າ ເອຟຣາອິມ. ພຣະອົງປຣະທັບກັບພວກສາວົກທີ່ນັ້ນ.55ຂະນະນັ້ນເທສະການປັດສະຄາຂອງຊາດຢິວກໍໃກ້ເຂົ້າມາ, ແລະຜູ້ຄົນຫລວງຫລາຍຈາກຊົນນະບົດກໍໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມກ່ອນເທສະການປັດສະຄາ ເພື່ອຊຳຣະຕົວຂອງພວກເຂົາໃຫ້ບໍຣິສຸດ.56ພວກເຂົາກຳລັງຊອກຫາພຣະເຢຊູ ແລະເວົ້າກັນໃນຂະນະທີ່ຢືນຢູ່ໃນບໍຣິເວນພຣະວິຫານວ່າ, “ທ່ານຄຶດເຫັນຢ່າງໃດ? ເພິ່ນຈະບໍ່ມາໃນງານເທສະການນີ້ຫລື?57ແລ້ວພວກຫົວໜ້າປະໂລຫິດແລະພວກຟາຣີຊາຍ ໄດ້ອອກຄຳສັ່ງໄວ້ວ່າ ຖ້າຜູ້ໃດກໍຕາມຮູ້ວ່າພຣະເຢຊູຢູ່ໃສ, ຜູ້ນັ້ນຈະຕ້ອງມາລາຍງານແກ່ພວກເຂົາ ເພື່ອທີ່ພວກເຂົາຈະໄປຈັບພຣະອົງ.
1ກ່ອນເຖິງເທສະການປັດສະຄາຫົກວັນ, ພຣະເຢຊູໄດ້ສະເດັດມາຮອດບ້ານເບັດທານີ, ທີ່ລາຊະໂຣຜູ້ທີ່ພຣະອົງຊົງບັນດານໃຫ້ຟື້ນຄືນຈາກຄວາມຕາຍອາສັຍຢູ່.2ພວກເຂົາໄດ້ຈັດຕຽມອາຫານແລງໃຫ້ພຣະອົງທີ່ນັ້ນ, ແລະມາທາກຳລັງຮັບໃຊ້ພຣະອົງ, ລາຊະໂຣເປັນຜູ້ໜຶ່ງທ່າມກາງຄົນເຫລົ່ານັ້ນ ທີ່ກຳລັງຮ່ວມຮັບປະທານຢູ່ກັບພຣະເຢຊູ.3ແລ້ວມາຣິອາກໍເອົານ້ຳມັນຫອມຈຳນວນໜຶ່ງລິດ ຊຶ່ງເຮັດຜະລິດມາຈາກນ້ຳມັນນາດາບໍຣິສຸດແລະລາຄາແພງ, ເທລົງທີ່ພຣະບາດຂອງພຣະເຢຊູ, ແລະເອົາຜົມຂອງນາງເຊັດພຣະບາດພຣະອົງ. ໃນເຮືອນກໍຫອມກຸ້ມເຕັມໄປດ້ວຍກິ່ນຫອມຈາກນ້ຳມັນຫອມນັ້ນ.4ຢູດາອິສະກາຣີອົດ, ໜຶ່ງໃນສາວົກຂອງພຣະອົງ, ຄົນທີ່ຈະທໍຣະຍົດພຣະອົງກ່າວວ່າ,5“ເປັນຫຍັງບໍ່ເອົານ້ຳມັນນີ້ໄປຂາຍເພື່ອໄດ້ເງິນສາມຮ້ອຍເດນາຣິອົນ ແລ້ວເອົາໄປແຈກຢາຍໃຫ້ຄົນຍາກຈົນ?”6ລາວເວົ້າຢ່າງນີ້ ບໍ່ແມ່ນເພາະລາວເອົາໃຈໃສ່ຕໍ່ຄົນຍາກຈົນ, ແຕ່ເພາະລາວເປັນຂະໂມຍ: ລາວດູແລຖົງເງິນ ແລະລາວລັກເງິນທີ່ໃສ່ໄວ້ໃນນັ້ນ.7ພຣະເຢຊູກ່າວວ່າ, “ປ່ອຍໃຫ້ນາງເກັບສິ່ງທີ່ນາງມີໄວ້ ເພື່ອມື້ທີ່ຝັງສົບຂອງເຮົາເຖີດ.8ຄົນຍາກຈົນຈະຢູ່ກັບພວກເຈົ້າສະເໝີ. ແຕ່ເຮົາຈະບໍ່ໄດ້ຢູ່ກັບພວກທ່ານສະເໝີໄປ.”9ແລ້ວພວກຄົນຢິວກຸ່ມໃຫຍ່ກໍຮູ້ວ່າພຣະເຢຊູປະທັບຢູ່ທີ່ນັ້ນ, ແລະພວກເຂົາກໍມາ, ບໍ່ໄດ້ມາເພື່ອພຣະເຢຊູເທົ່ານັ້ນ, ແຕ່ເພື່ອມາເບິ່ງລາຊະໂຣ, ຜູ້ທີ່ພຣະເຢຊູຊົງບັນດານໃຫ້ເປັນຄືນມາຈາກຄວາມຕາຍ.10ພວກຫົວໜ້າປະໂລຫິດຮ່ວມວາງແຜນເພື່ອທີ່ພວກເຂົາຈະຂ້າລາຊະໂຣດ້ວຍ.11ເພາະວ່າລາວເປັນເຫດໃຫ້ຄົນຢິວຫລາຍໆ ຄົນອອກໄປຈາກຄຳສອນຂອງພວກເຂົາ ແລະມາເຊື່ອໃນພຣະເຢຊູ.12ໃນວັນຕໍ່ມາ ມີຝູງປະຊາຊົນຂະນາດໃຫຍ່ມາທີ່ງານເທສະການ. ເມື່ອພວກເຂົາໄດ້ຍິນວ່າພຣະເຢຊູກຳລັງສະເດັດມາທີ່ນະຄອນເຢຣູຊາເລັມ.13ພວກເຂົາກໍພາກັນນຳເອົາໃບຕົ້ນຕານແລະອອກໄປພົບພຣະອົງ ແລະ ຮ້ອງສຽງດັງວ່າ, “ໂຮຊັນນາ! ຂໍໃຫ້ພຣະອົງຜູ້ສະເດັດມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ, ກະສັດຂອງຊົນຊາດອິສຣາເອນ ຈົ່ງຈະເຣີນ.”14ພຣະອົງຊົງພົບລໍໜຸ່ມໂຕໜຶ່ງແລະຂຶ້ນຂີ່ລໍນັ້ນ; ຕາມມີຄຳຂຽນໄວ້ວ່າ,15“ຢ່າຢ້ານເລີຍ, ບຸດຍິງຂອງຊີໂອນ; ເບິ່ງແມ, ກະສັດຂອງທ່ານມາເຖິງແລ້ວ, ຄືຜູ້ປຣະທັບເທິງລໍໝຸ່ມນັ້ນ.”16ຕອນທຳອິດພວກສາວົກຂອງພຣະອົງຍັງບໍ່ໄດ້ເຂົ້າໃຈເຫດການເຫລົ່ານີ້; ແຕ່ເມື່ອພຣະເຢຊູຊົງຮັບກຽດຕິຍົດແລ້ວ, ພວກເຂົາຈຶ່ງຣະນຶກເຖິງສິ່ງຕ່າງໆ ທີ່ມີຂຽນບັນທຶກໄວ້ກ່ຽວກັບພຣະອົງໄດ້ ແລະທີ່ຄົນທັງຫລາຍໄດ້ເຮັດສິ່ງເຫລົ່ານີ້ເພື່ອພຣະອົງ.17ຝູງຄົນທີ່ຢູ່ກັບພຣະອົງຕອນທີ່ພຣະອົງຊົງເອີ້ນລາຊະໂຣໃຫ້ອອກມາຈາກອຸໂມງ ແລະຟື້ນຄືນມາຈາກຄວາມຕາຍກໍໄດ້ເປັນພະຍານ.18ແລະເພາະເຫດນີ້ປະຊາຊົນຈຶ່ງໄປຫາພຣະອົງ, ເພາະວ່າພວກເຂົາໄດ້ຍິນພຣະອົງຊົງເຮັດໝາຍສຳຄັນຫລາຍຢ່າງ.19ພວກຟາຣີຊາຍຈຶ່ງເວົ້າທ່າມກາງພວກເຂົາວ່າ, “ເຫັນບໍ ທ່ານເຮັດອັນໃດບໍ່ໄດ້ເລີຍ; ເບິ່ງແມ, ໂລກນີ້ໄດ້ຕິດຕາມມັນໄປແລ້ວ.”20ໃນບັນດາຄົນທີ່ຂຶ້ນໄປນະມັດສະການທີ່ງານເທສະການ ກໍມີພວກຊາວກຣີກພວກໜຶ່ງ.21ຄົນເຫລົ່ານີ້ໄປຫາຟີລິບ ຊຶ່ງມາຈາກບ້ານເບັດຊາອີດາແຂວງຄາລີເລ ໂດຍຖາມທ່ານວ່າ, “ທ່ານເຈົ້າເອີຍ, ພວກເຮົາຕ້ອງການພົບພຣເຢຊູ.”22ຟີລິບຈຶ່ງໄປບອກອັນເດອາ; ແລ້ວອັນເດອາຈຶ່ງໄປກັບຟີລິບເພື່ອໄປທູນພຣະເຢຊູ.23ພຣະເຢຊູຕອບພວກເຂົາວ່າ, “ເວລາທີ່ບຸດມະນຸດຈະຮັບກຽດກໍມາເຖິງແລ້ວ.24ເຮົາບອກຄວາມຈິງແກ່ທ່ານວ່າ, ຖ້າເມັດເຂົ້າບໍ່ຕົກເຂົ້າມາໃນໂລກນີ້ແລະບໍ່ຕາຍໄປ ຈະຍັງຄົງຢູ່ເຫລືອເມັດດຽວ; ແຕ່ຖ້າມັນຕາຍລົງໃນດິນ ກໍຈະເກີດຜົນຫລາຍ.25ຜູ້ທີ່ຮັກຊີວິດຂອງຕົນກໍຈະສູນເສັຽຊີວິດ; ແຕ່ຖ້າຜູ້ກຽດຊັງຊີວິດໃນໂລກນີ້ ເຂົາຈະໄດ້ຮັບຊີວິດນິຣັນ.26ຖ້າຜູ້ໃດປະຕິບັດເຮົາ ໃຫ້ຜູ້ນັ້ນຕິດຕາມເຮົາມາ ແລະບໍ່ວ່າເຮົາຢູ່ທີ່ໃດ ຜູ້ຮັບໃຊ້ເຮົາຈະຢູ່ທີ່ນັ້ນເໝືອນກັນ. ຖ້າຜູ້ໃດປະຕິບັດເຮົາ ພຣະບິດາກໍຈະໃຫ້ກຽດຜູ້ນັ້ນ.27“ຕອນນີ້ໃຈເຮົາເປັນທຸກຫລາຍ ເຮົາຈະວ່າຢ່າງໃດດີ? 'ພຣະບິດາ, ຂໍຊົງຊ່ວຍກູ້ຂ້າພຣະອົງຈາກຍາມນີ້ຖ້ອນ?' ແຕ່ນີ້ຄືເຫດຜົນທີ່ຂ້າພຣະອົງໄດ້ເຂົ້າມາໃນໂລກໃນເວລານີ້.28ພຣະບິດາ, ຂໍໃຫ້ພຣະນາມຂອງພຣະອົງຊົງໄດ້ຮັບກຽດ.” ແລ້ວມີສຽງມາຈາກສະຫວັນກ່າວວ່າ, “ເຮົາໄດ້ໃຫ້ຮັບກຽດນັ້ນ ແລະເຮົາຈະໃຫ້ຮັບກຽດອີກ.”29ແລ້ວຝູງຄົນທີ່ຢືນຢູ່ໃກ້ໆກໍເວົ້າວ່າເປັນສຽງຟ້າຮ້ອງ. ບາງຄົນກໍເວົ້າວ່າ, “ເທວະດາໄດ້ສົນທະນາກັບທ່ານ.”30ພຣະເຢຊູຕອບວ່າ, “ສຽງບໍ່ໄດ້ມາສຳລັບເຮົາ, ແຕ່ສຳລັບທ່ານທັງຫລາຍ.31ເວລານີ້ເປັນການພິພາກສາຂອງໂລກນີ້: ເປັນເວລາທີ່ຜູ້ປົກຄອງໂລກນີ້ຈະຖືກໂຍນອອກໄປ.32ແລະເມື່ອເຮົາຖືກຍົກຂຶ້ນຈາກໂລກນີ້ແລ້ວ, ເຮົາກໍຈະນຳທຸກຄົນເຂົ້າມາຫາເຮົາ.”33ພຣະອົງກ່າວດັ່ງນີ້ເພື່ອສະແດງວ່າພຣະອົງຈະສິ້ນພຣະຊົນຢ່າງໃດ.34ຝູງຄົນຕອບພຣະອົງວ່າ, “ພວກເຮົາໄດ້ຍິນຈາກພຣະບັນຍັດແລ້ວວ່າ ພຣະຄຣິດຈະຢູ່ຕະຫລອດໄປເປັນນິດ. ແລ້ວທ່ານກ່າວໄດ້ຢ່າງໃດວ່າ 'ພຣບຸດຈະຕ້ອງຖືກຍົກຂຶ້ນ?' ບຸດມະນຸດນັ້ນຄືຜູ້ໃດກັນແທ້?"35ພຣະເຢຊູຕອບເຂົາວ່າ, “ຄວາມສະຫວ່າງຈະຍັງຢູ່ກັບພວກທ່ານອີກໜ້ອຍໜຶ່ງ. ຈົ່ງຍ່າງໃນຂະນະທີ່ທ່ານຍັງມີຄວາມສະຫວ່າງຢູ່, ເພື່ອທີ່ຄວາມມືດຈະໄລ່ຕາມທ່ານບໍ່ທັນ. ເພາະຜູ້ທີ່ຢ່າງໃນຄວາມມືດນັ້ນບໍ່ຮູ້ວ່າຕົນກຳລັງໄປທາງໃດ.36ໃນຂະນະທີ່ທ່ານຍັງມີຄວາມສະຫວ່າງຢູ່ນັ້ນ, ຈົ່ງເຊື່ອໃນຄວາມສະຫວ່າງເພື່ອທີ່ທ່ານຈະໄດ້ເປັນລູກຂອງຄວາມສະຫວ່າງດ້ວຍ.” ເມື່ອພຣະເຢຊູກ່າວສິ່ງເຫລົ່ານີ້ແລ້ວ ພຣະອົງກໍສະເດັດອອກໄປແລະຫລີ້ຕົວເອງຈາກພວກເຂົາ.37ເຖິງແມ່ນວ່າພຣະອົງໄດ້ເຮັດໝາຍສຳຄັນຫລາຍປະການແກ່ພວກເຂົາ, ແຕ່ພວກເຂົາກໍຍັງບໍ່ເຊື່ອພຣະອົງ.38ເພື່ອໃຫ້ເປັນໄປຕາມທີ່ຜູ້ປະກາດພຣະທັມ ເອຊາຢາໄດ້ກ່າວໄວ້ວ່າ, “ອົງພຣະຜູ້ເປັນເຈົ້າ, ຈະມີຜູ້ໃດເຊື່ອໃນສິ່ງທີ່ຂ້ານ້ອຍບອກ? ແລະພຣະກອນຂອງພຣະອົງໄດ້ສະແດງແກ່ຜູ້ໃດ?”39ເພາະເຫດນີ້ພວກເຂົາຈຶ່ງບໍ່ເຊື່ອ, ດ້ວຍເອຊາຢາກ່າວໄວ້ອີກວ່າ,40“ພຣະອົງເຮັດໃຫ້ເຂົາຕາບອດ, ແລະໃຫ້ຈິດໃຈຂອງເຂົາແຂງກະດ້າງໄປ; ບໍ່ດັ່ງນັ້ນພວກເຂົາຈະເຫັນດ້ວຍຕາແລະເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ, ແລ້ວຫັນກັບມາເພື່ອໃຫ້ເຮົາຮັກສາພວກເຂົາໃຫ້ເຊົາດີ.”41ເອຊາຢາໄດ້ກ່າວດັ່ງນີ້ເພາະວ່າທ່ານໄດ້ເຫັນພຣະສະຫງ່າຣາສີຂອງພຣະເຢຊູ ແລະກ່າວເຖິງພຣະອົງ.42ຢ່າງໃດກໍດີ ມີເຈົ້ານາຍຫລວງຫລາຍໄດ້ເຊື່ອໃນພຣະເຢຊູ; ແຕ່ເປັນເພາະພວກຟາຣີຊາຍ, ພວກເຂົາຈຶ່ງບໍ່ເປີດເຜີຍຕົວເພື່ອທີ່ພວກເຂົາຈະບໍ່ຖືກໄລ່ອອກຈາກໂຮງທັມະເທສະໜາ.43ພວກເຂົາມັກການຍົກຍ້ອງຈາກມະນຸດ ຫລາຍກວ່າການຍົກຍ້ອງທີ່ມາຈາກພຣະເຈົ້າ.44ພຣະເຢຊູຊົງເປັ່ງສຽງດັງແລະກ່າວວ່າ, “ຜູ້ທີ່ເຊື່ອໃນເຮົາ, ເຂົາບໍ່ໄດ້ເຊື່ອໃນເຮົາເທົ່ານັ້ນ ແຕ່ເຊື່ອໃນຜູ້ທີ່ສົ່ງເຮົາມາດ້ວຍ.45ແລະຜູ້ທີ່ເຫັນເຮົາກໍຈະໄດ້ເຫັນພຣະອົງຜູ້ທີ່ສົ່ງເຮົາມາດ້ວຍ.46ເຮົາໄດ້ເຂົ້າມາເປັນຄວາມສະຫວ່າງໃນໂລກນີ້, ເພື່ອຄົນທີ່ເຊື່ອໃນເຮົາຈະບໍ່ໄດ້ຢູ່ໃນຄວາມມືດອີກ.47ຖ້າຜູ້ໃດໄດ້ຍິນຖ້ອຍຄຳຂອງເຮົາແຕ່ບໍ່ປະຕິບັດຕາມ, ເຮົາຈະບໍ່ພິພາກສາຜູ້ນັ້ນ; ເພາະເຮົາບໍ່ໄດ້ມາເພື່ອພິພາກສາໂລກນີ້, ແຕ່ມາເພື່ອຊ່ວຍໂລກນີ້ໃຫ້ລອດ.48ຜູ້ທີ່ປະຕິເສດເຮົາແລະຜູ້ທີ່ບໍ່ຮັບເອົາຖ້ອຍຄຳຂອງເຮົາ, ຈະມີຜູ້ໜຶ່ງມາພິພາກສາເຂົາ. ຄືຖ້ອຍຄຳເຫລົ່ານັ້ນທີ່ເຮົາໄດ້ກ່າວໄວ້ ຈະພິພາກສາເຂົາໃນວັນສຸດທ້າຍ.49ເພາະເຮົາບໍ່ໄດ້ກ່າວຕາມໃຈຂອງເຮົາເອງ, ແຕ່ເປັນພຣະບິດາຜູ້ສົ່ງເຮົາມາ, ເປັນຜູ້ທີ່ບັນຊາວ່າອັນໃດຄວນເວົ້າແລະອັນໃດທີ່ເຮົາຄວນກ່າວ.50ເຮົາຮູ້ວ່າພຣະບັນຊາຂອງພຣະອົງນັ້ນຄືຊີວິດອັນຕະຫລອດໄປເປັນນິດ, ດັ່ງນັ້ນເຮົາຈຶ່ງເວົ້າວ່າ ພຣະບິດາທີ່ໄດ້ເວົ້າກັບເຮົາຢ່າງໃດ, ເຮົາກໍເວົ້າຢ່າງນັ້ນ.”
1ກ່ອນເຖິງເທສະການປັດສະຄາ. ເມື່ອພຣະເຢຊູຊົງຊາບວ່າໃກ້ເຖິງເວລາທີ່ພຣະອົງຈະສະເດັດຈາກໂລກນີ້ເພື່ອໄປຫາພຣະບິດາ. ພຣະອົງຊົງຮັກຄົນຂອງພຣະອົງທີ່ຢູ່ໃນໂລກນີ້ມາຢ່າງໃດ, ແລະພຣະອົງກໍຊົງຮັກຈົນເຖິງທີ່ສຸດ.2ບັດນີ້ ມານໄດ້ດົນໃຈຢູດາ ອິສະກາຣີອົດ ລູກຂອງຊີໂມນໃຫ້ທໍຣະຍົດຕໍ່ພຣະເຢຊູ.3ພຣະອົງຊົງຮູ້ວ່າພຣະບິດາໄດ້ມອບທຸກສິ່ງໄວ້ໃນພຣະຫັດຂອງພຣະອົງ ແລະທີ່ພຣະອົງຊົງມາຈາກພຣະເຈົ້າ ແລະກຳລັງຈະສະເດັດກັບໄປຫາພຣະເຈົ້າ.4ພຣະອົງຊົງລຸກຂຶ້ນຈາກໂຕະອາຫານຂອງພຣະອົງ, ແລະຖອດເຄື່ອງທົງຊັ້ນນອກຂອງພຣະອົງອອກ. ພຣະອົງຊົງຈັບເອົາຜ້າເຊັດຕົວແລະຮັດແອວພຣະອົງໄວ້.5ແລ້ວພຣະອົງຊົງຖອກນ້ຳໃສ່ອ່າງນໍ້າແລະເລີ່ມລ້າງຕີນຂອງພວກສາວົກຂອງພຣະອົງ ແລະເຊັດດ້ວຍຜ້າທີ່ພຣະອົງຊົງຮັດແອວໄວ້ນັ້ນ.6ເມື່ອພຣະອົງມາເຖິງຊີໂມນເປໂຕ ແລະເປໂຕທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຈະລ້າງຕີນຂອງຂ້ານ້ອຍດ້ວຍຫລື?”7ພຣະເຢຊູຕອບລາວວ່າ, “ສິ່ງທີ່ເຮົາກຳລັງເຮັດຢູ່ນີ້ທ່ານຍັງບໍ່ເຂົ້າໃນຕອນນີ້, ແຕ່ທ່ານຈະເຂົ້າໃຈພາຍຫລັງ.”8ເປໂຕຕອບພຣະອົງວ່າ, “ພຣະອົງຈະບໍ່ໄດ້ລ້າງຕີນຂອງຂ້ານ້ອຍ” ພຣະເຢຊູຕອບລາວວ່າ, “ຖ້າເຮົາບໍ່ໄດ້ລ້າງຕີນໃຫ້ທ່ານ, ທ່ານຈະບໍ່ໄດ້ມີສ່ວນໃນເຮົາ.”9ຊີໂມນເປໂຕຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ບໍ່ແມ່ນແຕ່ຕີນຂອງຂ້ານ້ອຍເລີຍ, ແຕ່ຂໍລ້າງມືແລະຫົວຂອງຂ້ານ້ອຍດ້ວຍ.”10ພຣະເຢຊູກ່າວແກ່ລາວວ່າ, “ຜູ້ໃດທີ່ອາບນ້ຳແລ້ວບໍ່ຈຳເປັນລ້າງຕົວອີກ, ຍົກເວັ້ນແຕ່ຕີນຂອງເຂົາທີ່ຕ້ອງລ້າງ; ເຂົາກໍສະອາດພຽງພໍແລ້ວ, ທ່ານກໍສະອາດແລ້ວ ແຕ່ບໍ່ແມ່ນທຸກຄົນ.”11(ພຣະອົງຊົງຮູ້ວ່າໃຜຈະທໍຣະຍົດພຣະອົງ; ນັ້ນຈິ່ງເປັນເຫດທີ່ພຣະອົງກ່າວວ່າ, “ບໍ່ແມ່ນທຸກຄົນທີ່ສະອາດ.”)12ເມື່ອພຣະອົງໄດ້ລ້າງຕີນໃຫ້ພວກສາວົກຂອງພຣະອົງສຳເລັດ ແລະ ເອົາເສື້ອທົງຊັ້ນນອກຂອງພຣະອົງມາໃສ່ແລະນັ່ງລົງອີກຄັ້ງ, ພຣະອົງກ່າວແກ່ພວກເຂົາວ່າ, “ທ່ານຮູ້ບໍວ່າເຮັດໄດ້ເຮັດອັນໃດໃຫ້ກັບພວກທ່ານ?13ທ່ານເອີ້ນເຮົາວ່າ 'ອາຈານ' ແລະ 'ອົງພຣະຜູ້ເປັນເຈົ້າ,' ທ່ານເອີ້ນຖືກແລ້ວ, ເພາະເຮົາຄືຜູ້ນັ້ນແຫລະ.14ຖ້າເຊັ່ນນັ້ນ ຫາກເຮົາຊຶ່ງເປັນອົງພຣະຜູ້ເປັນເຈົ້າແລະອາຈານຂອງທ່ານ ໄດ້ລ້າງຕີນຂອງທ່ານ, ທ່ານກໍຄວນຈະລ້າງຕີນຂອງກັນແລະກັນດ້ວຍ.15ເພາະເຮົາໄດ້ວາງແບບຢ່າງໃຫ້ພວກທ່ານເພື່ອທ່ານຈະໄດ້ປະຕິບັດເຊັ່ນດຽວກັນ ກັບທີ່ເຮົາໄດ້ເຮັດໃຫ້ກັບທ່ານ.16ເຮົາບອກຄວາມຈິງແກ່ທ່ານວ່າ, ຂ້າໃຊ້ຈະບໍ່ເປັນໃຫຍ່ກວ່ານາຍ; ແລະຜູ້ສົ່ງຂ່າວກໍບໍ່ເປັນໃຫຍ່ໄປກວ່າຜູ້ທີ່ສົ່ງເຂົາໄປ.17ຫາກທ່ານເຂົ້າໃຈສິ່ງເຫລົ່ານີ້ ຖ້າທ່ານເຮັດຕາມທ່ານຈະໄດ້ຮັບພອນ.18ເຮົາບໍ່ເວົ້າເຖິງທ່ານທັງໝົດ ເຮົາຮູ້ຈັກຜູ້ທີ່ເຮົາໄດ້ເລືອກ ແຕ່ທີ່ເປັນເປັນເຊັ່ນນີ້ກໍເພື່ອໃຫ້ພຣະຄັມສົມບູນ: ‘ຜູ້ທີ່ຮັບປະທານອາຫານຂອງເຮົາຄືຜູ້ທີ່ຈະຍົກສົ້ນຕີນຕໍ່ຕ້ານເຮົາ.’19ເຮົາບອກເລື່ອງນີ້ແກ່ທ່ານກ່ອນທີ່ສິ່ງເຫລົ່ານີ້ຈະເກີດຂຶ້ນ, ເພື່ອວ່າທ່ານຈະເຊື່ອວ່າ ເຮົາເປັນ.20ເຮົາບອກຄວາມຈິງກັບທ່ານວ່າ, ຜູ້ໃດກໍຕາມທີ່ຮັບຜູ້ທີ່ເຮົາສົ່ງໄປ, ກໍຈະຮັບເຮົາດ້ວຍ, ແລະຜູ້ໃດທີ່ຮັບເຮົາ, ເຂົາກໍຈະຮັບພຣະອົງຜູ້ທີ່ສົ່ງເຮົາມາ.”21ເມື່ອພຣະເຢຊູຊົງກ່າວສິ່ງເຫລົ່ານີ້, ພຣະອົງກໍເປັນທຸກຫລາຍໃນວິນຍານຂອງພຣະອົງ. ພຣະອົງໄດ້ເປັນພະຍານແລະກ່າວວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ ຄົນໜຶ່ງໃນພວກທ່ານຈະທໍຣະຍົດເຮົາ.”22ພວກສາວົກກໍເລີ່ມເບິ່ງໜ້າກັນແລະສົງສັຍວ່າພຣະອົງກ່າວເຖິງຜູ້ໃດ.23ໜຶ່ງໃນສາວົກຂອງພຣະອົງ, ຜູ້ທີ່ພຣະອົງຊົງຮັກທີ່ສຸດ, ກຳລັງເນີ້ງກາຍຢູ່ຂ້າງໆ ໂຕະອາຫານເຖິງພຣະຊວງຂອງພຣະອົງ.24ຊີໂມນເປໂຕຈຶ່ງຍິກໜ້າໃສ່ສາວົກຜູ້ນັ້ນກ່າວວ່າ, “ບອກເຮົາເຖີ້ນວ່າທີ່ພຣະອົງກ່າວນັ້ນແມ່ນຜູ້ໃດ.”25ລາວກໍເອນຢູ່ໃກ້ກັບພຣະເຢຊູແລະເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຜູ້ນັ້ນແມ່ນຜູ້ໃດ?”26ແລ້ວພຣະເຢຊູຊົງຕອບລາວວ່າ, “ຄືຄົນທີ່ເຮົາຈະເອົາເຂົ້າຈ້ຳແລ້ວຍື່ນໃຫ້ແກ່ລາວ” ເມື່ອພຣະອົງເອົາເຂົ້າຈີ່ຈ້ຳແລ້ວ, ພຣະອົງຊົງຍື່ນໃຫ້ແກ່ຢູດາລູກຊີໂມນອິສະກາຣີອົດ.27ຫລັງຈາກນັ້ນ ເມື່ອລາວໄດ້ກິນເຂົ້າຈີ່ຄຳນັ້ນແລ້ວ, ຊາຕານກໍເຂົ້າສິງລາວ, ແລ້ວພຣະເຢຊູບອກວ່າ, “ທ່ານຈະເຮັດອັນໃດ ກໍຈົ່ງເຮັດໄວ ແມ.”28ໃນຂະນະທີ່ທຸກຄົນກຳລັງນັ່ງຮ່ວມໂຕະຢູ່ ບໍ່ມີຜູ້ໃດຮູ້ວ່າເປັນຫຍັງພຣະເຢຊູຈຶ່ງກ່າວກັບລາວຢ່າງນັ້ນ.29ບາງຄົນຄິດວ່າ, ເພາະຢູດາຖືຖົງເງິນ, ພຣະເຢຊູຈຶ່ງກ່າວກັບລາວວ່າ, “ຈົ່ງຊື້ສິ່ງທີ່ເຮົາຕ້ອງການສຳລັບງານເທສະການ” ຫລືທ່ານຈົ່ງໃຫ້ບາງສິ່ງແກ່ຄົນຍາກຈົນ.30ຫລັງຈາກທີ່ຢູດາໄດ້ຮັບເຂົ້າຈີ່ແລ້ວ, ລາວກໍອອກໄປທັນທີ. ຕອນນັ້ນເປັນເວລາກາງຄືນ.31ເມື່ອຢູດາອອກໄປແລ້ວ, ພຣະເຢຊູກໍກ່າວວ່າ, “ເຖິງເວລາແລ້ວທີ່ບຸດມະນຸດຈະໄດ້ຮັບກຽດຕິຍົດ, ແລະພຣະເຈົ້າຈະໄດ້ຮັບກຽດຕິຍົດໃນບຸດມະນຸດ.32ພຣະເຈົ້າຈະໄດ້ຮັບກຽດຕິຍົດໃນຕົວຂອງທ່ານຜູ້ນັ້ນ, ແລະພຣະອົງຈະໃຫ້ບຸດມະນຸດໄດ້ຮັບກຽດຕິຍົດໃນທັນທີ.33ລູກນ້ອຍທັງຫລາຍ, ເຮົາຈະຢູ່ກັບທ່ານອີກໜ້ອຍໜຶ່ງ. ພວກເຈົ້າຈະຊອກຫາເຮົາ, ແລະເໝືອນກັບເຮົາໄດ້ບອກກັບພວກຢິວ, ‘ບ່ອນເຮົາຈະໄປນັ້ນ ພວກເຈົ້າໄປບໍ່ໄດ້’, ຕອນນີ້ເຮົາກໍບອກພວກເຈົ້າເຊັ່ນນີ້ດ້ວຍ.34ເຮົາໃຫ້ບັນຍັດໃໝ່ໄວ້ແກ່ທ່ານ, ທ່ານຈົ່ງຮັກເຊິ່ງກັນແລະກັນ; ຢ່າງທີ່ເຮົາໄດ້ຮັກທ່ານ, ດັ່ງນັ້ນທ່ານກໍຈົ່ງຮັກກັນແລະກັນດ້ວຍ.35ດ້ວຍເຫດນີ້ທຸກຄົນຈະຮູ້ວ່າທ່ານເປັນສາວົກຂອງເຮົາ, ຖ້າທ່ານຮັກເຊິ່ງກັນແລະກັນ.”36ຊີໂມນເປໂຕໄດ້ທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ທ່ານຈະສະເດັດໄປໃສ?” ພຣະເຢຊູຊົງຕອບວ່າ, “ບ່ອນທີ່ເຮົາຈະໄປນັ້ນ, ທ່ານຕາມເຮົາໄປບໍ່ໄດ້, ແຕ່ທ່ານຈະຕາມເຮົາໄປໃນພາຍຫລັງ.”37ເປໂຕທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນຫຍັງຈຶ່ງຕາມພຣະອົງໄປຕອນນີ້ບໍ່ໄດ້? ຂ້ານ້ອຍຈະສະຫລະຊີວິດນີ້ຖວາຍແດ່ພຣະອົງ.”38ພຣະເຢຊູຕອບວ່າ, “ທ່ານຈະສະຫລະຊີວິດຂອງທ່ານໃຫ້ເຮົາຫລື? ເຮົາບອກແກ່ທ່ານວ່າ, ກ່ອນໄກ່ຂັນທ່ານຈະປະຕິເສດເຮົາສາມເທື່ອ.”
1“ຢ່າໃຫ້ໃຈຂອງທ່ານເປັກທຸກເລີຍ. ຖ້າທ່ານເຊື່ອໃນພຣະເຈົ້າ, ທ່ານກໍເຊື່ອໃນເຮົາດ້ວຍ.2ໃນຜາສາດຂອງພຣະບິດາຂອງເຮົານັ້ນມີທີ່ຢູ່ຫລວງຫລາຍ. ຖ້າບໍ່ມີ, ເຮົາຄົງບອກພວກທ່ານ, ເຮົາຈະໄປຈັດແຈ່ງບ່ອນໄວ້ສຳລັບທ່ານ.3ຖ້າເຮົາໄປຈັດແຈ່ງບ່ອນໄວ້ສຳລັບພວກທ່ານ, ເຮົາຈະກັບມາອີກແລະຮັບທ່ານໄປຢູ່ກັບເຮົາ, ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນດ້ວຍ.4ທ່ານຮູ້ຈັກທາງທີ່ເຮົາກຳລັງຈະໄປ.”5ໂທມາທູນພຣະເຢຊູວ່າ, “ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍບໍ່ຮູ້ວ່າທ່ານກຳລັງຈະໄປໃສ, ຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?”6ພຣະເຢຊູຕອບລາວວ່າ, “ເຮົາເປັນທາງນັ້ນ, ເປັນຄວາມຈິງ, ແລະເປັນຊີວິດ; ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກຈະຜ່ານທາງເຮົາ.7ຖ້າທ່ານຮູ້ຈັກເຮົາ, ທ່ານກໍຈະຮູ້ຈັກພຣະບິດາຂອງເຮົາດ້ວຍ. ຈາກນີ້ເປັນຕົ້ນໄປ ທ່ານຮູ້ຈັກພຣະບິດາແລະໄດ້ເຫັນພຣະອົງແລ້ວ.”8ຟີລິບທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຊົງສະແດງພຣະບິດາແກ່ພວກຂ້ານ້ອຍແດ່ທ້ອນ, ນັ້ນກໍເປັນທີເພິງພໍໃຈແກ່ພວກຂ້ານ້ອຍແລ້ວ.”9ພຣະເຢຊູຕອບລາວວ່າ, “ຟີລິບເອີຍ, ເຮົາໄດ້ຢູ່ກັບພວກທ່ານມາດົນນານຫລາຍແລະທ່ານກໍຍັງບໍ່ຮູ້ຈັກເຮົາ? ຜູ້ໃດກໍຕາມທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ, ທ່ານເວົ້າໄດ້ຢ່າງໃດວ່າ, ‘ຂໍຊົງສຳແດງພຣະບິດາ?’10ທ່ານບໍ່ເຊື່ອວ່າເຮົາຢູ່ໃນພຣະບິດາ ແລະພຣະບິດາຊົງຢູ່ໃນເຮົາຫລື? ຖ້ອຍຄຳທີ່ເຮົາກ່າວແກ່ທ່ານ ເຮົາບໍ່ໄດ້ກ່າວໂດຍສິດອຳນາດຂອງເຮົາເອງ, ແຕ່ເປັນພຣະບິດາຜູ້ຊົງສະຖິດຢູ່ໃນເຮົາແລະກຳລັງທຳງານຂອງພຣະອົງ.11ຈົ່ງເຊື່ອເຮົາເຖີດວ່າເຮົາຢູ່ໃນພຣະບິດາ, ແລະພຣະບິດາຊົງຢູ່ໃນເຮົາ, ຫລືບໍ່ດັ່ງນັ້ນ ກໍຈົ່ງເຊື່ອເພາະການງານທັງຫລາຍເຫລົ່ານັ້ນ.12ເຮົາບອກຄວາມຈິງແກ່ທ່ານວ່າ, ຜູ້ທີ່ເຊື່ອໃນເຮົາຈະເຮັດງານທີ່ເຮົາເຮັດ, ແລະຜູ້ນັ້ນຈະເຮັດງານທີ່ຍິ່ງໃຫຍ່ກວ່ານີ້ ເພາະວ່າເຮົາກຳລັງຈະໄປຫາພຣະບິດາ.13ສິ່ງໃດກໍຕາມທີ່ທ່ານຂໍໃນນາມຂອງເຮົາ, ເຮົາຈະເຮັດສິ່ງນັ້ນເພື່ອທີ່ພຣະບິດາຈະຊົງຮັບກຽດໃນພຣະບຸດ.14ຖ້າທ່ານຂໍສິ່ງໃດໃນນາມຂອງເຮົາ, ເຮົາຈະເຮັດສິ່ງນັ້ນໃຫ້.15“ຖ້າທ່ານຮັກເຮົາ, ທ່ານຈະຮັກສາບັນຍັດຂອງເຮົາ.16ເຮົາຈະອະທິຖານຂໍຈາກພຣະບິດາ, ແລະພຣະອົງຈະຊົງປຣະທານອົງຜູ້ຊ່ອຍອີກທ່ານໜຶ່ງ, ເພື່ອທີ່ພຣະອົງນັ້ນຈະໄດ້ຢູ່ກັບພວກທ່ານສະເໝີໄປ,17ຄືພຣະວິນຍານແຫ່ງຄວາມຈິງ. ຜູ້ຊຶ່ງໂລກບໍ່ສາມາດຮັບໄວ້ໄດ້ ເພາະບໍ່ເຫັນແລະບໍ່ຮູ້ຈັກພຣະອົງ. ແຕ່ທ່ານຮູ້ຈັກພຣະອົງ, ເພາະພຣະອົງຊົງສະຖິດຢູ່ກັບທ່ານແລະຢູ່ໃນທ່ານ.18“ເຮົາຈະບໍ່ປະຖິ້ມທ່ານໄວ້ພຽງລຳພັງ; ເຮົາຈະກັບມາຫາທ່ານ.19ອີກໜ້ອຍໜຶ່ງໂລກນີ້ຈະບໍ່ເຫັນເຮົາ, ແຕ່ທ່ານຍັງຈະເຫັນເຮົາ. ເພາະເຮົາຊົງເປັນຢູ່, ແລະທ່ານກໍຈະມີຊີວິດຢູ່ກັບເຮົາດ້ວຍ.20ໃນວັນນັ້ນທ່ານຈະຮູ້ວ່າເຮົາຢູ່ໃນພຣະບິດາ, ແລະທ່ານກໍຢູ່ໃນເຮົາ, ແລະເຮົາກໍຢູ່ໃນທ່ານ.21ຜູ້ທີ່ມີບັນຍັດຂອງເຮົາແລະຖືຮັກສາບັນຍັດເຫລົ່ານັ້ນໄວ້ ຜູ້ນັ້ນກໍຄືຜູ້ທີ່ຮັກເຮົາ, ແລະຜູ້ທີ່ຮັກເຮົານັ້ນ ພຣະບິດາຂອງເຮົາຈະຊົງຮັກເຂົາດ້ວຍ, ເຮົາຈະຮັກເຂົາ ແລະເຮົາຈະສຳແດງຕົວຂອງເຮົາໃຫ້ແກ່ເຂົາ.”22ຢູດາ (ຊຶ່ງບໍ່ແມ່ນອິສະກາຣີອົດ) ທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນຫຍັງພຣະອົງຈຶ່ງສຳແດງຕົວພຣະອົງເອງແກ່ພວກຂ້ານ້ອຍ ແຕ່ບໍ່ສຳແດງຕໍ່ໂລກ?”23ພຣະເຢຊູຕອບລາວວ່າ, “ຖ້າຜູ້ໃດຮັກເຮົາ, ເຂົາຈະຮັກສາຖ້ອຍຄຳຂອງເຮົາ. ພຣະບິດາຂອງເຮົາຈະຮັກເຂົາ ແລະເຮົາກັບພຣະບິດາຈະມາຫາເຂົາ ແລະເຮົາທັງສອງຈະຕັ້ງຢູ່ກັບເຂົາ.24ຜູ້ທີ່ບໍ່ຮັກເຮົາ ກໍຈະບໍ່ຮັກສາຖ້ອຍຄຳຂອງເຮົາ, ຖ້ອຍຄຳທີ່ທ່ານໄດ້ຍິນ ບໍ່ໄດ້ມາຈາກເຮົາ ແຕ່ມາຈາກພຣະບິດາຂອງເຮົາຜູ້ທີ່ສົ່ງເຮົາມາ.25ເຮົາໄດ້ກ່າວສິ່ງເຫລົ່ານີ້ແກ່ທ່ານ, ໃນຂະນະທີ່ເຮົາຍັງຢູ່ກັບທ່ານ.26ແຕ່ພຣະຜູ້ຊ່ອຍຄືພຣະວິນຍານບໍຣິສຸດຜູ້ທີ່ພຣະບິດາຈະສົ່ງມາໃນນາມຂອງເຮົາ ພຣະອົງຈະຊົງສອນທ່ານທັງຫລາຍໃນທຸກສິ່ງ ແລະຈະເຮັດໃຫ້ທ່ານຣະນຶກເຖິງທຸກສິ່ງທີ່ເຮົາໄດ້ເວົ້າໄວ້ແກ່ທ່ານ.27ເຮົາມອບສັນຕິສຸກໄວ້ກັບທ່ານ; ຄືສັນຕິສຸກຂອງເຮົາ. ບໍ່ແມ່ນສັນຕິສຸກເໝືອນຢ່າງທີ່ໂລກໃຫ້. ຢ່າໃຫ້ໃຈຂອງທ່ານຕ້ອງທຸກແລະຢ່າຢ້ານເລີຍ.28ທ່ານໄດ້ຍິນໃນສິ່ງທີ່ເຮົາກ່າວແກ່ທ່ານວ່າ, ‘ເຮົາຈະຈາກໄປແລະເຮົາຈະກັບມາຫາພວກທ່ານອີກ’ ຖ້າທ່ານຮັກເຮົາ, ທ່ານຈະຊົມຊື່ນຍິນດີເພາະເຮົາຈະໄປຫາພຣະບິດາ, ເພາະພຣະບິດາຊົງຍິ່ງໃຫຍ່ກວ່າເຮົາ.29ດຽວນີ້ເຮົາໄດ້ບອກສິ່ງນີ້ແກ່ທ່ານກ່ອນທີ່ຈະເກີດຂຶ້ນ, ເພາະວ່າເມື່ອເຫດການເຫລົ່ານີ້ເກີດຂຶ້ນ, ທ່ານຈະເຊື່ອ.30ຕັ້ງແຕ່ນີ້ໄປເຮົາຈະບໍ່ສົນທະນາຫລາຍກັບພວກທ່ານ, ເພາະວ່າຜູ້ປົກຄອງໂລກຈະມາ. ຜູ້ນັ້ນບໍ່ມີສິດອັນໃດກ່ຽວກັບເຮົາ,31ແຕ່ເຮົາໄດ້ເຮັດຕາມທີ່ພຣະບິດາໄດ້ຊົງບັນຊາ, ເພື່ອໂລກຈະໄດ້ຮູ້ວ່າເຮົາຮັກພຣະບິດາ. ໃຫ້ພວກເຮົາພາກັນຈາກທີ່ນີ້ໄປເທາະ.”
1“ເຮົາເປັນເຄືອອະງຸ່ນອັນແທ້, ແລະພຣະບິດາເປັນຜູ້ບົວລະບັດສວນ.2ພຣະອົງຊົງຊົງຕັດກິ່ງທຸກກິ່ງໃນເຮົາທີ່ບໍ່ເກີດຜົນ, ແລະພຣະອົງຊົງຕອນກິ່ງທຸກກິ່ງທີ່ເກີດຜົນ ເພື່ອທີ່ກິ່ງນັ້ນຈະເກີດຜົນຫລາຍຍິ່ງຂຶ້ນ.3ທ່ານສະອາດບໍຣິສຸດແລ້ວເພາະພຣະທັມທີ່ເຮົາໄດ້ກ່າວກັບທ່ານ.4ຈົ່ງຢູ່ໃນເຮົາ, ແລະເຮົາຢູ່ໃນທ່ານ. ກໍເໝືອນກັບກິ່ງຈະເກີດຜົນເອງບໍ່ໄດ້ ນອກຈາກຈະຕິດຢູ່ກັບເຄືອ, ທ່ານເອງກໍຈະເກີດຜົນບໍ່ໄດ້, ນອກຈາກທ່ານຈະຢູ່ໃນເຮົາ.5ເຮົາເປັນເຄືອອະງຸ່ນ, ທ່ານເປັນກິ່ງ. ຜູ້ທີ່ຢູ່ໃນເຮົາ ແລະເຮົາຢູ່ໃນເຂົາ, ຜູ້ນັ້ນຈະເກີດຜົນຫລາຍ, ເພາະຖ້າບໍ່ມີເຮົາເຂົາກໍເຮັດສິ່ງໃດບໍ່ໄດ້ເລີຍ.6ຖ້າຜູ້ໃດບໍ່ໄດ້ຢູ່ໃນເຮົາ, ເຂົາຈະຖືກໂຍນຖິ້ມໄປເໝືອນກິ່ງທີ່ຫ່ຽວແຫ້ງ, ພວກເຂົາຈະເກັບຮວບຮວມກິ່ງເຫລົ່ານັ້ນແລະໂຍນເຂົ້າໄປໃນກອງໄຟ, ແລະເຜົາໄຟເສັຽ.7ຖ້າທ່ານຢູ່ໃນເຮົາ, ແລະຖ້ອຍຄຳຂອງເຮົາຝັງຢູ່ໃນທ່ານ, ຈົ່ງທູນຂໍສິ່ງໃດກໍຕາມທີ່ທ່ານຈະປາຖນາ, ແລະທ່ານກໍຈະໄດ້ສິ່ງນັ້ນ.8ພຣະບິດາຂອງເຮົາໄດ້ຊົງຮັບກຽດໃນສິ່ງນີ້, ເພາະເມື່ອທ່ານເກີດຜົນຫລາຍ ທ່ານກໍເປັນສາວົກຂອງເຮົາ.9ພຣະບິດາໄດ້ຊົງຮັກເຮົາຢ່າງໃດ, ເຮົາກໍຮັກທ່ານຢ່າງນັ້ນ. ຈົ່ງຢູ່ໃນຄວາມຮັກຂອງເຮົາ.10ຖ້າທ່ານເຮັດຕາມບັນຍັດຂອງເຮົາ, ທ່ານກໍຈະຢູ່ໃນຄວາມຮັກຂອງເຮົາ, ເຊັ່ນດຽວກັນກັບເຮົາໄດ້ເຮັດຕາມບັນຍັດພຣະບິດາຂອງເຮົາ ແລະຢູ່ໃນຄວາມຮັກຂອງພຣະອົງ.11ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ທ່ານທັງຫລາຍ ເພື່ອຄວາມຍິນດີຂອງເຮົາຈະຢູ່ໃນທ່ານ ແລະຄວາມຍິນດີຂອງທ່ານຈະຄົບບໍຣິບູນ.12ນີ້ຄືຄຳບັນຊາຂອງເຮົາ, ໃຫ້ທ່ານຮັກຊຶ່ງກັນແລະກັນ ເໝືອນຢ່າງທີ່ເຮົາໄດ້ຮັກທ່ານ.13ບໍ່ມີຜູ້ໃດມີຄວາມຮັກທີ່ຍິ່ງໃຫຍ່ກວ່ານີ້, ທີ່ເຂົາຈະໄດ້ສະຫລະຊີວິດຂອງເຂົາແກ່ສະຫາຍຂອງຕົນ.14ທ່ານເປັນສະຫາຍຂອງເຮົາ ຖ້າທ່ານເຮັດຕາມສິ່ງທີ່ເຮົາໄດ້ບັນຊາໄວ້ແກ່ທ່ານ.15ເຮົາບໍ່ເອີ້ນທ່ານວ່າຂ້ອຍໃຊ້ອີກຕໍ່ໄປ, ເພາະຂ້ອຍໃຊ້ບໍ່ຮູ້ວ່າເຈົ້ານາຍຂອງຕົນກຳລັງເຮັດອັນໃດຢູ່. ເຮົາໄດ້ເອີ້ນທ່ານວ່າເປັນສະຫາຍຂອງເຮົາ, ເພາະທຸກສິ່ງທີ່ເຮົາໄດ້ຍິນຈາກພຣະບິດາຂອງເຮົາ, ເຮົາກໍໄດ້ສຳແດງແກ່ທ່ານດ້ວຍ.16ທ່ານບໍ່ໄດ້ເລືອກເອົາເຮົາ, ແຕ່ເຮົາໄດ້ເລືອກເອົາທ່ານແລະໄດ້ແຕ່ງຕັ້ງທ່ານໄວ້ ເພື່ອທີ່ທ່ານຈະອອກໄປແລະເກີດຜົນ, ແລະເພື່ອທີ່ຜົນຂອງທ່ານຈະຕັ້ງຢູ່. ເພື່ອວ່າເມື່ອທ່ານທູນຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ, ພຣະອົງຈະມອບສິ່ງນັ້ນໃຫ້ແກ່ທ່ານ.17ສິ່ງເຫລົ່ານີ້ທີ່ເຮົາໄດ້ບັນຊາແກ່ທ່ານນັ້ນ, ຄືໃຫ້ທ່ານຮັກຊຶ່ງກັນແລະກັນ.18ຖ້າໂລກກຽດຊັງທ່ານ, ຈົ່ງຮູ້ເຖີ້ນວ່າໂລກໄດ້ກຽດຊັງເຮົາກ່ອນທີ່ຈະກຽດຊັງທ່ານ.19ຖ້າທ່ານເປັນຂອງໂລກ, ໂລກກໍຈະຮັກທ່ານເໝືອນທ່ານເປັນຂອງໂລກ. ແຕ່ເພາະວ່າທ່ານບໍ່ໄດ້ເປັນຂອງໂລກແລະເພາະເຮົາໄດ້ເລືອກເອົາທ່ານອອກມາຈາກໂລກ, ດັ່ງນັ້ນໂລກຈຶ່ງກຽດຊັງທ່ານ.20ຈົ່ງຣະນຶກເຖິງຄຳທີ່ເຮົາໄດ້ກ່າວກັບທ່ານວ່າ, 'ຂ້ອຍໃຊ້ບໍ່ເປັນໃຫຍ່ກວ່ານາຍຂອງຕົນ' ຖ້າເຂົາຂົ່ມເຫັງເຮົາ, ເຂົາກໍຈະຂົ່ມເຫັງທ່ານດ້ວຍ; ຖ້າເຂົາເຮັດຕາມຂໍ້ຄວາມຂອງເຮົາ, ເຂົາກໍຈະເຮັດຕາມຂໍ້ຄວາມຂອງທ່ານດ້ວຍ.21ເຂົາຈະເຮັດສິ່ງເຫລົ່ານັ້ນແກ່ທ່ານ ເພາະນາມຂອງເຮົາ, ເພາະວ່າພວກເຂົາບໍ່ຮູ້ຈັກພຣະອົງຜູ້ສົ່ງເຮົາມາ.22ຖ້າເຮົາບໍ່ໄດ້ມາເພື່ອທີ່ຈະກ່າວສິ່ງເຫລົ່ານີ້ແກ່ພວກເຂົາ, ພວກເຂົາກໍຄົງບໍ່ມີບາບ, ແຕ່ຕອນນີ້ພວກເຂົາບໍ່ມີຂໍ້ແກ້ຕົວອັນໃດໃນເລື່ອງຄວາມບາບຂອງພວກເຂົາ.23ຜູ້ໃດທີ່ກຽດຊັງເຮົາກໍຈະກຽດຊັງພຣະບິດາຂອງເຮົາດ້ວຍ.24ຖ້າເຮົາບໍ່ໄດ້ເຮັດກິຈະການທີ່ບໍ່ມີຜູ້ໃດໄດ້ເຮັດຖ້າມກາງພວກເຂົາ, ພວກເຂົາກໍຄົງບໍ່ມີບາບ, ແຕ່ຕອນນີ້ພວກເຂົາໄດ້ເຫັນແລະຍັງໄດ້ກຽດຊັງແລະພຣະບິດາດ້ວຍ.25ແຕ່ເພື່ອພຣະທັມທີ່ໄດ້ບອກເອົາໄວ້ໃນພຣະບັນຍັດຂອງພວກເຂົາວ່າ ‘ພວກເຂົາກຽດຊັງເຮົາໂດຍບໍ່ມີສາເຫດ’ ຈະເປັນຈິງ.26ເມື່ອອົງພຣະຜູ້ຊ່ອຍ ຄືຜູ້ທີ່ເຮົາຈະສົ່ງມາຍັງທ່ານ ຊຶ່ງມາຈາກພຣະບິດາ, ນັ້ນຄື, ພຣະວິນຍານແຫ່ງຄວາມຈິງ, ຜູ້ທີ່ອອກຈາກພຣະບິດານັ້ນ, ພຣະອົງຈະເປັນພະຍານກ່ຽວກັບເຮົາ.27ທ່ານເອງກໍເປັນພະຍານເໝືອນກັນ ເພາະວ່າທ່ານໄດ້ຢູ່ກັບເຮົາຕັ້ງແຕ່ເລີ່ມຕົ້ນ.
1"ເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານເພື່ອທີ່ທ່ານຈະບໍ່ສະດຸດລົ້ມ.2ພວກເຂົາຈະໄລ່ທ່ານອອກຈາກໂຮງທັມະເທສະໜາ ແຕ່ເວລານັ້ນຈະມາເຖິງເມື່ອບຸກຄົນທີ່ຂ້າທ່ານຈະຄຶດວ່າ ຕົນກຳລັງເຮັດການນີ້ເພື່ອບູຊາຕໍ່ພຣະເຈົ້າ.3ພວກເຂົາຈະເຮັດສິ່ງເຫລົ່ານີ້ ເພາະວ່າພວກເຂົາບໍ່ຮູ້ຈັກພຣະບິດາ ແລະບໍ່ຮູ້ຈັກເຮົາດ້ວຍ.4ເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານ ເມື່ອເວລານັ້ນມາເຖິງ, ທ່ານຈະຣະນຶກວ່າເຮົາໄດ້ບອກກັບທ່ານກ່ຽວກັບພວກເຂົາ. ເຮົາບໍ່ໄດ້ບອກສິ່ງເຫລົ່ານີ້ແກ່ທ່ານຕັ້ງແຕ່ທຳອິດ, ເພາະວ່າເຮົາຍັງຢູ່ກັບທ່ານ.5ແຕ່ຕອນນີ້ເຮົາຈະໄປຫາຜູ້ຊົງໃຊ້ເຮົາມາ, ແຕ່ບໍ່ມີຜູ້ໃດໃນພວກທ່ານຖາມເຮົາວ່າ, ‘ພຣະອົງກຳລັງສະເດັດໄປທີ່ໃດ’.6ແຕ່ເພາະເຮົາໄດ້ບອກສິ່ງເຫລົ່ານີ້ກັບທ່ານ, ຈິດໃຈຂອງທ່ານຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ.7ແຕ່ເຮົາບອກຄວາມຈິງແກ່ທ່ານວ່າ, ເປັນການດີກວ່າທີ່ເຮົາຈະຈາກທ່ານໄປ. ເພາະຖ້າເຮົາບໍ່ຈາກທ່ານໄປ, ອົງຜູ້ຊ່ອຍນັ້ນຈະບໍ່ໄດ້ມາຫາທ່ານ, ແຕ່ຖ້າເຮົາຈາກໄປ, ເຮົາກໍຈະສົ່ງພຣະອົງມາຫາທ່ານ.8ເມື່ອພຣະອົງສະເດັດມາ, ອົງຜູ້ຊ່ອຍຈະພິສູດໃຫ້ໂລກຮູ້ແຈ້ງຄວາມຜິດບາບ, ຄວາມຊອບທັມ, ແລະການພິພາກສາ.9ໃນເລື່ອງບາບນັ້ນ, ເພາະພວກເຂົາບໍ່ໄດ້ເຊື່ອໃນເຮົາ.10ໃນເລື່ອງຄວາມຊອບທັມນັ້ນ, ເພາະເຮົາກຳລັງຈະໄປຫາພຣະບິດາ, ແລະທ່ານຈະບໍ່ເຫັນເຮົາອີກ.11ແລະໃນເລື່ອງການພິພາກສານັ້ນ, ເພາະຜູ້ປົກຄອງໂລກນີ້ໄດ້ຖືກພິພາກສາແລ້ວ.12ເຮົາຍັງມີອີກຫລາຍສິ່ງທີ່ຈະບອກກັບພວກທ່ານ, ແຕ່ພວກທ່ານຈະຍັງບໍ່ເຂົ້າໃຈສິ່ງເຫລົ່ານັ້ນໃນຕອນນີ້.13ແຕ່ເມື່ອຜູ້ນັ້ນ, ຄືພຣະວິນຍານແຫ່ງຄວາມຈິງສະເດັດມາ, ພຣະອົງຈະນຳທ່ານໄປສູ່ຄວາມຈິງ, ເພາະພຣະອົງຈະບໍ່ກ່າວຕາມໃຈຂອງພຣະອົງເອງ. ແຕ່ພຣະອົງຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ, ແລະພຣະອົງຈະເວົ້າກັບທ່ານສິ່ງໃດຈະມາເຖິງ.14ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ, ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາແລະພຣະອົງຈະບອກສິ່ງເຫລົ່ານັ້ນແກ່ທ່ານ.15ທຸກສິ່ງທີ່ພຣະບິດາຊົງມີນັ້ນເປັນຂອງເຮົາ. ເຫດສັນນັ້ນ, ເຮົາຈຶ່ງບອກວ່າພຣະວິນຍານຊົງເອົາສິ່ງຊຶ່ງເປັນຂອງເຮົາແລະພຣະອົງຈະບອກສິ່ງເຫລົ່ານັ້ນແກ່ທ່ານ.16ໃນອີກບໍ່ດົນທ່ານຈະບໍ່ເຫັນເຮົາ, ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ.”17ແລ້ວບາງຄົນໃນພວກສາວົກຂອງພຣະອົງກໍ່ເວົ້າຕໍ່ກັນວ່າ, “ພຣະອົງນັ້ນກຳລັງກ່າວສິ່ງໃດແກ່ເຮົາທີ່ວ່າ, ‘ໃນອີກບໍ່ດົນທ່ານຈະບໍ່ເຫັນເຮົາ ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ,' ແລະ ‘ເພາະວ່າເຮົາຈະໄປຫາພຣະບິດາ’?"18ດັ່ງນັ້ນພວກເຂົາຈຶ່ງເວົ້າວ່າ, “ທີ່ພຣະອົງກ່າວວ່າ 'ອີກບໍ່ດົນ' ນັ້ນໝາຍຄວາມວ່າຢ່າງໃດ? ພວກເຮົາບໍ່ເຂົ້າໃຈວ່າພຣະອົງກຳລັງເວົ້າເຖິງສິ່ງໃດ?”19ພຣະເຢຊູຊົງຊາບວ່າພວກເຂົາຕ້ອງການທີ່ຈະຖາມພຣະອົງ, ພຣະອົງຈຶ່ງຊົງກ່າວແກ່ພວກເຂົາວ່າ, “ນີ້ຄືສິ່ງທີ່ທ່ານກຳລັງຖາມກັນໃນໝູ່ພວກທ່ານເອງຫລືທີ່ວ່າ, ‘ອີກບໍ່ດົນ ທ່ານຈະບໍ່ເຫັນເຮົາ, ແລະພາຍຫລັງອີກບໍ່ດົນທ່ານກໍຈະເຫັນເຮົາ?'20ເຮົາບອກຄວາມຈິງແກ່ພວກທ່ານວ່າ, ທ່ານຈະຮ້ອງໄຫ້ແລະຮ່ຳໄຮ, ແຕ່ໂລກນັ້ນຈະຍິນດີ. ທ່ານຈະເຕັມໄປດ້ວຍຄວາມທຸກໂສກເສົ້າ, ແຕ່ຄວາມເສັຽໃຈຂອງທ່ານຈະປ່ຽນເປັນຄວາມຊື່ນຊົມຍິນດີ.21ເມື່ອຜູ້ຍິງນັ້ນໃຫ້ເກີດລູກ ນາງກໍມີຄວາມທຸກໂສກເພາະວ່າກຳນົດຂອງນາງມາເຖິງແລ້ວ, ແຕ່ເມື່ອນາງໄດ້ເກີດລູກຂອງນາງອອກມາແລ້ວ ນາງກໍຈະບໍ່ຣະນຶກເຖິງຄວາມເຈັບປວດຂອງນາງອີກ ເພາະມີຄວາມຊົມຊື່ນຍິນດີທີ່ລູກຂອງນາງໄດ້ເກີດມາໃນໂລກນີ້.22ໃນຂະນະທີ່ທ່ານເສົ້າໂສກ, ແຕ່ເຮົາຈະມາຫາທ່ານອີກ, ແລະຈິດໃຈຂອງທ່ານຈະຍິນດີ, ແລະຈະບໍ່ມີຜູ້ໃດເອົາຄວາມຊື່ນຊົມຍິນດີນັ້ນໄປຈາກທ່ານໄດ້.23ໃນວັນນັ້ນທ່ານຈະບໍ່ຖາມເຮົາເຖິງສິ່ງໃດອີກ. ເຮົາບອກຄວາມຈິງແກ່ທ່່ານວ່າ, ຖ້າທ່ານທູນຂໍສິ່ງໃດຈາກພຣະບິດາໃນນາມຂອງເຮົາ, ພຣະອົງຈະໃຫ້ແກ່ທ່ານ.24ເຖິງບັດນີ້ຖ້າທ່ານຍັງບໍ່ໄດ້ຂໍສິ່ງໃດນຳນາມຂອງເຮົາ. ຈົ່ງຂໍເຖີດ, ແລ້ວທ່ານຈະໄດ້ຮັບເພື່ອທີ່ຄວາມຍິນດີຂອງທ່ານຈະເຕັມບໍຣິບູນ.25ເຮົາໄດ້ກ່າວສິ່ງເຫລົ່ານີ້ກັບທ່ານເປັນຄຳອຸປະມາ, ເມື່ອເວລານັ້ນມາເຖິງຄືເມື່ອເຮົາຈະບໍ່ກ່າວກັບທ່ານເປັນຄຳອຸປະມາອີກ, ແຕ່ເຮົາຈະບອກກັບທ່ານເຖິງເລື່ອງຂອງພຣະບິດາຢ່າງແຈ່ມແຈ້ງ.26ໃນວັນນັ້ນທ່ານຈະຂໍໃນນາມຂອງເຮົາ ແລະເຮົາຈະບໍ່ບອກກັບທ່ານວ່າເຮົາຈະອ້ອນວອນຂໍພຣະບິດາເພື່ອທ່ານ,27ເພາະພຣະບິດາເອງຊົງຮັກພວກທ່ານ ເພາະວ່າພວກທ່ານໄດ້ຮັກເຮົາແລະເພາະວ່າທ່ານໄດ້ເຊື່ອວ່າເຮົາມາຈາກພຣະບິດາ.28ເຮົາມາຈາກພຣະບິດາ, ແລະໄດ້ເຂົ້າມາໃນໂລກນີ້. ອີກຄັ້ງໜຶ່ງ, ເຮົາກຳລັງຈະຈາກໂລກນີ້ໄປແລະເຮົາຈະໄປຫາພຣະບິດາຂອງເຮົາ.”29ພວກສາວົກຂອງພຣະອົງທູນວ່າ, “ນີ້ແຫລະ, ຕອນນີ້ພຣະອົງກຳລັງກ່າວຢ່າງແຈ່ມແຈ້ງແລະພຣະອົງບໍ່ໄດ້ກ່າວແກ່ພວກເຮົາເປັນຄຳອຸປະມາ.30ຕອນນີ້ ພວກຂ້ານ້ອຍຮູ້ແລ້ວວ່າພຣະອົງຊົງຮູ້ທຸກສິ່ງ, ແລະພຣະອົງບໍ່ຕ້ອງການໃຫ້ໃຜຖາມພຣະອົງອີກ. ດ້ວຍເຫດນີ້, ພວກຂ້ານ້ອຍຈຶ່ງເຊື່ອແລ້ວວ່າພຣະອົງຊົງມາຈາກພຣະເຈົ້າ.”31ພຣະເຢຊູຊົງຕອບພວກເຂົາວ່າ, “ຕອນນີ້ທ່ານເຊື່ອເຮົາແລ້ວຫລື?32ເບິ່ງແມ, ເວລານັ້ນກຳລັງຈະມາ, ແລະເວລານັ້ນກໍໄດ້ມາເຖິງແລ້ວ, ເມື່ອພວກທ່ານຈະຖືກເຮັດໃຫ້ແຕກຊະກັນໄປ, ທຸກຄົນຈະແຍກກັບໄປບ້ານຂອງຕົນແລະທ່ານຈະປະເຮົາໄວ້. ແຕ່ວ່າເຮົາບໍ່ໄດ້ໂດດດຽວ ດ້ວຍວ່າພຣະບິດາຊົງສະຖິດກັບເຮົາ.33ເຮົາໄດ້ບອກສິ່ງເຫລົ່ານີ້ແກ່ທ່ານເພື່ອທີ່ທ່ານຈະໄດ້ມີສັນຕິສຸກໃນເຮົາ. ທ່ານຈະພົບກັບຄວາມທຸກລຳບາກໃນໂລກນີ້, ແຕ່ຈົ່ງກ້າຫານເຖີດ: ເພາະວ່າເຮົາໄດ້ຊະນະໂລກແລ້ວ.”
1ພຣະອົງກໍຊົງເງີຍພຣະພັກຂຶ້ນເບິ່ງຟ້າແລະກ່າວວ່າ, “ຂ້າແດ່ພຣະບິດາ, ບັດນີ້ເຖິງເວລາແລ້ວ ຂໍຊົງໂຜດໃຫ້ພຣະບຸດຂອງພຣະອົງໄດ້ຮັບກຽດຕິຍົດ ເພື່ອພຣະບຸດຈະໄດ້ຖວາຍກຽດຕິຍົດແດ່ພຣະອົງ.2ດັ່ງທີ່ພຣະອົງໄດ້ໂຜດໃຫ້ພຣະບຸດມີສິດອຳນາດເໜືອມະນຸດທັງປວງ ເພື່ອໃຫ້ພຣະບຸດປຣະທານຊີວິດອັນຕະຫລອດໄປເປັນນິດ ແກ່ຄົນທີ່ພຣະອົງໄດ້ຊົງມອບແກ່ພຣະບຸດນັ້ນ.3ແລະນີ້ແຫລະແມ່ນຊີວິດອັນຕະຫລອດໄປເປັນນິດ: ຄືການທີ່ພວກເຂົາຮູ້ຈັກພຣະອົງຜູ້ຊົງເປັນພຣະເຈົ້າທ່ຽງແທ້ອົງດຽວ, ແລະຮູ້ຈັກພຣະເຢຊູຄຣິດ, ທີ່ພຣະອົງຊົງໃຊ້ມາ.4ຂ້ານ້ອຍຖວາຍກຽດຕິຍົດແດ່ພຣະອົງໃນໂລກ ເພາະຂ້ານ້ອຍເຮັດກິຈະການທີ່ພຣະອົງຊົງໃຊ້ຂ້ານ້ອຍເຮັດນັ້ນສຳເລັດແລ້ວ.5ບັດນີ້, ຂ້າແດ່ພຣະບິດາ, ຂໍໂຜດໃຫ້ຂ້ານ້ອຍໄດ້ຮັບກຽດຕິຍົດຕໍ່ພຣະພັກຂອງພຣະອົງ ຄືກຽດຕິຍົດທີ່ຂ້ານ້ອຍມີຮ່ວມກັບພຣະອົງກ່ອນທີ່ໂລກນີ້ມີມາ.6ຂ້ານ້ອຍສຳແດງພຣະນາມຂອງພຣະອົງ ແກ່ບັນດາຄົນທີ່ພຣະອົງຊົງປຣະທານແກ່ຂ້ານ້ອຍຈາກໂລກ. ຄົນເຫລົ່ານັ້ນເປັນຂອງພຣະອົງແລ້ວ, ແລະພຣະອົງປຣະທານພວກເຂົາແກ່ຂ້ານ້ອຍ, ແລະເຂົາໄດ້ປະຕິບັດຕາມພຣະທັມຂອງພຣະອົງແລ້ວ.7ບັດນີ້ພວກເຂົາຮູ້ວ່າທຸກສິ່ງທີ່ພຣະອົງປຣະທານແກ່ຂ້ານ້ອຍນັ້ນມາຈາກພຣະອົງ,8ເພາະວ່າຖ້ອຍຄຳທີ່ພຣະອົງກ່າວແກ່ຂ້ານ້ອຍນັ້ນ. ຂ້ານ້ອຍໃຫ້ພວກເຂົາແລ້ວແລະພວກເຂົາຮັບໄວ້ ແລະຮູ້ແນ່ວ່າຂ້ານ້ອຍມາຈາກພຣະອົງ, ແລະເຊື່ອວ່າພຣະອົງຊົງໃຊ້ຂ້ານ້ອຍມາ.9ຂ້ານ້ອຍອ້ອນວອນເພື່ອພວກເຂົາ. ຂ້ານ້ອຍບໍ່ໄດ້ອ້ອນວອນເພື່ອໂລກ, ແຕ່ເພື່ອຄົນເຫລົ່ານັ້ນທີ່ພຣະອົງປຣະທານແກ່ຂ້ານ້ອຍ, ເພາະວ່າເຂົາເປັນຂອງພຣະອົງ.10ທຸກສິ່ງທີ່ເປັນຂອງຂ້ານ້ອຍກໍເປັນຂອງພຣະອົງ ແລະທຸກສິ່ງທີ່ເປັນຂອງພຣະອົງກໍເປັນຂອງຂ້ານ້ອຍ ແລະຂ້ານ້ອຍໄດ້ຮັບກຽດຕິຍົດໃນສິ່ງເຫລົ່ານັ້ນ.11ຂ້ານ້ອຍຈະບໍ່ຢູ່ໃນໂລກນີ້ອີກ ແຕ່ພວກເຂົາຍັງຢູ່ໃນໂລກນີ້ ແລະຂ້ານ້ອຍກຳລັງຈະໄປຫາພຣະອົງ ແຕ່ພຣະບິດາຜູ້ບໍຣິສຸດ, ຂໍພຣະອົງຊົງພິທັກຮັກສາເຂົາໄວ້ໂດຍຣິດອຳນາດແຫ່ງພຣະນາມຂອງພຣະອົງຄືພຣະນາມທີ່ພຣະອົງໄດ້ປຣະທານໃຫ້ແກ່ຂ້ານ້ອຍນັ້ນ ເພື່ອເຂົາຈະເປັນອັນໜຶ່ງອັນດຽວກັນ ເໝືອນດັ່ງຂ້ານ້ອຍກັບພຣະອົງ.12ເມື່ອຂ້ານ້ອຍຍັງຢູ່ກັບພວກເຂົາ, ຂ້ານ້ອຍກໍພິທັກຮັກສາເຂົາ, ຜູ້ທີ່ພຣະອົງປຣະທານແກ່ຂ້ານ້ອຍໄວ້ໂດຍພຣະນາມຂອງພຣະອົງ. ຂ້ານ້ອຍປົກປັກພວກເຂົາໄວ້, ແລະບໍ່ມີຜູ້ໃດໃນພວກເຂົາຈິບຫາຍ, ນອກຈາກລູກທີ່ໝາຍໄວ້ສຳລັບຄວາມຈິບຫາຍ, ເພື່ອໃຫ້ເປັນຈິງຕາມຂໍ້ພຣະຄັມພີ.13ແຕ່ບັດນີ້ຂ້ານ້ອຍກຳລັງຈະໄປຫາພຣະອົງ, ຂ້ານ້ອຍກ່າວເຖິງສິ່ງນີ້ໃນໂລກ ເພື່ອໃຫ້ເຂົາໄດ້ຮັບຄວາມຊົມຊື່ນຍິນດີ ໃນຂ້ານ້ອຍຢ່າງເຕັມລົ້ນ.14ຂ້ານ້ອຍມອບພຣະທັມຂອງພຣະອົງໃຫ້ແກ່ພວກເຂົາແລ້ວ, ແລະໂລກນີ້ກຽດຊັງເຂົາ ເພາະເຂົາບໍ່ແມ່ນຝ່າຍໂລກ, ເໝືອນຢ່າງທີ່ຂ້ານ້ອຍບໍ່ແມ່ນຝ່າຍໂລກ.15ຂ້ານ້ອຍບໍ່ໄດ້ຂໍໃຫ້ພຣະອົງເອົາພວກເຂົາອອກໄປຈາກໂລກ, ແຕ່ຂໍໃຫ້ປົກປ້ອງເຂົາໄວ້ໃຫ້ພົ້ນຈາກມານຮ້າຍ.16ເຂົາບໍ່ແມ່ນຝ່າຍໂລກ, ເໝືອນດັ່ງຂ້ານ້ອຍບໍ່ແມ່ນຝ່າຍໂລກ.17ຂໍຊົງແຍກພວກເຂົາໃຫ້ບໍຣິສຸດດ້ວຍຄວາມຈິງ. ພຣະທັມຂອງພຣະອົງເປັນຄວາມຈິງ.18ພຣະອົງຊົງໃຊ້ຂ້ານ້ອຍມາໃນໂລກສັນໃດ, ຂ້ານ້ອຍກໍໃຊ້ພວກເຂົາໄປໃນໂລກສັນນັ້ນ.19ຂ້ານ້ອຍແຍກຕົວໃຫ້ບໍຣິສຸດເພາະເຫັນແກ່ເຂົາທັງຫລາຍ, ເພື່ອໃຫ້ເຂົາຮັບການແຍກໃຫ້ບໍຣິສຸດດ້ວຍຄວາມຈິງ.20ຂ້ານ້ອຍບໍ່ໄດ້ອ້ອນວອນເພື່ອຄົນເຫລົ່ານີ້ພວກດຽວ, ແຕ່ເພື່ອທຸກຄົນທີ່ວາງໃຈໃນຂ້ານ້ອຍ ເພາະຖ້ອຍຄຳຂອງພວກເຂົາ21ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ, ດັ່ງທີ່ພຣະອົງຜູ້ເປັນພຣະບິດາ, ສະຖິດໃນຂ້ານ້ອຍ, ແລະຂ້ານ້ອຍໃນພຣະອົງ. ຂ້ານ້ອຍອ້ອນວອນເພື່ອພວກເຂົາຈະໄດ້ຢູ່ໃນເຮົາພຣະອົງແລະໃນຂ້ານ້ອຍດ້ວຍ ເພື່ອໂລກຈະໄດ້ເຊື່ອວ່າພຣະອົງຊົງໃຊ້ຂ້ານ້ອຍມາ.22ກຽດຕິຍົດຊຶ່ງພຣະອົງປຣະທານແກ່ຂ້ານ້ອຍນັ້ນ, ຂ້ານ້ອຍມອບໃຫ້ແກ່ພວກເຂົາ, ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນ, ເໝືອນດັ່ງພຣະອົງກັບຂ້ານ້ອຍ:23ຂ້ານ້ອຍຢູ່ໃນພວກເຂົາ, ແລະພຣະອົງຊົງຢູ່ໃນຂ້ານ້ອຍ ເພື່ອພວກເຂົາຈະໄດ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ, ເພື່ອໂລກຈະໄດ້ຮູ້ວ່າແມ່ນພຣະອົງຊົງໃຊ້ຂ້ານ້ອຍມາ, ແລະພຣະອົງຊົງຮັກເຂົາເໝືອນດັ່ງທີ່ພຣະອົງຊົງຮັກຂ້ານ້ອຍ.24ຂ້າແດ່ພຣະບິດາ, ຂ້ານ້ອຍປາຖນາຢາກໃຫ້ຄົນເຫລົ່ານັ້ນ ທີ່ພຣະອົງປຣະທານໃຫ້ແກ່ຂ້ານ້ອຍນັ້ນ, ຢູ່ກັບຂ້ານ້ອຍໃນບ່ອນທີ່ຂ້ານ້ອຍຢູ່ນັ້ນ, ເພື່ອພວກເຂົາຈະໄດ້ເຫັນສະຫງ່າຣາສີຂອງຂ້ານ້ອຍ ຊຶ່ງພຣະອົງຊົງປຣະທານໃຫ້ແກ່ຂ້ານ້ອຍ ເພາະພຣະອົງຊົງຮັກຂ້ານ້ອຍກ່ອນທີ່ພຣະອົງຊົງສ້າງໂລກ.25ຂ້າແດ່ພຣະບິດາຜູ້ຊົງຍຸຕິທັມ, ໂລກນີ້ບໍ່ຮູ້ຈັກພຣະອົງ, ແຕ່ຂ້ານ້ອຍຮູ້ຈັກພຣະອົງ; ແລະຄົນເຫລົ່ານີ້ຮູ້ວ່າແມ່ນພຣະອົງຊົງໃຊ້ຂ້ານ້ອຍມາ.26ຂ້ານ້ອຍເຮັດໃຫ້ເຂົາຮູ້ຈັກພຣະນາມຂອງພຣະອົງ, ແລະຈະເຮັດໃຫ້ເຂົາຮູ້ອີກ ເພື່ອຄວາມຮັກທີ່ພຣະອົງໄດ້ຊົງຮັກຂ້ານ້ອຍຈະຢູ່ໃນເຂົາ, ແລະຂ້ານ້ອຍກໍຢູ່ໃນເຂົາ.”
1ເມື່ອພຣະເຢຊູກ່າວຢ່າງນີ້ແລ້ວ, ພຣະອົງສະເດັດອອກໄປກັບພວກສາວົກຂອງພຣະອົງຂ້ວາມຫ້ວຍກິດໂຣນ, ໄປເຖິງສວນແຫ່ງໜຶ່ງ ພຣະອົງສະເດັດເຂົ້າໄປໃນສວນນັ້ນກັບພວກສາວົກ.2ຢູດາ, ຜູ້ທີ່ຈະທໍຣະຍົດພຣະອົງກໍຮູ້ຈັກບ່ອນນັ້ນເໝືອນກັນ, ເພາະວ່າພຣະເຢຊູກັບພວກສາວົກເຄີຍມາພົບກັນທີ່ນັ້ນ ຫລາຍເທື່ອແລ້ວ.3ຢູດາພາພວກທະຫານທີ່ມາຈາກພວກຫົວໜ້າປະໂລຫິດ ແລະພວກຟາຣີຊາຍແລະພວກເຈົ້າໜ້າທີ່ ພວກເຂົາຖືໂຄມ, ຖືກະບອງ, ແລະອາວຸດໄປທີ່ນັ້ນ.4ພຣະເຢຊູຊົງຊາບທຸກສິ່ງທີ່ຈະເກີດຂຶ້ນກັບພຣະອົງ, ພຣະອົງຈຶ່ງສະເດັດອອກໄປຖາມເຂົາວ່າ, “ພວກທ່ານມາຫາໃຜ?”5ເຂົາທູນຕອບພຣະອົງວ່າ, “ມາຫາເຢຊູໄທນາຊາເຣັດ” ພຣະເຢຊູກ່າວກັບພວກເຂົາວ່າ, “ເຮົາເປັນຜູ້ນັ້ນ” ຢູດາ, ຄົນທີ່ທໍຣະຍົດພຣະອົງ, ກໍຢືນຢູ່ກັບພວກທະຫານເຫລົ່ານັ້ນ.6ເມື່ອພຣະອົງກ່າວກັບພວກເຂົາວ່າ, “ເຮົາເປັນຜູ້ນັ້ນ” ເຂົາກໍຖອຍຫລັງແລະລົ້ມລົງເທິງດິນ.7ພຣະອົງຖາມເຂົາອີກວ່າ, “ພວກທ່ານມາຫາໃຜ?” ເຂົາທູນຕອບວ່າ, “ມາຫາເຢຊູໄທນາຊາເຣັດ.”8ພຣະເຢຊູຕອບວ່າ, “ເຮົາບອກທ່ານແລ້ວວ່າເຮົາເປັນຜູ້ນັ້ນ. ຖ້າທ່ານຊອກຫາເຮົາ, ກໍຈົ່ງປະຄົນເຫລົ່ານີ້ໄປເສັຽ.”9ທັງນີ້ເພື່ອໃຫ້ເປັນຈິງຕາມພຣະທັມອົງຊົງກ່າວວ່າ, “ຄົນເຫລົ່ານັ້ນທີ່ພຣະອົງປຣະທານແກ່ຂ້ານ້ອຍ ບໍ່ໄດ້ສູນເສັຽໄປແມ່ນແຕ່ຄົນດຽວ.”10ຊີໂມນເປໂຕມີດາບຈຶ່ງຖອດອອກມາຟັນຂ້ອຍໃຊ້ຄົນໜຶ່ງຂອງມະຫາປະໂລຫິດ ຖືກຫູເບື້ອງຂວາຂາດ ຂ້າໃຊ້ຄົນນັ້ນຊື່ວ່າ ມາລະໂຂ.11ພຣະເຢຊູກ່າວກັບເປໂຕວ່າ, “ຈົ່ງເອົາດາບໃສ່ຝັກເສັຽ. ເຮົາຈະບໍ່ດື່ມຈອກທີ່ພຣະບິດາປຣະທານແກ່ເຮົາຫລື?”12ພວກທະຫານກັບນາຍທະຫານ, ແລະເຈົ້າໜ້າທີ່ຂອງພວກຢິວ, ຈຶ່ງຈັບພຣະເຢຊູມັດໄວ້.13ແລ້ວພາພຣະອົງໄປຫາອັນນາກ່ອນ, ເພາະອັນນາເປັນພໍ່ເຖົ້າຂອງກາຢະຟາ, ຊຶ່ງເປັນມະຫາປະໂລຫິດໃນປີນັ້ນ.14ກາຢະຟາຄົນນີ້ແຫລະທີ່ແນະນຳພວກຢິວວ່າ ຄວນໃຫ້ຄົນໜຶ່ງຕາຍແທນປະຊາຊົນທັງໝົດ.15ຊີໂມນເປໂຕກັບສາວົກອີກຄົນໜຶ່ງຕິດຕາມພຣະເຢຊູໄປ, ແຕ່ເພາະສາວົກຄົນນັ້ນຮູ້ຈັກກັນກັບມະຫາປະໂລຫິດ, ແລະເຂົາຈຶ່ງເຂົ້າໄປກັບພຣະເຢຊູຈົນເຖິງເດີ່ນບ້ານຂອງມະຫາປະໂລຫິດ;16ແຕ່ເປໂຕຢືນຢູ່ນອກຮີມປະຕູ. ສາວົກອີກຄົນໜຶ່ງນັ້ນ, ຮູ້ຈັກກັບມະຫາປະໂລຫິດຈຶ່ງອອກໄປເວົ້າກັບຜູ້ຍິງທີ່ເຝົ້າປະຕູ ແລ້ວກໍພາເປໂຕເຂົ້າໄປ.17ຍິງໃຊ້ຄົນທີ່ເຝົ້າປະຕູຖາມເປໂຕວ່າ, “ທ່ານກໍເປັນຄົນຫນຶ່ງໃນພວກສາວົກຂອງຄົນນັ້ນເໝືອນກັນແມ່ນຫລືບໍ?” ເປໂຕຕອບວ່າ, “ບໍ່ແມ່ນ.”18ພວກຂ້ອຍໃຊ້ກັບເຈົ້າຫນ້າທີ່ກໍຢືນຢູ່ທີ່ນັ້ນ, ເອົາຖ່ານມາດັ່ງໄຟເພາະອາກາດຫນາວ, ຈຶ່ງພາກັນຢືນຝີງໄຟຢູ່. ເປໂຕກໍຢືນຝີງໄຟນຳເຂົາເໝືອນກັນ.19ມະຫາປະໂລຫິດກໍຖາມພຣະເຢຊູເຖິງພວກສາວົກຂອງພຣະອົງແລະຄຳສອນຂອງພຣະອົງ.20ພຣະເຢຊູຕອບທ່ານວ່າ, “ເຮົາກ່າວໃຫ້ໂລກຟັງຢ່າງເປີດເຜີຍ ເຮົາສັ່ງສອນສະເຫມີໃນໂຮງທັມະເທດສະຫນາ ແລະໃນບໍຣິເວນພຣະວິຫານທີ່ພວກຢິວເຄີຍຊຸມນຸມກັນ. ເຮົາບໍ່ໄດ້ສອນສິ່ງໄດ້ຢ່າງລັບລີ້ເລີຍ.21ທ່ານຖາມເຮົາເຮັດຫຍັງ? ຈົ່ງຖາມຄົນທີ່ຟັງເຮົາວ່າ ເຮົາເວົ້າອັນໃດກັບພວກເຂົາ ເຂົາຮູ້ວ່າເຮົາສອນອັນໃດ.”22ເມື່ອພຣະອົງຊົງກ່າວຢ່າງນັ້ນແລ້ວ, ເຈົ້າໜ້າທີ່ຄົນຫນຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບພຣະພັກພຣະເຢຊູແລ້ວກ່າວວ່າ, “ເຈົ້າຕອບມະຫາປະໂລຫິດຢ່າງນັ້ນຫລື?”23ພຣະເຢຊູຕອບລາວວ່າ, “ຖ້າເຮົາເວົ້າຜິດ, ກໍຈົ່ງເປັນພະຍານໃນສິ່ງທີ່ຜິດນັ້ນ, ແຕ່ຖ້າເຮົາເວົ້າຖືກ, ທ່ານຕົບເຮົາເຮັດຫຍັງ?”24ອັນນາຈຶ່ງໃຫ້ພາພຣະເຢຊູເຊິ່ງຖືກມັດຢູ່ນັ້ນໄປຫາກາຢະຟາມະຫາປະໂລຫິດ.25ຂະນະນັ້ນຊີໂມນເປໂຕກຳລັງຢືນຝີງໄຟຢູ່. ຄົນເຫລົ່ານັ້ນຖາມເປໂຕວ່າ, “ເຈົ້າເປັນສາວົກຂອງຄົນນັ້ນເຫມືອນກັນບໍ່ແມ່ນຫລື” ເປໂຕປະຕິເສດວ່າ, “ບໍ່ແມ່ນ.”26ຂ້ອຍໃຊ້ຄົນຫນຶ່ງຂອງມະຫາປະໂລຫິດ, ຊຶ່ງເປັນພີ່ນ້ອງກັບຄົນທີ່ເປໂຕຟັນຫູຂາດກໍຖາມວ່າ, “ຂ້ອຍເຫັນເຈົ້າກັບຄົນນັ້ນໃນສວນບໍ່ແມ່ນຫລື?”27ເປໂຕປະຕິເສດອີກເທື່ອຫນຶ່ງ, ແລະທັນໃດນັ້ນໄກ່ກໍຂັນ28ແລ້ວພວກເຂົາກໍພາພຣະເຢຊູອອກຈາກເຮືອນຂອງກາຢະຟາໄປຍັງສານປົກຄອງ ຂະນະນັ້ນຍັງເປັນເວລາເຊົ້າມືດ, ແລະພວກເຂົາບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະຢ້ານວ່າຈະບໍ່ສະອາດແລະຈະໄດ້ກິນປັດສະຄາໄດ້.29ປີລາດຈຶ່ງອອກມາຫາພວກເຂົາແລະຖາມວ່າ, “ພວກທ່ານມີເລື່ອງອັນໄດ້ມາຟ້ອງຄົນນີ້?”30ພວກເຂົາຕອບທ່ານວ່າ, “ຖ້າເຂົາບໍ່ເປັນຜູ້ຮ້າຍ, ພວກເຮົາກໍຄົງຈະບໍ່ມອບຕົວລາວໄວ້ໃຫ້ທ່ານ.”31ປີລາດກ່າວກັບພວກເຂົາວ່າ, “ພວກທ່ານຈົ່ງເອົາຄົນນີ້ໄປພິພາກສາຕາມກົດຫມາຍຂອງພວກທ່ານເອງເຖີດ” ພວກຢິວຈຶ່ງຮຽນວ່າ, “ກົດຫມາຍຫ້າມພວກເຮົາປະຫານຊີວິດຜູ້ໃດຜູ້ຫນຶ່ງ.”32ທັງນີ້ເພື່ອໃຫ້ເປັນຈິງຕາມຖ້ອຍຄຳຂອງພຣະເຢຊູຊຶ່ງກ່າວໄວ້ວ່າ ພຣະອົງຈະສິ້ນພຣະຊົນແບບໃດ.33ປີລາດຈຶ່ງເຂົ້າໄປໃນສານປົກຄອງອີກ ແລະເອີ້ນພຣະເຢຊູມາແລ້ວຖາມວ່າ, “ເຈົ້າເປັນກະສັດຂອງພວກຢິວຫລື?”34ພຣະເຢຊູຕອບວ່າ, “ທ່ານຖາມຢ່າງນັ້ນຕາມຄວາມເຂົ້າໃຈຂອງທ່ານເອງ ຫລືວ່າຄົນອື່ນບອກທ່ານເຖິງເລື່ອງຂອງເຮົາ?”35ປີລາດທູນຕອບວ່າ, “ເຮົາເປັນຢິວຫລື? ຊົນຊາດຂອງເຈົ້າເອງແລະພວກຫົວຫນ້າປະໂລຫິດໄດ້ມອບເຈົ້າໄວ້ໃຫ້ເຮົາ. ເຈົ້າເຮັດອັນໃດ?”36ພຣະເຢຊູຕອບວ່າ, “ຣາຊະອຳນາດຂອງເຮົາບໍ່ໄດ້ເປັນຂອງໂລກນີ້ ຖ້າຣາຊະອຳນາດຂອງເຮົາມາຈາກໂລກນີ້ ຄົນຂອງເຮົາກໍຄົງຈະຕໍ່ສູ້ບໍ່ໃຫ້ເຮົາຖືກມອບໄວ້ແກ່ພວກຢິວ ແຕ່ຣາຊະອຳນາດຂອງເຮົາບໍ່ໄດ້ມາຈາກໂລກນີ້.”37ປີລາດຈຶ່ງທູນພຣະອົງວ່າ, “ຖ້າຢ່າງນັ້ນເຈົ້າເປັນກະສັດຕີ້?” ພຣະເຢຊູຊົງຕອບວ່າ, “ທ່ານເວົ້າວ່າເຮົາເປັນກະສັດ. ເພາະເຫດນີ້ເຮົາຈຶ່ງເກີດມາ, ແລະເຂົ້າມາໃນໂລກ ເພື່ອເປັນພະຍານໃຫ້ກັບຄວາມຈິງ. ທຸກຄົນທີ່ເປັນຝ່າຍຄວາມຈິງຍ່ອມຟັງສຽງຂອງເຮົາ.”38ປີລາດທູນຖາມພຣະອົງວ່າ, “ຄວາມຈິງຄືອັນໃດ?” ເມື່ອຖາມຢ່າງນັ້ນແລ້ວ ປິລາດກໍອອກໄປຫາພວກຢິວອີກ ແລະບອກພວກເຂົາວ່າ, “ເຮົາບໍ່ເຫັນວ່າຄົນນີ້ມີຄວາມຜິດ."39ແຕ່ພວກທ່ານມີທຳນຽມໃຫ້ເຮົາປ່ອຍຄົນໜຶ່ງໃຫ້ພວກທ່ານໃນເທສະການປັດສະຄາ ທ່ານຢາກໃຫ້ເຮົາປ່ອຍກະສັດຂອງພວກຢິວຫລື?”40ພວກເຂົາຮ້ອງຕອບວ່າ, “ຢ່າປ່ອຍຄົນນີ້ ແຕ່ໃຫ້ປ່ອຍບາຣາບາ.” ສ່ວນບາຣາບານັ້ນເປັນໂຈນ.
1ແລ້ວປີລາດຈຶ່ງໃຫ້ເອົາພຣະເຢຊູໄປ ແລະຂ້ຽນຕີພຣະອົງ.2ພວກທະຫານໄດ້ເອົາມົງກຸດຫນາມ ສຸບໃສ່ພຣະສຽນຂອງພຣະເຢຊູ ແລະ ໃຫ້ພຣະອົງຄຸມເສື້ອສີມ່ວງ.3ແລ້ວພວກເຂົາກໍມາຫາພຣະອົງທູນວ່າ, “ຂ້າແດ່ກະສັດຂອງພວກຢິວ! ຂໍຊົງພຣະຈະເຣີນ” ແລ້ວພວກເຂົາກໍຕົບພຣະພັກພຣະອົງ.4ແລ້ວປີລາດກໍອອກໄປດ້ານນອກອີກ ແລະ ໄດ້ກ່າວກັບພວກເຂົາວ່າ, “ເບິ່ງແມ, ເຮົາພາຄົນນີ້ອອກມອບໃຫ້ພວກທ່ານ ເພາະຮູ້ວ່າເຮົາບໍ່ເຫັນຄວາມຜິດຈັກປະການໃນຕົວເພິ່ນເລີຍ.”5ພຣະເຢຊູເຈົ້າຈຶ່ງສະເດັດອອກມາ, ສວມພວງມະລັຍທີ່ເຮັດດ້ວຍເຄືອຫນາມນັ້ນ ແລະ ຊົງຄຸມດ້ວຍເສື້ອສີມ່ວງ. ປີລາດກ່າວກັບພວກເຂົາວ່າ, “ເບິ່ງຊາຍຄົນນີ້ແມ!”6ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກເຈົ້າຫນ້າທີ່ໄດ້ເຫັນພຣະອົງເຂົາກໍໂຮ່ຮ້ອງຂຶ້ນວ່າ, “ຄຶງມັນ, ຄຶງມັນເສັຽ!” ປີລາດກ່າວກັບເຂົາວ່າ, “ພວກເຈົ້າຈົ່ງພາເຂົາໄປຄຶງເອົາເອງ, ເພາະຝ່າຍເຮົາບໍ່ເຫັນວ່າເຂົາມີຄວາມຜິດເລີຍ.”7ພວກຢິວໄດ້ຕອບທ່ານວ່າ, “ພວກເຮົາມີກົດຫມາຍ, ແລະ ຕາມກົດຫມາຍນັ້ນ ຄົນນີ້ຄວນຕາຍ ເພາະມັນຕັ້ງຕົວເປັນພຣະບຸດຂອງພຣະເຈົ້າ.”8ເມື່ອປິລາດໄດ້ຍິນດັ່ງນັ້ນ, ທ່ານກໍຕົກໃຈຢ້ານຫລາຍຂຶ້ນ.9ທ່ານຈຶ່ງເຂົ້າໄປໃນສານປົກຄອງອີກ ແລະ ໄດ້ທູນຖາມພຣະເຢຊູວ່າ, “ເຈົ້າມາຈາກໃສ?” ແຕ່ພຣະເຢຊູບໍ່ໄດ້ຕອບປະການໃດ.10ປີລາດຈຶ່ງທູນຕໍ່ພຣະອົງວ່າ, “ເຈົ້າຈະບໍ່ເວົ້າກັບເຮົາບໍ? ເຈົ້າບໍ່ຮູ້ຫລືວ່າ ເຮົາມີສິດອຳນາດຈະປ່ອຍເຈົ້າໄດ້, ແລະ ມີສິດອຳນາດຄຶງເຈົ້າໄວ້ທີ່ໄມ້ກາງແຂນໄດ້?”11ພຣະເຢຊູຕອບເຂົາວ່າ, “ທ່ານບໍ່ມີສິດອຳນາດເຫນືອເຮົາ ເວັ້ນແຕ່ອຳນາດທີ່ປຣະທານແກ່ທ່ານມາຈາກເບື້ອງເທິງ. ເພາະເຫດນີ້, ຄົນທີ່ມອບເຮົາໄວ້ກັບທ່ານຈຶ່ງມີຄວາມຜິດບາບຫລາຍກວ່າທ່ານ.”12ດ້ວຍຄຳຕອບນີ້, ປີລາດກໍໄດ້ຊອກຫາໂອກາດທີ່ຈະປ່ອຍພຣະອົງ, ແຕ່ພວກຢິວໄດ້ໂຮ່ຮ້ອງສຽງດັງຂຶ້ນວ່າ, “ຖ້າທ່ານປ່ອຍຄົນນີ້, ທ່ານກໍບໍ່ເປັນມິດຂອງກາຍຊາ. ທຸກຄົນທີ່ຕັ້ງຕົວເປັນກະສັດກໍຕໍ່ຕ້ານກາຍຊາ.”13ເມື່ອປີລາດໄດ້ຍິນດັ່ງນັ້ນ, ທ່ານຈຶ່ງພາພຣະເຢຊູອອກມາ ແລ້ວນັ່ງບັນລັງພິພາກສາໃນບ່ອນທີ່ເອີ້ນວ່າ "ເດີ່ນປູຫີນ" ພາສາເຮັບເຣີເອີ້ນວ່າ "ຄັບບາທາ."14ບັດນີ້ວັນນັ້ນເປັນວັນຈັດແຈ່ງປັດສະຄາ ເວລາປະມານທ່ຽງວັນ, ປີລາດກ່າວກັບພວກຢິວວ່າ “ນີ້ຄືກະສັດຂອງພວກທ່ານ!”15ພວກເຂົາໂຮ່ຮ້ອງສຽງດັງຂຶ້ນວ່າ, “ເອົາມັນໄປ, ເອົາມັນໄປ, ເອົາໄປຄຶງທີ່ໄມ້ກາງແຂນ!” ປີລາດຖາມພວກເຂົາວ່າ, “ຈະໃຫ້ເຮົາຄຶງກະສັດຂອງພວກທ່ານຫລື?” ພວກຫົວຫນ້າປະໂລຫິດຕອບວ່າ, “ພວກເຮົາບໍ່ມີກະສັດອື່ນເວັ້ນແຕ່ກາຍຊາ.”16ແລ້ວປີລາດກໍມອບພຣະເຢຊູໃຫ້ເຂົາໄປຄຶງໄວ້ທີ່ໄມ້ກາງແຂນ.17ແລ້ວພວກເຂົາຈຶ່ງພາພຣະເຢຊູເຈົ້າອອກໄປ ແລະ ໃຫ້ພຣະອົງຊົງແບກເອົາໄມ້ກາງແຂນຂອງພຣະອົງ, ເພື່ອສະເດັດໄປເຖິງບ່ອນທີ່ເອີ້ນວ່າ "ກະໂຫລກຫົວ" ພາສາເຮັບເຣີເອີ້ນວ່າໂຄລະໂຄທາ.18ທີ່ນັ້ນພວກເຂົາໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນກັບອີກສອງຄົນ ຄົນລະຂ້າງ, ໂດຍມີພຣະເຢຊູຊົງຢູ່ທາງກາງ.19ປີລາດໃຫ້ຂຽນປ້າຍຕິດໄວ້ເທິງໄມ້ກາງແຂນອ່ານວ່າ: “ເຢຊູໄທນາຊາເຣັດ, ກະສັດຂອງຊາດຢິວ.”20ຄົນຢິວຫລາຍຄົນໄດ້ອ່ານປ້າຍນີ້ ເພາະບ່ອນທີ່ເຂົາຄຶງພຣະເຢຊູນັ້ນຢູ່ໃກ້ກັບເມືອງ. ປ້າຍນັ້ນຂຽນເປັນພາສາເຮັບເຣີ, ພາສາໂຣມ, ແລະ ພາສາກຣີກ.21ພວກຫົວຫນ້າປະໂລຫິດຂອງຊາດຢິວຈຶ່ງຮຽນປີລາດວ່າ, “ຢ່າຂຽນວ່າ, ‘ກະສັດຂອງຊາດຢິວ’ ແຕ່ຂຽນວ່າ ‘ຄົນນີ້ບອກວ່າ "ເຮົາເປັນກະສັດຂອງຊາດຢິວ"’.”22ປີລາດຕອບວ່າ, “ສິ່ງໃດທີ່ເຮົາຂຽນແລ້ວກໍແລ້ວໄປ.”23ເມື່ອພວກທະຫານຄຶງພຣະເຢຊູໄວ້ທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຊົງຂອງພຣະອົງມາແບ່ງເປັນສີ່ພູດ, ໃຫ້ປັນກັນຜູ້ລະພູດ, ແຕ່ເອົາເສື້ອຊັ້ນໃນພຣະອົງຊຶ່ງບໍ່ມີດູກ ຕໍ່າເປັນຜືນດຽວທັງຜືນ.24ສະນັ້ນພວກເຂົາຈຶ່ງປຶກສາກັນວ່າ, “ເຮົາຢ່າຈີກແບ່ງກັນເທາະ ແຕ່ໃຫ້ຈົກສະຫລາກກັນ ຈະຮູ້ວ່າໃຜຈະໄດ້.” ທັງນີ້ເພື່ອໃຫ້ເປັນໄປຕາມຂໍ້ພຣະຄັມພີທີ່ຂຽນໄວ້ວ່າ, “ເສື້ອຜ້າຂອງຂ້າພຣະອົງເຂົາແບ່ງກັນ ແລະ ເສື້ອຂອງຂ້າພຣະອົງເຂົາຈົກສະຫລາກກັນ.”25ພວກທະຫານເຮັດດັ່ງນັ້ນ ຄົນທີ່ຢືນຢູ່ຂ້າງຢືນຢູ່ຂ້າງໄມ້ກາງແຂນຂອງພຣະເຢຊູແມ່ນມີມານດາ, ກັບນ້າສາວຂອງພຣະອົງ, ກັບ ນາງມາຣີ ອາເມັຽຂອງກະໂລປາ, ແລະນາງມາຣິອາໄທມັກດາລາ.26ເມື່ອພຣະເຢຊູເຫັນມານດາຂອງພຣະອົງ ແລະສາວົກທີ່ພຣະອົງຊົງຮັກຢືນຢູ່ໃກ້ໆ, ພຣະອົງຈຶ່ງຊົງກ່າວກັບມານດາວ່າ, “ນາງເອີຍ, ນີ້ຄືລູກຂອງທ່ານ!”27ແລ້ວພຣະອົງກ່າວກັບສາວົກຄົນນັ້ນວ່າ, “ນີ້ຄືມານດາຂອງທ່ານ!” ແລ້ວສາວົກຄົນນັ້ນກໍຮັບມານດາມາຢູ່ໃນເຮືອນຂອງຕົນຕັ້ງແຕ່ເວລານັ້ນ.28ຫລັງຈາກນັ້ນ, ການຊົງຊາບວ່າບັດນີ້ທຸກສິ່ງສຳເລັດແລ້ວ ແລະ ເພື່ອໃຫ້ເປັນຈິງຕາມພຣະຄັມພີ ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ເຮົາຫິວນ້ຳ.”29ທີ່ນັ້ນມີອ່າງໃສ່ເຫລົ້າແວງສົ້ມວາງຢູ່, ພວກທະຫານຈຶ່ງເອົາຟອງນ້ຳຈຸ່ມເອົາເຫລົ້າແວງສົ້ມ ສຽບໃສ່ປາຍໄມ້ ແລະ ຍົກໄມ້ໃສ່ທີ່ພຣະໂອດຂອງພຣະອົງ.30ເມື່ອພຣະເຢຊູຊົງຮັບເຫລົ້າແວງສົ້ມແລ້ວ ພຣະອົງກໍກ່າວວ່າ, “ສຳເລັດແລ້ວ” ແລະເມື່ອຊົງກົ້ມພຣະສຽນລົງສິ້ນພະຊົນ.31ວັນນັ້ນເປັນມື້ຈັດແຈ່ງ ພວກຢິວຈຶ່ງຂໍໃຫ້ປິລາດທຸບຂາຂອງຜູ້ທີ່ຖືກຄຶງໃຫ້ຫັກ, ແລະ ເພື່ອບໍ່ຢາກໃຫ້ສົບນັ້ນຄ້າງຢູ່ທີ່ໄມ້ກາງແຂນໃນວັນສະບາໂຕ (ເພາະວັນສະບາໂຕນັ້ນເປັນວັນສຳຄັນ).32ດັ່ງນັ້ນ ພວກທະຫານຈຶ່ງທຸບຂາຂອງຜູ້ທີ່ຫນຶ່ງ ແລະ ຂາຂອງອີກຄົນຜູ້ທີຖືກຄຶງຢູ່ກັບພຣະເຢຊູ.33ແຕ່ເມື່ອເຂົາມາເຖິງພຣະເຢຊູ, ແລະ ເຫັນວ່າພຣະອົງສິ້ນພຣະຊົນແລ້ວ, ພວກເຂົາຈຶ່ງບໍ່ໄດ້ທຸບຂາຂອງພຣະອົງ.34ແຕ່ແນວໃດກໍດີ, ທະຫານຄົນຫນຶ່ງໄດ້ເອົາຫອກແທງທີ່ຂ້າງຂອງພຣະອົງ, ແລະ ໂລຫິດກັບນ້ຳກໍໄຫລອອກມາທັນທີ.35ຄົນນັ້ນທີ່ເຫັນກໍເປັນພະຍານ ແລະ ຄຳພະຍານຂອງລາວກໍເປັນຈິງ, ແລະ ລາວກໍຮູ້ວ່າພຣະອົງເວົ້ານັ້ນເປັນຄວາມຈິງ ເພື່ອພວກທ່ານຈະໄດ້ເຊື່ອ.36ເພາະສິ່ງເຫລົ່ານີ້ເກີດຂຶ້ນເພື່ອໃຫ້ເປັນຈິງ ຕາມຂໍ້ພຣະຄັມພີທີ່ວ່າ “ກະດູກຂອງພຣະອົງຈະບໍ່ຖືກຫັກເສັຽຈັກເຫລັ້ມ.”37ແລະ ມີຂໍ້ພຣະຄັມພີອີກຂໍ້ຫນຶ່ງວ່າ, “ພວກເຂົາຈະແນມເບິ່ງພຣະອົງຜູ້ທີ່ເຂົາແທງ.”38ຫລັງຈາກນັ້ນ ໂຢເຊັບໄທບ້ານອາຣີມາທາຍ ຊຶ່ງເປັນສາວົກຂອງພຣະເຢຊູ (ແຕ່ຢ່າງລັບໆ ເພາະຢ້ານພວກຢິວ) ກໍຂໍພຣະສົບພຣະເຢຊູຈາກປີລາດ ແລະປິລາດກໍອະນຸຍາດໃຫ້ ໂຢເຊັບຈຶ່ງມາອັນເຊີນພຣະສົບຂອງພຣະອົງໄປ.39ນີໂກເດມ ຄົນທີ່ທຳອິດໄດ້ມາຫາພຣະເຢຊູເວລາກາງຄືນກໍມາ ທ່ານນຳເອົາເຄື່ອງຫອມປະສົມ ຄືຢາງໄມ້ກັບຫາງແຂ້ ຫນັກປະມານສາມສິບກີໂລ.40ພວກເຂົາອັນເຊີນພຣະສົບຂອງພຣະເຢຊູລົງມາ ແລ້ວເອົາຜ້າປ່ານກັບເຄື່ອງຫອມພັນພຣະສົບນັ້ນ, ຕາມທຳນຽມມ້ຽນສົບຂອງພວກຢິວ.41ອັນຫນຶ່ງໃນບ່ອນພຣະອົງຊົງຖືກຄຶງໄວ້ນັ້ນມີສວນໜຶ່ງ; ໃນສວນນັ້ນມີອຸບໂມງໃຫມ່ທີ່ຍັງບໍ່ໄດ້ວາງສົບຜູ້ໃດຈັກເທື່ອ.42ເນື່ອງຈາກວັນນັ້ນເປັນວັນຈັດແຈງຂອງພວກຢິວ ແລະ ເນື່ອງຈາກວ່າອຸໂມງນັ້ນຢູ່ໃກ້, ເຂົາຈຶ່ງບັນຈຸພຣະສົບຂອງພຣະເຢຊູໄວ້ທີ່ນັ້ນ.
1ບັດນີ້ໃນຕອນເຊົ້າວັນທຳອິດຂອງອາທິດ, ໃນຂະນະທີ່ຍັງມືດຢູ່, ມາຣິອາໄທມັກດາລາ ໄດ້ມາເຖິງອຸໂມງຝັງສົບ ແລະ ນາງໄດ້ເຫັນກ້ອນຫີນທີ່ປິດປາກອຸບໂມງນັ້ນຖືກຍ້າຍອອກແລ້ວ.2ນາງຈຶ່ງແລ່ນໄປຫາຊີໂມນເປໂຕກັບສາວົກຄົນອື່ນທີ່ພຣະເຢຊູຊົງຮັກແພງນັ້ນ, ແລະ ເວົ້າກັບເຂົາວ່າ, “ເຂົາເອົາອົງພຣະຜູ້ເປັນເຈົ້າອອກຈາກອຸໂມງແລ້ວ, ແລະ ເຮົາບໍ່ຮູ້ວ່າເຂົາເອົາພຣະອົງໄປໄວ້ທີ່ໃດ.”3ເປໂຕຈຶ່ງອອກໄປທີ່ອຸບໂມງກັບສາວົກຄົນອື່ນນັ້ນ.4ເຂົາທັງສອງພ້ອມກັນແລ່ນ, ແຕ່ສາວົກຄົນນັ້ນແລ່ນໄວກວ່າເປໂຕຈຶ່ງມາຮອດອຸບໂມງກ່ອນ.5ລາວກົ້ມລົງແນມເບິ່ງເຫັນຜ້າປ່ານກອງຢູ່ ແຕ່ລາວບໍ່ໄດ້ເຂົ້າໄປຂ້າງໃນ.6ຊີໂມນເປໂຕຕາມຫລັງມານັ້ນກໍມາຮອດ ແລ້ວເຂົ້າໄປໃນອຸໂມງເຫັນຜ້າປ່ານກອງຢູ່.7ສ່ວນຜ້າປົກພຣະສຽນຂອງພຣະອົງ ບໍ່ໄດ້ກອງຢູ່ກັບຜ້າອື່ນ ແຕ່ພັບໄວ້ຕ່າງຫາກ.8ສ່ວນສາວົກຄົນນັ້ນທີ່ມາເຖິງກ່ອນ, ກໍໄດ້ເຂົາໄປເຫມືອນກັນ ກໍເຫັນແລະເຊື່ອ.9ແຕ່ໃນຂະນະນັ້ນເຂົາຍັງບໍ່ເຂົ້າໃຈຂໍ້ພຣະຄັມພີທີ່ຂຽນໄວ້ວ່າ ພຣະອົງຈະຕ້ອງເປັນຄືນມາຈາກຕາຍ.10ແລ້ວສາວົກທັງສອງນັ້ນກໍກັບໄປຍັງບ້ານຂອງຕົນ.11ສ່ວນມາຣິອາຢືນຮ້ອງໄຫ້ຢູ່ນອກອຸໂມງ. ຂະນະທີ່ຍັງຮ້ອງໄຫ້ຢູ່, ນາງກົ້ມຫລຽວໄປທາງອຸໂມງ.12ແລະ ແລເຫັນເທວະດາສອງຕົນນັ່ງຢູ່ບ່ອນທີ່ເຂົາວາງພຣະສົບຂອງພຣະເຢຊູ ຕົນຫນຶ່ງຢູ່ເບື້ອງຫົວ, ອີກຕົນຫນຶ່ງຢູ່ເບື້ອງພຣະບາດ.13ເທວະດາທັງສອງເວົ້າກັບມາຣີອາວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ?” ນາງຕອບວ່າ, “ເພາະເຂົາເອົາພຣະສົບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍໄປ, ແລະຂ້ານ້ອຍບໍ່ຮູ້ວ່າເຂົາເອົາໄປວາງໄວ້ບ່ອນໃດ.”14ເມື່ອມາຣີອາເວົ້າດັ່ງນັ້ນແລ້ວ, ນາງຫລຽວຫລັງກັບມາ ແລະ ໄດ້ເຫັນພຣະເຢຊູ: ເຈົ້າຢືນຢູ່, ແຕ່ນາງບໍ່ຮູ້ວ່າແມ່ນພຣະອົງ.15ພຣະເຢຊູເຈົ້າຖາມວ່າ, “ນາງເອີຍ, ເຈົ້າຮ້ອງໄຫ້ເຮັດຫຍັງ?" ເຈົ້າຊອກຫາຜູ້ໃດ?” ນາງຄິດວ່າພຣະອົງແມ່ນຄົນເຝົ້າສວນຈຶ່ງຕອບວ່າ, “ທ່ານເອີຍ, ຖ້າທ່ານເອົາສົບພຣະອົງໄປ, ຂໍບອກໃຫ້ຂ້ານ້ອຍຮູ້ວ່າເອົາພຣະອົງໄປວາງໄວ້ທີ່ໃດ, ຂ້ານ້ອຍຈະໄປເອົາພຣະອົງໄປ”16ພຣະເຢຊູກ່າວກັບນາງວ່າ, “ມາຣິອາເອີຍ” ມາຣິອາກໍຫັນຫນ້າມາ, ແລະ ທູນພຣະອົງເປັນພາສາເຮັບເຣີວ່າ, “ຣັບໂບນີ” (ທີ່ແປວ່າ “ພຣະອາຈານ").17ພຣະເຢຊູກ່າວກັບນາງວ່າ, “ຢ່າແຕະຕ້ອງເຮົາ, ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະບິດາ, ແຕ່ເຈົ້າຈົ່ງໄປຫາພວກພີ່ນ້ອງຂອງເຮົາ ແລະບອກເຂົາວ່າ ເຮົາກຳລັງຈະຂຶ້ນໄປຫາພຣະບິດາຂອງເຮົາ, ແລະ ພຣະບິດາຂອງພວກທ່ານ ໄປຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກທ່ານ.”18ມາຣິອາຊາວມັກດາລາຈຶ່ງໄປບອກພວກສາວົກວ່າ, “ຂ້ານ້ອຍເຫັນອົງພຣະຜູ້ເປັນເຈົ້າແລ້ວ,” ແລະ ນາງກໍເລົ່າໃຫ້ພວກເຂົາວ່າ ພຣະອົງໄດ້ກ່າວຄຳເຫລົ່ານີ້ແກ່ຕົນ.19ຄ່ຳວັນນັ້ນເປັນວັນອາທິດ, ເມື່ອສາວົກອັດປະຕູຫ້ອງທີ່ເຂົາຢູ່ເພາະຢ້ານພວກຢິວ, ພຣະເຢຊູເຈົ້າກໍສະເດັດເຂົ້າມາ ແລະ ຊົງຢືນຢູ່ທ່າມກາງພວກເຂົາ ແລະ ກ່າວວ່າ, “ສັນຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍ.”20ເມື່ອພຣະອົງກ່າວດັ່ງນັ້ນແລ້ວ, ພຣະອົງຊົງໃຫ້ເຂົາເບິ່ງພຣະຫັດ ແລະ ຂ້າງຂອງພຣະອົງ. ເມື່ອພວກສາວົກເຫັນອົງພຣະຜູ້ເປັນເຈົ້າແລ້ວກໍມີຄວາມຍິນດີ.21ພຣະເຢຊູກ່າວກັບເຂົາອີກວ່າ, “ສັນຕິສຸກຈົ່ງດຳຣົງຢູ່ກັບທ່ານທັງຫລາຍ. ພຣະບິດາຊົງໃຊ້ເຮົາມາຢ່າງໃດ, ເຮົາກໍໃຊ້ພວກທ່ານໄປຢ່າງນັ້ນ.”22ເມື່ອພຣະອົງກ່າວຢ່າງນັ້ນແລ້ວ, ຈຶ່ງຊົງເປົ່າລົມຫາຍໃຈເຫນືອພວກເຂົາ ແລະບອກວ່າ, “ຈົ່ງຮັບພຣະວິນຍານບໍຣິສຸດເຖີດ.23ຖ້າພວກທ່ານຈະຍົກຜິດບາບຂອງຜູ້ໃດ, ຄວາມຜິດບາບຂອງຜູ້ນັ້ນກໍຈະໄດ້ຮັບການຍົກເສັຽ; ຖ້າພວກທ່ານບໍ່ຍົກຄວາມຜິດບາບໃຫ້ຢູ່ກັບຜູ້ໃດ, ບາບຂອງພວກເຂົາກໍຈະບໍ່ໄດ້ຮັບການອະພັຍ.”24ໂທມາ, ທີ່ເອີ້ນກັນວ່າ ດິດຸມັດຊຶ່ງເປັນສາວົກຜູ້ຫນຶ່ງໃນສິບສອງຄົນນັ້ນ, ບໍ່ໄດ້ຢູ່ກັບເຂົາເມື່ອພຣະເຢຊູສະເດັດມາ.25ສາວົກອື່ນໆຈຶ່ງບອກໂທມາວ່າ, “ເຮົາເຫັນອົງພຣະຜູ້ເປັນເຈົ້າແລ້ວ.” ແຕ່ໂທມາຕອບພວກເຂົາວ່າ, “ຖ້າຂ້ອຍບໍ່ເຫັນຮອຍຕະປູທີ່ຝ່າພຣະຫັດ, ແລະ ບໍ່ໄດ້ເອົານິ້ວມືຂອງຂ້ອຍແປະໃສ່ຮອຍຕະປູນັ້ນ, ແລະ ບໍ່ໄດ້ເອົາມືຂອງຂ້ອຍແປະໃສ່ຂ້າງເພິ່ນແລ້ວ, ຂ້ອຍຈະບໍ່ເຊື່ອ.”26ຄັນລ່ວງໄປແປດວັນແລ້ວ ພວກສາວົກຂອງພຣະອົງກໍຢູ່ຮ່ວມກັນທີ່ເຮືອນນັ້ນອີກ ແລະໂທມາກໍຢູ່ກັບພວກເຂົາດ້ວຍ. ປະຕູກໍອັດໄວ້ແລ້ວ, ແຕ່ພຣະເຢຊູສະເດັດເຂົ້າມາແລະຊົງຢືນຢູ່ທ່າມກາງເຂົາກ່າວວ່າ, “ສັນຕິສຸກຈົ່ງດຳລົງຢູ່ກັບທ່ານທັງຫລາຍ.”27ແລ້ວພຣະອົງກ່າວກັບໂທມາວ່າ, “ຈົ່ງເດ່ນິ້ວມືຂອງທ່ານມາລູບທີ່ນີ້ ແລະ ເບິ່ງທີ່ຝາມືຂອງເຮົາ ເດ່ມືຂອງທ່ານມາຄຳໃສ່ຂ້າງຂອງເຮົາ ຢ່າສົງສັຍເລີຍ ແຕ່ຈົ່ງເຊື່ອ.”28ໂທມາທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະພຣະເຈົ້າຂອງຂ້ານ້ອຍ.”29ພຣະເຢຊູໄດ້ກ່າວຕໍ່ລາວວ່າ, “ເພາະທ່ານເຫັນເຮົາທ່ານຈຶ່ງເຊື່ອຫລື? ຄົນທີ່ບໍ່ເຫັນເຮົາແຕ່ເຊື່ອກໍເປັນສຸກ.”30ພຣະເຢຊູຊົງເຮັດຫມາຍສຳຄັນອື່ນໆ ອີກຫລາຍປະການຕໍ່ຫນ້າພວກສາວົກ ຊຶ່ງບໍ່ໄດ້ຈົດໄວ້ໃນຫນັງສືເຫລັ້ມນີ້.31ແຕ່ການທີ່ຈົດບັນທຶກເຫດການເຫລົ່ານີ້ໄວ້ ກໍເພື່ອພວກທ່ານຈະໄດ້ເຊື່ອວ່າພຣະເຢຊູເປັນພຣະຄຣິດພຣະບຸດຂອງພຣະເຈົ້າ ແລະ ເມື່ອມີຄວາມເຊື່ອ ແລ້ວທ່ານກໍມີຊີວິດໂດຍພຣະນາມຂອງພຣະອົງ.
1ພາຍຫລັງສິ່ງເຫລົ່ານີ້ ພຣະເຢຊູເຈົ້າຊົງສະແດງພຣະອົງແກ່ພວກສາວົກອີກຄັ້ງຫນຶ່ງທີ່ທະເລຕີເບເຣັຽ. ພຣະອົງຊົງສະແດງພຣະອົງຢ່າງນີ້ຄື:2ຊີໂມນເປໂຕ ພ້ອມກັບໂທມາທີ່ເອີ້ນວ່າດິດຸມັດ, ນະທານາເອັນໄທບ້ານການາ ໃນແຂວງຄາລີເລ, ແລະ ລູກຊາຍທັງສອງຂອງເຊເບດາຍ, ແລະສາວົກຂອງພຣະເຢຊູອີກສອງຄົນ ກຳລັງຢູ່ດ້ວຍກັນ.3ຊີໂມນເປໂຕໄດ້ບອກພວກເຂົາວ່າ, “ຂ້ອຍຈະໄປຫາປາ” ພວກເຂົາຈຶ່ງເວົ້າວ່າ, “ເຮົາຈະໄປນຳ” ແລ້ວພວກເຂົາກໍອອກໄປລົງເຮືອ, ແຕ່ຄືນນັ້ນເຂົາຈັບປາບໍ່ໄດ້ເລີຍ.4ບັດນີ້, ເມື່ອເຖິງຮຸ່ງເຊົ້າ ພຣະເຢຊູຊົງຢືນຢູ່ທີ່ຝັ່ງ, ແຕ່ພວກສາວົກບໍ່ຮູ້ວ່າແມ່ນພຣະເຢຊູ.5ເພາະພຣະເຢຊູຊົງຖາມພວກເຂົາວ່າ, “ລູກເອີຍ, ພວກເຈົ້າມີຫຍັງຈະກິນບໍ່?” ເຂົາຕອບວ່າ, “ບໍ່ມີ”6ພຣະອົງກ່າວກັບພວກເຂົາວ່າ “ຈົ່ງໂຍນມອງລົງເບື້ອງຂວາເຮືອແລ້ວຈະໄດ້ປາ” ເຂົາຈຶ່ງໂຍນມອງລົງ ແລະ ກໍໄດ້ປາຈຳນວນຫລວງຫລາຍ ຈົນດຶງມອງຂຶ້ນບໍ່ໄດ້.7ແລ້ວພວກສາວົກ ຜູ້ທີ່ພຣະເຢຊູຊົງຮັກ ບອກເປໂຕວ່າ, “ແມ່ນອົງພຣະຜູ້ເປັນເຈົ້າ.” ເມື່ອຊີໂມນເປໂຕໄດ້ຍິນວ່າ ເປັນອົງພຣະຜູ້ເປັນເຈົ້າ, ເພິ່ນໄດ້ຈັບເອົາເສື້ອມານຸ່ງ (ເພາະເພິ່ນບໍ່ໄດ້ນຸ່ງເຄື່ອງ), ແລ້ວກໍໂຕນລົງນ້ຳທະເລ.8ແຕ່ພວກສາວົກຄົນອື່ນໆນັ້ນໄດ້ນັ່ງເຮືອມາ, (ເພາະພວກເຂົາບໍ່ຢູ່ໄກຈາກຝັ່ງຫລາຍ, ໄກປະມານຫນຶ່ງຮ້ອຍແມັດເທົ່ານັ້ນ),9ເມື່ອພວກເຂົາຂຶ້ນເຖິງຝັ່ງກໍເຫັນຖ່ານຕິດໄຟຢູ່, ມີປາວາງຢູ່ຂ້າງເທິງ, ແລະ ມີເຂົ້າຈີ່ດ້ວຍ.10ພຣະເຢຊູເຈົ້າຊົງບອກກັບພວກເຂົາວ່າ, “ເອົາປາທີ່ຫາກໍໄດ້ມື້ກີ້ນີ້ມາບາງໂຕ.”11ຊີໂມນເປໂຕຈຶ່ງລົງໄປໃນເຮືອ ແລ້ວດຶງມອງຂຶ້ນຝັ່ງ, ມອງນັ້ນເຕັມໄປດ້ວຍປາໂຕໃຫຍ່ໆ; ມີຫນຶ່ງຮ້ອຍຫ້າສິບສາມໂຕ, ເຖິງວ່າຈະມີປາຫລາຍປານນັ້ນມອງກໍບໍ່ຂາດ.12ພຣະເຢຊູເຈົ້າບອກກັບພວກເຂົາວ່າ, “ມາຮັບປະທານອາຫານເຊົ້ານຳກັນເທາະ.” ພວກສາວົກບໍ່ມີໃຜກ້າຖາມພຣະອົງວ່າ, “ທ່ານເປັນໃຜ?” ເພາະພວກເຂົາຊົງຮູ້ຢູ່ແລ້ວວ່າເປັນອົງພຣະຜູ້ເປັນເຈົ້າ.13ພຣະເຢຊູເຈົ້າຊົງເຂົ້າມາ, ໄດ້ຈັບເອົາເຂົ້າຈີ່, ແລະ ເອົາໃຫ້ພວກເຂົາ, ແລະ ຈັບເອົາປາ ແລະ ຢາຍປາໃຫ້ເຫມືອນກັນ.14ນີ້ເປັນເທື່ອທີສາມທີ່ພຣະເຢຊູຊົງສະແດງພຣະອົງແກ່ພວກສາວົກ ຫລັງຈາກທີ່ພຣະອົງຖືກຊົງເປັນຄືນມາຈາກຕາຍ.15ເມື່ອຮັບປະທານອາຫານເຊົ້າແລ້ວ, ພຣະເຢຊູເຈົ້າໄດ້ກ່າວກັບຊີໂມນເປໂຕວ່າ, “ຊີໂມນລູກໂຢຮັນເອີຍ, ທ່ານຮັກເຮົາຫລາຍກວ່າສິ່ງເຫລົ່ານີ້ບໍ?” ເປໂຕທູນຕໍ່ພຣະອົງວ່າ “ໂດຍພຣະອົງເຈົ້າ, ພຣະອົງຊົງຊາບວ່າຂ້ານ້ອຍຮັກພຣະອົງ.” ພຣະອົງກ່າວສັ່ງເຂົາວ່າ, “ຈົ່ງລ້ຽງດູລູກແກະຂອງເຮົາເຖີດ.”16ພຣະອົງກ່າວກັບເຂົາເທື່ອທີສອງວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕທູນຕອບພຣະອົງວ່າ, “ໂດຍພຣະອົງເຈົ້າ, ພຣະອົງຊົງຊາບວ່າຂ້ານ້ອຍຮັກພຣະອົງ.” ພຣະອົງກ່າວສັ່ງກັບເຂົາວ່າ, “ຈົ່ງລ້ຽງດູແກະຂອງເຮົາເຖີດ.”17ພຣະອົງໄດ້ກ່າວກັບເປໂຕເທື່ອທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕເສັຽໃຈຫລາຍທີ່ພຣະເຢຊູເຈົ້າຊົງຖາມທ່ານເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈິ່ງທູນຕອບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຊາບທຸກສິ່ງ ພຣະອົງຊົງຮູ້ດີວ່າຂ້ານ້ອຍຮັກພຣະອົງ” ພຣະເຢຊູເຈົ້າໄດ້ກ່າວສັ່ງກັບເຂົາວ່າ, “ຈົ່ງລ້ຽງດູແກະຂອງເຮົາເຖີດ.18ເຮົາບອກໃນຄວາມຈິງ, ຕາມຈິງແກ່ທ່ານວ່າ, ເມື່ອທ່ານຍັງຫນຸ່ມ, ທ່ານກໍຄາດແອວຂອງທ່ານ ແລະ ຍ່າງທຽວໄປມາໃສຕາມໃຈເຈົ້າມັກ, ແຕ່ເມື່ອເຖົ້າແລ້ວ, ທ່ານຈະຢຽດມືອອກ, ແລະ ຈະມີຄົນອື່ນມາຄາດແອວທ່ານ ແລະ ຈູງພາໄປບ່ອນເຈົ້າບໍ່ປາຖນາຈະໄປ.”19ບັດນີ້ພຣະເຢຊູເຈົ້າໄດ້ກ່າວດັ່ງນີ້ ກໍເພື່ອຊີ້ໃຫ້ເຫັນວ່າເປໂຕຈະຖວາຍພຣະກຽດແດ່ພຣະເຈົ້າດ້ວຍການຕາຍຢ່າງໃດ. ເມື່ອພຣະອົງໄດ້ຊົງກ່າວດັ່ງນີ້ແລ້ວ, ພຣະອົງຈຶ່ງກ່າວກັບເປໂຕວ່າ, “ຈົ່ງຕາມເຮົາມາເຖີດ.”20ເປໂຕໄດ້ຫລຽວຄືນຫລັງ ແລະ ໄດ້ເຫັນສາວົກຜູ້ທີ່ພຣະເຢຊູຊົງຮັກກຳລັງຕາມພວກເຂົາມາ, ຄືຜູ້ທີ່ເນີ້ງກາຍລົງອີງຂ້າງຂອງພຣະອົງເມື່ອຮັບປະທານອາຫານຄໍ່າ ແລະ ໄດ້ທູນຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຄົນທີ່ທໍຣະຍົດພຣະອົງເປັນຜູ້ໃດ?”21ເມື່ອເປໂຕໄດ້ເຫັນສາວົກຄົນນັ້ນຈຶ່ງໄດ້ທູນຖາມພຣະເຢຊູວ່າ, “ອົງພຣະຜູ້ເປັນເຈົ້າ, ຄົນນີ້ຈະເປັນຢ່າງໃດ?”22ພຣະເຢຊູໄດ້ຕອບກັບເຂົາວ່າ, “ຖ້າເຮົາຢາກໃຫ້ເຂົາຢູ່ຈົນກວ່າເຮົາຈະມາ, ມັນກ່ຽວຫຍັງກັບທ່ານ? ຈົ່ງຕາມເຮົາມາເຖີດ.”23ເພາະສັນນັ້ນ, ຂໍ້ຄວາມນີ້ ທີ່ວ່າສາວົກຜູ້ນັ້ນຈະບໍ່ຕາຍຈຶ່ງຊ່າລືກັນໄປທ່າມກາງພວກພີ່ນ້ອງ. ພຣະເຢຊູກໍບໍ່ໄດ້ກ່າວກັບເປໂຕວ່າ ສາວົກຜູ້ນັ້ນຈະບໍ່ຕາຍ, ແຕ່ກ່າວວ່າ, “ຖ້າເຮົາຢາກໃຫ້ເຂົາຢູ່ຈົນກວ່າເຮົາຈະມາ ມັນກ່ຽວຫຍັງກັບທ່ານຫນໍ?”24ສາວົກຜູ້ນີ້ແຫລະທີ່ເປັນພະຍານເຖິງເຫດການເຫລົ່ານີ້, ແລະ ເປັນຄົນທີ່ບັນທຶກສິ່ງເຫລົ່ານີ້ໄວ້, ແລະ ພວກເຮົາຊາບວ່າຄຳພະຍານຂອງເຂົາເປັນຄວາມຈິງ.25ພຣະເຢຊູເຈົ້າຊົງເຮັດສິ່ງອື່ນໆອີກຫລາຍຢ່າງ. ຖ້າຈະຂຽນໃຫ້ຫມົດທຸກສິ່ງ, ຂ້າພຣະເຈົ້າຄາດວ່າຫມົດທັງໂລກກໍບໍ່ພໍໄວ້ ໃນຫນັງສືທີ່ຈະຂຽນນັ້ນ.
1ໂອຟິໂລ, ໃນໜັງສືທີ່ຂ້າພະເຈົ້າໄດ້ຂຽນກ່ອນໜ້ານີ້, ທີ່ໄດ້ບອກທຸກສິ່ງທີ່ພຣະເຢຊູຄຣິດເຈົ້າໄດ້ຊົງເລີ້ມຕົ້ນເຮັດ ແລະ ສັ່ງສອນ,2ຈົນເຖິງມື້ທີ່ພຣະອົງຖືກຮັບຂື້ນໄປ, ຫລັງຈາກພຣະອົງກ່າວສັ່ງຜ່ານພຣະວິນຍານບໍຣິສຸດເຈົ້າ ກັບບັນດາອັກຄະສາວົກທີ່ພຣະອົງຊົງເລືອກໄວ້.3ຫລັງຈາກທີ່ພຣະອົງທົນທຸກທໍລະມານມາແລ້ວ, ພຣະອົງຊົງປະກົດພຣະອົງທີ່ມີຊີວິດຢູ່ກັບພວກເຂົາດ້ວຍຫລັກຖານຫລາຍປະການ. ພຣະອົງຊົງປະກົດແກ່ພວກເຂົາເປັນເວລາສີ່ສິບວັນ, ແລະ ພຣະອົງຊົງກ່າວເຖິງຣາຊະອານາຈັກຂອງພຣະເຈົ້າ.4ເມື່ອພຣະອົງຊົງປະຊຸມຮ່ວມກັບພວກເຂົາ, ພຣະອົງສັ່ງພວກເຂົາບໍ່ໃຫ້ອອກຈາກນະຄອນ ເຢຣູຊາເລັມ, ແຕ່ໃຫ້ລໍຖ້າຮັບຕາມຄຳສັນຍາຂອງພຣະບິດາເຈົ້າ, ທີ່ພຣະອົງໄດ້ກ່າວໄວ້ວ່າ, "ພວກທ່ານໄດ້ຍິນຈາກຂ້າພະເຈົ້າແລ້ວວ່າ.5ໂຢຮັນໄດ້ຮັບບັບຕິສະມາດ້ວຍນໍ້າ, ແຕ່ອີກບໍ່ດົນພວກທ່ານຈະໄດ້ບັບຕິສະມາ ໃນພຣະວິນຍານບໍຣິສຸດເຈົ້າ."6ເມື່ອພວກເຂົາມາປະຊຸມພ້ອມກັນ ພວກເຂົາກ່າວຖາມພຣະອົງວ່າ, "ອົງພຣະຜູ້ເປັນເຈົ້າ, ນີ້ເປັນເວລາທີ່ພຣະອົງຈະຕັ້ງຣາຊອານາ ຈັກຂື້ນໃໝ່ໃຫ້ກັບຊົນຊາດ ອິດສະຣາເອນບໍ?"7ພຣະເຢຊູຄຣິດເຈົ້າ ກ່າວກັບພວກເຂົາວ່າ, “ບໍ່ແມ່ນວຽກງານຫຍັງຂອງທ່ານທີ່ຈະຮູ້ເວລາ ແລະ ຍາມກຳນົດທີ່ພຣະບິດາເຈົ້າກຳນົດໄວ້ໂດຍສິດທິອຳນາດຂອງພຣະອົງເອງ.8ແຕ່ພວກທ່ານຈະໄດ້ຮັບຣິດອຳນາດ, ເມື່ອພຣະວິນຍານບໍຣິສຸດເຈົ້າລົງມາເທິງທ່ານ, ແລະ ພວກທ່ານຈະເປັນພະຍານຝ່າຍເຮົາ ທັງໃນນະຄອນ ເຢຣູຊາເລັມ, ແລະ ທົ່ວແຂວງ ຢູດາຍ, ແລະ ທົ່ວແຂວງຊາມາເຣຍ, ແລະ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ."9ເມື່ອພຣະເຢຊູຄຣິດເຈົ້າຊົງກ່າວເຖິງສິ່ງເຫລົ່ານີ້ແລ້ວ, ຂະນະທີ່ພວກເຂົາຫລຽວເບິ່ງທ້ອງຟ້າ, ພຣະອົງກໍ່ຖືກຮັບຂື້ນໄປ, ແລະມີເມກມາປິດບັງພຣະອົງຈາກສາຍຕາຂອງພວກເຂົາ.10ໃນຂະນະທີ່ພວກເຂົາກຳລັງແນມເບິ່ງທ້ອງຟ້າ ຕອນທີ່ພຣະອົງສະເດັດຂຶ້ນໄປ, ທັນໃດນັ້ນ, ມີຊາຍສອງຄົນນຸ່ງເຄື່ອງຂາວຢືນຢູ່ຂ້າງພວກເຂົາ.11ພວກເຂົາຖາມວ່າ, "ທ່ານຊາວຄາລີເລທັງຫລາຍ, ເປັນຫຍັງພວກທ່ານຈຶ່ງຢືນເບິ່ງຟ້າສະຫວັນຢູ່ທີ່ນີ້? ພະເຢຊູຄຣິດເຈົ້າອົງນີ້ທີ່ຖືກຮັບຂຶ້ນໄປທີ່ຟ້າສະຫວັນ, ຈະສະເດັດກັບຄືນມາໃນລັກສະນະດຽວກັບທີ່ພວກທ່ານໄດ້ເຫັນພຣະອົງສະເດັດໄປທີ່ສະຫວັນ."12ພວກສາວົກກໍໄດ້ອອກຈາກພູເຂົາຫມາກກອກເທດກັບໄປທີ່ນະຄອນເຢຣູຊາເລັມ, ຊຶ່ງໄກປະມານໜຶ່ງຮ້ອຍກິໂລແມັດ.13ເມື່ອພວກເພິ່ນມາຮອດ, ພວກເພິ່ນໄດ້ຂຶ້ນໄປຫ້ອງຊັ້ນເທິງ, ທີ່ພວກເພິ່ນເຄີຍພັກອາໃສຢູ່. ພວກສາວົກລວມມີເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ ລູກຊາຍຂອງອາລະຟາຍ, ຊີໂມນ ພວກຄົນຫົວຮຸນແຮງ, ແລະ ຢູດາ ລູກຊາຍຂອງຢາໂກໂບ.14ພວກເຂົາທຸກຄົນເປັນນໍ້າໜຶ່ງໃຈດຽວກັນ, ໃນຂະນະທີ່ພວກສາວົກຍັງອະທິຖານຢ່າງຮ້ອນຮົນ. ລວມທັງພວກຜູ້ຍິງ, ມາຣີແມ່ຂອງພຣະເຢຊູຄຣິດເຈົ້າ, ແລະ ບັນດານ້ອງຊາຍຂອງພຣະອົງ.15ໃນເວລານັ້ນເປໂຕໄດ້ຢືນຂຶ້ນທ່າມກາງພວກພີ່ນ້ອງ, ປະມານ 120 ຄົນ, ແລະກ່າວວ່າ,16"ອ້າຍເອື້ອຍນ້ອງທັງຫລາຍ, ຈຳເປັນຈະຕ້ອງສຳເລັດຕາມພຣະຄຳພີ, ທີ່ພຣະວິນ ຍານບໍຣິສຸດເຈົ້າໄດ້ກ່າວໄວ້ ໂດຍຜ່ານທາງກະສັດດາວິດກ່ຽວກັບຢູດາ, ທີ່ນຳທາງໃຫ້ກັບພວກຄົນທີ່ມາຈັບພຣະເຢຊູຄຣິດເຈົ້າ.17ເພາະວ່າລາວເປັນຄົນໜຶ່ງໃນພວກເຮົາ ແລະ ມີສ່ວນຮ່ວມໃນພັນທະກິດນີ້ເຊັ່ນກັນ."18(ຕອນນີ້ຊາຍຄົນນີ້ໄດ້ເອົາຄ່າຕອບແທນໄປຊື້ທົ່ງນາຕອນໜຶ່ງ ທີ່ລາວໄດ້ຮັບຍ້ອນຄວາມຊົ່ວຮ້າຍຂອງລາວ, ແລະ ຢູ່ບ່ອນນັ້ນລາວໄດ້ລົ້ມຫົວຟາດລົງ, ແລະ ຮ່າງກາຍຂອງລາວແຕກ, ແລະ ລຳໄສ້ກໍໂລ່ອອກມາທັງໝົດ.19ທຸກຄົນທີ່ຢູ່ໃນນະຄອນ ເຢຣູຊາເລັມໄດ້ຍິນເລື່ອງນີ້, ພວກເຂົາຈຶ່ງເອີ້ນພື້ນດິນນັ້ນຕາມພາສາຂອງພວກເຂົາວ່າ "ອະເກັນດາມາ," ນັ້ນຄື "ທົ່ງນາເລືອດ.")20ເພາະວ່າມີຂຽນໄວ້ໃນພຣະທຳ ເພງສັນລະເສີນວ່າ, 'ຂໍໃຫ້ທີ່ຢູ່ຂອງລາວຫວ່າງເປົ່າ, ແລະ ຢ່າໃຫ້ມີໃຜອາໄສຢູ່ບ່ອນນັ້ນ'; 'ຂໍໃຫ້ອີກຄົນໜຶ່ງມາຍຶດຕຳແໜ່ງການເປັນຜູ້ນຳຂອງລາວ.'21ເພາະສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຄົນໜຶ່ງ ໃນບັນດາຄົນທີ່ຢູ່ຮ່ວມກັບພວກເຮົາຕະຫລອດເວລາທີ່ອົງພຣະເຢຊູຄຣິດເຈົ້າໄດ້ສະເດັດເຂົ້າມາ ແລະ ອອກໄປໃນທ່າມກາງພວກເຮົາ,22ເລີ້ມຕັ້ງແຕ່ການບັບຕິສະມາຂອງໂຢຮັນຈົນຮອດມື້ທີ່ພຣະອົງຖືກຮັບຂຶ້ນໄປຈາກພວກເຮົາ, ເຊິ່ງຕ້ອງເປັນພະຍານຮ່ວມກັບພວກເຮົາໃນການຄືນພຣະຊົນຂອງພຣະອົງ.”23ພວກເຂົາຈຶ່ງສະເໜີຊື່ຊາຍສອງຄົນຄື, ໂຢເຊັບ ທີ່ເອີ້ນວ່າ ບາຣະຊາບາ, ຜູ້ທີ່ມີຊື່ເອີ້ນອີກວ່າ ຢູສະໂຕ, ແລະ ມັດເທຍ.24ພວກເຂົາຈຶ່ງອະທິຖານ ແລະ ກ່າວວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຮູ້ຈິດໃຈຂອງມະນຸດທຸກຄົນ, ຂໍພຣະອົງຊົງໂຜດເປີດເຜີຍວ່າຄົນໃດໃນສອງຄົນນີ້ທີ່ພຣະອົງຊົງເລືອກ.25ໃຫ້ຮັບໜ້າທີ່ໃນວຽກງານຮັບໃຊ້ນີ້ ແລະ ເປັນອັກຄະສາວົກແທນຢູດາທີ່ໄດ້ຫລົງຜິດໄປຢູ່ໃນບ່ອນຂອງລາວແລ້ວ."26ພວກເຂົາຈົກສະຫລາກ, ແລະ ສະຫລາກນັ້ນກໍຕົກໃສ່ ມັດເທຍ, ແລ້ວລາວໄດ້ຖືກນັບເຂົ້າຢູ່ໃນກຸ່ມອັກຄະສາວົກສິບເອັດຄົນນັ້ນ.
1ເມື່ອວັນເພັນເຕຄໍສະເຕໄດ້ມາເຖິງ, ພວກສາວົກເຕົ້າໂຮມກັນຢູ່ໃນບ່ອນດຽວກັນ.2ໃນທັນໃດນັ້ນ ມີສຽງຈາກຟ້າສະຫວັນຄ້າຍຄືສຽງພາຍຸແຮງກ້າ, ດັງກ້ອງໄປທົ່ວເຮືອນທີ່ພວກເພີ່ນກຳລັງນັ່ງຢູ່.3ພວກເພິ່ນໄດ້ເຫັນໄຟລັກສະນະຄືກັບລີ້ນ, ແຜ່ກະຈາຍຢູ່ເທິງພວກທ່ານແຕ່ລະຄົນ.4ພວກເພິ່ນທຸກຄົນກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ເລີ້ມເວົ້າພາສາອື່ນໆ, ຕາມທີ່ພຣະວິນຍານບໍຣິສູດເຈົ້າຊົງໃຫ້ພວກທ່ານເວົ້າ.5ຊາວຢິວທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຄົນທີ່ຢຳເກງພຣະເຈົ້າ, ທີ່ມາຈາກທຸກປະເທດທົ່ວໃຕ້ຟ້າ.6ເມື່ອໄດ້ຍິນສຽງນີ້, ຄົນຫລວງຫຼາຍຈຶ່ງພາກັນມາ ແລະ ຮູ້ສຶກສັບສົນເພາະວ່າທຸກຄົນຕ່າງໄດ້ຍິນພວກເພິ່ນເວົ້າພາສາທ້ອງຖິ່ນຂອງຕົນເອງ.7ພວກເພິ່ນອັດສະຈັນໃຈ ແລະ ປະຫລາດໃຈ, ຈຶ່ງເວົ້າວ່າ, "ເປັນຄວາມຈິງບໍ, ຄົນທີ່ກຳລັງເວົ້າບໍ່ໄດ້ແມ່ນຊາວຄາລີເລກັນທຸກຄົນ?8ເປັນຫຍັງພວກເຮົາຈຶ່ງໄດ້ຍິນພວກທ່ານ, ແຕ່ລະຄົນເວົ້າພາສາທ້ອງຖິ່ນຂອງພວກເຮົາ?9ເຊິ່ງແມ່ນຊາວປາເທຍ, ຊາວເມເດຍ, ແລະຊາວເອລາມ, ແລະຄົນທີ່ອາໄສຢູ່ໃນເຂດແດນ ເມໂຊໂປຕາເມຍ, ໃນແຂວງຢູດາຍ, ແລະແຂວງກາປາໂດເກຍ, ໃນແຂວງປົນໂຕ, ແລະ ແຂວງເອເຊຍ,10ໃນແຂວງ ຟີເຄຍ ແລະ ແຂວງປຳຟີເລຍ, ໃນປະເທດເອຢິບແລະບາງສ່ວນຂອງເມືອງລີເບຍ ເຊິ່ງຂຶ້ນກັບເມືອງກີລີເນນ, ແລະຄົນທີ່ມາຢາມຈາກນະຄອນໂຣມ.11ຊາວຢິວແລະພວກຄົນທີ່ເຂົ້າລັດທິຊາວຢິວ, ຊາວກະເຣເຕ ແລະ ຊາວອາຣາເບຍ, ພວກເຮົາຕ່າງກໍໄດ້ຍິນພວກທ່ານເວົ້າ ກ່ຽວກັບວຽກງານຮັບໃຊ້ອັນຍິ່ງໃຫຍ່ ຂອງພຣະເຈົ້າເປັນພາທ້ອງຖິ່ນຂອງເຮົາເອງ.12ພວກເພິ່ນຈຶ່ງປະຫລາດໃຈ ແລະ ສົງໄສ; ແລະເວົ້າກັນວ່າ, “ນີ້ໝາຍຄວາມວ່າແນວໃດ?”13ແຕ່ບາງຄົນເວົ້າເຍາະເຍີ້ຍວ່າ, “ພວກເຂົາເມົາເຫລົ້າແວງໃໝ່.“14ແຕ່ເປໂຕຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ, ແລ້ວກ່າວຕອບພວກເຂົາດ້ວຍສຽງດັງວ່າ, "ທ່ານຊາວຢູດາຍ ແລະ ທ່ານທຸກຄົນທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຂໍທ່ານຈົ່ງຮູ້ເລື່ອງນີ້; ຕັ້ງໃຈຟັງຖ້ອຍຄຳຂອງຂ້າພະເຈົ້າ.15ເພາະວ່າຄົນເຫລົ່ານີ້ບໍ່ໄດ້ເມົາດັ່ງທີ່ທ່ານຄິດ, ເພາະວ່າຕອນນີ້ເປັນເວລາເກົ້າໂມງເຊົ້າເທົ່ານັ້ນ.16ແຕ່ເຫດການນີ້ເກີດຂຶ້ນຕາມຄຳທີ່ ໂຢເອນ ຜູ້ທຳນວາຍໄດ້ກ່າວໄວ້ວ່າ:17'ພຣະເຈົ້າກ່າວວ່າ,'ໃນຍຸກສຸດທ້າຍ,' ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທຸກຄົນ. ລູກຊາຍ ແລະ ລູກຍິງຂອງພວກທ່ານຈະທຳນວາຍ, ຄົນໜຸ່ມຂອງພວກທ່ານຈະເຫັນນິມິດ, ແລະ ຄົນເຖົ້າແກ່ຈະຝັນເຫັນ.18ທັງຜູ້ຮັບໃຊ້ຊາຍຍິງຂອງເຮົາດ້ວຍ ໃນມື້ນັ້ນເຮົາຈະຖອກເທວິນຍານຂອງເຮົາລົງມາ, ແລະພວກເພິ່ນຈະທຳນວາຍ.19ເຮົາຈະສະແດງການອັດສະຈັນເທິງຟ້າສະຫວັນ ແລະ ໝາຍສຳຄັນເທິງແຜ່ນດິນເບື້ອງລຸ່ມນີ້ເປັນ, ເລືອດ, ໄຟ, ແລະໝອກຄວັນ.20ດວງຕາເວັນຈະມືດໄປ ແລະ ດວງຈັນຈະເປັນເລືອດ, ກ່ອນມື້ອັນຍິ່ງໃຫຍ່ ແລະ ຮຸ່ງເຮືອງຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ.21ແລ້ວກໍຈະເປັນເຊັ່ນນີ້ ຄືທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະລອດພົ້ນ.'22ທ່ານຊົນຊາດອິດສະຣາເອນ, ຈົ່ງຟັງຖ້ອຍຄຳຕໍ່ໄປນີ້: ພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພຣະເຈົ້າຊົງສະແດງຢ່າງຈະແຈ້ງແກ່ພວກທ່ານ ໂດຍອິດທິຣິດ, ແລະການອັດສະຈັນ, ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າຊົງເຮັດໂດຍຜ່ານພຣະອົງທ່າມກາງພວກທ່ານ, ດັ່ງທີ່ພວກທ່ານເອງກໍຮູ້ຢູ່ແລ້ວ.23ພຣະອົງຖືກມອບໄວ້ເພາະເປັນແຜນການທີ່ພຣະເຈົ້າໄດ້ຊົງກຳນົດໄວ້ ແລະ ຊົງຮູ້ລ່ວງໜ້າ, ແລະ ພວກທ່ານ, ໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະ ຂ້າພຣະອົງໂດຍມືຂອງຄົນອະທຳ.24ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງຄືນພຣະຊົນ, ແລະເຮັດໃຫ້ພຣະອົງພົ້ນຈາກຄວາມເຈັບປວດແຫ່ງຄວາມຕາຍ, ເພາະເປັນໄປບໍ່ໄດ້ທີ່ຄວາມຕາຍຈະຍຶດພຣະອົງໄວ້.25ເພາະດາວິດກ່າວເຖິງພຣະອົງວ່າ, 'ຂ້າພະເຈົ້າເຫັນອົງພຣະຜູ້ເປັນເຈົ້າຢູ່ຕໍ່ໜ້າຂ້າພະເຈົ້າຢູ່ສະເໝີ, ເພາະວ່າພຣະອົງຢູ່ເບື້ອງຂວາຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະບໍ່ຫວັ່ນໄຫວ.26ເພາະເຫດນີ້ ຈິດໃຈຂອງຂ້າພະເຈົ້າຈຶ່ງຊື່ນຊົມຍິນດີ ແລະ ລີ້ນຂອງຂ້າພະເຈົ້າຊື່ນຊົມຍິນດີ. ເຊັ່ນດຽວກັບ ຮ່າງກາຍຂອງຂ້າພະເຈົ້າຈະມີຊີວິດຢູ່ໃນຄວາມຫມັ້ນໃຈ.27ເພາະວ່າພຣະອົງຈະບໍ່ຊົງປະຖິ້ມຂ້ານ້ອຍໄວ້ໃນແດນແຫ່ງມໍຣະນາ, ທັງຈະບໍ່ປ່ອຍໃຫ້ຄົນບໍຣິສຸດເນົ່າເປື່ອຍໄປໃນຂຸມຝັງສົບ.28ພຣະອົງໄດ້ຊົງໂຜດໃຫ້ຂ້າພະອົງເຫັນຫົນທາງແຫ່ງຊີວິດ; ພຣະອົງຈະເຮັດໃຫ້ຂ້ານ້ອຍເຕັມລົ້ນໄປດ້ວຍຄວາມຍິນດີຕໍ່ຫນ້າພຣະອົງ.'29ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີໃຈກ້າຫານທີ່ຈະກ່າວກັບພວກທ່ານເຖິງ ດາວິດ: ຜູ້ເປັນບັນພະບຸລຸດຂອງຂ້າພະເຈົ້າ ທ່ານຕາຍແລ້ວ ແລະຖືກຝັງໄວ້, ແລະອຸບໂມງຝັງສົບຂອງທ່ານກໍຍັງຢູ່ກັບຂ້າພະເຈົ້າຈົນເຖິງທຸກມື້ນີ້.30ດ້ວຍເຫດນີ້, ທ່ານຈຶ່ງເປັນຜູ້ທຳນວາຍທີ່ຮູ້ວ່າພຣະເຈົ້າໄດ້ຊົງສາບານ ດ້ວຍຄຳປະຕິຍານກັບທ່ານວ່າ, ພຣະອົງຈະຊົງຕັ້ງຜູ້ໜຶ່ງຈາກເຊື້ອສາຍຂອງທ່ານໃຫ້ນັ່ງຢູ່ເທິງບັນລັງຂອງທ່ານ.31ທ່ານໄດ້ຮູ້ເຫດການນີ້ລ່ວງໜ້າ ແລະ ກ່າວເຖິງການຄືນຊີວິດຂອງພຣະຄຣິດເຈົ້າວ່າ, 'ພຣະອົງຈະບໍ່ຖືກປະຖິ້ມໄວ້ໃນແດນມໍຣະນາ, ແລະຈະບໍ່ເຮັດໃຫ້ພຣະກາຍຂອງພຣະອົງເນົ່າເປື່ອຍໄປ.'32ພຣະເຢຊູຄຣິດເຈົ້າອົງນີ້—ທີ່ພຣະເຈົ້າຊົງເຮັດໃຫ້ຄືນພຣະຊົນແລ້ວ, ເຊິ່ງພວກເຮົາທຸກຄົນໄດ້ເປັນພະຍານໃນເລື່ອງນີ້.33ເພາະເຫດນີ້ ພຣະເຈົ້າຈຶ່ງໄດ້ຊົງຍົກຊູພຣະອົງໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ. ແລະໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາແລ້ວ, ພຣະອົງຈຶ່ງຖອກເທລົງມາ, ດັ່ງທີ່ພວກທ່ານໄດ້ເຫັນແລະໄດ້ຍິນແລ້ວ.34ເພາະດາວິດບໍ່ໄດ້ຖືກຮັບຂຶ້ນໄປທີ່ສະຫວັນ, ແຕ່ທ່ານກ່າວວ່າ, "ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ, “ຈົ່ງນັ່ງຢູ່ຂ້າງຂວາມືຂອງຂ້າພະເຈົ້າ,35ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານເປັນບ່ອນຮອງຕີນຂອງທ່ານ."'36ເພາະສະນັ້ນ, ຂໍໃຫ້ເຊື້ອສາຍອິດສະຣາເອນທັງຫມົດຮູ້ຢ່າງແຈ່ມແຈ້ງວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູຄຣິດເຈົ້າອົງນີ້ ທີ່ພວກທ່ານຄຶງໄວ້ທີ່ໄມ້ກາງແຂນ, ຜູ້ຊຶ່ງເປັນທັງອົງພຣະຜູ້ເປັນເຈົ້າ ແລະ ພຣະຄຣິດເຈົ້າ.37ເມື່ອພວກເພິ່ນໄດ້ຍິນເລື່ອງນີ້, ພວກເພິ່ນກໍຮູ້ສຶກກິນແໜງໃຈ, ຈຶ່ງກ່າວກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ, ພວກເຮົາຄວນເຮັດແນວໃດ?“38ແລ້ວເປໂຕໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກັບໃຈໃໝ່ ແລະ ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດເຈົ້າໃຫ້ໝົດທຸກຄົນ, ເພື່ອບາບທັງຫລາຍຂອງທ່ານຈະໄດ້ຮັບການອະໄພ, ແລະ ພວກທ່ານຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ.39ເພາະວ່າພຣະສັນຍາທີ່ມີຕໍ່ທ່ານ ແລະເຊື້ອສາຍຂອງທ່ານ ແລະ ກັບຄົນທັງປວງທີ່ຢູ່ຫ່າງໄກ, ແລະ ຄົນຫລວງຫລາຍຕາມທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າຊົງເອີ້ນ."40ທ່ານໄດ້ກ່າວຖ້ອຍຄຳອີກຫລາຍຢ່າງເພື່ອເປັນພະຍານ ແລະເຕືອນສະຕິ, ທ່ານກ່າວວ່າ, "ຈົ່ງເອົາໂຕພົ້ນຈາກເຊື້ອຊາດຊົ່ວຮ້າຍນີ້ເຖີດ."41ແລ້ວພວກເຂົາຍອມຮັບຖ້ອຍຄຳຂອງເປໂຕ ແລະ ຮັບບັບຕິສະມາແລ້ວ, ພວກເພິ່ນກໍໄດ້ກາຍມາເປັນສາວົກ ໃນມື້ນັ້ນມີປະມານສາມພັນຄົນ.42ພວກເພິ່ນຍັງຟັງຄຳສອນຂອງອັກຄະສາວົກຕໍ່ໄປ' ແລະ ຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນການອະທິຖານ.43ທຸກຄົນເກີດມີຄວາມຢ້ານກົວ, ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຫລວງຫລາຍ.44ຜູ້ທີ່ເຊື່ອທຸກຄົນມາເຕົ້າໂຮມກັນ ແລະ ເອົາສິ່ງຕ່າງໆມາລວມເປັນຂອງກາງ,45ແລະພວກເຂົາຂາຍທີ່ດິນ ແລະ ຊັບສິນ, ແລະແຈກຢາຍໃຫ້ແກ່ກັນຕາມຄວາມຈຳເປັນ.46ທຸກໆມື້ພວກເຂົາຮ່ວມຕົວເປັນນໍ້າໜຶ່ງໃຈດຽວກັນໃນພຣະວິຫານ, ແລະກໍຫັກເຂົ້າຈີ່ຕາມເຮືອນ, ຮັບປະທານອາຫານຮ່ວມກັນດ້ວຍຄວາມຍິນດີ ແລະ ດ້ວຍຄວາມຖ່ອມໃຈ;47ພວກສາວົກສັນລະເສີນພຣະເຈົ້າ ແລະ ໄດ້ຮັບຄວາມຮັກແພງຈາກທຸກຄົນ. ອົງພຣະຜູ້ເປັນເຈົ້າຊົງເພີ້ມຈຳນວນຄົນ ທີ່ກຳລັງຈະລອດພົ້ນເຂົ້າມາທຸກໆມື້.
1ໃນຂະນະທີ່ເປໂຕກັບໂຢຮັນກຳລັງຂຶ້ນໄປທີ່ພຣະວິຫານໃນເວລາອະທິຖານ, ຕອນບ່າຍສາມໂມງ,2ມີຊາຍຄົນໜຶ່ງເປັນເປັ້ຍມາຕັ້ງແຕ່ເກີດ ທຸກໆມື້ລາວຈະຖືກຫາມມາວາງໄວ້ທີ່ປະຕູພຣະວິຫານ, ທີ່ມີຊື່ວ່າປະຕູງາມ ເພື່ອໃຫ້ເຂົາຂໍທານຈາກຄົນທີ່ເຂົ້າໄປມາພຣະວິຫານ.3ເມື່ອລາວເຫັນເປໂຕກຳລັງຈະເຂົ້າໄປໃນພຣະວິຫານ, ລາວກໍຂໍທານນຳ.4ແຕ່ເປໂຕ, ກັບໂຢຮັນ ໄດ້ແນມເບິ່ງໜ້າລາວ, ແລະກ່າວວ່າ, "ຈົ່ງເບິ່ງຂ້າພະເຈົ້າເຖີດ."5ຄົນເປັ້ຍຄົນນັ້ນກໍແນມເບິ່ງທີ່ພວກເພິ່ນ, ດ້ວຍຄວາມຄາດຫວັງວ່າຈະໄດ້ຮັບບາງຢ່າງຈາກພວກເພິ່ນ.6ແຕ່ເປໂຕໄດ້ກ່າວວ່າ, "ເງິນ ແລະ ຄຳ ເຮົາບໍ່ມີ, ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ. ຄືໃນພຣະນາມພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຈົ່ງລູກຍ່າງເຖີດ."7ແລ້ວເປໂຕຈັບມືຂວາຂອງລາວ, ຈູງຂຶ້ນມາ, ໃນທັນໃດນັ້ນຕີນ ແລະ ຂໍ້ຕີນຂອງລາວກໍແຂງແຮງຂຶ້ນ.8ຄົນເປັ້ຍຄົນນັ້ນກໍໄດ້ຢືນຂຶ້ນ ແລະ ເລີ້ມຕົ້ນຍ່າງ, ລາວຍ່າງເຂົ້າໄປໃນພຣະວິຫານພ້ອມກັບເປໂຕ ແລະ ໂຢຮັນ, ທັງຍ່າງ, ທັງກະໂດດໂລດເຕັ້ນ, ແລະສັນລະເສີນພຣະເຈົ້າ.9ຄົນທັງປວງເຫັນລາວຍ່າງ ແລະ ສັນລະເສີນພຣະເຈົ້າ.10ພວກເຂົາກໍຈື່ໄດ້ວ່າລາວເປັນຄົນນັ່ງຂໍທານຢູ່ທີ່ປະຕູງາມຂອງພຣະວິຫານ; ແລະພວກເຂົາກໍເຕັມໄປດ້ວຍຄວາມອັດສະຈັນ ແລະປະຫລາດໃຈ ເພາະເຫດການທີ່ເກີດຂຶ້ນກັບຄົນນັ້ນ.11ໃນຂະນະ ທີ່ຊາຍຄົນນັ້ນຍັງຢູ່ກັບເປໂຕ ແລະ ໂຢຮັນ, ຄົນທັງປວງໄດ້ແລ່ນເຂົ້າມາຫາພວກເພິ່ນທີ່ລະບຽງພຣະວິຫານ ເຊິ່ງເອີ້ນວ່າລະບຽງຂອງໂຊໂລໂມນ, ດ້ວຍຄວາມແປກໃຈຫລາຍ.12ເມື່ອເປໂຕເຫັນເຊັ່ນນີ້, ທ່ານຈຶ່ງກ່າວກັບຄົນເຫລົ່ານັ້ນວ່າ, "ທ່ານຊົນຊາດອິດສະຣາເອນ, ເປັນຫຍັງພວກທ່ານຈຶ່ງແປກໃຈ? ເປັນຫຍັງພວກທ່ານຈຶ່ງເບິ່ງຂ້າພະເຈົ້າ, ຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ຊາຍຄົນນີ້ຍ່າງໂດຍຣິດອຳນາດ ແລະ ຄວາມດີຂອງຂ້າພະເຈົ້າເອງ?13ພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ, ເຊິ່ງເປັນພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ, ໄດ້ມອບກຽດຕິຍົດນີ້ໃຫ້ແກ່ພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ຂອງພຣະອົງ ພຣະອົງຊົງເປັນຜູ້ທີ່ພວກທ່ານໄດ້ມອບໄວ້ ແລະ ປະຕິເສດຕໍ່ຫນ້າປີລາດ, ເມື່ອລາວຕັດສິນທີ່ຈະປ່ອຍພຣະອົງ.14ທ່ານໄດ້ປະຕິເສດອົງບໍຣິສຸດ ແລະ ຊອບທຳ, ແລະ ທ່ານໄດ້ຂໍໃຫ້ປ່ອຍຕົວຄາດຕະກອນໃຫ້ແກ່ທ່ານແທນ.15ທ່ານໄດ້ຂ້າພຣະອົງຜູ້ຊົງເປັນເຈົ້າແຫ່ງຊີວິດ, ຜູ້ທີ່ພຣະເຈົ້າໄດ້ປຸກໃຫ້ຟື້ນຄືນມາຈາກຄວາມຕາຍ—ແລະຂ້າພະເຈົ້າໄດ້ເປັນພະຍານໃນເລື່ອງນີ້.16ບັດນີ້, ໂດຍຄວາມເຊື່ອໃນພຣະນາມຂອງພຣະອົງ—ຊາຍຄົນນີ້ທີ່ທ່ານໄດ້ເຫັນແລະຮູ້ຈັກ—ພຣະນາມດຽວກັນນີ້ໄດ້ສ້າງໃຫ້ລາວມີຄວາມເຂັ້ມແຂງຂື້ນ. ໂດຍຄວາມເຊື່ອທາງພຣະເຢຊູຄຣິດເຈົ້າ ເຮັດໃຫ້ລາວຫາຍດີເປັນປົກະຕິຕາມທີ່ປະກົດຕໍ່ໜ້າພວກທ່ານທຸກຄົນ.17ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າຮູ້ວ່າພວກທ່ານໄດ້ເຮັດມັນລົງໄປໂດຍຮູ້ເທົ່າບໍ່ເຖິງການ, ເຊັ່ນດຽວກັບບັນດາຜູ້ນຳຂອງພວກທ່ານ.18ແຕ່ສິ່ງເຫລົ່ານີ້ ພຣະເຈົ້າໄດ້ບອກໄວ້ລ່ວງໜ້າແລ້ວໂດຍປາກຂອງຜູ້ທຳນວາຍທຸກຄົນ, ວ່າພຣະຄຣິດຂອງພຣະອົງຈະຕ້ອງທົນທຸກທໍລະມານ, ເຊິ່ງພຣະອົງເອງໄດ້ຊົງເຮັດສຳເລັດແລ້ວ.19ເພາະເຫດນີ້, ຈົ່ງກັບໃຈເສຍໃໝ່, ແລະ ຫັນກັບມາ, ເພື່ອຄວາມບາບຂອງທ່ານຈະຖືກລົບລ້າງອອກໄປ, ເພື່ອວາລະແຫ່ງການຟື້ນຟູໃໝ່ຈາກການປະກົດຂອງພຣະຜູ້ເປັນເຈົ້າ;20ແລະພຣະອົງຈະມອບໃຫ້ພຣະຄຣິດເຈົ້າ. ຜູ້ຊົງແຕ່ງຕັ້ງໃຫ້ເປັນພຣະເຢຊູຄຣິດເຈົ້າໃຫ້ແກ່ທ່ານ,21ພຣະອົງຈຳຕ້ອງຢູ່ໃນສະຫວັນຈົນກ່ວາຈະຮອດເວລາທີ່ທຸກສິ່ງຈະຖືກສ້າງຕັ້ງຂຶ້ນມາໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ເປັນເວລາດົນນານແລ້ວ ໂດຍປາກຂອງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ.22ໂມເຊກ່າວຄວາມຈິງວ່າ, 'ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງຜູ້ທຳນວາຍ ຄືກັບຂ້າພະເຈົ້າຂຶ້ນມາໃນທ່າມກາງພີ່ນ້ອງຂອງພວກທ່ານ. ພວກທ່ານຈະຟັງທຸກສິ່ງທີ່ພຣະອົງຈະກ່າວຕໍ່ພວກທ່ານ.23ສິ່ງທີ່ຈະເກີດຂຶ້ນກັບທຸກຄົນ ທີ່ບໍ່ຟັງຜູ້ທຳນວາຍນັ້ນ ພວກເຂົາກໍຈະຖືກທຳລາຍໃຫ້ໝົດໄປຈາກຄົນທັງປວງ.'24ແມ່ນແລ້ວ, ບັນດາຜູ້ທຳນວາຍຕັ້ງແຕ່ຊາມູເອນ, ແລະຄົນເຫລົ່ານັ້ນທີ່ມາພາຍຫລັງ, ພວກເຂົາກ່າວ ແລະ ປະກາດເຖິງມື້ເຫລົ່ານີ້.25ພວກທ່ານເປັນເຊື້ອສາຍຂອງຜູ້ທຳນວາຍ ແລະຂອງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກທ່ານ, ພຣະອົງກ່າວກັບອັບຣາຮາມວ່າ, 'ບັນດາເຊື້ອສາຍຂອງແຜ່ນດິນໂລກທັງໝົດຈະໄດ້ຮັບພຣະພອນ ຍ້ອນເຊື້ອສາຍຂອງທ່ານ.'26ຫລັງຈາກທີ່ພຣະເຈົ້າໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ, ພຣະອົງໄດ້ສົ່ງທ່ານໄປຫາພວກທ່ານກ່ອນ, ເພື່ອທີ່ຈະຊົງອວຍພອນແກ່ພວກທ່ານ ໂດຍການເຮັດໃຫ້ພວກທ່ານທຸກຄົນຫັນກັບຈາກຄວາມຊົ່ວຮ້າຍຂອງຕົນ."
1ໃນຂະນະທີ່ ເປໂຕກັບໂຢຮັນ ກຳລັງເວົ້າກັບຄົນທັງປວງຢູ່ນັ້ນ, ບັນດາປະໂລຫິດ ແລະ ຫົວຫນ້າຮັກສາພຣະວິຫານ ແລະພວກຊາດູກາຍກໍພາກັນມາຫາພວກເຂົາ.2ຄົນເຫລົ່ານັ້ນມີຄວາມກັງວົນໃຈຫລາຍ. ເພາະວ່າເປໂຕກັບໂຢຮັນ ກຳລັງສັ່ງສອນຄົນທັງຫລາຍ ແລະ ປະກາດການຄືນພຣະຊົນຈາກຄວາມຕາຍຂອງພຣະເຢຊູຄຣິດເຈົ້າ.3ພວກເຂົາຈຶ່ງຈັບທ່ານທັງສອງໄປ ແລະ ຂັງໄວ້ໃນຄຸກຈົນຮອດເຊົ້າມື້ຕໍ່ມາ, ເພາະວ່າໃນຕອນນັ້ນເປັນເວລາຄ່ຳແລ້ວ.4ແຕ່ຄົນຈຳນວນຫລາຍທີ່ໄດ້ຍິນຖ້ອຍຄຳນັ້ນກໍເຊື່ອ; ແລະ ນັບຈຳນວນຜູ້ຊາຍທີ່ເຊື່ອໄດ້ປະມານຫ້າພັນຄົນ.5ໃນເຊົ້າມື້ຕໍ່ມາ ບັນດາຜູ້ທີ່ປົກຄອງກັບຜູ້ອາວຸໂສ, ແລະ ພວກທຳມະຈານກໍໄດ້ມາປະຊຸມກັນທີ່ນະຄອນ ເຢຣູຊາເລັມ.6ອັນນາມະຫາປະໂລຫິດໃຫຍ່, ກາຢະຟາ, ໂຢຮັນ, ແລະ ອະເລັກຊັນເດີ, ແລະທຸກຄົນທີ່ເປັນຍາດພີ່ນ້ອງຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ.7ເມື່ອພວກເຂົາໃຫ້ເປໂຕກັບໂຢຮັນຢືນຢູ່ທ່າມກາງພວກເຂົາແລ້ວ, ພວກເຂົາຈຶ່ງຖາມທ່ານທັງສອງວ່າ, "ພວກທ່ານເຮັດການນີ້, ໂດຍຣິດອຳນາດ, ຫລືໂດຍຊື່ຂອງໃຜ?"8ແລ້ວເປໂຕ, ກໍເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ, ກ່າວແກ່ພວກເຂົາວ່າ, “ທ່ານຜູ້ປົກຄອງປະຊາຊົນ, ແລະ ພວກຜູ້ອາວຸໂສທັງຫລາຍ,9ຖ້າພວກທ່ານຈະຖາມຂ້າພະເຈົ້າເຖິງການດີທີ່ພວກເຮົາໄດ້ເຮັດເພື່ອຄົນເຈັບປ່ວຍ—ວ່າລາວດີຂຶ້ນເປັນປົກກະຕິໄດ້ແນວໃດ?10ກໍຂໍໃຫ້ພວກທ່ານ ແລະ ຊົນຊາດອິດສະຣາເອນ, ທຸກຄົນຈົ່ງຮູ້ໄວ້ວ່າໃນພຣະນາມຂອງພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພວກທ່ານໄດ້ຖືກຄຶງທີ່ກາງແຂນ, ຜູ້ທີ່ພຣະເຈົ້າໄດ້ຊົງເຮັດໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ—ໂດຍພຣະອົງນີ້ແຫລະ ທີ່ເຮັດໃຫ້ຊາຍຄົນນີ້ຢືນຢູ່ຕໍ່ໜ້າທ່ານທັງຫລາຍເປັນປົກກະຕິ.11ພຣະເຢຊູຄຣິດເຈົ້າຊົງເປັນສີລາທີ່ນາຍຊ່າງກໍ່ສ້າງໄດ້ປະຖິ້ມແຕ່ໄດ້ຖືກສ້າງໃຫ້ເປັນສີລາເສົາເອກແລ້ວ.12ບໍ່ມີຄວາມລອດພົ້ນໃນຜູ້ອື່ນເລີຍ, ເພາະວ່າບໍ່ມີຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງມອບທ່າມກາງມະນຸດທັງປວງ, ທີ່ສ້າງໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໄດ້."13ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕກັບໂຢຮັນ, ພວກເຂົາຮູ້ວ່າທ່ານທັງສອງແມ່ນຄົນທຳມະດາ, ແລະບໍ່ມີການສຶກສາ, ພວກເຂົາກໍແປກໃຈ, ແລະ ຈື່ໄດ້ວ່າເປໂຕກັບໂຢຮັນເຄີຍຢູ່ກັບພຣະເຢຊູຄຣິດເຈົ້າ.14ເພາະວ່າພວກເຂົາເຫັນວ່າຊາຍຄົນນັ້ນທີ່ໄດ້ຮັບການປິ່ນປົວຢືນຢູ່ກັບທ່ານທັງສອງ, ພວກເຂົາກໍບໍ່ມີຫຍັງທີ່ຈະຕໍ່ຕ້ານໄດ້.15ຫລັງຈາກນັ້ນ ພວກເຂົາກໍສັ່ງໃຫ້ພວກອັກຄະສາວົກອອກຈາກທີ່ປະຊູມສະພານັ້ນ, ແລ້ວພວກເຂົາຈຶ່ງສົນທະນາກັນໃນພວກເຂົາເອງ.16ພວກເຂົາກ່າວວ່າ, "ພວກເຮົາຈະເຮັດແນວໃດກັບຄົນເຫລົ່ານີ້? ເພາະວ່າຄວາມຈິງທີ່ພວກເຂົາໄດ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ ເຊິ່ງທຸກຄົນທີ່ອາໄສຢູ່ໃນນະຄອນ ເຢຣູຊາເລັມ; ກໍຮູ້ເລື່ອງນີ້ ເຊິ່ງພວກເຮົາກໍປະຕິເສດບໍ່ໄດ້.17ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ລາມອອກໄປທ່າມກາງປະຊາຊົນ, ພວກເຮົາຈະເຕືອນພວກເຂົາຢ່າໃຫ້ເວົ້າອອກຊື່ນີ້ກັບໃຜອີກຕໍ່ໄປ."18ດັ່ງນັ້ນພວກເຂົາຈຶ່ງເອີ້ນເປໂຕກັບໂຢຮັນເຂົ້າມາ. ແລະສັ່ງຢ້ຳກັບພວກທ່ານບໍ່ໃຫ້ເວົ້າ ຫລື ສອນກ່ຽວກັບພຣະນາມຂອງພຣະເຢຊູຄຣິດເຈົ້າອີກເລີຍ.19ແຕ່ເປໂຕກັບໂຢຮັນກ່າວຕອບພວກເຂົາວ່າ, "ພວກທ່ານຈົ່ງພິຈາລະນາເບິ່ງ ຈະຟັງຄວາມພວກທ່ານ ຫລືຟັງຄວາມຂອງພຣະເຈົ້າອັນໃດເປັນສິ່ງຖືກຕ້ອງຕໍ່ສາຍຕາຍພຣະເຈົ້າ?20ເພາະວ່າຂ້າພະເຈົ້າຈະບໍ່ເວົ້າເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນນັ້ນກໍບໍ່ໄດ້."21ຫລັງຈາກທີ່ໄດ້ຢໍ້າເຕືອນເປໂຕກັບໂຢຮັນແລ້ວ, ພວກເຂົາປ່ອຍທ່ານທັງສອງໄປ. ພວກເຂົາຊອກຫາສາເຫດທີ່ຈະລົງໂທດທ່ານທັງສອງບໍ່ໄດ້, ເພາະວ່າທຸກຄົນກຳລັງສັນລະເສີນພຣະເຈົ້າໃນເຫດການທີ່ເກີດຂື້ນ.22ຊາຍຄົນນັ້ນທີ່ໄດ້ຮັບການຮັກສາຈາກພະຍາດໂດຍຣິດອຳນາດນັ້ນກໍມີອາຍຸຫລາຍກວ່າສີ່ສິບປີ.23ຫລັງຈາກທີ່ໄດ້ຮັບການປ່ອຍຕົວແລ້ວ, ເປໂຕກັບໂຢຮັນຈຶ່ງໄປຫາພີ່ນ້ອງຂອງຕົນ ແລະໄດ້ເລົ່າເລື່ອງທັງໝົດທີ່ພວກຫົວໜ້າ ປະໂລຫິດ ແລະ ຜູ້ອາວູໂສໄດ້ກ່າວຕໍ່ພວກເຂົາ.24ເມື່ອພວກເຂົາໄດ້ຍິນເລື່ອງນີ້, ກໍຮ່ວມໃຈກັນຮ້ອງສຽງດັງຫາພຣະເຈົ້າວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ, ແລະ ສັບພະສີ່ງທີ່ມີຢູ່ໃນນັ້ນ.25ພຣະອົງຜູ້ທີ່ກ່າວໄວ້ໂດຍພຣະວິນຍານບໍຣິສຸດ ແລະ ໂດຍປາກຂອງດາວິດ, ບັນພະບຸລຸດຂອງພວກເຮົາຜູ້ຮັບໃຊ້ຂອງພຣະອົງວ່າ, 'ເຫດໃດຄົນຕ່າງຊາດຈຶ່ງໂຫດຮ້າຍຢ່າງຮຸນແຮງ, ແລະ ຄົນທັງຫລາຍຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ?'26ບັນດາ, 'ກະສັດຂອງໂລກນີ້ໄດ້ຕັ້ງລວມໂຕກັນຂື້ນ, ແລະບັນດາຜູ້ປົກຄອງກໍລວມໂຕກັນຕໍ່ຕ້ານອົງພຣະຜູ້ເປັນເຈົ້າ, ແລະຕໍ່ຕ້ານພຣະຄຣິດຂອງພຣະອົງ.'27ໃນຄວາມເປັນຈິງ, ທັງເຮໂຣດແລະປົນທຽວປີລາດ, ກັບພວກຄົນຕ່າງຊາດ ແລະ ຊົນຊາດອິດສະຣາເອນ, ໄດ້ເຕົ້າໂຮມກັນໃນເມືອງນີ້ຕໍ່ຕ້ານກັບພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ບໍຣິສຸດຂອງພຣະອົງທີ່ຊົງເຈີມໄວ້ແລ້ວ.28ພວກເຂົາໄດ້ເຕົ້າໂຮມກັນເພື່ອທີ່ຈະເຮັດທຸກສິ່ງຕາມພຣະຫັດ ແລະ ພຣະປະສົງຂອງພຣະອົງທີ່ໄດ້ຕັດສິນພຣະໄທ ຕໍ່ສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.29ບັດນີ້, ອົງພຣະຜູ້ເປັນເຈົ້າ, ຂໍໂຜດຫລຽວເບິ່ງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງທີ່ຈະກ່າວພຣະທັມຂອງພຣະອົງດ້ວຍໃຈກ້າຫານ.30ເພື່ອວ່າໃນຂະນະທີ່ພຣະອົງຊົງເດ່ພຣະຫັດຂອງພຣະອົງອອກເພື່ອການຮັກສານັ້ນໝາຍສຳຄັນ, ແລະການອັດສະຈັນຈະເກີດຂຶ້ນໂດຍພຣະນາມຂອງພຣະເຢຊູູຄຣິດເຈົ້າ. ຜູ້ຮັບໃຊ້ທີ່ບໍຣິສຸດຂອງພຣະອົງ."31ເມື່ອພວກເຂົາອະທິຖານຈົບແລ້ວ, ສະຖານທີ່ເຊິ່ງພວກເຂົາປະຊຸມຢູ່ນັ້ນກໍສັ່ນສະເທືອນ, ແລ້ວພວກເຂົາກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ກ່າວພຣະທັມຂອງພຣະເຈົ້າດ້ວຍໃຈກ້າຫານ.32ຄົນທີ່ເຊື່ອຈຳນວນຫລາຍກໍມີໃຈ ແລະ ຈິດວິນຍານດຽວກັນ. ບໍ່ມີໃຜອ້າງວ່າຊັບສົມບັດທີ່ພວກເຂົາມີເປັນຂອງຕົນເອງ, ແຕ່ຊັບສົມບັດທັງຫມົດທີ່ພວກເຂົາມີແມ່ນຂອງສ່ວນກາງ.33ດ້ວຍຣິດອຳນາດອັນຍິ່ງໃຫຍ່ ບັນດາອັກຄະສາວົກກໍປະກາດຄຳພະຍານເຖິງການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ແລະພຣະຄຸນອັນຍິ່ງໃຫຍ່ກໍຢູ່ກັບພວກເຂົາທຸກຄົນ.34ໃນພວກເຂົາບໍ່ມີຜູ້ໃດຂາດເຂີນສິ່ງໃດໆ, ເພາະວ່າທຸກຄົນທີ່ເປັນເຈົ້າຂອງທີ່ດິນ ແລະ ເຮືອນກໍຂາຍມັນໄປ ແລະນຳເງິນທີ່ໄດ້ຈາກການຂາຍສິ່ງເຫລົ່ານັ້ນ.35ວາງໄວ້ທີ່ 'ຕີນ, ຂອງພວກອັກຄະສາວົກແລະແຈກຢາຍໃຫ້ກັບຜູ້ທີ່ເຊື່ອ ແຕ່ລະຄົນຕາມຄວາມຈຳເປັນ.36ໂຢເຊັບເປັນ, ຄົນເລວີ, ທີ່ມາຈາກເກາະ ໄຊປຣັສ ເຊິ່ງບັນດາອັກຄະສາວົກຊື່ວ່າບາຣະນາບາ (ເຊິ່ງຫມາຍຄວາມວ່າ ລູກແຫ່ງການໜູນໃຈ),37ມີທີ່ດິນແລ້ວຂາຍໄປ ແລະ ນຳເງິນນັ້ນມາວາງໄວ້ທີ່ 'ຕີນ. ຂອງພວກອັກຄະສາວົກ.
1ມີຊາຍຄົນໜຶ່ງຊື່ວ່າອານາເນຍ, ກັບຊາຟີຣາເມຍຂອງລາວ, ໄດ້ຂາຍທີ່ດິນ,2ແລ້ວຮັກສາເງິນທີ່ຂາຍໄດ້ສ່ວນໜຶ່ງໄວ້ (ເມຍຂອງລາວກໍຮູ້ເລື່ອງນີ້ດ້ວຍ), ແລະໄດ້ນຳເອົາເງິນອີກສ່ວນໜຶ່ງມາວາງໄວ້ທີ່ຕີນ. ຂອງພວກອັກຄະສາວົກ.3ເປໂຕກ່າວວ່າ, "ອານາເນຍ, ເປັນຫຍັງຊາຕານຈຶ່ງຄວບຄຸມຈິດໃຈຂອງທ່ານໃຫ້ຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ແລະຮັກສາເງິນສ່ວນໜຶ່ງຂອງຄ່າດິນນັ້ນໄວ້?4ເມື່ອທີ່ດິນຍັງບໍ່ໄດ້ຖືກຂາຍນັ້ນ, ມັນກໍຍັງເປັນຂອງທ່ານບໍ່ແມ່ນຫລື, ແລະຫລັງຈາກຂາຍມັນໄປແລ້ວ, ມັນກໍຍັງຢູ່ໃນອຳນາດຂອງທ່ານບໍ່ແມ່ນຫລື? ສິ່ງໃດທີ່ເຮັດໃຫ້ໃຈຂອງທ່ານຄິດເຮັດແບບນີ້? ທ່ານບໍ່ໄດ້ຕົວະຕໍ່ມະນຸດ, ແຕ່ໄດ້ຕົວະຕໍ່ພຣະເຈົ້າ."5ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫລົ່ານີ້, ລາວກໍ່ລົ້ມລົງ ແລະ ສິ້ນໃຈ, ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍເກີດຄວາມຢ້ານກົວທີ່ສຸດ.6ພວກຄົນໜຸ່ມກໍເຂົ້າມາຫໍ່ສົບຂອງລາວ, ແລ້ວຫາມລາວອອກໄປຝັງ.7ຫລັງຈາກນັ້ນປະມານສາມຊົ່ວໂມງ, ເມຍຂອງລາວເຊິ່ງບໍ່ຮູ້ກ່ຽວກັບເຫດການທີ່ເກີດຂື້ນ, ກໍເຂົ້າມາ.8ເປໂຕຈຶ່ງກ່າວກັບນາງວ່າ, "ຈົ່ງບອກເຮົາເຖີດວ່າ ເຈົ້າຂາຍທີ່ດິນໄດ້ພຽງແຕ່ລາຄາເທົ່ານັ້ນບໍ?. "ນາງຕອບວ່າ "ແມ່ນແລ້ວ, ໄດ້ເທົ່ານັ້ນແຫລະ."9ແລ້ວເປໂຕກ່າວກັບນາງວ່າ, "ພວກທ່ານເປັນຫຍັງຈຶ່ງໄດ້ພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ເບິ່ງແມ, ຕີນຂອງຜູ້ທີ່ຝັງສົບຜົວຂອງທ່ານຢູ່ທີ່ປະຕູ, ແລະພວກເຂົາຈະຫາມສົບຂອງທ່ານອອກໄປດ້ວຍ."10ທັນໃດນັ້ນ ນາງກໍລົ້ມລົງສິ້ນໃຈທີ່ຕີນຂອງເປໂຕ. ເມື່ອພວກຄົນໜຸ່ມເຂົ້າມາ, ເຫັນວ່ານາງຕາຍແລ້ວ, ແລະພວກເຂົາກໍຫາມສົບຂອງນາງອອກໄປຝັງໄວ້ຢູ່ຂ້າງຜົວຂອງນາງ.11ທົ່ວທັງຄຣິສຕະຈັກ, ແລະທຸກຄົນທີ່ໄດ້ຍິນເຫດການນັ້ນກໍເກີດຄວາມຢ້ານກົວຫລາຍ.12ມີໝາຍສຳຄັນ ແລະ ການອັດສະຈັນຫລວງຫລາຍເກີດຂຶ້ນທ່າມກາງປະຊາຊົນຜ່ານມືຂອງພວກອັກຄະສາວົກ. ພວກເຂົາຊຸມນຸມກັນຢູ່ທີ່ລະບຽງຂອງ ໂຊໂລໂມນ.13ແຕ່ບໍ່ມີໃຜກ້າທີ່ຈະເຂົ້າໄປຮ່ວມກັບພວກເຂົາ; ແຕ່ພວກເຂົາກໍໄດ້ຮັບຄວາມເຄົາລົບນັບຖືຢ່າງສູງຈາກປະຊາຊົນ.14ຜູ້ທີ່ເຊື່ອຍັງເຂົ້າມາເປັນສາວົກຂອງອົງພຣະຜູ້ເປັນເຈົ້າຫລາຍຂື້ນທັງຊາຍ ແລະ ຍິງ,15ຈົນພວກເຂົາເຖິງຂັ້ນຫາມຄົນເຈັບປ່ວຍໄປຕາມຫົນທາງ ແລະວາງພວກເຂົາໄວ້ເທິງບ່ອນນອນ, ເພື່ອເວລາທີ່ເປໂຕໄດ້ຍ່າງຜ່ານໄປ, ເງົາຂອງທ່ານອາດຈະສ່ອງລົງມາໃສ່ພວກເຂົາບາງຄົນ.16ມີປະຊາຊົນຈຳນວນຫລາຍມາຈາກເມືອງທີ່ຢູ່ອ້ອມຂ້າງນະຄອນ ເຢຣູຊາເລັມ, ກໍໄດ້ພາກັນມາ ແລະ ນຳເອົາຄົນເຈັບປ່ວຍແລະຄົນທີ່ທົນທຸກທໍລະມານຈາກຜີຊົ່ວຮ້າຍມາດ້ວຍ, ແລະ ພວກເຂົາກໍໄດ້ຮັບການຮັກສາໃຫ້ຫາຍດີທຸກຄົນ.17ມະຫາປະໂລຫິດໃຫຍ່ ແລະ ບັນດາຜູ້ທີ່ຢູ່ຝ່າຍເຂົາ (ທີ່ເປັນພວກຊາດູກາຍ) ກໍໄດ້ລຸກຂຶ້ນໄປ; ພວກເຂົາເຕັມໄປດ້ວຍຄວາມອິດສາ18ຈຶ່ງໄດ້ຈັບພວກອັກຄະສາວົກ, ແລະຂັງໄວ້ຢູ່ໃນຄຸກ.19ແຕ່ໃນເວລາຕອນກາງຄືນ ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຄຸກ ແລະ ນຳພວກເຂົາອອກໄປ, ແລະກ່າວວ່າ,20"ຈົ່ງໄປ, ຢືນຢູ່ໃນພຣະວິຫານ ແລະ ບອກປະຊາຊົນກ່ຽວກັບບັນດາຖ້ອຍຄຳແຫ່ງຊີວິດນີ້."21ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ຈຶ່ງໄດ້ເຂົ້າໄປໃນພຣະວິຫານຕອນຮຸ່ງເຊົ້າແລະສັ່ງສອນ. ແຕ່ເມື່ອມະຫາປະໂລຫິດ ແລະ ຜູ້ທີ່ຕິດຕາມນັ້ນໄດ້ມາ, ກໍເອີ້ນປະຊຸມສະພາຂອງຊາວຢິວ, ພວກຜູ້ອາວຸໂສທັງຫມົດຂອງຊົນຊາດອິດສະຣາເອນ, ແລະໃຊ້ຄົນໄປທີ່ຄຸກເພື່ອນຳເອົາພວກອັກຄະສາວົກອອກມາ.22ແຕ່ເມື່ອພວກເຈົ້າຫນ້າທີ່ໄປແລ້ວກໍບໍ່ພົບເຫັນພວກອັກຄະສາວົກຢູ່ໃນຄຸກ, ພວກເຂົາຈຶ່ງໄດ້ກັບມາລາຍງານວ່າ,23"ພວກເຮົາເຫັນປະຕູຄຸກປິດຢ່າງແໜ້ນໜາແລະພວກຄົນຍາມກໍຢືນເຝົ້າຢູ່ທີ່ປະຕູ, ແຕ່ເມື່ອພວກເຮົາເປີດປະຕູເຂົ້າໄປ, ກໍບໍ່ເຫັນມີຜູ້ໃດຢູ່ພາຍໃນນັ້ນ."24ເມື່ອຫົວໜ້າຮັກສາພຣະວິຫານ ແລະ ພວກຫົວໜ້າມະຫາປະໂຣຫິດໄດ້ຍິນຖ້ອຍຄຳເຫລົ່ານີ້, ພວກເຂົາກໍສັບສົນຫລາຍເຖິງເຫດການກ່ຽວກັບພວກອັກຄະສາວົກ.25ແລ້ວມີບາງຄົນເຂົ້າມາບອກກັບພວກເຂົາວ່າ, "ພວກຄົນທີ່ທ່ານຂັງໄວ້ຢູ່ໃນຄຸກກຳລັງຢືນສັ່ງສອນປະຊາຊົນຢູ່ໃນພຣະວິຫານ."26ດັ່ງນັ້ນ ຫົວໜ້າຮັກສາພຣະວິຫານກັບພວກເຈົ້າໜ້າທີ່, ຈຶ່ງໄດ້ອອກໄປນຳຕົວພວກອັກຄະສາວົກກັບມາ, ແຕ່ໂດຍບໍ່ໃຊ້ຄວາມຮຸນແຮງ, ເພາະວ່າພວກເຂົາຢ້ານວ່າປະຊາຊົນຈະແກ່ວງກ້ອນຫີນໃສ່.27ເມື່ອພວກເຂົາພາພວກອັກຄະສາວົກມາແລ້ວ, ກໍໃຫ້ຢືນຢູ່ຕໍ່ໜ້າສະພາ, ແລ້ວມະຫາປະໂລຫິດຈຶ່ງສອບຖາມພວກທ່ານ,28ວ່າ, "ຂ້າພະເຈົ້າໄດ້ເຕືອນກັບພວກທ່ານຢ່າງຈິງຈັງແລ້ວວ່າບໍ່ໃຫ້ສັ່ງສອນໂດຍອອກຊື່ນີ້, ແຕ່ພວກທ່ານກຳລັງເຮັດ, ໃຫ້ຄຳສອນຂອງພວກທ່ານແຜ່ກະຈາຍໄປທົ່ວນະຄອນ ເຢຣູຊາເລັມ, ແລະຕ້ອງການໃຫ້ຄວາມຜິດເລື່ອງຂອງເລືອດຂອງຊາຍຄົນນີ້ຈະຕົກຢູ່ກັບພວກຂ້າພະເຈົ້າ."29ເປໂຕ ແລະ ບັນດາອັກຄະສາວົກຕອບວ່າ, "ພວກຂ້າພະເຈົ້າຈຳເປັນຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ.30ພະເຢຊູຄຣິດເຈົ້າຜູ້ທີ່ທ່ານໄດ້ຂ້າ ແລະ ແຂວນໄວ້ຢູ່ເທິງຕົ້ນໄມ້ ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເປັນຄືນມາແລ້ວ.31ພຣະເຈົ້າຊົງຍົກພຣະອົງຂຶ້ນໄວ້ຢູ່ທີ່ເບື້ອງຂວາພຣະຫັດຂອງພຣະອົງ, ເພື່ອໃຫ້ເປັນອົງພຣະຜູ້ນຳ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດພົ້ນເພື່ອຈະໃຫ້ຊົນຊາດອິດສະຣາເອນກັບໃຈໃໝ່, ແລະຊົງອະໄພບາບ.32ພວກເຮົາເປັນພະຍານໃນເລື່ອງນີ້, ແລະພຣະວິນຍານບໍຣິສຸດເຈົ້າ, ຜູ້ທີ່ພຣະເຈົ້າໄດ້ມອບໃຫ້ກັບຄົນເຫລົ່ານັ້ນ ທີ່ເຊື່ອຟັງພຣະອົງກໍຊົງເປັນພະຍານເຊັ່ນກັນ."33ເມື່ອພວກສະມາຊິກສະພາໄດ້ຍິນແນວນັ້ນ, ກໍແຄ້ນໃຈຫລາຍ ແລະ ຕ້ອງການຂ້າພວກອັກຄະສາວົກ.34ແຕ່ມີຄົນຟາຣີຊາຍຄົນ ໜຶ່ງຊື່ວ່າຄາມາລິເອັນ, ແລະເປັນອາຈານສອນພຣະບັນຍັດ, ຊຶ່ງເປັນທີ່ເຄົາລົບຈາກປະຊາຊົນ, ໄດ້ຢືນຂຶ້ນ ແລະ ສັ່ງໃຫ້ພາພວກອັກຄະສາວົກອອກໄປທາງນອກຊົ່ວຄາວ.35ທ່ານຈຶ່ງກ່າວກັບພວກເຂົາວ່າ, "ທ່ານຊົນຊາດອິດສະຣາເອນ, ສິ່ງທີ່ທ່ານສະເໜີທີ່ຈະເຮັດກັບຄົນເຫລົ່ານີ້ ຈົ່ງລະວັງໃຫ້ດີ.36ເພາະວ່າກ່ອນຫນ້ານີ້, ທູດາ ໄດ້ປະກົດຕົວຂຶ້ນໂດຍອ້າງວ່າ, ລາວເປັນຕົນສຳຄັນ, ມີຄົນປະມານສີ່ຮ້ອຍຄົນໄດ້ເຂົ້າຮ່ວມກັບລາວ. ລາວໄດ້ຖືກຂ້າຕາຍ, ແລະ ບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍແລະຫາຍສາບສູນໄປ.37ຕໍ່ຈາກຊາຍຄົນນີ້ຄື, ຢູດາ ຊາວຄາລີເລໄດ້ປະກົດຕົວຂຶ້ນໃນລະຫວ່າງທີ່ມີການຈົດທະບຽນສຳມະໂນຄົວ ແລະກະຕຸ້ນຜູ້ຄົນໃຫ້ຕິດຕາມລາວ. ລາວກໍພິນາດດ້ວຍ, ແລະບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍໄປຫມົດ.38ບັດນີ້ ຂ້າພະເຈົ້າຂໍບອກພວກທ່ານວ່າ, ຈົ່ງປ່ອຍໃຫ້ຄົນເຫລົ່ານີ້ໄປຕາມເລື່ອງ ຢ່າໄປເຮັດຫຍັງກັບພວກເຂົາເລີຍ, ເພາະວ່າຖ້າແມ່ນແຜນການ ຫລື ກິດຈະການທີ່ມາຈາກມະນຸດ, ມັນຈະພັງລົງໂດຍຕົວຂອງມັນເອງ.39ແຕ່ຖ້າມາຈາກພຣະເຈົ້າ, ພວກທ່ານບໍ່ສາມາດທີ່ຈະໂຄ່ນລົ້ມພວກເຂົາໄດ້; ຢ້ານວ່າພວກທ່ານຈະເປັນຜູ້ຕໍ່ຕ້ານກັບພຣະເຈົ້າ." ດັ່ງນັ້ນພວກເຂົາຈຶ່ງຍອມຟັງຄາມາລິເອັນ.40ພວກເຂົາຈຶ່ງໄດ້ເອີ້ນພວກອັກຄະສາວົກເຂົ້າມາ ແລະ ທຸບຕີພວກທ່ານ ແລະ ສັ່ງຫ້າມບໍ່ໃຫ້ອອກພຣະນາມຂອງພຣະເຢຊູຄຣິດເຈົ້າ, ແລ້ວປ່ອຍພວກເຂົາໄປ.41ພວກອັກຄະສາວົກຈຶ່ງອອກມາຈາກສະພາດ້ວຍຄວາມຊື່ນຊົມຍິນດີ. ທີ່ເຫັນວ່າພວກເຂົາສົມຄວນທີ່ຈະໄດ້ຮັບການໝິ່ນປະໝາດຍ້ອນພຣະນາມນັ້ນ.42ຕັ້ງແຕ່ນັ້ນມາ, ພວກທ່ານກໍຍັງຄົງສືບຕໍ່ສັ່ງສອນ ແລະ ປະກາດວ່າພຣະເຢຊູຄຣິດເຈົ້າຄືພຣະຄຣິດ, ໃນພຣະວິຫານ, ແລະ ຕາມບ້ານເຮືອນທຸກໆມື້ບໍ່ໄດ້ຂາດ,
1ໃນເວລານັ້ນ, ເມື່ອພວກສາວົກກຳລັງເພີ່ມທະວີຈຳນວນຂື້ນ, ພວກຊາວຢິວທີ່ເວົ້າພາສາກຣີກກໍພາກັນຈົ່ມກ່ຽວກັບຊາວຢິວທີ່ເວົ້າພາສາເຮັບເຣີ, ເພາະວ່າບັນດາແມ່ໝ້າຍຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ໄດ້ຮັບແຈກອາຫານປະຈຳວັນ.2ອັກຄະສາວົກສິບສອງຄົນຈຶ່ງໄດ້ເອີ້ນພວກສາວົກຈຳນວນຫລວງຫລາຍມາຫາພວກທ່ານ ແລະກ່າວວ່າ, "ມັນເປັນສິ່ງທີ່ບໍ່ສົມຄວນທີ່ພວກເຮົາຈະບໍ່ໃສ່ໃຈພຣະທັມຂອງພຣະເຈົ້າ ແຕ່ເພື່ອໃຫ້ສາມາດມາແຈກຢາຍອາຫານໄດ້ນັ້ນ.3ພີ່ນ້ອງທັງຫລາຍ, ທ່ານຄວນຈະເລືອກເອົາເຈັດຄົນໃນພວກທ່ານ, ທີ່ເປັນຄົນທີ່ມີຊື່ສຽງດີ, ເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ແລະ ສະຕິປັນຍາ ຜູ້ທີ່ຂ້າພະເຈົ້າຈະຕັ້ງໃຫ້ເພື່ອເບິ່ງແຍງວຽກງານນີ້.4ສ່ວນພວກທ່ານ, ຈະຍັງຄົງຢູ່ໃນການອະທິຖານ ແລະ ພາລະກິດດ້ານພຣະທັມຂອງພຣະເຈົ້າສະເໝີໄປ."5ຄຳກ່າວຂອງພວກອັກຄະສາວົກເປັນທີ່ພໍໃຈໃຫ້ຝູງຊົນ, ດັ່ງນັ້ນພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍຣິສຸດເຈົ້າ, ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ, ແລະ ນີໂກລາໂອຊາວເມືອງ ອັນຕີໂອເຂຍທີ່ເຂົ້າໃນສາສະໜາຢິວ.6ບັນດາຜູ້ທີ່ເຊື່ອນຳຄົນເຫລົ່ານີ້ມາຢູ່ຕໍ່ຫນ້າ ພວກອັກຄະສາວົກ, ຜູ້ທີ່ອະທິຖານ ແລະ ວາງມືເທິງພວກເຂົາ.7ເມື່ອພຣະທັມຂອງພຣະເຈົ້າຂະຫຍາຍ ແລະ ຈຳນວນສາວົກໃນນະຄອນ ເຢຣູຊາເລັມເພີ່ມຂື້ນຢ່າງວ່ອງໄວ, ພວກປະໂລຫິດກໍໄດ້ມາເຊື່ອຖືເປັນຈຳນວນຫລາຍ.8ຊະເຕຟາໂນ, ຜູ້ເຕັມໄປດ້ວຍພຣະຄຸນ ແລະ ຣິດເດດ, ໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ.9ແຕ່ວ່າມີຄົນຈາກທຳມະສາລາທີ່ເອີ້ນວ່າໂຮງທຳຂອງຊາວຢິວອົບພະຍົບ, ທີ່ເປັນຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ແລະບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ, ຄົນເຫລົ່ານີ້ກຳລັງໂຕ້ຖຽງກັບຊະເຕຟາໂນ.10ແຕ່ພວກເຂົາບໍ່ສາມາດຕໍ່ສູ້ກັບຖ້ອຍຄຳທີ່ຊະເຕຟາໂນກ່າວດ້ວຍສະຕິປັນຍາ ແລະ ພຣະວິນຍານບໍຣິສູດເຈົ້າໄດ້.11ພວກເຂົາໄດ້ຊັກຊວນບາງຄົນແບບລັບໆເພື່ອໃຫ້ກ່າວວ່າ, "ຂ້າພະເຈົ້າໄດ້ຍິນຊະເຕຟາໂນເວົ້າຖ້ອຍຄຳໝິ່ນປະໝາດໂມເຊ ແລະ ພຣະເຈົ້າ."12ພວກເຂົາປຸກລະດົມປະຊາຊົນ, ພວກຜູ້ອາວຸໂສ, ແລະພວກທຳມະຈານ, ແລະພວກຄົນເຫລົ່ານັ້ນກໍໄດ້ເຂົ້າມາຈັບຊະເຕຟາໂນ ແລະ ພາຕົວລາວໄປທີ່ສະພາຢິວ.13ພວກເຂົາໄດ້ນຳເອົາພະຍານປອມມາ, ກ່າວວ່າ, "ຊາຍຄົນນີ້ບໍ່ໄດ້ເຊົາເວົ້າຖ້ອຍຄຳໝິ່ນປະໝາດສະຖານທີ່ອັນສັກສິດແຫ່ງນີ້ ແລະ ພຣະບັນຍັດ.14ເພາະວ່າຂ້າພະເຈົ້າໄດ້ຍິນລາວເວົ້າວ່າ, ພະເຢຊູຄຣິດເຈົ້າແຫ່ງນາຊາເຣັດຄົນນີ້ຈະທຳລາຍສະຖານທີ່ແຫ່ງນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ມອບໃຫ້ພວກເຮົາໄວ້."15ທຸກຄົນທີ່ນັ່ງຢູ່ໃນສະພາຢິວກໍແນມໄປເບິ່ງທີ່ ຊະເຕຟາໂນ ແລະ ເຫັນໜ້າຂອງທ່ານຄືກັບໜ້າຂອງເທວະດາ.
1ມະຫາປະໂລຫິດຈຶ່ງໄດ້ຖາມວ່າ, "ແມ່ນເລື່ອງຈິງແທ້ບໍ?"2ຊະເຕຟາໂນຕອບວ່າ, "ພີ່ນ້ອງທັງຫລາຍແລະທ່ານທີ່ເປັນຜູ້ອາວຸໂສ, ຂໍຈົ່ງຟັງຂ້າພະເຈົ້າເຖີດ: ພຣະເຈົ້າແຫ່ງສະຫງ່າລາສີໄດ້ປະກົດຕໍ່ອັບຣາຮາມບິດາຂອງພວກເຮົາ ເມື່ອທ່ານຍັງຢູ່ ເມໂຊໂປຕາເມຍ, ກ່ອນທີ່ທ່ານຈະໄປອາໄສຢູ່ໃນເມືອງ ຮາຣານ;3ພຣະອົງກ່າວກັບທ່ານວ່າ, 'ຈົ່ງອອກໄປຈາກແຜ່ນດິນຂອງເຈົ້າ ແລະ ຍາດພີ່ນ້ອງຂອງເຈົ້າ, ແລະໄປທີ່ແຜ່ນດິນທີ່ເຮົາຈະສະແດງແກ່ເຈົ້າ.'4ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ. ແລະໄດ້ໄປອາໄສຢູ່ເມືອງຮາຣານ; ຫລັງຈາກບິດາຂອງທ່ານໄດ້ເສຍຊີວິດໄປແລ້ວ, ພຣະເຈົ້າໄດ້ຊົງນຳທ່ານອອກມາຈາກທີ່ນັ້ນ, ມາສູ່ດິນແດນທີ່ພວກທ່ານອາໄສຢູ່ໃນທຸກມື້ນີ້.5ພຣະອົງບໍ່ໄດ້ປະທ່ານແຜ່ນດິນນັ້ນໃຫ້ເປັນມໍລະດົກແກ່ອັບຣາຮາມ, ບໍ່ມີແມ່ນແຕ່ຂະໜາດເທົ່າທີ່ຕີນຂອງທ່ານຈະຢຽບໄດ້. ແຕ່ພຣະອົງຊົງສັນຍາວ່າ ພຣະອົງຈະມອບແຜ່ນດິນນັ້ນໃຫ້ເປັນກຳມະສິດແກ່ທ່ານ ແລະ ແກ່ເຊື້ອສາຍຂອງທ່ານເຖິງແມ່ນວ່າອັບຣາຮາມຈະບໍ່ມີລູກເລີຍກໍຕາມ.6ພຣະເຈົ້າກ່າວກັບທ່ານດັ່ງນີ້ວ່າ, ເຊື້ອສາຍຂອງທ່ານຈະອາໄສຢູ່ດິນແດນຂອງຄົນຕ່າງຊາດຊົ່ວຄາວ, ແລະຄົນໃນປະເທດນັ້ນຈະເຮັດໃຫ້ພວກເຂົາກາຍມາເປັນຂ້າທາດ ແລະ ຂົ່ມເຫັງພວກເຂົາເປັນເວລາສີ່ຮ້ອຍປີ.7ພຣະເຈົ້າກ່າວວ່າ, 'ຂ້າພະເຈົ້າຈະພິພາກສາຊົນຊາດທີ່ພວກເຂົາກຳລັງຮັບໃຊ້ຢູ່ນັ້ນ,' ຫລັງຈາກນັ້ນ ພວກເຂົາຈະອອກມາ ແລະ ນະມັດສະການເຮົາໃນສະຖານທີ່ແຫ່ງນີ້.'8ພຣະເຈົ້າຈຶ່ງໄດ້ໃຫ້ພັນທະສັນຍາແຫ່ງພິທີຕັດກັບອັບຣາຮາມເພາະເຫດນີ້, ເມື່ອອັບຣາຮາມໄດ້ກາຍເປັນບິດາຂອງອີຊາກ ຈຶ່ງໄດ້ຮັບພິທີຕັດໃນວັນທີແປດ; ອີຊາກເປັນບິດາຂອງຢາໂຄບ, ຢາໂຄບເປັນບິດາຂອງລູກຊາຍສິບສອງຄົນທີ່ເປັນບັນພະບຸລຸດຂອງຂ້າພະເຈົ້າ.9ບັນພະບຸລຸດຂອງພວກເຮົາເຫລົ່ານັ້ນມີຈິດໃຈທີ່ອິດສາໂຢເຊັບ, ຈຶ່ງໄດ້ຂາຍທ່ານໄປທີ່ປະເທດເອຢິບ; ແລະພຣະເຈົ້າສະຖິດຢູ່ກັບທ່ານ10ແລະຊ່ວຍທ່ານໃຫ້ພົ້ນຈາກຄວາມທຸກຍາກທຸກຢ່າງ ແລະ ຊົງໃຫ້ທ່ານເປັນທີ່ພໍໃຈ ແລະ ສະຫລາດຕໍ່ໜ້າຟາໂຣ, ກະສັດແຫ່ງເອຢິບ, ຟາໂຣຈຶ່ງຕັ້ງທ່ານໃຫ້ປົກຄອງປະເທດເອຢິບ ແລະ ທຸກຢ່າງໃນພະຣາຊະວັງຂອງພຣະອົງ.11ຕໍ່ມາເກີດມີຄວາມອຶດຢາກຂຶ້ນທົ່ວປະເທດເອຢິບ ແລະ ການາອານ, ແລະ ເກີດຄວາມທຸກຍາກຢ່າງໃຫຍ່ຫລວງ, ບັນພະບຸລຸດຂອງພວກທ່ານຈຶ່ງບໍ່ມີອາຫານ.12ເມື່ອຢາໂຄບໄດ້ຍິນວ່າມີເຂົ້າຢູ່ໃນປະເທດເອຢິບ, ທ່ານຈຶ່ງໃຊ້ບັນພະບຸລຸດຂອງພວກເຮົາໄປເປັນເທື່ອທຳອິດ.13ຄັ້ງທີສອງໂຢເຊັບໄດ້ສະແດງຕົວເອງໃຫ້ພີ່ນ້ອງຮູ້, ແລະ ຟາໂຣກໍໄດ້ຮູ້ຈັກຄອບຄົວຂອງໂຢເຊັບ.14ໂຢເຊັບຈຶ່ງສົ່ງພີ່ນ້ອງກັບໄປບອກບິດາຂອງທ່ານໃຫ້ມາທີ່ປະເທດເອຢິບ, ພ້ອມທັງບັນດາພີ່ນ້ອງທັງໝົດ ເຈັດສິບ-ຫ້າຄົນ.15ດັ່ງນັ້ນ ຢາໂຄບຈຶ່ງລົງໄປທີ່ປະເທດເອຢິບ, ທ່ານກັບບັນພະບຸລຸດຂອງພວກທ່ານ. ໄດ້ເສຍຊີວິດຢູ່ທີ່ນັ້ນ,16ພວກເຂົາຖືກນຳກັບຄືນມາທີ່ເມືອງ ຊີເຄມ ແລະ ໄດ້ຖືກຝັງໄວ້ໃນອຸບໂມງຝັງສົບທີ່ອັບຣາຮາມໄດ້ຊື້ດ້ວຍເງິນຈຳນວນໜຶ່ງຈາກລູກຂອງຮາໂມໃນເມືອງຊີເຄມ.17ເມື່ອເຖິງເວລາຕາມພຣະສັນຍາ, ທີ່ພຣະເຈົ້າຊົງສັນຍາໄວ້ກັບອັບຣາຮາມ, ຊົນຊາດອິດສະຣາເອນໄດ້ທະວີຄູນຫລາຍຂື້ນຢູ່ໃນປະເທດເອຢິບ,18ຈົນວ່າກະສັດອີກອົງໜຶ່ງທີ່ບໍ່ຮູ້ຈັກໂຢເຊັບ ໄດ້ຂື້ນປົກຄອງປະເທດເອຢິບ,19ກະສັດອົງດຽວກັນນີ້ທີ່ໄດ້ອອກອຸບາຍກັບຊົນຊາດຂອງພວກທ່ານ ແລະ ຂົ່ມເຫັງບັນພະບຸລຸດຂອງພວກເຮົາຢ່າງໂຫດຮ້າຍ, ພວກເຂົາບັງຄັບໃຫ້ບັນພະບຸລຸດຂອງພວກເຮົາເຮັດອັນຕະລາຍແກ່ເດັກນ້ອຍເກີດໃໝ່, ຂອງພວກເຂົາເພື່ອບໍ່ໃຫ້ເດັກມີຊີວິດລອດ.20ເມື່ອເຖິງເວລາເກີດຂອງໂມເຊ; ທ່ານມີຮູບຮ່າງທີ່ສວຍງາມຢູ່ຕໍ່ພຣະພັກພຣະເຈົ້າ ແລະ ໄດ້ຮັບການລ້ຽງດູຢູ່ໃນເຮືອນຂອງບິດາເປັນເວລາສາມເດືອນ.21ເມື່ອທ່ານຖືກນຳມາຖິ້ມໄວ້ຢູ່ນອກເຮືອນ, ລູກສາວຂອງຟາໂຣກໍໄດ້ຮັບມາລ້ຽງ ແລະ ເບິ່ງແຍງທ່ານຄ້າຍຄືບຸດຊາຍຂອງຕົນເອງ.22ໂມເຊໄດ້ຮັບການສຶກສາຄວາມຮູ້ທຸກຢ່າງຂອງຊາວເອຢິບ, ແລະທ່ານກໍມີຄວາມສາມາດໃນການເວົ້າ ແລະ ວຽກງານຕ່າງໆ.23ແຕ່ເມື່ອທ່ານມີອາຍຸປະມານສີ່ສິບປີ, ທ່ານກໍຄິດຢາກໄປຢ້ຽມຢາມພີ່ນ້ອງຂອງທ່ານ, ທີ່ເປັນເຊື້ອສາຍຄົນອິດສະຣາເອນ.24ທ່ານໄດ້ເຫັນຄົນອິດສະຣາເອນຄົນໜຶ່ງຖືກຂົ່ມເຫັງ, ໂມເຊໄດ້ປົກປ້ອງ ແລະ ແກ້ແຄ້ນຄົນທີ່ຂົ່ມເຫັງນັ້ນໂດຍການຂ້າຊາວເອຢິບຄົນນັ້ນເສຍ:25ທ່ານຄິດວ່າພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ພຣະເຈົ້າໄດ້ຊ່ວຍພວກເຂົາດ້ວຍມືຂອງຕົນ, ແຕ່ພວກເຂົາບໍ່ເຂົ້າໃຈໃນເລື່ອງນັ້ນ.26ມື້ຕໍ່ມາໂມເຊໄດ້ມາພົບຄົນອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງຕໍ່ສູ້ກັນຢູ່; ທ່ານຈຶ່ງພະຍາຍາມທີ່ຈະເຮັດໃຫ້ພວກເຂົາຄືນດີກັນ; ທ່ານກ່າວວ່າ, 'ເພື່ອນເອີຍ, ພວກທ່ານເປັນພີ່ນ້ອງກັນ; ເປັນຫຍັງພວກທ່ານຈຶ່ງຕໍ່ສູ້ກັນ ແລະ ກັນ?'27ແຕ່ຜູ້ທີ່ໄດ້ເຮັດຜິດຕໍ່ເພື່ອນບ້ານໄດ້ຊຸກທ່ານອອກ, ແລະກ່າວວ່າ, 'ໃຜແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ຕັດສິນເໜືອພວກເຮົາ?28ທ່ານຢາກຈະຂ້າ ຂ້ານ້ອຍ, ເໝືອນກັບທີ່ທ່ານໄດ້ຂ້າຊາວເອຢີບຄົນນັ້ນໃນມື້ວານນີ້ບໍ?'29ຫລັງຈາກທີ່ໂມເຊໄດ້ຍິນດັ່ງນັ້ນຈຶ່ງໜີໄປ; ແລະເປັນຄົນຕ່າງຊາດຢູ່ໃນດິນແດນມີດີອານ, ທ່ານໄດ້ເປັນບິດາຂອງລູກຊາຍສອງຄົນຢູ່ທີ່ນັ້ນ.30ເມື່ອສີ່ສິບປີຜ່ານໄປ, ເທວະດາອົງໜຶ່ງໄດ້ມາປະກົດຕົວຕໍ່ທ່ານເປັນແປວໄຟໃນຟຸ່ມໄມ້, ໃນຖິ່ນທຸລະກັນດານຂອງພູເຂົາຊີນາຍ.31ເມື່ອໂມເຊໄດ້ເຫັນແປວໄຟນັ້ນ, ທ່ານກໍເບິ່ງດ້ວຍຄວາມປະຫລາດໃຈ; ເມື່ອທ່ານເຂົ້າໄປເບິ່ງໃກ້ໆ, ກໍໄດ້ຍິນພຣະສຸລະສຽງຂອງອົງພຣະຜູ້ເປັນເຈົ້າ, ກ່າວອອກມາວ່າ,32'ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະຢາໂຄບ.' ໂມເຊກໍຢ້ານຈົນໂຕສັ່ນບໍ່ກ້າທີ່ຈະແນມເບິ່ງ.33ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, 'ຈົ່ງປົດເກີບຂອງເຈົ້າອອກ, ເພາະວ່າສະຖານທີ່ເຈົ້າຢືນຢູ່ນີ້ເປັນບ່ອນທີ່ບໍຣິສຸດ.34ເຮົາໄດ້ເຫັນຄວາມທຸກຍາກລຳບາກຂອງຊົນຊາດຂອງເຮົາທີ່ອາໄສຢູ່ໃນປະເທດເອຢີບແລ້ວ; ເຮົາໄດ້ຍິນສຽງຮ້ອງໂອດຄາງຂອງພວກເຂົາ. ເຮົາຈຶ່ງລົງມາເພື່ອຈະຊ່ວຍພວກເຂົາໃຫ້ລອດພົ້ນ; ບັດນີ້, ເຮົາຈະໃຊ້ເຈົ້າໄປທີ່ປະເທດເອຢີບ.'35ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ, ເມື່ອພວກເຂົາເວົ້າ, 'ໃຜແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດສິນ?'—ທ່ານເປັນຜູ້ທີ່ພຣະເຈົ້າສົ່ງໄປຊຶ່ງເປັນທັງຜູ້ປົກຄອງ ແລະ ຜູ້ປົດປ່ອຍ. ພຣະເຈົ້າຊົງໃຊ້ທ່ານໄປໂດຍມີເທວະດາອົງໜຶ່ງທີ່ປະກົດຕົວແກ່ໂມເຊໃນພຸ່ມໄມ້.36ໂມເຊໄດ້ນຳພວກເຂົາອອກຈາກປະເທດເອຢິບ, ຫລັງຈາກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຕ່າງໆໃນປະເທດເອຢິບ ແລະ ທີ່ທະເລແດງ, ແລະລະຫວ່າງທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ.37ໂມເຊຄົນດຽວກັນນີ້ ຜູ້ທີ່ກ່າວກັບຊົນຊາດອິດສະຣາເອນວ່າ, 'ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້ໜຶ່ງເກີດມາໃນທ່າມກາງພີ່ນ້ອງຂອງພວກທ່ານ, ເປັນຜູ້ທຳນວາຍຄືກັນກັບຂ້າພະເຈົ້າ.'38ໂມເຊຜູ້ນີ້ແມ່ນຜູ້ທີ່ຢູ່ໃນການຊຸມນຸມ ໃນຖິ່ນທຸລະກັນດານກັບເທວະດາທີ່ໄດ້ລົມກັບທ່ານເທິງພູເຂົາຊີນາຍ. ຊາຍຄົນນີ້ແຫລະທີ່ຢູ່ກັບບັນພະບຸລຸດຂອງພວກທ່ານ; ຊາຍຄົນນີ້ແຫລະທີ່ໄດ້ຮັບພຣະຄັມອັນຊົງຊີວິດທີ່ມອບໃຫ້ແກ່ພວກທ່ານ.39ຊາຍຄົນນີ້ແຫລະ ທີ່ບັນພະບຸລຸດຂອງຂ້າພະເຈົ້າປະຕິເສດບໍ່ຍອມເຊື່ອຟັງ; ພວກເຂົາໄດ້ຍູ້ທ່ານອອກໄປຈາກທາງຂອງພວກເຂົາ, ແລະໃນໃຈຂອງພວກເຂົາຄິດວ່າຈະກັບໄປທີ່ປະເທດເອຢິບ.40ໃນເວລານັ້ນ ພວກເຂົາເວົ້າກັບອາໂຣນວ່າ, 'ຈົ່ງສ້າງພະເຈົ້າອົງອື່ນໆ ສຳລັບພວກເຮົາ. ເພາະວ່າໂມເຊຜູ້ທີ່ໄດ້ນຳພວກຂ້າພະເຈົ້າອອກມາຈາກປະເທດເອຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂື້ນກັບລາວ.'41ດັ່ງນັ້ນ ພວກເຂົາຈຶ່ງສ້າງຮູບງົວຂຶ້ນໂຕໜຶ່ງໃນຕອນນັ້ນ ແລະ ໄດ້ນຳເຄື່ອງບູຊາມາຖວາຍຕໍ່ຮູບເຄົາລົບນັ້ນ, ແລະ ມີຄວາມມ່ວນຊື່ນຍິນດີຈາກຜົນງານທີ່ສ້າງຂຶ້ນມາດ້ວຍມືຂອງພວກເຂົາເອງ.42ແຕ່ພຣະຜູ້ເປັນເຈົ້າຫລຽວເຫັນ ແລະປ່ອຍໃຫ້ພວກເຂົາຂາບໄຫວ້ບັນດາດາວເທິງທ້ອງຟ້າ, ຕາມທີ່ມີຄຳຂຽນໄວ້ໃນຫນັງສືຂອງບັນດາຜູ້ທຳນວາຍວ່າ, 'ເຊື້ອສາຍອິດສະຣາເອນເອີຍ, ພວກທ່ານໄດ້ຖວາຍສັດທີ່ຖືກຂ້າ ແລະ ເຄື່ອງບູຊາເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານບໍ?43ພວກທ່ານຮັບເອົາຜ້າເຕັ້ນຂອງພະໂມເລັກ ແລະ ດາວຂອງພະເຣຟານ, ແລະ ຮູບປັ້ນຮູບລັກສະນະຕ່າງໆ ທີ່ທ່ານໄດ້ເຮັດຂຶ້ນເພື່ອກາບໄຫວ້ເຄົາລົບຮູບເຫລົ່ານັ້ນ: ດັ່ງນັ້ນ ເຮົາຈະກວາດພວກທ່ານໄປທີ່ບາບີໂລນ.'44ບັນພະບຸລຸດຂອງພວກເຮົາມີຫໍເຕັນແຫ່ງພະຍານຢູ່ໃນຖິ່ນແຫ້ງແລ້ງກັນດານ. ຕາມທີ່ພຣະເຈົ້າໄດ້ຊົງບັນຊາໄວ້, ເມື່ອພຣະອົງກ່າວກັບໂມເຊ, ໃຫ້ທ່ານເຮັດຫໍເຕັນຕາມແບບທີ່ທ່ານໄດ້ເຫັນ.45ຫໍເຕັນນີ້ທີ່ບັນພະບຸລຸດຂອງພວກເຮົາຂົນຍ້າຍຕາມໂຢຊວຍ, ໄປຍັງດິນແດນ ພາຍຫລັງເຂົ້າຍຶດຄອງເອົາແຜ່ນດິນຂອງປະຊາຊົນທີ່ພຣະເຈົ້າໄດ້ຂັບໄລ່ໃຫ້ອອກໄປ ຂະນະທີ່ພວກເຂົາບຸກຫນ້າເຂົ້າໄປ. ຫໍເຕັນນີ້ກໍຍັງຄົງຢູ່ມາຮອດສະໄໝຂອງດາວິດ,46ຜູ້ທີ່ໄດ້ຮັບຄວາມເຫັນດີໃນສາຍຕາຂອງພຣະເຈົ້າ ທ່ານໄດ້ຂໍໃຫ້ພຣະເຈົ້າອະນຸຍາດໃຫ້ສ້າງເຮືອນສຳລັບພຣະເຈົ້າຂອງຢາໂຄບ.47ແຕ່ຊາໂລໂມນໄດ້ສ້າງພຣະວິຫານຂອງພຣະເຈົ້າ.48ເຖິງຢ່າງໃດກໍ່ຕາມ, ອົງຜູ້ສູງສຸດກໍບໍ່ໄດ້ອາໄສຢູ່ໃນພຣະວິຫານທີ່ສ້າງດ້ວຍມືຂອງມະນຸດ, ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ,49ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, 'ສະຫວັນແມ່ນບ່ອນຢູ່ອາໄສຂອງເຮົາ, ໂລກແມ່ນບ່ອນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງພຣະວີຫານແບບໃດໃຫ້ກັບເຮົາ? ຫລື ສະຖານທີ່ໃດຈະເປັນບ່ອນຢູ່ອາໄສຂອງເຮົາ?50ມືຂອງເຮົາໄດ້ສ້າງສິ່ງເຫລົ່ານີ້ທັງໝົດບໍ່ແມ່ນບໍ?'51ທ່ານພວກຜູ້ທີ່ດື້ດ້ານ ໃຈແຂງກະດ້າງ ແລະ ຫູຕຶງ, ພວກທ່ານຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ; ທ່ານໄດ້ເຮັດຄືກັບທີ່ບັນພະບຸລຸດຂອງພວກທ່ານໄດ້ເຮັດ.52ມີຜູ້ທຳນວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍ ທີ່ທຳນວາຍເຖິງການສະເດັດມາຂອງຜູ້ຊອບທຳ; ແລະບັດນີ້ ພວກທ່ານກໍເປັນຄົນທໍລະຍົດ ແລະ ຄາດຕະກອນຕໍ່ພຣະອົງດ້ວຍ,53ພວກທ່ານທີ່ໄດ້ຮັບຄຳສັ່ງຈາກເຫລົ່າເທວະດາ, ແຕ່ບໍ່ໄດ້ປະຕິບັດຕາມຄຳສັ່ງນັ້ນ."54ເມື່ອພວກຊະມາສິກສະພາໄດ້ຍິນແນວນັ້ນ, ພວກເຂົາກໍມີຄວາມຄຽດແຄ້ນແໜ້ນໃຈຫລາຍ, ແລະ ກັດແຂ້ວຂອງຕົນໃສ່ຊະເຕຟາໂນ.55ແຕ່ຊະເຕຟາໂນເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ຫລຽວເບິ່ງທີ່ຟ້າສະຫວັນ ແລະ ເຫັນລັດສະໝີຂອງພຣະເຈົ້າ; ແລະທ່ານໄດ້ເຫັນພຣະເຢຊູຄຣິດເຈົ້າຊົງຢືນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ.56ຊະເຕຟາໂນກ່າວວ່າ, "ເບິ່ງເຖີດ, ຂ້າພະເຈົ້າເຫັນທ້ອງຟ້າເປີດອອກ, ແລະບຸດມະນຸດຊົງຢືນຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ."57ແຕ່ພວກສະມາຊິກສະພາໄດ້ຮ້ອງອອກມາຢ່າງແຮງ, ແລະອັດຫູຂອງພວກເຂົາ, ແລ້ວພາກັນແລ່ນເຂົ້າໄປຫາທ່ານ.58ພວກເຂົາຂັບໄລ່ທ່ານອອກໄປຈາກເມືອງນັ້ນແລ້ວເອົາກ້ອນຫີນແກ່ວງໃສ່ທ່ານ, ພວກຄົນທີ່ເຫັນເຫດການນັ້ນໄດ້ວາງເຄື່ອງນຸ່ງຂອງພວກເຂົາໄວ້ທີ່ຕີນຂອງຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ.59ໃນຂະນະທີ່ພວກເຂົາແກວ່ງກ້ອນຫີນໃສ່ຊະເຕຟາໂນ, ທ່ານກໍຍັງຮ້ອງທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, "ອົງພຣະເຢຊູຄຣິດເຈົ້າ, ຂໍຊົງຮັບເອົາວິນຍານຂອງຂ້າພະອົງ."60ທ່ານຄຸເຄົ່າລົງ ແລະ ຮ້ອງສຽງດັງວ່າ, "ພຣະຜູ້ເປັນເຈົ້າ, ຂໍຢ່າຊົງຖືໂທດບາບຕໍ່ພວກເຂົາເລີຍ." ເມື່ອທ່ານກ່າວດັ່ງນີ້ແລ້ວ, ທ່ານກໍລ່ວງຫລັບໄປ.
1ໂຊໂລເຫັນດີກັບການຕາຍຂອງຊະເຕຟາໂນ. ໃນມື້ນັ້ນກໍເກີດການຂົ່ມເຫັງຄຣິສຕະຈັກຢ່າງໃຫຍ່ຫລວງໃນນະຄອນ ເຢຣູຊາເລັມ; ບັນດາຜູ້ທີ່ເຊື່ອກໍກະຈັກກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ, ຍົກເວັ້ນພວກອັກຄະສາວົກ.2ບັນດາຄົນທີ່ຢຳເກງພຣະເຈົ້າກໍຝັງສົບຂອງຊະເຕຟາໂນ ແລະ ຮ້ອງໄຫ້ເສຍໃຈເຖິງທ່ານຫລາຍ.3ແຕ່ໂຊໂລໄດ້ໂຈມຕີຄຣິສຕະຈັກຢ່າງຫນັກ; ທ່ານໄດ້ເຂົ້າໄປຕາມເຮືອນ ແລະ ລາກເອົາຜູ້ຊາຍແລະຜູ້ຍິງອອກມາ, ແລ້ວເອົາພວກເຂົາໄປຂັງໄວ້ໃນຄຸກ.4ຜູ້ທີ່ເຊື່ອທີ່ກະຈັດກະຈາຍໄປ ກໍອອກໄປປະກາດພຣະທັມຂອງພຣະເຈົ້າ.5ຟີລິບໄດ້ລົງໄປທີ່ເມືອງໜຶ່ງຂອງແຂວງ ຊາມາເຣຍ ແລະປະກາດພຣະຄຣິດໃຫ້ພວກເຂົາ.6ເມື່ອຝູງຊົນໄດ້ຍິນ ແລະໄດ້ເຫັນການອັດສະຈັນ ແລະໝາຍສຳຄັນທີ່ຟີລິບໄດ້ເຮັດ, ພວກເຂົາກໍພາກັນສົນໃຈຟັງຖ້ອຍຄຳທີ່ທ່ານສອນ.7ເພາະໃນຄົນຫລວງຫລາຍນັ້ນ, ມີຜີຊົ່ວຮ້າຍທີ່ຮ້ອງສຽງດັງອອກມາຈາກພວກເຂົາ, ຄົນທີ່ເປັນອຳມະພາດ ແລະ ຄົນເປັ້ຍກໍໄດ້ຮັບການຮັກສາໃຫ້ຫາຍດີ.8ຈຶ່ງມີຄວາມຊື່ນຊົມຍິນດີທີ່ສຸດໃນເມືອງນັ້ນ.9ມີຊາຍຄົນໜຶ່ງໃນເມືອງນັ້ນຊື່ວ່າ ຊີໂມນ, ທີ່ເປັນຄົນໃຊ້ເວດມົນຄາຖາມາກ່ອນ, ລາວເຄີຍເຮັດໃຫ້ຊາວຊາມາເຣຍຫລົງໄຫລ, ເມື່ອລາວຍົກຕົວເອງໃຫ້ເປັນຜູ້ວິເສດ.10ຊາວຊາມາເຣຍທຸກໆຄົນ, ຕັ້ງແຕ່ຄົນນ້ອຍທີ່ສຸດຈົນເຖິງໃຫຍ່ທີ່ສຸດ, ຕ່າງກໍສົນໃຈທີ່ຈະຟັງລາວ; ພວກເຂົາກ່າວວ່າ, "ຊາຍຄົນນີ້ມີຣິດອຳນາດຂອງພຣະເຈົ້າ ຊຶ່ງຄົນເອີ້ນວ່າຣິດອຳນາດສູງສຸດ."11ພວກເຂົາຟັງຊີໂມນ, ເພາະວ່າລາວເຮັດໃຫ້ຄົນເຫລົ່ານັ້ນຫລົງໄຫລກັບເວດມົນຂອງລາວມາດົນນານແລ້ວ.12ແຕ່ເມື່ອພວກເຂົາເຊື່ອໃນຂ່າວປະເສີດທີ່ຟີລິບໄດ້ປະກາດ ກ່ຽວກັບຣາຊອານາຈັກຂອງພຣະເຈົ້າ ແລະ ນາມຊື່ຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍຮັບບັບຕິສະມາ, ທັງຊາຍ ແລະ ຍິງ.13ເຖິງແມ່ນຊີໂມນເອງກໍເຊື່ອເຊັ່ນກັນ, ຫລັງຈາກທີ່ລາວໄດ້ຮັບບັບຕິສະມາແລ້ວ, ລາວກໍຍັງຢູ່ກັບຟິລິບຕໍ່ໄປ. ເມື່ອລາວເຫັນໝາຍສຳຄັນ ແລະ ການອັດສະຈັນທີ່ເກີດຂຶ້ນ, ລາວກໍປະຫລາດໃຈ.14ແຕ່ເມື່ອພວກອັກຄະສາວົກໃນນະຄອນ ເຢຣູຊາເລັມໄດ້ຍິນວ່າຊາວຊາມາເຣຍໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງສົ່ງເປໂຕກັບໂຢຮັນໄປ.15ເມື່ອເປໂຕກັບໂຢຮັນມາຮອດ, ພວກທ່ານກໍອະທິຖານເພື່ອພວກເຂົາ, ທີ່ພວກເຂົາຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.16ເພາະວ່າຈົນຮອດຕອນນັ້ນ, ພຣະວິນຍານບໍຣິສຸດເຈົ້າຍັງບໍ່ໄດ້ສະເດັດລົງມາຢູ່ກັບຜູ້ໃດເລີຍ; ພວກທ່ານພຽງແຕ່ໄດ້ຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ.17ແລ້ວເປໂຕກັບໂຢຮັນຈຶ່ງວາງມືໃສ່ພວກເຂົາ, ພວກທ່ານກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.18ເມື່ອຊີໂມນເຫັນວ່າພວກເຂົາໄດ້ຮັບພຣະວິນຍານບໍຣິສຸດເຈົ້າໂດຍການວາງມືຂອງພວກອັກຄະສາວົກ, ລາວຈຶ່ງນຳເອົາເງີນມາໃຫ້ພວກທ່ານ.19ແລະຊົງກ່າວວ່າ, "ຂໍຣິດອຳນາດນີ້ໃຫ້ຂ້າພະເຈົ້າ, ເໝືອນກັນ, ເພື່ອວ່າຜູ້ໃດກໍຕາມທີ່ຂ້າພະເຈົ້າວາງມືຈະໄດ້ຮັບພຣະວິນຍານບໍຣິສຸດ."20ເປໂຕໄດ້ກ່າວກັບລາວວ່າ, "ຂໍໃຫ້ເງິນຂອງທ່ານຈິບຫາຍໄປພ້ອມກັບທ່ານ, ເພາະວ່າທ່ານຄິດວ່າຈະຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ.21ທ່ານບໍ່ມີຮ່ວມໃນພັນທະກິດໃດໆ, ເພາະຈິດໃຈຂອງທ່ານບໍ່ສັດຊື່ຕໍ່ພຣະເຈົ້າ.22ເພາະສະນັ້ນ ຈົ່ງກັບໃຈຈາກຄວາມຊົ່ວຮ້າຍຂອງທ່ານ ແລະອະທິຖານຕໍ່ອົງພຣະຜູ້ເປັນເຈົ້າ, ເພື່ອວ່າພຣະອົງອາດຈະຍົກໂທດໃຫ້ກັບເຈົ້າໃນ ສິ່ງທີ່ຢູ່ໃນໃຈຂອງທ່ານ.23ເພາະວ່າຂ້າພະເຈົ້າເຫັນທ່ານຢູ່ໃນອັນຕະລາຍຂອງຄວາມຂົມຂື່ນ ແລະ ໃນການເປັນທາດຂອງຄວາມບາບ."24ຊີໂມນຕອບວ່າ, "ຂໍໃຫ້ພວກທ່ານອະທິຖານຫາອົງພຣະຜູ້ເປັນເຈົ້າເພື່ອຂ້າພະເຈົ້າດ້ວຍ, ເພື່ອວ່າສິ່ງທີ່ທ່ານກ່າວຈະບໍ່ເກີດຂື້ນກັບຂ້າພະເຈົ້າເລີຍ."25ເມື່ອເປໂຕກັບໂຢຮັນເປັນພະຍານ ແລະ ປະກາດພຣະທັມຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກທ່ານກໍກັບໄປນະຄອນ ເຢຣູຊາເລັມ, ໃນຂະນະທີ່ໄປຕາມທາງພວກທ່ານໄດ້ປະກາດຂ່າວປະເສີດກັບຫລາຍໝູ່ບ້ານຂອງຊາວຊາມາເຣຍຫລາຍແຫ່ງ.26ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກ່າວກັບຟີລິບວ່າ, "ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມເສັ້ນທາງທີ່ລົງຈາກນະຄອນ ເຢຣູຊາເລັມໄປເຂດກາຊາ." (ເສັ້ນທາງນີ້ຢູ່ໃນຖິ່ນທຸລະກັນດານ.) ທ່ານກໍລຸກຂຶ້ນໄປ.27ນີ້ແຫລະ, ມີຊາຍຄົນໜຶ່ງມາຈາກເອທີໂອເປຍ, ຊຶ່ງເປັນຂັນທີທີ່ເປັນຂ້າຣາຊການຂອງພະນາງ ກັນເດກາ, ພະຣາຊິນີແຫ່ງເອທິໂອເປຍ. ທ່ານເປັນນາຍຄັງຊັບສົມບັດທັງຫມົດຂອງພະຣາຊິນີອົງນັ້ນ. ທ່ານມານະມັດສະການໃນນະຄອນ ເຢຣູຊາເລັມ.28ຂະນະທີ່ທ່ານກຳລັງເດີນທາງກັບ ແລະນັ່ງຢູ່ໃນລົດມ້າ, ແລະກຳລັງອ່ານໜັງສືເອຊາຢາຜູ້ທຳນວາຍຢູ່.29ພຣະວິນຍານບໍຣິສຸດເຈົ້າໄດ້ກ່າວກັບຟີລິບວ່າ, "ຈົ່ງເຂົ້າໄປ ແລະຢູ່ໃກ້ລົດມ້າຄັນນັ້ນ."30ຟີລິບຈຶ່ງແລ່ນໄປຫາທ່ານ, ແລະໄດ້ຍິນທ່ານກຳລັງອ່ານໜັງສືເອຊາຢາ, ແລະຖາມວ່າ, "ທ່ານເຂົ້າໃຈສິ່ງທີ່ທ່ານກຳລັງອ່ານຢູ່ຫລືບໍ?"31ຊາວເອທິໂອເປຍຄົນນັ້ນຕອບວ່າ, "ຂ້າພະເຈົ້າຈະເຂົ້າໃຈໄດ້ແນວໃດ, ເວັ້ນເສຍແຕ່ວ່າມີຄົນແນະນຳຂ້າພະເຈົ້າ?" ທ່ານໄດ້ຂໍຮ້ອງໃຫ້ຟີລິບຂຶ້ນມາເທິງລົດມ້ານັ້ນແລະນັ່ງກັບທ່ານ.32ພຣະຄຳພີຕອນທີ່ຊາວເອທິໂອເປຍອ່ານຢູ່ນັ້ນເປັນຂໍ້ຄວາມເຫລົ່ານີ້, "ທ່ານຖືກນຳຕົວເປັນຄືກັບແກະເພື່ອເອົາໄປຂ້າ, ແລະເໝືອນລູກແກະທີ່ມິດງຽບຢູ່ຕໍ່ໜ້າຜູ້ຕັດຂົນຂອງມັນສັນໃດ, ທ່ານບໍ່ໄດ້ເປີດປາກຂອງທ່ານເລີຍສັນນັ້ນ.33ໃນເວລາທີ່ຖືກດູຖູກ ທ່ານບໍ່ໄດ້ຮັບຄວາມຍຸດຕິທຳ. ຜູ້ໃດໜໍຈະເລົ່າເຖິງເຊື້ອສາຍຂອງທ່ານ? ເພາະວ່າຊີວິດຂອງທ່ານໄດ້ຖືກເອົາໄປຈາກແຜ່ນດິນໂລກ."34ດັ່ງນັ້ນ ຂັນທີຈຶ່ງຖາມຟີລິບວ່າ, "ຂ້າພະເຈົ້າຂໍຖາມທ່ານ, ໃຜຄືຜູ້ທີ່ທຳນວາຍທີ່ກ່າວເຖິງ, ຕົວທ່ານເອງ, ຫລືຜູ້ອື່ນ?"35ຟີລິບຈຶ່ງເລີ່ມເລົ່າເລື່ອງໃຫ້ຟັງ, ເລີ່ມຕົ້ນດ້ວຍຂໍ້ພຣະຄຳພີຕອນນີ້ໃນເອຊາຢາເພື່ອປະກາດເລື່ອງພຣະເຢຊູຄຣິດເຈົ້າກັບຂັນທີຄົນນັ້ນ.36ໃນຂະນະທີ່ພວກທ່ານເດີນທາງໄປຕາມເສັ້ນທາງ, ພວກທ່ານກໍມາຮອດສະຖານທີ່ມີນ້ຳ ຂັນທີຈຶ່ງກ່າວວ່າ, "ເບິ່ງແມ, ທີ່ນີ້ມີນ້ຳ, ມີສິ່ງໃດທີ່ກີດຂວາງບໍ່ໃຫ້ຂ້າພະເຈົ້າຮັບບັບຕິສະມາ?"37"ຟິລິບຈຶ່ງຕອບວ່າ, "ຖ້າທ່ານເຊື່ອດ້ວຍສຸດໃຈ, ທ່ານກໍສາມາດຮັບບັບຕິສະມາໄດ້." ຄົນເອທິໂອເປຍຈຶ່ງຕອບວ່າ, "ຂ້າພະເຈົ້າເຊື່ອວ່າພຣະເຢຊູຄຣິດເຈົ້າ ຊົງເປັນພຣະບຸດຂອງພຣະເຈົ້າ."38ດັ່ງນັ້ນ ຄົນເອທິໂອເປຍຄົນນັ້ນຈຶ່ງໄດ້ສັ່ງໃຫ້ຢຸດລົດ. ພວກເຂົາກໍໄດ້ລົງໄປໃນນ້ຳ, ທັງຟີລິບກັບຂັນທີ, ແລະຟິລິບກໍໃຫ້ທ່ານຮັບບັບຕິສະມາ.39ເມື່ອພວກທ່ານຂຶ້ນມາຈາກນ້ຳແລ້ວ, ພຣະວິນຍານບໍຣິສຸດເຈົ້າຂອງອົງພຣະຜູ້ເປັນເຈົ້າ ຊົງຮັບເອົາຟີລິບໄປ, ຂັນທີຄົນນັ້ນກໍບໍ່ໄດ້ເຫັນທ່ານອີກເລີຍ, ລາວຈຶ່ງເດີນທາງຕໍ່ໄປດ້ວຍຄວາມຍິນດີ.40ແຕ່ວ່າຟີລິບປະກົດຕົວຢູ່ທີ່ເມືອງ ອາໂຊໂຕ ທ່ານຜ່ານເມືອງນັ້ນໄປ, ແລະປະກາດຂ່າວປະເສີດທົ່ວທຸກເມືອງ ຈົນກວ່າທ່ານມາຮອດເມືອງ ກາຍຊາເຣຍ.
1ໂຊໂລ, ຍັງຂູ່ເຂັນວ່າຈະຂ້າບັນດາສາວົກຂອງອົງພຣະຜູ້ເປັນເຈົ້າ, ແລະໄປຫາມະຫາປະໂລຫິດ2ເພື່ອຂໍໜັງສືໄປທີ່ໂຮງທຳມະສາລາຕ່າງໆໃນເມືອງ ດາມັສກັດ, ເພື່ອວ່າໃນເວລາທີ່ທ່ານເຫັນຜູ້ໃດທີ່ເປັນພວກທາງນັ້ນ, ບໍ່ວ່າຈະເປັນຊາຍຫລືຍີງ, ທ່ານຈະມັດແລ້ວພາມາທີ່ນະຄອນ ເຢຣູຊາເລັມ.3ໃນຂະນະທີ່ໂຊໂລກຳລັງເດີນທາງໄປເມືອງດາມັສກັດ, ທັນໃດນັ້ນ ກໍເກີດມີແສງສະຫວ່າງສ່ອງມາຈາກຟ້າສະຫວັນ; ມາອ້ອມຮອບຕົວທ່ານ,4ທ່ານກໍລົ້ມລົງທີ່ພື້ນດິນ ແລະໄດ້ຍິນພຣະສຸລະສຽງກ່າວວ່າ, "ໂຊໂລ, ໂຊໂລເອີ໋ຍ, ເປັນຫຍັງທ່ານຈຶ່ງຂົ່ມເຫັງເຮົາ?"5ໂຊໂລຈຶ່ງຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງແມ່ນຜູ້ໃດ? "ອົງພຣະຜູ້ເປັນເຈົ້າກ່າວວ່າ, "ເຮົາແມ່ນພຣະເຢຊູຄຣິດເຈົ້າ ຜູ້ທີ່ທ່ານຂົ່ມເຫັງນັ້ນແຫລະ;6ຈົ່ງລຸກຂຶ້ນເຖີດ, ແລະເຂົ້າໄປໃນເມືອງ, ແລ້ວຈະມີຄົນບອກທ່ານວ່າ ທ່ານຄວນເຮັດແນວໃດ."7ພວກຄົນທີ່ເດີນທາງມາກັບໂຊໂລກໍຢືນຂຶ້ນບໍ່ສາມາດເວົ້າໄດ້, ໄດ້ຍິນແຕ່ພຣະສຸລະສຽງເທົ່ານັ້ນ, ແຕ່ບໍ່ເຫັນໃຜ.8ໂຊໂລຈຶ່ງລຸກຂຶ້ນຈາກພື້ນ, ເມື່ອທ່ານມືນຕາຂຶ້ນ, ທ່ານກໍເບິ່ງບໍ່ເຫັນຫຍັງເລີຍ; ພວກເຂົາຈຶ່ງຈູງມືທ່ານ ແລະພາເຂົ້າໄປໃນເມືອງ ດາມັສກັດ.9ທ່ານກໍເບິ່ງບໍ່ເຫັນເປັນເວລາສາມມື້, ແລະບໍ່ໄດ້ກິນອາຫານ ຫລື ດື່ມອັນໃດເລີຍ.10ມີສາວົກຄົນໜຶ່ງທີ່ຢູ່ເມືອງ ດາມັສກັດ ຊື່ວ່າອານາເນຍ. ອົງພຣະຜູ້ເປັນເຈົ້າກ່າວກັບທ່ານຜ່ານນິມິດວ່າ, "ອານາເນຍເອີຍ!" ແລະທ່ານຕອບວ່າ, "ຂ້າແດ່ອົງພຣະເຈົ້າ, ຂ້ານ້ອຍຢູ່ທີ່ນີ້."11ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, "ຈົ່ງລຸກຂຶ້ນ, ແລ້ວໄປທາງຖະໜົນທີ່ເອີ້ນວ່າຖະໜົນຊື່, ແລະ ໄປທີ່ເຮືອນຂອງຢູດາ ຖາມຫາຊາຍຄົນໜຶ່ງຈາກເມືອງ ຕາໂຊ ທີ່ຊື່ວ່າ ໂຊໂລ, ເພາະວ່າລາວກຳລັງອະທິຖານຢູ່.12ແລະລາວໄດ້ເຫັນໃນນິມິດຂອງລາວວ່າ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ເຂົ້າມາແລະວາງມືໃສ່ໂຕລາວ, ເພື່ອທີ່ລາວຈະເບິ່ງເຫັນໄດ້ອີກ."13ແຕ່ອານາເນຍຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍໄດ້ຍິນຈາກຫລາຍຄົນກ່ຽວກັບຊາຍຄົນນີ້, ລາວໄດ້ໂຈມຕີຜູ້ບໍຣິສຸດຂອງພຣະອົງໃນນະຄອນ ເຢຣູຊາເລັມ.14ລາວໄດ້ຮັບອຳນາດຈາກພວກຫົວຫນ້າປະໂລຫິດທີ່ຈະຈັບກຸມຜູ້ໃດກໍຕາມທີ່ນີ້ຜູ້ທີ່ອອກນາມຊື່ຂອງພຣະອົງ."15ອົງພຣະຜູ້ເປັນເຈົ້າກ່າວກັບທ່ານວ່າ, "ຈົ່ງໄປເຖີດ, ເພາະເຂົາເປັນພາຊະນະທີ່ເຮົາເລືອກໄວ້, ທີ່ຈະນຳນາມຊື່ຂອງເຮົາໄປເຖິງບັນດາຄົນຕ່າງຊາດ ແລະ ບັນດາກະສັດ ແລະ ລູກຫລານຂອງຊາວອິດສະຣາເອນ;16ເພາະວ່າເຮົາຈະໂຜດໃຫ້ລາວເຫັນວ່າລາວຕ້ອງທົນທຸກລຳບາກເທົ່າໃດເພື່ອນາມຊື່ຂອງເຮົາ."17ອານາເນຍຈຶ່ງອອກເດີນທາງໄປ, ແລະເຂົ້າໄປໃນເຮືອນນັ້ນ. ລາວວາງມືໃສ່ໂຕໂຊໂລ, ໂດຍກ່າວວ່າ, "ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ປະກົດຕົວຕໍ່ທ່ານລະຫວ່າງເສັ້ນທາງທີ່ທ່ານມານັ້ນ, ໄດ້ສົ່ງຂ້າພະເຈົ້າມາເພື່ອເຮັດໃຫ້ທ່ານເບິ່ງເຫັນອີກຄັ້ງ ແລະ ໄດ້ຮັບການເຕັມລົ້ນດ້ວຍພຣະວິນຍານບໍຣິສຸດ."18ໃນທັນໃດນັ້ນ ມີບາງສິ່ງຄືກັບເກັດຕົກລົງມາຈາກຕາຂອງໂຊໂລ, ແລ້ວທ່ານກໍສາມາດເບິ່ງເຫັນໄດ້; ທ່ານຈຶ່ງລຸກຂຶ້ນແລະຮັບບັບຕິສະມາ;19ທ່ານກໍກິນອາຫານແລ້ວກໍແຂງແຮງຂຶ້ນ. ທ່ານອາໄສຢູ່ກັບພວກສາວົກຢູ່ເມືອງ ດາມັສກັດ ເປັນເວລາຫລາຍມື້.20ທ່ານໄດ້ປະກາດໃນທຳມະສາລາທັນທີວ່າ, ພຣະເຢຊູຄຣິດເຈົ້າຄືພຣະບຸດຂອງພຣະເຈົ້າ.21ທຸກຄົນທີ່ໄດ້ຍິນທ່ານກໍປະຫລາດໃຈ ແລະ ເວົ້າກັນວ່າ, "ຜູ້ນີ້ບໍ່ແມ່ນບໍ ທີ່ໂຈມຕີຜູ້ຄົນໃນນະຄອນ ເຢຣູຊາເລັມຜູ້ທີ່ອອກນາມຊື່ນີ້? ແລະທ່ານມາທີ່ນີ້ເພື່ອຈະຈັບພວກນັ້ນມັດແລ້ວສົ່ງໃຫ້ພວກຫົວໜ້າປະໂລຫິດ."22ແຕ່ໂຊໂລກໍຍິ່ງເຂັ້ມແຂງຫລາຍຂຶ້ນ, ແລະທ່ານເຮັດໃຫ້ພວກຢິວໃນຢູ່ເມືອງດາມັສກັດລຳບາກໃຈ ໂດຍການພິສູດວ່າພຣະເຢຊູຄຣິດເຈົ້າ ຄືພຣະຄຣິດເຈົ້າ.23ຫລາຍມື້ຕໍ່ມາ, ຊາວຢິວກໍວາງແຜນກັນຈະຂ້າໂຊໂລ.24ແຕ່ວ່າແຜນການຂອງພວກເຂົາຮູ້ໄປຮອດຫູຂອງໂຊໂລ. ພວກເຂົາເຝົ້າລໍຖ້າຢູ່ທີ່ປະຕູເມືອງທັງກາງເວັນ ແລະ ກາງຄືນ ເພື່ອທີ່ຈະຂ້າທ່ານ.25ແຕ່ພວກສາວົກໄດ້ເອົາໂຊໂລນັ່ງຢູ່ໃນກະຕ່າ. ແລະໄດ້ຢ່ອນທ່ານລົງໄປຈາກກຳແພງເມືອງໃນຕອນກາງຄືນ.26ເມື່ອໂຊໂລມາຮອດນະຄອນ ເຢຣູຊາເລັມ, ທ່ານກໍພະຍາຍາມທີ່ຈະເຂົ້າຮ່ວມກັບພວກສາວົກ, ແຕ່ພວກເຂົາທຸກຄົນຢ້ານທ່ານ, ບໍ່ເຊື່ອວ່າທ່ານເປັນສາວົກ.27ແຕ່ບາຣະນາບາໄດ້ພາທ່ານໄປຫາພວກອັກຄະສາວົກ, ແລະ ບາຣະນາບາໄດ້ບອກພວກເຂົາວ່າ ໂຊໂລໄດ້ພົບກັບອົງພຣະຜູ້ເປັນເຈົ້າລະຫວ່າງທາງ ແລະອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານຢ່າງໃດ, ແລະໂຊໂລໄດ້ປະກາດຢ່າງໃຈກ້າຫານໃນນາມຊື່ຂອງພຣະເຢຊູຄຣິດເຈົ້າໃນເມືອງດາມັສກັດ.28ໂຊໂລຈຶ່ງເຂົ້ານອກອອກໃນຢູ່ກັບພວກອັກຄະສາວົກ ໃນນະຄອນ ເຢຣູຊາເລັມ. ທ່ານປະກາດນາມຊື່ຂອງອົງພຣະເຢຊູຄຣິດເຈົ້າດ້ວຍໃຈກ້າຫານ.29ແລະໄດ້ໂຕ້ຖຽງກັບຊາວຢິວທີ່ເວົ້າພາສາກຣີກ; ແຕ່ພວກນັ້ນຍັງພະຍາຍາມທີ່ຈະຂ້າທ່ານ.30ເມື່ອພີ່ນ້ອງໄດ້ຮູ້ເລື່ອງນີ້, ພວກເຂົາກໍພາທ່ານລົງໄປທີ່ເມືອງ ກາຍຊາເຣຍແລ້ວສົ່ງຕໍ່ໄປທີ່ເມືອງຕາໂຊ.31ຫລັງຈາກນັ້ນ ຄຣິສຕະຈັກຕະຫລອດທົ່ວຢູດາຍ, ແຂວງ ຄາລີເລ, ແລະ ຊາມາເຣຍກໍມີຄວາມສະຫງົບສຸກ ແລະ ຈະເລີນເຕີບໃຫຍ່; ແລະ, ດຳເນີນໄປໃນຄວາມຢຳເກງອົງພຣະຜູ້ເປັນເຈົ້າ, ແລະໄດ້ຮັບການໜູນໃຈຈາກພຣະວິນຍານບໍຣິສຸດເຈົ້າ, ຄຣິສຕະຈັກກໍມີຈຳນວນສະມາຊິກເພີ້ມຂື້ນ.32ໃນເວລານັ້ນ, ຂະນະທີ່ເປໂຕເດີນທາງໄປທົ່ວທຸກຂົງເຂດ, ທ່ານກໍລົງໄປຫາຜູ້ທີ່ເຊື່ອທີ່ອາໄສຢູ່ໃນເມືອງລິດດາ.33ເປໂຕໄດ້ພົບກັບຊາຍຄົນໜຶ່ງຊື່ວ່າ ໄອເນ, ລາວເປັນອຳມະພາດຕ້ອງຢູ່ໃນບ່ອນນອນເປັນເວລາແປດປີແລ້ວ,34ເປໂຕໄດ້ກ່າວກັບລາວວ່າ, "ໄອເນ, ພຣະເຢຊູຄຣິດເຈົ້າຊົງປິ່ນປົວທ່ານໃຫ້ດີແລ້ວ. ຈົ່ງລຸກຂຶ້ນແລະເກັບມ້ຽນບ່ອນນອນຂອງທ່ານເຖີດ," ລາວກໍລຸກຂຶ້ນໃນທັນທີ.35ເມື່ອທຸກຄົນທີ່ອາໄສຢູ່ໃນເມືອງ ລິດດາ ແລະ ໃນທົ່ງພຽງຊາໂຣນໄດ້ເຫັນຊາຍຄົນນັ້ນ, ແລ້ວພວກເຂົາກໍກັບໃຈມາຫາອົງພຣະຜູ້ເປັນເຈົ້າ.36ມີສາວົກຄົນໜຶ່ງຢູ່ເມືອງ ຢົບປາຊື່ວ່າຕາບີທາ, ຊຶ່ງມີຄວາມຫມາຍວ່າ "ໂດຣະກາ." ຜູ້ຍິງຄົນນີ້ໄດ້ເຮັດວຽກທີ່ດີໄວ້ຫລວງຫລາຍ ແລະ ມີຄວາມເມດຕາຕໍ່ຄົນທຸກຍາກ.37ໃນເວລານັ້ນ ນາງເຈັບປ່ວຍ ແລະ ຕາຍ; ເມື່ອພວກເຂົາອາບນ້ຳສົບຂອງນາງແລ້ວ, ກໍເອົາໄປວາງໄວ້ໃນຫ້ອງຊັ້ນເທິງ.38ເນື່ອງຈາກເມືອງລິດດາຢູ່ໃກ້ກັບເມືອງຢົບປາ ແລະພວກສາວົກໄດ້ຍິນວ່າເປໂຕຢູ່ທີ່ນັ້ນ, ຈຶ່ງສົ່ງຊາຍສອງຄົນໄປຫາທ່ານ, ແລະໄດ້ຂໍຮ້ອງທ່ານວ່າ, "ຂໍໃຫ້ທ່ານມາກັບພວກຂ້ານ້ອຍໂດຍໄວເຖີດ."39ເປໂຕກໍລຸກຂຶ້ນໄປກັບພວກເຂົາ. ເມື່ອທ່ານມາຮອດ, ພວກເຂົາກໍພາທ່ານຂຶ້ນໄປທີ່ຫ້ອງຊັ້ນເທິງ, ພວກແມ່ໝ້າຍທຸກຄົນພາກັນຢືນຮ້ອງໄຫ້ຢູ່ຂ້າງໆທ່ານ, ແລະຊີ້ໃຫ້ທ່ານເບີ່ງເສື້ອຄຸມແລະເສື້ອຜ້າຕ່າງໆທີ່ໂດຣະກາໄດ້ເຮັດໄວ້ ໃນຂະນະທີ່ນາງຍັງມີຊີວິດຢູ່ກັບພວກເຂົາ.40ເປໂຕຈຶ່ງໃຫ້ພວກເຂົາອອກໄປທາງນອກ, ແລ້ວຄຸເຂົ່າລົງ, ອະທິຖານ; ທ່ານປິ່ນມາຫາຊາກສົບນັ້ນ, ແລະກ່າວວ່າ, "ຕາບີທາເອີຍ, ຈົ່ງລຸກຂຶ້ນເຖີດ." ນາງກໍມືນຕາຂຶ້ນ, ແລະເມື່ອນາງເຫັນເປໂຕຈຶ່ງລຸກຂຶ້ນນັ່ງ.41ເປໂຕໄດ້ຈັບມືຂອງນາງເພື່ອດຶງນາງຂຶ້ນ; ແລະເມື່ອທ່ານເອີ້ນຜູ້ທີ່ເຊື່ອ ແລະ ພວກແມ່ໝ້າຍເຂົ້າມາ, ທ່ານກໍມອບຍິງທີ່ມີຊີວິດໃຫ້ກັບພວກເຂົາ.42ເລື່ອງນີ້ແຜ່ຂະຫຍາຍໄປທົ່ວເມືອງ ຢົບປາ, ແລະຫລາຍຄົນກໍພາກັນມາເຊື່ອໃນອົງພຣະຜູ້ເປັນເຈົ້າ.43ເຫດການນີ້ເກີດຂື້ນໃນຂະນະທີ່ເປໂຕອາໄສຢູ່ໃນເມືອງ ຢົບປາເປັນເວລາຫລາຍມື້ກັບຊາຍຄົນໜຶ່ງທີ່ມີຊື່ວ່າຊີໂມນ, ທີ່ເປັນຊ່າງຟອກຫນັງ.
1ມີຊາຍຄົນໜຶ່ງຢູ່ໃນເມືອງ ກາຍຊາເຣຍ, ຊື່ໂກເນລີໂອ, ເປັນນາຍຮ້ອຍໃນກອງທັບທະຫານ ທີ່ເອີ້ນວ່າກອງທະຫານ ອີຕາລີ.2ທ່ານແລະຄອບຄົວຂອງທ່ານມີຄວາມຢຳເກງ ແລະນະມັດສະການພຣະເຈົ້າ; ທ່ານໄດ້ບໍລິຈາກເປັນເງິນຈຳນວນຫລວງຫລາຍໃຫ້ຊາວຢິວ, ແລະອະທິຖານຫາພຣະເຈົ້າຢູ່ສະເໝີ.3ເວລາປະມານບ່າຍສາມໂມງ, ນາຍຮ້ອຍຄົນນັ້ນໄດ້ເຫັນນິມິດຢ່າງຊັດເຈນວ່າ ເທວະດາອົງໜຶ່ງຂອງພຣະເຈົ້າມາຫາທ່ານ. ເທວະດາອົງນັ້ນກ່າວແກ່ທ່ານວ່າ, "ໂກເນລີໂອ!"4ໂກເນລີໂອຕັ້ງໃຈແນມເບິ່ງທີ່ເທວະດາດ້ວຍຄວາມຕົກໃຈຫລາຍ ແລະ ກ່າວວ່າ, "ນີ້ແມ່ນເລື່ອງໃດນໍ ພຣະອົງເຈົ້າເອີຍ?" ເທວະດາອົງນັ້ນກ່າວແກ່ທ່ານວ່າ, "ຄຳອະທິຖານ ແລະການບໍລິຈາກໃຫ້ແກ່ຄົນທຸກຍາກຂອງທ່ານເປັນເຄື່ອງບູຊາຂຶ້ນໄປເຖິງທີ່ປະທັບຂອງພຣະເຈົ້າ.5ບັດນີ້ ຈົ່ງໃຊ້ຄົນໄປທີ່ເມືອງຢົບປາ ແລະ ພາຊາຍຄົນໜຶ່ງທີ່ຊື່ວ່າ ຊີໂມນ ທີ່ເອີ້ນວ່າເປໂຕມາ.6ທ່ານພັກຢູ່ກັບຊ່າງຟອກໜັງທີ່ຊື່ຊີໂມນ, ທີ່ບ້ານຂອງເຂົາທີ່ແຄມທະເລ."7ເມື່ອເທວະດາທີ່ເວົ້າກັບທ່ານຈາກໄປແລ້ວ, ທ່ານກໍເອີ້ນຄົນຮັບໃຊ້ໃນຄົວເຮືອນສອງຄົນ, ແລະທະຫານຄົນໜຶ່ງທີ່ນະມັດສະການພຣະເຈົ້າຈາກກອງທະຫານທີ່ຮັບໃຊ້ທ່ານເຊັ່ນກັນ.8ໂກເນລີໂອເລົ່າເຫດການທັງໝົດໃຫ້ພວກເຂົາຟັງ ແລະ ໃຊ້ພວກເຂົາໄປທີ່ເມືອງ ຢົບປາ.9ມື້ຕໍ່ມາເວລາປະມານທ່ຽງ, ຂະນະທີ່ພວກເຂົາເດີນທາງໃກ້ຈະຮອດເມືອງນັ້ນ, ເປໂຕຂຶ້ນໄປເທິງຫລັງຄາເຮືອນເພື່ອອະທິຖານ.10ທ່ານເລີ່ມຫິວ ແລະ ຕ້ອງການກິນອາຫານ, ແຕ່ໃນຂະນະທີ່ຜູ້ຄົນກຳລັງແຕ່ງກິນຢູ່ນັ້ນ, ທ່ານກໍໄດ້ຮັບນິມິດ,11ແລະທ່ານເຫັນທ້ອງຟ້າເປີດອອກ ແລະ ມີພາຊະນະໃສ່ເຄື່ອງ, ເລື່ອນຕ່ຳລົງມາເບິ່ງຄືກັບຜ້າແຜ່ນໃຫຍ່ລົງສູ່ພື້ນໂລກ, ມີເຊືອກສີ່ແຈຢ່ອນລົງມາ.12ໃນນັ້ນມີສັດສີ່ຕີນທຸກຊະນິດ ແລະສິ່ງທີ່ເລືອຄານຢູ່ພື້ນດິນ, ແລະນົກໃນຟ້າອາກາດ.13ແລ້ວມີພຣະສຸລະສຽງກ່າວກັບທ່ານວ່າ: "ເປໂຕ, ຈົ່ງລຸກຂຶ້ນ, ຈົ່ງຂ້າ ແລະ ກິນເຖີດ."14ແຕ່ເປໂຕກ່າວວ່າ, "ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ, ອົງພຣະຜູ້ເປັນເຈົ້າ; ເພາະວ່າຂ້າພະອົງບໍ່ເຄີຍກິນອາຫານສິ່ງໃດທີ່ບໍ່ສະອາດ ແລະ ບໍ່ບໍຣິສຸດ."15ແຕ່ມີພະສຸລະສຽງນັ້ນມາເຖິງທ່ານອີກເປັນເທື່ອທີສອງວ່າ: "ສິ່ງທີ່ພຣະເຈົ້າໄດ້ຊົງຊຳລະແລ້ວ, ຢ່າຖືວ່າເປັນມົນທິນ."16ເຫດການນີ້ເກີດຂຶ້ນເຖິງສາມຄັ້ງ; ແລ້ວພາຊະນະໃສ່ເຄື່ອງນັ້ນກໍຖືກນຳຂຶ້ນໄປເທິງທ້ອງຟ້າທັນທີ.17ຂະນະທີ່ເປໂຕຮູ້ສຶກສັບສົນຫລາຍກ່ຽວກັບນິມິດທີ່ທ່ານເຫັນວ່າມີຄວາມໝາຍແນວໃດ, ນີ້ແຫລະ, ພວກຄົນທີ່ໂກເນລີໂອໃຊ້ມາ ກໍຢືນຢູ່ໜ້າປະຕູຮົ້ວ, ຫລັງຈາກທີ່ພວກເຂົາໄດ້ຖາມຫາທາງທີ່ຈະມາເຮືອນນັ້ນ.18ພວກເຂົາຮ້ອງ ແລະ ຖາມວ່າຊີໂມນ, ທີ່ເອີ້ນວ່າເປໂຕ, ພັກຢູ່ທີ່ນີ້ຫລືບໍ.19ຂະນະທີ່ເປໂຕຍັງຄິດເຖິງກ່ຽວກັບນິມິດນັ້ນ, ພຣະວິນຍານບໍຣິສຸດເຈົ້າໄດ້ກ່າວກັບທ່ານວ່າ, "ເບິ່ງເຖີດ, ມີຊາຍສາມຄົນກຳລັງມາຫາທ່ານ.20ຈົ່ງລຸກຂຶ້ນ ແລະ ລົງໄປກັບພວກເຂົາເຖີດ. ຢ່າຊັກຊ້າ ເພາະວ່າເຮົາໃຊ້ພວກເຂົາມາ."21ເປໂຕຈຶ່ງລົງໄປຫາຄົນເຫລົ່ານັ້ນ ແລະເວົ້າວ່າ, "ຂ້າພະເຈົ້າແມ່ນຄົນທີ່ທ່ານກຳລັງຊອກຫາ. ພວກທ່ານມາເຮັດຫຍັງ?"22ພວກເຂົາກ່າວວ່າ, "ນາຍຮ້ອຍທີ່ຊື່ວ່າ ໂກເນລີໂອແມ່ນຜູ້ຊອບທຳ ແລະນະມັດສະການພຣະເຈົ້າ, ແລະເປັນທີ່ຮູ້ຈັກກັນດີໃນບັນດາຊົນຊາດຢິວ, ເທວະດາບໍຣິສຸດອົງໜຶ່ງຂອງພຣະເຈົ້າໄດ້ກ່າວແກ່ໂກເນລີໂອໃຫ້ມາເຊີນທ່ານໄປທີ່ເຮືອນ. ເພື່ອຈະສາມາດຟັງຖ້ອຍຄຳຂອງທ່ານ.23ເປໂຕຈຶ່ງເຊີນພວກເຂົາເຂົ້າມາທາງໃນ ແລະພັກຢູ່ກັບທ່ານ. ມື້ຕໍ່ມາເປໂຕກໍລຸກຂຶ້ນ ແລະໄປກັບພວກເຂົາ, ພີ່ນ້ອງບາງຄົນຈາກເມືອງຢົບປາ ກໍໄປກັບທ່ານດ້ວຍ.24ມື້ຕໍ່ມາ ພວກເຂົາໄດ້ມາຮອດເມືອງ ກາຍຊາເຣຍ. ໂກເນລີໂອກຳລັງຄອຍຖ້າພວກເຂົາຢູ່; ທ່ານໄດ້ເອີ້ນບັນດາຍາດພີ່ນ້ອງ ແລະ ໝູ່ສະຫນິດຂອງທ່ານມາເຕົ້າໂຮມກັນ.25ເມື່ອເປໂຕມາຮອດ, ໂກເນລີໂອໄດ້ເຫັນທ່ານ ແລະ ກົ້ມລົງຂາບຢູ່ທີ່ຕີນຂອງທ່ານເພື່ອທີ່ຈະນະມັດສະການທ່ານ.26ແຕ່ເປໂຕໄດ້ປະຄອງໂກເນລີໂອໃຫ້ຢືນຂຶ້ນ, ແລະກ່າວວ່າ, "ຈົ່ງຢືນຂຶ້ນເຖີດ! ຂ້າພະເຈົ້າກໍເປັນມະນຸດເຊັ່ນກັນ."27ໃນຂະນະທີ່ເປໂຕກຳລັງສົນທະນາກັບໂກເນລີໂອ, ເປໂຕກໍເຂົ້າມາທາງໃນ ແລະ ເຫັນຄົນຫລວງຫລາຍມາປະຊຸມຮ່ວມກັນ.28ທ່ານຈຶ່ງໄດ້ກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ຢູ່ວ່າ ການທີ່ຄົນຢິວຈະສົມທົບ ຫລື ຢ້ຽມຢາມຄົນຕ່າງຊາດຖືວ່າເປັນສິ່ງທີ່ຕ້ອງຫ້າມ. ແຕ່ພຣະເຈົ້າຊົງໂຜດໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຄວນເອີ້ນວ່າຄົນໃດຄົນໜຶ່ງບໍ່ສະອາດ ຫລື ບໍ່ບໍຣິສຸດ.29ນັ້ນແມ່ນເຫດຜົນທີ່ຂ້າພະເຈົ້າມາໂດຍບໍ່ຂັດຂ້ອງ, ເມື່ອພວກທ່ານໃຊ້ຄົນໄປເຊີນຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າຂໍຖາມເຫດຜົນໃດທີ່ທ່ານເຊີນຂ້າພະເຈົ້າມາ?"30ໂກເນລີໂອຈຶ່ງຕອບວ່າ, "ເມື່ອສີ່ມື້ທີ່ຜ່ານມາໃນເວລາປະມານນີ້, ຕອນບ່າຍສາມໂມງ ຂ້າພະເຈົ້າກຳລັງອະທິຖານຢູ່ໃນເຮືອນ; ແລະໄດ້ເຫັນ, ຊາຍຄົນໜຶ່ງນຸ່ງຊຸດສີຂາວທີ່ງົດງາມຢືນຢູ່ຕໍ່ໜ້າຂ້າພະເຈົ້າ.31ທ່ານຜູ້ນັ້ນກ່າວວ່າ, 'ໂກເນລິໂອ, ພຣະເຈົ້າຊົງໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ການໃຫ້ບໍລິຈາກແກ່ຄົນທຸກຍາກກໍເຮັດໃຫ້ພຣະເຈົ້າລະລຶກເຖິງທ່ານ.32ເພາະເຫດນັ້ນ ຈົ່ງໃຊ້ຄົນໄປທີ່ເມືອງ ຢົບປາ, ແລະ ເຊີນຊາຍຄົນໜຶ່ງຊື່ວ່າຊີໂມນທີ່ເອີ້ນວ່າເປໂຕມາຫາທ່ານ, ທ່ານອາໄສຢູ່ໃນເຮືອນຂອງຊ່າງຟອກຫນັງທີ່ຊື່ວ່າ ຊີໂມນ ຢູ່ແຄມຝັ່ງທະເລ.' "33ດັ່ງນັ້ນ ຂ້າພະເຈົ້າໄດ້ໃຊ້ຄົນມາຫາທ່ານ. ທ່ານເປັນຄົນໃຈດີທີ່ໄດ້ມາ. ບັດນີ້, ພວກເຮົາທຸກຄົນຢູ່ທີ່ນີ້ໃນສາຍຕາຂອງພຣະເຈົ້າ, ເພື່ອຟັງທຸກສິ່ງທີ່ທ່ານໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າໃຫ້ເວົ້າ." (ເມື່ອທ່ານມາເຖິງທ່ານຈະບອກ).34ແລ້ວເປໂຕກໍເລີ່ມກ່າວວ່າ, "ຂ້າພະເຈົ້າເຂົ້າໃຈ, ຢ່າງແທ້ຈິງວ່າ ພຣະເຈົ້າບໍ່ເຂົ້າຂ້າງຜູ້ໃດເລີຍ.35ແຕ່ວ່າ, ທຸກຄົນບໍ່ວ່າຊົນຊາດໃດກໍຕາມທີ່ຢຳເກງພຣະເຈົ້າ ແລະ ປະພຶດຄວາມຊອບທຳ ພຣະອົງກໍຊົງຍອມຮັບຜູ້ນັ້ນ.36ທ່ານຮູ້ວ່າຖ້ອຍຄຳທີ່ພຣະອົງມອບໃຫ້ກັບຄົນອິດຊະຣາເອັນ, ເມື່ອພຣະອົງຊົງປະກາດຂ່າວປະເສີດເລື່ອງສັນຕິສຸກໂດຍພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ—37ພວກທ່ານເອງກໍຮູ້ເຖິງເຫດການທີ່ເກີດຂຶ້ນ, ທົ່ວແຂວງຢູດາຍ, ເລີ່ມຕົ້ນໃນແຂວງກາລີເລ, ຫລັງຈາກທີ່ໂຢຮັນໄດ້ປະກາດການຮັບບັບຕິສະມານັ້ນ;38ເຫດການຕ່າງໆ ທີ່ກ່ຽວກັບພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ແລະການທີ່ພຣະເຈົ້າຊົງເຈີມພຣະອົງດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍຣິດເດດ. ພຣະອົງສະເດັດອອກໄປເຮັດຄວາມດີ ແລະ ປິ່ນປົວທຸກຄົນຜູ້ທີ່ຖືກຜີຮ້າຍບຽດບຽນ, ເພາະວ່າພຣະເຈົ້າຊົງສະຖິດກັບພຣະອົງ.39ຂ້າພະເຈົ້າຄືຜູ້ທີ່ເປັນພະຍານຂອງທຸກສີ່ງທີ່ພຣະອົງຊົງເຮັດ, ທັງໃນແຂວງຢູດາຍ ແລະ ໃນນະຄອນ ເຢຣູຊາເລັມ. ພຣະເຢຊູເຈົ້າອົງນີ້ແຫລະ ທີ່ພວກເຂົາຂ້າ ແລະ ແຂວນພຣະອົງໄວ້ເທິງຕົ້ນໄມ້,40ແຕ່ພຣະອົງນີ້ແຫລະ ທີ່ພຣະເຈົ້າຊົງໂຜດໃຫ້ເປັນຄືນມາຈາກຄວາມຕາຍໃນວັນທີສາມ ແລະຊົງໃຫ້ພຣະອົງປາກົດແຈ້ງ,41ບໍ່ໄດ້ຊົງສະແດງແກ່ທຸກຄົນ, ແຕ່ສະແດງຕໍ່ຜູ້ທີ່ເປັນພະຍານທີ່ພຣະເຈົ້າຊົງເລືອກໄວ້ລ່ວງໜ້າຄື—ພວກເຮົາເອງທີ່ໄດ້ຮັບກິນ ແລະ ດື່ມກັບພຣະອົງ ຫລັງຈາກທີ່ພຣະອົງຊົງເປັນຄືນມາຈາກຄວາມຕາຍແລ້ວ.42ພຣະອົງໄດ້ສັ່ງພວກເຮົາໃຫ້ອອກໄປປະກາດກັບປະຊາຊົນ ແລະ ເປັນພະຍານວ່າ ນີ້ຄືຜູ້ທີ່ພຣະເຈົ້າຊົງເລືອກໃຫ້ເປັນຜູ້ຈະຕັດສິນທັງຄົນເປັນແລະຄົນຕາຍ.43ບັນດາຜູ້ທຳນວາຍໄດ້ເປັນພະຍານເຖິງພຣະອົງ, ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບການຍົກໂທດບາບໂດຍທາງນາມຊື່ຂອງພຣະອົງ."44ຂະນະທີ່ເປໂຕຍັງກ່າວກ່ຽວກັບເລື່ອງນີ້ຢູ່, ພຣະວິນຍານບໍຣິສຸດເຈົ້າໄດ້ສະເດັດລົງມາສະຖິດກັບທຸກຄົນ ທີ່ຟັງຖ້ອຍຄຳຂອງທ່ານຢູ່.45ບັນດາຄົນໃນກຸ່ມຜູ້ທີ່ເຊື່ອ—ທີ່ເຂົ້າຮັບພິທີຕັດທຸກຄົນທີ່ມາກັບເປໂຕ—ກໍພາກັນປະຫລາດໃຈ, ເພາະວ່າຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ ໄດ້ເທລົງມາເທິງຄົນຕ່າງຊາດດ້ວຍ.46ພວກເຂົາໄດ້ຍິນພວກຕ່າງຊາດເຫລົ່ານີ້ເວົ້າພາສາຕ່າງໆ ແລະ ສັນລະເສີນພຣະເຈົ້າ. ເປໂຕຈຶ່ງກ່າວວ່າ,47"ໃຜຈະຫ້າມຄົນເຫລົ່ານີ້ທີ່ໄດ້ຮັບພຣະວິນຍານບໍຣິສຸດເຈົ້າ, ເຊັ່ນດຽວກັບພວກຂ້າພະເຈົ້າຈາກການບັບຕິສະມາດ້ວຍນ້ຳ?"48ແລ້ວເປໂຕຈຶ່ງສັ່ງໃຫ້ພວກເຂົາຮັບບັບຕິສະມາໃນນາມຊື່ຂອງພຣະເຢຊູຄຣິດເຈົ້າ. ຫລັງຈາກນັ້ນ ພວກເຂົາຈຶ່ງຂໍໃຫ້ເປໂຕຢູ່ກັບພວກເຂົາເປັນເວລາຫລາຍມື້.
1ພວກອັກຄະສາວົກ ແລະ ພີ່ນ້ອງທີ່ອາໄສຢູ່ໃນແຂວງ ຢູດາຍໄດ້ຍິນຂ່າວວ່າຄົນຕ່າງຊາດຍອມຮັບເອົາພຣະທັມຂອງພຣະເຈົ້າ.2ເມື່ອເປໂຕຂຶ້ນຮອດນະຄອນ ເຢຣູຊາເລັມແລ້ວ, ປະຊາຊົນທີ່ເຂົ້າໃນພິທີຕັດກໍຕິຕຽນເພິ່ນ;3ພວກເຂົາກ່າວວ່າ, "ທ່ານຄົບຫາກັບຜູ້ທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານຮ່ວມກັບພວກເຂົາ!"4ເປໂຕຈຶ່ງເລີ່ມຕົ້ນອະທິບາຍເລື່ອງນັ້ນໃຫ້ພວກເຂົາຟັງໂດຍລະອຽດ; ວ່າ,5ຂະນະທີ່ຂ້າພະເຈົ້າກຳລັງອະທິຖານຢູ່ເມືອງ ຢົບປາ, ຂ້າພະເຈົ້າໄດ້ເຫັນໃນນິມິດວ່າ ມີພາຊະນະໃສ່ເຄື່ອງເລື່ອນລົງມາ, ມີລັກສະນະເປັນແຜ່ນຂະຫນາດໃຫຍ່ ຢ່ອນລົງມາຈາກທ້ອງຟ້າໂດຍມີທັງສີ່ມຸມໄດ້ຢ່ອນລົງມາຫາຂ້າພະເຈົ້າ.6ເມື່ອຂ້າພະເຈົ້າແນມເບິ່ງ ແລະ ຄິດກ່ຽວກັບສິ່ງນີ້. ຂ້າພະເຈົ້າໄດ້ເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ, ແລະນົກໃນອາກາດ.7ແລ້ວຂ້າພະເຈົ້າໄດ້ຍິນພຣະສຸລະສຽງກ່າວກັບຂ້າພະເຈົ້າວ່າ, "ເປໂຕ, ຈົ່ງລຸກຂຶ້ນຂ້າກິນເຖີດ!"8ຂ້າພະເຈົ້າເວົ້າວ່າ, "ຢ່າໃຫ້ເປັນຢ່າງນັ້ນເລີຍ ອົງພຣະຜູ້ເປັນເຈົ້າ, ເພາະວ່າສິ່ງທີ່ບໍ່ສະອາດ ຫລື ບໍ່ບໍຣິສຸດບໍ່ເຄີຍເຂົ້າປາກຂ້າພະອົງເລີຍ."9ແຕ່ພຣະສຸລະສຽງນັ້ນກໍຕອບຈາກຟ້າອີກເທື່ອໜຶ່ງວ່າ, "ສິ່ງທີ່ພຣະເຈົ້າປະກາດຖືກຊຳລະແລ້ວ ຢ່າເອີ້ນວ່າມັນບໍ່ສະອາດ."10ສິ່ງນີ້ໄດ້ເກີດຂື້ນສາມເທື່ອ ແລ້ວທຸກຢ່າງກໍຖືກຮັບຂຶ້ນໄປເທິງຟ້າອີກເທື່ອໜຶ່ງ.11ໃນທັນໃດນັ້ນ ມີຊາຍສາມຄົນມາຢືນຢູ່ທີ່ໜ້າປະຕູເຮືອນທີ່ຂ້າພະເຈົ້າພັກອາໄສຢູ່; ພວກເຂົາຖືກສົ່ງມາຈາກເມືອງ ກາຍຊາເຣຍມາຫາຂ້າພະເຈົ້າ.12ພຣະວິນຍານຈຶ່ງສັ່ງໃຫ້ຂ້າພະເຈົ້າໄປກັບພວກເຂົາ, ແລ້ວຂ້າພະເຈົ້າກໍນຳພວກເຂົາໄປໂດຍບໍ່ລັງເລ. ພີ່ນ້ອງທັງຫົກຄົນນີ້ໄປກັບຂ້າພະເຈົ້າ, ແລະຂ້າພະເຈົ້າກໍເຂົ້າໄປໃນເຮືອນຂອງຊາຍຄົນນັ້ນ.13ຊາຍຄົນນັ້ນເລົ່າໃຫ້ຟັງວ່າ ທ່ານໄດ້ເຫັນເທວະດາຢືນຢູ່ໃນເຮືອນຂອງທ່ານຢ່າງໃດ ແລະ ກ່າວກັບທ່ານວ່າ, "ຈົ່ງໃຊ້ຄົນໄປທີ່ເມືອງ ຢົບປາ ແລະ ເຊີນຊີໂມນທີ່ເອີ້ນກັນວ່າເປໂຕມາ.14ລາວກ່າວຖ້ອຍຄຳກັບພວກທ່ານ ເພື່ອທີ່ພວກທ່ານຈະໄດ້ຮັບຄວາມພົ້ນ—ທັງທ່ານແລະຄອບຄົວຂອງທ່ານ."15ໃນຂະນະທີ່ຂ້າພະເຈົ້າເລີ່ມຕົ້ນເວົ້າ, ພຣະວິນຍານບໍຣິສຸດເຈົ້າກໍໄດ້ສະເດັດລົງມາສະຖິດກັບພວກເຂົາ, ຊຶ່ງຄືກັນກັບພວກເຮົາໃນຕອນເລີ່ມຕົ້ນ.16ຂ້າພະເຈົ້າຈື່ງລະລຶກເຖິງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ, ທີ່ພຣະອົງກ່າວວ່າ, "ໂຢຮັນໃຫ້ບັບຕິສະມາດ້ວຍນ້ຳ; ແຕ່ພວກທ່ານຈະໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ."17ແລ້ວຖ້າພຣະເຈົ້າໄດ້ມອບຂອງປະທານຢ່າງດຽວແກ່ພວກເຂົາຄືກັນກັບທີ່ພຣະອົງໄດ້ມອບໃຫ້ແກ່ພວກເຮົາ ເມື່ອພວກເຮົາເຊື່ອໃນອົງພຣະເຢຊູຄຣິດເຈົ້າ, ແລ້ວຂ້າພະເຈົ້າແມ່ນໃຜ, ທີ່ຈະຕໍ່ຕ້ານພຣະເຈົ້າໄດ້?”18ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ພວກເຂົາກໍບໍ່ມີຫຍັງທີ່ຈະກ່າວໄດ້, ພວກເຂົາຈຶ່ງສັນລະເສີນພຣະເຈົ້າວ່າ, "ພຣະເຈົ້າຊົງໄດ້ມອບການກັບໃຈໃຫມ່ ເພື່ອໃຫ້ມີຊີວິດແກ່ຄົນຕ່າງຊາດດ້ວຍ."19ບັນດາຄົນທີ່ກະຈັດກະຈາຍໄປ ເນື່ອງຈາກການຂົ່ມເຫັງທີ່ເລີ່ມຕົ້ນດ້ວຍການເສຍຊີວິດຂອງ ຊະເຕຟາໂນ ກໍໄດ້ແຜ່ລາມໄປເຖິງເມືອງ ໂຟນີເຊຍ, ເກາະໄຊປຣັດ, ແລະເມືອງ ອັນຕີໂອເຂຍ, ແຕ່ພວກເຂົາກ່າວຖ້ອຍຄຳກ່ຽວກັບພຣະເຢຊູຄຣິດເຈົ້າກັບຊາວຢິວເທົ່ານັ້ນ.20ບາງຄົນໃນພວກເຂົາແມ່ນ, ຊາວເກາະໄຊປຣັດ, ແລະ ຊາວກີເຣເນມາທີ່ເມືອງ ອັນຕິໂອເຂຍ ກໍໄດ້ບອກຂ່າວປະເສີດກ່ຽວກັບອົງພຣະເຢຊູຄຣິດເຈົ້າ. ກັບພວກເຂົາເປັນພາສາກຣີກດ້ວຍ,21ແລະພຣະຫັດຂອງອົງພຣະຜູ້ເປັນເຈົ້າຢູ່ກັບພວກເຂົາ; ຄົນຈໍານວນຫລາຍໄດ້ເຊື່ອ ແລະ ກັບມາຫາອົງພຣະຜູ້ເປັນເຈົ້າ.22ເລື່ອງນີ້ໄດ້ຍິນມາຮອດຫູຂອງຄຣິສຕະຈັກໃນນະຄອນ ເຢຣູຊາເລັມ, ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ.23ເມື່ອທ່ານມາຮອດ ແລະ ເຫັນຂອງປະທານຈາກພຣະເຈົ້າ, ທ່ານກໍຍິນດີ; ແລະທ່ານໄດ້ໜູນໃຈພວກເຂົາທຸກຄົນໃຫ້ໝັ້ນຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສຸດຈິດສຸດໃຈ.24ເພາະວ່າບາຣະນາບາເປັນຄົນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ຄວາມເຊື່ອ, ແລະ ຄົນຈຳນວນຫລວງຫລາຍກໍເພີ້ມເຂົ້າມາໃນອົງພຣະຜູ້ເປັນເຈົ້າ.25ບາຣະນາບາຈຶ່ງໄປຫາໂຊໂລທີ່ເມືອງຕາໂຊ.26ເມື່ອທ່ານເຫັນໂຊໂລແລ້ວ, ກໍພາທ່ານມາທີເມືອງອັນຕີໂອເຂຍ. ແລະທ່ານທັງສອງກໍປະຊຸມຮ່ວມກັບຄຣິສຕະຈັກນັ້ນຕະຫລອດທັງປີ ແລະ ສັ່ງສອນຄົນເປັນຈຳນວນຫລາຍ. ພວກສາວົກກໍໄດ້ມີຊື່ວ່າເປັນ ຄຣິສຕຽນ ຄັ້ງທຳອິດໃນເມືອງ ອັນຕີໂອເຂຍ.27ໃນເວລານັ້ນ ພວກຜູ້ທຳນວາຍຈາກນະຄອນ ເຢຣູຊາເລັມໄດ້ລົງມາທີ່ເມືອງອັນຕີໂອເຂຍ.28ຄົນໜຶ່ງໃນພວກເຂົາ, ທີ່ຊື່ວ່າ ອາຄະໂບ, ໄດ້ຢືນຂຶ້ນແລະທຳນວາຍໂດຍພຣະວິນຍານວ່າ ຈະເກີດມີຄວາມອຶດຢາກຄັ້ງຍິ່ງໃຫຍ່ຂຶ້ນໃນທົ່ວແຜ່ນດິນໂລກ. ເລື່ອງນີ້ໄດ້ເກີດຂຶ້ນໃນສະໄໝການປົກຄອງຂອງກະສັດ ກະລາວດີໂອ.29ດັ່ງນັ້ນ, ພວກສາວົກຈຶ່ງຕັດສິນໃຈກັນວ່າພວກເຂົາຈະບໍລິຈາກຕາມກຳລັງ, ແລະ ສົ່ງໄປຊ່ວຍເຫລືອພີ່ນ້ອງໃນແຂວງຢູດາຍ.30ພວກເຂົາກໍໄດ້ເຮັດຢ່າງນັ້ນ; ພວກເຂົາສົ່ງເງິນໄປໃຫ້ພວກຜູ້ປົກຄອງໂດຍຝາກກັບບາຣະນາບາ ແລະ ໂຊໂລ.
1ໃນເວລານັ້ນ ກະສັດເຮໂຣດໄດ້ຈັບກຸມບາງຄົນໃນຄຣິສຕະຈັກ ເພື່ອວ່າທ່ານຈະທໍາການທາລຸນບາງຄົນ.2ທ່ານຂ້າຢາໂກໂບທີ່ເປັນອ້າຍຂອງໂຢຮັນດ້ວຍດາບ.3ຫລັງຈາກທີ່ທ່ານເຫັນວ່າເລື່ອງນັ້ນເປັນທີ່ພໍໃຈຂອງພວກຢິວ, ທ່ານກໍສັ່ງໃຫ້ຈັບກຸມເປໂຕດ້ວຍ. ເຫດການເຫລົ່ານີ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.4ຫລັງຈາກທີ່ຈັບເປໂຕມາໄດ້ແລ້ວ, ກໍຂັງທ່ານໄວ້ໃນຄຸກ ແລະ ຈັດໃຫ້ມີທະຫານສີ່ໝູ່ ໝູ່ລະສີ່ຄົນຄຸມທ່ານໄວ້; ເຮໂຣດຕັ້ງໃຈທີ່ຈະພາເປໂຕອອກມາໃຫ້ປະຊາຊົນ ຫລັງຈາກເທດສະການປັດສະຄາແລ້ວ.5ດັ່ງນັ້ນເປໂຕຈຶ່ງຖືກຂັງໄວ້ໃນຄຸກ, ແຕ່ຄຣິສຕະຈັກໄດ້ ອະທິຖານເພື່ອທ່ານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າ.6ໃນຄືນນັ້ນກ່ອນເຖິງວັນທີ່ເຮໂຣດຈະພາເປໂຕອອກມາ, ເປໂຕກຳລັງນອນຫລັບຢູ່ລະຫວ່າງທະຫານສອງຄົນ, ຖືກລ່າມດ້ວຍໂສ້ສອງເສັ້ນ, ແລະມີພວກຍາມເຝົ້າເບິ່ງຢູ່ທີ່ຫນ້າປະຕູຄຸກ.7ໃນທັນໃດນັ້ນ, ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດຢູ່ຂ້າງໆເປໂຕ, ແລະມີແສງສະຫວ່າງສ່ອງລົງມາໃນຫ້ອງຂັງນັ້ນ, ເທວະດາອົງນັ້ນມາກະຕຸ້ນທີ່ສີ່ຂ້າງຂອງທ່ານໃຫ້ຕື່ນຂຶ້ນ ແລະກ່າວວ່າ, "ຈົ່ງລຸກຂຶ້ນໄວໆ," ໂສ້ນັ້ນກໍຫລຸດຕົກຈາກມືຂອງທ່ານ.8ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງແຕ່ງຕົວແລະສຸບເກີບ." ເປໂຕກໍປະຕິບັດຕາມ. ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງໃສ່ເສື້ອຄຸມ ແລະ ນຳຂ້າພະເຈົ້າມາ."9ເປໂຕຈຶ່ງນຳເທວະດາອົງນັ້ນອອກໄປ. ທ່ານບໍ່ຮູ້ວ່າສິ່ງທີ່ເທວະດາເຮັດນັ້ນເປັນຄວາມຈິງ. ທ່ານຄິດວ່າທ່ານກຳລັງເຫັນໃນນິມິດ.10ຫລັງຈາກທີ່ພວກທ່ານຍ່າງຜ່ານຄົນເຝົ້າຍາມຊັ້ນທີໜຶ່ງ ແລະ ຊັ້ນທີສອງໄປແລ້ວ, ພວກທ່ານກໍມາຮອດປະຕູເຫລັກທາງທີ່ເຂົ້າໄປໃນເມືອງ; ປະຕູບານນັ້ນກໍເປີດອອກເອງ. ພວກທ່ານຈຶ່ງອອກໄປ, ແລະຍ່າງໄປຕາມທາງ, ເທວະດາກໍຫາຍວັບໄປຈາກທ່ານ.11ເມື່ອເປໂຕຮູ້ສຶກຕົວແລ້ວ, ຈຶ່ງກ່າວວ່າ, “ຕອນນີ້ຂ້າພະເຈົ້າຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງໃຊ້ເທວະດາຂອງພຣະອົງໃຫ້ມາປ່ອຍຂ້າພະເຈົ້າໃຫ້ພົ້ນຈາກເງື່ອມມືຂອງເຮໂຣດ, ແລະ ຈາກຄວາມປອງຮ້າຍຂອງພວກຢິວ.”12ຫລັງຈາກທີ່ທ່ານຄິດໄດ້ຢ່າງນັ້ນແລ້ວ, ທ່ານກໍໄປທີ່ເຮືອນຂອງມາຣີ ແມ່ຂອງໂຢຮັນ, ຜູ້ທີ່ມີອີກຊື່ໜຶ່ງວ່າມາຣະໂກ, ຜູ້ທີ່ເຊື່ອຈຳນວນຫລາຍກຳລັງປະຊຸມອະທິຖານຢູ່ນຳກັນ.13ເມື່ອເປໂຕເຄາະປະຕູຊັ້ນນອກ, ສາວໃຊ້ຄົນໜຶ່ງຊື່ ໂຣດາ ກໍອອກມາຖາມ.14ເມື່ອນາງຈື່ໄດ້ວ່າເປັນສຽງຂອງເປໂຕ, ກໍຊື່ນຊົມຍິນດີຫລາຍ ແຕ່ແທນທີ່ຈະເປີດປະຕູໃຫ້; ນາງກັບແລ່ນເຂົ້າໄປໃນຫ້ອງ; ແລະບອກວ່າເປໂຕກຳລັງຢືນຢູ່ທີ່ປະຕູ.15ພວກເຂົາຈຶ່ງກ່າວກັບນາງວ່າ, “ເຈົ້າເປັນບ້າ.” ແຕ່ນາງກໍຢືນຢັນວ່າເປັນເຊັ່ນນັ້ນແທ້. ພວກເຂົາກ່າວວ່າ, “ນັ້ນເປັນເທວະດາປະຈຳຕົວຂອງທ່ານ.”16ແຕ່ເປໂຕກໍຍັງເຄາະປະຕູຕໍ່ໄປ, ແລ້ວເມື່ອພວກເຂົາເປີດປະຕູມາ, ເຫັນທ່ານກໍປະຫລາດໃຈ.17ເປໂຕຍົກມືໃຫ້ພວກເຂົາມິດ, ແລະທ່ານບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າຊົງພາທ່ານອອກມາຈາກຄຸກແບບໃດ. ທ່ານກ່າວວ່າ, “ຈົ່ງບອກເລື່ອງນີ້ກັບຢາໂກໂບ ແລະພວກພີ່ນ້ອງໃຫ້ຮູ້ນຳ.” ແລ້ວເພິ່ນກໍອອກໄປບ່ອນອື່ນ.18ເມື່ອເຖິງມື້ເຊົ້າມາ, ພວກທະຫານກໍພາກັນຕົກໃຈຢ່າງໃຫຍ່ກ່ຽວກັບສິ່ງທີ່ເກີດຂຶ້ນກັບເປເຕ.19ຫລັງຈາກທີ່ເຮໂຣດຊອກຫາເປໂຕບໍ່ເຫັນ, ທ່ານຈຶ່ງສອບຖາມພວກຄົນເຝົ້າຍາມ ແລະສັ່ງໃຫ້ປະຫານຊີວິດ. ແລ້ວທ່ານກໍລົງມາຈາກແຂວງຢູດາຍໄປທີ່ເມືອງກາຍຊາເຣຍ ແລະ ອາໄສຢູ່ທີ່ນັ້ນ.20ເຮໂຣດກໍເກີດມີຄວາມຄຽດແຄ້ນຕໍ່ຊາວເມືອງຕີເຣ ແລະ ຊາວຊີໂດນຫລາຍ. ຊາວເມືອງຈຶ່ງພາກັນໄປຫາທ່ານ. ພວກເຂົາໄດ້ກ້ຽວກ່ອມບຣາຊະໂຕ, ຜູ້ຮັບຜິດຊອບວັງຂອງກະສັດ, ໃຫ້ຊ່ວຍພວກເຂົາ. ພວກເຂົາຂໍໃຫ້ສ້າງມິດໄມຕີກັນ, ເພາະວ່າເມືອງຂອງພວກເຂົາຕ້ອງໄດ້ຮັບອາຫານຈາກເມືອງຂອງກະສັດອົງນັ້ນ.21ເມື່ອຮອດມື້ນັດໝາຍເຮໂຣດກໍນຸ່ງເຄື່ອງກະສັດ ແລະ ນັ່ງເທິງບັນລັງ; ທ່ານກ່າວຄໍາປາໄສຕໍ່ພວກເຂົາ.22ຜູ້ຄົນຮ້ອງຂຶ້ນວ່າ, “ນີ້ເປັນສຽງຂອງພະ, ບໍ່ແມ່ນສຽງຂອງມະນຸດ!”23ໃນທັນໃດນັ້ນ ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກໍເຮັດໃຫ້ທ່ານປ່ວຍເປັນພະຍາດຮ້າຍແຮງ, ເພາະວ່າທ່ານບໍ່ໄດ້ຖວາຍກຽດແດ່ພຣະເຈົ້າ; ແລ້ວທ່ານກໍຖືກໜອນກັດກິນ ແລະ ເສຍຊີວິດ.24ແຕ່ພຣະຄໍາຂອງພຣະເຈົ້າໄດ້ຈະເລີນຂຶ້ນ ແລະ ແຜ່ຂະຫຍາຍອອກໄປ.25ຫລັງຈາກບາຣະນາບາກັບໂຊໂລສຳເລັດພາລະກິດໃນນະຄອນ ເຢຣູຊາເລັມແລ້ວ, ພວກທ່ານກໍກັບຈາກທີ່ນັ້ນພາໂຢຮັນ, ທີ່ມີອີກຊື່ໜຶ່ງວ່າມາຣະໂກໄປນຳ.
1ເວລານັ້ນ ມີບາງຄົນທີ່ເປັນຜູ້ທໍານວາຍ ແລະ ອາຈານໃນຄຣິສຕະຈັກອັນຕີໂອເຂຍ, ພວກທ່ານຄື ບາຣະນາບາ, ຊີໂມນ (ທີ່ເອີ້ນວ່າ ນີເກີ), ລູກີໂອຊາວເມືອງກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູຂຶ້ນມາດ້ວຍກັນກັບເຮໂຣດເຈົ້າເມືອງ), ແລະ ໂຊໂລ.2ຂະນະທີ່ພວກທ່ານກໍາລັງນະມັດສະການອົງພະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, “ຈົ່ງຕັ້ງບາຣະນາບາກັບໂຊໂລໄວ້, ສໍາຫລັບວຽກນັ້ນທີ່ເຮົາເອີ້ນໃຫ້ພວກທ່ານເຮັດ.”3ຫລັງຈາກທີ່ພວກທ່ານຖືສິນອົດອາຫານ, ອະທິຖານ, ແລະ ວາງມືໃສ່ຕົວທ່ານທັງສອງແລ້ວ, ພວກເຂົາກໍສົ່ງທ່ານທັງສອງໄປ.4ດັງນັ້ນ ບາຣະນາບາ ແລະ ໂຊໂລ ກໍເຊື່ອຟັງພຣະວິນຍານບໍຣິສຸດເຈົ້າຈຶ່ງລົງໄປທີ່ເມືອງແຊລູເກຍ; ຈາກທີ່ນັ້ນພວກທ່ານໄດ້ລົງເຮືອໄປທີ່ເກາະໄຊປຮັດ.5ໃນຂະນະທີ່ພວກທ່ານຢູ່ໃນເມືອງຊາລາມີ, ພວກທ່ານປະກາດພຣະທັມຂອງພຣະເຈົ້າໃນທໍາມະສາລາຂອງຊາວຢິວ. ພວກທ່ານໄດ້ເຫັນໂຢຮັນທີ່ຊື່ມາຣະໂກເປັນຜູ້ຊ່ວຍດ້ວຍ.6ເມື່ອພວກທ່ານເດີນທາງໄປທົ່ວທັງເກາະຈົນມາຮອດເມືອງປາໂຟແລ້ວ, ພວກທ່ານໄດ້ພົບກັບຊາວຢິວຄົນໜຶ່ງເຊິ່ງເປັນຜູ້ມີເວດມົນ, ແລະ ເປັນຜູ້ທຳນວາຍປອມ, ທີ່ມີຊື່ວ່າບາຣະເຢຊູ.7ຜູ້ມີເວດມົນຄົນນີ້ເປັນໝູ່ກັບຜູ້ປົກຄອງເກາະ, ເຊຄີໂອໂປໂລ, ເຊິ່ງເປັນຄົນສະຫລາດຮອບຮູ້. ຊາຍຄົນນີ້ເຊີນບາຣະນາບາກັບໂຊໂລມາພົບ, ເພາະທ່ານຢາກຈະຟັງພຣະທັມຂອງພຣະເຈົ້າ.8ແຕ່ເອລີມາ “ຜູ້ມີເວດມົນ” (ນັ້ນເປັນຄຳແປຊື່ຂອງລາວ) ຂັດຂວາງທ່ານທັງສອງໄວ້; ລາວພະຍາຍາມບໍ່ໃຫ້ຜູ້ປົກຄອງເຊື່ອ.9ແຕ່ໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ທີ່ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ເພັ່ງຕາເບີ່ງເອລີມາ.10ແລ້ວກ່າວວ່າ, “ທ່ານລູກຂອງຜີຮ້າຍ, ທ່ານເຕັມໄປດ້ວຍອຸບາຍ ແລະ ຄວາມຊົ່ວຮ້າຍທຸກຢ່າງ. ທ່ານເປັນສັດຕູກັບຄວາມຊອບທັມທຸກຢ່າງ. ທ່ານຈະບໍ່ຢຸດບິດເບືອນຄວາມຈິງຂອງອົງພຣະຜູ້ເປັນເຈົ້າ, ຫລື?11ເບີ່ງເຖີດ, ພຣະຫັດຂອງອົງພຣະຜູ້ເປັນເຈົ້າຢູ່ເໜືອທ່ານ, ທ່ານຈະເປັນຄົນຕາບອດ. ທ່ານຈະເບິ່ງບໍ່ເຫັນແສງຕາເວັນໄປຊົ່ວໄລຍະໜຶ່ງ.” ໃນທັນໃດນັ້ນຄວາມມືດມົວກໍເກີດກັບ ເອລີມາ; ລາວຈື່ງຫລຽວໄປອ້ອມໆ ເພື່ອຂໍໃຫ້ຄົນຊ່ວຍຈູງລາວໄປ.12ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນ, ທ່ານກໍເຊື່ອ, ເພາະວ່າທ່ານປະຫລາດໃຈໃນຄໍາສອນກ່ຽວກັບອົງພຣະຜູ້ເປັນເຈົ້າ.13ແລ້ວໂປໂລກັບພວກຂອງທ່ານກໍລົງເຮືອເດີນທາງອອກຈາກເມືອງປາໂຟໄປທີ່ເມືອງເປກາໃນແຂວງປໍາຟີເລຍ. ແຕ່ໂຢຮັນໄດ້ຖິ້ມພວກທ່ານກັບໄປທີ່ນະຄອນ ເຢຣູຊາເລັມ.14ໂປໂລ ແລະ ພວກຂອງທ່ານໄດ້ເດີນທາງຈາກເມືອງເປກາ ມາຮອດເມືອງອັນຕິໂອເຂຍໃນແຂວງປີຊີເດຍ. ທີ່ນັ້ນພວກທ່ານໄດ້ເຂົ້າໄປໃນທໍາມະສາລາ ແລະ ນັ່ງລົງໃນວັນຊະບາໂຕ.15ຫລັງຈາກອ່ານພຣະບັນຍັດ ແລະ ຖ້ອຍຄໍາຂອງຜູ້ທໍານວາຍແລ້ວ, ບັນດາຜູ້ປົກຄອງທໍາມະສາລາກໍໃຊ້ຄົນໄປບອກກັບພວກທ່ານວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຖ້ອຍຄໍາໜູນໃຈໃຫ້ກັບຄົນທີ່ນີ້, ກໍຂໍໃຫ້ກ່າວເຖີດ.”16ໂປໂລກໍລຸກຂຶ້ນແລະຍົກມື; ທ່ານກ່າວວ່າ, “ທ່ານທັງຫລາຍຜູ້ເປັນຊົນຊາດອິດສະຣາເອນ ແລະ ທ່ານທັງຫລາຍທີ່ຢໍາເກັງພຣະເຈົ້າ, ຂໍຈົ່ງຟັງເຖີດ.17ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ໄດ້ຊົງເລືອກເອົາບັນພະບຸລຸດຂອງຂ້າພະເຈົ້າໄວ້ ແລະ ເຮັດໃຫ້ມີຈໍານວນຄົນຫລວງຫລາຍ ໃນຂະນະທີ່ອາໄສຢູ່ໃນແຜ່ນດິນຂອງປະເທດເອຢິບ, ແລະ ພຣະອົງຊົງນໍາພວກທ່ານອອກມາດ້ວຍພຣະຫັດອັນຊົງຣິດ.18ພຣະອົງຊົງຈັດຫາສິ່ງທີ່ຈໍາເປັນໃຫ້ກັບພວກທ່ານໃນຖິ່ນແຫ້ງແລ້ງກັນດານມາເປັນເວລາປະມານສີ່ສິບປີ.19ຫລັງຈາກທີ່ພຣະອົງໄດ້ທໍາລາຍເຈັດຊົນຊາດໃນດິນແດນ ການາອານແລ້ວ, ພຣະອົງກໍມອບແຜ່ນດິນຂອງຄົນເຫລົ່ານັ້ນໃຫ້ກັບຊົນຊາດຂອງພຣະອົງໃຫ້ເປັນມໍຣະດົກ.20ເຫດການທັງໝົດນີ້ ເກີດຂຶ້ນເມື່ອສີ່ຮ້ອຍຫ້າສິບປີມາແລ້ວ. ຫລັງຈາກນີ້, ພຣະເຈົ້າໄດ້ສົ່ງຜູ້ປົກຄອງມາປົກຄອງໃຫ້ແກ່ພວກເຂົາຈົນຮອດສະໄໝຂອງຜູ້ທໍານວາຍຊາມູເອນ.21ເວລານັ້ນ ປະຊາຊົນໄດ້ຮ້ອງຂໍໃຫ້ມີກະສັດ, ພຣະເຈົ້າຈຶ່ງຊົງໃຫ້ ໂຊນ ລູກຊາຍຂອງກີເຊ, ຈາກເຜົ່າເບນຢາມິນ, ໃຫ້ແກ່ພວກທ່ານເປັນກະສັດເປັນເວລາສີ່ສິບປີ.22ຫລັງຈາກທີ່ພຣະເຈົ້າປົດໂຊນອອກຈາກການເປັນກະສັດ, ພຣະອົງຊົງຕັ້ງດາວິດຂຶ້ນເປັນກະສັດຂອງພວກທ່ານ. ພຣະເຈົ້າກ່າວກ່ຽວກັບດາວິດວ່າ, 'ຂ້າພະເຈົ້າເຫັນວ່າ ດາວິດ ລູກຊາຍຂອງ ເຢຊີ ເປັນຄົນທີ່ຂ້າພະເຈົ້າຖືກໃຈທີ່ຈະເຮັດທຸກສິ່ງທີ່ຂ້າພະເຈົ້າປະສົງໃຫ້ລາວເຮັດ.'23ພຣະເຈົ້າປະທານພຣະຜູ້ຊ່ວຍໃຫ້ພົ້ນຂອງຊາວອິດສະຣາເອນ, ຄືພຣະເຢຊູຄຣິດເຈົ້າ, ຈາກເຊື້ອສາຍຂອງດາວິດຕາມທີ່ພຣະອົງຊົງສັນຍາໄວ້.24ເຫດການນີ້ໄດ້ເກີດຂຶ້ນ, ກ່ອນທີ່ພຣະເຢຊູຄຣິດເຈົ້າສະເດັດມາ, ໂຢຮັນໄດ້ປະກາດເຖີງບັບຕິສະມາ ທີ່ສະແດງເຖີງການກັບໃຈໃໝ່ຕໍ່ຊາວອິດສະລາເອນທຸກຄົນແລ້ວ.25ຂະນະທີ່ໂຢຮັນກໍາລັງສຳເລັດພາລະກິດຂອງທ່ານ, ທ່ານກ່າວວ່າ, 'ພວກທ່ານຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້ນັ້ນ. ແຕ່ຈົງຟັງເຖີດ, ຜູ້ທີ່ມາພາຍຫລັງຂ້າພະເຈົ້າ, ທີ່ຂ້າພະເຈົ້າບໍ່ສົມຄວນທີ່ຈະປົດສາຍເກີບອອກຈາກຕີນຂອງພຣະອົງ.'26ພີ່ນ້ອງທັງຫລາຍ, ທີ່ເປັນລູກຫລານຂອງເຊື້ອສາຍອັບຣາຮາມ, ແລະ ທຸກຄົນທີ່ຢູ່ທ່າມກາງພວກທ່ານທີ່ນັບຖືພຣະເຈົ້າ, ຖ້ອຍຄໍາແຫ່ງຄວາມລອດພົ້ນນີ້ໄດ້ສົ່ງມາເຖິງຂ້າພະເຈົ້າ.27ເພາະວ່າພວກຄົນທີ່ຢູ່ໃນນະຄອນ ເຢຣູຊາເລັມ, ແລະ ຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ຈັກພຣະອົງ, ແລະ ພວກເຂົາໄດ້ເຮັດໃຫ້ຖ້ອຍຄໍາຂອງທໍານວາຍທີ່ອ່ານສູ່ກັນຟັງໃນວັນຊະບາໂຕສໍາເລັດໂດຍການກ່າວໂທດພຣະອົງ.28ເຖີງແມ່ນວ່າພວກເຂົາບໍ່ໄດ້ພົບຄວາມຜິດປະການໃດທີ່ມີໂທດເຖິງຕາຍໃນພຣະອົງ, ພວກເຂົາຍັງຂໍຮ້ອງປີລາດໃຫ້ປະຫານພຣະອົງ.29ເມື່ອພວກເຂົາໄດ້ເຮັດທຸກສິ່ງໃຫ້ສໍາເລັດຕາມທີ່ຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍເອົາພຣະສົບລົງຈາກໄມ້ກາງແຂນ ແລະ ວາງພຣະສົບໄວ້ໃນອຸບມຸງ.30ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ.31ບັນດາຄົນທີ່ຢູ່ກັບພຣະອົງມາຈາກແຂວງຄາລີເລຈົນເຖິງນະຄອນ ເຢຣູຊາເລັມ. ຈຶ່ງໄດ້ເຫັນພຣະອົງເປັນເວລາຫລາຍວັນ ບັດນີ້ ຄົນເຫລົ່ານີ້ກໍຍັງໄດ້ເປັນພະຍານຂອງພຣະອົງຕໍ່ຜູ້ຄົນ.32ເຮົານໍາຂ່າວປະເສີດກ່ຽວກັບພຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າພະເຈົ້າ33ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີສອງວ່າ: 'ເຈົ້າເປັນບຸດຂອງເຮົາ, ມື້ນີ້ເຮົາເປັນບິດາຂອງເຈົ້າ.'34ແລ້ວຍັງກ່າວເຖິງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວດັ່ງນີ້ວ່າ: 'ເຮົາຈະໃຫ້ພຣະພອນອັນບໍຣິສຸດ ແລະ ໝັ້ນຄົງຂອງດາວິດແກ່ທ່ານ.'35ນີ້ຄືເຫດຜົນທີ່ທ່ານຍັງກ່າວໄວ້ໃນພຣະທໍາບົດເພັງສັນລະເສີນບົດອື່ນໆໄວ້ດ້ວຍວ່າ, 'ພຣະອົງຈະບໍ່ປ່ອຍໃຫ້ອົງບໍຣິສຸດຂອງພຣະອົງເປື່ອຍເນົ່າ.'36ເພາະວ່າຫລັງຈາກທີ່ດາວິດໄດ້ບົວລະບັດຕາມພຣະປະສົງຂອງພຣະເຈົ້າໃນຊ່ວງອາຍຸຂອງທ່ານແລ້ວ, ທ່ານກໍລ່ວງຫລັບໄປ; ແລະ ຖືກຝັງໄວ້ກັບບັນພະບູລຸດຂອງທ່ານແລ້ວກໍເປື່ອຍເນົ່າໄປ.37ແຕ່ພຣະອົງຜູ້ທີ່ພຣະເຈົ້າຊົງບັນດານໃຫ້ເປັນຄືນມາບໍ່ເປື່ອຍເນົ່າໄປ.38ເພາະສະນັ້ນ ພີ່ນ້ອງທັງຫລາຍ, ຂໍໃຫ້ພວກເຈົ້າເຂົ້າໃຈວ່າ, ໂດຍຊາຍຜູ້ນີ້ທີ່ປະກາດການຍົກໂທດຄວາມຜິດບາບໃຫ້ແກ່ທ່ານ.39ໂດຍພຣະອົງ ທຸກຄົນທີ່ເຊື່ອກໍຖືວ່າເປັນຄົນຊອບທໍາຈາກທຸກສິ່ງຕາມພຣະບັນຍັດຂອງໂມເຊເຮັດໃຫ້ພວກທ່ານເປັນຄົນຊອບທໍາບໍ່ໄດ້.40ເພາະສະນັ້ນ ຈົ່ງລະວັງໃຫ້ດີ ເພື່ອວ່າຖ້ອຍຄໍາຂອງຜູ້ທໍານວາຍໄດ້ກ່າວໄວ້ຈະບໍ່ເກີດຂຶ້ນກັບພວກທ່ານ:41“ຈົ່ງເບິ່ງເຖີດ, ທ່ານພວກຄົນທີ່ໝິ່ນປະໝາດ, ຈົ່ງປະຫລາດໃຈແລະຈິບຫາຍໄປ; ເພາະຂ້າພະເຈົ້າກໍາລັງເຮັດວຽກໃນວັນເວລາຂອງພວກທ່ານ, ວຽກງານທີ່ພວກທ່ານຈະບໍ່ເຊື່ອ, ແມ່ນວ່າຈະມີຄົນປະກາດກັບທ່ານ.”42ຂະນະທີ່ໂປໂລ ແລະ ບາຣະນາບາຈາກໄປ, ພວກທ່ານກໍອ້ອນວອນໃຫ້ທ່ານທັງສອງກ່າວຖ້ອຍຄໍາຢ່າງດຽວກັນອີກໃນວັນຊະບາໂຕຕໍ່ໄປ.43ເມື່ອການປະຊຸມໃນວັນຊະບາໂຕເລີກແລ້ວ, ພວກຢິວ ແລະ ຄົນທີ່ເຂົ້າຮີດຢິວທີ່ນັບຖືພຣະເຈົ້າຫລາຍຄົນກໍຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງໄດ້ໂອ້ລົມ ແລະໜູນໃຈໃຫ້ພວກເຂົາດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະເຈົ້າ.44ໃນວັນສະບາໂຕຕໍ່ມາ, ຄົນໃນເມືອງເກືອບທັງໝົດກໍມາປະຊຸມກັນເພື່ອທີ່ຈະຟັງພຣະທັມຂອງອົງພຣະຜູ້ເປັນເຈົ້າ.45ເມື່ອພວກຢິວເຫັນຝູງຊົນ, ພວກເຂົາກໍເຕັມດ້ວຍຄວາມອິດສາ ແລະ ເວົ້າຄັດຄ້ານຄໍາທີ່ໂປໂລເວົ້າ ແລະ ເວົ້າໝິ່ນປະໝາດທ່ານ.46ແຕ່ໂປໂລ ແລະ ບາຣະນາບາກ່າວດ້ວຍໃຈກ້າຫານວ່າ, “ເປັນສິ່ງຈໍາເປັນທີ່ຈະຕ້ອງກ່າວພຣະທັມຂອງພຣະເຈົ້າໃຫ້ພວກທ່ານຟັງກ່ອນ. ແຕ່ເມື່ອພວກທ່ານບໍຍອມຮັບ ແລະ ຕັດສິນໃຈຕົວເອງວ່າບໍ່ສົມຄວນທີ່ຈະໄດ້ຮັບຊີວິດນິລັນດອນ, ດັ່ງນັ້ນ, ພວກເຮົາກໍຈະໄປຫາຄົນຕ່າງຊາດ.47ເພາະວ່າອົງພຣະຜູ້ເປັນເຈົ້າ, ກ່າວສັ່ງຂ້າພະເຈົ້າວ່າ, ‘ເຮົາຕັ້ງເຈົ້າໄວ້ໃຫ້ເປັນແສງສະຫວ່າງສຳຫລັບຄົນຕ່າງຊາດ, ເພື່ອທ່ານຈະໄດ້ນຳຄວາມລອດພົ້ນໄປຈົນເຖິງທີ່ສຸດປາຍແຜນດິນໂລກ.’”48ເມືອຄົນຕ່າງຊາດໄດ້ຍິນດັ່ງນັ້ນ, ຕ່າງກໍຊືນຊົມຍິນດີ ແລະ ສັນລະເສີນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ. ຄົນຫລວງຫລາຍທີ່ໄດ້ຖືກເລືອກໄວ້ເພື່ອໃຫ້ໄດ້ຮັບຊີວິດນິລັນດອນກໍເຊື່ອ.49ພຣະທໍາຂອງອົງພຣະຜູ້ເປັນເຈົ້າກໍແຜ່ອອກໄປທົ່ວທັງຂົງເຂດນັ້ນ.50ແຕ່ພວກຢິວໄດ້ຕົວະຍົວະໃຫ້ບັນດາແມ່ຍິງທີ່ເປັນຄົນສຳຄັນ, ແລະ ນັບຖືພຣະເຈົ້າກັບພວກຜູ້ຊາຍທີ່ເປັນຜູ້ນໍາຂອງເມືອງນັ້ນ. ພວກເຂົາຕົວະຍົວະໃຫ້ມີການຂົ່ມເຫັງໂປໂລກັບບາຣະນາບາ ແລະ ຂັບໄລ່ທ່ານທັງສອງໃຫ້ອອກໄປຈາກເມືອງນັ້ນ.51ໂປໂລກັບບາຣະນາບາກໍສັ່ນຂີ້ຝຸ່ນອອກຈາກຕີນພວກທ່ານ. ແລ້ວພວກທ່ານທັງສອງກໍໄປທີ່ເມືອງອີໂກນີອົນ.52ແລະ ເຕັມດວ້ຍພຣະວິນຍານບໍຣິສຸດເຈົ້າ.
1ໃນເມືອງອີໂກນີອົນທີ່ໂປໂລ ແລະ ບາຣະນາບາພາກັນເຂົ້າໄປໃນທຳມະສາລາຂອງພວກຢິວ ແລະ ກ່າວກ່ຽວກັບທາງນັ້ນ ເຊິ່ງເຮັດໃຫ້ທັງພວກຢິວ ແລະ ພວກກຣີກຈຳນວນຫລາຍເຊື່ອ.2ແຕ່ພວກຢິວທີ່ບໍ່ເຊື່ອຟັງໄດ້ຕົວະຍົວະພວກຄົນຕ່າງຊາດ ໃຫ້ກຽດຊັງພວກພີ່ນ້ອງທີ່ເຊື່ອ.3ເຫດສະນັ້ນ ທ່ານທັງສອງຈຶ່ງອາໄສຢູ່ທີ່ນັ້ນດົນນານ, ປະກາດດ້ວຍໃຈກ້າຫານດ້ວຍຣິດອຳນາດຂອງອົງພຣະຜູ້ເປັນເຈົ້າ, ໃນຂະນະທີ່ພຣະອົງຊົງຮັບຮອງຖ້ອຍຄຳແຫ່ງພຣະຄຸນຂອງພຣະອົງ. ພຣະອົງຊົງເຮັດໂດຍປະທານໝາຍສໍາຄັນ ແລະ ການອັດສະຈັນດ້ວຍມືຂອງໂປໂລ ແລະ ບາຣະນາບາ.4ແຕ່ຊາວເມືອງນັ້ນໄດ້ແຍກອອກເປັນສອງພວກ: ບາງຄົນຢູ່ຝ່າຍພວກຢິວ, ແລະບາງຄົນຢູ່ຝ່າຍພວກອັກຄະສາວົກ.5ເມື່ອພວກຄົນຕ່າງຊາດ ແລະ ພວກຢິວພະຍາຍາມຕົວະຍົວະບັນດາຜູ້ປົກຄອງໃຫ້ຂົ່ມເຫັງ ແລະ ເອົາກ້ອນຫີນແກວ່ງໃສ່ໂປໂລ ແລະ ບາຣະນາບາ,6ທ່ານທັງສອງໄດ້ຮູ້ເຖິງເລື່ອງນີ້ ຈຶ່ງໜີໄປທີ່ເມືອງ ລີກາໂອເນຍ, ເມືອງລີຊະທາ, ແລະ ເມືອງເດຣະເບ, ແລະໃນເຂດແດນທີ່ຢູ່ໃກ້ຄຽງນັ້ນ.7ແລ້ວພວກທ່ານກໍປະກາດຂ່າວປະເສີດທີ່ນັ້ນ.8ໃນເມືອງລີຊະທາມີຊາຍຄົນໜຶ່ງນັ່ງຢູ່, ຕີນຂອງລາວບໍ່ມີແຮງ, ເຊິ່ງເປັນຄົນເປັ້ຍມາຕັ້ງແຕ່ເກີດ, ທີ່ຍັງບໍ່ເຄີຍຍ່າງເລີຍ.9ຊາຍຄົນນີ້ຟັງຖ້ອຍຄຳທີ່ໂປໂລເວົ້າ. ໂປໂລແນມເບິ່ງລາວ ແລະ ເຫັນວ່າມີຄວາມເຊື່ອພໍຈະໄດ້ຮັບການຮັກສາໃຫ້ຫາຍດີໄດ້.10ທ່ານຈຶ່ງບອກລາວດ້ວຍສຽງດັງວ່າ, “ຈົ່ງລຸກຂຶ້ນຢືນ.” ຊາຍຄົນນັ້ນກໍໂດດຂຶ້ນແລ້ວຍ່າງໄປອ້ອມໆ.11ເມື່ອຝູງຊົນເຫັນສິ່ງທີ່ໂປໂລເຮັດ, ພວກເຂົາຈິ່ງພາກັນຮ້ອງຂຶ້ນເປັນພາສາກີລີເກຍວ່າ, “ພວກພະໄດ້ແປງກາຍເປັນມະນຸດລົງມາຫາພວກເຮົາແລ້ວ”12ພວກເຂົາໃສ່ຊື່ໃຫ້ບາຣະນາບາວ່າ “ພະຊູດ,” ແລະເອີ້ນໂປໂລວ່າ, “ພະເຮຣະເມ,” ເພາະວ່າໂປໂລເປັນຄົນເວົ້າ.13ຝ່າຍປະໂລຫິດຂອງພະຊູດທີ່ມີວິຫານຕັ້ງຢູ່ນອກເມືອງນັ້ນ, ໄດ້ນຳງົວ ແລະ ພວງມະໄລທີ່ປະຕູເມືອງ; ລາວແລະປະຊາຊົນຕ້ອງການຈະຖວາຍເຄື່ອງບູຊາ.14ແຕ່ເມື່ອພວກອັກຄະສາວົກ, ບາຣະນາບາ ແລະ ໂປໂລໄດ້ຍິນເລື່ອງນີ້, ພວກທ່ານກໍຈີກເສື້ອຜ້າຂອງຕົນແລ້ວຟ້າວແລ່ນເຂົ້າໄປໃນຝູງຊົນ, ຮ້ອງຂຶ້ນວ່າ,15“ເປັນຫຍັງພວກທ່ານຈຶ່ງເຮັດເຊັ່ນນີ້?“ ຂ້າພະເຈົ້າກໍເປັນມະນຸດທີ່ມີຄວາມຮູ້ສຶກເຊັ່ນດຽວກັນກັບພວກທ່ານ. ຂ້າພະເຈົ້ານຳຂ່າວປະເສີດມາ, ເພື່ອໃຫ້ພວກທ່ານກັບໃຈຈາກສິ່ງທີ່ບໍ່ມີປະໂຫຍດເຫລົ່ານີ້ ແລະ ກັບໄປຫາພຣະເຈົ້າຜູ້ຊົງພຣະຊົນຢູ່, ຜູ້ຊົງສ້າງຟ້າສະຫວັນ, ແຜ່ນດິນໂລກ, ແລະທະເລ ແລະທຸກສິ່ງທີ່ມີຢູ່ໃນທີ່ເຫລົ່ານັ້ນ.16ໃນອະດີດທີ່ຜ່ານມາ, ພຣະອົງປ່ອຍໃຫ້ປະຊາຊາດຕ່າງໆ ປະຕິບັດຕາມທາງຂອງຕົນເອງ.17ແຕ່ພຣະອົງຊົງບໍ່ໃຫ້ພຣະອົງເອງຂາດພະຍານ, ໃນການທີ່ພຣະອົງຊົງເຮັດສິ່ງທີ່ດີ ແລະ ບັນດານຝົນຕົກຈາກທ້ອງຟ້າໃຫ້ພວກທ່ານ ແລະ ໃຫ້ມີຜົນລະປູກຕາມລະດູການ, ຊົງໂຜດໃຫ້ທ່ານອີ່ມດ້ວຍອາຫານການກິນ ແລະ ດ້ວຍຄວາມຍິນດີ.”18ເຖິງແມ່ນວ່າ ໂປໂລ ແລະ ບາຣະນາບາ ຈະກ່າວຖ້ອຍຄຳເຫລົ່ານີ້, ກໍບໍ່ສາມາດຫ້າມຝູງຊົນບໍ່ໃຫ້ມາຖວາຍເຄື່ອງບູຊາແກ່ພວກທ່ານໄດ້.19ພວກຢິວບາງຄົນມາຈາກເມືອງອັນຕີໂອເຂຍ ແລະ ເມືອງອີໂກນີອົມໄດ້ຊັກຊວນຝູງຊົນ. ພວກເຂົາເອົາກ້ອນຫີນແກວ່ງໃສ່ໂປໂລ ແລະ ລາກທ່ານອອກໄປນອກເມືອງ, ໂດຍຄິດວ່າທ່ານຕາຍແລ້ວ.20ແຕ່ພວກສາວົກໄດ້ຢືນອ້ອມເພິ່ນໄວ້, ທ່ານກໍລຸກຂຶ້ນແລ້ວເຂົ້າໄປໃນເມືອງ. ມື້ຕໍ່ມາທ່ານໄປທີ່ເມືອງ ເດຣະເບກັບບາຣະນາບາ.21ຫລັງຈາກທີ່ທ່ານທັງສອງໄດ້ປະກາດຂ່າວປະເສີດໃນເມືອງນັ້ນ ແລະ ເຮັດໃຫ້ຄົນຈໍານວນຫລາຍມາເປັນສາວົກ, ທ່ານທັງສອງກໍກັບຄືນໄປທີ່ເມືອງລີສະຕຣາ, ແລ້ວໄປທີ່ເມືອງ ອີໂກນີອົມ, ແລະເມືອງອັນຕີໂອເຂຍ.22ທ່ານທັງສອງເຮັດໃຫ້ຈິດໃຈຂອງພວກສາວົກເຂັ້ມແຂງຂຶ້ນ ແລະ ໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອ, ໂດຍກ່າວວ່າ, “ຂ້າພະເຈົ້າຕ້ອງອົດທົນຕໍ່ຄວາມທຸກຍາກລຳບາກຫລາຍປະການ ໃນການເຂົ້າໄປສູ່ຣາຊອານາຈັກຂອງພຣະເຈົ້າ.”23ເມື່ອທ່ານທັງສອງແຕ່ງຕັ້ງພວກຜູ້ປົກຄອງໃຫ້ກັບຄຣິສຕະຈັກໃນທຸກແຫ່ງແລ້ວ, ກໍອະທິຖານ ແລະ ຖືສິນອົດອາຫານ, ທ່ານທັງສອງພວກເຂົາໄວ້ກັບອົງພຣະຜູ້ເປັນເຈົ້າ, ທີ່ພວກເຂົາເຊື່ອຢູ່ນັ້ນ.24ແລ້ວທ່ານທັງສອງກໍເດີນທາງຜ່ານແຂວງປີຊີເດຍ ມາເຖິງແຂວງປຳຟີເລຍ.25ເມື່ອທ່ານທັງສອງກ່າວພຣະທຳໃນເມືອງເປກາແລ້ວ, ພວກທ່ານກໍລົງໄປທີ່ເມືອງ ອັດຕາເລຍ.26ຈາກທີ່ນັ້ນ ພວກທ່ານໄດ້ແລ່ນເຮືອມາທີ່ເມືອງອັນຕີໂອເຂຍ, ເຊີງເປັນເມືອງທີ່ມອບທ່ານທັງສອງໄວ້ໃນພຣະຄຸນຂອງພຣະເຈົ້າ ໃຫ້ເຮັດພາລະກິດນັ້ນທີ່ທ່ານທັງສອງໄດ້ເຮັດສຳເລັດແລ້ວ.27ເມື່ອທ່ານທັງສອງມາຮອດເມືອງ ອັນຕີໂອເຂຍ ແລະ ໄດ້ປະຊຸມຮ່ວມກັນໃນຄຣິສຕະຈັກ, ທ່ານທັງສອງໄດ້ເລົ່າເຖິງທຸກສິ່ງທີ່ພຣະເຈົ້າຊົງໄດ້ເຮັດກັບພວກທ່ານ, ແລະ ໃນການທີ່ພຣະອົງຊົງເປີດປະຕູແຫ່ງຄວາມເຊື່ອໃຫ້ກັບພວກຕ່າງຊາດ.28ພວກທ່ານອາໄສຢູ່ກັບພວກສາວົກເປັນເວລາດົນນານ.
1ບາງຄົນລົງໄດ້ມາຈາກແຂວງຢູດາຍ ເຖິງອັນຕີໂອກ ແລະ ໄດ້ສອນອ້າຍນ້ອງວ່າ, "ຖ້າພວກທ່ານບໍ່ເຂົ້າພິທີຕັດຕາມທຳນຽມຂອງໂມເຊພວກທ່ານຈະພົ້ນບໍ່ໄດ້."2ຊຶ່ງໄດ້ເຮັດໃຫ້ໂປໂລ ແລະບາຣະນາບາໄດ້ພະເຊີນໜ້າ ແລະ ໂຕ້ຖຽງກັບຄົນເຫລົ່ານັ້ນແລ້ວ. ດັ່ງນັ້ນໂປໂລ ແລະ ບາຣະນາບາ ແລະ ຄົນອື່ນໆບາງຄົນທ່າມກາງເຂົາ ຄວນຈະຂຶ້ນໄປກຸງເຢຣູຊາເລັມ ເພື່ອໄປພົບກັບບັນດາອັກຄະສາວົກ ແລະ ຜູ້ອາວຸໂສກ່ຽວກັບເລື່ອງນີ້.3ເພາະເຫດນີ້, ຄຣິສຕະຈັກຈຶ່ງສົ່ງທ່ານເຫລົ່ານັ້ນໄປ, ໃນຂະນະທີ່ເດີນທາງຜ່ານແຂວງໂຟນີເຊຍແລະ ແຂວງຊາມາເຣຍ ແລະໄດ້ປະກາດເລື່ອງລາວຂອງພວກຕ່າງຊາດ. ພວກເຂົາໄດ້ເຮັດໃຫ້ພີ່ນ້ອງທຸກຄົນຊື່ນຊົນຍິນດີເປັນຢ່າງຍິ່ງ.4ເມື່ອພວກເຂົາມາເຖິງກຸງເຢຣູຊາເລັມ, ຄຣິສຕະຈັກ ແລະພວກອັກຄະສາວົກ ແລະ ຜູ້ປົກຄອງກໍມາຕ້ອນຮັບທ່ານ ແລ້ວພວກທ່ານໄດ້ເລົ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງກະທຳຮ່ວມກັບພວກເພິ່ນ.5ແຕ່ມີບາງຄົນຢູ່ໃນພວກຟາຣີຊາຍຜູ້ທີ່ເຊື່ອ, ໄດ້ຢືນຂຶ້ນ ແລະ ກ່າວວ່າ "ມັນມີຄວາມຈຳເປັນທີ່ພວກເຂົາຕ້ອງເຂົ້າພິທີຕັດ ແລະ ເພື່ອສັ່ງພວກເຂົາໃຫ້ປະຕິບັດຕາມກົດບັນຍັດຂອງໂມເຊ."6ດັ່ງນັ້ນພວກອັກຄະສາວົກ ແລະ ຜູ້ປົກຄອງຈຶ່ງໄດ້ປະຊຸມກັນເພື່ອພິຈາລະນາໃນເລື່ອງນີ້."7ຫລັງຈາກທີ່ໄດ້ໂຕ້ຖຽງກັນມາຫລາຍແລ້ວ, ເປໂຕຈຶ່ງຢືນຂຶ້ນ ແລະ ກ່າວກັບພວກເຂົາວ່າ "ພີ່ນ້ອງທັງຫລາຍ, ພວກທ່ານຮູ້ຢູ່ແລ້ວວ່ານານມາແລ້ວ ພຣະເຈົ້າໄດ້ຊົງເລືອກ ຂ້າພະເຈົ້າທ່າມກາງພວກທ່ານ ເພື່ອທີ່ຈະໄດ້ກ່າວຖ້ອຍຄຳແຫ່ງຂ່າວປະເສີດໃຫ້ພວກຕ່າງຊາດຟັງ ແລະ ເຊື່ອ.8ພຣະເຈົ້າຊົງຮູ້ໃຈມະນຸດ, ໄດ້ຊົງເປັນພະຍານໃຫ້ເຂົາດ້ວຍປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ, ເໝືອນທີ່ຊົງປະທານໃຫ້ກັບພວກເຮົາ9ແລະ ພຣະອົງບໍ່ໄດ້ຖືວ່າມີຄວາມແຕກຕ່າງກັນລະວ່າງພວກເຮົາກັບພວກເຂົາ, ໃນການຊຳລະໃຈຂອງພວກເຂົາດ້ວຍຄວາມເຊື່ອ."10ເພາະສະນັ້ນ ບັດນີ້ເປັນຫຍັງພວກທ່ານຈຶ່ງທົດສອບພຣະເຈົ້າ, ໂດຍວາງພາລະອັນຫນັກໄວ້ເທິງຄໍຂອງພວກສາວົກ ເຊິ່ງບັນພະບູລຸດຂອງພວກເຮົາ ຫລື ພວກເຮົາແບກບໍ່ໄຫວບໍ?11ແຕ່ເຮົາເຊື່ອວ່າ ເຮົາຈະໄດ້ຮັບຄວາມພົ້ນໂດຍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ, ເຊັ່ນດຽວກັບພວກເຂົາ."12ຄົນທັງຫລາຍກໍມິດງຽບ ໃນຂະນະທີ່ພວກເຂົາຟັງບາຣານາບາ ແລະ ໂປໂລໄດ້ເລົ່າເລື່ອງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳທ່າມກາງຄົນຕ່າງຊາດໂດຍຜ່ານພວກເຂົາ.13ຫລັງຈາກທີ່ພວກເພິ່ນກ່າວຈົບແລ້ວ, ຢາໂກໂບຈຶ່ງໄດ້ກ່າວວ່າ " ພີ່ນ້ອງທັງຫລາຍຂໍຈົ່ງຟັງຂ້າພະເຈົ້າ,14ຊີໂມນໄດ້ບອກວ່າພຣະເຈົ້າຜູ້ຊົງພຣະຄຸນ ໄດ້ຊົງຊ່ວຍພວກຕ່າງຊາດຄັ້ງແລກ ເພື່ອທີ່ຈະນຳຊົນກຸ່ມໜຶ່ງອອກຈາກພວກເຂົາເພື່ອພຣະນາມຂອງພຣະອົງ.15ຖ້ອຍຄຳຂອງຜູ້ທຳນວຍກໍໄດ້ສອດຄ່ອງກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ວ່າ,16ພາຍຫລັງເຫດການເຫລົ່ານີ້, ເຮົາຈະກັບມາ ແລະເຮົາຈະສ້າງຫໍເຕັ້ນຂອງດາວິດ, ທີ່ພັງລົງຂຶ້ນມາໃໝ່ ເຮົາຈະຕັ້ງຂຶ້ນໃໝ່ ແລະ ຟື້ນຟູບ່ອນຫົກຫ້າງເພພັງຂອງມັນ,17ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພຣະຜູ້ເປັນເຈົ້າ, ຮ່ວມກັບພວກຕ່າງຊາດທັງໝົດ ທີ່ອອກນາມຂອງເຮົາ. '18ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງກ່າວ, ຜູ້ແຈ້ງເຫດການເຫລົ່ານີ້ ໃຫ້ຮູ້ຕັ້ງແຕ່ສະໄໝໂບຮານກ່າວໄວ້ຢ່າງນີ້.19ເພາະເຫດນີ້, ຕາມຄວາມເຫັນຂອງຂ້າພະເຈົ້າ, ເຮົາບໍ່ຄວນເຮັດຄວາມລຳບາກໃຫ້ແກ່ພວກຕ່າງຊາດທີ່ຫັນກັບມາຫາພຣະເຈົ້າ.20ແຕ່ໃຫ້ເຮົາຂຽນໄປເຖິງພວກເຂົາວ່າ ພວກເຮົາຕ້ອງເວັ້ນເສຍຈາກສິ່ງທີ່ເປັນມົນທິນຂອງຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ແລະຈາກການກິນເນື້ອສັດທີ່ຖືກຫັກຄໍຕາຍ, ແລະ ຈາກການກິນເລືອດ.21ຕັ້ງແຕ່ສະໄໝບູຮານ ອ່ານເລື່ອງຂອງໂມເຊໃນທຳມະສາລາທຸກວັນຊະບາໂຕ."22ຈາກນັ້ນພວກອັກຄະສາວົກ ແລະ ພວກຜູ້ອາວຸໂສ, ລວມທັງທຸກຄົນໃນຄຣິສຕະຈັກທັງໝົດ ກໍເຫັນຊອບທີ່ຈະເລືອກຢູດາທີ່ເອີ້ນວ່າບາຣາຊັບບາ, ແລະ ຊີລາ, ຜູ້ເປັນຄົນສຳຄັນຂອງຄຣິສຕະຈັກ, ແລະ ສົ່ງພວກເຂົາໄປຍັງເມືອງອັນທິໂອກພ້ອມກັບໂປໂລ ແລະ ບາຣານາບາ.23ພວກເຂົາໄດ້ຂຽນວ່າ: "ຈາກບັນດາທ່ານອັກຄະສາວົກ ແລະ ຜູ້ອາວຸໂສ, ພີ່ນ້ອງຂອງທ່ານ, ຈົນເຖິງພີ່ນ້ອງຊາວຕ່າງຊາດໃນເມືອງອັນທິໂອກ, ແຂວງຊີເຣຍ ແລະ ຊີລິເຊຍ: ສົ່ງຄຳທັກທາຍ!24ເຮົາໄດ້ຍິນມາວ່າ ມີຄົນບາງຄົນຈາກພວກເຮົາ, ທີ່ເຮົາບໍ່ໄດ້ໃຫ້ຄຳສັ່ງເຊັ່ນນັ້ນໄປ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ພວກທ່ານດ້ວຍຄຳສອນທີ່ເຮັດໃຫ້ຈິດວິນຍານຂອງພວກທ່ານໂສກເສົ້າ.25ເພື່ອຈະເປັນການດີ, ຕໍ່ພວກເຮົາທຸກຄົນຈຶ່ງເຫັນພ້ອມກັນທີ່ຈະເລືອກບາງຄົນ ແລະ ເພື່ອສົ່ງພວກເຂົາໄປຫາພວກທ່ານ ພ້ອມກັບບາຣານາບາແລະ ໂປໂລຜູ້ເປັນທີ່ຮັກຂອງເຮົາ,26ຄົນຜູ້ທີ່ຍອມສ່ຽງຊີວິດ ເພື່ອພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ.27ເພາະສະນັ້ນ ພວກເຮົາຈຶ່ງສົ່ງຢູດາ ກັບຊີລາມາ, ຜູ້ທີ່ຈະບອກເລື່ອງຄືກັນນີ້ກັບພວກທ່ານ ຕາມຄວາມເວົ້າຂອງພວກເຂົາ.28ເພາະຈະເປັນການດີຕໍ່ພຣະວິນຍານບໍຣິສຸດ ແລະ ຕໍ່ພວກເຮົາ, ທີ່ຈະບໍ່ວາງພາລະໜັກໄວ້ບົນພວກທ່ານເກີນກວ່າສິ່ງທີ່ຈຳເປັນເຫລົ່ານີ້:29ຄືໃຫ້ພວກທ່ານງົດເວັ້ນເສຍຈາກການກິນອາຫານທີ່ບູຊາຮູບເຄົາລົບ, ການກິນເລືອດ, ແລະ ການກິນສັດຕາຍທີ່ຖືກຮັດຄໍ ແລະ ການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້, ກໍຈະດີກັບພວກທ່ານ. ຂໍໃຫ້ເປັນສຸກເຖີດ"30ເມື່ອພວກເຂົາລາຈາກກັນແລ້ວ, ທ່ານເຫລົ່ານັ້ນກໍລົງມາເມືອງອັນທິໂອກ; ຫລັງຈາກທີ່ໄດ້ປະຊຸມກັບຄົນທັງປ່ວງແລ້ວ, ພວກເຂົາກໍມອບຈົດໝາຍສະບັບນັ້ນໃຫ້.31ເມື່ອພວກເຂົາໄດ້ອ່ານແລ້ວ, ພວກເຂົາກໍໄດ້ຊື່ນຊົນຍິນດີເພາະຄຳໜູນໃຈນັ້ນ.32ຢູດາກັບຊີລາ, ເປັນຜູ້ປະກາດດ້ວຍກ່າວຄຳໜູນໃຈ ພີ່ນ້ອງດ້ວຍຖ້ອຍຄຳຫລາກຫລາຍ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ.33ຫລັງຈາກທີ່ພວກເຂົາໃຊ້ເວລາຊ້ວງໜຶ່ງທີ່ນັ້ນ, ພວກພີ່ນ້ອງກໍສົ່ງທັງສອງກັບມາຫາຄົນເຫລົ່ານັ້ນທີ່ສົ່ງພວກທ່ານໄປດ້ວຍສັນຕິສຸກ.3435ແຕ່ໂປໂລ ແລະ ບາຣານາບາຍັງຄົງອາໄສຢູ່ໃນເມືອງອັນທິໂອເຂຍດ້ວຍກັນກັບຄົນອື່ນໆອີກຫລາຍຄົນ, ພວກເຂົາໄດ້ສັ່ງສອນ ແລະປະກາດພຣະທັມຂອງພຣະຜູ້ເປັນເຈົ້າ.36ຫລັງຈາກຫລາຍວັນຜ່ານໄປ ໂປໂລເວົ້າກັບບາຣານາບາວ່າ, "ໃຫ້ເຮົາກັບໄປກັນເທາະ ແລະ ຢ້ຽມຢາມອ້າຍນ້ອງໃນທຸກເມືອງ ບ່ອນທີ່ເຮົາໄດ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າ, ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ."37ບາຣານາບາ ຕ້ອງການພາໂຢຮັນທີ່ມີຊື່ວ່າມາຣະໂກໄປດ້ວຍ.38ແຕ່ໂປໂລຄິດວ່າ ບໍ່ຄວນພາມາຣະໂກໄປ ເພາະເຂົາໄດ້ປະຖິ້ມພວກເພິ່ນ ໃນແຂວງປຳຟີເລຍ ແລະ ບໍ່ໄດ້ໄປເຮັດວຽກກັບພວກທ່ານອີກ.39ແລ້ວມີການໂຕ້ຖຽງກັນຢ່າງຮຸນແຮງ, ຈົນພວກເຂົາຕ້ອງແຍກຈາກກັນ, ແລະ ບາຣານາບາ ຈຶ່ງໄດ້ພາມາຣະໂກລົງເຮືອໄປກັບເຂົາ ໄປຍັງເກາະໄຊປຣັດ.40ແຕ່ໂປໂລເລືອກຊີລາ ແລະ ອອກເດີນທາງໄປ, ຫລັງຈາກທີ່ເຂົາໄດ້ມອບທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າແລ້ວ.41ທ່ານກໍເຂົ້າໄປຜ່ານ ແຂວງຊີເຣຍ ກັບແຂວງກີລີເກຍ, ກ່າວຫນູນໃຈຄຣິສຕະຈັກໃຫ້ເຂັ້ມແຂງ.
1ໂປໂລມາຍັງເມືອງເດຣະເບ ກັບເມືອງລີສະຕຣາດ້ວຍ; ແລະຢູ່ທີ່ນີ້, ມີສາວົກຄົນໜຶ່ງຊື່ຕີໂມທຽວຢູ່ທີ່ນັ້ນ, ແມ່ຂອງເຂົາເປັນຜູ້ເຊື່ອຊາວຢິວ; ພໍ່ຂອງເຂົາເປັນຊາວກຣີກ.2ຕີໂມທຽວມີຊື່ສຽງດີໃນພີ່ນ້ອງທີ່ຢູ່ໃນເມືອງລີສະຕຣາ ແລະເມືອງອີໂກນີໂອມ.3ໂປໂລຕ້ອງການຕີໂມທຽວເດີນທາງໄປກັບທ່ານ; ດັ່ງນັ້ນທ່ານຈຶ່ງໃຫ້ເຂົາເຂົ້າພິທີຕັດ, ເພາະເຫັນແກ່ພວກຢິວທີ່ຢູ່ໃນເມືອງເຫລົ່ານັ້ນ, ເພາະພວກເຂົາທຸກຄົນຮູ້ວ່າພໍ່ຂອງເຂົາເປັນຊາວກຣີກ.4ຂະນະທີ່ພວກທ່ານເດີນທາງໄປຕາມເມືອງຕ່າງໆ, ໃນລະຫວ່າງທາງ ພວກທ່ານໄດ້ສົ່ງຄຳສັ່ງທີ່ພວກອັກຄະສາວົກແລະພວກຜູ້ປົກຄອງໃນກຸງເຢຣູຊາເລັມໄດ້ຂຽນໄວ້, ໃຫ້ແກ່ຄຣິສຕະຈັກທັງຫລາຍ ເພື່ອໃຫ້ພວກເຂົາປະຕິບັດຕາມ.5ເພາະເຫດນີ້ ຄຣິສຕະຈັກຈຶ່ງເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະມີຄົນເພີ່ມຂຶ້ນໃນທຸກໆວັນ.6ໂປໂລແລະພວກຂອງທ່ານເດີນທາງໄປທົ່ວເຂດແຂວງຟີເຄຍແລະແຂວງຄາລາເຕຍ, ເນື່ອງຈາກພຣະວິນຍານບໍລິສຸດເຈົ້າຊົງຫ້າມພວກທ່ານບໍ່ໃຫ້ປະກາດພຣະທຳໃນແຂວງເອເຊຍ.7ເມື່ອພວກທ່ານມາໃກ້ແຂວງມີເຊຍແລ້ວ, ພວກທ່ານກໍພະຍາຍາມເຂົ້າໄປຍັງແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູຊົງຍັບຍັ້ງພວກທ່ານໄວ້.8ດັ່ງນັ້ນ, ພວກທ່ານຈຶ່ງເດີນທາງຜ່ານແຂວງມີເຊຍລົງມາຍັງເມືອງໂທອາດ.9ໂປໂລໄດ້ເຫັນນິມິດໃນຕອນກາງຄືນ: ມີຊາຍຊາວມາເກໂດເນຍຄົນຫນຶ່ງຢືນຢູ່ທີ່ນັ້ນຮ້ອງທ່ານ, ແລ້ວກ່າວວ່າ, "ຂໍມາຊ່ວຍເຮົາໃນແຂວງມາເກໂດເນຍດ້ວຍ."10ເມື່ອໂປໂລເຫັນນິມິດນັ້ນແລ້ວ, ເຮົາກໍອອກເດີນທາງໄປຍັງແຂວງມາເກໂດເນຍທັນທີ, ຕາມທີ່ພຣະເຈົ້າຊົງຮ້ອງເຮົາໄປປະກາດຂ່າວປະເສີດກັບຄົນເຫລົ່ານັ້ນ.11ເມືອງໂທອາດມຸ່ງຕົງໄປຍັງເມືອງຊາໂມທາເກ, ແລະວັນຮຸ່ງຂຶ້ນ ເຮົາກໍມາເຖິງເມືອງເນອາໂປລີ, ແລະວັນຕໍ່ມາກໍເຖິງເມືອງ ເນອາໂປລີ.12ຈາກທີ່ນັ້ນ ເຮົາກໍເດີນທາງໄປຍັງເມືອງຟີລິບປອຍ, ເປັນເມືອງທີ່ສຳຄັນທີ່ສຸດໃນເຂດແຂວງມາເກໂດເນຍ, ແລະເມືອງຂຶ້ນຂອງຊາວໂຮມ, ເຮົາຈຶ່ງອາໄສຢູ່ໃນເມືອງນີ້ເປັນເວລາຫລາຍວັນ.13ໃນວັນຊະບາໂຕ ເຮົາອອກໄປທີ່ປະຕູເມືອງທີ່ຢູ່ແຄມແມ່ນ້ຳ, ທີ່ເຮົາຄິດວ່າຈະມີສະຖານທີ່ສຳລັບອະທິຖານ. ເຮົາຈຶ່ງນັ່ງສົນທະນາກັບພວກຜູ້ຍິງທີ່ພາກັນມາ.14ຜູ້ຍິງຄົນໜຶ່ງຊື່ລີເດຍ, ເປັນຄົນຂາຍຜ້າສີມ້ວງທີ່ມາຈາກເມືອງທົວເຕຣາ, ເປັນຜູ້ທີ່ຢຳເກງພຣະເຈົ້າໄດ້ຟັງເຮົາຢູ່, ອົງພຣະຜູ້ເປັນເຈົ້າ, ໄດ້ເປີດໃຈຂອງນາງໃຫ້ສົນໃຈຖ້ອຍຄຳທີ່ໂປໂລເວົ້າ.15ເມື່ອນາງແລະຄອບຄົວຂອງນາງຮັບບັບຕິສະມາ, ແລ້ວນາງກໍຂໍຮ້ອງເຮົາວ່າ, "ຖ້າພວກທ່ານເຫັນຂ້າພະເຈົ້າເປັນຄົນສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າແລ້ວ, ຂໍເຊີນພວກທ່ານມາທີ່ບ້ານຂອງຂ້າພະເຈົ້າແລະພັກຢູ່ທີ່ນັ້ນເຖີດ." ແລະນາງກໍຊັກຊວນພວກເຮົາ.16ຕໍ່ມາຂະນະທີ່ກຳລັງໄປຍັງທີ່ສຳລັບອະທິຖານແຫ່ງໜຶ່ງ, ມີຍິງສາວຄົນໜຶ່ງມີວິນຍານໝໍດູເຂົ້າສິງໄດ້ມາພົບກັບເຮົາ ນາງເຮັດໃຫ້ພວກເຈົ້ານາຍຂອງນາງໄດ້ເງິນຢ່າງຫລວງຫລາຍໂດຍການທຳນວາຍ.17ຜູ້ຍິງຄົນນີ້ເດີນຕາມໂປໂລກັບເຮົາໄປ, ຮ້ອງຂຶ້ນວ່າ, "ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ. ທ່ານເຫລົ່ານີ້ມາປະກາດທາງແຫ່ງຄວາມຮອດພົ້ນໃຫ້ກັບພວກທ່ານ."18ນາງເຮັດແບບນີ້ເປັນເວລາຫລາຍມື້. ຈົນໂປໂລຮູ້ສຶກລຳຄານນາງຫລາຍ, ຈຶ່ງຫັນໄປສັ່ງກັບວິນຍານນັ້ນວ່າ, "ຂ້າສັ່ງເຈົ້າໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ໃຫ້ອອກໄປຈາກນາງດຽວນີ້." ແລ້ວວິນຍານຊົ່ວນັ້ນກໍອອກໄປທັນທີ.19ເມື່ອພວກເຈົ້ານາຍຂອງນາງເຫັນວ່າໝົດຫວັງທີ່ຈະໄດ້ເງິນອີກແລ້ວ, ພວກເຂົາຈຶ່ງຈັບໂປໂລກັບສີລາ ແລະລາກມາຍັງທີ່ວ່າການເມືອງຢູ່ຕໍ່ໜ້າພວກເຈົ້າໜ້າທີ່.20ເມື່ອເຂົາໄດ້ພານາງທັງສອງມາເຖິງເຈົ້າໜ້າທີ່ປົກຄອງແລ້ວກ່າວວ່າ, "ຄົນເຫລົ່ານີ້ເປັນພວກຢິວ, ແລະກຳລັງເຮັດຄວາມຫຍຸ້ງຍາກໃຫ້ກັບເມືອງນີ້.21ພວກເຂົາສັ່ງສອນສິ່ງທີ່ຕ້ອງຫ້າມສຳຫລັບເຮົາ ທີ່ເປັນຊາວໂຣມທີ່ບໍ່ຄວນຈະຮັບຫລືປະຕິບັດເລີຍ."22ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ; ສ່ວນພວກເຈົ້າໜ້າທີ່ປົກຄອງກໍຈີກເສື້ອຜ້າຂອງທ່ານທັງສອງອອກ ແລະ ສັ່ງໃຫ້ຂ້ຽນພວກທ່ານດ້ວຍໄມ້.23ເມື່ອພວກເຂົາໄດ້ຂ້ຽນພວກທ່ານໄປຫລາຍທີ, ພວກເຂົາກໍຈັບທ່ານທັງສອງເຂົ້າໄປໃນຄຸກ ແລະ ໄດ້ອອກຄຳສັ່ງໃຫ້ນາຍຄຸກໃຫ້ເບິ່ງຢ່າງເຂັ້ມງວດ.24ຫລັງຈາກໄດ້ຮັບຄຳສັ່ງ, ນາຍຄຸກກໍຈັບພວກເຂົາໄປຂັງໄວ້ໃນຄຸກຊັ້ນໃນ ແລະເອົາຕີນຂອງພວກເຂົາໃສຂື່ໄມ້ໃຫ້ແໜ້ນ.25ເວລາປະມານທ່ຽງຄືນ ຂະນະໂປໂລກັບຊີລາອະທິຖານ ແລະຮ້ອງເພງສັນລະເສີນພຣະເຈົ້າ, ແລະພວກນັກໂທດຄົນອື່ນໆ ກຳລັງຟັງຢູ່.26ໃນທັນໃດນັ້ນກໍເກີດແຜ່ນດິນໄຫວຢ່າງຮຸ່ນແຮງຈົນຮາກຖານຄຸກສະເທືອນ; ແລະປະຕູຄຸກກໍເປີດອອກທຸກບານ, ໂຊ້ກໍຫລຸດອອກຈາກທຸກຄົນ.27ນາຍຄຸກກໍຕື່ນຂຶ້ນມາເບິ່ງເຫັນປະຕູຄຸກເປີດອອກ; ເຂົາຊັກດາບຂຶ້ນມາເພື່ອຈະຂ້າຕົວຕາຍ, ເພາະຄິດວ່ານັກໂທດໜີໄປໝົດແລ້ວ.28ແຕ່ໂປໂລກໍຮ້ອງສຽງດັງວ່າ, "ຢ່າທຳຮ້າຍຕົວເອງເລີຍ ເພາະທຸກຄົນຍັງຢູ່ທີ່ນີ້."29ນາຍຄຸກຈຶ່ງຮ້ອງໃຫ້ຈຸດໄຟມາແລ້ວຮີບເຂົ້າໄປໃນຄຸກເຄົ່າລົງ, ຕົວສັ່ນ, ດ້ວຍຄວາມຍ້ານຕໍ່ໜ້າໂປໂລກັບສີລາ,30ພາທ່ານທັງສອງອອກມາ ແລ້ວກ່າວວ່າ, "ທ່ານເຈົ້າຂ້າ, ຂ້າພະເຈົ້າຕ້ອງເຮັດສິ່ງໃດຈະໄດ້ຮັບຄວາມຮອດພົ້ນໄດ້?"31ທ່ານທັງສອງກ່າວວ່າ, "ຈົ່ງເຊື່ອໃນອົງພຣະເຢຊູເຈົ້າ, ແລ້ວທ່ານຈະລອດພົ້ນທັງທ່ານແລະຄອບຄົວຂອງທ່ານ."32ທ່ານທັງສອງຈຶ່ງກ່າວພຣະທຳຂອງອົງພຣະຜູ້ເປັນເຈົ້າ, ໃຫ້ນາຍຄຸກກັບທຸກຄົນທີ່ມາຢູ່ຮ່ວມໃນບ້ານຂອງເຂົາຟັງ.33ໃນຊົ່ວໂມງດຽວກັນຂອງຄືນນັ້ນ, ນາຍຄຸກໄດ້ພາທ່ານທັງສອງໄປລ້າງບາດແຜ, ແລ້ວເຂົາທຸກຄົນໃນຄອບຄົວກໍຮັບບັບຕິສະມາທັນທີ.34ເຂົາພາໂປໂລກັບຊີລາໄປຍັງທີ່ບ້ານຂອງເຂົາ ແລ້ວຈັດອາຫານມາລ້ຽງພວກທ່ານ, ເຂົາກັບທຸກຄົນໃນຄອບຄົວຊື່ນຊົມຍິນດີ, ເພາະພວກເຂົາທຸກຄົນເຊື່ອໃນພຣະເຈົ້າແລ້ວ.35ເມື່ອເຖິງວັນຮຸ່ງຂຶ້ນ, ພວກເຈົ້າໜ້າທີປົກຄອງຈຶ່ງໃຊ້ຄົນມາບອກພວກຍາມວ່າ, "ຈົ່ງປ່ອຍຄົນເຫລົ່ນນັ້ນໄປ."36ນາຍຄຸກຈຶ່ງບອກຖ້ອຍຄຳເຫລົ່ານັ້ນແກ່ໂປໂລວ່າ, "ເຈົ້າໜ້າທີປົກຄອງໃຊ້ຄົນມາບອກຂ້າພະເຈົ້າໃຫ້ປ່ອຍຕົວທ່ານທັງສອງໄປ: ເພາະສະນັ້ນ ຂໍໃຫ້ພວກທ່ານອອກມາ, ແລະໄປດ້ວຍສັນຕິສຸກເຖີດ."37ແຕ່ໂປໂລບອກກັບພວກເຂົາວ່າ, "ພວກເຂົາຂ້ຽນເຮົາ ທີ່ເປັນຄົນສັນຊາດໂຣມຕໍ່ໜ້າຄົນທັງຫລາຍ ແລະ ຈັບເຮົາຂັງໄວ້ໃນຄຸກ ແລະຕອນນີ້ ພວກເຂົາຈະໄລ່ເຮົາອອກໄປຢ່າງປິດລັບບໍ? ເຮັດຢ່າງນັ້ນບໍ່ໄດ້ ຂໍໃຫ້ພວກເຂົາມາພາເຮົາອອກໄປເອງເຖີດ"38ແລ້ວພວກຍາມຈຶ່ງລາຍງານຖ້ອຍຄຳເຫລົ່ນນີ້ຕໍ່ເຈົ້າໜ້າທີ່ປົກຄອງ ພວກເຈົ້າໜ້າທີ່ປົກຄອງກໍຢ້ານ ເມື່ອໄດ້ຍິນໂປໂລກັບສີລາເປັນຊາວໂຣມ39ພວກເຈົ້າໜ້າທີ່ປົກຄອງຈຶ່ງມາຂໍຮ້ອງທ່ານທັງສອງອອກຈາກຄຸກແລ້ວ ພວກເຂົາກໍໍຂໍໂປໂລກັບສີລາອອກຈາກເມືອງໄປ.40ໂປໂລກັບສີລາອອກຈາກຄຸກແລ້ວ ກໍມາທີ່ບ້ານຂອງລີເດຍ. ເມື່ອໂປໂລກັບຊີລາໄດ້ພົບກັບພີ່ນ້ອງແລ້ວ, ທ່ານທັງສອງກ່າວໜູນໃຈພວກເຂົາ ແລ້ວເດີນທາງອອກຈາກເມືອງນັ້ນ.
1ເມື່ອໂປໂລກັບຊີລາເດີນທາງຜ່ານເມືອງອຳຟີໂປລີ ແລະເມືອງອາໂປໂລນີ, ທ່ານທັງສອງກໍມາເຖິງເມືອງເທສະໂລນິກ, ທີ່ນັ້ນມີທຳມະສາລາຂອງພວກຢິວ.2ໂປໂລ, ຈຶ່ງເຂົ້າໄປໃນທຳມະສາລາທີ່ເຮັດເປັນປະຈຳ, ແລະ ທ່ານໄດ້ສົນທະນາໂຕ້ຕອບກັບພວກເຂົາຈາກພຣະຄຳພີເປັນເວລາສາມວັນຊະບາໂຕ.3ທ່ານເປີດພຣະຄຳພີ ແລະອະທິບາຍວ່າ ຈຳເປັນທີ່ພຣະຄຣິດຕ້ອງທົນທຸກ ແລະເປັນຂຶ້ນມາຈາກຄວາມຕາຍ ທ່ານກ່າວວ່າ, "ພຣະເຢຊູອົງນີ້ທີ່ຂ້ານ້ອຍປະກາດກັບທ່ານຄືພຣະຄຣິດ."4ພວກຢິວບາງຄົນເຫັນດ້ວຍ ແລະ ເຂົ້າຮ່ວມກັບໂປໂລ ແລະຊີລາ, ຮ່ວມທັງຊາວກຮີກທີ່ນັບຖືພຣະເຈົ້າ, ແລະ ສະຕຣີທີ່ເປັນຄົນສຳຄັນຫລາຍຄົນ ແລະ ຜູ້ຄົນຈຳນວນຫລວງຫລາຍ.5ແຕ່ພວກຢິວໄດ້ຄິດເຫິງສາ, ໄປຄົບຄິດກັບຄົນພານຕາມຕະຫລາດ ຮວບຮວມກັນມາຢ່າງຫລວງຫລາຍກໍ່ການອົນລະຫົນວຸ້ນວາຍຂຶ້ນໃນເມືອງ, ແລ້ວເຂົ້າບຸກລຸກເຮືອນຂອງຢາໂຊນ ພະຍາຍາມຈະນຳເອົາທັງສອງອອກມາໃຫ້ປະຊາຊົນ.6ເມື່ອບໍ່ພົບເຂົາຈິ່ງລາກເອົາຢາໂຊນກັບພີ່ນ້ອງລາງຄົນໄປຫາຜູ້ປົກຄອງເມືອງນັ້ນ ແລະຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນພວກຂວ້ຳໂລກມະນຸດໄດ້ມາທີ່ນີ້.7ແລ້ວຢາໂຊນໄດ້ຮັບຕ້ອນເຂົາໄວ້ ແລະ ບັນດາຄົນເຫລົ່ານີ້ໄດ້ເຮັດຜິດຕໍ່ຂໍ້ດຳລັດຂອງກາຍຊາ ໂດຍກ່າວວ່າ, “ມີກະສັດອີກອົງໜຶ່ງຄືເຢຊູ."8ດ້ວຍຂໍ້ຄວາມນັ້ນພວກຢິວໄດ້ເຮັດໃຫ້ປະຊາຊົນກັບພວກຜູ້ປົກຄອງຮ້ອນໃຈຂຶ້ນ.9ແຕ່ຫລັງຈາກທີພວກເຂົາຮ້ອງຄ່າປະກັນຕົວຈາກຢາຊົນແລະຄົນອື່ນໆ ແລ້ວກໍປ່ອຍພວກເຂົາໄປ.10ຄືນນັ້ນ ພວກພີ່ນ້ອງຈຶ່ງສົ່ງໂປໂລກັບຊີລາໄປຍັງເມືອງເບເຣຍ. ເມື່ອທ່ານທັງສອງໄປເຖິງທີ່ນັ້ນ, ພວກທ່ານກໍເຂົ້າໄປໃນທຳມະສາລາຂອງພວກຢິວ.11ພວກຢິວເຫລົ່ານີ້ມີຈິດໃຈສູງກວ່າພວກຢິວໃນເມືອງເທສະໂລນິກ, ເພາະເຂົາພ້ອມຮັບພຣະເຈົ້າດ້ວຍສຸດໃຈ, ແລະ ຄົ້ນເບິ່ງພຣະຄຳພີທຸກວັນ ເພື່ອທີ່ຈະເບິ່ງຂໍ້ຄວາມເຫລົ່ານີ້ເປັນເຊັ່ນນັ້ນຫລື.12ດ້ວຍເຫດນີ້ ຈຶ່ງມີຫລາຍຄົນໃນພວກເຂົາເຊື່ອ, ຮ່ວມທັງພວກສະຕຣີມີສັກ ແລະຜູ້ຊາຍຊາວກຣີກອີກຫລາຍຄົນ.13ແຕ່ເມື່ອພວກຢິວໃນເມືອງເທສະໂລນິກຮູ້ວ່າ ໂປໂລໄດ້ປະກາດສັ່ງສອນພຣະທັມຂອງພຣະເຈົ້າທີເມື່ອງເບເຣຍ, ພວກເຂົາຈຶ່ງໄປທີ່ນັ້ນແລະຍຸຍົງແລະເຮັດໃຫ້ຝູງຊົນວຸ້ນວາຍໃຈ.14ພວກພີ່ນ້ອງຈຶ່ງສົ່ງໂປໂລອອກໄປທາງທະເລທັນທີ, ແຕ່ຊີລາກັບໂມທຽວຍັງຢູ່ທີ່ນັ້ນ.15ພວກຄົນທີ່ໄປສົ່ງໂປໂລເຫລົ່ານັ້ນກໍພາທ່ານໄປຍັງເມືອງອາແຖນ, ໃນຂະນະພວກເຂົາຈະລະໂປໂລໄວ້ທີ່ນັ້ນ ພວກເຂົາກໍຄຳສັ່ງຈາກຊີລາກັບໂມທຽວໃຫ້ຮີບໄປຫາທ່ານໂດຍໄວເທົ່າທີ່ຈະໄປໄດ້.16ຂະນະທີ່ໂປໂລລໍຖ້າພວກເຂົາຢູ່ໃນກຸງອາແທນ, ວິນຍານຂອງເພິ່ນກໍຮຸ່ມຮ້ອນຢູ່ພາຍໃນ ເມື່ອເພິ່ນເບິ່ງເຫັນກຸງນັ້ນເຕັມໄປດ້ວຍຮູບເຄົາລົບ.17ດັ່ງນັ້ນ ເພິ່ນຈຶ່ງສົນທະນາໂຕ້ຕອບກັບພວກຢິວ ແລະບັນດາຄົນທີ່ນັບຖືພຣະເຈົ້າ, ໃນທຳມະສາລານັ້ນ ແລະ ຄົນເຫລົ່ານັ້ນທີ່ທ່ານພົບໃນຕະຫລາດທຸກວັນດ້ວຍ.18ມີນັກປາດລາງຄົນໃນພວກເອປີກູຣຽວແລະໃນພວກສະໂຕອີໂກໄດ້ມາພົບທ່ານ ລາງຄົນກ່າວວ່າ, “ຄົນເກັບເລັມຄວາມຮູ້ຜູ້ນີ້ຢາກ ເວົ້າອັນໃດ” ລາງຄົນກ່າວວ່າ “ເໝືອນເປັນຜູ້ປະກາດພະຕ່າງດ້າວ” ເພາະໂປໂລປະກາດຂ່າວປະເສີດ ເລື່ອງພຣະເຢຊູແລະການຄືນມາຈາກຕາຍ.19ພວກເຂົາຈຶ່ງພາໂປໂລໄປຍັງສະພາອາເລໂອປາໂຂ, ແລ້ວກ່າວວ່າ, "ເຮົາຮູ້ຂໍຄຳສອນໃໝ່ທີ່ທ່ານກ່າວຢູ່ໄດ້ຫລືບໍ່?20ເພາະທ່ານນຳເລື່ອງປະລາດມາເຖິງຫູເຮົາ. ເພາະສະນັ້ນ, ເຮົາຈຶ່ງຢາກຮູ້ວ່າເລື່ອງລາວເຫລົ່ານີ້ມີໝາຍຄວາມວ່າຢ່າງໃດ."21(ຊາວເມືອງອາແຖນ ແລະຄົນຕ່າງແດນທີ່ອາໄສຢູ່ທີ່ນັ້ນ ບໍ່ໃຊ້ເວລາເຮັດກັບສິ່ງອື່ນໃດ ນອກຈາກຈະກ່າວ ຫລືຟັງສິ່ງໃໝ່ໆ.)22ໂປໂລຈຶ່ງຢືນຂຶ້ນກາງສະພາອາເລໂອປາໂຂ ແລ້ວກ່າວວ່າ, "ທ່ານທັງຫລາຍທີ່ເປັນຊາວອາແຖນ, ຂ້າພະເຈົ້າເຫັນວ່າພວກທ່ານເປັນຄົນປະຕິບັດສາດສະນາໃນທຸກດ້ານ.23ເພາະຂະນະທີ່ຂ້າພະເຈົ້າເດີນໄປຕາມທາງແລະໄດ້ສັງເກດສິ່ງທີ່ພວກທ່ານນະມັດສະການ, ຂ້າພະເຈົ້າພົບທ່ອນໜຶ່ງທີມີຄຳຈາລຶກໄວ້ວ່າ, "ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ." ເພາະສະນັ້ນ ຂ້າພະເຈົ້າຈຶ່ງມາປະກາດພວກທ່ານເຖິງສິ່ງທີ່ທ່ານນະມັດສະການດ້ວຍຄວາມບໍ່ຮູ້.24ແຕ່ເນື່ອງຈາກພຣະອົງຊົງເປັນອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ, ຜູ້ບໍ່ໄດ້ຊົງສະຖິດໃນພຣະວິຫານທີ່ສ້າງດ້ວຍມືມະນຸດ.25ພຣະອົງບໍ່ຕ້ອງມີມືມະນຸດມາປົ່ນນິບັດຮັບໃຊ້ລາວກັບວ່າພຣະອົງຊົງປະສົງສິ່ງໃດ, ເພາະພຣະອົງເອງເປັນຜູ້ປະທານຊີວິດແລະລົມຫາຍໃຈແກ່ຄົນທັງປ່ວງແລະສິ່ງສາລະພັດ.26ພຣະອົງຊົງສ້າງທຸກຊົນຊາດມາຈາກຊາຍຄົນດຽວໃຫ້ມີຊີວິດໃຫ້ຢູ່ທົ່ວພື້ນແຜ່ນດິນໂລກ, ຜູ້ຊົງກຳນົດລະດູການແລະເຂດແດນໃຫ້ພວກເຂົາອາໄສຢູ່,27ເພາະເຫດນີ້ ພວກເຂົາຈຶ່ງຄວນສະແຫວງຫາພຣະເຈົ້າ, ເພື່ອທີ່ພວກເຂົາອາດຈະເຂົ້າໄປເຖິງແລະພົບພຣະອົງ. ອັນທີຈິງແລ້ວ ພຣະອົງບໍ່ໄດ້ຊົງຢູ່ຫ່າງໄກຈາກຄົນໃດໃນພວກເຮົາເລີຍ.28ເພາະເຮົາມີຊີວິດແລະເຄື່ອນໄຫວໃນພຣະອົງ, ດັ່ງທີ່ນັກແຕ່ງກອນໃນພວກທ່ານໄດ້ກ່າວວ່າ, 'ເພາະເຮົາທັງຫລາຍເປັນເຊື້ອສາຍຂອງພຣະອົງ.'29ດ້ວຍເຫດນີ້ ເມື່ອເຮົາເປັນເຊື້ອສາຍຂອງພຣະເຈົ້າ, ເຮົາກໍບໍ່ຄວນຄິດວ່າຄວາມເປັນພຣະເຈົ້າເປັນເໝືອນກັບທອງຄຳຫລືເງິນ, ຫລື ກ້ອນຫີນ ທີ່ສ້າງຂຶ້ນຈາກສິນລະປະແລະຄວາມຄິດຂອງມະນຸດ.30ເພາະສະນັ້ນ ພຣະເຈົ້າຈຶ່ງບໍ່ຊົງຖືໂທດໃນເວລາທີ່ມະນຸດຂາດຄວາມຮູ້, ແຕ່ບັດນີ້ ພຣະເຈົ້າຊົງບັນຊາໃຫ້ມະນຸດທຸກຄົນທົ່ວທຸກແຫ່ງໃຫ້ກັບໃຈໃໝ່.31ເພາະພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ແລ້ວເປັນເວລາທີ່ພຣະອົງຈະຊົງພິພາກສາໂລກໃນຄວາມຊອບທຳ. ໂດຍຄົນທີ່ພຣະອົງທີ່ເລືອກໄວ້ແລ້ວ ພຣະເຈົ້າຊົງຮັບຮອງຊາຍຄົນຕໍ່ໜ້າທຸກຄົນ ໂດຍການໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ.32ເມື່ອຊາວອາແທນໄດ້ຍິນເລື່ອງລາວຂອງການເປັນຂຶ້ນຈາກຄວາມຕາຍ, ບາງຄົນກໍຫົວຂວັນໂປໂລ; ແຕ່ບາງຄົນກ່າວວ່າ, "ເຮົາຈະຟັງທ່ານກ່າວເລື້ອງນີ້ອີກ."33ຫລັງຈາກນັ້ນ, ໂປໂລກໍຈາກພວກເຂົາໄປ.34ແຕ່ມີຊາຍບາງຄົນເຂົ້າຮ່ວມກັບໂປໂລແລະເຊື່ອ, ຮ່ວມທັງດີໂອນີຊີໂອ ສະມາຊິກສະພາອາເຣໂອປາໂກ, ກັບຜູ້ຍິງຄົນໜຶ່ງຊື່ ດາມາຣີ, ແລະຄົນອື່ນໆ ທີ່ຢູ່ກັບພວກເຂົາ.
1ຫລັງຈາກເຫດການເຫລົ່ານັ້ນ ໂປໂລກໍອອກຈາກກຸງອາແຖນໄປຍັງເມືອງໂກຣິນໂທ.2ທີ່ນັ້ນທ່ານໄດ້ພົບກັບຊາວຢິວຄົນໜຶ່ງຊື່ ອາກີລາ, ທີ່ເກີດໃນແຂວງປົນໂຕ ຜູ້ທີ່ຫາມາຈາກປະເທດອິດຕາລີ ກັບເມຍຂອງເພິ່ນຊື່ປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ມີຄຳສັ່ງໃຫ້ພວກຊາວຢິວທັງໝົດອອກໄປຈາກກຸງໂຣມ ແລ້ວໂປໂລໄດ້ມາຫາພວກເຂົາ.3ໂປໂລໄດ້ອາໄສ, ແລະ ເຮັດວຽກງານກັບພວກເຂົາ, ເພາະພວກເຂົາເຮັດວຽກງານຢ່າງດຽວກັນ, ພວກເຂົາເປັນຊ່າງເຮັດຜ້າເຕັນ.4ໂປໂລສົນທະນາໂຕ້ຕອບກັນໃນທຳມະສາລາທຸກວັນສະບາໂຕ. ທ່ານຊັກຊວນທັງພວກຢິວແລະພວກກຣີກໃຫ້ເຊື່ອ.5ແຕ່ເມື່ອຊີລາກັບຕີໂມທຽວກັບມາຈາກແຂວງມາເກໂດເນຍແລ້ວ, ພຣະວິນຍານບໍລິສຸດກໍກ່າວສັ່ງໃຫ້ໂປໂລເປັນພະຍານກັບພວກຢິວວ່າພຣະເຢຊູຄືພຣະຄຣິດ.6ເມື່ອພວກຢິວຕໍ່ຕ້ານ ແລະກ່າວຄຳຢາບຊ້າຕໍ່ທ່ານ, ແລະ ໂປໂລກໍສະບັດເສື້ອຜ້າຂອງທ່ານໄປທີ່ພວກເຂົາກ່າວວ່າ, "ໂທດທີ່ທ່ານຕ້ອງຕາຍນັ້ນ ທ່ານເອງຕ້ອງຮັບຜິດຊອບ; ຂ້າພະເຈົ້າບໍ່ມີໂທດແລ້ວ. ຕັ້ງແຕ່ນີ້ໄປ ຂ້າພະເຈົ້າຈະໄປຫາພວກຕ່າງຊາດ."7ເມື່ອທ່ານຈາກທີ່ນັ້ນໄປແລ້ວ ກໍໄປທີ່ບ້ານຂອງຊາຍຄົນໜຶ່ງຊື່ຕີໂຢຢູຊະໂຕ, ເປັນຄົນທີ່ນັບຖືພຣະເຈົ້າ. ບ້ານຂອງເຂົາຕິດກັບທຳມະສາລາ.8ກີສະໂປ, ເປັນຜູ້ນຳທຳມະສາລາ, ກັບທັງຄົວເຮືອນຂອງທ່ານໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ; ຊາວໂກຣິນໂທຫລາຍຄົນທີ່ຟັງຄຳຂອງໂປໂລກໍເຊື່ອ ແລະຮັບບັບຕິສະມາ.9ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂປໂລທາງນິມິດໃນຄືນນັ້ນວ່າ, "ຢ່າຢ້ານເລີຍ ແຕ່ຈົ່ງກ່າວຕໍ່ໄປ ຢ່າງມິດງຽບ.10ເພາະເຮົາຢູ່ກັບເຈົ້າ, ບໍ່ມີໃຜຈະພະຍາຍາມທຳຮ້າຍເຈົ້າໄດ້, ເພາະເຮົາມີຄົນຫລວງຫລາຍໃນເມືອງນີ້."11ໂປໂລອາໄສຢູ່ທີ່ນັ້ນ, ແລະສອນພຣະທັມຂອງພຣະເຈົ້າໃຫ້ກັບພວກເຂົາເປັນເວລາໜຶ່ງປີຫົກເດືອນ.12ແຕ່ເມື່ອຄາລີໂອໄດ້ເປັນຜູ້ສຳເລັດລາດສະການແຂວງອະຂາຢາ, ພວກຢິວກໍຮ່ວມຕົວກັນຂຶ້ນຕໍ່ສູ້ໂປໂລ ແລະນຳທ່ານໄປທີ່ສານ;13ພວກເຂົາກ່າວວ່າ, "ຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ນັບຖືພຣະເຈົ້າໃນທາງທີ່ຜິດກົດໝາຍ."14ເມື່ອໂປໂລກຳລັງຈະອອກປາກ ຝ່າຍຄາລີໂອນກໍກ່າວແກ່ຊາວຢິວວ່າ, “ໂອ ຊາວຢິວທັງຫລາຍ, ຖ້າເປັນເລື່ອງການຜິດຫລືການຊົ່ວຊ້າປະການໃດປະການໜຶ່ງ ສົມຄວນເຮົາຈະອົດຟັງພວກທ່ານ.15ແຕ່ຖ້າເປັນການໂຕ້ຖຽງກັນເຖິງເລື່ອງຖ້ອຍຄວາມກັບຊື່ຕ່າງ ແລະພຣະບັນຍັດຂອງພວກທ່ານແລ້ວ ກໍໃຫ້ເປັນທຸລະຂອງພວກທ່ານເອງ ຝ່າຍເຮົາບໍ່ຢາກເປັນຜູ້ຕັດສີນໃນເລື່ອງຢ່າງນັ້ນ.”16ຄາລີໂອຈຶ່ງໄລ່ພວກເຂົາອອກຈາກສານ.17ແລ້ວເຂົາພາກັນຈັບໂຊຊະເທນນາຍໂຮງທຳໄປຂ້ຽນຕີຕໍ່ໜ້າສານ ສ່ວນຄາລີໂອນກໍບໍ່ເຂົ້າຫຍຸ້ງກ່ຽວກັບການນັ້ນຈັກຢ່າງ.18ຫລັງຈາກໂປໂລ, ພັກອາໄສຢູ່ທີ່ນັ້ນອີກຫລາຍວັນ ກໍລາພວກພີ່ນ້ອງລົງເຮືອໄປຍັງແຂວງຊີເຣຍກັບປີຊະກີລາ. ກ່ອນທີ່ທ່ານຈະອອກຈາກທ່າເຮືອເມືອງເກັນເຂໄອໄປ, ທ່ານໄດ້ແຖຫົວເພາະທ່ານໄດ້ບະບົນຕົວໄວ້.19ໂປໂລກໍປະປິຊະກີລາກັບອາກີລາໄວ້ທີ່ນັ້ນ, ແຕ່ຕົວທ່ານເອງໄດ້ເຂົ້າໄປໃນທຳມາສາລາແລະສົນທະນາໂຕ້ຕອບກັບຢິວ.20ເມື່ອຄົນເຫລົ່ານັ້ນຂໍຮ້ອງໃຫ້ໂປໂລຢູ່ຕໍ່ໄປອີກ, ທ່ານກໍບໍ່ຍອມ.21ແຕ່ຂະນະທີ່ຈະຈາກເຂົາໄປ ທ່ານກ່າວວ່າ, "ຂ້າພະເຈົ້າຈະກັບມາຫາພວກທ່ານອີກ ຖ້າຫາກເປັນພຣະປະສົງຂອງພຣະເຈົ້າ." ແລ້ວທ່ານກໍລົງເຮືອອອກໄປຈາກເມືອງເອເຟໂຊ.22ເມື່ອໂປໂລມາເຖິງເມືອງກາຍຊາເຣຍ, ທ່ານກໍຂຶ້ນໄປທັກທາຍຄຣິສຕະຈັກເຢຣູຊາເລັມ ແລ້ວລົງໄປຍັງເມືອງອັນຕີໂອເຂຍ.23ຫລັງຈາກໃຊ້ເວລາທີ່ນັ້ນໄລຍະໜຶ່ງ, ໂປໂລກໍໄດ້ອອກເດີນທາງໄປທົ່ວເຂດແດນແຂວງຄາລາເຕຍແລະຟີເຄຍ ແລະກ່າວຄຳໜູນໃຈພວກສາວົກທຸກຄົນ.24ມີຊາວຢິວຄົນໜຶ່ງຊື່ ອາໂປໂລ, ເກີດໃນເມືອງອາເລັກຊັນເດຍໄດ້ມາທີ່ເມືອງເອເຟໂຊ. ທ່ານເປັນຄົນມີໂວຫານດີແລະຊ່ຳນານຫລາຍໃນເລື່ອງພຣະຄຳພີ.25ອາໂປໂລໄດ້ຮັບການສອນຈາກຄຳສອນຂອງອົງພຣະຜູ້ເປັນເຈົ້າ. ມີຈິດໃຈກະຕືລືລົ້ນທ່ານກ່າວແລະສອນໃນເລື່ອງກ່ຽວກັບພຣະເຢຊູໄດ້ຢ່າງຖືກຕ້ອງ, ແຕ່ທ່ານຮູ້ພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ.26ອາໂປໂລເວົ້າຢ່າງກ້າຫານໃນທຳມາສາລາ. ແຕ່ເມື່ອປີຊະກີລາແລະອາກີລາໄດ້ຟັງທ່ານແລ້ວ, ທ່ານທັງສອງຈຶ່ງຜູກມິດກັບອາໂປໂລ ແລະອະທິບາຍເລື່ອງລາວໃນທາງຂອງພຣະເຈົ້າໃຫ້ຖືກຍິ່ງຂຶ້ນ.27ເມື່ອທ່ານຕັດສີນໃຈຈະຂ້າມໄປຍັງແຂວງອະຂາຢາ ພວກພີ່ນ້ອງໄດ້ໜູນໃຈທ່ານ ແລະຂຽນຈົດໝາຍຝາກໄປເຖິງພວກສິດທີ່ນັ້ນໄດ້ຕ້ອນຮັບທ່ານໄວ້ ຄັນທ່ານໄປເຖິງແລ້ວ ທ່ານກໍຊ່ອຍເຫລືອຄົນທັງຫລາຍທີ່ໄດ້ເຊື່ອຍ້ອນພຣະຄຸນຂອງພຣະເຈົ້າຢ່າງຫລວງຫລາຍ.28ເພາະທ່ານໄດ້ໂຕ້ຖຽງກັບພວກຢິວຢ່າງແຂງແຮງຕໍ່ໜ້າຄົນທັງຫລາຍ ໂດຍອ້າງຂໍ້ພຣະຄຳພີທີ່ພິສູດໃຫ້ເຫັນວ່າພຣະເຢຊູຊົງເປັນພຣະຄຣິດ.
1ໃນເວລານັ້ນ ຂະນະທີ່ອາໂປໂລຢູ່ທີ່ເມືອງໂກຣິນໂທ: ໂປໂລກໍເດີນທາງຜ່ານເຂດແດນທາງຕອນເໜືອມາຍັງເມືອງເອເຟໂຊ, ແລະໄດ້ພົບພວກສາວົກບາງຄົນທີ່ນັ້ນ.2ໂປໂລຖາມພວກເຂົາວ່າ, "ເມື່ອພວກທ່ານເຊື່ອ ພວກທ່ານໄດ້ຮັບພຣະວິນຍານບໍລິສຸດຫລືບໍ່? ພວກເຂົາກ່າວກັບທ່ານວ່າ, "ບໍ່, ເຮົາຍັງບໍ່ເຄີຍໄດ້ຍິນເລື່ອງກ່ຽວກັບພຣະວິນຍານບໍລິສຸດເລີຍ."3ໂປໂລຈິ່ງຖາມເຂົາວ່າ, ຖ້າຢ່າງນັ້ນພວກທ່ານໄດ້ຮັບບັບຕິສະມາແນວໃດ ເຂົາຕອບວ່າ, “ບັບຕິສະມາຂອງໂຢຮັນ.”4ໂປໂລຕອບວ່າ, "ໂຢຮັນໃຫ້ຮັບບັດຕິສະມາດ້ວຍບັບຕິສະມາຂອງການກັບໃຈໃໝ່. ທ່ານບອກກັບຄົນທັງຫລາຍວ່າ ພວກເຂົາຄວນເຊື່ອໃນພຣະອົງ, ຜູ້ຊົງສະເດັດມາພາຍຫລັງນັ້ນ, ຄືເຊື່ອໃນພຣະເຢຊູ5ເມື່ອຄົນທັງຫລາຍໄດ້ຍິນດັງນັ້ນ, ພວກເຂົາກໍຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູເຈົ້າ.6ແລ້ວໂປໂລກໍວາງມືເທິງພວກເຂົາ, ພຣະວິນຍານບໍລິສຸດກໍສະເດັດລົງມາສະຖິດກັບພວກເຂົາທຸກຄົນ ພວກເຂົາກໍເວົ້າພາສາອື່ນໆ ແລະ ເຜີຍພຣະທຳ.7ພວກເຂົາມີທັງໝົດປະມານສິບສອງຄົນ.8ຝ່າຍໂປໂລໄດ້ເຂົ້າໄປກ່າວສົນທະນາໃນໂຮງທຳດ້ວຍໃຈກ້າໃນລະຫວ່າງສາມເດືອນ, ໂຈດຖຽງແລະຊັກຊວນໃຫ້ເຊື່ອໃນສິ່ງທີ່ກ່າວເຖິງລາຊະແຜ່ນດິນຂອງພຣະເຈົ້າ.9ແຕ່ລາງຄົນມີໃຈແຂງກະດ້າງບໍ່ຍອມເຊື່ອ ແລະກ່າວຄຳຫຍາບຊ້າເລື່ອງທາງນັ້ນຕໍ່ໜ້າຄົນທັງຫລາຍ ໂປໂລຈິ່ງແຍກອອກຈາກເຂົາ ແລະຄັດເອົາພວກລູກສິດໄປນຳ ແລະທ່ານໄດ້ໂຕ້ຖຽງໃນຫ້ອງປະຊຸມຂອງທ່ານຕີຣາໂນທຸກ ວັນ.10ການນີ້ມີຢູ່ເປັນເວລາສອງປີ ຈົນວ່າຄົນທັງຫລາຍທີ່ອາໃສຢູ່ໃນແຂວງອາເຊຍ ທັງພວກຢິວ ແລະພວກກຣີກໄດ້ຍິນພຣະທັມຂອງອົງພຣະຜູ້ເປັນເຈົ້າ.11ພຣະເຈົ້າຊົງເຮັດການອັດສະຈັນດ້ວຍມືຂອງໂປໂລ,12ຈົນພວກເຂົາເອົາຜ້າເຊັດໜ້າກັບຜ້າກັນເປື້ອນຈາກຕົວໂປໂລໄປ ເພື່ອເຮັດໃຫ້ຄົນເຈັບປ່ວຍຫາຍ ແລະໂຣກໄພໄຂ້ເຈັບ ແລະພວກວິນຍານຊົ່ວກໍອອກໄປຈາກພວກເຂົາ.13ແຕ່ພວກຢິວບາງຄົນທີ່ທຽວໄປມາເປັນໝໍໄລ່ຜີ ພະຍາຍາມໃຊ້ພຣະນາມຂອງພຣະເຢຊູເຈົ້າຂັບໄລ່ຜີວ່າ, “ກູບັງຄັບສູໂດຍພຣະເຢຊູຊຶ່ງໂປໂລປະກາດນັ້ນ.”14ອັນໜຶ່ງມີຢິວຜູ້ໜຶ່ງຊື່ຊະເກວາ ເປັນປະໂລຫິດຕົນໃຫຍ່ ມີລູກຊາຍເຈັດຄົນທີ່ເຮັດການຢ່າງນັ້ນ.15ສ່ວນຜີຮ້າຍໄດ້ຕອບເຂົາວ່າ, “ພຣະເຢຊູເຮົາກໍລຶ້ງເຄີຍ ໂປໂລເຮົາກໍຮູ້ຈັກ ແຕ່ພວກເຈົ້າເປັນຜູ້ໃດ.”16ວິນຍານຊົ່ວທີ່ຢູ່ໃນຄົນນັ້ນກໍກະໂດດເຂົາໃສ່ພວກໝໍຜີ ແລະເອົາຊະນະພວກເຂົາໄດ້ແລະໂຈມຕີພວກເຂົາ. ແລ້ວພວກເຂົາກໍໜີອອກຈາກບ້ານນັ້ນໃນສະພາບເປືອຍກາຍ ແລະໄດ້ຮັບບາດເຈັບ.17ເລື່ອງນີ້ເປັນທີ່ຮູ້ກັນທົ່ວທັງພວກຢິວ, ແລະ ພວກກຣີກທີ່ອາໄສຢູ່ໃນເມືອງເອເຟໂຊ. ພວກເຂົາກໍເກີດຄວາມເກງກວາເປັນຢ່າງຫລາຍ, ແລະ ພຣະນາມຂອງອົງພຣະເຢຊູເຈົ້າກໍໄດ້ຮັບການຍົກຍ້ອງສັນລະເສີນ.18ພວກຜູ້ເຊື່ອຫລາຍຄົນກໍເຂົ້າມາສາລະພາບບາບ ແລະຍອມຮັບວ່າພວກເຂົາເຄີຍເຮັດສິ່ງທີ່ຊົ່ວຮ້າຍ.19ມີຫລາຍຄົນທີ່ໃຊ້ເວດມົນຄາຖາໄດ້ເອົາຕຳລາຂອງຕົນມາເຜົາໄຟເສຍຕໍ່ຫນ້າຄົນທັງປວງ ຕຳລາເຫລົ່ານັ້ນຄິດລາຄາເປັນຫ້າໝື່ນຫລຽນ.20ດັ່ງນັ້ນ ພຣະທັມຂອງພຣະເຈົ້າກໍແພ່ກະຈາຍກວ້າງອອກໄປດ້ວຍວິທີການທີ່ຊົງອານຸພາບ.21ຫລັງຈາກທີ່ໂປໂລເຊັດສິ້ນງານພັນທະກິດທ່ານທີ່ເມືອງເອເຟໂຊ, ທ່ານຕັດສິນໃຈໃນພຣະວິນຍານທີ່ຈະເດີນທາງຜ່ານແຂວງມາເກໂດເນຍແລະແຂວງອະຂາຢາໄປຍັງນະຄອນເຢຣູຊາເລັມ; ທ່ານກ່າວວ່າ, "ຫລັງຈາກທີ່ຂ້າພະເຈົ້າໄປເຖິງທີນັ້ນແລ້ວ ຂ້າພະເຈົ້າຈະຕ້ອງໄປເຫັນກຸງໂຮມດ້ວຍ."22ທ່ານຈິ່ງໃຊ້ຜູ້ຊ່ອຍຂອງຕົນສອງຄົນ ຄືຕີໂມທຽວກັບເອຣາຊະໂຕ ໄປຍັງແຂວງມາເກໂດເນຍ ຝ່າຍທ່ານເອງກໍຍັງພັກຢູ່ຊົ່ວໄລຍະໜຶ່ງທີ່ແຂວງອາເຊຍ.23ໃນເວລານັ້ນ ໄດ້ເກີດເລື່ອງວຸ້ນວາຍຍິ່ງໃຫຍ່ ໃນເມືອງເອເຟໂຊທີ່ກ່ຽວຂ້ອງກັບທາງນັ້ນ.24ດ້ວຍມີຄົນໜຶ່ງຊື່ເດເມທີໂອ ເປັນຊ່າງເງິນ ໄດ້ເອົາເງິນເຮັດຮູບວິຫານຂອງພະອາເຕມາເປັນເຫດໃຫ້ພວກຊ່າງໄດ້ມີງານຫລວງຫລາຍ.25ເຂົາກ່າວວ່າ, "ທ່ານທັງຫລາຍ, ພວກທ່ານຮູ້ຢູ່ວ່າ ໃຫ້ການເຮັດກິດຈະການນີ້ ເຮັດໃຫ້ເຮົາໄດ້ເງິນຫລວງຫລາຍ."26ແລະທ່ານທັງຫລາຍໄດ້ຮູ້ເຫັນຢູ່ວ່າບໍ່ແມ່ນຈຳເພາະໃນເມືອງເອເຟໂຊເມືອງດຽວ ແຕ່ເກືອບທົ່ວແຂວງອາເຊຍໂປໂລຜູ້ນີ້ໄດ້ຊັກຊວນຄົນຫລາຍສົມຄວນໃຫ້ຫລົງໄປ ໂດຍກ່າວວ່າ ‘ພະທີ່ສ້າງຂຶ້ນດ້ວຍມືມະນຸດນັ້ນ ບໍ່ແມ່ນພຣະເຈົ້າແທ້.’27ເປັນໜ້າຢ້ານວ່າບໍ່ແມ່ນແຕ່ອາຊີບຂອງພວກເຮົາຈະເສຍຊື່ສຽງຢ່າງດຽວ ແຕ່ພຣະວິຫານກັບສະຖານທີ່ນະມັດສະການຂອງພະມະຫາອາເຕມາ ຈະຖືກໜິ່ນປະໝາດເໝືອນກັນ, ແລະ ພະນາງນັ້ນຊຶ່ງເປັນທີ່ນັບຖືຂອງບັນດາຊາວອາເຊຍກັບໝົດທັງໂລກຈະຕົກຕ່ຳຈົນສິ້ນສະຫງ່າລາສີ.”28ເມື່ອພວກເຂົາໄດ້ຍິນຢ່າງນີ້, ພວກເຂົາກໍຄຽດແຄ້ນ ແລະຮ້ອງອອກມາວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່."29ແລ້ວໄດ້ເກີດອົນລະຫົນວຸ້ນວາຍຂຶ້ນທົ່ວທັງເມືອງ ເຂົາໄດ້ຈັບເອົາຄາໂຢກັບອາຣິດຕາໂຂຊາວມາເກໂດເນຍ ຜູ້ເປັນເພື່ອນເດີນທາງຮ່ວມກັບໂປໂລ ດຶງລາກແລ່ນເຂົ້າໄປໃນສະໜາມລະຄອນ.30ໂປໂລຕ້ອງການເຂົ້າໄປໃນຝູງຊົນ, ແຕ່ພວກສາວົກບໍ່ຍອມໃຫ້ທ່ານໃຫ້ເຂົ້າໄປ.31ແມ້ແຕ່ພວກເຈົ້າໜ້າທີ່ຂອງແຂວງເອເຊຍທີ່ເປັນໝູ່ຂອງທ່ານ ກໍໃຊ້ຄົນສົ່ງຂໍ້ຄວາມໄປອ້ອນວອນໂປໂລບໍ່ໃຫ້ເຂົ້າໄປໃນສະໜາມລະຄອນ.32ບາງຄົນຮ້ອງວ່າແບບນີ້, ບາງຄົນຮ້ອງວ່າແບບນັ້ນພວກຝູງຊົນພາສັບສົນ. ຄົນສ່ວນຫລາຍຍັງບໍ່ຮູ້ນຳວ່າເປັນຫຍັງພວກເຂົາຈຶ່ງມາປະຊຸມກັນທີ່ນີ່.33ມີລາງຄົນໃນພວກເຫລົ່ານັ້ນໄດ້ແນະນຳອາເລັກຊັນໂດຊຶ່ງເປັນຄົນທີ່ພວກຢິວໃຫ້ອອກໄປຂ້າງໜ້າ ອາເລັກຊັນໂດ, ຈິ່ງກວັກມືໝາຍຈະກ່າວແກ້ແທນຕໍ່ຫນ້າປະຊາຊົນ.34ແຕ່ເມື່ອຄົນທັງຫລາຍໄດ້ຮູ້ວ່າເຂົາເປັນຊາວຢິວ, ພວກເຂົາກໍຮ້ອງເປັນສຽງດຽວກັນວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່."35ເມື່ອເລຂາທິການເທດສະບານໄດ້ໃຫ້ປະຊາຊົນງຽບລົງແລ້ວຈິ່ງກ່າວວ່າ, “ຊາວເອເຟໂຊທັງຫລາຍເອີຍ, ມີຜູ້ໃດນໍທີ່ບໍ່ຮູ້ວ່າ ຊາວເອເຟໂຊນີ້ເປັນຜູ້ຮັກສາດູແລວິຫານຂອງນາງພຣະມະຫາອາເຕມາ ແລະສິ່ງສັກສິດທີ່ຕົກມາຈາກຟ້າ?36ບັດນີ້ດ້ວຍການທັງຫລາຍອັນຖຽງບໍ່ໄດ້ນີ້ ທ່ານທັງຫລາຍຄວນສະຫງົບລົງ ຢ່າເຮັດອັນໃດດ້ວຍຮິບຮ້ອນ.37ດ້ວຍວ່າພວກທ່ານໄດ້ນຳເອົາຄົນເຫລົ່ານີ້ມາ ກໍບໍ່ແມ່ນເຂົາເປັນຄົນປຸ້ນວິຫານ ຫລືໝິ່ນປະໝາດເຈົ້າແມ່ຂອງພວກເຮົາ.38ເພາະສະນັ້ນ, ຖ້າເດເມທິໂອແລະພວກຊ່າງຝີມືຢູ່ກັບເຂົາມີຂໍ້ກ່າວຫາກັບຄົນໃດ, ສານນີ້ກໍເປີດໃຫ້ ແລະມີຜູ້ພິພາກສາໃຫ້ພວກເຂົາໄປຟ້ອງຮ້ອງກັນເອງ.39ແຕ່ຖ້າພວກທ່ານຍັງມີເລື່ອງອື່ນໆອີກ, ກໍຄວນຕົກລົງກັນໃນການປະຊຸມສາມັນ.40ເພາະສິ່ງເຮົາທຳເປັນອັນຕະລາຍທີ່ຈະຖືກຟ້ອງຮ້ອງວ່າເປັນຜູ້ກ່ຽວຂ້ອງໃນການເຈລະຈາໃນວັນນີ້. ບໍ່ມີຂໍ້ອ້າງຫຍັງໃນຄວາມວຸ້ຍວາຍນີ້, ແລະເຮົາບໍ່ສາມາດອະທິບາຍໄດ້."41ເມື່ອທ່ານກ່າວດັ່ງນັ້ນແລ້ວ, ທ່ານກໍໃຫ້ເລິກການຊຸມນຸມ.
1ຫລັງຈາກຄວາມວຸ້ນວາຍໄດ້ສະຫງົບລົງແລ້ວ, ໂປໂລຈຶ່ງໃຊ້ຄົນໄປນຳພວກສາວົກມາແລະກ່າວຄຳໜູນໃຈພວກເຂົາ, ເມື່ອທ່ານກ່າວຄຳອຳລາພວກເຂົາແລ້ວ.2ເມື່ອຜ່ານໄປແຂວງມາເກໂດເນຍ ທ່ານເດີນທາງຜ່ານເຂດແດນນັ້ນ, ກໍໄດ້ກ່າວໜູນໃຈຜູ້ເຊື່ອຢ່າງຫລວງຫລາຍ.3ແລ້ວທ່ານກໍໄປຍັງປະເທດກຣີກ ແລະພັກຢູ່ບ່ອນນັ້ນສາມເດືອນ, ພວກຢິວໄດ້ວາງແຜນທຳຮ້າຍທ່ານໃນຂະນະທີ່ທ່ານຈະລົງເຮືອໄປຍັງແຂວງຊີເຣຍ, ດັ່ງນັ້ນທ່ານຈຶ່ງຕັດສິນໃຈກັບໄປທາງແຂວງມາເກໂດເນຍ.4ພວກທີ່ເດີນທາງໄປແຂວງເອເຊຍກັບທ່ານຄືໂຊປາເຕ ຊາວເມືອງປີໂຣຈາກເບເຣຍ; ອາຣິດຕາໂຂແລະເຊກຸນໂດ ທັງສອງຄົນເປັນຜູ້ເຊື່ອຊາວເມືອງເດຣະເບ, ແລະຊາວເມືອງຕີຂີໂກ; ແລະຕີໂມທຽວ ແລະໂທຟີໂມຈາກແຂວງເອເຊຍ.5ແຕ່ຄົນເຫລົ່ານີ້ໄດ້ເດີນທາງລ່ວງໜ້າໄປກ່ອນ ແລະກຳລັງຖ້າເຮົາຢູ່ທີ່ເມືອງໂທອາດ.6ຫລັງຈາກເທດສະການຂະໜົມປັງບໍ່ມີເຊື້ອ, ເຮົາລົງເຮືອອອກຈາກເມືອງຟີລິບປອຍ ແລະ ໃນເວລາຫ້າວັນເຮົາກໍມາພົບພວກເຂົາທີ່ເມືອງໂທອາດ. ເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ.7ໃນວັນຕົ້ນສັບປະດາ, ເມື່ຶອເຮົາມາປະຊຸມຮ່ວມກັນເພື່ອເຮັດພິທີຫັກເຂົ້າຈີ່, ໂປໂລກໍເວົ້າກັບຜູ້ເຊື່ອເຫລົ່ານັ້ນ. ທ່ານຕັ້ງໃຈຈະອອກຈາກທີ່ນັ້ນໃນວັນຮຸ່ງຂຶ້ນ, ເພາະສະນັ້ນ ທ່ານຈຶ່ງເວົ້າຕໍ່ໄປຈົນທຽງຄືນ.8ໃນຫ້ອງຊັ້ນເທິງທີ່ເຮົາປະຊຸມກັນນັ້ນມີຕະກຽງຫລາຍດວງ.9ມີຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂ, ນັ່ງຢູ່ປ່ອງຢ້ຽມໄດ້ເລີ້ມເຫງົານອນຂຶ້ນທຸກເທື່ອ. ໃນຂະນະທີ່ໂປໂລຍັງຄົງເວົ້າຍືດຍາວຕໍ່ໄປອີກ, ຊາຍໜຸ່ມຄົນນີ້ກໍຍັງຄົງລັບຢູ່, ແລະ ພັດຕົກລົງໄປຈາກຊັ້ນສາມ ແລະເມື່ອຍົກຂຶ້ນມາກໍ່ພົບວ່າຕາຍແລ້ວ.10ແຕ່ເມື່ອໂປໂລລົງໄປທ່ານກໍກອດເຂົາໄວ້. ແລ້ວທ່ານກ່າວວ່າ, "ຢ່າໂສກເສົ້າໄປເລີຍ, ເພາະເຂົາຍັງມີຊີວິດຢູ່."11ຄັນໂປໂລຂຶ້ນເມືອ ແລະຫັກເຂົ້າຈີ່ຮັບປະທານແລ້ວ ກໍສົນທະນາກັບເຂົາຕໍ່ໄປອີກດົນນານສົມຄວນຈົນເຖິງຮຸ່ງເຊົ້າ ແລ້ວທ່ານໄດ້ຈາກເຂົາໄປ.12ແລ້ວເຂົາໄດ້ນຳເອົາຊາຍໜຸ່ມຜູ້ຍັງມີຊີວິດຢູ່ກັບໄປ ແລະ ໂດຍມີຄວາມຊົມຊຶ່ນຍິນດີຫລາຍ.13ຝ່າຍພວກເຮົາໄດ້ລົງເຮືອກ່ອນຈິ່ງເດີນທາງນ້ຳໄປເຖິງເມືອງອາໂຊ ໝາຍໃຈວ່າຈະຮັບໂປໂລຂຶ້ນເຮືອທີ່ນັ້ນ, ດ້ວຍວ່າທ່ານເອງໄດ້ຈັດໄວ້ດັ່ງນັ້ນ, ເພາະທ່ານໝາຍໃຈວ່າຈະໄປທາງບົກ.14ຄັນທ່ານພົບພວກເຮົາທີ່ເມືອງອາໂຊແລ້ວ, ພວກເຮົາກໍຮັບທ່ານຂຶ້ນເຮືອມາຍັງເມືອງມີເຕເລເນ.15ຫລັງຈາກທີເຮົາອອກຈາກເຮືອທີ່ນັ້ນ ແລະວັນຕໍ່ມາກໍເຖິງຝັງຕົງຂ້າມເກາະຂີໂອ. ອີກວັນຕໍ່ມາ ເຮົາກໍມາເຖິງເມືອງມີເລໂຕເພາະໂປໂລຕັດສິນໃຈທີ່ຈະຜ່ານເມືອງເອເຟໂຊໄປ ເພື່ອທີ່ຈະບໍ່ເສຍເວລາໃນແຂວງເອເຊຍ.16ດ້ວຍໂປໂລໄດ້ຕັ້ງໃຈວ່າຈະກາຍເມືອງເອເຟໂຊໄປເພື່ອບໍ່ໃຫ້ຄ້າງຢູ່ເຫິງໃນແຂວງອາເຊຍ; ເພາະທ່ານຟ້າວຢາກໃຫ້ເຖິງກຸງເຢຣູຊາເລັມຖ້າເປັນໄປໄດ້, ກໍໃຫ້ທັນວັນເທດສະການເພັນເຕຄໍສະເຕ.17ໂປໂລຈຶ່ງສົ່ງຄົນເຫລົ່ານັ້ນຈາກເມືອງມີເລໂຕໄປຍັງເອເຟໂຊ ເພື່ອຮ້ອງບັນດາຜູ້ປົກຄອງຄຣິສຕະຈັກເຫລົ່ານັ້ນມາພົບທ່ານ.18ເມື່ອພວກເຂົາມາພົບທ່ານແລ້ວ, ທ່ານຈຶ່ງກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ດີວ່າ, ນັບຕັ້ງແຕ່ວັນແລກທີ່ຂ້ານ້ອຍໄດ້ຍ່າງເຂົ້າມາໃນແຂວງເອເຊຍ, ຂ້າພະເຈົ້າໄດ້ໃຊ້ເວລາຢູ່ກັບພວກທ່ານຢ່າງໃດ.19ຂ້ານ້ອຍໄດ້ຮັກສາການຮັບໃຊ້ພຣະເຈົ້າດ້ວຍຄວາມຕໍ່າຕ້ອຍທີ່ສຸດ ແລະ ດ້ວຍນໍ້າຕາ, ແລະ ດ້ວຍຄວາມທຸກທໍລະມານທີ່ເກີດຂຶ້ນນຳຂ້ານ້ອຍເພາະຊາວຢິວ.20ທ່ານຮູ້ດີວ່າເຮົາບໍ່ໄດ້ທໍ້ຖອຍຈາກການປະກາດແລະສັ່ງສອນພວກທ່ານ ໃນທີ່ປະຊຸມແລະຕາມບ້ານຕາມເຮືອນ.21ທັງເຕືອນສະຕິຢ່າງໜັກແໜ້ນໃຫ້ພວກຢິວແລະ ພວກກຣີກ ເຖິງເລື່ອງການຖິ້ມໃຈເກົ່າເອົາໃຈໃໝ່ຈຳເພາະພຣະເຈົ້າ ແລະ ຄວາມເຊື່ອຈຳເພາະພຣະເຢຊູຄຣິດເຈົ້າຂອງພວກເຮົາ.22ມາບັດນີ້, ພຣະວິນຍານບໍລິສຸດໄດ້ຊົງນຳຂ້າພະເຈົ້າ, ທີ່ຈະໄປຍັງນະຄອນເຢຣູຊາເລັມ ຊຶ່ງບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບຂ້າພະເຈົ້າທີນັ້ນ.23ເວັ້ນໄວ້ແຕ່ພຣະວິນຍານບໍລິສຸດຊົງເຕືອນສະຕິເຮົາໃນທຸກບ້ານທຸກເມືອງວ່າ ເຄື່ອງຜູກມັດແລະຄວາມທຸກລຳບາກຄອຍຖ້າເຮົາຢູ່.24ແຕ່ເຮົາບໍ່ໄດ້ຖືວ່າຊີວິດຂອງເຮົາເປັນຂອງມີຄ່າແກ່ເຮົາຢ່າງໃດເພື່ອເຮົາຈະເຮັດໜ້າທີ່ຂອງເຮົາ, ແລະ ຈະໄດ້ປະຕິບັດງານທີ່ໄດ້ຮັບມອບໝາຍຈາກອົງພຣະຜູ້ເປັນເຈົ້າໃຫ້ສຳເລັດ ຄືທີ່ຈະເປັນພະຍານຢ່າງຄົບຖ້ວນເຖິງເລື່ອງຂ່າວປະເສີດກ່ຽວກັບພຣະຄຸນຂອງພຣະເຈົ້ານັ້ນ.25ຂ້າພະເຈົ້າຮູ້ວ່າ, ພວກທ່ານທຸກຄົນທີ່ຂ້າພະເຈົ້າໄດ້ປະກາດລາດຊະອານາຈັກຂອງພຣະເຈົ້າ, ຈະບໍ່ໄດ້ເຫັນຂ້າພະເຈົ້າອີກ.26ເພາະສະນັ້ນຂ້າພະເຈົ້າຈຶ່ງຢືນຢັນກັບພວກທ່ານໃນວັນນີ້ວ່າ, ຂ້າພະເຈົ້າບໍ່ມີຄວາມຜິດໃນຄວາມຕາຍຂອງຜູ້ໃດ.27ດ້ວຍວ່າເຮົາບໍ່ໄດ້ທໍ້ຖອຍຈາກການປະກາດພຣະປະສົງຂອງພຣະເຈົ້າ ໃຫ້ພວກທ່ານຮູ້.28ເພາະສະນັ້ນຈົງລະວັງທັງຕົວທ່ານເອງ, ແລະຝູງແກະທີ່ພຣະວິນຍານບໍລິສຸດຊົງຕັ້ງທ່ານໄວ້ໃຫ້ເປັນຜູ້ດູແລໃຫ້ດີ. ຈົ່ງລະວັງທີ່ຈະດູແລຄຣິດຕະຈັກຂອງພຣະເຈົ້າ, ທີ່ພຣະອົງຊົງຊື້ມາດ້ວຍພຣະໂລຫິດຂອງພຣະອົງ.29ຂ້າພະເຈົ້າຮູ້ວ່າ ຫລັງຈາກທີ່ຂ້າພະເຈົ້າຈາກໄປແລ້ວ, ຈະມີຝູງໝາປ່າທີ່ດຸຮ້າຍເຂົ້າມາໃນພວກທ່ານ ແລະບໍ່ລະເວັ້ນຝູງແກະເລີຍ.30ຂ້າພະເຈົ້າຮູ້ວ່າ ແມ້ແຕ່ໃນພວກທ່ານເອງ ກໍຈະມີບາງຄົນທີ່ກ່າວສິ່ງທີ່ເຮັດໃຫ້ເຂົາໄປ ເພື່ອຊັກຊວນພວກສາວົກໃຫ້ຫລົງຕາມພວກເຂົາໄປ.31ເພາະສະນັ້ນຈົ່ງເຝົ້າລະວັງໃຫ້ດີ. ຈຳໄວ້ວ່າຂ້າພະເຈົ້າໄດ້ສັ່ງສອນທຸກຄົນດ້ວຍນ້ຳຕາທັງກາງວັນແລະກາງຄືນຕະຫລອດສາມປີບໍ່ມີຢຸດຢ່ອນ.32ບັດນີ້ ຂ້າພະເຈົ້າຂໍມອບພວກທ່ານໄວ້ກັບພຣະເຈົ້າແລະພຣະທັມແຫ່ງພຣະຄຸນຂອງພຣະອົງ, ທີ່ສາມາດກໍ່ສ້າງທ່ານຂຶ້ນໄດ້ ແລະໃຫ້ທ່ານເປັນຜູ້ຮັບມໍລະດົກທ່າມກາງຄົນເຫລົ່ານັ້ນ ທີ່ຖວາຍຕົນແດ່ພຣະເຈົ້າ.33ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ, ທອງ, ຫລື ເສື້ອຜ້າຂອງໃຜເລີຍ.34ພວກທ່ານເອງກໍຮູ້ວ່າ ມືທັງສອງຂອງຂ້າພະເຈົ້າ ໄດ້ຈັດຫາສິ່ງຈຳເປັນສຳລັບຕົນເອງ ແລະ ສຳຫລັບພວກຄົນທີ່ຢູ່ກັບຂ້າພະເຈົ້າ.35ຂ້າພະເຈົ້າໄດ້ວາງແບບຢ່າງໃຫ້ທ່ານໃນທຸກເລື່ອງແລ້ວ, ໃນການທີ່ຈະຊ່ວຍຄົນທີ່ອ່ອນແອດ້ວຍການເຮັດວຽກ, ແລະທ່ານຄວນຈະລະລຶກເຖິງພຣະທັມຂອງພຣະອົງພຣະເຢຊູເຈົ້າ, ຕາມທີ່ພຣະອົງກ່າວວ່າ, "ການໃຫ້ເປັນເຫດໃຫ້ມີຄວາມສຸກ ກວ່າການຮັບ."36ຫລັງຈາກທີ່ເພິ່ນໄດ້ກ່າວເຊັ່ນນີ້ແລ້ວ, ເພິ່ນກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາທຸກຄົນ.37ພວກເຂົາຮ້ອງໄຫ້ຢ່າງໜັກ ແລະກອດຄໍໂປໂລແລະຈູບເພິ່ນ.38ພວກເຂົາໂສກເສົ້າຢ່າງທີສຸດ ເພາະຖ້ອຍຄຳທີ່ເພິ່ນໄດ້ກ່າວ, ພວກເຂົາຈະບໍ່ໄດ້ເຫັນໜ້າທ່ານອີກ. ແລ້ວພວກເຂົາກໍພາທ່ານໄປສົ່ງທີ່ເຮືອ.
1ເມື່ອພວກເຮົາລາຈາກພວກເຂົາແລ້ວກໍລົງເຮືອໄປ, ພວກເຮົາໄດ້ເດີນທາງໄປຍັງເມືອງໂກດ, ແລະ ຕື່ນເຊົ້າກໍມາເຖິງເມືອງໂຣໂດ ແລະ ຈາກທີ່ນັ້ນເຮົາກໍໄປຍັງເມືອງປາຕາຣາ.2ເມື່ອເຮົາພົບເຮືອລຳໜຶ່ງກຳລັງຈະໄປເມືອງຟິນີເຊຍເຮົາຈຶ່ງລົງເຮືອລຳນັ້ນແລ່ນອອກໄປ.3ພາຍຫລັງຫລຽວເຫັນໄຊປຣັດແລ້ວ, ເຮົາກໍຜ່ານເກາະນັ້ນໄປທາງຊ້າຍ, ພວກເຮົາໄດ້ລ່ອງເຮືອໄປຍັງແຂວງຊີເຣຍ ແລະ ໄດ້ຈອດເຮືອທີ່ທ່າເມືອງຕີເຣ, ເພາະເຮືອຕ້ອງເອົາຂອງທີ່ບັນທຸກມາຂຶ້ນທ່າທີ່ນັ້ນ.4ຫລັງຈາກທີ່ເຮົາຫາພວກສາວົກທີ່ນັ້ນພົບແລ້ວ ເຮົາກໍພັກຢູ່ທີ່ນັ້ນເຈັດວັນ. ພວກສາວົກເຫລົ່ານີ້ໄດ້ກາ່ວກັບເປໂຕໂດຍພຣະວິນຍານບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ.5ຫລັງຈາກທີ່ເຮົາຢູ່ທີ່ນັ້ນຫລາຍວັນ, ແລ້ວພວກເຮົາກໍອອກເດີນທາງໄປ, ແລະ ບັນດາພວກສາວົກ ພ້ອມກັບພັນລະຍາ ແລະລູກກໍຕາມມາສົ່ງເຮົາຈົນເຮົາອອກໄປຈາກເມືອງນັ້ນ. ແລ້ວພວກເຮົາກໍຄຸເຂົ່າລົງອະທິຖານທີ່ຊາຍຫາດ,6ແລະກ່າວອຳລາຊຶ່ງກັນ ແລະ ກັນ, ພວກເຮົາກໍລົງເຮືອເດີນທາງຕໍ່, ແລະ ພວກເຂົາກໍເດີນທາງກັບບ້ານ.7ເມື່ອແລ່ນເຮືອຈາກເມືອງຕີເຣແລ້ວ, ພວກເຮົາໄດ້ມາເຖິງເມືອງປະໂຕເລມາຍ. ເຮົາຈຶ່ງໄປຄຳນັບທັກທາຍພີ່ນ້ອງທີ່ນັ້ນ ແລະ ພັກຢູ່ກັບພວກເຂົາວັນໜຶ່ງ.8ໃນເຊົ້າວັນໃໝ່ພວກເຮົາກໍຈາກໄປ ແລະ ໄປຍັງເມືອງກາຍຊາເຣຍ. ພວກເຮົາເຂົ້າໄປໃນເຮືອນຂອງຟິລິບຜູ້ປະກາດຂ່າວປະເສີດຊຶ່ງເປັນໜຶ່ງໃນເຈັດຄົນນັ້ນ ແລະ ພວກເຮົາກໍພັກຢູ່ກັບເຂົາ.9ຕອນນີ້ຟິລິບມີລູກສາວສີ່ຄົນທີ່ຍັງເປັນຍິງພົມມະຈາລີ ເປັນຜູ້ປະກາດພຣະວັດຈະນະທັມ.10ເມື່ອເຮົາພັກຢູ່ທີ່ນັ້ນຫລາຍວັນແລ້ວ ມີຜູ້ທຳນວຍຜູ້ໜຶ່ງຊື່ວ່າອາຄະໂບລົງມາຈາກແຂວງຢູດາຍ.11ເຂົາໄດ້ມາຫາພວກເຮົາແລ້ວເອົາເຂັມຂັດຂອງໂປໂລໄປມັດມືແລະຕີນຂອງເຂົາດ້ວຍເຂັມຂັດນັ້ນແລ້ວກ່າວວ່າ, "ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, 'ພວກຢິວໃນກຸງເຢຣູຊາເລັມຈະຜູກມັດຄົນທີ່ເປັນເຈົ້າຂອງເຂັມຂັດນີ້, ແລ້ວພວກເຂົາຈະສົ່ງມອບທ່ານໄວ້ໃນມືຂອງພວກຕ່າງຊາດ."12ເມື່ອພວກເຮົາໄດ້ຍິນເລື່ອງນີ້ເຮົາ, ຮ່ວມກັບພວກຄົນທີ່ຢູ່ທີ່ນັ້ນກໍອ້ອນວອນໂປໂລບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ.13ໂປໂລຈຶ່ງຕອບວ່າ, "ພວກທ່ານກຳລັງເຮັດຫຍັງ? ດ້ວຍການຮ້ອງໄຫ້ ແລະ ເຮັດໃຫ້ຂ້າພະເຈົ້າຊຳ້ໃຈ? ເມື່ອຂ້າພະເຈົ້າພ້ອມແລ້ວ, ບໍ່ພຽງແຕ່ຈະຖືກມັດ, ແຕ່ເຖິງແມ່ນຈະຕາຍຢູ່ທີ່ກຸງເຢຣູຊາເລັມ ໂດຍເພາະພຣະນາມຂອງພຣະເຢຊູເຈົ້າ.14ເມື່ອໂປໂລບໍ່ຍອມຟັງຄຳຂໍຮ້ອງພວກເຂົາຈຶ່ງຢຸດ ບໍ່ພະຍາຍາມທີ່ຈະເວົ້າອີກ ແລ້ວກ່າວວ່າ, "ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງອົງພຣະຜູ້ເປັນເຈົ້າເຖີດ."15ຫລັງຈາກມື້ນັ້ນ, ພວກເຮົາກໍເກັບເອົາສິ່ງຂອງແລ້ວຂຶ້ນໄປຍັງກຸງເຢຣູຊາເລັມ.16ມີສາວົກບາງຄົນຈາກເມືອງກາຍຊາເຣຍໄປກັບເຮົາດ້ວຍ. ພວກເຂົາພາເຮົາໄປຫາຊາຍຄົນໜຶ່ງຊື່ມານາໂຊນ, ຊາວເກາະໄຊປຣັດ, ທີ່ເປັນສາວົກໃນຊ່ວງທຳອິດ, ໂດຍໃຫ້ເຮົາອາໄສຢູ່ກັບເຂົາ.17ເມື່ອພວກເຮົາມາເຖິງກຸງເຢຣູຊາເລັມແລ້ວ ພວກອ້າຍນ້ອງກໍໄດ້ມາຕ້ອນຮັບເຮົາດ້ວຍຄວາມຍິນດີ.18ຕື່ນເຊົ້າມາໂປໂລກັບພວກເຮົາກໍໄປຫາຢາໂກໂບ, ແລະພວກຜູ້ອາວຸດໂສທຸກຄົນຢູ່ທີ່ນັ້ນ.19ເມື່ອເພິ່ນໄດ້ທັກທາຍພວກເຂົາແລ້ວ, ເພິ່ນກໍໄດ້ລາຍງານແຕ່ລະຄົນ ໃນສິ່ງທີ່ພຣະເຈົ້າໄດ້ຊົງກະທຳໃນທ່າມກາງຄົນຕ່າງຊາດ ຜ່ານວຽກງານຮັບໃຊ້ຂອງພຣະອົງ.20ເມື່ອພວກເຂົາໄດ້ຍິນເລື່ອງນີ້, ພວກເຂົາກໍໄດ້ສັນລະເສີນພຣະເຈົ້າ ແລະ ພວກເຂົາກ່າວກັບໂປໂລວ່າ, "ອ້າຍເອີຍ, ທ່ານເຫັນແລ້ວວ່າມີພວກຢິວຫລາຍພັນຄົນທີ່ເຊື່ອໃນທ່າມກາງຊາວຢິວ. ພວກເຂົາທຸກຄົນມີຄວາມໝຸ້ງໝັ້ນໃນການຖືຮັກສາກົດບັນຍັດ.21ພວກເຂົາໄດ້ຮັບຄຳບອກກຽ່ວກັບທ່ານ, ວ່າທ່ານສັ່ງສອນໃຫ້ພວກຢິວທັງໝົດທີ່ອາໄສຢູ່ໃນໝູ່ຄົນຕ່າງຊາດໃຫ້ປະຖິ້ມກົດບັນຍັດຂອງໂມເຊ, ແລະ ບອກພວກເຂົາບໍ່ຕ້ອງໃຫ້ລູກຂອງຕົນເຂົ້າພິທີຕັດ, ແລະ ບໍ່ຕ້ອງທຳຕາມທຳນຽມດັ້ງເດີມ.22ພວກເຮົາຄວນຈະເຮັດຢ່າງໃດໃນເລື່ອງນີ້? ພວກເຂົາຄົງຈະຮູ້ຂ່າວວ່າທ່ານມາ.23ເພາະສະນັ້ນເຮົາຈະບອກທ່ານວ່າຕອນນີ້ເຮົາມີສີ່ຄົນທີ່ໃຫ້ຄຳປະຕິຍານຕົວໄວ້.24ທ່ານຈົ່ງພາຄົນເຫລົ່ານັ້ນໄປ ແລະ ເຮັດພິທີຊຳລະຕົວທ່ານຮ່ວມກັບພວກເຂົາ, ແລະ ຈ່າຍຄ່າທຳນຽມໃຫ້ແກ່ພວກເຂົາດ້ວຍ, ເພື່ອໃຫ້ພວກເຂົາສາມາດແຖຫົວໄດ້. ເພື່ອທີ່ທຸກຄົນຈະໄດ້ຮູ້ວ່າເລື່ອງລາວຕ່າງໆທີ່ໄດ້ຍິນກ່ຽວກັບທ່ານເປັນຄວາມບໍ່ຈິງ ແລະ ໄດ້ຮູ້ວ່າພວກທ່ານກໍປະຕິບັດຕາມກົດບັນຍັດເຊັ່ນກັນ.25ສ່ວນພວກຕ່າງຊາດທີ່ເຊື່ອນັ້ນເຮົາກໍໄດ້ຂຽນຈົດໝາຍຄຳສັ່ງໃຫ້ພວກເຂົາງົດເວັ້ນຈາກການກິນອາຫານທີ່ບູຊາຮູບເຄົາຣົບ, ງົດຈາກການກິນເລືອດ, ງົດຈາກການກິນເນື້ອສັດທີ່ຖືກຮັດຄໍຕາຍ ແລະ ຫລີກເວັ້ນຈາກການຜິດສິນລະທຳທາງເພດ."26ແລ້ວໂປໂລຈຶ່ງພາຄົນເຫລົ່ານັ້ນໄປ ແລະ ວັນຕໍ່ມາກໍເຮັດພິທີຊຳລະຕົນເອງດ້ວຍກັນກັບພວກເຂົາແລ້ວຈຶ່ງເຂົ້າໄປໃນພຣະວິຫານ, ປະກາດກຳນົດວັນພິທີການຊຳລະຕົວຈົນກວ່າພວກເຂົາຈະຖວາຍເຄື່ອງບູຊາໃຫ້ແກ່ໝົດທຸກຄົນ.27ເມື່ອໃກ້ຄົບເຈັດວັນແລ້ວ, ພວກຢິວທີ່ມາຈາກແຄວ້ນເອເຊຍ, ໄດ້ຫລຽວເຫັນໂປໂລໃນພຣະວິຫານ, ແລະ ພວກເຂົາຍຸຍົງປະຊາຊົນໃຫ້ຕໍ່ຕ້ານ ແລະຈັບໂປໂລ.28ພວກເຂົາຮ້ອງຂຶ້ນວ່າ, "ຊົນຊາດອິດສະຣະເອນເອີຍ, ຈົ່ງຊ່ວຍພວກເຮົາເຖີດ. ຊາຍຄົນນີ້ໄດ້ສອນທຸກຄົນໃນທຸກແຫ່ງໃຫ້ເປັນສັດຕູຕໍ່ຊົນຊາດເຮົາຕໍ່ກົດບັນຍັດຂອງໂມເຊ ແລະ ໃນພຣະວິຫານນີ້. ນອກຈາກນີ້, ເຂົາຍັງພາຄົນກຣີກເຂົ້າມາໃນພຣະວິຫານຊຶ່ງເຮັດໃຫ້ສະຖານທີ່ບໍຣິສຸດແຫ່ງນີ້ເປັນມົນທິນ."29ເພາະກ່ອນໜ້ານີ້ຄົນພວກນັ້ນໄດ້ເຫັນໂທຟີໂມຢູ່ກັບໂປໂລໃນເມືອງນັ້ນ ແລະ ພວກເຂົາຈຶ່ງຄິດວ່າໂປໂລພາຄົນນັ້ນເຂົ້າມາໃນໃນພຣະວິຫານ.30ຄົນທັງເມືອງກໍເກີດອົນລະວົນ, ແລະ ປະຊາຊົນກໍແລ່ນເຂົ້າໄປ ແລະ ຈັບໂປໂລ. ພວກເຂົາດຶງລາກເພິ່ນອອກຈາກພຣະວິຫານແລ້ວກໍປິດປະຕູທັນທີ.31ຂະນະທີ່ພວກເຂົາກຳລັງຈະຂ້າເພິ່ນ, ຂ່າວກໍໄດ້ມາເຖິງນາຍພົນທະຫານ ວ່າທັງເມືອງເຢຣູຊາເລັມແມ່ນເກີດຄວາມສັບສົນວຸ້ນວາຍ.32ທ່ານຈຶ່ງນຳພວກທະຫານ ແລະ ບັນດານາຍຮ້ອຍແລ່ນໄປຫາປະຊາຊົນທັນທີ. ເມື່ອປະຊາຊົນເຫັນນາຍພັນມາພ້ອມພວກທະຫານພວກເຂົາກໍຢຸດຕີໂປໂລ.33ຫລັງຈາກນັ້ນ ນາຍພົນກໍໄດ້ໄປເຖິງ ແລະ ສັ່ງໃຫ້ຈັບໂຕເພິ່ນດ້ວຍລ່າມໂສ້ສອງເສັ້ນ. ແລ້ວເຂົາກໍຖາມວ່າຜູ້ນີ້ແມ່ນໃຜ ແລະ ລາວໄດ້ເຮັດຫຍັງ.34ບາງຄົນໃນປະຊາຊົນນັ້ນຕ່າງກໍຮ້ອງຂຶ້ນວ່າຢ່າງນີ້ ແລະ ບາງຄົນວ່າຢ່າງນັ້ນ. ເມື່ອນາຍພົນບໍ່ສາມາດຮູ້ເລື່ອງອັນໃດໄດ້ເພາະສຽງເຫລົ່ານັ້ນທ່ານຈຶ່ງສັ່ງໃຫ້ພາໂປໂລເຂົ້າໄປໃນທີ່ໝັ້ນ.35ເມື່ອທ່ານໄດ້ມາເຖິງຂັນໃດແລ້ວ, ພວກທະຫານກໍແບກທ່ານໄປເນື່ອງຈາກຄວາມຮຸນແຮງຂອງປະຊາຊົນ.36ເພາະປະຊາຊົນໄດ້ຕິດຕາມໄປແລະ ຮ້ອງຂຶ້ນວ່າ, "ຂ້າມັນເສຍ!"37ເມື່ອໂປໂລຖືກນຳຕົວມາຍັງທີ່ກົມທະຫານ, ແລ້ວທ່ານຈຶ່ງກ່າວກັບນາຍພົນວ່າ, "ຂໍໃຫ້ຂ້າພະເຈົ້າເວົ້າບາງສິ່ງກັບທ່ານໄດ້ບໍ?" ນາຍພົນຈຶ່ງຖາມວ່າ, "ເຈົ້າເວົ້າພາສາກຣີກໄດ້ບໍ?38ເຈົ້າບໍ່ແມ່ນຄົນເອຢິບ, ຜູ້ທີ່ກໍ່ການກະບົດຄາວກ່ອນ ແລະ ໄດ້ນໍາພາພວກຜູ້ກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນຖິ່ນທຸລະກັນດານບໍ?"39ໂປໂລຕອບວ່າ "ຂ້າພະເຈົ້າເປັນຊາວຢິວ, ທີ່ມາຈາກເມືອງຕາໂຊໃນແຂວງກີລີເກຍ. ຂ້າພະເຈົ້າເປັນພົນລະເມືອງຂອງເມືອງໜຶ່ງທີ່ສຳຄັນນີ້. ຂ້າພະເຈົ້າຂໍອະນຸຍາດທ່ານເວົ້າກັບປະຊາຊົນແດ່ທ້ອນ."40ໂປໂລຈຶ່ງຢືນຂຶ້ນເທິງຂັ້ນໃດ ແລະ ໂບກມືໃຫ້ກັບປະຊາຊົນ. ເມື່ອນັ້ນກໍງຽບສະຫງົບລົງ, ແລ້ວເພິ່ນຈຶ່ງກ່າວກັບພວກເຂົາເປັນພາສາເຮັບເຣີວ່າ,
1"ອ້າຍນ້ອງ ແລະ ບັນພະບຸຣຸດທັງຫລາຍ, ຂໍຟັງຄຳໃຫ້ການຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າຈະກ່າວແກ່ທ່ານທັງຫລາຍ."2ເມື່ອປະຊາຊົນໄດ້ຍິນໂປໂລເວົ້າກັບພວກເຂົາເປັນພາສາເຮັບເຣີ, ພວກເຂົາກໍເລີ້ມງຽບສຽງລົງກວ່າເກົ່າ. ເພິ່ນກ່າວວ່າ,3"ຂ້າພະເຈົ້າເປັນຊາວຢິວ, ເກີດທີ່ເມືອງຕາໂຊໃນແຂວງກີລີເກຍ, ແຕ່ໄດ້ຮັບການສຶກສາໃນເມືອງນີ້ເຄີຍເປັນລູກສິດຂອງຄາມາລິເອນ. ຂ້າພະເຈົ້າໄດ້ຮັບການສັ່ງສອນຢ່າງເຄັ່ງຄັດຕາມກົດບັນຍັດຂອງບັນພະບຸລຸດຂອງເຮົາຂ້າພະເຈົ້າຫວງແຫນພຣະເຈົ້າເຊັ່ນດຽວກັບພວກທ່ານໃນວັນນີ້.4ຂ້າພະເຈົ້າໄດ້ຂົ່ມເຫັງພວກທີ່ຖືທາງນີ້ຈົນເຖິງຕາຍ, ຂ້າພະເຈົ້າໄດ້ຜູກມັດທັງຊາຍ ແລະ ຍິງ ແລະ ສົ່ງພວກເຂົາໄວ້ໃນຄຸກ,5ມະຫາປະໂລຫິດ ແລະ ພວກຜູ້ອາວຸດໂສທຸກຄົນສາມາດເປັນພະຍານໄດ້ ວ່າຂ້າພະເຈົ້າໄດ້ຮັບຈົດໝາຍຈາກພວກເຂົາສຳລັບພີ່ນ້ອງໃນເມືອງດາມັສກັດ, ແລະ ໃຫ້ຂ້າພະເຈົ້າເດີນທາງໄປທີ່ນັ້ນຂ້າພະເຈົ້ານຳຜູ້ທີ່ຖືໃນທາງນີ້ກັບມາຍັງກຸງເຢຣູຊາເລັມເພື່ອຮັບການລົງໂທດ.6ມີເຫດການເກີດຂຶ້ນຂະນະທີ່ຂ້າພະເຈົ້ກຳລັງເດີນທາງ ແລະ ເມື່ອໃກ້ເຖິງເມືອງດາມັສກັດ, ປະມານທ່ຽງວັນທັນໃດນັ້ນມີແສງກ້າຈາກສະຫວັນສ່ອງແສງຢູ່ລອບຕົວຂ້າພະເຈົ້າ.7ຂ້າພະເຈົ້າລົ້ມລົງກັບພື້ນ ແລະ ໄດ້ຍິນສຽງໜຶ່ງເວົ້າກັບຂ້າພະເຈົ້າວ່າ, ' ໂຊໂລ, ໂຊໂລເອີຍ, ເຈົ້າຂົ່ມເຫັງເຮົາເຮັດຫຍັງ?'8ຂ້າພະເຈົ້າຕອບວ່າ, 'ພຣະອົງເຈົ້າເປັນຜູ້ໃດ?' ພຣະອົງຊົງກ່າວແກ່ຂ້າພະເຈົ້າວ່າ, 'ເຮົາຄືເຢຊູຊາວນາຊາເຣັດ, ຜູ້ທີ່ເຈົ້າກຳລັງຂົ່ມເຫັງ.'9ບັນດາຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ, ແຕ່ພວກເຂົາບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ,10ຂ້າພະເຈົ້າກ່າວວ່າ, 'ພຣະຜູ້ເປັນເຈົ້າ, ຂ້າພະອົງຄວນຈະເຮັດຢ່າງໃດ? ອົງພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ 'ຈົ່ງລຸກຂຶ້ນ ແລະ ເຂົ້າໄປໃນເມືອງດາມັສກັດ; ທີ່ນັ້ນຈະມີຄົນບອກທຸກສິ່ງທີ່ເຈົ້າຕ້ອງທຳ'11ຂ້າພະເຈົ້າບໍ່ສາມາດເບິ່ງເຫັນໄດ້ເນື່ຶອງຈາກຄວາມສະຫວ່າງຂອງແສງນັ້ນ, ດັ່ງນັ້ນຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າເຂົ້າໄປໃນເມືອງດາມັສກັດ.12ທີ່ນັ້ນຂ້າພຣະເຈົ້າໄດ້ພົບກັບຊາຍຄົນໜຶ່ງຊື່ອານາເນຍ, ເປັນຄົນສັດທາຕາມກົດບັນຍັດ ແລະມີຊື່ສຽງດີໃນໝູ່ຊາວຢິວທີ່ອາໄສຢູ່ທີ່ນັ້ນ.13ເຂົາມາຫາຂ້າພະເຈົ້າ, ຢືນຢູ່ຂ້າງຂ້າພະເຈົ້າ ແລະ ເວົ້າວ່າ 'ອ້າຍໂຊໂລເອີຍ, ທ່ານຈົ່ງເຫັນເຖີດ.' ໃນທັນໃດນັ້ນຂ້າພະເຈົ້າກໍເບິ່ງເຫັນເຂົາ.14ແລ້ວເຂົາກໍເວົ້າວ່າ, 'ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເລືອກທ່ານໃຫ້ຮູ້ປະສົງຂອງພຣະອົງ, ເພື່ອທີ່ຈະເຫັນພຣະອົງຜູ້ຊອບທັມ, ແລະ ໄດ້ຍິນສຽງທີ່ມາຈາກພຣະໂອດຂອງພຣະອົງ.15ເພາະທ່ານຈະເປັນພະຍານຝ່າຍພຣະອົງຕໍ່ທຸກຄົນຖິງສິ່ງທີ່ທ່ານໄດ້ເຫັນ ແລະໄດ້ຍິນ.16ແລະ ບັດນີ້ເຫດໃດທ່ານຈຶ່ງລໍຖ້າຢູ່? ຈົ່ງລຸກຂຶ້ນ, ຮັບບັບຕິສະມາ ແລະ ຊຳລະຄວາມຜິດບາບຂອງທ່ານ, ດ້ວຍການເອີ້ນອອກພຣະນາມຂອງພຣະອົງ.'17ຫລັງຈາກທີ່ຂ້າພຣະເຈົ້າກັບໄປກຸງເຢຣູຊາເລັມ, ແລະ ໃນຂະນະທີ່ຂ້າພະເຈົ້າກຳລັງອະທິຖານໃນພຣະວິຫານ, ມີສິ່ງເກີດຂຶ້ນຄືຂ້າພະເຈົ້າໄດ້ຮັບນິມິດ.18ຂ້າພະເຈົ້າໄດ້ເຫັນພຣະອົງກ່າວກັບຂ້າພະເຈົ້າວ່າ 'ຈົ່ງຮີບອອກຈາກກຸງເຢຣູຊາເລັມໂດຍໄວ, ເພາະພວກເຂົາຈະບໍ່ຍອມຮັບຄຳພະຍານຂອງເຈົ້າກ່ຽວກັບເຮົາ.'19ຂ້າພຣະເຈົ້າຈຶ່ງເວົ້າວ່າ 'ພຣະຜູ້ເປັນເຈົ້າ, ພວກເຂົາເອງກໍຮູ້ວ່າຂ້າພະເຈົ້າໄດ້ຈອງຈຳ ແລະຂ້ຽນຕີຜູ້ທີ່ເຊື່ອໃນພຣະອົງໃນທຳມະສາລາທຸກແຫ່ງ.20ເມື່ອໂລຫິດຂອງຊະເຕຟາໂນທີເປັນພະຍານຂອງພຣະອົງໄດ້ລົ້ມລົງ, ຂ້າພະເຈົ້າກໍຢືນຢູ່ໃກ້ໆ ແລະ ເຫັນຊອບ, ແລະ ຂ້າພະເຈົ້າໄດ້ເຝົ້າເສື້ອຜ້າຂອງຜູ້ທີ່ຂ້າເຂົາ.'21ແຕ່ພຣະອົງຕັດກັບຂ້າພະເຈົ້າວ່າ 'ຈົ່ງອອກໄປ, ເພາະເຮົາຈະສົ່ງເຈົ້າໃຫ້ໄປໄກ ໄປຫາຄົນຕ່າງຊາດ. '"22ພວກປະຊາຊົນຍອມຟັງ ໃຫ້ເຂົາກ່າວໃນຈຸດນີ້. ແຕ່ແລ້ວພວກເຂົາກໍຮ້ອງວ່າ "ເອົາຄົນເຊັ່ນນີ້ອອກໄປຈາກແຜ່ນດິນໂລກ, ເພາະເຂົາບໍ່ສົມຄວນທີ່ຈະມີຊີວິດຢູ່."23ຂະນະທີ່ພວກເຂົາຮ້ອງກໍໂຍນເສື້ອຄຸມຂອງພວກເຂົາ ແລະ ໂຍນຝຸ່ນລະອອງຂຶ້ນໄປໃນອາກາດ,24ນາຍພົນທະຫານຈຶ່ງສັ່ງໃຫ້ນຳໂປໂລເຂົ້າມາໃນປ້ອມທະຫານ. ເຂົາສັ່ງວ່າເຂົາຄວນຈະຖືກສອບສວນດ້ວຍການຂ້ຽນຕີ, ເພື່ອໃຫ້ເຂົາຈະໄດ້ຮູ້ວ່າເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານເຂົາເຊັ່ນນັ້ນ.25ເມື່ອພວກເຂົາເອົາເຊືອກໜັງມັດໂປໂລ, ໂປໂລໄດ້ກ່າວກັບນາຍຮ້ອຍທີ່ຢືນຢູ່ຂ້າງໆວ່າ, "ເປັນເລື່ອງຖືກຕ້ອງຕາມກົດໝາຍແລ້ວບໍ ທີ່ທ່ານຂ້ຽນຕີຄົນທີ່ເປັນຊາວໂຣມ ແລະ ຍັງບໍ່ໄດ້ປະກາດວ່າເຮັດຜິດ?"26ເມື່ອນາຍຮ້ອຍໄດ້ຍິນດັ່ງນັ້ນ, ເຂົາໄດ້ໄປຫານາຍພົນ ແລະ ບອກເຂົາວ່າ "ທ່ານຈະເຮັດແນວໃດໃນສິ່ງນີ້? ເນື່ອງຈາກຊາຍຜູ້ນີ້ເປັນຄົນສັນຊາດໂຣມ."27ນາຍພົນຈຶ່ງໄດ້ມາ ແລະ ເວົ້າກັບເຂົາວ່າ "ຈົ່ງບອກເຮົາວ່າ, ທ່ານເປັນຄົນສັນຊາດໂຣມບໍ?" ໂປໂລກ່າວວ່າ, "ແມ່ນ"28ນາຍພົນຕອບວ່າ, "ຈະຕ້ອງໃຊ້ເງິນຈຳນວນຫລາຍ ທີ່ເຮົາຈະໄດ້ຮັບສັນຊາດ." ແຕ່ໂປໂລກ່າວວ່າ, "ຂ້າພະເຈົ້າເປັນຄົນສັນຊາດໂຣມແຕ່ກຳເນີດ."29ຈາກນັ້ນຄົນທັງຫລາຍທີ່ກຳລັງໄຕ່ສວນເຂົາກໍໄດ້ປ່ອຍເຂົາໄປທັນທີ. ນາຍພົນເອງກໍຢ້ານ, ເມື່ອເຂົາໄດ້ຮຽນຮູ້ວ່າໂປໂລເປັນຄົນສັນຊາດໂຣມ, ເພາະເຂົາໄດ້ມັດເພິ່ນໄວ້.30ໃນວັນຮຸ່ງຂຶ້ນ, ນາຍພົນທະຫານຕ້ອງການຮູ້ຄວາມຈິງກ່ຽວກັບຂໍ້ກ່າວຫາຂອງຊາວຢິວ ຕໍ່ຕ້ານໂປໂລ. ດັ່ງນັ້ນເຂົາຈຶ່ງຖອດເຄື່ອງຈອງຈຳຂອງເຂົາອອກ ແລະ ສັ່ງໃຫ້ພວກຫົວໜ້າປະໂຣຫິດ ແລະ ບັນດາສະມາຊິກສະພາມາປະຊຸມກັນ. ຈາກນັ້ນເຂົາກໍພາໂປໂລລົງມາ ແລະໃຫ້ເຂົາຢູ່ທ່າມກາງພວກເຂົາ.
1ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາ ແລະກ່າວ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີຊີວິດຢູ່ຕໍ່ພຣະພັກພຣະເຈົ້າດ້ວຍຈິດສຳນຶກອັນດີທຸກຢ່າງຈົນເຖິງທຸກວັນນີ້."2ມະຫາປະໂຣຫິດອານາເນຍໄດ້ສັ່ງໃຫ້ຜູ້ທີ່ຢືນຢູ່ຂ້າງໆ ໂປໂລຕົບປາກເພິ່ນ.3ຈາກນັ້ນໂປໂລໄດ້ກ່າວແກ່ເຂົາວ່າ, "ພຣະເຈົ້າຈະຊົງຕີທ່ານ, ທ່ານເປັນຝາທີ່ທາດ້ວຍປູນຂາວ ທ່ານກຳລັງນັ່ງພິພາກສາຂ້າພະເຈົ້າຕາມກົດບັນຍັດ, ທັງຍັງສັ່ງໃຫ້ຕົບຕີຂ້າພະເຈົ້າຊຶ່ງເປັນການຕໍ່ຕ້ານກົດບັນຍັດບໍ?"4ຄົນທີ່ຢືນຢູ່ໃກ້ໆ ກ່າວວ່າ, "ເຈົ້າກ້າເວົ້າໝິ່ນປະມາດມະຫາປະໂຣຫິດຂອງພຣະເຈົ້າໄດ້ແນວໃດ?5ໂປໂລກ່າວວ່າ, "ພີ່ນ້ອງທັງຫລາຍຂ້າພຣະເຈົ້າບໍ່ຮູ້ວ່າເຂົາເປັນມະຫາປະໂຣຫິດ, ເພາະມີຄຳຂຽນໄວ້ວ່າ, ຢ່າເວົ້າຊົ່ວຮ້າຍຕໍ່ຜູ້ປົກຄອງຂອງເຈົ້າ."6ເມື່ອໂປໂລເຫັນວ່າສ່ວນໜຶ່ງຂອງສະພາເປັນພວກຊາດູກາຍ ແລະ ພວກຟາຣິີຊາຍອື່ນໆ, ເຂົາຈຶ່ງເວົ້າສຽງດັງໃນສະພາວ່າ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຟາຣີຊາຍ, ເປັນລູກຊາຍຂອງພວກຟາຣີຊາຍ. ທີ່ຂ້າພະເຈົ້າຖືກພິພາກສາ ກໍເພາະຂ້າພະເຈົ້າໝັ້ນໃຈໃນຄວາມຫວັງໃນການຟື້ນຄືນຊີວິດຈາກຄວາມຕາຍ."7ເມື່ອເຂົາກ່າວເຊັ່ນນີ້, ກໍເກີດການໂຕ້ຖຽງລະຫວ່າງພວກຟາຣີຊາຍ ແລະ ພວກຊາດູກາຍ ແລະ ຝູງຊົນກໍແຕກແຍກ.8ເນື່ອງຈາກພວກຊາດູກາຍກ່າວວ່າບໍ່ມີການຟື້ນຄືນຊີວິດ, ບໍ່ມີທູດສະຫວັນ, ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍຮັບຮູ້ໃນສິ່ງທັງໝົດເຫລົ່ານີ້.9ດັ່ງນັ້ນຈຶ່ງເກີດຄວາມອຶກກະທຶກຂຶ້ນຢ່າງໃຫຍ່, ແລະ ພວກທຳມະຈານບາງສ່ວນທີ່ຢູ່ໃນຝ່າຍພວກຟາຣີຊາຍໄດ້ຢືນຂຶ້ນ ແລະຖຽງກັນວ່າ, "ເຮົາພົບວ່າຊາຍຜູ້ນີ້ບໍ່ມີຄວາມຜິດຫຍັງ. ຖ້າວິນຍານ ຫລື ທູດສະຫວັນຈະເວົ້າກັບເຂົາຈະເປັນຫຍັງໄປ?10ເມື່ອການໂຕ້ຖຽງເລີ້ມຮຸນແຮງຂຶ້ນ, ນາຍພົນທະຫານຢ້ານວ່າໂປໂລຈະຖືກພວກເຂົາຈັບຈີກເປັນຕ້ອນໆ, ເຂົາຈຶ່ງສັ່ງໃຫ້ທະຫານລົງໄປ ແລະ ພາໂປໂລອອກຈາກໝູ່ສະມາຊິກສະພາ, ແລະ ນຳເຂົາເຂົ້າໄປໃນຄ້າຍທະຫານ.11ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຊົງຢືນຢູ່ຂ້າງເຂົາ ແລະ ຕັດວ່າ, "ຢ່າຍ້ານເລີຍ, ເພາະເຈົ້າເປັນພະຍານຝ່າຍເຮົາໃນກຸງເຢຣູຊາເລັມ, ດັ່ງນັ້ນເຈົ້າຕ້ອງເປັນພະຍານໃນກຸງໂຣມດ້ວຍ."12ໃນເວລາຮຸ່ງເຊົ້າ, ມີພວກຢິວບາງຄົນໄດ້ເຮັດການ ການຕົກລົງ ແລະ ໄດ້ຮຽກຮ້ອງໃຫ້ສາບແຊ່ງຊາບພວກເຂົາ ໂດຍກ່າວວ່າພວກເຂົາຈະບໍ່ກິນ ບໍ່ດື່ມສິ່ງໃດທັງໝົດຈົນກວ່າໄດ້ຂ້າໂປໂລ.13ຜູ້ທີ່ວ່າງແຜນການນີ້ມີຫລາຍກວ່າສີ່ສິບຄົນ.14ພວກເຂົາໄດ້ເດີນທາງໄປຫາພວກຫົວໜ້າປະໂຣຫິດ ແລະ ພວກຜູ້ອາວຸດໂສ ແລະ ໄດ້ກ່າວວ່າ, "ເຮົາໄດ້ມອບຕົວເອງຢູ່ພາຍໃຕ້ຄຳສາບແຊ່ງອັນໃຫຍ່ຫລວງ, ທີ່ຈະບໍ່ກິນອີ່ຫຍັງຈົນກວ່າຈະໄດ້ຂ້າໂປໂລ.15ດັ່ງນັ້ນ, ຈົ່ງໃຫ້ສະພາບອກນາຍພົນທີ່ຈະນຳເຂົາລົງໄປໃຫ້ແກ່ທ່ານ, ເພື່ອທ່ານຈະຕັດສິນຄະດີຂອງເຂົາໄດ້ຊັດເຈນຫລາຍຍິ່ງຂຶ້ນ. ສຳຫລັບພວກເຮົາ, ພວກເຮົາພ້ອມທີ່ຈະຂ້າເຂົາກ່ອນທີ່ເຂົາຈະມາທີ່ນີ້."16ແຕ່ບຸດຊາຍຂອງນ້ອງສາວໂປໂລໄດ້ຍິນວ່າພວກເຂົາກຳລັງຈັດຊາກຖ້າຢູ່, ດັ່ງນັ້ນເຂົາຈຶ່ງໄດ້ໄປ ແລະ ເຂົ້າໄປໃນປ້ອມທະຫານ ແລະ ໄດ້ບອກໂປໂລ.17ໂປໂລຮ້ອງນາຍຮ້ອຍຄົນໜຶ່ງ ແລະ ກ່າວວ່າ, "ພາຊາຍໜຸ່ມຄົນນີ້ໄປຫານາຍພົນ, ເພາະເຂົາມີບາງຢ່າງທີ່ຈະບອກແກ່ທ່ານນາຍພົນ."18ດັ່ງນັ້ນນາຍຮ້ອຍຈຶ່ງຮັບຊາຍໜຸ່ມນີ້ໄປ ແລະ ໄດ້ນຳເຂົາໄປຫານາຍພົນ ແລະ ກ່າວວ່າ, "ໂປໂລຊິ່ງເປັນນັກໂທດໄດ້ຮ້ອງຂ້າພະເຈົ້າໄປຫາເຂົາ, ແລະ ໄດ້ຂໍໃຫ້ຂ້າພະເຈົ້ານຳຊາຍໜຸ່ມຄົນນີ້ມາຫາທ່ານ. ເຂົາມີບາງສິ່ງທີ່ຈະບອກແກ່ທ່ານ."19ນາຍພົນຈຶ່ງຈັບມືຊາຍໜຸ່ມໄປຍັງສະຖານທີ່ສ່ວນຕົວ ແລະ ຖາມເຂົາວ່າ, "ທ່ານຈະບອກຫຍັງແກ່ເຮົາ?"20ຊາຍໜຸ່ມກ່າວວ່າ, "ພວກຢິວໄດ້ຕົກລົງທີ່ຈະຂໍໃຫ້ທ່ານນຳໂປໂລໄປຍັງສະພາໃນມື້ຶອຶ່ນນີ້, ໂດຍອ້າງກັບວ່າພວກເຂົາຈະສອບຄະດີຂອງເຂົາໃຫ້ຊັດເຈນຍິ່ງຂຶ້ນ.21ແຕ່ທ່ານຢ່າໃຫ້ພວກເຂົາ, ເພາະມີຊາຍຫລາຍກວ່າສີ່ສິບຄົນ ທີ່ກຳລັງຈັດຊາກຕວົະຖ້າເຂົາຢູ່. ພວກເຂົາຖືກຮຽກຮ້ອງໃຫ້ສາບແຊ່ງຕົວພວກເຂົາເອງ, ວ່າຈະບໍ່ໃຫ້ກິນ ຫລື ດື່ມຈົນກວ່າພວກເຂົາຈະໄດ້ຂ້າເຂົາ. ແມ້ວ່າຕອນນີ້ພວກເຂົາຕຽມພ້ອມ, ກຳລັງລໍຖ້າຄວາມຍິນຍອມຈາກທ່ານ."22ດັ່ງນັ້ນນາຍພົນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ, ຫລັງຈາກແນະນຳເຂົາວ່າ, "ຢ່າບອກໃຜວ່າເຈົ້າໄດ້ບອກເລື່ອງນີ້ແກ່ເຮົາ."23ຈາກນັ້ນເຂົາໄດ້ຮ້ອງນາຍຮ້ອຍສອງຄົນມາ ແລະ ກ່າວວ່າ, "ໃຫ້ຈັດກອງທະຫານສອງຮ້ອຍຄົນ ແລະ ທະຫານມ້າເຈັດສິບຄົນ ແລະ ນາຍທະຫານຫອກສອງຮ້ອຍຄົນຕຽມພ້ອມທີ່ຈະເດີນທາງໄກໄປຍັງເມືອງກາຍຊາເຣຍ. ທ່ານຈະອອກໃນເວລາເກົ້າໂມງຂອງຄືນນີ້."24ເຂົາຍັງໄດ້ສັ່ງໃຫ້ພວກເຂົາຈັດຕຽມສັດໃຫ້ໂປໂລຂີ່ ແລະ ພາເຂົາໄປຫາເຟລິກຜູ້ປົກຄອງເມືອງຢ່າງປອດໄພ.25ຈາກນັ້ນເຂົາກໍໄດ້ຂຽນຈົດໝາຍດັ່ງນີ້ວ່າ:26"ກລາວດີໂອລີເຊຍ ຮ້ອງທ່ານເຟລິກ ຜູ້ປົກຄອງເມືອງທີ່ຍອດຢ້ຽມທີ່ສຸດ.27ຊາຍຜູ້ນີ້ຖືກຈັບໂດຍຊາວຢິວ ແລະ ກຳລັງຈະຖືກພວກເຂົາຂ້າຕາຍ, ເມື່ອຂ້າພຣະເຈົ້າມາຫາພວກເຂົາພ້ອມກັບກອງທະຫານ ແລະ ຊ່ວຍເຂົາໄວ້, ເນື່ອງຈາກຂ້າພຣະເຈົ້າຮູ້ວ່າເຂົາເປັນຄົນສັນຊາດໂຣມ.28ຂ້າພະເຈົ້າຢາກຈະຮູ້ວ່າເຫດໃດພວກເຂົາຈຶ່ງກ່າວຫາເຂົາ, ດັ່ງນັ້ນຂ້າພະເຈົ້າຈຶ່ງເອົາລາວລົງມາທີ່ສະພາ.29ຂ້າພະເຈົ້າໄດ້ຮູ້ວ່າເຂົາກຳລັງຖືກກ່າວຫາກ່ຽວກົດໝາຍຂອງພວກເຂົາ, ແຕ່ບໍ່ມີຂໍ້ກ່າວຫາໃດທີ່ເຂົາສົມຄວນຕາຍ ຫລື ຖືກຄຸກ.30ຈາກນັ້ນຂ້າພະເຈົ້າໄດ້ຮູ້ວ່າມີການວາງແຜນຕໍ່ຕ້ານຊາຍຄົນນີ້, ດັ່ງນັ້ນຂ້າພະເຈົ້າຈຶ່ງສົ່ງເຂົາມາຫາທ່ານທັນທີ, ແລະ ສັ່ງໃຫ້ໂຈດຂອງເຂົານຳຄຳຟ້ອງທີ່ມີຕໍ່ເຂົາມາສະແດງຕໍ່ໜ້າທ່ານ."31ດັ່ງນັ້ນເຫລົ່າທະຫານໄດ້ເຊື່ອຟັງຄຳສັ່ງຂອງພວກຜູ້ອາວຸດໂສ. ພວກເຂົາໄດ້ຮັບຕົວໂປໂລ ແລະ ໄດ້ພາເຂົາໄປຍັງເມືອງອັນຕີປາຕີໃນເວລາກາງຄືນ.32ໃນວັນຕໍ່ມາ, ທະຫານສ່ວນໃຫຍ່ໄດ້ປະພວກທະຫານມ້າໃຫ້ໄປກັບໂປໂລ ແລະ ພວກເຂົາເອງກໍໄດ້ກັບໄປຍັງປ້ອມທະຫານ.33ເມື່ອທະຫານມ້າ ມາເຖິງເມືອງກາຍຊາເຣຍ ແລະ ໄດ້ສົ່ງຈົດໝາຍໃຫ້ແກ່ຜູ້ປົກຄອງ, ພວກເຂົາໄດ້ມອບໂປໂລໃຫ້ແກ່ທ່ານດ້ວຍ.34ເມື່ອຜູ້ປົກຄອງໄດ້ອ່ານຈົດມາຍ, ເຂົາໄດ້ຖາມໂປໂລມາຈາກແຂວງໃດ ເມື່ອເຂົາຮູ້ວ່າໂປໂລມາຈາກກີລີເກຍ,35ເຂົາກ່າວວ່າ, "ເຮົາຈະຟັງເຈົ້າຢ່າງເຕັມທີເມື່ອໂຈດຂອງເຈົ້າມາທີ່ນີ້." ຈາກນັ້ນເຂົາກໍສັ່ງໃຫ້ຄຸມໂປໂລໄວ້ໃນພຣະລາດຊະວັງຂອງເຮໂຣດ;
1ຫລັງຈາກຫ້າວັນ, ອານາເນຍມະຫາປະໂຣຫິດ, ພວກຜູ້ອາວຸດໂສ, ແລະ ນັກເວົ້າທີ່ມີຊື່ວ່າເຕຕູໂລໄດ້ໄປທີ່ນັ້ນ. ຄົນເຫລົ່ານີ້ນຳຄຳຟ້ອງໂປໂລໄປໃຫ້ຜູ້ປົກຄອງ.2ເມືອໂປໂລຢືນຢູ່ຕໍ່ຫນ້າຜູ້ປົກຄອງເຕຕູໂລ ໄດ້ເລີ່ມຟ້ອງເຂົາ ແລະ ໄດ້ເວົ້າກັບຜູ້ປົກຄອງ, "ເພາະທ່ານພວກເຮົາຈຶ່ງມີຄວາມສະຫງົບສຸກຫລາຍ, ແລະ ການເບິ່ງການໄກຂອງທ່ານ ນຳການປະຕິຮູບທີ່ດີມາຍັງປະເທດຂອງເຮົາ;3ດັ່ງນັ້ນເຮົາຈຶ່ງຍິນດີຮັບທຸກຢ່າງທີ່ທ່ານໄດ້ທຳດ້ວຍການຂອບໃຈ, ທ່ານຟີລິກ.4ເພື່ອທີ່ຂ້າພະເຈົ້າຈະບໍ່ໃຫ້ເສຍເວລາທ່ານເກີນໄປ, ຂ້າພະເຈົ້າຂໍໃຫ້ທ່ານໃຊ້ເວລາສັ້ນໆ ຟັງຂ້າພະເຈົ້າດ້ວຍຄວາມເມດຕາ.5ເນື່ອງຈາກເຮົາໄດ້ພົບວ່າຊາຍຄົນນີ້ຈະເປັນຄົນຍຸແຍ່ ເຮັດໃຫ້ເກີດການກະບົດ ແລະ ເປັນສາເຫດທີ່ເຮັດໃຫ້ຊາວຢິວທຸກຄົນທົ່ວໂລກວຸ້ນວາຍ. ເຂົາເປັນຜູ້ນຳຂອງລັດທິນາຊາເຣັດ.6ເຂົາຍັງພະຍາຍາມທີ່ຈະທຳລາຍພຣະວິຫານ, ດັ່ງນັ້ນເຮົາຈຶ່ງຈັບກຸມເຂົາໄວ້.78ເມື່ອທ່ານຖາມໂປໂລກ່ຽວກັບເລື່ອງເຫລົ່ານີ້, ທ່ານກໍຈະຮູ້ວ່າເຮົາກ່າວຫາເຂົາດ້ວຍເລື່ອງຫຍັງ"9ພວກຊາວຢິວກໍຮ່ວມກັນກ່າວຫາໂປໂລ, ແລະ ຢືນຢັນວ່າສີ່ງເຫລ່ານີ້ເປັນຄວາມຈິງ.10ແຕ່ເມື່ອຜູ້ປົກຄອງໄດ້ໃຫ້ໂປໂລເວົ້າ ໂປໂລຕອບວ່າ, "ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາແກ່ຊາດນີ້ມາຫລາຍປີແລ້ວ, ດັ່ງນັ້ນ ຂ້າພະເຈົ້າຍິນດີທີ່ຈະອະທິບາຍກ່ຽວກັບຕົວຂ້າພະເຈົ້າແກ່ທ່ານ.11ທ່ານສາມາດກວດສອບໄດ້ວ່າຕັ້ງແຕ່ທີ່ຂ້າພະເຈົ້າຂຶ້ນໄປນະມັດສະການທີ່ກຸງເຢຣູຊາເລມບໍ່ເກີນສິບສອງວັນ.12ເມື່ອພວກເຂົາພົບຂ້າພຣະເຈົ້າໃນພະວິຫານຂ້າພະເຈົ້າບໍ່ໄດ້ໂຕ້ຖຽງກັບໃຜ, ແລະ ບໍ່ໄດ້ຍຸຍົງໃຜໃນທຳມະສາລາ ຫລືໃນເມືອງ.13ພວກເຂົາບໍ່ສາມາດພິສູດຂໍ້ກ່າວຫາທີ່ພວກເຂົາຟ້ອງຮ້ອງຂ້າພະເຈົ້າແກ່ທ່ານໄດ້ ດັ່ງນັ້ນພວກເຂົາຈຶ່ງຕໍ່ຕ້ານຂ້າພະເຈົ້າໃນເວລານີ້.14ແຕ່ຂ້າພະເຈົ້າຍອມຮັບສິ່ງນີ້ຕໍ່ທ່ານວ່າຕາມທາງທີ່ພວກເຂົາຮ້ອງວ່ານິກາຍນັ້ນ, ໃນທາງດຽວກັນຂ້າພະເຈົ້າຮັບໃຊ້ພຣະເຈົ້າຂອງບັນພະບຸລຸດຂອງເຮົາ ຂ້າພະເຈົ້າສັດຊື່ຕໍ່ທຸກສິ່ງທີ່ຢູ່ໃນທຳບັດຍັດ ແລະ ຄຳພະຍາກອນທີ່ໄດ້ຂຽນໄວ້.15ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງດຽວກັນໃນພະເຈົ້າເຊັ່ນດຽວກັນກັບຄົນເຫລົ່ານີ້ເຝົ້າລໍຖ້າ ການຟື້ນຂືື້ນຈາກຄວາມຕາຍຂອງທັງຜູ້ຊອບທຳ ແລະ ຜູ້ບໍ່ຊອບທຳ.16ໃນເລື້ອງນີ້ ຂ້າພະເຈົ້າໄດ້ທຳງານດ້ວຍຈິດສຳນຶກຊັດເຈນຕໍ່ໜ້າພຣະເຈົ້າ ແລະ ມະນຸດ.17ຕອນນີ້ຫລັງຈາກຫລາຍປີຜ່ານໄປ ຂ້າພະເຈົ້ານຳກາານຊ່ວຍເຫລືອ ແລະ ຂອງປະທານໃນເລື່ອງເງິນທອງມາຍັງຊົນຊາດຂອງຂ້າພະເຈົ້າ.18ເມື່ອຂ້າພະເຈົ້າເຮັດເຊັ່ນນີ້, ພວກຢິວບາງຄົນຈາກແຄວ້ນເອເຊຍໄດ້ພົບຂ້າພະເຈົ້າໃນພິທີຊຳລະຕົວໃຫ້ບໍລິສຸດໃນພຣະວິຫານ, ບໍ່ໄດ້ຢູ່ກັບຝູງຊົນ ຫລື ຄວາມວຸ້ນວາຍ.19ຫາກຄົນເຫລົ່ານີ້ມີສິ່ງໃດພວກເຂົາຄວນຢູ່ຕໍ່ໜ້າທ່ານ ແລ ະກ່າວສິ່ງທີ່ພວກເຂົາຕໍ່ຕ້ານຂ້າພະເຈົ້າ.20ຫລື ຄົນເຫລົ່ານີ້ຄວນເວົ້າໃນສິ່ງທີ່ຜິດທີ່ພວກເຂົາພົບໃນຂ້າພະເຈົ້າ ເມື່ອຂ້າພະເຈົ້າຢືນຢູ່ຕໍ່ຫນ້າສະພາຢິວ,21ວັ້ນແຕ່ວ່າເປັນເລື່ອງກ່ຽວກັບສິ່ງຫນຶ່ງທີ່ຂ້າພະເຈົ້າເວົ້າສຽງດັງ ເມື່ອຂ້າພະເຈົ້າຢືນຢູ່ທ່າມກາງພວກເຂົາ, 'ມັນເປັນເລື່ອງກ່ຽວກັບການຟື້ນຄືນຈາກຄວາມຕາຍທີ່ຂ້າພະເຈົ້າຖືກທ່ານຕັດສິນໃນວັນນີ້."22ແລ້ວເຟລິກ, ໄດ້ຮູ້ເລື່ອງລາວກ່ຽວທາງນັ້ນເປັນຢ່າງດີແລ້ວ, ເຂົາຈຶ່ງເລືອນການພິຈາລະນາ ເຂົາກ່າວວວ່າ, "ເມື່ອໃດກໍຕາມທີ່ລີເຊຍ ຜູ້ບັນຊາການລົງມາຈາກກຸງເຢຣູຊາເລັມ, ເຮົາຈະຕັດສິນຄະດີຂອງທ່ານ."23ຈາກນັ້ນເຂົາໄດ້ສັ່ງນາຍຮ້ອຍຄຸມຕົວໂປໂລ, ແຕ່ໃຫ້ມີອິດສະລະບາງຢ່າງ ແລະ ຫ້າມບໍ່ໃຫ້ໃຜຢຸດເພື່ອນສະຫາຍຂອງເຂົາຈາກການຊ່ວຍເຫລືອຫລືຢ້ຽມຢາມເຂົາ24ຫລັງຈາກນັ້ນຫລາຍວັນ, ເຟລິກໄດ້ກັບມາພ້ອມກັບດູຊີນລາເມຍຂອງເຂົາ, ຊິ່ງເປັນຄົນຢິວ, ແລະ ເຂົາໄປຮ້ອງໂປໂລ ແລະ ຟັງເລື່ອງລາວກ່ຽວກັບຄວາມເຊື່ອໃນພຣະເຢຊູຄຣິດເຈົ້າຈາກເຂົາ.25ແຕ່ເມື່ອໂປໂລໃຫ້ເຫດຜົນກ່ຽວກັບຄວາມຊອບທຳ, ການຄວບຄຸມຕົນເອງ, ແລະ ການພິພາກສາທີ່ຈະມາ, ເຟລິກກໍຢ້ານ ແລະ ໄດ້ກ່າວວ່າ "ຕອນນີ້ຈົ່ງອອກໄປກ່ອນ ເມື່ອມີໂອກາດເຮົາຈະສົ່ງໃຫ້ແກ່ທ່ານ."26ໃນຂະນະດຽວກັນ, ເຂົາກໍຫວັງວ່າໂປໂລຈະໃຫ້ເງິນແກ່ເຂົາ, ດັ່ງນັ້ນເຂົາຈຶ່ງມັກສົ່ງໃຫ້ໂປໂລ ແລະ ໂອ້ລົມກັບເຂົາ.27ແຕ່ເມື່ອສອງປີຜ່ານໄປ, ໂປກິໂອເຟຊະໂຕມາເປັນຜູ້ປົກຄອງຕໍ່ຈາກເຟລິກ, ແຕ່ເຟລິກຕ້ອງການການສະຫນັບສະຫນູນກັບຊາວຢິວ, ດັ່ງນັ້ນເຂົາຈຶ່ງປະໂປໂລໃຫ້ຢູ່ພາຍໃຕ້ການຄວບຄຸມຕໍ່ໄປ.
1ຕອນນີ້, ເຟຊະໂຕເຂົ້າມາໃນແຄ້ວນ, ແລະຫລັງຈາກນັ້ນສາມວັນ, ເຂົາໄດ້ອອກຈາກເມືອງກາຍຊາເຣຍໄປຍັງກຸງເຢຣູຊາເລັມ.2ແລະພວກເຂົາເວົ້າກັບເຟຊະໂຕຢ່າງຮຸນແຮງ.3ແລະ ພວກເຂົາຂໍຄວາມກະລຸນາເຟຊະໂຕກ່ຽວເນື່ອງກັບໂປໂລ ວ່າໃຫ້ເຂົາຮ້ອງໂປໂລໄປຍັງກຸງເຢຣູຊະເລັມ ເພື່ອທີ່ພວກເຂົາຈະສາມາດຂ້າໂປໂລລະຫວ່າງທາງ.4ແຕ່ເຟຊະໂຕໄດ້ຕອບວ່າໂປໂລເປັນນັກໂທດໃນເມືອງກາຍຊາເຣຍ, ແລະ ເຂົາ ເອງກໍຈະກັບໄປທີ່ນັ້ນໃນໄວໆ.5ເຂົາກ່າວວ່າ "ຖ້າຊາຍຜູ້ນີ້ມີຄວາມຜິດຢ່າງໃດຢ່າງຫນຶ່ງ, ດັ່ງນັ້ນກໍໃຫ້ຜູ້ທີ່ສາມາດໄປກັບເຮົາໄປຟ້ອງຮ້ອງເຂົາທີ່ນັ້ນເຖີດ."6ຫລັງຈາກທີ່ເຂົາພັກຢູ່ໄດ້ແປດ ຫລື ສິບວັນເຂົາກໍລົງໄປຍັງກາຍຊາເຣຍ, ແລະ ວັນຕໍ່ມາເຂົານັ່ງຢູ່ເທິງບັນລັງພິພາກສາ ແລະ ສັ່ງໃຫ້ນຳໂປໂລມາໃຫ້ເຂົາ.7ເມື່ອເຂົາມາເຖິງ, ຊາວຢິວຈາກກຸງເຢຣູຊະເລັມໄດ້ຢືນຢູ່ໃກ້ໆ, ແລະ ເຂົານຳຂໍ້ກ່າວຫາຮ້າຍແຮງຫລາຍຢ່າງທີ່ພວກເຂົາບໍ່ສາມາດພິສູດໄດ້8ໂປໂລປົກປ້ອງຕົນເອງ ແລະ ກ່າວວ່າ"ຂ້າພຣະເຈົ້າບໍ່ໄດ້ກະທຳສິ່ງໃດ ທີ່ຕໍ່ຕ້ານກົດຫມາຍຂອງຊາວຢິວ ຫລື ຕໍ່ຕ້ານພຣະວິຫານ ຫລື ຕໍ່ຕ້ານຈັກກະພັດ"9ແຕ່ເຟຊະໂຕຕ້ອງການທີ່ຈະໄດ້ຮັບການສະຫນັບສະຫນູນຂອງຊາວຢິວ, ດັ່ງນັ້ນເຂົາຈຶ່ງຕອບໂປໂລ ແລະ ກ່າວວ່າ, "ເຈົ້າຕ້ອງການຂຶ້ນໄປຍັງກຸງເຢຣູຊເລັມ ແລະ ໃຫ້ເຂົາຕັດສິນກ່ຽວກັບສິ່ງເຫລົ່ານີ້ທີ່ນັ້ນບໍ?"10ໂປໂລກ່າວວ່າ "ຂ້າພະເຈົ້າຢືນຢູ່ຫນ້າບັນລັງພິ ພາກສາ ຂອງຈັກກະພັດທີ່ຂ້າພະເຈົ້າຈະຕ້ອງຮັບການຕັດສິນ. ຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ຊາວຢິວ ທ່ານກໍຮູ້ດີຢູ່ແລ້ວ.11ຖ້າຂ້າພະເຈົ້າໄດ້ກະທຳຜິດ ແລະ ກະທຳສິ່ງທີ່ສົມຄວນຕາຍ, ຂ້າພະເຈົ້າຈະບໍ່ປະຕິເສດການຕາຍເລີຍ. ແຕ່ຖ້າຂໍ້ກ່າວຫາຂອງພວກເຂົາບໍ່ໄດ້ມີຫຍັງ ກໍບໍ່ມີໃຜອາດສົ່ງມອບຂ້າພະເຈົ້າໄປໃຫ້ພວກເຂົາໄດ້. ຂ້າພະເຈົ້່າຈະຂໍອຸທອນເຖິງຈັກກະພັດ.12ຫລັງຈາກທີ່ເຟຊະໂຕໄດ້ໂອ້ລົມກັບສະພາແລ້ວ, ເຂົາຕອບວ່າ,"ເຈົ້າອຸທອນຕໍ່ຈັກກະພັດ. ກໍຈະຕ້ອງໄປຫາຈັກກະພັດ!"13ຫລັງຜ່ານໄປຫລາຍວັນ, ກະສັດອັກຄີປາກັບ ພຣະນາງເບນີເກ ກໍມາທີ່ເມືອງກາຍຊາເຣຍເພື່ອຢ້ຽມຢາມເຟຊະໂຕຢ່າງເປັນທາງການ.14ຫລັງຈາກທີ່ເຂົາຢູ່ທີ່ນັ້ນຫລາຍວັນ, ເຟຊາໂຕໄດ້ສະເຫນີຄະດີຂອງໂປໂລແກ່ກະສັດ; ເຂົາກ່າວວ່າ "ມີຊາຍຄົນຫນຶ່ງ ຊິ່ງເຟລິກໄດ້ຂັງເປັນນັກໂທດຖິ້ມໄວ້ທີ່ນີ້.15ເມື່ອຂ້າພຣະເຈົ້າຢູ່ໃນກຸງເຢຣູຊາເລັມພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸດໂສຂອງຊາວຢິວນຳຄຳຟ້ອງຮ້ອງກ່າວໂທດຊາຍຜູ້ນີ້ຕໍ່ຂ້າພະເຈົ້າ, ແລະ ພວກເຂົາກໍຂໍໃຫ້ຂ້າພະເຈົ້າລົງໂທດເຂົາ.16ຂ້າພະເຈົ້າໄດ້ກ່າວຕໍ່ເລື່ອງນີ້ວ່າບໍ່ແມ່ນທຳນຽມທີ່ຊາວໂຣມຈະມອບສົ່ງຜູ້ໃດ ກ່ອນທີ່ຊາຍຜູ້ທີ່ຖືກກ່າວຫານັ້ນ ຄວນມີໂອກາດທີ່ຈະປະເຊີນກັບໂຈດຂອງເຂົາ ແລະ ປົກປ້ອງຕົວເອງເພື່ອແກ້ຂໍ້ກ່າວຫານັ້ນ.17ດັ່ງນັ້ນ, ເມື່ອພວກເຂົາມາລວມຕົວກັນທີ່ນີ້, ຂ້າພະຈະບໍ່ລໍຊ້າ, ແຕ່ວັນຕໍ່ມາຂ້າພະເຈົ້າໄດ້ນັ່ງຢູ່ບັນລັງພິພາກສາ ແລະ ສັ່ງໃຫ້ນຳຊາຍຄົນນັ້ນເຂົ້າມາ.18ເມື່ອໂຈດຢືນຂຶ້ນ ແລະ ກ່າວຫາເຂົາ, ຂ້າພະເຈົ້າຄິດວ່າບໍ່ມີຂໍ້ກ່າວຫາໃດ ເຂົາຈະນຳມາກ່າວຫາເຂົາເປັນເລື່ອງຮ້າຍແຮງ.19ແຕ່ພວກເຂົາກັບນຳສະເຫນີຂໍ້ພິພາກກ່ຽວກັບສາດສະນາຂອງຕົນເອງ ແລະ ກ່ຽວກັບພຣະເຢຊູທີ່ຕາຍໄປແລ້ວເຊິ່ງໂປໂລອ້າງວ່າຍັງມີຊີວິດຢູ່.20ຂ້າພະເຈົ້າສັບສົນວ່າຈະກວດສອບເລື່ອງນີ້ຢ່າງໃດ ແລະ ຂ້າພະເຈົ້າຖາມເຂົາວ່າ ເຂົາຕ້ອງການຈະໄປຍັງກຸງເຢຣູຊາເລັມເພື່ອຮັບຄຳຕັດສິນຄະດີເຫລົ່ານີ້ທີ່ນັ້ນຫລືບໍ່?21ແຕ່ເມື່ອໂປໂລຮຽກຮ້ອງໃຫ້ຢູ່ພາຍໃຕ້ການຄວບຄຸມຕົວເພື່ອການຕັດສິນໃຈຂອງຈັກກະພັດ, ຂ້າພຣະເຈົ້າໄດ້ສັ່ງໃຫ້ເຂົາຢູ່ພາຍໃຕ້ການຄວບຄຸມຕົວຈົນກວ່າຂ້າພະເຈົ້າຈະສົ່ງເຂົາໄປຫາຈັກກະພັດ."22ອັກຄຣີປາຈຶ່ງກ່າວແກ່ເຟຊາໂຕວ່າ, "ຂ້າພະເຈົ້າຢາກຟັງຊາຍຄົນນີ້ດ້ວຍ" ເຟຊາໂຕກ່າວ "ມື້ອື່ນ," ທ່ານຈະໄດ້ຍິນເຂົາ."23ໃນມື້ຕໍ່ມາ ອັກຄຣິປາ ແລະ ນາງເບນີເກໄດ້ສະເດັດມາພ້ອມກັບພິທີຫລາກຫລາຍ; ພວກເຂົາເຂົ້າມາໃນຫ້ອງໂຖງກັບເຈົ້າຫນ້າທີ່ທະຫານແລະ ກັບຄົນທີ່ມີຊື່ສຽງຂອງເມືອງ. ເມື່ອເຟຊາໂຕອອກຄຳສັ່ງ ໂປໂລກໍຖືກນຳມາຍັງພວກເຂົາ.24ເຟຊາໂຕກ່າວວ່າ, "ກະສັດອັກຄຣິປາ, ແລະທ່ານທຸກຄົນທີ່ຢູ່ທີ່ນີ້ກັບເຮົາທ່ານເຫັນຜູ້ຊາຍຄົນນີ້ ທີ່ຄົນຢິວທັງຫລາຍພາກັນມາປຶກສາກັບຂ້າພະເຈົ້າໃນເຢຣູຊາເລັມ ແລະ ທີ່ນີ້ ແລະ ພວກເຂົາຮ້ອງໃຫ້ຂ້າພຣະເຈົ້າວ່າເຂົາບໍ່ຄວນມີຊີວິດຢູ່ອີກຕໍ່ໄປ.25ຂ້າພະເຈົ້າຮູ້ວ່າເຂົາບໍ່ໄດ້ເຮັດຜິດທີ່ສົມຄວນແກ້ຄວາມຕາຍ; ແຕ່ເປັນເພາະເຂົາໄດ້ອຸທອນຕໍ່ຈັກກະພັດ, ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈຈະສົ່ງເຂົາໄປ.26ແຕ່ຂ້າພະເຈົ້່າບໍ່ມີສິ່ງໃດທີ່ຈະຂຽນລະບຸໃຫ້ຊັດເຈນເຖິງຈັກກະພັດ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງໄດ້ນຳເຂົາມາໃຫ້ແກ່ທ່ານ ໂດຍສະເພາະຢ່າງຍິ່ງທ່ານອັກຄຣິປາ ເພື່ອທີ່ວ່າຂ້າພະເຈົ້າຈະມີຫຍັງບາງຢ່າງທີ່ຈະຂຽນກ່ຽວກັບຄະດີດັ່ງກ່າວນີ້.27ເພາະເບິ່ງຄືວ່າບໍ່ມີເຫດຜົນສຳລັບຂ້າພຣະເຈົ້າ ທີ່ຈະສົ່ງນັກໂທດ ແລະ ບໍ່ໄດ້ລະບຸຂໍ້ກ່າວຫາເຂົາ."
1ດັ່ງນັ້ນອັກຄຣິປາຈຶ່ງກ່າວແກ່ໂປໂລ, "ເຈົ້າຈົ່ງເວົ້າແທນຕົວເຈົ້າເອງ." ແລ້ວໂປໂລຈຶ່ງຍືນມືອອກມາ ແລະ ໃຫ້ການປົກປ້ອງຕົນເອງ.2"ຂ້າພະອົງມີຄວາມຍິນດີເປັນຢ່າງຍິ່ງ, ກະສັດອັກຄຣິປາ, ທີ່ ໄດ້ແກ້ຄະດີຕໍ່ຫນ້າພຣະອົງກັບຂໍ້ກ່າວຫາທັງຫມົດຂອງຊາວຢິວ;3ໂດຍສະເພາະຢ່າງຍິ່ງພຣະອົງເປັນຜູ້ຊ່ຽວຊານໃນປະເພນີ ແລະ ບັນຫາທຸກຢ່າງຂອງຊາວຢິວ. ດັ່ງນັ້ນຂ້າພຣະອົງຈຶ່ງຂໍໃຫ້ພຣະອົງໂປດອົດທົນຟັງຂ້າພຣະອົງດ້ວຍ.4ແທ້ຈິງແລ້ວ, ພວກຊາວຢິວທຸກຄົນຕ່າງກໍຮູ້ດີວ່າຂ້າພຣະອົງດຳເນີນຊີວິດຢ່າງໃດຕັ້ງແຕ່ໄວຫນຸ່ມໃນຕ່າງປະເທດຂອງຕົນເອງ ແລະ ທີ່ກຸງເຢຣູຊາເລັມ.5ພວກເຂົາຮູ້ຈັກຂ້າພະອົງຕັ້ງແຕ່ເລີ່ມຕົ້ນ ແລະ ພວກເຂົາຄວນຈະຍອມຮັບຂ້າພະອົງຢູ່ໃນສະຖານະເປັນພວກຄະນະຟາຣີຊາຍ, ທີ່ເຂັ້ມງວດໃນການນັບຖືສາສະຫນາຂອງພວກເຮົາ.6ບັດນີ້ ຂ້າພະອົງຢືນຢູ່ທີ່ນີ້ເພື່ອຮັບການຕັດສິນເພາະຂ້າພະອົງເບິ່ງຫາພຣະສັນຍາພຣະເຈົ້າໄດ້ຊົງກະທຳກັບບັນພະບຸລຸດຂອງພວກເຮົາ.7ນີ້ເປັນພຣະສັນຍາສິບສອງເຜົ່າຂອງເຮົາທີ່ຫວັງວ່າຈະໄດ້ເມື່ອພວກເຂົານະມັດສະການພຣະເຈົ້າຢ່າງເອົາຈິງເອົາຈັງຕະຫລອດທັງວັນ ແລະຄືນ. ດ້ວຍຄວາມຫວັງນີ້ເອງ, ກະສັດອັກຄຣິປາເອີຍ, ທີ່ພວກຢິວຟ້ອງຂ້າພະອົງ.8ເຫດໃດພວກທ່ານຈຶ່ງຄິດວ່າມັນເປັນເລື່ອງເຫລືອເຊື່ອທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍຟື້ນຄືນມາມີຊີວິດບໍ່ໄດ້?9ຄັ້ງຫນຶ່ງ ຂ້າພະອົງຄິດກັບຕົວເອງວ່າຂ້າພະອົງຄວນຈະເຮັດຫລາຍສິ່ງຫລາຍຢ່າງທີ່ຕໍ່ຕ້ານພຣະນາມຂອງພຣະເຢຊູຊາວນາຊາເຣັດ.10ຂ້າພະອົງໄດ້ກະທຳສິ່ງເຫລົ່ານີ້ໃນກຸງເຢຣູຊາເລັມ. ຂ້າພະອົງໄດ້ຈັບຜູ້ເຊື່ອຈຳນວນຫລາຍຄຸມຂັງດ້ວຍສິດອຳນາດທີ່ຂ້າພະອົງໄດ້ຮັບຈາກພວກຫົວຫນ້າປະໂຣຫິດ, ແລະ ເມື່ອພວກເຂົາຖືກຂ້າຕາຍ, ຂ້າພະອົງກໍໄດ້ອອກສຽງຕໍ່ຕ້ານພວກເຂົາ.11ຂ້າພະອົງໄດ້ລົງໂທດພວກເຂົາຢູ່ຫລາຍຕໍ່ຫລາຍຄັ້ງໃນທຸກທຳມະສາລາ ແລະ ຂ້າພະອົງພະຍາຍາມທີ່ຈະບັງຄັບໃຫ້ພວກເຂົາຫມິ່ນປະຫມາດ. ຂ້າພະອົງໂກດແຄ້ນພວກເຂົາຢ່າງຮ້າຍ ແລະ ຂ້າພະອົງໄດ້ຂົ່ມເຫັງພວກເຂົາແມ້ແຕ່ທີ່ຕ່າງເມືອງ.12ຂະນະທີ່ຂ້າພະອົງກຳລັງເຮັດເຊັ່ນນີ້, ຂ້າພະອົງໄດ້ໄປຍັງເມືອງດາມັສກັດດ້ວຍສິດອຳນາດແລະ ຄຳສັ່ງຂອງພວກຫົວຫນ້າປະໂຣຫິດ;13ແລະ ເສັ້ນທາງທີ່ໄປທີ່ນັ້ນ, ໃນທັນໃດນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງໄດ້ເຫັນແສງສະຫວ່າງຈາກສະຫວັນທີ່ສະຫວ່າງຈ້າກວ່າດວງອາທິດ ແລະ ມັນໄດ້ສ່ອງຢູ່ຮອບທັງຕົວຂ້າພະອົງ.14ເມື່ອພວກເຮົາທຸກຄົນລົ້ມລົງກັບພື້ນ, ຂ້າພະອົງໄດ້ຍິນສຽງເວົ້າກັບຂ້າພະອົງກ່າວເປັນສຽງພາສາເຮັບເຣີວ່າ "ໂຊໂລ, ໂຊໂລເອີຍ ເຈົ້າຂົ່ມເຫັງເຮົາເຮັດຫຍັງ? ຊຶ່ງເຈົ້າເຮັດໃຫ້ເຈັບຕົວເອງລ້າໆ.'15ແລ້ວຂ້າພະອົງກໍເວົ້າວ່າ, 'ພຣະອົງເຈົ້າ, ພຣະອົງເປັນຜູ້ໃດ? ອົງພຣະຜູ້ເປັນເຈົ້າຕອບວ່າ 'ເຮົາຄືເຢຊູຜູ້ທີ່ເຈົ້າໄດ້ຂົ່ມເຫັງ.16ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່ດ້ວຍຕີນຂອງເຈົ້າ; ເພາະຈຸດປະສົງເຮົາໄດ້ປາກົດແກ້ເຈົ້າ ເພື່ອແຕ່ງຕັ້ງໃຫ້ເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າຮູ້ກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສຳແດງກັບເຈົ້າໃນພາຍພາກຫນ້າ.17ແລະ ເຮົາຈະຊ່ວຍເຈົ້າຈາກຜູ້ຄົນ ແລະ ຈາກຄົນຕ່າງຊາດທີ່ເຮົາສົ່ງມາໃຫ້ແກ່ເຈົ້າ,18ເພື່ອເປີດຕາຂອງພວກເຂົາ ແລະເຮັດໃຫ້ພວກເຂົາຫັນຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງຊາຕານມາຫາພຣະເຈົ້າ, ເພື່ອທີ່ວ່າພວກເຂົາໄດ້ຮັບການອະໄພໃນຄວາມບາບຈາກພຣະເຈົ້າ ແລະ ມໍຣະດົກທີ່ເຮົາມອບໃຫ້ກັບຄົນທັງຫລາຍທີ່ຖືກແຍກໄວ້ແລ້ວໂດຍຄວາມເຊື່ອໃນເຮົາ.'19ດັ່ງນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງຈຶ່ງເຊື່ອຟັງນິມິດຈາກສະຫວັນ;20ແຕ່ໂດຍເລີ່ມຕົ້ນກັບໃນເມືອງດາມັສກັດກ່ອນ ແລະຕໍ່ຈາກນັ້ນໃນເຢຣູຊາເລັມແລະທົ່ວແຂວງຢູດາຍແລະໄປຍັງຄົນຕ່າງຊາດດ້ວຍ, ຂ້າພະອົງໄດ້ກ່າວຖ້ອຍຄຳແກ່ພວກເຂົາ ເພື່ອວ່າພວກເຂົາຈະໄດ້ກັບໃຈ ແລະ ຫັນຫນ້າຫາພຣະເຈົ້າ, ກະທຳຄວາມດີໃຫ້ສົມຄວນກັບການກັບໃຈ.21ດ້ວຍເຫດນີ້ຊາວຢິວຈຶ່ງໄດ້ຈັບຂ້າພະອົງໃນພຣະວິຫານ ແລະ ພະຍາຍາມທີ່ຈະຂ້າ ຂ້າພະອົງເສຍ.22ດັ່ງນັ້ນຂ້າພະເຈົ້າຢືນຢູ່ ແລະ ເປັນພະຍານຕໍ່ຄົນທັງຫລາຍ ແລະ ຄົນທີ່ເປັນໃຫຍ່ ຊຶ່ງບໍ່ມີຫຍັງຫລາຍກວ່າເລື່ອງທີ່ຜູ້ເຜີຍພຣະວັດຈະນະ ແລະ ໂມເສໄດ້ກ່າວໄວ້ວ່າຈະເກີດຂຶ້ນ;23ວ່າພຣະຄຣິດຈະຕ້ອງທົນທຸກທໍລະມານ, ແລະ ພຣະອົງຈະເປັນຄົນທຳອິດທີ່ຟື້ນຈາກຄວາມຕາຍ ແລະ ປະກາດເຖິງຄວາມສະຫວ່າງແກ່ຊາວຢິວ ແລະ ຄົນຕ່າງຊາດ."24ເມື່ອໂປໂລໄດ້ສຳເລັດການແກ້ຕ່າງເຂົາແລ້ວ, ເຟສທັສໄດ້ກ່າວດ້ວຍສຽງອັນດັງວ່າ, "ໂປໂລເອີຍ, ເຈົ້າບ້າໄປແລ້ວ; ຄວາມຮູ້ອັນຫລວງຫລາຍຂອງເຈົ້າເຮັດໃຫ້ເຈົ້າບ້າໄປແລ້ວ."25ແຕ່ໂປໂລກ່າວວ່າ, "ທ່ານເຟສທັສ ເອີຍ, ຂ້າພະເຈົ້າບໍ່ໄດ້ເປັນບ້າ, ແຕ່ຂ້າພະເຈົ້າເວົ້າຄວາມຈິງດ້ວຍຄວາມກ້າຫານ ແລະ ມີສະຕິ.26ເພາະເມື່ອກະສັດຮັບຮູ້ເຖິງສິ່ງຕ່າງໆ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພຣະອົງໄດ້ຢ່າງອິດສະລະ, ເພາະຂ້າພະເຈົ້າເຊື່ອວ່າ ບໍ່ມີສິ່ງໃດທີ່ຈະຖືກເຊື່ອງຊ້ອນໄວ້ຈາກພຣະອົງ; ເພາະສິ່ງນີ້ບໍ່ໄດ້ເຮັດໃນທີ່ລັບລີ້.27ກະສັດອັກກຣິປາເອີຍ, ທ່ານເຊື່ອຜູ້ທຳນວາຍນີ້ບໍ? ຂ້າພະເຈົ້າຮູ້ວ່າທ່ານເຊື່ອ."28ອັກກຣິປາໄດ້ກ່າວແກ່ໂປໂລວ່າ, "ໃນເວລາອັນສັ້ນໆນີ້ ເຈົ້າຈະຊັກຊວນເຮົາ ແລະ ຈະໃຫ້ເຮົາເປັນຕຣິດສະຕຽນບໍ?"29ໂປໂລໄດ້ເວົ້າວ່າ, "ຂ້າພະເຈົ້າອະທິຖານຫາພຣະເຈົ້າ, ບໍ່ວ່າຈະເປັນເວລາຍາວ ຫລື ສັ້ນ, ບໍ່ແມ່ນທ່ານເທົ່ານັ້ນ, ແຕ່ຄົນທັງຫມົດຈະໄດ້ຍິນຈາກຂ້າພະເຈົ້າໃນວັນນີ້, ຈະໃຫ້ເປັນເຫມືອນຂ້າພະເຈົ້າ, ເວັ້ນເສຍແຕ່ໂສ້ແຫ່ງການຈຳຈອງນີ້."30ແລ້ວກະສັດກໍລຸກຢືນຂຶ້ນ, ແລະ ຜູ້ປົກຄອງ, ແລະ ນາງເບີນິດ ແລະ ຜູ້ທີ່ກຳລັງນັ່ງກັບພວກເຂົາ;31ເມື່ອພວກເຂົາອອກຈາກຫ້ອງໂຖງແລ້ວ, ພວກເຂົາໄດ້ເວົ້າກັນວ່າ " ຊາຍຜູ້ນີ້ ບໍ່ໄດ້ເຮັດສິ່ງໃດ ທີ່ສົມຄວນແກ່ຄວາມຕາຍ ຫລື ຖືກຈອງຈຳ."32ອັກຄຣິປາໄດ້ກ່າວແກ່ເຟສທັສວ່າ, "ຊາຍຄົນນີ້ຄວນໄດ້ຮັບການປົດປ່ອຍ ຖ້າລາວບໍ່ໄດ້ຍື່ນອຸທອນໄປຍັງກະສັດຊີຊາ."
1ເມື່ອຕັດສິນໃຈວ່າ ພວກເຮົາຈະເດີນເຮືອໄປຍັງປະເທດອີຕາລີ, ພວກເຂົາຈຶ່ງ ມອບໂປໂລ ແລະ ນັກໂທດຄົນອື່ນໆບາງຄົນໄວ້ກັບ ນາຍຮ້ອຍຄົນໜຶ່ງຊື່ວ່າຢູລີໂອ ຊຶ່ງເປັນ ນາຍທະຫານໃນກອງທັບຂອງຈັກກະພັດ ໂອຄຸດໂຕ.2ພວກເຮົາໄດ້ລົງເຮືອລຳຫນຶ່ງ ຈາກເມືອງອາຣະມິດ, ຊຶ່ງກຳລັງຈະອອກໄປ ທຽບທ່າຕ່າງໆຕາມຊາຍຝັ່ງຂອງແຄວ້ນເອເຊຍ. ດັ່ງນັ້ນພວກເຮົາກໍອອກເດີນທາງໄປທະເລ, ອາຣິດຕາໂຂ ຈາກມືອງເທສະໂລນິກ ໃນມາເກໂດເນຍ ກໍໄປກັບພວກເຮົາດ້ວຍ.3ວັນຕໍ່ມາພວກເຮົາ ໄດ້ລົງຈອດເມືອງຊີໂດນ, ທີ່ຊຶ່ງຢູລີໂອໄດ້ມີ ໃຈເມດຕາຕໍ່ໂປໂລ ແລະ ຈຶ່ງໄດ້ອະນຸຍາດໃຫ້ ໂປໂລໄປຫາຫມູ່ເພື່ອນຂອງລາວ ເພື່ອຮັບການດູແລ.4ຈາກທີ່ນັ້ນ ພວກເຮົາໄດ້ໄປຍັງທະເລ ແລະ ແລ່ນເຮືອລຽບຝັ່ງຂອງເກາະໄຊປຣັດເປັນທີ່ກຳບັງລົມ, ເພາະລົມພັດຕ້ານພວກເຮົາຢູ່.5ເມື່ອພວກເຮົາລ່ອງເຮືອຂ້າມທະເລ ແລະ ໃກ້ກັບຊາຍຝັ່ງເມືອງກີລີເກຍ ແລະ ເມືອງປຳຟີເລຍ, ພວກເຮົາກໍມາເຖິງເມືອງມີຣາ, ໃນ ແຂວງລີເກຍ.6ໃນທີ່ນັ້ນ, ນາຍຮ້ອຍໄດ້ ພົບເຮືອລຳຫນຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປຍັງປະເທດອີຕາລີ. ເຂົາຈຶ່ງໃຫ້ພວກເຮົາລົງເຮືອລຳນັ້ນ.7ເມື່ອພວກເຮົາແລ່ນໄປຊ້າໆ ຢູ່ຫລາຍວັນ ແລະ ໃນທີ່ສຸດກໍມາເຖິງ ເມືອງກະນີໂດຢ່າງຍາກລຳບາກ, ລົມໄດ້ພັດຕ້ານພວກເຮົາແຮງຫລາຍ. ພວກເຮົາຈຶ່ງບໍ່ສາມາດໄປທິດທາງນັ້ນໄດ້ ດັ່ງນັ້ນພວກເຮົາຈຶ່ງ ແລ່ນລຽບຊາຍຝັ່ງດ້ານທີ່ມີກຳບັງເກາະກະເຣເຕ, ທີ່ຢູ່ກົງກັນຂ້າມກັບເມືອງແຫລມສານໂມນ.8ພວກເຮົາໄດ້ແລ່ນເຮືອຮອບຊາຍຝັ່ງດ້ວຍຄວາມຍາກລຳບາກ, ຈົນກະທັງເຮົາມາເຖິງສະຖານທີ່ແຫ່ງຫນຶ່ງທີ່ຮ້ອງວ່າທ່າງາມ, ຊຶ່ງຢູ່ໃກ້ກັບເມືອງລາເຊ.9ພວກເຮົາເສຍເວລາຫລາຍ, ເວລາແຫ່ງເທດສະການວັນລຶບລ້າງບາບກໍຜ່ານໄປ, ແລະຕອນນີ້ການແລ່ນເຮືອກໍເລີ່ມອັນຕະລາຍ. ດັ່ງນັ້ນໂປໂລຈຶ່ງເຕືອນພວກເຂົາ,10ແລະ ໄດ້ກ່າວວ່າ, “ທ່ານທັງຫລາຍເອີຍ, ເຮົາເຫັນວ່າການເດີນທາງນີ້ຈະເປັນອັນຕະລາຍ ແລະ ເສຍຫາຍຫລາຍ, ບໍ່ພຽງແຕ່ສິນຄ້າ ແລະ ເຮືອເທົ່ານັ້ນ, ແຕ່ລວມເຖິງຊີວິດພວກເຮົາດ້ວຍ."11ແຕ່ນາຍຮ້ອຍໃຫ້ຄວາມສົນໃຈກັບຫົວຫນ້າ ແລະ ເຈົ້າຂອງເຮືອຫລາຍກວ່າຄຳແນະນຳຂອງໂປໂລ.12ເພາະທ່າເຮືອນັ້ນກໍບໍ່ເລື່ອງງ່າຍທີ່ຈະຈອດໃນຊ້ວງລະດູຫນາວ, ຊາວເຮືອສ່ວນໃຫຍ່ຈຶ່ງແນະນຳໃຫ້ລ່ອງເຮືອຈາກທີ່ນັ້ນ ໃຫ້ເຮົາສາມາດໄປເຖິງເມືອງຟີນິກດ້ວຍວິທີການໃດກໍໄດ້ ເພື່ອທີ່ເຮົາຈະໃຊ້ເວລາໃນຊ້ວງລະດູຫນາວທີ່ນັ້ນ. ເມືອງຟີນິກເປັນທ່າເຮືອໃນເກາະກະເຣເຕ, ແລະ ຫັນໄປທາງທິດຕາເວັນອອກສ່ຽງເຫນືອກັບທິດຕາເວັນອອກສຽງໃຕ້.13ເມື່ອລົມທິດໃຕ້ເລີ່ມພັດມາຄ່ອຍໆ, ລູກເຮືອຄິດວ່າພວກເຂົາມີສິ່ງທີ່ພວກເຂົາຕ້ອງການແລ້ວ. ດັ່ງນັ້ນພວກເຂົາຈຶ່ງຖອນສະຫມໍ ແລະ ແລ່ນໄປຕາມເກາະກະເຣເຕໃກ້ກັບຊາຍຝັ່ງ.14ແຕ່ຫລັງຈາກນັ້ນບໍ່ດົນປານໃດ ກໍມີລົມພະຍຸປັ່ນປ່ວນ, ທີ່ຊື່ວ່າລົມຕາເວັນອອກສ່ຽງເຫນືອ, ເລີ່ມຕີເຮົາຈາກທົ່ວເກາະ.15ເມື່ອເຮືອຖືກຈັບຫັນຫົວ ແລະ ບໍ່ສາມາດຕ້ານລົມໄດ້ ເຮົາຈຶ່ງປ່ອຍໃຫ້ແລ່ນຕາມມັນໄປ.16ພວກເຮົາໄດ້ແລ່ນໄປທາງດ້ານທີ່ກຳບັງຂອງເກາະນ້ອຍໆ ທີ່ຮ້ອງວ່າ ກາວດາ, ແລະ ເຮົາກໍສາມາດຮັກສາເຮືອຊູຊີ້ບໄດ້ດ້ວຍຄວາມຍາກລຳບາກ.17ເມື່ອຍົກເຮືອນ້ອຍຂຶ້ນແລ້ວ, ພວກເຂົາໃຊ້ເຊືອກຜູກເຮືອໄວ້, ພວກເຂົາຢ້ານເຮືອຈະໄປຄຸງຫາດຊາຍທີ່ແຄມຝັ່ງຂອງຊີຣະຕີ, ດັ່ງນັ້ນພວກເຂົາຈຶ່ງ ທ້ອນສະຫມໍລົງສູ່ທະເລ ແລະ ແລ່ນເຮືອອອກໄປ.18ພວກເຮົາຖືກໂຈມຕີດ້ວຍພາຍຸຢ່າງຫນັກ ດັ່ງນັ້ນວັນຮຸ່ງຂຶ້ນລູກເຮືອເລີ່ມທີ່ຈະໂຍນສິ່ງຂອງບັນທຸກຖິ້ມລົງນ້ຳ.19ໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມລົງນ້ຳດ້ວຍມືຂອງພວກເຂົາເອງ.20ເມື່ອດວງຕາເວັນ ແລະ ດວງດາວບໍ່ໄດ້ສ່ອງແສງໃສ່ພວກເຮົາຫລາຍວັນ, ແລະ ລົມພະຍຸໃຫຍ່ກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດຄວາມຫວັງທີ່ພວກເຮົາ ຈະລອດຊີວິດນັ້ນກໍຫມົດສິ້ນໄປ.21ເມື່ອພວກເຂົາອອກໄປໂດຍບໍ່ມີອາຫານ, ແລ້ວໂປໂລໄດ້ຢືນທ່າມກາງລູກເຮືອ ແລະ ໄດ້ກ່າວວ່າ, "ທ່ານຄວນຟັງຂ້າພຣະເຈົ້າ, ແລະ ບໍ່ຄວນແລ່ນເຮືອຈາກເກາະກະເຣເຕ, ຈົນຕ້ອງຮັບບາດເຈັບ ແລະ ການສູນເສຍໃນຄັ້ງນີ້.22ບັດນີ້ຂ້າພຣະເຈົ້າຂໍຫນູນໃຈພວກທ່ານໃຫ້ມີຄວາມກ້າຫານ, ເພື່ອວ່າພວກທ່ານຈະບໍ່ຕ້ອງສູນເສຍຊີວິດ, ພຽງແຕ່ສູນເສຍເຮືອເທົ່ານັ້ນ.23ເມື່ອຄືນທີ່ຜ່ານມາ ທູດສະຫວັນຂອງພຣະຜູ້ເປັນເຈົ້າຂອງຂ້າພຣະເຈົ້າ, ຜູ້ທີ່ຂ້າພຣະເຈົ້ານະມັດສະການ - ທູດສະຫວັນຂອງພຣະອົງໄດ້ຢືນຢູ່ທາງຂ້າງຂ້າພຣະເຈົ້າ24ແລະ ໄດ້ກ່າວວ່າ, "ໂປໂລເອີຍ, ຢ່າຢ້ານເລີຍ, ທ່ານຢືນຕໍ່ຫນ້າຈັກກະພັດຊີຊາ, ແລະ ເບິ່ງເຖີດ, ພຣະເຈົ້າປະທານຄວາມເມດຕາແກ່ທຸກຄົນທີ່ລ່ອງເຮືອກັບທ່ານ.'25ດັ່ງນັ້ນທ່ານທັງຫລາຍ, ຈົ່ງກ້າຫານເຖີດ ເພາະຂ້າພະເຈົ້າວ່າງໃຈໃນພຣະເຈົ້າ ວ່າມັນຈະເກີດຂຶ້ນຢ່າງທີ່ໄດ້ບອກແກ່ຂ້າພະເຈົ້າ.26ແຕ່ພວກເຮົາຕ້ອງ ຄາເກາະຈຳນວນຫນຶ່ງ."27ເມື່ອເຖິງຄືນທີ່ສິບສີ່ ໃນຂະນະທີ່ເຮົາແລ່ນເຮືອດ້ວຍວິທີນີ້ ແລະ ໃນປະມານທ່ຽງຄືນທີ່ທະເລເມດີເຕຣາເນ, ລູກເຮືອຄິດວ່າພວກເຂົາເຂົ້າໃກ້ແຜ່ນດິນແດ່ແລ້ວ28ພວກເຂົາໄດ້ໂຍນສາຍແທກຢັງລົງນ້ຳ, ແລະ ພົບວ່ານ້ຳເລິກຫນຶ່ງຮ້ອຍຊາວຟຸດ; ຫລັງຈາກນັ້ນບໍ່ດົນ, ພວກເຂົາກໍໂຍນສາຍລົງນ້ຳອີກ ແລະ ພົບວ່າເລິກເກົ້າສິບຟຸດ.29ພວກເຂົາຍ້ານວ່າພວກເຂົາອາດຈະຕໍາໂງ່ນຫີນ, ດັ່ງນັ້ນພວກເຂົາຈຶ່ງຖິ້ມສະຫມໍຈາກທ້າຍເຮືອ ແລະ ອະທິຖານໃຫ້ເຖິງຕອນເຊົ້າໄວໆ.30ລູກເຮືອເບິ່ງຫາວິທີອອກຫນີຈາກເຮືອແລະ ໄດ້ຍ່ອງເຮືອຊູຊີບລົງໄປໃນທະເລ, ແລະທຳທ່າເປັນວ່າພວກເຂົາຈະໂຍນສະຫມໍຈາກຫົວເຮືອ.31ແຕ່ໂປໂລກ່າວກັບນາຍຮ້ອຍແລະ ທະຫານວ່າ, "ຖ້າເຫລົ່ານີ້ບໍ່ຢູ່ໃນເຮືອ, ທ່ານກໍບໍ່ສາມາດຮອດໄດ້"32ດັ່ງນັ້ນທະຫານຈຶ່ງຕັດເຊືອກຂອງເຮືອອອກ ແລະ ປ່ອຍໃຫ້ມັນລອຍໄປ.33ເມື່ອເຖິງເວລາກາງເວັນ, ໂປໂລໄດ້ຂໍຮ້ອງພວກເຂົາໃຫ້ກິນອາຫານ. ເຂົາໄດ້ກ່າວວ່າ, "ມື້ນີ້ເປັນມື້ທີສິບສີ່ທີ່ທ່ານທັງຫລາຍຖ້າ ແລະ ບໍ່ໄດ້ກິນອາຫານ; ພວກທ່ານບໍ່ໄດ້ກິນອີ່ຫຍັງເລີຍ.34ດັ່ງນັ້ນຂ້າພະເຈົ້າຂໍຮ້ອງໃຫ້ທ່ານກິນອາຫານແດ່ທ້ອນ, ເພື່ອຄວາມຢູ່ລອດຂອງທ່ານ. ເພື່ອເສັ້ນຜົມຂອງທ່ານຈະບໍ່ເສຍໄປຈັກເສັ້ນ."35ເມື່ອເຂົາໄດ້ກ່າວເຊັ່ນນີ້ແລ້ວ, ເຂົາກໍຈັບເຂົ້າຈີ່ ແລະ ຂອບພຣະຄຸນພຣະເຈົ້າຕໍ່ຫນ້າທຸກຄົນ. ຈາກນັ້ນເຂົາໄດ້ຫັກເຂົ້າຈີ່ ແລະ ເລີ່ມກິນ.36ຈາກນັ້ນພວກເຂົາທຸກຄົນກໍໄດ້ຮັບການຫນູນໃຈ ແລະ ພວກເຂົາກໍຮັບປະທານອາຫານ.37ເຮົາທັງຫລາຍທີ່ຢູ່ໃນເຮືອນັ້ນມີສອງຮ້ອຍເຈັດສິບຫົກຄົນ.38ເມື່ອພວກເຂົາຮັບປະທານອີ່ມແລ້ວ, ພວກເຂົາກໍເຮັດໃຫ້ເຮືອມີນຳ້ຫນັກເບົາຂຶ້ນໂດຍການໂຍນເຂົ້າສາລີລົງໄປໃນທະເລ.39ເມື່ອເວລາຜ່ານໄປ, ພວກເຂົາບໍ່ຮູ້ວ່າເປັນແຜ່ນດິນຫຍັງ, ແຕ່ພວກເຂົາເຫັນວ່າຕິດກັບຊາຍຫາດ, ແລະ ພວກເຂົາຈຶ່ງປຶກສາກັນວ່າພວກເຂົາຈະສາມາດຂັບເຮືອໄປຍັງທີ່ນັ້ນໄດ້ບໍ.40ດັ່ງນັ້ນ ພວກເຂົາຈຶ່ງຕັດສາຍສະຫມໍຖິ້ມໄປໃນທະເລ. ໃນເວລາດຽວກັນພວກເຂົາກໍແກ້ເຊືອກທີ່ມັດໂທມຂັດທ້າຍເຮືອ ແລະ ຍົກໃບເຮືອຂຶ້ນເພື່ອໃຫ້ລົມພັດ; ແລະ ດັ່ງນັ້ນພວກເຂົາຈຶ່ງມຸ່ງຫນ້າໄປຍັງຊາຍຫາດ.41ແຕ່ເມື່ອພວກເຂົາມາຖິງສະຖານທີ່ ທີ່ກະແສນ້ຳສອງດ້ານບັນຈົບກັນ ແລະເຮືອກໍປິ່ນໄປຄາດິນ. ຫົວເຮືອກໍຕິດຢູ່ນັ້ນ ແລະ ບໍ່ສາມາດຍ້າຍໄດ້, ແຕ່ທ້າຍເຮືອເລີ່ມທີ່ຈະແຕກອອກເພາະຄວາມຮຸນແຮງຂອງຄື້ນ'42ທະຫານວາງແຜນການທີ່ຈະຂ້ານັກໂທດເພື່ອທີ່ຈະບໍ່ໃຫ້ໃຜສາມາດລອຍນ້ຳອອກໄປ ແລະຫລົບຫນີໄດ້.43ແຕ່ນາຍຮ້ອຍຕ້ອງການທີ່ຈະຊ່ວຍໂປໂລໃຫ້ລອດຕາຍ, ເຂົາຢຸດແຜນການຂອງພວກເຂົາ; ແລະ ສັ່ງໃຫ້ຜູ້ທີ່ສາມາດລອຍນ້ຳທີ່ຈະກະໂດດລົງນ້ຳໄປກ່ອນ ແລະເຂົ້າໄປຝັ່ງ.44ຈາກນັ້ນຜູ້ທີ່ເຫລືອກໍໄດ້ເຮັດຕາມ ບາງຄົນກໍເກາະເທິງແຜ່ນກະດານ, ບາງຄົນກໍເກາະເທິງສິ່ງຕ່າງໆ ຈາກເຮືອດ້ວຍເຫດນີ້ ເຮົາທຸກຄົນຈຶ່ງເຂົ້າຝັ່ງດ້ວຍຄວາມປອດໄພ.
1ເມື່ອພວກເຮົາໄດ້ຖືກນຳໄປຢ່າງປອດໄພ, ພວກເຮົາຮູ້ວ່າພວກເຮົາຢູ່ທີ່ເກາະມານຕາ.2ຄົນພື້ນເມືອງບໍ່ພຽງໃຫ້ຄວາມເມດຕາແກ່ພວກເຮົາເທົ່ານັ້ນ, ແຕ່ພວກເຂົາຍັງກໍ່ກອງໄຟ ແລະໃຫ້ການຕ້ອນຮັບພວກເຮົາທຸກຄົນ, ເພາະຝົນຕົກຢ່າງຕໍ່ເນື່ອງ ແລະ ຫນາວເຢັນ.3ແຕ່ເມື່ອໂປໂລໄດ້ຮວບຮວມກິ່ງໄມ້ໄດ້ກອງຫນຶ່ງ ແລະ ວາງໄວ້ໃສ່ກອງໄຟ, ມີງູໂຕຫນຶ່ງອອກມາເພາະຄວາມຮ້ອນ, ແລະ ຮັດມືຂອງລາວ.4ເມື່ອຄົນພື້ນເມືອງໄດ້ເຫັນສັດຂົບມືຂອງລາວ, ພວກເຂົາກ່າວຕໍ່ກັນວ່າ, "ຊາຍຄົນນີ້ເປັນຄົນຂ້າຄົນແນ່ນອນ ທີ່ໄດ້ລອດຊີວິດຈາກທະເລ, ຄວາມຍຸຕິທຳກໍຍັງບໍ່ອະນຸຍາດໃຫ້ເຂົາມີຊີວິດຢູ່."5ແຕ່ເມື່ອເຂົາໄດ້ສະບັດສັດນັ້ນເຂົ້າໄປໃນກອງໄຟ ແລະ ບໍ່ໄດ້ຮັບອັນຕະລາຍໃດໆ.6ພວກເຂົາກໍຖ້າເບິ່ງວ່າເຂົາຈະມີການອັກເສບເປັນໄຂ້ ຫລື ລົ້ມລົງຕາຍຢ່າງກະທັນຫັນ. ແຕ່ຫລັງຈາກທີ່ພວກເຂົາຖ້າເບິ່ງເປັນເວລາດົນນານແລະ ໄດ້ເຫັນວ່າບໍ່ມີຫຍັງເປັນເລື່ອງຜິດປົກກະຕິເກີດຂຶ້ນກັບເຂົາ, ພວກເຂົາຈຶ່ງປ່ຽນໃຈ ແລະ ໄດ້ກ່າວເຂົາເປັນພຣະເຈົ້າ.7ບໍລິເວນໃກ້ຄຽງນັ້ນມີດິນແດນທີ່ເປັນຂອງຄົນທີ່ເປັນຫົວຫນ້າຊື່ປູບີອັສ. ເຂົາໃຫ້ຕ້ອນຮັບເຮົາແລະ ໄດ້ຈັດຕຽມສຳລັບເຮົາດ້ວຍຄວາມກະລຸນາເປັນເວລາສາມວັນ.8ຕໍ່ມາບິດາຂອງປູບີອັສໄດ້ລົ້ມປ່ວຍດ້ວຍໄຂ້ ແລະທ້ອງບິດ. ເມື່ອໂປໂລໄປຫາເຂົາ, ໂປໂລໄດ້ອະທິຖານ, ວາງມືໃສ່ເຂົາ, ແລະ ໄດ້ຮັກສາເຂົາໃຫ້ຫາຍ.9ຫລັງຈາກເລື່ອງນີ້ເກີດຂຶ້ນ ຄົນອື່ນໆ ທີ່ຢູ່ບົນເກາະທີ່ເຈັບປ່ວຍກໍໄດ້ມາຫາ ແລະໄດ້ຮັບການຮັກສາຢຽວຢາ.10ຜູ້ຄົນຍັງໃຫ້ກຽດພວກເຮົາຫລາຍເມື່ອເຮົາກຳລັງຕຽມທີ່ຈະແລ່ນເຮືອ. ເມື່ອພວກເຂົາໄດ້ໃຫ້ສິ່ງຂອງທີ່ພວກເຮົາຕ້ອງການ.11ຫລັງຈາກສາມເດືອນ ພວກເຮົາລົງເຮືອອາເລັກຊັນເດຍ ໃຊ້ເວລາຢູ່ເທິງເກາະໃນລະດູຫນາວ, ມີຮູບສະລັກທີ່ເທິງຫົວເຮືອນັ້ນເປັນຮູບຂອງ "ສອງອ້າຍນ້ອງຝາແຝດ".12ຫລັງຈາກທີ່ເຮົາຫລົງຈອດເມືອງຊີຣາກູ, ເຮົາຢູ່ທີ່ນັ້ນເປັນເວລາສາມວັນ.13ຈາກທີ່ນັ້ນ ພວກເຮົາແລ່ນເຮືອມາເຖິງເຮຄີໂອມ. ຫລັງຈາກນັ້ນຫນຶ່ງວັນກໍມີລົມໃຕ້ພັດມາ, ແລະ ໃນສອງວັນ ພວກເຮົາກໍມາເຖິງເມືອງໂປຕີໂອລີ.14ທີ່ນັ້ນເຮົາໄດ້ພົບກັບພີ່ນ້ອງບາງຄົນແລະ ໄດ້ຖືກເຊີນໃຫ້ໄປພັກກັບພວກເຂົາເປັນເວລາເຈັດວັນ. ດັ່ງນັ້ນເຮົາຈຶ່ງມາເຖິງກຸງໂຣມ.15ພີ່ນ້ອງທີ່ຢູ່ທີ່ນັ້ນ, ຫລັງຈາກທີ່ພວກເຂົາໄດ້ຍິນກ່ຽວກັບເຮົາ, ກໍໄດ້ມາພົບກັບເຮົາທີ່ຕະຫລາດອາປິໂອ ແລະ ທີ່ບ້ານສາມຮ້ານ ເມື່ອເປາໂລໄດ້ພົບພີ່ນ້ອງແລ້ວ, ເຂົາຂອບໃຈພຣະເຈົ້າ ແລະໄດ້ຮັບກຳລັງໃຈ.16ເມື່ອເຮົາເຂົ້າໄປໃນກຸງໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຄົນດຽວກັບທະຫານທີ່ຄຸມເຂົາໄວ້.17ຫລັງຈາກນັ້ນສາມວັນ ໂປໂລຖືກຮ້ອງພ້ອມກັບຄົນເຫລົ່ານັ້ນທີ່ເຄີຍເປັນຜູ້ນຳໃນຫມູ່ຊາວຢິວ. ເມື່ອພວກເຂົາມາຮ່ວມກັນແລ້ວ ໂປໂລກ່າວກັບພວກເຂົາວ່າ, "ພີ່ນ້ອງທີ່ຮັກ, ເຖິງແມ້ວ່າຂ້າພຣະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ຜູ້ຄົນ ຫລືປະເພນີຂອງບັນພະບຸລຸດຂອງເຮົາ, ຂ້າພະເຈົ້າໄດ້ຖືກສົ່ງໃຫ້ເປັນນັກໂທດຈາກກຸງເຢຣູຊາເລັມໄປຢູ່ໃນເມືອງຂອງຊາວໂຣມ.18ຫລັງຈາກທີ່ພວກເຂົາໄຕ່ສວນຂ້າພະເຈົ້າແລ້ວ, ພວກເຂົາປາດຖະຫນາໃຫ້ຂ້າພະເຈົ້າເປັນອິດສະລະ ເພາະບໍ່ມີເຫດຜົນໃດໃນຕົວຂ້າພະເຈົ້າ ຖືກຕໍ່ການລົງໂທດເຖິງຕາຍ.19ແຕ່ເມື່ອພວກຢິວເວົ້າຄັດຄ້ານຄວາມປາດຖະຫນາຂອງພວກເຂົາ, ຂ້າພະເຈົ້າຖືກບັງຄັບໃຫຂໍອຸທອນໄປຍັງຈັກກະພັດຊີຊາ, ເຖິງແມ້ບໍ່ແມ່ນຂໍ້ກ່າວຫາໃດທີ່ຂ້າພະເຈົ້ານຳມາຕໍ່ຕ້ານຊົນຊາດຂອງຂ້າພະເຈົ້າ.20ເຫດເພາະການອຸທອນຂອງຂ້າພະເຈົ້າ, ຂ້າພະເຈົ້າຮ້ອງຂໍທີ່ຈະພົບກັບທ່ານ ແລະ ໄດ້ເວົ້າກັບທ່ານ ນີ້ເປັນເພາະສິ່ງທີ່ອິດສາຣາເອນມີຄວາມຫມັ້ນໃຈຈົນຂ້າພະເຈົ້າຖືກລາມດ້ວຍໂສ້ນີ້."21ແລ້ວພວກເຂົາກໍເວົ້າກັບເພິ່ນວ່າ, "ເຮົາບໍ່ໄດ້ຮັບຈົດຫມາຍຈາກແຂວງຢູດາຍ ກ່ຽວກັບທ່ານ, ຫລືພີ່ນ້ອງຄົນໃດມາລາຍງານ ຫລື ເວົ້າຫຍັງບໍ່ດີກ່ຽວກັບທ່ານ.22ແຕ່ເຮົາຕ້ອງການຈະໄດ້ຍິນຈາກສິ່ງທີ່ທ່ານຄິດກ່ຽວກັບນິກາຍນີ້, ເພາະເຮົາຮູ້ວ່າສິ່ງນີ້ຖືກເວົ້າຕໍ່ຕ້ານໃນທຸກແຫ່ງ."23ເມື່ອພວກເຂົາໄດ້ຈັດວັນຫນຶ່ງໃຫ້ເຂົາ, ແລ້ວຜູ້ຄົນຫລາຍໄດ້ມາຫາຍັງທີ່ຢູ່ອາໃສຂອງລາວ. ລາວໄດ້ນຳສະເຫນີເລື່ອງນີ້ແກ່ພວກເຂົາ, ແລະ ໄດ້ເປັນພະຍານກ່ຽວກັບອານາຈັກຂອງພຣະເຈົ້າ. ລາວໄດ້ພະຍາຍາມທີ່ຈະຊັກຊວນໃຫ້ພວກເຂົາກ່ຽວກັບພຣະເຢຊູເຈົ້າ, ທັງຈາກກົດຫມາຍຂອງໂມເຊ ແລະ ຈາດຜູ້ທຳນວຍຕັ້ງແຕ່ເຊົ້າຈົນເຖິງເວລາຕອນແລງ.24ບາງຄົນໄດ້ເຊື່ອສິ່ງທີ່ຖືກກ່າວ, ໃນຂະນະທີ່ຄົນອື່ນໆບໍ່ເຊື່ອ.25ເມື່ອພວກເຂົາບໍ່ເຫັນດ້ວຍກັບຄົນອື່ນໆ, ພວກເຂົາກໍໄດ້ລາຈາກໄປຫລັງຈາກ ໂປໂລໄດ້ກ່າວຄຳຫນຶ່ງວ່າ, "ພຣະວິນຍານບໍຣິສຸດ ໄດ້ຊົງກ່າວວ່າຜ່ານເອຊາຢາຜູ້ທຳນວຍຕໍ່ບັນພະບຸລຸດຂອງທ່ານ.26ພຣະອົງກ່າວວ່າ 'ຈົ່ງໄປຫາຄົນເຫລົ່ານີ້ ແລະ ເວົ້າວ່າ, "ພວກເຈົ້າຈະໄດ້ຍິນ, ແຕ່ບໍ່ເຂົ້າໃຈ; ແລະ ເຫັນສິ່ງທີ່ເຈົ້າຈະເຫັນແຕ່ບໍ່ຮັບຮູ້.27ເພາະຫົວໃຈຂອງຄົນນີ້ໄດ້ເຢັນຊາ, ແລະ ດ້ວຍຫູຂອງພວກເຂົາກໍຍາກທີ່ຈະໄດ້ຍິນ, ແລະ ພວກເຂົາໄດ້ປິດຕາຂອງພວກເຂົາຢູ່. ບໍ່ດັ່ງນັ້ນພວກເຂົາອາດຈະໄດ້ເຫັນດ້ວຍຕາຂອງພວກເຂົາ, ແລະ ໄດ້ຍິນດ້ວຍຫູຂອງພວກເຂົາ, ແລະ ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ ແລະ ຫັນກັບມາອີກຄັ້ງ, ແລະເຮົາຈະຮັກສາພວກເຂົາ."'28ດັ່ງນັ້ນ, ທ່ານຄວນຈະຮູ້ຄວາມລອດຂອງພຣະເຈົ້ານີ້ຖືກສົ່ງໄປຍັງຕ່າງຊາດ, ແລະ ພວກເຂົາຈະຟັງ."2930ໂປໂລອາໄສຢູ່ໃນບ້ານທີ່ເຂົາເຊົ່າເປັນເວລາສອງປີ, ແລະ ເຂົາໄດ້ໃຫ້ການຕ້ອນຮັບທຸກຄົນທິ່ມາຫາເຂົາ.31ເຂົາໄດ້ເທດສະຫນາເຖິງອານາຈັກຂອງພຣະເຈົ້າ ແລະ ໄດ້ສອນສິ່ງຕ່າງໆກ່ຽວກັບອົງພຣະເຢຊູຄຣິດເຈົ້າດ້ວຍຄວາມກ້າຫານ. ບໍ່ມີໃຜຢຸດເຂົາໄດ້.
1ໂປໂລ, ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ, ທີ່ໄດ້ຮັບການຊົງເອີ້ນໃຫ້ເປັນອັກຄະສາວົກ, ແລະ ຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.2ນີ້ເປັນຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງຫນ້າໂດຍຜ່ານຜູ້ປະກາດພຣະຄັມຂອງພຣະອົງໃນພຣະຄັມພີສັກສິດ.3ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ, ຜູ້ທີ່ໄດ້ຊົງບັງເກີດມາຈາກເຊື້ອສາຍຂອງດາວິດໂດຍທາງເນື້ອຫນັງ.4ໂດຍການເປັນຄືນຂື້ນມາຈາກຄວາມຕາຍນັ້ນ, ພຣະອົງໄດ້ຮັບການປະກາດໃຫ້ເປັນພຣະບຸດຂອງພຣະເຈົ້າຜູ້ຊົງຣິດໂດຍພຣະວິນຍານແຫ່ງຄວາມບໍຣິສຸດ - ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ.5ໂດຍທາງພຣະອົງນັ້ນ ພວກເຮົາຈະໄດ້ຮັບພຣະຄຸນ ແລະ ການເຮັດຫນ້າທີ່ເປັນອັກຄະສາວົກ ເພື່ອໄປປະກາດໃຫ້ຄົນທຸກຊາດເຊື່ອຟັງຕາມຄວາມເຊື່ອນັ້ນໃນທົ່ວທຸກຊາດ, ເພື່ອເຫັນແກ່ພຣະນາມຂອງພຣະອົງ.6ໃນບັນດາຊົນຊາດເຫລົ່ານີ້, ທ່ານກໍ່ໄດ້ຮັບການຊົງເອີ້ນໃຫ້ເປັນຄົນຂອງພຣະເຢຊູຄຣິດເຈົ້າດ້ວຍ.7ຈົດຫມາຍສະບັບນີ້ເຖິງທຸກທ່ານທີ່ຢູ່ໃນນະຄອນໂຣມ, ຜູ້ທີ່ພຣະເຈົ້າຊົງຮັກ, ແລະ ຊົງເອີ້ນໃຫ້ເປັນໄພ່ພົນ. ຂໍພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ, ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງດຳຣົງຢູ່ກັບພວກທ່ານທັງຫລາຍເຖີດ.8ກ່ອນອື່ນ, ຂ້າພຣະເຈົ້າຂໍຂອບພຣະຄຸນພຣະເຈົ້າຂອງຂ້າພຣະເຈົ້າສຳຫລັບພວກທ່ານທຸກຄົນໂດຍທາງພຣະເຢຊູຄຣິດເຈົ້າ, ເພາະຄວາມເຊື່ອຂອງທ່ານເປັນທີ່ຮູ້ຈັກກັນໄປທົ່ວໂລກ.9ເພາະພຣະເຈົ້າຊົງເປັນພະຍານຂອງຂ້າພຣະເຈົ້າວ່າ, ຜູ້ທີ່ຂ້າພຣະເຈົ້າໄດ້ຮັບໃຊ້ດ້ວຍວິນຍານຂອງຂ້າພຣະເຈົ້າ ໃນການປະກາດເລື່ອງຂ່າວປະເສີດຂອງພຣະບຸດນັ້ນ, ຂ້າພຣະເຈົ້າຈະກ່າວເຖິງພວກທ່ານຢ່າງຕໍ່ເນື່ອງ.10ຂ້າພຣະເຈົ້າທູນຂໍໃນຄຳອະທິຖານຂອງຂ້າພຣະເຈົ້າສະເຫມີວ່າ ຫາກເປັນຄວາມປະສົງຂອງພຣະເຈົ້າແລ້ວ ໃນທີ່ສຸດຂ້າພຣະເຈົ້າຈະໄດ້ມາຫາທ່ານຕອນນີ້ໂດຍວິທີໃດວິທີຫນຶ່ງ.11ເພາະວ່າຂ້າພຣະເຈົ້າປາຖນາຈະພົບທ່ານ, ເພື່ອຈະນຳຂອງປຣະທານຝ່າຍວິນຍານມາໃຫ້ແກ່ທ່ານ, ເພື່ອທີ່ຈະເສີມກຳລັງທ່ານ.12ນັ້ນຄື, ຂ້າພຣະເຈົ້າປາຖນາທີ່ຈະໄດ້ຮັບການຫນູນໃຈຊຶ່ງກັນແລະກັນໃນບັນດາພວກທ່ານ, ຜ່ານທາງຄວາມເຊື່ອຂອງແຕ່ລະຄົນຄືຄວາມເຊື່ອຂອງ, ທ່ານ ແລະ ຂອງຂ້າພຣະເຈົ້າ.13ອ້າຍນ້ອງທັງຫລາຍ, ບັດນີ້ຂ້າພຣະເຈົ້າບໍ່ຢາກໃຫ້ທ່ານທີ່ຈະບໍ່ຮັບຮູ້ວ່າ, ຂ້າພຣະເຈົ້າຕັ້ງໃຈຈະມາຫາທ່ານຫລາຍເທື່ອ, (ແຕ່ຈົນເຖິງປະຈຸບັນນີ້ກໍ່ຍັງມີອຸປະສັກຢູ່), ຂ້າພຣະເຈົ້າຕ້ອງການຈະເຮັດຢ່າງນີ້ເພື່ອທີ່ຈະມີການເກັບກ່ຽວ ໃນທ່າມກາງພວກທ່ານ, ເຊັ່ນດຽວກັບຊົນຊາດອື່ນໆ.14ຂ້າພຣະເຈົ້າເປັນຫນີ້ທັງຊາວກຣີກ ແລະ ຄົນຕ່າງຊາດ, ເປັນຫນີ້ທັງພວກນັກປຣາດທີ່ສະຫລາດ ແລະ ຄົນໂງ່ດ້ວຍ.15ດັ່ງນັ້ນ, ສຳລັບຂ້າພຣະເຈົ້າແລ້ວ, ຂ້າພຣະເຈົ້າພ້ອມທີ່ຈະປະກາດຂ່າວປະເສີດແກ່ທ່ານທີ່ຢູ່ໃນນະຄອນ ໂຣມດ້ວຍ.16ເພາະຂ້າພຣະເຈົ້າບໍ່ລະອາຍໃນຂ່າວປະເສີດ, ເພາະວ່າຂ່າວປະເສີດນັ້ນເປັນຣິດທານຸພາບຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອຈະໄດ້ຮັບຄວາມພົ້ນ, ສຳລັບພວກຊາວຢິວກ່ອນ ແລະ ສຳລັບພວກກຣີກນຳອີກ.17ເພາະວ່າໃນຂ່າວປະເສີດນັ້ນ ຄວາມຊອບທັມຂອງພຣະເຈົ້າກໍໄດ້ເປີດເຜີຍອອກມາໂດຍເລີ້ມຕົ້ນຈາກຄວາມເຊື່ອສູ່ຄວາມເຊື່ອ, ດັ່ງທີ່ມີຂຽນໄວ້ວ່າ, "ຄົນຊອບທັມຈະດຳຣົງຊີວິດຢູ່ໂດຍຄວາມເຊື່ອ."18ເພາະວ່າພຣະເຈົ້າຊົງສຳແດງຄວາມໂກດຮ້າຍຂອງພຣະອົງຈາກສະຫວັນ ຕໍ່ຄວາມອະຍຸຕິທັມ ແລະ ຄວາມບໍ່ຊອບທັມທັງມວນຂອງມະນຸດ, ທີ່ເອົາຄວາມບໍ່ຊອບທັມມາຂັດຂວາງຄວາມຈິງ.19ນີ້ເປັນເພາະວ່າການທີ່ຈະຮູ້ຈັກວ່າ ພຣະເຈົ້າໄດ້ຈະແຈ້ງກັບພວກເຂົາທັງຫລາຍ. ເພາະວ່າພຣະເຈົ້າໄດ້ຊົງສຳແດງແກ່ເຂົາແລ້ວ.20ເພາະວ່າສະພາບຂອງພຣະເຈົ້າທີ່ບໍ່ປາກົດໃຫ້ເຫັນນັ້ນ, ກໍ່ໄດ້ປາກົດແຈ້ງຂຶ້ນ, ຕັ້ງແຕ່ທີ່ຊົງສ້າງໂລກ, ໃນສິ່ງເຫລົ່ານັ້ນ ເປັນທີ່ເຂົ້າໃຈໄດ້ຜ່ານທາງສັບພະສິ່ງທີ່ຊົງສ້າງຂຶ້ນ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວຫຍັງເລີຍ.21ນີ້ເປັນເພາະວ່າ, ເຖິງແມ່ນວ່າພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ພວກເຂົາກໍບໍ່ໄດ້ຖວາຍກຽດແດ່ພຣະເຈົ້າໃຫ້ສົມກັບທີ່ຊົງເປັນພຣະເຈົ້າ, ແລະ ພວກເຂົາກໍບໍ່ໄດ້ຂອບພຣະຄຸນພຣະອົງ. ແຕ່ພວກເຂົາກັບຄິດແບບໂງ່ ໆ ໃນສິ່ງທີ່ບໍ່ມີປະໂຫຍດ ແລະ ຈິດໃຈອັນໂງ່ຈ້າຂອງພວກເຂົາກໍມືດລົງ.22ພວກເຂົາໄດ້ອ້າງຕົວວ່າມີປັນຍາສະຫລາດ, ແຕ່ພວກເຂົາໄດ້ກາຍເປັນຄົນໂງ່ຈ້າໄປ.23ພວກເຂົາໄດ້ເອົາສະຫງ່າຣາສີຂອງພຣະເຈົ້າຜູ້ເປັນອຳມະຕະມາແລກປ່ຽນ ກັບຮູບພາບແກະສະຫລັກຂອງມະນຸດທີ່ຕ້ອງຕາຍ, ຫລື ຮູບນົກ, ຮູບສັດເດັຽຣະສານສີ່ຕີນ, ແລະ ຮູບສັດເລືອຄານ.24ເຫດສະນັ້ນ ພຣະເຈົ້າຈຶ່ງຊົງປ່ອຍພວກເຂົາໃຫ້ປະພຶດການຊົ່ວຊ້າຕາມຣາຄະຕັນຫາໃນໃຈຂອງພວກເຂົາ, ໃຫ້ພວກເຂົາເຮັດສິ່ງທີ່ຫນ້າອັບອາຍຕໍ່ຮ່າງກາຍຂອງກັນ ແລະ ກັນ.25ເພາະວ່າພວກເຂົາເອົາຄວາມຈິງຂອງພຣະເຈົ້າມາປ່ຽນກັບຄວາມຕົວະ, ແລະ ຍັງທັງນະມັດສະການແລະ ບົວຣະບັດສິ່ງທີ່ສ້າງຂຶ້ນມາແທນອົງພຣະຜູ້ສ້າງ, ຜູ້ຊຶ່ງສົມຄວນທີ່ຈະໄດ້ຮັບຄຳສັນຣະເສີນຕະຫລອດໄປເປັນນິດ. ອາເມນ.26ເພາະເຫດນີ້, ພຣະເຈົ້າຈຶ່ງໄດ້ຊົງປ່ອຍໃຫ້ເຂົາມີກິເລດຕັນຫາອັນຫນ້າອັບອາຍ, ສຳລັບພວກຜູ້ຍິງກໍປ່ຽນຈາກຄວາມສຳພັນຕາມທັມະຊາດໃຫ້ເປັນຜິດທັມະຊາດ.27ເຊັ່ນດຽວກັນ, ຜູ້ຊາຍກໍເລີກມີເພດສຳພັນກັບຜູ້ຍິງຕາມທັມະຊາດ. ແລະ ເຜົາຜານໄປດ້ວຍໄຟກິເລດຕັນຫາຕໍ່ກັນ ແລະ ກັນ. ພວກນີ້ຄືຜູ້ຊາຍທີ່ປະກອບກິດຕໍ່ຜູ້ຊາຍດ້ວຍກັນອັນເປັນສິ່ງທີ່ຫນ້າອັບອາຍ ແລະ ພວກເຂົາຈຶ່ງໄດ້ຮັບການລົງໂທດອັນເນື່ອງມາຈາກຄວາມບິດເບືອນຂອງພວກເຂົາ.28ເພາະພວກເຂົາບໍ່ເຫັນດີທີ່ຈະຮູ້ຈັກພຣະເຈົ້າ ພຣະອົງຈຶ່ງຊົງປ່ອຍໃຫ້ພວກເຂົາມີຈິດໃຈຊົ່ວຮ້າຍ, ສຳລັບພວກເຂົາ ທີ່ຈະປະພຶດສິ່ງເຫລົ່ານັ້ນທີ່ບໍ່ເຫມາະສົມ.29ພວກເຂົາເຕັມໄປດ້ວຍຄວາມບໍ່ຊອບທັມທັງຫມົດ, ຄວາມຊົ່ວຮ້າຍ, ຄວາມໂລບມາກໂລພາ, ແລະ ຄວາມປອງຮ້າຍ. ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຄາດຕະກຳ, ການຜິດຖຽງກັນ, ການຫລອກລວງ, ແລະ ການຄິດພະຍາບາດ.30ພວກເຂົາເປັນພວກຊຸບຊິບນິນທາ, ໃສ່ຮ້າຍປ້າຍສີກັນ, ແລະ ກຽດຊັງພຣະເຈົ້າ. ພວກເຂົາມັກໃຊ້ຄວາມຮຸນແຮງ, ຈອງຫອງ ແລະ ໂອ້ອວດ, ພວກເຂົາເຮັດຄວາມຊົ່ວໃຫມ່ໆ, ແລະ ພວກເຂົາກໍບໍ່ເຊື່ອຟັງບິດາມານດາ.31ພວກເຂົາຂາດຄວາມເຂົ້າໃຈ; ພວກເຂົາຂາດຄວາມຊື່ສັດ, ປາສະຈາກຄວາມຮັກຕໍ່ກັນ, ແລະ ບໍ່ມີຄວາມເມດຕາ.32ພວກເຂົາຮູ້ກົດບັນຍັດຂອງພຣະເຈົ້າ, ທີ່ວ່າຄົນທຸກຄົນທັງປວງທີ່ປະພຶດເຊັ່ນນັ້ນສົມຄວນໄດ້ຮັບຄວາມຕາຍ. ແຕ່ພວກເຂົາບໍ່ພຽງແຕ່ປະພຶດສິ່ງເຫລົ່ານີ້ເທົ່ານັ້ນ, ແຕ່ຍັງເຫັນດີກັບຄົນອື່ນທີ່ປະພຶດເຊັ່ນນັ້ນດ້ວຍ.
1ເຫດສະນັ້ນ ທ່ານບໍ່ມີຂໍ້ແກ້ຕົວເລີຍ, ທ່ານເອີຍ, ເມື່ອທ່ານຕັດສິນຄົນອື່ນນັ້ນ, ເພາະເມື່ອທ່ານກ່າວໂທດຄົນອື່ນທ່ານກໍ່ໄດ້ກ່າວໂທດຕົນເອງດ້ວຍ. ເພາະວ່າທ່ານທີ່ກ່າວໂທດ ກໍ່ຍັງປະພຶດແບບດຽວກັນ.2ແຕ່ພວກເຮົາຮູ້ວ່າການພິພາກສາຂອງພຣະເຈົ້ານັ້ນກໍເປັນໄປຕາມຄວາມຈິງ ເມື່ອການພິພາກສານັ້ນມາຮອດຄົນທີ່ປະພຶດຕົວເຊັ່ນນັ້ນ.3ແຕ່ພິຈາຣະນາສິ່ງນີ້, ທ່ານເອີຍ, ທ່ານທີ່ຕັດສິນຄົນທີ່ປະພຶດຕົນເຊັ່ນນັ້ນ ເຖິງແມ່ນວ່າທ່ານເອງກໍຍັງປະພຶດຕົວແບບດຽວກັນ. ທ່ານຄິດວ່າຈະລອດພົ້ນຈາກການພິພາກສາຂອງພຣະເຈົ້າໄດ້ບໍ?4ຫລືວ່າທ່ານປະຫມາດພຣະກາຣຸນາອັນບໍຣິບູນ, ການຊະລໍໃນການລົງໂທດຂອງພຣະອົງ, ແລະ ຄວາມອົດທົນພຣະທັຍຂອງພຣະອົງ? ທ່ານບໍ່ຮູ້ບໍວ່າພຣະເມດຕາຄຸນຂອງພຣະເຈົ້ານັ້ນກໍເພື່ອທີ່ຈະນຳພາທ່ານໃຫ້ກັບໃຈໃຫມ່?5ແຕ່ຖ້າທ່ານໃຈແຂງກະດ້າງ ແລະ ບໍ່ຍອມກັບໃຈຫລາຍເທົ່າໃດ ທ່ານກໍໄດ້ສະສົມຄວາມໂກດຮ້າຍໃຫ້ຕົວເອງເທົ່ານັ້ນ, ໃນວັນແຫ່ງຄວາມໂກດຮ້າຍ, ນັ້ນຄື, ວັນທີ່ພຣະອົງຈະຊົງສຳແດງການພິພາກສາລົງໂທດອັນທ່ຽງທັມໃຫ້ເປັນທີ່ປາກົດແຈ້ງ.6ພຣະອົງຈະປຣະທານແກ່ທຸກຄົນຕາມທີ່ເຫມາະສົມກັບການກະທຳຂອງເຂົາ:7ສຳຫລັບຄົນທີ່ເຮັດຄວາມດີ, ຢ່າງສະເຫມີຕົ້ນສະເຫມີປາຍ, ສະແຫວງຫາຄຳສັນຣະເສີນ, ກຽດຕິຍົດ, ແລະ ຄວາມເປັນອຳມະຕະນັ້ນ, ພຣະອົງຈະປຣະທານຊີວິດນິຣັນດອນໃຫ້.8ແຕ່ສຳລັບຄົນທີ່ມັກຍົກຕົນຂົົ່ມຫມູ່, ຄົນທີ່ບໍ່ເຊື່ອຟັງຄວາມຈິງ ແຕ່ເຊື່ອຟັງຄວາມອະທັມ, ຄວາມໂກດຮ້າຍ ແລະ ການລົງໂທດຢ່າງຮຸນແຮງກໍຈະມາເຖິງ.9ພຣະເຈົ້າຈະຊົງເຮັດໃຫ້ເກີດທຸກທໍຣະມານ ແລະ ຄວາມທຸກຍາກລຳບາກແກ່ທຸກຄົນທີ່ປະພຶດຕົວຊົ່ວຊ້າ, ແກ່ພວກຊາວຢິວກ່ອນ, ແລະ ພວກຊາວກຣີກດ້ວຍ.10ແຕ່ຄຳສັນລະເສີນ, ກຽດຕິຍົດ, ແລະ ສັນຕິສຸກຈະເກີດແກ່ທຸກຄົນທີ່ປະພຶດຕົວດີ, ແກ່ພວກຊາວຢິວກ່ອນ, ແລະ ພວກຊາວກຣີກດ້ວຍ.11ເພາະວ່າພຣະເຈົ້າບໍ່ໄດ້ຊົງເຫັນແກ່ຜູ້ໃດເລີຍ.12ເພາະວ່າຄົນທັງຫລາຍທີ່ໄດ້ເຮັດຜິດບາບໂດຍປາສະຈາກກົດບັນຍັດ, ກໍຈະຈິບຫາຍໂດຍປາສະຈາກກົດບັນຍັດ ແລະ ຄົນທັງຫລາຍທີ່ໄດ້ເຮັດບາບໂດຍມີດ້ວຍກົດບັນຍັດກໍຈະຖືກພິພາກສາຕາມກົດບັນຍັດ.13ເພາະວ່າຄົນທີ່ພຽງແຕ່ຟັງກົດບັນຍັດເທົ່ານັ້ນ ບໍ່ແມ່ນຜູ້ຊອບທັມຕໍ່ພຣະພັກພຣະເຈົ້າ, ແຕ່ຄົນທີ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຊົງຖືວ່າເປັນຜູ້ຊອບທັມ.14ເພາະວ່າເມື່ອຄົນຕ່າງຊາດ, ຊຶ່ງບໍ່ມີກົດບັນຍັດ, ໄດ້ປະພຶດຕາມກົດບັນຍັດໂດຍນິສັຍປົກກະຕິ, ພວກເຂົາກໍ່ເປັນກົດບັນຍັດໃຫ້ໂຕເອງ, ເຖິງແມ່ນວ່າພວກເຂົາບໍ່ມີກົດບັນຍັດກໍຕາມ.15ໂດຍສິ່ງນີ້ເອງ ພວກເຂົາສະແດງໃຫ້ເຫັນວ່າ ຫລັກຄວາມປະພຶດທີ່ຣະບຸໄວ້ໃນກົດບັນຍັດນັ້ນ ມີຈາຣຶກຢູ່ໃນຫົວໃຈຂອງພວກເຂົາ. ໃຈສຳນຶກຜິດຊອບຂອງພວກເຂົາຍັງເປັນພະຍານໃຫ້ແກ່ພວກເຂົາດ້ວຍ, ແລະຄວາມຄິດຂອງພວກເຂົາເອງນັ້ນແຫລະຈະກ່າວໂທດຕົວເອງຫລືແກ້ຕົວໃຫ້ແກ່ພວກເຂົາ16ແລະໃຫ້ແກ່ພຣະເຈົ້ານຳອີກ. ສິ່ງນັ້ນຈະເກີດຂື້ນໃນວັນທີ່ພຣະເຈົ້າຈະຊົງພິພາກສາຄວາມລັບຂອງມະນຸດທຸກຄົນ, ຕາມຂ່າວປະເສີດທີ່ຂ້າພະເຈົ້າໄດ້ປະກາດນັ້ນ, ໂດຍທາງພຣະເຢຊູຄຣິດເຈົ້າ.17ແຕ່ຖ້າທ່ານເອີ້ນຕົວເອງວ່າເປັນຊາວຢິວ ແລະ ອີງໃສ່ກົດບັນຍັດ ແລະ ຊື່ນຊົມຍິນດີໃນການອວດພຣະເຈົ້າ,18ແລະ ທ່ານຮູ້ຈັກພຣະປະສົງຂອງພຣະອົງ ແລະ ອະນຸຍາດໃນສິ່ງທີ່ດີເລີດໄດ້ ເພາະວ່າທ່ານໄດ້ຮຽນຮູ້ກົດບັນຍັດແລ້ວ;19ແລະຖ້າທ່ານຫມັ້ນໃຈວ່າຕົວທ່ານເອງເປັນຜູ້ຈູງຄົນຕາບອດ, ເປັນຄວາມສະຫວ່າງໃຫ້ແກ່ຄົນທັງຫລາຍທີ່ຢູ່ໃນຄວາມມືດ,20ເປັນຜູ້ສັ່ງສອນຄົນໂງ່ຈ້າ, ເປັນຄຣູສອນເດັກນ້ອຍ, ແລະ ວ່າທ່ານມີກົດບັນຍັດໃນຮູບແບບຂອງຄວາມຮູ້ແລະຄວາມຈິງ, ແລ້ວສິ່ງນີ້ມີຜົນແນວໃດໃນວິທີທາງທີ່ທ່ານດຳຣົງຊີວິດ?21ທ່ານຊຶ່ງເປັນຜູ້ທີ່ສອນຄົນອື່ນ, ທ່ານຈະບໍ່ສອນໂຕເອງແດ່ບໍ? ທ່ານຜູ້ທີ່ເທສະຫນາວ່າບໍ່ຄວນລັກຊັບ, ແລ້ວໂຕທ່ານເອງລັກຫລືບໍ່?22ທ່ານຜູ້ທີ່ສອນວ່າບໍ່ຄວນຫລິ້ນຊູ້, ໂຕທ່ານເອງໄດ້ຫລີ້ນຊູ້ຫລືບໍ່? ທ່ານຜູ້ທີ່ບໍ່ມັກຮູບເຄົາຣົບ, ໂຕທ່ານເອງໄດ້ປຸ້ນວິຫານຫລືບໍ່?23ທ່ານຜູ້ທີ່ຊື່ນຊົມຍິນດີໃນການອວດອ້າງກົດບັນຍັດ, ໂຕທ່ານເອງຍັງລົບລູ່ພຣະເຈົ້າໂດຍການປະພຶດຜິດກົດບັນຍັດຫລືບໍ່?24ເພາະມີຂຽນໄວ້ວ່າ. "ຄົນຕ່າງຊາດເວົ້າລົບລູ່ພຣະນາມຂອງພຣະເຈົ້າກໍເພາະທ່ານທັງຫລາຍ"25ຖ້າທ່ານເຊື່ອຟັງກົດບັນຍັດ ການເຂົ້າສູ່ພິທີຕັດກໍເປັນປະໂຫຍດແກ່ທ່ານແທ້ໆ, ແຕ່ຖ້າທ່ານເປັນຜູ້ລະເມີດກົດບັນຍັດ, ການທີ່ທ່ານເຂົ້າສູ່ພິທີຕັດນັ້ນກໍເທົ່າກັບວ່າບໍ່ໄດ້ເຂົ້າເລີຍ.26ຖ້າວ່າຜູ້ທີ່ບໍ່ໄດ້ເຂົ້າຮັບການຕັດຮັກສາຂໍ້ກົດບັນຍັດໄວ້ໄດ້ແລ້ວ, ການທີ່ເຂົາບໍ່ໄດ້ເຂົ້າພິທີການຕັດນັ້ນກໍຈະຖືຄືກັບວ່າໄດ້ເຂົ້າພິທີການຕັດແລ້ວບໍ່ແມ່ນບໍ?27ແລະ ຄົນທີ່ບໍ່ໄດ້ເຂົ້າພິທີການຕັດໂດຍ ທັມະຊາດຂອງພວກເຂົາ ຈະປັບໂທດທ່ານໄດ້ບໍ່ແມ່ນບໍຖ້າເຂົາປະຕິບັດຕາມກົດບັນຍັດ? ນີ້ເປັນເພາະວ່າທ່ານມີພຣະຄັມພີຂຽນໄວ້ແລ້ວ ແລະ ໄດ້ເຂົ້າການພິທີຕັດແລ້ວ, ແຕ່ຍັງລະເມີດກົດບັນຍັດນັ້ນ!28ເພາະວ່າເຂົາບໍ່ແມ່ນຄົນຢິວທີ່ເປັນຄົນຢິວແຕ່ພຽງພາຍນອກເທົ່ານັ້ນ; ແລະ ການເຂົ້າພິທີຕັດກໍບໍ່ແມ່ນການເຂົ້າພິທິຕັດພຽງແຕ່ຝ່າຍເນື້ອຫນັງພາຍນອກເທົ່ານັ້ນ.29ແຕ່ເຂົາເປັນຄົນຢິວພາຍໃນ, ແລະ ການເຂົ້າພິທີຕັດນັ້ນກໍເປັນເລື່ອງຂອງຈິດໃຈ, ໃນວິນຍານ, ບໍ່ແມ່ນຕາມຕົວກົດບັນຍັດ. ຄົນແບບນັ້ນພຣະເຈົ້າຈະຊົງຍົກຍ້ອງ ແຕ່ມະນຸດບໍ່ຍົກຍ້ອງ.
1ສະນັ້ນ ພວກຊາວຢິວຈະໄດ້ປຽບຄົນອື່ນແນວໃດ? ແລະການເຂົ້າພິທິຕັດນັ້ນຈະມີປະໂຫຍດອັນໃດ?2ມີປະໂຫຍດຫລວງຫລາຍໃນທຸກທາງ. ສິ່ງທີ່ສຳຄັນທີ່ສຸດຄື, ພວກຊາວຢິວໄດ້ເປັນຜູ້ມອບຄວາມໄວ້ວາງໃຈໃຫ້ຮັກສາພຣະຄຳສັ່ງຂອງພຣະເຈົ້າ.3ເຖິງມີພວກຊາວຢິວບາງຄົນທີ່ບໍ່ມີຄວາມເຊື່ອ? ຄວາມບໍ່ເຊື່ອຂອງພວກເຂົານັ້ນ ຈະເຮັດໃຫ້ຄວາມຊື່ສັດຂອງພຣະເຈົ້າບໍ່ມີປະໂຫຍດບໍ?4ຂໍຢ່າໃຫ້ເປັນແບບນັ້ນເລີຍ. ເຖິງແມ່ນວ່າ, ມະນຸດທຸກຄົນເວົ້າຕົວະ, ແຕ່ກໍຂໍໃຫ້ພຣະເຈົ້າຊົງເປັນຄວາມຈິງເຖີດ. ຕາມທີ່ມີຂຽນໄວ້ວ່າ, "ເພື່ອພຣະອົງຈະໄດ້ປະກົດວ່າ ຊົງເປັນຜູ້ຊອບທັມໃນທຸກໆພຣະຄຳສັ່ງຂອງພຣະອົງ, ແລະ ຊົງມີຊັຍເມື່ອເຂົາຕັດສິນພຣະອົງ."5ແຕ່ຖ້າຄວາມຊອບທັມຂອງພວກເຮົາສະແດງໃຫ້ເຫັນເຖິງຄວາມຊອບທັມຂອງພຣະເຈົ້າແລ້ວ, ພວກເຮົາຈະວ່າຢ່າງໃດ? ພວກເຮົາສາມາດຈະກ່າວວ່າ ພຣະເຈົ້າບໍ່ຍຸດຕິທັມເມື່ອພຣະອົງຊົງໂກດຮ້າຍລົງໂທດບໍ? (ຂ້າພະເຈົ້າເວົ້າຕາມເຫດຜົນຂອງມະນຸດ.)6ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ! ເພາະຖ້າເປັນເຊັ່ນນັ້ນແລ້ວ ພຣະເຈົ້າຈະຊົງພິພາກສາໂລກໄດ້ແນວໃດ?7ແຕ່ຖ້າຄວາມຈິງຂອງພຣະເຈົ້າປາກົດແຈ້ງເດັ່ນຂຶ້ນຜ່ານທາງຄຳເວົ້າຕົວະຂອງຂ້າພຣະເຈົ້າ ຈົນເຮັດໃຫ້ພຣະອົງໄດ້ຮັບຄຳສັນຣະເສີນຢ່າງເຕັມທີ່, ເປັນຫຍັງເຂົາຈຶ່ງຍັງລົງໂທດຂ້າພຣະເຈົ້າວ່າເປັນຄົນບາບ?8ເປັນຫຍັງພວກເຮົາຈຶ່ງບໍ່ເວົ້າ, ຢ່າງທີ່ມີຄົນລາຍງານ ໃສ່ຄວາມພວກເຮົາ, ແລະດັ່ງທີ່ບາງຄົນຢືນຢັນວ່າພວກເຮົາກ່າວວ່າ, "ໃຫ້ພວກເຮົາເຮັດຄວາມຊົ່ວ, ເພື່ອທີ່ວ່າຄວາມດີຈະເກີດຂື້ນ"? ການຕັດສິນລົງໂທດຄົນເຫລົ່ານັ້ນກໍຍຸດຕິທັມແລ້ວ.9ຖ້າເຊັ່ນນັ້ນຈະວ່າແນວໃດ? ພວກເຮົາຈະໄດ້ປຽບບໍ? ຫລືບໍ່ໄດ້ຫຍັງເລີຍ. ເພາະພວກເຮົາໄດ້ອະທິບາຍໃຫ້ເຫັນແລ້ວວ່າ ມະນຸດທຸກຄົນທັງຊາວຢິວ ແລະ ຊາວກຣີກ, ທັງຫມົດ, ຕ່າງກໍຢູ່ໃຕ້ອຳນາດຂອງຄວາມບາບ.10ສິ່ງນີ້ເປັນຕາມທີ່ຂຽນໄວ້ວ່າ: "ບໍ່ມີຜູ້ໃດເປັນຜູ້ຊອບທັມຈັກຄົນດຽວ, ບໍ່ມີເລີຍ.11ບໍ່ມີຄົນທີ່ເຂົ້າໃຈ, ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ.12ພວກເຂົາທຸກຄົນຫລົງຜິດໄປຫມົດ. ພວກເຂົາກາຍເປັນຄົນທີ່ບໍ່ມີຄ່າຄືກັນທັງສີ້ນ. ບໍ່ມີຄົນທີ່ເຮັດຄວາມດີ, ບໍ່ມີເລີຍແມ່ນແຕ່ຄົນດຽວ.13ລຳຄໍຂອງພວກເຂົາຄືບ່ອນຝັງສົບທີ່ເປີດຢູ່. ພວກເຂົາໃຊ້ລີ້ນໃນການຫລອກລວງ. ພິດຂອງງູຮ້າຍຢູ່ໃຕ້ປາກຂອງພວກເຂົາ.14ປາກຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ແລະ ຄຳຂົມຂື່ນ.15ຕີນຂອງພວກເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ.16ໃນເສັ້ນທາງຂອງພວກເຂົາມີຄວາມຈິບຫາຍ ແລະ ຄວາມທຸກທໍຣະມານ.17ຄົນເຫລົ່ານີ້ ບໍ່ຮູ້ຈັກທາງແຫ່ງສັນຕິສຸກ.18ພວກເຂົາບໍ່ເຄີຍຄິດທີ່ຈະຢ້ານກົວພຣະເຈົ້າເລີຍ."19ບັດນີ້ ພວກເຮົາຮູ້ແລ້ວວ່າ ກົດບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນ, ກໍໄດ້ກ່າວແກ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະປິດປາກທຸກຄົນ, ແລະເພື່ອໃຫ້ມະນຸດທຸກຄົນໃນໂລກສາມາດຕອບຄຳຖາມຂອງພຣະເຈົ້າ ສຳລັບຄວາມບາບທີ່ເຮັດໄດ້.20ນີ້ເປັນເພາະວ່າໃນສາຍພຣະເນດຂອງພຣະເຈົ້າ ບໍ່ມີມະນຸດຄົນໃດເປັນຜູ້ຊອບທັມ. ໂດຍການປະພຶດຕາມກົດບັນຍັດໄດ້ ເພາະວ່າກົດບັນຍັດນັ້ນເຮັດໃຫ້ເຮົາຮູ້ຈັກບາບ.21ແຕ່ບັດນີ້ ຄວາມຊອບທັມຂອງພຣະເຈົ້າໄດ້ປາກົດນອກເຫນືອກົດບັນຍັດ. ໂດຍມີພະຍານຄືກົດບັນຍັດ ແລະ ພວກຜູ້ປະກາດພຣະຄັມ,22ນັ້ນຄື, ຄວາມຊອບທັມຂອງພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ ສຳລັບທຸກຄົນທີ່ເຊື່ອ. ເພາະວ່າຄົນທັງຫລາຍບໍ່ແຕກຕ່າງກັນ.23ເພາະວ່າທຸກຄົນເຮັດບາບ ແລະເສື່ອມຈາກພຣະຣັດສະຫມີຂອງພຣະເຈົ້າ,24ແຕ່ພຣະອົງຊົງມີພຣະຄຸນໃນການເຮັດໃຫ້ພວກເຂົາເປັນຜູ້ຊອບທັມໂດຍບໍ່ຮັບຜົນຕອບແທນ ໂດຍທາງການໄຖ່ຂອງພຣະເຢຊູຄຣິດເຈົ້າ.25ເພາະພຣະເຈົ້າໄດ້ຊົງຕັ້ງພະເຢຊູຄຣິດເຈົ້າໄວ້ໃຫ້ເປັນເຄື່ອງບູຊາໄຖ່ບາບຜ່ານຄວາມເຊື່ອໃນເລືອດຂອງພຣະອົງ. ພຣະເຈົ້າໄດ້ຊົງມອບພຣະຄຣິດໃຫ້ເປັນຫລັກຖານຂອງຄວາມຍຸດຕິທັມຂອງພຣະອົງ, ເນື່ອງມາຈາກການທີ່ບໍ່ຖືໂທດຕໍ່ຄວາມບາບທີ່ຜ່ານມາ26ໃນຄວາມອົດກັ້ນຂອງພຣະອົງ. ສິ່ງນີ້ເກີດຂຶ້ນເພື່ອສຳແດງໃຫ້ເຫັນເຖິງຄວາມຊອບທັມຂອງພຣະອົງໃນຍຸກປະຈຸບັນນີ້. ເພື່ອວ່າພຣະອົງຈະໄດ້ຊົງພິສູດພຣະອົງເອງວ່າຊົງເປັນຜູ້ຊອບທັມ, ແລະສຳແດງວ່າພຣະອົງຈະຊົງເຮັດໃຫ້ທຸກຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າເປັນຜູ້ຊອບທັມດ້ວຍ.27ຖ້າຢ່າງນັ້ນ ຂ້າພຣະເຈົ້າຈະເອົາສິ່ງໃດມາໂອ້ອວດກໍຫມົດຫົນທາງ? ຈະອ້າງຫລັກການອັນໃດວ່າຫມົດຫົນທາງ? ອ້າງຫລັກການປະຕິບັດຕາມກົດບັນຍັດບໍ? ບໍ່ແມ່ນ, ແຕ່ຕ້ອງອ້າງຫລັກຂອງຄວາມເຊື່ອ.28ແລ້ວພວກເຮົາທັງຫລາຍສະຫຣຸບວ່າ ຄົນໃດຄົນຫນຶ່ງຈະເປັນຄົນຊອບທັມໄດ້ ກໍໂດຍຄວາມເຊື່ອ ທີ່ປາສະຈາກການປະຕິບັດຕາມກົດບັນຍັດ.29ຫລືວ່າພຣະເຈົ້ານັ້ນຊົງເປັນພຣະເຈົ້າຂອງຊາວຢິວເທົ່ານັ້ນບໍ? ພຣະອົງບໍ່ຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ, ພຣະອົງຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ.30ຖ້າພຣະເຈົ້າຊົງເປັນພຣະເຈົ້າອົງດຽວຢ່າງແທ້ຈິງແລ້ວ, ພຣະອົງຈະເຮັດໃຫ້ຄົນທີ່ເຂົ້າພິທີຕັດເປັນຄົນຊອບທັມໂດຍຄວາມເຊື່ອ, ແລະ ຈະຊົງເຮັດໃຫ້ຄົນທີ່ບໍ່ເຂົ້າພິທີຕັດເປັນຄົນຊອບທັມຜ່ານທາງຄວາມເຊື່ອເຊັ່ນດຽວກັນ.31ຖ້າເຊັ່ນນັ້ນ ພວກເຮົາຈະຍົກເລີກກົດບັນຍັດໂດຍຄວາມເຊື່ອບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ! ພວກເຮົາຍົກຊູກົດບັນຍັດຂຶ້ນຕ່າງຫາກ.
1ຖ້າເຊັ່ນນັ້ນ ພວກເຮົາຈະວ່າແນວໃດເລື່ອງອັບຣາຮາມ, ບັນພະບຸຣຸດຂອງພວກເຮົາຕາມຝ່າຍເນື້ອຫນັງ?2ເພາະຖ້າອັບຣາຮາມເປັນຜູ້ຊອບທັມໂດຍການປະຕິບັດ, ທ່ານກໍມີເຫດຜົນທີ່ຈະອວດໄດ້, ແຕ່ກໍບໍ່ແມ່ນຈຳເພາະພຣະພັກພຣະເຈົ້າ.3ເພາະພຣະຄັມພີວ່າແນວໃດ? ເວົ້າວ່າ "ອັບຣາຮາມເຊື່ອໃນພຣະເຈົ້າ, ແລະພຣະເຈົ້າຊົງຖືວ່າເພິ່ນເປັນຄົນຊອບທັມ."4ຝ່າຍຄົນທີ່ເຮັດວຽກ, ກໍບໍ່ຖືວ່າຄ່າຕອບແທນທີ່ໄດ້ຮັບນັ້ນເປັນລາງວັນ, ແຕ່ຖືວ່າເປັນຄ່າແຮງຂອງງານທີ່ໄດ້ເຮັດ.5ແຕ່ສ່ວນຄົນທີ່ບໍ່ໄດ້ອາໄສການປະຕິບັດ ແຕ່ເຊື່ອໃນພຣະອົງຜູ້ຊົງເຮັດໃຫ້ຄົນອະທັມເປັນຄົນຊອບທັມໄດ້ນັ້ນ, ພຣະເຈົ້າຊົງຖືວ່າຄວາມເຊື່ອຂອງເຂົາເປັນຄວາມຊອບທັມ.6ດາວິດໄດ້ກ່າວເຖິງຄວາມສຸກຂອງຄົນທີ່ພຣະເຈົ້າຊົງຖືວ່າເປັນຄົນຊອບທັມໂດຍບໍ່ໄດ້ອາໄສການປະຕິບັດ.7ເພິ່ນກ່າວວ່າ, "ຄົນທັງຫລາຍຊຶ່ງພຣະເຈົ້າຊົງໃຫ້ອະພັຍຈາກຄວາມຊົ່ວຮ້າຍຂອງພວກເຂົາແລ້ວ, ແລະ ພຣະເຈົ້າຊົງປົກປິດບາບຂອງເຂົາແລ້ວກໍໄດ້ຮັບການອວຍພອນ.8ບຸກຄົນທີ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງຖືໂທດກໍເປັນພຣະພອນ."9ແລ້ວເຊັ່ນນັ້ນ ພຣະພອນນີ້ມີແກ່ຄົນທີ່ເຂົ້າພິທີຕັດພວກດຽວບໍ, ຫລືວ່າມີແກ່ຄົນທີ່ບໍ່ໄດ້ເຂົ້າພິທີຕັດດ້ວຍ? ເພາະພວກເຮົາກ່າວວ່າ, "ເພາະຄວາມເຊື່ອໄດ້ຖືວ່າອັບຣາຮາມເປັນຄົນຊອບທັມ."10ຖ້າເຊັ່ນນັ້ນແລ້ວ ພຣະເຈົ້າຖືແນວໃດ? ເມື່ອອັບຣາຮາມເຂົ້າພິທີຕັດແລ້ວບໍ, ຫລື ເມື່ອຍັງບໍ່ໄດ້ເຂົ້າພິທີຕັດ? ບໍ່ແມ່ນເມື່ອເພິ່ນເຂົ້າພິທີຕັດແລ້ວ, ແຕ່ເມື່ອເພິ່ນຍັງບໍ່ໄດ້ເຂົ້າພິທີຕັດ.11ອັບຣາຮາມໄດ້ຮັບເຄື່ອງຫມາຍແຫ່ງການເຂົ້າພິທີຕັດ. ເຊິ່ງເປັນຕຣາປະທັບແຫ່ງຄວາມຊອບທັມ ອັນມາຈາກຄວາມເຊື່ອທີ່ທ່ານໄດ້ມີຢູ່ ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ. ຜົນແຫ່ງເຄື່ອງຫມາຍ ນີ້ຄື ທ່ານຈະໄດ້ກາຍເປັນບິດາຂອງຄົນທັງປວງທີ່ເຊື່ອ, ແມ່ນວ່າພວກເຂົາຍັງບໍ່ໄດ້ເຂົ້າພິທີການຕັດ. ນີ້ຫມາຍຄວາມວ່າພຣະເຈົ້າຈະຊົງຖືວ່າພວກເຂົາເປັນຜູ້ຊອບທັມ.12ສີ່ງນີ້ຍັງຫມາຍຄວາມວ່າອັບຣາຮາມຈະກາຍເປັນບິດາແຫ່ງການເຂົ້າພິທີຕັດແລ້ວເທົ່ານັ້ນ ແຕ່ຍັງເປັນຄົນທີ່ມີຄວາມເຊື່ອຕາມແບບຂອງອັບຣາຮາມ ບິດາຂອງພວກເຮົາທັງຫລາຍດ້ວຍ ແລະ ນີ້ຄືຄວາມເຊື່ອທີ່ທ່ານມີຢູ່ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ.13ເພາະວ່າພຣະສັນຍາທີ່ປຣະທານແກ່ອັບຣາຮາມ ແລະຜູ້ສືບເຊື້ອສາຍຂອງທ່ານທີ່ວ່າພວກເຂົາຈະໄດ້ທັງແຜ່ນດິນໂລກເປັນມໍຣະດົກນັ້ນ ບໍ່ໄດ້ມາໂດຍກົດບັນຍັດ ແຕ່ມາໂດຍຄວາມຊອບທັມທີ່ມາຈາກຄວາມເຊື່ອ.14ເພາະຖ້າຄົນເຫລົ່ານັ້ນທີ່ຖືກົດບັນຍັດເປັນເຊື້ອສາຍ, ຄວາມເຊື່ອກໍ່ບໍ່ມີປະໂຫຍດ, ແລະພຣະສັນຍາກໍ່ເປັນໂມຄະ.15ເພາະກົດບັນຍັດນຳໄປສູ່ຄວາມຄຽດແຄ້ນ, ແຕ່ບ່ອນໃດບໍ່ມີກົດບັນຍັດ, ບ່ອນນັ້ນກໍ່ບໍ່ມີການລະເມີດ.16ດ້ວຍເຫດຜົນນີ້, ສິ່ງນີ້ຈື່ງເກີດຂຶ້ນໂດຍຄວາມເຊື່ອ ເພື່ອທີ່ຈະໄດ້ເປັນໂດຍພຣະຄຸນ ດັ່ງນັ້ນ ພຣະສັນຍາຈຶ່ງເປັນສິ່ງທີ່ແນ່ນອນສຳລັບຜູ້ສືບເຊື້ອສາຍຂອງທ່ານທຸກຄົນ ແລະ ຜູ້ສືບເຊື້ອສາຍເຫລົ່ານີ້ບໍ່ແມ່ນພຽງແຕ່ຄົນທີ່ຮູ້ກົດບັນຍັດເທົ່ານັ້ນ, ແຕ່ລວມເຖິງຄົນເຫລົ່ານັ້ນທີ່ມີຄວາມເຊື່ອຄືກັນກັບອັບຣາຮາມດ້ວຍ. ເພາະທ່ານເປັນບິດາຂອງພວກເຮົາທຸກຄົນ,17ຕາມທີ່ມີຄຳຂຽນໄວ້ວ່າ, "ເຮົາໄດ້ໃຫ້ທ່ານເປັນບິດາຂອງປະຊາຊາດຫລວງຫລາຍ." ອັບຣາຮາມຢູ່ຕໍ່ຫນ້າພຣະອົງທີ່ທ່ານເຊື່ອ, ນັ້ນຄື, ພຣະເຈົ້າ, ຜູ້ທີ່ໃຫ້ຊີວິດແກ່ຄົນທີ່ຕາຍແລ້ວ ແລະ ເອີ້ນສິ່ງທີ່ຍັງບໍ່ໄດ້ມີໃຫ້ມີຂຶ້ນມາ.18ບໍ່ວ່າສະຖານະການພາຍນອກຈະເປັນແນວໃດ, ອັບຣາຮາມຍັງເຊື່ອຫມັ້ນໃຈໃນພຣະເຈົ້າສຳລັບອະນາຄົດ. ດັ່ງນັ້ນ ທ່ານຈຶ່ງໄດ້ກາຍເປັນບິດາຂອງປະຊາຊາດຫລວງຫລາຍ, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ວ່າ, "ເຊື້ອສາຍຂອງທ່ານຈະຫລວງຫລາຍຢ່າງນັ້ນ."19ທ່ານບໍ່ໄດ້ອ່ອນແອໃນຄວາມເຊື່ອ. ອັບຣາຮາມເຂົ້າໃຈວ່າຮ່າງກາຍຂອງທ່ານບໍ່ສາມາດທີ່ຈະມີບຸດໄດ້ແລ້ວ (ເພາະທ່ານມີອາຍຸປະມານຮ້ອຍປີແລ້ວ). ທ່ານຍັງຍອມຮັບວ່າມົດລູກຂອງນາງຊາຣາບໍ່ສາມາດມີບຸດໄດ້ແລ້ວອີກຕໍ່ໄປ.20ແຕ່ເພາະເປັນພຣະສັນຍາຂອງພຣະເຈົ້າ, ອັບຣາຮາມຈຶ່ງບໍ່ໄດ້ຫວັ່ນໄຫວເລີຍ. ແຕ່, ທ່ານກັບມີຄວາມເຊື່ອຫມັ້ນຄົງຫລາຍຂຶ້ນ ແລະຖວາຍສັນຣະເສີນແດ່ພຣະເຈົ້າ.21ທ່ານເຊື່ອຫມັ້ນຢ່າງສຸດໃຈວ່າ ສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້, ພຣະອົງຈະສາມາດເຮັດໃຫ້ສຳເລັດໄດ້.22ດ້ວຍເຫດນີ້ ພຣະເຈົ້າຈຶ່ງຖືວ່າຄວາມເຊື່ອຂອງທ່ານເປັນຄວາມຊອບທັມຂອງທ່ານດ້ວຍ.23ການຖືວ່າເປັນຄວາມຊອບທັມຂອງທ່ານນັ້ນ, ບໍ່ໄດ້ມີຂຽນໄວ້ ສຳລັບອັບຣາຮາມແຕ່ພຽງຜູ້ດຽວ.24ແຕ່ຂຽນໄວ້ສຳລັບພວກເຮົານຳອີກ, ເພາະຈະຊົງຖືວ່າຂ້າພຣະເຈົ້າເປັນຄົນຊອບທັມ, ຄືພວກເຮົາທີ່ເຊື່ອໃນພຣະອົງ ຜູ້ຊົງໃຫ້ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາຟື້ນຄືນຂຶ້ນຈາກຄວາມຕາຍ.25ນັ້ນຄືຜູ້ທີ່ຊົງຖືກຢຶດໄວ້ເພາະການລ່ວງລະເມີດຂອງພວກເຮົາ ແລະໄດ້ຊົງຟື້ນຂຶ້ນຈາກຄວາມຕາຍ ເພື່ອໃຫ້ພວກເຮົາເປັນຄົນຊອບທັມ.
1ເມື່ອພວກເຮົາໄດ້ເປັນຄົນຊອບທັມໂດຍຄວາມເຊື່ອແລ້ວ, ພວກເຮົາຈື່ງມີສັນຕິສຸກໃນພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຂອງພວກເຮົາ.2ໂດຍທາງພຣະອົງ ພວກເຮົາຍັງໄດ້ເຂົ້າມາຢູ່ໃນພຣະຄຸນນີ້ທີ່ພວກເຮົາຢືນຢູ່ໂດຍຄວາມເຊື່ອ. ພວກເຮົາຈື່ງມີຄວາມຊື່ນຊົມຍິນດີໃນຄວາມຫມັ້ນໃຈທີ່ພຣະເຈົ້າປຣະທານໃຫ້ແກ່ພວກເຮົາເພື່ອອະນາຄົດ, ແມ່ນຄວາມຫມັ້ນໃຈທີ່ວ່າພວກເຮົາຈະມີສ່ວນໃນພຣະສະຫງ່າຣາສີຂອງພຣະເຈົ້າ.3ຍິ່ງໄປກ່ວານັ້ນ, ພວກເຮົາຍັງຊື່ນຊົມຍິນດີໃນຄວາມທຸກຍາກຂອງພວກເຮົາ. ເພາະພວກເຮົາຮູ້ວ່າຄວາມທຸກຍາກນັ້ນເຮັດໃຫ້ເກີດຄວາມອົດທົນ.4ແລະ ຄວາມອົດທົນເຮັດໃຫ້ພຣະເຈົ້າຊົງເຫັນວ່າພວກເຮົາເປັນຄົນຮັບໃຊ້ທີ່ໃຊ້ການໄດ້, ແລະ ການທີ່ພຣະເຈົ້າຊົງເຫັນເຊັ່ນນັ້ນເຮັດໃຫ້ເກີດຄວາມຫມັ້ນໃຈໃນອະນາຄົດ.5ຄວາມຫມັ້ນ ໃຈນີ້ຈະບໍ່ເຮັດໃຫ້ເຮົາຜິດຫວັງ, ເພາະວ່າຄວາມຮັກຂອງພຣະເຈົ້າໄດ້ຫລັ່ງໄຫລເຂົ້າສູ່ຈິດໃຈຂອງພວກເຮົາ ຜ່ານທາງພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະເຈົ້າໄດ້ປຣະທານໃຫ້ແກ່ພວກເຮົາແລ້ວ.6ໃນຂະນະທີ່ພວກເຮົາອ່ອນແອຢູ່ນັ້ນ, ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອຊ່ວຍຄົນອະທັມໃນເວລາທີ່ເຫມາະສົມ.7ເພາະວ່າບໍ່ມີໃຜຈະຕາຍແທນຄົນຊອບທັມ. ແຕ່ບາງຄັ້ງ, ກໍ່ມີຄົນກ້າທີ່ຈະຕາຍເພື່ອຄົນດີກໍ່ໄດ້.8ແຕ່ພຣະເຈົ້າໄດ້ພິສູດຄວາມຮັກຂອງພຣະອົງທີ່ມີຕໍ່ພວກເຮົາທັງຫລາຍ, ເພາະວ່າໃນຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້ນ, ພຣະຄຣິດໄດ້ສິ້ນພຣະຊົນເພື່ອພວກເຮົາ.9ເຫດສະນັ້ນ, ໃນຂະນະນີ້, ພວກເຮົາໄດ້ເປັນຄົນຄວາມຊອບທັມແລ້ວໂດຍພຣະໂລຫິດຂອງພຣະອົງ, ພວກເຮົາຍິ່ງຈະພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າໂດຍພຣະໂລຫິດນັ້ນຫລາຍຍິ່ງຂື້ນໄປອີກ.10ເພາະວ່າ, ຖ້າຂະນະທີ່ພວກເຮົາຍັງເປັນສັດຕຣູກັບພຣະເຈົ້າ, ພວກເຮົາໄດ້ກັບຄືນດີກັບພຣະອົງຜ່ານທາງການສິ້ນພຣະຊົນຂອງພຣະບຸດຂອງພຣະອົງ, ຫລັງຈາກທີ່ພວກເຮົາໄດ້ກັບຄືນດີແລ້ວ, ພວກເຮົາກໍຈະໄດ້ຮັບຄວາມພົ້ນໂດຍຊີວິດຂອງພຣະອົງຫລາຍຂຶ້ນ.11ບໍ່ພຽງແຕ່ເທົ່ານັ້ນ, ພວກເຮົາທັງຫລາຍຍັງຊື່ນຊົມຍິນດີໃນພຣະເຈົ້າຜ່ານທາງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ຊົງເຮັດໃຫ້ພວກເຮົາໄດ້ກັບຄືນດີກັບພຣະເຈົ້າ.12ເຫດສະນັ້ນ, ເຊັ່ນດຽວກັບທີ່ບາບເຂົ້າມາໃນໂລກຜ່ານທາງຄົນໆດຽວ, ໂດຍທາງນີ້ ຄວາມຕາຍກໍເຂົ້າມາຜ່ານທາງບາບນັ້ນ. ແລະຄວາມຕາຍກໍໄດ້ແຜ່ລາມອອກໄປສູ່ມະນຸດທຸກຄົນ, ເພາະວ່າມະນຸດທຸກຄົນໄດ້ເຮັດບາບ.13ຄວາມຈິງບາບໄດ້ມີຢູ່ໃນໂລກແລ້ວ, ກ່ອນທີ່ຈະມີກົດບັນຍັດ, ແຕ່ບໍ່ມີເຫດຜົນທີ່ຈະນັບວ່າເປັນບາບໃນເມື່ອບໍ່ມີກົດບັນຍັດ.14ເຖິງຢ່າງໃດກໍຕາມ, ຄວາມຕາຍໄດ້ຄອບງຳຕະຫລອດມາ ຕັ້ງແຕ່ອາດາມຈົນເຖິງໂມເຊ, ແມ່ນຄົນທີ່ບໍ່ໄດ້ເຮັດບາບຢ່າງດຽວກັບການບໍ່ເຊື່ອຟັງຂອງອາດາມ, ຜູ້ຊຶ່ງເປັນແບບຂອງຜູ້ທີ່ຈະສະເດັດມາພາຍຫຼັງ.15ແຕ່ເຖິງຢ່າງນັ້ນ, ຂອງປະທານແຫ່ງພຣະຄຸນບໍ່ຄືກັບການລ່ວງລະເມີດນັ້ນ. ເພາະວ່າຖ້າຄົນຫລວງຫລາຍຕ້ອງຕາຍເພາະການລະເມີດຂອງຄົນໆດຽວແລ້ວ, ຍິ່ງໄປກວ່ານັ້ນ ພຣະຄຸນຂອງພຣະເຈົ້າ ແລະຂອງປະທານໂດຍພຣະຄຸນຂອງພຣະອົງຜູ້ດຽວ, ຄືພຣະເຢຊູຄຣິດເຈົ້ານັ້ນ, ກໍມີຄວາມອຸດົມສົມບູນສຳລັບຫລາຍໆຄົນ.16ເພາະຂອງປຣະທານນັ້ນກໍບໍ່ຄືຜົນທີ່ເກີດຈາກຄົນດຽວທີ່ເຮັດບາບ. ເພາະວ່າໃນດ້ານຫນຶ່ງ, ການພິພາກສາລົງໂທດເກີດຂຶ້ນເນື່ອງຈາກການລະເມີດຂອງມະນຸດຄົນຫນຶ່ງ. ແຕ່ໃນອີກດ້ານຫນຶ່ງ, ຂອງປຣະທານແຫ່ງພຣະຄຸນທີ່ນຳໄປສູ່ການເປັນຄົນຊອບທັມນັ້ນ ເກີດຂຶ້ນພາຍຫລັງຈາກທີ່ມີການລະເມີດຫລາຍຄັ້ງ.17ເພາະວ່າຖ້າໂດຍການລະເມີດຂອງຄົນໆດຽວ, ເຮັດໃຫ້ຄວາມຕາຍຄອບງຳຜ່ານທາງຄົນນັ້ນ, ຍິ່ງໄປກວ່ານັ້ນ ຄົນທັງຫລາຍທີ່ຮັບພຣະຄຸນອັນສົມບູນ ແລະ ຂອງປຣະທານແຫ່ງຄວາມຊອບທັມກໍໄດ້ຄອບຄອງຜ່ານທາງຊີວິດຂອງພຣະອົງຜູ້ດຽວ, ຄືພຣະເຢຊູຄຣິດເຈົ້າ.18ເຫດສະນັ້ນ, ການພິພາກສາລົງໂທດໄດ້ມາສູ່ມະນຸດທັງປວງຜ່ານທາງການລະເມີດຄັ້ງດຽວສັນໃດ, ການກະທຳອັນຊອບທັມຄັ້ງດຽວກໍນຳຄວາມຊອບທັມແຫ່ງຊີວິດມາເຖິງຄົນທັງປວງສັນນັ້ນ.19ເພາະຄົນຈຳນວນຫລວງຫລາຍກາຍເປັນຄົນບາບ, ເພາະຄົນດຽວທີ່ບໍ່ເຊື່ອຟັງ ສັນໃດ ຄົນເປັນຈຳນວນຫລາຍກໍຈະກາຍເປັນຄົນຊອບທັມ ເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ.20ແຕ່ການທີ່ມີກົດບັນຍັດມາປະກອບ, ກໍເພື່ອທີ່ຈະເຮັດໃຫ້ການລະເມີດເບິ່ງເຫັນໄດ້ຊັດເຈນຂຶ້ນ. ແຕ່ບ່ອນໃດທີ່ມີບາບເກີດຂຶ້ນຫລາຍ, ພຣະຄຸນກໍຍິ່ງຈະມີຄ່າຫລາຍໄປກວ່ານັ້ນອີກ.21ສິ່ງນີ້ເກີດຂຶ້ນເພື່ອທີ່ວ່າ, ບາບໄດ້ຄອບງຳເຮັດໃຫ້ເຖິງຄວາມຕາຍສັນໃດ, ພຣະຄຸນກໍຄອບຄອງຜ່ານທາງຄວາມຊອບທັມໃຫ້ເຖິງຊີວິດນິຣັນດອນໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສັນນັ້ນ.
1ຖ້າຢ່າງນັ້ນ ພວກເຮົາຈະເວົ້າແນວໃດ? ພວກເຮົາຄວນຈະເຮັດບາບຢູ່ຕໍ່ໄປ ເພື່ອໃຫ້ພຣະຄຸນປະກົດຫລາຍຂຶ້ນບໍ?2ຢ່າໃຫ້ເປັນຢ່າງນັ້ນເລີຍ. ພວກເຮົາທີ່ຕາຍຕໍ່ບາບແລ້ວ, ຈະຍັງຄົງມີຊີວິດຢູ່ໃນບາບໄດ້ຢ່າງໃດ?3ທ່ານບໍ່ຮູ້ບໍວ່າຄົນທັງຫລາຍທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດເຈົ້າ ກໍຍັງໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ?4ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນການຕາຍນັ້ນ. ສິ່ງນີ້ເກີດຂຶ້ນເພື່ອວ່າພຣະຄຣິດໄດ້ຊົງຖືກຟື້ນຄືນຂຶ້ນມາຈາກຄວາມຕາຍໂດຍພຣະສະຫງ່າຣາສີຂອງພຣະບິດາເຈົ້າສັນໃດ, ພວກເຮົາກໍຈະໄດ້ດຳເນີນໃນຊີວິດໃຫມ່ສັນນັ້ນ.5ເພາະວ່າຖ້າພວກເຮົາໄດ້ເຂົ້າໃກ້ຊິດກັບພຣະອົງໃນຄວາມຕາຍຄືກັບພຣະອົງແລ້ວ, ພວກເຮົາກໍຈະໄດ້ໃກ້ຊິດກັບພຣະອົງໃນການຟື້ນຄືນຂື້ນມາຈາກຄວາມຕາຍຄືກັນກັບພຣະອົງດ້ວຍເຊັ່ນກັນ.6ພວກເຮົາທັງຫລາຍຮູ້ແລ້ວວ່າ, ຕົວເກົ່າຂອງພວກເຮົານັ້ນໄດ້ຖືກຄຶງໄວ້ກັບພຣະອົງແລ້ວ, ເພື່ອວ່າຕົວທີ່ມີບາບນັ້ນຈະໄດ້ຖືກທຳລາຍໄປ. ສິ່ງນີ້ເກີດຂຶ້ນເພື່ອວ່າພວກເຮົາຈະບໍ່ໄດ້ເປັນທາດຂອງບາບອີກຕໍ່ໄປ.7ເພາະວ່າຜູ້ທີ່ຕາຍແລ້ວກໍໄດ້ຮັບການປະກາດວ່າຊອບທັມໃນເບື້ອງຂອງຄວາມບາບ.8ແຕ່ຖ້າພວກເຮົາໄດ້ຕາຍແລ້ວກັບພຣະຄຣິດ, ພວກເຮົາເຊື່ອວ່າພວກເຮົາຈະມີຊີວິດຢູ່ກັບພຣະອົງດ້ວຍ.9ພວກເຮົາຮູ້ຢູ່ວ່າ ພຣະຄຣິດໄດ້ຊົງເປັນຄືນຂຶ້ນມາຈາກຕາຍແລ້ວ, ແລະ ພຣະອົງຈະບໍ່ຕາຍອີກຕໍ່ໄປ. ຄວາມຕາຍຈະບໍ່ມີອຳນາດເຫນືອພຣະອົງອີກຕໍ່ໄປ.10ໃນເລື່ອງທີ່ກ່ຽວກັບຄວາມຕາຍ ທີ່ວ່າພຣະອົງໄດ້ຊົງຕາຍຕໍ່ບາບນັ້ນ, ພຣະອົງໄດ້ຊົງຕາຍຄັ້ງດຽວເປັນພໍ. ຢ່າງໃດກໍຕາມ, ຊີວິດທີ່ພຣະອົງຊົງດຳເນີນຢູ່ນັ້ນກໍເພື່ອພຣະເຈົ້າ.11ໃນທຳນອງດຽວກັນ, ທ່ານຕ້ອງຖືວ່າຕົນເອງໄດ້ຕາຍຕໍ່ບາບ, ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະເຢຊູຄຣິດເຈົ້າ.12ເຫດສະນັ້ນ ຢ່າໃຫ້ບາບມີອຳນາດເຫນືອຮ່າງກາຍທີ່ຕ້ອງຕາຍຂອງທ່ານ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕັນຫາຂອງຮ່າງກາຍນັ້ນ.13ຢ່າຍົກອະໄວຍະວະໃນຮ່າງກາຍຂອງທ່ານໃຫ້ແກ່ບາບ, ເພື່ອເປັນເຄື່ອງມືໃນຄວາມຊົ່ວ. ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ, ຄືກັບຄົນທີ່ຟື້ນຄືນມາຈາກຄວາມຕາຍແລ້ວ ແລະມີຊີວິດຢູ່. ແລະຈົ່ງຍົກອະໄວຍະວະໃນຮ່າງກາຍຂອງທ່ານແດ່ພຣະເຈົ້າເພື່ອເປັນເຄື່ອງໃຊ້ໃນຄວາມຊອບທັມ.14ຢ່າປ່ອຍໃຫ້ບາບມີອຳນາດເຫນືອທ່ານ. ເພາະວ່າທ່ານບໍ່ໄດ້ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນ.15ຖ້າເຊັ່ນນັ້ນຈະເປັນຢ່າງໃດ? ພວກເຮົາຈະເຮັດບາບເພາະວ່າພວກເຮົາບໍ່ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ.16ທ່ານບໍ່ຮູ້ບໍວ່າ ຖ້າທ່ານຍົກຕົວເອງໃຫ້ເປັນຜູ້ຮັບໃຊ້ຂອງຜູ້ໃດ ທ່ານກໍຕ້ອງເຊື່ອຟັງ ແລະເຮັດຕາມຄຳສັ່ງຂອງຜູ້ນັ້ນ? ນີ້ແມ່ນຄວາມຈິງບໍ່ວ່າທ່ານຈະເປັນຜູ້ຮັບໃຊ້ຂອງບາບທີ່ນຳໄປສູ່ຄວາມຕາຍ, ຫລືເປັນຜູ້ຮັບໃຊ້ຂອງການເຊື່ອຟັງຊຶ່ງນຳໄປສູ່ຄວາມຊອບທັມກໍຕາມ.17ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ! ເພາະວ່າໃນອະດີດ ນັ້ນ ທ່ານເປັນຜູ້ຮັບໃຊ້ຂອງບາບ, ແຕ່ທ່ານມີໃຈເຊື່ອຟັງຫລັກຄຳສອນນັ້ນທີ່ຊົງປຣະທານໃຫ້ແກ່ທ່ານ.18ທ່ານໄດ້ຮັບການປົດປ່ອຍໃຫ້ພົ້ນຈາກບາບແລ້ວ, ແລະທ່ານກໍໄດ້ກາຍເປັນຜູ້ຮັບໃຊ້ຂອງຄວາມຊອບທັມ.19ຂ້າພະເຈົ້າເວົ້າຢ່າງມະນຸດ ເພາະເນື້ອຫນັງຂອງທ່ານອ່ອນກຳລັງ. ເພາະທ່ານເຄີຍໃຫ້ອະໄວຍະວະຂອງຮ່າງກາຍທ່ານເປັນທາດຂອງຄວາມຊົ່ວມົວຫມອງ ແລະຂອງການຊົ່ວຮ້າຍສັນໃດ, ໃນທຳນອງດຽວກັນ, ບັດນີ້, ທ່ານຈົ່ງໃຫ້ອະໄວຍະວະຂອງທ່ານເປັນທາດຂອງຄວາມຊອບທັມ ເພື່ອການຊຳຣະໃຫ້ບໍຣິສຸດສັນນັ້ນ.20ເພາະວ່າເມື່ອທ່ານເປັນທາດຂອງບາບ, ທ່ານກໍບໍ່ໄດ້ຢູ່ໃນຄວາມຊອບທັມ.21ຂະນະນັ້ນ, ທ່ານໄດ້ປະໂຫຍດອັນໃດໃນການເຫລົ່ານັ້ນ ຊຶ່ງຕອນນີ້ທ່ານຮູ້ສຶກລະອາຍ? ດ້ວຍວ່າຜົນສຸດທ້າຍຂອງການເຫລົ່ານັ້ນກໍຄືຄວາມຕາຍ.22ແຕ່ຂະນະນີ້ ເມື່ອທ່ານທັງຫລາຍພົ້ນຈາກການເປັນທາດຂອງບາບ ແລະໄດ້ເປັນທາດຂອງພຣະເຈົ້າແລ້ວ, ຜົນທີ່ທ່ານໄດ້ຮັບກໍຄືການເຮັດໃຫ້ບໍຣິສຸດ. ແລະຜົນສຸດທ້າຍຄືຊີວິດນິຣັນດອນ.23ເພາະວ່າຄ່າຈ້າງຂອງຄວາມບາບຄືຄວາມຕາຍ, ແຕ່ຂອງປຣະທານທີ່ບໍ່ເສັຽຄ່າຈາກພຣະເຈົ້າຄືຊີວິດນິຣັນດອນໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
1ຫລືທ່ານບໍ່ຮູ້ບໍ, ອ້າຍນ້ອງທັງຫລາຍເອີຍ (ຂ້າພະເຈົ້າເວົ້າກັບຄົນທີ່ຮູ້ກົດບັນຍັດແລ້ວ), ວ່າກົດບັນຍັດນັ້ນມີອຳນາດເຫນືອມະນຸດ ກໍສະເພາະໃນຂະນະທີ່ລາວຍັງມີຊີວິດຢູ່ເທົ່ານັ້ນ?2ເພາະວ່າຜູ້ຍິງທີ່ສາມີຍັງມີຊີວິດຢູ່ນັ້ນ ຕ້ອງຢູ່ໃນກົດປະເພນີສາມີພັນຣະຍາ, ແຕ່ຖ້າສາມີຕາຍ, ນາງກໍພົ້ນຈາກກົດປະເພນີສາມີພັນຣະຍານັ້ນ.3ສະນັ້ນ, ຖ້າຜູ້ຍິງນັ້ນໄປຢູ່ກັບຊາຍຄົນອື່ນໃນຂະນະທີ່ສາມີຍັງມີຊີວິດຢູ່, ນາງຈະຖືກເອີ້ນວ່າການຫລິ້ນຊູ້. ແຕ່ຖ້າສາມີຕາຍແລ້ວ, ນາງກໍພົ້ນຈາກປະເພນີສາມີພັນຣະຍານັ້ນ, ເຖິງແມ່ນວ່ານາງໄປຢູ່ກັບຊາຍຄົນອື່ນນາງກໍບໍ່ໄດ້ຫລິ້ນຊູ້.4ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ທ່ານໄດ້ຕາຍຕໍ່ກົດບັນຍັດຜ່ານທາງພຣະກາຍຂອງພຣະຄຣິດເຈົ້າ. ເພື່ອວ່າທ່ານຈະໄດ້ເປັນຂອງຜູ້ອື່ນ, ນັ້ນຄື, ພຣະອົງຜູ້ຊົງຟື້ນຄືນຂຶ້ນມາຈາກຄວາມຕາຍແລ້ວ, ເພື່ອພວກເຮົາທັງຫລາຍຈະໄດ້ເກີດຜົນຖວາຍແດ່ພຣະເຈົ້າ.5ເພາະວ່າເມື່ອພວກເຮົາດຳເນີນຊີວິດຕາມເນື້ອຫນັງ, ຕັນຫາຄວາມບາບ, ທີ່ກົດບັນຍັດເຮັດໃຫ້ເກີດຂື້ນນັ້ນ, ໄດ້ເຮັດໃຫ້ອະໄວຍະວະຂອງພວກເຮົາເກີດຜົນທີ່ຈະນຳໄປສູ່ຄວາມຕາຍ.6ແຕ່ບັດນີ້ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ. ພວກເຮົາໄດ້ຕາຍຕໍ່ກົດບັນຍັດທີ່ເຄີຍດຶງພວກເຮົາໄວ້. ເພື່ອທີ່ພວກເຮົາຈະໄດ້ຮັບໃຊ້ໃນແບບໃຫມ່ຕາມພຣະວິນຍານບໍຣິສຸດເຈົ້າ, ບໍ່ແມ່ນໃນຮູບແບບເກົ່າຕາມຕົວອັກສອນນັ້ນ.7ຖ້າເຊັ່ນນັ້ນ ພວກເຮົາຈະເວົ້າແນວໃດ? ວ່າກົດບັນຍັດຄືບາບບໍ? ຢ່າໃຫ້ເປັນເຊັ່ນນັ້ນເລີຍ. ຢ່າງໃດກໍຕາມ, ຖ້າບໍ່ແມ່ນເພາະກົດບັນຍັດແລ້ວ. ຂ້າພຣະເຈົ້າກໍຄົງບໍ່ຮູ້ຈັກບາບ ເພາະວ່າຖ້າກົດບັນຍັດ ບໍ່ໄດ້ຫ້າມວ່າ, "ຢ່າໂລບມາກ ຂ້າພຣະເຈົ້າກໍຈະບໍ່ຮູ້ວ່າແມ່ນຫຍັງຄືຄວາມໂລບ.8ແຕ່ວ່າບາບໄດ້ຖືເອົາພຣະບັນຍັດເປັນຊ່ອງທາງທີ່ຈະເຮັດໃຫ້ຕັນຫາທຸກຢ່າງເກີດຂຶ້ນໃນຕົວຂ້າພຣະເຈົ້າ. ເພາະຖ້າບໍ່ມີກົດບັນຍັດ, ບາບກໍຕາຍໄປ.9ແຕ່ກ່ອນ ຂ້າພຣະເຈົ້າມີຊີວິດໂດຍບໍ່ມີກົດບັນຍັດ, ແຕ່ເມື່ອກົດບັນຍັດຂອງພຣະເຈົ້າມາເຖິງ, ບາບກໍໄດ້ຊີວິດອີກຄັ້ງ, ແລະ ຂ້າພຣະເຈົ້າກໍຕາຍ.10ພຣະບັນຍັດຂອງພຣະເຈົ້າຊຶ່ງມີຂື້ນເພື່ອທີ່ຈະໄດ້ຊີວິດ ກໍກາຍເປັນຄວາມຕາຍສຳລັບຂ້າພຣະເຈົ້າ.11ເພາະວ່າບາບໄດ້ຖືໂອກາດໂດຍຜ່ານພຣະບັນຍັດຂອງພຣະເຈົ້າ ແລະ ໄດ້ຫລອກລວງຂ້າພຣະເຈົ້າ. ໂດຍຜ່ານພຣະບັນຍັດຂອງພຣະເຈົ້ານັ້ນ ໄດ້ປະຫານຂ້າພຣະເຈົ້າໃຫ້ຕາຍເສັຽ.12ເຫດສະນັ້ນ ກົດບັນຍັດຈຶ່ງເປັນສິ່ງບໍຣິສຸດ, ແລະຂໍ້ບັນຍັດກໍບໍຣິສຸດ, ຍຸດຕິທັມ, ແລະ ດີງາມ.13ຖ້າດັ່ງນັ້ນ ສິ່ງທີ່ດີກັບກາຍເປັນຄວາມຕາຍສຳລັບຂ້າພຣະເຈົ້າບໍ? ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ. ແຕ່ບາບຕ່າງຫາກຄືເພື່ອທີ່ຈະສະແດງໃຫ້ເຫັນວ່າເປັນບາບທີ່ແທ້ຈິງຜ່ານທາງສິ່ງທີ່ດີນັ້ນ, ໄດ້ນຳຄວາມຕາຍມາສູ່ຂ້າພຣະເຈົ້າ. ສິ່ງນີ້ກໍເພື່ອວ່າໂດຍອາໄສພຣະບັນຍັດນັ້ນ, ບາບກໍປະກົດວ່າຊົ່ວຮ້າຍຫລາຍຂຶ້ນ.14ເພາະພວກເຮົາຮູ້ວ່າກົດບັນຍັດນັ້ນເປັນມາໂດຍຝ່າຍພຣະວິນຍານ, ແຕ່ຂ້າພຣະເຈົ້າເປັນເນື້ອຫນັງທີ່ໄດ້ຖືກຂາຍໄປໃຫ້ເປັນທາດທີ່ຢູ່ໃຕ້ບາບ.15ເພາະວ່າສິ່ງທີ່ຂ້າພຣະເຈົ້າເຮັດ, ຂ້າພຣະເຈົ້າກໍບໍ່ເຂົ້າໃຈຢ່າງແທ້ຈິງ. ເພາະວ່າສິ່ງທີ່ຂ້າພຣະເຈົ້າປາຖນາຈະເຮັດ, ຂ້າພຣະເຈົ້າກໍບໍ່ເຮັດ, ແລະ ສິ່ງທີ່ຂ້າພຣະເຈົ້າກຽດຊັງນັ້ນ, ຂ້າພຣະເຈົ້າພັດເຮັດ.16ແຕ່ຖ້າຂ້າພຣະເຈົ້າເຮັດສິ່ງທີ່ຂ້າພຣະເຈົ້າບໍ່ປາຖນາທີ່ຈະເຮັດ, ຂ້າພຣະເຈົ້າກໍເຫັນດ້ວຍກັບກົດບັນຍັດວ່າກົດບັນຍັດນັ້ນດີ.17ແຕ່ບັດນີ້ ຂ້າພຣະເຈົ້າຈຶ່ງບໍ່ແມ່ນຜູ້ເຮັດອີກຕໍ່ໄປ, ແຕ່ວ່າບາບທີ່ມີຢູ່ໃນຕົວຂ້າພຣະເຈົ້ານັ້ນເປັນຜູ້ເຮັດ.18ດ້ວຍວ່າຂ້າພຣະເຈົ້າຮູ້ວ່າໃນຕົວຂອງຂ້າພຣະເຈົ້ານັ້ນ, ບໍ່ມີຄວາມດີອັນໃດເລີຍທີ່ຢູ່ໃນເນື້ອຫນັງຂອງຂ້າພຣະເຈົ້າ. ເພາະວ່າຄວາມປາຖນາທີ່ຈະເຮັດສິ່ງທີ່ດີນັ້ນຂ້າພຣະເຈົ້າກໍມີຢູ່, ແຕ່ຂ້າພຣະເຈົ້າບໍ່ສາມາດທີ່ຈະເຮັດໄດ້.19ດ້ວຍວ່າການດີ ຊຶ່ງຂ້າພຣະເຈົ້າປາຖນາທີ່ຈະເຮັດນັ້ນ ຂ້າພຣະເຈົ້າບໍ່ໄດ້ເຮັດ, ແຕ່ການຊົ່ວຊຶ່ງຂ້າພຣະເຈົ້າບໍ່ໄດ້ປາຖນາທີ່ຈະເຮັດນັ້ນ, ຂ້າພຣະເຈົ້າພັດເຮັດ.20ບັດນີ້ ຖ້າຂ້າພຣະເຈົ້າເຮັດໃນສີ່ງທີ່ຂ້າພຣະເຈົ້າບໍ່ປາຖນາທີ່ຈະເຮັດ, ກໍບໍ່ແມ່ນຕົວຂ້າພຣະເຈົ້າເປັນຜູ້ເຮັດອີກຕໍ່ໄປ, ແຕ່ເປັນບາບທີ່ຢູ່ໃນຕົວຂ້າພຣະເຈົ້າເປັນຜູ້ເຮັດ.21ດັ່ງນັ້ນ, ຂ້າພຣະເຈົ້າຈຶ່ງພົບວ່າໃນຕົວຂ້າພຣະເຈົ້ານັ້ນມີກົດຢ່າງຫນື່ງຄື ຂ້າພຣະເຈົ້າປາຖນາທີ່ຈະເຮັດຄວາມດີ ແຕ່ຄວາມຊົ່ວນັ້ນກໍຍັງຢູ່ໃນຕົວຂ້າພຣະເຈົ້າ.22ເພາະວ່າສ່ວນເລິກໃນໃຈຂອງຂ້າພຣະເຈົ້ານັ້ນ ຂ້າພຣະເຈົ້າຊື່ນຊົມໃນກົດບັນຍັດຂອງພຣະເຈົ້າ.23ແຕ່ຂ້າພຣະເຈົ້າເຫັນມີກົດອີກຢ່າງຫນຶ່ງຢູ່ໃນອະໄວຍະວະຂອງຂ້າພຣະເຈົ້າ. ຊຶ່ງຕໍ່ສູ້ກັບກົດລະບຽບໃຫມ່ໃນຈິດໃຈຂອງຂ້າພຣະເຈົ້າ. ແລະໄດ້ນຳພາໃຫ້ຂ້າພຣະເຈົ້າຢູ່ໃຕ້ກົດແຫ່ງຄວາມບາບຊຶ່ງຢູ່ໃນອະໄວຍະວະຂອງຂ້າພຣະເຈົ້າ.24ຂ້າພຣະເຈົ້າເປັນຄົນຫນ້າສົມເພດຂະຫນາດນັ້ນນໍ! ໃຜຈະຊ່ວຍຂ້າພຣະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້?25ແຕ່ຂ້າພຣະເຈົ້າຂອບພຣະຄຸນພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງຂ້າພຣະເຈົ້າ! ດັ່ງນັ້ນ, ດ້ານຈິດໃຈຂອງຂ້າພຣະເຈົ້ານັ້ນ. ຂ້າພຣະເຈົ້າຮັບໃຊ້ກົດຂອງພຣະເຈົ້າ ແຕ່ດ້ານເນື້ອຫນັງນັ້ນຂ້າພຣະເຈົ້າຮັບໃຊ້ກົດແຫ່ງບາບ.
1ເພາະສະນັ້ນ ຈຶ່ງບໍ່ມີການລົງໂທດສຳລັບຄົນເຫລົ່ານັ້ນທີ່ຢູ່ໃນພຣະເຢຊູຄຣິດເຈົ້າ.2ເພາະວ່າກົດຂອງພຣະວິນຍານແຫ່ງຊີວິດໃນພຣະເຢຊູຄຣິດເຈົ້າໄດ້ປົດປ່ອຍໃຫ້ຂ້າພຣະເຈົ້າພົົົ້ນຈາກກົດແຫ່ງຄວາມບາບ ແລະ ຄວາມຕາຍ.3ເພາະວ່າສິ່ງທີ່ກົົດບັນຍັດເຮັດບໍ່ໄດ້ ເພາະເນື້ອຫນັງເຮັດໃຫ້ອ່ອນກຳລັງນັ້ນ, ພຣະເຈົ້າໄດ້ຊົງເຮັດແລ້ວ. ພຣະອົງຊົງສົ່ງພຣະບຸດຂອງພຣະອົງລົງມາໃນສະພາບຂອງເນື້ອຫນັງທີ່ຜິດບາບ ເພື່ອເປັນເຄື່ອງບູຊາໄຖ່ບາບ, ແລະພຣະບຸດຈຶ່ງໄດ້ຊົງລົງໂທດບາບທີ່ຢູ່ໃນເນື້ອຫນັງ.4ພຣະອົງຊົງໄດ້ເຮັດສິ່ງນີ້ເພື່ອວ່າຂໍ້ກຳນົດຂອງກົດບັນຍັດຈະໄດ້ບັນລຸໃນຕົວພວກເຮົາ, ຜູ້ທີ່ບໍ່ໄດ້ດຳເນີນຕາມເນື້ອຫນັງ, ແຕ່ຕາມພຣະວິນຍານ.5ຄົນທັງຫລາຍທີ່ດຳຣົງຊີວິດຕາມເນື້ອຫນັງ ກໍຈະສົນໃຈໃນສິ່ງຂອງທີ່ເປັນເນື້ອຫນັງ, ແຕ່ຄົນທັງຫລາຍທີ່ດຳຣົງຊີວິດຕາມພຣະວິນຍານບໍຣິສຸດເຈົ້າ ກໍຈະສົນໃຈໃນສິ່ງທີ່ເປັນຂອງພຣະວິນຍານ.6ເພາະການເອົາໃຈໃສ່ຝ່າຍເນື້ອຫນັງກໍ່ຄືຄວາມຕາຍ, ແຕ່ການເອົາໃຈໃສ່ຝ່າຍພຣະວິນຍານກໍຄືຊີວິດ ແລະ ສັນຕິສຸກ.7ນີ້ເປັນເພາະວ່າການເອົາໃຈໃສ່ຝ່າຍເນື້ອຫນັງຄືການເປັນສັດຕຣູຕໍ່ພຣະເຈົ້າ, ເພາະນັ້ນບໍ່ໄດ້ຂື້ນກັບກົດບັນຍັດຂອງພຣະເຈົ້າ, ແລະບໍ່ສາມາດທີ່ຈະເປັນໄດ້.8ຄົນເຫລົ່ານັ້ນທີ່ຢູ່ໃນເນື້ອຫນັງບໍ່ສາມາດເຮັດໃຫ້ເປັນທີ່ພໍພຣະທັຍພຣະເຈົ້າໄດ້.9ເຖິງຢ່າງໃດກໍ່ຕາມ, ຖ້າພຣະວິນຍານຂອງພຣະເຈົ້າສະຖິດຢູ່ໃນພວກທ່ານແລ້ວທ່ານກໍບໍ່ໄດ້ຢູ່ໃນເນື້ອຫນັງ ແຕ່ຢູ່ໃນພຣະວິນຍານ, ແຕ່ຖ້າຜູ້ໃດບໍ່ມີພຣະວິນຍານຂອງພຣະຄຣິດ, ຄົນນັ້ນກໍບໍ່ເປັນຂອງພຣະອົງ.10ຖ້າພຣະຄຣິດສະຖິດຢູ່ໃນທ່ານແລ້ວ, ຮ່າງກາຍຂອງທ່ານຈະຕາຍໄປໃນເບື້ອງຂອງຄວາມບາບ, ແຕ່ວິນຍານຈະດຳຣົງຢູ່ໃນເບື້ອງຂອງຄວາມຊອບທັມ.11ຖ້າພຣະວິນຍານຂອງພຣະອົງ ຜູ້ຊົງໃຫ້ພຣະເຢຊູຄຣິດເຈົ້າເປັນຂຶ້ນມາຈາກຕາຍສະຖິດຢູ່ໃນທ່ານທັງຫລາຍ, ພຣະອົງຜູ້ຊົງໃຫ້ພຣະເຢຊູຄຣິດເຈົ້າຂຶ້ນມາຈາກຕາຍນັ້ນຈະຊົງປຣະທານຊີວິດໃຫ້ແກ່ຮ່າງກາຍທີ່ຕ້ອງຕາຍຂອງທ່ານດ້ວຍ ໂດຍທາງພຣະວິນຍານຂອງພຣະອົງ, ຜູ້ສະຖິດຢູ່ໃນທ່ານ.12ເພາະສະນັ້ນ, ອ້າຍນ້ອງທັງຫລາຍ, ພວກເຮົາເປັນຫນີ້, ແຕ່ບໍ່ແມ່ນເປັນຫນີ້ຝ່າຍເນື້ອຫນັງທີ່ຈະດຳເນີນຊີວິດຕາມເນື້ອຫນັງ.13ເພາະວ່າຖ້າທ່ານດຳເນີນຊີວິດຕາມເນື້ອຫນັງແລ້ວ, ທ່ານຈະຕ້ອງຕາຍ. ແຕ່ຖ້າໂດຍພຣະວິນຍານ ທ່ານທຳລາຍການງານຂອງຝ່າຍເນື້ອຫນັງນັ້ນເສັຽ, ທ່ານກໍ່ຈະມີຊີວິດຢູ່.14ເພາະວ່າຖ້າພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດ, ຄົນເຫລົ່ານັ້ນກໍເປັນບຸດຂອງພຣະເຈົ້າ.15ເພາະວ່າທ່ານບໍ່ໄດ້ຮັບວິນຍານແຫ່ງການເປັນຂ້າທາດອີກເພື່ອໃຫ້ຕົກຢູ່ໃນຄວາມຢ້ານ, ແຕ່ທ່ານໄດ້ຮັບວິນຍານແຫ່ງການເປັນບຸດຂອງພຣະເຈົ້າ, ເຊິ່ງພວກເຮົາເອີ້ນພຣະເຈົ້າວ່າ "ອັບບາ, ພຣະບິດາ!"16ພຣະວິນຍານນັ້ນເປັນພະຍານຮ່ວມກັບວິນຍານຂອງພວກຮົາວ່າ ພວກເຮົາເປັນລູກຂອງພຣະເຈົ້າ.17ຖ້າພວກເຮົາເປັນລູກແລ້ວ, ພວກເຮົາກໍເປັນຜູ້ສືບທອດດ້ວຍ, ຄືເປັນຜູ້ສືບທອດຈາກພຣະເຈົ້າ. ແລະເປັນຜູ້ສືບທອດຮ່ວມກັບພຣະຄຣິດ, ຖ້າພວກເຮົາທົນທຸກທໍຣະມານດ້ວຍກັນກັບພຣະອົງຢ່າງແທ້ຈິງເພື່ອທີ່ຈະໄດ້ຮັບສະຫງ່າຣາສີດຽວກັນກັບພຣະອົງດ້ວຍ.18ເພາະຂ້າພຣະເຈົ້າເຫັນວ່າຄວາມທຸກທໍຣະມານໃນປະຈຸບັນບໍ່ຄູ່ຄວນທີ່ຈະເອົາໄປປຽບທຽບກັບພຣະສີຣິທີ່ຈະຊົງເປີດເຜີຍໃຫ້ແກ່ພວກເຮົາໃນອະນາຄົດ.19ເພາະວ່າທຸກສິ່ງທີ່ຊົງສ້າງກຳລັງລໍຄອຍດ້ວຍຄວາມຄາດຫວັງຢ່າງເຕັມລົ້ນໃຫ້ບັນດາບຸດທັງຫລາຍຂອງພຣະເຈົ້າໄດ້ຮັບການເປີດເຜີຍ.20ເພາະວ່າທຸກສິ່ງເຫລົ່ານັ້ນຕ້ອງຢູ່ພາຍໃຕ້ຄວາມອະນິຈັງ. ບໍ່ແມ່ນຕາມໃຈມັກຂອງຕົນເອງ, ແຕ່ເປັນໄປຕາມຄວາມປະສົງຂອງພຣະເຈົ້າຜູ້ທີ່ຄວບຄຸມຢູ່. ດ້ວຍມີຄວາມຫມັ້ນໃຈທີ່ແນ່ນອນ21ວ່າທຸກສິ່ງເຫລົ່ານັ້ນຈະພົ້ນຈາກອຳນາດແຫ່ງການເສື່ອມສະຫລາຍ, ແລະຈະໄດ້ເຂົ້າໃນເສລີພາບແຫ່ງກຽດຕິຍົດຂອງບັນດາບຸດຂອງພຣະເຈົ້າ.22ເພາະພວກເຮົາຮູ້ຢູ່ວ່າທຸກສິ່ງທີ່ຊົງສ້າງທັງຫມົດນັ້ນກຳລັງຮ້ອງໄຫ້ ແລະເຈັບປວດຄືກັບແມ່ຍິງໄດ້ເກີດລູກຈົນເຖິງທຸກວັນນີ້.23ບໍ່ແມ່ນພຽງເທົ່ານັ້ນ ແຕ່ຕົວເຮົາເອງດ້ວຍ, ຜູ້ໄດ້ຮັບຫມາກຜົນທຳອິດແຫ່ງພຣະວິນຍານ ຕົວເຮົາກໍຍັງຄວນຄາງຢູ່ພາຍໃນ, ລໍຄອຍການທີ່ພຣະເຈົ້າຈະຊົງໃຫ້ເປັນບຸດ, ຄືການທີ່ຈະຊົງໄຖ່ຮ່າງກາຍຂອງພວກເຮົາ.24ເພາະວ່າໂດຍຄວາມຫມັ້ນໃຈນີ້ ພວກເຮົາໄດ້ຮັບຄວາມພົ້ນ. ແຕ່ວ່າສິ່ງທີ່ພວກເຮົາຫມັ້ນໃຈວ່າຈະເກີດຂຶ້ນນັ້ນ ພວກເຮົາຍັງເບີ່ງບໍ່ເຫັນ, ໃຜຈະລໍຄອຍດ້ວຍຄວາມຫມັ້ນໃຈໃນສິ່ງທີ່ຕົນເອງເຫັນແລ້ວ?25ແຕ່ຖ້າພວກເຮົາຫມັ້ນໃຈໃນສິ່ງທີ່ພວກເຮົາຍັງບໍ່ເຫັນນັ້ນແລ້ວ, ພວກເຮົາກໍຈະລໍຄອຍດ້ວຍຄວາມອົດທົນສຳລັບສິ່ງນັ້ນ.26ໃນທຳນອງດຽວກັນ, ພຣະວິນຍານກໍຊົງຊ່ວຍເມື່ອເຮົາອ່ອນກຳລັງດ້ວຍ. ເພາະພວກເຮົາບໍ່ຮູ້ວ່າພວກເຮົາຄວນອະທິຖານແນວໃດ, ແຕ່ພຣະວິນຍານຊົງຊ່ວຍຂໍແທນດ້ວຍການຄຳຄວນຊຶ່ງກ່າວເປັນຖ້ອຍຄຳບໍ່ໄດ້.27ພຣະອົງຜູ້ຊົງສອດສ່ອງໃຈມະນຸດ ກໍຊົງຮູ້ຄວາມຫມາຍຂອງພຣະວິນຍານ, ເພາະວ່າພຣະວິນຍານຊົງອະທິຖານເພື່ອຜູ້ທີ່ເຊື່ອຕາມພຣະປະສົງຂອງພຣະເຈົ້າ.28ພວກເຮົາຮູ້ວ່າສຳລັບຄົນເຫລົ່ານັ້ນທີ່ຮັກພຣະເຈົ້າ, ພຣະອົງຊົງໃຫ້ເຫດການທຸກຢ່າງເກີດຂຶ້ນຮ່ວມກັນເພື່ອສົ່ງຜົນດີ, ແກ່ຄົນທັງຫລາຍທີ່ໄດ້ຮັບການເອີ້ນຕາມພຣະປະສົງຂອງພຣະອົງ.29ເພາະວ່າຄົນທັງຫລາຍທີ່ພຣະອົງໄດ້ຮູ້ລ່ວງຫນ້າແລ້ວ, ພະອົງໄດ້ກຳນົດໄວ້ກ່ອນໃຫ້ເປັນຕາມລັກຊະນະແຫ່ງພຣະບຸດຂອງພຣະອົງ, ເພື່ອພຣະບຸດນັ້ນຈະໄດ້ເປັນບຸດຫົວປີໃນບັນດາອ້າຍນ້ອງທັງຫລາຍ.30ບັນດາຜູ້ທີ່ພຣະອົງໄດ້ກຳນົດໄວ້ກ່ອນນັ້ນ. ພຣະອົງຊົງເອີ້ນມາດ້ວຍ. ຜູ້ທີ່ພຣະອົງຊົງເອີ້ນມານັ້ນ, ພຣະອົງຊົງໃຫ້ເປັນຄົນຊອບທັມ. ຜູ້ທີ່ພຣະອົງຊົງໃຫ້ເປັນຄົນຊອບທັມນັ້ນ, ພຣະອົງກໍຍັງໃຫ້ມີພຣະສະຫງ່າຣາສີດ້ວຍ.31ຖ້າຢ່າງນັ້ນ ພວກເຮົາຈະວ່າຢ່າງໃດກ່ຽວກັບສິ່ງເຫລົ່ານີ້? ຖ້າພຣະເຈົ້າຊົງຢູ່ຝ່າຍພວກເຮົາ, ໃຜຈະຂັດຂວາງໄດ້?32ພຣະອົງຜູ້ບໍ່ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ປຣະທານພຣະບຸດນັ້ນເພື່ອເປັນຕົວແທນຂອງພວກເຮົາທຸກຄົນ, ຖ້າເຊັ່ນນັ້ນພຣະອົງຈະບໍ່ປຣະທານສິ່ງສາຣະພັດໃຫ້ພວກເຮົາດ້ວຍກັນກັບພຣະບຸດນັ້ນບໍ?33ໃຜຈະກ່າວຫາຄົນທີ່ພຣະເຈົ້າໄດ້ຊົງເລືອກໄວ້? ພຣະເຈົ້າຊົງເປັນຜູ້ທີ່ເຮັດໃຫ້ພວກເຂົາເປັນຄົນຊອບທັມແລ້ວ.34ໃຜຈະເປັນຜູ້ລົງໂທດອີກ? ພຣະຄຣິດເຈົ້າເປັນຜູ້ຊົງສິ້ນພຣະຊົນເພື່ອພວກເຮົາແລ້ວ, ແລະ ຍິ່ງໄປກວ່ານັ້ນອີກ, ພຣະເຈົ້າຊົງໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ. ພຣະອົງຊົງປົກຄອງຮ່ວມກັບພຣະເຈົ້າໃນທີ່ປະທັບອັນມີກຽດ, ແລະ ພຣະອົງກໍເປັນຜູ້ຊົງອະທິຖານຂໍເພື່ອພວກເຮົາດ້ວຍ.35ແລ້ວໃຜຈະເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະຄຣິດເຈົ້າໄດ້? ຈະເປັນຄວາມທຸກ, ຫລືຄວາມຍາກລຳບາກ, ຫລືການຂົ່ມເຫັງ, ຫລືຄວາມອຶດຫິວ, ຫລືການເປືອຍກາຍ, ຫລືພັຍອັນຕະຣາຍ, ຫລືການຖືກຄົມດາບບໍ?36ຕາມທີ່ມີຂຽນໄວ້ວ່າ, "ເພາະເຫັນແກ່ປະໂຫຍດຂອງພຣະອົງ. ຂ້າພະອົງທັງຫລາຍຈື່ງຖືກຂ້າຫມົດມື້ຈົນຄຳ່ແລະຖືກນັບວ່າເປັນແກະສຳຫລັບເອົາໄປຂ້າ."37ໃນເຫດການທັງຫມົດນີ້ ພວກເຮົາມີຊັຍເຫລືອລົ້ນໂດຍທາງພຣະອົງຜູ້ທີ່ຮັກເຮົາທັງຫລາຍ.38ເພາະຂ້າພະເຈົ້າແນ່ໃຈວ່າແມ່ນແຕ່ຄວາມຕາຍ, ຫລືຊີວິດ, ຫລືບັນດາເທວະດາ, ຫລືຜູ້ປົກຄອງ, ຫລືສິ່ງທີ່ມີຢູ່ໃນປະຈຸບັນນີ້, ຫລືສິ່ງທີ່ຈະມາໃນອະນາຄົດ, ຫລືຣິດເດດທັງຫລາຍ,39ຫລືຄວາມສູງ, ຫລືຄວາມເລິກ, ຫລືສິ່ງອື່ນໆທີ່ຊົງສ້າງແລ້ວນັ້ນ, ຈະບໍ່ສາມາດເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະເຈົ້າ, ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້.
1ຂ້າພຣະເຈົ້າຈະເວົ້າຄວາມຈິງໃນພຣະຄຣິດເຈົ້າ. ຂ້າພຣະເຈົ້າບໍ່ໄດ້ຕົວະ, ແລະ ຈິດສຳນຶກຜິດຊອບຂອງຂ້າພຣະເຈົ້າເປັນພະຍານກັບຂ້າພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າ,2ວ່າຂ້າພຣະເຈົ້າມີຄວາມທຸກທໍຣະມານ ແລະ ຄວາມເຈັບປວດໃນໃຈຢູ່ສະເຫມີ.3ເພາະຂ້າພຣະເຈົ້າປາຖນາໃຫ້ຕົວຂ້າພຣະເຈົ້າເອງຖືກສາບແຊ່ງ ແລະ ຕັດຂາດຈາກພຣະຄຣິດເຈົ້າ ເພາະເຫັນແກ່ອ້າຍນ້ອງຂອງຂ້າພຣະເຈົ້າ, ຄືເຊື້ອຊາດຂອງຂ້າພຣະເຈົ້າຕາມເນື້ອຫນັງ.4ພວກເຂົາເປັນຄົນອິສະຣາເອນ. ເຊິ່ງໄດ້ຮັບສິດໃຫ້ເປັນບຸດຂອງພຣະເຈົ້າ, ເຫັນພຣະສະຫງ່າຣາສີຂອງພຣະອົງ, ໄດ້ຮັບພັນທະສັນຍາຕ່າງໆ, ແລະຂອງປຣະທານແຫ່ງກົດບັນຍັດ, ລວມທັງການນະມັດສະການພຣະເຈົ້າ ແລະ ພັນທະສັນຍາຕ່າງໆ.5ອີກທັງບັນພະບຸຣຸດກໍເປັນຂອງພວກເຂົາດ້ວຍ ແລະ ພຣະຄຣິດເຈົ້າກໍມາຈາກພວກເຂົາໂດຍທາງເນື້ອຫນັງຄືພຣະອົງຜູ້ຊົງເປັນພຣະເຈົ້າເຫນືອສິ່ງທັງປວງ. ຂໍໃຫ້ພຣະອົງໄດ້ຮັບການສັນຣະເສີນເປັນນິດ. ອາແມນ.6ແຕ່ບໍ່ແມ່ນວ່າພຣະສັນຍາຂອງພຣະເຈົ້າໄດ້ຫລົ້ມເຫລວໄປ. ເພາະວ່າບໍ່ແມ່ນທຸກຄົນທີ່ຢູ່ໃນອິສະຣາເອນນັ້ນ ຈະເປັນຄົນອິສະຣາເອນແທ້ຈິງ.7ແລະບໍ່ແມ່ນທຸກຄົນທີ່ເປັນເຊື້ອສາຍຂອງອັບຣາຮາມ ຈະເປັນບຸດທີ່ແທ້ຈິງຂອງທ່ານ. ແຕ່, "ເຊື້ອສາຍຂອງທ່ານຈະໄດ້ຮັບການເອີ້ນຜ່ານທາງອີຊາກ."8ນັ້ນຄື, ຄົນທີ່ເປັນບຸດຂອງເນື້ອຫນັງບໍ່ແມ່ນບຸດຂອງພຣະເຈົ້າ. ແຕ່ບຸດຂອງພຣະສັນຍານັ້ນຈະຖືວ່າເປັນຜູ້ສຶບເຊື້ອສາຍໄດ້.9ເພາະພຣະສັນຍາມີດັ່ງນີ້ຄື: "ໃນເວລານີ້ເຮົາຈະມາ, ແລະນາງຊາຣາຈະມີບຸດຊາຍ.”10ບໍ່ພຽງເທົ່ານັ້ນ, ແຕ່ໃນເວລາຕໍ່ມານາງເລເບກາກໍໄດ້ຖືພາກັບຜູ້ຊາຍຄົນຫນຶ່ງດ້ວຍ, ຄືອີຊາກບັນພະບຸຣຸດຂອງພວກເຮົາ11ເພາະວ່າບຸດນັ້ນຍັງບໍ່ໄດ້ເກີດມາ ແລະ ຍັງບໍ່ໄດ້ເຮັດດີຫລືຊົ່ວ, ເພື່ອວ່າພຣະປະສົງຂອງພຣະເຈົ້າຕາມການເລືອກນັ້ນຈະຕັ້ງຫມັ້ນຄົງຢູ່, ບໍ່ແມ່ນເພາະການປະຕິບັດ, ແຕ່ເປັນເພາະພຣະອົງຊົງເອີ້ນ12ພຣະອົງຈຶ່ງໄດ້ກ່າວແກ່ນາງນັ້ນວ່າ, "ອ້າຍຈະບົວລະບັດນ້ອງ."13ຕາມທີ່ີມີຂຽນໄວ້ວ່າ: “ຢາໂຄບນັ້ນເຮົາຮັກ, ແຕ່ເອຊາວເຮົາຊັງ."14ຖ້າຢ່າງນັ້ນ ພວກເຮົາຈະເວົ້າແນວໃດ? ພຣະເຈົ້າບໍ່ຍຸດຕິທັມ ບໍ? ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ.15ເພາະພຣະອົງເວົ້າກັບໂມເຊວ່າ, "ເຮົາປະສົງຈະກາຣຸນາໃຜ ເຮົາກໍຈະກາຣຸນາຄົນນັ້ນ, ແລະ ເຮົາຈະເມດຕາໃຜ ເຮົາກໍຈະເມດຕາຕໍ່ຄົນນັ້ນ.”16ເພາະສະນັ້ນ, ຈຶ່ງບໍ່ແມ່ນຍ້ອນຄວາມຕັ້ງໃຈ ຫລື ຄວາມພະຍາຍາມຂອງມະນຸດ, ແຕ່ເປັນເພາະພຣະເຈົ້າ, ຜູ້ຊົງສຳແດງຄວາມເມດຕາກະຣຸນາ.17ເພາະມີຂໍ້ພຣະຄັມພີທີ່ກ່າວເຖິງຟາໂຣວ່າ, "ເພື່ອຈຸດປະສົງນີ້ເອງຂ້າພຣະເຈົ້າຈຶ່ງໄດ້ຍົກເຈົ້າຂຶ້ນ, ເພື່ອທີ່ເຮົາຈະສຳແດງຣິດທານຸພາບຂອງເຮົາໃຫ້ປະກົດໃນຕົວທ່ານ, ແລະເພື່ອໃຫ້ນາມຊື່ຂອງເຮົາໄດ້ຮັບການປະກາດໄປທົ່ວໂລກ."18ດັ່ງນັ້ນ, ພຣະເຈົ້າຊົງກາຣຸນາຄົນທີ່ພຣະອົງຊົງປະສົງຈະກະຣຸນາ, ແລະ ຄົນທີ່ພຣະອົງຊົງປະສົງໃຫ້ມີໃຈແຂງກະດ້າງນັ້ນ, ພຣະອົງກໍຈະຊົງໃຫ້ມີໃຈແຂງກະດ້າງ.19ທ່ານກໍຈະເວົ້າກັບຂ້າພຣະເຈົ້າວ່າ, "ເປັນຫຍັງພຣະອົງຈຶ່ງຍັງຊົງຕິຕຽນ ເພາະໃຜຈະຕໍ່ຕ້ານພຣະປະສົງຂອງພຣະອົງໄດ້?”20ໃນທາງກົງກັນຂ້ວາມ, ມະນຸດເອີຍ, ທ່ານເປັນໃຜທີ່ຈະໂຕ້ຕອບກັບພຣະເຈົ້າ? ສິ່ງທີ່ຖືກປັ້ນຈະເວົ້າແກ່ຜູ້ປັ້ນໄດ້ບໍ,? "ເປັນຫຍັງພຣະອົງຈຶ່ງປັ້ນຂ້າພຣະເຈົ້າແບບນີ້?"21ສ່ວນຊ່າງປັ້ນຫມໍ້ນັ້ນບໍ່ມີສິດເຫນືອດິນກ້ອນດຽວກັນໃນການທີ່ຈະເອົາມາປັ້ນເປັນພາຊະນະທີ່ໃຊ້ໃນໂອກາດພິເສດອັນຫນຶ່ງ, ແລະໃຊ້ໃນຊີວິດປະຈຳວັນອີກອັນຫນຶ່ງບໍ?22ແລ້ວຖ້າພຣະຈົ້າ, ຜູ້ທີ່ປະສົງຈະສຳແດງຄວາມໂກດຮ້າຍຂອງພຣະອົງ ແລະ ໃຫ້ຣິດເດດຂອງພຣະອົງປະກົດນັ້ນ, ໄດ້ຊົງອົດກັ້ນພຣະທັຍຢ່າງຫຼວງຫຼາຍຕໍ່ພາຊະນະແຫ່ງຄວາມໂກດຮ້າຍ ເຊິ່ງໄດ້ກະກຽມໄວ້ສໍາຫລັບຄວາມຈິບຫາຍ?23ຖ້າພຣະອົງຊົງເຮັດສິ່ງນີ້ເພື່ອທີ່ຈະໄດ້ເຮັດໃຫ້ພຣະສະຫງ່າຣາສີອັນອຸດົມຂອງພຣະອົງປາກົດແກ່ບັນດາພາຊະນະແຫ່ງພຣະເມດຕາ, ຊຶ່ງພຣະອົງໄດ້ກະກຽມໄວ້ກ່ອນສຳລັບກຽດຕິຍົດນັ້ນ?24ແລ້ວຖ້າພຣະອົງຊົງເຮັດສິ່ງນີ້ເພື່ອພວກເຮົາ, ຜູ້ທີ່ພຣະອົງຊົງເອີ້ນດ້ວຍ, ບໍ່ແມ່ນຈາກບັນດາຊາວຢິວເທົ່ານັ້ນ, ແຕ່ຈາກບັນດາຄົນຕ່າງຊາດດ້ວຍ.25ດັ່ງທີ່ພຣະອົງກ່າວໄວ້ໃນພຣະຄັມພີ ໂຮເສອາ ວ່າ "ເຮົາຈະເອີ້ນຄົນຂອງເຮົາ ເຊິ່ງໃນອະດີດບໍ່ແມ່ນບຸກຄົນຂອງເຮົາ, ແລະຄົນທີ່ເປັນທີ່ຮັກ ເຊິ່ງໃນອະດີດບໍ່ໄດ້ເປັນທີ່ຮັກ.26ແລະຈະເປັນແບບນັ້ນໃນບ່ອນທີ່ຊົງກ່າວກັບພວກເຂົາວ່າ, 'ພວກທ່ານທັງຫລາຍບໍ່ແມ່ນຄົນຂອງຂ້າພຣະເຈົ້າ,' ຢູ່ທີ່ນັ້ນເອງ ພວກເຂົາຈະໄດ້ຊື່ວ່າເປັນ 'ບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່."27ເອຊາຢາ ໄດ້ຮ້ອງປະກາດກ່ຽວກັບອິສະຣາເອນວ່າ, "ຖ້າຈຳນວນຂອງບັນດາບຸດແຫ່ງອິສະຣາເອນເພີ່ມຂຶ້ນຢ່າງຫລວງຫລາຍຄືດັ່ງເມັດຊາຍໃນທະເລແລ້ວ, ຜູ້ທີ່ຈະພົ້ນກໍມີຫນ້ອຍ,28ເພາະວ່າອົງພຣະຜູ້ເປັນເຈົ້າຈະຊົງເຮັດໃຫ້ເປັນໄປຕາມພຣະຄຳສັ່ງ. ຂອງພຣະອົງທັງຫມົດຢ່າງໄວວາຢູ່ເທິງແຜ່ນດິນໂລກ,”29ແລະຕາມທີ່ ເອຊາຢາ ໄດ້ກ່າວໄວ້ລ່ວງຫນ້າວ່າ, "ຖ້າອົງພຣະຜູ້ເປັນເຈົ້າຈອມໂຍທາບໍ່ໄດ້ຊົງເຫລືອເຊື້ອສາຍໄວ້ໃຫ້ຂ້າພຣະເຈົ້າເລີຍ, ພວກທ່ານຈະເປັນຄືເມືອງໂຊໂດມ, ແລະ ເມືອງໂກໂມຣາ."30ຖ້າຢ່າງນັ້ນ ພວກທ່ານຈະເວົ້າແນວໃດ? ຈະວ່າພວກຕ່າງຊາດທີ່ບໍ່ໄດ້ສະແຫວງຫາຄວາມຊອບທັມ, ກໍຍັງໄດ້ຮັບຄວາມຊອບທັມ, ຄືຄວາມຊອບທັມທີ່ເກີດຂື້ນໂດຍຄວາມເຊື່ອ.31ແຕ່ອິສະຣາເອນເຊິ່ງໄດ້ສະແຫວງຫາກົດບັນຍັດແຫ່ງຄວາມຊອບທັມ, ກໍຍັງບໍ່ໄດັບັນລຸຕາມກົດບັນຍັດນັ້ນ.32ເພາະອັນໃດ? ເພາະພວກເຂົາບໍ່ໄດ້ສະແຫວງຫາໂດຍຄວາມເຊື່ອ, ແຕ່ໂດຍການປະຕິບັດ. ພວກເຂົາລົ້ມລົງເທິງກ້ອນຫີນທີ່ເຮັດໃຫ້ສະດຸດນັ້ນ,33ດັ່ງທີ່ມີຂຽນໄວ້ວ່າ, "ເບິ່ງແມ ຂ້າພຣະເຈົ້າວາງຫີນກ້ອນຫນຶ່ງທີ່ຈະເຮັດໃຫ້ສະດຸດ ແລະ ຫີນອີກກ້ອນຫນຶ່ງທີ່ຈະເຮັດໃຫ້ໃຈຮ້າຍໃນຊີໂອນ. ແຕ່ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ."
1ພີ່ນ້ອງທັງຫລາຍ, ຄວາມປາຖນາໃນໃຈຂອງຂ້າພຣະເຈົ້າ ແລະຄຳອ້ອນວອນຂອງຂ້າພຣະເຈົ້າຕໍ່ພຣະຜູ້ເປັນເຈົ້າ, ກໍ່ເພື່ອຄົນເຫລົ່ານັ້ນ ເພື່ອໃຫ້ພວກທ່ານໄດ້ຮັບຄວາມພົ້ນ.2ເພາະຂ້າພຣະເຈົ້າເປັນພະຍານໃຫ້ພວກເຂົາວ່າ ພວກເຂົາມີຄວາມກະຕືລືລົ້ນທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ບໍ່ແມ່ນຕາມຄວາມຮູ້.3ເພາະພວກເຂົາບໍ່ຮູ້ຈັກຄວາມຊອບທັມຂອງພຣະເຈົ້າ, ແລະ ພະຍາຍາມທີ່ຈະຕັ້ງຄວາມຊອບທັມຂອງຕົນເອງຂຶ້ນ. ພວກເຂົາຈຶ່ງບໍ່ຍອມຢູ່ໃນຄວາມຊອບທັມຂອງພຣະເຈົ້າ.4ເພາະວ່າພຣະຄຣິດເຈົ້າຊົງເຮັດຕາມກົດບັນຍັດໄດ້ຢ່າງສົມບູນຄົບຖ້ວນທຸກປະການ ເພື່ອໃຫ້ທຸກຄົນທີ່ມີຄວາມເຊື່ອໄດ້ຮັບຄວາມຊອບທັມ.5ເພາະໂມເຊໄດ້ຂຽນເລື່ອງຄວາມຊອບທັມທີ່ມາຈາກກົດບັນຍັດ: "ຄົນທີ່ປະພຶດຕາມຄວາມຊອບທັມແຫ່ງກົດບັນຍັດກໍຈະມີຊີວິດຢູ່ໂດຍຄວາມຊອບທັມນັ້ນ."6ແຕ່ຄວາມຊອບທັມທີ່ມາຈາກຄວາມເຊື່ອວ່າດັ່ງນີ້ຄື, "ຢ່າເວົ້າໃນໃຈຂອງທ່ານເອງວ່າ, 'ໃຜຈະຂຶ້ນໄປເທິງສະຫວັນ?' (ນັ້ນຄືຈະເຊື້ອເຊີນພຣະຄຣິດລົງມາ);7ແລະຢ່າເວົ້າວ່າ, 'ໃຜຈະລົງໄປໃນທີ່ຄວາມເລິກ?'" (ນັ້ນຄືຈະເຊື້ອເຊີນພຣະຄຣິດເຈົ້າຂຶ້ນມາຈາກຄວາມຕາຍ).8ແຕ່ຄວາມຊອບທັມວ່າແນວໃດ? "ຖ້ອຍຄຳນັ້ນຢູ່ໃກ້ທ່ານ, ໃນປາກຂອງທ່ານ ແລະ ໃນໃຈຂອງທ່ານ.” ນັ້ນຄືຖ້ອຍຄຳແຫ່ງຄວາມເຊື່ອ, ທີ່ພວກເຮົາທັງຫລາຍໄດ້ປະກາດຢູ່.9ເພາະຖ້າວ່າທ່ານຈະຍອມຮັບດ້ວຍປາກຂອງທ່ານວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ, ແລະເຊື່ອໃນໃຈຂອງທ່ານວ່າພຣະເຈົ້າໄດ້ຊົງໃຫ້ພຣະອົງຄືນມາຈາກຕາຍ, ທ່ານຈະພົ້ນ.10ເພາະວ່າການທີ່ມະນຸດເຊື່ອດ້ວຍໃຈກໍນຳໄປສູ່ຄວາມຊອບທັມ, ແລະການທີ່ຍອມຮັບດ້ວຍປາກກໍນຳໄປສູ່ຄວາມພົ້ນ.11ເພາະຂໍ້ພຣະຄັມພີກ່າວວ່າ, "ທຸກຄົນທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ."12ເພາະວ່າບໍ່ມີຄວາມແຕກຕ່າງກັນລະຫວ່າງຊາວຢິວ ແລະ ຊາວກຣີກ. ດ້ວຍວ່າອົງພຣະຜູ້ເປັນເຈົ້າອົງດຽວກັນຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ, ແລະປຣະທານຢ່າງສົມບູນໃຫ້ທຸກຄົນທີ່ຮ້ອງຂໍຕໍ່ພຣະອົງ.13ເພາະວ່າທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະພົ້ນ.14ແລ້ວຄົນເຫລົ່ານັ້ນທີ່ຍັງບໍ່ເຊື່ອໃນພຣະອົງ ຈະຮ້ອງຂໍຕໍ່ພຣະອົງໄດ້ແນວໃດ? ແລະຄົນເຫລົ່ານັ້ນທີ່ຍັງບໍ່ໄດ້ຍິນເລື່ອງຂອງພຣະອົງຈະເຊື່ອໃນພຣະອົງໄດ້ແນວໃດ? ແລະເມື່ອບໍ່ມີຜູ້ປະກາດພວກເຂົາຈະໄດ້ຍິນໄດ້ແນວໃດ?15ແລະຖ້າບໍ່ມີໃຜສົ່ງພວກເຂົາໄປ, ພວກເຂົາຈະປະກາດໄດ້ແນວໃດ? ຕາມທີ່ມີຂຽນໄວ້ວ່າ, “ຕີນຂອງຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດແຫ່ງສິ່ງປະເສີດຊ່າງ ງົດງາມເເທ້ນໍ!"16ແຕ່ບໍ່ແມ່ນວ່າພວກເຂົາທຸກຄົນໄດ້ສົນໃຈຟັງຂ່າວປະເສີດນັ້ນ. ເພາະ ເອຊາຢາ ໄດ້ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ, ໃຜຈະໄດ້ເຊື່ອໃນສິ່ງທີ່ລາວໄດ້ຍິນຈາກຂ້າພຣະເຈົ້າ?”17ດັ່ງນັ້ນ ຄວາມເຊືຶ່ອເກີດຂື້ນຈາກການໄດ້ຍິນ, ແລະການໄດ້ຍິນເກີດຂຶ້ນໂດຍການປະກາດພຣະຄຣິດ.18ແຕ່ຂ້າພຣະເຈົ້າເວົ້າວ່າ, "ພວກເຂົາບໍ່ໄດ້ຍິນບໍ?" ໄດ້ຍິນ, ຢ່າງແນ່ນອນທີ່ສຸດ. "ສຽງຂອງພວກເຂົາໄດ້ກະຈາຍອອກໄປທົ່ວໂລກ, ແລະຖ້ອຍຄຳຂອງພວກເຂົາກໍໄດ້ປະກາດອອກໄປຈົນເຖິງທີ່ສຸດຂອງປາຍແຜ່ນດິນໂລກ."19ນອກເຫນືອໄປກວ່ານັ້ນ, ຂ້າພຣະເຈົ້າກ່າວອີກວ່າ, "ອິສະຣາເອນບໍ່ຮູ້ບໍ?" ໃນຕອນທຳອິດໂມເຊກ່າວວ່າ, "ຂ້າພຣະເຈົ້າຈະເຮັດໃຫ້ເຈົ້າອິດສາຜູ້ທີ່ບໍ່ໄດ້ເປັນຊົນຊາດ. ເຮົາຈະເຮັດໃຫ້ພວກທ່ານໂກດແຄ້ນ." ດ້ວຍຊົນຊາດທີ່ບໍ່ເຂົ້າໃຈ,20ແລ້ວ ເອຊາຢາ ກ້າທີ່ຈະກ່າວວ່າ, "ຄົນເຫລົ່ານັ້ນທີ່ບໍ່ໄດ້ສະແຫວງຫາຂ້າພຣະເຈົ້າ. ໄດ້ເຫັນຂ້າພຣະເຈົ້າ ຂ້າພຣະເຈົ້າໄດ້ປະກົດຕໍ່ຄົນເຫລົ່ານັ້ນທີ່ບໍ່ໄດ້ຖາມຫາຂ້າພຣະເຈົ້າ."21ແຕ່ທ່ານໄດ້ກ່າວແກ່ອິສະລາເອນວ່າ, "ຕະຫລອດທັງວັນ ຂ້າພຣະເຈົ້າໄດ້ເດ່ມືຂອງຂ້າພຣະເຈົ້າອອກໄປຫາຜູ້ຄົນທີ່ບໍ່ເຊື່ອຟັງ ແລະ ດື້ດ້ານ.”
1ເມື່ອເປັນເຊັ່ນນັ້ນ, ຂ້າພຣະເຈົ້າຈຶ່ງເວົ້າວ່າ, ພຣະເຈົ້າຊົງປະຕິເສດຄົນຂອງພຣະອົງແລ້ວບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ. ເພາະຂ້າພຣະເຈົ້າເອງກໍ່ເປັນຄົນອິສະຣາເອນ, ເຊິ່ງແມ່ນເຊື້ອສາຍຂອງອັບຣາຮາມ, ໃນເຜົ່າເບັນຢາມິນ.2ພຣະເຈົ້າບໍ່ຊົງປະຕິເສດຄົນຂອງພຣະອົງ, ທີ່ພຣະອົງຊົງເລືອກໄວ້ກ່ອນແລ້ວ. ທ່ານບໍ່ຮູ້ວ່າພຣະຄັມພີກ່າວເຖິງ ເອລີຢາ ວ່າແນວໃດ, ທ່ານໄດ້ກ່າວຫາຄົນອິສະຣາເອນຕໍ່ພຣະເຈົ້າວ່າ?3"ອົງພຣະຜູ້ເປັນເຈົ້າ, ພວກເຂົາໄດ້ຂ້າບັນດາຜູ້ທຳນວາຍຂອງພຣະອົງ, ພວກເຂົາທຳລາຍແທ່ນບູຊາຂອງພຣະອົງ. ເຫລືອຂ້າພຣະອົງພຽງຄົນດຽວ, ແລະພວກເຂົາຊອກຫາວິທີທີ່ຈະເອົາຊີວິດຂອງຂ້າພຣະອົງ."4ແຕ່ພຣະເຈົ້າຊົງຕອບລາວວ່າແນວໃດ? "ເຮົາໄດ້ສະຫງວນຄົນໄວ້ສຳລັບເຮົາເຈັດພັນຄົນ ເຊິ່ງເປັນຜູ້ທີ່ບໍ່ໄດ້ກາບໄຫວ້ພຣະບາອານ.”5ເຖິງຢ່າງນັ້ນກໍ່ຕາມ, ໃນປະຈຸບັນນີ້, ຍັງມີຄົນຈຳນວນຫນຶ່ງທີ່ເຫລືອຢູ່ເພາະພຣະເຈົ້າໄດ້ຊົງເລືອກໄວ້ໂດຍພຣະຄຸນ.6ແຕ່ຖ້າເປັນໂດຍພຣະຄຸນ, ກໍບໍ່ໄດ້ເປັນໂດຍການປະຕິບັດອີກຕໍ່ໄປ. ຖ້າບໍ່ດັ່ງນັ້ນ ພຣະຄຸນກໍຈະບໍ່ແມ່ນພຣະຄຸນອີກຕໍ່ໄປ.7ຖ້າຢ່າງນັ້ນຈະວ່າແນວໃດ? ສິ່ງທີ່ຄົນອິສະຣາເອນສະແຫວງຫານັ້ນ, ພວກເຂົາບໍ່ໄດ້ຮັບ, ແຕ່ຄົນທີ່ພຣະເຈົ້າໄດ້ຊົງເລືອກນັ້ນເປັນຜູ້ໄດ້ຮັບ, ແລະຄົນອື່ນທີ່ເຫລືອກໍມີໃຈແຂງກະດ້າງໄປ.8ຕາມທີ່ມີການຂຽນໄວ້ວ່າ: “ພຣະເຈົ້າຈະປຣະທານໃຈທີ່ອ່ອນເພັຽ, ຕາທີ່ເບິ່ງບໍ່ເຫັນ, ແລະຫູທີ່ບໍ່ໄດ້ຍິນແກ່ພວກເຂົາ, ຈົນເຖິງທຸກວັນນີ້."9ແລະດາວິດກ່າວວ່າ, "ໃຫ້ໂຕະອາຫານຂອງເຂົາເປັນຕາຫນ່າງກັບດັກທ່ອນຫີນທີ່ເຮັດໃຫ້ສະດຸດ, ແລະເປັນສີ່ງທີ່ຕອບແທນພວກເຂົາ.10ໃຫ້ຕາຂອງພວກເຂົາມືດໄປເພື່ອທີ່ຈະໄດ້ເບິ່ງບໍ່ເຫັນ, ແລະໃຫ້ຫລັງຂອງພວກເຂົາກົ່ງລົງຢູ່ສະເຫມີ."11ຂ້າພຣະເຈົ້າເວົ້າວ່າ, "ພວກເຂົາສະດຸດຈົນລົ້ມລົງບໍ?" ຂໍຢ່າໃຫ້ເປັນແບບນັ້ນເລີຍ. ແຕ່, ຄວາມຫລົ້ມເຫລວຂອງພວກເຂົານັ້ນ, ເປັນເຫດໃຫ້ຄວາມພົ້ນມາເຖິງພວກຕ່າງຊາດ, ເພື່ອທີ່ຈະເຮັດໃຫ້ພວກເຂົາອິດສາ.12ຖ້າຄວາມຫລົ້ມເຫລວຂອງພວກເຂົານັ້ນເປັນເຫດໃຫ້ທົ່ວໂລກໄດ້ຮັບຄວາມສົມບູນ, ແລະຖ້າຄວາມພ່າຍແພ້ຂອງພວກເຂົາ ເປັນເຫດໃຫ້ພວກຕ່າງຊາດໄດ້ຮັບຄວາມສົມບູນແລ້ວ, ຖ້າພວກເຂົາທັງຫມົດໄດ້ເຂົ້າຮ່ວມດ້ວຍ ຈະດີຍິ່ງກວ່ານັ້ນອີກເທົ່າໃດຫນໍ?13ບັດນີ້ ຂ້າພຣະເຈົ້າຂໍກ່າວແກ່ພວກທ່ານທີ່ເປັນຄົນຕ່າງຊາດ, ຕາບເທົ່າທີ່ຂ້າພຣະເຈົ້າເປັນອັກຄະສາວົກມາຍັງຄົນຕ່າງຊາດນັ້ນ, ຂ້າພຣະເຈົ້າຍົກຍ້ອງພັນທະກິດຂອງຂ້າພຣະເຈົ້າ.14ບາງທີຂ້າພຣະເຈົ້າອາດເຮັດໃຫ້ພີ່ນ້ອງຮ່ວມຊາດຂອງຂ້າພຣະເຈົ້າອິດສາ. ບາງທີພວກເຮົາອາດຈະໄດ້ຊ່ວຍບາງຄົນໃຫ້ພົ້ນ.15ເພາະວ່າຖ້າການທີ່ພວກຊາວອິສະຣາເອນຖືກປະຕິເສດ ເປັນເຫດໃຫ້ຄົນທັງໂລກກັບມາຄືນດີກັບພຣະເຈົ້າ, ການທີ່ພຣະອົງຊົງຮັບເຂົາກັບມາອີກຄັ້ງນັ້ນ ຄືກັບວ່າເຂົາໄດ້ຕາຍໄປແລ້ວ ແລະກັບມາມີຊີວິດອີກຄັ້ງ?16ຖ້າໄດ້ມີການສະຫງວນແປ້ງດິບໄວ້ເພື່ອຖວາຍຜົນທຳອິດ, ແປ້ງດິບທັງຫມົດກໍ່ເປັນຂອງພຣະອົງດ້ວຍ. ແລະຖ້າໄດ້ມີການສະຫງວນຮາກໄວ້ເພື່ອຖວາຍແດ່ພຣະເຈົ້າ, ກິ່ງທັງຫມົດກໍເປັນຂອງພຣະອົງດ້ວຍ.17ແຕ່ຖ້າບາງກິ່ງຖືກຫັກອອກແລ້ວ, ແລະຖ້າພຣະເຈົ້າຊົງນຳທ່ານ, ທີ່ເປັນກິ່ງຫມາກກອກປ່າມາຕໍ່ໄວ້ແທນກິ່ງເຫລົ່ານັ້ນ, ແລະຖ້າທ່ານໄດ້ຮັບນ້ຳລ້ຽງຈາກຮາກຕົ້ນຫມາກກອກທີ່ອຸດົມສົມບູນນັ້ນຮ່ວມກັບກິ່ງອື່ນໆແລ້ວ,18ກໍ່ຢ່າອວດດີຕໍ່ກິ່ງເຫລົ່ານັ້ນ. ແຕ່ຖ້າທ່ານອວດດີ, ຢ່າລືມວ່າທ່ານບໍ່ໄດ້ລ້ຽງຮາກນັ້ນ, ແຕ່ຮາກຕ່າງຫາກທີ່ລ້ຽງທ່ານ.19ທ່ານອາດຈະເວົ້າວ່າ, "ກິ່ງເຫລົ່ານັ້ນຖືກຫັກອອກເພື່ອຂ້າພຣະເຈົ້າຈະໄດ້ຖືກຕໍ່ເຂົ້າແທນທີ່."20ຖືກແລ້ວ. ພວກເຂົາຖືກຫັກອອກກໍເພາະບໍ່ເຊື່ອ, ແຕ່ທີ່ທ່ານຢືດຫມັ້ນຢູ່ຢ່າງຫມັ້ນຄົງໄດ້ເພາະຄວາມເຊື່ອຂອງທ່ານເທົ່ານັ້ນ. ຢ່າໂອ້ອວດໄປ, ແຕ່ຈົ່ງຢ້ານກົວ.21ເພາະວ່າຖ້າພຣະເຈົ້າບໍ່ໄດ້ລະເວັ້ນກິ່ງເກົ່າຈາກທັມະຊາດເຫລົ່ານັ້ນ, ພຣະອົງກໍຈະບໍ່ລະເວັ້ນທ່ານເຊັ່ນກັນ.22ເຫດສະນັ້ນ, ຈົ່ງພິຈາຣະນາເບິ່ງ, ທັງຄວາມເມດຕາ ແລະ ຄວາມເຄັ່ງຄັດຂອງພຣະເຈົ້າ. ແຕ່ອີກດ້ານຫນຶ່ງ, ພຣະອົງຊົງເຄັ່ງຄັດກັບພວກຢິວທີ່ຫລົງຜິດໄປ. ແຕ່ໃນອີກດ້ານຫນຶ່ງ, ພຣະອົງຊົງເມດຕາຕໍ່ທ່ານ, ຖ້າທ່ານຈະດຳຣົງຊີວິດຢູ່ໃນພຣະເມດຕາຂອງພຣະອົງ, ຖ້າບໍ່ດັ່ງນັ້ນ ທ່ານກໍຈະຖືກຕັດອອກດ້ວຍ.23ອີກປະການຫນຶ່ງຄື, ຖ້າພວກເຂົາບໍ່ຍອມຢູ່ໃນຄວາມບໍ່ເຊື່ອຕໍ່ໄປ, ພວກເຂົາກໍຈະໄດ້ຮັບການເຊື່ອມຕໍ່ກັບເຂົ້າໄປໃຫມ່. ເພາະວ່າພຣະເຈົ້າສາມາດເຊື່ອມຕໍ່ກັບພວກເຂົາອີກຄັ້ງໄດ້.24ເພາະວ່າຖ້າພຣະເຈົ້າຊົງຕັດທ່ານອອກຈາກຕົ້ນຫມາກກອກເທດທັມະຊາດ, ແລະຊົງນຳມາຕໍ່ກັບຕົ້ນຫມາກກອກພັນດີ, ເຊິ່ງຜິດທັມະຊາດແລ້ວ ການທີ່ຈະເອົາພວກຢິວເຫລົ່ານັ້ນ, ເຊິ່ງເປັນງ່າເດີມຕາມທັມະຊາດເຂົ້າມາຕໍ່ກັບເຂົ້າໄປໃນຕົ້ນຂອງມັນເອງ, ຈະເປັນເລື່ອງງ່າຍກ່ວານັ້ນຫລາຍເທົ່າໃດ?25ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຢາກໃຫ້ທ່ານເຂົ້າໃຈຂໍ້ຄວາມອັນເລິກລັບນີ້, ເພື່ອທີ່ວ່າທ່ານຈະໄດ້ບໍ່ອວດຮູ້ຄວາມເລິກລັບນີ້ ຄືສ່ວນຫນຶ່ງ ຂອງຊົນຊາດອິສະຣາເອນ, ຈະມີໃຈແຂງກະດ້າງໄປຈົນກ່ວາຄົນຕ່າງຊາດຈະໄດ້ເຂົ້າມາຄົບຕາມຈຳນວນ.26ເມື່ອເປັນແນວນັ້ນ ຊົນຊາດອິສະຣາເອນທັງຫມົດກໍຈະໄດ້ຮັບຄວາມພົ້ນ, ຕາມທີ່ມີຂຽນໄວ້ວ່າ: “ພຣະຜູ້ຊ່ວຍໃຫ້ພົ້ນຈະສະເດັດມາຈາກພູເຂົາຊີໂອນ. ພຣະອົງຈະກຳຈັດຄວາມຊົ່ວອອກໄປຈາກຢາໂຄບ,27ແລະນີ້ຈະເປັນພັນທະສັນຍາຂອງເຮົາກັບພວກເຂົາ, ເມື່ອເຮົາຈະໃຫ້ອະພັຍໂທດບາບຂອງພວກເຂົາ.”28ໃນອີກດ້ານຫນຶ່ງ ເລື່ອງຂ່າວປະເສີດນັ້ນ, ພວກເຂົາກໍເປັນສັດຕຣູຂອງພຣະເຈົ້າເພື່ອປະໂຫຍດຂອງພວກທ່ານ. ແຕ່ໃນອີກດ້ານຫນຶ່ງຕາມການຊົງເລືອກຂອງພຣະເຈົ້ານັ້ນ, ພວກເຂົາເປັນທີ່ຮັກເນື່ອງຈາກບັນພະບຸຣຸດທັງຫລາຍ.29ເພາະວ່າຂອງປຣະທານ ແລະ ການຊົງເອີ້ນຂອງພຣະເຈົ້ານັ້ນບໍ່ມີມື້ປ່ຽນແປງ.30ໃນອະດີດພວກທ່ານບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ດຽວນີ້ໄດ້ຮັບພຣະເມດຕາເພາະຄວາມບໍ່ເຊື່ອຟັງຂອງພວກເຂົາ.31ໃນທຳນອງດຽວກັນ, ບັດນີ້ຊາວຢິວເຫລົ່ານັ້ນກໍບໍ່ໄດ້ເຊື່ອຟັງ. ຜົນກໍຄືພວກເຂົາຈະໄດ້ຮັບພຣະເມດຕາໂດຍພຣະເມດຕາທີ່ໄດ້ຊົງສຳແດງແກ່ພວກທ່ານ.32ເພາະວ່າພຣະເຈົ້າໄດ້ກຳນົດໃຫ້ມະນຸດທຸກຄົນຢູ່ໃນຄວາມບໍ່ເຊື່ອຟັງ, ເພື່ອທີ່ວ່າພຣະອົງຈະໄດ້ສຳແດງພຣະເມດຕາແກ່ພວກເຂົາທັງຫລາຍທຸກຄົນ.33ໂອ້, ພຣະສະຕິປັນຍາ ແລະ ຄວາມຮອບຮູ້ຂອງພຣະເຈົ້ານັ້ນເລິກເຊິ່ງຫລາຍປານໃດ! ຂໍ້ຕັດສິນຂອງພຣະອົງນັ້ນກໍເຫລືອທີ່ຈະເຂົ້າໃຈໄດ້, ແລະທາງຂອງພຣະອົງກໍເຫລືອທີ່ຈະຄົ້ນພົບໄດ້!34ເພາະວ່າຜູ້ໃດຮູ້ຈັກຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້ ຫລືໃຜສາມາດເປັນທີ່ປຶກສາຂອງພຣະອົງໄດ້?35ຫລືຜູ້ໃດໄດ້ມອບຫຍັງແດ່ແກ່ພຣະເຈົ້າກ່ອນ, ເພື່ອທີ່ພຣະອົງຈະຊົງຕອບແທນເຂົາ?”36ເພາະວ່າທຸກສິ່ງທຸກຢ່າງທັງຫມົດມາຈາກພຣະອົງໂດຍພຣະອົງ ແລະ ເພື່ອພຣະອົງ. ຂໍພຣະສີຣິຈົ່ງມີແດ່ພຣະອົງສືບໄປເປັນນິດ. ອາແມນ.
1ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ໂດຍເຫັນແກ່ພຣະເມດຕາຂອງພຣະເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານທັງຫລາຍ, ໃຫ້ຖວາຍຕົວຂອງພວກທ່ານແດ່ພຣະຜູ້ເປັນເຈົ້າ. ເພື່ອເປັນເຄື່ອງບູຊາທີ່ມີຊີວິດບໍຣິສຸດ ແລະເປັນທີ່ພໍພຣະທັຍພຣະເຈົ້າ ນີ້ແມ່ນການຮັບໃຊ້ທີ່ເຫມາະສົມຂອງທ່ານ.2ຢ່າປະພຶດຕາມຢ່າງຄົນໃນໂລກນີ້, ແຕ່ຈົ່ງຮັບການປ່ຽນແປງຈິດໃຈໃຫມ່. ເພື່ອທີ່ວ່າຕົວຂອງທ່ານຈະໄດ້ປ່ຽນແປງໄປດ້ວຍ ເພື່ອທ່ານຈະໄດ້ຮູ້ວ່າສິ່ງໃດດີ, ສິ່ງໃດເປັນທີ່ພໍພຣະທັຍ, ແລະສິ່ງໃດເປັນພຣະປະສົງອັນສົມບູນແບບຂອງພຣະເຈົ້າ.3ຂ້າພຣະເຈົ້າຂໍກ່າວໂດຍພຣະຄຸນທີ່ປຣະທານແກ່ຂ້າພຣະເຈົ້າວ່າ. ທຸກຄົນໃນພວກທ່ານບໍ່ຄວນຄິດຖືຕົວເກີນກວ່າທີ່ຕົນຄວນຈະຄິດ. ແຕ່ຈົ່ງ, ຄິດຢ່າງສະຫລາດຮອບຄອບໃຫ້ສົມກັບຂະຫນາດ, ຂອງຄວາມເຊື່ອທີ່ພຣະເຈົ້າໄດ້ປຣະທານໃຫ້ແກ່ທ່ານແຕ່ລະຄົນ.4ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງໃນຮ່າງກາຍດຽວນີ້, ແຕ່ບໍ່ແມ່ນອະໄວຍະວະທັງຫມົດມີຫນ້າທີ່ຄືກັນ.5ໃນທຳນອງດຽວກັນ, ພວກເຮົາຫຼາຍຄົນກໍເປັນຮ່າງກາຍດຽວໃນພຣະຄຣິດເຈົ້າ, ແລະຕ່າງກໍເປັນອະໄວຍະວະຂອງກັນແລະກັນຢ່າງນັ້ນ.6ພວກເຮົາທຸກຄົນມີຂອງປຣະທານທີ່ແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ປຣະທານໃຫ້ແກ່ພວກເຮົາ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການເຜີຍພຣະທັມ, ກໍ່ຈົ່ງເຮັດຕາມສັດສ່ວນຄວາມເຊື່ອຂອງເຂົາ.7ຖ້າຂອງປຣະທານຂອງຄົນຫນຶ່ງຄືການຮັບໃຊ້, ກໍ່ໃຫ້ເຂົາຮັບໃຊ້. ຖ້າຄົນຫນຶ່ງມີຂອງປຣະທານແຫ່ງການສິດສອນ, ກໍ່ໃຫ້ເຂົາສອນ.8ຖ້າຂອງປຣະທານຂອງຄົນຫນຶ່ງຄືການຫນູນໃຈ, ກໍໃຫ້ເຂົາຫນູນໃຈ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການໃຫ້, ກໍ່ຈົ່ງໃຫ້ດ້ວຍໃຈກ້ວາງຂວາງ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການນຳ, ກໍ່ຈົ່ງນຳດ້ວຍຄວາມເອົາໃຈໃສ່. ຖ້າຂອງປຣະທານຂອງຄົນຫນຶ່ງຄືການສະແດງຄວາມເມດຕາ, ກໍ່ຈົ່ງເຮັດດ້ວຍໃຈຍິນດີ.9ຂໍໃຫ້ຄວາມຮັກປາສະຈາກຄວາມເສແສ້ງ. ຈົ່ງກຽດຊັງສິ່ງທີ່ຊົ່ວ; ຈົ່ງຍຶດຫມັ້ນໃນສິ່ງທີ່ດີ.10ໃນເລື່ອງຄວາມຮັກແບບພີ່ນ້ອງນັ້ນ, ຈົ່ງຮັກແພງເຊິ່ງກັນແລະກັນ. ໃນເລື່ອງກຽດນັ້ນ, ຈົ່ງໃຫ້ກຽດເຊິ່ງກັນແລະກັນ.11ໃນເລື່ອງຄວາມດຸຫມັ່ນນັ້ນ, ຈົ່ງຢ່າລັງເລໃຈ. ໃນເລື່ອງພຣະວິນຍານນັ້ນ, ຈົ່ງມີໃຈກະຕືລືລົ້ນ. ໃນເລື່ອງຂອງອົງພຣະຜູ້ເປັນເຈົ້ານັ້ນ, ຈົ່ງຮັບໃຊ້ພຣະອົງ.12ຈົ່ງຊື່ນຊົມຍິນດີໃນຄວາມຫມັ້ນໃຈທີ່ທ່ານມີຕໍ່ອະນາຄົດ. ຈົ່ງອົດທົນໃນຄວາມຍາກລຳບາກຂອງທ່ານ. ຈົ່ງສືບຕໍ່ອະທິຖານ.13ຈົ່ງຊ່ວຍເຫລືອຜູ້ທີ່ເຊື່ອໃນເວລາທີ່ເຂົາເຈົ້າຕ້ອງການ. ພະຍາຍາມຕ້ອນຮັບຄົນແປກຫນ້າໃຫ້ດີທີ່ສຸດ.14ຈົ່ງອວຍພອນຄົນທີ່ຂົ່ມເຫັງທ່ານ; ຈົ່ງອວຍພອນ ແລະ ຢ່າດ່າກັນເລີຍ.15ຈົ່ງຊື່ນຊົມຍິນດີກັບຄົນເຫລົ່ານັ້ນທີ່ຊື່ນຊົມຍິນດີ; ຈົ່ງຮ້ອງໄຫ້ກັບຄົນເຫລົ່ານັ້ນທີ່ຮ້ອງໄຫ້.16ຈົ່ງເປັນນ້ຳຫນຶ່ງໃຈດຽວກັນ. ຢ່າຄິດໃນທາງທີ່ໂອ້ອວດ, ແຕ່ຈົ່ງຍອມຮັບເອົາຄົນທີ່ຕໍ່າຕ້ອຍກວ່າ. ຢ່າຄິດວ່າຕົນເອງສະຫລາດ.17ຢ່າເຮັດສິ່ງທີ່ຊົ່ວຮ້າຍຕອບແທນຕໍ່ຜູ້ໃດເລີຍ. ຈົ່ງເຮັດສິ່ງທີ່ດີໃນສາຍຕາຂອງທຸກຄົນ.18ຖ້າເປັນໄປໄດ້, ໃນຂອບເຂດເລື່ອງນີ້ຂຶ້ນຢູ່ກັບທ່ານ. ມີຊີວິດສະຫງົບສຸກກັບທຸກໆຄົນ.19ທ່ານຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າ, ຢ່າແກ້ແຄ້ນເອງເລີຍ, ແຕ່ຈົ່ງມອບໄວ້ໃຫ້ກັບພຣະເຈົ້າເປັນຜູ້ຊົງພິພາກສາລົງໂທດ. ເພາະມີຂຽນໄວ້ວ່າ, "ອົງພຣະຜູ້ເປັນເຈົ້າກ່າວວ່າ."'ການແກ້ແຄ້ນເປັນທຸລະຂອງເຮົາ; ເຮົາຈະຕອບແທນເອງ,'20ແຕ່ຖ້າສັດຕຣູຂອງທ່ານຫິວ, ຈົ່ງໃຫ້ອາຫານລາວກິນ. ຖ້າລາວຫິວນ້ຳ, ຈົ່ງໃຫ້ນໍ້າລາວດື່ມ. ເພາະວ່າຖ້າທ່ານເຮັດແບບນີ້ ທ່ານຈະສຸມຖ່ານໄຟທີ່ລຸກຢູ່ໄວ້ເທິງຫົວຂອງລາວ.”21ຢ່າໃຫ້ຄວາມຊົ່ວຮ້າຍເອົາຊະນະທ່ານໄດ້, ແຕ່ຈົ່ງເອົາຊະນະຄວາມຊົ່ວດ້ວຍຄວາມດີ.
1ໃຫ້ທຸກຄົນຍອມເຊື່ອຟັງຜູ້ທີ່ມີອຳນາດປົກຄອງ, ເພາະວ່າບໍ່ມີອຳນາດໃດເລີຍທີ່ບໍ່ໄດ້ມາຈາກພຣະເຈົ້າ. ແລະອຳນາດທີ່ມີຢູ່ນັ້ນໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ.2ດັ່ງນັ້ນ ຜູ້ທີ່ຕໍ່ຕ້ານອຳນາດນັ້ນກໍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າ; ແລະຜູ້ທີ່ຕໍ່ຕ້ານນັ້ນຈະຖືກພິພາກສາລົງໂທດ.3ເພາະວ່າຜູ້ທີ່ປົກຄອງນັ້ນບໍ່ເປັນຕາຢ້ານສຳຫລັບຄົນທີ່ເຮັດຄວາມດີ, ແຕ່ເປັນຕາຢ້ານສຳຫລັບຄົນທີ່ເຮັດຄວາມຊົ່ວ. ທ່ານຕ້ອງການຈະບໍ່ຮູ້ສຶກຢ້ານຜູ້ມີອຳນາດບໍ? ຈົ່ງເຮັດໃນສິ່ງທີ່ດີ, ແລະທ່ານຈະໄດ້ຮັບການຍົກຍ້ອງຈາກຜູ້ມີອຳນາດນັ້ນ.4ເພາະວ່າເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າເພື່ອໃຫ້ທ່ານໄດ້ຜົນປະໂຫຍດ. ແຕ່ຖ້າທ່ານເຮັດສິ່ງທີ່ຊົ່ວ, ຈົ່ງຢ້ານເຖີດ. ເພາະວ່າເຂົາບໍ່ໄດ້ຖືດາບໄວ້ລ້າ ໆ. ແຕ່ເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ເຊິ່ງກໍຄືຜູ້ແກ້ແຄ້ນໂທດບາບທີ່ມີໃນທຸກຄົນທີ່ເຮັດຄວາມຊົ່ວ.5ດັ່ງນັ້ນ ທ່ານຕ້ອງເຊື່ອຟັງຜູ້ປົກຄອງ, ບໍ່ແມ່ນຍ້ອນຢ້ານການລົງໂທດພຽງຢ່າງດຽວ, ແຕ່ຍ້ອນຈິດສຳນຶກຜິດແລະຊອບດ້ວຍ.6ດ້ວຍເຫດນີ້ ທ່ານຈຶ່ງຕ້ອງໄດ້ເສັຽພາສີດ້ວຍ. ເພາະວ່າຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ທີ່ເຮັດຫນ້າທີ່ນີ້ຢ່າງຕໍ່ເນື່ອງ.7ຈົ່ງຈ່າຍໃຫ້ແກ່ທຸກຄົນຕາມທີ່ທ່ານຕ້ອງຈ່າຍໃຫ້ພວກເຂົາ: ຄືພາສີແກ່ຄົນທີ່ຕ້ອງໄດ້ຮັບພາສີ; ຄ່າທຳນຽມແກ່ຄົນທີ່ຕ້ອງໄດ້ຮັບຄ່າທຳນຽມ; ຄວາມຢ້ານກົວແກ່ຄົນທີ່ຕ້ອງໄດ້ຮັບຄວາມຢ້ານກົວ; ໃຫ້ກຽດແກ່ຄົນທີ່ຕ້ອງໄດ້ຮັບກຽດ.8ຢ່າເປັນຫນີ້ສິ່ງໃດຕໍ່ໃຜເລີຍ, ນອກຈາກຄວາມຮັກຕໍ່ກັນ ແລະກັນ. ເພາະວ່າຜູ້ທີ່ຮັກເພື່ອນບ້ານໄດ້ເຮັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.9ຂໍ້ທີ່ວ່າ "ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ," ແລະຖ້າມີພຣະບັນຍັດອື່ນໆນຳແລ້ວ, ກໍຈະສະຫລຸບໄດ້ໃນປະໂຫຍກນີ້ຄື: “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.”10ຄວາມຮັກບໍ່ເປັນອັນຕະຣາຍຕໍ່ເພື່ອນບ້ານຂອງເຂົາ; ດັ່ງນັ້ນ, ຄວາມຮັກຈຶ່ງເປັນສິ່ງທີ່ເຮັດໃຫ້ກົດບັນຍັດສົມບູນ.11ດ້ວຍເຫດນີ້, ທ່ານຄວນຮູ້ເວລາ, ວ່ານີ້ເປັນເວລາທີ່ທ່ານຈະຕ້ອງຕື່ນຈາກຫລັບນອນແລ້ວ. ເພາະວ່າຄວາມພົ້ນຂອງພວກເຮົາໄດ້ເຂົ້າມາໃກ້ກວ່າຕອນທີ່ພວກເຮົາເລີ່ມເຊື່ອແລ້ວ.12ເວລານີ້ເດິກຫລາຍແລ້ວ, ແລະຕອນເຊົ້າກຳລັງໃກ້ເຂົ້າມາ. ດັ່ງນັ້ນ ໃຫ້ພວກເຮົາປະຖິ້ມການງານແຫ່ງຄວາມມືດ, ແລະ ໃສ່ເສື້ອເກາະແຫ່ງຄວາມສະຫວ່າງ.13ໃຫ້ພວກເຮົາດຳເນີນຊີວິດຢ່າງເຫມາະສົມ, ເຫມືອນໃນເວລາກາງເວັນ, ບໍ່ແມ່ນການກິນລ້ຽງຢ່າງເຖິງໃຈ ຫລື ການເມົາມາຍ; ແລະຢ່າໃຫ້ພວກເຮົາດຳເນີນໃນຄວາມຜິດບາບທາງເພດ ຫລື ໃນຕັນຫາທີ່ບໍ່ສາມາດຄວບຄຸມໄດ້, ແລະບໍ່ແມ່ນໃນການໂຕ້ຖຽງ ຫລື ອິດສາກັນ.14ແຕ່ຈົ່ງແຕ່ງກາຍດ້ວຍພຣະເຢຊູຄຣິດເຈົ້າ, ແລະຢ່າກະກຽມສິ່ງໃດໄວ້ເພື່ອເນື້ອຫນັງ, ແລະເພື່ອຕັນຫາຂອງມັນ.
1ຈົ່ງຕ້ອນຮັບຜູ້ທີ່ອ່ອນແອໃນຄວາມເຊື່ອ., ໂດຍທີ່ບໍ່ຕ້ອງຕັດສິນໃນຂໍ້ໂຕ້ຖຽງຕ່າງໆ.2ຄົນຫນຶ່ງມີຄວາມເຊື່ອວ່າຈະກິນຫຍັງກໍໄດ້, ແຕ່ອີກຄົນຫນຶ່ງທີ່ອ່ອນແອໃນຄວາມເຊື່ອກໍກິນພຽງແຕ່ຜັກເທົ່ານັ້ນ.3ຂໍຢ່າໃຫ້ຄົນທີ່ກິນທຸກຢ່າງນັ້ນ ດູຖູກຜູ້ທີ່ບໍ່ກິນທຸກຢ່າງ. ແລະຢ່າໃຫ້ຜູ້ທີ່ບໍ່ກິນທຸກຢ່າງຕັດສິນຄົນອື່ນຜູ້ທີ່ກິນທຸກຢ່າງ ເພາະວ່າພຣະເຈົ້າຊົງຍອມຮັບເຂົາແລ້ວ4ທ່ານແມ່ນໃຜ, ທີ່ຈະຕັດສິນຜູ້ຮັບໃຊ້ຄົນອື່ນ? ຜູ້ຮັບໃຊ້ຄົນນັ້ນຈະຢືນຢູ່ ຫລື ຈະລົ້ມລົງກໍຂື້ນຢູ່ກັບນາຍຂອງເຂົາ. ແຕ່ເຂົາຈະໄດ້ຮັບການເຮັດໃຫ້ຢືນຢູ່, ເພາະວ່າອົົງພຣະຜູ້ເປັນເຈົ້າຊົງສາມາດທີ່ຈະເຮັດໃຫ້ເຂົາຢືນຢູ່ໄດ້.5ຄົນຫນຶ່ງຖືວ່າມື້ຫນຶ່ງດີກ່ວາອີກມື້. ອີກຄົນຫນຶ່ງຖືວ່າທຸກໆມື້ຄືກັນ. ໃຫ້ແຕ່ລະຄົນເຊື່ອໃນຄວາມຄິດຂອງຕົນເອງ.6ຄົນທີ່ຖືມື້, ກໍຖືເພື່ອອົງພຣະຜູ້ເປັນເຈົ້າ; ແລະຄົນທີ່ກິນ, ກໍກິນເພື່ອອົງພຣະຜູ້ເປັນເຈົ້າ, ເພາະເຂົາຂອບພຣະຄຸນພຣະເຈົ້າ. ຄົນທີ່ບໍ່ກິນ, ກໍບໍ່ກິນເພື່ອອົງພຣະຜູ້ເປັນເຈົ້າ, ແລະເຂົາກໍຍັງຂອບພຣະຄຸນພຣະເຈົ້າດ້ວຍ.7ເພາະພວກເຮົາທຸກຄົນບໍ່ໄດ້ຢູ່ເພື່ອຕົວເອງ, ແລະບໍ່ໄດ້ຕາຍເພື່ອຕົວເອງ.8ເພາະຖ້າພວກເຮົາມີຊີວິດຢູ່, ພວກເຮົາກໍຢູ່ເພື່ອອົງພຣະຜູ້ເປັນເຈົ້າ, ແລະຖ້າພວກເຮົາຕາຍ, ພວກເຮົາກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ ຫລື ຕາຍພວກເຮົາກໍເປັນຄົນຂອງພຣະຜູ້ເປັນເຈົ້າ.9ເພາະເພື່ອຈຸດປະສົງນີ້ເອງ ພຣະຄຣິດຈຶ່ງໄດ້ສິ້ນພຣະຊົນ ແລະ ຟື້ນຄືນພຣະຊົນອີກ, ເພື່ອທີ່ພຣະອົງຈະໄດ້ກາຍເປັນອົງພຣະຜູ້ເປັນເຈົ້າທັງຂອງຄົນຕາຍ ແລະ ຄົນເປັນ.10ແຕ່ທ່ານ, ເປັນຫຍັງທ່ານຈຶ່ງຕັດສິນພີ່ນ້ອງຂອງທ່ານ? ແລະທ່ານ, ເປັນຫຍັງທ່ານຈຶ່ງດູຫມິ່ນພີ່ນ້ອງຂອງທ່ານ? ເພາະວ່າພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ຫນ້າບັນລັງແຫ່ງການພິພາກສາຂອງພຣະເຈົ້າ.11ເພາະມີຂຽນໄວ້ວ່າ, "ອົງພຣະຜູ້ເປັນເຈົ້າກ່າວວ່າ, "ພວກເຮົາມີຊີວິດ," ຢູ່ເປັນເວລາດົນນານທຸກຄົນຈະຄຸເຂົ່າລົງກົ້ມຂາບເຮົາ, ແລະ ທຸກລີ້ນຈະສັນຣະເສີນພຣະເຈົ້າ.'"12ສະນັ້ນ, ເຮົາແຕ່ລະຄົນຈະຕ້ອງລາຍງານເລື່ອງຂອງຕົວເອງຕໍ່ພຣະເຈົ້າ.13ດ້ວຍເຫດນີ້, ຢ່າໃຫ້ພວກເຮົາຕັດສິນກັນ ແລະ ກັນອີກຕໍ່ໄປເລີຍ, ແຕ່ຈົ່ງຕັດສິນໃຈໃນສິ່ງນີ້, ວ່າຈະບໍ່ມີຜູ້ໃດວາງກ້ອນຫີນທີ່ຈະເຮັດໃຫ້ທ່ານສະດຸດ ຫລື ດັກໃຫ້ແກ່ພີ່ນ້ອງຂອງເຂົາເລີຍ.14ຂ້ອຍຮູ້ແລະເຊື່ອໃນອົງພຣະເຢຊູຄຣິດເຈົ້າ ບໍ່ມີສິ່ງໃດທີ່ເປັນມົນທິນໃນຕົວເອງເລີຍ. ແຕ່ສຳລັບຄົນທີ່ຖືວ່າສິ່ງໃດສິ່ງ ຫນຶ່ງ ທີ່ບໍ່ສະອາດ ນັ້ນຈະເປັນສິ່ງທີ່ບໍ່ສະອາດ ສຳ ລັບລາວ.15ຖ້າພີ່ນ້ອງຮູ້ສຶກທຸກໃຈເພາະອາຫານທີ່ທ່ານກິນນັ້ນ, ທ່ານກໍບໍ່ໄດ້ຍ່າງໃນຄວາມຮັກອີກຕໍ່ໄປ. ຢ່າທຳລາຍຄົນນັ້ນທີ່ພຣະຄຣິດເຈົ້າໄດ້ສິ້ນພຣະຊົນເພື່ອເຂົາດ້ວຍອາຫານທີ່ທ່ານກິນເລີຍ.16ສະນັ້ນ, ຢ່າໃຫ້ການກະທຳທີ່ດີຂອງທ່ານເປັນເຫດໃຫ້ຄົນອື່ນເຍາະເຍີ້ຍພວກເຂົາເລີຍ.17ເພາະວ່າອານາຈັກຂອງພຣະເຈົ້ານັ້ນບໍ່ແມ່ນການກິນ ແລະ ການດື່ມ, ແຕ່ເປັນຄວາມຊອບທັມ, ສັນຕິສຸກ, ແລະຄວາມຊື່ນຊົມຍິນດີໃນພຣະວິນຍານບໍຣິສຸດເຈົ້າ.18ເພາະຄົນທີ່ຮັບໃຊ້ພຣະຄຣິດໃນລັກສະນະນີ້ ກໍເປັນທີ່ພໍພຣະທັຍ ພຣະເຈົ້າ ແລະເປັນທີ່ຍອມຮັບຂອງມະນຸດດ້ວຍ.19ເຫດສະນັ້ນ, ໃຫ້ພວກເຮົາສະແຫວງຫາສິ່ງທີ່ຈະເຮັດໃຫ້ເກີດສັນຕິສຸກ ແລະ ສິ່ງທີ່ຈະເສີມສ້າງກັນ ແລະ ກັນຂຶ້ນ.20ຢ່າທຳລາຍການງານຂອງພຣະເຈົ້າເພາະອາຫານເລີຍ. ທຸກຢ່າງບໍ່ມີທີ່ຕິຢ່າງແນ່ນອນ, ແຕ່ຖ້າຄົນນັ້ນກິນ ແລະ ເຮັດໃຫ້ຄົນອື່ນສະດຸດກໍເປັນສິ່ງທີ່ບໍ່ດີ.21ເປັນການດີທີ່ຈະບໍ່ກິນຊີ້ນສັດ, ຫລືບໍ່ດື່ມເຫລົ້າອະງຸ່ນ, ຫລືສິ່ງໃດກໍຕາມທີ່ຈະເຮັດໃຫ້ພີ່ນ້ອງຮູ້ສຶກບໍ່ດີ.22ຄວາມເຊື່ອໃນສິ່ງເຫລົ່ານີ້ທີ່ທ່ານມີ, ຈົ່ງຮັກສາໄວ້ໃຫ້ເປັນເລື່ອງລະຫວ່າງທ່ານກັບພຣະເຈົ້າ. ຄົນທີ່ບໍ່ຕຳນິຕິຕຽນຕົນເອງໃນສິ່ງທີ່ຕົນເຫັນດີກໍເປັນສຸກ.23ຖ້າເຂົາກິນ, ກໍຈະຖືກກ່າວໂທດ. ເພາະເປັນສິ່ງທີ່ບໍ່ໄດ້ມາຈາກຄວາມເຊື່ອ ແລະສິ່ງໃດກໍຕາມທີ່ບໍ່ໄດ້ມາຈາກຄວາມເຊື່ອກໍເປັນຄວາມບາບ.
1ບັດນີ້ ພວກເຮົາມີຄວາມເຊື່ອທີ່ເຂັ້ມແຂງ ຄວນຈະອົດທົນຕໍ່ຈຸດອ່ອນຂອງຄົນທີ່ອ່ອນແອ, ແລະບໍ່ຄວນເຮັດຫຍັງຕາມຄວາມພໍໃຈຂອງຕົວເອງ.2ໃຫ້ເຮົາແຕ່ລະຄົນເຮັດໃຫ້ເພື່ອນບ້ານພໍໃຈເພື່ອຄວາມດີ, ຄືເປັນການເສີມສ້າງເຂົາຂື້ນ.3ເພາະແມ່ນແຕ່ພຣະຄຣິດກໍຍັງບໍ່ຊົງເຮັດໃນສິ່ງທີ່ພຣະອົງພໍພຣະທັຍ. ແຕ່, ເປັນຕາມທີ່ມີຂຽນໄວ້ວ່າ, "ຄຳເວົ້າການໃສ່ຮ້າຍຂອງຄົນເຫລົ່ານັ້ນທີ່ດູຖູກພຣະອົງຕົກຢູ່ກັບຂ້າພຣະອົງ."4ເພາະສິ່ງໃດກໍຕາມທີ່ໄດ້ຂຽນໄວ້ກ່ອນຫນ້ານີ້ ກໍຂຽນໄວ້ເພື່ອສັ່ງສອນພວກທ່ານ, ເພື່ອທີ່ວ່າພວກທ່ານຈະໄດ້ມີຄວາມເຊື່ອຫມັ້ນໂດຍຄວາມອົດທົນ ແລະໂດຍການຫນູນໃຈຈາກພຣະຄັມພີ.5ບັດນີ້, ຂໍພຣະເຈົ້າຜູ້ປຣະທານຄວາມອົດທົນ ແລະ ການຫນູນໃຈ ປຣະທານຄວາມເປັນນ້ຳຫນຶ່ງໃຈດຽວກັນໃນພວກທ່ານທັງຫລາຍ ຕາມຢ່າງພຣະເຢຊູຄຣິດເຈົ້າ.6ຂໍພຣະອົງຊົງເຮັດເຊັ່ນນີ້ເພື່ອທີ່ວ່າທ່ານຈະໄດ້ສັນຣະເສີນພຣະເຈົ້າ ແລະ ພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາດ້ວຍໃຈດຽວກັນ ແລະ ປາກດຽວກັນ.7ດ້ວຍເຫດນີ້ ຈົ່ງຕ້ອນຮັບກັນ ແລະ ກັນ, ຄືກັນກັບທີ່ພຣະຄຣິດໄດ້ຊົງຕ້ອນຮັບທ່ານດ້ວຍ, ເພື່ອເປັນການສັນຣະເສີນພຣະເຈົ້າ.8ເພາະຂ້າພຣະເຈົ້າເວົ້າວ່າ ພຣະຄຣິດໄດ້ຊົງເປັນຜູ້ຮັບໃຊ້ຂອງພວກທີ່ເຂົ້າພິທີຕັດ ເພື່ອເປັນຕົວແທນແຫ່ງຄວາມຈິງຂອງພຣະເຈົ້າ, ພຣະອົງຊົງເຮັດເຊັ່ນນີ້ເພື່ອທີ່ວ່າພຣະອົງຈະໄດ້ຊົງຢືນຢັນພຣະສັນຍາທີ່ໄດ້ປຣະທານໃຫ້ແກ່ບັນພະບຸຣຸດນັ້ນ,9ແລະເພື່ອໃຫ້ບັນດາຄົນຕ່າງຊາດໄດ້ຖວາຍກຽດແດ່ພຣະເຈົ້າ ສຳລັບຄວາມເມດຕາຂອງພຣະອົງ. ຕາມທີ່ມີຂຽນໄວ້ວ່າ, “ດ້ວຍເຫດນີ້ ຂ້າພຣະອົງຈະສັນຣະເສີນພຣະອົງໃນບັນດາຄົນຕ່າງຊາດ ແລະ ຮ້ອງເພງສັນຣະເສີນພຣະນາມຂອງພຣະອົງ."10ແລະມີຄຳກ່າວອີກວ່າ, “ບັນດາ, ຄົນຕ່າງຊາດທັງຫລາຍ, ຈົ່ງຊື່ນຊົມຍິນດີກັບປະຊາຊົນຂອງພຣະອົງ.”11ແລະຍັງມີກ່າວອີກວ່າ, “ບັນດາຄົນຕ່າງຊາດທັງຫມົດ ຈົ່ງສັນຣະເສີນອົງພຣະຜູ້ເປັນເຈົ້າ, ແລະ ໃຫ້ປະຊາຊົນທັງຫມົດຍົກຍ້ອງພຣະອົງ."12ແລະ, ເອຊາຢາ ກ່າວອີກວ່າ, "ຈະມີຮາກແຫ່ງ ເຢຊີ, ແລະຜູ້ທີ່ຈະຊົງລຸກຂຶ້ນມາປົກຄອງບັນດາຄົນຕ່າງຊາດ. ຄົນຕ່າງຊາດທັງປວງຈະມີຄວາມຫມັ້ນໃຈໃນພຣະອົງ."13ບັດນີ້ ຂໍພຣະເຈົ້າແຫ່ງຄວາມຫມັ້ນໃຈ ໂຜດເຕີມເຕັມທ່ານດ້ວຍຄວາມຊື່ນຊົມຍິນດີ ແລະ ສັນຕິສຸກທັງປວງໃນຄວາມເຊື່ອນັ້ນ, ເພື່ອທີ່ທ່ານຈະໄດ້ເຕັມປ່ຽມໃນຄວາມຫມັ້ນໃຈ, ໂດຍຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ.14ພີ່ນ້ອງທັງຫລາຍ. ຂ້າພຣະເຈົ້າເຊື່ອຫມັ້ນໃນທ່ານ, ຂ້າພຣະເຈົ້າເຊື່ອຫມັ້ນວ່າທ່ານກໍເຕັມປ່ຽມດ້ວຍຄວາມດີ, ແລະສົມບູນໄປດ້ວຍຄວາມຮູ້ທຸກຢ່າງ. ແລະຂ້າພຣະເຈົ້າເຊື່ອວ່າທ່ານຈະສາມາດເຕືອນສະຕິກັນ ແລະ ກັນໄດ້.15ແຕ່ຂ້າພຣະເຈົ້າຂຽນເຖິງທ່ານດ້ວຍໃຈກ້າຫານກ່ຽວກັບບາງສິ່ງເພື່ອທີ່ຈະເຕືອນຄວາມຈຳຂອງທ່ານ, ເນື່ອງຈາກຂອງປຣະທານທີ່ພຣະເຈົ້າໄດ້ປຣະທານແກ່ຂ້າພຣະເຈົ້າ.16ຂອງປຣະທານນີ້ຄືໃຫ້ຂ້າພຣະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າຕໍ່ຄົນຕ່າງຊາດ, ເພື່ອທີ່ຈະປະຕິບັດຫນ້າທີ່ ເປັນປະໂລຫິດໃນເລື່ອງຂ່າວປະເສີດຂອງພຣະເຈົ້າ. ຂ້າພຣະເຈົ້າຄວນເຮັດເຊັ່ນນີ້ເພື່ອທີ່ຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພໍພຣະທັຍ, ທີ່ມອບຖວາຍແດ່ພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າ.17ດັ່ງນັ້ນ ຄວາມຍິນດີຂອງຂ້າພຣະເຈົ້າຢູ່ໃນພຣະເຢຊູຄຣິດເຈົ້າ ແລະ ໃນສີ່ງທີ່ກ່ຽວກັບພຣະເຈົ້າ.18ເພາະວ່າຂ້າພຣະເຈົ້າບໍ່ກ້າກ່າວໃນສິ່ງໃດ ນອກຈາກສິ່ງທີ່ພຣະຄຣິດໄດ້ເຮັດໃຫ້ສຳເລັດຜ່ານທາງຂ້າພຣະເຈົ້າໃນເລື່ອງຄວາມເຊື່ອຂອງຄົນຕ່າງຊາດ. ນີ້ຄືສີ່ງທີ່ເກີດຂື້ນໄດ້ໂດຍຄຳສອນ ແລະ ການກະທຳ,19ໂດຍຣິດເດດແຫ່ງຫມາຍສຳຄັນ ແລະການອັດສະຈັນ, ແລະໂດຍຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ. ເພື່ອທີ່ວ່າຂ້າພຣະເຈົ້າຈະໄດ້ປະກາດຂ່າວປະເສີດຂອງພຣະຄຣິດຢ່າງຄົບຖ້ວນ ຕັ້ງແຕ່ນະຄອນ ເຢຣູຊາເລັມ, ອ້ອມໄປໄກຮອດແຂວງ ອີລີຣິກົນ.20ໂດຍການນີ້, ຄວາມປາຖນາຂອງຂ້າພຣະເຈົ້າຄື ການປະກາດຂ່າວປະເສີດ, ແຕ່ບໍ່ແມ່ນໃນບ່ອນທີ່ມີການອອກພຣະນາມຂອງພຣະຄຣິດເຈົ້າມາກ່ອນ, ເພື່ອທີ່ວ່າຂ້າພຣະເຈົ້າຈະໄດ້ບໍ່ກໍ່ຂຶ້ນເທິງຮາກຖານຂອງຄົນອື່ນ.21ຕາມທີ່ມີຂຽນໄວ້ວ່າ: "ຄົນເຫລົ່ານັ້ນທີ່ບໍ່ເຄີຍມີໃຜບອກຂ່າວເລື່ອງພຣະອົງກໍຈະໄດ້ເຫັນພຣະອົງ, ແລະຄົນເຫລົ່ານັ້ນທີ່ຍັງບໍ່ໄດ້ຍິນກໍຈະເຂົ້າໃຈ."22ດັ່ງນັ້ນ ຈຶ່ງມີເຫດຂັດຂວາງຂ້າພຣະເຈົ້າຫລາຍເທື່ອບໍ່ໃຫ້ມາຫາພວກທ່ານ.23ແຕ່ບັດນີ້, ຂ້າພະເຈົ້າໄດ້ປະກາດໄປທົ່ວທຸກບ່ອນໃນແຜ່ນດິນເຫລົ່ານີ້ແລ້ວ, ແລະຂ້າພຣະເຈົ້າມີຄວາມປາຖນາເປັນເວລາຫລາຍປີແລ້ວທີ່ຈະມາຫາທ່ານ.24ເມື່ອໃດກໍຕາມທີ່ຂ້າພຣະເຈົ້າໄປປະເທດສະເປນ, ຂ້າພຣະເຈົ້າຫວັງວ່າຈະມາຢ້ຽມຢາມຫາພວກທ່ານ, ເພື່ອໃຫ້ພວກທ່ານສົ່ງຂ້າພຣະເຈົ້າເດີນທາງຕໍ່ໄປ, ຫລັງຈາກທີ່ໄດ້ໃຊ້ເວລາອັນເບີກບານໃຈຢູ່ກັບພວກທ່ານເປັນເວລາຊົ່ວຄາວແລ້ວ.25ແຕ່ຂະນະນີ້ ຂ້າພຣະເຈົ້າກຳລັງຈະເດີນທາງໄປທີ່ນະຄອນ ເຢຣູຊາເລັມເພື່ອຮັບໃຊ້ຜູ້ທີ່ເຊື່ອ.26ເພາະບັນດາຜູ້ທີ່ເຊື່ອໃນແຂວງ ມາເກໂດເນັຽ ແລະ ແຂວງ ອະຂາຢາ ເຕັມໃຈທີ່ຈະຫາເງິນຈຳນວນຫນຶ່ງ ເພື່ອມອບໃຫ້ແກ່ຄົນທຸກຍາກໃນບັນດາຜູ້ທີ່ເຊື່ອໃນນະຄອນ ເຢຣູຊາເລັມ.27ພວກເຂົາເຕັມໃຈທີ່ຈະເຮັດສິ່ງນີ້, ແລະ, ໃນຄວາມຈິງແລ້ວ, ພວກເຂົາເປັນຫນີ້ຜູ້ທີ່ເຊື່ອເຫລົ່ານັ້ນດ້ວຍ. ເພາະຖ້າຄົນຕ່າງຊາດໄດ້ມີສ່ວນຮ່ວມໃນຂອງປຣະທານຝ່າຍວິນຍານຈາກປະຊາຊົນຈາກຊາວເຢຣູຊາເລັມແລ້ວ ກໍເປັນການສົມຄວນທີ່ພວກເຂົາຈະໄດ້ຮັບໃຊ້ຊາວເຢຣູຊາເລັມໃນເລື່ອງສິ່ງຂອງທາງໂລກດ້ວຍ.28ດັ່ງນັ້ນ, ເມື່ອຂ້າພຣະເຈົ້າຈັດການເລື່ອງນີ້ສຳເລັດແລ້ວ ແລະໄດ້ມອບຜົນແຫ່ງການສົມທົບເງິນໃຫ້ແກ່ພວກເຂົາແລ້ວ, ຂ້າພຣະເຈົ້າກໍຈະເດີນທາງຕໍ່ໄປທີ່ປະເທດສະເປນໂດຍການແວ່ຢ້ຽມຢາມທ່ານລະຫວ່າງທາງ.29ຂ້າພຣະເຈົ້າຮູ້ວ່າ ເມື່ອຂ້າພຣະເຈົ້າມາຫາທ່ານນັ້ນ ຂ້າພຣະເຈົ້າຈະມາພ້ອມກັບພຣະພອນຢ່າງເຕັມທີ່ຂອງພຣະຄຣິດ.30ບັດນີ້, ພີ່ນ້ອງທັງຫລາຍ, ໂດຍພຣະເຢຊູຄຣິດເຈົ້າພຣະຜູ້ເປັນເຈົ້າຂອງພວກເຮົາ, ແລະໂດຍຄວາມຮັກຂອງພຣະວິນຍານບໍຣິສຸດເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານໃຫ້ຮ່ວມອະທິຖານກັບຂ້າພຣະເຈົ້າ. ຕໍ່ພຣະເຈົ້າດ້ວຍໃຈຕັ້ງຫມັ້ນເພື່ອຂ້າພຣະເຈົ້າ.31ຂໍອະທິຖານເພື່ອທີ່ຂ້າພຣະເຈົ້າຈະໄດ້ຮັບການຊ່ວຍກູ້ຈາກຄົນເຫລົ່ານັ້ນທີ່ບໍ່ເຊື່ອໃນແຂວງ ຢູດາຍ, ແລະເພື່ອໃຫ້ການຮັບໃຊ້ຂອງຂ້າພຣະເຈົ້າສຳລັບນະຄອນ ເຢຣູຊາເລັມເປັນທີ່ພໍໃຈຂອງຜູ້ທີ່ເຊື່ອ.32ແລະຈົ່ງອະທິຖານເພື່ອໃຫ້ຂ້າພຣະເຈົ້າໄດ້ມາຫາທ່ານຕາມພຣະປະສົງຂອງພຣະເຈົ້າດ້ວຍຊື່ນຊົມຍິນດີ, ແລະຂ້າພຣະເຈົ້າຈະໄດ້ພັກຜ່ອນຮ່ວມກັນກັບພວກທ່ານ.33ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກສະຖິດຢູ່ກັບທ່ານທັງຫລາຍທຸກຄົນ. ອາແມນ.
1ຂ້າພຣະເຈົ້າຂໍຝາກນ້ອງສາວຂອງຂ້າພຣະເຈົ້າໄວ້ກັບພວກທ່ານຄືນາງ ຟອຍເບ, ທີ່ເປັນຜູ້ຮັບໃຊ້ໃນຄຣິສຕະຈັກເມືອງ ເກັນເຂໄອ,2ເພື່ອໃຫ້ທ່ານໄດ້ຕ້ອນຮັບນາງໃນອົງພຣະຜູ້ເປັນເຈົ້າ. ກະຣຸນາຕ້ອນຮັບນາງຕາມທີ່ເຫມາະສົມທີ່ຜູ້ເຊື່ອຈະເຮັດ, ແລະກະຣຸນາເບິ່ງແຍງຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການໃຫ້ທ່ານຊ່ວຍ. ເພາະໂຕນາງເອງກໍໄດ້ຊ່ວຍເຫລືອຜູ້ຄົນຫລວງຫລາຍ, ລວມທັງຂ້າພຣະເຈົ້າດ້ວຍ.3ຂໍຝາກທັກທາຍນາງ ປີຊະກີລາ ແລະ ທ່ານ ອາກີລາ ຜູ້ຮ່ວມງານກັບຂ້າພຣະເຈົ້າໃນພຣະເຢຊູຄຣິດເຈົ້າ,4ເຊິ່ງໄດ້ສ່ຽງຊີວິດຂອງຕົນເອງເພື່ອຊ່ວຍຊີວິດຂອງຂ້າພຣະເຈົ້າ. ຂ້າພຣະເຈົ້າຂໍຂອບໃຈພວກເຂົາທັງສອງ, ແລະບໍ່ພຽງແຕ່ຂ້າພຣະເຈົ້າຄົນດຽວ, ແຕ່ລວມເຖິງຄຣິສຕະຈັກທຸກແຫ່ງຂອງຄົນຕ່າງຊາດດ້ວຍ.5ແລະຂໍຝາກທັກທາຍຄຣິສຕະຈັກທີ່ຢູ່ໃນເຮືອນຂອງພວກເຂົາດ້ວຍ. ຂໍຝາກທັກທາຍທ່ານ ເອປາຍເນດ ເພື່ອນທີ່ຮັກຂອງຂ້າພຣະເຈົ້າ. ຜູ້ເປັນຄົນທຳອິດທີ່ເຂົ້າມາເຊື່ອໃນພຣະຄຣິດໃນແຂວງ ເອເຊັຽ.6ຂໍຝາກທັກທາຍນາງ ມາຣີ, ຜູ້ທີ່ໄດ້ເຮັດວຽກຫນັກເພື່ອທ່ານທັງຫລາຍ.7ຂໍຝາກທັກທາຍທ່ານ ອັນດາໂລນິໂກ ກັບ ນາງ ຢູເນັຽ, ຜູ້ທີ່ເປັນຍາດພີ່ນ້ອງຂອງຂ້າພຣະເຈົ້າ, ແລະເຄີຍຖືກຈັບກຸມຮ່ວມກັບຂ້າພຣະເຈົ້າ. ພວກເຂົາເປັນທີ່ຮູ້ຈັກກັນດີໃນບັນດາອັກຄະສາວົກ. ອີກທັງໄດ້ຢູ່ໃນພຣະຄຣິດກ່ອນຂ້າພຣະເຈົ້າດ້ວຍ.8ຂໍຝາກທັກທາຍທ່ານ ອຳເປັຽ ຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າໃນອົງພຣະຜູ້ເປັນເຈົ້າ.9ຂໍຝາກທັກທາຍທ່ານ ອູຣະບານ, ຜູ້ຮ່ວມງານກັບພວກເຮົາໃນພຣະຄຣິດ, ແລະ ທ່ານ ຊະຕາຂີ, ຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າ.10ຂໍຝາກທັກທາຍທ່ານ ອະເປເລ, ຜູ້ເປັນທີ່ພໍພຣະທັຍໃນພຣະຄຣິດ. ຂໍຝາກທັກທາຍຄົນໃນຄອບຄົວຂອງທ່ານ ອາຣິສະໂຕບູໂລ.11ຂໍຝາກທັກທາຍທ່ານ ເຮໂຣດີໂອນ, ຜູ້ເປັນຍາດພີ່ນ້ອງຂອງຂ້າພຣະເຈົ້າ. ຂໍຝາກທັກທາຍຄົນໃນຄອບຄົວຂອງທ່ານ ນາຣະກິດ, ຜູ້ຢູ່ໃນອົງພຣະຜູ້ເປັນເຈົ້າ.12ຂໍ ຝາກທັກທາຍຕີຝາຍນາ ແລະ ທີໂຟຊາ, ຜູ້ເຮັດວຽກຫນັກ ໃນອົງພຣະຜູ້ເປັນເຈົ້າ. ຂໍຝາກທັກທາຍເປຊີດາທີ່ຮັກ, ຜູ້ທີ່ໄດ້ເຮັດວຽກຫລວງຫລາຍໃນອົງພຣະຜູ້ເປັນເຈົ້າ.13ຂໍຝາກທັກທາຍ ຣູໂຟ, ຜູ້ທີ່ຊົງເລືອກໄວ້ໃນອົງພຣະຜູ້ເປັນເຈົ້າ, ແລະມານດາຂອງລາວເຊິ່ງເປັນມານດາຂອງຂ້າພຣະເຈົ້າດ້ວຍ.14ຂໍຝາກທັກທາຍອາຊິນກຣິດ, ຟະເລໂກນ, ເຮຣະມີ, ປະໂຕບາ, ເຮຣະມາ, ແລະພີ່ນ້ອງທັງຫລາຍທີ່ຢູ່ກັບພວກເຂົາ.15ຂໍຝາກທັກທາຍກັບ ຟິໂລໂລກ ແລະ ຢູລີອາ, ເນເຣ ແລະ ນ້ອງສາວຂອງເຂົາ, ແລະ ໂອລິມປາ, ກັບຜູ້ທີ່ເຊື່ອທຸກຄົນທີ່ຢູ່ກັບພວກເຂົາ.16ຈົ່ງທັກທາຍເຊິ່ງກັນ ແລະ ກັນດ້ວຍປະເພນີການຈູບອັນບໍຣິສຸດ, ຄຣິສຕະຈັກທຸກໆແຫ່ງຂອງພຣະຄຣິດຝາກທັກທາຍມາຫາພວກທ່ານດ້ວຍ.17ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຂໍຮ້ອງທ່ານ, ໃຫ້ລະວັງຄົນເຫລົ່ານັ້ນທີ່ສ້າງຄວາມແບ່ງແຍກ ແລະເຮັດໃຫ້ຄົນອື່ນສະດຸດ. ພວກເຂົາຫລົງຜິດໄປຈາກຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ. ຈົ່ງປິ່ນຫນ້າຫນີຈາກຄົນເຫຼົ່ານັ້ນ.18ເພາະວ່າຄົນແບບນັ້ນບໍ່ໄດ້ຮັບໃຊ້ພຣະຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ແຕ່ຮັບໃຊ້ປາກທ້ອງຂອງໂຕເອງ. ແລະໄດ້ລໍ້ລວງຫົວໃຈຂອງຜູ້ບໍຣິສຸດດ້ວຍຖ້ອຍຄຳທີ່ຫນ້າຟັງ ແລະປະຈົບປະແຈງ.19ເພາະວ່າຕົວຢ່າງແຫ່ງການເຊື່ອຟັງຂອງພວກທ່ານ. ໄດ້ແຜ່ຂະຫຍາຍ, ໄປທົ່ວ, ທຸກຄົນແລ້ວ, ດັ່ງນັ້ນຂ້າພຣະເຈົ້າຈຶ່ງມີຄວາມຊື່ນຊົມຍິນດີເພາະທ່ານ ແຕ່ຂ້າພຣະເຈົ້າຢາກໃຫ້ທ່ານສະຫລາດໃນການດີ, ແລະໂງ່ໃນການຊົ່ວ.20ອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຈະຊົງທຳ ລາຍຊາຕານຢູ່ໃຕ້ຕີນຂອງພວກທ່ານ. ຂໍພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສະຖິດຢູ່ກັບທ່ານເຖີດ.21ຕີໂມທຽວ, ຜູ້ຮ່ວມງານກັບຂ້າພຣະເຈົ້າ, ລູກີໂອຢາໂຊນ, ແລະໂຊຊິປາໂທ, ຜູ້ເປັນພີ່ນ້ອງຂອງຂ້າພຣະເຈົ້າຝາກທັກທາຍທ່ານທັງຫລາຍດ້ວຍ.22ຂ້າພຣະເຈົ້າ, ເຕຣະຕຽວ, ຜູ້ຂຽນຈົດຫມາຍນີ້ຕາມຄຳ ເວົ້າ, ຂໍທັກທາຍມາຍັງທ່ານທັງຫລາຍໃນອົງພຣະຜູ້ເປັນເຈົ້າດ້ວຍ.23ໄຄໂຢ, ເຈົ້າຂອງເຮືອນຜູ້ເບິ່ງແຍງຂ້າພຣະເຈົ້າ ແລະ ເປັນຜູ້ເບີ່ງແຍງຄຣິສຕະຈັກທັງຫມົດ, ຝາກທັກທາຍທ່ານ, ເອຣາຊະໂຕ, ນາຍຄັງປະຈຳເມືອງ, ແລະ ກູອາໂຕເຊິ່ງເປັນພີ່ນ້ອງຂອງພວກຂ້າພຣະເຈົ້າ. ຝາກທັກທາຍພວກທ່ານດ້ວຍ24"ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາສະຖິດຢູ່ກັບພວກທ່ານທຸກໆຄົນ. ອາແມນ."25ບັດນີ້ ຈົ່ງຖວາຍກຽດແດ່ພຣະອົງຜູ້ຊົງທີ່ສາມາດໃຫ້ທ່ານທັງຫລາຍຕັ້ງຫມັ້ນຄົງຕາມຂ່າວປະເສີດ ເຊິ່ງຂ້າພຣະເຈົ້າໄດ້ປະກາດ ແລະ ຄຳສອນຂອງພຣະເຢຊູຄຣິດເຈົ້າ, ຕາມການຊົງເປີດເຜີຍຂໍ້ລ້ຳເລິກເຊິ່ງໄດ້ປິດໄວ້ເປັນຄວາມລັບໄວ້ຕັ້ງແຕ່ສະໄຫມບູຮານ,26ແຕ່ບັດນີ້ມັນໄດ້ຊົງເປີດເຜີຍ, ແລະເຮັດໃຫ້ເຫັນຢ່າງຈະແຈ້ງໂດຍຂໍ້ພຣະຄັມພີເຊິ່ງຂຽນໄວ້ໂດຍບັນດາຜູ້ທຳນວາຍ, ຕາມພຣະບັນຊາຂອງພຣະເຈົ້າຜູ້ຊົງດຳຣົງເປັນນິດ, ເພື່ອໃຫ້ບັນດາຄົນຕ່າງຊາດທັງຫມົດປະຕິບັດຕາມຄວາມເຊື່ອນັ້ນ.27ໂດຍພຣະເຢຊູຄຣິດເຈົ້າ, ຂໍພຣະສິຣິຈົ່ງມີແດ່ພຣະເຈົ້າ, ຜູ້ຊົງເປັນຣັດສະຫມີແຕ່ອົງດຽວສືບໄປເປັນນິດ. ອາເມນ.
1ໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະເຢຊູຄຣິດເຈົ້າໃຫ້ເປັນອັກຄະສາວົກໂດຍພຣະປະສົງຂອງພຣະເຈົ້າ, ແລະ ໂຊສະເຖນນ້ອງຊາຍຂອງພວກເຮົາ,2ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງ ໂກຣິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍຣິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງອົງພຣະເຢຊູຄຣິດເຈົ້າ, ວ່າເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ.3ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູຄຣິດເຈົ້າເປັນຂອງທ່ານ.4ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ຂອງຂ້າພະເຈົ້າສະເຫມີສຳລັບທ່ານເພາະພຣະຄຸນຂອງພຣະເຈົ້າທີ່ ພຣະເຢຊູຄຣິດເຈົ້າໄດ້ປະທານໃຫ້ທ່ານ.5ພຣະອົງໄດ້ເຮັດໃຫ້ທ່ານມີຄວາມຮັ່ງມີໃນທຸກທາງ, ໃນທຸກຖ້ອຍຄຳ ແລະ ດ້ວຍຄວາມຮູ້ທັງຫມົດ,6ເຊັ່ນດຽວກັບຄຳພະຍານກ່ຽວກັບພຣະຄຣິດເຈົ້າທີ່ໄດ້ຮັບການຢືນຢັນວ່າເປັນຄວາມຈິງໃນບັນດາພວກທ່ານ.7ສະນັ້ນ ທ່ານບໍ່ຂາດເຂີນຂອງປະທານ ຝ່າຍວິນຍານທີ່ທ່ານໄດ້ລໍຄອຍຢ່າງກະຕືລືລົ້ນຕໍ່ການສຳແດງຂອງພຣະເຢຊູຄຣິດເຈົ້າ.8ພຣະອົງຈະເສີມກຳລັງທ່ານຈົນເຖິງທີ່ສຸດ, ເພື່ອທີ່ທ່ານຈະໄດ້ບໍ່ມີທີ່ຕິໃນວັນຂອງອົງພຣະເຢຊູຄຣິດເຈົ້າ.9ພຣະເຈົ້າຜູ້ຊົງສັດຊື່, ຜູ້ທີ່ຊົງເອີ້ນທ່ານເຂົ້າສູ່ການມີສາມັກຄີທັມກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ, ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.10ພີ່ນ້ອງທັງຫລາຍບັດນີ້, ຂ້າພະເຈົ້າຂໍຮ້ອງທ່ານດ້ວຍນາມຂອງອົງພຣະເຢຊູຄຣິດເຈົ້າ, ໃຫ້ພວກທ່ານຢູ່ຮ່ວມກັນຢ່າງປອງດອງ, ແລະ ຢ່າມີການແບ່ງແຍກໃນບັນດາພວກທ່ານ. ຂ້າພະເຈົ້າຂໍຮ້ອງໃຫ້ທ່ານຢູ່ຮ່ວມກັນເປັນຈິດຫນື່ງໃຈດຽວກັນ ແລະ ດ້ວຍຈຸດປະສົງດຽວກັນ.11ເນື່ອງຈາກຄົນຂອງນາງ ຂະໂລເອ ໄດ້ເວົ້າຈະແຈ້ງກັບຂ້າພະເຈົ້າ, ວ່າມີການແຕກແຍກໃນບັນດາພວກທ່ານ.12ຂ້າພະເຈົ້າຫມາຍຄວາມວ່າ: ຕ່າງຄົນຕ່າງເວົ້າ, "ຂ້າພະເຈົ້າຢູ່ຝ່າຍຂອງໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍເປໂຕ," ຫລື "ຂ້າພະເຈົ້າຢູ່ຝ່າຍພຣະຄຣິດ."13ພຣະຄຣິດໄດ້ຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງໄວ້ໄມ້ກາງແຂນເພື່ອທ່ານບໍ? ທ່ານໄດ້ຮັບບັບຕິສະມາໃນນາມຂອງໂປໂລບໍ?14ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທີ່ຂ້າພະເຈົ້າບໍ່ໄດ້ໃຫ້ບັບຕິສະມາແກ່ທ່ານ, ນອກຈາກກຣີສະໂປ ແລະ ໄຄໂຢ.15ຈຸດປະສົງນີ້ ເພື່ອບໍ່ມີໃຜສາມາດເວົ້າໄດ້ວ່າທ່ານໄດ້ຮັບບັບຕິສະມາໃນນາມຂອງຂ້າພະເຈົ້າ.16(ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຄົນໃນຄອບຄົວຂອງ ສະເຕຟານາ. ນອກຈາກນັ້ນແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າໄດ້ໃຫ້ບັບຕິສະມາຜູ້ໃດອີກ.)17ເນື່ອງຈາກ ພຣະຄຣິດບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໃຫ້ບັບຕິສະມາ ແຕ່ເພື່ອໃຫ້ປະກາດ ຂ່າວປະເສີດ. ພຣະອົງບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໄປປະກາດດ້ວຍຖ້ອຍຄຳ ແຫ່ງປັນຍາຂອງມະນຸດ, ເພື່ອບໍ່ໃຫ້ໄມ້ກາງແຂນຂອງພຣະຄຣິດຖືກເຮັດໃຫ້ຫມົດຣິດເດດ18ເນື່ອງຈາກຂໍ້ຄວາມກ່ຽວກັບໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບຜູ້ທີ່ກຳລັງຈະຕາຍ. ແຕ່ເປັນຣິດອຳນາດຂອງພຣະເຈົ້າ, ໃນບັນດາຄົນທີ່ກຳລັງຈະໄດ້ຮັບຄວາມພົ້ນ.19ເພາະມີຄຳຂຽນໄວ້ວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ. ເຮົາຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫລາດບໍ່ມີປະໂຫຍດ."20ຄົນມີປັນຍາຢູ່ທີ່ໃດ? ຜູ້ທີ່ຮອບຮູ້ຢູ່ທີ່ໃດ? ນັກໂຕ້ຖຽງຂອງໂລກນີ້ຢູ່ທີ່ໃດ? ພຣະເຈົ້າຈະເຮັດໃຫ້ສະຕິປັນຍາທາງໂລກກາຍເປັນຄວາມໂງ່ບໍ່ແມ່ນບໍ?21ເນື່ອງຈາກໂລກໂດຍປັນຍາຂອງຕົນເອງບໍ່ສາມາດຮູ້ຈັກພຣະເຈົ້າໄດ້, ພຣະເຈົ້າພໍພຣະທັຍທີ່ຈະຊ່ວຍຄົນເຫລົ່ານັ້ນທີ່ເຊື່ອໃຫ້ພົ້ນໄດ້ດ້ວຍການເທດສະຫນາໂງ່ ໆ.22ພວກຢິວຂໍຫມາຍສຳຄັນ ແລະ ພວກ ກະຣີກຊອກຫາປັນຍາ.23ແຕ່ພວກເຮົາປະກາດເລື່ອງ ພຣະຄຣິດຜູ້ທີ່ຖືກຄຶງທີ່ໄມ້ກາງແຂນ, ຊຶ່ງເປັນສິ່ງທີ່ເຮັດໃຫ້ຄົນຢິວສະດຸດ ແລະ ເປັນເລື່ອງໂງ່ ສຳລັບພວກກະຣີກ.24ແຕ່ສຳລັບຄົນເຫລົ່ານັ້ນ ທີ່ພຣະຜູ້ເປັນເຈົ້າເອີ້ນ, ທັງພວກຢິວ ແລະ ພວກກະຣີກ, ພວກເຮົາປະກາດເລື່ອງພຣະຄຣິດຜູ້ທີ່ເປັນຣິດອຳນາດ ແລະ ພຣະປັນຍາຂອງພຣະເຈົ້າ.25ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫລາດກວ່າປັນຍາຂອງມະນຸດ, ແລະສິ່ງທີ່ເບິ່ງຄືວ່າເປັນ ຄວາມອ່ອນແອຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ.26ພີ່ນ້ອງທັງຫລາຍ ຈົ່ງພິຈາຣະນາຕອນທີ່ຊົງເອີ້ນທ່ານ, ມີຄົນຈຳນວນຫນ້ອຍ ທີ່ມີປັນຍາຕາມມາດຕະຖານຂອງມະນຸດ. ມີຫນ້ອຍຄົນທີ່ມີອຳນາດ. ມີຫນ້ອຍຄົນທີ່ເກີດໃນຄອບຄົວທີ່ສູງ.27ແຕ່ພຣະເຈົ້າຊົງເລືອກພວກທີ່ໂລກນີ້ຖືວ່າໂງ່ເພື່ອເຮັດໃຫ້ຄົນທີ່ສະຫລາດອັບອາຍ. ພຣະເຈົ້າຊົງເລືອກເອົາພວກທີ່ໂລກນີ້ຖືວ່າອ່ອນແອເພື່ອເຮັດໃຫ້ຄົນທີ່ແຂງແຮງອັບອາຍ.28ພຣະເຈົ້າຊົງເລືອກພວກທີ່ຕໍ່າຕ້ອຍ ແລະ ຫນ້າກຽດຊັງໃນໂລກ ພຣະອົງຊົງເລືອກສິ່ງທີ່ເບິ່ງຄືວ່າບໍ່ມີຄ່າ, ເພື່ອເຮັດໃຫ້ສິ່ງທີ່ຖືວ່າມີຄ່ານັ້ນບໍ່ມີປະໂຫຍດ.29ພຣະອົງໄດ້ເຮັດສິ່ງນີ້ ເພື່ອວ່າຈະບໍ່ມີໃຜມີເຫດຜົນທີ່ຈະອວດອ້າງຕໍ່ພຣະອົງໄດ້.30ເພາະສິ່ງທີ່ພຣະເຈົ້າຊົງເຮັດ, ດຽວນີ້ທ່ານໄດ້ຢູ່ໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ມາເປັນພຣະປັນຍາຂອງພຣະເຈົ້າເພື່ອພວກເຮົາພຣະອົງຊົງເປັນຄວາມຊອບທັມ, ຄວາມບໍຣິສຸດ ແລະ ການໄຖ່ໂທດຂອງເຮົາທັງຫລາຍ.31ເພື່ອເປັນໄປຕາມທີ່ພຣະຄັມພີໄດ້ກ່າວໄວ້ວ່າ, "ໃຫ້ຜູ້ທີ່ສະແດງອອກ ອວດອ້າງພຣະຜູ້ເປັນເຈົ້າ.”
1ພີ່ນ້ອງທັງຫລາຍ ເມື່ອຂ້າພະເຈົ້າມາຫາທ່ານ, ເພື່ອປະກາດຄວາມເລິກລັບຂອງພຣະເຈົ້າແກ່ພວກທ່ານນັ້ນ ຂ້າພະເຈົ້າບໍ່ໄດ້ມາດ້ວຍຖ້ອຍຄຳຫວ່ານລ້ອມ ຫລື ດ້ວຍສະຕິປັນຍາ.2ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆ ໃນບັນດາພວກທ່ານເລີຍ ຍົກເວັ້ນເລື່ອງພຣະເຢຊູຄຣິດເຈົ້າ, ແລະ ການທີ່ພຣະອົງຊົງຖືກຄຶງໄວ້ທີ່ໄມ້ກາງແຂນ.3ແລະ ເມື່ອຂ້າພະເຈົ້າຢູ່ກັບພວກທ່ານທັງຫລາຍ ຂ້າພະເຈົ້າກໍ່ອ່ອນກຳລັງ, ມີຄວາມຢ້ານກົວ, ແລະ ໂຕສັ່ນສະເທືອນຫລາຍ.4ຄຳເວົ້າ ແລະ ຄຳເທສະຫນາຂອງຂ້າພະເຈົ້ານັ້ນບໍ່ແມ່ນ ຄຳເວົ້າທີ່ຊັກຊວນດ້ວຍສະຕິປັນຍາ. ແຕ່ສິ່ງເຫລົ່ານັ້ນແມ່ນການສຳແດງອອກຂອງພຣະວິນຍານ ແລະ ຣິດອຳນາດ,5ເພື່ອຄວາມສັດທາຂອງພວກທ່ານຈະບໍ່ຂື້ນກັບປັນຍາຂອງມະນຸດ, ແຕ່ຂື້ນກັບ ຣິດອຳນາດຂອງພຣະເຈົ້າ.6ບັດນີ້ ຂ້າພະເຈົ້າກຳລັງກ່າວເຖິງປັນຍາທ່າມກາງຄົນທີ່ເປັນຜູ້ໃຫຍ່, ບໍ່ແມ່ນປັນຍາຂອງໂລກນີ້, ຫລືຂອງຜູ້ປົກຄອງຕ່າງໆ, ຂອງສະໄຫມນີ້ທີ່ກຳລັງຈະເສື່ອມສູນໄປ.7ແຕ່ຂ້າພະເຈົ້າກ່າວເຖິງພຣະປັນຍາຂອງພຣະເຈົ້າໃນຄວາມຈິງທີ່ເຊື່ອງໄວ້, ພຣະປັນຍາທີ່ຊົງເຊືື່ອງໄວ້ນັ້ນ ພຣະເຈົ້າໄດ້ຊົງກຳນົດໄວ້ກ່ອນປະຖົມມະການ ເພື່ອສະຫງ່າລາສີແກ່ພວກເຮົາ.8ບໍ່ມີຜູ້ປົກຄອງ ໃນສະໄຫມນີ້ທີ່ຮູ້ຈັກພຣະປັນຍານີ້, ເພາະຫາກພວກເຂົາເຂົ້າໃຈໃນເວລານັ້ນ, ພວກເຂົາກໍ່ຈະບໍ່ເອົາອົງພຣະຜູ້ເປັນເຈົ້າແຫ່ງກຽດຕິຍົດໄປຄຶງທີ່ໄມ້ກາງແຂນ.9ຕາມທີ່ມີຂຽນໄວ້ວ່າ, “ສິ່ງທີ່ຕາເບິ່ງບໍ່ເຫັນ, ຫູບໍ່ໄດ້ຍິນ, ແລະຈິດໃຈທີ່ຄິດບໍ່ເຖິງ, ສິ່ງເຫລົ່ານັ້ນແມ່ນສິ່ງທີ່ພຣະເຈົ້າໄດ້ຊົງກຽມໄວ້ສຳລັບຄົນທັງຫລາຍທີ່ຮັກພຣະອົງ."10ສິ່ງເຫລົ່ານີ້ຄື ສີ່ງທີ່ພຣະເຈົ້າໄດ້ເປີດເຜີຍຕໍ່ພວກເຮົາໂດຍທາງພຣະວິນຍານບໍຣິສຸດເຈົ້າ. ເພາະວ່າພຣະວິນຍານບໍຣິສຸດເຈົ້າຊົງຮູ້ທຸກຢ່າງ ແມ່ນແຕ່ສີ່ງເລິກລັບຕ່າງໆຂອງພຣະເຈົ້າ.11ບໍ່ມີໃຜຈະຮູ້ຄວາມຄຶດຂອງຜູ້ອື່ນໄດ້ ຍົກເວັ້ນແຕ່ຈິດວິນຍານຂອງຕົນເອງ? ສະນັ້ນ, ຄວາມເລິກລັບຕ່າງໆຂອງພຣະເຈົ້າ ກໍ່ບໍ່ມີໃຜສາມາດຮູ້ໄດ້ ມີແຕ່ພຣະວິນຍານບໍຣິສຸດເຈົ້າຂອງພຣະເຈົ້າເອງ.12ແຕ່ຂ້າພະເຈົ້າບໍ່ໄດ້ຮັບເອົາວິນຍານຂອງໂລກ, ແຕ່ໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ, ເພື່ອຂ້າພະເຈົ້າຈະສາມາດຮູ້ສິ່ງຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າຢ່າງບໍ່ຈຳກັດ.13ພວກເຮົາກ່າວເຖິງສິ່ງເຫລົ່ານີ້ດ້ວຍຖ້ອຍຄຳທີ່ປັນຍາຂອງມະນຸດບໍ່ສາມາດສອນໄດ້, ແຕ່ດ້ວຍພຣະວິນຍານບໍຣິສຸດເຈົ້າຊົງສອນພວກເຮົາ, ພຣະວິນຍານບໍຣິສຸດເຈົ້າໄດ້ແປຖ້ອຍຄຳ ຝ່າຍວິນຍານຕ່າງໆ ດ້ວຍປັນຍາຝ່າຍວິນຍານ.14ຜູ້ທີ່ບໍ່ໄດ້ຢູ່ຝ່າຍວິນຍານ ບໍ່ສາມາດຮັບເອົາສິ່ງຕ່າງໆທີ່ເປັນຂອງພຣະວິນຍານຂອງພຣະເຈົ້າໄດ້, ເພາະວ່າສິ່ງເຫລົ່ານັ້ນເປັນເລື່ອງໂງ່ສຳລັບລາວ. ລາວບໍ່ສາມາດເຂົ້າໃຈສິ່ງຕ່າງໆເຫລົ່ານັ້ນໄດ້ ເພາະເປັນສີ່ງທີ່ຕ້ອງສັງເກດຝ່າຍວິນຍານ.15ຄົນທີ່ຢູ່ຝ່າຍວິນຍານສາມາດສັງເກດຮູ້ທຸກສີ່ງ, ແຕ່ລາວບໍ່ໄດ້ຂື້ນກັບການຕັດສິນຂອງຄົນອື່ນໆ.16“ເພາະວ່າຜູ້ໃດຮູ້ຈັກຈິດໃຈຂອງອົງພຣະຜູ້ເປັນເຈົ້າ, ທີ່ລາວສາມາດສອນພຣະອົງໄດ້?”ແຕ່ພວກເຮົາມີຫົວໃຈຂອງພຣະຄຣິດ.
1ພີ່ນ້ອງທັງຫລາຍ, ຂ້າພະເຈົ້າ, ບໍ່ສາມາດເວົ້າກັບທ່ານຄືກັບພວກທີ່ຢູ່ຝ່າຍຈິດວິນຍານ, ແຕ່ຄືເວົ້າກັບພວກທີ່ຢູ່ຝ່າຍເນື້ອຫນັງ, ຄືກັບເວົ້າກັບເດັກນ້ອຍໃນພຣະຄຣິດ.2ຂ້າພະເຈົ້າລ້ຽງພວກທ່ານດ້ວຍນົມບໍ່ແມ່ນອາຫານແຂງ, ເພາະໃນອະດີດທ່ານທັງຫລາຍບໍ່ພ້ອມສຳລັບອາຫານແຂງ; ແລະ ແມ່ນແຕ່ດຽວນີ້ທ່ານກໍ່ຍັງບໍ່ພ້ອມ.3ເພາະວ່າທ່ານທັງຫລາຍຍັງຢູ່ຝ່າຍເນື້ອຫນັງ. ເນື່ອງຈາກວ່າຍັງມີຄວາມອິດສາແລະການຜິດຖຽງກັນຢູ່ໃນບັນດາພວກທ່ານ, ພວກທ່ານກໍ່ໄດ້ດຳຣົງຊີວິດຕາມເນື້ອຫນັງ ແລະ ປະພຶດໂຕຄືກັບຄົນທົ່ວໄປແມ່ນຫລືບໍ?4ເພາະເມື່ອຄົນຫນື່ງກ່າວວ່າ, "ຂ້າພະເຈົ້າຕິດຕາມໂປໂລ," ແລະ ອີກຄົນກ່າວວ່າ, "ຂ້າພະເຈົ້າຕິດຕາມ ອາໂປໂລ," ພວກທ່ານກໍ່ແມ່ນຄົນທົ່ວໄປບໍ່ແມ່ນບໍ?5ອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ແມ່ນຜູ້ຮັບໃຊ້ທີ່ໄດ້ສອນພວກທ່ານໃຫ້ເຊື່ອ, ຕາມວຽກງານທີ່ອົງພຣະຜູ້ເປັນເຈົ້າໄດ້ມອບຫມາຍໄວ້ໃຫ້ແຕ່ລະຄົນ.6ຂ້າພະເຈົ້າປູກ, ອາໂປໂລຫົດນໍ້າ, ແຕ່ພຣະເຈົ້າຊົງເຮັດໃຫ້ມັນເຕີບໃຫຍ່.7ສະນັ້ນ, ຄົນທີ່ປູກ ແລະ ຄົນທີ່ຫົດນ້ຳບໍ່ສຳຄັນຫຍັງ. ແຕ່ພຣະເຈົ້າຜູ້ທີ່ເຮັດໃຫ້ການເຕີບໃຫຍ່ນັ້ນຕ່າງຫາກທີ່ສຳຄັນ.8ບັດນີ້ຄົນທີ່ປູກ ແລະ ຄົນທີ່ຫົດນ້ຳກໍ່ເປັນຫນຶ່ງດຽວກັນ, ແລະ ແຕ່ລະຄົນກໍ່ຈະໄດ້ຮັບຄ່າແຮງງານຕາມທີ່ໄດ້ອອກແຮງງານໄປ.9ເພາະຂ້າພະເຈົ້າເປັນເພື່ອນຮ່ວມງານຂອງພຣະເຈົ້າ, ທ່ານທັງຫລາຍກໍ່ເປັນໄຮ່ນາຂອງພຣະເຈົ້າ, ແມ່ນສິ່ງປູກສ້າງຂອງພຣະເຈົ້າ.10ໂດຍພຣະຄຸນຂອງພຣະເຈົ້າທີ່ໄດ້ຖືກມອບໃຫ້ແກ່ຂ້າພະເຈົ້າ ຂ້າພະເຈົ້າໄດ້ວາງຮາກຖານລົງແລ້ວຄ້າຍຄືນາຍຊ່າງທີ່ຊຳນານ, ແລະ ອີກຄົນຫນຶ່ງກໍ່ມາສ້າງຂື້ນຈາກຮາກຖານນັ້ນ. ແຕ່ວ່າແຕ່ລະຄົນຈົ່ງຣະວັງໃຫ້ດີວ່າ ຈະກໍ່ຂຶ້ນຈາກຮາກຖານນັ້ນແນວໃດ.11ເພາະບໍ່ມີຜູ້ໃດຈະວາງຮາກຖານອື່ນໄດ້ອີກ ນອກຈາກທີ່ໄດ້ຖືກວາງລົງໄປແລ້ວຄື, ພຣະເຢຊູຄຣິດເຈົ້າ.12ບັດນີ້ເທິງຮາກຖານນັ້ນ ຖ້າຜູ້ໃດສ້າງຂື້ນດ້ວຍທອງ, ເງິນ, ເພັດພອຍ, ໄມ້, ຫຍ້າແຫ້ງ, ຫລື ເຟືອງ,13ວຽກງານຂອງແຕ່ລະຄົນຈະປາກົດໃຫ້ເຫັນ, ເພາະແສງສະຫວ່າງຈະເປີດເຜີຍໃຫ້ເຫັນ. ເຊິ່ງຈະຖືກເປີດເຜີຍໃຫ້ເຫັນດ້ວຍໄຟ. ໄຟນັ້ນຈະພິສູດວຽກງານທີ່ແຕ່ລະຄົນໄດ້ເຮັດ.14ຖ້າວຽກງານຂອງຜູ້ໃດທີ່ສາມາດອົດທົນໄດ້, ເຂົາກໍ່ຈະໄດ້ຮັບລາງວັນ;15ຖ້າວຽກງາານຂອງໃຜຖືກເຜົາໄຫມ້ໄປ, ເຂົາກໍ່ຈະທົນທຸກກັບການສູນເສຍ, ສ່ວນໂຕເຂົາເອງຈະພົ້ນ, ແຕ່ຄືກັບວ່າພົ້ນອອກຈາກໄຟ.16ທ່ານບໍ່ຮູ້ບໍວ່າພວກທ່ານເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າສະຖິດໃນພວກທ່ານ?17ຖ້າຜູ້ໃດທຳ ລາຍວິຫານຂອງພຣະເຈົ້າ, ພຣະເຈົ້າຈະທຳລາຍຜູ້ນັ້ນ. ເພາະວ່າວິຫານຂອງພຣະເຈົ້ານັ້ນບໍຣິສຸດ, ແລະ ພວກທ່ານກໍ່ເຊັ່ນກັນ.18ຢ່າໃຫ້ຜູ້ໃດຫລອກລວງໂຕເອງ. ຖ້າຜູ້ໃດໃນພວກທ່ານຄິດວ່າໂຕເອງມີປັນຍາຕາມຫຼັກຂອງສະໄຫມນີ້, ຈົ່ງໃຫ້ຄົນນັ້ນຍອມເປັນຄົນ“ ໂງ່” ເພື່ອທີ່ຈະໄດ້ເປັນຄົນມີປັນຍາ.19ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຈ້າສຳລັບພຣະເຈົ້າ. ດັ່ງທີ່ຂຽນໄວ້ວ່າ, "ພຣະອົງຈັບຄົນມີປັນຍາດ້ວຍອຸບາຍຂອງເຂົາເອງ."20ແລະ ມີຂຽນໄວ້ອີກວ່າ, "ອົງພຣະຜູ້ເປັນເຈົ້າຊົງຮູ້ວ່າຄວາມຄິດຂອງພວກມີປັນຍານັ້ນແມ່ນບໍ່ມີປະໂຫຍດ."21ສະນັ້ນ ຢ່າເວົ້າໂອ້ອວດເລື່ອງມະນຸດເລີຍ! ເພາະວ່າທຸກຢ່າງເປັນຂອງທ່ານທັງຫລາຍ,22ບໍ່ວ່າໂປໂລ, ຫລື ອາໂປໂລ, ຫລື ເປໂຕ, ຫລື ໂລກ, ຫລື ຊີວິດ, ຫລື ຄວາມຕາຍ, ຫລືສິ່ງຂອງຕ່າງໆໃນປະຈຸບັນ, ຫລືສິ່ງຕ່າງໆໃນອະນາຄົດ, ທຸກສິ່ງລ້ວນເປັນຂອງທ່ານ,23ແລະ ທ່ານທັງຫລາຍເປັນຂອງພຣະຄຣິດ, ແລະ ພຣະຄຣິດຊົງເປັນຂອງພຣະເຈົ້າ.
1ນີ້ຄືສີ່ງທີ່ຜູ້ຄົນຄວນຈະນັບຖືເຮົາຢ່າງໃດ, ຄືແບບຜູ້ຮັບໃຊ້ຂອງພຣະຄຣິດ ແລະ ຜູ້ດູແລຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ.2ໃນສາຍພົວພັນນີ້, ຜູ້ດູແລຮັກສາຕ້ອງເປັນຜູ້ທີ່ໄວ້ວາງໃຈໄດ້.3ແຕ່ສຳລັບຂ້າພະເຈົ້າ ຂ້າພະເຈົ້າຖືວ່າເປັນເລື່ອງທີ່ບໍ່ສຳຄັນຫາກຂ້າພະເຈົ້າຕ້ອງໄດ້ຮັບການຕັດສິນໂດຍພວກທ່ານ ຫລືໂດຍມະນຸດຄົນໃດຄົນຫນື່ງ. ເພາະວ່າຂ້າພະເຈົ້າບໍ່ໄດ້ຕັດສິນໂຕເອງ.4ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າເຮັດຜິດອັນໃດ. ແຕ່ນັ້ນບໍ່ໄດ້ຫມາຍ ຄວາມວ່າຂ້າພະເຈົ້າບໍ່ມີຄວາມຜິດ, ມີແຕ່ອົງພຣະຜູ້ເປັນເຈົ້າເທົ່ານັ້ນທີ່ພິພາກສາຂ້າພະເຈົ້າໄດ້.5ສະນັ້ນ ຢ່າປະກາດການພິພາກສາ ກ່ຽວກັບສິ່ງໃດກ່ອນເຖິງເວລາ, ກ່ອນທີ່ອົງພຣະຜູ້ເປັນເຈົ້າຈະສະເດັດກັບມາ. ພຣະອົງຈະຊົງຈະເປີດເຜີຍສິ່ງຕ່າງໆຂອງຄວາມມືດທີ່ເຊື່ອງໄວ້ ແລະ ຈະຊົງເປີດເຜີຍຈຸດປະສົງຕ່າງໆໃນໃຈ. ຫຼັງຈາກນັ້ນແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ.6ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າໄດ້ນຳຫລັກການຕ່າງໆມາໃຊ້ໃນຕົວຂ້າພະເຈົ້າເອງ ແລະ ອາໂປໂລ, ເພື່ອປະໂຫຍດຂອງພວກທ່ານ ເພື່ອທ່ານຈະໄດ້ຮຽນຮູ້ຈາກຂ້າພະເຈົ້າເຖິງຄວາມຫມາຍທີ່ໄດ້ກ່າວໄວ້ວ່າ, "ຢ່າອອກນອກເຂດແດນທີ່ໄດ້ຂຽນໄວ້." ເພື່ອວ່າຈະບໍ່ມີໃຜໃນພວກທ່ານອວດອ້າງໂດຍການຍົກໂຕເອງສູງກວ່າຄົນອື່ນ.7ເພາະມີຄົນທີ່ເຫັນວ່າທ່ານແຕກຕ່າງຈາກຄົນອື່ນບໍ? ມີສິ່ງໃດແດ່ທີ່ທ່ານມີ ແລະ ບໍ່ໄດ້ຮັບໂດຍບໍ່ມີປະໂຫຍດແດ່? ຖ້າທ່ານໄດ້ຮັບມາໂດຍບໍ່ມີປະໂຫຍດ, ເປັນຫຍັງທ່ານຈຶ່ງເວົ້າໂອ້ອວດ ຄືກັບວ່າທ່ານບໍ່ໄດ້ຮັບມາແບບນັ້ນ?8ທ່ານມີທຸກຢ່າງທີ່ທ່ານຕ້ອງການແລ້ວນໍ! ທ່ານກາຍເປັນຄົນຮັ່ງມີແລ້ວນໍ! ທ່ານໄດ້ເລີ່ມຕົ້ນຄອບຄອງແລ້ວ - ໂດຍບໍ່ມີເຮົາເຂົ້າຮ່ວມນຳ, ຈິງໆແລ້ວ! ຂ້າພະເຈົ້າຢາກໃຫ້ທ່ານໄດ້ຄອບຄອງ, ເພື່ອທີ່ຂ້າພະເຈົ້າຈະໄດ້ຄອບຄອງຮ່ວມກັນກັບທ່ານດ້ວຍ9ເພາະຂ້າພະເຈົ້າຄິດວ່າພຣະເຈົ້າໄດ້ຊົງແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປະກົດຕົວຕາມລຳດັບສຸດທ້າຍ ແລະຢ່າງຜູ້ຖືກລົງໂທດປະຫານ. ຂ້າພະເຈົ້າໄດ້ກາຍມາເປັນພາບທີ່ປະກົດຕໍ່ໂລກ - ຕໍ່ບັນດາທູດສະຫວັນ, ແລະ ຕໍ່ມະນຸດທັງປວງ.10ຂ້າພະເຈົ້າເປັນຄົນໂງ່ເພື່ອເຫັນແກ່ພຣະຄຣິດ, ແຕ່ທ່ານທັງຫລາຍເປັນຄົນມີປັນຍາໃນພຣະຄຣິດ. ຂ້າພະເຈົ້າອ່ອນກຳລັງ, ແຕ່ທ່ານແຂງແຮງ. ທ່ານໄດ້ຮັບກຽດ, ແຕ່ຂ້າພະເຈົ້າບໍ່ໄດ້ຮັບກຽດ.11ຈົນຮອດເວລານີ້ຂ້າພະເຈົ້າຍັງອຶດເຂົ້າ ແລະ ຢາກນ້ຳ, ຂ້າພະເຈົ້າບໍ່ມີເຄື່ອງນຸ່ງຫົ່ມ, ຖືກທຸບຕີດ້ວຍຄວາມໂຫດຮ້າຍ ແລະ ຂ້າພະເຈົ້າບໍ່ມີບ່ອນຢູ່ອາໄສເປັນຫລັກແຫລ່ງ.12ພວກເຮົາເຮັດວຽກດ້ວຍມື. ຂອງພວກເຮົາເອງ, ເມື່ອຖືກສາບແຊ່ງ, ພວກເຮົາກໍ່ໃຫ້ພອນ. ເມື່ອຖືກຂົ່ມເຫັງ, ພວກເຮົາກໍ່ອົດທົນ.13ເມື່ອຖືກກ່າວຫາ, ພວກເຮົາກໍ່ເວົ້າດ້ວຍຄວາມສຸພາບ. ພວກເຮົາໄດ້ກາຍເປັນ, ຄືຂີ້ເຫຍື້ອຂອງໂລກ ແລະ ຄ້າຍຄືສີ່ງຂອງເສດເຫລືອທີ່ສຸດຂອງທຸກສິ່ງ ແລະ ຍັງເປັນຢູ່ຈົນເຖິງບັດນີ້.14ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫລົ່ານີ້ເພື່ອເຮັດໃຫ້ທ່ານອັບອາຍ, ແຕ່ເພື່ອເຕືອນສະຕິທ່ານໃນຖານະທີ່ທ່ານເປັນລູກທີ່ຮັກຂອງຂ້າພະເຈົ້າ.15ເພາະໃນພຣະຄຣິດ ເຖິງແມ່ນວ່າທ່ານມີຜູ້ປົກຄອງເປັນສິບພັນຄົນ, ແຕ່ທ່ານຈະມີບິດາຫລາຍຄົນກໍ່ບໍ່ໄດ້. ເພາະໃນພຣະເຢຊູຄຣິດເຈົ້າ ຂ້າພະເຈົ້າໄດ້ກາຍເປັນບິດາຂອງທ່ານຜ່ານທາງຂ່າວປະເສີດ.16ສະນັ້ນ ຂ້າພະເຈົ້າຂໍໃຫ້ທ່ານເຮັດຕາມແບບຢ່າງຂ້າພະເຈົ້າ.17ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງສົ່ງຕີໂມທຽວ, ລູກທີ່ຮັກ ແລະ ສັດຊື່ໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. ລາວຈະເຕືອນທ່ານກ່ຽວກັບການດຳເນີນຊີວິດຕ່າງໆຂອງຂ້າພະເຈົ້້າໃນພຣະຄຣິດ, ດັ່ງທີ່ຂ້າພະເຈົ້າສອນພວກເຂົາໃນທຸກບ່ອນ ແລະ ທຸກຄຣິສຕະຈັກ.18ບັດນີ້ ບາງຄົນໃນພວກທ່ານໄດ້ອວດຕົວຂຶ້ນ, ເຫມືອນກັບວ່າຂ້າພະເຈົ້າຈະບໍ່ມາຫາພວກທ່ານ.19ຖ້າເປັນພຣະປະສົງຂອງອົງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈະມາຫາທ່ານໃນໄວໆນີ້. ຕອນນັ້ນຂ້າພະເຈົ້າກໍ່ຈະໄດ້ຮູ້ ບໍ່ພຽງແຕ່ຄຳເວົ້າຂອງຄົນເຫລົ່ານີ້ທີ່ອວດຕົວຂຶ້ນເທົ່ານັ້ນ, ແຕ່ທີ່ຂ້າພະເຈົ້າຈະເຫັນອຳນາດຂອງພວກເຂົາຄືກັນ.20ເພາະວ່າຣາຊອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ປະກອບດ້ວຍຄຳເວົ້າ ແຕ່ດ້ວຍຣິດອຳນາດ.21ພວກທ່ານຕ້ອງການແບບໃດ? ຈະໃຫ້ຂ້າພະເຈົ້າມາຫາທ່ານດ້ວຍໄມ້ແສ້ ຫລື ດ້ວຍຄວາມຮັກ ແລະ ດ້ວຍໃຈທີ່ອ່ອນສຸພາບ?
1ພວກຂ້າພະເຈົ້າໄດ້ຍິນຂ່າວເລົ່າລືກັນວ່າ ມີການປະພຶດຜິດທາງເພດໃນບັນດາພວກທ່ານ, ເປັນການປະພຶດຜິດທີ່ບໍ່ປ່ອຍໃຫ້ເກີດຂື້ນແມ້ແຕ່ໃນບັນດາຄົນຕ່າງຊາດ. ມີລາຍງານວ່າ ມີຄົນຫນຶ່ງໃນພວກທ່ານຫລັບນອນກັບເມຍຂອງພໍ່ຂອງລາວ.2ແລະ ທ່ານຍັງອວດໂຕຂື້ນ! ແທນທີ່ທ່ານຄວນຈະໂສກເສົ້າບໍ່ແມ່ນບໍ? ຜູ້ທີ່ເຮັດສິ່ງນີ້ຈະຕ້ອງຖືກໄລ່ອອກຈາກພວກທ່ານ.3ເຖິງແມ່ນວ່າໂຕຂ້າພະເຈົ້າບໍ່ໄດ້ຢູ່ນຳ ແຕ່ຂ້າພະເຈົ້າຍັງຄົງຢູ່ທີ່ນັ້ນໃນຝ່າຍວິນຍານ, ຂ້າພະເຈົ້າຈຶ່ງຕັດສິນຜູ້ກະທຳຜິດນັ້ນ, ຄືກັບວ່າຂ້າພະເຈົ້າຢູ່ທີ່ນັ້ນນຳ.4ເມື່ອພວກທ່ານເຕົ້າໂຮມກັນໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ແລະ ວິນຍານຂອງຂ້າພະເຈົ້າກໍຢູ່ທີ່ນັ້ນເຊັ່ນກັນ. ຂ້າພະເຈົ້າໄດ້ລົງໂທດຄົນນີ້ໃນຣິດທານຸພາບຂອງອົງພຣະເຢຊູຄຣິດເຈົ້າ.5ຂ້າພະເຈົ້າເຮັດສິ່ງນີ້ເພື່ອມອບເຂົາໃຫ້ມານຊາຕານເພື່ອການທຳລາຍເນື້ອຫນັງ, ເພື່ອວິນຍານຂອງລາວຈະໄດ້ພົ້ນໃນວັນແຫ່ງອົງພຣະຜູ້ເປັນເຈົ້າ.6ຄວາມອວດອ້າງຂອງທ່ານນັ້ນບໍ່ດີເລີຍ. ທ່ານບໍ່ຮູ້ບໍວ່າເຊື້ອແປ້ງພຽງແຕ່ເລັກນ້ອຍກໍ່ເຮັດໃຫ້ເແປ້ງດິບທັງກອ້ນຟູຂື້ນໄດ້? 7ພວກທ່ານຕ້ອງຊຳຣະບາບກັມໂຕເອງຈາກເຊື້ອເກົ່າເພື່ອທ່ານຈະກາຍເປັນແປ້ງດິບໃຫມ່, ປ່ຽນເປັນເຂົ້າຈີ່ບໍ່ມີເຊື້ອ. ເນື່ອງຈາກວ່າພຣະຄຣິດ, ຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຖວາຍໃຫ້ເປັນເຄື່ອງບູຊາແລ້ວ.8ສະນັ້ນ ຈົ່ງມາສະຫລອງເທສະການ, ບໍ່ແມ່ນດ້ວຍເຊື້ອເກົ່າທີ່ເປັນເຊື້ອຂອງຄວາມປະພຶດຊົ່ວ ແລະ ຄວາມຊົ່ວຮ້າຍ. ແຕ່ໃນທາງກົງກັນຂ້ວາມ, ໃຫ້ພວກເຮົາສະເຫລີມສະຫລອງດ້ວຍເຂົ້າຈີ່ບໍ່ມີເຊື້ອ ຄືດ້ວຍຄວາມສັດຊື່ແລະ ຄວາມຈິງ.9ຂ້າພະເຈົ້າໄດ້ຂຽນຫາທ່ານວ່າ ຢ່າຄົບຫາກັບຜູ້ຄົນທີ່ປະພຶດຜິດທາງເພດ.10ຂ້າພະເຈົ້າບໍ່ໄດ້ກ່າວເຖິງຄົນບາບຂອງໂລກນີ້, ຫລື ຄົນໂລບມາກ, ຫລື ຄົນໂກງ, ຫລື ຄົນທີ່ຂາບໄຫ້ວບູຊາຮູບປັ້ນ, ເພາະການທີ່ຈະຢູ່ຫ່າງຈາກພວກເຂົານັ້ນ ທ່ານຄົງຕ້ອງອອກໄປຈາກໂລກ.11ແຕ່ບັດນີ້ ຂ້າພະເຈົ້າຂຽນຫາທ່ານບໍ່ໃຫ້ຄົບຫາກັບຜູ້ໃດກໍ່ຕາມທີ່ໄດ້ຊື່ວ່າເປັນພີ່ນ້ອງແຕ່ຍັງເປັນຄົນທີ່ໃຊ້ຊີວິດຢູ່ໃນການປະພຶດຜິດທາງເພດ, ຫລືຍັງເປັນຄົນໂລບ, ຫລືຍັງເປັນຄົນທີ່ຂາບໄຫ້ວຮູບເຄົາຣົບ, ຫຼືຍັງເປັນຄົນຫຍາບຊ້າ, ຫຼືຍັງເປັນຄົນຂີ້ເຫລົ້າເມົາຢາຢູ່, ຫຼືຍັງເປັນຄົນຂີ້ຕົວະ. ຢ່າກິນອາຫານຮ່ວມກັບບຸກຄົນແບບນີ້.12ເພາະຂ້າພະເຈົ້າຈະມີສ່ວນຮ່ວມກັບການຕັດສິນລົງໂທດຄົນເຫລົ່ານັ້ນທີ່ຢູ່ພາຍນອກຄຣິສຕະຈັກໄດ້ແນວໃດ? ແຕ່ກົງກັນຂ້າມ, ທ່ານຕ້ອງຕັດສິນລົງໂທດຄົນເຫລົ່ານັ້ນຢູ່ພາຍໃນຄຣິສຕະຈັກບໍ່ແມ່ນບໍ?13ແຕ່ພຣະເຈົ້າຈະເປັນຜູ້ທີ່ພິພາກສາຄົນເຫລົ່ານັ້ນທີ່ຢູ່ພາຍນອກເອງ. "ຈົ່ງຂັບໄລ່ຄົນຊົ່ວອອກຈາກທ່າມກາງພວກທ່ານ."
1ເມື່ອຜູ້ໃດໃນພວກທ່ານ ຂັດແຍ້ງກັນກັບອີກຄົນ, ສົມຄວນບໍທີ່ລາວຈະໄປເວົ້າຄວາມກັນທີ່ສານຕໍ່ຫນ້າຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອຖືແທນທີ່ຈະໄປຢູ່ຕໍ່ຫນ້າຜູ້ທີ່ເຊື່ອທັງຫລາຍ?2ທ່ານບໍ່ຮູ້ບໍວ່າຜູ້ທີ່ເຊື່ອນັ້ນຈະພິພາກສາໂລກ? ແລະ ຖ້າທ່ານຈະພິພາກສາໂລກ, ທ່ານບໍ່ສາມາດຈັດການກັບສິ່ງຕ່າງໆທີ່ເປັນເລື່ອງເລັກນ້ອຍເຫລົ່ານີ້ໄດ້ເລີຍບໍ?3ທ່ານບໍ່ຮູ້ບໍວ່າພວກເຮົາຈະພິພາກສາເຫລົ່າທູດສະຫວັນ? ແລ້ວຍິ່ງໄປກວ່ານັ້ນ ເຮົາຕັດສິນເລື່ອງຂອງຊີວິດນີ້ບໍ່ໄດ້ເລີຍບໍ?4ດັ່ງນັ້ນ ຖ້າທ່ານຕ້ອງທຳການຕັດສິນຄະດີຕ່າງໆ ທີ່ກ່ຽວກັບຊີວິດປະຈຳວັນ, ເປັນຫຍັງທ່ານຈຶ່ງວາງຄະດີຄວາມຕ່າງໆນີ້ໄວ້ກັບຜູ້ທີ່ບໍ່ໄດ້ຢູ່ໃນຄຣິສຕະຈັກ?5ຂ້າພະເຈົ້າໄດ້ເວົ້າເລື່ອງນີ້ເພື່ອໃຫ້ທ່ານອັບອາຍ. ບໍ່ມີໃຜໃນທ່າມກາງພວກທ່ານມີປັນຍາພໍທີ່ຈະຈັດການກັບຄວາມຂັດແຍ້ງລະຫວ່າງພີ່ນ້ອງທັງຫລາຍບໍ?6ແຕ່ກາຍເປັນວ່າຜູ້ທີ່ເຊື່ອຄົນຫນື່ງ, ໄປຟ້ອງຮ້ອງຜູ້ທີ່ເຊື່ອອີກຄົນກັບສານ, ແລະ ຄະດີຄວາມນັ້ນກໍ່ຖືກຍື່ນຕໍ່ຜູ້ພິພາກສາຜູ້ທີ່ບໍ່ແມ່ນຜູ້ທີ່ເຊື່ອ!7ຄວາມຈິງຄືເມື່ອມີການຂັດແຍ້ງກັນຕ່າງໆທັງຫມົດ ໃນລະຫວ່າງຄຣິສຕຽນ ນັ້ນແມ່ນຄວາມລົ້ມເຫລວສຳລັບທ່ານ. ເປັນຫຍັງທ່ານບໍ່ຍອມທົນທຸກຍ້ອນຄວາມຮູ້ສຶກຜິດ? ເປັນຫຍັງທ່ານຈຶ່ງບໍ່ຍອມຖືກໂກງ?8ແຕ່ທ່ານພັດເຮັດຜິດ ແລະ ຫລອກລວງຄົນອື່ນ, ແລະ ຄົນເຫລົ່ານີ້ກໍ່ແມ່ນພວກພີ່ນ້ອງຂອງທ່ານເອງ!9ທ່ານບໍ່ຮູ້ບໍວ່າຄົນຊົ່ວຈະບໍ່ໄດ້ຮັບມູນມໍຣະດົກໃນຣາຊອານາຈັກຂອງພຣະເຈົ້າ? ຢ່າຫລົງເຊື່ອຄຳຫລອກລວງ, ຄົນທີ່ປະພຶດຜິດທາງເພດ, ພວກຂາບໄຫ້ວຮູບເຄົາຣົບ, ພວກລ່ວງປະເວນີ, ພວກຜູ້ຊາຍຂາຍໂຕ, ຄົນເຫລົ່ານັ້ນທີ່ມີພຶດຕິກຳຮັກຮ່ວມເພດ,10ພວກຂີ້ລັກ, ພວກໂລບ, ພວກຂີ້ເຫລົ້າເມົາຢາ, ພວກເວົ້າຕົວະ, ພວກຄົນໂກງ - ບໍ່ມີຄົນໃດໃນພວກເຂົາຈະໄດ້ຮັບມໍຣະດົກໃນຣາຊອານາຈັກຂອງພຣະເຈົ້າ.11ແລະ ບາງຄົນໃນພວກທ່ານເຄີຍເປັນແບບນັ້ນ. ແຕ່ທ່ານທັງຫລາຍໄດ້ຮັບການຊຳຣະແລ້ວ, ແຕ່ທ່ານທັງຫລາຍໄດ້ຖືກມອບໄວ້ຕໍ່ພຣະເຈົ້າແລ້ວ ແຕ່ທ່ານທັງຫລາຍໄດ້ຖືກເຮັດໃຫ້ຊອບທັມຕໍ່ພຣະເຈົ້າແລ້ວ ໃນນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ໂດຍພຣະວິນຍານຂອງພຣະຜູ້ເປັນເຈົ້າຂອງພວກເຮົາ.12"ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ບໍ່ແມ່ນທຸກຢ່າງຈະມີປະໂຫຍດ. "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ຂ້າພະເຈົ້າຈະບໍ່ຍອມຢູ່ໃຕ້ອຳນາດໂດຍສີ່ງໃດໆເຫລົ່ານັ້ນ.13"ອາຫານນັ້ນມີໄວ້ສຳລັບກະເພາະ, ແລະ ກະເພາະກໍ່ມີໄວ້ສຳລັບອາຫານ," ແຕ່ພຣະເຈົ້າຈະເປັນຜູ້ທຳລາຍທັງສອງຢ່າງ. ຮ່າງກາຍບໍ່ໄດ້ໄວ້ເພື່ອການກະທຳທີ່ຜິດທາງເພດ. ແຕ່ໃນທາງກົງກັນຂ້ວາມ, ຮ່າງກາຍມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ, ແລະ ອົງພຣະຜູ້ເປັນເຈົ້າຈະຈັດຕຽມສຳລັບຮ່າງກາຍ.14ພຣະເຈົ້າຊົງບັນດານໃຫ້ອົງພຣະຜູ້ເປັນເຈົ້າຄືນຂຶ້ນມາຈາກຕາຍຢ່າງໃດ ແລະ ຈະຊົງເຮັດໃຫ້ພວກເຮົາເປັນຂື້ນມາໂດຍຣິດອຳນາດຂອງພຣະອົງດ້ວຍ.15ທ່ານຮູ້ບໍ່ວ່າຮ່າງກາຍຂອງພວກທ່ານເປັນອະວັຍະວະຂອງພຣະຄຣິດ? ສົມຄວນຫລືທີ່ຂ້າພະເຈົ້າຈະເອົາອະວັຍະວະຂອງພຣະຄຣິດໄປເຂົ້າສ່ວນກັບຄົນຂາຍໂຕ? ຢ່າປ່ອຍໃຫ້ເປັນແບບນັ້ນ!16ທ່ານບໍ່ຮູ້ບໍວ່າຄົນທີ່ເຂົ້າສ່ວນກັບຍິງໂສເພນີກາຍເປັນຮ່າງກາຍດຽວກັບນາງ? ດັ່ງທີ່ ພຣະຄັມພີກ່າວໄວ້ວ່າ, "ທັງສອງຈະກາຍເປັນຮ່າງກາຍດຽວກັນ."17ແຕ່ຜູ້ທີ່ເຂົ້າສ່ວນກັບອົງພຣະຜູ້ເປັນເຈົ້າກໍ່ກາຍເປັນວິນຍານດຽວກັນກັບພຣະອົງ.18ຈົ່ງແລ່ນຫນີຈາກການປະພຶດທີ່ຜິດທາງເພດ! ບາບອື່ນໆນອກຈາກນີ້ທັງຫມົດທີ່ມະນຸດເຮັດນັ້ນຢູ່ນອກຮ່າງກາຍ, ແຕ່ຜູ້ທີ່ປະພຶດຜິດທາງເພດນັ້ນໄດ້ເຮັດຜິດບາບຕໍ່ຮ່າງກາຍຕົນເອງ.19ທ່ານຮູ້ບໍ່ວ່າຮ່າງກາຍຂອງທ່ານເປັນພຣະວິຫານຂອງພຣະວິນຍານບໍຣິສຸດເຈົ້າ, ຜູ້ສະຖິດຢູ່ພາຍໃນທ່ານ, ເປັນຜູ້ທີ່ທ່ານໄດ້ຮັບມາຈາກພຣະເຈົ້າ? ທ່ານບໍ່ຮູ້ບໍວ່າທ່ານບໍ່ໄດ້ເປັນເຈົ້າຂອງໂຕທ່ານເອງ?20ເພາະພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່ານ. ດ້ວຍເຫດນີ້ ຈົ່ງຖວາຍພຣະກຽດແດ່ພຣະເຈົ້າດ້ວຍຮ່າງກາຍຂອງທ່ານເຖີດ.
1ກ່ຽວກັບປະເດັນທີ່ພວກທ່ານຂຽນມານັ້ນ: "ການທີ່ຜູ້ຊາຍບໍ່ແຕະຕ້ອງຜູ້ຍິງເລີຍເປັນເລື່ອງທີ່ດີແລ້ວ."2ແຕ່ເນື່ອງຈາກມີສີ່ງລໍ້ລວງໃຈຕ່າງໆ ທີ່ຈະນຳໄປສູ່ການປະພຶດທີ່ບໍ່ຖືກຕ້ອງທາງເພດ, ຜູ້ຊາຍແຕ່ລະຄົນຄວນມີເມຍເປັນຂອງຕົນເອງ, ແລະ ແມ່ຍິງແຕ່ລະຄົນຄວນມີຜົວເປັນຂອງຕົນເອງ.3ຜົວຄວນໃຫ້ສິດທິຄູ່ສົມຣົດຈະມີຄວາມສຳພັນກັນກັບເມຍ, ແລະ ເມຍກໍ່ຄວນໃຫ້ກັບຜົວເຊັ່ນດຽວກັນ.4ເມຍບໍ່ມີສິດເຫນືອຮ່າງກາຍຕົນເອງ, ແຕ່ສິດນັ້ນເປັນຂອງຜົວ. ໃນທາງດຽວກັນ, ຜົວກໍ່ບໍ່ມີສິດເຫນືອຮ່າງກາຍຂອງຕົນ, ແຕ່ວ່າສິດທິນັ້ນເປັນຂອງເມຍ.5ຢ່າປະຕິເສດການມີຄວາມສຳພັນຕໍ່ກັນລະຫວ່າງຜົວເມຍ, ນອກຈາກທີ່ໄດ້ຕົກລົງເຫັນດີກັນເປັນໄລຍະເວລາຫນື່ງຕາມທີ່ກຳນົດ. ຈົ່ງເຮັດສີ່ງນີ້ເພື່ອທີ່ທ່ານຈະໄດ້ອຸທິດຕົວໃນການອະທິຖານ. ຈາກນັ້ນກໍ່ຄວນກັບມາມີຄວາມສຳພັນຕໍ່ກັນອີກຄັ້ງ, ເພື່ອທີ່ມານຊາຕານຈະບໍ່ໄດ້ລໍ້ລວງທ່ານເພາະວ່າທ່ານຂາດການຄວບຄຸມ ຕົນເອງ.6ແຕ່ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ກັບທ່ານເພື່ອເປັນການອະນຸຍາດ ແລະ ບໍ່ແມ່ນການສັ່ງ.7ຂ້າພະເຈົ້າປາຖະຫນາໃຫ້ທຸກຄົນຈະເປັນຄືຂ້າພະເຈົ້າ. ແຕ່ວ່າແຕ່ລະຄົນກໍ່ມີຂອງປຣະທານຂອງຕົນເອງຈາກພຣະເຈົ້າ. ຄົນຫນື່ງມີຂອງປຣະທານປະເພດນີ້, ແລະ ອີກຄົນ ມີຂອງປະເພດນັ້ນ.8ຂ້າພະເຈົ້າສາມາດເວົ້າກັບຄົນທີ່ບໍ່ໄດ້ແຕ່ງງານ ແລະ ຄົນທີ່ເປັນຫມ້າຍວ່າ ເປັນການດີຖ້າພວກເຂົາຈະສືບຕໍ່ເປັນໂສດ, ຄືກັນກັບຂ້າພະເຈົ້າ.9ແຕ່ຖ້າພວກເຂົາບໍ່ສາມາດຄວບຄຸມຕົວເອງໄດ້, ພວກເຂົາກໍ່ຄວນຈະແຕ່ງງານ. ເພາະໃຫ້ພວກເຂົາແຕ່ງງານກໍ່ດີກ່ວາມີໃຈຮ້ອນຮົນດ້ວຍຕັນຫາຄວາມຢາກ.10ສ່ວນຄົນທີ່ແຕ່ງງານແລ້ວ ຂ້າພະເຈົ້າຂໍສັ່ງ-ບໍ່ແມ່ນຕົວຂ້າພະເຈົ້າເອງ, ແຕ່ມາຈາກອົງພຣະຜູ້ເປັນເຈົ້າວ່າ ເມຍບໍ່ຄວນຢູ່ຫ່າງຈາກຜົວ,11(ແຕ່ຖ້ານາງແຍກຈາກຜົວຂອງນາງແລ້ວ ນາງກໍ່ບໍ່ຄວນຈະແຕ່ງງານໃຫມ່ ຫລື ບໍ່ກໍ່ກັບໄປຄືນດີກັບຜົວ)-ແລະ ຜົວບໍ່ຄວນຈະປະຮ້າງເມຍ.12ຂ້າພະເຈົ້າຂໍກ່າວກັບພວກທີ່ເຫລືອ - ຂ້າພະເຈົ້າເວົ້າເອງ,- ບໍ່ແມ່ນອົງພຣະຜູ້ເປັນເຈົ້າກ່າວ -ຖ້າພີ່ນ້ອງຄົນໃດມີເມຍທີ່ບໍ່ໄດ້ເປັນຜູ້ເຊື່ອ, ແລະ ຖ້ານາງພໍໃຈທີ່ຈະຢູ່ກັບລາວ, ລາວກໍ່ບໍ່ຄວນຢ່າຮ້າງນາງ.13ຖ້າຜູ້ຍິງຄົນໃດມີຜົວທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອ, ແລະ ຖ້າລາວພໍໃຈທີ່ຈະຢູ່ກັບນາງ, ນາງກໍ່ບໍ່ຄວນຢ່າຮ້າງຈາກລາວ.14ດ້ວຍວ່າຜົວທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງເມຍ, ແລະ ເມຍທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງຜົວ ຖ້າບໍ່ດັ່ງນັ້ນລູກໆຂອງພວກທ່ານກໍ່ເປັນມົນທິນ. ແຕ່ໃນຄວາມເປັນຈິງຄືພວກເຂົາໄດ້ຮັບການຊຳຣະແລ້ວ15ແຕ່ຖ້າຄູ່ຄອງທີ່ບໍ່ເປັນຄຣິສຕຽນຈະຈາກໄປ, ກໍ່ໃຫ້ລາວໄປ. ໃນກໍຣະນີແບບນີ້, ພີ່ນ້ອງຊາຍ ຫລື ຍິງບໍ່ໄດ້ຖືກຜູກມັດໄວ້ກັບຄຳສາບານຂອງພວກເຂົາ. ພຣະເຈົ້າຊົງເອີ້ນພວກເຮົາໃຫ້ຢູ່ຢ່າງສະຫງົບສຸກ.16ທ່ານຜູ້ເປັນພັັນຣະຍາ, ທ່ານຈະຮູ້ໄດ້ແນວໃດ, ວ່າທ່ານຈະຊ່ວຍສາມີຂອງທ່ານໃຫ້ພົ້ນໄດ້? ຫລື ທ່ານຜູ້ເປັນສາມີ, ທ່ານຈະຮູ້ໄດ້ແນວໃດ, ວ່າທ່ານຈະຊ່ວຍພັນຣະຍາຂອງທ່ານໃຫ້ພົ້ນໄດ້?17ພຽງແຕ່ໃຫ້ແຕ່ລະຄົນດຳຣົງຊີວິດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກຳນົດໃຫ້ລາວ, ແລະ ຕາມທີ່ພຣະເຈົ້າໄດ້ຊົງເອີ້ນພວກເຂົາແຕ່ລະຄົນ. ນີ້ແມ່ນຄຳສັ່ງຂອງຂ້າພະເຈົ້າຕໍ່ຄຣິສຕະຈັກທັງ ຫມົດ.18ມີຜູ້ໃດທີ່ໄດ້ເຂົ້າພິທີຕັດແລ້ວ ເມື່ອລາວໄດ້ຮັບການຊົງເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນພະຍາຍາມເຮັດຕົວຄືກັບຄົນທີ່ຍັງບໍ່ເຂົ້າພິທີຕັດ ມີຜູ້ໃດທີ່ຍັງບໍ່ໄດ້ເຂົ້າພິທີຕັດເມື່ອລາວໄດ້ຮັບການຊົງເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນຕ້ອງເຂົ້າພິທີຕັດ.19ເພາະວ່າການເຂົ້າພິທີຕັດ ຫລື ການບໍ່ເຂົ້າພິທີຕັດນັ້ນບໍ່ສຳຄັນຫຍັງ. ແຕ່ການເຊື່ອຟັງພຣະບັນຍັດຕ່າງໆຂອງພຣະເຈົ້າແມ່ນສີ່ງທີ່ສຳຄັນ.20ແຕ່ລະຄົນຄວນຈະຢູ່ໃນສະຖານະທີ່ລາວເຄີຍຢູ່ ເມື່ອເວລາທີ່ພຣະເຈົ້າຊົງເອີ້ນລາວໃຫ້ມາເຊື່ອ.21ພຣະເຈົ້າຊົງເອີ້ນທ່ານເມື່ອເປັນຂ້າໃຊ້ຢູ່ບໍ? ຢ່າກັງວົນເລີຍ ແຕ່ຖ້າທ່ານສາມາດເປັນອິສຣະໄດ້, ຈົ່ງໃຊ້ສິດນັ້ນ.22ເພາະຜູ້ໃດທີ່ອົງພຣະຜູ້ເປັນເຈົ້າຊົງເອີ້ນເມື່ອເປັນຂ້າໃຊ້ ຜູ້ນັ້ນກໍ່ເປັນອິສຣະໃນຂອງອົງພຣະຜູ້ເປັນເຈົ້າ. ໃນລັກສະນະດຽວກັນ ຜູ້ທີ່ໄດ້ຮັບການຊົງເອີ້ນໃຫ້ມາເຊື່ອເມື່ອເປັນອິສຣະ ລາວເປັນຂ້າໃຊ້ຂອງພຣະຄຣິດ.23ພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່ານ, ສະນັ້ນຈົ່ງຢ່າເປັນຂ້າໃຊ້ຂອງມະນຸດ.24ພີ່ນ້ອງທັງຫລາຍ, ພວກເຮົາແຕ່ລະຄົນເຄີຍຢູ່ໃນຖານະໃດເມື່ອເຮົາຖືກເອີ້ນໃຫ້ມາເຊື່ອ, ກໍ່ໃຫ້ເຮົາຢູ່ໃນຖານະນັ້ນຕໍ່ໄປ.25ເລື່ອງຄົນເຫລົ່ານັ້ນທີ່ບໍ່ເຄີຍແຕ່ງງານ, ຂ້າພະເຈົ້າບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ. ແຕ່ຂ້າພະເຈົ້າຂໍສະແດງຄວາມເຫັນໃນຖານະທີ່ເປັນຜູ້ໄດ້ຮັບພຣະເມດຕາ, ຈາກອົງພຣະຜູ້ເປັນເຈົ້າ, ໃຫ້ເປັນຜູ້ທີ່ໄວ້ໃຈໄດ້.26ດັ່ງນັ້ນ, ຍ້ອນວ່າຄວາມລຳບາກທີ່ກຳລັງໃກ້ເຂົ້າມາ, ຂ້າພະເຈົ້າຄິດວ່າເປັນເລື່ອງທີ່ດີທີ່ທຸກຄົນຈະຢູ່ຢ່າງທີ່ເຂົາເປັນຢູ່.27ທ່ານຜູກພັນກັບພັນຣະຍາແລ້ວບໍ? ຢ່າຫາທາງທີ່ຈະເປັນອິສຣະຈາກນາງ. ທ່ານບໍ່ມີພັນຣະຍາບໍ? ຢ່າຊອກຫາພັນຣະຍາເລີຍ.28ແຕ່ຖ້າທ່ານແຕ່ງງານ, ທ່ານກໍ່ບໍ່ໄດ້ເຮັດບາບ. ແລະ ຖ້າຜູ້ຍິງທີ່ຍັງບໍ່ແຕ່ງງານໄດ້ແຕ່ງງານ, ນາງກໍ່ບໍ່ໄດ້ເຮັດບາບ. ແຕ່ຄົນເຫລົ່ານັ້້ນທີ່ແຕ່ງງານຈະມີຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດ, ແລະ ຂ້າພະເຈົ້າປາຖນາທີ່ຈະຮັກສາທ່ານໄວ້ຈາກສິ່ງເຫລົ່ານັ້ນ.29ພີ່ນ້ອງທັງຫລາຍ: ຂ້າພະເຈົ້າຫມາຍຄວາມວ່າ, ເວລາເຫລືອຫນ້ອຍແລ້ວ. ຈາກນີ້ໄປ, ໃຫ້ພວກທີ່ມີພັນຣະຍາມີຊີວິດຄືກັນກັບວ່າບໍ່ມີພັນຣະຍາ.30ພວກທີ່ໂສກເສົ້າຄວນປະພຶດຕົວຄືກັບວ່າພວກເຂົາບໍ່ໂສກເສົ້າ, ແລະ ພວກທີ່ປິຕິຍິນດີຄືກັບວ່າພວກເຂົາບໍ່ມີປິຕິຍິນດີ, ແລະ ພວກທີ່ຊື້ເຄື່ອງຄືກັບວ່າພວກເຂົາບໍ່ໄດ້ເປັນເຈົ້າຂອງຫຍັງເລີຍ;31ແລະ ຄົນເຫລົ່ານັ້ນທີ່ກ່ຽວຂ້ອງກັບສິ່ງຂອງທາງໂລກກໍ່ບໍ່ຄວນສະແດງອອກຄືກັບວ່າພວກເຂົາມີສ່ວນຮ່ວມຢ່າງເຕັມທີ່ກັບສິ່ງເຫລົ່ານັ້ນ. ເພາະຣະບົບຂອງໂລກນີ້ກຳລັງຈະສິ້ນສຸດ.32ຂ້າພະເຈົ້າຢາກໃຫ້ທ່ານເປັນອິສຣະຈາກຄວາມກັງວົນຕ່າງໆ. ຜູ້ຊາຍທີ່ບໍ່ໄດ້ແຕ່ງງານກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດໃຫ້ພຣະອົງພໍພຣະທັຍ.33ແຕ່ຜູ້ຊາຍທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ພັນຣະຍາພໍໃຈ -34ລາວຖືກແຍກອອກເປັນສອງສ່ວນ. ຝ່າຍຜູ້ຍິງທີ່ບໍ່ແຕ່ງງານ ຫລື ຍິງສາວບໍຣິສຸດກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດຈື່ງຈະໄດ້ເປັນຄົນບໍຣິສຸດໃນຝ່າຍຮ່າງກາຍ ແລະ ໃນຝ່າຍວິນຍານ. ແຕ່ຜູ້ຍິງທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ໃນວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ສາມີຂອງນາງພໍໃຈ.35ຂ້າພະເຈົ້າກ່າວເລື່ອງນີ້ເພື່ອປະໂຫຍດຂອງທ່ານເອງ, ແລະ ບໍ່ໄດ້ໃຊ້ຫຍັງມາບີບບັງຄັບທ່ານ. ຂ້າພະເຈົ້າກ່າວສິ່ງນີ້ເພື່ອໃຫ້ທ່ານເຮັດໃນສິ່ງທີ່ຖືກຕ້ອງ, ເພື່ອທີ່ທ່ານຈະອຸທິດຕົນຕໍ່ອົງພຣະຜູ້ເປັນເຈົ້າໂດຍບໍ່ມີສິ່ງໃດມາເຮັດໃຫ້ທ່ານຫວັ່ນໄຫວ.36ແຕ່ຖ້າຊາຍໃດຄິດວ່າລາວບໍ່ສາມາດປະຕິບັດຕໍ່ຄູ່ຫມັ້ນຂອງລາວດ້ວຍການໃຫ້ກຽດໄດ້ ແລະ ຖ້ານາງມີອາຍຸເກີນວັຍແຕ່ງງານແລ້ວ ແລະມັນເຖິງເວລາທີ່ຈະແຕ່ງງານ - ຊາຍຄົນນັ້ນກໍ່ຄວນເຮັດໃນສິ່ງທີ່ລາວຕ້ອງການ ລາວບໍ່ໄດ້ເຮັດບາບ. ພວກເຂົາຄວນແຕ່ງງານກັນ.37ແຕ່ຊາຍໃດທີ່ຕັ້ງໃຈຫມັ້ນຄົງ, ຖ້າລາວບໍ່ຮູ້ສຶກກົດດັນ ແຕ່ສາມາດຄວບຄຸມຄວາມຕ້ອງການຂອງຕົນເອງໄດ້, ແລະ ຖ້າລາວຕັດສິນໃຈວ່າຈະເຮັດສິ່ງນີ້, ທີ່ຈະຮັກສາຄູ່ຫມັ້ນຂອງລາວໃຫ້ບໍຣິສຸດ, ລາວກໍ່ເຮັດໄດ້ດີ.38ສະນັ້ນ ຄົນທີ່ແຕ່ງງານກັບຄູ່ຫມັ້ນຂອງເຂົາກໍ່ເຮັດໄດ້ດີແລ້ວ, ແລະ ຄົນທີ່ເລືອກທີ່ຈະບໍ່ແຕ່ງງານກໍ່ເຮັດໄດ້ດີກວ່າ.39ພັນຣະຍາຕ້ອງຜູກພັນກັບສາມີຂອງນາງຕາບໃດທີ່ລາວຍັງມີຊີວິດຢູ່. ແຕ່ຖ້າສາມີຂອງນາງຕາຍ, ນາງກໍ່ເປັນອິສຣະທີ່ຈະແຕ່ງງານກັບຜູ້ໃດກໍ່ຕາມຄົນທີ່ນາງປາຖນາທີ່ຈະແຕ່ງງານນຳ, ແຕ່ຕາມຄວາມເຫັນຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ.40ແຕ່ຕາມຄວາມຄິດເຫັນຂອງຂ້າພະເຈົ້ານັ້ນ ນາງຈະມີຄວາມສຸກກວ່າຖ້າວ່ານາງມີຊີວິດຄືກັບທີ່ເປັນຢູ່. ແລະ ຂ້າພະເຈົ້າຄິດວ່າຂ້າພະເຈົ້າມີພຣະວິນຍານຂອງພຣະເຈົ້າຄືກັນ.
1ສ່ວນເລື່ອງອາຫານທີ່ໃຊ້ບູຊາຮູບເຄົາຣົບນັ້ນ- ພວກເຮົາຮູ້ວ່າ "ພວກເຮົາທຸກຄົນຕ່າງກໍ່ມີຄວາມຮູ້" ຄວາມຮູ້ນັ້ນເຮັດໃຫ້ອວດຕົວ, ແຕ່ຄວາມຮັກກໍ່ສ້າງຂື້ນ.2ຖ້າຜູ້ໃດຄິດວ່າເຂົາຮູ້ສີ່ງໃດແລ້ວ, ຜູ້ນັ້ນກໍ່ຍັງບໍ່ຮູ້ຢ່າງທີ່ເຂົາຄວນຮູ້ເລີຍ.3ແຕ່ຖ້າຜູ້ໃດຮັກພຣະເຈົ້າ, ພຣະອົງກໍ່ຊົງຮູ້ຈັກຜູ້ນັ້ນ.4ສະນັ້ນ ເລື່ອງການກິນອາຫານທີ່ບູຊາຮູບເຄົາຣົບຕ່າງໆນັ້ນ-ພວກເຮົາຮູ້ແລ້ວວ່າ "ຮູບເຄົາຣົບໃນໂລກນີ້ນັ້ນ ບໍ່ໄດ້ມີຄວາມຫມາຍຫຍັງເລີຍ" ແລະ "ມີພຣະເຈົ້າພຽງອົງດຽວ ບໍ່ມີພຣະເຈົ້າອົງອື່ນ.”5ເຖິງແມ່ນວ່າສິ່ງທີ່ເຂົາ ເອີ້ນກັນວ່າເປັນພຣະນັ້ນ, ອາດຈະມີຢູ່ຈິງທັງໃນສະຫວັນ ແລະ ແຜ່ນດິນໂລກ, ມີພຣະ ແລະ ເຈົ້າ ຫລວງຫລາຍ.6ແຕ່ສຳລັບພວກເຮົານັ້ນ, "ມີພຣະເຈົ້າຄືພຣະບິດາເຈົ້າພຽງອົງດຽວ, ທຸກສິ່ງມາຈາກພຣະອົງ, ແລະ ເຮົາມີຊີວິດຢູ່ເພື່ອພຣະອົງ, ແລະ ເຮົາມີອົງພຣະເຢຊູຄຣິດເຈົ້າພຽງອົງດຽວ, ທຸກສິ່ງມີຢູ່ໂດຍທາງພຣະອົງ, ແລະ ເຮົາມີຊີວິດໂດຍທາງພຣະອົງ."7ຢ່າງໃດກໍ່ຕາມ, ບໍ່ແມ່ນທຸກຄົນມີຄວາມຮູ້ແບບນີ້. ເພາະບາງຄົນທີ່ເຄີຍບູຊາຮູບເຄົາຣົບມາກ່ອນ, ເມື່ອພວກເຂົາກິນອາຫານນີ້ກໍ່ ຖືວ່າເປັນຂອງບູຊາແກ່ຮູບເຄົາຣົບແທ້ໆ. ໃຈສຳນຶກຜິດແລະ ຊອບຂອງພວກເຂົາຍັງອ່ອນຢູ່ຈື່ງເປັນມົນທິນຍ້ອນອາຫານນັ້ນ.8ແຕ່ອາຫານບໍ່ແມ່ນສິ່ງທີ່ສະເຫນີຕົວຕໍ່ພຣະເຈົ້າ. ພວກເຮົາບໍ່ໄດ້ຊົ່ວຊ້າລົງຖ້າພວກເຮົາບໍ່ກິນ, ແລະ ກໍ່ບໍ່ໄດ້ດີຂື້ນຖ້າພວກເຮົາກິນ.9ແຕ່ຈົ່ງຣະມັດຣະວັງ ຢ່າປ່ອຍໃຫ້ເສຣີພາບຂອງທ່ານນັ້ນເປັນເຫດໃຫ້ຜູ້ທີ່ອ່ອນແອໃນຄວາມເຊື່ອຕ້ອງສະດຸດ.10ເພາະຖ້າວ່າມີໃຜເຫັນທ່ານຜູ້ມີຄວາມຮູ້, ນັ່ງກິນອາຫານໃນວິຫານຂອງຮູບເຄົາຣົບ. ໃຈສຳນຶກຜິດ ແລະ ຊອບທີ່ອ່ອນແອຂອງເຂົາກໍ່ຈະຊຸກຍູ້ຂື້ນຈົນກິນຂອງທີ່ບູຊາແກ່ຮູບເຄົາຣົບບໍ່ແມ່ນບໍ?11ສະນັ້ນ ຄວາມຮູ້ຂອງທ່ານໃນເລື່ອງທັມະຊາດແທ້ຂອງຮູບເຄົາຣົບ, ໄດ້ທຳລາຍ. ຄົນທີ່ອ່ອນແອກວ່າ, ເຊິ່ງເປັນພີ່ນ້ອງທີ່ພຣະຄຣິິດໄດ້ຊົງສີ້ນພຣະຊົນເພື່ອເຂົານັ້ນຕ້ອງຈິບຫາຍໄປ,12ສະນັ້ນ, ເມື່ອທ່ານໄດ້ເຮັດບາບຕໍ່ພວກພີ່ນ້ອງ ແລະ ທຳຮ້າຍຈິດສຳນຶກຮູ້ສຶກຜິດ ແລະ ຊອບທີ່ອ່ອນແອຂອງພວກເຂົາ, ທ່ານກໍ່ໄດ້ເຮັດບາບຕໍ່ພຣະຄຣິດ.13ສະນັ້ນ, ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າສະດຸດ, ຂ້າພະເຈົ້າກໍ່ຈະບໍ່ກິນຊີ້ນສັດອີກຕໍ່ໄປ, ເພື່ອທີ່ຂ້າພະເຈົ້າຈະບໍ່ເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າລົ້ມລົງ.
1ຂ້າພະເຈົ້າບໍ່ມີອິສຣະບໍ? ຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກບໍ? ຂ້າພະເຈົ້າບໍ່ໄດ້ເຫັນພຣະເຢຊູຄຣິດເຈົ້າພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ທ່ານທັງຫລາຍບໍ່ໄດ້ເປັນຄົນງານຂອງຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າບໍ?2ຖ້າຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກຕໍ່ຄົນອື່ນ, ຢ່າງຫນ້ອຍໆຂ້າພະເຈົ້າກໍ່ເປັນອັກຄະສາວົກຕໍ່ພວກທ່ານ. ເພາະພວກທ່ານຄືຫລັກຖານສະແດງວ່າການເປັນອັກຄະສາວົກໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ.3ນີ້ຄືຄຳໃຫ້ການຂອງຂ້າພະເຈົ້າຕໍ່ຄົນເຫລົ່ານີ້ທີ່ໄດ້ສອບຖາມຂ້າພະເຈົ້າ:4ພວກເຮົາບໍ່ມີສິດທີ່ຈະກິນ ແລະ ດື່ມບໍ?5ພວກເຮົາບໍ່ມີສິດທີ່ຈະພາພັນຣະຍາທີ່ເປັນຜູ້ທີ່ເຊື່ອໄປກັບເຮົາ, ຄືກັບພວກອັກຄະສາວົກຄົນອື່ນໆ, ຫລື ຢ່າງທີ່ພວກພີ່ນ້ອງໃນອົງພຣະຜູ້ເປັນເຈົ້າ, ແລະ ເປໂຕນັ້ນບໍ?6ມີສະເພາະບາຣະນາບາ ແລະ ຂ້າພະເຈົ້າເທົ່ານັ້ນທີ່ຈະຕ້ອງເຮັດວຽກບໍ?7ແມ່ນໃຜແດ່ທີ່ເປັນທະຫານແລ້ວອອກຄ່າໃຊ້ຈ່າຍເອງ? ມີໃຜແດ່ທີີ່ເຮັດສວນອະງຸ່ນແລ້ວບໍ່ໄດ້ກິນຫມາກຂອງມັນ? ຫລື ໃຜແດ່ລ້ຽງຝູງສັດແລ້ວບໍ່ໄດ້ດື່ມນ້ຳນົມຈາກຝູງສັດນັ້ນ?8ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ດ້ວຍອຳນາດມະນຸດບໍ? ກົດບັນຍັດບໍ່ໄດ້ກ່າວໄວ້ເຫມືອນກັນບໍໍ?9ເພາະມີຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ, "ຢ່າເອົາກະສອບປິດປາກງົວເມື່ອມັນກຳລັງນວດເຂົ້າ." ພຣະເຈົ້າຊົງຫ່ວງງົວແທ້ໆບໍ?10ພຣະອົງບໍ່ໄດ້ຊົງກຳລັງກ່າວເຖິງພວກເຮົາບໍ? ສີ່ງນີ້ໄດ້ຂຽນໄວ້ເພື່ອພວກເຮົາ, ເພາະຄົນທີ່ໄຖນາກໍຄວນໄຖດ້ວຍຄວາມຫວັງ, ຜູ້ທີ່ນວດເຂົ້າກໍຄວນນວດດ້ວຍຄວາມຄາດຫວັງວ່າຈະໄດ້ສ່ວນແບ່ງເມື່ອເກັບກ່ຽວ.11ຖ້າພວກເຮົາຫວ່ານສິ່ງຕ່າງໆຝ່າຍວິນຍານທ່າມກາງທ່ານແລ້ວ, ຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຕ່າງໆຝ່າຍວັດຖຸຈາກທ່ານ?12ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດນີ້ຈາກທ່ານ, ພວກເຮົາກໍຄວນທີ່ຈະໄດ້ຮັບຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ອ້າງສິດນີ້ເລີຍ, ໃນທາງກົງກັນຂ້າມ, ພວກເຮົາອົດທົນທຸກຢ່າງເພື່ອຈະບໍ່ມີສີ່ງກີດຂວາງຂ່າວປະເສີດຂອງພຣະຄຣິດ.13ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ໃນພຣະວິຫານ, ກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ? ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ແທ່ນບູຊາ ກໍ່ໄດ້ຮັບສ່ວນແບ່ງຈາກເຄື່ອງຖວາຍທີ່ແທ່ນບູຊານັ້ນ?14ໃນທຳນອງດຽວກັນ, ອົງພຣະຜູ້ເປັນເຈົ້າຊົງສັ່ງວ່າຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດ ຄວນຈະໄດ້ຮັບການລ້ຽງດູຈາກຂ່າວປະເສີດນັ້ນ.15ແຕ່ຂ້າພະເຈົ້າບໍ່ໄດ້ອ້າງສິດໃດໆເຫລົ່ານີ້ເລີຍ. ແລະ ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫລົ່ານີ້ເພື່ອຈະໃຫ້ຜູ້ໃດເຮັດສິ່ງໃດໃຫ້ກັບຂ້າພະເຈົ້າ. ຂ້າພະເຈົ້າຍອມຕາຍເສັຍຍັງດີກ່ວາທີ່ຈະໃຫ້ຜູ້ໃດຖອດຖອນຂ້າພະເຈົ້າຈາກການອວດອ້າງນີ້.16ເຖິງແມ່ນວ່າຂ້າພະເຈົ້າປະກາດຂ່າວປະເສີດ, ຂ້າພະເຈົ້າບໍ່ມີເຫດທີ່ຈະອວດອ້າງໄດ້, ເພາະນີ້ຄືສິ່ງທີ່ຂ້າພະເຈົ້າຕ້ອງເຮັດ. ແລະ ວິບັດແກ່ຂ້າພະເຈົ້າຖ້າຂ້າພະເຈົ້າບໍ່ໄດ້ປະກາດຂ່າວປະເສີດ!17ເພາະຖ້າຂ້າພະເຈົ້າເຮັດສິ່ງນີ້ຢ່າງເຕັມໃຈ, ຂ້າພະເຈົ້າກໍ່ຍັງມີລາງວັນ. ແຕ່ຖ້າບໍ່ເຕັມໃຈ, ຂ້າພະເຈົ້າກໍ່ຍັງມີຄວາມຮັບຜິດຊອບທີ່ໄດ້ຮັບມອບໄວ້ກັບຂ້າພະເຈົ້າ.18ສະນັ້ນລາງວັນຂອງຂ້າພະເຈົ້າແມ່ນຫຍັງ? ນັ້ນຄືເມື່ອຂ້າພະເຈົ້າປະກາດ, ຂ້າພະເຈົ້າໃຫ້ຂ່າວປະເສີດໂດຍບໍ່ຄິດລາຄາ ແລະ ບໍ່ໄດ້ໃຊ້ສິດໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ19ເພາະເຖິງແມ່ນຂ້າພະເຈົ້າໄດ້ເປັນອິສຣະຈາກທຸກຄົນ, ຂ້າພະເຈົ້າກໍ່ຍອມເປັນຜູ້ຮັບໃຊ້ຂອງທຸກຄົນ, ເພື່ອຂ້າພະເຈົ້າຈະໄດ້ນຳຄົນຫວງຫລາຍມາເປັນສິດ.20ຕໍ່ພວກຊາວຢິວຂ້າພະເຈົ້າກໍ່ໄດ້ກາຍເປັນຄົນຢິວ, ເພື່ອຈະໄດ້ໃຈພວກຊາວຢິວ. ຕໍ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະໄດ້ໃຈຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ ຂ້າພະເຈົ້າເຮັດສິ່ງນີ້ເຖິງແມ່ນວ່າຕົວຂ້າພະເຈົ້າເອງບໍ່ໄດ້ຢູ່ໃຕ້ກົດບັນຍັດ.21ຕໍ່ຄົນເຫລົ່ານັ້ນທີ່ຢູ່ນອກກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ນອກກົດບັັນຍັດ, ເຖິງແມ່ນວ່າຂ້າພະເຈົ້າເອງບໍ່ໄດ້ຢູ່ນອກກົດບັນຍັດຂອງພຣະເຈົ້າ, ແຕ່ຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ. ຂ້າພະເຈົ້າເຮັດສິ່ງນີ້ເພື່ອຈະໄດ້ໃຈຄົນເຫລົ່ານີ້ທີ່ຢູ່ນອກກົດບັນຍັດ.22ຕໍ່ຄົນອ່ອນແອ ຂ້າພະເຈົ້າກໍ່ເຮັດຄືກັບຄົນອ່ອນແອ, ເພື່ອຈະໄດ້ໃຈຄົນອ່ອນແອນັ້ນ. ຂ້າພະເຈົ້າຍອມເປັນຄົນທຸກຊະນິດຕໍ່ຄົນທັງປວງ, ເພື່ອຂ້າພະເຈົ້າຈະຊ່ວຍເຂົາໃຫ້ພົ້ນໄດ້ໂດຍທຸກວິທີທາງ.23ຂ້າພະເຈົ້າເຮັດທັງຫມົດກໍ່ເພາະເຫັນແກ່ຂ່າວປະເສີດ, ເພື່ອຂ້າພະເຈົ້າຈະໄດ້ມີສ່ວນໃນພຣະພອນແຫ່ງຂ່າວປະເສີດນັ້ນ.24ທ່ານບໍ່ຮູ້ບໍວ່າພວກທີ່ແລ່ນແຂ່ງນັ້ນ ຕ້ອງແລ່ນນຳກັນທຸກຄົນ, ແຕ່ມີພຽງຄົນດຽວທີ່ໄດ້ຮັບລາງວັນ? ສະນັ້ນ ຈົ່ງແລ່ນເພື່ອຊີງລາງວັນມາໃຫ້ໄດ້.25ນັກກິລາຍັງຕ້ອງຄວບຄຸມໂຕເອງໃນການຝຶກຊ້ອມ. ຕ່າງກໍຢູ່ໃນລະບຽບວິນັຍຢ່າງເຄັ່ງຄັດ ພວກເຂົາເຮັດເພື່ອຈະໄດ້ມົງກຸດທີ່ຫ່ຽວແຫ້ງໄດ້, ແຕ່ເຮົາແລ່ນເພື່ອຈະໄດ້ມົງກຸດຊື່ງບໍ່ມີວັນຫຽ່ວແຫ້ງ.26ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າກໍ່ບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ ແລະບໍ່ໄດ້ຕໍ່ສູ້ແບບນັກມວຍທີ່ຊົກລົມ.27ແຕ່ຂ້າພະເຈົ້າກຳຈັດເນື້ອຫນັງຂອງຂ້າພະເຈົ້າ ແລະ ໃຫ້ຢູ່ໃຕ້ການຄວບຄຸມ, ເພື່ອວ່າຫລັງຈາກທີ່ຂ້າພະເຈົ້າໄດ້ປະກາດໃຫ້ຄົນອື່ນແລ້ວ, ຂ້າພະເຈົ້າຈະບໍ່ເປັນຄົນທີ່ໃຊ້ການບໍ່ໄດ້ເອງ.
1ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ, ບັນພະບຸຣຸດຂອງພວກເຮົາທຸກຄົນເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະ ໄດ້ຍ່າງຜ່ານທະເລແດງໄປທຸກຄົນ.2ທຸກຄົນໄດ້ຮັບບັບຕິສະມາໃນເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ,3ແລະ ທຸກຄົນໄດ້ກິນອາຫານຝ່າຍວິນຍານຢ່າງດຽວກັນ.4ທຸກຄົນໄດ້ດື່ມນ້ຳຝ່າຍວິນຍານຢ່າງດຽວກັນ. ເພາະທຸກຄົນໄດ້ດື່ມຈາກສີລາຝ່າຍວິນຍານທີ່ຕິດຕາມພວກເຂົາ, ສີລານັ້ນຄືພຣະເຢຊູຄຣິດເຈົ້າ.5ແຕ່ພຣະເຈົ້າບໍ່ໄດ້ຊົງພໍພຣະທັຍຄົນສ່ວນຫຼາຍໃນພວກເຂົາ, ແລະ ສົບຂອງພວກເຂົາກໍ່ຖືກກະແຈກກະຈາຍຢູ່ໃນຖິ່ນແຫ້ງແລ້ງກັນດານ.6ດຽວນີ້ສິ່ງຕ່າງໆ ເຫລົ່ານີ້ກໍ່ເປັນບົດຮຽນໃຫ້ກັບເຮົາ, ຢ່າໃຫ້ເຮົາປາຖນາທີ່ຈະເຮັດສິ່ງທີ່ຊົ່ວຮ້າຍຕ່າງໆ ຄືກັບທີ່ພວກເຂົາເຄີຍເຮັດ7ຢ່າເປັນຄົນກາບໄຫ້ວຮູບເຄົາຣົບ, ດັ່ງທີ່ບາງຄົນໃນພວກເຂົາເຄີຍເປັນ. ຕາມທີ່ມີຄຳຂຽນໄວ້ວ່າ, "ປະຊາຊົນກໍ່ນັ່ງລົງ ກິນ ແລະ ດື່ມ, ແລ້ວກໍລຸກຂຶ້ນເຕັ້ນລຳກັນ."8ຢ່າໃຫ້ເຮົາປະພຶດຜິດທາງເພດຄືກັບທີ່ຫລາຍຄົນໃນພວກເຂົາໄດ້ເຄີຍເຮັດ. ເພາະໃນວັນດຽວ ຄົນຈຳນວນສອງຫມື່ນສາມພັນຄົນຕ້ອງຕາຍຍ້ອນເຫດນີ້.9ເຊັ່ນດຽວກັນ ຢ່າທົດລອງອົງພຣະຜູ້ເປັນເຈົ້າ, ຢ່າງທີ່ຫລາຍຄົນໃນພວກເຂົາເຮັດ ແລ້ວກໍຕ້ອງຕາຍດ້ວຍງູພິດຕອດ.10ເຊັ່ນດຽວກັນ ຢ່າຈົ່ມເຫມືອນທີ່ຫລາຍຄົນໃນພວກເຂົາເຮັດ, ແລ້ວກໍ່ຖືກທຳລາຍດ້ວຍເພັຊະຄາດ.11ສິ່ງຕ່າງໆເຫລົ່ານີ້ໄດ້ເກີດຂື້ນກັບພວກເຂົາເພື່ອເປັນຕົວຢ່າງແກ່ຜູ້ອື່ນ ໄດ້ຮັບການບັນທຶກໄວ້ເພື່ອເເນວທາງແກ່ເຮົາ ສຳລັບພວກເຮົາຜູ້ຊຶ່ງມາເຖິງວາຣະສຸດທ້າຍຂອງຍຸກນີ້.12ເຫດສະນັ້ນທຸກຄົນທີ່ຄິດວ່າຕົນເອງຫມັ້ນຄົງດີແລ້ວ ຈົ່ງຣະວັງໃຫ້ດີເພື່ອທີ່ເຂົາຈະບໍ່ລົ້ມລົງ13ບໍ່ມີການທົດລອງໃດໆ ເກີດຂື້ນກັບທ່ານ ນອກເຫນືອຈາກການທົດລອງທີ່ເຄີຍເກີດກັບມະນຸດທຸກຄົນ ພຣະເຈົ້າຊົງສັດຊື່ ພຣະອົງຈະບໍ່ຍອມໃຫ້ທ່ານຖືກທົດລອງເກີນກວ່າທີ່ທ່ານຈະທົນໄດ້. ພ້ອມກັບການທົດລອງນັ້ນ ພຣະອົງຈະຊົງໂຜດໃຫ້ມີທາງຫນີລອດດ້ວຍ ເພື່ອໃຫ້ທ່ານສາມາດອົດທົນໄດ້14ພວກທີ່ຮັກຂອງຂ້າພະເຈົ້າ, ຈົ່ງຫລີກຫນີການຂາບໄຫວ້ຮູບເຄົາຣົບ.15ຂ້າພະເຈົ້າເວົ້າກັບທ່ານຄືກັບເວົ້າກັບຄົນທີ່ມີປັນຍາ, ເພື່ອທ່ານຈະພິຈາຣະນາວ່າຂ້າພະເຈົ້າຫມາຍເຖິງອັນໃດ.16ຖ້ວຍແຫ່ງພຣະພອນທີ່ພວກເຮົາໄດ້ຂໍພຣະພອນນັ້ນ, ເຮັດໃຫ້ເຮົາໄດ້ເຂົ້າສ່ວນໃນພຣະໂລຫິດຂອງພຣະຄຣິດບໍ່ແມ່ນບໍ? ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດໃຫ້ພວກເຮົາໄດ້ເຂົ້າສ່ວນໃນພຣະກາຍຂອງພຣະຄຣິດບໍ່ແມ່ນບໍ?17ເນື່ອງຈາກມີເຂົ້າຈີ່ກ້ອນດຽວ, ພວກເຮົາຊຶ່ງເປັນຫລາຍບຸກຄົນ ຄືເປັນກາຍດຽວ. ເຮົາທຸກຄົນຕ່າງໄດ້ຮັບຈາກເຂົ້າຈີ່ກ້ອນດຽວກັນນັ້ນ.18ຈົ່ງເບິ່ງຊາວອິສະຣາເອນ: ພວກເຂົາເຫລົ່ານັ້ນທີ່ກິນເຄື່ອງຖວາຍບູຊາ ກໍ່ມີສ່ວນຮ່ວມທີ່ແທ່ນບູຊາບໍ່ແມ່ນບໍ?19ດັ່ງນັ້ນ ຂ້າພະເຈົ້າຈະເວົ້າແນວໃດ? ຮູບເຄົາຣົບນັ້ນສຳຄັນຫຍັງ? ຫລື ອາຫານທີ່ຖວາຍບູຊາແກ່ຮູບເຄົາຣົບນັ້ນສຳຄັນຫຍັງ?20ແຕ່ຂ້າພະເຈົ້າ ໄດ້ເວົ້າເຖິງການທີ່ຄົນຕ່າງຊາດຖວາຍບູຊານັ້ນ, ພວກເຂົາຖວາຍສິ່ງຕ່າງໆເຫລົ່ານີ້ໃຫ້ກັບຜີມານຮ້າຍ ບໍ່ໄດ້ຖວາຍແກ່ພຣະເຈົ້າ. ຂ້າພະເຈົ້າບໍ່ຕ້ອງການໃຫ້ທ່ານເປັນຜູ້ມີສ່ວນຮ່ວມກັບຜີມານຮ້າຍເຫລົ່ານັ້ນ!21ທ່ານບໍ່ສາມາດທີ່ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ດື່ມຈາກຈອກຂອງຜີມານຊາຕານໄດ້. ທ່ານບໍ່ສາມາດກິນຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າແລະ ຮ່ວມໂຕະຂອງຜີມານຮ້າຍໄດ້ເຊັ່ນກັນ.22ຫລື ພວກເຮົາຈະຍຸຍົງອົງພຣະຜູ້ເປັນເຈົ້າໃຫ້ຫຶງຫວງບໍ? ພວກເຮົາມີກຳລັງຫລາຍກວ່າພຣະອົງບໍ?23"ຂ້າພະເຈົ້າເຮັດສິ່ງສາຣະພັດໄດ້," ແຕ່ບໍ່ແມ່ນທຸກສິ່ງມີປະໂຫຍດ. "ຂ້າພະເຈົ້າເຮັດສິ່ງສາຣະພັດໄດ້" ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໃຫ້ຈະເຣີນຂື້ນ.24ບໍ່ຄວນໃຫ້ຜູ້ໃດສະແຫວງຫາຄວາມດີຂອງຕົນເອງ. ແຕ່ໃນທາງກົງກັນຂ້າມ, ແຕ່ລະຄົນຄວນສະແຫວງຫາຄວາມດີຂອງເພື່ອນບ້ານຂອງຕົນ.25ທ່ານອາດຈະກິນໄດ້ທຸກຢ່າງທີ່ຂາຍໃນຕະຫລາດ, ໂດຍບໍ່ຕ້ອງມີຄຳຖາມເລື່ອງໃຈສຳນຶກຜິດແລະຊອບ.26"ເພາະວ່າແຜ່ນດິນໂລກນີ້ເປັນຂອງອົງພຣະຜູ້ເປັນເຈົ້າ, ແລະ ທຸກຢ່າງທັງຫມົດທີ່ຢູ່ໃນນັ້ນດ້ວຍ.”27ຖ້າຜູ້ບໍ່ເຊື່ອເຊີນທ່ານໄປກິນອາຫານ, ແລະ ທ່ານຢາກໄປ, ແລ້ວກິນສິ່ງໃດກໍ່ຕາມທີ່ເຂົາກຽມໄວ້ໃຫ້ທ່ານ ໂດຍບໍ່ຕ້ອງຖາມຄຳຖາມເລື່ອງໃຈສຳນຶກຜິດແລະຊອບ.28ແຕ່ຖ້າມີໃຜມາບອກທ່ານວ່າ, "ອາຫານນີ້ເຂົາໄດ້ຖວາຍແກ່ຮູບເຄົາຣົບແລ້ວ," ກໍຢ່າສູ່ກິນອາຫານນັ້ນ. ເພື່ອເຫັນແກ່ຄົນທີ່ບອກກັບທ່ານ, ແລະ ເຫັນແກ່ໃຈສຳນຶກຜິດ ແລະຊອບ.29ຂ້າພະເຈົ້າບໍ່ໄດ້ຫມາຍເຖິງໃຈສຳນຶກຜິດແລະຊອບຂອງທ່ານເອງ, ແຕ່ເປັນໃຈສຳນຶກຜິດແລະຊອບຂອງຄົນອື່ນໆ. ເພາະເປັນຫຍັງເສຣີພາບຂອງຂ້າພະເຈົ້າຄວນຖືກຕັດສິນໂດຍໃຈສຳນຶກຜິດແລະຊອບຂອງຄົນອື່ນ?30ຖ້າຂ້າພະເຈົ້າຮ່ວມກິນອາຫານດ້ວຍໃຈຂອບພຣະຄຸນ, ເປັນຫຍັງຂ້າພະເຈົ້າຕ້ອງຖືກຕິຕຽນດ້ວຍ ສິ່ງຊຶ່ງຂ້າພະເຈົ້າໄດ້ຂອບພຣະຄຸນນັ້ນແລ້ວ?31ດັ່ງນັ້ນແຫລະ, ບໍ່ວ່າທ່ານຈະກິນ ຫລື ດື່ມ, ຫລື ເຮັດສິ່ງໃດກໍ່ຕາມ, ຈົ່ງເຮັດທຸກສິ່ງເພື່ອຖວາຍພຣະກຽດຂອງພຣະເຈົ້າ.32ຢ່າເຮັດໃຫ້ຊາວຢິວ ຫລື ຊາວກະຣີກ, ຫລື ຄຣິສຕະຈັກຂອງພຣະເຈົ້າສະດຸດໄປ.33ຂ້າພະເຈົ້າພະຍາຍາມເຮັດໃຫ້ທຸກຄົນພໍໃຈໃນທຸກສິ່ງ. ຂ້າພະເຈົ້າບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງຕົວເອງ, ແຕ່ເພື່ອປະໂຫຍດຂອງຄົນມາກມາຍ. ຂ້າພະເຈົ້າເຮັດສິ່ງນີ້ເພື່ອພວກເຂົາຈະໄດ້ພົ້ນ.
1ຈົ່ງຮຽນແບບຢ່າງຂ້າພະເຈົ້າ, ດັ່ງທີ່ຂ້າພະເຈົ້າຮຽນແບບພຣະຄຣິດ.2ບັດນີ້ ຂ້າພະເຈົ້າຂໍຊົມເຊີຍທ່ານທັງຫລາຍ ເພາະທ່ານລະນຶກເຖິງຂ້າພະເຈົ້າໃນທຸກເລື່ອງ. ຂ້າພະເຈົ້າໄດ້ຊົມເຊີຍທ່ານເພາະທ່ານໄດ້ປະຕິບັດຕາມຮີດຄອງປະເພນີຕ່າງໆ ທີ່ຂ້າພະເຈົ້າໄດ້ໃຫ້ພວກທ່ານໄວ້.3ແຕ່ຂ້າພະເຈົ້າຕ້ອງການໃຫ້ພວກທ່ານເຂົ້າໃຈວ່າພຣະຄຣິດຊົງເປັນປະມຸກຂອງຜູ້ຊາຍທຸກຄົນ, ຢ່າງທີ່ຜົວເປັນປະມຸກຂອງເມັຍ, ແລະ ທີ່ພຣະເຈົ້າເປັນປະມຸກຂອງພຣະຄຣິດ.4ດັ່ງນັ້ນຊາຍຄົນໃດທີ່ອະທິຖານ ຫລື ປະກາດພຣະທັມໂດຍການປົກຄຸມຫົວນັ້ນ ເຮັດຄວາມອັບອາຍຕໍ່ພຣະປະມຸກຂອງຕົນ.5ແຕ່ຜູ້ຍິງທີ່ອະທິຖານ ຫລື ປະກາດພຣະທັມໂດຍບໍ່ໄດ້ປົກຄຸມຫົວຂອງນາງ. ກໍ່ເຮັດຄວາມອັບອາຍຕໍ່ຫົວຂອງນາງ. ແບບດຽວກັນກັບທີ່ນາງແຖຫົວ.6ເພາະຖ້າຜູ້ຍິງບໍ່ປົກຄຸມຫົວ, ນາງກໍ່ຄວນຕັດຜົມສັ້ນ. ແຕ່ຖ້າການຕັດຜົມສັ້ນ ຫລື ແຖຜົມເປັນເລື່ອງຫນ້າອັບອາຍ, ກໍ່ໃຫ້ນາງປົກຄຸມຫົວຂອງນາງດີກວ່າ.7ສຳລັບຜູ້ຊາຍ ບໍ່ຄວນປົກຄຸມຫົວເພາະເຂົາເປັນແບບລັກສະນະ ແລະ ສະຫງ່າຣາສີຂອງພຣະເຈົ້າ. ແຕ່ຜູ້ຍິງເປັນສະຫງ່າຣາສີຂອງຜູ້ຊາຍ.8ເພາະວ່າບໍ່ໄດ້ຊົງສ້າງຜູ້ຊາຍຈາກຜູ້ຍິງ. ແຕ່ຊົງສ້າງ, ຜູ້ຍິງຈາກຜູ້ຊາຍ.9ແລະບໍ່ໄດ້ຊົງສ້າງຜູ້ຊາຍໄວ້ສຳລັບຜູ້ຍິງ. ແຕ່ຊົງສ້າງ, ຜູ້ຍິງໄວ້ສຳລັບຜູ້ຊາຍ.10ນີ້ຄືເຫດຜົນທີ່ວ່າເປັນຫຍັງຜູ້ຍິງຄວນມີສັນຍາລັກຂອງສິດອຳນາດເຫນືອຫົວຂອງນາງ ເພາະເຫັນແກ່ເຫລົ່າທູດສະຫວັນ11ຢ່າງໃດກໍ່ຕາມ, ໃນອົງພຣະຜູ້ເປັນເຈົ້າ, ຜູ້ຍິງຕ້ອງເພິ່ງຜູ້ຊາຍ, ແລະ ຜູ້ຊາຍກໍ່ຕ້ອງເພິ່ງຜູ້ຍິງ.12ເພາະວ່າຜູ້ຍິງແມ່ນມາຈາກຜູ້ຊາຍ, ແລະ ຜູ້ຊາຍແມ່ນມາຈາກຜູ້ຍິງ. ແລະ ທຸກສິ່ງທຸກຢ່າງແມ່ນມາຈາກພຣະເຈົ້າ.13ຈົ່ງພິຈາຣະນາເອົາເອງວ່າ: ສົມຄວນຫລືບໍ່ທີ່ຜູ້ຍິງຈະອະທິຖານຕໍ່ພຣະເຈົ້າ ໂດຍບໍ່ປົກຄຸມຫົວ?14ທັມະຊາດເອງກໍ່ສອນພວກທ່ານບໍ່ແມ່ນບໍ? ວ່າຖ້າຜູ້ຊາຍໄວ້ຜົມຍາວ, ກໍ່ເປັນເລື່ອງຫນ້າອັບອາຍສຳລັບເຂົາ?15ທັມມະຊາດບໍ່ໄດ້ສອນທ່ານບໍ? ວ່າຖ້າຜູ້ຍິງໄວ້ຜົມຍາວ, ນັ້ນຄືສະຫງ່າຣາສີຂອງນາງ? ເພາະຜົມຂອງນາງຄືສີ່ງທີ່ປົກຄຸມຫົວ.16ແຕ່ຖ້າຈະມີບາງຄົນໂຕ້ຖຽງກັນເລື່ອງນີ້, ພວກເຮົາ ແລະ ຄຣິສຕະຈັກຕ່າງໆຂອງພຣະເຈົ້າ, ບໍ່ມີວິທີການປະຕິບັດອື່ນ.17ແຕ່ໃນຄຳສັ່ງຕ່າງໆຕໍ່ໄປນີ້, ຂ້າພະເຈົ້າຊົມເຊີຍທ່ານບໍ່ໄດ້. ເພາະເມື່ອພວກທ່ານມາປະຊຸມນັ້ນ, ເຮັດໃຫ້ເກີດຜົນເສັຍຫລາຍກວ່າຜົນດີ.18ເປັນຕົ້ນ, ຂ້າພະເຈົ້າໄດ້ຍິນວ່າເມື່ອພວກທ່ານມາປະຊຸມກັນທີ່ຄຣິສຕະຈັກ, ມີການແບ່ງແຍກກັນໃນບັນດາພວກທ່ານ, ແລະ ຂ້າພະເຈົ້າເຊື່ອວ່າມີມູນຄວາມຈິງ.19ເພາະຕ້ອງມີການຂັດແຍ້ງກັນໃນບັນດາພວກທ່ານ, ເພື່ອຄົນເຫລົ່ານັ້ນທີ່ເປັນຝ່າຍຖືກຕ້ອງຈະໄດ້ປະກົດແຈ້ງຂື້ນໃນບັນດາພວກທ່ານ.20ເມື່ອພວກທ່ານໄດ້ມາປະຊຸມກັນນັ້ນ, ບໍ່ໄດ້ເປັນການກິນໃນງານລ້ຽງຂອງອົງພຣະຜູ້ເປັນເຈົ້າ.21ເພາະວ່າໃນການກິນອາຫານນັ້ນ, ແຕ່ລະຄົນຕ່າງກິນອາຫານຂອງຕົນກ່ອນ. ໃນຂະນະທີ່ຄົນຫນຶ່ງກຳລັງຫີວ, ແຕ່ອີກຄົນ ເມົາແລ້ວ.22ພວກທ່ານບໍ່ມີເຮືອນທີ່ຈະກິນ ແລະ ດື່ມບໍ? ຫລື ທ່ານກຳລັງດູຫມິ່ນຄຣິສຕະຈັກຂອງພຣະເຈົ້າ ແລະ ກຳລັງດູຫມິ່ນຄົນເຫລົ່ານັ້ນທີ່ຂັດສົນ? ຂ້າພະເຈົ້າຄວນກ່າວຫຍັງຕໍ່ພວກທ່ານອີກ? ສົມຄວນບໍ່ທີ່ຈະຊົມເຊີຍທ່ານ? ຂ້າພະເຈົ້າບໍ່ໄດ້ຊົມເຊີຍທ່ານໃນເລື່ອງນີ້!23ເພາະເລື່ອງທີ່ຂ້າພະເຈົ້າໄດ້ຮັບຈາກອົງພຣະຜູ້ເປັນເຈົ້ານັ້ນ ຂ້າພະເຈົ້າໄດ້ມອບໄວ້ກັບພວກທ່ານແລ້ວ, ຄືໃນຄືນທີ່ຢູດາທໍຣະຍົດພຣະເຢຊູຄຣິດເຈົ້ານັ້ນ, ພຣະອົງຊົງຈັບເອົາເຂົ້າຈີ່ມາ.24ເມື່ອໂມທະນາຂອບພຣະຄຸນແລ້ວ, ພຣະອົງຊົງຫັກເຂົ້າຈີ່ ແລະ ກ່າວວ່າ, "ນີ້ຄືຮ່າງກາຍຂອງເຮົາ, ເຊິ່ງມອບໃຫ້ແກ່ທ່ານທັງຫລາຍ. ຈົ່ງເຮັດສິ່ງນີ້ເພື່ອລະນຶກເຖິງເຮົາ."25ຫລັງຈາກຮັບປະທານເຂົ້າແລງແລ້ວ ພຣະອົງຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ, ແລະ ກ່າວວ່າ, “ຈອກນີ້ແມ່ນພັນທະສັນຍາໃຫມ່ ດ້ວຍເລືອດຂອງເຮົາ. ຈົ່ງເຮັດສີ່ງນີ້ທຸກຄັ້ງທີ່ທ່ານດື່ມ, ເພື່ອລະນຶກເຖິງເຮົາ.”26ເພາະວ່າເມື່ອໃດທີ່ທ່ານກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້, ທ່ານໄດ້ປະກາດການຕາຍຂອງອົງພຣະຜູ້ເປັນເຈົ້າຈົນກວ່າພຣະອົງຈະກັບມາ.27ສະນັ້ນ, ຖ້າຜູ້ໃດ, ກິນເຂົ້າຈີ່ ຫລື ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ຖືກຕ້ອງ, ກໍໄດ້ເຮັດຜິດຕໍ່ພຣະກາຍ ແລະ ເລືອດຂອງອົງພຣະຜູ້ເປັນເຈົ້າ.28ທຸກຄົນຈົ່ງສຳຫລວດຕົວເອງກ່ອນ, ແລ້ວຈື່ງກິນເຂົ້າຈີ່ ແລະ ດື່ມຈາກຈອກນີ້.29ເພາະວ່າຄົນທີ່ກິນ ແລະ ດື່ມໂດຍບໍ່ໄດ້ສັງເກດເຖິງພຣະກາຍ, ເຂົາກໍ່ກິນ ແລະ ດື່ມການພິພາກສາຕົວເຂົາເອງ.30ນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງຫລາຍຄົນໃນບັນດາພວກທ່ານອ່ອນແອ ແລະ ເຈັບປ່ວຍ, ແລະ ບາງຄົນກໍ່ລ່ວງຫລັບໄປ.31ແຕ່ຖ້າພວກເຮົາສັງເກດໂຕເອງກ່ອນ, ເຮົາກໍ່ຈະບໍ່ຖືກລົງໂທດ.32ແຕ່ເມື່ອອົງພຣະຜູ້ເປັນເຈົ້າຊົງລົງໂທດເຮົານັ້ນ, ພຣະອົງຊົງຕີສອນເຮົາ, ເພື່ອບໍ່ໃຫ້ຖືກລົງໂທດໄປພ້ອມກັບໂລກ.33ສະນັ້ນ, ພີ່ນ້ອງຂອງຂ້າພະເຈົ້າ, ເມື່ອພວກທ່ານມາປະຊຸມກັນເພື່ອຮັບປະທານອາຫານນັ້ນ, ຈົ່ງລໍຖ້າກັນ ແລະ ກັນ.34ຖ້າຜູ້ໃດຫິວ, ກໍ່ໃຫ້ເຂົາກິນຢູ່ເຮືອນກ່ອນ, ເພື່ອວ່າເມື່ອມາເຕົ້າໂຮມກັນພວກທ່ານຈະບໍ່ຖືກລົງໂທດ. ສ່ວນເປັນປະເດັນອື່ນໆ ທີ່ທ່ານຂຽນມານັ້ນ, ຂ້າພະເຈົ້າຈະໃຫ້ຄຳແນະນຳຕ່າງໆເມື່ອຂ້າພະເຈົ້າມາ.
1ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ທ່ານເຂົ້າໃຈ. ກ່ຽວກັບຂອງປະທານຕ່າງໆຝ່າຍວິນຍານ,2ພວກທ່ານຮູ້ບໍ່ວ່າແຕ່ກ່ອນທ່ານຍັງເປັນຄົນທີ່ບໍ່ເຊື່ອ, ທ່ານຖືກນຳໃຫ້ຫລົງໄປນັບຖືຮູບເຄົາຣົບເຊິ່ງເວົ້າບໍ່ໄດ້, ແລ້ວແຕ່ວ່າພວກມັນຈະພາທ່ານໄປທາງໃດ.3ສະນັ້ນ ຂ້າພະເຈົ້າຕ້ອງການໃຫ້ພວກທ່ານຮູ້ວ່າ ບໍ່ມີຜູ້ໃດທີ່ເວົ້າໂດຍພຣະວິນຍານຂອງພຣະເຈົ້າຈະເວົ້າວ່າ, "ພຣະເຢຊູຄຣິດເຈົ້າຖືກສາບແຊ່ງ" ບໍ່ມີໃຜສາມາດເວົ້າວ່າ "ພຣະເຢຊູຄຣິດເຈົ້າຄືອົງພຣະຜູ້ເປັນເຈົ້າ" ນອກຈາກຈະເວົ້າໂດຍພຣະວິນຍານບໍຣິສຸດ.4ຂອງປຣະທານນັ້ນມີແຕກຕ່າງກັນ, ແຕ່ມີພຣະວິນຍານອົງດຽວກັນ.5ການຮັບໃຊ້ນັ້ນມີແຕກຕ່າງກັນ, ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວກັນ;6ແລະ ການດຳເນີນງານນັ້ນມີແຕກຕ່າງກັນ, ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວຊົງເປັນສາເຫດແຫ່ງການດຳເນີນງານຕ່າງໆໃນທຸກຄົນ.7ການສຳແດງຂອງພຣະວິນຍານບໍຣິສຸດນັ້ນ ພຣະອົງປະທານໃຫ້ແຕ່ລະຄົນເພື່ອປະໂຫຍດຮ່ວມກັນ.8ເພາະໂດຍຜ່ານທາງພຣະວິນຍານບໍຣິສຸດ ຊົງໃຫ້ຄົນຫນື່ງມີຖ້ອຍຄຳແຫ່ງປັນຍາ, ອີກຄົນຫນຶ່ງມີຖ້ອຍຄຳແຫ່ງຄວາມຮູ້ ໂດຍພຣະວິນຍານອົງດຽວກັນ.9ໃຫ້ຄົນຫນຶ່ງມີຄວາມເຊື່ອ, ໂດຍພຣະວິນຍານອົງດຽວກັນ ແລະ ໃຫ້ອີກຄົນຫນຶ່ງມີຂອງປຣະທານໃນການຮັກສາພະຍາດ ໂດຍພຣະວິນຍານອົງດຽວກັນ.10ໃຫ້ອີກຄົນຫນຶ່ງມີຣິດອຳນາດເຮັດການອັດສະຈັນ, ໃຫ້ອີກຄົນຫນຶ່ງປະກາດພຣະທັມ, ໃຫ້ອີກຄົນຫນຶ່ງມີຄວາມສາມາດສັງເກດເບິ່ງວິນຍານຕ່າງໆ, ໃຫ້ອີກຄົນຫນຶ່ງເວົ້າພາສາແປກໆ, ແລະ ໃຫ້ອີກຄົນຫນຶ່ງແປພາສາແປກໆໄດ້. 11ສິ່ງສາຣະພັດເຫລົ່ານີ້ແມ່ນພຣະວິນຍານອົງດຽວກັນຊົງທຳການ, ແລະ ມອບຂອງປຣະທານເຫລົ່ານີ້ທັງຫມົດໃຫ້ແຕ່ລະຄົນ, ຕາມທີ່ພຣະອົງໄດ້ຊົງເລືອກໄວ້.12ເພາະວ່າເຫມືອນກັບຮ່າງກາຍດຽວທີ່ມີຫລາຍໆ ອະໄວຍະວະ ແລະ ອະໄວຍະວະທັງຫມົດເປັນຂອງຮ່າງກາຍດຽວກັນ, ເຊັ່ນດຽວກັນກັບພຣະຄຣິດເຈົ້າ.13ເພາະວ່າບໍ່ວ່າຈະເປັນຊາວຢິວ, ຫລື ຊາວກະຣີກ, ເປັນຂ້າທາດ ຫລື ເປັນອິສຣະ, ເຮົາໄດ້ຮັບບັບຕິສະມາໃນພຣະວິນຍານອົງດຽວເຂົ້າເປັນກາຍດຽວກັນ, ແລະ ຊົງສ້າງເຮົາທຸກຄົນໃຫ້ດື່ມຈາກພຣະວິນຍານອົງດຽວກັນ.14ເພາະວ່າຮ່າງກາຍບໍ່ໄດ້ປະກອບດ້ວຍອະໄວຍະວະດຽວ, ແຕ່ດ້ວຍຫລາຍອະໄວຍະວະ.15ຖ້າຕີນຈະເວົ້າວ່າ, "ເພາະຂ້ອຍບໍ່ໄດ້ເປັນມື, ຂ້ອຍຈື່ງບໍ່ແມ່ນອະໄວຍະວະຂອງຮ່າງກາຍ,” ບໍ່ມີພາກສ່ວນໃດທີ່ຕໍ່າກວ່າໃນຮ່າງກາຍ.16ແລະ ຖ້າຫູຈະເວົ້າວ່າ, "ເພາະຂ້ອຍບໍ່ໄດ້ເປັນຕາ, ຂ້ອຍຈຶ່ງບໍ່ແມ່ນອະໄວຍະວະຂອງຮ່າງກາຍ,” ບໍ່ມີພາກສ່ວນໃດທີ່ຕໍ່າກວ່າໃນຮ່າງກາຍ.17ຖ້າຮ່າງກາຍທັງຫມົດ ເປັນຕາ, ການໄດ້ຍິນຈະຢູ່ບ່ອນໃດ? ຖ້າຮ່າງກາຍທັງຫມົດເປັນຫູ, ການດົມກິ່ນຈະຢູ່ບ່ອນໃດ?18ແຕ່ວ່າພຣະເຈົ້າຊົງຕັ້ງອະໄວຍະວະ ແຕ່ລະອະໄວຍະວະໄວ້ໃນແຕ່ລະສ່ວນຂອງຮ່າງກາຍຕາມທີ່ພຣະອົງຊົງອອກແບບໄວ້.19ຖ້າອະໄວຍະວະທຸກສ່ວນໃນຮ່າງກາຍເປັນອັນດຽວກັນ, ຮ່າງກາຍຈະມີຢູໃສ?20ສະນັ້ນ ຈຶ່ງມີອະໄວຍະວະຫລາຍຢ່າງ ແຕ່ມີພຽງຮ່າງກາຍດຽວ.21ຕາກໍ່ບໍ່ສາມາດເວົ້າກັບມືວ່າ, "ຂ້ອຍບໍ່ຕ້ອງການເຈົ້າ." ຫລື ຫົວຈະເວົ້າກັບຕີນ, "ຂ້ອຍບໍ່ຕ້ອງການເຈົ້າ."22ແຕ່ຫລາຍໆອະໄວຍະວະທີ່ເຮົາຄິດວ່າອ່ອນແອກວ່າ ກໍ່ຍັງມີຄວາມຈຳເປັນ,23ອະໄວຍະວະຂອງຮ່າງກາຍທີ່ເຮົາຄິດວ່າບໍ່ມີກຽດ, ເຮົາຕ້ອງໃຫ້ກຽດຫລາຍຂຶ້ນ. ແລະ ອະໄວຍະວະທີ່ຕ້ອງປົກປິດ, ກໍ່ຕ້ອງໃຫ້ກຽດຕື່ມອີກ.24ເພາະວ່າອະໄວຍະວະທີ່ເປັນຕາເບີ່ງຢູ່ແລ້ວ, ກໍ່ບໍ່ຈຳເປັນຕ້ອງຕົບແຕ່ງອີກ. ເພາະພວກເຂົາມີຄວາມສະຫງ່າງາມຢູ່ແລ້ວ. ແຕ່ພຣະເຈົ້າຊົງຈັດວາງອະໄວຍະວະຕ່າງໆເຂົ້ານຳກັນ, ແລະ ໄດ້ຊົງປະທານກຽດຫລາຍຂຶ້ນແກ່ອະໄວຍະວະຕ່າງໆເຫລົ່ານັ້ນທີ່ຕ່ຳຕ້ອຍ.25ພຣະອົງຊົງເຮັດສິ່ງນີ້ເພື່ອບໍ່ໃຫ້ມີການແບ່ງແຍກກັນໃນຮ່າງກາຍ, ແຕ່ໃຫ້ອະໄວຍະວະຕ່າງໆ ມີຄວາມຫວ່ງໃຍກັນ ແລະ ກັນດ້ວຍຄວາມຮັກແບບດຽວກັນ.26ເມື່ອອະໄວຍະວະຫນຶ່ງທຸກ, ອະໄວຍະວະທັງຫມົດກໍ່ຮ່ວມທຸກນຳ; ຫລື ເມື່ອອະໄວຍະວະຫນຶ່ງ ໄດ້ຮັບກຽດ, ອະໄວຍະວະທັງຫມົດກໍ່ປິຕິຍິນດີນຳ.27ສ່ວນທ່ານທັງຫລາຍເປັນຮ່າງກາຍຂອງພຣະຄຣິດ ແລະ ແຕ່ອະໄວຍະວະກໍ່ເປັນສ່ວນ ຫນຶ່ງຂອງຮ່າງກາຍນັ້ນ.28ແລະ ພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄຣິສຕະຈັກ ຄືຫນຶ່ງ ແມ່ນອັກຄະສາວົກ, ສອງແມ່ນຜູ້ປະກາດພຣະທັມ, ສາມ ແມ່ນອາຈານ, ຫລັງຈາກນັ້ນ ຜູ້ເຮັດການອິດທິຣິດຕ່າງໆ, ຫລັງຈາກນັ້ນຂອງປຣະທານແຫ່ງການຮັກສາພະຍາດ, ພວກທີ່ໃຫ້ຄວາມຊ່ວຍເຫລືອ, ພວກທີ່ເຮັດວຽກໃນການຄຸ້ມຄອງ, ແລະ ພວກທີ່ເວົ້າພາສາແປກໆຊະນິດຕ່າງໆ.29ທຸກຄົນເປັນອັກຄະສາວົກບໍ? ທຸກຄົນເປັນຜູ້ທຳນວາຍບໍ? ທຸກຄົນເປັນອາຈານບໍ? ທຸກຄົນເປັນຜູ້ເຮັດການດ້ວຍຣິດອຳນາດບໍ?30ທຸກຄົນມີຂອງປຣະທານສຳລັບການຮັກສາພະຍາດບໍ? ທຸກຄົນເວົ້າພາສາແປກໆບໍ? ທຸກຄົນແປພາສາແປກໆບໍ?31ຈົ່ງພະຍາຍາມຊອກຫາຂອງປຣະທານຕ່າງໆ. ທີ່ຍິ່ງໃຫຍ່ກວ່າ ແລະ ຂ້າພະເຈົ້າຈະຊີ້ທາງໃຫ້ພວກທ່ານເຫັນເຖິງທາງທີ່ດີເລີດກວ່ານັ້ນອີກ.
1ເຖິງແມ່ນວ່າຂ້າພະເຈົ້າເວົ້າເປັນພາສາແປກ ທີ່ເປັນພາສາຂອງມະນຸດ ແລະ ທູດສະຫວັນໄດ້. ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້າກໍ່ເປັນຄືກັບຄ້ອງ ຫລື ແຊ່ງ ທີ່ສົ່ງສຽງດັງ.2ເຖິງແມ່ນວ່າຂ້າພະເຈົ້າມີຂອງປຣະທານໃນການປະກາດພຣະທັມ ແລະ ເຂົ້າໃຈຄວາມຈິງ ແລະ ຄວາມຮູ້ທັງຫມົດ, ທີ່ຖືກປິດບັງໄວ້ ແລະ ເຖິງແມ່ນວ່າຂ້າພະເຈົ້າມີຄວາມເຊື່ອທີ່ຍ້າຍພູເຂົາໄດ້ ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້້າກໍ່ບໍ່ມີຄ່າອັນໃດ.3ແລະເຖິງແມ່ນຂ້າພະເຈົ້າໄດ້ບໍຣິຈາກທັງຫມົດທີ່ຂ້າພະເຈົ້າມີເພື່ອລ້ຽງຄົນຍາກຈົນ, ແລະເຖິງແມ່ນວ່າໃຫ້ຮ່າງກາຍຂອງຂ້າພະເຈົ້າໄປເຜົາໄຟ. ແຕ່ຖ້າບໍ່ມີຄວາມຮັກ ຂ້າພະເຈົ້າກໍ່ບໍ່ມີຄ່າອັນໃດ.4ຄວາມຮັກຄືຄວາມອົດທົນດົນນານ ຄວາມຮັກຄືຄວາມເມດຕາກະຣຸນາ. ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ5ບໍ່ເຮັດການອັນບໍ່ສຸພາບ. ບໍ່ເຫັນແກ່ຕົວ. ບໍ່ໃຈຮ້າຍ, ບໍ່ຈົດຈຳຄວາມຜິດ.6ບໍ່ຊື່ນຊົມຍິນດີໃນຄວາມ ອະທັມ. ແຕ່ຊື່ນຊົມຍິນດີໃນຄວາມຈິງ.7ຄວາມຮັກສູ້ທົນໄດ້ທຸກສິ່ງ, ເຊື່ອທຸກສິ່ງ, ມີຄວາມຫວັງ ແລະ ຄວາມອົດທົນຢູ່ສະເຫມີ8ຄວາມຮັກບໍ່ເຄີຍສູນຫາຍໄປ. ເຖິງແມ່ນວ່າການປະກາດພຣະທັມຈະຊຸດໂຊມລົງ, ເຖິງແມ່ນວ່າການເວົ້າພາສາແປກໆຈະຢຸດການເວົ້າ, ເຖິງແມ່ນວ່າຄວາມຮູ້ຈະສູນຫາຍໄປກໍ່ຕາມ.9ເພາະວ່າເຮົາຮູ້ພຽງບາງສ່ວນ ແລະ ກໍ່ປະກາດພຣະທັມພຽງແຕ່ບາງສ່ວນ.10ແຕ່ເມື່ອຄວາມສົມບູນມາເຖິງ ສີ່ງທີ່ບໍ່ສົມບູນຈະສູນຫາຍໄປ.11ຕອນທີ່ຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າເວົ້າຄືກັບເດັກນ້ອຍ, ຄິດຄືກັບເດັກນ້ອຍ, ຫາເຫດຜົນຄືກັບເດັກນ້ອຍ. ແຕ່ເມື່ອຂ້າພະເຈົ້າເປັນຜູ້ໃຫຍ່, ຂ້າພະເຈົ້າກໍ່ເຊົາປະພຶດອາການຄືກັບເດັກນ້ອຍ.12ເພາະວ່າເວລານີ້ເຮົາເຫັນພໍມົວໆຄືກັບເບິ່ງໃນແວ່ນ, ແຕ່ຕໍ່ມາແມ່ນຈະເຫັນແບບຫນ້າ ຕໍ່ ຫນ້າ. ເວລານີ້ຂ້າພະເຈົ້າຮູ້ພຽງບາງສ່ວນ, ແຕ່ຕໍ່ມາຂ້າພະເຈົ້າຈະຮູ້ແຈ້ງຄືກັບທີ່ພຣະອົງຮູ້ຈັກຂ້າພະເຈົ້າ.13ແຕ່ບັດນີ້ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ, ຄວາມຫມັ້ນໃຈໃນອະນາຄົດ, ແລະ ຄວາມຮັກ. ແຕ່ຄວາມຮັກນັ້ນແມ່ນໃຫຍ່ທີ່ສຸດໃນສາມສີ່ງນີ້.
1ຈົ່ງຕັ້ງຈຸດມຸ້ງຫມາຍຫາຄວາມຮັກ ແລະ ພະຍາຍາມຊອກຫາຂອງປຣະທານຝ່າຍວິນຍານ, ໂດຍສະເພາະການປະກາດ ພຣະທັມ.2ເພາະວ່າຄົນທີ່ເວົ້າພາສາແປກໆນັ້ນ ບໍ່ໄດ້ເວົ້າກັບມະນຸດ ແຕ່ກ່າວຕໍ່ພຣະເຈົ້າ. ບໍ່ມີໃຜເຂົ້າໃຈເຂົາ ເພາະເຂົາໄດ້ເວົ້າສິ່ງທີ່ເປັນຄວາມເລິກເຊິ່ງໃນພຣະວິນຍານ.3ແຕ່ຜູ້ທີ່ປະກາດພຣະທັມນັ້ນ ເວົ້າກັບມະນຸດເພື່ອໃຫ້ພວກເຂົາເຕີບໃຫຍ່ຂື້ນ, ເພື່ອຫນູນໃຈ ແລະ ໃຫ້ກຳລັງໃຈພວກເຂົາ,4ຄົນທີ່ເວົ້າພາສາແປກໆນັ້ນ ເຮັດໃຫ້ໂຕເອງເຕີບໃຫຍ່ຂື້ນ, ແຕ່ຜູ້ທີ່ປະກາດ ພຣະທັມເຮັດໃຫ້ຄຣິສຕະຈັກຈະເຣີນຂື້ນ.5ຂ້າພະເຈົ້າຕ້ອງການໃຫ້ພວກທ່ານທຸກຄົນເວົ້າພາສາແປກໆ. ແຕ່ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຕ້ອງການໃຫ້ພວກທ່ານປະກາດພຣະທັມ. ຄົນທີ່ປະກາດພຣະທັມນັ້ນໃຫຍ່ກວ່າຄົນທີ່ເວົ້າພາສາແປກໆ (ນອກຈາກວ່າມີຄົນແປ ຄຣິສຕະຈັກກໍ່ຈະເຣີນຂື້ນ.)6ແຕ່ວ່າ, ພີ່ນ້ອງທັງຫລາຍ, ຖ້າຂ້າພະເຈົ້າມາຫາທ່ານ ແລະ ເວົ້າພາສາແປກໆ, ຈະເປັນປະໂຫຍດຫຍັງຕໍ່ທ່ານ? ຂ້າພະເຈົ້າບໍ່ສາມາດເປັນປະໂຫຍດຫຍັງເລີຍ, ຖ້າຂ້າພະເຈົ້າບໍ່ເວົ້າກັບພວກທ່ານໂດຍການສຳແດງ, ຫລື ຄວາມຮູ້, ຫລື ປະກາດພຣະທັມ, ຫລື ຄຳສອນ.7ເຖິງແມ່ນວ່າເຄື່ອງດົນຕຣີທີ່ບໍ່ມີຊີວິດຍັງມີສຽງໄດ້ເຊັ່ນປີ່ຫລືພິນຖ້າເຄື່ອງດົນຕຣີພວກນັ້ນບໍ່ເຮັດສຳນຽງສຽງແຕກຕ່າງກັນ, ໃຜຈະຮູ້ໄດ້ແນວໃດວ່າປີ່ ຫລື ພີນນັ້ນກຳລັງບັນເລງທຳນອງແນວໃດ?8ຖ້າສຽງແກດັງບໍ່ຈະແຈ້ງ, ໃຜຈະຮູ້ໄດ້ແນວໃດວ່າຮອດເວລາກຽມພ້ອມສຳລັບສູ້ຮົບ?9ສະນັ້ນ ເປັນເລື່ອງຂອງພວກທ່ານ. ຖ້າທ່ານສົ່ງສຽງທີ່ບໍ່ສາມາດເຂົ້າໃຈໄດ້, ໃຜຈະເຂົ້າໃຈວ່າທ່ານເວົ້າຫຍັງ? ທ່ານເວົ້າ, ແຕ່ບໍ່ມີໃຜເຂົ້າໃຈທ່ານ.10ໃນໂລກນີ້ມີຫລາຍພາສາແຕກຕ່າງແນ່ນອນ, ແລະບໍ່ມີພາສາໃດທີ່ບໍ່ມີຄວາມຫມາຍ.11ແຕ່ຖ້າຂ້າພະເຈົ້າບໍ່ຮູ້ຄວາມຫມາຍຂອງພາສານັ້ນ, ຂ້າພະເຈົ້າກໍ່ເປັນຄົນຕ່າງພາສາຕໍ່ຄົນທີ່ເວົ້າພາສານັ້ນ, ແລະ ຄົນທີ່ເວົ້າພາສານັ້ນກໍ່ເປັນຄົນຕ່າງພາສາຕໍ່ຂ້າພະເຈົ້າ12ທ່ານທັງຫລາຍກໍ່ເປັນແບບນັ້ນຄືກັນ. ຖ້າທ່ານຮ້ອນໃຈຕໍ່ການສຳແດງຂອງພຣະວິນຍານ, ຈົ່ງສະແຫວງຫາເຮັດໃຫ້ຄຣິສຕະຈັກເຕັມໄປດ້ວຍຄວາມຈະເຣີນຂື້ນ.13ສະນັ້ນ ຄົນທີ່ເວົ້າພາສາແປກໆ ຄວນອະທິຖານຂໍໃຫ້ເຂົາແປພາສາໄດ້ຄືກັນ.14ເພາະຖ້າຂ້າພະເຈົ້າອະທິຖານເປັນພາສາແປກໆ, ຈິດວິນຍານຂອງຂ້າພະເຈົ້າກຳລັງອະທິຖານ, ແຕ່ຄວາມຄິດຂອງຂ້າພະເຈົ້າກໍ່ບໍ່ໄດ້ປະໂຫຍດ.15ຂ້າພະເຈົ້າຕ້ອງເຮັດອັນໃດ? ຂ້າພະເຈົ້າຈະອະທິຖານດ້ວຍຈິດວິນຍານກໍຈິງ. ແລະດ້ວຍຄວາມຄິດຂອງຂ້າພະເຈົ້າເຊັ່ນດຽວກັນ. ຂ້າພະເຈົ້າຈະຮ້ອງເພງດ້ວຍວິນຍານ, ແລະ ດ້ວຍຄວາມຄິດຂອງຂ້າພະເຈົ້າເຊັ່ນດຽວກັນ.16ບໍ່ດັ່ງນັ້ນ, ຖ້າທ່ານສັນຣະເສີນພຣະເຈົ້າດ້ວຍວິນຍານ, ຄົນພາຍນອກຈະເວົ້າວ່າ "ອາແມນ" ໄດ້ແນວໃດໃນຂະນະທີ່ທ່ານກຳລັງຂອບພຣະຄຸນ ຖ້າເຂົາບໍ່ຮູ້ວ່າທ່ານກຳລັງເວົ້າຫຍັງ?17ເຖິງແມ່ນວ່າຄຳໂມທະນາຂອບພຣະຄຸນພຣະເຈົ້າຂອງທ່ານຄັກດີ, ແຕ່ບໍ່ໄດ້ເຮັດໃຫ້ຄົນອື່ນຈະເຣີນຂື້ນ.18ຂ້າພະເຈົ້າຂອບພຣະຄຸນພະເຈົ້າທີ່ຂ້າພະເຈົ້າເວົ້າພາສາແປກໆຫລາຍກ່ວາທ່ານທັງຫລາຍ.19ແຕ່ໃນຄຣິສຕະຈັກ ຂ້າພະເຈົ້າຕ້ອງການເວົ້າພຽງຫ້າຄຳດ້ວຍຄວາມເຂົ້າໃຈເພື່ອສອນຄົນອື່ນ, ກໍ່ດີກວ່າທີ່ຈະເວົ້າຫລາຍສິບພັນຄຳເປັນພາສາທີ່ແປກໆ.20ພີ່ນ້ອງທັງຫລາຍ, ຢ່າເປັນເດັກໃນດ້ານຄວາມຄິດ. ແຕ່ໃນເລື່ອງ, ຄວາມຊົ່ວຮ້າຍ, ຈົ່ງເປັນຄືກັບເດັກອ່ອນ. ແຕ່ໃນດ້ານຄວາມຄິດນ້ັນຈົ່ງເປັນຜູ້ໃຫຍ່.21ໃນກົດບັນຍັດມີຂຽນໄວ້ວ່າ, "ເຮົາຈະເວົ້າກັບຊົນຊາດນີ້ດ້ວຍຄົນຕ່າງພາສາ ແລະ ດ້ວຍຮິມສົບຂອງຄົນແປກຫນ້າ. ແມ່ນວ່າພວກເຂົາຈະບໍ່ຟັງເຮົາ, "ອົງພຣະຜູ້ເປັນເຈົ້າກ່າວໄວ້ດັ່ງນີ້.22ສະນັ້ນ, ການເວົ້າໃນພາສາແປກໆ, ຈຶ່ງບໍ່ແມ່ນຫມາຍສຳຄັນສຳລັບພວກທີ່ເຊື່ອ, ແຕ່ສຳລັບພວກທີ່ບໍ່ເຊື່ອ, ແຕ່ການປະກາດພຣະທັມນັ້ນ, ບໍ່ແມ່ນຫມາຍສຳຄັນສຳລັບພວກທີ່ບໍ່ເຊື່ອ, ແຕ່ ສຳລັບພວກທີ່ເຊື່ອ.23ສະນັ້ນ, ຖ້າ, ທັງຄຣິສຕະຈັກມາປະຊຸມກັນ ແລະ ທຸກຄົນຕ່າງກໍ່ເວົ້າພາສາແປກໆ, ແລະ ມີຄົນພາຍນອກ ແລະ ຄົນບໍ່ເຊື່ອຖືກເຂົ້າມາ, ພວກເຂົາບໍ່ຄິດວ່າພວກທ່ານເປັນບ້າບໍ?24ແຕ່ຖ້າທຸກຄົນປະກາດພຣະທັມ ແລະ ຄົນບໍ່ເຊື່ອ ຫລື ຄົນນອກເຂົ້າມາ, ເຂົາຈະສຳນຶກບາບດ້ວຍກັບສິ່ງທີ່ໄດ້ຟັງໄປທັງຫມົດນັ້ນ. ເຂົາຈະຖືກກວດກາໂດຍສິ່ງທີ່ໄດ້ເວົ້າໄປນັ້ນ.25ຄວາມລັບໃນໃຈຂອງເຂົາຈະຖືກເປີດເຜີຍ. ສົ່ງຜົນໃຫ້, ພວກເຂົາຫມູບຫນ້າລົງແລະ ນະມັດສະການພຣະເຈົ້າ. ເຂົາຈະປະກາດວ່າພຣະເຈົ້າສະຖິດທ່າມກາງພວກທ່ານແທ້ ໆ.26ເພາະສະນັ້ນ, ພີ່ນ້ອງທັງຫລາຍຈະເວົ້າແນວໃດ? ເມື່ອພວກທ່ານມາປະຊຸມກັນ, ແຕ່ລະຄົນກໍ່ມີເພງສັນຣະເສີນ, ມີຄຳສອນ, ການສະແດງອອກ, ມີພາສາແປກໆ, ຫລື ມີການແປ. ຈົ່ງທຸກຢ່າງເພື່ອໃຫ້ຄຣິສຕະຈັກຈະເຣີນຂື້ນ.27ຖ້າຜູ້ໃດຈະເວົ້າພາສາແປກໆ, ຈົ່ງໃຫ້ເວົ້າພຽງສອງຄົນ ຫລື ຢ່າງຫລາຍສາມຄົນ, ແລະ ໃຫ້ເວົ້າເທື່ອລະຄົນ, ແລ້ວໃຫ້ອີກຄົນຫນຶ່ງແປ.28ແຕ່ຖ້າບໍ່ມີໃຜແປ, ກໍ່ໃຫ້ເຂົາມິດຢູ່ໃນຄຣິສຕະຈັກ. ໃຫ້ເວົ້າກັບໂຕເອງຕາມລຳພັງ ແລະ ກ່າວຕໍ່ພຣະເຈົ້າ.29ໃຫ້ພວກຜູ້ປະກາດພຣະທັມ ເວົ້າໄດ້ສອງ ຫລື ສາມຄົນ, ແລະ ໃຫ້ຄົນອື່ນໆ ກວດກາສິ່ງທີ່ເວົ້າ.30ແລະ ຖ້າມີການຊົງສຳແດງຕໍ່ຄົນອື່ນທີ່ນັ່ງຢູ່ໃນກອງປະຊຸມນຳ, ກໍ່ໃຫ້ຄົນທຳອິດນັ້ນມິດໄວ້ກ່ອນ.31ເພາະພວກທ່ານສາມາດປະກາດພຣະທັມ ໄດ້ເທື່ອລະຄົນ ເພື່ອໃຫ້ແຕ່ລະຄົນໄດ້ຮຽນຮູ້ ແລະ ໄດ້ຮັບການເສີມສ້າງ.32ເພາະວິນຍານຂອງພວກຜູ້ປະກາດພຣະທັມນັ້ນ ຢູ່ໃຕ້ການບັງຄັບຂອງພວກຜູ້ປະກາດພຣະທັມ.33ເພາະວ່າພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ່ນວາຍ, ແຕ່ເປັນພຣະເຈົ້າແຫ່ງສັນຕິສຸກ. ດັ່ງທີ່ເປັນຢູ່ໃນຄຣິສຕະຈັກທຸກແຫ່ງຂອງບັນດາຜູ້ທີ່ເຊື່ອ.34ຈົ່ງໃຫ້ບັນດາຜູ້ຍິງຢູ່ມິດໆໃນຄຣິສຕະຈັກ. ເພາະພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ, ແຕ່ໃຫ້ມີຄວາມຖ່ອມຕົວ, ຄືກັບທີ່ກົດບັນຍັດກ່າວໄວ້.35ຖ້າພວກເຂົາຕ້ອງການຮຽນຮູ້ຫຍັງ, ກໍ່ໃຫ້ຖາມສາມີຂອງຕົນຢູ່ເຮືອນ. ເພາະວ່າການທີ່ຜູ້ຍິງທີ່ຈະເວົ້າໃນຄຣິສຕະຈັກນັ້ນເປັນເລື່ອງຫນ້າອາຍ.36ເພາະຖ້ອຍຄຳຂອງພຣະເຈົ້າມາຈາກພວກທ່ານບໍ? ຖ້ອຍຄຳມາຮອດທ່ານພວກດຽວບໍ?37ຖ້າໃຜຄິດວ່າຕົນເປັນຜູ້ປະກາດ ພຣະທັມ ຫລື ເປັນຄົນຝ່າຍວິນຍານ, ກໍ່ຈົ່ງຍອມຮັບວ່າ ຂໍ້ຄວາມທີ່ຂ້າພະເຈົ້າຂຽນມາເຖິງພວກທ່ານນັ້ນ ເປັນພຣະບັນຍັດຂອງພຣະຜູ້ເປັນເຈົ້າ.38ແຕ່ຖ້າຜູ້ໃດບໍ່ສົນໃຈໃນຂໍ້ຄວາມນີ້, ຄົນນັ້ນກໍ່ຈະບໍ່ໄດ້ຮັບການເອົາໃຈໃສ່.39ສະນັ້ນ, ພີ່ນ້ອງທັງຫລາຍ, ຈົ່ງສະແຫວງຫາການປະກາດພຣະທັມ, ແລະ ຢ່າຫ້າມການເວົ້າພາສາແປກໆ.40ແຕ່ໃຫ້ເຮັດທຸກສິ່ງຢ່າງຖືກຕ້ອງ ແລະ ເປັນຣະບຽບ.
1ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຂໍໃຫ້ຄຳນຶງເຖິງ, ຂ່າວປະເສີດທີ່ຂ້າພະເຈົ້າເຄີຍໄດ້ປະກາດກັບທ່ານທັງຫລາຍນັ້ນ, ພວກທ່ານໄດ້ຮັບໄວ້ ແລະ ໄດ້ຕັ້ງຫມັ້ນຢູ່ເທີ່ງນັ້ນແລ້ວ.2ທ່ານໄດ້ຮັບຄວາມພົ້້ນໂດຍທາງຂ່າວປະເສີດນີ້, ຖ້າພວກທ່ານຍັງຢຶດຫມັ້ນໃນຄຳທີ່ຂ້າພະເຈົ້າປະກາດນັ້ນ, ບໍ່ດັ່ງນັ້ນທ່ານກໍ່ຈະເຊື່ອຢ່າງບໍ່ມີປະໂຫຍດ.3ເພາະວ່າຂ້າພະເຈົ້າໄດ້ມອບເລື່ອງສຳຄັນທີ່ສຸດທີ່ຂ້າພະເຈົ້າໄດ້ຮັບມານັ້ນແກ່ພວກທ່ານ: ຄືພຣະຄຣິດເຈົ້າຊົງສິ້ນພຣະຊົນ ເພາະບາບຂອງເຮົາ ຕາມທີ່ຂຽນໄວ້ໃນພຣະຄັມພີ,4ແລະ ຊົງຖືກຝັງ, ແລ້ວໃນມື້ທີສາມຊົງຖືກເຮັດໃຫ້ຟື້ນຄືນມາ ຕາມທີ່ຂຽນໄວ້ໃນພຣະຄັມພີ.5ພຣະອົງຊົງປະກົດຕົວຕໍ່ ເປໂຕ, ແລ້ວຕໍ່ອັກຄະສາວົກສິບສອງຄົນ;6ຕໍ່ຈາກນັ້ນພຣະອົງຊົງໄດ້ປະກົດຕົວຕໍ່ພີ່ນ້ອງກວ່າຫ້າຮ້ອຍຄົນໃນເວລາດຽວກັນ. ທີ່ສ່ວນຫລາຍຍັງມີຊີວິດຢູ່ຈົນຮອດປະຈຸບັນນີ້, ແຕ່ບາງຄົນກໍ່ລ່ວງລັບໄປແລ້ວ.7ຕໍ່ຈາກນັ້ນ ພຣະອົງຊົງປະກົດຕົວຕໍ່ຢາໂກໂບ, ແລ້ວຕໍ່ອັກຄະສາວົກທັງຫມົດ.8ຫລັງສຸດ, ພຣະອົງຈະຊົງປະກົດຕົວຕໍ່ຂ້າພະເຈົ້າ, ຜູ້ເປັນເຫມືອນເດັກນ້ອຍທີ່ເກີດຜິດເວລາ.9ເພາະວ່າຂ້າພະເຈົ້າເປັນຜູ້ເລັກນ້ອຍທີ່ສຸດໃນອັກຄະສາວົກ. ແລະ ບໍ່ສົມຄວນທີ່ຈະຖືກເອີ້ນວ່າເປັນອັກຄະສາວົກ ເພາະວ່າຂ້າພະເຈົ້າໄດ້ຂົ່ມເຫັງຄຣິສຕະຈັກຂອງພຣະເຈົ້າ.10ແຕ່ໂດຍພຣະຄຸນຂອງພຣະເຈົ້າ ຂ້າພຣະເຈົ້າຈື່ງເປັນຢ່າງທີ່ຂ້າພະເຈົ້າເປັນຢູ່ນີ້, ແລະ ພຣະຄຸນຂອງພຣະອົງທີ່ໄດ້ມອບໃຫ້ແກ່ຂ້າພະເຈົ້ານັ້ນກໍ່ບໍ່ແມ່ນສິ່ງທີ່ບໍ່ມີປະໂຫຍດ. ທາງກົງກັນຂ້ວາມ, ຂ້າພະເຈົ້າເຮັດການຫນັກຫນ່ວງກວ່າພວກເຂົາທັງຫມົດ. ບໍ່ແມ່ນຂ້າພະເຈົ້າເອງເປັນຄົນເຮັດ, ແຕ່ເປັນພຣະຄຸນຂອງພຣະເຈົ້າທີ່ຢູ່ໃນຂ້າພະເຈົ້າເຮັດ.11ເພາະສະນັ້ນ ຕົວຂ້າພະເຈົ້າ ຫລື ພວກເຂົາກໍ່ດີ, ເຮົາກໍ່ປະກາດ ແລະ ທ່ານກໍ່ໄດ້ເຊື່ອ.12ຖ້າເຮົາປະກາດວ່າພຣະຄຣິດໄດ້ຊົງເປັນຄືນມາຈາກຄວາມຕາຍແລ້ວ, ເປັນຫຍັງບາງຄົນໃນພວກທ່ານຈຶ່ງເວົ້າວ່າການເປັນຄືນມາຈາກຄວາມຕາຍນັ້ນບໍ່ມີ?13ຖ້າການເປັນຄືນມາຈາກຕາຍ ນັ້ນບໍ່ມີ, ພຣະຄຣິດເຈົ້າກໍ່ບໍ່ໄດ້ຖືກເຮັດໃຫ້ເປັນຄືນຂຶ້ນມາ;14ຖ້າພຣະຄຣິດບໍ່ໄດ້ຖືກເຮັດໃຫ້ເປັນຄືນຂຶ້ນມາ, ການປະກາດຂອງເຮົານັ້ນກໍ່ບໍ່ມີປະໂຫຍດຫຍັງ, ແລະ ຄວາມເຊື່ອຂອງທ່ານທັງຫລາຍກໍໄຮ້ປະໂຫຍດດ້ວຍ.15ແລະ ຄົນກໍ່ຈະເຫັນວ່າເຮົາເປັນພະຍານທີ່ບໍ່ຖືກຕ້ອງເລື່ອງພຣະເຈົ້າ, ເພາະວ່າເຮົາເປັນພະຍານໃນການຂັດແຍ້ງກັບພຣະເຈົ້າ, ທີ່ເວົ້າວ່າພຣະອົງຊົງເຮັດໃຫ້ພຣະຄຣິດເປັນຄືນຂຶ້ນມາແລ້ວ ໃນເມື່ອພຣະອົງບໍ່ໄດ້ຊົງເຮັດ.16ເພາະວ່າຖ້າຄົນຕາຍບໍ່ໄດ້ຖືກເຮັດໃຫ້ເປັນຄືນຂື້ນມາ ພຣະຄຣິດກໍບໍ່ໄດ້ຖືກເຮັດໃຫ້ເປັນຄືນຂື້ນມາ;17ແລະ ຖ້າພຣະຄຣິດບໍ່ໄດ້ຊົງຖືກເຮັດໃຫ້ເປັນຄືນຂື້ນມາ, ຄວາມເຊື່ອຂອງພວກທ່ານກໍບໍ່ມີປະໂຫຍດ ແລະ ທ່ານກໍຍັງຄົງຢູ່ໃນບາບຂອງຕົນ.18ແລະ ຖ້າເປັນແບບນັ້ນຄົນທີ່ລ່ວງລັບໃນພຣະຄຣິດກໍ່ຈິບຫາຍໄປເຊັ່ນກັນ.19ຖ້າເຮົາມີຄວາມຫວັງໃນພຣະຄຣິດ, ພຽງແຕ່ຊີວິດນີ້ ເຮົາກໍ່ເປັນພວກຫນ້າສັງເວດທີ່ສຸດໃນຄົນທັງປວງ.20ແຕ່ບັດນີ້ ພຣະຄຣິດຊົງຖືກເຮັດໃຫ້ເປັນຄືນຂຶ້ນມາແລ້ວ, ຊົງເປັນຜົນທຳອິດຂອງພວກທີ່ລ່ວງລັບໄປ.21ເພາະວ່າໃນເມື່ອຄວາມຕາຍເກີດຂື້ນໂດຍມະນຸດຄົນຫນຶ່ງ, ການເປັນຄືນຂື້ນມາຈາກຕາຍກໍ່ເກີດຂື້ນມາຈາກມະນຸດຄົນຫນຶ່ງດ້ວຍ.22ເພາະວ່າໂດຍທາງອາດາມເຮົາທຸກຄົນໄດ້ຕາຍໄປ, ດັ່ງນັ້ນໂດຍທາງພຣະຄຣິດເຮົາທຸກຄົນໄດ້ຖືກເຮັດໃຫ້ມີຊີວິດ.23ແຕ່ເປັນໄປຕາມລຳດັບຄື: ພຣະຄຣິດ, ຊົງເປັນຜົນທຳອິດ, ຕໍ່ຈາກນັ້ນ ຄືຄົນເຫລົ່ານັ້ນທີ່ເປັນຂອງພຣະຄຣິດທີ່ຈະຖືກເຮັດໃຫ້ມີຊີວິດເມື່ອພຣະອົງສະເດັດກັບຄືນມາ.24ແລ້ວກໍ່ຈະເປັນເວລາສິ້ນສຸດ, ຊຶ່ງພຣະຄຣິດຈະຊົງມອບຣາຊອານາຈັກໃຫ້ພຣະເຈົ້າພຣະບິດາ. ເມື່ອພຣະອົງຈະຊົງທຳລາຍການປົກຄອງທັງຫມົດ ອຳນາດ ແລະ ຣິດເດດທັງຫມົດ.25ເພາະວ່າພຣະອົງຕ້ອງຊົງຄອບຄອງຈົນກວ່າພຣະອົງຈະຊົງປາບສັດຕູທັງຫມົດໃຫ້ຢູ່ໃຕ້ຕີນຂອງພຣະອົງ.26ສັດຕຣູຕົວສຸດທ້າຍທີ່ຈະຖືກທຳລາຍຄືຄວາມຕາຍ.27ເພາະວ່າ “ພຣະອົງຊົງເຮັດໃຫ້ທຸກສິ່ງຢູ່ໃຕ້ພຣະບາດຂອງພະອົງ.” ແຕ່ເມື່ອພຣະຄຳພີກ່າວວ່າ "ພຣະອົງຊົງເຮັດໃຫ້ທຸກສິ່ງ" ນັ້ນຊັດເຈນວ່າຍົກເວັ້ນແຕ່ພຣະອົງຜູ້ຊົງເຮັດໃຫ້ທຸກສິ່ງຢູ່ໃຕ້ ອຳນາດພຣະອົງ.28ເມື່ອທຸກສິ່ງຢູ່ໃຕ້ອຳນາດພຣະອົງແລ້ວ, ເມື່ອນັ້ນພຣະບຸດພຣະອົງເອງກໍ່ຈະຊົງຢູ່ໃຕ້ອຳນາດພຣະເຈົ້າຜູ້ຊົງເຮັດໃຫ້ທຸກສິ່ງຢູ່ໃຕ້ອຳນາດພຣະອົງ. ເພື່ອພຣະເຈົ້າຈະຊົງເປັນເອກໃນທຸກສິ່ງ.29ສະນັ້ນ ຄົນເຫລົ່ານັ້ນທີ່ຮັບບັບຕິສະມາເພື່ອຄົນຕາຍຈະເຮັດແນວໃດ? ຖ້າຄົນຕາຍບໍ່ໄດ້ຖືກເຮັດໃຫ້ເປັນຄືນຂື້ນມາເລີຍ, ແລ້ວພວກເຂົາຮັບບັບຕິສະມາເພື່ອຄົນຕາຍໄດ້ແນວໃດ?30ແລະ ເປັນຫຍັງເຮົາຈຶ່ງສ່ຽງອັນຕະຣາຍຕະຫລອດເວລາ?31ພີ່ນ້ອງທັງຫລາຍ ຂ້າພະເຈົ້າຕາຍທຸກວັນ! ນັ້ນຄືສິ່ງທີ່ຂ້າພະເຈົ້າຢືນຢັນໂດຍຄວາມພາກພູມໃຈໃນພວກທ່ານ, ເຊິ່ງຂ້າພະເຈົ້າມີໃນພຣະເຢຊູຄຣິດເຈົ້າຂອງເຮົາ.32ຂ້າພະເຈົ້າໄດ້ຮັບຫຍັງ, ໃນສາຍຕາມະນຸດ, ຖ້າຂ້າພະເຈົ້າຕໍ່ສູ້ກັບສັດປ່າໃນເມືອງເອເຟໂຊ, ຖ້າຄົນຕາຍບໍ່ໄດ້ເປັນຄືນຂື້ນມາ? “ກໍໃຫ້ເຮົາກິນ ແລະ ດື່ມເຖີດ, ເພາະມື້ອື່ນເຮົາກໍຈະຕາຍ."33ຢ່າຫລົງຜິດເລີຍ: "ການຄົບຄົນຊົ່ວຍ່ອມທຳລາຍສິລະທັມທີ່ດີງາມ."34ຈົ່ງມີສະຕິ! ຈົ່ງໃຊ້ຊີວິດຢ່າງຖືກຕ້ອງ! ຢ່າເຮັດບາບອີກຕໍ່ໄປເລີຍ. ເພາະບາງຄົນໃນພວກທ່ານບໍ່ມີຄວາມຮູ້ເລື່ອງພຣະເຈົ້າ. ທີ່ຂ້າພະເຈົ້າເວົ້າດັ່ງນີ້ ກໍ່ເພື່ອໃຫ້ພວກທ່ານມີຄວາມລະອາຍໃຈ.35ແຕ່ຈະມີຄົນເວົ້າວ່າ, “ຄົນຕາຍຖືກເຮັດໃຫ້ເປັນຄືນຂື້ນມາໄດ້ແນວໃດ, ແລະ ພວກເຂົາຈະມາດ້ວຍຮ່າງກາຍແບບໃດ?”36ໂອ້ ຄົນທີ່ໂງ່ຈ້າ! ສິ່ງທີ່ທ່ານຫວ່ານນັ້ນຖ້າບໍ່ຕາຍກ່ອນມັນກໍ່ຈະບໍ່ງອກຂື້ນໃຫມ່.37ແລະສິ່ງທີ່ທ່ານຫວ່ານນັ້ນບໍ່ແມ່ນລຳຕົ້ນ, ແຕ່ຫວ່ານແກ່ນລ້າໆ. ທີ່ຈະກາຍເປັນຕົ້ນເຂົ້າສາລີ ຫລື ຢ່າງອື່ນ.38ແຕ່ວ່າພຣະເຈົ້າປະທານຮູບຮ່າງໃຫ້ກັບເມັດນັ້ນ ຕາມທີ່ພຣະອົງຊົງເລືອກ, ແລະ ປະທານຮູບຮ່າງຂອງມັນເອງໃຫ້ກັບເມັດແຕ່ລະຊະນິດ.39ຊີ້ນນັ້ນບໍ່ຄືກັນທັງຫມົດ. ຊີ້ນມະນຸດນັ້ນກໍ່ແບບຫນຶ່ງ, ຊີ້ນສັດກໍ່ແບບຫນຶ່ງ, ຊີ້ນນົກກໍ່ແບບຫນຶ່ງ, ຊີ້ນປາກໍ່ແບບຫນຶ່ງ.40ຮ່າງກາຍສຳລັບສະຫວັນກໍ່ມີ ແລະ ຮ່າງກາຍສຳ ລັບໂລກກໍ່ມີ. ແຕ່ສະຫງ່າຣາສີຂອງຮ່າງກາຍ ສຳລັບສະຫວັນກໍ່ແບບຫນຶ່ງ ແລະ ສະຫງ່າຣາສີຂອງຮ່າງກາຍ ສຳລັບໂລກກໍ່ແບບຫນຶ່ງ.41ສະຫງ່າຣາສີຂອງ ດວງຕາເວັນກໍ່ແບບຫນຶ່ງ, ສະຫງ່າຣາສີຂອງ ດວງຈັນກໍ່ແບບຫນຶ່ງ, ສະຫງ່າຣາສີຂອງ ດວງງດາວກໍ່ແບບຫນຶ່ງ. ດາວດວງຫນຶ່ງກໍ່ມີສະຫງ່າຣາສີທີ່ແຕກຕ່າງຈາກ ສະຫງ່າຣາສີຂອງດາວດວງອື່ນໆດ້ວຍ.42ການເປັນຄືນຂຶ້ນມາຂອງຄົນຕາຍກໍ່ຄືກັນ. ສິ່ງທີ່ຖືກຫວ່ານລົງໄປນັ້ນກໍເປື່ອຍເນົ່າ, ແຕ່ສິ່ງທີ່ຖືກເຮັດໃຫ້ເປັນຂຶ້ນມານັ້ນບໍ່ໄດ້ເປື່ອຍເນົ່າອີກ.43ສິ່ງທີ່ຖືກຫວ່ານໃນຄວາມອັບອາຍ; ສິ່ງນັ້ນຖືກເຮັດໃຫ້ເປັນຄືນຂຶ້ນມາໃນສະຫງ່າຣາສີ. ສິ່ງທີ່ຖືກຫວ່ານໃນຄວາມອ່ອນແອ; ສິ່ງນັ້ນຖືກເຮັດໃຫ້ເປັນຄືນຂຶ້ນມາໃນຣິດທານຸພາບ.44ສິ່ງທີ່ຖືກຫວ່ານໃນຮ່າງກາຍຝ່າຍທັມະຊາດ; ສິ່ງນັ້ນຖືກເຮັດໃຫ້ເປັນຄືນຂຶ້ນມາໃນຮ່າງກາຍຝ່າຍວິນຍານ. ຖ້າຫາກມີຮ່າງກາຍຝ່າຍທັມະຊາດ, ກໍ່ຍ່ອມມີຮ່າງກາຍຝ່າຍວິນຍານນຳອີກ.45ຕາມທີ່ຂຽນໄວ້ວ່າ, “ມະນຸດຄົນທຳອິດຄື ອາດາມເປັນຈິດວິນຍານທີ່ມີຊີວິດ.” ສ່ວນອາດາມຄົນສຸດທ້າຍນັ້ນ ເປັນຈິດວິນຍານຜູ້ປະທານຊີວິດ.46ແຕ່ຝ່າຍວິນຍານນັ້ນບໍ່ໄດ້ມາກ່ອນ ຝ່າຍທັມະຊາດກ່ອນ, ແລ້ວຈຶ່ງເປັນຝ່າຍຈິດວິນຍານ.47ມະນຸດຄົນທຳອິດຂອງແຜ່ນດິນໂລກ, ມາຈາກດິນຈຶ່ງກາຍເປັນຂີ້ຝຸ່ນດິນ. ມະນຸດຄົນທີສອງເປັນມາຈາກສະຫວັນ.48ຜູ້ທີ່ຖືກສ້າງຂື້ນຈາກດິນເປັນຢ່າງໃດ, ຄົນເຫລົ່ານັ້ນທີ່ຖືກສ້າງຈາກດິນກໍ່ເປັນຢ່າງນັ້ນ, ແລະ ຜູ້ທີ່ສະເດັດມາຈາກສະຫວັນເປັນຢ່າງໃດ, ຄົນເຫລົ່ານັ້ນທີ່ເປັນຂອງສະຫວັນກໍ່ເປັນຢ່າງນັ້ນດ້ວຍ.49ເຊັ່ນດຽວກັບທີ່ເຮົາມີລັກສະນະຂອງມະນຸດທີ່ມາຈາກດິນ, ພວກເຮົາກໍ່ຈະສະທ້ອນລັກສະນະຂອງມະນຸດຈາກສະຫວັນດ້ວຍ.50ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຫມາຍຄວາມວ່າ, ສິ່ງທີ່ເປັນເນື້ອຫນັງແລະເລືອດບໍ່ສາມາດເປັນສ່ວນຫນຶ່ງໃນຣາຊອານາຈັກຂອງພຣະເຈົ້າໄດ້. ແລະກາຍທີ່ເປື່ອຍເນົ່າບໍ່ສາມາດມີສ່ວນໃນກາຍທີ່ບໍ່ເປື່ອຍເນົ່າ.51ຈົ່ງເບິ່ງ! ຂ້າພະເຈົ້າມີຄວາມຈິງອັນເລິກເຊິ່ງທີ່ຈະບອກແກ່ທ່ານຄື: ເຮົາຈະບໍ່ລ່ວງລັບຫມົດທຸກຄົນ, ແຕ່ຈະຖືກປ່ຽນໃຫມ່ຫມົດທຸກຄົນ.52ພວກເຮົາຈະຖືກປ່ຽນໃນຊົ່ວຂະນະດຽວ, ໃນກະພິບຕາ, ເມື່ອເປົ່າແກຄັ້ງສຸດທ້າຍ. ເມື່ອສຽງແກດັງຂື້ນ. ຄົນຕາຍຈະຖືກເຮັດໃຫ້ເປັນຄືນຂຶ້ນມາໂດຍບໍ່ມີການເປື່ອຍເນົ່າ, ແລະ ພວກເຮົາຈະໄດ້ຮັບການປ່ຽນໃຫມ່.53ເພາະວ່າສິ່ງຊຶ່ງເປື່ອຍເນົ່າໄດ້ນີ້ຕ້ອງໄດ້ສວມໃສ່ກັບສິ່ງທີ່ເປື່ອຍເນົ່າບໍ່ໄດ້, ແລະ ສະພາບທີ່ຕ້ອງຕາຍນີ້ຕ້ອງສວມໃສ່ດ້ວຍສະພາບທີ່ບໍ່ຕາຍ.54ເມື່ອສິ່ງທີ່ເປື່ອຍເນົ່າໄດ້ນີ້ ສວມໃສ່ດ້ວຍສິ່ງທີ່ເປື່ອຍເນົ່າບໍ່ໄດ້, ແລະ ສະພາບທີ່ຕ້ອງຕາຍນີ້ສວມໃສ່ດ້ວຍສະພາບທີ່ບໍ່ຕາຍ, ຈາກນັ້ນ ພຣະຄັມ ທີ່ຂຽນໄວ້ຈະສຳເລັດວ່າ, "ຄວາມຕາຍຖືກກືນເຂົ້າໃນຊັຍຊະນະແລ້ວ.55"ໂອ້ ຄວາມຕາຍ, ຊັຍຊະນະຂອງມຶງຢູ່ໃສ? ໂອ້ ຄວາມຕາຍ, ໄລພິດຂອງມຶງຢູ່ໃສ?56ໄລຜິດຂອງຄວາມຕາຍນັ້ນຄືຄວາມບາບ, ແລະ ອຳນາດຂອງຄວາມບາບຄືກົດບັນຍັດ.57ຂໍໂມທະນາຂອບຄຸນແດ່ພຣະເຈົ້າ, ຜູ້ປະທານຊັຍຊະນະແກ່ເຮົາ ໂດຍທາງອົງພຣະເຢຊູຄຣິດເຈົ້າຂອງເຮົາ!58ສະນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງຫມັ້ນຄົງຢູ່ແລະຢ່າຫວັ່ນໄຫວ. ຈົ່ງປະຕິບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ຄົບບໍຣິບູນທຸກເວລາ, ເພາະວ່າທ່ານທັງຫລາຍຮູ້ວ່າ ໃນອົງພຣະຜູ້ເປັນເຈົ້າ ການພຽນພະຍາຍາມຂອງທ່ານຈະບໍ່ເສັຍປະໂຫຍດ.
1ເລື່ອງກຽ່ວກັບຊັບຊຶ່ງມີການແຜ່ເພື່ອສົງເຄາະແກ່ໄພ່ພົນຂອງພຣະເຈົ້ານັ້ນ, ຂ້າພະເຈົ້າສັ່ງຄຣິສຕະຈັກໃນແຂວງຄາລາເຕຍວ່າແນວໃດ, ທ່ານທັງຫລາຍກໍ່ຈົ່ງເຮັດເຊັ່ນນັ້ນ.2ທຸກວັນຕົ້ນອາທິດໃດ, ໃຫ້ພວກທ່ານແຕ່ລະຄົນແຍກເງິນອອກ ແລະ ສະສົມໄວ້ຕາມທີ່ທ່ານສາມາດເຮັດໄດ້. ເພື່ອຈະບໍ່ຕ້ອງເກັບສັ່ງສົມເມື່ອຂ້າພະເຈົ້າມາຮອດ.3ແລະເມື່ອຂ້າພະເຈົ້າມາແລ້ວ, ຖ້າພວກທ່ານເຫັນດີນຳໃຜ, ຂ້າພະເຈົ້າຈະສົ່ງຄົນນັ້ນໃຫ້ນຳເງິນຖວາຍຂອງທ່ານ ພ້ອມກັບຈົດຫມາຍໄປທີ່ນະຄອນ ເຢຣູຊາເລັມ.4ແລະຖ້າເຫັນວ່າຂ້າພະເຈົ້າຄວນຈະໄປດ້ວຍ ພວກເຂົາກໍ່ຈະໄປພ້ອມກັບຂ້າພະເຈົ້າ.5ເມື່ອຂ້າພະເຈົ້າຜ່ານແຂວງມາເກໂດເນຍແລ້ວ. ຂ້າພະເຈົ້າຈະມາຫາທ່ານທັງຫລາຍ. ເພາະຂ້າພະເຈົ້າຈະໄປທາງມາເກໂດເນຍ.6ແລະ ຂ້າພະເຈົ້າອາດຈະພັກກັບທ່ານ ຫລື ອາດຈະຢູ່ຈົນຮອດຣະດູຫນາວ, ເພື່ອວ່າເມື່ອຂ້າພະເຈົ້າຈະໄປທາງໃດ, ພວກທ່ານຈະໄດ້ສົ່ງຂ້າພະເຈົ້າໄປ.7ເພາະວ່າຂ້າພະເຈົ້າບໍ່ຕ້ອງການພົບພວກທ່ານໃນຊ່ວງເວລາສັ້ນໆ. ແຕ່ຂ້າພະເຈົ້າຫວັງວ່າຈະໄດ້ຢູ່ກັບພວກທ່ານໃນໄລຍະຫນຶ່ງ, ຖ້າອົງພຣະຜູ້ເປັນເຈົ້າເຫັນດີ.8ແລະ ຂ້າພະເຈົ້າຈະຢູ່ທີ່ເມືອງ ເອເຟໂຊ, ຈົນຮອດເທດສະການ ເພັນເຕຄໍສະເຕ.9ເພາະວ່າທີ່ນີ້ມີປະຕູເປີດໃຫ້ກັບຂ້າພະເຈົ້າຢ່າງກວ້າງຂວາງ, ແລະ ຄົນຂັດຂວາງກໍ່ມີຫລາຍ.10ເມື່ອຕີໂມທຽວມາຫາທ່ານ, ຈົ່ງຣະວັງຢ່າເຮັດໃຫ້ລາວບໍ່ສະບາຍໃຈເມື່ອຢູ່ກັບພວກທ່ານ, ເພາະລາວເຮັດວຽກຂອງອົງພຣະຜູ້ເປັນເຈົ້າຄືກັບຂ້າພະເຈົ້າ.11ຢ່າໃຫ້ຄົນດູຫມິ່ນລາວ. ຈົ່ງຊ່ວຍລາວໃຫ້ເດີນທາງໄປໂດຍສັນຕິສຸກ, ເພື່ອລາວຈະກັບມາຫາຂ້າພະເຈົ້າ. ເພາະຂ້າພະເຈົ້າກຳລັງລໍຖ້າລາວກັບພວກພີ່ນ້ອງຢູ່.12ສ່ວນເລື່ອງຂອງ ອາໂປໂລ, ເຊິ່ງເປັນພີ່ນ້ອງຂອງເຮົານັ້ນ. ຂ້າພະເຈົ້າຂໍຮ້ອງໃຫ້ລາວໃຫ້ໄປຢ້ຽມຢາມທ່ານທັງຫລາຍ ພ້ອມກັບພວກພີ່ນ້ອງ. ແຕ່ລາວຍັງບໍ່ຕ້ອງການໄປໃນເວລານີ້. ເຖິງຢ່າງໃດກໍ່ຕາມ, ລາວຈະໄປເມື່ອຮອດເວລາທີ່ເຫມາະສົມ.13ຈົ່ງເຝົ້າຣະວັງໃຫ້ດີ ຈົ່ງຫມັ້ນຄົງໃນຄວາມເຊື່ອ ຈົ່ງເປັນຄົນກ້າຫານ, ຈົ່ງເຂັ້ມແຂງ.14ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ.15ທ່ານຮູ້ວ່າຄອບຄົວຂອງສະເຕຟານາ, ເປັນຄຣິສຕຽນພວກທຳອິດໃນແຂວງ ອະຂາຢາ, ແລະ ພວກເຂົາໄດ້ອຸທິດຕົນໃນງານບົວຣະບັດຮັບໃຊ້ໄພ່ພົນຂອງພຣະເຈົ້າ. ຂ້າພະເຈົ້າຂໍຮ້ອງ, ທ່ານທັງຫລາຍ,16ໃຫ້ຖ່ອມຕົວຕໍ່ຄົນເຊັ່ນນີ້ ແລະ ຕໍ່ທຸກຄົນທີ່ຮ່ວມເຮັດວຽກ ແລະ ພຽນພະຍາຍາມກັບພວກເຮົາ.17ແລະຂ້າພະເຈົ້າດີໃຈທີ່ ສະເຕຟານາ, ຟອກຕູນາໂຕ, ແລະ ອະຂາອີໂກມາຫາ. ພວກເຂົາໄດ້ຊົດເຊີຍການທີ່ພວກທ່ານບໍ່ມານັ້ນຈົນຄົບຖ້ວນ.18ເພາະວ່າພວກເຂົາເຮັດໃຫ້ວິນຍານຂອງຂ້າພະເຈົ້າແລະ ຂອງພວກກທ່ານມີຄວາມສຸກ. ເພາະສະນັ້ນ, ທ່ານທັງຫລາຍຈົ່ງຍອມຮັບຄົນແບບນີ້.19ຄຣິສຕະຈັກຕ່າງໆໃນແຂວງເອເຊຍຝາກຄຳທັກທາຍມາຫາທ່ານທັງຫລາຍ. ອາກີລາ ແລະ ປີຊະກີລາ, ກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງພວກເຂົາຝາກຄຳທັກທາຍມາຫາພວກທ່ານໃນອົງພຣະຜູ້ເປັນເຈົ້າ. 20ພີ່ນ້ອງທຸກຄົນຝາກຄຳທັກທາຍມາຫາທ່ານ. ຈົ່ງທັກທາຍເຊິ່ງກັນ ແລະ ກັນດ້ວຍຈູບທີ່ບໍຣິສຸດ.21ຂ້າພະເຈົ້າ, ໂປໂລ, ຂຽນຈົດຫມາຍ ນີ້ດ້ວຍລາຍມືຂອງຂ້າພະເຈົ້າເອງ.22ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າ, ກໍ່ຂໍໃຫ້ຄົນນັ້ນຖືກສາບແຊ່ງ. ຂໍອົງພຣະຜູ້ເປັນເຈົ້າຂອງເຮົາ, ສະເດັດມາເຖີດ!23ຂໍພຣະຄຸນຂອງພຣະເຢຊູຄຣິດເຈົ້າສະຖິດກັບທ່ານທັງຫລາຍ.24ຄວາມຮັກຂອງຂ້າພະເຈົ້າຢູ່ກັບພວກທ່ານທຸກຄົນໃນພຣະເຢຊູຄຣິດເຈົ້າ.
1ໂປໂລ, ຜູ້ເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ຕາມພຣະປະສົງຂອງພຣະເຈົ້າ ແລະ ຕີໂມທຽວ ຜູ້ເປັນນ້ອງຊາຍຂອງເຮົາ, ເຖິງຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ໃນເມືອງ ໂກຣິນໂທ, ແລະ ບັນດາຜູ້ເຊື່ອທຸກຄົນທີ່ຢູ່ທົ່ວແຂວງ ອະຂາຢາ.2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກເຊິ່ງມາຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດກັບທ່ານທັງຫລາຍເຖີດ.3ສາທຸການແດ່ພຣະເຈົ້າ ພຣະບິດາແຫ່ງພຣະເຢຊູຄຣິດເຈົ້າຂອງເຮົາ. ພຣະບິດາຜູ້ຊົງມີຄວາມເມດຕາ ແລະ ພຣະເຈົ້າແຫ່ງຄວາມຊູໃຈ ແລະ ພຣະເຈົ້າແຫ່ງຄວາມເລົ້າໂລມໃຈທຸກຢ່າງ.4ພຣະເຈົ້າເລົ້າໂລມໃຈເຮົາໃນຄວາມທຸກລຳບາກທັງຫມົດຂອງເຮົາ, ເພື່ອທີ່ວ່າເຮົາຈະສາມາດເລົ້າໂລມໃຈຜູ້ທີ່ທຸກລຳບາກຢ່າງໃດຢ່າງຫນື່ງ. ໄດ້ດ້ວຍຄວາມເລົ້າໂລມໃຈຢ່າງດຽວກັນກັບທີ່ພຣະເຈົ້າເຄີຍເລົ້າໂລມໃຈເຮົາ.5ເພາະວ່າຄວາມທຸກຍາກຂອງພຣະຄຣິດ ເພື່ອເຫັນແກ່ເຮົາມີຫລາຍເຫລືອລົ້ນຢ່າງໃດ, ການເລົ້າໂລມໃຈຂອງເຮົາ ເນື່ອງຈາກພຣະຄຣິດກໍຫລາຍເຫລືອລົ້ນຢ່າງນັ້ນ.6ແຕ່ທີ່ເຮົາຍອມທຸກຍາກນັ້ນ, ກໍ່ເພື່ອໃຫ້ທ່ານໄດ້ຮັບຄວາມເລົ້າໂລມໃຈ ແລະ ຄວາມພົ້ນ; ແລະ ທີ່ເຮົາໄດ້ຮັບການເລົ້າໂລມໃຈ, ກໍ່ເພື່ອໃຫ້ທ່ານໄດ້ຮັບການເລົ້າໂລມໃຈເຊັ່ນກັນ. ຄວາມເລົ້າໂລມໃຈຂອງພວກທ່ານທີ່ຈະມີຢ່າງເຕັມທີ່ເມື່ອພວກທ່ານໄດ້ພະຍາຍາມອົດທົນກັບຄວາມທຸກຍາກຄືດັ່ງທີ່ເຮົາໄດ້ອົດທົນນັ້ນ.7ແລະ ເຮົາມີຄວາມຫມັ້ນໃຈຢ່າງແນ່ນອນໃນທ່ານທັງຫລາຍ, ເພາະເຮົາຮູ້ວ່າພວກທ່ານມີສ່ວນໃນຄວາມທຸກຍາກຂອງເຮົາແນວໃດ, ທ່ານກໍ່ຈະມີສ່ວນໃນການໃຫ້ກຳລັງໃຈຂອງເຮົາຢ່າງນັ້ນ.8ພີ່ນ້ອງທັງຫລາຍ, ເຮົາຕ້ອງການໃຫ້ພວກເຈົ້າຮູ້ກ່ຽວກັບຄວາມທຸກຍາກຕ່າງໆ, ທີ່ເກີດຂື້ນກັບເຮົາໃນແຂວງ ເອເຊຍ. ເຊິ່ງຄວາມທຸກນັ້ນ ຫນັກເກີນກວ່າທີ່ພວກເຮົາຈະອົດທົນໄດ້, ຄວາມທຸກຍາກນັ້ນຫລວງຫາຍຈົນເຮັດໃຫ້ເຮົາເກືອບຫມົດຫວັງທີ່ຈະເອົາຊີວິດລອດມາໄດ້.9ທີ່ຈິງ, ເຮົາຖືກຕັດສິນໂທດປະຫານຊີວິດແລ້ວ. ແຕ່ທີ່ເປັນແບບນັ້ນກໍ່ເພື່ອບໍ່ໃຫ້ເຮົາໄວ້ໃຈຕົວເອງ, ແຕ່ໃຫ້ໄວ້ໃຈໃນພຣະເຈົ້າຜູ້ຊົງໂຜດໃຫ້ຄົນທັງຫລາຍຟື້ນຈາກຄວາມຕາຍ.10ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກມໍລະນະໄພທີ່ເຮັດໃຫ້ພວກເຮົາເກືອບຕາຍແລ້ວນັ້ນ, ພຣະອົງກໍ່ຈະຊົງຊ່ວຍເຮົາ. ເຮົາໄວ້ໃຈໃນພຣະອົງວ່າ ພຣະອົງຈະຊົງຊ່ວຍເຮົາອີກຕໍ່ໄປ.11ພວກທ່ານມີສ່ວນໃນການຊ່ວຍເຫລືອເຮົາໂດຍການທູນຂໍຕໍ່ພຣະເຈົ້າເພື່ອເຮົາ. ແລ້ວພຣະອົງຈະຊົງເຮັດຕາມນັ້ນ ດັ່ງນັ້ນ ຄົນຈໍານວນຫລວງຫຼາຍຈະໄດ້ຂອບພຣະຄຸນເພາະຂ້າພະເຈົ້າ ເນື່ອງຈາກພຣະຄຸນທີ່ປະທານແກ່ເຮົາຜ່ານທາງການອະທິຖານຂອງຫຼາຍໆຄົນ.12ນີ້ເປັນສິ່ງທີ່ພວກເຮົາພູມໃຈ: ຄືໃຈສຳນຶກຜິດແລະຊອບຂອງພວກເຮົາ ເປັນພະຍານ. ວ່າພວກເຮົາໄດ້ປະຕິບັດຕົວເອງເປັນທີ່ມີຊື່ສຽງຕໍ່ໂລກ ດ້ວຍໃຈທີ່ບໍລິສຸດ ແລະ ຄວາມຈິງໃຈທີ່ມາຈາກພຣະເຈົ້າ. ພວກເຮົາໄດ້ປະຕິບັດຕໍ່ພວກທ່ານຫລາຍກວ່ານັ້ນອີກ ໂດຍທີ່ບໍ່ໄດ້ປະຕິບັດຕາມປັນຍາຂອງໂລກນີ້, ແຕ່ຕາມພຣະຄຸນຂອງພຣະເຈົ້າ.13ເຮົາບໍ່ໄດ້ຂຽນເລື່ອງອື່ນໃດເຖິງພວກທ່ານເລີຍນອກຈາກເລື່ອງຊຶ່ງທ່ານສາມາດອ່ານ ແລະ ເຂົ້າໃຈໄດ້.14ເຖິງວ່າ ຕອນນີ້ທ່ານເຂົ້າໃຈບາງຢ່າງຢູ່, ແຕ່ໃນວັນແຫ່ງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ, ພວກທ່ານຈະພູມໃຈໃນພວກເຮົາຢ່າງທີ່ພວກເຮົາພູມໃຈໃນພວກທ່ານ.15ເພາະຫມັ້ນໃຈໃນເລື່ອງນີ້, ຂ້າພະເຈົ້າຈື່ງມີຄວາມປາຖະຫນາທີ່ຈະມາຫາພວກທ່ານກ່ອນ, ເພື່ອທ່ານທັງຫລາຍຈະໄດ້ຮັບຜົນປະໂຫຍດຈາກການທີ່ຂ້າພະເຈົ້າມາຢ້ຽມຢາມພວກທ່ານສອງຄັ້ງ.16ຂ້າພະເຈົ້າວາງແຜນທີ່ຈະມາຢ້ຽມຢາມພວກທ່ານໃນລະຫວ່າງທີ່ເດີນທາງໄປແຂວງ ມາເກໂດເນຍ. ຫລັງຈາກນັ້ນ ຈະມາຢ້ຽມຢາມທ່ານທັງຫລາຍອີກເທື່ອຫນື່ງ ເມື່ອກັບຈາກແຂວງ ມາເກໂດເນຍ ແລ້ວຫລັງຈາກນັ້ນພວກທ່ານຈະໄດ້ສົ່ງຂ້າພະເຈົ້າໄປທີ່ແຂວງ ຢູດາຍ.17ເມື່ອຂ້າພະເຈົ້າຄິດເຊັ່ນນີ້, ຂ້າພະເຈົ້າກຳລັງໂລເລບໍ? ຂ້າພະເຈົ້າວາງແຜນການຕາມມາດຕະຖານຂອງມະນຸດ, ເພື່ອທີ່ຂ້າພະເຈົ້າຈະເວົ້າວ່າ "ແມ່ນ" ຫຼື "ບໍ່ແມ່ນ ໃນເວລາດຽວກັນບໍ?18ແຕ່ພຣະເຈົ້າຊົງສັດຊື່ສັນໃດ, ເຮົາຈຶ່ງບໍ່ເວົ້າວ່າ "ແມ່ນ" ແລະ "ບໍ່ແມ່ນ" ໃນເວລາດຽວກັນສັນນັ້ນ.19ເພາະວ່າພຣະບຸດຂອງພຣະເຈົ້າຄື, ພຣະເຢຊູຄຣິດເຈົ້າ, ຜູ້ເຊິ່ງຂ້າພະເຈົ້າກັບ ຊີລາ, ແລະ ຕີໂມທຽວ, ໄດ້ປະກາດໃນບັນດາພວກທ່ານນັ້ນບໍ່ແມ່ນ, "ຄວາມຈິງ" ຫລື "ບໍ່ຈິງ." ແບບຊື່ໆ ແຕ່ພຣະອົງຊົງເປັນ, "ຄວາມຈິງ" ສະເຫມີ.20ເພາະວ່າພຣະສັນຍາຂອງພຣະເຈົ້າທຸກຂໍ້ນັ້ນເປັນ "ຄວາມຈິງ" ໂດຍພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາຈື່ງກ່າວວ່າ "ອາແມນ" ໂດຍພຣະອົງ ອັນເປັນການຖວາຍກຽດແດ່ພຣະເຈົ້າ.21ບັດນີ້ ພຣະເຈົ້າຊົງເປັນຜູ້ຊຶ່ງຕັ້ງພວກເຮົາກັບທ່ານທັງຫລາຍໄວ້ໃນພຣະຄຣິດ, ແລະ ພຣະອົງໄດ້ຊົງຫົດສົງພວກເຮົາໄວ້.22ພຣະອົງຊົງໄດ້ປະທັບຕາພວກເຮົາ ແລະ ປະທານພຣະວິນຍານໄວ້ໃນໃຈຂອງພວກເຮົາ ເພື່ອເປັນຫລັກປະກັນເຖິງສິ່ງທີ່ພຣະອົງຈະປະທານໃຫ້ແກ່ພວກເຮົາໃນພາຍຫລັງ.23ທັງນີ້, ຂໍພຣະເຈົ້າຊົງເປັນພະຍານຝ່າຍ ຂ້າພະເຈົ້າວ່າ ການທີ່ຂ້າພະເຈົ້າຍັງບໍ່ໄດ້ໄປຮອດເມືອງໂກຣິນໂທນັ້ນ ກໍ່ເພື່ອຈະລະເວັ້ນໂທດພວກທ່ານໄວ້ກ່ອນ24ເຮົາບໍ່ໄດ້ພະຍາຍາມທີ່ຈະຄວບຄຸມຄວາມເຊື່ອຂອງທ່ານ. ແຕ່ເຮົາເຮັດວຽກງານຮ່ວມກັບພວກທ່ານເພື່ອທ່ານທັງຫລາຍຈະມີຄວາມຍິນດີ, ໃນຂະນະທີ່ພວກທ່ານຢືນຫມັ້ນຢູ່ໃນຄວາມເຊື່ອ.
1ດັ່ງນັ້ນ ຂ້າພະເຈົ້າຈື່ງຕັດສິນໃຈວ່າ ຈະບໍ່ມາເຮັດໃຫ້ທ່ານທັງຫລາຍເກີດຄວາມທຸກອີກ.2ເພາະຖ້າຂ້າພະເຈົ້າເຮັດໃຫ້ພວກທ່ານເປັນທຸກ, ໃຜຈະເຮັດໃຫ້ຂ້າພະເຈົ້າມີຄວາມຍິນດີ ນັ້ນຄືຄົນທີ່ຂ້າພະເຈົ້າເຮັດໃຫ້ມີຄວາມທຸກນັ້ນແຫຼະ?3ຂ້າພະເຈົ້າໄດ້ຂຽນຂໍ້ຄວາມນັ້ນ ເພື່ອວ່າເມື່ອຂ້າພະເຈົ້າມາ ຂ້າພະເຈົ້າຈະບໍ່ໄດ້ກັງວົນໃຈກັບໂດຍຄົນເຫລົ່ານັ້ນ ຜູ້ທີ່ຄວນຈະເຮັດໃຫ້ຂ້າພະເຈົ້າມີຄວາມຊື່ນຊົມຍິນດີ. ຂ້າພະເຈົ້າໄວ້ໃຈໃນພວກທ່ານວ່າ ຄວາມຍິນດີຂອງຂ້າພະເຈົ້ານັ້ນ ກໍ່ເປັນຄວາມຍິນດີຂອງພວກທ່ານເຊັ່ນກັນ.4ເພາະວ່າ ຂ້າພະເຈົ້າໄດ້ຂຽນເຖິງທ່ານດ້ວຍຄວາມທຸກຍາກລຳບາກຢ່າງຫລວງຫລາຍ, ດ້ວຍຫົວໃຈທີ່ເຈັບປວດ, ແລະ ດ້ວຍນໍ້າຕາໄຫລຢ່າງຫລວງຫລາຍ. ຂ້າພະເຈົ້າບໍ່ໄດ້ປາຖະຫນາໃຫ້ພວກທ່ານມີຄວາມທຸກ. ແຕ່ຂ້າພະເຈົ້າປາຖະຫນາທີ່ຈະໃຫ້ທ່ານຮູ້ຈັກຄວາມຮັກອັນເລິກເຊິ່ງ ຊຶ່ງຂ້າພະເຈົ້າມີຕໍ່ທ່ານທັງຫລາຍ.5ຖ້າຫາກວ່າຜູ້ໃດເປັນສາເຫດເຮັດໃຫ້ເກີດຄວາມທຸກ, ຜູ້ນັ້ນກໍບໍ່ໄດ້ເຮັດໃຫ້ຂ້າພະເຈົ້າເປັນທຸກຢູ່ຄົນດຽວ, ແຕ່ໄດ້ເຮັດໃຫ້ພວກທ່ານທຸກຄົນເປັນທຸກດ້ວຍ ເພາະວ່າຂ້າພະເຈົ້າບໍ່ຢາກຈະເວົ້າແຮງກັບພວກທ່ານຈົນເກີນໄປ.6ການທີ່ຄົນສ່ວນຫລາຍທີ່ໄດ້ລົງໂທດຄົນດັ່ງກ່າວກໍພຽງພໍແລ້ວ.7ດັ່ງນັ້ນ ໃນເວລານີ້, ສິ່ງທີ່ຄວນເຮັດຫລາຍກວ່າການລົງໂທດຄືການໃຫ້ອະໄພ ແລະ ເລົ້າໂລມໃຈລາວ. ເພາະຢ້ານວ່າລາວຈະຈົມລົງໃນຄວາມທຸກເຫລືອລົ້ນ.8ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍໃຫ້ກຳລັງໃຈທ່ານທີ່ຢືນຢັນຄວາມຮັກທີ່ມີຕໍ່ລາວໃນກາງສາທາລະນະຊົນ.9ນີ້ຄືເຫດຜົນທີ່ຂ້າພະເຈົ້າໄດ້ຂຽນ, ເພື່ອທີ່ຈະທົດລອງໃຈທ່ານທັງຫລາຍ ແລະ ເພື່ອທີ່ຈະຮູ້ວ່າພວກທ່ານຈະຍອມເຊື່ອຟັງໃນທຸກເລື່ອງຫລືບໍ່.10ຖ້າພວກທ່ານໃຫ້ອະໄພກັບຜູ້ໃດ, ຂ້າພະເຈົ້າກໍ່ຈະໃຫ້ອະໄພກັບຜູ້ນັ້ນດ້ວຍ. ສິ່ງທີ່ຂ້າພະເຈົ້າໄດ້ໃຫ້ອະໄພໄປນັ້ນຖ້າຂ້າພະເຈົ້າໄດ້ໃຫ້ອະໄພໃນເລື່ອງໃດຂ້າພະເຈົ້າກໍ່ເຮັດ ເພາະເຫັນແກ່ທ່ານທັງຫລາຍ ສະເພາະພຣະພັກຂອງພຣະຄຣິດ.11ເພື່ອວ່າເຮົາຈະໄດ້ບໍ່ຫລົງກົນອຸບາຍມານຊາຕານ. ເພາະວ່າພວກເຮົາຮູ້ແຜນການຕ່າງໆຂອງມັນ.12ເມື່ອຂ້າພະເຈົ້າ ມາຮອດເມືອງ ໂທອາດ ເພື່ອປະກາດຂ່າວປະເສີດຂອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າກໍຊົງເປີດທາງໃຫ້ແກ່ຂ້າພະເຈົ້າ.13ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າກໍຍັງບໍ່ມີຄວາມສະບາຍໃຈເລີຍ, ເພາະວ່າຂ້າພະເຈົ້າບໍ່ພົບ ຕີໂຕ ນ້ອງຊາຍຂອງຂ້າພະເຈົ້າທີ່ນັ້ນ. ຂ້າພະເຈົ້າຈື່ງໄດ້ບອກລາພວກນັ້ນ ແລະ ເດີນທາງກັບໄປທີ່ແຂວງ ມາເກໂດເນຍ.14ແຕ່ຂອບພຣະຄຸນພຣະເຈົ້າ, ຜູ້ຊົງໃຫ້ພວກເຮົາມີໄຊຊະນະສະເຫມີໃນພຣະຄຣິດ. ແລະ ຊົງໂຜດໃຫ້ກິ່ນຫອມອັນອ່ອນຫວານແຫ່ງຄວາມຮູ້ຂອງພຣະອົງກະຈາຍໄປທົ່ວທຸກບ່ອນໂດຍຜ່ານທາງພວກເຮົາ.15ເພາະສຳລັບພຣະເຈົ້າແລ້ວ, ພວກເຮົາເປັນກິ່ນອັນຫອມຫວານຂອງພຣະຄຣິດ ທັງໃນບັນດາຄົນທີ່ກຳລັງຈະລອດພົ້ນ ແລະ ໃນບັນດາຄົນທີ່ກຳລັງຈະຈິບຫາຍດ້ວຍ.16ຝ່າຍຄົນທີ່ກຳລັງຈະຈິບຫາຍ, ກໍ່ເປັນກິ່ນແຫ່ງຄວາມຕາຍເຊິ່ງນຳໄປສູ່ຄວາມຕາຍ. ຝ່າຍຄົນກຳລັງຈະລອດພົ້ນ, ກໍ່ເປັນກິ່ນແຫ່ງຊີວິດທີ່ນຳໄປສູ່ຊີວິດ. ແລ້ວໃຜຈະມີຄວາມເຫມາະສົມກັບພັນທະກິດເຫລົ່ານີ້?17ເພາະວ່າພວກເຮົາບໍ່ເປັນຄືກັບຄົນຈຳນວນຫລວງຫລາຍທີ່ຫາຜົນປະໂຫຍດຈາກພຣະຄຳຂອງພຣະເຈົ້າ. ແຕ່ພວກເຮົາກ່າວໃນພຣະຄຣິດດ້ວຍແຮງຈູງໃຈທີ່ບໍຣິສຸດ, ຄືກັບຄົນທີ່ມາຈາກພຣະເຈົ້າ ແລະ ຢູ່ໃນສາຍພຣະເນດຂອງພຣະເຈົ້າ.
1ພວກເຮົາກຳລັງຍ້ອງຍໍຕົວເຮົາເອງອີກແລ້ວບໍ? ເຮົາຕ້ອງການຫນັງສືແນະນຳຕົວຕໍ່ພວກທ່ານ ຫລື ຈາກພວກທ່ານ, ເຫມືອນກັບບາງຄົນບໍ?2ຕົວທ່ານທັງຫລາຍເອງເປັນຫນັງສືທີ່ແນະນຳພວກເຮົາ, ຊຶ່ງໄດ້ຂຽນໄວ້ທີ່ດວງໃຈຂອງເຮົາ, ເພື່ອໃຫ້ຄົນທັງປວງໄດ້ຮູ້ ແລະ ໄດ້ອ່ານ.3ແລະ ທ່ານທັງຫລາຍເອງກໍ່ໄດ້ສະແດງໃຫ້ເຫັນວ່າ ພວກທ່ານເປັນຫນັງສືຂອງພຣະຄຣິດ, ທີ່ພວກເຮົາເປັນຜູ້ສົ່ງ ແລະ ບໍ່ໄດ້ຂຽນດ້ວຍນໍ້າມຶກ ແຕ່ໂດຍພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະ ບໍ່ໄດ້ຂຽນໄວ້ເທິງແຜ່ນສີລາ, ແຕ່ຂຽນໄວ້ທີ່ດວງໃຈຂອງມະນຸດ.4ແລະ ພວກເຮົາມີຄວາມຫມັ້ນໃຈຢ່າງນີ້ໃນພຣະເຈົ້າ ໂດຍຜ່ານທາງພຣະຄຣິດ.5ພວກເຮົາບໍ່ໄດ້ຖືວ່າສີ່ງຫນື່ງສີ່ງໃດເກີດຈາກຄວາມສາມາດຂອງຕົວພວກເຮົາເອງ. ແຕ່ວ່າ, ຄວາມສາມາດຂອງພວກເຮົານັ້ນມາຈາກພຣະເຈົ້າ.6ແລະ ພຣະເຈົ້າອົງນີ້ໄດ້ເຮັດໃຫ້ເຮົາເປັນຜູ້ບົວລະບັດແຫ່ງພັນທະສັນຍາໃຫມ່. ບໍ່ແມ່ນຕາມຕົວຫນັງສືແຕ່ຕາມພຣະວິນຍານ ດ້ວຍວ່າຕົວຫນັງສືນັ້ນເຮັດໃຫ້ພວກເຮົາຕ້ອງຕາຍ, ແຕ່ພຣະວິນຍານນັ້ນເຮັດໃຫ້ພວກເຮົາມີຊີວິດ.7ແຕ່ຖ້າການບົວລະບັດທີ່ນຳໄປສູ່ຄວາມຕາຍຕາມໂຕຫນັງສືທີ່ໄດ້ຂຽນໄວ້ເທິງສີລານັ້ນກໍມາພ້ອມສະຫງ່າລາສີຈົນຄົນ ອິດສະລາເອນ ບໍ່ສາມາດຈະເບິ່ງຫນ້າຂອງ ໂມເຊ ໄດ້. ເພາະສະຫງ່າລາສີເທິງໃບຫນ້າຂອງທ່ານ, ເຖິງແມ່ນວ່າເປັນສະຫງ່າລາສີທີ່ຈາງຫາຍໄປ.8ດັ່ງນັ້ນ ການບົວລະບັດຕາມພຣະວິນຍານ ກໍຍິ່ງຈະມີສະຫງ່າລາສີຫລາຍກວ່ານັ້ນອີກບໍ່ແມ່ນບໍ?9ເພາະຖ້າການບົວລະບັດທີ່ກ່ຽວກັບການລົງໂທດຍັງມີສະຫງ່າລາສີແລ້ວ, ການບົວລະບັດກ່ຽວກັບການຊອບທຳຍີ່ງຈະມີສະຫງ່າລາສີຫລາຍກວ່າຫລາຍເທົ່າ!10ເພາະວ່າໃນຄວາມເປັນຈິງນັ້ນ, ສະຫງ່າລາສີທີ່ເຄີຍມີນັ້ນກໍ່ບໍ່ມີອີກຕໍ່ໄປ, ເນື່ອງຈາກສະຫງ່າລາສີທີ່ໃຫຍ່ກວ່າເຕັມທັບໄວ້.11ເພາະວ່າຖ້າສິ່ງທີ່ຈາງຫາຍໄປຍັງມາດ້ວຍສະຫງ່າລາສີແລ້ວ, ສິ່ງທີ່ຍືນຍົງກໍ່ຈະມາພ້ອມສະຫງ່າລາສີທີ່ຍິ່ງໃຫຍ່ກວ່າຫຼາຍເທົ່າ!12ເມື່ອພວກເຮົາມີຄວາມຫມັ້ນໃຈຢ່າງນັ້ນແລ້ວ, ພວກເຮົາຈື່ງມີຄວາມກ້າຫານ.13ພວກເຮົາຈຶ່ງບໍ່ຄືກັບ ໂມເຊ, ທີ່ເອົາຜ້າປົກຄຸມຫນ້າໄວ້, ເພື່ອບໍ່ໃຫ້ຄົນ ອິດສະຣາເອນ ແນມເບິ່ງການສີ້ນສຸດຂອງສະຫງ່າລາສີ ທີ່ຄ່ອຍໆສູນຫາຍໄປນັ້ນ.14ແຕ່ສ່ວນຄົນທີ່ຄວາມຄິດຂອງເຂົາຖືກປິດໄປ. ເພາະວ່າຕະຫລອດມາຈົນເຖິງທຸກວັນນີ້ ເມື່ອລາວອ່ານພຣະຄຳພີເດີມ. ຜ້າຄຸມນັ້ນກໍ່ຍັງຄົງຢູ່ບໍ່ໄດ້ຖືກເປີດອອກ, ເພາະວ່າຈະເປີດອອກໄດ້ ກໍ່ໂດຍພຣະຄຣິດເທົ່ານັ້ນ.15ແຕ່ວ່າຕະຫລອດມາຈົນເຖິງທຸກວັນນີ້, ເມື່ອໃດທີ່ລາວອ່ານຖ້ອຍຄຳຂອງ ໂມເຊ, ຜ້າຄຸມນັ້ນກໍ່ຍັງຄົງປິດໃຈຂອງລາວຢູ່.16ແຕ່ເມື່ອຜູ້ໃດຫລຽວກັບມາຫາອົງພຣະຜູ້ເປັນເຈົ້າ, ຜ້າຄຸມນັ້ນກໍຈະຖືກເປີດອອກ.17ອົງພຣະຜູ້ເປັນເຈົ້າຊົງເປັນພຣະວິນຍານ. ແລະ ເມື່ອພຣະວິນຍານຊົງຢູ່ບ່ອນໃດ, ເສລີພາບກໍ່ມີຢູ່ທີ່ນັ້ນ.18ແລະ ບັດນີ້, ພວກເຮົາທຸກຄົນທີ່ບໍ່ມີຜ້າຄຸມຫນ້ານັ້ນຕົວພວກເຮົາຈຶ່ງສະທ້ອນສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າ. ແລ້ວພວກເຮົາກໍ່ໄດ້ຮັບການປ່ຽນແປງໃຫ້ເປັນຄືກັບລັກສະນະທີ່ເຕັມໄປດ້ວຍສະຫງ່າລາສີຂອງພຣະອົງ, ຄືມີກຽດຕິຍົດເປັນລຳດັບຂຶ້ນໄປຄືກັບກຽດຕິຍົດທີ່ຈາກອົງພຣະຜູ້ເປັນເຈົ້າ, ຜູ້ຊົງເປັນພຣະວິນຍານ.
1ເພາະເຫດທີ່, ພວກເຮົາມີພັນທະກິດນີ້, ໂດຍໄດ້ຮັບຄວາມເມດຕາ, ພວກເຮົາຈຶ່ງບໍ່ທໍ້ຖອຍ.2ແຕ່ພວກເຮົາໄດ້ປະຖິ້ມສິ່ງຕ່າງໆທີ່ຫນ້າອັບອາຍ ແລະ ສິ່ງທີ່ປິດເຊື່ອງໄວ້. ພວກເຮົາບໍ່ໄດ້ດຳລົງຊີວິດຄືກັບຄົນທີ່ຫລອກລວງ ແລະ ພວກເຮົາບໍ່ໄດ້ໃຊ້ພຣະຄັມຂອງພຣະເຈົ້າຢ່າງບໍ່ຖືກຕ້ອງ. ໂດຍການທີ່ພວກເຮົາສະແດງຄວາມຈິງນັ້ນ, ພວກເຮົາໄດ້ມອບຕົວຂອງເຮົາໄວ້ກັບຈິດສຳນຶກຜິດ ແລະ ຊອບ ຂອງຄົນທັງປວງ ໃນສາຍພຣະເນດຂອງພຣະເຈົ້າ.3ແຕ່ຖ້າຂ່າວປະເສີດຂອງພວກເຮົາຍັງຖືກປິດບັງໄວ້, ກໍ່ຖືກປິດບັງໄວ້ຈາກຄົນເຫລົ່ານັ້ນທີ່ກຳລັງຈະດັບສູນໄປເທົ່ານັ້ນ.4ໃນກໍລະນີຂອງພວກເຂົາ, ກໍ່ຄືພຣະຂອງໂລກນີ້ໄດ້ປິດບັງໃຈທີ່ບໍ່ເຊື່ອຂອງພວກເຂົາໃຫ້ມືດມົວໄປ. ເພື່ອເຮັດໃຫ້ພວກເຂົາບໍ່ສາມາດເຫັນແສງສະຫວ່າງແຫ່ງຂ່າວປະເສີດ ເລື່ອງສະຫງ່າລາສີຂອງພຣະຄຣິດ, ຜູ້ຊົງເປັນລັກສະນະຂອງພຣະເຈົ້າໄດ້.5ເພາະວ່າພວກເຮົາບໍ່ໄດ້ປະກາດຕົວພວກເຮົາເອງ, ແຕ່ໄດ້ປະກາດພຣະເຢຊູຄຣິດເຈົ້າວ່າຊົງເປັນອົງພຣະຜູ້ເປັນເຈົ້າ, ແລະ ໄດ້ປະກາດຕົວເອງວ່າເປັນຜູ້ຮັບໃຊ້ຂອງທ່ານທັງຫລາຍ ເພາະເຫັນແກ່ພຣະເຢຊູຄຣິດເຈົ້າ.6ເພາະວ່າພຣະເຈົ້າເປັນຜູ້ທີ່ໄດ້ກ່າວວ່າ "ຄວາມສະຫວ່າງຈະສ່ອງອອກມາຈາກຄວາມມືດ." ພຣະອົງໄດ້ຊົງສ່ອງສະຫວ່າງເຂົ້າມາໃນໃຈຂອງພວກເຮົາ, ເພື່ອໃຫ້ເຮົາມີຄວາມສະຫວ່າງແຫ່ງຄວາມຮູ້ເຖິງສະຫງ່າຂອງພຣະເຈົ້າທີ່ຊົງສຳແດງອອກຜ່ານພຣະເຢຊູຄຣິດ.7ແຕ່ພວກເຮົາມີຊັບສົມບັດນີ້ຢູ່ໃນພາຊະນະດິນ, ເພື່ອທີ່ຈະສະແດງໃຫ້ເຫັນຢ່າງຊັດເຈນວ່າ ຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ບໍ່ໄດ້ມາຈາກຕົວເຮົາເອງ.8ພວກເຮົາປະສົບຄວາມຍາກລຳບາກທຸກທາງ, ແຕ່ບໍ່ໄດ້ຖືກຢຽບຢ່ຳ. ພວກເຮົາສັບສົນແຕ່ບໍ່ຫມົດຫວັງ.9ພວກເຮົາຖືກຂົ່ມເຫັງ ແຕ່ກໍບໍ່ຖືກປະຖິ້ມ. ພວກເຮົາຖືກຕີໃຫ້ລົ້ມລົງ ແຕ່ພວກເຮົາກໍບໍ່ໄດ້ຖືກທຳລາຍ.10ພວກເຮົາແບກຄວາມຕາຍຂອງພຣະເຢຊູຄຣິດເຈົ້າໄວ້ໃນຮ່າງກາຍພວກເຮົາສະເຫມີ, ເພື່ອວ່າຊີວິດຂອງພະເຢຊູຄຣິດເຈົ້າ ຈະປາກົດໃນຮ່າງກາຍຂອງພວກເຮົາເຊັ່ນກັນ.11ຂ້າພະເຈົ້າຜູ້ທີ່ຍັງມີຊີວິດຢູ່ນັ້ນຕ້ອງຖືກມອບໄວ້ກັບຄວາມຕາຍຢູ່ສະເຫມີເພາະເຫັນແກ່ພຣະເຢຊູຄຣິດເຈົ້າ, ເພື່ອທີ່ວ່າຊີວິດຂອງພຣະເຢຊູຄຣິດເຈົ້າຈະຊົງສຳແດ່ຜ່ານທາງຮ່າງກາຍຂອງພວກເຮົາທີ່ຕ້ອງຕາຍນັ້ນ.12ແລະ ດ້ວຍເຫດຜົນນີ້ເອງຄວາມຕາຍກຳລັງທຳງານໃນຊີວິດຂອງພວກເຮົາ, ແຕ່ຊີວິດກຳລັງທຳງານຢູ່ໃນທ່ານທັງຫລາຍ.13ແຕ່ວ່າພວກເຮົາມີວິນຍານແຫ່ງຄວາມເຊື່ອທີ່ເຫມືອນກັນ ຕາມທີ່ຂຽນໄວ້ວ່າ: “ຂ້າພະເຈົ້າເອງກໍເຊື່ອ, ດັ່ງນັ້ນຂ້າພະເຈົ້າຈື່ງເວົ້າເຊັ່ນກັນ." ພວກເຮົາເອງກໍມີຄວາມເຊື່ອເຊັ່ນດຽວກັນຄື ເມື່ອພວກເຮົາເຊື່ອແລ້ວ, ດັ່ງນັ້ນພວກເຮົາຈື່ງເວົ້າ14ພວກເຮົາຮູ້ວ່າ ພຣະອົງຊົງໃຫ້ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຟື້ນຄືນພຣະຊົນ. ຈະຊົງໂຜດໃຫ້ພວກເຮົາເປັນຄືນຂຶ້ນມາດ້ວຍກັນໂດຍພຣະເຢຊູຄຣິດເຈົ້າ ພວກເຮົາຮູ້ວ່າພຣະອົງຈະຊົງນຳພວກເຮົາເຂົ້າເຝົ້າພ້ອມກັບທ່ານທັງຫລາຍ.15ເພາະວ່າທຸກສິ່ງນັ້ນ ເປັນໄປເພື່ອປະໂຫຍດຂອງທ່ານທັງຫລາຍ, ເພື່ອທີ່ວ່າເມື່ອພຣະຄຸນໄດ້ແຜ່ໄປເຖິງຜູ້ຄົນຫລວງຫລາຍນັ້ນ, ກໍ່ຈະມີການຂອບພຣະຄຸນ ເພື່ອຖວາຍກຽດແດ່ພຣະເຈົ້າຫລາຍຂື້ນ.16ດັ່ງນັ້ນ ພວກເຮົາຈື່ງບໍ່ທໍ້ຖອຍ. ເຖິງແມ່ນວ່າຮ່າງກາຍພາຍນອກຂອງພວກເຮົາຈະຊຸດໂຊມໄປ, ແຕ່ຈິດໃຈພາຍໃນນັ້ນ ຍັງຄົງຈະເລີນຂື້ນໃຫມ່ທຸກວັນ.17ເພາະວ່າຄວາມທຸກຍາກເລັກໆນ້ອຍໆ, ທີ່ເຮົາຮັບພຽງຊົ່ວຄາວນັ້ນ ຈະຕຽມພວກເຮົາສຳລັບກຽດຕິຍົດຍິ່ງໃຫຍ່ຖາວອນ ຢ່າງບໍ່ມີສີ່ງປຽບທຽບ ເພາະວ່າ ພວກເຮົາບໍ່ໄດ້ເອົາໃຈໃສ່ສິ່ງຂອງທີ່ພວກເຮົາເບີ່ງເຫັນຢູ່ ແຕ່ເປັນສີ່ງຂອງທີ່ເບິ່ງບໍ່ເຫັນ.18ສິ່ງທີ່ພວກເຮົາເບີ່ງເຫັນນັ້ນບໍ່ຍືນຍົງ, ແຕ່ສິ່ງທີ່ເບີ່ງບໍ່ເຫັນນັ້ນກໍ່ຖາວອນນິລັນດອນ.
1ພວກເຮົາຮູ້ວ່າ ຖ້າເຮືອນດິນຊຶ່ງພວກເຮົາອາໄສຢູ່ນີ້ຖືກທຳລາຍລົງແລ້ວ, ພວກເຮົາກໍ່ຍັງມີທີ່ອາໄສຊຶ່ງມາຈາກພຣະເຈົ້າທີ່ບໍ່ໄດ້ສ້າງຂື້ນໂດຍມືຂອງມະນຸດ, ແຕ່ເປັນທີ່ຢູ່ອາໄສນິລັນດອນ, ໃນສະຫວັນ.2ເພາະວ່າໃນເຮືອນດິນນີ້ ພວກເຮົາຮ້ອງໄຫ້ຢູ່ ແລະ ປາຖະຫນາທີ່ຈະສວມໃສ່ທີ່ອາໄສຊຶ່ງມາຈາກສະຫວັນ.3ເພາະວ່າເມື່ອພວກເຮົາສວມໃສ່ແລ້ວ ເຮົາຈະໄດ້ບໍ່ຕ້ອງເປືອຍກາຍ.4ເພາະວ່າຂະນະທີ່ພວກເຮົາຢູ່ໃນເຮືອນດິນນີ້, ພວກເຮົາໂອຍຄາງເປັນທຸກ. ພວກເຮົາບໍ່ປາຖະຫນາທີ່ຈະເປືອຍກາຍ. ແຕ່ພວກເຮົາປາຖະຫນາທີ່ຈະຫົ່ມກາຍໃຫມ່ນັ້ນ, ເພື່ອວ່າຮ່າງກາຍທີ່ຕ້ອງຕາຍນີ້ ໄດ້ຖືກກືນກິນໂດຍຊີວິດນິລັນ.5ເພາະວ່າຜູ້ທີ່ຈັດຕຽມພວກເຮົາສຳລັບສິ່ງນີ້ຄືພຣະເຈົ້າ, ຜູ້ໄດ້ປະທານພຣະວິນຍານເປັນເຄື່ອງມັດຈຳແກ່ພວກເຮົາ ສຳລັບສິ່ງທີ່ຈະມາໃນອະນາຄົດ.6ດ້ວຍເຫດນີ້ ຈົ່ງມີຄວາມຫມັ້ນໃຈຢູ່ສະເຫມີ. ຈົ່ງຮູ້ວ່າໃນຂະນະທີ່ພວກເຮົາອາໄສໃນເຮືອນນີ້, ພວກເຮົາຢູ່ຫ່າງໄກຈາກພຣະເຈົ້າ.7ເພາະວ່າພວກເຮົາດຳເນີນໄປດ້ວຍຄວາມເຊື່ອ, ບໍ່ແມ່ນຕາມທີ່ຕາເບີ່ງເຫັນ.8ດັ່ງນັ້ນ ພວກເຮົາຈື່ງມີຄວາມຫມັ້ນໃຈ. ວ່າການທີ່ຈະອອກຈາກຮ່າງກາຍນີ້ ແລະ ໄປຢູ່ກັບພຣະຜູ້ເປັນເຈົ້ານັ້ນຍ່ອມດີກວ່າ.9ດັ່ງນັ້ນ ພວກເຮົາຈື່ງຕັ້ງເປົ້າໃສ່ວ່າ, ບໍ່ວ່າເຮົາຈະຢູ່ ຫລື ຈະຈາກຮ່າງກາຍນີ້ໄປ, ພວກເຮົາກໍ່ຈະເປັນທີ່ພໍພຣະໄທຂອງພຣະອົງ.10ເພາະວ່າພວກເຮົາທຸກຄົນນັ້ນຈະຕ້ອງປະກົດຕົວຕໍ່ບັນລັງແຫ່ງການພິພາກສາຂອງພຣະຄຣິດ, ເພື່ອທີ່ວ່າແຕ່ລະຄົນຈະໄດ້ຮັບຢ່າງເຫມາະສົມ ຕາມສິ່ງທີ່ໄດ້ເຮັດໃນຂະນະທີ່ອາໄສໃນຮ່າງກາຍນີ້, ບໍ່ວ່າຈະເປັນສີ່ງທີ່ດີ ແລະ ບໍ່ດີ.11ເພາະເຫດທີ່ຂ້າພະເຈົ້າຮູ້ຈັກຄວາມຫນ້າຢ້ານກົວຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກເຮົາຈຶ່ງໄດ້ຊັກຊວນຄົນທັງຫລາຍ. ພວກເຮົາເປັນແນວໃດນັ້ນ ກໍ່ເປັນທີ່ປະກົດຕົວຢ່າງຈະແຈ້ງຕໍ່ພຣະເຈົ້າແລ້ວ. ຂ້າພະເຈົ້າກໍ່ຍັງມີຄວາມຫວັງວ່າຈະປະກົດຢ່າງຈະແຈ້ງຕໍ່ຈິດສຳນຶກຜິດ ແລະ ຊອບຂອງທ່ານທັງຫລາຍດ້ວຍເຊັ່ນກັນ.12ພວກເຮົາບໍ່ໄດ້ພະຍາຍາມທີ່ຈະຊັກຊວນພວກທ່ານໃຫ້ຍ້ອງຍໍຕົວເຮົາອີກ. ແຕ່, ພວກເຮົາໃຫ້ທ່ານທັງຫລາຍມີໂອກາດທີ່ຈະອວດອ້າງພວກເຮົາໄດ້, ເພື່ອພວກທ່ານຈະມີຄຳຕອບໃຫ້ກັບຄົນເຫລົ່ານັ້້ນ ຜູ້ທີ່ມັກອວດອ້າງໃນສິ່ງທີ່ປາກົດ ແຕ່ບໍ່ມັກອວດອ້າງເຖິງສິ່ງທີ່ຢູ່ໃນໃຈ.13ເພາະວ່າ ຖ້າພວກເຮົາປະພຶດຢ່າງຄົນເສັຍສະຕິ, ພວກເຮົາກໍປະພຶດເພື່ອເຫັນແກ່ພຣະເຈົ້າ; ແລະ ຖ້າພວກເຮົາປະພຶດຢ່າງຄົນມີສະຕິ, ພວກເຮົາກໍ່ປະພຶດເພື່ອຜົນປະໂຫຍດຂອງທ່ານ.14ເພາະວ່າຄວາມຮັກຂອງພຣະຄຣິດໄດ້ຄວບຄຸມພວກເຮົາຢູ່, ເພາະພວກເຮົາແນ່ໃຈຢ່າງນີ້ວ່າ: ມີຄົນຫນື່ງໄດ້ຕາຍເພື່ອຄົນທັງປວງ, ດັ່ງນັ້ນທຸກຄົນຈື່ງໄດ້ຕາຍແລ້ວ.15ແລະ ພຣະຄຣິດຊົງສິ້ນພຣະຊົນເພື່ອຄົນທັງປວງ. ເພື່ອວ່າຄົນທັງຫລາຍທີ່ມີຊີວິດ ຈະບໍ່ໄດ້ຢູ່ເພື່ອຕົວເອງອີກຕໍ່ໄປ ແຕ່ຈະຢູ່ເພື່ອພຣະອົງຜູ້ໄດ້ຊົງສິ້ນພຣະຊົນ ແລະ ຊົງເປັນຄືນຂື້ນມາແລ້ວ.16ເຫດສະນັ້ນ, ນັບແຕ່ນີ້ເປັນຕົ້ນໄປ ພວກເຮົາຈື່ງບໍ່ພິຈາລະນາຜູ້ໃດຕາມມາດຕະຖານຂອງມະນຸດ, ເຖິງແມ່ນວ່າໃນອະດີດນັ້ນພວກເຮົາເຄີຍພິຈາລະນາພຣະຄຣິດຕາມຢ່າງນີ້ມາແລ້ວ. ແຕ່ດຽວນີ້ພວກເຮົາຈະບໍ່ພິຈາລະນາຜູ້ໃດຢ່າງນີ້ອີກຕໍ່ໄປ.17ດັ່ງນັ້ນ, ຖ້າຜູ້ໃດຢູ່ໃນພຣະຄຣິດ, ລາວກໍ່ເປັນຄົນທີ່ຖືກສ້າງໃຫມ່ແລ້ວ. ທຸກສິ່ງທຸກຢ່າງທີ່ເກົ່າໆກໍ່ລ່ວງໄປ. ເບິ່ງເຖີດກາຍເປັນສິ່ງໃຫມ່ທັງນັ້ນ.18ສິ່ງທັງຫມົດນີ້ມາຈາກພຣະເຈົ້າ. ຜູ້ຊົງໃຫ້ພວກເຮົາຄືນດີກັນກັບພຣະອົງທາງພຣະຄຣິດ, ແລະ ຊົງປະທານພາລະກິດແຫ່ງການຄືນດີກັນໃຫ້ພວກເຮົາ.19ນັ້ນຄື, ໂລກໄດ້ຄືນດີກັບພຣະອົງຜ່ານທາງອົງພຣະເຢຊູເຈົ້າ, ແລະ ບໍ່ໄດ້ກ່າວໂທດໃນການລ່ວງລະເມີດຂອງພວກເຂົາ. ພະອົງຊົງໃຫ້ເລື່ອງການຄືນດີນັ້ນກັບພວກເຮົາໃນການປະກາດ.20ດັ່ງນັ້ນ ພວກເຮົາຈຶ່ງຖືກແຕ່ງຕັ້ງໃຫ້ເປັນທູດຂອງພຣະຄຣິດເຈົ້າ, ໂດຍທີ່ພຣະເຈົ້າຊົງຂໍຮ້ອງທ່ານທັງຫລາຍຜ່ານທາງພວກເຮົາ. ພວກເຮົາຈື່ງອ້ອນວອນຕໍ່ທ່ານ, ເພື່ອເຫັນແກ່ພຣະຄຣິດວ່າ: "ຈົ່ງຄືນດີກັນກັບພຣະເຈົ້າ!"21ພຣະເຈົ້າໄດ້ຊົງເຮັດໃຫ້ພຣະຄຣິດເປັນເຄື່ອງບູຊາສຳລັບໄຖ່ບາບຂອງເຮົາ. ພຣະອົງຊົງເປັນຜູ້ທີ່ບໍ່ເຄີຍເຮັດບາບເລີຍ. ພຣະເຈົ້າຊົງເຮັດເຊັ່ນນີ້ເພື່ອທີ່ວ່າ ພວກເຮົາຈະໄດ້ກາຍເປັນຄົນຊອບທັມຂອງທ່ານຜ່ານທາງພຣະອົງ.
1ດັ່ງນັ້ນ ເມື່ອພວກເຮົາເຮັດວຽກຮ່ວມກັນ, ພວກເຮົາຈຶ່ງຂໍຮ້ອງທ່ານວ່າ ຢ່າຮັບແຕ່ພຣະຄຸນຂອງພຣະເຈົ້າໂດຍບໍ່ເກີດປະໂຫຍດໃດໆ.2ເພາະພຣະອົງກ່າວວ່າ, "ໃນເວລາທີ່ພວກເຮົາຊື່ນຊອບ ຂ້າພະເຈົ້າໄດ້ເອົາໃຈໃສ່ທ່ານ, ແລະ ໃນວັນແຫ່ງຄວາມພົ້ນນັ້ນຂ້າພະເຈົ້າໄດ້ຊ່ວຍທ່ານ.” ເບິ່ງເຖີດ, ບັດນີ້ເປັນເວລາແຫ່ງຄວາມຊື່ນຊອບ. ເບິ່ງເຖີດ, ບັດນີ້ ເປັນເວລາແຫ່ງຄວາມພົ້ນ.3ພວກເຮົາບໍ່ໄດ້ວາງກ້ອນຫີນທີ່ຈະເຮັດໃຫ້ສະດຸດໄວ້ຕໍ່ຫນ້າຜູ້ໃດເລີຍ, ເພື່ອງານບົວລະບັດຂອງພວກເຮົາຈະໄດ້ບໍ່ຖືກຕຳນິ.4ແຕ່ວ່າ, ການກະທຳຂອງພວກເຮົາເອງນັ້ນໄດ້ພິສູດໃຫ້ເຫັນແລ້ວວ່າ, ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະອົງ, ດ້ວຍຄວາມພຽນອົດທົນຢ່າງຍິ່ງ, ໃນຄວາມທຸກ, ໃນຄວາມຍາກຈົນ, ໃນເຫດໄພພິບັດ,5ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ, ໃນເຫດການທີ່ວຸ່ນວາຍ, ໃນການເຮັດວຽກຫນັກຫນ່ວງ, ໃນການອົດຫລັບອົດນອນ, ໃນການອົດອາຫານ,6ໂດຍຄວາມບໍຣິສຸດ, ໂດຍຄວາມຮູ້, ໂດຍຄວາມອົດທົນ, ໂດຍຄວາມເມດຕາ, ໂດຍພຣະວິນຍານບໍຣິສຸດ, ໂດຍຄວາມຮັກທີ່ຈິງໃຈ.7ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ໂດຍໃຊ້ຖ້ອຍຄຳແຫ່ງຄວາມຈິງ. ໂດຍອຳນາດຂອງພຣະເຈົ້າ ພວກເຮົາມີອາວຸດແຫ່ງຄວາມຊອບທັມໃນມືຂວາ ແລະ ໃນມືຊ້າຍ.8ພວກເຮົາເຮັດວຽກທັງໃນຂະນະທີ່ມີກຽດ ແລະ ບໍ່ມີກຽດ, ຂະນະທີ່ຖືກດູຖູກ ແລະ ໄດ້ຮັບການຍ້ອງຍໍ. ເມື່ອພວກເຮົາຖືກກ່າວຫາວ່າເປັນຄົນສໍ້ໂກງ ແຕ່ພວກເຮົາຍັງເປັນຄົນຊື່ສັດຢູ່.9ພວກເຮົາເຮັດວຽກຄືກັບວ່າບໍ່ມີໃຜຮູ້ຈັກ. ແຕ່ກໍ່ຍັງມີຄົນຮູ້ຈັກພວກເຮົາດີ. ພວກເຮົາເຮັດວຽກຄືກັບວ່າກຳລັງຈະຕາຍແຕ່ເບິ່ງເຖີດ! ພວກເຮົາຍັງມີຊີວິດຢູ່. ພວກເຮົາເຮັດວຽກຄືກັບວ່າພວກເຮົາຖືກລົງໂທດຍ້ອນດ້ວຍການກະທຳຂອງພວກເຮົາແຕ່ຍັງບໍ່ຕາຍ.10ເຮົາທຳງານເຫມືອນວ່າມີຄວາມທຸກ ແຕ່ພວກເຮົາກໍ່ຍັງມີຄວາມຊື່ນຊົມຍິນດີຢູ່ສະເຫມີ. ພວກເຮົາເຮັດວຽກຄືກັບຄົນຍາກຈົນ ແຕ່ຍັງເຮັດໃຫ້ຄົນຫລວງຫລາຍຮັ່ງມີ. ພວກເຮົາເຮັດວຽກຄືກັບວ່າພວກເຮົາບໍ່ມີຫຍັງເລີຍ ແຕ່ຍັງມີສີ່ງສາລະພັດຢູ່.11ຊາວໂກຣິນໂທເອີຍ ພວກເຮົາເວົ້າກັບທ່ານທັງຫລາຍ, ດ້ວຍຄວາມຈິງທັງຫມົດ, ແລະ ໃຈຂອງພວກເຮົາກໍ່ເປີດກວ້າງ.12ຂ້າພະເຈົ້າບໍ່ໄດ້ປິດໃຈຕໍ່ພວກທ່ານເລີຍ, ແຕ່ຄວາມຮູ້ສຶກຂອງພວກທ່ານຕ່າງຫາກທີ່ເປັນຝ່າຍປິດ.13ບັດນີ້ ເພື່ອໃຫ້ການຕອບສະຫນອງເທົ່າທຽມກັນ ຂ້າພະເຈົ້າຂໍເວົ້າກັບທ່ານຄື ເວົ້າກັບລູກໆຄື ຂໍພວກທ່ານຈົ່ງເປີດໃຈໃຫ້ກວ້າງ.14ຢ່າຜູກພັນກັບຄົນທີ່ບໍ່ເຊື່ອ. ເພາະວ່າຄວາມຊອບທຳຈະມີສ່ວນອັນໃດກັບຄວາມບໍ່ຍຸດຕິທຳ? ແລະ ແສງສະຫວ່າງຈະເຂົ້າສະຫນິດກັບຄວາມມືດໄດ້ແນວໃດ?15ພຣະຄຣິດ ກັບ ເບລີອາ? ຈະໄປນຳກັນໄດ້ແນວໃດ? ຫລື ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ?16ແລະ ພຣະວິຫານຂອງພຣະເຈົ້າຈະຕົກລົງອັນໃດກັບຮູບເຄົາຣົບໄດ້? ເພາະວ່າຂ້າພະເຈົ້າເປັນພຣະວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ດັ່ງທີ່ພຣະເຈົ້າກ່າວໄວ້ວ່າ: "ເຮົາຈະຢູ່ກັບພວກເຂົາທັງຫລາຍ ແລະ ດຳເນີນໃນບັນດາພວກເຂົາ. ເຮົາຈະເປັນພຣະເຈົ້າຂອງເຂົາ ແລະເຂົາຈະເປັນປະຊາຊົນຂອງເຮົາ."17ເຫດສະນັ້ນ, ອົງພຣະຜູ້ເປັນເຈົ້າກ່າວວ່າ. "ຈົ່ງອອກຈາກພວກຄົນເຫລົ່ານັ້ນ," ແລະ ຈົ່ງແຍກໂຕອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ, ແລ້ວເຮົາຈະຮັບພວກເຈົ້າທັງຫລາຍ.18ເຮົາຈະເປັນບິດາຂອງພວກເຈົ້າ, ແລະ ພວກເຈົ້າຈະເປັນລູກຊາຍ ແລະ ລູກສາວຂອງເຮົາ,” ອົງພຣະຜູ້ເປັນເຈົ້າຜູ້ຊົງຣິດທານຸພາບທັງຫມົດ," ໄດ້ກ່າວດັ່ງນັ້ນ.
1ທ່ານທີ່ຮັກທັງຫລາຍ, ເມື່ອພວກເຮົາມີພຣະສັນຍາເຫລົ່ານີ້ແລ້ວ ກໍ່ຂໍໃຫ້ພວກເຮົາຊຳຣະຕົວຂອງພວກເຮົາໃຫ້ສະອາດຈາກທຸກສິ່ງທີ່ເຮັດໃຫ້ເຮົາເປັນມົນທິນ ທັງໃນຝ່າຍຮ່າງກາຍ ແລະ ທັງໃນຝ່າຍຈິດວິນຍານ. ໃຫ້ພວກເຮົາດຳເນີນຊີວິດດ້ວຍຄວາມບໍຣິສຸດໂດຍຄວາມຢຳເກງພຣະເຈົ້າ.2ຂໍເປີດໃຈຮັບພວກເຮົາດ້ວຍເຖີດ! ພວກເຮົາບໍ່ໄດ້ເຮັດຜິດຕໍ່ຜູ້ໃດ. ພວກເຮົາບໍ່ໄດ້ທຳຮ້າຍຜູ້ໃດ ຫລື ເອົາປຽບຜູ້ໃດເລີຍ.3ຂ້າພະເຈົ້າກ່າວແບບນີ້ບໍ່ແມ່ນເພື່ອຕຳນິທ່ານ. ເພາະຂ້າພະເຈົ້າໄດ້ກ່າວແລ້ວວ່າ ທ່ານຢູ່ໃນໃຈຂອງພວກເຮົາ, ເພາະຖ້າພວກເຮົາຕາຍ ພວກເຮົາຈະຕາຍດ້ວຍກັນ ແລະ ຖ້າພວກເຮົາມີຊີວິດຢູ່ ພວກເຮົາກໍ່ຈະຢູ່ດ້ວຍກັນ.4ຂ້າພະເຈົ້າມີຄວາມຫມັ້ນໃຈໃນພວກທ່ານຢ່າງຫລວງຫຼາຍ, ແລະ ຂ້າພະເຈົ້າມີຄວາມພູມໃຈໃນພວກທ່ານ. ຂ້າພະເຈົ້າໄດ້ຮັບການຊູໃຈ. ຂ້າພະເຈົ້າມີຄວາມຍິນດີຢ່າງລົ້ນເຫລືອ ແມ່ນແຕ່ໃນຄວາມທຸກຍາກທັງຫມົດຂອງພວກເຮົາ.5ເພາະວ່າເມື່ອພວກເຮົາມາຮອດແຂວງ ມາເກໂດເນຍ, ຮ່າງກາຍຂອງພວກເຮົາບໍ່ໄດ້ພັກຜ່ອນເລີຍ. ພວກເຮົາປະສົບກັບຄວາມທຸກຍາກໃນທຸກໆດ້ານ ພາຍນອກກໍມີການຕໍ່ສູ້ ພາຍໃນກໍ່ມີຄວາມຢ້ານກົວ6ແຕ່ພຣະເຈົ້າ, ຜູ້ຊົງເປັນພຣະເຈົ້າແຫ່ງການຊູໃຈຄົນທີ່ທໍ້, ຊົງຫນູນໃຈພວກເຮົາໂດຍການມາຂອງ ຕີໂຕ.7ພຣະເຈົ້າຊົງຫນູນໃຈພວກເຮົາບໍ່ແມ່ນສະເພາະການມາຂອງ ຕີໂຕ ເທົ່ານັ້ນ. ແຕ່ໂດຍການທີ່ ຕີໂຕ ເອງໄດ້ຮັບການຫນູນໃຈຈາກພວກທ່ານດ້ວຍ. ລາວໄດ້ບອກພວກເຮົາເຖິງຄວາມຮັກອັນຍີ່ງໃຫຍ່, ແລະ ຄວາມໂສກເສົ້າຂອງທ່ານ, ນອກນີ້ທັງການທີ່ທ່ານເອົາໃຈໃສ່ຕໍ່ຂ້າພະເຈົ້າເປັນຢ່າງດີ. ເຊິ່ງເຮັດໃຫ້ຂ້າພະເຈົ້າມີຄວາມຊື່ນຊົມຍິນດີຫລາຍຂຶ້ນ.8ເພາະເຖິງແມ່ນວ່າຂ້າພະເຈົ້າໄດ້ເຮັດໃຫ້ທ່ານທຸກໃຈດ້ວຍຈົດຫມາຍສະບັບນັ້ນ, ຂ້າພະເຈົ້າກໍບໍ່ກິນແຫນງ ຂ້າພະເຈົ້າອາດຈະກິນແຫນງເລັກນ້ອຍ ເມື່ອຂ້າພະເຈົ້າເຫັນຈົດຫມາຍສະບັບນັ້ນເຮັດໃຫ້ພວກທ່ານທຸກໃຈ. ແຕ່ພວກທ່ານຈະມີຄວາມທຸກໃຈຢູ່ພຽງເວລາສັ້ນໆເທົ່ານັ້ນ.9ຕອນນີ້ຂ້າພະເຈົ້າມີຄວາມສຸກ, ບໍ່ແມ່ນເພາະວ່າພວກທ່ານທຸກໃຈ, ແຕ່ເພາະວ່າຄວາມທຸກໃຈນັ້ນໄດ້ນຳພາໃຫ້ທ່ານກັບໃຈໃຫມ່. ທ່ານທັງຫລາຍໄດ້ຮັບຄວາມທຸກໃຈຕາມພຣະປະສົງຂອງພຣະເຈົ້າ, ດັ່ງນັ້ນ ທ່ານຈຶ່ງບໍ່ໄດ້ຮັບຜົນຮ້າຍຈາກພວກເຮົາເລີຍ.10ເພາະວ່າຄວາມທຸກໃຈຕາມພຣະປະສົງຂອງພຣະເຈົ້ານັ້ນ ເຮັດໃຫ້ມີການກັບໃຈເຊິ່ງນຳໄປສູ່ຄວາມພົ້ນ. ຈຶ່ງບໍ່ເຮັດໃຫ້ທຸກໃຈ, ແຕ່ການກັບໃຈຝ່າຍໂລກນັ້ນ, ຈະນຳພາໄປສູ່ຄວາມຕາຍ.11ຂໍຈົ່ງພິຈາລະນາເບິ່ງວ່າຄວາມທຸກໃຈ ຕາມທີ່ຊອບພຣະໄທພຣະເຈົ້ານັ້ນ. ເຮັດໃຫ້ເກີດຄວາມຫມຸ້ງຫມັ້ນຫລາຍເທົ່າໃດ ຄວາມຫມຸ້ງຫມັ້ນໃນການທີ່ຈະພິສູດຕົວເອງວ່າເປັນຜູ້ບໍຣິສຸດນນັ້ນມີຫລາຍເທົ່າໃດ. ຄວາມເຄື່ອງໃຈຂອງທ່ານ, ຄວາມຢ້ານກົວຂອງທ່ານ, ຄວາມປາຖະຫນາອັນແຮງກ້າຂອງທ່ານ, ຄວາມກະຕືລືລົ້ນຂອງທ່ານ, ແລະ ຄວາມປາຖະຫນາຂອງທ່ານທີ່ຈະໄດ້ເຫັນການລົງໂທດທີ່ຈະເກີດຂື້ນນັ້ນມີຫລາຍເທົ່າໃດ! ພວກທ່ານໄດ້ພິສູດໃຫ້ເຫັນໃນທຸກດ້ານແລ້ວວ່າພວກທ່ານເປັນຜູ້ບໍ່ມີຄວາມຜິດຫຍັງໃນເລື່ອງນີ້.12ເຖິງແມ່ນວ່າຂ້າພະເຈົ້າໄດ້ຂຽນເຖິງທ່ານ, ຂ້າພະເຈົ້າບໍ່ໄດ້ຂຽນເພາະເຫັນແກ່ຄົນທີ່ຕ້ອງອົດທົນຕໍ່ຄວາມຊົ່ວຮ້າຍ. ແຕ່ຂ້າພະເຈົ້າຂຽນເພື່ອໃຫ້ຄວາມກະຕືລືລົ້ນທີ່ພວກທ່ານມີຕໍ່ຂ້າພະເຈົ້າປະກົດແກ່ພວກທ່ານໃນສາຍພຣະເນດຂອງພຣະເຈົ້າ.13ເພາະເຫດນີ້ ພວກເຮົາຈື່ງໄດ້ຮັບການສະຫນັບສະຫນູນ. ນອກຈາກຄວາມຊູໃຈແລ້ວ, ພວກເຮົາຍັງມີຄວາມຊື່ນຊົມຍິນດີຫລາຍຕື່ມຂື້ນອີກ, ເນື່ອງຈາກຄວາມຍິນດີຂອງ ຕີໂຕ ເພາະວ່າພວກທ່ານທຸກຄົນໄດ້ເຮັດໃຫ້ວິນຍານຂອງລາວຊື່ນບານ.14ເພາະຖ້າຂ້າພະເຈົ້າໄດ້ອວດອ້າງເລື່ອງຂອງພວກທ່ານແກ່ ຕີໂຕ, ຂ້າພະເຈົ້າກໍ່ບໍ່ມີຄວາມລະອາຍເລີຍ. ເພາະໃນທາງກົງກັນຂ້າມ, ທຸກສິ່ງທີ່ຂ້າພະເຈົ້າໄດ້ກ່າວກັບທ່ານນັ້ນເປັນຄວາມຈິງ, ສິ່ງທີ່ຂ້າພະເຈົ້າໄດ້ອວດອ້າງເລື່ອງພວກທ່ານແກ່ ຕິໂຕ ກໍ່ໄດ້ຮັບການພິສູດແລ້ວວ່າເປັນຄວາມຈິງສັນນັ້ນ.15ຄວາມຮັກຂອງລາວທີ່ມີຕໍ່ພວກທ່ານນັ້ນກໍ່ເພີ່ມພູນຂື້ນ, ເມື່ອລາວລະນຶກເຖິງຄວາມເຊື່ອຟັງຂອງພວກທ່ານທຸກຄົນດ້ວຍການທີ່ພວກທ່ານໃຫ້ການຕ້ອນຮັບລາວ, ດ້ວຍຄວາມຢຳເກງ ແລະ ຕົວສັ່ນ.16ຂ້າພະເຈົ້າຊື່ນຊົມຍິນດີ ເພາະວ່າຂ້າພະເຈົ້າໄວ້ໃຈທ່ານໄດ້ໃນທຸກຢ່າງ.
1ພີ່ນ້ອງທັງຫລາຍ, ພວກເຮົາຕ້ອງການໃຫ້ທ່ານຮູ້ເຖິງ, ພຣະຄຸນຂອງພຣະເຈົ້າທີ່ຊົງປະທານໃຫ້ແກ່ຄຣິສຕະຈັກຕ່າງໆຂອງແຂວງ ມາເກໂດເນຍ.2ເພາະວ່າໃນລະຫວ່າງທີ່ພວກເຂົາຖືກທົດລອງຢ່າງຫນັກ, ຈາກຄວາມທຸກຍາກລຳບາກນັ້ນ ຄວາມຍິນດີທີ່ເຕັມລົ້ນຂອງລາວ ແລະ ຄວາມທຸກຍາກທີ່ສຸດນັ້ນ ກໍ່ລົ້ນອອກມາໄດ້ເປັນໃຈທີ່ກວ້າງໃຫຍ່ໄພສານ.3ເພາະຂ້າພະເຈົ້າເປັນພະຍານໄດ້ວ່າ ພວກເຂົາໄດ້ຖວາຍເຕັມທີ່ເທົ່າທີ່ພວກເຂົາສາມາດຖວາຍໄດ້, ແລະ ທີ່ຈິງແລ້ວກໍ່ສຸດຄວາມສາມາດຂອງພວກເຂົາເອງ. ແລະ ເຮັດດ້ວຍຄວາມສະຫມັກໃຈ4ພວກເຂົາວອນຂໍພວກເຮົາຢ່າງຫລວງຫຼາຍ. ຂໍໃຫ້ເຂົາໄດ້ມີໂອກາດໃນການແບ່ງປັນເພື່ອຊ່ວຍເຫລືອໄພ່ພົນໃນພາລະກິດນີ້ດ້ວຍ.5ເຊິ່ງບໍ່ຄືກັບທີ່ພວກເຮົາຄາດຫວັງໄວ້. ແຕ່ພວກເຂົາໄດ້ຖວາຍຕົວເອງແດ່ອົງພຣະຜູ້ເປັນເຈົ້າກ່ອນ. ຫລັງຈາກນັ້ນ, ຈຶ່ງມອບຕົວໃຫ້ກັບພວກເຮົາຕາມພຣະປະສົງຂອງພຣະເຈົ້າ.6ຂ້າພະເຈົ້າຈຶ່ງໄດ້ເຕືອນ ຕີໂຕ ວ່າ, ເມື່ອລາວໄດ້ເລີ່ມຕົ້ນເລື່ອງນີ້ແລ້ວ, ກໍໃຫ້ລາວເຮັດການກຸສົນນັ້ນກັບທ່ານທັງຫລາຍ.7ພວກທ່ານມີພ້ອມສົມບູນທຸກຢ່າງທັງຄວາມເຊື່ອໃນຖ້ອຍຄຳ, ໃນຄວາມຮູ້, ໃນຄວາມກະຕືລືລົ້ນ, ແລະ ໃນຄວາມຮັກຂອງທ່ານທັງຫລາຍທີ່ມີຕໍ່ພວກເຮົາ. ດັ່ງນັ້ນທ່ານທັງຫລາຍກໍຈົ່ງເຮັດການກຸສົນນີ້ຢ່າງເຕັມລົ້ນເຊັ່ນກັນເຖີດ.8ຂ້າພະເຈົ້າບໍ່ໄດ້ເວົ້າເປັນຄຳສັ່ງ. ແຕ່ໄດ້ນຳເລື່ອງຂອງຄົນອື່ນທີ່ມີຄວາມກະຕືລືລົ້ນມາທົດສອບຄວາມຮັກຂອງທ່ານທັງຫລາຍວ່າ ມີຄວາມຈິງໃຈຫລືບໍ່.9ເພາະວ່າທ່ານທັງຫລາຍຮູ້ຈັກພຣະຄຸນຂອງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາວ່າ. ເຖິງວ່າພຣະອົງຈະຮັ່ງມີ, ພຣະອົງກໍຍັງຊົງຍອມເປັນຄົນຍາກຈົນ, ເພື່ອເຫັນແກ່ທ່ານທັງຫລາຍ ເພື່ອທີ່ວ່າພວກທ່ານຈະໄດ້ກາຍເປັນຄົນຮັ່ງມີ ເນື່ອງຈາກ ຄວາມຍາກຈົນຂອງພຣະອົງ.10ສະນັ້ນ, ຂ້າພະເຈົ້າຈຶ່ງຂໍສະແດງຄວາມຄິດເຫັນໃນເລື່ອງນີ້ ເພື່ອທີ່ຈະເປັນປະໂຫຍດແກ່ພວກທ່ານວ່າ ເລື່ອງທີ່ທ່ານໄດ້ເລີ່ມຕົ້ນເມື່ອປີກາຍນີ້, ພວກທ່ານບໍ່ໄດ້ພຽງເລີ່ມຕົ້ນທີ່ຈະເຮັດບາງຢ່າງເທົ່ານັ້ນ, ແຕ່ພວກທ່ານຍັງປາຖະຫນາທີ່ຈະເຮັດດ້ວຍ.11ບັດນີ້ພວກທ່ານກໍຄວນທີ່ຈະເຮັດໃຫ້ສຳເລັດເສັຍ. ພວກທ່ານມີຄວາມກະຕືລືລົ້ນ ແລະ ຄວາມປາຖະຫນາທີ່ຈະເຮັດສັນໃດ, ກໍຂໍໃຫ້ທ່ານປະສົບຜົນສຳເລັດເທົ່າທີ່ເຮັດໄດ້ສັນນັ້ນ.12ເພາະວ່າຖ້າມີຄວາມກະຕືລືລົ້ນທີ່ຈະເຮັດສິ່ງນີ້ແລ້ວ. ກໍຖືວ່າເປັນສິ່ງທີ່ດີ ແລະຫນ້າພໍໃຈ ການໃຫ້ນັ້ນຕ້ອງໃຫ້ຕາມທີ່ເຂົາມີຢູ່, ບໍ່ແມ່ນຕາມທີ່ເຂົາບໍ່ມີ.13ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າ ຈະໃຫ້ວຽກຂອງຄົນອື່ນເບົາລົງ ແລະ ໃຫ້ວຽກຂອງພວກທ່ານຫນັກຂື້ນ. ແຕ່ເພື່ອໃຫ້ເປັນການສະເຫມີກັນ14ເພາະວ່າໃນຄາວທີ່ພວກທ່ານມີຢ່າງອຸດົມສົມບູນຄືກັບເວລານີ້ ທ່ານກໍຄວນຈະຊ່ວຍເຫລືອຄົນເຫລົ່ານັ້ນທີ່ຂັດສົນ, ແລະ ໃນເວລາທີ່ພວກເຂົາມີຢ່າງອຸດົມສົມບູນ ພວກເຂົາກໍຈະໄດ້ຊ່ວຍພວກທ່ານຍາມຂັດສົນ ຊຶ່ງຖືວ່າມີຄວາມຍຸດຕິທຳ.15ຕາມທີ່ມີຂຽນໄວ້ວ່າ: "ຄົນທີ່ເກັບໄດ້ຫລາຍກໍບໍ່ມີຫຍັງເຫລືອ, ແລະ ຄົນທີ່ເກັບໄດ້ຫນ້ອຍກໍບໍ່ຂາດເຂີນ."16ແຕ່ຂອບພຣະຄຸນພຣະເຈົ້າ, ຜູ້ຊົງໃຫ້ ຕີໂຕ ມີໃຈກະຕືລືລົ້ນໃນຄວາມຫວ່ງໃຍຢ່າງດຽວກັນກັບທີ່ຂ້າພະເຈົ້າມີຕໍ່ພວກທ່ານ.17ເພາະວ່າເຂົາບໍ່ພຽງແຕ່ຮັບຄຳຂໍຮ້ອງຂອງພວກເຮົາເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນຫລາຍ. ເຂົາໄດ້ໄປຫາພວກທ່ານດ້ວຍຄວາມສະຫມັກໃຈ.18ເຮົາສົ່ງພີ່ນ້ອງຄົນຫນື່ງໃນຄຣິສຕະຈັກທຸກແຫ່ງ ທີ່ໄດ້ຮັບການຍ້ອງຍໍໃນເລື່ອງການປະກາດຂ່າວປະເສີດໄປພ້ອມກັບ ຕີໂຕ ດ້ວຍ.19ແລະ ບໍ່ພຽງເທົ່ານີ້, ຄຣິສຕະຈັກຕ່າງໆຍັງໄດ້ເລືອກໃຫ້ລາວເປັນຜູ້ຮ່ວມເດີນທາງກັບພວກເຮົາ ແລະ ເປັນຜູ້ຮ່ວມງານໃນການເຮັດຄວາມດີນີ້. ເຊິ່ງພວກເຮົາເຮັດສິ່ງນີ້ເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ ແລະ ສະແດງເຖິງຄວາມກະຕືລືລົ້ນຂອງພວກເຮົາໃນການຊ່ວຍເຫລືອ.20ພວກເຮົາຫລີກລ້ຽງທີ່ຈະບໍ່ໃຫ້ຄົນໃດຄົນຫນື່ງເຕືອນພວກເຮົາໄດ້ໃນເລື່ອງກ່ຽວກັບຂອງຖວາຍຫລາຍຢ່າງ ເຊິ່ງພວກເຮົາຮັບມາແຈກຢາຍນັ້ນ.21ພວກເຮົາລະມັດລະວັງທີ່ຈະເຮັດດ້ວຍຄວາມຊື່ສັດ, ເຊິ່ງບໍ່ພຽງສະເພາະໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ, ແຕ່ໃນສາຍຕາຂອງມະນຸດອີກດ້ວຍ.22ພວກເຮົາໄດ້ສົ່ງພີ່ນ້ອງອີກຄົນຫນື່ງໄປນຳກັນກັບເຂົາທັງສອງ. ລາວເປັນຄົນທີ່ຖືກຂ້າພະເຈົ້າທົດສອບຢູ່ເລື້ອຍໆ, ແລະ ພວກເຮົາເຫັນວ່າລາວມີຄວາມກະຕືລືລົ້ນໃນຫຼາຍຢ່າງ. ແລະ ດຽວນີ້ລາວມີຄວາມກະຕືລືລົ້ນຫລາຍຂຶ້ນ ທັງນີ້ເພາະວ່າລາວມີຄວາມໄວ້ວາງໃຈໃນທ່ານຫລາຍ.23ສ່ວນ ຕີໂຕ, ລາວເປັນຄູ່ຮ່ວມງານ ແລະ ເປັນຜູ້ຮ່ວມງານຂອງຂ້າພະເຈົ້າໃນການຮັບໃຊ້ທ່ານທັງຫລາຍ. ສ່ວນພີ່ນ້ອງສອງຄົນນັ້ນ, ຄຣິສຕະຈັກຕ່າງໆໄດ້ສົ່ງພວກເຂົາໄປ. ແລະ ພວກເຂົາກໍ່ໄດ້ຖວາຍກຽດແດ່ພຣະຄຣິດ.24ເຫດສະນັ້ນ ຈົ່ງສະແດງຄວາມຮັກຂອງທ່ານແກ່ພວກເຂົາ, ແລະ ສຳແດງໃຫ້ຄຣິສຕະຈັກທັງຫລາຍໄດ້ເຫັນວ່າ ເປັນການສົມຄວນແລ້ວທີ່ພວກເຮົາໄດ້ອວດອ້າງເລື່ອງພວກທ່ານໃຫ້ເຂົາຟັງ.
1ຂ້າພະເຈົ້າບໍ່ຈຳເປັນຕ້ອງຂຽນເຖິງທ່ານ. ໃນເລື່ອງການສົງເຄາະບັນດາຜູ້ທີ່ເຊື່ອ,2ເພາະວ່າຂ້າພະເຈົ້າຮູ້ເຖິງຄວາມປາຖະຫນາຂອງທ່ານ, ເຊິ່ງຂ້າພະເຈົ້າເຄີຍອ້າງເລື່ອງພວກທ່ານໃຫ້ກັບຊາວ ມາເກໂດເນຍ ຟັງແລ້ວ. ຊາວເມືອງອະຂາຢາ ໄດ້ກະກຽມໄວ້ພ້ອມແລ້ວຕັ້ງແຕ່ປີກາຍ. ແລະ ຄວາມກະຕືລືລົ້ນຂອງທ່ານກໍໄດ້ບັນດານໃຈຄົນເປັນຈຳນວນຫລາຍໃຫ້ເຮັດຕາມ.3ແລະບັດນີ້ຂ້າພະເຈົ້າສົ່ງພີ່ນ້ອງເຫລົ່ານີ້ໄປ ເພື່ອບໍ່ໃຫ້ການອວດຂອງຂ້າພະເຈົ້ານັ້ນເສັຍຄ່າໄປ, ແລະ ເພື່ອໃຫ້ພວກທ່ານກະກຽມໄວ້ໃຫ້ພ້ອມ, ຕາມທີ່ຂ້າພະເຈົ້າໄດ້ກ່າວໄວ້ແລ້ວວ່າ ພວກທ່ານຈະພ້ອມ.4ຖ້າບໍ່ດັ່ງນັ້ນແລ້ວ, ຖ້າຫາກມີຊາວ ມາເກໂດເນຍ ຄົນໃດມາກັບຂ້າພະເຈົ້າ ແລະ ພົບວ່າທ່ານຍັງບໍ່ໄດ້ກຽມໃຫ້ພ້ອມ, ພວກເຮົາກໍຈະຂາຍຫນ້າ ຂ້າພະເຈົ້າບໍ່ໄດ້ກ່າວຫາທ່ານເລີຍເພາະວ່າຂ້າພະເຈົ້າມີຄວາມຫມັ້້ນໃຈພວກທ່ານ.5ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຄິດວ່າ ຈຳເປັນຕ້ອງຂໍຮ້ອງໃຫ້ພີ່ນ້ອງເຫລົ່ານີ້ ເພື່ອໃຫ້ໄປຫາພວກທ່ານ ແລະ ໃຫ້ກະກຽມຂອງຖວາຍລ່ວງຫນ້າຕາມທີ່ທ່ານໄດ້ສັນຍາໄວ້ແລ້ວ. ເພື່ອຂອງຖວາຍນັ້ນຈະມີຢູ່ພ້ອມເພື່ອເປັນພຣະພອນ, ແລະ ບໍ່ແມ່ນເປັນສີ່ງທີ່ຝືນໃຈ.6ເພາະນີ້ແຫລະ: ຄົນທີ່ຫວ່ານຫນ້ອຍກໍ່ຈະເກັບກ່ຽວໄດ້ພຽງເລັກຫນ້ອຍ, ແລະ ຄົນທີ່ຫວ່ານເພື່ອຈະໄດ້ຮັບພຣະພອນ ກໍ່ຈະໄດ້ເກັບກ່ຽວພຣະພອນດ້ວຍ.7ຈົ່ງໃຫ້ແຕ່ລະຄົນໃຫ້ຕາມທີ່ຕົນຄິດໄວ້ໃນໃຈ. ຢ່າໃຫ້ດ້ວຍຄວາມເສຍດາຍ ຫລື ດ້ວຍຄວາມຝືນໃຈ. ເພາະວ່າພຣະເຈົ້າຊົງຮັກຄົນທີ່ໃຫ້ດ້ວຍໃຈຍິນດີ.8ແລະ ພຣະເຈົ້າສາມາດປະທານພຣະພອນທຸກຢ່າງແກ່ທ່ານທັງຫລາຍ. ເພື່ອວ່າ, ໃຫ້ພວກທ່ານມີທຸກສິ່ງທຸກຢ່າງ, ພຽງພໍສຳລັບຕົວສະເຫມີ, ທັງຈະມີສິ່ງຂອງຢ່າງສົມບູນ. ສຳລັບການງານທີ່ດີທຸກຢ່າງດ້ວຍ.9ຕາມທີ່ຂຽນໄວ້ວ່າ: "ລາວແຈກຢາຍຊັບສົມບັດຂອງຕົນແກ່ຄົນທຸກຍາກ. ຄວາມຊອບທຳຂອງລາວດຳລົງຢູ່ເປັນນິດ."10ຝ່າຍພຣະອົງ ຜູ້ໄດ້ປະທານເມັດພືດແກ່ຜູ້ຫວ່ານ ແລະ ປະທານອາຫານໃຫ້ແກ່ຄົນທີ່ກິນນັ້ນ, ຈະຊົງເພີ່ມພູນເມັດພືດຂອງທ່ານເພື່ອການຫວ່ານ. ທັງຈະຊົງໃຫ້ການເກັບກ່ຽວຜົນແຫ່ງຄວາມຊອບທຳຂອງທ່ານຈະເລີນຂື້ນດ້ວຍ.11ທ່ານຈະມີຄວາມຮັ່ງມີໃນທຸກທາງ. ເພື່ອໃຫ້ທ່ານສາມາດແຈກຢາຍດ້ວຍໃຈເອື້ອເຟື້ອເພື່ອແຜ່ ຊຶ່ງຈະນຳໄປສູ່ການຂອບພຣະຄຸນພຣະເຈົ້າຜ່ານທາງພວກເຮົາ.12ບໍ່ແມ່ນພຽງເພື່ອການຈັດຫາໃຫ້ກັບຜູ້ທີ່ເຊື່ອທີ່ຂັດສົນເທົ່ານັ້ນ. ແຕ່ຍັງເຮັດໃຫ້ມີການຂອບພຣະຄຸນພຣະເຈົ້າຢ່າງຫລວງຫລາຍດ້ວຍ.13ເພາະວ່າການທີ່ພວກທ່ານໄດ້ຖືກທົດລອງ ແລະ ພິສູດໂດຍການຮັບໃຊ້ນີ້, ພວກທ່ານຈະໄດ້ຖວາຍພຣະກຽດແດ່ພຣະເຈົ້າໂດຍການທີ່ພວກທ່ານເຊື່ອຟັງດ້ວຍການຍອມຮັບໃນຂ່າວປະເສີດຂອງພຣະຄຣິດ. ພ້ອມກັນນີ້ທ່ານທັງຫລາຍຈະໄດ້ຖວາຍພຣະກຽດແດ່ພຣະເຈົ້າໂດຍການຖວາຍດ້ວຍໃຈເອື້ອເຟື້ອເພື່ອແຜ່ໃຫ້ແກ່ພວກເຂົາ ແລະ ທຸກຄົນດ້ວຍ.14ພວກເຂົາຈະອະທິຖານເພື່ອທ່ານ, ແລະ ຄິດຮອດເຖິງທ່ານ. ລາວເຮັດແບບນີ້ກໍເພາະວ່າພຣະຄຸນອັນລໍ້າຄ່າຂອງພຣະເຈົ້າສະຖິດຢູ່ໃນທ່ານ.15ຈົ່ງຂອບພຣະຄຸນພຣະເຈົ້າ ສຳລັບຂອງປະທານອັນເຫລືອທີ່ຈະພັນລະນາຂອງພຣະອົງ!
1ຂ້າພະເຈົ້າ, ໂປໂລ, ໃຜທີ່ຈະຂໍຮ້ອງພວກທ່ານທັງຫລາຍ, ດ້ວຍຕົວຂອງຂ້າພະເຈົ້າເອງ, ໂດຍເຫັນແກ່ຄວາມອ່ອນສຸພາບ ແລະ ພຣະກະລຸນາຂອງພຣະຄຣິດ. ຂ້າພະເຈົ້າເປັນຜູ້ທີ່ອ່ອນນ້ອມຖ່ອມຕົວເມື່ອຢູ່ກັບທ່ານທັງຫລາຍ, ແຕ່ເມື່ອຢູ່ຄົນດຽວກໍເປັນຄົນກ້າຫານ.2ຂ້າພະເຈົ້າຈື່ງຂໍຮ້ອງພວກທ່ານວ່າ, ເມື່ອຂ້າພະເຈົ້າຢູ່ກັບທ່ານນັ້ນ, ຢ່າໃຫ້ຂ້າພະເຈົ້າຕ້ອງຫ້າວຫັນຕໍ່ພວກທ່ານດ້ວຍຄວາມຫມັ້ນໃຈໃນຕົວເອງ. ຂ້າພະເຈົ້າຄິດວ່າຂ້າພະເຈົ້າຈະຕ້ອງຫ້າວຫັນເມື່ອຕ້ອງຂັດແຍ້ງກັບບາງຄົນທີ່ຄິດວ່າເຮົາດຳລົງຊີວິດຕາມເນື້ອຫນັງ.3ເພາະວ່າ ເຖິງແມ່ນວ່າພວກເຮົາຈະດຳລົງຊີວິດໃນຝ່າຍເນື້ອຫນັງ, ແຕ່ພວກເຮົາກໍບໍ່ໄດ້ສູ້ຮົບຕາມແບບເນື້ອຫນັງນັ້ນ.4ເພາະວ່າ ອາວຸດທີ່ຂ້າພະເຈົ້າໃຊ້ຕໍ່ສູ້ນັ້ນບໍ່ໄດ້ເປັນແບບເນື້ອຫນັງ. ແຕ່ເປັນ, ຣິດທານຸພາບຈາກພຣະເຈົ້າທີ່ສາມາດທຳລາຍປ້ອມປາການຕ່າງໆໄດ້. ຄືທຳລາຍເຫດຜົນອັນບໍ່ຈິງທັງຫລາຍ.5ຄືທຳລາຍຄວາມຄິດທຸກຢ່າງທີ່ຕັ້ງຂື້ນເພື່ອຂັດຂວາງຄວາມຮູ້ຂອງພຣະເຈົ້າ. ແລະ ຊັກຈູງຄວາມຄິດທຸກປະການໃຫ້ມາເຊື່ອຟັງພຣະຄຣິດ.6ແລະ ພວກເຮົາພ້ອມທີ່ຈະລົງໂທດໃນທຸກການກະທຳທີ່ບໍ່ເຊື່ອຟັງ, ທັນທີທີ່ຄວາມເຊື່ອຂອງພວກທ່ານສົມບູນ.7ຈົ່ງເບິ່ງສິ່ງທີ່ປາກົດຢູ່ຕໍ່ຫນ້າທ່ານ. ຖ້າຜູ້ໃດຫມັ້ນໃຈວ່າຕົນເອງເປັນຄົນຂອງພຣະຄຣິດ, ກໍໃຫ້ຜູ້ນັ້ນພິຈາລະນາຕົນເອງວ່າ ເມື່ອເຂົາເປັນຄົນຂອງພຣະຄຣິດ, ພວກເຮົາກໍເປັນຄົນຂອງພຣະຄຣິດດວ້ຍເຊັ່ນກັນ.8ເຖິງແມ່ນວ່າຂ້າພະເຈົ້າຈະອວດຫລາຍໄປກ່ຽວກັບສິດອຳນາດ. ເຊິ່ງອົງພຣະຜູ້ເປັນເຈົ້າຊົງປະທານໃຫ້ກັບພວກເຮົາເພື່ອໃຫ້ເສີມສ້າງພວກທ່ານ ແລະ ບໍ່ແມ່ນເພື່ອທຳລາຍພວກທ່ານ, ຂ້າພະເຈົ້າກໍຈະບໍ່ໄດ້ຮັບຄວາມອັບອາຍ.9ຂ້າພະເຈົ້າບໍ່ຕ້ອງການທີ່ຈະປະກົດຕົວໃຫ້ເຫັນຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ພວກທ່ານຢ້ານກົວ ເພາະຈົດຫມາຍຂອງຂ້າພະເຈົ້າ.10ຕາມທີ່ບາງຄົນເວົ້າວ່າ, "ຈົດຫມາຍຂອງ ໂປໂລ ນັ້ນເບີ່ງຈິງຈັງ, ແລະ ມີພະລັງອຳນາດ, ແຕ່ວ່າຕົວລາວເບິ່ງອ່ອນກຳລັງ. ຄຳເວົ້າຂອງລາວກໍບໍ່ຄຸນຄ່າແກ່ການຟັງ."11ຈົ່ງໃຫ້ຄົນເຫລົ່ານັ້ນເຂົ້າໃຈຢ່າງນີ້ວ່າ ພວກເຮົາເວົ້າໄວ້ໃນຈົດຫມາຍຢ່າງໃດເມື່ອພວກເຮົາບໍ່ຢູ່ ພວກເຮົາກໍຈະເຮັດຢ່າງນັ້ນເມື່ອພວກເຮົາຢູ່ເຊັ່ນກັນ.12ພວກເຮົາຈະບໍ່ທຽບໃສ່ ຫລື ປຽບທຽບຕົວເຮົາເອງກັບຄົນທີ່ຍ້ອງຍໍໂຕເອງ. ແຕ່ເມື່ອພວກເຂົາເອົາຕົວເອງເປັນເຄື່ອງວັດກັນ ແລະ ກັນ ແລະ ເອົາຕົວເອງປຽບທຽບກັນ ແລະ ກັນ, ພວກເຂົາກໍເປັນຄົນທີ່ຂາດຄວາມເຂົ້າໃຈ.13ເຖິງຢ່າງໃດກໍຕາມ, ພວກເຮົາ, ຈະບໍ່ອວດອ້າງເກີນຂອບເຂດ. ແຕ່ຈະອວດອ້າງໃນຂອບເຂດທີ່ພຣະເຈົ້າຊົງຈັດແຈງໄວ້ໃຫ້ພວກເຮົາ, ເຊິ່ງພວກທ່ານກໍຢູ່ໃນຂອບເຂດນັ້ນດ້ວຍ.14ເພາະວ່າເມື່ອພວກເຮົາມາຫາພວກທ່ານນັ້ນ ພວກເຮົາເອງບໍ່ໄດ້ລ່ວງລ້ຳຂອບເຂດ. ແລະ ພວກເຮົາເປັນພວກທຳອິດທີ່ໄດ້ນຳຂ່າວປະເສີດຂອງພຣະຄຣິດມາຮອດທ່ານທັງຫລາຍ.15ພວກເຮົາບໍ່ໄດ້ໂອ້ອວດເກີນຂອບເຂດ ກ່ຽວກັບວຽກງານທີ່ຄົນອື່ນໄດ້ເຮັດ. ແຕ່ພວກເຮົາມີຄວາມຫວັງວ່າ ເມື່ອຄວາມເຊື່ອຂອງພວກທ່ານຈະເລີນຂື້ນຫລາຍແລ້ວ, ຂອບເຂດງານຂອງພວກເຮົາກໍຈະຂະຫຍາຍຢ່າງກວ້າງຂວາງໃນຫມູ່ພວກທ່ານ.16ດັ່ງນັ້ນ ເມື່ອພວກເຮົາມີຄວາມຫວັງຢ່າງນີ້, ພວກເຮົາກໍຈະປະກາດຂ່າວປະເສີດນອກເຂດທີ່ພວກທ່ານຢູ່. ໂດຍພວກເຮົາຈະບໍ່ອວດອ້າງໃນເລື່ອງການງານທີ່ຄົນອື່ນໄດ້ເຮັດໄວ້ແລ້ວ.17“ແຕ່ຈົ່ງໃຫ້ຜູ້ທີ່ອວດນັ້ນ, ໄດ້ອວດອົງພຣະຜູ້ເປັນເຈົ້າເຖີດ.”18ເພາະວ່າຄົນທີ່ຍົກຍ້ອງຕົວເອງຈະບໍ່ໄດ້ຮັບການຮັບຮອງ. ແຕ່, ຄົນທີ່ອົງພຣະຜູ້ເປັນເຈົ້າຍົກຍ້ອງຕ່າງຫາກຈະເປັນຄົນທີ່ໄດ້ຮັບການຮັບຮອງ.
1ຂ້າພະເຈົ້າຢາກຂໍໃຫ້ພວກທ່ານອົດທົນຕໍ່ຄວາມໂງ່ຈ້າເລັກໆນ້ອຍໆຂອງຂ້າພະເຈົ້າ. ເຊິ່ງທີ່ຈິງພວກທ່ານກໍອົດທົນຢູ່ແລ້ວ!2ເພາະວ່າຂ້າພະເຈົ້າຫວງແຫນພວກທ່ານທັງຫລາຍ. ດັ່ງທີ່ພຣະເຈົ້າຫວງແຫນ, ເພາະວ່າຂ້າພະເຈົ້າໄດ້ຫມັ້ນພວກທ່ານໄວ້ກັບສາມີຄົນດຽວ. ເພື່ອຖວາຍພວກທ່ານໃນຖານະເປັນຍິງສາວບໍຣິສຸດແດ່ພຣະຄຣິດ.3ແຕ່ຂ້າພະເຈົ້າຢ້ານວ່າງູໄດ້ລໍ້ລວງ ເອວາ, ດ້ວຍກົນອຸບາຍຂອງມັນສັນໃດ, ຄວາມຄິດຂອງທ່ານທັງຫລາຍກໍອາດຈະເຮັດໃຫ້ຫລົງໄປຈາກຄວາມສັດຊື່ ແລະ ຄວາມບໍຣິສຸດຕໍ່ພຣະຄຣິດສັນນັ້ນ.4ເພາະວ່າມີບາງຄົນມາ ແລະ ປະກາດເຖິງພຣະເຢຊູອີກອົງຫນື່ງ ນອກເຫນືອຈາກພຣະເຢຊູຄຣິດເຈົ້າ ທີ່ພວກເຮົາເຄີຍປະກາດມາ. ຫລື ພວກທ່ານຮັບພຣະວິນຍານທີ່ແຕກຕ່າງຈາກທີ່ທ່ານເຄີຍຮັບມານັ້ນ. ຫລື ພວກທ່ານຮັບຂ່າວປະເສີດອື່ນທີ່ແຕກຕ່າງຈາກທີ່ພວກທ່ານເຄີຍໄດ້ຮັບແລ້ວນັ້ນ. ທ່ານທັງຫລາຍກໍມີຄວາມອົດທົນດີແທ້ໆ.5ເພາະຂ້າພະເຈົ້າຄິດວ່າ ຂ້າພະເຈົ້າບໍ່ໄດ້ດ້ອຍກວ່າບັນດາຄົນເຫລົ່ານັ້ນທີ່ຖືກເອີ້ນວ່າອັກຄະສາວົກພິເສດແມ້ແຕ່ຫນ້ອຍດຽວ.6ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ຮັບການຝຶກໃນການເວົ້າມາ, ແຕ່ຂ້າພະເຈົ້າກໍຍັງມີຄວາມຮູ້. ເຊິ່ງຂ້າພະເຈົ້າໄດ້ສະແດງຂໍ້ນີ້ໃຫ້ທ່ານເຫັນໃນທຸກໆທາງ ແລະ ໃນສິ່ງທັງປວງເຫລົ່ານີ້.7ຂ້າພະເຈົ້າໄດ້ເຮັດຜິດໃນການຖ່ອມໃຈຕົວເອງລົງເພື່ອທີ່ຈະຍົກຊູທ່ານຂຶ້ນບໍ? ເພາະຂ້າພະເຈົ້າໄດ້ປະກາດຂ່າວປະເສີດຂອງພຣະເຈົ້າແກ່ພວກທ່ານແບບບໍ່ມີປະໂຫຍດ.8ຂ້າພະເຈົ້າໄດ້ຍາດຊີງເອົາຄຣິສຕະຈັກອື່ນໆໂດຍການຮັບການຊ່ວຍເຫລືອຈາກພວກເຂົາເພື່ອບົວລະບັດທ່ານທັງຫລາຍ.9ເມື່ອຂ້າພະເຈົ້າໄດ້ຢູ່ກັບພວກທ່ານ ແລະ ກຳລັງຂັດສົນຢູ່ນັ້ນ, ຂ້າພະເຈົ້າກໍບໍ່ໄດ້ເປັນພາລະສຳລັບໃຜ. ເພາະວ່າພີ່ນ້ອງທີ່ມາຈາກແຂວງ ມາເກໂດເນຍ. ໄດ້ຊ່ວຍເຫລືອໃນຄວາມຂາດແຄນຂອງຂ້າພະເຈົ້າ ຂ້າພະເຈົ້າລະວັງຕົວທີ່ຈະບໍ່ໃຫ້ເປັນພາລະກັບພວກທ່ານໃນທຸກສິ່ງ, ແລະ ຂ້າພະເຈົ້າຈະລະມັດລະວັງເຊັ່ນນີ້ຕໍ່ໄປ.10ຄວາມຈິງຂອງພຣະຄຣິດຢູ່ໃນຂ້າພະເຈົ້າສັນໃດ, ຈຶ່ງບໍ່ມີຜູ້ໃດໃນແຂວງ ອະຂາຢາ ທີ່ຈະຫ້າມຂ້າພະເຈົ້າບໍ່ໃຫ້ສະແດງເລື່ອງນີ້ໄດ້ສັນນັ້ນ.11ເພາະອັນໃດບໍ? ເພາະວ່າ ຂ້າພະເຈົ້າບໍ່ຮັກພວກທ່ານບໍ? ພຣະເຈົ້າຊົງຮູ້ຈັກ.12ແຕ່ສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ນັ້ນກໍຈະເຮັດຕໍ່ໄປ, ຂ້າພະເຈົ້າເຮັດເພື່ອຕັດໂອກາດຂອງຄົນເຫລົ່ານັ້ນທີ່ລໍຖ້າຫາໂອກາດ ເພື່ອຈະອວດວ່າຕົວເອງກໍກຳລັງເຮັດວຽກຢ່າງດຽວກັນກັບພວກເຮົາ.13ເພາະວ່າຄົນດັ່ງກ່າວນັ້ນເປັນອັກຄະສາວົກປອມ ແລະ ເປັນຄົນງານທີ່ຫລອກລວງ. ພວກເຂົາປອມຕົວເປັນອັກຄະສາວົກຂອງພຣະຄຣິດ.14ແລະການເຮັດແບບນີ້ບໍ່ຫນ້າປະຫລາດໃຈເລີຍ, ເພາະວ່າ ຊາຕານເອງກໍສາມາດປອມຕົວເອງເປັນທູດສະຫວັນແຫ່ງຄວາມສະຫວ່າງໄດ້.15ມັນຈຶ່ງບໍ່ແມ່ນເລື່ອງແປກທີ່ຄົນຮັບໃຊ້ຂອງຊາຕານຈະທຳທ່າວ່າເປັນຜູ້ຮັບໃຊ້ຂອງຄວາມຊອບທຳ. ຈຸດຈົບຂອງພວກເຂົາຈະເປັນໄປຕາມການກະທຳຂອງພວກເຂົາເອງ.16ຂ້າພະເຈົ້າຂໍກ່າວຄືນອີກຢ່າງຫນື່ງວ່າ: ຢ່າໃຫ້ໃຜຄິດວ່າຂ້າພະເຈົ້າເປັນຄົນໂງ່ຈ້າ. ແຕ່ຖ້າທ່ານຄິດຢ່າງນັ້ນ, ກໍໃຫ້ຕ້ອນຮັບຂ້າພະເຈົ້າຢ່າງຄົນໂງ່ຈ້າເຖີດ ເພື່ອຂ້າພະເຈົ້າຈະໄດ້ອວດຕົວເອງແດ່.17ການທີ່ຂ້າພະເຈົ້າໄດ້ເວົ້າກ່ຽວກັບຄວາມໂອ້ອວດນີ້ອົງພຣະຜູ້ເປັນເຈົ້າບໍ່ໄດ້ອະນຸຍາດໃຫ້ເວົ້າ, ແຕ່ຂ້າພະເຈົ້າເວົ້າຄືຄົນໂງ່ຈ້າ.18ເພາະມີຫລາຍຄົນໂອ້ອວດຕາມເນື້ອຫນັງ, ຂ້າພະເຈົ້າກໍຈະອວດຄືກັນ.19ເພາະວ່າການທີ່ພວກທ່ານອົດຟັງຄົນໂງ່ຈ້າ, ເວົ້າດ້ວຍຄວາມຍິນດີນັ້ນ ອາດເປັນຍ້ອນພວກທ່ານເປັນຄົນສະຫລາດບໍ!20ເພາະທ່ານອົດທົນກັບບາງຄົນທີ່ພາພວກທ່ານໄປເປັນທາດ, ບາງຄົນພາພວກທ່ານໄປເປັນເຫຍື່ອ, ບາງຄົນທີ່ເອົາປຽບພວກທ່ານ, ບາງຄົນທີ່ຍົກຕົວເອງເປັນໃຫຍ່, ຫລື ບາງຄົນທີ່ຕົບຫນ້າຂອງພວກທ່ານ.21ຂ້າພະເຈົ້າຂໍເວົ້າດ້ວຍຄວາມລະອາຍວ່າ ພວກເຮົາອ່ອນແອເກີນໄປໃນເລື່ອງນີ້, ຖ້າມີໃຜກ້າອວດໃນເລື່ອງໃດກໍຕາມ-ຂ້າພະເຈົ້າເວົ້າຢ່າງຄົນໂງ່ຈ້າ-ຂ້າພະເຈົ້າກໍຈະອວດດວ້ຍຄືກັນ.22ພວກເຂົາເປັນຊົນຊາດ ເຮັບເຣີບໍ? ຂ້າພະເຈົ້າກໍເປັນເຫມືອນກັນ. ພວກເຂົາເປັນຊົນຊາດ ອິດສະຣາເອນບໍ? ຂ້າພະເຈົ້າກໍເປັນເຫມືອນກັນ. ພວກເຂົາເປັນເຊື້ອສາຍຂອງອັບຣາຮາມບໍ? ຂ້າພະເຈົ້າກໍເປັນເຫມືອນກັນ.23ພວກເຂົາເປັນຜູ້ຮັບໃຊ້ຂອງພຣະຄຣິດບໍ? ຂ້າພະເຈົ້າກໍເປັນຫຼາຍກວ່າພວກເຂົາເສັຍອີກ. (ຂ້າພະເຈົ້າເວົ້າຄືກັບຄົນເສັຍສະຕິ.) ຂ້າພະເຈົ້າເຮັດວຽກຫນັກກວ່າພວກເຂົາ, ຂ້າພະເຈົ້າຖືກຈຳຄຸກຫລາຍກ່ວາພວກເຂົາ, ຂ້າພະເຈົ້າຖືກທຸບຕີເກີນຂະຫນາດ, ຂ້າພະເຈົ້າໄດ້ປະເຊີນກັບໄພອັນຕະລາຍເກືອບເຖິງຕາຍຢູ່ເລື້ອຍໆ.24ພວກຢິວໄດ້ຂ້ຽນຕີຂ້າພະເຈົ້າຫ້າເທື່ອ "ເທື່ອລະສາມສິບເກົ້າບາດ."25ເຂົາຕີຂ້າພະເຈົ້າດ້ວຍໄມ້ແສ້ຫວາຍສາມເທື່ອ. ພວກເຂົາໄດ້ແກວ່ງກ້ອນຫີນໃສ່ຂ້າພະເຈົ້າຫນື່ງເທື່ອ. ຂ້າພະເຈົ້າປະເຊີນກັບເຮືອຫລົ້ມສາມເທື່ອ. ຂ້າພະເຈົ້າລອຍຢູ່ໃນທະເລເປັນເວລາຫນື່ງຄືນ ແລະ ຫນື່ງມື້.26ຂ້າພະເຈົ້າຕ້ອງເດີນທາງເລື້ອຍໆ, ເຊິ່ງຕ້ອງປະເຊີນກັບໄພອັນຕະລາຍຈາກແມ່ນໍ້າ, ແລະຈາກໂຈນຮ້າຍ, ປະເຊີນກັບໄພອັນຕະລາຍຈາກຄົນຊາດດຽວກັນກັບຂ້າພະເຈົ້າເອງ, ອັນຕະລາຍຈາກຄົນຕ່າງຊາດ, ປະເຊີນຕໍ່ອັນຕະລາຍໃນຕົວເມືອງ, ປະເຊີນໄພອັນຕະລາຍໃນຖິ່ນແຫ້ງແລ້ງກັນດານ, ປະເຊີນໄພອັນຕະລາຍໃນທະເລ, ປະເຊີນໄພອັນຕະລາຍຈາກພີ່ນ້ອງຫລອກຫລວງ.27ຂ້າພະເຈົ້າຕ້ອງເຮັດວຽກຢ່າງຫນັກຫນ່ວງ ແລະ ລຳບາກ, ຕ້ອງອົດຫລັບອົດນອນ, ຕ້ອງອຶດເຂົ້າ ຢາກນ້ຳ ແລະ ຫລາຍເທື່ອຂາດອາຫານການກິນ, ຕ້ອງທົນຫນາວ ແລະ ເປືອຍກາຍ.28ນອກຈາກນີ້ແລ້ວ ຍັງມີສິ່ງອື່ນໆ, ທີ່ກົດດັນຂ້າພະເຈົ້າຢູ່ທຸກໆວັນ ຄືຄວາມກັງວົນໃຈກ່ຽວກັບຄຣິສຕະຈັກໃນທຸກແຫ່ງ29ມີຜູ້ໃດທີ່ອ່ອນກຳລັງ ແລະ ຂ້າພະເຈົ້າບໍ່ອ່ອນກຳລັງດ້ວຍ? ມີຜູ້ໃດທີ່ຖືກເຮັດໃຫ້ສະດຸດ, ແລະ ຂ້າພະເຈົ້າບໍ່ເປັນທຸກເປັນຮ້ອນດ້ວຍ?30ຖ້າຂ້າພະເຈົ້າຈຳເປັນຕ້ອງອວດ, ຂ້າພະເຈົ້າຈະອວດໃນສິ່ງທີ່ສະແດງເຖິງຄວາມອ່ອນແອຂອງຂ້າພະເຈົ້າ.31ພຣະເຈົ້າ ແລະ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າ, ຜູ້ຊຶ່ງໄດ້ຮັບຄຳສັນລະເສີນເປັນນິດນັ້ນ, ຊົງຮູ້ວ່າຂ້າພະເຈົ້າບໍ່ໄດ້ຕົວະ!32ຜູ້ວ່າຣາຊການເມືອງຂອງກະສັດ ອາເຣຕາ ໃນນະຄອນ ດາມັສກັດ ໃຫ້ຄົນເຝົ້າຍາມນະຄອນ ດາມັສກັດ ໄວ້ເພື່ອຈະຈັບຂ້າພະເຈົ້າ.33ແຕ່ຂ້າພະເຈົ້າຖືກເອົາໃສ່ໃນກະບຸງໃຫຍ່ຢ່ອນລົງທາງປ່ອງຢ້ຽມຂອງກຳແພງນະຄອນນັ້ນ, ຂ້າພະເຈົ້າຈື່ງໄດ້ຫນີພົ້ນຈາກເງື່ອມມືຂອງທ່ານເຈົ້າເມືອງນັ້ນ.
1ຂ້າພະເຈົ້າຈຳເປັນຕ້ອງອວດ, ເຖິງແມ່ນຈະບໍ່ໄດ້ຮັບປະໂຫຍດອັນໃດ, ແຕ່ຂ້າພະເຈົ້າຈະສືບຕໍ່ບອກກ່ຽວກັບນິມິດ ແລະ ການສຳແດງຕ່າງໆທີ່ມາຈາກອົງພຣະຜູ້ເປັນເຈົ້າ.2ເມື່ອສິບສີ່ປີກ່ອນ ຂ້າພະເຈົ້າຮູ້ຈັກຊາຍຄົນຫນື່ງໃນພຣະຄຣິດ ຊຶ່ງລາວຖືກຮັບຂຶ້ນສູ່ສະຫວັນຊັ້ນທີ່ສາມ ເຖິງວ່າ ຈະໄປທັງຮ່າງກາຍ ຫລື ບໍ່ມີຮ່າງກາຍ, ຂ້າພະເຈົ້າກໍບໍ່ຮູ້, ພຣະເຈົ້າເທົ່ານັ້ນເປັນຜູ້ຊົງຮູ້ຈັກ.3ແລະ ຂ້າພະເຈົ້າຮູ້ຈັກຄົນນັ້ນໄດ້ຮັບຂຶ້ນໄປ ຈະໄປທັງຮ່າງກາຍ ຫລື ບໍ່ມີຮ່າງກາຍ, ຂ້າພະເຈົ້າບໍ່ຮູ້, ພຣະເຈົ້າເທົ່ານັ້ນຊົງຮູ້-4ຖືກຮັບຂຶ້ນໄປເຖິງບ່ອນສຸກຂະເສີມ ແລະ ໄດ້ຍິນສິ່ງຕ່າງໆທີ່ສັກສິດເກີນກວ່າທຸກຄົນທີ່ຈະເວົ້າໄດ້.5ສຳລັບຊາຍຄົນນີ້ຂ້າພະເຈົ້າອວດໄດ້. ແຕ່ສຳລັບຂ້າພະເຈົ້າເອງນັ້ນ ຂ້າພະເຈົ້າຈະບໍ່ອວດ, ເວັ້ນເສັຍແຕ່ວ່າຈະອວດເຖິງຄວາມອ່ອນແອຂອງຂ້າພະເຈົ້າ.6ເພາະເຖິງແມ່ນວ່າຂ້າພະເຈົ້າຢາກຈະອວດ, ຂ້າພະເຈົ້າບໍ່ແມ່ນຄົນໂງ່ຈ້າ, ເພາະວ່າຂ້າພະເຈົ້າຈະເວົ້າຄວາມຈິງ. ແຕ່ຂ້າພະເຈົ້າຈະບໍ່ອວດ, ເພື່ອຈະບໍ່ມີໃຜປະເມີນຂ້າພະເຈົ້າສູງກວ່າສິ່ງທີ່ລາວໄດ້ເຫັນໃນຂ້າພະເຈົ້າ ຫລື ໄດ້ຍິນຈາກຂ້າພະເຈົ້າ.7ແລະ ຂ້າພະເຈົ້າຈະບໍ່ອວດ ເນື່ອງຈາກການທີ່ໄດ້ເຫັນການສຳແດງພິເສດຫລາຍຢ່າງ. ດ້ວຍເຫດນີ້, ເພື່ອບໍ່ໃຫ້ຂ້າພະເຈົ້າຍົກຕົວຂຶ້ນ, ຈຶ່ງເຮັດໃຫ້ມີສ້ຽນຫນາມໃນເນື້ອຫນັງຂອງຂ້າພະເຈົ້າ, ເຊິ່ງແມ່ນທູດຂອງຊາຕານທີ່ໄດ້ທຸບຕີຂ້າພະເຈົ້າ, ເພື່ອວ່າຂ້າພະເຈົ້າຈະບໍ່ໄດ້ເປັນຄົນທະເຢີທະຍານເກີນໄປ.8ຂ້າພະເຈົ້າໄດ້ອະທິຖານເລື່ອງສຽ້ນຫນາມນັ້ນຕໍ່ພຣະຜູ້ເປັນເຈົ້າເຖິງສາມເທື່ອ, ເພື່ອໃຫ້ຊົງເອົາອອກໄປຈາກຂ້າພະເຈົ້າ.9ແລະ ພຣະອົງຊົງໄດ້ກ່າວກັບຂ້າພະເຈົ້າວ່າ, "ພຣະຄຸນຂອງເຮົາກໍມີພຽງພໍສຳລັບເຈົ້າ, ເພາະວ່າຄວາມອ່ອນແອມີຢູ່ໃສ ຣິດເດດຂອງເຮົາກໍມີຢ່າງເຕັມຂະຫນາດຢູ່ທີ່ນັ້ນ.” ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍອວດໃນເລື່ອງຄວາມອ່ອນແອຂອງຂ້າພະເຈົ້າ ເພື່ອຣິດອຳນາດຂອງພຣະຄຣິດທີ່ຈະໄດ້ຢູ່ໃນຂ້າພະເຈົ້າ.10ເຫດສະນັ້ນ ເພາະເຫັນແກ່ພຣະຄຣິດ ຂ້າພະເຈົ້າຈື່ງຊື່ນໃຈໃນຄວາມອ່ອນແອຂອງຂ້າພະເຈົ້າ, ໃນການດູຫມິ່ນ, ໃນການທຸກຍາກຕ່າງໆ, ໃນການຖືກຂົ່ມເຫັງ, ໃນຄວາມຍາກລຳບາກ. ເພື່ອວ່າຂ້າພະເຈົ້າອ່ອນແອເມື່ອໃດ, ຂ້າພະເຈົ້າກໍຈະເຂັ້ມແຂງຂຶ້ນເມື່ອນັ້ນ.11ຂ້າພະເຈົ້າກາຍເປັນຄົນໂງ່ຈ້າໄປແລ້ວ! ທ່ານບັງຄັບຂ້າພະເຈົ້າໃຫ້ເປັນ, ເພາະວ່າຂ້າພະເຈົ້າສົມຄວນທີ່ຈະໄດ້ຮັບການຍົກຍ້ອງຈາກພວກທ່ານ. ເພາະວ່າຂ້າພະເຈົ້າກໍບໍ່ຕໍ່າກວ່າບັນດາອັກຄະສາວົກພິເສດເຫລົ່ານັ້ນ, ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ໄດ້ເປັນຄົນພິເສດອັນໃດເລີຍ.12ລັກສະນະທີ່ແທ້ຈິງຕ່າງໆ ຂອງການເປັນອັກຄະສາວົກນັ້ນ ກໍໄດ້ກາຍເປັນທີ່ແຈ່ມແຈ້ງໃນບັນດາພວກທ່ານ, ດ້ວຍຄວາມອົດທົນໂດຍຫມາຍສຳຄັນ ແລະ ການອັດສະຈັນ ລວມທັງໂດຍການອິດທິຣິດຕ່າງໆ.13ເພາະວ່າພວກທ່ານດ້ວຍຄວາມສຳຄັນໄປກວ່າຄຣິສຕະຈັກອື່ນໆຢ່າງໃດບໍ?, ນອກຈາກການທີ່ຂ້າພະເຈົ້າບໍ່ໄດ້ເປັນພາລະແກ່ພວກທ່ານ? ການຜິດໃນຂໍ້ນີ້ຂໍພວກທ່ານໃຫ້ອະໄພແກ່ຂ້າພະເຈົ້າດ້ວຍເຖີດ!14ນີ້ແຫລະ ຂ້າພະເຈົ້າພ້ອມທີ່ຈະມາພົບກັບພວກທ່ານເປັນເທື່ອທີສາມ. ຂ້າພະເຈົ້າຈະບໍ່ເປັນພາລະຕໍ່ພວກທ່ານ, ເພາະວ່າຂ້າພະເຈົ້າບໍ່ຕ້ອງການສິ່ງໃດໆຂອງພວກທ່ານທັງຫລາຍເລີຍ, ແຕ່ຂ້າພະເຈົ້າຕ້ອງການພວກທ່ານ. ເພາະວ່າເປັນການບໍ່ສົມຄວນທີ່ລູກໆຈະສະສົມໄວ້ສຳລັບພໍ່ແມ່. ແຕ່, ພໍ່ແມ່ຕ່າງຫາກທີ່ຄວນຈະສະສົມໄວ້ສຳລັບລູກ.15ຂ້າພະເຈົ້າມີຄວາມຍິນດີຫລາຍໃນການເສັຍສະຫລະ ແລະ ການເສັຍສະຫລະນີ້ ກໍເພື່ອຈິດວິນຍານຂອງພວກທ່ານ. ແມ່ນວ່າຂ້າພະເຈົ້າຮັກພວກທ່ານຫລາຍຂື້ນ, ແຕ່ທ່ານພັດຮັກຂ້າພະເຈົ້າຫນ້ອຍລົງ16ແຕ່ເຖິງແມ່ນວ່າຈະເປັນເຊັ່ນນັ້ນ, ຂ້າພະເຈົ້າກໍຈະບໍ່ເປັນພາລະຕໍ່ທ່ານທັງຫລາຍ. ແຕ່, ພວກທ່ານກໍເວົ້າວ່າຂ້າພະເຈົ້າເປັນຄົນເລ້ຫລ່ຽມ ຂ້າພະເຈົ້າຫຼອກລວງເອົາປຽບທ່ານທັງຫລາຍ.17ຂ້າພະເຈົ້າເອົາປຽບພວກທ່ານໂດຍການສົ່ງຜູ້ໃດຜູ້ຫນື່ງໄປຫາພວກທ່ານບໍ?18ຂ້າພະເຈົ້າໄດ້ຂໍຮ້ອງໃຫ້ ຕີໂຕ ໄປຫາທ່ານ, ແລະ ສົ່ງພີ່ນ້ອງອີກຄົນຫນື່ງໄປນຳລາວ. ຕີໂຕ ເອົາປຽບພວກທ່ານບໍ? ພວກເຮົາບໍ່ໄດ້ເດີນໃນທາງດຽວກັນບໍ? ພວກເຮົາບໍ່ໄດ້ກ້າວເດີນຕາມເສັ້ນທາງດຽວກັນບໍ?19ທ່ານທັງຫລາຍຄິດຢູ່ຕະຫລອດມາວ່າ ພວກເຮົາແກ້ຕົວໃຫ້ພວກເຮົາເອງຕໍ່ພວກທ່ານບໍ? ຂ້າພະເຈົ້າເວົ້າໃນພຣະຄຣິດ ດັ່ງວ່າ ຂ້າພະເຈົ້າຢູ່ຊ້ອງຫນ້າຂອງພຣະເຈົ້າ ວ່າສິ່ງສາລະພັດທີ່ເຮັດນັ້ນ ກໍ່ເພື່ອຄວາມຈະເລີນຂອງພວກທ່ານ.20ເພາະວ່າຂ້າພະເຈົ້າຢ້ານວ່າເມື່ອມາຮອດ ຂ້າພະເຈົ້າອາດຈະບໍ່ໄດ້ເຫັນພວກທ່ານໃນສິ່ງທີ່ຂ້າພະເຈົ້າຢາກເຫັນ. ຂ້າພະເຈົ້າຢ້ານວ່າທ່ານຈະບໍ່ໄດ້ພົບກັບຂ້າພະເຈົ້າຕາມທີ່ພວກທ່ານປາຖະຫນາ. ຂ້າພະເຈົ້າຢ້ານວ່າ ຈະມີການໂຕ້ຖຽງກັນ, ມີການອິດສາກັນ, ໄດ້ມີການຄຽດແຄ້ນໃສ່ກັນ, ມີການເຫັນແກ່ຕົວ, ມີການນິນທາກັນ, ມີຄວາມຈອງຫອງກັນ, ແລະມີຄວາມວຸ່ນວາຍ.21ຂ້າພະເຈົ້າຢ້ານວ່າ ເມື່ອຂ້າພະເຈົ້າມາເຖິງ ພຣະເຈົ້າຈະເຮັດໃຫ້ຂ້າພະເຈົ້າຕ້ອງອັບອາຍຕໍ່ຫນ້າພວກທ່ານ. ຂ້າພະເຈົ້າຢ້ານວ່າ ຂ້າພະເຈົ້າຈະເສັຍໃຈ ເນື່ອງດ້ວຍຄວາມບາບທັງຫລາຍ ທີ່ບາງຄົນໄດ້ເຮັດມາກ່ອນຫນ້ານີ້, ແລະ ຄົນທີ່ບໍ່ກັບໃຈຈາກມົນທິນ ແລະ ຈາກການຫລິ້ນຊູ້ ແລະ ຈາກຕັນຫາທີ່ພວກເຂົາເຮັດຢູ່ນັ້ນ.
1ເທື່ອນີ້ ຈະເປັນເທື່ອທີສາມທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມພວກທ່ານ. "ຂໍ້ກ່າວຫາໃດໆຈະຕ້ອງມີພະຍານສອງ ຫລື ສາມຄົນຈຶ່ງຈະເຊື່ອຖືໄດ້."2ຂ້າພະເຈົ້າເຄີຍກ່າວໄວ້ໃນຄັ້ງທີສອງແລ້ວກັບຄົນເຫລົ່ານັ້ນ ທີ່ໄດ້ເຮັດບາບກ່ອນຫນ້ານັ້ນ ແລະ ພວກທີ່ເຫລືອທັງຫມົດ, ແລະ ຂ້າພະເຈົ້າຂໍກ່າວອີກເທື່ອຫນື່ງວ່າ: ເມື່ອຂ້າພະເຈົ້າກັບມາອີກ, ຂ້າພະເຈົ້າຈະບໍ່ລະເວັ້ນການລົງໂທດຄົນເຫລົ່ານີ້ເລີຍ.3ຂ້າພະເຈົ້າບອກສິ່ງນີ້ແກ່ພວກທ່ານ ເພາະວ່າພວກທ່ານ ກຳລັງຊອກຫາຫລັກຖານວ່າ ທີ່ພຣະຄຣິດໄດ້ກ່າວຜ່ານທາງຂ້າພະເຈົ້າ. ພຣະອົງບໍ່ໄດ້ອ່ອນກຳລັງຕໍ່ທ່ານ. ແຕ່, ມີພະລັງຫຼາຍໃນພວກທ່ານ.4ເຖິງແມ່ນວ່າ ພຣະອົງຈະຖືກຄຶງເພາະວ່າຄວາມອ່ອນກຳລັງ, ແຕ່ພຣະອົງຍັງຊົງມີພຣະຊົນຢູ່ໂດຍຣິດອຳນາດຂອງພຣະເຈົ້າ. ແລະ ເຖິງແມ່ນວ່າຂ້າພະເຈົ້າອ່ອນກຳລັງດ້ວຍເຊັ່ນດຽວກັນ, ແຕ່ຂ້າພະເຈົ້າຈະຍັງມີຊີວິດຢູ່ໂດຍຣິດອຳນາດຂອງພຣະເຈົ້າ ຊຶ່ງຢູ່ໃນທ່າມກາງພວກທ່ານ.5ທ່ານພິຈາລະນາຕົວຂອງທ່ານເບິ່ງວ່າທ່ານຕັ້ງຢູ່ໃນຄວາມເຊື່ອຫລືບໍ່? ທ່ານຈົ່ງພິສູດຕົວທ່ານເອງເຖີດ ພວກທ່ານບໍ່ຮູ້ບໍວ່າພຣະເຢຊູຄຣິດເຈົ້າຊົງສະຖິດໃນພວກທ່ານ? ພຣະອົງສະຖິດຢູ່ແນ່ນອນ ນອກຈາກວ່າພວກທ່ານຈະບໍ່ຜ່ານການພິສູດ.6ແລະ ຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າ ພວກທ່ານຈະພົບວ່າ ພວກເຮົາບໍ່ຜ່ານການພິສູດນັ້ນ.7ບັດນີ້ ພວກເຮົາຂໍອະທິຖານຕໍ່ພຣະເຈົ້າ ເພື່ອທີ່ຈະບໍ່ໃຫ້ພວກທ່ານກະທຳຜິດໃດໆ. ຂ້າພະເຈົ້າບໍ່ໄດ້ອະທິຖານເພື່ອໃຫ້ພວກເຮົາປະກົດວ່າ ຜ່ານການພິສູດ. ແຕ່, ຂ້າພະເຈົ້າອະທິຖານເພື່ອໃຫ້ພວກທ່ານເຮັດໃນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າພວກເຮົາເອງເບິ່ງຄືວ່າພວກເຮົາໄດ້ຜ່າຍແພ້ໃນການພິສູດນັ້ນ.8ເພາະວ່າພວກເຮົາບໍ່ສາມາດເຮັດສີ່ງໃດໆ ທີ່ຂັດກັບຄວາມຈິງໄດ້, ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ.9ເພາະວ່າຂ້າພະເຈົ້າມີຄວາມຊື່ນຊົມຍິນດີໃນຍາມທີຂ້າພເະເຈົ້າອ່ອນແອ ແລະ ພວກທ່ານມີຄວາມເຂັ້ມແຂງ. ເຮົາອະທິຖານຢ່າງນີ້ດ້ວຍເຊັ່ນກັນຄືຂໍໃຫ້ທ່ານທັງຫລາຍໄດ້ເປັນຄົນທີ່ສົມບູນພ້ອມ.10ຂ້າພະເຈົ້າໄດ້ຂຽນສີ່ງເຫລົ່ານີ້ໃນຂະນະທີ່ຂ້າພະເຈົ້າຢູ່ຫ່າງຈາກພວກທ່ານ, ດ້ວຍວ່າເມື່ອຂ້າພະເຈົ້າມາແລ້ວ ຈະບໍ່ຈຳເປັນຕ້ອງເຂັ້ມງວດພວກທ່ານໂດຍການໃຊ້ອຳນາດ ຊຶ່ງອົງພຣະຜູ້ເປັນເຈົ້າປະທານແກ່ຂ້າພະເຈົ້າ, ເພື່ອທີ່ຈະເສີມສ້າງທ່ານຂື້ນ, ບໍ່ແມ່ນທຳລາຍລົງ.11ສຸດທ້າຍນີ້, ພີ່ນ້ອງທັງຫລາຍ, ຈົ່ງຊື່ນຊົມຍິນດີ! ຈົ່ງເຮັດເພື່ອໃຫ້ເກີດຄວາມປອງດອງກັນ, ຈົ່ງຫນູນໃຈກັນ, ຈົ່ງເປັນນໍ້າຫນື່ງໃຈດຽວກັນ, ຈົ່ງຢູ່ຮ່ວມກັນດ້ວຍສັນຕິສຸກ. ແລະຂໍໃຫ້ພຣະເຈົ້າແຫ່ງຄວາມຮັກ ແລະ ສັນຕິສຸກຊົງສະຖິດກັບພວກທ່ານ.12ຈົ່ງກ່າວທັກທາຍຕໍ່ກັນ ແລະ ກັນ ດ້ວຍປະເພນີການຈູບອັນບໍຣິສຸດ.13ໄພ່ພົນທັງປວງຂອງພຣະເຈົ້າ ຝາກຄວາມຄິດຮອດມາເຖິງທ່ານທັງຫລາຍ.14ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າ, ຄວາມຮັກຂອງພຣະເຈົ້າ, ແລະ ຄວາມສາມັກຄີທຳກັບພຣະວິນຍານບໍຣິສຸດເຈົ້າ ຈົ່ງດຳຣົງຢູ່ກັບພວກທ່ານທັງຫລາຍເຖີດ.
1ຂ້າພະເຈົ້າ ໂປໂລ, ຜູ້ເປັນອັກຄະສາວົກ - ຂ້າພະເຈົ້າບໍ່ໄດ້ຮັບການແຕ່ງຕັ້ງເປັນ ອັກຄະສາວົກ ຈາກມະນຸດຄົນໃດ ຫລື ຕົວແທນຂອງມະນຸດຄົນໃດ, ແຕ່ວ່າພຣະເຢຊູຄຣິດເຈົ້າ ພຣະບິດາເຈົ້າ, ຜູ້ຊົງບັນດານໃຫ້ພຣະເຢຊູຄືນຈາກຄວາມຕາຍໄດ້ ຊົງແຕ່ງຕັ້ງ.2ແລະ ບັນດາພີ່ນ້ອງທັງຫມົດທີ່ຢູ່ນຳເຮົາ, ເຖິງຄຣິສຕະຈັກທັງຫລາຍຢູ່ໃນແຄ້ວນ ຄາລາເຕຍ:3ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ,4ຜຸ້ຊົງສະຫລະພຣະອົງເພາະບາບຂອງພວກເຮົາ ເພື່ອໂຜດພວກເຮົາໃຫ້ພົ້ນຈາກຍຸກອັນຊົ່ວຊ້າ ໃນປະຈຸບັນ, ນີ້ຕາມພຣະປະສົງຂອງພຣະເຈົ້າ ແລະ ພຣະບິດາຂອງເຮົາ.5ຂໍຖວາຍກຽດຕິຍົດ ແດ່ພຣະອົງນັ້ນສືບໆໄປເປັນນິດ. ອາແມນ.6ຂ້າພະເຈົ້າຮູ້ສຶກປະຫລາດໃຈຢ່າງຫລາຍ ທີ່ທ່ານທັງຫລາຍພາກັນປະຖິ້ມພຣະອົງຢ່າງຮີບດ່ວນ ພຣະອົງຊົງເອີ້ນພວກທ່ານມາ ດ້ວຍພຣະຄຸນຂອງພຣະຄຣິດເຈົ້າ. ແລະ ຂ້າພະເຈົ້າຮູ້ສຶກປະຫລາດໃຈທີ່ທ່ານຕ່າວຄືນໄປຫາຂ່າວອື່ນໆຢ່າງໄວວາ.7ບໍ່ມີຂ່າວປະເສີດຢ່າງອື່ນອີກ, ແຕ່ມີບາງຄົນໄດ້ເຮັດໃຫ້ ພວກເຈົ້າວຸ້ນວາຍໃຈ ແລະ ຢາກຫາທາງປ່ຽນແປງຂ່າວປະເສີດ ເລື່ອງພຣະຄຣິດເຈົ້າ.8ແຕ່ເຖິງແມ່ນວ່າພວກເຮົາ ຫລື ເທວະດາຈາກສະຫວັນກໍຕາມຈະປະກາດຂ່າວປະເສີດອື່ນ ແກ່ພວກເຮົາທີ່ບໍ່ຕົງກັບທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ.9ເຫມືອນດັ່ງພວກເຮົາໄດ້ກ່າວກ່ອນແລ້ວ, ແລະ ບັດນີ້ ເຮົາຂໍກ່າວຢໍ້າອີກວ່າ "ຖ້າຜູ້ໃດ ປະກາດຂ່າວປະເສີດ ແກ່ພວກເຈົ້າທີ່ແຕກຕ່າງໄປ ຈາກທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ".10ເຮົາສະແຫວງຫາທີ່ຈະໄດ້ຮັບການຍອມຮັບຈາກມະນຸດ ຫລື ຈາກພຣະເຈົ້າ? ຂ້າພະເຈົ້່າກຳລັງພະຍາຍາມເຮັດໃຫ້ຖືກໃຈມະນຸດບໍ? ຖ້າເຮັດເຊັ່ນນີ້, ຂ້າພະເຈົ້າກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ.11ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າຢາກບອກໃຫ້ພວກເຈົ້າ ຮູ້ວ່າຂ່າວປະເສີດ, ທີ່ຂ້າພະເຈົ້າໄດ້ປະກາດແກ່ເຈົ້າທັງຫລາຍນັ້ນບໍ່ແມ່ນມາຈາກມະນຸດ.12ດ້ວຍວ່າ, ຂ້າພະເຈົ້າ ບໍ່ໄດ້ຮັບຈາກມະນຸດ ຫລື ບໍ່ມີມະນຸດຄົນໃດສອນຂ້າພະເຈົ້າ, ແຕ່ເປັນການທີ່ພຣະເຢຊູຄຣິດເຈົ້າ ຊົງເປີດເຜີຍແກ່ຂ້າພະເຈົ້າ.13ພວກເຈົ້າທັງຫລາຍ ໄດ້ຍິນເຖິງຊີວິດເບື້ອງຫລັງຂອງຂ້າພະເຈົ້າ, ເມື່ອຍັງຢູ່ໃນລັດທິຢິວນັ້ນ, ຂ້າພະເຈົ້າ ໄດ້ຂົ່ມເຫັງຄຣິສຕະຈັກ ຂອງພຣະເຈົ້າ ຢ່າງຮ້າຍແຮງເຫລືອເກີນ ແລະ ໄດ້ພະຍາຍາມທຳລາຍ.14ຂ້າພະເຈົ້າກໍລໍ້າຫນ້າ ກວ່າເພື່ອນຮ່ວມຊາດຫລາຍຄົນ ໃນດ້ານສາດສະຫນາຂອງຊາວຢິວ ທີ່ຢູ່ຮ່ວມສະໃຫມກັບຂ້າພະເຈົ້າ. ຂ້າພະເຈົ້າກະຕືລືລົ້ນຫລາຍ ໃນການປະຕິບັດປະເພນີຂອງບັນພະບຸລຸດຂອງຂ້າພະເຈົ້າ.15ແຕ່ເມື່ອພຣະເຈົ້າ, ຜູ້ຊົງເລືອກຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່, ຜູ້ຊົງເອີ້ນຂ້າພະເຈົ້າ ໂດຍພຣະຄຸນຂອງພຣະອົງ.16ຊົງພໍພຣະໄທທີ່ຊົງສຳແດງ ພຣະບຸດ ຂອງພຣະອົງ ໃນຂ້າພະເຈົ້າ, ເພື່ອໃຫ້ຂ້າພະເຈົ້າໄດ້ປະກາດຂ່າວປະເສີດ ເລື່ອງພຣະບຸດນັ້ນ ໃນທ່າມກາງພວກຕ່າງຊາດ, ຂ້າພະເຈົ້າ ບໍ່ໄດ້ປຶກສາກັນກັບມະນຸດຄົນໃດໃນທັນທີ.17ຂ້າພະເຈົ້າ ບໍ່ໄດ້ຂື້ນໄປຍັງນະຄອນເຢຣູຊາເລັມ ເຮົາກໍຍັງບໍ່ໄດ້ ໄປຫາຜູ້ເປັນອັກຄະສາວົກກ່ອນຂ້າພະເຈົ້າ, ແຕ່ຂ້າພະເຈົ້າ, ກັບອອກໄປຍັງປະເທດ ອາຣາເບຍ ແລ້ວກັບມາເມືອງ ດາມັສກັດອີກ.18ຫລັງຈາກນັ້ນສາມປີ ຂ້າພະເຈົ້າຂຶ້ນໄປທີ່ນະຄອນເຢຣູຊາເລັມ ເພື່ອທຳຄວາມລື້ງເຄີຍກັບ ເຄຟາສ ແລະ ຂ້າພະເຈົ້າໄດ້ພັກຢູ່ກັບເພິ່ນເປັນເວລາສິບຫ້າວັນ.19ແຕ່ຂ້າພະເຈົ້າ ບໍ່ໄດ້ພົບກັບ ອັກຄະສາວົກຄົນອື່ນເລີຍ ນອກຈາກ ຢາໂກໂບ, ຜູ້ທີ່ເປັນນ້ອງຊາຍຂອງ ອົງພຣະຜູ້ເປັນເຈົ້າ.20ໃນສິ່ງທີ່ຂ້າພະເຈົ້າຂຽນເຖິງທ່ານ, ຂ້າພະເຈົ້າຮັບຮອງ ຕໍ່ຫນ້າອົງພຣະຜູ້ເປັນເຈົ້າ, ບໍ່ໄດ້ຂຽນເລື່ອງຂີ້ຕົວະ.21ແລ້ວຂ້າພະເຈົ້າ ກໍໄປໃນເຂດແດນ ຊີເຣຍ ແລະ ກີລີເກຍ.22ຂ້າພະເຈົ້າຍັງບໍ່ໄດ້ເປັນທີ່ຮູ້ຈັກ ໃນຄຣິສຕະຈັກ ແຂວງຢູດາຍ ຊຶ່ງຢູ່ໃນພຣະຄຣິດເຈົ້າ.23ພວກເຂົາພຽງແຕ່ໄດ້ຍິນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງ ພວກເຮົາ ບັດນີ້ໄດ້ມາ ປະກາດຂ່າວປະເສີດ ເລື່ອງຂອງຄວາມເຊື່ອ ຊຶ່ງເຂົາໄດ້ເຄີຍພະຍາຍາມທຳລາຍ.”24ພວກເຂົາໄດ້ສັນລະເສີນ ພຣະເຈົ້າ ກໍເພາະດ້ວຍເລື່ອງຂອງຂ້າພະເຈົ້າ.
1ຫລັງຈາກນັ້ນສິບສີ່ປີ ຂ້າພະເຈົ້າໄດ້ກັບຄືນໄປທີ່ນະຄອນເຢຣູຊາເລັມກັບ ບາຣະນາບາ, ແລະ ເຮົາກໍໄດ້ເອົາ ຕີໂຕ ໄປດ້ວຍ.2ຂ້າພະເຈົ້າໄດ້ໄປຕາມການຊົງເປີດເຜີຍ ແລະ ຂ້າພະເຈົ້າໄດ້ເລົ່າເລື່ອງຂ່າວປະເສີດແກ່ພວກເຂົາ. ຊຶ່ງຂ້າພະເຈົ້າ ປະກາດໃນທ່າມກາງຄົນຕ່າງຊາດໃຫ້ເຂົາຟັງ. ຂ້າພະເຈົ້າເລົ່າໃຫ້ຄົນທີ່ເບິ່ງ ເຫມືອນເປັນຜູ້ທີ່ສຳຄັນຟັງ ເປັນການສ່ວນຕົວ, ເພື່ອໃຫ້ຫມັ້ນໃຈວ່າ ຂ້າພະເຈົ້າບໍ່ໄດ້ກຳລັງແລ່ນແຂ່ງ ຫລື ໄດ້ແລ່ນແຂ່ງແລ້ວ - ໂດຍບໍ່ມີປະໂຫຍດ.3ແຕ່ເຖິງແມ່ນວ່າ ຕີໂຕ, ຜູ້ຢູ່ກັບຂ້າພະເຈົ້າ ແລະ ເປັນຄົນກຣີກ ແຕ່ເຂົາກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ.4ເລື່ອງນີ້ເກີດຂື້ນເພາະພວກພີ່ນ້ອງ ທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອສອດແນມເບິ່ງເສລີພາບ ຂອງພວກເຮົາທີ່ມີຢູ່ໃນອົງພຣະເຢຊູຄຣິດເຈົ້າ. ພວກເຂົາໄດ້ຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າອີກ,5ແຕ່ພວກເຮົາ ບໍ່ໄດ້ອ່ອນຍອມ ຕໍ່ພວກເຂົາ ແມ່ນແຕ່ນາທີດຽວ, ເພື່ອຈະໄດ້ຮັກສາຄວາມສັດຈິງ ຂອງຂ່າວປະເສີດ ນັ້ນໄວ້ສຳລັບເຈົ້າທັງຫລາຍຕໍ່ໄປຢ່າງບໍ່ມີການປ່ຽນແປງ.6ແຕ່ບັນດາຄົນທີ່ເບິ່ງເຫມືອນເປັນຄົນສຳຄັນ (ບໍ່ວ່າພວກເຂົາຈະເຄີຍເປັນຫຍັງມາກ່ອນແລ້ວກໍຕາມ ກໍບໍ່ສຳຄັນຢ່າງໃດຕໍ່ຂ້າພະເຈົ້າ, ພຣະເຈົ້າ ຊົງບໍ່ລຳອຽງ) - ຂ້າພະເຈົ້າ ກ່າວສິ່ງເຫລົ່ານີ້, ຜູ້ທີ່ເບິ່ງ ຄືສຳຄັນແຕ່ບໍ່ໄດ້ເພີ່ມເຕີມຫຍັງໃຫ້ແກ່ຂ້າພະເຈົ້າ.7ກົງກັນຂ້າມ, ພວກເຂົາໄດ້ເຫັນວ່າຂ້າພະເຈົ້າ ໄດ້ຮັບມອບຫມາຍໃຫ້ປະກາດຂ່າວປະເສີດ ແກ່ຄົນທີ່ບໍ່ຖືພິທີຕັດ, ເຊັ່ນດຽວກັບເປໂຕ ທີ່ໄດ້ຮັບມອບ ຫມາຍໃຫ້ປະກາດຂ່າວປະເສີດ ແກ່ຄົນທີ່ຖືພິທີຕັດ.8ດ້ວຍວ່າ, ພຣະເຈົ້າຜູ້ໄດ້ຊົງໃຫ້ ເປໂຕ ເປັນອັກຄະສາວົກ ໄປຫາພວກທີ່ຖືພິທີຕັດ, ກໍໄດ້ຊົງກະທຳການເຫມືອນກັນ ໃນຂ້າພະເຈົ້າເພື່ອໃຫ້ໄປຫາຄົນຕ່າງຊາດ.9ເມື່ອຢາໂກໂບ, ກັບເກຟາ ແລະ ໂຢຮັນ, ຜູ້ທີ່ພວກເຂົາຖືວ່າ ຜູ້ກໍ່ຕັ້ງ ຄຣິສຕະຈັກ ໄດ້ເຂົ້າໃຈພຣະຄຸນ ທີ່ໄດ້ຊົງປະທານແກ່ຂ້າພະເຈົ້າແລ້ວ, ພວກເຂົາ ກໍໄດ້ຍື່ນມືຂວາ ແຫ່ງການສາມັກຄີທັມໃຫ້ແກ່ ບາຣະນາບາ ແລະ ຂ້າພະເຈົ້າ. ພວກເຂົາກະທຳດ່ັງນີ້ ເພື່ອໃຫ້ຂ້າພະເຈົ້າໄປຫາຄົນຕ່າງຊາດ, ແລະ ເພື່ອນພວກເຂົາ ຈະໄປຍັງຄົນທີ່ຖືພິທີຕັດ.10ພວກເຂົາໄດ້ຮຽກຮ້ອງໃຫ້ ຂ້າພະເຈົ້າຄິດເຖິງ ຄົນຍາກຈົນ, ຊຶ່ງກໍເປັນສິ່ງທີ່ຂ້າພະເຈົ້າຮ້ອນຮົນໃຈທີ່ຈະເຮັດຢູ່ແລ້ວ.11ແຕ່ເຄຟາສ ໄດ້ມາຫາອັນຕີໂອເຂັຍແລ້ວ, ຂ້າພະເຈົ້າໄດ້ຄັດຄ້ານຕໍ່ຫນ້າເພິ່ນ ເພາະວ່າເພິ່ນໄດ້ປະກາດຜິດ.12ກ່ອນທີ່ຄົນຂອງ ຢາໂກໂບ, ໄດ້ມາເຖິງທີ່ນັ້ນ ເຄຟາສ ໄດ້ກິນຢູ່ຮ່ວມກັບຄົນຕ່າງຊາດ. ແຕ່ພໍຄົນເຫລົ່ານັ້ນມາເຖິງແລ້ວ, ເພິ່ນໄດ້ຢຸດ ແລະ ກໍຖອຍອອກມາ ຈາກຄົນຕ່າງຊາດ. ເພາະເພິ່ນຢ້ານພວກທີ່ຖືພິທີຕັດ.13ສ່ວນພີ່ນ້ອງຊາວຢິວທີ່ເຫຼືອ ກໍເຮັດເຫມືອນເສແຊ້ງ. ແມ່ນແຕ່ ບາຣະນາບາ ກໍຫລົງປະພຶດຕາມ ຄົນເຫລົ່ານັ້ນ ເຫມືອນກັນ.14ແຕ່ເມື່ອຂ້າພະເຈົ້າ ໄດ້ເຫັນວ່າພວກເພິ່ນບໍ່ໄດ້ປະພຶດຕາມຄວາມຈິງ ແຫ່ງຂ່າວປະເສີດນີ້, ຂ້າພະເຈົ້າຈຶ່ງເວົ້າກັບ ເຄຟາສ ຕໍ່ຫນ້າຄົນທັງຫມົດນັ້ນວ່າ, “ຖ້າທ່ານເປັນຄົນຢິວ ຍັງດຳເນີນຊີວິດເຫມືອນຄົນຕ່າງຊາດ ແທນທີ່ຈະເຮັດເຫມືອນຄົນຢິວແລ້ວ. ທ່ານກໍຍັງບັງຄັບຄົນຕ່າງຊາດ ໃຫ້ດຳເນີນຊີວິດເຫມືອນຄົນຢິວໄດ້ແນວໃດ?”15ພວກເຮົາເປັນຢິວ ໂດຍກຳເນີດ ແລະ ບໍ່ແມ່ນ ພວກຕ່າງຊາດທີ່ເປັນຄົນບາບ;16ແຕ່ພວກເຮົາ ກໍຮູ້ຢູ່ວ່າ ບໍ່ມີຜູ້ໃດ ຖືກຊົງຖືວ່າ ເປັນຄົນຊອບທັມໄດ້ ໂດຍການປະຕິບັດ ຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອ ໃນ ພຣະເຢຊູຄຣິດເຈົ້າເທົ່ານັ້ນ. ເຖິງແມ່ນ ພວກເຮົາກໍຍັງເຊື່ອວາງໃຈ ໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທັມ ໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ແລະ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ. ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນ ຄົນຊອບທັມໄດ້.17ແຕ່ຖ້າ, ຂະນະທີ່ພວກເຮົາ ສະແຫວງຫາເພື່ອໃຫ້ພວກເຮົາ ຖືກນັບຖືວ່າ ເປັນຄົນຊອບທັມ ໂດຍພຣະຄຣິດເຈົ້ານັ້ນ ກັບພົບວ່າພວກເຮົາເອງກໍຍັງເປັນຄົນບາບຢູ່, ສະນັ້ນ ພຣະຄຣິດເຈົ້າຈະຊົງເປັນຜູ້ສົ່ງເສີມຄວາມບາບບໍ? ບໍ່ເປັນຢ່າງນັ້ນຢ່າງແນ່ນອນ!18ເພາະວ່າຖ້າຂ້າພະເຈົ້າ ສ້າງຄວາມເຊື່ອຫມັ້ນ ຂອງຂ້າພະເຈົ້າ ໂດຍການຮັກສາຄວາມຊອບທັມ ທາງກົດບັນຍັດນັ້ນ ຊຶ່ງຂ້າພະເຈົ້າເຄີຍທຳລາຍລົງ ແລ້ວຂື້ນມາອີກ ຂ້າພະເຈົ້າ ກໍສະແດງຕົວເອງວ່າເປັນຜູ້ລ່ວງລະເມີດຄຳບັນຍັດ.19ເຫດວ່າ ໂດຍທາງກົດບັນຍັດນັ້ນ ຂ້າພະເຈົ້າໄດ້ ຕາຍຈາກກົດບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ ສຳລັບພຣະເຈົ້າ.20ຖ້າຂ້າພະເຈົ້າ ຖືກຕຶງໄວ້ກັບພຣະຄຣິດເຈົ້າແລ້ວ. ຂ້າພະເຈົ້າເອງບໍ່ມີຊີວິດຢູ່ຕໍ່ໄປ, ແຕ່ພຣະຄຣິດເຈົ້າຊົງມີຊິດວິດຢູ່ໃນຂ້າພະເຈົ້າ. ຊີວິດຊຶ່ງຂ້າພະເຈົ້າ ດຳເນີນຢູ່ໃນຮ່າງກາຍນີ້. ຂ້າພະເຈົ້າດຳເນີນຢູ່ໂດຍຄວາມເຊື່ອ ໃນພຣະບຸດຂອງພຣະເຈົ້າ ຜູ້ທີ່ຊົງຮັກພວກເຮົາ ແລະ ໄດ້ຊົງສະຫລະຊີວິດຕົວເອງເພື່ອຂ້າພະເຈົ້າ.21ຂ້າພະເຈົ້າບໍ່ໄດ້ລົບລ້າງພຣະຄຸນຂອງ ພຣະເຈົ້າ ເສຍໄປລ້າໆ, ເພາະວ່າຖ້າຄວາມຊອບທັມໄດ້ມາໂດຍ ທາງກົດບັນຍັດແລ້ວ, ພຣະຄຣິດເຈົ້າກໍຊົງສິ້ນພຣະຊົນ ໂດຍບໍ່ມີປະໂຫຍດ!
1ໂອຊາວຄາລາເຕຍຜູ້ບໍ່ມີຄວາມຄິດເອີຍ! ແມ່ນຜູ້ໃດຫນໍ ທີ່ໄດ້ສະກົດຈິດໃຈ ຂອງພວກເຈົ້າໃຫ້ເຫັນຜິດໄປ? ທັງໆທີ່ພາບຂອງພຣະເຢຊູຄຣິດເຈົ້າ ຖືກຄຶງໄວ້ທີ່ໄມ້ກາງແຂນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ.2ນີ້ເປັນພຽງສິ່ງຫນຶ່ງ ທີ່ຂ້າພຣະເຈົ້າຕ້ອງການຮຽນຮູ້ຈາກທ່ານວ່າ: ທ່ານໄດ້ຮັບພຣະວິຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດ ຫລື ໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?3ເຈົ້າທັງຫລາຍ ຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າ ໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວບັດນີ້ ພວກເຈົ້າ ຈະສຳເຣັດລົງໂດຍເນື້ອຫນັງບໍ?4ທ່ານໄດ້ຮັບປະສົບການຫລາຍຢ່າງ ໂດຍເສັຍປະໂຫຍດບໍ? ຖ້າເປັນການເສັຍປະໂຫຍດແທ້5ແລະ ພຣະອົງຜູ້ຊົງປະທານ ພຣະວິນຍານ ແກ່ພວກເຈົ້າທັງຫລາຍ ແລະ ຊົງສຳແດງການອັດສະຈັນ ທ່າມກາງພວກເຈົ້າ ກໍຊົງກະທຳການເຫລົ່ານັ້ນ, ເພາະດ້ວຍການປະຕິບັດ ຕາມກົດບັນຍັດ, ຫລື ເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?6ອັບຣາຮາມກ່າວວ່າ, “ໄດ້ເຊື່ອພຣະເຈົ້າ ແລະ ເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທັມ7ໃນທາງດຽວກັນ, ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ, ບັນດາຜູ້ທີ່ມີຄວາມເຊື່ອນັ້ນ ເປັນເຊື້ອສາຍຂອງອັບຣາຮາມ.8ພຣະຄັມພີ ໄດ້ບອກໃຫ້ຮູ້ລ່ວງຫນ້າວ່າ, ພຣະເຈົ້າ ຈະຊົງນັບຄົນຕ່າງຊາດວ່າ ເປັນຜູ້ຊອບທັມໂດຍທາງຄວາມເຊື່ອ, ຈຶ່ງໄດ້ປະກາດຂ່າວປະເສີດແຈ້ງແກ່ ອັບຣາຮາມ ກ່ອນວ່າ, “ຊົນຊາດທັງຫລາຍ ຈະໄດ້ຮັບພຣະພອນຈາກພຣະເຈົ້າ.”9ເຫດສະນັ້ນ, ບັັນດາຄົນທີ່ມີຄວາມເຊື່ອຈຶ່ງໄດ້ຮັບພຣະພອນ ຮ່ວມກັບອັບຣາຮາມ, ບຸກຄົນແຫ່ງຄວາມເຊື່ອ.10ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດ ຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ; ແລະ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດ ກໍຕາມທີ່ບໍ່ໄດ້ປະຕິບັດ ຕາມທຸກຂໍ້ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ.”11ເປັນທີ່ ຮູ້ແຈ້ງ ແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທັມ ຕໍ່ຫນ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ, ເພາະມີຂຽນໄວ້ໃນພຣະຄັມພີວ່າ, ຜູ້ທີ່ຊົງຖືວ່າ ເປັນຄົນຊອບທັມ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ.12ແຕ່ກົດບັນຍັດນັ້ນ ບໍ່ໄດ້ມາຈາກຄວາມເຊື່ອ, ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງເຫລົ່ານັ້ນຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.”13ພຣະຄຣິດເຈົ້າ ໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງ ຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ - ເພາະພຣະຄັມພີ ໄດ້ຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”-14ໂດຍມີຈຸດປະສົງ ເພື່ອໃຫ້ພຣະພອນທາງ ອັບຣາຮາມ ຈະໄດ້ມາເຖິງ ບັນດາຄົນຕ່າງຊາດ ໂດຍທາງພຣະເຢຊູຄຣິດເຈົ້າ, ເພື່ອພວກເຮົາ ຈະໄດ້ຮັບພຣະວິນຍານຕາມພຣະສັນຍາ ໂດຍທາງຄວາມເຊື່ອ.15ພີ່ນ້ອງທັງຫລາຍ ຂອງເຮົາເອີຍ, ຂ້າພະເຈົ້າຂໍກ່າວຕາມແບບມະນຸດ. ໃນເມື່ອມະນຸດໄດ້ເຮັດຂໍ້ຄວາມ ຕົກລົງກັນໄວ້ແລ້ວ, ກໍບໍ່ມີຜູ້ໃດຈະລົ້ມເລີກຂໍ້ຕົກລົງ ຫລື ເພີ້ມເຕີມໄດ້ອີກ.16ບັດນີ້ ບັນດາພຣະສັນຍາທັງຫລາຍທີ່ໄດ້ກ່າວໄວ້ກັບ ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ເຫມືອນໃຫ້ແກ່ຄົນທັງຫລາຍ, ແຕ່ພຽງແຕ່ຄົນດຽວເທົ່ານັ້ນວ່າ, “ແລະ ໃຫ້ແກ່ເຊື້ອສາຍຂອງທ່ານ.” ຜູ້ທີ່ເປັນ ພຣະຄຣິດເຈົ້າ.17ບັດນີ້, ຂ້າພະເຈົ້າວ່າ: ກົດບັນຍັດ, ທີ່ມາພາຍຫລັງເຖິງ ສີ່ຮ້ອຍສາມສິບປີ, ຈະບໍ່ເຮັດໃຫ້ ພັນທະສັນຍາຊຶ່ງພຣະເຈົ້າ ໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຖືກລຶບລ້າງໄດ້.18ເພາະວ່າ ຖ້າການຮັບມໍຣະດົກ ມີມາໂດຍທາງກົດບັນຍັດ, ກໍບໍ່ແມ່ນ ໂດຍທາງພຣະສັນຍາອີກຕໍ່ໄປ. ແຕ່ພຣະເຈົ້າໄດ້ຊົງໂຜດປະທານ ມໍຣະດົກນັ້ນ ໃຫ້ແກ່ອັບຣາຮາມ ໂດຍທາງພຣະສັນຍາ.19ແລ້ວມີກົດບັນຍັດ ໄວ້ເພື່ອຫຍັງ? ໄດ້ເພີ້ມກົດບັນຍັດໄວ້ ເປັນເພາະການລ່ວງລະເມີດ, ຈົນກວ່າເຊື້ອສາຍຂອງອັບຣາຮາມຈະໄດ້ມາເຖິງບັນດາຄົນທີ່ຮັບໃຊ້ພຣະສັນຍານັ້ນ ພວກເທວະດາໄດ້ແຕ່ງຕັ້ງ. ກົດບັນຍັດນັ້ນໄວ້ ໂດຍມືຂອງຄົນກາງຄົນຫນ່ຶ່ງ.20ບັດນີ້ຖ້າມີຄົນກາງ ກໍສະແດງວ່າ ຕອ້ງມີສອງຝ່າຍ. ແຕ່ພຣະເຈົ້າຊົງເປັນຝ່າຍດຽວນັ້ນ.21ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງ ກັບພຣະສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນເຊັ່ນນັ້ນແນ່ນອນ! ເພາະວ່າ ຖ້າກົດບັນຍັດ ທີ່ໃຫ້ໄວ້ສາມາດເຮັດໃຫ້ມີຊີວິດຢູ່ໄດ້, ແລ້ວຄວາມຊອບທັມ ກໍຄົງຈະໄດ້ມີຢູ່ໂດຍທາງກົດບັນຍັດນັ້ນແທ້.22ແຕ່ພຣະຄັມພີໄດ້ຮວບຮວມ ສິ່ງທັງໝົດໃຫ້ເຂົ້າຢູ່ພາຍໃຕ້ ອຳນາດຄວາມຜິດບາບ. ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຂອງປະທານ ຕາມທີ່ຊົງສັນຍາໄວ້ ຊຶ່ງໄດ້ຊົງໂຜດປະທານ ໂດຍອາໄສ ຄວາມເຊື່ອໃນ ພຣະເຢຊູຄຣິດເຈົ້າເປັນຫລັກ.23ແຕ່ກ່ອນທີ່ຄວາມເຊື່ອໃນພຣະຄຣິດ ຈະມາເຖິງນັ້ນ, ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ, ຖືກຄວບຄຸມໄວ້ ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ.24ເພາະສະນັ້ນກົດບັນຍັດ ຈຶ່ງໄດ້ຄວບຄຸມ ພວກເຮົາໄວ້ ຈົນກວ່າ ພຣະຄຣິດເຈົ້າສະເດັດມາ, ເພື່ອວ່າພວກເຮົາ ຈະໄດ້ເປັນຄົນຊອບທັມ ໂດຍທາງຄວາມເຊື່ອ.25ແຕ່ບັດນີ້ຄວາມເຊື່ອນັ້ນກໍມາເຖິງແລ້ວ, ພວກເຮົາຈຶ່ງບໍ່ໄດ້ຢູ່ພາຍໃຕ້ຜູ້ຄວບຄຸມອີກແລ້ວ.26ເພາະວ່າເຈົ້າທັງຫລາຍ ກໍເປັນບຸດຂອງພຣະເຈົ້າ ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ.27ພວກທ່ານທຸກຄົນ ທີ່ໄດ້ຮັບບັບຕິສະມາ ເຂົ້າໃນພຣະຄຣິດເຈົ້າແລ້ວ, ຄົນນັ້ນ ກໍໄດ້ສວມຊີວິດຂອງພຣະຄຣິດເຈົ້າ.28ຈະບໍ່ມີຄົນຢິວ ແລະ ຄົນກຣີກ, ຈະບໍ່ມີ ທາດ ແລະ ໄຖ່, ຈະບໍ່ເປັນ ຊາຍ ແລະ ຍິງ, ເພາະພວກເຈົ້າທຸກຄົນ ເປັນອັນຫນຶ່ງອັນດຽວກັນ ໃນອົງພຣະເຢຊູຄຣິດເຈົ້າ.29ຖ້າພວກເຈົ້າ ເປັນຄົນຂອງພຣະຄຣິດເຈົ້າ ແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ, ຄືເປັນຜູ້ໄດ້ຮັບມໍຣະດົກ ຕາມພຣະສັນຍາ.
1ຂ້າພະເຈົ້າ ຂໍກ່າວດັ່ງນີ້ວ່າ, ຕາບໃດທີ່ເຈົ້າຂອງມໍຣະດົກ ຍັງເປັນເດັກນ້ອຍຢູ່ ກໍບໍ່ ແຕກຕ່າງຫຍັງກັບຂ້ອຍຂ້າ, ເຖິງແມ່ນວ່າ ເປັນເຈົ້າຂອງຊັບສິນທັງຫມົດກໍຕາມ.2ແຕ່ເຂົາກໍຍັງຢູ່ໃຕ້ບັງຄັບຂອງຜູ້ປົກຄອງ ແລະ ຜູ້ດູແລຊັບສິນ ຈົນເຖິງເວລາທີ່ພໍ່ຂອງລາວໄດ້ກຳນົດ.3ພວກເຮົາ ກໍເຫມືອນກັນເມື່ອຍັງເປັນເດັກນ້ອຍ, ພວກເຮົາກໍຍັງຕົກເປັນທາດຮັບໃຊ້ ຢູ່ໃຕ້ອຳນາດຂອງສິ່ງສັກສິດຂອງໂລກ.4ແຕ່ເມື່ອຄົບກຳນົດເວລາແລ້ວ ພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງ, ມາຊົງບັງເກີດນຳຍິງຄົນຫນຶ່ງ, ແລະ ຊົງມີຊີວິດຢູ່ພາຍໃຕ້ກົດບັນຍັດ.5ເພື່ອຈະຊົງໄຖ່ເອົາຄົນເຫລົ່ານັ້ນ, ທີ່ຢູ່ໃຕ້ກົດບັນຍັດ ເພື່ອໃຫ້ພວກເຮົາ ໄດ້ຖານະເປັນບຸດ.6ແລະ ເພາະເຈົ້າທັງຫລາຍ ເປັນບຸດຂອງພຣະເຈົ້າແລ້ວ, ພຣະອົງຈຶ່ງຊົງໃຊ້ ພຣະວິນຍານ ແຫ່ງພຣະບຸດຂອງພຣະອົງເຂົ້າມາໃນໃຈຂອງພວກເຮົາ, ແລ້ວຮ້ອງວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”7ດັ່ງນັ້ນ ທ່ານຈຶ່ງບໍ່ແມ່ນຂ້ອຍຂ້າອີກຕໍ່ໄປແຕ່ເປັນບຸດ ແລະ ຖ້າເປັນບຸດ ທ່ານກໍເປັນເຈົ້າຂອງມໍຣະດົກໂດຍຜ່ານທາງພຣະເຈົ້າດ້ວຍ.8ແຕ່ກ່ອນນີ້, ເມື່ອເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າກໍເປັນທາດຂອງສິ່ງຕ່າງໆຕາມທຳມະດາແລ້ວ, ມັນບໍ່ແມ່ນພະແທ້.9ແຕ່ບັດນີ້ເມື່ອພວກເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ, ຫລື ຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກພວກເຈົ້າທັງຫລາຍແລ້ວ, ດ້ວຍເຫດໃດ ພວກເຈົ້າຈຶ່ງຈະກັບໄປຫາພວກວິຍານທີ່ຄອບງວໍາຟ້າອາກາດທີ່ອ່ອນແອ ແລະ ບໍ່ມີປະໂຫຍດ? ພວກເຈົ້າ ຢາກຕົກເປັນຂ້ອຍຂ້າຂອງສິ່ງເຫລົ່ານັ້ນອີກບໍ?10ພວກເຈົ້າທັງຫລາຍຖືຮັກສາ ວັນພິເສດ, ເດືອນ, ຣະດູ ແລະ ປີຕ່າງໆ!11ຂ້າພະເຈົ້າ ວິຕົກນຳການທີ່ຂ້າພະເຈົ້າໄດ້ຫນັກຫນ່ວງ ເພື່ອທີ່ໄດ້ເຮັດ ສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ.12ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຂ້າພະເຈົ້າຮ້ອງຂໍພວກທ່ານໃຫ້ເປັນເຫມືອນດັ່ງຂ້າພະເຈົ້າ, ຕາມທີ່ຈິງແລ້ວຂ້າພະເຈົ້າ ກໍເຄີຍເປັນດັ່ງພວກທ່ານເຫມືອນກັນ. ພວກທ່ານ ບໍ່ໄດ້ທຳຮ້າຍຫຍັງຕໍ່ຂ້າພະເຈົ້າ.13ພວກທ່ານທັງຫລາຍຮູ້ຢູ່ວ່າ ເປັນເພາະຄວາມເຈັບປວດທາງຮ່າງກາຍ ເມື່ອຕອນທີ່ຂ້າພະເຈົ້າເລີ້ມຕົ້ນ ປະກາດເລື່ອງຂ່າວປະເສີດແກ່ພວກທ່ານນັ້ນ.14ເຖິງແມ່ນວ່າ ສຸຂະພາບຂອງຂ້າພະເຈົ້າ ຈະເປັນການທົດລອງໃຈເຈົ້າທັງຫລາຍກໍຕາມ, ພວກເຈົ້າ ກໍບໍ່ໄດ້ຫມິ່ນປະຫມາດ ຫລື ເບື່ອຫນ່າຍຂ້າພະເຈົ້າ. ແຕ່ໄດ້ຕ້ອນຮັບຂ້າພະເຈົ້າເຫມືອນກັບ ເປັນທູດຂອງພຣະເຈົ້າ ຫລື ເຫມືອນກັບພຣະເຢຊູຄຣິດເຈົ້າເອງ.15ເຫດສະນັ້ນ, ຄວາມສຸກຂອງພວກທ່ານທັງຫລາຍໄປໃສແລ້ວ ໃນຕອນນີີ້? ເພາະຂ້າພະເຈົ້າເປັນພະຍານໃຫ້ພວກທ່ານໄດ້ວ່າ, ຖ້າເປັນໄປໄດ້, ພວກທ່ານຄົງຈະຄວັດຫນ່ວຍຕາ ຂອງພວກທ່ານໃຫ້ແກ່ຂ້າພະເຈົ້າ.16ເວລານີ້, ຂ້າພະເຈົ້າໄດ້ກາຍເປັນສັດຕູ ຂອງພວກທ່ານທັງຫລາຍ ຍ້ອນຂ້າພະເຈົ້າບອກຄວາມຈິງ ແກ່ພວກທ່ານຊັ້ນບໍ?17ຄົນເຫລົ່ານັ້ນ ສົນໃຈພວກທ່ານທັງຫລາຍຢ່າງກະຕືລືລົ້ນ, ແຕ່ບໍ່ແມ່ນດ້ວຍຄວາມຫວັງດີເລີຍ. ພວກເຂົາພຽງແຕ່ຢາກແຍກພວກທ່ານອອກຈາກຂ້າພະເຈົ້າ ເທົ່ານັ້ນ, ເພື່ອວ່າ ພວກທ່ານທັງຫລາຍຈະໄດ້ຕິດຕາມພວກເຂົາ.18ການເອົາອົກເອົາໃຈ ດ້ວຍຄວາມຫວັງດີ ກໍເປັນການດີຢູ່ທຸກເວລາ, ແລະ ບໍ່ແມ່ນແຕ່ເມື່ອເວລາ ຂ້າພະເຈົ້າຢູ່ນຳພວກທ່ານເທົ່ານັ້ນ.19ລູກນ້ອຍທີ່ຮັກຂອງ ຂ້າພະເຈົ້າເອີຍ, ຂ້າພະເຈົ້າຕ້ອງເຈັບປວດ ເພາະພວກເຈົ້າທັງຫລາຍ ຈົນກວ່າພຣະຄຣິດເຈົ້າ ຈະໄດ້ເປັນທີ່ສ້າງຂຶ້ນຢູ່ໃນພວກເຈົ້າ.20ຂ້າພະເຈົ້າປາຖະຫນາຢາກ ຢູ່ກັບພວກເຈົ້າໃນເວລານີ້ ແລະ ຢາກປ່ຽນວິທີເວົ້າຈາ ກັບພວກເຈົ້າ, ເພາະເຮົາວິຕົກກັງວົນໃຈນຳ ພວກເຈົ້າທັງຫລາຍ.21ພວກເຈົ້າທັງຫລາຍ, ຜູ້ທີ່ຢາກຢູ່ໃຕ້ກົດບັນຍັດ, ບອກຂ້າພະເຈົ້າວ່າພວກເຈົ້າ ບໍ່ໄດ້ຍິນສິ່ງທີ່ກົດບັນຍັດກ່າວບໍ?22ເພາະພຣະຄັມໄດ້ຂຽນໄວ້ວ່າ, ອັບຣາຮາມ ມີລູກຊາຍ ສອງຄົນ, ຄົນຫນຶ່ງເກີດຈາກຍິງທີ່ເປັນຂ້ອຍຂ້າ ແລະ ອີກຄົນຫນຶ່ງເກີດຈາກຍິງທີ່ມີອິດສະຫລະ.23ແຕ່ລູກຊາຍຂອງ ຜູ້ທີ່ໄດ້ຈາກຍິງຂ້ອຍຂ້າ ນັ້ນເກີດຕາມ ທັມະດາ, ແຕ່ລູກຊາຍຂອງ ຜູ້ທີ່ໄດ້ຈາກຍິງ ທີ່ມີອິດສະຫລະ ນັ້ນແມ່ນເກີດຕາມພຣະສັນຍາ.24ຂໍ້ຄວາມນີ້ ສາມາດອະທິບາຍໄດ້ ໂດຍໃຊ້ຄຳອຸປາມາປຽບທຽບ, ຍິງທັງສອງນັ້ນ ໄດ້ແກ່ພັນທະສັນຍາສອງຢ່າງ. ຜູ້ຫນຶ່ງຊື່ວ່າຮາກາ ນາງເກີດລູກ ທີ່ເປັນຂ້ອຍຂ້າ ຈຶ່ງໄດ້ຮັບ ພັນທະສັນຍາ ມາຈາກພູເຂົາຊີນາຍ.25ນາງຮາການັ້ນໄດ້ແກ່ ພູເຂົາຊີນາຍ ໃນປະເທດອາຣາເບຍ; ປຽບເຖິງນະຄອນເຢຣູຊາເລັມ, ໃນປະຈຸບັນເພາະນາງຢູ່ໃນສະພາບຂອຍຂ້າ ພ້ອມທັງລູກໆຂອງນາງ.26ແຕ່ວ່ານະຄອນເຢຣູຊາເລັມ ທີ່ຢູ່ເບື້ອງເທິງນັ້ນເປັນອິດສະຫລະ ແລະ ນາງກໍເປັນແມ່ຂອງພວກເຮົາ.27ເພາະມີພຣະຄັມພີ ຂຽນໄວ້ວ່າ,“ຈົ່ງຊົມຊື່ນຍິນດີ ໂອຍິງຫມັນຜູ້ບໍ່ເຄີຍເກີດລູກເອີຍ, ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມຊົມຊື່ນຍິນດີສາ ເຈົ້າຜູ້ບໍ່ເຄີຍເຈັບທ້ອງຖືພາ ເພາະວ່າຄົນທີ່ເປັນບຸດຂອງແມ່ ທີ່ເຄີຍເປັນຫມັນ ກໍຍັງມີຫລວງຫລາຍກວ່າບຸດຂອງຍິງທີ່ມີຜົວ.”28ແຕ່ບັດນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເປັນລູກໆແຫ່ງພຣະສັນຍາເຊັ່ນດຽວກັບ ອີຊາກ.29ໃນຄາວນັ້ນ ຜູ້ທີ່ເກີດຕາມເນື້ອຫນັງ ໄດ້ຂົ່ມເຫັງ ຜູ້ທີ່ເກີດຕາມພຣະວິນຍານ ສັນໃດ ແລະ ປະຈຸບັນນີ້ ກໍຍັງເປັນເຫມືອນກັນ ສັນນັ້ນ.30ແຕ່ພຣະຄັມພີ ກ່າວວ່າຢ່າງໃດ? ກໍກ່າວວ່າ, “ຈົ່ງໄລ່ຍິງຂ້ອຍຂ້າ ແລະ ລູກຂອງນາງຫນີໄປເສັຍ. ດ້ວຍວ່າ, ລູກຂອງຍິງຂ້ອຍຂ້າຈະບໍ່ໄດ້ຮັບມໍຣະດົກ ຮ່ວມກັບລູກຂອງຍິງ ທີ່ບໍ່ເປັນຂ້ອຍຂ້າ.”31ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ເປັນລູກຂອງຍິງຂ້ອຍຂ້າ ແຕ່ເປັນລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ.
1ເພື່ອເສລີພາບນັ້ນແຫລະ ພຣະຄຣິດເຈົ້າຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນ ອິດສະຫລະ. ສະນັ້ນ, ຈົ່ງຕັ້ງຫມັ້ນຢູ່ ແລະ ຢ່າຍອມປ່ອຍຕົວເອງ ໃຫ້ຕົກເປັນຂ້ອຍຂ້າອີກ.2ຂ້າພະເຈົ້າ, ຄືໂປໂລ, ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດ, ກໍຫມາຍຄວາມວ່າ ພຣະຄຣິດເຈົ້າ ບໍ່ເປັນປະໂຫຍດຫຍັງ ສຳລັບພວກເຈົ້າເລີຍ.3ຂ້າພະເຈົ້າຂໍຢັ້ງຢືນໃຫ້ທຸກຄົນ ທີ່ຮັບເຂົ້າພິທີຕັດອີກວ່າ ຜູ້ນັ້ນກໍຖືກຜູກມັດ ໃຫ້ປະຕິບັດຕາມກົດບັນຍັດທັງຫມົດ.4ພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທັມ ໂດຍປະຕິບັດຕາມກົດບັນຍັດ, ຄົນນັ້ນກໍຕັດຕົນເອງ ອອກຈາກພຣະຄຣິດເຈົ້າ, ທ່ານໄດ້ຫລຸດຕົກ ຈາກພຣະຄຸນເສຍແລ້ວ.5ເພາະວ່າໂດຍພຣະວິນຍານ, ໂດຍຄວາມເຊື່ອ, ພວກເຮົາກໍກຳລັງລໍຄອຍ ເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ.6ການຮັບພິທີຕັດຫລື ບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອ ທີ່ສະແດງອອກ ໂດຍທາງຄວາມຮັກເທົ່ານັ້ນ.7ພວກເຈົ້າ ກຳລັງແລ່ນແຂ່ງຂັນດີຢູ່ແລ້ວ ແມ່ນຜູ້ໃດຂັດຂວາງ ພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ?8ການຊັກຊວນນັ້ນບໍ່ໄດ້ມາຈາກພຣະເຈົ້າ ອົງຜູ້ຊົງເອີ້ນເອົາພວກເຈົ້າ!9ເຊື້ອແປ້ງພຽງແຕ່ນ້ອຍດຽວ ກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ.10ຂ້າພະເຈົ້າໄວ້ໃຈໃນຕົວທ່ານ ໃນອົງພຣະຜູ້ເປັນເຈົ້າວ່າເຈົ້າທັງຫລາຍ ຈະບໍ່ມີຄວາມຄິດຢ່າງອື່ນ. ແຕ່ຝ່າຍຜູ້ທີ່ມາກໍ່ກວນ ຈະໄດ້ຮັບໂທດຂອງຕົນເອງ ແມ່ນແຕ່ພວກເຂົາຈະເປັນຜູ້ໃດກໍຕາມ.11ພີ່ນ້ອງ ທັງຫລາຍເອີຍ, ຖ້າຂ້າພະເຈົ້າຍັງເທດສະຫນາ ຊັກຊວນໃຫ້ຮັບພິທີຕັດ ດ້ວຍເຫດໃດ ຂ້າພະເຈົ້າຈຶ່ງຍັງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ອຸປະສັກເລື່ອງໄມ້ກາງແຂນຖືກທຳລາຍໄປແລ້ວ.12ຖ້າຂ້າພະເຈົ້າ ຢາກໃຫ້ບັນດາຄົນທີ່ນຳພວກທ່ານຫລົງທາງຕອນຕົວເອງເສັຍ.13ພີ່ນ້ອງທັງຫລາຍທີ່ຂ້າພະເຈົ້າເອີຍ ພວກເຈົ້າໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນ ເປັນຊ່ອງທາງປ່ອຍຕົວ ໄປຕາມຕັນຫາຂອງຮ່າງກາຍ; ແຕ່ຈົ່ງຮັບໃຊ້ຊຶ່ງກັນ ແລະ ກັນດ້ວຍຄວາມຮັກເທີ້ນ.14ດ້ວຍວ່າ, ກົດບັນຍັດທັງຫມົດກໍລວມເຂົ້າໃນຂໍ້ດຽວນີ້ ຄື: “ຈົ່ງຮັກ ເພື່ອນບ້ານ ເຫມືອນຮັກຕົນເອງ.”15ແຕ່ຖ້າພວກເຈົ້າ ກັດ ແລະ ກິນເນື້ອກັນ ແລະກັນ, ຈົ່ງລະວັງໃຫ້ດີພວກເຈົ້າຈະທຳລາຍ ຊຶ່ງກັນແລະກັນ.16ແຕ່ຂ້າພະເຈົ້າຂໍບອກວ່າ, ຈົ່ງດຳເນີນຊີວິດຕາມພຣະວິນຍານ ແລະ ພວກເຈົ້າ ຈະບໍ່ໄດ້ເຮັດຕາມສັນດານ ຕັນຫາມະນຸດ.17ດ້ວຍວ່າ, ຄວາມຕ້ອງການຂອງ ເນື້ອຫນັງ ກໍຕໍ່ສູ້ ກັບ ພຣະວິນຍານຢ່າງຮຸນແຮງ ແລະ ຄວາມຕ້ອງການ ຂອງພຣະວິນຍານ ກໍຕໍ່ສູ້ ກັບ ສັນດານ ຕັນຫາ ມະນຸດຢ່າງຮຸນແຮງ, ເພາະທັງສອງຝ່າຍຕ່າງຕໍ່ຕ້ານກັນ. ດັ່ງນັ້ນ, ສິ່ງທີ່ ພວກເຈົ້າຢາກເຮັດຈຶ່ງເຮັດບໍ່ໄດ້.18ສະນັ້ນ, ຖ້າ ພຣະວິນຍານ ຊົງນຳພາ ພວກເຈົ້າ, ພວກເຈົ້າ ກໍບໍ່ຢູ່ໃຕ້ກົດບັນຍັດ.19ບັດນີ້ ກິຈະການແຫ່ງ ສັນດານມະນຸດ ກໍປາກົດແຈ້ງດັ່ງນີ້: ຄື ການຫລິ້ນຊູ້, ຄວາມບໍ່ສະອາດ, ຄວາມປະພຶດຊົ່ວຮ້າຍ,20ການຂາບໄຫວ້ຮູບເຄົາຣົບ, ການເຊື່ອ, ເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ,21ການອິດສາກັນ, ການເສບ ສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆ ອີກ ໃນທຳນອງດຽວກັນນີ້, ຂ້າພະເຈົ້າ ຂໍຕືອນ ພວກເຈົ້າເຫມືອນກັນ ທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫລົ່ານີ້ຈະບໍ່ມີໄດ້ຮັບ ແຜ່ນດິນຂອງພຣະເຈົ້າເປັນມໍລະດົກ.22ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່,23ຄວາມສຸພາບອ່ອນຫວານ, ການຮູ້ຈັກບັງຄັບຕົນ, ກົດຫມາຍທີ່ຫ້າມສິ່ງເຫລົ່ານີ້ກໍບໍ່ມີ.24ຜູ້ທີ່ຢູ່ຝ່າຍພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຂອງສັນດານມະນຸດ ແລະ ຄວາມປາຖະຫນາ ກັບ ກິເລດຕັນຫາ ຄຶງໄວ້ທີ່ໄມ້ກາງແຂນແລ້ວ.25ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານ, ກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານນັ້ນ.26ພວກເຮົາບໍ່ຕ້ອງເປັນຄົນອວດຕົວ ຫລື ກຸກກວນໃຈກັນ ຫລື ອິດສາກັນ ແລະ ກັນ.
1ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາ ຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການຫນຶ່ງ, ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ. ຄວນຊ່ວຍສ້າງຜູ້ນັ້ນກັບຕົວໃຫມ່ ດ້ວຍວິນຍານແຫ່ງຄວາມສຸພາບອ່ອນຫວານ ຈົ່ງຄອຍລະວັງຕົວເອົາໄວ້, ເພື່ອວ່າ ຕົນເອງຈະບໍ່ໄດ້ຖືກທົດລອງ ໃຫ້ເຮັດຜິດເຫມືອນກັນ.2ຈົ່ງຊ່ວຍຮັບພາລະຫນັກຂອງກັນແລະກັນ, ແລະ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດເຈົ້າໃຫ້ສຳເລັດ.3ເພາະຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ.4ທຸກຄົນຄວນສຳຫລວດ ເບິ່ງການງານຂອງຕົນເອງ, ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບ ໃສ່ກັບການງານຂອງຄົນອື່ນ.5ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາຣະຂອງຕົນເອງ.6ສ່ວນຄົນທີ່ຮັບພຣະທັມ ຄຳສອນ ແລ້ວຈົ່ງແບ່ງສິ່ງທີ່ດີທຸກຢ່າງ ໃຫ້ແກ່ຜູ້ທີ່ ສັ່ງສອນຕົນ.7ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້. ເພາະວ່າ ຜູ້ໃດຫວ່ານສິ່ງໃດ ລົງກໍຈະເກັບກ່ຽວສິ່ງນັ້ນ.8ເພາະຜູ້ທີ່ຫວ່ານເມັດ ຕາມຕັນຫາ ຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວ ຄວາມເປື່ອຍເນົ່າຕາມ ຕັນຫານັ້ນ. ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ ຈາກພຣະວິຍານ.9ຢ່າໃຫ້ພວກເຮົາ ອິດເມື່ອຍໃນການເຮັດດີ, ເພາະຖ້າໃຈພວກເຮົາ ບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວ ຜົນດີ ຕາມເວລາອັນສົມຄວນ.10ເພາະສະນັ້ນ, ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວ ທີ່ຮ່ວມຢູ່ໃນຄວາມເຊື່ອ.11ຈົງສັງເກດເບິ່ງໂຕຫນັງສື ທີ່ຂ້າພະເຈົ້າ ໄດ້ຂຽນມາຫາພວກເຈົ້າ ດ້ວຍມືຂອງຂ້າພະເຈົ້າເອງວ່າ ໂຕໃຫຍ່ເທົ່າໃດ.12ຕາມເນື້ອກາຍ ຂົ່ມເຫັງບັງຄັບ ພວກເຈົ້າໃຫ້ ຮັບພິທີຕັດ ພວກເຂົາເຮັດແບບນີ້ ເພື່ອພວກເຂົາຈະບໍ່ໄດ້ຖືກ ຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງພຣະຄຣິສ ພຽງແຕ່ເທົ່ານັ້ນ.13ເຖິງແມ່ນຄົນທີ່ໃຫ້ຮັບພິທີຕັດແລ້ວກໍຍັງບໍ່ປະຕິບັດຕາມກົດບັນຍັດ, ແຕ່ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງ ເນື້ອກາຍຂອງພວກເຈົ້າໄປອວດອ້າງ.14ຂໍຢ່າໃຫ້ຂ້າພະເຈົ້າອວດອ້າງໃນເລື່ອງອື່ນເລີຍ. ນອກຈາກເລື່ອງໄມ້ກາງແຂນ ຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາຊຶ່ງໂດຍທາງພຣະອົງນີ້ແຫລະ ໂລກໄດ້ຖືກຄຶງໄວ້ຈາກຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຖືກຄຶງໄວ້ສຳລັບໂລກ.15ເພາະວ່າການຮັບພິທີຕັດ ຫລື ບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນ ແມ່ນການໄດ້ຖືກສ້າງຂຶ້ນໃຫມ່.16ຂໍໃຫ້ສັນຕິສຸກ ແລະ ພຣະກະລຸນາຈົ່ງມີແກ່ທຸກຄົນ ທີ່ປະຕິບັດຕາມກົດຢ່າງນີ້ ແລະ ທັງອິດສະຣາເອນ ຂອງພຣະເຈົ້າເທີ້ນ.17ແຕ່ນີ້ໄປ ຂໍຢ່າໃຫ້ຜູ້ໃດລົບກວນ ຂ້າພະເຈົົ້າ ເພາະຮອຍບາດແຜຂ້າພະເຈົ້າ ມີຮອຍເປັນຕາປະທັບຂອງພຣະເຢຊູເຈົົ້າ ຕິດຢູ່ທີ່ກາຍຂອງພຣະເຈົ້າ.18ພີ່ນ້ອງ ທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ. ອາແມນ.
1ໂປໂລ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ໂດຍນໍ້າພຣະໄທຂອງພຣະເຈົ້າ, ເຖິງຊາວເອເຟໂຊ ຜູ້ເປັນໄພ່ພົນຂອງພຣະເຈົ້າ, ເປັນຜູ້ຊື່ສັດໃນອົງພຣະເຢຊູຄຣິດເຈົ້າ.2ຂໍພຣະຄຸນບັງເກີດແກ່ທ່ານທັງຫລາຍ ແລະ ທັງສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ຈາກອົງພຣະເຢຊູຄຣິດເຈົ້າ.3ຂໍພຣະເຈົ້າ ແລະ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າໄດ້ຮັບການສັນລະເສີນ, ພຣະອົງຄືຜູ້ໄດ້ຊົງໂຜດປະທານພຣະພອນໃຫ້ເຮົາ ດ້ວຍພຣະພອນຝ່າຍວິນຍານທຸກປະການໃນສະຫວັນສະຖານໃນພຣະຄຣິດເຈົ້າ.4ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ໃນພຣະອົງ ຕັ້ງແຕ່ກ່ອນການເນລະມິດສ້າງໂລກ, ເພື່ອເຮົາຈະໄດ້ເປັນຄົນບໍຣິສຸດ ແລະ ປາສະຈາກຂໍ້ຕິຕຽນຕໍ່ ພຣະພັກພຣະອົງ.5ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ກ່ອນລ່ວງຫນ້າແລ້ວ ເພື່ອໃຫ້ເຮົາ ໄດ້ຮັບການແຕ່ງຕັ້ງເປັນບຸດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ, ພຣະອົງຊົງກະທຳເຊັ່ນນີິ້ ເພາະພຣະອົງຊອບພຣະໄທ ທີ່ຈະກະທຳຕາມຈຸດປະສົງຂອງພຣະອົງ.6ຜົນໄດ້ຮັັບຄືພຣະເຈົ້າຊົງໄດ້ຮັບການສັນຣະເສີນ ໃນພຣະຄຸນອັນຊົງພຣະກຽດຕິຍົດຂອງພຣະອົງ ຊຶ່ງເປັນສິ່ງທີ່ພຣະອົງປະທານ ແກ່ພວກເຮົາລ້າໆ ໂດຍທາງພຣະບຸດທີ່ຮັກ ຂອງພຣະອົງ.7ເພາະໃນພຣະເຢຊູຄຣິດເຈົ້າ ພວກເຮົາໄດ້ຮັບການໄຖ່ ໂດຍຜ່ານທາງພຣະໂລຫິດຂອງພຣະອົງ ແລະ ການອະໄພບາບທັງປວງ, ເຮົາໄດ້ຮັບສິ່ງນີ້ເພາະຄວາມມັ່ງຄັ້ງແຫ່ງພຣະຄຸນຂອງພຣະອົງ.8ພຣະອົງຊົງເຮັດໃຫ້ພຣະຄຸນ ບໍຣິບູນແກ່ພວກເຮົາໃນສະຕິປັນຍາ ແລະ ໃນຄວາມຮູ້ແຈ້ງທັງຫມົດ.9ພຣະເຈົ້າ ໄດ້ເຮັດໃຫ້ພວກເຮົາຮູ້ເຖິງຄວາມຈິງແຫ່ງແຜນການ ຂອງພຣະອົງ ທີ່ຖືກປິດບັງໄວ້, ຕາມພຣະປະສົງຂອງພຣະອົງ, ແລະຊຶ່ງສະແດງໃຫ້ເຫັນແລ້ວໃນພຣະຄຣິດເຈົ້າ.10ໃນແຜນການອັນຄົບບໍຣິບູນຂອງພຣະອົງເມື່ອເຖິງເວລາກຳນົດ, ພຣະອົງຈະຊົງຮວບຮວມທຸກສິ່ງທັງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ ເຂົ້າໄວ້ດ້ວຍກັນ, ໃນພຣະຄຣິດເຈົ້າ.11ໃນພຣະຄຣິດເຈົ້ານັ້ນ ພວກເຮົາໄດ້ຖືກເລືອກໄວ້ເພື່ອເປັນມໍລະດົກຂອງພຣະເຈົ້າ. ພວກເຮົາໄດ້ຖືກຕັດສິນກ່ອນແລ້ວ ຕາມແຜນຂອງພຣະອົງ ຜູ້ຊົງກະທຳທຸກສິ່ງທຸກຢ່າງ ຕາມພຣະປະສົງແຫ່ງນໍ້າພຣະໄທ ຂອງພຣະອົງ.12ພຣະເຈົ້າຊົງໄດ້ແຕ່ງຕັ້ງພວກເຮົາໄວ້ເພື່ອເປັນມໍລະດົກ ເພື່ອໃຫ້ພວກເຮົາ ເປັນກຸ່ມຄົນທຳອິດ ທີ່ມີຄວາມເຊື່ອຫມັ້ນຫວັງໃຈໃນພຣະຄຣິດເຈົ້າ, ເຫດສະນັ້ນພວກເຮົາດຳລົງຊີວິດຢູ່ ເພື່ອເປັນທີ່ສັນຣະເສີນແດ່ພຣະສີຣິຂອງພຣະອົງ.13ໃນພຣະຄຣິດເຈົ້ານັ້ນ, ທ່ານທັງຫຼາຍກໍເຊັ່ນກັນ, ຫຼັງຈາກທີ່ໄດ້ຮັບຟັງພຣະວັດຈະນະທັມແຫ່ງຄວາມຈິງ, ຄືຂ່າວປະເສີດ ແຫ່ງຄວາມລອດຂອງທ່ານ ໃນພຣະອົງນັ້ນ, ທ່ານກໍໄດ້ວາງໃຈເຊື່ອແລະໄດ້ຖືກປະທັບຕາໄວ້ໂດຍພຣະວິນຍານບໍຣິສຸດເຈົ້າທີ່ຊົງສັນຍາ.14ພຣະວິນຍານນັ້ນຄືເຄື່ອງມັດຈຳລ່ວງຫນ້າວ່າເຮົາຈະໄດ້ຮັບມໍຣະດົກ ຂອງພວກເຮົາກ່ອນເຖິງເວລາຄອບຄອງນີ້ກໍເພື່ອໃຫ້ເປັນທີ່ສັນຣະເສີນ ແດ່ພຣະກຽດຕິຍົດຂອງພຣະອົງ.15ເຫດສະນັ້ນ, ນັບຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ຍິນເຖິງເລື່ອງຄວາມເຊື່ອ ໃນອົງພຣະເຢຊູຄຣິດເຈົ້າ ແລະ ເລື່ອງຄວາມຮັກທີ່ທ່ານມີຕໍ່ໄພ່ພົນທຸກຄົນ,16ຂ້າພຣະເຈົ້າກໍຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງບໍ່ສິ້ນສຸດໄດ້ ແລະ ລະນຶກເຖິງພວກເຈົ້າ ເມື່ອເຮົາພາວັນນາອະທິຖານ.17ຂ້າພະເຈົ້າພາວັນນາອະທິຖານ ຂໍພຣະເຈົ້າຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາ ຄືພຣະບິດາເຈົ້າ ຜູ້ຊົງພຣະສະຫງ່າຣາສີ, ໄດ້ຊົງໂຜດປະທານວິນຍານແຫ່ງປັນຍາ ແລະ ຄວາມຮູ້ແຈ້ງເຫັນຈິງເຖິງເລື່ອງຂອງພຣະອົງ.18ຂ້າພະເຈົ້າ ຂໍອະທິຖານໃຫ້ດວງຕາແຫ່ງໃຈຂອງພວກເຈົ້າ ໄດ້ເຫັນຄວາມສະຫວ່າງ, ເພື່ອພວກເຈົ້າ ຈະໄດ້ເກີດຄວາມຫມັ້ນໃຈ ໃນການຊົງເອີ້ນຂອງພຣະອົງ ແລະອະທິຖານຂໍໃຫ້ພວກເຈົ້າຮູ້ວ່າມໍຣະດົກ ທີ່ພຣະເຈົ້າປະທານສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະຫງ່າຣາສີອັນອຸດົມສົມບູນພຽງໃດ.19ຂ້າພະເຈົ້າອະທິຖານ ເພື່ອໃຫ້ທ່ານຮູ້ວ່າ ຣິດອຳນາດອັນໃຫຍ່ມະຫາສານຂອງພຣະອົງ ເຊິ່ງທຳການຢູ່ພາຍໃນເຮົາ ຜູ້ທີ່ເຊື່ອ, ຄວາມຍິ່ງໃຫ່ຍນີ້ ເທົ່າກັບຂະຫນາດຄວາມແຫ່ງຣິດທານຸພາບ ອັນໃຫຍ່ຫລວງຂອງພຣະອົງ.20ຄືຣິດເດດທີ່ກະທຳໃນພຣະຄຣິດເຈົ້າ ເມື່ອພຣະເຈົ້າຄືນພຣະຊົນ ຂຶ້ນມາຈາກຄວາມຕາຍ ແລະຊົງໃຫ້ ປະທັບທີ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າໃນສະຫວັນສະຖານ.21ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະ ເຫນືອກວ່ານາມຊື່ທັງປວງ ທີ່ເອີ່ຍຂຶ້ນ ພຣະອົງຊົງຕັ້ງພຣະຄຣິດໄວ້ ບໍ່ແມ່ນສະເພາະໃນສະໄຫມນີ້ເທົ່ານັ້ນ, ແຕ່ວ່າໃນສະໄຫມທີ່ຈະມາເຖິງດ້ວຍ.22ພຣະເຈົ້າ ຊົງກະທຳໃຫ້ທຸກສິ່ງຢູ່ໃຕ້ພຣະບາດຂອງພຣະຄຣິດເຈົ້າ ແລະ ກະທຳໃຫ້ພຣະອົງເປັນປະມຸກ ເຫນືອສິ່ງສາຣະພັດໃນຄຣິສຕະຈັກ.23ຊຶ່ງເປັນພຣະກາຍ ຂອງພຣະອົງເປັນຄວາມບໍຣິບູນ ດ້ວຍພຣະອົງຜູ້ຊົງເຕີມເຕັມທຸກສິ່ງໃນທຸກທາງ.
1ແລະສ່ວນທ່ານນັ້ນ, ທ່ານໄດ້ຕາຍແລ້ວຝ່າຍວິນຍານ ຍ້ອນຄວາມບໍ່ເຊື່ອຟັງ ແລະ ເຮັດບາບນາໆປະການຂອງທ່ານ.2ຄັ້ງຫນຶ່ງພວກເຈົ້າເຄີຍປະຕິບັດສິ່ງເຫຼົ່ານີ້ ຕາມຍຸກສະໃຫມຂອງໂລກ. ທ່ານໄດ້ດຳເນີນຊີວິດຕາມຜູ້ທີ່ມີຣິດອຳນາດປົກຄອງ ຢູ່ໃນຍ່ານອາກາດ, ວິນຍານຊຶ່ງຄອບງວຳ ຢູ່ທ່າມກາງຜູ້ທີ່ບໍ່ເຊື່ອຟັງ.3ຄັ້ງຫນຶ່ງພວກເຮົາທຸກຄົນກໍເຄີຍດຳເນີນຊີວິດທ່າມກາງຄົນເຫລົ່ານີ້, ຊຶ່ງກະທຳຕາມຄວາມປາຖະໜາຊົ່ວຕາມທຳມະຊາດເນື້ອຫນັງຂອງພວກເຮົາ, ແລະ ເຮົາໄດ້ກະທຳຕາມຄວາມຕ້ອງການຂອງເນື້ອຫນັງ ແລະ ຄວາມຄິດ. ເຮົາຈຶ່ງເປັນຜູ້ທີ່ຕອ້ງຖືກລົງໂທດ ເຊັ່ນດຽວກັບຄົນອື່ນໆ.4ແຕ່ດ້ວຍພຣະເຈົ້າ ຊົງກະລຸນາປານີ ດ້ວຍຄວາມເມດຕາ ເພາະຄວາມຮັກອັນຍິ່ງໃຫ່ຍ ທີ່ພຣະອົງຊົງຮັກພວກເຮົາ.5ໃນຂະນະທີ່ພວກເຮົາຕາຍແລ້ວຍ້ອນຄວາມບໍ່ເຊື່ອຟັງ, ພຣະອົງຊົງນຳພວກເຮົາ ມາສູ່ຊີວິດໃຫມ່ດ້ວຍກັນກັບພຣະຄຣິດເຈົ້າ - ທີ່ພວກເຮົາໄດ້ຮັບຄວາມລອດໄດ້ນັ້ນໂດຍພຣະຄຸນ.6ພຣະເຈົ້າເຮັດໃຫ້ເຮົາເປັນຄືນມາດ້ວຍກັນ ແລະ ນັ່ງດ້ວຍກັນກັບພຣະຄຣິດ ໃນສະຫວັນສະຖານ.7ພຣະອົງທຳເຊັ່ນນັ້ນ ເພື່ອວ່າພຣະອົງຈະໄດ້ຊົງສຳແດງເຫັນເຖິງພຣະຄຸນອັນອຸດົມເຫລືອລົ້ນ ທີ່ຈະມາເຖິງ ທັ້ງນີ້ໂດຍທາງພຣະເມດຕາຂອງພຣະອົງທີ່ສະແດງແກ່ເຮົາທັງຫລາຍໃນພຣະເຢຊູຄຣິດເຈົ້າ.8ດ້ວຍວ່າພຣະຄຸນຂອງພຣະເຈົ້າ, ພວກເຈົ້າທັງຫລາຍຈຶ່ງໄດ້ຮັບຄວາມລອດ ໂດຍຜ່ານທາງຄວາມເຊື່ອ ແລະ ສິ່ງເຫລົ່ານີ້ ບໍ່ໄດ້ເກີດຈາກຕົວພວກເຈົ້າເຮັດເອງ, ແຕ່ເປັນຂອງປະທານຈາກພຣະເຈົ້າ.9ບໍ່ແມ່ນໄດ້ມາຍ້ອນການປະຕິບັດ ຂອງພວກເຈົ້າເອງ ແລະ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ຫນຶ່ງໂອ້ອວດໄດ້.10ເຮົາທັງຫລາຍຄື ສີພຣະຫັດຂອງພຣະອົງ, ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດເຈົ້າ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງຫນ້າໄວ້ກ່ອນແລ້ວ, ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.11ເຫດສະນັ້ນ ພວກເຈົ້າຊົງລະນຶກໄວ້ວ່າ ເມື່ອກ່ອນທ່ານເປັນຄົນຕ່າງຊາດໃນຝ່າຍເນື້ອຫນັງ. ພວກເຮົາຖືກເອີ້ນວ່າ, “ຝ່າຍບໍ່ຮັບພິທີຕັດ” ຈາກພວກຝ່າຍ “ຝ່າຍຮັບພິທີຕັດ” ໂດຍມືຂອງມະນຸດ.12ເມື່ອກ່ອນນັ້ນພວກທ່ານ ຖືກແຍກອອກຈາກພຣະຄຣິດເຈົ້າ. ທ່ານເປັນຄົນຕ່າງຊາດ ສຳລັບຊາວອິດສະຣາເອນ. ເປັນຄົນແປກຫນ້າ ນອກພັນທະສັນຍາ ທີ່ປະກອບດ້ວຍພຣະສັນຍາ. ພວກເຈົ້າຈຶ່ງບໍ່ມີອະນາຄົດແນ່ນອນ ແລະ ຢູ່ໃນໂລກຢ່າງຄົນທີ່ປາສະຈາກພຣະເຈົ້າ.13ແຕ່ບັດນີ້ໂດຍສະເພາະ ພຣະເຢຊູຄຣິດເຈົ້າ ພວກເຮົາຊຶ່ງຄັ້ງຫນຶ່ງເຄີຍຢູ່ຫ່າງໄກຈາກພຣະເຈົ້າ ຖືກນຳເຂົ້າມາໃກ້ແລ້ວ ໂດຍຜ່ານທາງພຣະໂລຫິດ ຂອງພຣະຄຣິດເຈົ້າ.14ເພາະວ່າພຣະອົງຊົງ ເປັນອົງສັນຕິສຸກ ຂອງເຮົາທັງຫລາຍ ຜູ້ຊົງ ກະທຳໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນໄດ້. ໂດຍເນື້ອຫນັງຂອງພຣະອົງເອງ ພຣະອົງຊົງທຳລາຍກຳແພງ ແຫ່ງຄວາມແຕກແຍກທີ່ຂວາງກັ້ນເຮົາໄວ້.15ນັ້ນຄື ພຣະອົງໄດ້ຊົງຍົກເລີກບັນຊີ ແລະ ກົດບັນຍັດຕ່າງໆ ເພື່ອຈະໄດ້ສ້າງຄົນໃຫມ່ ຄົນ ດຽວຂື້ນໃນພຣະອົງ, ແລະ ພຣະອົງຊົງສ້າງສັນຕິສຸກ.16ພຣະຄຣິດເຈົ້າ ໃຫ້ຄົນທັງສອງພວກໄດ້ຄືນດີ ກາຍເປັນກາຍອັນດຽວກັນສຳລັບພຣະເຈົ້າ ໂດຍທາງໄມ້ກາງແຂນນັ້ນ ພຣະອົງໄດ້ກຳຈັດຄວາມເປັນສັດຕຣູກັນໃຫ້ສູນສິ້ນໄປ.17ພຣະເຢຊູເຈົ້າໄດ້ມາ ແລະ ໄດ້ປະກາດສັນຕິສຸກໃຫ້ພວກເຮົາ ທັງຜູ້ຢູ່ຫ່າງໄກ ແລະ ຜູ້ທີ່ຢູ່ໃກ້ກັບພຣະເຈົ້າ.18ໂດຍທາງພຣະເຢຊູຄຣິດເຈົ້າທັງສອງພວກສາມາດເຂົ້າມາເຝົ້າພຣະບິດາເຈົ້າ ໂດຍພຣະວິນຍານອົງດຽວກັນ.19ເຫດສະນັ້ນ, ເຈົ້າທັງຫລາຍ ຊຶ່ງເປັນຄົນຕ່າງຊາດ ຈຶ່ງບໍ່ແມ່ນຄົນແປກຫນ້າ ແລະ ຕ່າງດ້າວຕ່າງແດນອີກຕໍ່ໄປ. ແຕ່ພວກເຈົ້າ ຄືໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະ ເປັນສະມະຊິກໃນຄອບຄົວຂອງພຣະເຈົ້າ.20ພວກເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ, ແລະພຣະເຢຊູຄຣິດເຈົ້າເອງ ຊົງເປັນຫີນເສົາເອກ.21ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະຫນິດກັນດີ ແລະ ຈະເຣີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ.22ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນ ໃຫ້ເປັນທີ່ສະຖິດ ຂອງພຣະເຈົ້າ ໂດຍພຣະວິນຍານເຫມືອນກັນ.
1ເພາະເຫດນີ້, ຂ້າພະເຈົ້າ ຄືໂປໂລ, ຜູ້ຖືກເປັນນັກໂທດຂອງພຣະຄຣິດເຈົ້າ ເພື່ອເຫັນແກ່ພວກເຈົ້າທີ່ເປັນຄົນຕ່າງຊາດ.2ຂ້າພະເຈົ້າຄິດວ່າ ພວກເຈົ້າຄົງໄດ້ຍິນ ເຖິງກິຈະກຳແຫ່ງພຣະຄຸນຂອງພຣະເຈົ້າ ຊຶ່ງພຣະອົງຊົງໄດ້ມອບຫມາຍພາຣະກິດນີ້ໃຫ້ ຂ້າພະເຈົ້າ ເພື່ອພວກເຈົ້າ.3ຂ້າພະເຈົ້າ ຂຽນເຖິງທ່ານຕາມການສຳແດງທີ່ຂ້າພະເຈົ້າໄດ້ຮັບນີ້ ຄືຄວາມຈິງທີ່ປິດບັງຢູ່ ຊຶ່ງຂ້າພະເຈົ້າໄດ້ຂຽນໄວ້ຢ່າງຫຍໍ້ໆໃນຈົດຫມາຍອີກສະບັບ.4ເມື່ອທ່ານ ຈະອ່ານເບິ່ງແລ້ວ, ທ່ານກໍຈະສາມາດເຂົ້າໃຈ ເຖິງຄວາມເຂົ້າໃຈ ຂອງຂ້າພະເຈົ້າ ກ່ຽວກັບຄວາມຈິງເລື່ອງ ພຣະຄຣິດເຈົ້າ ທີ່ເລິກລັບໄວ້ນັ້ນ.5ຊຶ່ງໃນສະໄຫມກ່ອນ ຄວາມຈິງເລື່ອງນີ້ ບໍ່ໄດ້ສຳແດງໃຫ້ແກ່ມະນຸດຄົນໃດ. ແຕ່ບັດນີ້ ໄດ້ເປີດເຜີຍໂດຍທາງ ພຣະວິຍານແກ່ບັນດາອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ ຂອງພຣະອົງແລ້ວ.6ຄວາມຈິງທີ່ປິດບັງຢູ່ນີ້ໄດ້ແກ່ ຄົນຕ່າງຊາດ ໄດ້ເປັນຜູ້ຮັບມໍຣະດົກ, ແລະ ຮ່ວມກັນກັບສະມາຊິກຂອງພຣະກາຍອັນດຽວກັນ, ແລະ ເປັນຜູ້ໄດ້ຮັບສ່ວນແບ່ງຕາມພຣະສັນຍາ ໃນພຣະເຢຊູຄຣິດເຈົ້າ ໂດຍທາງຂ່າວປະເສີດ.7ໄດ້ມາ ເປັນຜູ້ຮັບໃຊ້ຂ່າວປະເສີດນີ້ ຕາມຂອງປະທານ ແຫ່ງພຣະຄຸນຂອງພຣະເຈົ້າ ຊຶ່ງໂຜດປະທານແກ່ຂ້າພະເຈົ້າ ທາງກິຈະການທີ່ກະທຳດ້ວຍຣິດອຳນາດຂອງພຣະອົງ.8ພຣະເຈົ້່າໄດ້ຊົງມອບຂອງປະທານນີ້ແກ່ຂ້າພະເຈົ້າ, ແມ່ນວ່າຈະເປັນຜູ້ ເລັກນ້ອຍທີ່ສຸດ ໃນບັນດາຄົນທີ່ບໍຣິສຸດຂອງພຣະເຈົ້າ. ຂອງປະທານນີ້ເພື່ອໃຫ້ຂ້າພະເຈົ້າຄວນປະກາດຂ່າວປະເສີດ ແກ່ຄົນຕ່າງຊາດ ເຖິງຄວາມບໍຣິບູນຂອງພຣະຄຣິດເຈົ້່າ ຊຶ່ງບໍ່ສາມາດສືບຄົ້ນໄດ້.9ຂອງປະທານຈາກພຣະເຈົ້າ ເພື່ອໃຫ້ຂ້າພະເຈົ້າເປີດເຜີຍໃຫ້ ຄົນທັງປວງເຫັນແຈ້ງເຖິງແຜນການອັນລັບເລິກ ຂອງພຣະເຈົ້າ ຄືແຜນການທີ່ຊຶ່ງໄດ້ເຊື່ອງຊ້ອນໄວ້ທຸກຍຸກທຸກສະໄຫມມາແລ້ວໂດຍພຣະເຈົ້າ, ຜູ້ຊົງສ້າງສັພະທຸກສິ່ງ.10ແຜນການນີ້ ເພື່ອໃຫ້ບັນດາຜູ້ຄອບຄອງ ແລະ ຜູ້ມີອຳນາດ ໃນສະຫວັນສະຖານ ໄດ້ຮູ້ເຖິງພຣະສະຕິປັນຍາອັນສັບຊ້ອນ ຂອງພຣະເຈົ້າ ໂດຍທາງຄຣິສຕະຈັກ.11ສິ່ງນີ້ຈະເກີດຕາມແຜນການ ນິຣັນດອນ ຊຶ່ງພຣະອົງຊົງກະທຳສຳເຣັດ ໂດຍທາງ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.12ເພາະໃນພຣະຄຣິດເຈົ້ານັ້ນ, ພວກເຮົາສາມາດເຂົ້າມາເຝົ້າໄດ້ ດ້ວຍຄວາມຫມັ້ນໃຈ ເພາະເຫດຄວາມເຊື່ອໃຈໃນພຣະອົງ.13ເຫດສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮ້ອງພວກເຈົ້າວ່າ ຢ່າທໍ້ຖອຍໃຈ ຍ້ອນຂ້າພະເຈົ້າຖືກທົນທຸກລຳບາກ ເພື່ອພວກເຈົ້າ, ນັ້ນຄືກຽດຕິຍົດ ຂອງພວກເຈົ້າເອງ.14ເພາະເຫດນີ້ ຂ້າພະເຈົ້າຈຶ່ງຄຸເຂົ່າລົງ ຕໍ່ຫນ້າພຣະບິດາເຈົ້າ.15ຜູ້ຊົງເປັນຕົ້ນແບບຂອງການເອີ້ນຊື່ ສຳລັບທຸກໆ ຄອບຄົວໃນສະຫວັນ ແລະ ເທິງແຜ່ນດິນໂລກ.16ຂ້າພະເຈົ້າ ພາວັນນາອະທິຖານ ຂໍພຣະອົງ ຊົງໂຜດກະທຳໃຫ້ພວກທ່ານ ເຂັ້ມແຂງ ຕາມຂະຫນາດຄວາມອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງພຣະອົງ ດ້ວຍຣິດເດດ ຜ່ານທາງພຣະວິຍານ ຂອງພຣະອົງ, ຜູ້ຊົງສະຖິດພາຍໃນພວກເຈົ້າ.17ຂ້າພະເຈົ້າອະທິຖານ ໃຫ້ພຣະຄຣິດເຈົ້າ ສະຖິດຢູ່ໃນຈິດໃຈຂອງພວກທ່ານ ໂດຍທາງຄວາມເຊື່ອ, ຂ້າພະເຈົ້າອະທິຖານຂໍໃຫ້ວາງຮາກ ແລະ ປັກຫລັກລົງ ຢ່າງຫມັ້ນຄົງ ໃນຄວາມຮັກຂອງພຣະອົງ.18ຂໍໃຫ້ພວກເຈົ້າ ຢູ່ໃນຄວາມຮັກຂອງພຣະອົງ ເພື່ອພວກເຈົ້າຈະໄດ້ເຂົ້າໃຈ, ພ້ອມກັບຜູ້ເຊື່ອ ທັງປວງວ່າ ແມ່ນຫຍັງ ຄື ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ ແຫ່ງຄວາມຮັກ ຂອງພຣະຄຣິດເຈົ້າ.19ແລະ ເພື່ອທ່ານຈະເຂົ້າໃຈຄວາມຍິ່ງໃຫ່ຍ ແຫ່ງຄວາມຮັກ ຂອງພຣະຄຣິດເຈົ້າ, ຊຶ່ງເກີນຄວາມຮູ້, ແລະ ເພື່ອເຈົ້າທັງຫລາຍ ຈະໄດ້ຮັບຄວາມເຕັມບໍຣິບູນ ຂອງພຣະເຈົ້າ.20ບັດນີ້ ແດ່ພຣະອົງ ຜູ້ຊົງຣິດສາມາດກະທຳທຸກສິ່ງໄດ້ຫຼວງຫຼາຍມະຫາສານ ເກີນກວ່າ ທີ່ພວກເຮົາຈະຂໍ ຫລື ຄິດໄດ້ ຕາມຣິດອຳນາດ ທີ່ກະທຳກິດຢູ່ພາຍໃນ ຕົວຂອງພວກເຮົາ.21ມີແດ່ພຣະອົງໃນຄຣິສຕະຈັກ ແລະ ໃນພຣະເຢຊູຄຣິດເຈົ້າທຸກຍຸກທຸກສະໄຫມ ຕະຫລອດໄປເປັນນິດເທີ້ນ ອາແມນ.
1ເຫດສະນັ້ນ, ຂ້າພະເຈົ້າ ໃນຖານະຜູ້ຖືກຄຸກ ເພື່ອອົງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈຶ່ງຂໍຮ້ອງພວກທ່ານວ່າ, ຈົ່ງດຳເນີນໃຫ້ສົມກັບໄດ້ຖືກຊົງເອີ້ນ ຊຶ່ງພວກເຈົ້າເອງໄດ້ຮັບນັ້ນ.2ຈົ່ງດຳເນີນຊີວິດດ້ວຍຄວາມຖ່ອມໃຈ ອ່ອນສຸພາບ ແລະ ຄວາມອົດທົນ, ຈົ່ງຍອມຮັບ ຊຶ່ງກັນແລະກັນ ດ້ວຍຄວາມຮັກ.3ເພື່ອຮັກສາຄວາມເປັນນໍ້າຫນຶ່ງໃຈດຽວກັນ ຂອງພຣະວິນຍານ ໂດຍມີສັນຕິພາບເປັນເຄື່ອງຜູກມັດ.4ມີຮ່າງກາຍດຽວ ແລະ ມີພຣະວິນຍານອົງດຽວ, ເຫມືອນກັບພວກເຈົ້າໄດ້ຊົງເອີ້ນໃຫ້ເຂົ້າມາໃນ ຄວາມເຊື່ອຫມັ້ນ ທີ່ເຕັມໄປດ້ວຍຄວາມຫວັງດຽວ ໃນການຊົງເອີ້ນ ຂອງພວກທ່ານເທົ່ານັ້ນ.5ແລະ ມີອົງພຣະຜູ້ເປັນເຈົ້າອົງດຽວ, ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ.6ແລະ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າຂອງຄົນ ທັງປວງ ພຣະອົງຊົງຄອບຄອງຢູ່ເຫນືອທຸກສິ່ງ, ຜ່ານທາງທຸກສິ່ງ ແລະ ຢູ່ໃນທຸກສິ່ງ.7ພວກເຮົາແຕ່ລະຄົນ ໄດ້ຮັັບຂອງປະທານຢ່າງຫນຶ່ງຕາມຂະຫນາດຂອງປະທານຂອງພຣະຄຣິດເຈົ້າ.8ເຫມືອນທີ່ພຣະຄັມໄດ້ກ່າວເອົາໄວ້ວ່າ, “ເມື່ອພຣະອົງໄດ້ສະເດັດຂຶ້ນໄປເຖິງທີ່ສູງສຸດແລ້ວ, ໄດ້ຊົງນຳບັນດາ ພວກຊະເລີຍເຂົ້າໄປໃນທີ່ຄຸກ ພຣະອົງໄດ້ປະທານ ຂອງປະທານຕ່າງໆໃຫ້ແກ່ຜູ້ຄົນ.”9ແມ່ນຫຍັງຄືຄວາມຫມາຍຄຳກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ”, ນອກຈາກວ່າ ການທີ່ພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕໍ່າ ຂອງແຜ່ນດິນໂລກແລ້ວ?10ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ ສະເດັດຂຶ້ນເມືອສູ່ທີ່ສູງເຫນືອ ຟ້າສະຫວັນທັງປວງ, ພຣະອົງກະທຳເຊັ່ນນີ້ ເພື່ອພຣະອົງ ຈະຊົງສາມາດເຮັດໃຫ້ທຸກສິ່ງ ບໍຣິບູນໄດ້.11ພຣະຄຣິດເຈົ້າ ໄດ້ມອບຂອງປະທານເຫລົ່ານີ້ ຄືອັກຄະສາວົກ, ເປັນຜູ້ປະກາດພຣະທຳ, ເປັນຜູ້ປະກາດຂ່າວປະເສີດ ແລະ ເປັນສິດຍາພິບານ ແລະ ຄູສາສະຫນາ.12ພຣະອົງກະທຳເພື່ອເສີມສ້າ ງຄົນທີ່ບໍຣິສຸດຂອງພຣະອົງໃຫ້ພ້ອມສຳລັບການງາານ ແຫ່ງການເປັນຜູ້ຮັບໃຊ້, ເພື່ອເສີມສ້າງພຣະກາຍຂອງພຣະຄຣິດເຈົ້າ.13ພຣະອົງ ກຳລັງກະທຳສິ່ງນີ້ ເພື່ອສ້າງພຣະກາຍຂອງພຣະອົງ ຈົນກວ່າພວກເຮົາທຸກຄົນ ຈະບັນລຸເຖິງ ຄວາມເປັນນໍ້າຫນຶ່ງໃຈດຽວກັນ ໃນຄວາມເຊື່ອ ແລະ ໃນຄວາມຮູ້ເຖິງເລື່ອງ ພຣະບຸດຂອງພຣະເຈົ້າ, ແລະ ພວກເຮົາ ຈະເປັນຄົນຜູ້ໃຫຍ່ເຫມືອນກັນກັບ ຄົນເຫລົ່ານັ້ນ ທີ່ໄດ້ບັນລຸເຖິງຄວາມສົມບູນຂອງພຣະຄຣິດເຈົ້າແລ້ວ.14ທັ້ງນີ້ ພຣະຄຣິດເຈົ້າເສີມສ້າງ ພວກເຮົາ ເພື່ອພວກເຮົາຈະບໍ່ເປັນເຫມືອນ ເດັກນ້ອຍອີກຕໍ່ໄປ ເພື່ອພວກເຮົາຈະບໍ່ຕ້ອງຖືກເຮັດໃຫ້ພັດໄປມາ ແລະ ຫັນເຫ ໄປຕາມລົມ ແຫ່ງຄຳສັ່ງສອນທຸກຢ່າງ ແລະ ດ້ວຍກົນອຸບາຍຂອງຄົນ ທີ່ສະຫລາດ ໃນການຫຼອກຫລວງຂອງເຂົາ.15ແຕ່ໃຫ້ພວກເຮົາຢຶດເອົາຄວາມຈິງດ້ວຍຄວາມຮັກ, ແລະ ເຕີບໂຕຂຶ້ນທຸກທາງ ເພື່ອເຂົ້າສະຫນິດໃນພຣະອົງ ຜູ້ເປັນກຽດຕິຍົດ ຄື ພຣະຄຣິດເຈົ້າ.16ພຣະຄຣິດເຈົ້າ ເປັນຜູ້ປະສານຮ່າງກາຍທັງສິ້ນ, ແລະ ຮວບຮວມເອົາບັນດາຜູ້ເຊື່ອ ທັງຫລາຍເຂົ້າດ້ວຍຮ່າງກາຍນີ້ ຕິດສະຫນິດ ແລະ ຜູກພັນກັນ, ໂດຍທຸກໆຂໍ້ຕໍ່ ແລະ ເສັ້ນເອັນທຸກເສັ້ນ ເພື່ອທັງຮ່າງກາຍ ທີ່ໄດ້ຈະເຕີບໂຕ ແລະ ສ້າງຕົນເອງຂຶ້ນດ້ວຍຄວາມຮັກ.17ເຫດສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍກ່າວ ແລະ ຊີ້ແຈງໃຫ້ພວກເຈົ້າໃນອົງພຣະຜູ້ເປັນເຈົ້າວ່າ, ພວກເຈົ້າທັງຫລາຍ ຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດ ທີ່ມີຄວາມຄິດ ອັນໂງ່ອັນຫາປະໂຫຍດບໍ່ໄດ້ອີກຕໍ່ໄປ.18ພວກເຂົາຖືກເຮັດໃຫ້ຄວາມຄິດມືດມົນໄປ. ພວກເຂົາຖືກເຮັດໃຫ້ຫ່າງຈາກ ຊີວິດຂອງພຣະເຈົ້າ ໂດຍຄວາມໂງ່ທີ່ຢູ່ໃນຕົວພວກເຂົາ ອັນເນື່ອງຈາກຫົວໃຈທີ່ແຂງກະດ້າງ.19ພວກເຂົາບໍ່ມີຄວາມຮູ້ສຶກລະອາຍ ແລະ ພວກເຂົາປ່ອຍຕົວ ໄປໃນທາງໂລພາຕັນຫາ, ແລະ ດ້ວຍການປະພຶດທີ່ບໍ່ບໍຣິສຸດຢ່າງເກີນ ຄວນໃນທຸກແບບ.20ແຕ່ນັ້ນບໍ່ແມ່ນວິທີ ທີ່ພວກເຈົ້າຈະຮຽນຮູ້ ກ່ຽວກັບພຣະຄຣິດເຈົ້າ ໃນລັກສະນະນີ້.21ຂ້າພະເຈົ້າຖືວ່າພວກເຈົ້າ ໄດ້ຍິນເລື່ອງພຣະອົງແລ້ວ, ແລະ ຂ້າພະເຈົ້າຖືວ່າພວກເຈົ້າໄດ້ຮັບຄຳສັ່ງສອນ ເລື່ອງພຣະອົງ, ຕາມຄວາມຈິງ ຊຶ່ງມີຢູ່ໃນພຣະເຢຊູເຈົ້າ.22ພວກເຈົ້າຈົ່ງຖອດຖິ້ມ ສິ່ງທີ່ເປັນໄປຕາມຄວາມປະພຶດເດີມ ຊຶ່ງເປັນຊີວິດເກົ່າ ຂອງພວກເຈົ້າ, ເພາະວ່າຕົວຕົນເກົ່າ ນັ້ນກຳລັງເສື່ອມສູນໄປ ເນື່ອງຈາກຄວາມປາຖະນາທີ່ຫລອກຫລວງ.23ພວກເຈົ້າໄດ້ຖືກສັ່ງສອນ ເພື່ອຈະໄດ້ຮັບການປ່ຽນແປງໃຫມ່ ທັງໃນຈິດວິນຍານ ແລະ ຄວາມຄິດຂອງພວກເຈົ້າ,24ແລະ ເພື່ອພວກເຈົ້າຈະໄດ້ສວມໃສ່ ຕົວຕົນຄົນໃຫມ່ ຊຶ່ງໄດ້ຖືກສ້າງຕາມພຣະລັກສະນະຂອງພຣະເຈົ້າ ແລະ ໄດ້ຮັັບການສ້າງຂຶ້ນໃນຄວາມຊອບທຳ ແລະ ຄວາມບໍຣິສຸດ ທີ່ແທ້ຈິງ.25ດັ່ງນັ້ນ, ຈົ່ງເລີກໃສ່ໃຈສິ່ງທີ່ບໍ່ຈິງ, ແລະ ພວກເຈົ້າແຕ່ລະຄົນ ຈົ່ງເວົ້າແຕ່ຄວາມຈິງຕໍ່ເພື່ອນບ້ານຂອງຕົນ, ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງກັນ ແລະ ກັນ.26ຄຽດຮ້າຍໄດ້ ແຕ່ຢ່າໃຫ້ຜິດບາບ. ຢ່າປອ່ຍໃຫ້ຕາເວັນຕົກດິນ ໄປໂດຍທີ່ພວກເຈົ້າຍັງຄຽດຢູ່.27ຈົ່ງຢ່າໃຫ້ທີ່ຢູ່ອາໃສແກ່ມານຊົ່ວຮ້າຍ.28ໃຜທີ່ເຄີຍຂີ້ລັກ ກໍຢ່າລັກອີກຕໍ່ໄປ. ແຕ່ໃຫ້ທຸ້ມເທລົງມືເຮັດວຽກຫນັກດີກວ່າ, ທຳງານທີ່ເປັນປະໂຫຍດດ້ວຍເຫື່ອແຮງຂອງເຂົາ, ເພື່ອເຂົາຈະສາມາດແບ່ງປັນ ໃຫ້ກັບຄົນອຶ່ນທີ່ຍາກຈົນໄດ້.29ຢ່າໃຫ້ມີຄຳຫຍາບຊ້າ ອອກຈາກປາກຂອງພວກເຈົ້າ, ແຕ່ໃຫ້ໃຊ້ຖ້ອຍຄຳທີ່ເວົ້າອອກມານັ້ນ ເກີດປະໂຫຍດເຫມາະສົມຕໍ່ຄວາມຈຳເປັນ, ເປັນຖ້ອຍຄຳເວົ້າທີ່ໃຫ້ຜົນດີ ຕໍ່ຜູ້ກຳລັງໄດ້ຍິນຢູ່ນັ້ນ.30ແລະ ຢ່າເຮັດໃຫ້ພຣະວິນຍານບໍຣິສຸດເຈົ້າ ຂອງພຣະເຈົ້າເສັຍພຣະໄທ, ເພາະໂດຍພຣະວິນຍານນັ້ນ ພວກເຈົ້າທັງຫລາຍ ໄດ້ຮັບການປະທັບຕາໄວ້ ເພື່ອວັນແຫ່ງຊົງໄຖ່.31ພວກເຈົ້່ຕ້ອງຖີ້ມ ຄວາມຂົມຂື່ນທຸກຢ່າງ, ຄວາມຄຽດຮ້າຍ, ຄວາມຄຽດແຄ້ນ, ການຜິດຖຽງກັນ ແລະ ການກ່າວສຽດສີຕ່າງໆ ພ້ອມກັບຄວາມຊົ່ວ ໃນທຸກຮູບແບບ.32ຈົ່ງມີໃຈເມດຕາຕໍ່ກັນ, ຈົ່ງມີຫົວໃຈອ່ອນສຸພາບ, ຈົ່ງຍົກໂທດໃຫ້ກັນ ແລະກັນ ເຫມືອນດັ່ງທີ່ພຣະເຈົ້າໃນພຣະຄຣິດເຈົ້າ ໄດ້ຍົກໂທດໃຫ້ແກ່ພວກເຈົ້າ.
1ເພາະສະນັ້ນ ໃນຖານະທີ່ເປັນບຸດທີ່ຮັກຂອງພຣະເຈົ້າ, ຈົ່ງເປັນຜູ້ຕາມແບບພຣະເຈົ້າເທີ້ນ.2ແລະ ຈົ່ງດຳເນີນຢູ່ໃນຄວາມຮັກ, ເຫມືອນດັ່ງທີ່ພຣະຄຣິດເຈົ້າ ໄດ້ຊົງຮັກເຮົາ ແລະ ຍອມເສຍສະຫລະພຣະອົງເອງໃຫ້ແກ່ເຮົາ, ພຣະອົງເປັນເຄື່ອງບູຊາ ແລະ ເຄື່ອງຖວາຍ ທີ່ມີກິ່ນຫອມຫວານ ທີ່ພຣະເຈົ້າພໍພຣະໄທ.3ການກ່າວເຖິງເລື່ອງ ຄວາມປະພຶດຜິດສິນທຳທາງເພດ, ຄວາມບໍໍ່ບໍຣິສຸດ, ຫລືຄວາມໂລພາຕັນຫາໃດໆ, ຢ່າໃຫ້ມີຂື້ນທ່າມກາງພວກເຈົ້າເປັນເດັດຂາດ ເພາະສິ່ງເຫລົ່ານີ້ ບໍ່ສົມຄວນກັບເປັນຄົນບໍຣິສຸດ ຂອງພຣະເຈົ້າ.4ທັງຢ່າກ່າວຄຳຫຍາບຊ້າ, ເລື່ອງບໍ່ມີແກ່ນສານ, ຫລື ເວົ້າຕະຫລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ, ແຕ່ໃນທາງກັບກັນ ຄວນຈະເຕັມໄປດ້ວຍການຂອບພຣະຄຸນ.5ເຈົ້າຈົ່ງຮູ້ແນ່ວ່າ ຜູ້ທີ່ຫລິ້ນຊູ້, ຄົນທີ່ບໍ່ບໍຣິສຸດ ຫລື ຜູ້ທີ່ໃຈໂລບ, ຂາບໄຫວ້ຮູບເຄົາຣົບ ຈະບໍ່ມີສິດໄດ້ຮັບມໍລະດົກ ໃນອານາຈັກ ຂອງພຣະຄຣິດເຈົ້າ ແລະ ຂອງພຣະເຈົ້າ.6ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າ ດ້ວຍຄຳເວົ້າ ອັນໄຮ້ປະໂຫຍດ ເພາະສິ່ງເຫລົ່ານີ້ ພຣະເຈົ້າຊົງຄຽດຮ້າຍ ຄົນທີ່ບໍ່ເຊື່ອຟັງພຣະອົງ.7ດັ່ງນັ້ນ, ຢ່າໄປມີສ່ວນຮ່ວມໃດໆ ກັບຄົນເຫລົ່ານີ້ເລີຍ.8ເມື່ອກ່ອນ ພວກເຈົ້າເຄີຍຢູ່ໃນຄວາມມືດ, ແຕ່ຕອນນີ້ພວກເຈົ້າໄດ້ ກາຍເປັນຄວາມສະຫວ່າງ ໃນອົງພຣະຜູ້ເປັນເຈົ້າແລ້ວ. ດ່ັ່ງນັ້ນ, ຈົ່ງດຳເນີນຢ່າງບຸດ ຂອງຄວາມສະຫວ່າງ.9(ດ້ວຍວ່າ, ຜົນຂອງຄວາມສະຫວ່າງ ປະກອບດ້ວຍຄຸນຄວາມດີ, ຄວາມຊອບທັມ ແລະ ຄວາມຈິງທຸກປະການ)10ແລະ ຈົ່ງຄົ້ນຫາສິ່ງໃດ ເປັນທີ່ພໍພຣະໄທ ຂອງອົງພຣະຜູ້ເປັນເຈົ້າ.11ກັບການກະທຳ ຂອງຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ໃນທາງກັບກັນ ຈົ່ງເປີດເຜີຍການກະທຳ ເຫລົ່ານັ້ນ ໃຫ້ປະກົດ.12ເພາະວ່າກິຈະການຂອງຄວາມມືດ ເຫລົ່ານີ້ທີ່ພວກເຂົາເຮັດໃນທີ່ລັບ ແມ່ນແຕ່ຈະເວົ້າເຖິງກໍຍັງເປັນການຫນ້າອາຍແລ້ວ.13ແຕ່ທຸກສິ່ງເມື່ອຖືກເປີດເຜີຍອອກມາໂດຍຄວາມສະຫວ່າງ, ກໍເທົ່າກັບ ເຮັດໃຫ້ເປັນທີ່ປາກົດແຈ້ງ.14ເພາະທຸກສິ່ງທີ່ເປີດເຜີຍ ກໍຢູ່ໃນຄວາມສະຫວ່າງ, ສະນັ້ນຈຶ່ງມີຄຳກ່າວວ່າ “ຈົ່ງຕື່ນຂື້ນຜູ້ທີ່ນອນຫລັບເອີຍ, ແລະ ຈົ່ງຟື້ນຂຶ້ນມາຈາກ ຄວາມຕາຍ ແລະ ອົງພຣະຄຣິດເຈົ້າ ຈະສ່ອງສະຫວ່າງໃສ່ເຈົ້າ.”15ດັ່ງນັ້ນ ຈົ່ງລະວັງໃນການດຳເນີນຊີວິດ ຂອງພວກເຈົ້າ- ຢ່າເປັນໃຫ້ເຫມືອນ ຄົນໂງ່ບໍ່ມີປັນຍາ ແຕ່ໃຫ້ເປັນເຫມືອນມີປັນຍາ.16ຈົ່ງໃຊ້ເວລາໃຫ້ເປັນປະໂຫຍດ ເພາະທຸກວັນນີ້ເປັນເວລາແຫ່ງຄວາມຊົ່ວຮ້າຍ.17ຢ່າເປັນຄົນໂງ່ຈ້າ, ແຕ່ຈົ່ງເຂົ້າໃຈເຖີດວ່າ ສິ່ງໃດຄືນໍ້າພຣະໄທ ຂອງພຣະຜູ້ເປັນເຈົ້າ.18ແລະ ຢ່າເມົາເຫລົ້າແວງ, ຊຶ່ງພາໃຫ້ເສັຍຄົນ ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ.19ຈົ່ງສົນທະນາກັນດ້ວຍ ບົດເພງສັນຣະເສີນ ແລະ ບົດເພງຝ່າຍພຣະວິນຍານ, ຈົ່ງຮ້ອງເພງສັນຣະເສີນຖວາຍແດ່ອົງພຣະຜູ້ເປັນເຈົ້າ ດ້ວຍໃຈຂອງພວກເຈົ້າ.20ຈົ່ງໂມທະນາ ຂອບພຣະຄຸນໃນທຸກໆສິ່ງຢູ່ສະຫມີ, ໂດຍພຣະນາມ ຂອງອົງພຣະເຢຊູຄຣິດເຈົ້າ ແດ່ພຣະເຈົ້າພຣະບິດາ.21ຈົ່ງຍອມຟັງ ຊຶ່ງກັນແລະກັນ ດ້ວຍຄວາມຢໍາເກງໃນອົງພຣະຄຣິດເຈົ້າ.22ຝ່າຍເມຍ, ຈົ່ງຍອມອ່ອນນ້ອມ ຕໍ່ຜົວຂອງຕົນ ເຫມືອນດັ່ງທີ່ຍອມອ່ອນນ້ອມ ຕໍ່ ອົງພຣະຜູ້ເປັນເຈົ້າ.23ເພາະວ່າ ຜົວເປັນຫົວ ຂອງເມຍ ເຫມືອນພຣະຄຣິດເຈົ້າ ຊົງເປັນປະມຸກ ຂອງຄຣິສຕະຈັກ, ແລະ ພຣະຄຣິດເຈົ້າ ພຣະອົງເອງເປັນພຣະຜູ້ຊ່ວຍ.24ແຕ່ເຫມືອນດັ່ງທີ່ຄຣິສຕະຈັກ ຢູ່ໃຕ້ພຣະຄຣິດເຈົ້າສັນໃດ, ກໍໃຫ້ເມຍຄວນຍອມອ່ອນນ້ອມ ຕໍ່ຜົວຂອງຕົນໃນທຸກສິ່ງສັນນັ້ນ.25ຝ່າຍຜົວ, ຈົ່ງຮັກເມຍຂອງຕົນ, ເຫມືອນດັ່ງທີ່ພຣະຄຣິດເຈົ້າຊົງຮັກ ຄຣິສຕະຈັກ ແລະ ຊົງສະຫລະພຣະອົງເອງ ເພື່ອຄຣິສຕະຈັກ.26ພຣະອົງຊົງເຮັດເຊັ່ນນີ້ ເພື່ອໃຫ້ຄຣິສຕະຈັກບໍຣິສຸດ, ເພາະພຣະອົງ ຊົງຊຳລະດ້ວຍນໍ້າ ກັບດ້ວຍຖ້ອຍຄຳ.27ເພື່ອພຣະອົງນັ້ນ ຈະໄດ້ຮັບຄຣິສຕະຈັກ ທີ່ມີສະຫງ່າຣາສີບໍ່ມີຈຸດດ່າງພ້ອຍ ຫລື ຮອຍຫ່ຽວແຫ້ງ ແລະ ມົນທິນໃດໆ ແຕ່ບໍຣິສຸດ ແລະ ບໍ່ມີຕຳຫນິ.28ໃນທຳນອງດຽວກັນ, ຜົວຄວນຮັກເມຍຂອງຕົນ ເຫມືອນດັ່ງຮັກຮ່າງກາຍຂອງຕົນເອງ. ຊາຍໃດ ທີ່ຮັກເມັຍຂອງຕົນ ຊາຍນັ້ນກໍຮັກຕົນເອງ.29ເພາະບໍ່ມີຜູ້ໃດ ທີ່ກຽດຊັງຮ່າງກາຍຂອງຕົນເອງແຕ່ເຂົາຈະບຳລຸງລ້ຽງ ແລະ ຖະນຸຖະຫນອມຮ່າງກາຍຂອງເຂົາ ເຫມືອນດັ່ງທີ່ ພຣະຄຣິດເຈົ້າຊົງຮັກຄຣິສຕະຈັກ.30ພວກເຮົາເປັນ ອະໄວຍະວະໃນພຣະກາຍຂອງພຣະອົງ.31“ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈະລາຈາກພໍ່ແມ່ຂອງຕົນ ໄປຜູກພັນຢູ່ກັບເມັຍ, ແລະ ເຂົາທັງສອງ ຈະເປັນເນື້ອກາຍດຽວກັນ.”32ເລື່ອງນີ້ເປັນຄວາມຈິງ ຍິ່ງໃຫຍ່ທີ່ເລິກລັບຢູ່ ແຕ່ຂ້າພະເຈົ້າກຳລັງ ຫມາຍເຖິງພຣະຄຣິດເຈົ້າ ກັບຄຣິສຕະຈັກ.33ເຖິງຢ່າງໃດກໍດີ, ຜົວທຸກຄົນຈົ່ງຮັກເມັຍຂອງຕົນ ເຫມືອນດັ່ງຮັກຕົນເອງ ແລະ ເມັຍທຸກຄົນຈົ່ງເຄົາຣົບຢຳເກງຜົວຂອງຕົນ.
1ຝ່າຍບຸດທັງຫລາຍ, ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນ ໃນອົງພຣະຜູ້ເປັນເຈົ້າ, ເພາະເຮັດແນວນັ້ນເປັນການຖືກຕ້ອງ.2"ຈົ່ງນັບຖືບິດາ ມານດາຂອງຕົນ" (ຊຶ່ງເປັນກົດບັນຍັດໃນຂໍ້ທຳອິດກັບພຣະສັນຍາໄວ້).3"ເພື່ອເຈົ້າຈະຢູ່ເຢັນເປັນສຸກ ແລະ ມີອາຍຸຫມັ້ນຍືນໃນດິນແດນນີ້."4ຝ່າຍພໍ່, ຢ່າເຮັດໃຫ້ລູກຂອງຕົນ ຂັດເຄືອງໃຈ. ແຕ່ຈົ່ງອົບຮົມສັ່ງສອນ ພວກເຂົາ ຕາມລະບຽບ ແລະ ຫລັກຄຳສັ່ງສອນທຸກຢ່າງ ຂອງອົງພຣະຜູ້ເປັນເຈົ້າ.5ຝ່າຍຜູ້ທີ່ເປັນຄົນຮັບໃຊ້, ຈົ່ງຍອມເຊື່ອຟັງເຈົ້ານາຍຝ່າຍໂລກ ຂອງພວກເຈົ້າ ດ້ວຍຄວາມເຄົາຣົບ ຢ່າງເລິກເຊິງ ແລະ ດ້ວຍຄວາມຢຳເກງ, ໃນຄວາມຈິງໃຈ ທີ່ຊື່ຕົງ ຊົງເຊື່ອຟັງ ເຈົ້ານາຍຂອງຕົນ ເຫມືອນເຊື່ອຟັງ ພຣະຄຣິດເຈົ້າ.6ຢ່າສູ່ເຮັດພຽງແຕ່ ເມື່ອຢູ່ຕໍ່ຫນ້າເຈົ້ານາຍ ເພາະຢາກໃຫ້ຖືກໃຈເພິ່ນ. ແຕ່ຈົ່ງເຮັດເຫມືອນດັ່ງເປັນຜູ້ຮັບໃຊ້ ຂອງພຣະຄຣິດເຈົ້າ ເຮັດຕາມນໍ້າພຣະໄທຂອງພຣະເຈົ້າ ດ້ວຍຄວາມເຕັມໃຈ.7ຈົ່ງຮັບໃຊ້ດ້ວຍສຸດໃຈຂອງພວກເຈົ້າ, ໃຫ້ເຫມືອນກັບວ່າ ພວກເຈົ້າໄດ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ ແລະ ບໍ່ແມ່ນຮັບໃຊ້ມະນຸດ.8ຈົ່ງຈົດຈຳໄວ້ວ່າ ຄວາມດີທຸກຢ່າງທີ່ແຕ່ລະຄົນເຮັດໄປນັ້ນ ຈະເປັນເຫດໃຫ້ເຂົາໄດ້ຮັບບຳເຫນັດຈາກພຣະຜູ້ເປັນເຈົ້າ ບໍ່ວ່າຈະເປັນຂ້ອຍໃຊ້ ຫລື ບໍ່ເປັນກໍຕາມ.9ຝ່າຍພວກເປັນເຈົ້ານາຍ, ກໍຈົ່ງປະພຶດຕໍ່ຂ້ອຍໃຊ້ຂອງຕົນ ໃນທຳນອງດຽວກັນ. ຢ່າຂູ່ເຂັນພວກເຂົາ. ພວກເຈົ້າຊາບວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ຂອງພວກເຈົ້າ ຊົງປະທັບຢູ່ໃນສະຫວັນ, ພວກເຈົ້າກໍຊາບວ່າພຣະອົງ ບໍ່ຊົງລຳອຽງເຂົ້າຂ້າງໃຜເລີຍ.10ສຸດທ້າຍນີ້, ຈົ່ງມີກຳລັງເພີ່ມຂຶ້ນ ໃນອົງພຣະຜູ້ເປັນເຈົ້າ ແລະ ດ້ວຍພະລັງ ແຫ່ງອະນຸພາບຂອງພຣະອົງ.11ຈົ່ງສວມ ຍຸດທະພັນ ຂອງພຣະເຈົ້າໃຫ້ຄົບຊຸດ, ເພື່ອວ່າ ພວກເຈົ້າຈະສາມາດ ຢືນຢັດຕໍ່ສູ້ກັບກົນອຸບາຍ ຂອງມານຮ້າຍໄດ້.12ເພາະສົງຄາມຂອງພວກເຮົານັ້ນ ບໍ່ແມ່ນການຕໍ່ສູ້ກັບມະນຸດ ແລະ ທີ່ມີເລືອດເນື້ອ. ແຕ່ກົງກັນຂ້າມ, ມັນເປັນການຕໍ່ສູ້ກັບອຳນາດປົກຄອງຕ່າງໆ, ອຳນາດຂອງຝ່າຍວິນຍານ ແລະ ຜູ້ປົກຄອງໃນຄວາມມືດອັນຊົ່ວຮ້າຍ, ຕໍ່ສູ້ກັບເຫລົ່າວິນຍານຊົ່ວຮ້າຍ ໃນສະຖານຟ້າອາກາດ.13ເຫດສະນັ້ນ ຈົ່ງໃສ່ຍຸດທະພັນ ຂອງພຣະເຈົ້າໃຫ້ຄົບຊຸດ, ເພື່ອພວກເຈົ້າທັງຫລາຍ ຈະສາມາດຢຶດຫມັ້ນຄົງໄດ້ ໃນການຕໍ່ສູ້ກັບສິ່ງຊົ່ວຮ້າຍ ໃນຍຸກທີ່ຊົ່ວຮ້າຍນີ້. ຫລັງຈາກພວກເຈົ້າເຮັດທຸກສິ່ງຄົບຖ້ວນແລ້ວ ພວກເຈົ້າຈະໄດ້ຢູ່ຢ່າງຫມັ້ນຄົງໄດ້.14ເຫດສະນັ້ນ, ຈົ່ງຢືດຫມັ້ນ, ຈົ່ງເຮັດສິ່ງນີ້ ຫລັງຈາກທີ່ພວກເຈົ້າໄດ້ຄາດແອວ ແຫ່ງຄວາມຈິງ ແລະ ສວມເສື້ອເກາະແຫ່ງຄວາມຊອບທັມແລ້ວ.15ຈົ່ງເຮັດສິ່ງນີ້ຫລັງຈາກທີ່ພວກເຈົ້າ ໄດ້ໃສ່ເກີບ ດ້ວຍການມີໃຈພ້ອມ ທີ່ຈະປະກາດຂ່າວປະເສີດແຫ່ງສັນຕິສຸກແລ້ວ.16ຈົ່ງຍົກເອົາເຂນແຫ່ງຄວາມເຊື່ອ ເພື່ອພວກເຈົ້າ ສາມາດ ດັບ ລູກສອນໄຟຈາກມານຊົ່ວຮ້າຍໄດ້17ແລະ ຈົ່ງຮັບເອົາຫມວກແຫ່ງຄວາມລອດ ແລະ ດາບແຫ່ງພຣະວິນຍານ, ຊຶ່ງກໍຄືພຣະທັມຂອງພຣະເຈົ້າ.18ດ້ວຍທຸກຄຳພາວັນນາອະທິຖານ ແລະ ວິ້ງວອນ ໃນພຣະວິນຍານໃນທຸກເວລາດ້ວຍການອະທິຖານ. ແລະ ຄຳຂໍທຸກຢ່າງດ້ວຍທ່າທີເຊັ່ນນີ້ໃນໃຈ, ໃຫ້ເຝົ້າຣະວັງຢູ່ສະເຫມີດ້ວຍຄວາມພຽນພະຍາຍາມ, ແລະ ດ້ວຍການພາວັນນາອະທິຖານ ເພື່ອຜູ້ເຊື່ອທຸກຄົນ.19ແລະ ຈົ່ງພາວັນນາອະທິຖານ ເພື່ອຂ້າພະເຈົ້າດ້ວຍ, ເພື່ອໃຫ້ມີຖ້ອຍຄຳສັ່ງສອນ ທຸກຄັ້ງທີ່ຂ້າພະເຈົ້າອອກປາກ. ຈົ່ງອະທິຖານເພື່ອໃຫ້ຂ້າພະເຈົ້າ ກ້າຫານໃນການກ່າວຂ່າວປະເສີດ,20ຍ້ອນຂ່າວປະເສີດນີ້ແຫລະ ຂ້າພະເຈົ້າຈຶ່ງກາຍເປັນຣາຊທູດ ຜູ້ຕິດໂສ້ຢູ່, ເພື່ອຂ້າພະເຈົ້າໄດ້ມີໃຈກ້າຫານ ຈະປະກາດຂ່າວປະເສີດນັ້ນ, ຕາມສົມຄວນທີ່ຂ້າພະເຈົ້າຈະກ່າວ.21ຕີຂີໂກ, ພີ່ນ້ອງທີ່ຮັກເອີຍ ແລະ ແຕ່ພວກເຈົ້າຈະໄດ້ຮັບຮູ້ເຖິງຄວາມເປັນຢູ່ ແລະ ສະຖານະການຂອງຂ້າພະເຈົ້າ ແລະ ຜູ້ຮັບໃຊ້ທີ່ສັດຊື່ ໃນອົງພຣະຜູ້ເປັນເຈົ້າ ຈະເລົ່າເລື່ອງທັງໝົດ ກ່ຽວກັບຂ້າພະເຈົ້າ ສູ່ພວກເຈົ້າຟັງທຸກຢ່າງ.22ສະນັ້ນຂ້າພະເຈົ້າ ຈຶ່ງໃຊ້ລາວມາຫາພວກເຈົ້າ ເພື່ອແຈ້ງຈຸດປະສົງຂໍ້ນີ້, ຄືເພື່ອໃຫ້ໄດ້ຮູ້ເຖິງຂ່າວຄາວ ຂອງພວກເຂົາ ແລະ ໃຫ້ເຂົາຫນູນໃຈພວກເຈົ້າດ້ວຍ.23ຂໍໃຫ້ສັນຕິສຸກ ຈົ່ງມີແກ່ພີ່ນ້ອງທຸກຄົນ, ພ້ອມທັງຄວາມຮັກ ແລະ ຄວາມເຊື່ອ ຈາກພຣະເຈົ້າພຣະບິດາເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າດ້ວຍເທີ້ນ.24ຂໍໃຫ້ ພຣະຄຸນຈົ່ງສະຖິດຢູ່ນຳທຸກຄົນທີ່ຮັກ ໃນອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາດ້ວຍຄວາມຮັກທີ່ບໍ່ມີວັນເສື່ອມສູນ.
1ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ ຂອງພຣະເຢຊູຄຣິດເຈົ້າ, ເຖິງໄພ່ພົນທຸກຄົນ ທີ່ຖືກແຍກໄວ້ໃນພຣະເຢຊູຄຣິດເຈົ້າ ໃນເມືອງຟີລິບປອຍພ້ອມກັບບັນດາຜູ້ປົກຄອງ ແລະ ຜູ້ດູແລ.2ຂໍໃຫ້ພຣະຄຸນ ແລະ ສັນຕິສຸກ ຈາກພຣະບິດາເຈົ້າຂອງເຮົາ ແລະ ຈາກອົງພຣະເຢຊູຄຣິດເຈົ້າ ຢູ່ກັບທ່ານທັງຫຼາຍເທີ້ນ.3ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທຸກຄັ້ງເມື່ອລະນຶກເຖິງທ່ານທັງຫລາຍ4ເພື່ອ ພວກທ່ານທັງຫລາຍຢູ່ສະເຫມີ ຂ້າພຣະເຈົ້າອະທິຖານ ດ້ວຍຄວາມຊື່ນຊົມຍິນດີ,5ທີ່ພວກທ່ານ ໄດ້ຮ່ວມກັນປະກາດຂ່າວປະເສີດ ຕັ້ງແຕ່ຕົ້ນຈົນເຖິງບັດນີ້.6ຂ້າພະເຈົ້າແນ່ໃຈໃນເລື້ອງນີ້ວ່າ ພຣະອົງ ຜູ້ໄດ້ຊົງ ຕັ້ງຕົ້ນການດີໄວ້ໃນ ພວກທ່ານແລ້ວ ຈະຊົງກະທຳຕໍ່ໄປໃຫ້ສຳເລັດຈົນເຖິງວັນຂອງພຣະເຢຊູຄຣິດເຈົ້າ.7ທີ່ຂ້າພະເຈົ້າຮູ້ສືກແບບນີ້ກັບພວກ ທ່ານທັງຫລາຍ ຈິ່ງເປັນສິ່ງ ທີ່ຖືກຕ້ອງເພາະພວກທ່ານຢູ່ໃນຫົວໃຈຂອງຂ້າພະເຈົ້ົາ ພວກທ່ານທັງຫມົດໄດ້ມີສ່ວນຮ່ວມໃນພຣະຄຸນ ທັງໃນການຖືກຈຳຈ່ອງ ຂອງຂ້າພະເຈົ້າ ແລະ ໃນການປົກປອ້ງແລະ ຮັບປະກັນຂ່າວປະເສີດນີ້8ເພາະພຣະເຈົ້າຊົງ ເປັນພະຍານ ວ່າຂ້າພະເຈົ້າປາຖະຫນາຢາກພົບພວກທ່ານທັງຫລາຍດ້ວຍຄວາມຮັກທີ່ເລິກເຊິ່ງ ຂອງພຣະເຢຊູຄຣິດເຈົ້າ.9ຂ້າພະເຈົ້າອະທິຖານດັ່ງນີ້ ຂໍໃຫ້ຄວາມຮັກ ຂອງພວກທ່ານຈະເລີນໃຫຍ່ຂຶ້ນ ໃນຄວາມຮູ້ ແລະ ໃນຄວາມເຂົ້າໃຈທັງຫມົດ,10ຂ້າພະເຈົ້າອະທິຖານເພື່ອສິ່ງນີ້ ເພື່ອ ພວກທ່ານຈະໄດ້ທົດສອບ ແລະ ເລືອກເອົາ ສິ່ງດີທີ່ສຸດໄວ້ ຂ້າພະເຈົ້າອະທິຖານເພື່ອສິ່ງນີ້ ເພື່ອພວກທ່ານຈະມີ ຄວາມຈິງໃຈ ແລະ ບໍ່ມີທີ່ຕິຕຽນໄດ້ ໃນວັນຂອງພຣະເຢຊູຄຣິດເຈົ້າ.11ເພື່ອໃຫ້ທ່ານເຕັມລົ້ນໄປດ້ວຍຜົນແຫ່ງຄວາມຊອບທຳ ທີ່ຜ່ານມາທາງພຣະເຢຊູຄຣິດເຈົ້າ ເພື່ອເປັນທີ່ຖວາຍກຽດ ແລະ ສັນລະເສີນພຣະເຈົ້າ.12ພີ່ນ້ອງທີ່ຮັກ, ຂ້າພະເຈົ້າຢາກໃຫ້ ທ່ານຮູ້ວ່າ ສິ່ງທີ່ໄດ້ ເກີດຂຶ້ນກັບຂ້າພະເຈົ້າ ໄດ້ເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປຢ່າງຫຼວງຫຼາຍ.13ຜົນທີ່ປະກົດຂຶ້ນໃຫ້ເຫັນ ກໍຄື ພວກທະຫານທຸກຄົນ ແລະ ຜູ້ຄຸມຂັງ ພ້ອມກັບຄົນອື່ນໆທັງໝົດ ໄດ້ຮູ້ເລື່ອງຂອງເຮົາວ່າ ເຮົາຖືກຈຳຈ່ອງຍ້ອນເປັນຜູ້ຮັບໃຊ້ ຂອງພຣະເຢຊູຄຣິດເຈົ້າ.14ພີ່ນ້ອງສ່ວນໃຫຍ່ ໃນ ອົງພຣະຜູ້ເປັນເຈົ້າ ມີແຮງຈູງໃຈ ຫຼາຍຂຶ້ນ ອັັນເນື່ອງມາຈາກການຖືກຈຳຈ່ອງຂອງຂ້າພະເຈົ້າ ທີ່ຈະມີໃຈກ້າຫານ ກ່າວພຣະຄຳ ຂອງພຣະເຈົ້າຢ່າງບໍ່ຢ້ານກົວ.15ບາງຄົນປະກາດ ພຣະຄຳຂອງພຣະເຈົ້າດ້ວຍໃຈອິດສາ ແລະ ຜິດຖຽງກັນ, ແລະ ບາງຄົນກໍປະກາດດ້ວຍໃຈປາຖະຫນາດີ.16ຜູ້ທີ່ປະກາດພຣະເຢຊູຄຣິດເຈົ້າ ດ້ວຍຄວາມຮັກ, ເພາະຮູ້ວ່າ ຂ້າພະເຈົ້າຖືກຈຳຈ່ອງເພາະປົກປ້ອງຂ່າວປະເສີດ.17ສ່ວນຄົນອື່ນ ທີ່ປະກາດພຣະເຢຊູຄຣິດເຈົ້າ ດ້ວຍແຮງຈູງໃຈທີ່ເຫັນແກ່ຕົວ, ບໍ່ສັດຊື່ ແລະ ອວດອ້າງ. ພວກເຂົາຫວັງຈະໃຫ້ຂ້າພະເຈົ້າເດືອດຮ້ອນໃນຂະນະທີ່ຂ້າພະເຈົ້າຖືກຈຳຈ່ອງຢູ່.18ຖ້າຢ່າງນັ້ນແລ້ວ ຈະເປັນປະການໃດ? ບໍ່ວ່າຈະດ້ວຍວິທີໃດກໍຕາມ, ບໍ່ວ່າເຂົາຈະແກ້ງເຮັດ ຫລື ເຮັດດ້ວຍຄວາມຈິງ, ພຣະເຢຊູຄຣິດເຈົ້າກໍໄດ້ຖືກປະກາດອອກໄປ, ແລະ ດ້ວຍເຫດນີ້ຂ້າພຣະເຈົ້າຈຶ່ງມີຄວາມຊື່ນຊົມຍິນດີ. ແລະ ຂ້າພະເຈົ້າກໍຍິນດີຕໍ່ໄປ,19ເພາະຂ້າພະເຈົ້າຮູ້ວ່າ ສິ່ງນີ້ຈະສົ່ງໃຫ້ຂ້າພະເຈົ້າໄດ້ຮັບການປົດປ່ອຍ ສິ່ງນີ້ຈະເກີດຂຶ້ນເພາະຄຳອະທິຖານຂອງພວກທ່ານ ແລະ ເພາະການຊ່ວຍເຫຼືອຂອງພຣະວິນຍານບໍລິສຸດຂອງພຣະເຢຊູຄຣິດເຈົ້າ.20ຖ້າເບິ່ງຈາກຄວາມຫວັງ ອັນເຕັມໄປດ້ວຍຄວາມຫມັ້ນໃຈ ແລະ ຄວາມເຊື່ອຫມັ້ນຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າຈະບໍ່ມີຄວາມລະອາຍ, ແຕ່ໂດຍຄວາມກ້າຫານທັງຫມົດຢ່າງທີ່ເຄີຍມີມາຢູ່ສະເຫມີ ແລະ ເຊັ່ນດຽວກັນ, ພຣະເຢຊູຄຣິດເຈົ້າ ຈະໄດ້ຮັບກຽດ ໃນຮ່າງກາຍຂອງຂ້າພະເຈົ້າ, ບໍ່ວ່າຈະມີຊີວິດຢູ່ ຫລື ຕາຍກໍ່ຕາມ.21ການມີຊີວິດຢູ່ກໍ່ເພື່ອພຣະເຢຊູຄຣິດເຈົ້າ ແລະ ການຕາຍກໍເປັນປະໂຫຍດ.22ແຕ່ຖ້າຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍນີ້, ກໍໍ່ໃຫ້ເກີດຜົນຈາກການເຮັດວຽກຫນັກຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າກໍ່ບໍ່ຮູ້ວ່າ ຈະເລືອກເອົາທາງໃດດີ?.23ເພາະຂ້າພະເຈົ້າລຳບາກໃຈທີ່ຈະເລືອກເອົາຢ່າງໃດຢ່າງຫນຶ່ງ. ຂ້າພະເຈົ້າປາຖະໜາ ທີ່ຈະຈາກໄປຢູ່ກັບພຣະເຢຊູຄຣິດເຈົ້າ ຊຶ່ງທີ່ປະເສີດຫລາຍກວ່າ,24ແຕ່ການທີ່ຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍ ນີ້ກໍເປັນສິ່ງຈຳເປັນເພື່ອເຫັນແກ່ປະໂຫຍດຂອງພວກທ່ານຫລາຍກວ່າ.25ເນື່ອງຈາກຂ້າພະເຈົ້າຫມັ້ນໃຈ ໃນເລື່ອງນີ້, ຂ້າພະເຈົ້າຮູ້ວ່າຍັງຄົງຢູ່ ແລະ ສືບຕໍ່ຢູ່ກັບທ່ານທັງຫລາຍຕໍ່ໄປອີກ, ເພື່ອຄວາມກ້າວຫນ້າ ແລະ ຄວາມຊື່ນຊົມຍິນດີໃນຄວາມເຊື່ອຂອງພວກທ່ານ,26ດັ່ງນັ້ນໃນເຮົາ ຜົນກໍຄືຄວາມຊື່ນຊົມຍິນດີຂອງພວກທ່ານຈະທະວີຫລາຍຂຶ້ນ ໃນພຣະເຢຊູຄຣິດເຈົ້າ ໃນເວລາຂ້າພະເຈົ້າມາຫາທ່ານອີກ.27ຂໍພຽງດຳເນີນຊີວິດ ໃຫ້ສົມກັບຂ່າວປະເສີດ ຂອງພຣະເຢຊູຄຣິດເຈົ້າ, ຈົ່ງກະທຳເຊັ່ນນີ້ເພື່ອວ່າ ຖ້າຂ້າພະເຈົ້າມາຫາພວກທ່ານ ຫລື ບໍ່ມາກໍຕາມ, ຂ້າພະເຈົ້າກໍຈະໄດ້ຍິນວ່າພວກທ່ານຕັ້ງໝັ້ນຄົງຢູ່ ໃນວິນຍານດຽວກັນ, ຂ້າພະເຈົ້າຢາກໄດ້ຍິນຂ່າວວ່າພວກທ່ານໄດ້ຮ່ວມກັນຕໍ່ສູ້ ດ້ວຍຈິດໃຈດຽວກັນ ເພື່ອຄວາມເຊື່ອໃນຂ່າວປະເສີດ.28ຢ່າຢ້ານໃນສິ່ງທີ່ສັດຕູຂອງພວກທ່ານໄດ້ເຮັດ. ສິ່ງນີ້ເປັນເຄື່ອງຫມາຍແຫ່ງການຖືກທຳລາຍຂອງພວກເຂົາ, ແຕ່ສຳລັບພວກທ່ານ ຄືເປັນເຄື່ອງຫມາຍແຫ່ງຄວາມລອດພົ້ນ - ແລະ ສິ່ງນີ້ແມ່ນມາຈາກພຣະເຈົ້າ.29ສິ່ງນີ້ໄດ້ປະທານໃຫ້ແກ່ພວກທ່ານ, ເພື່ອເຫັນແກ່ພຣະເຢຊູຄຣິດເຈົ້າ, ບໍ່ພຽງແຕ່ໃຫ້ເຊື່ອໃນພຣະອົງເທົ່ານັ້ນ, ແຕ່ໃຫ້ຍອມທົນທຸກ ເພື່ອພຣະອົງດ້ວຍ.30ເພາະທ່ານກໍມີ ການຕໍ່ສູ້ຢ່າງດຽວກັບທີ່ພວກທ່ານໄດ້ເຫັນມາແລ້ວຈາກຂ້າພະເຈົ້າ, ແລະ ໄດ້ຍິນວ່າຂ້າພະເຈົ້າກຳລັງຕໍ່ສູ້ຢູ່ໃນເວລານີ້.
1ຖ້າມີການຊູໃຈໃນພຣະເຢຊູຄຣິດເຈົ້າ, ຖ້າມີການເລົ້າໂລມໃຈຈາກຄວາມຮັກຂອງພຣະອົງ, ຖ້າມີການສາມັກຄີທຳໃນຝ່າຍຈິດວິນຍານ, ຖ້າມີຄວາມເຫັນອົກເຫັນໃຈ ແລະ ຄວາມເມດຕາປານີ ປະການໃດ,2ແລ້ວ ຈົ່ງເຮັດໃຫ້ຄວາມຍິນດີຂອງຂ້າພະເຈົ້າ ເຕັມລົ້ນ ດ້ວຍການຄິດເຫມືອນຢ່າງດຽວກັນ, ມີຄວາມຮັກເຫມືອນຢ່າງດຽວກັນ, ແລະ ມີຄວາມສາມັກຄີ ເປັນນໍ້າຫນຶ່ງໃຈດຽວກັນໃນຝ່າຍຈິດວິນຍານ.3ຢ່າເຮັດສິ່ງໃດ ເພາະເຫັນແກ່ຕົວ ຫລື ຊີງດີຊີງເດັ່ນກັນ. ແຕ່ຈົ່ງຖ່ອມໃຈລົງຖືວ່າຄົນອື່ນດີກວ່າຕົນເອງ.4ຢ່າໃຫ້ຜູ້ໃດເຫັນແກ່ປະໂຫຍດສ່ວນຕົວຝ່າຍດຽວ, ແຕ່ຈົ່ງເຫັນແກ່ປະໂຫຍດຂອງຄົນອື່ນດ້ວຍ.5ຈົ່ງຄິດເໝືອນຢ່າງພຣະເຢຊູຄຣິດເຈົ້າ.6ພຣະອົງຊົງສະພາບ ເປັນພຣະເຈົ້າ, ແຕ່ ພຣະອົງບໍ່ໄດ້ຖືວ່າຄວາມເທົ່າທຽມຂອງພຣະອົງກັບພຣະເຈົ້າ ນັ້ນເປັນສິ່ງທີ່ຕ້ອງຢຶດຫວງໄວ້.7ແຕ່ພຣະອົງຊົງຍອມສະຫລະຖານະຂອງພຣະອົງເອງ, ພຣະອົງມາຮັບສະພາບເປັນຂ້ອຍຂ້າ. ພຣະອົງຊົງຖືກຳເນີດເປັນມະນຸດ.8ແລະ ພຣະອົງຊົງຍອມເຊື່ອຟັງຈົນເຖິງຄວາມມໍຣະນາເທິງໄມ້ກາງແຂນ!9ດ້ວຍເຫດນີ້ ພຣະເຈົ້າ ຈຶ່ງໄດ້ຊົງຍົກພຣະອົງຂຶ້ນເຖິງທີ່ສູງສຸດ. ໄດ້ຊົງປະທານພຣະນາມຂອງພຣະອົງ ຢູ່ເຫນືອນາມທຸກນາມທັງປວງ.10ພຣະອົງກະທຳດັ່ງນີ້ ເພື່ອວ່າໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ທຸກຫົວເຂົ່າໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກ ແລະ ໃຕ້ພື້ນດິນ ຈະຄຸເຂົ່າລົງຂາບພຣະອົງ.11ພຣະອົງກະທຳດັ່ງນີ້ ເພື່ອໃຫ້ທຸກລີ້ນຍອມຮັບດ້ວຍປາກວ່າພຣະເຢຊູຄຣິດເຈົ້າ ຊົງເປັນອົງພຣະຜູ້ເປັນເຈົ້າ, ເພື່ອຖວາຍພຣະກຽດແກ່ພຣະເຈົ້າພຣະບິດາ.12ດັ່ງນັ້ນ, ທ່ານທີ່ຮັກ ຂອງຂ້າພະເຈົ້າເອີຍ, ເຫມືອນດັ່ງທີ່ທ່ານເຊື່ອຟັງຢູ່ສະເຫມີມາ, ບໍ່ພຽງສະເພາະເວລາທີ່ຂ້າພະເຈົ້າຢູ່ດ້ວຍເທົ່ານັ້ນ ແຕ່ຈົ່ງເຮັດຫລາຍກວ່ານັ້ນອີກ ໃນເມື່ອເວລາທີ່ຂ້າພະເຈົ້າບໍ່ຢູ່, ຈົ່ງປະພືດຕົວໃຫ້ສົມກັບຄວາມພົ້ນທີ່ໄດ້ຮັບດ້ວຍຄວາມຢຳເກງ ແລະ ຕົວສັ່ນ.13ເພາະພຣະເຈົ້າເປັນຜູ້ກຳລັງກະທຳ ການຢູ່ພາຍໃນທ່ານ ເພື່ອໃຫ້ທ່ານມີຄວາມຕັ້ງໃຈ ແລະ ດຳເນີນງານເພື່ອໃຫ້ເປັນທີ່ພໍພຣະໄທຂອງພຣະອົງ.14ຈົ່ງເຮັດທຸກສິ່ງ ໂດຍບໍ່ມີການຈົ່ມ ຫລື ຖົກຖຽງກັນ,15ໃຫ້ປະຕິບັດເຊັ່ນນີ້ ເພື່ອວ່າທ່ານຈະເປັນຜູ້ທີ່ບໍ່ຖືກຕິຕຽນ ແລະ ບໍ່ມີຄວາມຜິດ, ລູກຂອງພຣະເຈົ້າ ຜູ້ບໍ່ມີຄວາມຜິດ. ຈົ່ງປະຕິບັດຢ່າງນີ້ ເພື່ອທີ່ທ່ານຈະສ່ອງແສງດັ່ງຄວາມສະຫວ່າງຢູ່ໃນໂລກ, ທ່າມກາງຄົນໃນຍຸກນີ້ ເຊິ່ງເຕັມໄປດ້ວຍການສໍ້ໂກງ ແລະ ຊົ່ວຮ້າຍ.16ຈົ່ງຍຶດຫມັ້ນໃນຖ້ອຍຄຳ ແຫ່ງຊີວິດ ເພື່ອວ່າຂ້າພະເຈົ້າຈະມີເຫດໃຫ້ອວດອ້າງໄດ້ ໃນວັນແຫ່ງພຣະເຢຊູຄຣິດເຈົ້າ. ເມື່ອນັ້ນຂ້າພະເຈົ້າຈະຮູ້ວ່າ ຂ້າພະເຈົ້າບໍ່ໄດ້ບາກບັ່ນ ແລະ ເຮັດງານຫນັກຢ່າງໄຮ້ປະໂຫຍດ.17ແຕ່ເຖິງແມ່ນວ່າ ຂ້າພະເຈົ້າ ຈະຕ້ອງສະຫລະຊີວິດຖວາຍເປັນເຄື່ອງບູຊາ ເທິງແທ່ນບູຊາ ແລະ ເປັນປະໂຫຍດຕໍ່ຄວາມເຊື່ອຂອງທ່ານທັງຫລາຍ, ຂ້າພະເຈົ້າກໍຍັງມີ ຄວາມຍິນດີ, ແລະ ຊົມຊື່ນຍິນດີຮ່ວມກັບພວກທ່ານທັງຫລາຍດ້ວຍ.18ໃນລັກສະນະຢ່າງດຽວກັນທ່ານກໍຄວນຈະຍິນດີ, ແລະ ຊື່ນຊົມຮ່ວມກັບຂ້າພະເຈົ້າດ້ວຍ.19ແຕ່ຂ້າພະເຈົ້າຫວັງໃຈໃນອົງພຣະເຢຊູຄຣິດເຈົ້າ ວ່າຈະສົ່ງຕີໂມທຽວ ໄປຫາທ່ານໂດຍໄວ ເພື່ອທີ່ຂ້າພະເຈົ້າຈະໄດ້ຮັບຄວາມໜູນໃຈ ເມື່ອໄດ້ຮັບຮູ້ສິ່ງທີ່ກ່ຽວກັບພວກທ່ານ.20ເພາະຂ້າພະເຈົ້າບໍ່ມີຜູ້ໃດ ທີ່ມີຄວາມຫ່ວງໄຍທ່ານທັງຫລາຍ ເຫມືອນຢ່າງຕີໂມທຽວ.21ສ່ວນຄົນອື່ນໆຫ່ວງແຕ່ຜົນປະໂຫຍດສ່ວນຕົວ ບໍ່ແມ່ນສິ່ງທີ່ກ່ຽວກັບພຣະເຢຊູຄຣິດເຈົ້າ22ແຕ່ທ່ານຮູ້ວ່າເຂົາເຫມາະສົມຢ່າງຍິ່ງ ເພາະເຂົາຮ່ວມງານກັບຂ້າພະເຈົ້າ ໃນຂ່າວປະເສີດ ເຫມືອນດັ່ງລູກທີ່ຄອຍປະຕິບັດຕໍ່ພໍ່ຂອງຕົນ23ດັ່ງນັ້ນ ຂ້າພະເຈົ້າຫວັງໃຈວ່າ ຈະສົ່ງເຂົາມາຫາທ່ານໂດຍໄວທັນທີ ທີ່ຂ້າພະເຈົ້າຮູ້ວ່າເກີດຫຍັງຂຶ້ນກັບຂ້າພະເຈົ້າ.24ແຕ່ຂ້າພະເຈົ້າຫມັ້ນໃຈໃນ ອົງພຣະຜູ້ເປັນເຈົ້າ ວ່າຂ້າພະເຈົ້າເອງຈະໄດ້ມາຫາພວກທ່ານໃນໄວໆນີ້ເໝືອນກັນ.25ແຕ່ຂ້າພຣະເຈົ້າ ຄິດເຫັນວ່າມີຄວາມຈຳເປັນຕ້ອງສົ່ງເອປາໂຟດີໂຕ ກັບໄປຫາພວກທ່ານ. ເຂົາເປັນເຫມືອນນ້ອງຊາຍ ແລະ ເພື່ອນຮ່ວມງານ ແລະ ເປັນເພື່ອນທະຫານຂອງຂ້າພະເຈົ້າ, ແລະ ຍັງເປັນຕົວແທນຂອງທ່ານ ແລະ ຜູ້ຮັບໃຊ້ທີ່ຄອຍ ຊ່ວຍເຫລືອໃນຄວາມຈຳເປັນຂອງຂ້າພະເຈົ້າ.26ເພາະວ່າເພິ່ນກັງວົນໃຈ ແລະ ປາຖະຫນາທີ່ຈະຢູ່ກັບທ່ານທັງຫລາຍເພາະພວກທ່ານທັງຫລາຍເປັນທຸກໃຈ ເນື່ອງ ຈາກພວກທ່ານໄດ້ຮັບຂ່າວວ່າເພິ່ນບໍ່ສະບາຍ.27ເພິ່ນປ່ວຍຫນັກເກືອບຕາຍແຕ່ພຣະເຈົ້າໄດ້ຊົງໂຜດເມດຕາແກ່ເພິ່ນ, ແລະ ບໍ່ພຽງແຕ່ແກ່ເພິ່ນຜູ້ດຽວເທົ່ານັ້ນ, ແຕ່ແກ່ຂ້າພະເຈົ້າດ້ວຍເພື່ອວ່າຂ້າພະເຈົ້າຈະບໍ່ມີຄວາມທຸກຫນັກໄປກວ່ານີ້.28ເພາະສະນັ້ນຂ້າພະເຈົ້າຈຶ່ງປາຖະຫນາທີ່ຈະສົ່ງເຂົາໄປຫາພວກທ່ານໂດຍໄວຍິ່ງຂື້ນ, ເພື່ອວ່າພວກທ່ານເຫັນເພິ່ນກັບຄືນ ທ່ານຈະຍິນດີ ແລະ ຂ້າພະເຈົ້າກໍຈະຫາຍກັງວົນ.29ຈົ່ງຕ້ອນຮັບເອປາໂຟດີໂຕໄວ້ໃນອົງພຣະຜູ້ເປັນເຈົ້າ ດ້ວຍຄວາມຊົມຊື່ນຍິນດີ ຈົ່ງໃຫ້ກຽດແກ່ຄົນດັ່ງເພິ່ນ,30ເພາະເພື່ອງານຂອງພຣະເຢຊູຄຣິດເຈົ້າ ເພິ່ນເກືອບຈະສູນເສຍຊີວິດ ເພາະເພິ່ນໄດ້ສ່ຽງຊີວິດຂອງເພິ່ນເພື່ອ ບົວລະບັດຮັບໃຊ້ ຂ້າພະເຈົ້າ ແລະ ເຮັດແທນໃນສິ່ງທີ່ທ່ານບໍ່ອາດເຮັດໃຫ້ຂ້າພະເຈົ້າໄດ້.
1ສຸດທ້າຍນີ້, ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ. ສຳລັບຂ້າພະເຈົ້າແລ້ວການຂຽນຂໍ້ຄວາມຢ່າງດຽວກັນນີ້ ເຖິງທ່ານອີກຄັ້ງຫນຶ່ງບໍ່ແມ່ນເລື່ອງທີ່ລຳບາກ. ສິ່ງນີ້ອາດຈະເຮັດໃຫ້ທ່ານທັງຫລາຍປອດໄພ.2ລະວັງພວກຫມາ, ຈົ່ງລະວັງພວກທີ່ເຮັດຊົ່ວຮ້າຍ, ຈົ່ງລະວັງພວກຖືການປາດເນື້ອເຖືອຫນັງ.3ເພາະວ່າທ່ານທັງຫລາຍເປັນຜູ້ທີ່ຖືພິທີຕັດ ເປັນຜູ້ທີ່ນະມັດສະການ ດ້ວຍພຣະວິນຍານຂອງພຣະເຈົ້າ. ເປັນຜູ້ທີ່ອວດອ້າງໃນພຣະເຢຊູຄຣິດເຈົ້າ ແລະ ເປັນຜູ້ທີ່ບໍ່ໄວ້ໃຈໃນຝ່າຍເນື້້ອຫນັງ.4ເຖິງຢ່າງນັ້ນ, ຕົວຂ້າພະເຈົ້າເອງອາດມີເຫດໃຫ້ໄວ້ໃຈໃນເນື້້ອຫນັງກໍຕາມ. ຖ້າ ຜູ້ໃດຄິດວ່າຕົນເອງໄວ້ໃຈໃນເນື້້ອຫນັງນັ້ນ. ຂ້າພະເຈົ້າກໍມີຫລາຍກວ່າເຂົາອີກ.5ຂ້າພະເຈົ້າເຂົ້າສູ່ພິທີຕັດ ເມື່ອເກີດມາໄດ້ແປດວັນ, ເປັນຄົນອິດສະຣາເອນ ໃນເຜົ່າເບັນຢາມິນ, ເປັນຄົນເຮັບເຣີ ທີ່ເກີດຈາກຊາວເຮັບເຣີ; ໃນດ້ານກົດບັນຍັດ, ກໍຢູ່ໃນຄະນະຟາຣີຊາຍ.6ເມື່ອໃຈຮ້ອນຮົນ, ຂ້າພະເຈົ້າກໍໄດ້ຂົ່ມເຫັງຄຣິສຕະຈັກ; ໃນດ້ານຄວາມຊອບທຳ ຊຶ່ງມີຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າ ບໍ່ໄດ້ມີທີ່ຕິຕຽນໄດ້.7ແຕ່ ທີ່ເປັນປະໂຫຍດ ແກ່ຂ້າພະເຈົ້າ, ຂ້າພະເຈົ້າໄດ້ພິຈາລະນາຖືສິ່ງເຫລົ່ານັ້ນວ່າເປັນອັນໄຮ້ປະໂຫຍດ ເພາະເຫັນແກ່ພຣະເຢຊູຄຣິດເຈົ້າ.8ທີ່ຈິງແລ້ວ, ຂ້າພະເຈົ້າຖືວ່າ ທຸກສິ່ງເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າອັນສູງກວ່ານັ້ນຄື ການຮູ້ຈັກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. ເພື່ອພຣະອົງນັ້ນ ຂ້າພະເຈົ້າຍອມສະຫລະທຸກສິ່ງ. ແລະ ຂ້າພະເຈົ້າຖືວ່າສິ່ງ ເຫຼົ່ານັ້ນ ເປັນເໝືອນຂີ້ເຫຍື້ອເພື່ອວ່າຂ້າພະເຈົ້າ ຈະໄດ້ອົງພຣະເຢຊູຄຣິດເຈົ້າມາເປັນ ປະໂຫຍດ.9ແລະ ຈະໄດ້ເຫັນວ່າຂ້າພະເຈົ້າຢູ່ໃນພຣະອົງ. ຂ້າພະເຈົ້າບໍ່ມີຄວາມຊອບທຳຂອງຂ້າພະເຈົ້າເອງ ຊຶ່ງໄດ້ມາໂດຍກົດບັນຍັດ. ແຕ່ ຂ້າພະເຈົ້າມີຄວາມຊອບທຳມາໂດຍຄວາມເຊື່ອ ໃນພຣະເຢຊູຄຣິດເຈົ້າ, ຄືຄວາມຊອບທຳທີ່ມາຈາກພຣະເຈົ້າ ຊຶ່ງອາໄສຄວາມເຊື່ອ.10ເຫດສະນັ້ນ, ບັດນີ້ຂ້າພະເຈົ້າ ຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະ ຣິດອຳນາດແຫ່ງການຟື້ນຄືນພຣະຊົນຂອງພຣະອົງ ແລະ ມີສ່ວນຮ່ວມໃນການທົນທຸກຂອງພຣະອົງດ້ວຍ. ຂ້າພະເຈົ້າປາຖະຫນາຈະໄດ້ຮັບການປ່ຽນແປງ ໃຫ້ເປັນເຫມືອນພຣະອົງໃນການຕາຍຂອງພຣະອົງ,11ເພື່ອທີ່ວ່າຂ້າພະເຈົ້າ ຈະໄດ້ປະສົົບການໃນການເປັນຄືນມາຈາກຄວາມຕາຍດ້ວຍ.12ບໍ່ແມ່ນວ່າ ຂ້າພະເຈົ້າໄດ້ຮັບສິ່ງເຫລົ່ານີ້ແລ້ວ, ຫລື ຂ້າພະເຈົ້າດີພ້ອມແລ້ວ. ແຕ່ຂ້າພະເຈົ້າກຳລັງບາກບັ່ນມຸ່ງໜ້າໄປເພື່ອ ທີ່ຈະໄດ້ຮັບເອົາເຫມືອນດັ່ງພຣະເຢຊູຄຣິດເຈົ້າ ທີ່ພຣະອົງໄດ້ຊົງຮັບຂ້າພະເຈົ້າໄວ້ແລ້ວ.13ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າບໍ່ຄິດວ່າ ຂ້າພະເຈົ້າໄດ້ຮັບແລ້ວ. ແຕ່ກຳລັງເຮັດສິ່ງຫນຶ່ງ: ຄືຂ້າພະເຈົ້າລືມສິ່ງທີ່ຜ່ານມາແລ້ວເສຍ ແລະ ໂນ້ມຕົວໄປຫາສິ່ງທີ່ຢູ່ເບື້ອງໜ້າ.14ຂ້າພະເຈົ້າບາກບັ່ນມຸ່ງໄປ ສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນ ຄືການຊົງເອີ້ນຈາກພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ.15ພວກເຮົາທີ່ເປັນຜູ້ໃຫຍ່ ແລ້ວຝ່າຍຄວາມເຊື່ອ, ໃຫ້ຄິດຢ່າງດຽວກັນນີ້; ແລະ ຖ້າທ່ານຄິດເຫັນເປັນຢ່າງອື່ນໃນເລື່ອງໃດ, ພຣະເຈົ້າກໍຈະຊົງໂພດສຳແດງສິ່ງເຫລົ່ານັ້ນໃຫ້ທ່ານເຫັນດ້ວຍ.16ຢ່າງໃດກໍຕາມ, ເມື່ອພວກເຮົາເຖິງຂັ້ນໃດແລ້ວ, ກໍໃຫ້ພວກເຮົາດຳເນີນຕາມນັ້ນຕໍ່ໄປ.17ພີ່ນ້ອງທັງຫລາຍເອີຍ, ຈົ່ງປະຕິບັດຕາມແບບຢ່າງຂ້າພະເຈົ້າ ແລະ ເຝົ້າເບິ່ງຄົນທັງຫລາຍເຫລົ່ານັ້ນທີ່ເດີນຕາມແບບຢ່າງທີ່ທ່ານເຫັນໃນພວກເຮົາ.18ຊຶ່ງຂ້າພະເຈົ້າໄດ້ບອກທ່ານເຖິງເລື່ອງນີ້ຫລາຍຄັ້ງແລ້ວ ແລະ ບັດນີ້ຂ້າພະເຈົ້າກໍຂໍບອກດ້ວຍນໍ້າຕາໄຫລວ່າ ມີຫລາຍຄົນທີ່ປະພຶດຕົວ ເປັນສັດຕູຕໍ່ໄມ້ກາງແຂນຂອງພຣະເຢຊູຄຣິດເຈົ້າ.19ເພາະພະເຈົ້າຂອງພວກເຂົາ ແມ່ນທ້ອງຂອງພວກເຂົາເອງ, ພວກເຂົາອວດອ້າງ ໃນສິ່ງທີ່ໜ້າອັບອາຍຂອງພວກເຂົາ. ພວກເຂົາຄິດຖຶງແຕ່ສິ່ງຂອງຝ່າຍໂລກ.20ແຕ່ເຮົາທີ່ເປັນພົນລະເມືອງແຫ່ງສະຫວັນ, ທີ່ເຮົາຄອງຄອຍພຣະຜູ້ຊ່ວຍໃຫ້ພົ້ນ ຄືອົງພຣະເຢຊູຄຣິດເຈົ້າ.21ພຣະອົງ ຈະຊົງປ່ຽນຮ່າງກາຍອັນຕໍ່າຕ້ອຍຂອງເຮົາ ໃຫ້ ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ, ດ້ວຍຣິດທານຸພາບຂອງພຣະອົງ ທີ່ຈະຊົງສາມາດ ປາບສັບພະທຸກສິ່ງໃຫ້ລົງຢູ່ໃຕ້ ອຳນາດຂອງພຣະອົງ.
1ເຫດສະນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ ຜູ້ຊຶ່ງຂ້າພະເຈົ້າປາຖະໜາຢາກພົບພວກທ່ານຜູ້ເປັນຄວາມຊື່ນຊົມຍິນດີ ແລະ ເປັນມົງກຸດຂອງຂ້າພະເຈົ້າ, ຈົ່ງຕັ້ງຫມັ້ນຢູ່ໃນອົງພຣະຜູ້ເປັນເຈົ້າ.2ຂ້າພະເຈົ້າຂໍຮ້ອງນາງຢູໂອເດຍ, ແລະ ນາງຊີນຕີເຂ, ໃຫ້ມີຄວາມຄິດຖືກຕ້ອງປອງດອງກັນ ໃນອົງພຣະຜູ້ເປັນເຈົ້າ. 3ຄວາມຈິງແລ້ວຂ້າພະເຈົ້າຂໍຮ້ອງ ພວກທ່ານເຊັ່ນກັນຜູ້ເປັນເພື່ອນຮ່ວມງານທີ່ແທ້ຈິງ ຂອງຂ້າພະເຈົ້າໂຜດຊ່ວຍເຫລືອຜູ້ຍິງເຫລົ່ານີ້. ເພາະພວກເຂົາໄດ້ເຮັດວຽກຢ່າງຫນັກຫນ່ວງ ກັບຂ້າພະເຈົ້າໃນການປະກາດຂ່າວປະເສີດພ້ອມກັບ ກະເລເມ ແລະ ເພື່ອນຮ່ວມງານຄົນອື່ນໆຂອງຂ້າພະເຈົ້າດ້ວຍ, ຊຶ່ງມີລາຍຊື່ຢູ່ໃນທະບຽນແຫ່ງຊີວິດ4ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າຕະຫລອດເວລາ. ຂ້າພະເຈົ້າຂໍຢໍ້າອີກວ່າຈົ່ງ ຊົມຊື່ນຍິນດີເທີ້ນ.5ຈົ່ງໃຫ້ໃຈອ່ອນສຸພາບຂອງທ່ານທັງຫລາຍປາກົດແກ່ຜູ້ຄົນທັງປວງອົງພຣະຜູ້ເປັນເຈົ້າຊົງຢູ່ໃກ້ແລ້ວ.6ຢ່າທຸກຮ້ອນໃຈໃນສິ່ງໃດເລີຍແຕ່ຈົ່ງທູນເລື່ອງທຸກສິ່ງດ້ວຍການພາວັນນາອະທິຖານ ແລະ ດ້ວຍການອ້ອນວອນຂໍ, ດ້ວຍການຂອບພຣະຄຸນໃຫ້ພຣະເຈົ້າຊົງຊາບການຮ້ອງຂໍຂອງພວກທ່ານ.7ແລ້ວສັນຕິສຸກຂອງພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈທັງຫມົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກທ່ານທັງຫລາຍໄວ້ໃນພຣະເຢຊູຄຣິດເຈົ້າ.8ສຸດທ້າຍນີ້ພີ່ນ້ອງ ທັງຫລາຍເອີຍ ສິ່ງໃດທີ່ເປັນຈິງ ສິ່ງໃດທີ່ໜ້ານັບຖື ສິ່ງໃດທີ່ ຍຸດຕິທຳສິ່ງໃດທີ່ບໍຣິສຸດ ສິ່ງໃດທີ່ໜ້າຮັກ ສິ່ງໃດທີ່ໜ້າຍິນດີ ສິ່ງໃດ ທີ່ລໍ້າເລີດ ແລະ ຖ້າມີ ສິ່ງໃດທີ່ຫນ້າສັນລະເສີນໃຫ້ຄິດເຖິງ ສິ່ງເຫລົ່ານັ້ນ.9ສິ່ງທີ່ພວກທ່ານໄດ້ຮຽນຮູ້ ໄດ້ຮັບ ໄດ້ຍິນ ແລະ ເຄີຍເຫັນໃນຂ້າພະເຈົ້າ ໃຫ້ເຮັດສິ່ງເຫລົ່ານີ້ແລ້ວ ພຣະເຈົ້າແຫ່ງສັນຕິສຸກຈະຊົງສະຖິດຢູ່ນຳທ່ານທັງຫລາຍ.10ຂ້າພະເຈົ້າຊື່ນຊົມຍິນດີ ໃນອົງພຣະຜູ້ເປັນເຈົ້າຢ່າງຍິ່ງ ເພາະໃນທີ່ສຸດພວກທ່ານໄດ້ລະນຶກເຖິງຂ້າພະເຈົ້າອີກໃນຕອນນີ້ ເມື່ອກ່ອນພວກທ່ານເຄີຍເປັນຫ່ວງຂ້າພະເຈົ້າຢ່າງຈິງຈັງ ແຕ່ກໍຍັງບໍ່ໄດ້ມີໂອກາດທີ່ຈະໃຫ້ພວກທ່ານຊ່ວຍຂ້າພະເຈົ້າ11ຂ້າພະເຈົ້າບໍ່ໄດ້ຮຽກຮ້ອງເພື່ອຄວາມຕ້ອງການຂອງຂ້າພະເຈົ້າ ເພາະຂ້າພະເຈົ້າຮຽນຮູ້ທີ່ຈະພໍໃຈຢູ່ໃນທຸກສະຖານະການ.12ຂ້າພະເຈົ້າຮຽນຮູ້ທີ່ຈະຢູ່ຢ່າງຂັດສົນ ຫລື ຢູ່ຢ່າງອຸດົມສົມບູນໃນທຸກທາງ ແລະ ໃນທຸກສິ່ງຂ້າພະເຈົ້າຮຽນຮູ້ເຖິງ ຄວາມລັບໃນເມື່ອຍາມອີ່ມທ້ອງ ແລະ ເມື່ອຍາມອຶດຢາກ ທັງເມື່ອຍາມມີຢ່າງຫລວງຫລາຍ ແລະ ເມື່ອຍາມຂັດສົນ.13ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍ ພຣະອົງຜູ້ຊົງເສີມກຳລັງຂ້າພະເຈົ້າ.14ຢ່າງໃດກໍຕາມພວກທ່ານໄດ້ມີສ່ວນຮ່ວມໃນຄວາມທຸກລຳບາກທັງຫລາຍຂອງຂ້າພະເຈົ້າ.15ພີ່ນ້ອງຊາວຟີລິບປອຍເອີຍ, ທ່ານຮູ້ວ່າ ເມື່ອເລີ້ມຕົ້ນ ໃນການປະກາດຂ່າວປະເສີດເມື່ອຂ້າພະເຈົ້າໄດ້ອອກຈາກແຂວງມາເກໂດເນຍໄປນັ້ນ ບໍ່ມີໃຜສະຫນັບສະຫນູນຂ້າພະເຈົ້າ ທັງໃນການໃຫ້ຂອງບໍລິຈາກ ແລະ ການຮັບຂອງບໍລິຈາກເລີຍນອກຈາກພວກທ່ານເທົ່ານັ້ນ.16ເມື່ອຕອນທີ່ຂ້າພະເຈົ້າຢູ່ໃນເມືອງເທສະໂລນິກ ພວກທ່ານກໍໄດ້ ສົ່ງສິ່ງທີ່ຂ້າພະເຈົ້າຂາດຢູ່ ມາຊ່ວຍຂ້າພະເຈົ້າຫລາຍຄັ້ງ.17ຂ້າພະເຈົ້າບໍ່ໄດ້ຫວັງໃນຂອງບໍລິຈາກ ແຕ່ຂ້າພະເຈົ້າຢາກເຫັນຜົນເພີ່ມຂຶ້ນໃນບັນຊີຂອງພວກທ່ານ18ຂ້າພະເຈົ້າໄດ້ຮັບທຸກຢ່າງແລ້ວ ແລະ ຂ້າພະເຈົ້າມີຢ່າງຫລວງຫລາຍ ຂ້າພະເຈົ້າອີ່ມ ເຕັມແລ້ວ ຂ້າພະເຈົ້າໄດ້ຮັບສິ່ງຂອງທີ່ພວກທ່ານໄດ້ຝາກເອປາໂຟດີໂຕ ຊຶ່ງເປັນກິ່ນຫອມຫວານ ແລະ ເປັນເຄື່ອງບູຊາ ຊື່ງເປັນທີ່ພໍພຣະໄທພຣະເຈົ້າ.19ແລ້ວພຣະເຈົ້າຈະຊົງໂຜດເພີ່ມເຕີມທຸກສິ່ງສາລະພັດ ທີ່ພວກທ່ານຂາດ ຢູ່ນັ້ນຈາກຊັບອັນຮຸ່ງເຮືອງ ຂອງພຣະອົງໃນພຣະເຢຊູຄຣິດເຈົ້າ.20ຂໍໃຫ້ພຣະເຈົ້າພຣະບິດາຂອງເຮົາໄດ້ຮັບພຣະກຽດສືບໆໄປເປັນນິດ ອາແມນ.21ຂໍຝາກຄວາມຄິດເຖິງທັກທາຍມາຍັງຜູ້ທີ່ເຊື່ອໃນອົງພຣະເຢຊູຄຣິດເຈົ້າ ພີ່ນ້ອງທັງຫລາຍ ທີ່ຢູ່ກັບຂ້າພະເຈົ້າກໍສົ່ງຄວາມຄິດເຖິງມາຫາພວກທ່ານດ້ວຍ.22ບັນດາຜູ້ເຊື່ອທັງຫລາຍທີ່ນີ້ ຝາກທັກທາຍທ່ານທັງຫລາຍ ໂດຍສະເພາະຄົນ ທີ່ຢູ່ໃນພະຣາຊະວັງຂອງຈັກກະພັດຊີຊາ.23ຂໍພຣະຄຸນ ຂອງອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບ ຈິດວິນຍານຂອງພວກທ່ານ.
1ໂປໂລ, ຜູ້ທີ່ເປັນອັກຄະສາວົກ ຂອງພຣະເຢຊູຄຣິດເຈົ້າຕາມນ້ຳພຣະໄທຂອງພຣະເຈົ້າ, ແລະ ຕີໂມທຽວນ້ອງຊາຍຂອງເຮົາ.2ຮຽນບັນດາຜູ້ທີ່ເຊື່ອ ແລະ ພິນ້ອງທີ່ຊື່ສັດໃນພຣະເຢຊູຄຣິດເຈົ້າທີ່ຢູ່ໃນເມືອງໂກໂລຊາຍ. ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າ ພຣະບິດາຂອງເຮົາຢູ່ກັບທ່ານທັງຫລາຍເທີ້ນ.3ເຮົາຂອບພຣະຄຸນພຣະເຈົ້າ, ຜູ້ຊົງເປັນພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາສະເໝີ ແລະ ເຮົາອະທິຖານເພື່ອທ່ານທັງຫຼາຍຢູ່ສະເໝີ.4ເພາະເຮົາໄດ້ຍິນເຖິງຄວາມເຊື່ອຂອງທ່ານໃນພຣະເຢຊູຄຣິດເຈົ້າ ແລະ ເລື່ອງຄວາມຮັກຊື່ງທ່ານມີຕໍ່ບັນດາຜູ້ບໍລິສຸດຂອງພວກເຈົ້າ.5ເຫດທີ່ທ່ານມີຄວາມຮັກນີ້ເປັນເພາະຄວາມຫມັ້ນໃຈໃນຄວາມຫວັງທີ່ໄດ້ຖືກເກັບຮັກສາໄວ້ເພື່ອທ່ານໃນສະຫວັນ. ຊຶ່ງເມື່ອກ່ອນທ່ານເຄີຍໄດ້ຍິນເລື່ອງຄວາມຫມັ້ນໃຈໃນຄວາມຫວັງນີ້ມາແລ້ວໃນຄຳແຫ່ງຄວາມຈິງ, ຄືຂ່າວປະເສີດ6ແລະ ໄດ້ມາເຖິງທ່ານ. ຂ່າວປະເສີດນີ້ກຳລັງເກີດຜົນ ແລະ ເຕີບໂຕໄປທົ່ວທັ້ງໂລກເຊັ່ນດຽວກັບທີ່ກຳລັງເກີດຜົນໃນທ່າມກາງ ພວກທ່ານທັງຫລາຍດ້ວຍ ຕັ້ງແຕ່ວັນທີ່ພວກທ່ານໄດ້ຍິນ ແລະໄດ້ຮຽນຮູ້ກຽ່ວກັບພຣະຄຸນຂອງພຣະເຈົ້າຕາມຄວາມຈິງນັ້ນ.7ນີ້ຄືຂ່າວປະເສີດດັ່ງທີ່ທ່ານໄດ້ຮຽນຮູ້ ຈາກເອປາຟຣັດ, ຊຶ່ງເປັນເພື່ອນຮ່ວມງານທີ່ ຮັກຂອງເຮົາ, ເຂົາເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຢຊູຄຣິດເຈົ້າທີ່ຮັບໃຊ້ທ່ານແທນເຮົາ8ເອປາຟຣັດ ໄດ້ເລົ່າໃຫ້ເຮົາຟັງເຖິງຄວາມຮັກທີ່ທ່ານມີໃນພຣະວິນຍານດ້ວຍ.9ເປັນເພາະຄວາມຮັກນີ້, ນັບຕັ້ງແຕ່ມື້ທີ່ເຮົາໄດ້ຍິນເລື່ອງນີ້ເຮົາກໍບໍ່ໄດ້ຢຸດໃນການພາວັນນາອະທິຖານເພື່ອທ່ານທັງຫລາຍ. ເຮົາໄດ້ທູນຂໍໃຫ້ທ່ານເຕັມລົ້ນດ້ວຍຄວາມຮອບຮູ້ ເຖິງນໍ້າພຣະໄທຂອງພຣະອົງໃນພຣະປັນຍາທັງຫມົດ ແລະ ໃນຄວາມເຂົ້າໃຈ ຝ່າຍວິນຍານ.10ພວກເຮົາພາວັນນາອະທິຖານເພື່ອທ່ານຈະມີຊີວິດຕາມທີ່ສົມຄວນໃນອົງພຣະຜູ້ເປັນເຈົ້າໃນວິທີທາງອັນເປັນທີ່ພໍພຣະໄທຂອງພຣະເຈົ້າ. ເຮົາອະທິຖານທີ່ທ່ານຈະເກີດຜົນໃນການດີທຸກຢ່າງ ແລະ ເພື່ອທ່ານຈະເຕີບໂຕຂຶ້ນໃນຄວາມຮອບຮູ້ຂອງພຣະເຈົ້າ.11ເຮົາອະທິຖານຂໍໃຫ້ທ່ານມີ ກຳລັງຫລາຍຂຶ້ນທີ່ມີຄວາມຂະຫຍັນພາກພຽນ ແລະ ມືຄວາມອົດທົນໃນທຸກຢ່າງ ໃນຄວາມຂະຫຍັນພາກພຽນ ແລະ ຄວາມອົດທົນທຸກຢ່າງຕາມລິດທານຸພາບແຫ່ງພຣະສິຣິຂອງພຣະອົງ.12ເຮົາອະທິຖານຂໍໃຫ້ທ່ານມີຄວາມຊື່ນຊົມຍິນດີ ໃນການຂອບພຣະຄຸນ ພຣະບິດາເຈົ້າ, ຜູ້ຊົງໃຫ້ທ່ານທັງຫລາຍ ໄດ້ມີສ່ວນຮ່ວມໄດ້ຮັບມໍຣະດົກດ້ວຍກັນກັບ ພວກໄພ່ພົນທັງຫລາຍທີ່ຢູ່ໃນຄວາມສະຫວ່າງ.13ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກອຳນາດຄອບຄອງຂອງຄວາມມືດ ແລະ ໄດ້ຍ້າຍເຮົາມາສູ່ຣາຊາອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ,14ໃນພຣະບຸດນັ້ນເຮົາ ຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ແລະ ການຊົງຍົກໂທດບາບທັງຫລາຍ.15ພຣະບຸດຊົງເປັນພາບລັກສະນະຂອງພຣະເຈົ້າ ຜູ້ຊຶ່ງເບິ່ງບໍ່ເຫັນໄດ້ດ້ວຍຕາ. ພຣະອົງຊົງເປັນບຸດຫົວປີຂອງທຸກສິ່ງທີ່ພຣະເຈົ້າສ້າງ.16ເພາະວ່າທຸກສິ່ງໄດ້ຖືກສ້າງ ຂຶ້ນມາໂດຍພຣະອົງ, ບໍ່ວ່າເປັນສິ່ງທີ່ຢູ່ໃນສະຫວັນ ແລະ ສິ່ງທີ່ຢູ່ເທິງແຜ່ນດິນໂລກ, ທັງສິ່ງທີ່ເບິ່ງເຫັນດ້ວຍຕາ ແລະ ບໍ່ວ່າສິ່ງທີ່ບໍ່ສາມາດເຫັນໄດ້ດ້ວຍຕາ. ບໍ່ວ່າຈະເປັນ ພຣະທີ່ນັ່ງ ຫລື ອານຸພາບ ຫລື ບັນດາຜູ້ຄອບຄອງ ແລະ ບັນດາຜູ້ມີສິດອຳນາດທັງຫມົດນີ້ ຕ່າງຖືກສ້າງໂດຍທາງພຣະອົງ ແລະ ສຳລັບພຣະອົງ.17ພຣະອົງຊົງເປັນຢູ່ກ່ອນສິ່ງທັງປວງ ແລະ ສິ່ງທັງປວງກໍດຳລົງຢູ່ດ້ວຍກັນໄດ້ໃນພຣະອົງ.18ແລະ ພຣະອົງຊົງເປັນຫົວຂອງຮ່າງກາຍ, ຄືຄຣິສຕະຈັກ. ພຣະອົງຊົງເປັນຜູ້ຕັ້ງຕົ້ນ ແລະ ເປັນລູກກົກຈາກທ່າມກາງພວກຄົນຕາຍ, ດັ່ງນັ້ນພຣະອົງ ຈິ່ງໄດ້ເປັນ ເອກໃນສັບພະສິ່ງທັງປວງ.19ເພາະວ່າ ພຣະເຈົ້າຊົງພໍພຣະໄທທີ່ຈະໃຫ້ຄວາມບໍລິບູນທັງສີ້ນ ຂອງພຣະອົງສະຖິດຢູ່ໃນພຣະອົງ.20ແລະ ໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງເອງ ໂດຍຜ່ານທາງພຣະບຸດພຣະເຈົ້າ ໄດ້ເຮັດໃຫ້ມີສັນຕິສຸກ ຜ່ານທາງພຣະໂລຫິດ ແຫ່ງໄມ້ກາງແຂນຂອງພຣະອົງ. ພຣະອົງເຮັດໃຫ້ທຸກສິ່ງໄດ້ກັບຄືນດີກັບພຣະອົງບໍ່ວ່າຈະເປັນສິ່ງທັງຫລາຍທີ່ຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ.21ແລະ ພວກທ່ານກໍເຊັ່ນກັນ, ຄັ້ງຫນຶ່ງທ່ານເຄີຍເປັນຄົນແປກຫນ້າຕໍ່ພຣະເຈົ້າ ແລະ ເປັນສັດຕູ ຕໍ່ພຣະເຈົ້າໃນທາງດ້ານຄວາມຄິດ ແລະ ໃນການຊົ່ວຮ້າຍຕ່າງໆ.22ແຕ່ບັດນີ້ ພຣະອົງໄດ້ໃຫ້ຄືນດີກັບພຣະອົງຜ່ານທາງຄວາມຕາຍ ແຫ່ງພຣະກາຍ ຄື ເນື້ອຫນັງຂອງພຣະອົງພຣະເຈົ້າໄດ້ຊົງເຮັດຢ່າງນີ້ເພື່ອຈະໄດ້ຖວາຍທ່ານ ໃຫ້ເປັນຜູ້ບໍຣິສຸດ ແລະ ບໍ່ມີທີ່ຕິຕຽນຢູ່ຊ້ອງຫນ້າພຣະອົງ,23ຖ້າທ່ານຍັງຕັ້ງຫມັ້ນຢູ່ຕໍ່ໄປໃນຄວາມເຊື່ອ ແລະ ບໍ່ຍົກຍ້າຍໄປຈາກຄວາມຫມັ້ນໃຈໃນຄວາມຫວັງໃຈ ແຫ່ງຂ່າວປະເສີດຊຶ່ງທ່ານເຄີຍໄດ້ຍິນມາແລ້ວນັ້ນ. ນີ້ຄືຂ່າວປະເສີດທີ່ໄດ້ປະກາດແກ່ທຸກຄົນທີ່ພຣະເຈົ້າສ້າງ ໃຫ້ຢູ່ໃຕ້ຟ້າ. ນີ້ຄືຂ່າວປະເສີດ, ທີ່ຂ້າພະເຈົ້າໂປໂລ, ໄດ້ກາຍເປັນຜູ້ຮັບໃຊ້.24ບັດນີ້ ຂ້າພະເຈົ້າຊື່ນຊົມຍິນດີໃນການທົນທຸກຂອງຂ້າພະເຈົ້າ ເພື່ອພວກທ່ານ, ແລະ ຂ້າພະເຈົ້າກໍເຕີມໃຫ້ເຕັມໃນເນື້ອຫນັງຂອງຂ້າພະເຈົ້າໃນການທົນທຸກຂອງພຣະເຢຊູຄຣິດເຈົ້າທີ່ຍັງຂາດຢູ່ນັ້ນ ເພື່ອເຫັນແກ່ພຣະກາຍ, ກໍຄືຄຣິສຕະຈັກ.25ຂ້າພະເຈົ້າໄດ້ ມາເປັນຜູ້ຮັບໃຊ້ຂອງຄຣິສຕະຈັກນີ້ ຕາມຄວາມຮັບຜິດຊອບທີ່ພຣະເຈົ້າໄດ້ຊົງມອບຫມາຍໃຫ້ຂ້າພະເຈົ້າເພື່ອທ່ານ, ຈະໄດ້ກ່າວພຣະຄຳຂອງພຣະເຈົ້າຢ່າງ ຄົບຖ້ວນ.26ນິ້ເປັນຂໍ້ຄວາມອັນເລິກລັບທີ່ພຣະອົງໄດ້ເຊື່ອງຊ້ອນໄວ້ ຢູ່ຫລາຍຍຸກ ແລະ ຫລາຍຊົ່ວອາຍຸນັ້ນ. ແຕ່ບັດນີ້ໄດ້ຖືກເປີດເຜີຍໃຫ້ແກ່ຜູ້ທີ່ເຊື່ອໃນພຣະອົງ.27ພຣະເຈົ້າຊົງຕ້ອງການ ໃຫ້ພວກເຂົາໄດ້ ຮູ້ຈັກຄວາມຮັ່ງມີແຫ່ງສະຫງ່າຣາສີຂອງຄວາມຈິງ ທີ່ເລິກລັບນີ້ໃນທ່າມກາງຄົນຕ່າງຊາດ. ຄືການທີ່ພຣະເຢຊູຄຣິດເຈົ້າ ຊົງ ສະຖິດຢູ່ໃນທ່ານ, ອັນເປັນຄວາມຫມັ້ນໃຈແຫ່ງສະຫງ່າຣາສີໃນອານາຄົດ28ພຣະອົງນີ້ແຫຼະຄືຜູ້ທີ່ເຮົາປະກາດຢູ່. ໂດຍເຕືອນສະຕິທຸກຄົນ, ແລະ ສັ່ງສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ, ເພື່ອເຮົາຈະໄດ້ຖວາຍແກ່ທຸກຄົນໃຫ້ເປັນຜູ້ທີ່ສົມບູນໃນພຣະເຢຊູຄຣິດເຈົ້າ.29ເພື່ອເຫດນີ້ເອງຂ້າພະເຈົ້າຈຶ່ງທົນທຸກ ແລະ ສູ້ການຫນັກຫນ່ວງດ້ວຍພຣະກຳລັງຂອງພຣະອົງ ທີ່ຊົງທຳງານຢູ່ໃນຕົວຂ້າພະເຈົ້າ.
1ເພາະຂ້າພະເຈົ້າຢາກໃຫ້ ທ່ານຮູ້ວ່າຂ້າພະເຈົ້າພະຍາຍາມຕໍ່ສູ້ຫລາຍພຽງໃດເພື່ອພວກທ່ານທີ່ຢູ່ໃນ ເມືອງລາວດີເກອາ, ແລະ ຄົນອີກຫຼາຍຄົນທີ່ຍັງບໍ່ໄດ້ເຫັນໜ້າຂອງຂ້າພະເຈົ້າ.2ຂ້າພະເຈົ້າເຮັດວຽກເພື່ອພວກເຂົາ ຈະໄດ້ຮັບຄວາມຊູໃຈໂດຍການເຂົ້າຕິດສະໜິດດ້ວຍກັນ ໃນຄວາມຮັກ ແລະ ມີຄວາມເຂົ້າໃຈຢ່າງສົມບູນໃນຄວາມຮູ້ແຫ່ງຄວາມຈິງອັນລັບເລິກ ຂອງພຣະເຈົ້າ, ຊຶ່ງກໍຄືພຣະເຢຊູຄຣິດເຈົ້າ,3ໃນພຣະອົງ ຊຶ່ງຊັບສົມບັດແຫ່ງສະຕິປັນຍາ ແລະ ຄວາມຮູ້ທຸກຢ່າງໄດ້ຖືກບັງຊ້ອນໄວ້.4ຂ້າພະເຈົ້າກ່າວ ຢ່າງນີ້ກໍເພື່ອບໍ່ໃຫ້ຜູ້ໃດຫລອກລວງທ່ານ ດ້ວຍຄຳລໍ້ລວງອັນໜ້າຟັງ.5ເຖິງແມ່ນວ່າຕົວຂອງຂ້າພະເຈົ້າບໍ່ຢູ່ກັບທ່ານທັງຫລາຍ, ແຕ່ວິນຍານຂອງຂ້າພະເຈົ້າຍັງຢູ່ກັບທ່ານ. ຂ້າພະເຈົ້າມີຄວາມຊື່ນຊົມຍິນດີທີ່ໄດ້ເຫັນລະບຽບທີ່ດີຂອງພວກທ່ານ ແລະ ພະລັງແຫ່ງຄວາມເຊື່ອ ຂອງທ່ານໃນອົງພຣະເຢຊູຄຣິດເຈົ້າ.6ເມື່ອທ່ານໄດ້ຮັບເອົາອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າ, ແລ້ວດຳເນີນຊີວິດຢູ່ໃນພຣະອົງ.7ຈົ່ງຢັ່ງຮາກຫມັ້ນຄົງ ແລະ ກໍ່ຮ່າງສ້າງຂຶ້ນເທິງພຣະອົງ, ຈົ່ງຕັ້ງໝັ້ນຄົງ ຢູ່ໃນຄວາມເຊື່ອຕາມທີ່ທ່ານໄດ້ຮັບຄຳສັ່ງສອນມາ ແລະ ຈົ່ງເຕັມລົ້ນດ້ວຍການຂອບພຣະຄຸນ.8ຈົ່ງລະວັງຢ່າໃຫ້ຜູ້ໃດນຳພວກເຈົ້າຕົກໄປເປັນເຫຍື່ອຂອງສະຕິປັນຍາອັນ ຫລອກລວງ ແລະ ງົມງວຍຕາມປະເພນີຂອງມະນຸດ, ໃຫ້ຫລົງໄຫລໄປຕາມວິນຍານຕ່າງໆຂອງໂລກ ແລະ ທີ່ບໍ່ໄດ້ປຽ່ນໄປຕາມພຣະເຢຊູຄຣິດເຈົ້າ.9ເພາະວ່າ ສະພາບ ຂອງພຣະເຈົ້າກໍດຳລົງຢູ່ຢ່າງເຕັມບໍລິບູນພາຍໃນພຣະອົງ.10ພວກທ່ານເອງກໍຮັບຄວາມບໍລິບູນນັ້ນຢູ່ໃນພຣະອົງ. ພຣະອົງຊົງເປັນຫົວແຫ່ງຣິດອຳນາດ ແລະ ການຄອບຄອງທັງປວງ.11ໃນພຣະອົງນັ້ນ ທ່ານໄດ້ເຂົ້າຮັບພິທີຕັດແລ້ວ ບໍ່ແມ່ນທີ່ມະນຸດໄດ້ກະທຳໂດຍພິທີຕັດເນື້ອຫນັງເສຍ, ແຕ່ໃນການເຂົ້າພິທີຕັດແຫ່ງອົງພຣະເຢຊູຄຣິດເຈົ້າ.12ທ່ານໄດ້ຖືກຝັງໄວ້ ກັບພຣະອົງໃນພິທີບັບຕິສະມາແລ້ວ, ແລະ ໃນພະອົງນັ້ນທ່ານເປັນຄືນມາຈາກຕາຍໂດຍຄວາມເຊື່ອໃນຣິດເດດອຳນາດຂອງພຣະເຈົ້າ, ຜູ້ຊົງທຳໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ.13ເມື່ອກ່ອນນັ້ນທ່ານຕາຍແລ້ວດ້ວຍການລະເມີດທັງຫລາຍຂອງທ່ານ ແລະ ໃນເນື້ອຫນັງຂອງທ່ານທີ່ບໍ່ໄດ້ເຂົ້າຮັບພິທີຕັດ, ພຣະອົງໄດ້ຊົງໃຫ້ທ່ານມີຊີວິດ ຮ່ວມກັບ ພຣະອົງ ແລະ ຊົງໂຜດຍົກໂທດການລະເມີດທັງຫລາຍຂອງເຮົາ.14ພຣະອົງໄດ້ ຊົງລຶບລາຍການຫນີ້ທັງຊິ້ນ ແລະ ກົດລະບຽບຕ່າງໆ ທີ່ຕໍ່ຕ້ານເຮົາພຣະອົງຊົງເອົາທັງຫມົດນັ້ນໄປຕອກຕິດໄວ້ທີ່ໄມ້ກາງແຂນແລ້ວ.15ໂດຍໄມ້ກາງແຂນພຣະອົງປົດວິນຍານຄອບຄອງ ແລະ ວິນຍານຊົ່ວທັງຫລາຍເສຍ, ພຣະອົງໄດ້ຊົງປະຈານພວກເຂົາ, ແລະ ຊະນະພວກເຂົາໂດຍກາງແຂນຂອງພຣະອົງ.16ເຫດສະນັ້ນ, ຢ່າໃຫ້ຜູ້ໃດຕັດສິນທ່ານໃນເລື່ອງການກິນ ຫລື ການດື່ມ ຫລື ໃນເລື່ອງວັນສຳຄັນທາງສາສະໜາ ຫລື ວັນຕົ້ນເດືອນ, ຫລື ໃນເລື່ອງວັນຊະບາໂຕ.17ສິ່ງເຫຼົ່ານັ້ນເປັນພຽງແຕ່ເງົາຂອງສິ່ງທີ່ຈະມີມາເຖິງ, ແຕ່ແກ່ນແທ້ນັ້ນກໍຄືພຣະເຢຊູຄຣິດເຈົ້າ.18ຢ່າໃຫ້ພວກທີ່ຢາກຖ່ອມຕົວ ແລະ ນະມັດສະການເຫລົ່າທູດສະຫວັນມາຕັດສິນບຳເນັດລາງວັນຂອງທ່ານ. ຄົນແບບນັ້ນຫລົງໄຫລໃນສິ່ງທີ່ເຂົາເຫັນ ແລະ ອວດອ້າງຕົວຂຶ້ນຕາມຄວາມຄິດຂອງເນື້ອຫນັງຂອງເຂົາ.19ເຂົາບໍ່ໄດ້ຍຶດຫມັ້ນ ໃນສ່ວນທີ່ເປັນຫົວ, ຫົວນັ້ນເປັນເຫດໃຫ້ກາຍທັງຫມົດ ແລະ ທີ່ເຊື່ອມຕໍ່ກັນດ້ວຍຂໍ້ແລະ ເອັນຕ່າງໆໄດ້ຮັບການບຳລຸງລ້ຽງ; ຈຶ່ງໄດ້ຈະເລີນຂຶ້ນຕາມທີ່ພຣະເຈົ້າຊົງປະທານໃຫ້ນັ້ນ.20ຖ້າທາ່ນໄດ້ຕາຍກັບພຣະເຢຊູຄຣິດເຈົ້າ ແລະ ໄດ້ພົ້ນຈາກວິນຍານຕ່າງໆແຫ່ງໂລກນີ້ແລ້ວ, ເປັນຫຍັງທ່ານຈຶ່ງຍັງມີຊີວິດຢຶດຕິດກັບຝ່າຍໂລກ:21“ຢ່າເອົາມືຈັບ, ຢ່າຊີມ, ຢ່າແຕະຕ້ອງ”?22ສິ່ງເຫລົ່ານີ້ຖືກກຳນົດໃຫ້ວິບັດເມື່ອໃຊ້ມັນ, ຕາມຄຳແນະນຳ ຫລື ຄຳສັ່ງສອນຂອງມະນຸດ.23ກົດບັນຍັດເຫລົ່ານີ້ມີປັນຍາຕາມຄວາມເຊື່ອທີ່ສ້າງຂຶ້ນມາເອງ ແລະ ການຖ່ອມຕົວ ແລະ ການທໍລະມານຮ່າງກາຍ. ແຕ່ກໍບໍ່ມີປະໂຫຍດອັນໃດ ທີ່ຈະຕໍ່ສູ້ກັບຄວາມປາຖະຫນາຝ່າຍເນື້ອຫນັງ.
1ຖ້າພຣະເຈົ້າໄດ້ຊົງທຳໃຫ້ທ່ານເປັນຂຶ້ນມາດ້ວຍກັນກັບພຣະເຢຊູຄຣິດເຈົ້າແລ້ວ, ກໍ ຈົ່ງສະແຫວງຫາສິ່ງທີ່ຢູ່ເບື້ອງເທິງໃນທີ່ພຣະເຢຊູຄຣິດເຈົ້າຊົງປະທັບຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ.2ຈົ່ງເອົາໃຈໃສ່ສິ່ງທີ່ຢູ່ເບື້ອງເທິງ, ບໍ່ແມ່ນສິ່ງທີ່ຢູ່ແຜ່ນດິນໂລກນີ້.3ເພາະວ່າທ່ານໄດ້ຕາຍແລ້ວ, ແລະ ຊີວິດຂອງທ່ານກໍຖືກເຊື່ອງຊ້ອນໄວ້ກັບ ພຣະເຢຊູຄຣິດເຈົ້າໃນພຣະເຈົ້າ.4ເມື່ອພຣະເຢຊູຄຣິດເຈົ້າສະເດັດປາກົດ, ຜູ້ຊົງເປັນຊີວິດຂອງທ່ານ, ແລ້ວທ່ານກໍຈະໄດ້ມາປາກົດພ້ອມກັບພຣະອົງໃນສະຫງ່າຣາສີດ້ວຍ.5ພວກເຈົ້າຕ້ອງປະຫານຕັນຫາທີ່ເປັນຝ່າຍໂລກນີ້ເສຍອັນໄດ້ແກ່ການຜິດສິນທຳທາງເພດ, ການຊົ່ວຮ້າຍ, ຣາຄະຕັນຫາ, ຄວາມປາຖະໜາໃນທາງຊົ່ວຮ້າຍ ແລະ ຄວາມໂລບຊຶ່ງເປັນການຂາບໄຫວ້ຮູບເຄົາຣົບ.6ເພາະສິ່ງເຫຼົ່ານີ້ຄວາມໂກດຮ້າຍ ຂອງພຣະເຈົ້າຈະມາເຖິງຄົນທັງຫລາຍ ທີ່ບໍ່ເຊື່ອຟັງ.7ຄັ້ງຫນຶ່ງທ່ານເຄີຍປະພຶດສິ່ງເຫລົ່ານີ້ດ້ວຍ ເມື່ອຊິວິດຂອງທ່ານໄດ້ຖືກຄອບງຳຢູ່ກັບສິ່ງເຫລົ່ານີ້.8ແຕ່ບັດນີ້ ທ່ານຈົ່ງກຳຈັດສິ່ງເຫລົ່ານັ້ນທັງໝົດຖິ້ມເສຍຄື. ຄວາມຄຽດຮ້າຍ, ຄວາມຂັດເຄືອງໃຈ ແລະ ການຄິດປອງຮ້າຍ, ຄຳສຽດສີ ແລະ ຄຳຊົ່ວຊ້າລາມົກ ໃຫ້ຫມົດໄປຈາກປາກ ຂອງທ່ານ.9ຢ່າເວົ້າຕົວະຕໍ່ກັນ ແລະ ກັນ, ເພາະວ່າທ່ານໄດ້ຖອດຖິ້ມສະພາບມະນຸດເກົ່າ ແລະ ຄວາມປະພຶດແບບເກົ່ານັ້ນແລ້ວ.10ແລະ ທ່ານໄດ້ສວມສະພາບມະນຸດຄົນໃໝ່ ທີ່ກຳລັງສ້າງຂຶ້ນໃຫມ່ໃນຄວາມຮູ້ຕາມພຣະສັນຍາຂອງພຣະອົງຜູ້ຊົງສ້າງ.11ຈຶ່ງບໍ່ມີພວກກຣີກ ຫລື ພວກຢິວ, ບໍ່ເປັນຜູ້ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ພວກຄົນຕ່າງຊາດຫລື ຄົນສີວິໄລ, ບໍ່ເປັນທາດຮັບໃຊ້ ຫລື ປ່າເຖື່ອນອີກຕໍ່ໄປ ເພາະພຣະເຢຊູຄຣິດເຈົ້າຊົງ ເປັນເຈົ້າຂອງສັບພະທຸກສິ່ງ ແລະ ຊົງສະຖິດຢູ່ໃນທຸກສິ່ງ.12ໃນຖານະທີ່ເປັນພວກຊຶ່ງ ພຣະເຈົ້າຊົງເລືອກໄວ້ ຄືພວກທີ່ບໍລິສຸດເປັນທີ່ຮັກຍິ່ງ, ຈົ່ງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ.13ຈົ່ງຜ່ອນໜັກຜ່ອນເບົາ ຊຶ່ງກັນແລະກັນ. ຈົ່ງສຸພາບຕໍ່ກັນຖ້າໃຜມີເລື່ອງຮ້ອງຮຽນຕໍ່ຄົນອື່ນກໍຈົ່ງຍົກໂທດໃຫ້ ກັນ ແລະ ກັນ ເຊັ່ນດຽວກັບອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດຍົກໂທດໃຫ້ທ່ານ.14ຈົ່ງມີຄວາມຮັກເຫນືອທຸກສິ່ງເຫລົ່ານີ້, ຊື່ງເປັນ ສິ່ງຜູກພັນທຸກສິ່ງໄວ້ຈົນຄົບຖ້ວນ.15ຈົ່ງໃຫ້ສັນຕິສຸກຂອງພຣະຄຣິດເຈົ້າຄຸ້ມຄອງຈິດໃຈຂອງທ່ານ. ພຣະເຈົ້າໄດ້ຊົງເອີ້ນທ່ານໄວ້ໃຫ້ເປັນກາຍອັນດຽວ ກໍເພື່ອສັນຕິສຸກນັ້ນ ແລະ ຈົ່ງມີໃຈຂອບພຣະຄຸນ.16ຈົ່ງໃຫ້ຖ້ອຍຄຳຂອງພຣະເຢຊູຄຣິດເຈົ້າສະຖິດຢູ່ ໃນຕົວທ່ານຢ່າງຫມັ້ນຄົງຈົ່ງໃຊ້ສະຕິປັນຍາທຸກຢ່າງ ໃນການສັ່ງສອນ ແລະ ເຕືອນສະຕິກັນດ້ວຍການຮ້ອງເພງດ້ວຍເພງຍ້ອງຍໍສັນລະເສີນ, ເພງນະມັດສະການ ແລະ ເພງຝ່າຍວິນຍານ ຄືຈົ່ງຮ້ອງເພງຖວາຍ ແດ່ພຣະເຈົ້າດ້ວຍໃຈຂອບພຣະຄຸນແດ່ພຣະເຈົ້າ.17ແລະເມື່ອທ່ານຈະເຮັດສິ່ງໃດດ້ວຍວາຈາ ຫລື ດ້ວຍການກະທຳກໍຕາມ, ຈົ່ງເຮັດທຸກສິ່ງນີ້ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ຂອບພຣະຄຸນ ພຣະບິດາເຈົ້າໂດຍພຣະອົງນັ້ນ.18ຝ່າຍພັນລະຍາ ຈົ່ງຍອມ ອ່ອນນ້ອມເຊື່ອຟັງສາມີຂອງທ່ານຊື່ງເປັນສິ່ງ ເຫມາະສົມໃນອົງພຣະຜູ້ເປັນເຈົ້າ19ຝ່າຍສາມີກໍຈົ່ງຮັກ ພັນລະຍາຂອງທ່ານ, ແລະ ຢ່າເຮັດຮຸນແຮງຕໍ່ນາງ.20ຝ່າຍບຸດທັງຫລາຍຈົ່ງເຊື່ອຟັງບິດາມານດາຂອງຕົນ, ທຸກຢ່າງເພາະການນີ້ເປັນທີ່ພໍພຣະໄທຂອງອົງພຣະຜູ້ເປັນເຈົ້າ.21ຝ່າຍບິດາມານດາກໍຢ່າກຸກກວນບຸດຂອງຕົນໃຫ້ຂັດເຄືອງໃຈເພື່ອວ່າພວກເຂົາຈະບໍ່ທໍ້ຖອຍໃຈ.22ບັນດາຜູ້ຮັບໃຊ້, ຈົ່ງເຊື່ອຟັງນາຍຂອງຕົນຕາມເນື້ອຫນັງທຸກສິ່ງບໍ່ແມ່ນຕາມຢ່າງຄົນທີ່ທຳແຕ່ຕໍ່ຫນ້າຢ່າງຄົນປະຈົບສໍພໍແຕ່ຈົ່ງເຮັດສິ່ງນັ້ນດ້ວຍຄວາມຈິງໃຈຈົ່ງຢຳເກງ ອົງພຣະຜູ້ເປັນເຈົ້າ.23ບໍ່ວ່າຈະເຮັດສິ່ງໃດກໍຕາມ, ຈົ່ງເຮັດດ້ວຍຄວາມເຕັມໃຈເໝືອນ ເຮັດຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າບໍ່ແມ່ນເຮັດສຳລັບມະນຸດ.24ເພາະທ່ານຮູ້ວ່າທ່ານຈະໄດ້ຮັບມໍຣະດົກຈາກອົງພຣະຜູ້ເປັນເຈົ້າເປັນຄ່າບຳເໜັດ ແລະ ຜູ້ທີ່ທ່ານຮັບໃຊ້ນັ້ນກໍແມ່ນອົງພຣະເຢຊູຄຣິດເຈົ້າ.25ສ່ວນຜູ້ທີ່ເຮັດການຊົ່ວນັ້ນກໍຈະໄດ້ຮັບໂທດຕາມກຳຊົ່ວຂອງຕົນ ທີ່ໄດ້ກະທຳນັ້ນພຣະເຈົ້າຕັດສິນທຸກຄົນບໍ່ມີການເຫັນແກ່ໜ້າຜູ້ໃດເລີຍ.
1ຝ່າຍນາຍທັງຫລາຍກໍຈົ່ງປະຕິບັດຕໍ່ຄົນຮັບໃຊ້ຂອງຕົນຕາມຄວາມຖືກຕ້ອງ ແລະ ທ່ຽງທຳ. ເພາະທ່ານຮູ້ວ່າທ່ານກໍມີນາຍອົງໜຶ່ງຢູ່ໃນສະຫວັນເໝືອນກັນ.2ຈົ່ງອຸທິດຕົວໃນການ ພາວັນນາອະທິຖານ. ຈົ່ງເຝົ້າລະວັງຢູ່ໃນການນັ້ນດ້ວຍການຂອບພຣະຄຸນ.3ຈົ່ງພາວັນນາອະທິຖານ ເພື່ອພວກເຮົາດ້ວຍເພື່ອພຣະເຈົ້າ ຈະຊົງໂຜດໄຂປະຕູໄວ້ ສຳລັບພຣະທຳນັ້ນ, ໃຫ້ເຮົາກ່າວຄວາມຈິງອັນເລິກລັບຂອງ ພຣະເຢຊູຄຣິດເຈົ້າ, ທີ່ຂ້າພະເຈົ້າຖືກຈຳຈ່ອງຢູ່ກໍເພາະເຫດນີ້ແຫຼະ.4ແລະ ຈົ່ງອະທິຖານເພື່ອຂ້າພະເຈົ້າຈະໄດ້ກ່າວຂໍ້ເລິກລັບໄດ້ຢ່າງຊັດເຈນຕາມທີ່ເຮົາຄວນຈະກ່າວ.5ຈົ່ງປະຕິບັດຕໍ່ຄົນພາຍນອກ ດ້ວຍໃຊ້ສະຕິປັນຍາໂດຍສວຍໂອກາດ.6ໃຫ້ວາຈາຂອງທ່ານປະກອບດ້ວຍເມດຕາຄຸນຢູ່ສະເໝີ. ປະສົມດ້ວຍເກືອ, ເພື່ອທ່ານຈະໄດ້ຮູ້ວ່າຈະຕອບໃຫ້ແກ່ແຕ່ລະຄົນຢ່າງໃດ.7ຕີຂິໂກ ເປັນນ້ອງທີ່ຮັກ ແລະ ທັງເປັນ ຜູ້ທີ່ບົວລະບັດຢ່າງສັດຊື່ ແລະ ເປັນຜູ້ຮັບໃຊ້ຮ່ວມກັນກັບຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າ ຈະບອກໃຫ້ທ່ານຮູ້ເຖິງເຫດການ ທັງໝົດທີ່ເກີດຂຶ້ນກັບຂ້າພະເຈົ້າ.8ຂ້າພະເຈົ້າໃຊ້ລາວໄປຫາທ່ານກໍເພາະເຫດນີ້ ເພື່ອທ່ານຈະໄດ້ຮູ້ເລື່ອງລາວກຽ່ວກັບພວກເຮົາ ແລະ ເພື່ອໃຫ້ເຂົາຫນູນນ້ຳໃຈຂອງທ່ານ.9ໂອເນຊີໂມຜູ້ເປັນນ້ອງທີ່ຮັກ ແລະ ສັດຊື່ຊຶ່ງເປັນຜູ້ໜຶ່ງໃນພວກທ່ານໄປກັບດ້ວຍເຂົາທັງສອງຈະເລົ່າໃຫ້ທ່ານຮູ້ເຖິງທຸກສິ່ງທີ່ໄດ້ເກີດຂຶ້ນໃນທີ່ນີ້.10ອາຣິດຕາໂຂ, ເພື່ອນຮ່ວມໃນການຖືກຈຳຈ່ອງກັບຂ້າພະເຈົ້າ, ຝາກຄວາມຄິດເຖິງມາຍັງທ່ານທັງຫລາຍເຊັ່ນດຽວກັນກັບມາຣະໂກ, ລູກອ້າຍລູກນ້ອງຂອງບາຣະນາບາ (ທ່ານໄດ້ຮັບຄຳສັ່ງເຖິງ ເລື່ອງນີ້ແລ້ວວ່າຖ້າເຂົາມາຫາທ່ານ ກໍຈົ່ງຕ້ອນຮັບເຂົາ.)11ແລະ ເຢຊູ ເຊິ່ງມີອີກຊື່ຫນຶ່ງວ່າຢູສະໂຕ. ຄົນເຫລົ່ານີ້ເທົ່ານັ້ນທີ່ເປັນຄົນເຂົ້າພິທີຕັດໃນບັນດາ ເພື່ອນຮ່ວມງານຂອງຂ້າພະເຈົ້າເພື່ອອານາຈັກຂອງພຣະເຈົ້າ. ແລະ ພວກເຂົາເປັນຜູ້ຊ່ວຍຊູໃຈຂ້າພະເຈົ້າ.12ເອປາຟຣັດເປັນຄົນຫນຶ່ງໃນພວກເຈົ້າ ແລະ ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າກໍ ຝາກຄວາມຄິດເຖິງມາຍັງທ່ານເໝືອນກັນ. ເພິ່ນສູ້ພາວັນນາອະທິຖານ ເພື່ອທ່ານຢູ່ສະເຫມີ, ເພື່ອໃຫ້ທ່ານຫມັ້ນຄົງຢູ່ຄົບຖ້ວນ ແລະ ເຕັມໄປດ້ວຍຄວາມຫມັ້ນໃຈຕາມນໍ້າພຣະໄທ ທຸກຢ່າງຂອງພຣະເຈົ້າ.13ຂ້າພະເຈົ້າເປັນພະຍານໃຫ້ເພິ່ນໄດ້ວ່າ ເພິ່ນໄດ້ເຮັດການຫນັກຫນ່ວງເພື່ອທ່ານ ແລະ ເພື່ອຄົນທີ່ຢູ່ເມືອງລາວດີເກອາ, ແລະ ເພື່ອຄົນທີ່ຢູ່ເມືອງເຮຍຣາໂປລີ.14ລູກາທ່ານຫມໍທີ່ຮັກ ແລະ ເດມາ ກໍຝາກຄວາມຄິດເຖິງມາຍັງພວກທ່ານ.15ຈົ່ງທັກທາຍພວກພີ່ນ້ອງ ທີ່ຢູ່ໃນເມືອງລາວດີເກອາ, ແລະ ນາງນິມຟາ ກັບ ພີ່ນ້ອງຄຣິສຕຽນທີ່ຢູ່ໃນເຮືອນຂອງນາງດ້ວຍ.16ເມື່ອພວກທ່ານໄດ້ອ່ານ ຈົດໝາຍ ສະບັບນີ້ ແລ້ວຈົ່ງສົ່ງຕໍ່ໄປໃຫ້ ພີ່ນ້ອງຄຣິສຕະຈັກທີ່ເຊື່ອຢູ່ໃນເມືອງ ລາວດີເກອາອ່ານດ້ວຍ ແລະ ໃຫ້ທ່ານອ່ານຈົດໝາຍທີ່ສົ່ງມາຈາກເມືອງລາວດີເກອາ ເໝືອນກັນ.17ໃຫ້ບອກອາຂີໂປວ່າ, “ການບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້ານັ້ນ ທ່ານຄວນເຮັດໃຫ້ບັນລຸຜົນສຳເລັດ.”18ຄຳທັກທາຍນີ້ເປັນລາຍມືຂອງຂ້າພະເຈົ້າ ຄືໂປໂລ ຈົ່ງລະນຶກເຖິງໂສ້ທວນຂອງຂ້າພະເຈົ້າດ້ວຍ. ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບທ່ານດ້ວຍເທີ້ນ.
1ໂປໂລ, ຊີລາ, ແລະ ຕີໂມທຽວ ເຖິງຄຣິສຕະຈັກເທສະໂລນິກໃນພຣະເຈົ້າ ພຣະບິດາ ແລະໃນອົງພຣະເຢຊູຄຣິດເຈົ້າ. ຂໍພຣະຄຸນ ແລະສັນຕິສຸກຈົ່ງສະຖິດຢູ່ກັບທ່ານ.2ພວກເຮົາຂອບພຣະຄຸນພຣະເຈົ້າສະເຫມີສຳລັບພວກທ່ານທຸກຄົນ, ເມື່ອພວກເຮົາລະນຶກເຖິງພວກທ່ານ ໃນຄຳອະທິຖານຂອງພວກເຮົາ.3ພວກເຮົາລະນຶກເຖິງຢ່າງສະຫມໍ່າສະເຫມີຕໍ່ຫນ້າພຣະເຈົ້າ ແລະ ພຣະບິດາເຈົ້າ ເລື່ອງການງານແຫ່ງຄວາມເຊື່ອ, ງານທີ່ພວກທ່ານທຸ້ມເທເຮັດດ້ວຍຄວາມຮັກ, ແລະ ຄວາມອົດທົນຊຶ່ງເກີດມາຈາກຄວາມຫມັ້ນໃຈໃນອານາຄົດໃນອົງພຣະເຢຊູຄຣິດເຈົ້າຂອງເຮົາ.4ອ້າຍນ້ອງຊາຍທັງຫລາຍ ຜູ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຮົາຮູ້ເຖິງການຊົງເອີ້ນຂອງພວກທ່ານ,5ເພາະວ່າຂ່າວປະເສີດຂອງພວກເຮົາບໍ່ໄດ້ມາເຖິງທ່ານໂດຍຖ້ອຍຄຳເທົ່ານັ້ນ, ແຕ່ໂດຍຣິດອຳນາດ, ໃນພຣະວິນຍານບໍຣິສຸດເຈົ້າ, ແລະ ຊຶ່ງຫມັ້ນຄົງເຊື່ອຖືໄດ້. ໃນທຳນອງດຽວກັນ, ພວກທ່ານຍັງຄົງຮູ້ວ່າ ເຮົາເປັນຄົນແບບໃດທ່າມກາງພວກທ່ານເພື່ອເປັນປະໂຫຍດແກ່ພວກທ່ານ.6ທ່ານໄດ້ກາຍມາເປັນຜູ້ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເມື່ອທ່ານຮັບເອົາພຣະຄັມນັ້ນຢ່າງຍາກລຳບາກດ້ວຍຄວາມຊື່ນຊົມຍິນດີຈາກພຣະວິນຍານບໍຣິສຸດເຈົ້າ.7ຜົນທີ່ໄດ້ຄື, ພວກທ່ານໄດ້ກາຍມາເປັນແບບຢ່າງໃຫ້ກັບພີ່ນ້ອງໃນແຂວງມາຊີໂດເນັຽ ແລະ ແຂວງອາຄາຢາ ຜູ້ທີ່ເຊື່ອທຸກຄົນ.8ເພາະຈາກພວກທ່ານ ຖ້ອຍຄຳຂອງພຣະເຈົ້າໄດ້ສົ່ງສຽງອອກໄປ, ແລະ ບໍ່ແມ່ນພຽງໃນມາຊີໂດເນັຽ ແລະ ອາຄາຢາເທົ່ານັ້ນ. ແຕ່ຄວາມເຊື່ອຂອງພວກທ່ານໄດ້ກະຈາຍອອກໄປທຸກຫົນທຸກແຫ່ງ. ຈຶ່ງເປັນຜົນ, ພວກເຮົາບໍ່ຈຳເປັນຕ້ອງກ່າວສິ່ງໃດເລີຍ.9ເພາະພວກເຂົາເອງໄດ້ລາຍງານເຖິງລັກສະນະການມາຂອງພວກເຮົາ ທີ່ມີໃນທ່າມກາງພວກທ່ານ. ພວກເຂົາເລົ່າເຖິງການທີ່ທ່ານໄດ້ຫັນມາຫາພຣະເຈົ້າ ປະຖິ້ມຈາກຮູບເຄົາຣົບ ເພື່ອຮັບໃຊ້ພຣະເຈົ້າຊົງພຣະຊົນຢູ່ ແລະ ຜູ້ຊົງທ່ຽງແທ້.10ພວກເຂົາລາຍງານວ່າພວກທ່ານກຳລັງລໍຄອຍພຣະບຸດຈາກສະຫວັນ, ຜູ້ທີ່ພຣະອົງຊົງເຮັດໃຫ້ເປັນຂຶ້ນມາຈາກຄວາມຕາຍ. ຜູ້ນີ້ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ຊ່ວຍເຮົາໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ກຳລັງຈະມາເຖິງ.
1ອ້າຍນ້ອງຊາຍເອີຍ, ສຳລັບພວກທ່ານເອງຮູ້, ໃນການທີ່ພວກເຮົາມາຫາພວກທ່ານນັ້ນ ບໍ່ໄດ້ເສັຽປະໂຫຍດ.2ພວກທ່ານຮູ້ວ່າກ່ອນຫນ້ານີ້ພວກເຮົາຕ້ອງທົນທຸກ ແລະ ຖືກປະຈານຢ່າງຫນ້າອັບອາຍທີ່ເມືອງຟີລິບປອຍ. ພວກເຮົາມີຄວາມກ້າຫານໃນພຣະເຈົ້າຂອງເຮົາ ເພື່ອປະກາດຂ່າວປະເສີດຂອງພຣະເຈົ້າ ໃຫ້ແກ່ພວກທ່ານດ້ວຍຄວາມພາກພຽນພະຍາຍາມ.3ເພາະວ່າຄຳສອນຂອງພວກເຮົານັ້ນບໍ່ໄດ້ມາຈາກຄວາມຜິດພາດ, ຫລື ຈາກຄວາມບໍ່ຈິງ ຫລື ຈາກຄວາມຫລອກຫລວງ.4ແຕ່ພວກເຮົາໄດ້ຮັບການພິສູດແລ້ວໂດຍພຣະເຈົ້າວ່າເປັນທີ່ໄວ້ໃຈໄດ້ດ້ວຍເລື່ອງຂ່າວປະເສີດ, ດັ່ງພວກເຮົາກ່າວນັ້ນ, ພວກເຮົາບໍ່ໄດ້ເວົ້າດ້ວຍເພື່ອໃຫ້ມະນຸດພໍໃຈ, ແຕ່ເພື່ອໃຫ້ພຣະເຈົ້າພໍພຣະທັຍ. ພຣະອົງຄືຜູ້ດຽວທີ່ກວດສອບຫົວໃຈຂອງພວກເຮົາ.5ຢ່າງທີ່ພວກທ່ານຮູ້ແລ້ວວ່າ, ສຳລັບພວກເຮົາບໍ່ມີເວລາໃດເລີຍ ທີ່ຈະໃຊ້ຖ້ອຍຄຳເພື່ອຍົກຍ້ອງ, ຫລື ກ່າວອ້າງດ້ວຍຄວາມໂລບ, ໃນເມື່ອພຣະເຈົ້າຊົງເປັນພະຍານຂອງພວກເຮົາ.6ພວກເຮົາບໍ່ໄດ້ສະແຫວງຫາກຽດຈາກມະນຸດ, ຫລືຈາກພວກທ່ານ ຫລື ຈາກຄົນອື່ນໆ. ພວກເຮົາສາມາດຮຽກຮ້ອງສິດທິພິເສດໃນຖານະເປັນອັກຄະສາວົກຂອງພຣະຄຣິດເຈົ້າ.7ແຕ່ພວກເຮົາເປັນເຫມືອນຄົນຕ່າງຊາດໃນທ່າມກາງພວກທ່ານ ເຫມືອນແມ່ທີ່ຫນູນໃຈລູກຂອງຕົນ.8ເພາະເຫດນີ້ພວກເຮົາຈຶ່ງມີຄວາມຮັກ ແລະ ຄວາມຫ່ວງໄຍພວກທ່ານ. ພວກເຮົາມີຄວາມສຸກທີ່ໄດ້ແບ່ງປັນກັບພວກທ່ານ ບໍ່ແມ່ນພຽງແຕ່ຂ່າວປະເສີດຂອງພຣະເຈົ້າເທົ່ານັ້ນ ແຕ່ທັງຊີວິດຂອງພວກເຮົາເອງດ້ວຍ. ເພາະພວກທ່ານໄດ້ມາເປັນຜູ້ທີ່ພວກເຮົາຮັກຫລາຍ.9ສຳລັບພວກທ່ານຈົ່ງຈົດຈຳໄວ້, ອ້າຍນ້ອງຂອງເຮົາເອີຍ, ການທຸ້ມເທເຮັດວຽກ ແລະ ການອັນຫນັກຫນ່ວງຂອງພວກເຮົາ. ທຸກວັນ ແລະ ຄືນພວກເຮົາກຳລັງເຮັດວຽກເພື່ອຈະບໍ່ເປັນພາຣະອັນຫນັກແກ່ພວກທ່ານຄົນໃດ. ໃນຊ່ວງເວລານັ້ນ, ພວກເຮົາໄດ້ເທສະຫນາຂ່າວປະເສີດຂອງພຣະເຈົ້າໃຫ້ກັບພວກທ່ານດ້ວຍ.10ພວກທ່ານເປັນພະຍານ, ແລະ ພຣະເຈົ້າກໍຊົງເປັນພະຍານດ້ວຍເຖິງຄວາມບໍຣິສຸດ, ຄວາມຊອບທັມ, ແລະ ປາສະຈາກການຕຳຫນິໃນການປະພຶດຂອງພວກເຮົາທີ່ມີຕໍ່ພວກທ່ານທີ່ເຊື່ອ.11ໃນທຳນອງດຽວກັນ ພວກທ່ານຕ່າງກໍຮູ້ຈັກກັນເອງດີຢູ່ແລ້ວ ດັ່ງນັ້ນໃນຖານະພໍ່ກັບລູກ,12ພວກເຮົາຈຶ່ງຮ້ອງຂໍທ່ານ ແລະ ຫນູນໃຈ ແລະ ເຕືອນສະຕິທ່ານ ເພື່ອຈະເດີນຢູ່ໃນຄວາມປະພຶດອັນເຫມາະສົມຫນ້າຍົກຍ້ອງຂອງພຣະເຈົ້າ, ຜູ້ຊົງເອີ້ນພວກທ່ານ ເຂົ້າສູ່ອານາຈັກ ແລະ ໃນສະຫງ່າຣາສີຂອງພຣະອົງ.13ເນື່ອງຈາກເຫດຜົນນີ້ ພວກເຮົາຈຶ່ງຂອບພຣະຄຸນພຣະເຈົ້າຢ່າງສະຫມໍ່າສະເຫມີ, ດ້ວຍເຊັ່ນກັນ ເພາະເມື່ອພວກທ່ານໄດ້ຮັບຂ່າວສານ ຂອງພຣະເຈົ້າທີ່ພວກທ່ານໄດ້ຍິນຈາກພວກເຮົາແລ້ວ, ພວກທ່ານໄດ້ຍອມຮັບແລ້ວ ບໍ່ແມ່ນໃນຖານະທີ່ເປັນຖ້ອຍຄຳຂອງມະນຸດ. ແຕ່ພວກທ່ານຮັບເອົາດ້ວຍວ່າເປັນພຣະຄັມຂອງພຣະເຈົ້າຢ່າງແທ້ຈິງ. ຄືພຣະຄັມນີ້ທີ່ກຳລັງທຳງານຢູ່ທ່າມກາງພວກທ່ານຜູ້ທີ່ເຊື່ອດ້ວຍ.14ອ້າຍນ້ອງຊາຍເອີຍ, ເພາະພວກທ່ານໄດ້ກາຍເປັນຜູ້ຮຽນແບບຜູ້ເຊື່ອ ໃນຄຣິສຕະຈັກຂອງພຣະເຈົ້າໃນຢູດາຍໃນອົງພຣະເຢຊູຄຣິດເຈົ້າ. ເພາະພວກທ່ານຕ້ອງທົນທຸກຢ່າງດຽວກັນຈາກຄົນໃນປະເທດຂອງທ່ານ, ເຫມືອນທີ່ພວກເຂົາໄດ້ຮັບຈາກພວກຢິວ.15ຄືພວກຢິວທີ່ໄດ້ຂ້າທັງພຣະເຢຊູເຈົ້າ ແລະ ບັນດາຜູ້ປະກາດພຣະທັມ. ຄືພວກຊາວຢິວທີ່ໄດ້ຂັບໄລ່ພວກເຮົາ. ພວກເຂົາບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ. ແຕ່ພວກເຂົາຂັດຄ້ານຄົນທັງຫລາຍ.16ພວກເຂົາຫ້າມບໍ່ໃຫ້ພວກເຮົາກ່າວຕໍ່ຄົນຕ່າງຊາດ ເພື່ອຄົນເຫລົ່ານັ້ນຈະໄດ້ຮັບຄວາມລອດພົ້ນ. ຊຶ່ງມີຜົນເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມບາບ. ທ້າຍທີ່ສຸດຄວາມໂກດຮ້າຍຂອງພຣະເຈົ້າກໍມາເຖິງພວກເຂົາ.17ອ້າຍນ້ອງຊາຍເອີຍ, ພວກເຮົາຖືກແຍກຂາດຈາກພວກທ່ານ, ໃນຊ່ວງເວລາຫນຶ່ງ, ຊຶ່ງເປັນການແຍກຂາດທາງກາຍບໍ່ແມ່ນຫົວໃຈ. ພວກເຮົາເຮັດຢ່າງກະຕືລືລົ້ນ ໂດຍສະເພາະ ດ້ວຍຄວາມປາຖນາອັນຍິ່ງໃຫຍ່, ທີ່ຈະໄດ້ພົບຫນ້າພວກທ່ານ.18ເພາະພວກເຮົາປາຖນາທີ່ຈະມາຫາພວກທ່ານ, ຂ້າພຣະເຈົ້າເອງຄືໂປໂລ ກໍປາຖນາທີ່ຈະມາຫາພວກທ່ານອີກເທື່ອຫນຶ່ງ, ແຕ່ຊາຕານໄດ້ຢຸດຢັ້ງພວກເຮົາເອົາໄວ້.19ເພາະຄວາມຫມັ້ນໃຈຂອງພວກເຮົາສຳລັບອານາຄົດ ຫລື ຄວາມຊື່ນຊົມຍິນດີ ຫລື ມົງກຸດແຫ່ງຄວາມພູມໃຈຂອງພວກເຮົານັ້ນຢູ່ຕໍ່ຫນ້າອົງພຣະເຢຊູເຈົ້າໃນການມາຂອງພຣະອົງບໍ່ແມ່ນບໍ? ບໍ່ແມ່ນພວກທ່ານບໍທີ່ມີຫລາຍເຫມືອນຜູ້ອື່ນ?20ພວກທ່ານເປັນພຣະສີຣິ ແລະ ຄວາມຍິນດີຂອງພວກເຮົາ.
1ເພາະສະນັ້ນ, ເມື່ອພວກເຮົາບໍ່ສາມາດທົນແບກເອົາໄວ້ໄດ້ອີກຕໍ່ໄປແລ້ວ, ພວກເຮົາຈຶ່ງຄິດວ່າເປັນການດີທີ່ຈະປະພວກເຮົາໄວ້ທີ່ນະຄອນເອແຖນໃຫ້ໂດດດ່ຽວ.2ພວກເຮົາຈຶ່ງສົ່ງຕີໂມທຽວ, ຜູ້ເປັນອ້າຍນ້ອງຂອງເຮົາ ແລະ ເປັນເພື່ອນຮ່ວມງານເພື່ອພຣະເຈົ້າໃນຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມກຳລັງ ແລະ ຫນູນໃຈພວກທ່ານເນື່ອງຈາກຄວາມເຊື່ອຂອງພວກທ່ານ.3ພວກເຮົາໄດ້ເຮັດດັ່ງນີ້ ເພື່ອຈະບໍ່ມີໃຜສັ່ນສະເທືອນກັບຄວາມທຸກທໍຣະມານເຫລົ່ານີ້. ສຳລັບພວກທ່ານກໍຮູ້ແລ້ວວ່າ ພວກເຮົາກະທຳເຊັ່ນນີ້ ເພາະພວກເຮົາໄດ້ຖືກແຕ່ງຕັ້ງ.4ແທ້ຈິງແລ້ວ, ເມື່ອພວກເຮົາຢູ່ກັບພວກທ່ານ, ພວກເຮົາໄດ້ບອກພວກທ່ານລ່ວງຫນ້າແລ້ວວ່າພວກເຮົາຈະຕ້ອງທົນທຸກກັບຄວາມເຈັບປວດຕ່າງໆ, ແລະ ສິ່ງນັ້ນກໍເກີດຂຶ້ນເຫມືອນຢ່າງທີ່ພວກທ່ານຮູ້ນັ້ນ.5ດ້ວຍເຫດຜົນນີ້, ເມື່ອຂ້າພຣະເຈົ້າບໍ່ສາມາດຢືນສູ້ຕໍ່ໄປໄດ້, ຂ້າພຣະເຈົ້າຈຶ່ງສົ່ງຄົນໄປ ເພື່ອວ່າຂ້າພຣະເຈົ້າຈະໄດ້ຮູ້ກ່ຽວກັບຄວາມເຊື່ອຂອງພວກທ່ານ. ບາງເທື່ອເມື່ອຜູ້ທົດລອງໄດ້ເຂົ້າມາທົດລອງພວກທ່ານຢ່າງໃດຢ່າງຫນຶ່ງ, ແລະ ການທຸ້ມເທໃນການງານຂອງພວກເຮົາຈະໄຮ້ປະໂຫຍດ.6ແຕ່ຕີໂມທຽວໄດ້ເດີນທາງໄປຫາພວກເຮົາ ແລະ ໄດ້ນຳຂ່າວດີກ່ຽວກັບຄວາມເຊື່ອ ແລະ ຄວາມຮັກຂອງພວກທ່ານມາບອກແກ່ພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າພວກທ່ານມີຄວາມຈົດຈຳທີ່ດີກ່ຽວກັບພວກເຮົາສະເຫມີ, ແລະ ພວກທ່ານລໍຄອຍທີ່ຈະໄດ້ພົບພວກເຮົາເຫມືອນກັບທີ່ພວກເຮົາລໍຄອຍທີ່ຈະໄດ້ພົບພວກທ່ານ.7ເພາະເຫດນີ້, ອ້າຍນ້ອງຂອງເຮົາເອີຍ, ພວກເຮົາຈຶ່ງໄດ້ຮັບການເລົ້າໂລມໃຈຈາກພວກທ່ານ ເນື່ອງດ້ວຍຄວາມເຊື່ອຂອງພວກທ່ານ, ໃນຄວາມທຸກ ແລະ ຄວາມເຈັບປວດທັງຫມົດຂອງພວກເຮົາ.8ຕອນນີ້ພວກເຮົາມີຊີວິດຢູ່ໄດ້, ຖ້າຫາກພວກທ່ານຍຶດຫມັ້ນໃນອົງພຣະຜູ້ເປັນເຈົ້າ.9ພວກເຮົາຈະມີຄຳຂອບຄຸນໃດນໍ ໃຫ້ແກ່ພຣະເຈົ້າ ສຳລັບທ່ານ, ສຳລັບຄວາມຊື່ນຊົມຍິນດີທັງຫມົດຕໍ່ຫນ້າພຣະເຈົ້າທີ່ມີຕໍ່ທ່ານ?10ທຸກວັນ ແລະ ຄືນພວກເຮົາ ພາວະນາອະທິຖານຢ່າງຫນັກ ເພື່ອຈະໄດ້ພົບຫນ້າຂອງພວກທ່ານ ແລະ ຈັດຕຽມສິ່ງທີ່ຂາດຢູ່ໃນຄວາມເຊື່ອຂອງພວກທ່ານໃຫ້ແກ່ພວກທ່ານ.11ຂໍພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູເຈົ້າຂອງເຮົາ, ຊົງຈັດຕຽມຫົນທາງໃຫ້ແກ່ພວກເຮົາເພື່ອຈະໄປຫາພວກທ່ານ.12ຂໍອົງພຣະຜູ້ເປັນເຈົ້າຊົງເພີ້ມພູນ ແລະ ຜູກພັນພວກທ່ານໃນຄວາມຮັກທີ່ມີຕໍ່ກັນແລະກັນ, ແລະ ໃນຄວາມຮັກທີ່ມີຕໍ່ຄົນທັງຫລາຍ, ເຫມືອນຢ່າງທີ່ພວກເຮົາມີຕໍ່ພວກທ່ານ.13ຂໍພຣະອົງກະທຳສິ່ງນີ້ເພື່ອເສີມກໍາລັງໃຈຂອງພວກທ່ານ, ໃຫ້ປາສະຈາກທີ່ຕິໃດໆ ໃນຄວາມບໍຣິສຸດຕໍ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງເຮົາໃນການສະເດັດມາ ຂອງອົງພຣະເຢຊູຄຣິດເຈົ້າພ້ອມກັບບັນດາຜູ້ບໍຣິສຸດທັງຫມົດຂອງພຣະອົງ.
1ສຸດທ້າຍນີ້, ອ້າຍນ້ອງທັງຫລາຍເອີຍ, ພວກເຮົາຂໍຫນູນໃຈ ແລະ ສອນທ່ານໃນອົງພຣະເຢຊູເຈົ້າ. ເມື່ອທ່ານຮັບເອົາຄຳສັ່ງສອນຂອງພວກເຮົາກ່ຽວກັບວິທີການດຳເນີນຊີວິດ ແລະ ເປັນທີ່ພໍພຣະທັຍພຣະເຈົ້າ, ເຊັ່ນກັນກັບການດຳເນີນໃນທາງນີ້ດ້ວຍ, ເພື່ອວ່າພວກທ່ານຈະເຮັດໄດ້ຫລາຍກວ່າເກົ່າອີກ.2ເພາະພວກທ່ານຮູ້ເຖິງຄຳສັ່ງສອນທີ່ພວກເຮົາໃຫ້ແກ່ທ່ານໂດຍທາງພຣະເຢຊູຄຣິດເຈົ້າ.3ເພາະນີ້ເປັນນໍ້າພຣະທັຍຂອງພຣະເຈົ້າ, ຄືຈົ່ງຊຳຣະຕົນໃຫ້ບໍຣິສຸດ, ເພື່ອພວກທ່ານຈະຫລີກຫນີຈາກຄວາມຜິດສິລະທັມທາງເພດ,4ເພື່ອພວກທ່ານແຕ່ລະຄົນຈະຮູ້ຈັກດຳເນີນຕົວໃນທາງທີ່ບໍຣິສຸດ ແລະ ມີກຽດ,5ຢ່າມີໃຈປາຖນາອັນເກີດມາຈາກຕັນຫາ (ເຫມືອນດັ່ງຄົນຕ່າງຊາດທີ່ບໍ່ຮູ້ຈັກກັບພຣະເຈົ້າ).6ຢ່າຍອມໃຫ້ມີຄົນໃດຝ່າຝືນ ແລະ ກະທຳຜິດຕໍ່ອ້າຍນ້ອງຂອງເຂົາໃນເລື່ອງນີ້. ເພາະອົງພຣະຜູ້ເປັນເຈົ້າຊົງເປັນຜູ້ແກ້ແຄ້ນໃນສິ່ງຕ່າງໆເຫລົ່ານີ້, ເຫມືອນດັ່ງທີ່ພວກເຮົາໄດ້ເຕືອນ ແລະ ເປັນພະຍານຕໍ່ທ່ານກ່ອນແລ້ວ.7ເພາະພຣະເຈົ້າບໍ່ໄດ້ເອີ້ນພວກເຮົາໃຫ້ເປັນມົນທິນ ແຕ່ໃຫ້ບໍຣິສຸດ.8ດ້ວຍເຫດນີ້, ຜູ້ໃດທີ່ປະຕິເສດສິ່ງນີ້ ບໍ່ໄດ້ປະຕິເສດມະນຸດ, ແຕ່ໄດ້ປະຕິເສດພຣະເຈົ້າ, ຜູ້ຊົງປຣະທານພຣະວິນຍານບໍຣິສຸດໃຫ້ແກ່ພວກທ່ານ.9ສຳລັບເລື່ອງທີ່ພວກທ່ານຮັກອ້າຍນ້ອງນັ້ນ, ພວກທ່ານບໍ່ຈຳເປັນໃຫ້ມີໃຜຂຽນບອກພວກທ່ານໃນເລື່ອງນີ້, ເພາະພວກທ່ານເອງໄດ້ຮັບການຊົງສອນຈາກພຣະເຈົ້າໃຫ້ຮັກເຊິ່ງກັນ ແລະ ກັນ.10ແທ້ຈິງແລ້ວ, ພວກທ່ານໄດ້ເຮັດສິ່ງນີ້ຕໍ່ພີ່ນ້ອງທັງຫມົດໃນແຂວງມາຊີໂດເນັຽ. ແຕ່ພີ່ນ້ອງທັງຫລາຍ ພວກເຮົາຂໍແນະນຳພວກທ່ານວ່າ ຂໍໃຫ້ພວກທ່ານເຮັດໃຫ້ດີຂຶ້ນຕື່ມອີກ.11ພວກເຮົາຂໍແນະນຳໃຫ້ພວກທ່ານມີຄວາມປາຖນາ ທີ່ຈະໃຊ້ຊີວິດຢູ່ຢ່າງສະຫງົບ, ໃສ່ໃຈຕໍ່ທຸຣະກິດແລະ ການງານຂອງພວກທ່ານ, ແລະ ເຮັດວຽກດ້ວຍເຫື່ອແຮງຂອງພວກທ່ານເອງ ເຫມືອນກັບທີ່ພວກເຮົາໄດ້ສັ່ງພວກທ່ານໃຫ້ເຮັດແລ້ວນັ້ນ,12ເພື່ອພວກທ່ານຈະສາມາດດຳເນີນຊີວິດໃຫ້ເປັນທີ່ຫນ້າເຄົາຣົບນັບຖືຈາກຄົນພາຍນອກ ທີ່ຍັງບໍ່ເຊື່ອພຣະເຈົ້າ ແລະ ເພື່ອພວກທ່ານຈະບໍ່ຂາດເຂີນສິ່ງໃດເລີຍ.13ພວກເຮົາບໍ່ຕ້ອງການໃຫ້ພວກທ່ານເຂົ້າໃຈຜິດ, ອ້າຍນ້ອງທັງຫລາຍເອີຍ, ກ່ຽວກັບຄົນເຫລົ່ານັ້ນທີ່ຫລັບໄປນັ້ນ ເພື່ອພວກທ່ານຈະບໍ່ຕ້ອງໂສກເສົ້າຄືກັບຄົນທີ່ເຫລືອຢູ່ ຊຶ່ງບໍ່ຮູ້ວ່າອັນໃດແນ່ນອນກ່ຽວກັບອານາຄົດ.14ເພາະຖ້າເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ຊົງໄດ້ຄືນພຣະຊົນມາແລ້ວ, ດັ່ງນັ້ນພຣະເຈົ້າຈະຊົງນຳຄົນເຫລົ່ານັ້ນທີ່ລ່ວງລັບໄປແລ້ວໃນພຣະອົງໃຫ້ມາພ້ອມກັນກັບພຣະເຢຊູດ້ວຍ.15ເພາະເຫດນີ້ ພວກເຮົາຈຶ່ງກ່າວແກ່ພວກທ່ານໂດຍພຣະທັມຂອງພຣະເຈົ້າ, ວ່າພວກເຮົາທີ່ຍັງມີຊີວິດຢູ່, ພວກເຮົາທີ່ຖືກປະເອົາໄວ້ ເມື່ອພຣະເຢຊູສະເດັດກັບມາ, ຈະບໍ່ລ່ວງຫນ້າໄປກ່ອນຄົນເຫລົ່ານັ້ນທີ່ເຜີຫລັບໄປແລ້ວ.16ເພາະພຣະຜູ້ເປັນເຈົ້າຈະສະເດັດລົງມາຈາກສະຫວັນ. ພຣະອົງຈະສະເດັດມາດ້ວຍສຽງອັນດັງ, ດ້ວຍສຽງຂອງຫົວໜ້າທູດສະຫວັນ, ດ້ວຍສຽງແກຂອງພຣະເຈົ້າ, ແລະ ຄົນທີ່ຕາຍແລ້ວໃນພຣະຄຣິດເຈົ້າຈະຖືກເຮັດໃຫ້ເປັນຄືນມາຈາກຕາຍກ່ອນ.17ຈາກນັ້ນພວກເຮົາຜູ້ຊຶ່ງຍັງມີຊີວິດຢູ່, ຜູ້ທີ່ຖືກປະໄວ້ ຈະຖືກຮັບໄປໃນເມກ ພ້ອມກັນກັບພວກເຂົາ ເພື່ອໄປພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ດ້ວຍເຫດນີ້ພວກເຮົາຈະໄດ້ຢູ່ກັບພຣະຜູ້ເປັນເຈົ້າຂອງພວກເຮົາສະເຫມີໄປ.18ເພາະສະນັ້ນຈົ່ງຫນູນໃຈກັນ ແລະ ກັນດ້ວຍຖ້ອຍຄຳເຫລົ່ານີ້ເຖີ້ນ.
1ພີ່ນ້ອງທັງຫລາຍ, ບັດນີ້ກ່ຽວກັບເລື່ອງເວລາ ແລະ ວາລະຕ່າງໆນັ້ນ, ທ່ານບໍ່ຈຳເປັນຈະຕ້ອງມີສິ່ງໃດຂຽນເຖິງພວກທ່ານອີກ.2ເພາະພວກທ່ານຮູ້ດີແລ້ວວ່າວັນຂອງອົງພຣະຜູ້ເປັນເຈົ້າກຳລັງໃກ້ເຂົ້າມາແລ້ວເຫມືອນຂະໂມຍມາໃນເວລາກາງຄືນ.3ເມື່ອພວກເຂົາເວົ້າກັນວ່າ "ສະຫງົບສຸກ ແລະ ປອດພັຍແລ້ວ", ເມື່ອນັ້ນຄວາມພິນາດຈິບຫາຍຈະມາເຖິງພວກເຂົາທັນທີ ເຫມືອນດັ່ງຄວາມເຈັບປວດຂອງຍິງຖືພາທີ່ກຳລັງຈະເກີດລູກ. ພວກເຂົາຈະບໍ່ມີທາງຫນີພົ້ນໄດ້ເລີຍ.4ອ້າຍນ້ອງທັງຫລາຍ, ແຕ່ພວກທ່ານບໍ່ໄດ້ຢູ່ໃນຄວາມມືດ ເພື່ອວັນນັ້ນຈະບໍ່ມາຫລອນໃສ່ພວກທ່ານເຫມືອນຂະໂມຍມາ.5ເພາະພວກທ່ານເປັນລູກແຫ່ງຄວາມສະຫວ່າງ ແລະ ເປັນລູກແຫ່ງກາງເວັນ. ບໍ່ແມ່ນເປັນລູກແຫ່ງກາງຄືນ ແລະ ຄວາມມືດ6ແຕ່ຂໍໃຫ້ພວກເຮົາຢ່າເຜີຫລັບນອນດັ່ງຄົນອື່ນ. ໃຫ້ເຝົ້າຣະວັງຢູ່ ແລະ ມີສະຕິໃຫ້ດີ.7ເພາະຄົນເຫລົ່ານັ້ນ ຊຶ່ງນອນຫລັບໃນເວລາກາງຄືນ, ແລະ ເມົາເຫລົ້າໃນເວລາກາງຄືນ.8ແຕ່ໃນເມື່ອພວກເຮົາເປັນລູກຂອງກາງເວັນ, ຂໍໃຫ້ພວກເຮົາຢູ່ຢ່າງມີສະຕິ ແລະ ຂໍໃຫ້ພວກເຮົາສວມຄວາມເຊື່ອ ແລະ ຄວາມຮັກເປັນເຄື່ອງປ້ອງກັນເອິກ, ແລະ ສວມຫມວກເຫລັກຄືຄວາມແນ່ໃຈໃນຄວາມລອດພົ້ນໃນອານາຄົດຂອງພວກເຮົາ.9ເພາະພຣະເຈົ້າບໍ່ໄດ້ກໍາຫນົດໃຫ້ພວກເຮົາຕ້ອງພົບກັບຄວາມໂກດຮ້າຍຂອງພຣະເຈົ້າ, ແຕ່ໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໂດຍຜ່ານທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.10ຄືພຣະອົງຜູ້ຊົງຍອມຕາຍເພື່ອພວກເຮົາ, ບໍ່ວ່າພວກເຮົາຈະຕື່ນຢູ່ ຫລື ນອນຫລັບ ພວກເຮົາກໍ່ຈະມີຊີວິດຢູ່ກັບພຣະອົງ11ເພາະສະນັ້ນຈົ່ງຫນູນໃຈກັນ ແລະ ກັນ ແລະ ເສີມສ້າງກັນ ແລະ ກັນຂຶ້ນເຫມືອນຢ່າງທີ່ພວກທ່ານກຳລັງເຮັດຢູ່ນັ້ນ.12ອ້າຍນ້ອງທັງຫລາຍ, ພວກເຮົາຂໍໃຫ້ພວກທ່ານຍອມຮັບຄົນເຫລົ່ານັ້ນ ທີ່ທຳງານຫນັກທ່າມກາງທ່ານ ແລະ ຄົນທີ່ດູແລພວກທ່ານໃນອົງພຣະຜູ້ເປັນເຈົ້າ ແລະ ຄອຍຖ້າຕັກເຕືອນພວກທ່ານ.13ພວກເຮົາຂໍໃຫ້ພວກທ່ານສະແດງຄວາມເຄົາຣົບຢ່າງສູງຕໍ່ພວກເພິ່ນດ້ວຍຄວາມຮັກ ເພາະການງານຂອງພວກເພິ່ນ ພວກທ່ານຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ.14ອ້າຍນ້ອງທັງຫລາຍ, ພວກເຮົາຂໍແນະນຳພວກທ່ານໃຫ້ຕັກເຕືອນຄົນທີ່ສ້າງຄວາມວຸ້ນວາຍ, ຫນູນໃຈຄົນທີ່ທໍ້ກຳລັງໃຈ, ຊ່ວຍເຫລືອຄົນທີ່ອ່ອນແອ, ແລະຈົ່ງອົດທົນຕໍ່ທຸກໆຄົນ.15ຈົ່ງເຝົ້າເບິ່ງວ່າຈະບໍ່ມີໃຜທີ່ຕອບແທນຄວາມຮ້າຍດ້ວຍຄວາມຮ້າຍ. ແຕ່ໃຫ້ຍຶດຫມັ້ນໃນສິ່ງດີຕໍ່ກັນ ແລະ ຕໍ່ຄົນທັງຫລາຍ.16ຈົ່ງຊື່ນຊົມຍິນດີທຸກເວລາ.17ຈົ່ງອະທິຖານສະຫມໍ່າສະເຫມີ ຢ່າຢຸດ.18ຈົ່ງໂມທະນາຂອບພຣະຄຸນໃນທຸກສິ່ງ. ເພາະເຫດນີ້ແຫລະ ເປັນນໍ້າພຣະທັຍຂອງພຣະເຈົ້າໃນພຣະເຢຊູຄຣິດເຈົ້າສຳລັບພວກທ່ານ.19ຢ່າຣະງັບພຣະວິນຍານ.20ຢ່າຫມິ່ນປະຫມາດຄຳທຳນວາຍ.21ຈົ່ງພິສູດທຸກສິ່ງ. ຈົ່ງຍຶດຫມັ້ນໃນສິ່ງທີ່ດີກວ່າ22ຈົ່ງຫລີກຫນີຈາກການກະທຳຊົ່ວຮ້າຍທຸກຮູບແບບ.23ຂໍພຣະເຈົ້າແຫ່ງສັນຕິສຸກເຮັດໃຫ້ທ່ານບໍຣິສຸດຢ່າງສົມບູນ. ຂໍໃຫ້ທັງວິນຍານຈິດໃຈແລະ ຮ່າງກາຍຂອງພວກທ່ານໄດ້ຮັບການປົກປ້ອງໂດຍປາສະຈາກຄວາມຜິດເພື່ອການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາ24ຜູ້ສັດຊື່ຄືພຣະອົງຜູ້ຊົງເອີ້ນທ່ານ, ພຣະອົງຜູ້ດຽວຈະເຮັດຢ່າງນັ້ນດ້ວຍ.25ອ້າຍນ້ອງທັງຫລາຍ, ຈົ່ງອະທິຖານເພື່ອພວກເຮົາ.26ຈົ່ງທັກທາຍພີ່ນ້ອງທຸກຄົນດ້ວຍຮອຍຈູບອັນບໍຣິສຸດ.27ຂ້າພຣະເຈົ້າຂໍຮ້ອງພວກທ່ານໃນອົງພຣະຜູ້ເປັນເຈົ້າໃຫ້ອ່ານຈົດຫມາຍນີ້ ໃຫ້ກັບພີ່ນ້ອງທຸກຄົນຟັງ28ຂໍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ດຳຣົງຢູ່ກັບພວກທ່ານເຖີ້ນ.
1ໂປໂລ, ຊີລາ, ແລະ ຕີໂມທຽວ, ເຖິງຄຣິສຕະຈັກທີ່ເມືອງເທສະໂລນິກໃນພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ.2ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາຂອງເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ຈົ່ງມີຢູ່ກັບທ່ານທັງຫລາຍເຖີ້ນ.3ພວກເຮົາຄວນໂມທະນາຂອບພຣະຄຸນພຣະເຈົ້າສຳລັບພວກທ່ານສະເຫມີ, ອ້າຍນ້ອງທັງຫລາຍເອີຍ. ສຳລັບສິ່ງນີ້ເປັນສິ່ງທີ່ເຫມາະສົມ, ເພາະຄວາມເຊື່ອຂອງທ່ານກໍເຕີບໂຕຂຶ້ນຫລາຍ, ແລະ ຄວາມຮັກຂອງແຕ່ລະຄົນໃນພວກທ່ານທີ່ມີຕໍ່ກັນຫລາຍເຊັ່ນກັນ.4ດັ່ງນັ້ນພວກເຮົາຈຶ່ງອວດເລື່ອງຂອງທ່ານຕໍ່ຄຣິສຕະຈັກອື່ນໆຂອງພຣະເຈົ້າ. ພວກເຮົາເວົ້າກ່ຽວກັບຄວາມອົດທົນ ແລະ ຄວາມເຊື່ອຂອງພວກທ່ານໃນການຂົ່ມເຫັງທັງຫມົດທີ່ພວກທ່ານໄດ້ຮັບ. ພວກເຮົາເວົ້າເຖິງຄວາມຍາກລຳບາກທີ່ທ່ານຕ້ອງທົນ.5ນີ້ເປັນຫມາຍສຳຄັນຂອງການພິພາກສາອັນຊອບທັມຂອງພຣະເຈົ້າ. ຜົນກໍ່ຄືທ່ານຈະໄດ້ເປັນຄົນທີ່ເຫມາະສົມສຳລັບຣາຊະອານາຈັກຂອງພຣະເຈົ້າສຳລັບການທີ່ທ່ານທົນທຸກ.6ມັນເປັນຄວາມຊອບທັມຂອງພຣະເຈົ້າທີ່ຈະໃຫ້ທຸກສະຫນອງແກ່ຄົນທີ່ໃຫ້ທຸກແກ່ທ່ານ,7ແລະ ການບັນເທົາທຸກມີແກ່ທ່ານ ຜູ້ຊຶ່ງໄດ້ທົນທຸກລຳບາກກັບພວກເຮົາ. ພຣະອົງຈະຊົງເຮັດຢ່າງນີ້ເມື່ອພຣະເຢຊູເຈົ້າສະເດັດມາຈາກສະຫວັນພ້ອມກັບທູດສະຫວັນແຫ່ງຣິດອຳນາດຂອງພຣະອົງ.8ໃນໄຟນາຣົກອັນຮ້ອນກ້າ ພຣະອົງຈະແກ້ແຄ້ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ບໍ່ຕອບສະຫນອງໃນຂ່າວປະເສີດຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ.9ພວກເຂົາຈະທົນທຸກກັບການຖືກລົງໂທດ ອັນເປັນຄວາມຈິບຫາຍນິຣັນດອນ ຖືກຕັດຂາດຈາກການຊົງສະຖິດຂອງພຣະຜູ້ເປັນເຈົ້າ ແລະ ຈາກພຣະສະຫງ່າຣາສີແຫ່ງຣິດອຳນາດຂອງພຣະອົງ.10ພຣະອົງຈະເຮັດເຊັ່ນນີ້ ເມື່ອພຣະອົງສະເດັດກັບມາໃນວັນນັ້ນ ເພື່ອທີ່ຈະໄດ້ຮັບກຽດ ທ່າມກາງຄົນຂອງພຣະອົງ ແລະ ເປັນທີ່ອັດສະຈັນໃຈໃນທ່າມກາງທຸກຄົນທີ່ເຊື່ອ. ເພາະທ່ານເຊື່ອຄຳພະຍານທີ່ເຮົາໄດ້ໃຫ້ແກ່ທ່ານແລ້ວ.11ດ້ວຍເຫດນີ້ ເຮົາຈຶ່ງອະທິຖານເພື່ອທ່ານຢ່າງເປັນປະຈຳ. ພວກເຮົາອະທິຖານວ່າ ພຣະເຈົ້າຂອງເຮົາຈະເຫັນວ່າທ່ານຄູ່ຄວນແກ່ການຊົງເອີ້ນ. ພວກເຮົາອະທິຖານເພື່ອທີ່ວ່າພຣະອົງຈະຊົງກະທຳໃຫ້ຄວາມປາຖນາແຫ່ງຄວາມດີທຸກຢ່າງ ແລະຄວາມປາຖນາທີ່ຈະເຮັດການງານແຫ່ງຄວາມເຊື່ອທຸກຢ່າງສຳເລັດລຸລ່ວງໄປໄດ້ດ້ວຍຣິດອຳນາດ.12ພວກເຮົາອະທິຖານໃນສິ່ງເຫລົ່ານີ້ເພື່ອທີ່ວ່າພຣະນາມຂອງອົງພຣະເຢຊູຄຣິດເຈົ້າຈະໄດ້ຮັບກຽດຜ່ານທາງທ່ານ. ພວກເຮົາອະທິຖານເພື່ອທີ່ວ່າທ່ານຈະໄດ້ຮັບກຽດໂດຍທາງພຣະອົງ, ເພາະພຣະຄຸນຂອງພຣະເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາທັງຫລາຍ.
1ບັດນີ້ກ່ຽວກັບເລື່ອງການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ ແລະ ການທີ່ພຣະອົງໄດ້ຮວບຮວມພວກເຮົາທັງຫມົດໃຫ້ມາຢູ່ຮ່ວມກັນກັບພຣະອົງນັ້ນ: ເຮົາຂໍຮ້ອງພວກທ່ານ, ອ້າຍນ້ອງທັງຫລາຍເອີຍ,2ຢ່າໃຫ້ໃຈຂອງທ່ານຫວັ່ນໄຫວງ່າຍ ຫລື ຕື່ນຕົກໃຈ, ບໍ່ວ່າຈະໂດຍວິນຍານ, ໂດຍຂໍ້ຄວາມ, ຫລື ໂດຍຈົດຫມາຍຫນຶ່ງ ທີ່ເບິ່ງເຫມືອນວ່າຈະມາຈາກພວກເຮົາ, ຊຶ່ງອ້າງວ່າວັນຂອງພຣະຜູ້ເປັນເຈົ້າໄດ້ມາເຖິງແລ້ວ.3ຢ່າໃຫ້ໃຜລໍ້ລວງທ່ານ ບໍ່ວ່າຈະໃນທາງໃດ. ເພາະວັນນັ້ນຈະບໍ່ມາເຖິງຈົນກວ່າຜູ້ຕໍ່ຕ້ານຈະມາ, ແລະ ຄົນນອກກົດຫມາຍໄດ້ເປີດເຜີຍ, ຄືລູກແຫ່ງຄວາມພິນາດຈິບຫາຍ.4ຊຶ່ງເປັນຄົນທີ່ຕໍ່ຕ້ານແລະ ຍົກຍ້ອງຕົນເອງຂຶ້ນ ເພື່ອເປັນປໍຣະປັກກັບທຸກສິ່ງທີ່ເອີ້ນວ່າພຣະເຈົ້າ ຫລື ເປັນທີ່ນະມັດສະການ. ຜົນທີ່ຕາມມາຄື, ເຂົານັ່ງໃນວິຫານຂອງພຣະເຈົ້າ ແລະ ສະແດງຕົນເອງວ່າເປັນດັ່ງພຣະເຈົ້າ.5ທ່ານຈື່ບໍ່ໄດ້ບໍ ຕອນທີ່ຂ້າພຣະເຈົ້າຢູ່ກັບທ່ານ ຂ້າພຣະເຈົ້າໄດ້ບອກທ່ານເຖິງສິ່ງເຫລົ່ານີ້?6ຕອນນີ້ທ່ານຮູ້ແລ້ວວ່າແມ່ນຫຍັງກີດກັ້ນເຂົາໄວ້, ເພື່ອຈະໃຫ້ເປີດເຜີຍຕົວໄດ້ ພຽງແຕ່ໃນເວລາທີ່ເຫມາະສົມເທົ່ານັ້ນ.7ເພາະຄວາມເລິກລັບຂອງການເປັນຄົນບໍ່ເຄົາຣົບກົດຫມາຍ, ກຳລັງທຳງານຢູ່ຈຶ່ງຕ້ອງມີບາງຄົນທີ່ກີດກັ້ນເຂົາໄວ້ໃນຕອນນີ້ເທົ່ານັ້ນ ຈົນກວ່າເຂົາຈະຖືກກຳຈັດໄປ.8ແລ້ວພວກຄົນທີ່ບໍ່ເຄົາຣົບກົດຫມາຍຈະໄດ້ເປີດເຜີຍອອກມາ, ຄືຄົນທີ່ພຣະເຢຊູຄຣິດເຈົ້າຈະປະຫານດ້ວຍລົມຫາຍໃຈຈາກປາກຂອງພຣະອົງ. ອົງພຣະຜູ້ເປັນເຈົ້າຈະກຳຈັດມັນໃຫ້ຫມົດໄປໂດຍການສຳແດງເຖິງການສະເດັດມາຂອງພຣະອົງ.9ການມາຂອງຄົນທີ່ບໍ່ເຄົາຣົບກົດຫມາຍກໍເປັນເພາະການງານຂອງຊາຕານໂດຍຣິດອຳນາດ, ຫມາຍສຳຄັນ, ແລະ ການອັດສະຈັນບໍ່ຈິງທັງຫມົດ,10ແລະ ໂດຍການຫລອກລວງທັງຫມົດແຫ່ງຄວາມອະທັມ ສິ່ງເຫລົ່ານີ້ຈະມີໄວ້ສຳລັບຄົນທີ່ກຳລັງຈະພິນາດຈິບຫາຍ, ເພາະພວກເຂົາບໍ່ໄດ້ຮັບຄວາມຮັກແຫ່ງຄວາມຈິງເພື່ອທີ່ພວກເຂົາຈະລອດພົ້ນໄດ້.11ດ້ວຍເຫດຜົນນີ້ ພຣະເຈົ້າຈຶ່ງໃຫ້ການງານແຫ່ງຄວາມຜິດພາດເກີດຂຶ້ນກັບພວກເຂົາ ເພື່ອທີ່ພວກເຂົາຈະໄດ້ເຊື່ອຄຳຂີ້ຕົວະ.12ຜົນຄືພວກເຂົາທຸກຄົນຈະຕ້ອງຖືກພິພາກສາ, ຄືຄົນທີ່ບໍ່ເຊື່ອໃນຄວາມຈິງ ແຕ່ເລືອກທີ່ຈະຍິນດີໃນຄວາມອະທັມ.13ແຕ່ພວກເຮົາຄວນ ໂມທະນາຂອບພຣະຄຸນພຣະເຈົ້າສະເຫມີສຳລັບທ່ານ, ອ້າຍນ້ອງ ຜູ້ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າ. ເພາະສຳລັບພຣະເຈົ້າໄດ້ຊົງເລືອກທ່ານໃນຖານະທີ່ເປັນຜົນແລກແຫ່ງຄວາມລອດພົ້ນໃນການຊໍາຣະໃຫ້ບໍຣິສຸດຂອງພຣະວິນຍານ ແລະ ການເຊື່ອໃນຄວາມຈິງ,14ນີ້ເປັນສິ່ງທີ່ພຣະອົງໄດ້ຊົງເອີ້ນທ່ານໂດຍຜ່ານທາງຂ່າວປະເສີດຂອງເຮົາເພື່ອໃຫ້ໄດ້ຮັບພຣະສະງ່າຣາສີແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາ.15ດັ່ງນັ້ນ, ພີ່ນ້ອງທັງຫລາຍ ຈົ່ງຕັ້ງຫມັ້ນຄົງຢູ່ ແລະ ຍຶດຖືເອົາຄວາມຈິງເຫລົ່ານັ້ນທີ່ພວກທ່ານໄດ້ຮຽນຈາກເຮົາ, ທັງທາງຖ້ອຍຄຳ ຫລື ໂດຍທາງຈົດຫມາຍ.16ຂໍໃຫ້ພຣະເຢຊູຄຣິດເຈົ້າຂອງເຮົາ ແລະພຣະເຈົ້າພຣະບິດາຂອງເຮົາຜູ້ໄດ້ຊົງຮັກເຮົາ ແລະປຣະທານການຫນູນໃຈນິຣັນດອນ ແລະ ຄວາມເຊື່ອຫມັ້ນທີ່ດີສຳລັບອານາຄົດໂດຍຜ່ານທາງພຣະຄຸນແກ່ເຮົາ,17ການຫນູນໃຈ ແລະ ເສີມສ້າງຫົວໃຈຂອງທ່ານໃຫ້ຫມັ້ນຄົງໃນການງານ ແລະ ຖ້ອຍຄຳອັນດີທຸກປະການ.
1ບັດນີ້, ພີ່ນ້ອງທັງຫລາຍເອີຍ, ຈົ່ງອະທິຖານເພື່ອພວກເຮົາ, ທີ່ພຣະທັມຂອງອົງພຣະຜູ້ເປັນເຈົ້າຈະໄດ້ຮັບການປະກາດອອກໄປຢ່າງໄວວາ ແລະ ໄດ້ຖວາຍກຽດ, ຢ່າງທີ່ໄດ້ເກີດຂຶ້ນກັບພວກທ່ານ.2ຈົ່ງອະທິຖານເພື່ອໃຫ້ເຮົາໄດ້ຮັບການປົດປ່ອຍຈາກຄົນພານ ແລະ ຄົນຊົ່ວຮ້າຍ, ເພາະບໍ່ແມ່ນວ່າທຸກຄົນມີຄວາມເຊື່ອ.3ແຕ່ອົງພຣະຜູ້ເປັນເຈົ້າຊົງສັດຊື່, ພຣະອົງຈະເສີມສ້າງທ່ານ ແລະປ້ອງກັນທ່ານໄວ້ຈາກມານຮ້າຍ.4ພວກເຮົາມີຄວາມເຊື່ອຫມັ້ນໃນອົງພຣະຜູ້ເປັນເຈົ້າກ່ຽວກັບທ່ານ, ວ່າທ່ານທັງສອງກຳລັງເຮັດ ແລະ ຈະເຮັດຕໍ່ໄປໃນສິ່ງທີ່ເຮົາສັ່ງ.5ຂໍພຣະເຈົ້ານຳຫົວໃຈຂອງທ່ານໃຫ້ເຂົ້າເຖິງຄວາມຮັກຂອງພຣະເຈົ້າ ແລະ ຄວາມອົດທົນຂອງພຣະຄຣິດເຈົ້າ.6ດຽວນີ້, ພີ່ນ້ອງທັງຫລາຍ, ພວກເຮົາສັ່ງທ່ານໃນພຣະນາມຂອງພຣະເຢຊູຄຣິດເຈົ້າ, ວ່າໃຫ້ທ່ານຫລີກຫນີອອກຈາກພີ່ນ້ອງທຸກຄົນທີ່ຢູ່ຢ່າງກຽດຄ້ານ ແລະ ບໍ່ໄດ້ປະຕິບັດຕາມທຳນຽມທີ່ເຮົາໄດ້ສອນທ່ານໄວ້.7ເປັນສິ່ງເຫມາະສົມທີ່ທ່ານຈະເຮັດຕາມແບບຢ່າງຂອງເຮົາ. ພວກເຮົາບໍ່ໄດ້ໃຊ້ຊີວິດຢູ່ທ່າມກາງພວກທ່ານເຫມືອນຄົນທີ່ບໍ່ມີວິໃນ.8ພວກເຮົາບໍ່ໄດ້ກິນອາຫານຂອງໃຜໂດຍທີ່ບໍ່ໄດ້ຈ່າຍເງິນ. ແຕ່ເຮົາເຮັດວຽກຫນັກທັງເວັນ ແລະ ຄືນ ດ້ວຍຄວາມຍາກລຳບາກ, ເພື່ອທີ່ເຮົາຈະບໍ່ເປັນພາຣະຜູ້ໃດໃນພວກທ່ານ.9ເຮົາເຮັດຢ່າງນີ້ບໍ່ແມ່ນເພາະເຮົາບໍ່ມີອຳນາດ ແຕ່ເຮົາທຳຢ່າງນີ້ເພື່ອທີ່ຈະໄດ້ເປັນແບບຢ່າງແກ່ພວກທ່ານ, ເພື່ອທີ່ທ່ານຈະໄດ້ເຮັດຕາມແບບຢ່າງຂອງເຮົາ.10ເມື່ອເຮົາຢູ່ກັບພວກທ່ານ, ເຮົາສັ່ງພວກທ່ານວ່າ "ຖ້າໃຜບໍ່ຢາກຈະເຮັດວຽກ, ຄົນນັ້ນກໍບໍ່ຄວນກິນ"11ເພາະເຮົາໄດ້ຍິນວ່າມີບາງຄົນໃຊ້ຊີວິດຢ່າງຂີ້ຄ້ານທ່າມກາງພວກທ່ານ. ພວກເຂົາບໍ່ເຮັດວຽກແຕ່ ມັກຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ.12ເຮົາສັ່ງ ແລະ ເຕືອນສະຕິຄົນເຊັ່ນນັ້ນ ໃນອົງພຣະເຢຊູຄຣິດເຈົ້າວ່າ ພວກເຂົາຄວນຈະທຳງານດ້ວຍຄວາມສະຫງົບ ແລະ ຫາລ້ຽງຊີບຕົນເອງ.13ແຕ່ຝ່າຍທ່ານ, ອ້າຍນ້ອງທັງຫລາຍ, ຢ່າສູນເສັຽກຳລັງໃຈໃນການເຮັດສິ່ງທີ່ຖືກຕ້ອງ.14ຖ້າມີຄົນທີ່ບໍ່ໄດ້ເຊື່ອຟັງຄຳເວົ້າຂອງເຮົາໃນຈົດຫມາຍສະບັບນີ້, ໃຫ້ຫມາຍຫົວເຂົາໄວ້ ແລະ ຢ່າໄປຄົບຄ້າສະມາຄົມກັບເຂົາ, ເພື່ອທີ່ວ່າເຂົາຈະຮູ້ສຶກລະອາຍ.15ຢ່າຄິດວ່າເຂົາເປັນສັດຕຣູ ແຕ່ໃຫ້ຕັກເຕືອນເຂົາໃນຖານະທີ່ເປັນພີ່ນ້ອງ.16ຂໍອົງພຣະຜູ້ເປັນເຈົ້າແຫ່ງສັນຕິສຸກປະທານສັນຕິສຸກແກ່ທ່ານໃນທຸກເວລາ ແລະ ທຸກສະຖານະການ. ຂໍອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບພວກທ່ານທຸກຄົນ.17ນີ້ເປັນການທັກທາຍຂອງຂ້າພຣະເຈົ້າ, ໂປໂລຂຽນດ້ວຍມືຂອງຂ້າພຣະເຈົ້າເອງ, ຊຶ່ງເປັນສັນຍາລັກໃນຈົດຫມາຍທຸກສະບັບ. ນີ້ເປັນວິທີທີ່ຂ້າພຣະເຈົ້າຂຽນ.18ຂໍພຣະຄຸນແຫ່ງອົງພຣະເຢຊູຄຣິດເຈົ້າ ດຳຣົງຢູ່ກັບພວກທ່ານທຸກຄົນເຖີ້ນ.
1ຈາກໂປໂລ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ຕາມພຣະບັນຊາຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ຜູ້ທີ່ເປັນຄວາມຫມັ້ນໃຈຂອງເຮົາ,2ເຖິງຕີໂມທຽວ, ຜູ້ເປັນບຸດທີ່ແທ້ຈິງໃນຄວາມເຊື່ອຂອງເຮົາ: ຂໍໃຫ້ພຣະຄຸນ, ພຣະເມດຕາ, ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ແລະ ອົງພຣະຜູ້ເປັນເຈົ້າຂອງເຮົາຈົ່ງດຳຣົງຢູ່ກັບທ່ານເຖີດ.3ຂະນະທີ່ຂ້າພຣະເຈົ້າກໍາລັງໄປທີ່ແຂວງມາຊີໂດເນັຽ, ຂ້າພຣະເຈົ້າໄດ້ຂໍຮ້ອງໃຫ້ທ່ານຄອຍທີ່ເມືອງເອເຟໂຊເພື່ອໃຫ້ທ່ານສາມາດສອນບາງຄົນບໍ່ໃຫ້ສອນຜິດໄປຈາກຫລັກຄຳສອນ.4ອີກທັງບໍ່ໃຫ້ໃສ່ໃຈໃນເລື່ອງລາວຕ່າງໆ ແລະ ລຳດັບພົງພັນທີ່ບໍ່ຮູ້ຈົບ. ເຫລົ່ານີ້ຈະເຮັດໃຫ້ເກີດການຜິດຖຽງກັນຫລາຍກວ່າເກົ່າ ແທນທີ່ຈະເຮັດໃຫ້ແຜນການຂອງພຣະເຈົ້າ, ສຳເລັດໂດຍທາງຄວາມເຊື່ອ.5ເປົ້າຫມາຍຂອງຄຳສັ່ງນີ້ຄືຄວາມຮັກທີ່ມາຈາກຫົວໃຈບໍຣິສຸດ, ແລະ ຈາກຄວາມສຳນຶກທີ່ດີ, ແລະ ຈາກຄວາມເຊື່ອທີ່ຈິງໃຈ.6ແຕ່ວ່າບາງຄົນໄດ້ຫລົງຜິດໃນເລື່ອງນີ້ໄປ ແລະ ໄດ້ຫັນໄປຈາກສິ່ງເຫລົ່ານີ້ທີ່ກ່າວຢ່າງໂງ່ຈ້າ.7ພວກເຂົາມີຄວາມປາຖນາທີ່ຈະເປັນຜູ້ສອນພຣະບັນຍັດ, ແຕ່ວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ພວກເຂົາສອນ ຫລື ບໍ່ເຂົ້າໃຈໃນສິ່ງທີ່ພວກເຂົາກ່າວຢືນຢັນ.8ແຕ່ພວກເຮົາຮູ້ວ່າພຣະບັນຍັດນັ້ນເປັນສິ່ງທີ່ດີ ຖ້າເຮົາໃຊ້ຢ່າງຖືກຕ້ອງ.9ພວກເຮົາຮູ້ວ່າ, ພຣະບັນຍັດນັ້ນບໍ່ໄດ້ມີໄວ້ສຳລັບຄົນຊອບທັມ, ແຕ່ມີໄວ້ສຳລັບຄົນອະທັມ ແລະ ຄົນທີ່ມີໃຈດື້ດ້ານ, ສຳລັບຄົນທີ່ບໍ່ມີພຣະເຈົ້າແລະ ຄົນບາບ, ແລະ ຕໍ່ຄົນເຫລົ່ານັ້ນທີ່ເປັນຄົນທີ່ບໍ່ໄດ້ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ຫມິ່ນປະຫມາດພຣະເຈົ້າ. ພຣະບັນຍັດມີໄວ້ສຳລັບຄົນຂ້າພໍ່ ແລະ ແມ່ຂອງພວກເຂົາເອງ, ແລະ ຄົນທີ່ເປັນຜູ້ຂ້າຄົນ,10ສຳລັບຄົນທີ່ປະພຶດຜິດທາງເພດ, ຄົນຮັກຮ່ວມເພດ, ຄົນລັກພາຄົນອື່ນໄປເປັນທາດ, ຄົນຂີ້ຕົວະ, ຄົນເປັນພະຍານບໍ່ຈິງ ແລະຄົນອື່ນໆທີ່ຕໍ່ຕ້ານຫລັກຄຳສອນແຫ່ງຄວາມເຊື່ອ.11ຄຳສັ່ງສອນນີ້ ແມ່ນຕາມທີ່ມີໃນຂ່າວປະເສີດອັນສະຫງ່າຣາສີຂອງພຣະເຈົ້າ ຜູ້ສົມຄວນແກ່ການສັນຣະເສີນ ເຊິ່ງໄດ້ຊົງປະທານແກ່ຂ້າພຣະເຈົ້າ.12ຂ້າພຣະເຈົ້າຂອບພຣະຄຸນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ. ພຣະອົງເປັນຜູ້ຊົງເສີມກຳລັງໃຫ້ແກ່ຂ້າພຣະເຈົ້າ, ພຣະອົງຊົງເຫັນວ່າຂ້າພຣະເຈົ້າເປັນຄົນສັດຊື່ ແລະ ໄດ້ຊົງໃຊ້ຂ້າພຣະເຈົ້າໃຫ້ເຮັດພັນທະກິດນີ້.13ຂ້າພຣະເຈົ້າໄດ້ເຄີຍເປັນຄົນທີ່ຫມິ່ນປະຫມາດ, ຂົ່ມເຫັ່ງ ແລະ ໃຊ້ຄວາມຮຸນແຮງ. ແຕ່ຂ້າພຣະເຈົ້າໄດ້ຮັບພຣະເມດຕາ ເພາະຂ້າພຣະເຈົ້າໄດ້ສະແດງອອກຢ່າງໂງ່ຈ້າໃນຄວາມບໍ່ເຊື່ອ.14ແຕ່ວ່າພຣະຄຸນຂອງພຣະເຈົ້າທີ່ມີຢ່າງລົ້ນເຫລືອ ສຳລັບຂ້າພຣະເຈົ້າ ໂດຍຜ່ານທາງຄວາມເຊື່ອ ແລະຄວາມຮັກທີ່ມີໃນພຣະເຢຊູຄຣິດເຈົ້າ.15ຄຳກ່າວນີ້ເປັນຄວາມຈິງທີ່ເຊື່ອຖືໄດ້ ແລະ ສົມຄວນທີ່ຈະຮັບໄວ້ຢ່າງຍິ່ງ, ນັ້ນຄືພຣະເຢຊູຄຣິດເຈົ້າ ໄດ້ສະເດັດເຂົ້າມາໃນໂລກນີ້ ເພື່ອຊ່ວຍຄົນບາບໃຫ້ລອດພົ້ນ. ຂ້າພຣະເຈົ້າຊົ່ວຊ້າທີ່ສຸດໃນບັນດາຄົນບາບເຫລົ່ານັ້ນ.16ແຕ່ດ້ວຍເຫດນີ້ ຂ້າພຣະເຈົ້າຈຶ່ງໄດ້ຮັບພຣະເມດຕາ, ເພາະສິ່ງນັ້ນຢູ່ໃນຂ້າພຣະເຈົ້າ, ທີ່ສຳຄັນທີ່ສຸດ, ເພື່ອຈະໄດ້ເຫັນວ່າພຣະເຢຊູຄຣິດເຈົ້າໄດ້ມີຄວາມອົດທົນຫລວງຫລາຍ. ພຣະອົງໄດ້ເປັນແບບຢ່າງແກ່ຄົນທັງຫລາຍທີ່ຈະວາງໃຈໃນພຣະອົງ ເພື່ອໄດ້ຮັບຊີວິດອັນຕະຫລອດໄປເປັນນິດ.17ບັດນີ້ ເຖິງກະສັດຜູ້ຊົງດຳຣົງຢູ່ນິຣັນ, ຜູ້ຊົງອຳມະຕະ, ຜູ້ບໍ່ສາມາດປາກົດເຫັນໄດ້ດ້ວຍຕາ, ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ, ຂໍໃຫ້ພຣະກຽດ ແລະ ພຣະສະຫງ່າຣາສີຈົ່ງມີແດ່ພຣະອົງຕະຫລອດໄປເປັນນິດ ອາແມນ.18ຂ້າພຣະເຈົ້າຂໍມອບຄຳສັ່ງນີ້ແກ່ທ່ານ, ຕີໂມທຽວ, ລູກທີ່ຮັກຂອງເຮົາເອີຍ, ເພາະຂ້າພຣະເຈົ້າເຮັດຕາມຄຳທຳນວາຍທີ່ໄດ້ກ່າວເຖິງທ່ານໃນກ່ອນຫນ້ານີ້, ດັ່ງນັ້ນທ່ານອາດຈະໃຊ້ສິ່ງເຫລົ່ານີ້ເພື່ອໃຫ້ໄດ້ຊັຍຊະນະໃນການຕໍ່ສູ້,19ຂໍໃຫ້ທ່ານເຮັດສິ່ງເຫລົ່ານີ້ຄືມີຄວາມເຊື່ອ ແລະ ຄວາມສຳນຶກທີ່ດີ. ໂດຍການປະຕິເສດສິ່ງນີ້, ບາງຄົນໄດ້ເຮັດໃຫ້ຄວາມເຊື່ອຂອງເຂົາຫລົ້ມຈົມລົງໄປ.20ຊຶ່ງໃນຈຳນວນຄົນເຫລົ່ານັ້ນມີ ເຮມີນາໂຢ ແລະ ອາເລັກຊັນເດີ, ຜູ້ຊຶ່ງຂ້າພຣະເຈົ້າໄດ້ມອບໄວ້ໃຫ້ກັບຊາຕານ ເພື່ອເຂົາຈະໄດ້ຮັບການສອນທີ່ຈະບໍ່ຫມິ່ນປະຫມາດພຣະເຈົ້າ.
1ດັ່ງນັ້ນ ກ່ອນສິ່ງອື່ນໃດທັງຫມົດ, ຂ້າພຣະເຈົ້າຂໍຮ້ອງໃຫ້ທ່ານທູນຂໍ, ອະທິຖານ, ວິ້ງວອນ ແລະ ຂອບພຣະຄຸນເພື່ອຄົນທັງປວງ,2ເພື່ອກະສັດທັງຫລາຍ ແລະ ທຸກຄົນທີ່ມີອຳນາດ, ເພື່ອວ່າເຮົາຈະດຳເນີນຊີວິດຢ່າງສັນຕິສຸກ ແລະ ມີຄວາມສະຫງົບທ່າມກາງຄົນທີ່ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ມີກຽດ.3ການກະທຳຢ່າງນີ້ເປັນສິ່ງທີ່ດີ ແລະ ເປັນສິ່ງພໍພຣະທັຍຕໍ່ພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາ.4ເພາະພຣະອົງຊົງປະສົງໃຫ້ທຸກຄົນໄດ້ຮັບຄວາມລອດພົ້ນ ແລະ ໃຫ້ໄດ້ມີຄວາມຮູ້ໃນຄວາມຈິງນັ້ນ.5ເພາະວ່າພຣະເຈົ້າມີອົງດຽວ, ແລະ ມີຄົນກາງຣະຫວ່າງພຣະເຈົ້າ ແລະ ມະນຸດແຕ່ພຽງຜູ້ດຽວ ຄືພຣະເຢຊູຄຣິດເຈົ້າຜູ້ຊົງສະພາບມະນຸດ.6ຜູ້ໄດ້ຊົງປຣະທານພຣະອົງເອງ ເພື່ອເປັນຄ່າໄຖ່ໃຫ້ກັບຄົນທັງປວງ, ຊຶ່ງເປັນຄຳພະຍານໃນເວລາທີ່ເຫມາະສົມ.7ດ້ວຍເຫດນີ້ເອງ, ຂ້າພຣະເຈົ້າຈຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະ ເປັນອັກຄະສາວົກ. ຊຶ່ງຂ້າພຣະເຈົ້າ ເວົ້າຄວາມຈິງ. ຂ້າພຣະເຈົ້າບໍ່ໄດ້ເວົ້າຕົວະເລີຍ. ຂ້າພຣະເຈົ້າເປັນຄຣູຂອງຄົນຕ່າງຊາດໃນເລື່ອງຄວາມເຊື່ອ ແລະ ຄວາມຈິງ.8ດັ່ງນັ້ນ, ຂ້າພຣະເຈົ້າມີຄວາມປາຖນາໃຫ້ບັນດາຜູ້ຊາຍໃນທຸກໆບ່ອນ ຍົກມືອັນບໍຣິສຸດ ແລະ ອະທິຖານໂດຍບໍ່ມີຄວາມຄຽດຮ້າຍ ແລະການຜິດຖຽງກັນ.9ເຊັ່ນດຽວກັນ, ຂ້າພຣະເຈົ້າມີຄວາມປາຖນາໃຫ້ຜູ້ຍິງແຕ່ງກາຍຢ່າງສຸພາບຮຽບຮ້ອຍ, ແລະ ຮູ້ຈັກຄວບຄຸມຕົນເອງ. ພວກເຂົາບໍ່ຄວນເຮັດຊົງຜົມເກີນໄປ, ຫລື ປະດັບຕົວດ້ວຍທອງຄຳ ຫລື ໄຂ່ມຸກ, ຫລືເຄື່ອງນຸ່ງທີ່ມີລາຄາແພງ.10ຂ້າພຣະເຈົ້າປາຖນາທີ່ຈະໃຫ້ພວກເຂົາແຕ່ງກາຍດ້ວຍສິ່ງທີ່ເຫມາະສົມສຳລັບຜູ້ຍິງ ຄືຜູ້ທີ່ດຳເນີນຊີວິດຕາມທາງຂອງພຣະເຈົ້າດ້ວຍການເຮັດດີ.11ແມ່ຍິງຄົນຫນຶ່ງຄວນທີ່ຈະຮຽນຢ່າງງຽບໆ ແລະ ຍອມເຊື່ອຟັງປະຕິບັດຕາມ.12ຂ້າພຣະເຈົ້າບໍ່ອະນຸຍາດໃຫ້ແມ່ຍິງ ສອນ ຫລື ມີອຳນາດເຫນືອຜູ້ຊາຍ, ແຕ່ດຳເນີນຊີວິດຢ່າງງຽບໆ.13ເພາະວ່າອາດາມໄດ້ຖືກສ້າງກ່ອນເອວາ,14ອາດາມບໍ່ໄດ້ຖືກລໍ້ລວງ, ແຕ່ຍິງນັ້ນຖືກລໍ້ລວງໃຫ້ເຮັດບາບຢ່າງສິ້ນເຊີງ.15ຢ່າງໃດກໍຕາມ, ຜູ້ຍິງຈະໄດ້ຮັບຄວາມພົ້ນ ຜ່ານທາງການມີລູກ, ຖ້າພວກເຂົາຍັງຄົງຮັກສາຄວາມເຊື່ອ ແລະ ຄວາມຮັກ ແລະ ການຊຳຣະໃຫ້ບໍຣິສຸດດ້ວຍຈິດໃຈທີ່ສະຫງົບ.
1ຄຳນີ້ເປັນຄວາມຈິງເຊື່ອຖືໄດ້: ຖ້າວ່າຄົນໃດປາຖນາທີ່ຈະເປັນຜູ້ປົກຄອງຄຣິສຕະຈັກ, ຄົນນັ້ນກໍປາຖນາເຮັດສິ່ງທີ່ດີ.2ດັ່ງນັ້ນຜູ້ທີ່ຈະເປັນຜູ້ປົກຄອງຈະຕ້ອງເປັນຜູ້ທີ່ບໍ່ມີທີ່ຕິຕຽນໄດ້. ເຂົາຕ້ອງມີຜົວເມຍຄົນດຽວ. ເຂົາຕ້ອງບໍ່ໃຊ້ຄວາມຮຸນແຮງ, ເປັນຄົນມີເຫດຜົນ, ມີຄວາມເປັນຣະບຽບ, ມີໄມຕຣີຈິດ. ເຂົາຕ້ອງສາມາດສັ່ງສອນໄດ້.3ເຂົາຕ້ອງບໍ່ເປັນຄົນຕິດເຫລົ້າ, ບໍ່ເປັນຄົນມັກກໍໃຫ້ເກີດການວິວາດຜິດຖຽງກັນ, ແຕ່ມີຄວາມສຸພາບອ່ອນໂຍນ, ແລະ ຮັກສັນຕິສຸກ. ເຂົາຕ້ອງບໍ່ເປັນຄົນທີ່ຮັກເງິນຄຳ.4ເຂົາຕ້ອງເປັນຄົນທີ່ສາມາດດູແລຄອບຄົວຂອງຕົນໄດ້ດີ, ແລະ ສາມາດສັ່ງສອນລູກຊາຍ-ຍິງໃຫ້ເຊື່ອຟັງດ້ວຍຄວາມເຄົາຣົບນັບຖືທຸກປະການ.5ດັ່ງນັ້ນຖ້າຊາຍໃດບໍ່ສາມາດດູແລຄອບຄົວຂອງເຂົາໃຫ້ດີໄດ້ແລ້ວ, ເຂົາຈະດູແລຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ?6ເຂົາບໍ່ຄວນເປັນຜູ້ກັບໃຈໃຫມ່, ເພາະຢ້ານວ່າເຂົາຈະອວດຕົວດ້ວຍຄວາມຍິ່ງຈອງຫອງ ແລະ ອາດຈະລົ້ມລົງໃນການປະນາມ ເຫມືອນກັບມານນັ້ນ.7ເຂົາຕ້ອງເປັນຄົນທີ່ມີຊື່ສຽງດີເປັນທີ່ຫນ້ານັບຖືກັບຄົນພາຍນອກ, ເພື່ອເຂົາຈະບໍ່ເຮັດໃຫ້ຕົນເອງຕ້ອງອັບອາຍ ແລະ ຕິດບ້ວງຂອງມານ.8ຝ່າຍຜູ້ດູແລ, ກໍເຊັ່ນດຽວກັນ, ຄວນເປັນຄົນທີ່ປະພຶດດີ, ບໍ່ເວົ້າກັບໄປກັບມາ. ພວກເຂົາບໍ່ຄວນດື່ມເຫລົ້າ ຫລື ບໍ່ເປັນຄົນໂລບ.9ພວກເຂົາຄວນຮັກສາຄວາມຈິງທີ່ໄດ້ເປີດເຜີຍໄວ້ ໃນຄວາມເຊື່ອດ້ວຍຄວາມສຳນຶກອັນບໍຣິສຸດ.10ພວກເຂົາຄວນໄດ້ຮັບການພິສູດກ່ອນ, ຫາກເຂົາບໍ່ມີຕຳຫນິຈຶ່ງຄ່ອຍຮັບໃຊ້.11ຝ່າຍແມ່ຍິງກໍ່ເຫມືອນກັນຈະຕ້ອງເປັນຄົນທີ່ມີຄວາມປະພຶດທີ່ດີ. ພວກເຂົາບໍ່ຄວນເປັນຄົນທີ່ບໍ່ກ່າວຮ້າຍ. ພວກເຂົາຄວນເປັນຄົນທີ່ບໍ່ມັກຄວາມຮຸນແຮງ ແລະ ມີຄວາມສັດຊື່ໃນທຸກສິ່ງ.12ຜູ້ດູແລຈະຕ້ອງມີຜົວເມັຽຄົນດຽວ. ພວກເຂົາຕ້ອງສາມາດດູແລລູກຊາຍຍິງ ແລະ ບ້ານເຮືອນຂອງຕົນໃຫ້ໄດ້ດີ.13ຝ່າຍຄົນເຫລົ່ານັ້ນທີ່ຮັບໃຊ້ຢ່າງດີແລ້ວກໍຈະມີຄວາມຫມັ້ນຄົງໃນຈຸດຢືນຂອງຕົນ ແລະ ມີຄວາມຫມັ້ນໃຈຢ່າງໃຫຍ່ຫລວງໃນຄວາມເຊື່ອຂອງຕົນໃນພຣະເຢຊູຄຣິດເຈົ້າ.14ຂ້າພຣະເຈົ້າກຳລັງຂຽນສິ່ງເຫລົ່ານີ້ເຖິງທ່ານ, ແລະ ຂ້າພຣະເຈົ້າຫວັງວ່າ ຈະມາຫາທ່ານໃນໄວໆນີ້.15ແຕ່ຖ້າຂ້າພຣະເຈົ້າມາຊ້າ, ຂ້າພຣະເຈົ້າຈະຂຽນສິ່ງນີ້ເພື່ອທ່ານກໍຈະໄດ້ຮູ້ວ່າທ່ານຄວນຈະປະຕິບັດຢ່າງໃດ ຕໍ່ຄົນໃນຄອບຄົວຂອງພຣະເຈົ້າ, ຄືຄຣິສຕະຈັກຂອງພຣະເຈົ້າຜູ້ຊົງພຣະຊົນຜູ້ຊຶ່ງເປັນຫລັກ ແລະ ເສົາຄໍ້າຂອງຄວາມຈິງ.16ເປັນສິ່ງທີ່ປະຕິເສດບໍ່ໄດ້ເລີຍວ່າການເປີດເຜີຍຄວາມຈິງທີ່ຍິ່ງໃຫຍ່ຂອງຄົນທີ່ເຊື່ອໃນພຣະເຈົ້ານັ້ນຄືວ່າ: "ພຣະອົງຊົງໄດ້ປາກົດດ້ວຍສະພາບເນື້ອຫນັງ, ເປັນຜູ້ຊອບທັມດ້ວຍພຣະວິນຍານ, ຊົງປາກົດຕໍ່ຫນ້າເຫລົ່າທູດສະຫວັນ, ຊົງໄດ້ຮັບການປະກາດອອກໄປທ່າມກາງບັນດາປະຊາຊາດທັງຫລາຍ, ໄດ້ຮັບການຍອມຮັບຈາກຄົນທົ່ວໂລກ ແລະ ຊົງຖືກຮັບຂື້ນໄປດ້ວຍພຣະສະຫງ່າຣາສີ."
1ດຽວນີ້ ພຣະວິນຍານໄດ້ກ່າວຢ່າງຊັດເຈນວ່າ ຕໍ່ມາພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ແລະ ສົນໃຈໃນພວກວິນຍານທີ່ຫລອກລວງ ແລະບັນດາຄຳສອນຂອງພວກມານ.2ຄຳສັ່ງສອນເຫລົ່ານັ້ນມາຈາກຄົນຫນ້າຊື່ໃຈຄົດ ແລະ ຄົນຂີ້ຕົວະ ຄືພວກທີ່ຄວາມສຳນຶກຕາຍດ້ານ.3ພວກເຂົາຈະຫ້າມແຕ່ງງານ ແລະ ຫ້າມກິນອາຫານທີ່ພຣະເຈົ້າໄດ້ຊົງສ້າງມາໃຫ້ກັບຄົນທີ່ເຊື່ອ ແລະ ຄົນທີ່ຮູ້ຈັກຄວາມຈິງໄດ້ແບ່ງປັນກັນດ້ວຍຄວາມຂອບພຣະຄຸນພຣະເຈົ້າຮ່ວມກັນ.4ເພາະວ່າທຸກສິ່ງທີ່ພຣະເຈົ້າໄດ້ຊົງສ້າງນັ້ນເປັນສິ່ງທີ່ດີ. ບໍ່ມີອັນໃດເປັນສິ່ງຕ້ອງຫ້າມ ຖ້າກິນດ້ວຍການຂອບພຣະຄຸນ.5ເພາະໄດ້ຊຳຣະໃຫ້ບໍຣິສຸດ ໂດຍພຣະຄັມຂອງພຣະເຈົ້າ ແລະ ການອະທິຖານ.6ຖ້າທ່ານໄດ້ສອນສິ່ງເຫລົ່ານີ້ຕໍ່ພີ່ນ້ອງຂອງທ່ານ, ທ່ານກໍຈະເປັນຜູ້ຮັບໃຊ້ທີ່ດີຂອງພຣະເຢຊູຄຣິດເຈົ້າ. ເພາະທ່ານໄດ້ຮັບການລ້ຽງດູໂດຍຖ້ອຍຄຳແຫ່ງຄວາມເຊື່ອ ແລະ ດ້ວຍຄຳສອນທີ່ດີທີ່ທ່ານໄດ້ປະຕິບັດຕາມ.7ແຕ່ຈົ່ງປະຕິເສດຕໍ່ການສົນໃຈໃນນິຍາຍຕ່າງໆໃນໂລກນີ້ທີ່ຜູ້ຍິງແກ່ມັກ. ແຕ່ຈົ່ງຝຶກຕົນໃນທາງຂອງພຣະເຈົ້າ.8ເພາະວ່າການຝຶກຕົນໃນຝ່າຍຮ່າງກາຍນັ້ນອາດຈະມີປະໂຫຍດຫນ້ອຍດຽວ, ແຕ່ວ່າຝຶກຕົນໃນທາງຂອງພຣະເຈົ້ານັ້ນ ກໍເປັນປະໂຫຍດທຸກປະການ ຊຶ່ງເປັນຄຳສັນຍາຕໍ່ຊີວິດນີ້ແລະ ຊີວິດໃນອານາຄົດທີ່ກຳລັງຈະມາເຖິງ.9ຄຳກ່າວນີ້ເຊື່ອຖືໄດ້ ແລະ ເປັນສິ່ງທີ່ສົມຄວນຈະຮັບເອົາໄວ້ ແລະ ເຊື່ອຢ່າງຄົບຖ້ວນ.10ເພາະເລື່ອງນີ້ພວກເຮົາຈຶ່ງຕ້ອງຕໍ່ສູ້ ແລະ ທຳງານຢ່າງຫນັກ. ເພາະວ່າເຮົາມີຄວາມຫມັ້ນໃຈໃນພຣະເຈົ້າຜູ້ຊົງພຣະຊົນ, ຜູ້ຊຶ່ງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງທຸກຄົນ, ໂດຍສະເພາະຂອງບັນດາຜູ້ທີ່ເຊື່ອ.11ທ່ານຈົ່ງປະກາດ ແລະ ສັ່ງສອນສິ່ງເຫລົ່ານີ້12ຢ່າໃຫ້ໃຜຫມິ່ນປະຫມາດຄວາມຫນຸ່ມແຫນ້ນຂອງທ່ານໄດ້, ແຕ່ຈົ່ງເປັນແບບຢ່າງໃຫ້ກັບຄົນເຫລົ່ານັ້ນຄືຜູ້ເຊື່ອ, ໃນຄຳສອນ, ດ້ວຍການປະພຶດ, ຄວາມຮັກ, ຄວາມສັດຊື່ ແລະ ຄວາມບໍຣິສຸດ.13ໃຫ້ພຽນເອົາໃຈໃສ່ໃນການອ່ານ, ການໃຫ້ຄຳແນະນຳ ແລະ ການສອນຈົນກວ່າຂ້າພຣະເຈົ້າຈະມາ.14ຢ່າລະເລີຍຂອງປຣະທານທີ່ມີຢູ່ໃນທ່ານ, ຊຶ່ງທ່ານໄດ້ຮັບຜ່ານທາງການເຜີຍພຣະວັດຈະນະ ທີ່ບັນດາຜູ້ອາວຸໂສໄດ້ວາງມືເທິງທ່ານນັ້ນ.15ຈົ່ງເອົາໃຈໃສ່ສິ່ງເຫລົ່ານີ້. ຈົ່ງເຮັດຕາມສິ່ງເຫລົ່ານີ້, ເພື່ອວ່າຄວາມກ້າວຫນ້າຂອງທ່ານຈະປະກົດຊັດເຈນຕໍ່ຫນ້າຄົນທັງປວງ.16ຈົ່ງເອົາໃຈໃສ່ຕໍ່ຕົວທ່ານເອງ ແລະ ຄຳສອນຂອງທ່ານຢ່າງຮອບຄອບ ແລະ ດຳເນີນຕໍ່ໄປໃນສິ່ງເຫລົ່ານີ້. ເພາະວ່າການກະທຳຢ່າງນີ້, ຈະເຮັດໃຫ້ທັງຕົວທ່ານເອງ ແລະ ບັນດາຜູ້ທີ່ໄດ້ຟັງຖ້ອຍຄຳຂອງທ່ານໄດ້ຮັບຄວາມພົ້ນດ້ວຍ.
1ຢ່າເວົ້າຈາຫມິ່ນປະຫມາດຜູ້ອາວຸໂສກວ່າ. ແຕ່ຈົ່ງເວົ້າຫນູນໃຈເພິ່ນເຫມືອນເປັນບິດາ. ຈົ່ງປະຕິບັດຕໍ່ຊາຍຫນຸ່ມກວ່າ ເຫມືອນພວກເຂົາເປັນອ້າຍນ້ອງ.2ຈົ່ງກ່າວຫນູນໃຈບັນດາແມ່ຍິງທີ່ອາວຸໂສກວ່າເຫມືອນເປັນແມ່, ແລະ ຕັກເຕືອນບັນດາຜູ້ຍິງຫນຸ່ມກວ່າເຫມືອນພວກເຂົາເປັນນ້ອງສາວດ້ວຍຄວາມບໍຣິສຸດທຸກຢ່າງ.3ຈົ່ງໃຫ້ກຽດບັນດາຍິງຫມ້າຍ, ທີ່ຂາດທີ່ເພີ່ງພາ.4ແຕ່ຖ້າຍິງຫມ້າຍຄົນໃດມີລູກ ຫລື ຫລານ, ກໍໃຫ້ພວກເຂົາໃຫ້ກຽດຄົນໃນຄອບຄົວຂອງພວກເຂົາເອງກ່ອນ. ໃຫ້ເຂົາໄດ້ຕອບແທນຄຸນຂອງບິດາມານດາຂອງຕົນ, ເພາະການກະທຳສິ່ງນີ້ເປັນສິ່ງທີ່ພໍພຣະທັຍພຣະເຈົ້າ.5ແຕ່ຜູ້ທີ່ເປັນຍິງຫມ້າຍແທ້ໆ ທີ່ຖືກປະຖິ້ມໃຫ້ຢູ່ຜູ້ດຽວ. ໃຫ້ນາງຫມັ້ນໃຈໃນພຣະເຈົ້າ. ນາງຄວນອະທິຖານທູນຂໍຕໍ່ພຣະເຈົ້າຢູ່ສະເຫມີທັງເວັນ ແລະ ຄືນ.6ແມ່ຍິງທີ່ໃຊ້ຊີວິດປ່ອຍຕົວຕາມໃຈຕົນເອງກໍເຫມືອນຄົນທີ່ຕາຍແລ້ວ, ແມ່ນວ່ານາງຍັງມີຊີວິດຢູ່ກໍຕາມ.7ຈົ່ງສອນສິ່ງເຫລົ່ານີ້ດ້ວຍເພື່ອທີ່ພວກເຂົາຈະບໍ່ເປັນທີ່ຕິຕຽນໄດ້.8ແຕ່ຖ້າໃຜທີ່ບໍ່ລ້ຽງດູຍາດພີ່ນ້ອງຂອງເຂົາ, ໂດຍສະເພາະຄົນເຫລົ່ານັ້ນໃນຄອບຄົວຂອງເຂົາເອງ, ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອ ແລະ ຊົ່ວຍິ່ງກວ່າຄົນບໍ່ເຊື່ອອີກ.9ຜູ້ທີ່ຂືຶ້ນທະບຽນເປັນຍິງຫມ້າຍໄດ້ນັ້ນຕ້ອງມີອາຍຸບໍ່ຕໍ່າກວ່າຫົກສິບປີ, ເປັນເມັຽຂອງຊາຍຄົນດຽວ.10ນາງຕ້ອງເປັນທີ່ຮູ້ຈັກວ່າເປັນຄົນທີ່ມີຄວາມປະພຶດອັນດີ, ເຊັ່ນໃນເລື່ອງທີ່ນາງເອົາໃຈໃສ່ລ້ຽງດູລູກໆ, ຫລື ທີ່ມີໄມຕີຈິດຕ້ອນຮັບແຂກແປກຫນ້າຕ່າງໆ ຫລື ທີ່ເຄີຍລ້າງຕີນຜູ້ເຊື່ອທັງຫລາຍ, ຫລື ທີ່ເຄີຍບັນເທົາຄວາມເດືອດຮ້ອນຂອງຜູ້ທຸກຍາກ, ຫລື ທີ່ເຄີຍທຸ້ມເທຕົນເອງໃນການເຮັດສິ່ງດີທຸກຢ່າງ.11ແຕ່ຍິງຫມ້າຍສາວໆນັ້ນ, ຢ່າຮັບພວກນາງຂຶ້ນທະບຽນ. ເພາະເມື່ອພວກນາງຍອມຕໍ່ຄວາມຕ້ອງການທາງກາຍ ກໍຈະຕໍ່ຕ້ານພຣະຄຣິດເຈົ້າ, ພວກນາງກໍຕ້ອງການແຕ່ງງານອີກ.12ທີ່ພວກນາງເຮັດສິ່ງນີ້ກໍ່ຖືວ່າເປັນຄວາມຜິດເພາະພວກນາງໄດ້ຖອນຂໍ້ຜູກພັນທີ່ໃຫ້ໄວ້ແຕ່ຕົ້ນນັ້ນແລ້ວ.13ພວກນາງກໍກາຍເປັນຄົນມັກຢູ່ລ້າໆ, ທຽວເລາະໄປຕາມເຮືອນນັ້ນເຮືອນນີ້, ແຕ່ຍິ່ງຮ້າຍກວ່ານັ້ນ ແຕ່ກາຍເປັນຄົນມັກເວົ້າຂວັນຄົນອື່ນ ແລະ ຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ. ພວກເຂົາເວົ້າໃນເລື່ອງທີ່ບໍ່ສົມຄວນເວົ້າ.14ເຫດສະນັ້ນ ຂ້າພຣະເຈົ້າຈຶ່ງຢາກໃຫ້ຍິງຫມ້າຍສາວໆນັ້ນ, ແຕ່ງງານມີລູກ, ດູແລບ້ານເຮືອນ ເພື່ອບໍ່ໃຫ້ສັດຕຣູມີໂອກາດກ່າວຫາໄດ້ວ່າເຮົາເຮັດຊົ່ວ.15ດ້ວຍວ່າມີບາງຄົນໄດ້ຫັນໄປຕິດຕາມຊາຕານແລ້ວ.16ຖ້າຫາກຜູ້ເຊື່ອທີ່ເປັນສະຕຣີຄົນໃດມີຍິງຫມ້າຍຢູ່ດ້ວຍ, ກໍ່ຈົ່ງຊ່ວຍເຫລືອພວກນາງ ເພື່ອຈະໄດ້ບໍ່ໄປເພີ້ມພາຣະໃຫ້ກັບຄຣິສຕະຈັກ, ເພື່ອຄຣິສຕະຈັກເອງຈະໄດ້ຊ່ວຍຍິງຫມ້າຍທີ່ບໍ່ມີທີ່ຢູ່ແທ້ໆ.17ຈົ່ງຖືວ່າບັນດາຜູ້ປົກຄອງທີ່ປົກຄອງໄດ້ດີນັ້ນສົມຄວນ ໄດ້ຮັບກຽດເປັນສອງເທົ່າ, ໂດຍສະເພາະຄົນເຫລົ່ານັ້ນທີ່ເຮັດວຽກໃນການເທສະຫນາ ແລະ ການສັ່ງສອນ.18ເພາະພຣະຄັມພີກ່າວວ່າ, "ຢ່າເອົາບັ້ງຫຽງອັດປາກງົວເມື່ອມັນຢຽບເຂົ້າ" ແລະ "ຄົນງານຄວນໄດ້ຮັບຄ່າຈ້າງຂອງຕົນ."19ຢ່າຍອມຮັບຄຳກ່າວຫາຜູ້ປົກຄອງຄົນໃດ ໂດຍປາສະຈາກພະຍານສອງ ຫລື ສາມຄົນ.20ຈົ່ງຕັກເຕືອນຄົນບາບເຫລົ່ານັ້ນຕໍ່ໜ້າທຸກຄົນ ເພື່ອຄົນອື່ນໆທີ່ເຫລືອຈະໄດ້ຢ້ານ.21ຂ້າພຣະເຈົ້າສັ່ງທ່ານຢ່າງຈິງຈັງຕໍ່ໜ້າພຣະພັກພຣະເຈົ້າ ແລະ ຕໍ່ພຣະເຢຊູຄຣິດເຈົ້າ ແລະເຫລົ່າທູດສະຫວັນທີ່ຊົງເລືອກສັນໄວ້, ເພື່ອໃຫ້ທ່ານຮັກສາຄຳສັ່ງເຫລົ່ານີ້ໄວ້ໂດຍບໍ່ໄດ້ເຂົ້າຂ້າງອອກຂາ ແລະ ເພື່ອວ່າທີ່ທ່ານຈະບໍ່ໄດ້ເຮັດສິ່ງໃດດ້ວຍຄວາມລຳອຽງ.22ຢ່າດ່ວນວາງມືເທິງຄົນໃດ. ຢ່າມີສ່ວນຮ່ວມໃນການເຮັດບາບໃດໆຂອງຜູ້ອື່ນ. ທ່ານຄວນຮັກສາຕົນເອງໃຫ້ບໍຣິສຸດ.23ທ່ານບໍ່ຄວນດື່ມແຕ່ນໍ້າ, ແຕ່ຄວນດື່ມເຫລົ້າອະງຸ່ນແດ່ເລັກນ້ອຍ ເພື່ອປະໂຫຍດແກ່ກະເພາະອາຫານຂອງທ່ານ ເພາະທ່ານມັກບໍ່ສະບາຍຢູ່ເລື່ອຍໆ.24ການບາບຂອງບາງຄົນປາກົດຊັດເຈນ, ແລະ ນຳພວກເຂົາໄປສູ່ການພິພາກສາ. ສ່ວນບາບອື່ນໆ ຈະຕາມມາພາຍຫລັງ.25ເຊັ່ນນັ້ນແຫລະ, ການດີບາງຢ່າງກໍ່ປາກົດຊັດເຈນ, ສ່ວນການດີອື່ນໆທີຍັງບໍ່ປາກົດຊັດເຈນ ກໍ່ບໍ່ສາມາດປິດບັງໄວ້ໄດ້ເຊັ່ນກັນ.
1ຝ່າຍບັນດາຄົນທີ່ເປັນທາດນັ້ນຕ້ອງຖືນາຍຂອງພວກຕົນວ່າ ເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ. ພວກເຂົາຄວນເຮັດສິ່ງນີ້ ເພື່ອວ່າຈະບໍ່ມີຜູ້ໃດຫມິ່ນປະຫມາດນາມຂອງພຣະເຈົ້າ ແລະຄຳສັ່ງສອນຂອງພວກເຮົາໄດ້.2ສ່ວນບັນດາທາດທີ່ມີນາຍເປັນຜູ້ທີ່ເຊື່ອ ກໍ່ບໍ່ຄວນລົດຄວາມນັບຖືຍ້ອນວ່ານາຍນັ້ນເປັນພີ່ນ້ອງຂອງພວກຕົນ. ແຕ່ໃຫ້ພວກເຂົາຮັບໃຊ້ນາຍໃຫ້ດີຍິ່ງຂື່້ນອີກ. ເພາະບັນດານາຍເຫລົ່ານັ້ນຜູ້ໄດ້ຮັບປະໂຫຍດຈາກວຽກຂອງພວກເຂົາກໍ່ເປັນຜູ້ເຊື່ອ ແລະ ເປັນທີ່ຮັກດ້ວຍ. ຈົ່ງສອນ ແລະ ປະກາດສິ່ງເຫລົ່ານີ້.3ຜຸ້ໃດກໍ່ຕາມທີ່ສອນຜິດໄປຈາກນີ້ ແລະ ທັງບໍ່ເຫັນພ້ອມກັບຫລັກຄຳສອນອັນແທ້ຈິງຂອງພຣະເຢຊູຄຣິດເຈົ້າຂອງເຮົາ. ຫາກວ່າພວກເຂົາບໍ່ຍອມຮັບກັບຄຳສັ່ງສອນອັນຖືກຕ້ອງ ທີ່ຊີ້ນຳໃນທາງຂອງພຣະເຈົ້າ.4ຄົນນັ້ນກໍ່ອວດຕົວ ແລະບໍ່ຮູ້ຫຍັງເລີຍ. ແຕ່ເຂົາປ່ວຍ ດ້ວຍຄວາມຂັດແຍ້ງແລະ ໂຕ້ຖຽງກັນເລື່ອງຖ້ອຍຄຳ. ຖ້ອຍຄຳເຫລົ່ານີ້ມີຜົນເຮັດໃຫ້ອິດສາກັນ, ຜິດຖຽງກັນ ຫມິ່ນປະໝາດກັນ, ລະແວງສົງໃສກັນ, ແລະ5ຄວາມຂັດແຍ້ງກັນຢ່າງບໍ່ມີທີ່ສິ້ນສຸດ ລະຫວ່າງຄົນໃຈດ້ານ. ພວກເຂົາຫັນຫນີຈາກຄວາມຈິງ. ພວກເຂົາຄິດວ່າທາງຂອງພຣະເຈົ້າ ເປັນທາງທີ່ຈະເຮັດໃຫ້ຮັ່ງມີໄດ້.6ບັດນີ້ຕາມທາງພຣະເຈົ້າ ດ້ວຍຄວາມພຶງພໍໃຈນັ້ນ ເຮັດໃຫ້ຮັ່ງມີສີສຸກຫລວງຫລາຍ.7ເພາະເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກ. ສັນໃດ ເຮົາກໍ່ບໍ່ສາມາດເອົາສິ່ງໃດອອກໄປໄດ້ສັນນັ້ນ.8ສະນັ້ນ, ໃຫ້ເຮົາພໍໃຈໃນອາຫານ ແລະ ເສື້ອຜ້າທີ່ມີຢູ່.9ບັດນີ້ບັນດາຄົນເຫລົ່ານັ້ນທີ່ຢາກຮັ່ງມີ ກໍຕົກຢູ່ໃນການທົດລອງ, ຖືກບ້ວງກັບດັກ. ພວກເຂົາຕົກຢູ່ໃນຄວາມໂງ່ງ່າວ ແລະ ບັນດາກິເລດຕັນຫາອັນຕະຣາຍ, ແລະ ເຮັດໃຫ້ເຈັບປວດ ຊຶ່ງຈ່ອງດຶງຄົນເຫລົ່ານັ້ນຈົມລົງສູ່ຄວາມພິນາດຈິບຫາຍ ແລະການທຳລາຍ.10ດ້ວຍວ່າການຮັກເງິນຄຳເປັນຮາກຂອງຄວາມຊົ່ວທຸກຢ່າງ. ບາງຄົນຢາກຮັ່ງມີຫລາຍຈົນໄດ້ປະຖິ້ມຄວາມເຊື່ອ ແລ້ວກໍ່ເປັນທຸກຣະທົມໃຈຕົນຫລາຍປະການ.11ແຕ່ທ່ານທັງຫລາຍ, ຊຶ່ງເປັນຄົນຂອງພຣະເຈົ້າ, ຈົ່ງຫລີກຫນີຈາກສິ່ງເຫລົ່ານີ້. ຈົ່ງສະແຫວງຫາຄວາມຊອບທັມ, ທາງຂອງພຣະເຈົ້າ ຄວາມສັດຊື່, ຄວາມຮັກ, ຄວາມອົດທົນ, ແລະຄວາມອ່ອນສຸພາບ.12ໃຫ້ຕໍ່ສູ້ຢ່າງສຸດກຳລັງໃນຄວາມເຊື່ອ. ຍຶດຫມັ້ນໃນຊີວິດອັນຕະຫລອດໄປເປັນນິດ ຕາມທີ່ທ່ານໄດ້ຖືກເອີ້ນໃຫ້ໄປຮັບນັ້ນ. ເພາະເລື່ອງນີ້ພວກທ່ານໄດ້ເປັນພະຍານຕໍ່ຫນ້າພະຍານທັງຫລາຍວ່າ ແມ່ນຫຍັງແມ່ນປະເສີດ.13ຂ້າພຣະເຈົ້າຂໍສັ່ງພວກທ່ານຕໍ່ພຣະພັກພຣະເຈົ້າ, ຜູ້ຊົງເຮັດໃຫ້ທຸກສິ່ງມີຊີວິດ, ແລະ ຕໍ່ພຣະພັກຂອງພຣະເຢຊູຄຣິິດເຈົ້າ, ຜູ້ຊົງກ່າວທີ່ເປັນຄວາມຈິງຕໍ່ຫນ້າປີລາດຜູ້ປົກຄອງ:14ຈົ່ງຮັກສາພຣະບັນຊານີ້ໄວ້ຢ່າງສົມບູນ, ໂດຍບໍ່ໃຫ້ມີທີ່ຕິຕຽນໄດ້, ຈົນເຖິງການມາປະກົດຂອງອົງພຣະເຢຊູຄຣີດເຈົ້າ ພຣະເຈົ້າຂອງເຮົາ.15ພຣະເຈົ້າຈະຊົງເປີດເຜີຍການມາປາກົດຂອງພຣະອົງເມື່ອເຖິງເວລາອັນເໝາະສົມ -ພຣະເຈົ້າຜູ້ຊົງສົມຄວນຮັບຄຳສັນຣະເສີນ, ເປັນຜູ້ດຽວທີ່ຊົງຣິດ, ເປັນມະຫາກະສັດຜູ້ຄອບຄອງ, ເປັນອົງພຣະຜູ້ເປັນເຈົ້າທີ່ປົກຄອງ.16ພຣະອົງຜູ້ດຽວທີ່ຕາຍບໍ່ເປັນ ແລະ ພຣະອົງຢູ່ໃນຄວາມສະຫວ່າງເຊິ່ງບໍ່ມີໃຜເຂົ້າເຖິງໄດ້. ບໍ່ມີຄົນໃດເບິ່ງເຫັນພຣະອົງ. ຂໍພຣະກຽດ ແລະ ຣິດເດດນິຣັນດອນມີແດ່ພຣະອົງ. ອາແມນ.17ຈົ່ງບອກຄົນທີ່ຮັ່ງມີໃນໂລກນີ້ຢ່າອວດຕົວ, ແລະ ຢ່າຕັ້ງຄວາມຫວັງໃນຄວາມຮັ່ງມີ, ຊຶ່ງບໍ່ແນ່ນອນ. ແຕ່ພວກເຂົາຄວນຕັ້ງຄວາມຫວັງໃນພຣະເຈົ້າ. ພຣະອົງຊົງມອບຄວາມຮັ່ງມີທີ່ແທ້ຈີງໃຫ້ເຮົາໄດ້ຊື່ນຊົມຍິນດີ.18ຈົ່ງບອກພວກເຂົາໃຫ້ເຮັດຄວາມດີ, ໃຫ້ຮັ່ງມີໃນການກະທຳດີ ໃຫ້ມີໃຈກວ້າງຂວາງ ແລະ ເຕັມໃຈທີ່ຈະແບ່ງປັນ.19ໂດຍການເຮັດເຊັ່ນນັ້ນ, ພວກເຂົາຈະໄດ້ສະສົມຮາກຖານທີ່ດີ ເພື່ອພວກເຂົາເອງໃນເວລາຂ້າງຫນ້າ, ເພື່ອພວກເຂົາຈະໄດ້ຍຶດໃນຊີວິດທີ່ແທ້ຈິງ.20ຕີໂມທຽວເອີຍ, ໃຫ້ປົກປ້ອງສິ່ງທີ່ທ່ານໄດ້ຮັບ. ຫລີກຫນີຈາກການເວົ້າທີ່ໂງ່ງ່າວ ແລະ ການຜິດຖຽງຂັດແຍ້ງກັນໃນເລື່ອງທີ່ບໍ່ເປັນສາຣະຮຽກວ່າຄວາມຮູ້.21ບາງຄົນໄດ້ປະກາດສິ່ງເຫລົ່ານີ້ ແລະ ດັ່ງນັ້ນພວກເຂົາຈຶ່ງພາດຈາກຄວາມເຊື່ອ. ຂໍພຣະຄຸນຈົ່ງສະຖິດກັບທ່ານເຖີ້ນ.
1ຂ້າພະເຈົ້າ ໂປໂລ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າຕາມພຣະປະສົງຂອງພຣະເຈົ້າ, ຕາມພຣະສັນຍາແຫ່ງຊີວິດ ຊຶ່ງເຮົາມີຢູ່ໃນພຣະເຢຊູຄຣິດເຈົ້າ,2ຕີໂມທຽວ ລູກທີ່ຮັກ: ຂໍພຣະຄຸນ. ພຣະເມດຕາ ແລະ ສັນຕິສຸກຈາກພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າຂອງເຮົາຢູ່ກັບທ່ານເທີ້ນ.3ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ, ຜູ້ທີ່ຂ້າພະເຈົ້າຮັບໃຊ້ມານັບຕັ້ງແຕ່ ບັນພະບູລຸດຂອງຂ້າພະເຈົ້າ, ດ້ວຍມະໂນທໍາທີ່ບໍລິສຸດ, ເພາະຂ້າພະເຈົ້າລະນຶກເຖິງທ່ານຢ່າງສະຫມໍ່ສະເໝີໃນຄຳອະທິຖານຂອງຂ້າພະເຈົ້າ ຕະຫລອດ ທັງເວັນ ແລະ ຄືນ.4ເມື່ອຂ້າພະເຈົ້າລະນຶກເຖິງນໍ້າຕາຂອງທ່ານ, ຂ້າພະເຈົ້າປາຖະຫນາ ທີ່ຈະໄດ້ພົບທ່ານ, ເພື່ອຂ້າພະເຈົ້າຈະໄດ້ເຕັມລົ້ນດ້ວຍຄວາມຍິນດີ.5ຂ້າພະເຈົ້າໄດ້ນຶກເຖິງຄວາມເຊື່ອທີ່ແທ້ຈິງຂອງທ່ານຊຶ່ງມີຕັ້ງແຕ່ເຖົ້າຂອງທ່ານ ນາງໂລອີ ແລະ ນາງຢູນິເກ ແມ່ ຂອງທ່ານ, ແລະ ຂ້າພະເຈົ້າໄດ້ເຫັນວ່າຄວາມເຊື່ອມີຢູ່ໃນທ່ານດ້ວຍ.6ນີ້ຄືເຫດຜົນ ທີ່ເຮັດໃຫ້ຂ້າພະເຈົ້າກຳລັງເຕືອນສະຕິທ່ານ ເພື່ອໃຊ້ຂອງປະທານ ຈາກພຣະເຈົ້າທີ່ຢູ່ໃນຕົວທ່ານ ຂຶ້ນມາອີກຄັ້ງຜ່ານການວາງມືຂອງຂ້າພຣະເຈົ້າ.7ເພາະວ່າພຣະເຈົ້າບໍ່ໄດ້ປະທານວິນຍານແຫ່ງຄວາມຢ້ານກົວໃຫ້ພວກເຮົາ, ແຕ່ໄດ້ຊົງປະທານວິນຍານ ແຫ່ງຣິດເດດອຳນາດ ແລະ ຄວາມຮັກ ແລະ ການບັງຄັບຕົນເອງໃຫ້.8ດັ່ງນັ້ນຢ່າລະອາຍຕໍ່ຄຳພະຍານ ກ່ຽວກັບອົງພຣະຜູ້ເປັນເຈົ້າ ຂອງເຮົາ ຫລື ກຽ່ວກັບຂ້າພະເຈົ້າຄືໂປໂລຜູ້ຖືກຈອງຈຳຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດຕາມຣິດອຳນາດ ຂອງພຣະເຈົ້າ.9ຄືພຣະເຈົ້າຜູ້ຊ່ວຍເຮົາທັງຫລາຍໃຫ້ພົ້ນ ແລະ ຊົງເອີ້ນເຮົາດ້ວຍການຊົງເອີ້ນອັນບໍຣິສຸດ ທີ່ພຣະອົງເຮັດແບບນີ້ ບໍ່ແມ່ນເພາະເປັນໄປຕາມການງານຂອງເຮົາ ແຕ່ເປັນໄປຕາມພຣະປະສົງ ແລະ ພຣະຄຸນຂອງພຣະອົງເອງ ພຣະອົງຊົງປະທານ ສິ່ງເຫລົ່ານີ້ໃຫ້ແກ່ເຮົາ ໃນພຣະເຢຊູຄຣິດເຈົ້າຕັ້ງແຕ່ກ່ອນການເວລາຈະເກີດຂຶ້ນ.10ແຕ່ດຽວນີ້ ຄວາມລອດຂອງພຣະເຈົ້າໄດ້ຖືກ ເປີດເຜີຍໂດຍການສະເດັດມາປາກົດ ຂອງຜູ້ຊວ່ຍໃຫ້ລອດຄືພຣະເຢຊູຄຣິດເຈົ້າຂອງເຮົາພຣະຄຣິດເຈົ້າເປັນຜູ້ກຳຈັດ ຣິດແຫ່ງຄວາມຕາຍ ແລະ ນຳເອົາຊີວິດທີ່ບໍ່ເຄີຍມີຈຸດສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ.11ເພາະເຫດນີ້ຂ້າພະເຈົ້າ ໄດ້ຮັບການແຕ່ງຕັ້ງໃຫ້ເປັນທັງຜູ້ເທດສະໜາອັກຄະສາວົກ ແລະ ເປັນຜູ້ສອນ.12ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງຕ້ອງທົນທຸກ ຕໍ່ສິ່ງຕ່າງໆເຫຼົ່ານີ້ດ້ວຍ. ແຕ່ຂ້າພະເຈົ້າກໍບໍ່ລະອາຍ ເພາະຂ້າພະເຈົ້າຮູ້ຈັກພຣະອົງຜູ້ທີ່ຂ້າພະເຈົ້າເຊື່ອ ຂ້າພະເຈົ້າເຊື່ອໝັ້ນວ່າພຣະອົງສາມາດຮັກສາສິ່ງທີ່ຂ້າພະເຈົ້າໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນໄດ້.13ຈົ່ງເຮັດຕາມແບບຢ່າງຂອງຄຳສອນ ທີ່ທ່ຽງຕົງຕາມທີ່ທ່ານໄດ້ຍິນຈາກ ຂ້າພະເຈົ້າດ້ວຍຄວາມເຊື່ອ ແລະ ຄວາມຮັກໃນພຣະເຢຊູຄຣິດເຈົ້າ.14ສິ່ງດີທີ່ພຣະເຈົ້າ ມອບໝາຍໄວ້ແກ່ທ່ານຈົ່ງປົກປ້ອງຮັກສາໄວ້ ໂດຍຜ່ານທາງ ພຣະວິນຍານບໍຣິສຸດເຈົ້າທີ່ສະຖິດຢູ່ໃນພວກເຮົາ.15ທ່ານຮູ້ເລື່ອງນີ້ແລ້ວວ່າທຸກຄົນໃນແຂວງ ເອເຊຍ ໄດ້ຫັນຫລັງໃຫ້ກັບຂ້າພະເຈົ້າແລ້ວ ໃນກຸ່ມນີ້ມີ ຟູເຄໂລ ແລະ ເຮຣະໂມເກນໄດ້ປະຖີ້ມເຮົາ.16ຂໍອົງພຣະຜູ້ເປັນເຈົ້າຊົງເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະເຂົາໄດ້ເຮັດໃຫ້ຂ້າພະເຈົ້າຊື່ນບານຢູ່ສະເຫມີ ແລະ ບໍ່ໄດ້ລະອາຍຕໍ່ການຫລ່່າມໂສ້ຂອງຂ້າພະເຈົ້າ,17ແຕ່ເມື່ອເຂົາຢູ່ໃນນະຄອນໂຣມ ເຂົາໄດ້ເລີ່ມຕົ້ນ ຊອກຫາຂ້າພະເຈົ້າຈົນເຂົາໄດ້ພົບຂ້າພະເຈົ້າ.18ຂໍອົງພຣະຜູ້ເປັນເຈົ້າຊົງໂຜດປະທານພຣະເມດຕາ ຂອງພຣະອົງໃນວັນນັ້ນດ້ວຍເທີ້ນ ຝ່າຍ ເຈົ້າກໍຮູ້ວ່າດີ ເພິ່ນໄດ້ຊ່ວຍເຫລືອເຮົາຫລາຍປານໃດ ເມື່ອເຮົາຢຸ່ທີ່ເມືອງເອເຟໂຊນັ້ນ.
1ເຫດສະນັ້ນ, ລູກຂອງເຮົາເອີຍ, ຈົ່ງເຂັ້ມແຂງຂຶ້ນ ໂດຍພຣະຄຸນທີ່ພວກເຮົາມີໃນ ພຣະຄຣິດເຈົ້າເຢຊຸ.2ຕໍ່ຫນ້າພະຍານຫລາຍຄົນໄວ້ກັບຄົນທີ່ສັດຊື່ ທີ່ສາມາດສອນ ຄົນອື່ນໄດ້ດ້ວຍ.33 ຈົ່ງຮ່ວມໃນຄວາມທົນທຸກ ເຫມຶອນດັ່ງເປັນທະຫານ ທີ່ດີ ຂອງພຣະຄຣິດເຈົ້າເຢຊູ.4ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮຶອນ. ດ້ວຍວ່າ, ເຂົາຕອ້ງເຮັດໃຫ້ຜູ້ທີ່ເກັນຕົນໄດ້ຮັບຄວາມພໍໃຈ.5ນັກກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ.6ຊາວກະສີກອນທີ່ເຮັດວຽກໜັກ ກໍຄວນເປັນຜູ້ທຳອິດຜູ້ທຳອິດທີ່ໄດ້ຮັບຜົນເກັບກ່ຽວ.7ຈົ່ງຄິດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນ ໃຫ້ຖິ່ຖ້ວນເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຂົາເຈົ້າເຂົ້າໃຈໃນທຸກສິ່ງ.8ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າ ຜູ້ທີ່ຖືກເຮັດໃຫ້ເປັນຄືນມາຈາກຄວາມຕາຍແລ້ວແລະຜຸ້ທີ່ເປັນເຊື້ອສາຍຂອງດາວິດ. ສິ່ງນີ້ເປັນໄປຕາມສາລະແຫ່ງຂ່າວປະເສີດ ຂອງຂ້າພະເຈົ້າ.9ທີ່ຂ້າພະເຈົ້າໄດ້ຍອມທົນທຸກທໍລະມານ ຈົນຖືກລ່າມໂສ້ ເຫມືອນກັບເປັນຄົນຮ້າຍແຕ່ພຣະທັມ ຂອງພຣະເຈົ້າຈະບໍ່ຖືກຜູກມັດໄວ້.10ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງອົດທົນຕໍ່ທຸກສິ່ງ ເພື່ອຄົນເຫລົ່ານັ້ນທີ່ໄດ້ຮັບການເລືອກໄວ້ ເພື່ອເຂົາທັງຫລາຍຈະບັນລຸເຖິງຄວາມລອດໃນພຣະເຢຊູຄຣິດເຈົ້າ ພ້ອມກັບພຣະສະຫງ່າຣາສີອັນເປັນນິຣັນດອນ.11ຄຳກ່າວນີ້ເຊື່ອຖືໄດ້ຄື: “ຖ້າເຮົາຕາຍກັບພຣະອົງ, ເຮົາກໍຈະມີຊີວິດຢູ່ກັບພຣະອົງ.12ເຮົາອົດທົນເຮົາກໍຈະປົກຄອງຮ່ວມກັບພຣະອົງ. ຖ້າເຮົາປະຕິເສດພຣະອົງ, ພຣະອົງກໍຈະປະຕິເສດເຮົາດ້ວຍເຫມືອນກັນ.13ຖ້າເຮົາບໍ່ສັດຊື່ພຣະອົງກໍຍັງຄົງສັດຊື່ເພາະວ່າ ພຣະອົງບໍ່ສາມາດຈະປະຕິເສດ ພຣະອົງເອງໄດ້.”14ທ່ານຈົ່ງຢ້ຳເຕືອນພວກເຂົາທັງຫລາຍເຖິງສິ່ງຕ່າງໆເຫລົ່ານີ້ ເຕືອນພວກເຂົາ ຢູ່ ຊ້ອງ ພຣະພັກພຣະເຈົ້າບໍ່ໃຫ້ໂຕ້ຖຽງກັນ ດ້ວຍເລື່ອງຖ້ອຍຄຳຕ່າງໆ ເພາະວ່າສິ່ງເຫລົ່ານັ້ນ ບໍ່ເປັນປະໂຫຍດອັນໃດ. ເພາະການເຮັດເຊັ່ນນີ້ເປັນການທຳລາຍຄົນເຫລົ່ານັ້ນທີ່ຮັບຟັງ.15ທ່ານຈົ່ງເຮັດໃຫ້ດີທີ່ສຸດຕໍ່ພຣະເຈົ້າເຫມືອນຜູ້ຫນຶ່ງທີ່ຜ່ານການພິສູດແລ້ວ, ເປັນຄົນງານທີ່ບໍ່ມີເລື່ອງໃດໃຫ້ລະອາຍ ເປັນຄົນທີ່ສອນຖ້ອຍຄຳແຫ່ງຄວາມຈິງ ຢ່າງຖືກຕ້ອງ.16ຈົ່ງຫລີກເວັ້ນຈາກການສົນທະນາ, ທີ່ບໍ່ໃຫ້ກຽດພຣະເຈົ້າເພາະນັ້ນຈະນຳເຮົາໄປສູ່ການດູຫມິ່ນພຣະເຈົ້າຫລາຍຍິ່ງຂຶ້ນ.17ການເວົ້າຈາຂອງພວກເຂົາແຜ່ກະຈາຍໄປເຫມືອນບາດແຜເປື່ອຍເນົ່າ ໃນທ່າມກາງຄົນເຫລົ່ານັ້ນ ຄືຮີເມນາໂຢ ແລະ ຟີເລໂຕ.18ຊາຍເຫລົ່ານີ້ຄືຄົນທີ່ໄດ້ຫລົງໄປ ຈາກຄວາມຈິງພວກເຂົາບອກວ່າການຟື້ນຄືນ ຈາກຄວາມຕາຍໄດ້ເກີດຂຶ້ນແລ້ວ, ພວກເຂົາເຮັດໃຫ້ຄວາມເຊື່ອຂອງບາງຄົນລົ້ມລະລາຍໄປ.19ຢ່າງໃດກໍຕາມ, ຮາກຖານທີ່ຫມັ້ນຄົງຂອງພຣະເຈົ້າ ກໍຕັ້ງໝັ້ນຄົງຢູ່. ມີຄຳຂຽນ ໄວ້ວ່າ, “ອົງພຣະຜູ້ເປັນເຈົ້າ ຮູ້ຈັກຄົນເຫລົ່ານັ້ນທີ່ເປັນຄົນຂອງພຣະອົງ” ແລະ “ທຸກຄົນທີ່ເອີ່ຍພຣະນາມ ຂອງອົງພຣະຜູ້ເປັນເຈົ້າຈະຕ້ອງແຍກຕົວອອກຈາກຄວາມຊົ່ວຊ້າ.”20ໃນບ້ານຂອງຄົນຮັ່ງມີບໍ່ໄດ້ມີແຕ່ພາຊະນະທີ່ເຮັດດ້ວຍເງິນ ແລະ ຄຳ ເທົ່ານັ້ນແຕ່ຍັງມີ ພາຊະນະທີ່ເຮັດຈາກໄມ້ ແລະ ດິນຫນຽວ ພາຊະນະ ບາງຢ່າງກໍໃຊ້ ສຳລັບງານທີ່ມີກຽດ ແລະ ບາງຢ່າງໃຊ້ສຳລັບງານທີ່ບໍ່ມີກຽດ.21ຖ້າຜູ້ໃດຊຳລະຕົວຂອງເຂົາຈາກສິ່ງທີ່ບໍ່ມີກຽດເຂົາກໍເປັນພາຊະນະທີ່ມີກຽດ ເຂົາຈະຖືກແຍກອອກຈາກພາຊະນະອື່ນເພື່ອເປັນພາຊະນະທີ່ໃຊ້ປະໂຫຍດ ໄດ້ສຳລັບອົງເຈົ້ານາຍ, ແລະ ພ້ອມສຳລັບການດີທຸກຢ່າງ.22ຈົ່ງຫລີກໜີຈາກ ຣາຄະຕັນຫາຂອງຄົນໜຸ່ມສາວ ຈົ່ງຢຶດເອົາຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ ພ້ອມກັບຄົນເຫລົ່ານັ້ນທີ່ຮ້ອງອອກພຣະນາມ ຂອງອົງພຣະຜູ້ເປັນເຈົ້າດ້ວຍຫົວໃຈທີ່ບໍຣິສຸດ.23ແຕ່ຈົ່ງປະຕິເສດຄຳຖາມທີ່ໂງ່ງ່າວ ແລະ ຂາດຄວາມຮູ້ເພາະທ່ານຮູ້ວ່າຄຳຖາມເລົ່ານີ້ ກໍ່ໃຫ້ເກີດການຜິດຖຽງກັນ.24ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງບໍ່ວິວາດຜິດຖຽງກັນ, ແຕ່ເປັນຄົນທີ່ສຸພາບຕໍ່ຄົນທັງປວງ ສາມາດສອນຄົນອື່ນໄດ້ ແລະ ມີຄວາມອົດທົນ25ເຂົາຕອ້ງເປັນຄົນທີ່ໃຫ້ຄວາມຮູ້ແກ່ຄົນທີ່ຕໍ່ຕ້ານເຂົາດ້ວຍຄວາມສຸພາບອ່ອນໂຍນ ເພື່ອວ່າພຣະເຈົ້າຈະເຮັດໃຫ້ຄົນເຫລົ່ານັ້ນກັບໃຈໂດຍຄວາມຮູ້ເຖິງຄວາມຈິງໄດ້.26ພວກເຂົາອາດຈະກັບເປັນຄົນທີ່ມີສະຕິອີກຄັ້ງ ແລະ ຫລຸດພົ້ນຈາກບ່ວງແຮ້ວຂອງມານຮ້າຍ ຫລັງຈາກທີ່ພວກເຂົາຖືກຈັບໂດຍມານຮ້າຍເພື່ອໃຫ້ເຮັດຕາມຄວາມປະສົງ ຂອງມັນ.
1ແຕ່ຈົ່ງຮູ້ວ່າໃນຊ່ວງເວລາສຸດທ້າຍ ຈະມີເວລາຄວາມຍາກລຳບາກເກີດຂຶ້ນ2ເພາະວ່າຄົນຈະຮັກຕົວເອງ, ຮັກເງິນຄຳ, ໂອ້ອວດຈອງຫອງ, ກ່າວຮ້າຍຜູ້ອື່ນບໍ່ເຊື່ອຟັງຄວາມພໍ່ແມ່, ເນຣະຄຸນ, ແລະ ບໍ່ມີສິນທັມ;3ພວກເຂົາຈະຢູ່ໂດຍຂາດຈາກຄວາມຮັກຕາມທຳມະຊາດ, ບໍ່ສະຫງົບສຸກ ໃສ່ຮ້າຍປ້າຍສີ ຂາດການຮູ້ຈັກບັງຄັບຕົນ, ໃຊ້ຄວາມຮຸນແຮງ ບໍ່ຮັກສິ່ງທີ່ດີ,4ພວກເຂົາຈະເປັນຄົນທໍຣະຍົດ, ດື້ດ້ານ, ອວດສະຫາວ ຮັກຄວາມສະໜຸກສະຫນານຫລາຍກວ່າຮັກພຣະເຈົ້າ.5ພາຍນອກພວກເຂົາເບິ່ງເໝືອນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເຂົາປະຕິເສດຣິດເດດຂອງຜູ້ທີ່ເຂົາເຊື່ອນັ້ນຈົ່ງຫລີກຫນີເສຍຈາກຄົນຢ່າງນັ້ນ.6ເພາະວ່າບາງຄົນໃນພວກເຂົາ ຄືພວກຜູ້ຊາຍທີ່ໄດ້ເຂົ້າໄປໃນບ້ານເຮືອນ ແລະ ຫລົງໄຫລໃນຜູ້ຍິງທີ່ໂງ່ງາ່ວ ຜູ້ຍິງເຫລົ່ານີ້ຄືຄົນທີ່ມັກສຸມກອງຄວາມບາບເອົາໄວ້ ແລະ ຖືກຊັກຈູງດ້ວຍຄວາມປາຖະຫນາຕ່າງໆ,7ຜູ້ຍິງເຫລົ່ານີ້ຈະຍອມຮຽນຮູ້ຢູ່ສະເຫມີແຕ່ພວກເຂົາບໍ່ເຄີຍເຂົ້າເຖິງຄວາມຮູ້ໃນເລື່ອງຄວາມຈິງເລີຍ.8ເຫມືອນກັບທີ່ຢາເນກັບຢຳເບ ໄດ້ລຸກຂຶ້ນຕໍ່ຕ້ານໂມເຊພວກຜູ້ສອນປອມເຫຼົ່ານີ້ ກໍໄດ້ຢືນຂຶ້ນຕໍ່ຕ້ານຄວາມຈິງພວກເຂົາເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ຄວາມເຊື່ອ ຂອງເຂົາ ກໍໃຊ້ການບໍ່ໄດ້ເລີຍ,9ແຕ່ພວກເຂົາຈະບໍ່ກ້າວໜ້າໄປໄກເພາະວ່າ ຄວາມໂງ່ງາ່ວຂອງພວກເຂົາຈະປາກົດແຈ້ງ ແກ່ຄົນທັງປວງເໝືອນ ກັບພວກຜູ້ຊາຍ ເຫລົ່ານັ້ນ.10ແຕ່ສຳລັບທ່ານໆໄດ້ເຮັດຕາມຄຳສອນຂອງຂ້າພະເຈົ້າ ຄືການປະພຶດ, ເປົ້າຫມາຍຂອງຊີວິດ, ຄວາມເຊື່ອ, ຄວາມອົດທົນດົນນານ, ຄວາມຮັກ, ແລະ ຄວາມອົດກັ້ນ.11ການຖືກຂົ່ມເຫັງ ການທຸກລຳບາກ ເເລະ ສິ່ງທີ່ເກີດຂຶ້ນກັບຂ້າພະເຈົ້າທີ່ເມືອງ ອັນຕີໂອເຂຍ ທີ່ເມືອງອີໂກນີອົມ ແລະ ທີ່ເມືອງລີສະຕຣາ ຂ້າພະເຈົ້າໄດ້ອົດທົນຕໍ່ການຂົ່ມເຫັງໃນເຫດການທັງປວງ ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍຊີວິດຂ້າພະເຈົ້າ12ແຕ່ຄົນທັງປວງເຫລົ່ານັ້ນ ທີ່ຕ້ອງການດຳເນີນ ຊີວິດຢ່າງຄົນຊອບທັມໃນພຣະເຢຊູຄຣິດເຈົ້າຈະຕ້ອງຖືກກົດຂີ່ຂົ່ມເຫັງ,13ຄົນຊົ່ວຮ້າຍ ແລະ ຄົນຫລອກລວງຈະເພີ້ມທະວີຫລາຍຂຶ້ນ ຍິ່ງກວ່າຄົນທີ່ນຳຜູ້ອື່ນໃຫ້ຫລົງຜິດພວກເຂົາກໍນຳໃຫ້ຕົນເອງຫລົງຜິດດ້ວຍ.14ແຕ່ສຳລັບທ່ານຈົ່ງດຳລົງຢູ່ໃນສິ່ງທີ່ທ່ານໄດ້ຮຽນຮູ້ ແລະ ເຊື່ອຢ່າງໝັ້ນຄົງ ທ່ານຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ.15ຖ້ອຍຄຳບັນທຶກອັນສັກສິດ ສິ່ງເຫລົ່ານີ້ສາມາດເຮັດໃຫ້ທ່ານເຕັມລົ້ນດ້ວຍປັນຍາໃນເລື່ອງຂອງ ຄວາມພົ້ນຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ.16ພຣະຄັມພີທຸກຂໍ້ໄດ້ຮັບການດົນໃຈໂດຍພຣະເຈົ້າ ຊຶ່ງເປັນປະໂຫຍດ ຕໍ່ຫລັກຄຳສອນ, ຄວາມເຊື່ອອັນແຮງກ້າ ການປັບປຸງແກ້ໄຂ ແລະ ການຝຶກຝົນໃນຄວາມ ຊອບທັມ,17ນີ້ກໍເພື່ອວ່າຄົນຂອງພຣະເຈົ້າ ຈະເປັນຄົນທີ່ມີຄວາມສາມາດ ຕຽມ ພ້ອມສຳລັບການດີທຸກຢ່າງ.
1ຂ້າພະເຈົ້າໃຫ້ຄຳສັ່ງທີ່ສຳຄັນຕໍ່ພຣະພັກພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ, ຜູ້ທີ່ ພິພາກສາທັງຄົນເປັນ ແລະຄົນຕາຍ ແລະ ເພາະໂດຍການມາປາກົດຂອງພຣະອົງເແລະ ຣາຊອານາຈັກຂອງພຣະອົງ.2ຈົ່ງສັ່ງສອນພຣະທັມຈົ່ງພ້ອມຢູ່ສະເຫມີທັງໃນເວລາທີ່ມີໂອກາດ ແລະ ບໍ່ມີໂອກາດ, ຈົ່ງວ່າກ່າວຈົ່ງເຕືອນສະຕິ ດ້ວຍຄວາມອົດທົນແລະ ການສິດສອນທຸກຢ່າງ.3ເພາະເວລານັ້ນຈະມາເຖິງເມື່ອຄົນບໍ່ຍອມຟັງຄຳສອນທີ່ດີແຕ່ເຂົາຈະສະສົມອາຈານສອນຂອງຕົນຕາມ ແຕ່ຄວາມປາຖະໜາຂອງເຂົາເອງ ເພື່ອບັນເທົາອາການຄັນຫູຂອງພວກເຂົາ.4ພວກເຂົາຈະຫັນໄປຈາກຄວາມຈິງແລ້ວໄປສົນໃຈນິຍາຍ ເລື່ອງເປົ່າໆ.5ແຕ່ສຳລັບທ່ານຈົ່ງມີຄວາມຄິດທີ່ສຸຂຸມໃນທຸກໆສິ່ງຈົ່ງຍອມທົນ ທຸກໃນຄວາມຍາກລຳບາກ ແລະ ຈົ່ງເຮັດໜ້າທີ່ຂອງຜູ້ປະກາດ ຂ່າວປະເສີດປະຕິບັດ ໜ້າທີ່ ການຮັບໃຊ້ຂອງທ່ານໃຫ້ ຄົບບໍລິບູນ.6ເພາະຂ້າພະເຈົ້າກຳລັງຖືກເທອອກເວລາທີ່ຕ້ອງຈາກໄປນັ້ນມາເຖິງແລ້ວ7ຂ້າພະເຈົ້າໄດ້ແລ່ນແຂ່ງຂັນ ຢ່າງດີຈົນສຳເລັດຂ້າພະເຈົ້າແລ່ນຈົນເຖິງເສັ້ນໄຊ ຂ້າພະເຈົ້າຮັກສາຄວາມເຊື່ອຈົນເຖິງທີ່ສຸດ8ມົງກຸດແຫ່ງຄວາມຊອບທຳໄດ້ຖືກຕຽມໄວ້ໃຫ້ກັບຂ້າພະເຈົ້າຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາທີ່ຍຸດຕິທຳຈະມອບໃຫ້ແກ່ ຂ້າພະເຈົ້າໃນວັນນັ້ນ. ແຕ່ບໍ່ແມ່ນແກ່ຂ້າພະເຈົ້າເທົ່ານັ້ນແຕ່ສຳລັບຄົນທັງຫລາຍທີ່ຮັກໃນການຊົງມາປາກົດຂອງພຣະອົງດ້ວຍ.9ທ່ານຈົ່ງພະຍາຍາມມາຫາ ຂ້າພະເຈົ້າໃຫ້ໄວທີ່ສຸດ10ເພາະວ່າເດມາ ໄດ້ ປະຖິ້ມຂ້າພະເຈົ້າເສັຍແລ້ວ. ເຂົາຮັກໂລກປະຈຸບັນນີ້ ແລະ ໄດ້ໄປຍັງເມືອງ ເທສະໂລນິກ. ເກເຊັນ ໄດ້ໄປທີ່ເມືອງຄາລາເຕຍ ແລະ ສ່ວນຕີໂຕໄປຍັງເມືອງດັນມາເຕຍ.11ຕອນນີ້ມີພຽງແຕ່ ລູກາ ທີ່ຢູ່ກັບຂ້າພະເຈົ້າທ່ານຈົ່ງໄປຫາມາຣະໂກ ແລະ ພາເຂົາໄປດ້ວຍ ເພາະເຂົາມີປະໂຫຍດຢ່າງຫລາຍ ຕໍ່ງານຂອງຂ້າພະເຈົ້າ12ຂ້າພະເຈົ້າສັ່ງ ຕີຂີໂກ ໄປຍັງເມືອງເອເຟໂຊ.13ເມື່ອທ່ານມາກໍໃຫ້ນຳເສື້ອຄຸມ ທີ່ຂ້າພະເຈົ້າປະໄວ້ກັບ ກາລະໂປ ທີ່ເມືອງໂທອາດ ແລະ ໜັງສືເປັນຕົ້ນ ມ້ວນໜັງສືທີ່ເປັນໜັງສັດ.14ອາເລັກຊັນເດີ ຊ່າງເຮັດເຄື່ອງທອງແດງ ໄດ້ເຮັດການຊົ່ວຮ້າຍຕໍ່ຕ້ານຂ້າພະເຈົ້າຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຕອບແທນການກະທຳຂອງເຂົາ.15ເເຕ່ທ່ານເອງ ກໍຄວນປ້ອງກັນຕົວ ທ່ານຈາກເຂົາດ້ວຍ ເພາະວ່າເຂົາຕໍ່ຕ້ານຖອ້ຍຄຳຂອງເຮົາ ຢ່າງຮຸນແຮງ.16ໃນການແກ້ຄະດີ ເທື່ອທຳອິດນັ້ນ ບໍ່ມີຜູ້ໃດຢູ່ກັບຂ້າພະເຈົ້າເຂົາທັງຫລາຍປະຖິ້ມ ຂ້າພະເຈົ້າໄວ້ແຕ່ພຽງຜູ້ດຽວ ຂໍຢ່າໃຫ້ພວກເຂົາຖືກນັບວ່າຜິດເລີຍ.17ແຕ່ອົງພຣະຜູ້ເປັນເຈົ້າຊົງຢູ່ກັບຂ້າພະເຈົ້າ ແລະ ເສີມກຳລັງຂ້າພະເຈົ້າ ເພື່ອວ່າໂດຍຜ່ານຂ້າພະເຈົ້ານັ້ນການປະກາດຂ່າວປະເສີດ ຈະໄດ້ສຳເລັດຢ່າງສົມບູນ ແລະ ຄົນຕ່າງຊາດທັງປວງໄດ້ຍິນ ຂ້າພະເຈົ້າໄດ້ຮັບການຊ່ວຍເຫລືອອອກຈາກປາກຂອງສິງໂຕ.18ອົງພຣະຜູ້ເປັນເຈົ້າຈະຊ່ວຍຂ້າພະເຈົ້າຈາກສິ່ງຊົ່ວຮ້າຍທຸກຢ່າງ ແລະ ປົກປ້ອງຂ້າພະເຈົ້າໄວ້ສຳລັບ ອານາຈັກແຫ່ງແຜ່ນດິນສະຫວັນ ຂໍພຣະສະຫງ່າຣາສີຈົ່ງມີແກ່ ພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ.19ເຮົາຂໍຝາກຄວາມຄິດເຖິງໄປເຖິງ ປີຊະກີລາ ກັບ ອາກີລາ ແລະ ຄອບຄົວຂອງ ໂອເນຊີໂຟໂຣ.20ເອຣາຊະໂຕ ຍັງຢູ່ທີ່ເມືອງໂກຣິນໂທ ແຕ່ຂ້າພະເຈົ້າໄດ້ປະ ໂທຟີໂມ ທີ່ປວ່ຍຢູ່ໄວ້ທີ່ເມືອງ ມີເລໂຕ21ຂໍທ່ານພະຍາຍາມມາໃຫ້ໄວທີ່ສຸດກ່ອນຈະເຖິງລະດູໜາວ. ຢູບູໂລ, ໄດ້ຝາກຄວາມຄິດເຖິງມາເຖິງທ່ານດ້ວຍລວມທັງ ປູເດັນ, ລີໂນ, ກະໂລເດຍ ແລະພີ່ນ້ອງ ຄົນອື່ນໆ.22ຂໍອົງພຣະຜູ້ເປັນເຈົ້າຈົ່ງ ສະຖິດຢູ່ກັບວິນຍານຂອງທ່ານ ຂໍໃຫ້ພຣະຄຸນສະຖິດຢູ່ກັບທາ່ນດ້ວຍ.
1ຂ້າພຣະເຈົ້າ ໂປໂລ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກ ຂອງອົງພຣະເຢຊູຄຣິດເຈົ້າ, ເພື່ອຄວາມເຊື່ອຂອງບັນດາຜູ້ທີ່ພຣະເຈົ້າໄດ້ຊົງ ເລືອກໄວ້ ແລະ ຄວາມຮູ້ແຫ່ງຄວາມຈິງທີ່ສອດຄ່ອງຕໍ່ (ຄວາມເປັນເຫມືອນພຣະເຈົ້າ).2ສິ່ງເຫລົ່ານີ້ຢູ່ໃນຄວາມເຊື່ອຫມັ້ນຂອງຊີວິດນິຣັນດອນ ຊຶ່ງພຣະເຈົ້າ, ຜູ້ບໍ່ຊົງກ່າວຄຳ ຕົວະນັ້ນໄດ້ຊົງສັນຍາໄວ້ຕັ້ງແຕ່ກ່ອນຍຸກສະໄຫມທັງປວງ3ຄືໃນເວລາທີ່ເຫມາະສົມ, ພຣະອົງກໍໄດ້ເປີດເຜີຍເຖິງຖ້ອຍຄຳຂອງພຣະອົງ ດ້ວຍຂໍ້ຄວາມທີ່ຂ້າພຣະເຈົ້າໄດ້ຮັບຄວາມໄວ້ວາງໃຈຈາກພຣະອົງໃຫ້ມອບຕໍ່ ຂ້າພຣະເຈົ້າກະທຳສິ່ງນີ້ເພາະເປັນຄຳສັ່ງຂອງພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ ຂອງພວກເຮົາ.4ເຖິງຕີໂຕ, ຜູ້ເປັນລູກແທ້ໃນທາງຄວາມເຊື່ອດຽວກັນນີ້. ຂໍພຣະຄຸນ ແລະ ສັນຕິສຸກ ຈາກພຣະເຈົ້າພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ ຂອງພວກເຮົາ5ດ້ວຍເຫດຜົນນີ້ເອງ ຂ້າພຣະເຈົ້າຈຶ່ງໄດ້ປະທ່ານໄວ້ໃນເມືອງກະເຣເຕ, ເພື່ອໃຫ້ທ່ານຈັດການສິ່ງຕ່າງໆທີ່ຍັງຄ້າງຄາຢູ່ ແລະ ແຕ່ງຕັ້ງພວກຜູ້ປົກຄອງໄວ້ໃນທຸກໆເມືອງ ດັ່ງທີ່ຂ້າພຣະເຈົ້າໄດ້ແນະນຳທ່ານໄວ້.6ພວກຜູ້ປົກຄອງນັ້ນ ຕ້ອງເປັນຜູ້ທີ່ບໍ່ມີຂໍ້ ຕິຕຽນ, ມີເມັຽພຽງຄົນດຽວ, ແລະລູກຂອງເຂົາຕ້ອງເປັນຄົນສັດຊື່ ບໍ່ຖືກກ່າວຫາວ່າເປັນນັກເລງ ຫລື ເປັນຄົນດື້ດ້ານ.7ຕ້ອງບໍ່ມີຂໍ້ຕຳຫນິ. ຕ້ອງບໍ່ເປັນຄົນຈອງຫອງ, ບໍ່ເປັນຄົນເລືອດຮ້ອນ, ບໍ່ຕິດເຫລົ້າ, ບໍ່ເປັນຄົນອັນທະພານ, ບໍ່ເປັນຄົນໂລບ.8ແຕ່ເຂົາຕ້ອງເປັນຄົນ ທີ່ມີໃຈກວ້າງຂວາງ, ຮັກທີ່ຈະກະທຳຄວາມດີມີເຫດຜົນ, ເປັນຄົນຊອບທັມດຳເນີນຊີວິດໃນທາງຂອງພຣະເຈົ້າ, ແລະຮູ້ຈັກບັງຄັບຕົນເອງໄດ້.9ເຂົາຈະຕ້ອງຢຶດຂໍ້ຄວາມອັນຫນ້າເຊື່ອຖືຊຶ່ງໄດ້ຮັບການສອນ, ມາໄວ້ຫນຽວແຫນ້ນເພື່ອວ່າຈະສາມາດເສີມສ້າງຜູ້ອື່ນໄດ້ດ້ວຍການສອນທີ່ດີ ແລະຕຳນິບັນດາຜູ້ທີ່ຄັດຄ້ານລາວໄດ້.10ເພາະວ່າມີຜູ້ທີ່ບໍ່ເຊື່ອຫລວງຫລາຍ, ເປັນຕົ້ນພວກທີ່ເຂົ້າພິທີຕັດ. ຄຳເວົ້າຂອງພວກເຂົາເຫລົ່ານີ້ນັບວ່າໄຮ້ປະໂຫຍດ. ພວກເຂົາໄດ້ນຳ ແລະຫລອກລວງຄົນອື່ນໃຫ້ຫລົງຜິດ.11ພວກເຂົາສອນໃນສິ່ງທີ່ບໍ່ຄວນຈະສອນກໍເພື່ອຜົນປະໂຫຍດອັນຫນ້າລະອາຍແລະປັ່ນປ່ວນທຳລາຍຄຣິສຕະຈັກທັງຄຣິສຕະຈັກ.12ຜູ້ທຳນວາຍຂອງພວກເຂົາຄົນຫນຶ່ງໄດ້ກ່າວວ່າ, “ຊາວກະເຣເຕ ເປັນຄົນມັກເວົ້າຕົວະ, ເປັນຄົນໂຫດຮ້າຍເຫມືອນສັດປ່າ, ເປັນຄົນຂີ້ຄ້ານແລະກິນຫລາຍ.”13ຄຳທີ່ພວກເຂົາກ່າວນີ້ເປັນຄວາມຈິງ, ເຫດນັ້ນ ເຈົ້າຈົ່ງສັ່ງສອນພວກເຂົາຢ່າງເຂັ້ມງວດເພື່ອວ່າພວກເຂົາຈະໄດ້ມີຄວາມເຊື່ອຢ່າງຖືກຕ້ອງ.14ຈົ່ງຢ່າໃສ່ໃຈກັບນິຍາຍປະລຳປະລາຂອງພວກຢິວ ແລະ ກົດບັນຍັດ ຂອງມະນຸດທີ່ປະຕິເສດ ຄວາມຈິງ.15ສຳລັບຜູ້ທີ່ບໍຣິສຸດນັ້ນ, ທຸກສິ່ງກໍບໍຣິສຸດ. ແຕ່ສຳລັບຄົນທີ່ມີມົນທິນແລະ ຄົນທີ່ບໍ່ ເຊື່ອນັ້ນ, ກໍບໍ່ມີອັນໃດທີ່ບໍຣິສຸດ. ເພາະຄວາມຄິດແລະຈິດໃຈໃຕ້ສຳນຶກຂອງພວກເຂົາ ນັ້ນເປັນມົນທິນ.16ພວກເຂົາອ້າງຕົນວ່າຮູ້ຈັກພຣະເຈົ້າ, ແຕ່ການກະທຳຂອງພວກເຂົາປະຕິເສດພຣະອົງ ພວກເຂົາ ເປັນຄົນທີ່ຫນ້າລັງກຽດ, ແລະ ບໍ່ເຊື່ອຟັງ. ພວກເຂົາບໍ່ເປັນທີ່ຍອມຮັບໃນການເຮັດຄວາມດີອັນໃດ.
1ແຕ່ທ່ານເອງ, ຈົ່ງເວົ້າໃນສິ່ງສອດຄ່ອງກັບຫລັກຄຳສອນທີ່ສັດຊື່.2ຜູ້ຊາຍທີ່ອາວຸໂສ ຄວນຈະເປັນຜູ້ຮູ້ຈັກ ບັງຄັບຕົນໄດ້, ມີກຽດ ມີເຫດຜົນ, ເປັນຄົນມີ ຄວາມເຊື່ອຢ່າງຖືກຕ້ອງ, ມີຄວາມຮັກ ແລະ ຄວາມອົດທົນ.3ເຊັ່ນດຽວກັນນີ້ ຍິງທີ່ອາວຸໂສຄວນສະແດງຕົນໃຫ້ເປັນທີ່ຫນ້ານັບຖືບໍ່ກ່າວນິນທາໃສ່ຮ້າຍປ້າຍສີ. ພວກເຂົາບໍ່ຄວນຕົກເປັນທາດຂອງການດື່ມຄວນສອນແຕ່ສິ່ງທີ່ດີແລະຖືກຕ້ອງ.4ເພື່ອຊ່ວຍຝຶກໃຫ້ພວກຍິງສາວທັງຫລາຍໃຫ້ຮັກຜົວແລະລູກຂອງຕົນຢ່າງເຫມາະສົມ.5ພວກນາງຄວນຝຶກຍິງສາວໃຫ້ເປັນຄົນມີເຫດຜົນ, ເປັນ ຄົນບໍຣິສຸດ, ເອົາໃຈໃສ່ໃນວຽກບ້ານການເຮືອນ, ແລະເຊື່ອຟັງຜົວຂອງຕົນ ໃຫ້ພວກເຂົາປະຕິບັດເຊັ່ນນີ້ເພື່ອພຣະທັມຂອງພຣະເຈົ້າຈະບໍ່ຖືກຫມິ່ນປະຫມາດ.6ໃນທຳນອງດຽວກັນ, ຈົ່ງຕັກເຕືອນພວກ ຊາຍຫນຸ່ມ ໃຫ້ໃຊ້ຊີວິດຢ່າງມີເຫດຜົນ.7ຈົ່ງເປັນແບບຢ່າງໃນການກະທຳດີທຸກປະການ; ແລະ ເມື່ອທ່ານສອນ, ກໍ ຈົ່ງສະແດງເຖິງຄວາມສັດຊື່ສຸດຈະຣິດ ແລະ ກຽດສັກສີ.8ຈົ່ງເວົ້າຂໍ້ຄວາມທີ່ດີຖືກຕ້ອງ ແລະ ບໍ່ມີຄຳຕິຕຽນ, ເພື່ອວ່າບັນດາຜູ້ທີ່ໄດ້ຂັດຂວາງເຈົ້ານັ້ນ ຈະໄດ້ ຮັບຄວາມອັບອາຍ, ເພາະເຂົາບໍ່ມີສິ່ງໃດ ທີ່ຈະເວົ້າວ່າຮ້າຍໃຫ້ພວກທ່ານໄດ້.9ບັນດາທາດຮັບໃຊ້ ຄວນອ່ອນນ້ອມເຊື່ອຟັງຕໍ່ນາຍຂອງຕົນໃນທຸກເລື້ອງ. ພວກເຂົາຄວນຈະເອົາໃຈແລະບໍ່ໂຕ້ຖຽງຄວາມນາຍຂອງຕົນ,10ພວກເຂົາບໍ່ຄວນເປັນຄົນລັກໂລບ. ແຕ່ ພວກເຂົາຄວນສະແດງເຖິງຄວາມເຊື່ອທີ່ດີທຸກປະການ ເພື່ອວ່າພວກເຂົາຈະສາມາດເຮັດໃຫ້ຄຳສອນຂອງພວກເຮົາໃນເລື່ອງພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາທັງຫລາຍນັ້ນເປັນທີ່ຫນ້າສົນໃຈໃນທຸກທາງ.11ເພາະວ່າພຣະຄຸນຂອງພຣະເຈົ້າ ໄດ້ຊົງເປີດເຜີຍຕໍ່ຄົນທັງປວງ.12ພຣະຄຸນ ນັ້ນຊ່ວຍຝຶກໃຫ້ພວກເຮົາປະຕິເສດທຳສິ່ງຊົ່ວຮ້າຍ ແລະ ຕັນຫາຂອງໂລກນີ້. ທັງຍັງຊ່ວຍໃຫ້ເຮົາດຳເນີນຊີວິດຢ່າງໃນຍຸກນີ້ໄດ້ຢ່າງມີເຫດຜົນ ຢ່າງຊອບທັມ ແລະ ດຳເນີນຢູ່ໃນທາງຂອງພຣະເຈົ້າ,13ໃນຂະນະທີ່ພວກເຮົາກຳລັງລໍຄອຍທີ່ຈະໄດ້ຮັບ ຄວາມຫວັງແຫ່ງພຣະພອນຂອງພຣະອົງ, ຄືພຣະສະຫງ່າຣາສີ ຂອງພຣະເຈົ້າອົງຍິ່ງໃຫຍ່ ຄືພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາ. ທີ່ຈະມາປາກົດ.14ພຣະເຢຊູຄຣິດເຈົ້າໄດ້ ສະຫລະພຣະອົງເອງ ໃຫ້ກັບພວກເຮົາ ເພື່ອໄຖ່ເອົາພວກເຮົາ ໃຫ້ພົ້ນຈາກຄວາມຊົ່ວຮ້າຍທັງຫມົດ ແລະ ຊຳຣະພວກເຮົາໃຫ້ບໍຣິສຸດ, ເພື່ອພຣະອົງເອງນັ້ນເຮົາຈຶ່ງເປັນຄົນພິເສດ, ທີ່ມີໃຈຮ້ອນຮົນໃນການເຮັດຄວາມດີ.15ຈົ່ງກ່າວເຖິງແລະໃຫ້ກຳລັງໃຈ. ດ້ວຍສິ່ງເຫລົ່ານີ້ ຈົ່ງຕັກເຕືອນ ດ້ວຍສິດທິອຳນາດທຸກປະການ ຢ່າໃຫ້ຜູ້ໃດຫມິ່ນປະຫມາດເຈົ້າໄດ້.
1ຈົ່ງເຕືອນພວກເຂົາໃຫ້ຢູ່ໃຕ້ບັງຄັບຜູ້ປົກຄອງ ແລະ ຜູ້ມີອຳນາດທັງຫລາຍ, ໃຫ້ເຂົາເຊື່ອຟັງຄົນເຫລົ່ານັ້ນ ພ້ອມທີ່ຈະເຮັດການດີທຸກຢ່າງ.2ຈົ່ງເຕືອນພວກເຂົາ ຢ່າໃຫ້ໃສ່ຮ້າຍປ້າຍສີຜູ້ໃດ, ບໍ່ຜິດຖຽງກັນ, ແຕ່ຍອມໃຫ້ຜູ້ອື່ນທຳຕາມວິທີການຂອງຕົນ, ແລະ ສະແດງຄວາມຖ່ອມໃຈຕໍ່ຄົນທັງປວງ.3ເພາະວ່າເມື່ອກ່ອນ ພວກເຮົາເອງກໍເປັນ ຄົນໂງ່, ແລະບໍ່ເຊື່ອຟັງ. ພວກເຮົາຖືກຫລອກລວງໃຫ້ຫລົງຜິດ, ແລະຕົກເປັນທາດຂອງກິເລດຕັນຫາ ແລະຄວາມປາຖນານາໆປະການ, ພວກເຮົາເຄີຍໃຊ້ຊີວິດໃນທາງຊົ່ວ ແລະຄວາມເຫິງສາ. ພວກເຮົາເປັນຄົນຫນ້າລັງກຽດ ແລະ ກຽດຊັງກັນ ແລະ ກັນ.4-5ແຕ່ເມື່ອ ພຣະເມດຕາຂອງພຣະເຈົ້າ ພຣະ ຜູ້ຊ່ວຍເຮົາທັງຫລາຍໃຫ້ພົ້ນແລະຄວາມຮັກຂອງພຣະອົງໄດ້ມາປາກົດຕໍ່ມວນມະນຸດນັ້ນ ບໍ່ໄດ້ເກີດຈາກງານແຫ່ງຄວາມຊອບທັມທີ່ ພວກເຮົາເຮັດ, ແຕ່ເປັນເພາະຄວາມເມດຕາຂອງພຣະອົງ ທີ່ພຣະອົງຊ່ວຍໃຫ້ພວກເຮົາພົ້ນ. ພຣະອົງຊ່ວຍໃຫ້ພວກເຮົາພົ້ນໄດ້ດ້ວຍການຊົງຊຳຣະຂອງການບັງເກີດໃຫມ່ ແລະການສ້າງຂຶ້ນໃຫມ່ໂດຍພຣະວິນຍານບໍຣິສຸດເຈົ້າ.6ພຣະເຈົ້າ ໄດ້ຖອກເທພຣະວິນຍານບໍຣິສຸດເຈົ້າ ມາເຫນືອພວກເຮົາຢ່າງລົ້ນເຫລືອ ຜ່ານທາງພຣະເຢຊູຄຣິດເຈົ້າ, ພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,7ພຣະອົງໄດ້ເຮັດໃຫ້ພວກເຮົາໄດ້ນັບວ່າເປັນຄົນຊອບທັມດ້ວຍພຣະຄຸນຂອງພຣະອົງເຊັ່ນນີ້, ກໍເພື່ອວ່າພວກເຮົາຈະໄດ້ເປັນຜູ້ຮັບມໍຣະດົກດ້ວຍຄວາມເຊື່ອຫມັ້ນໃນຊີວິດອັນເປັນນິຣັນດອນ.8ຂໍ້ຄວາມນີ້ເປັນຄວາມຈິງ. ຂ້າພຣະເຈົ້າຢາກໃຫ້ທ່ານກ່າວຢ່າງຫມັ້ນໃຈເຖິງເລື່ອງເຫລົ່ານີ້, ເພື່ອວ່າຄົນທັງຫລາຍທີ່ເຊື່ອວາງໃຈໃນພຣະເຈົ້າຈະຢຶດຫມັ້ນໃນການເຮັດສິ່ງດີ. ທີ່ພຣະເຈົ້າໄດ້ວາງໄວ້ຕໍ່ຫນ້າພວກເຂົາ ສິ່ງເຫລົ່ານີ້ເປັນສິ່ງທີ່ດີແລະມີປະໂຫຍດຕໍ່ທຸກໆຄົນ.9ແຕ່ຈົ່ງຫລີກຫນີການໂຕ້ຖຽງອັນໂງ່ງ່າວ, ເລື່ອງລຳດັບວົງຕະກູນ, ການຜິດຖຽງກັນ ແລະ ການຂັດແຍ້ງໃນເລື່ອງກົດບັນຍັດ, ເພາະສິ່ງເຫລົ່ານັ້ນ ໄຮ້ປະໂຫຍດ ແລະ ບໍ່ມີຄຸນຄ່າຫຍັງ.10ຈົ່ງປະຕິເສດຜູ້ທີ່ກໍ່ໃຫ້ເກີດການແຕກແຍກກັນ, ເມື່ອໄດ້ເຕືອນເຂົາຄັ້ງຫນຶ່ງ ຫລືສອງຄັ້ງແລ້ວ.11ເພາະຮູ້ແລ້ວວ່າຄົນນັ້ນໄດ້ຫັນອອກຈາກທາງທີ່ຖືກຫລົງໄປເຮັດຜິດບາບແລ້ວກໍກ່າວໂທດໃສ່ຕົວຂອງເຂົາເອງ.12ເມື່ອຂ້າພຣະເຈົ້າສົ່ງ ອາເຕມາ ຫລື ຕີຂີໂກ ໄປ ຫາເຈົ້ານັ້ນ, ຈົ່ງຟ້າວແລະມາຫາຂ້າພຣະເຈົ້າທີ່ເມືອງ ນີໂກໂປລີ, ທີ່ຊຶ່ງຂ້າພຣະເຈົ້າໄດ້ຕັດສິນໃຈຈະຢູ່ໃນຊ່ວງຣະດູຫນາວ.13ຈົ່ງຟ້າວຟັ່ງ ແລະຊ່ວຍສົ່ງເຊນັດ, ຜູ້ເປັນທະນາຍຄວາມ ແລະ ອາໂປໂລ, ໃຫ້ເລີ້ມອອກ ເດີນທາງແລະພ້ອມດ້ວຍທຸກສິ່ງທີ່ຈຳເປັນ.14ພີ່ນ້ອງຂອງພວກເຮົາ ຕ້ອງຮຽນຮູ້ທີ່ຈະມີສ່ວນໃນການເຮັດການດີ ທີ່ຕອບສະຫນອງຕໍ່ຄວາມຈຳເປັນເລັ່ງດ່ວນ ເພື່ອພວກເຂົາຈະບໍ່ເປັນຄົນທີ່ ບໍ່ເກີດຜົນ.15ທຸກຄົນທີ່ຢູ່ນຳເຮົາ ຕ່າງກໍຝາກຄຳທັກທາຍເຖິງທ່ານຝາກທັກທາຍບັນດາພີ່ນ້ອງທີ່ຮັກຂອງພວກເຮົາໃນຄວາມເຊື່ອອັນດຽວກັນ. ຂໍພຣະຄຸນຢູ່ກັບພວກທ່ານທຸກໆຄົນເຖີ້ນ.
1ໂປໂລ, ຜູ້ຖືກຄຸກຢູ່ເພື່ອເຫັນແກ່ພຣະເຢຊູຄຣິດເຈົ້າ, ແລະ ຈາກຕີໂມທຽວ ນ້ອງຊາຍຂອງພວກເຮົາ, ເຖິງຟີເລໂມນ ເພື່ອນ ຮ່ວມງານທີ່ຮັກຂອງພວກເຮົາ,2ແລະ ເຖິງອັບເຟັຽ ນ້ອງສາວຂອງພວກເຮົາ, ແລະ ອາຂີໂປ ຜູ້ເປັນເພື່ອນທະຫານຂອງພວກເຮົາ, ແລະ ເຖິງຄຣິສຕະຈັກ ທີ່ຢູ່ໃນເຮືອນຂອງເຈົ້າ.3ຂໍພຣະຄຸນ ແລະ ສັນຕິສຸກ ຈາກພຣະເຈົ້າພຣະບິດາເຈົ້າຂອງພວກເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ຊົງໂຜດປະທານແກ່ພວກເຈົ້າເທີ້ນ.4ຂ້າພະເຈົ້າໂມທະນາ ຂອບພຣະຄຸນພຣະເຈົ້າຂອງເຮົາຢູ່ສະເຫມີ. ຂ້າພຣະເຈົ້າກໍຣະນຶກເຖິງເຈົ້າ ໃນທຸກເທື່ອທີ່ເຮົາພາວັນນາອະທິຖານ.5ເຮົາໄດ້ຍິນຂ່າວເລື່ອງຄວາມຮັກ ແລະ ຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ອົງພຣະເຢຊູເຈົ້າ ແລະ ຕໍ່ບັນດາຜູ້ທີ່ເຊື່ອທັງປວງ.6ເຮົາໄດ້ພາວັນນາອະທິຖານ ຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນຄືເພີ່ມພູນ ໃນຄວາມຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນອົງພຣະຄຣິດເຈົ້າ.7ສຳລັບເຮົາມີຄວາມຍິນດີຫລາຍ ແລະ ໄດ້ຮັບຄວາມຫນູນໃຈ ເພາະຄວາມຮັກຂອງເຈົ້າ, ເພາະຫົວໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າ ກໍໄດ້ຮັບ ຄວາມສົດຊື່ນຂຶ້ນເພາະເຈົ້າ, ນ້ອງເອີຍ.8ເພາະສະນັ້ນ, ເຖິງແມ່ນວ່າ ເຮົາມີໃຈກ້າໃນພຣະຄຣິດເຈົ້າ ທີ່ຈະສັ່ງເຈົ້າໃຫ້ເຮັດໃນສິ່ງທີ່ເຈົ້າສົມຄວນເຮັດ.9ແຕ່ຍ້ອນຄວາມຮັກ, ເຮົາ ຈຶ່ງຂໍຮ້ອງເຈົ້າດີກວ່າ - ເຮົາ, ໂປໂລ, ຄົນເຖົ້າຜູ້ຫນຶ່ງ, ແລະ ໃນປະຈຸບັນນີ້ແມ່ນຖືກຄຸກຢູ່ ກໍເພາະເຫັນແກ່ພຣະເຢຊູຄຣິດເຈົ້າ.10ດັ່ງນັ້ນເຮົາຈຶ່ງຂໍຮ້ອງເຈົ້າເພື່ອໂອເນຊີໂມ, ຜູ້ທີ່ເປັນລູກຂອງເຮົາໃນພຣະຄຣິດ, ຊຶ່ງເຮົາກໍໄດ້ກາຍເປັນພໍ່ຂອງລາວໃນຝ່າຍຄວາມເຊື່ອ.11ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ, ແຕ່ບັດນີ້ລາວເປັນປະໂຫຍດແກ່ທັງເຈົ້າ ແລະ ເຮົາເຫມືອນກັນ.12ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ, ລາວຜູ້ນີ້ເປັນຫມາກຫົວໃຈຂອງເຮົາ.13ເຮົາ ຢາກໃຫ້ລາວຢູ່ກັບເຮົາ, ເພື່ອວ່າລາວຈະໄດ້ບົວລະບັດຮັບໃຊ້ເຮົາແທນເຈົ້າ, ໃນຂະນະທີ່ ເຮົາ ຖືກກັງຂັງຢູ່ເພື່ອເຫັນແກ່ຂ່າວປະເສີດນັ້ນ.14ແຕ່ວ່າເຮົາບໍ່ຢາກເຮັດສິ່ງໃດກ່ອນທັງນັ້ນ ຫາກບໍ່ໄດ້ຮັບຄວາມເຫັນຈາກເຈົ້າ. ເຮົາບໍ່ຕ້ອງການຄຸນຄວາມດີທີ່ເຈົ້າເຮັດນັ້ນຈາກຄວາມຂົ່ມໃຈຈຳເປັນ ແຕ່ໃຫ້ອອກຈາກຄວາມສະຫມັກໃຈຂອງເຈົ້າດ້ວຍ.15ບາງທີໂອເນຊີໂມໄດ້ ຈາກເຈົ້າໄປຊົ່ວໄລຍະຫນຶ່ງ, ເພື່ອວ່າເຈົ້າຈະໄດ້ຮັບ ລາວກັບຄືນມາຕະຫລອດໄປ.16ບັດນີ້ລາວ ບໍ່ແມ່ນເປັນພຽງຂ້າຮັບໃຊ້ຄົນຫນຶ່ງເທົ່ານັ້ນ, ແຕ່ດີກວ່າຂ້າຮັບໃຊ້ອີກຄື, ເປັນອ້າຍນ້ອງທີ່ຮັກຄົນ ຫນຶ່ງ. ລາວເປັນທີ່ຮັກເປັນພິເສດແກ່ເຮົາ ແລະ ກໍຄົງ ເປັນທີ່ຮັກແກ່ເຈົ້າຫລາຍກວ່າ ອີກທັງໃນ ຖານະທີ່ເປັນເພື່ອນມະນຸດ ແລະ ໃນຖານະທີ່ເປັນ ພີ່ນ້ອງກັນໃນອົງພຣະຜູ້ເປັນເຈົ້າດ້ວຍ.17ເຫດສະນັ້ນ ຖ້າເຈົ້າຖືວ່າເຮົາເປັນເພື່ອນ ຮ່ວມງານຂອງເຈົ້າແລ້ວ, ຈົ່ງຕ້ອນຮັບລາວໄວ້ ເຫມືອນກັບເຈົ້າຕ້ອນຮັບເຮົາ.18ຖ້າລາວໄດ້ ເຮັດຜິດພາດປະການໃດ ຫລື ເປັນຫນີ້ຫຍັງແດ່ ກໍ ໃຫ້ເຈົ້າຄິດເອົານຳເຮົາ.19ຝ່າຍເຮົາ, ໂປໂລ, ລົງມືຂຽນສິ່ງນີ້ດ້ວຍຕົວເອງ: ເຮົາຈະໃຊ້ແທນຄືນເຈົ້າ. ເຮົາຈະບໍ່ອ້າງເຖິງແກ່ເຈົ້າວ່າ ເຈົ້າເປັນຫນີ້ເຮົາ ດ້ວຍຊີວິດຂອງເຈົ້າເອງ.”20ດັ່ງນັ້ນ, ນ້ອງເອີຍ, ຂໍໃຫ້ເຮົາໄດ້ຮັບປະໂຫຍດຈາກເຈົ້າໃນອົງພຣະຜູ້ເປັນເຈົ້າ; ຈົ່ງເຮັດໃຫ້ຈິດໃຈຂອງເຮົາສົດຊື່ນຂຶ້ນໃນພຣະຄຣິດເຈົ້າ.21ເຮົາມີຄວາມຫມັ້ນໃຈໃນຄວາມເຊື່ອຟັງຂອງເຈົ້າ, ເຮົາຈຶ່ງຂຽນຈົດຫມາຍມາເຖິງເຈົ້າ. ເຮົາຮູ້ວ່າເຈົ້າ ຈະເຮັດໄດ້ ຫລາຍກວ່າທີ່ເຮົາຂໍອີກ.22ໃນເວລາດຽວກັນ, ຈົ່ງຈັດຕຽມຫ້ອງພັກໄວ້ ສຳລັບເຮົາ, ເພາະເຮົາຫວັງວ່າຜ່ານຄຳພາວັນນາອະທິຖານ ຂອງພວກເຈົ້າ ເຮົາຈະໄດ້ກັບມາຫາເຈົ້າ.23ເອປາຟາ, ຜູ້ຖືກຄຸກຮ່ວມກັບເຮົາ ເພາະ ເຫັນແກ່ພຣະເຢຊູຄຣິດເຈົ້າ, ກໍຝາກຄວາມຄິດເຖິງ ມາຫາເຈົ້າ.24ເຊັ່ນດຽວກັນກັບ ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ, ເພື່ອນຮ່ວມ ງານຂອງເຮົາກໍຝາກຄວາມຄິດເຖິງມາດ້ວຍ.25ຂໍໃຫ້ພຣະຄຸນ ຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດ ວິນຍານຂອງພວກເຈົ້າ. ອາແມນ.
1ເປັນເວລານານມາແລ້ວທີ່ ພຣະເຈົ້າຊົງກ່າວ ແກ່ບັນພະບຸຣຸດຂອງພວກເຮົາຜ່ານທາງຜູ້ປະກາດພຣະທັມໃນຫລາຍຄັ້ງ ແລະ ດ້ວຍຫລາຍວິທີຕ່າງໆ.2ແຕ່ໃນຍຸກສຸດທ້າຍນີ້, ພຣະອົງ ໄດ້ຊົງກ່າວກັບພວກເຮົາຜ່ານທາງພຣະບຸດ, ຜູ້ທີ່ພຣະອົງແຕ່ງຕັ້ງໃຫ້ເປັນທາຍາດຜູ້ຮັບສັບພະທຸກສິ່ງທັງປວງໂດຍຜ່ານທາງພຣະອົງ ພຣະເຈົ້າໄດ້ຊົງສ້າງໂລກຈັກກະວານ.3ພຣະບຸດນັ້ນເປັນແສງສະຫວ່າງ ອັນເຈີດຈ້າແຫ່ງພຣະສະຫງ່າຣາສີຂອງພຣະເຈົ້າ, ເປັນຜູ້ສະທ້ອນເຖິງພຣະລັກສະນະທີ່ແທ້ຈິງຂອງພຣະອົງ. ພຣະອົງຢຶດທຸກສິ່ງເຂົ້າໄວ້ ດ້ວຍກັນໂດຍຖ້ອຍຄຳອັນຊົງຣິດອຳນາດຂອງພຣະອົງ. ຫລັງຈາກທີ່ພຣະອົງໄດ້ຊຳຣະບາບກັມແລ້ວ, ພຣະອົງກໍຊົງປຣະທັບຢູ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າຜູ້ຊົງຣິດທານຸພາບໃນທີ່ສູງສຸດ.4ພຣະອົງໄດ້ເກີດມາເປັນຜູ້ປະເສີດກວ່າບັນດາທູດສະຫວັນ, ເພາະພຣະນາມຂອງພຣະອົງ ທີ່ໄດ້ຮັບມາເປັນພຣະນາມທີ່ປະເສີດເລີດລໍ້າກວ່ານາມທັງປວງຂອງພວກເຂົາ.5ເພາະມີທູດສະຫວັນອົງໃດບໍ ທີ່ພຣະເຈົ້າເຄີຍກ່າວກັບເຂົາວ່າ,“ທ່ານເປັນບຸດຂອງເຮົາ, ວັນນີ້ ເຮົາເປັນບິດາຂອງພວກທ່ານ.” ແລະ ກ່າວອີກວ່າ, “ເຮົາຈະເປັນບິດາຂອງເຂົາ, ແລະ ເຂົາກໍຈະເປັນບຸດຂອງເຮົາ.”6ອີກຄັ້ງຫນຶ່ງ, ເມື່ອ ພຣະເຈົ້າໄດ້ສົ່ງພຣະບຸດກົກ ເຂົ້າມາໃນໂລກນັ້ນ, ພຣະອົງໄດ້ ຊົງກ່າວວ່າ,“ທູດສະຫວັນທັງຫມົດຂອງພຣະເຈົ້າຕ້ອງນ້ອມນະມັດສະການພຣະອົງ.”7ພຣະອົງກ່າວກ່ຽວກັບບັນດາເທວະດາວ່າ, “ພຣະເຈົ້າບັນດານໃຫ້ຝູງເທວະດາ ຂອງພຣະອົງເປັນວິນຍານ ແລະເຮັດໃຫ້ບັນດາຜູ້ຮັບເປັນແປວໄຟອັນຮ້ອນກ້າ.”8ແຕ່ກຽ່ວກັບພຣະບຸດນັ້ນ ພຣະອົງກ່າວວ່າ,“ພຣະເຈົ້າ, ພຣະຣາຊະບັນລັງ ຂອງພຣະອົງ ຕັ້ງຫມັ້ນຄົງຢູ່ເປັນນິດ. ພຣະອົງຈະຊົງປົກຄອງຣາຊະອານາຈັກ ດ້ວຍຄວາມຍຸດຕິທັມ.9ພຣະອົງຊົງຮັກຄວາມຊອບທັມ ແລະ ຊົງກຽດຊັງສິ່ງອະທັມ. ດ້ວຍເຫດນີ້ ພຣະເຈົ້າ, ຜູ້ເປັນພຣະເຈົ້າຂອງທ່ານ, ໄດ້ຊົງຫົດສົງທ່ານ ໄວ້ດ້ວຍນໍ້າມັນແຫ່ງຄວາມຍິນດີຫລາຍກວ່າບັນດາສະຫາຍຂອງທ່ານ”10ອົງພຣະຜູ້ເປັນເຈົ້າ, ໃນແຕ່ຕົ້ນ, ພຣະອົງໄດ້ວາງຮາກຖານຂອງແຜ່ນດິນໂລກ. ຟ້າສະຫວັນເປັນຜົນງານແຫ່ງສີພຣະຫັດຂອງພຣະອົງ.11ພວກເຂົານັ້ນຈະດັບສູນໄປ, ແຕ່ພຣະອົງຈະຍັງຄົງຢູ່. ສິ່ງເຫລົ່ານັ້ນຈະເກົ່າໄປເຫມືອນກັບເຄື່ອງນຸ່ງຫົ່ມຜືນຫນຶ່ງ.12ພຣະອົງຈະມ້ວນພວກມັນເຫມືອນ ກັບມ້ວນເສື້ອໃຫຍ່ ແລະ ພວກມັນ ຈະຖືກເຮັດໃຫ້ປ່ຽນໄປເປັນເຫມືອນກັບຜ້າຜືນຫນຶ່ງ. ແຕ່ພຣະອົງຊົງເປັນເຫມືອນເດີມ ແລະ ປີທັງຫລາຍຂອງພຣະອົງ ກໍບໍ່ສິ້ນສຸດຈັກເທື່ອ.”13ແຕ່ພຣະອົງ ເຄີຍກ່າວກັບ ທູດສະຫວັນ ຕົນໃດວ່າ,“ຈົ່ງນັ່ງຢູ່ທີ່ເບື້ອງຂວາມື ຂອງເຮົາຈົນກວ່າ ເຮົາເຮັດໃຫ້ສັດຕູທັງຫລາຍຂອງທ່ານໃຫ້ຂາບລົງຢູ່ໃຕ້ພື້ນຕີນຂອງທ່ານ.”14ເທວະດາທັງຫມົດ ບໍ່ແມ່ນວິນຍານ ຜູ້ຮັບໃຊ້ທີ່ພຣະເຈົ້າໃຊ້ມາເພື່ອດູແລຄົນເຫລົ່ານັ້ນທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍຣະດົກບໍ?
1ດ້ວຍເຫດນີ້ພວກເຮົາຈຶ່ງຕ້ອງໃຫ້ເອົາໃຈ ໃສ່ຫລາຍຍິ່ງຂຶ້ນຕໍ່ສິ່ງທີ່ພວກເຮົາໄດ້ຍິນເພື່ອວ່າພວກເຮົາ ຈະບໍ່ຕະເຫລີດອອກໄປຈາກສິ່ງເຫລົ່ານີ້.2ດ້ວຍວ່າ, ຖ້ອຍຄຳທີ່ຖືກກ່າວໂດຍຜ່ານທາງບັນດາເທວະດານັ້ນມີເຫດຜົນແລະ ການລະເມີດກັບການບໍ່ເຊື່ອຟັງທຸກຢ່າງຕາມຍັງໄດ້ຮັບການລົງໂທດຢ່າງເປັນທັມ.3ແລ້ວ ພວກເຮົາຈະຫລົບຫນີພົ້ນໄດ້ແນວໃດ ຖ້າພວກເຮົາລະເລີຍ ຕໍ່ຄວາມພົ້ນອັນຍິ່ງໃຫ່ຍນີ້? ນີ້ຄືຄວາມພົ້ນທີ່ໄດ້ຮັບການປະກາດ ໃນເວລາທຳອິດ ໂດຍອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາໄດ້ຮັບການຢືນຢັນ ໂດຍບັນດາຄົນເຫຼົ່ານັ້ນທີ່ໄດ້ຍິນເລື່ອງນີ້.4ໃນເວລາດຽວກັນ ພຣະເຈົ້າໄດ້ເປັນພະຍານ ໂດຍຫມາຍສຳຄັນ, ການອັດສະຈັນ, ການອິດທິຣິດອັນປະກອບໄປດ້ວຍຣິດອຳນາດຫລວງຫລາຍແລະໂດຍໃຫ້ຂອງປຣະທານຂອງພຣະວິນຍານບໍຣິສຸດເຈົ້າຕາມນໍ້າພຣະທັຍຂອງພຣະອົງ.5ຄືໂລກທີ່ເຮົາກຳລັງກ່າວເຖິງນັ້ນ.6ແຕ່ມີຄົນຫນຶ່ງກ່າວ ຢືນຢັນເອົາໄວ້ໂດຍກ່າວວ່າ,“ມະນຸດສຳຄັນຫຍັງນໍທີ່ ພຣະອົງຈະຕ້ອງຄິດເຖິງເຂົາ? ຫລືບຸດມະນຸດເປັນໃຜ, ທີ່ພຣະອົງຊົງເປັນຫ່ວງເປັນໃຍເຂົາ?7ພຣະອົງສ້າງມະນຸດໃຫ້ຕໍ່າ ກວ່າບັນດາເທວະດາ ພຽງຫນ້ອຍຫນຶ່ງ; ພຣະອົງສວມມົງກຸດແຫ່ງສະຫງ່າຣາສີ ແລະ ກຽດຕິຍົດໃຫ້ແກ່ເຂົາ.8ພຣະອົງວາງທຸກສິ່ງໃຫ້ຢູ່ພາຍໃຕ້ຕີນແຫ່ງການປົກຄອງຂອງເຂົາ.” ເພາະມະນຸດຄືຜູ້ທີ່ ພຣະເຈົ້າຊົງໃຫ້ທຸກສິ່ງ ຢູ່ໃຕ້ການປົກຄອງຂອງພວກເຂົານັ້ນ. ພຣະອົງບໍ່ໄດ້ໃຫ້ມີຈັກສິ່ງດຽວທີ່ບໍ່ຢູ່ພາຍໃຕ້ການປົກຄອງຂອງພວກເຂົາ. ແຕ່ບັດນີ້ເຮົາຍັງບໍ່ເຫັນວ່າທຸກ ສິ່ງທີ່ຢູ່ພາຍໃຕ້ເຂົາ.9ແຕ່ພວກເຮົາ ເຫັນຜູ້ທີ່ຖືກເຮັດໃຫ້ຕໍ່າ ກວ່າບັນດາເທວະດາ ພຽງຊົ່ວຄາວນັ້ນ ຄືພຣະເຢຊູເຈົ້າຜູ້ທີ່ໂດຍການທົນທຸກແລະການຕາຍຂອງພຣະອົງເຮັດໃຫ້ພຣະອົງໄດ້ຮັບພຣະສະຫງ່າຣາສີ ແລະ ພຣະກຽດສວມ ເປັນມົງກຸດ ດັ່ງນັ້ນໃນເວລານີ້ໂດຍພຣະຄຸນຂອງພຣະເຈົ້າ ພຣະອົງຈຶ່ງໄດ້ຊີມ ຣົດຄວາມຕາຍ ແທນມະນຸດທຸກຄົນ.10ເພາະນີ້ເປັນການເຫມາະສົມສຳລັບພຣະເຈົ້າ ທີ່ຈະພາບັນດາບຸດຫລວງຫລາຍ ໄປສູ່ສະຫງ່າຣາສີ ເນື່ອງຈາກທຸກສິ່ງດຳຣົງຢູ່ເພື່ອພຣະອົງແລະ ໂດຍຜ່ານທາງພຣະອົງ ເປັນການເຫມາະສົມສຳລັບພຣະອົງ ແລ້ວທີ່ຈະຊົງໃຫ້ການເປັນຜູ້ນຳທາງ ແຫ່ງຄວາມລອດພົ້ນ ທີ່ມີໄວ້ສຳລັບພວກເຂົາສຳເລັດ ໂດຍຜ່ານທາງການທົນທຸກຂອງພຣະອົງ.11ເພາະທັງຜູ້ຫນຶ່ງທີ່ຍອມອຸທິດຊີວິດກັບບັນດາຄົນເຫລົ່ານັ້ນທີ່ໄດ້ຮັບການອຸທິດມອບໄວ້ລ້ວນມາຈາກແຫລ່ງກໍາເນີດດຽວກັນ ດ້ວຍເຫດຜົນນີ້ເອງພຣະເຢຊູຄຣິດເຈົ້າ ຈຶ່ງບໍ່ລະອາຍທີ່ຈະເອີ້ນຄົນເຫຼົ່ານັ້ນວ່າ ເປັນພີ່ນ້ອງ12ພຣະອົງກ່າວວ່າ, “ເຮົາ ຈະ ປະກາດເຖິງ ພຣະນາມຂອງພຣະອົງ ແກ່ພີ່ນ້ອງຂອງເຮົາ, ເຮົາຈະຮ້ອງເພງສັນຣະເສີນ ພຣະອົງຈາກພາຍໃນທີ່ຊຸມຊົນ.”13ພຣະອົງກ່າວວ່າ, “ຂ້າພຣະອົງຈະມອບຄວາມໄວ້ວາງໃຈໃນພຣະເຈົ້າ ແລະ ພຣະອົງຍັງກ່າວອີກວ່າ, ເບິ່ງແມ ຂ້າພຣະອົງຢູ່ທີ່ນີ້ ກັບບຸດທັງຫລາຍ ທີ່ພຣະອົງ ຊົງມອບໃຫ້ຂ້າພຣະອົງ.”14ດ້ວຍ ເຫດນີ້, ບັນດາບຸດຂອງພຣະເຈົ້າໄດ້ເຂົ້າສ່ວນໃນເນື້ອຫນັງແລະເລືອດກັບພວກເຂົາດ້ວຍເພື່ອວ່າໂດຍທາງ ຄວາມຕາຍຂອງພຣະອົງ ພຣະອົງຈະທຳລາຍ ຜູ້ນັ້ນທີ່ມີອຳນາດແຫ່ງຄວາມຕາຍ, ຄືມານຮ້າຍ.15ໂດຍທາງນີ້ພຣະອົງຈະປົດປ່ອຍບັນດາຄົນເຫລົ່ານັ້ນທີ່ມີຊີວິດຕົກເປັນທາດຂອງຄວາມຢ້ານຕາຍຂອງພວກເຂົາໃຫ້ເປັນອິສຣະ.16ເພາະເຫດນີ້ຈຶ່ງຈະແຈ້ງວ່າ ບໍ່ແມ່ນບັນດາທູດສະຫວັນ ທີ່ພຣະເຈົ້າຊົງເປັນຫ່ວງແຕ່ຄືເຊື້ອສາຍ ຂອງອັບຣາຮາມທີ່ພຣະອົງຊົງເປັນຫ່ວງ.17ດັ່ງນັ້ນຈຶ່ງຈຳເປັນຢ່າງຍິ່ງທີ່ ພຣະອົງຈະຕ້ອງເປັນເຫມືອນພີ່ນ້ອງຂອງພຣະອົງທຸກຢ່າງ, ເພື່ອວ່າພຣະອົງ ຈະສາມາດເປັນມະຫາປະໂລຫິດທີ່ສັດຊື່ ແລະ ມີໃຈເມດຕາຕໍ່ສິ່ງຕ່າງໆຂອງພຣະເຈົ້າ, ແລະເພື່ອພຣະອົງຈະນຳການຍົກໂທດຄວາມບາບມາຍັງຜູ້ຄົນ.18ເພາະວ່າ ພຣະເຢຊູຄຣິດເຈົ້າເອງໄດ້ທົນທຸກແລະຖືກທົດລອງມາກ່ອນ ພຣະອົງຈຶ່ງຊົງສາມາດຊ່ວຍ ຄົນເຫລົ່ານັ້ນທີ່ຖືກທົດລອງນັ້ນໄດ້.
1ເພາະສະນັ້ນ, ພີ່ນ້ອງຜູ້ບໍຣິສຸດ ພວກທ່ານຜູ້ເຂົ້າສ່ວນໃນການຊົງເອີ້ນຈາກສະຫວັນຂໍ ຈົ່ງຄິດເຖິງພຣະເຢຊູເຈົ້າຜູ້ຊົງເປັນອັຄະຣະທູດແລະ ມະຫາ ປະໂລຫິດທີ່ເຮົາຍອມຮັບນັ້ນ.2ພຣະອົງ ສັດຊື່ ຕໍ່ພຣະເຈົ້າຜູ້ຊົງແຕ່ງຕັ້ງ ພຣະອົງເຫມືອນດັ່ງທີ່ໂມເຊສັດຊື່ ໃນ ບ້ານຂອງພຣະເຈົ້າ.3ເພາະພຣະເຢຊູຄຣິດເຈົ້າ ໄດ້ຮັບການພິຈາຣະນາວ່າຊົງສົມຄວນຕໍ່ພຣະ ສະຫງ່າຣາສີ ອັນຍິ່ງໃຫຍ່ກວ່າໂມເຊ, ເພາະຜູ້ທີ່ສ້າງບ້ານຍອມມີກຽດຫລາຍກວ່າຕົວບ້ານ.4ບ້ານທຸກຫລັງຈະຕ້ອງມີຄົນທີ່ສ້າງບ້ານນັ້ນແຕ່ພຣະເຈົ້າຄືຜູ້ສ້າງສັບພະສິ່ງທັງປວງ.5ໃນທາງຫນຶ່ງໂມເຊເປັນຄົນທີ່ສັດຊື່ໃນຖານະເປັນຄົນຮັບໃຊ້ ທີ່ຢູ່ໃນບ້ານຂອງພຣະເຈົ້າເຂົາເປັນພະຍານກຽ່ວກັບສິ່ງຕ່າງໆທີ່ຈະເກີດຂຶ້ນໃນອານາຄົດ ຊຶ່ງໄດ້ຮັບການກ່າວເຖິງ.6ແຕ່ຝ່າຍພຣະຄຣິດຊົງເປັນພຣະບຸດຜູ້ມີອຳນາດໃນບ້ານຂອງພຣະເຈົ້າ ແລະ ເຮົາ ທັງຫລາຍ ກໍເປັນບ້ານຂອງພຣະອົງ ຖ້າເຮົາຫາກຢຶດໝັ້ນ ໃນຄວາມກ້າຫານ ແລະໃນຄວາມຫມັ້ນໃຈ ໃນຄວາມຫວັງຂອງພວກເຮົາ7ດັ່ງນັ້ນ, ຈຶ່ງເຫມືອນກັບທີ່ພຣະວິນຍານບໍຣິສຸດເຈົ້າ ຊົງກ່າວໄວ້ວ່າ,“ວັນນີ້ ຖ້າຫາກພວກເຈົ້າ ໄດ້ຍິນພຣະສຸຣະສຽງຂອງພຣະອົງ8ຢ່າເຮັດໃຫ້ໃຈແຂງກະດ້າງເຫມືອນກັບຄົນທີ່ກະບົດໃນຊ່ວງເວລາແຫ່ງການທົດສອບ ໃນຖິ່ນແຫ້ງແລ້ງກັນດານ.9ນີ້ຄືເມື່ອພວກບັນພະບຸຣຸດຂອງພວກເຈົ້າໄດ້ກະບົດດ້ວຍການທົດລອງພິສູດເຮົາ, ຄືຊ່ວງ, ຕະຫລອດສີ່ສິບປີທີ່ພວກເຂົາເຫັນການກະທຳຂອງເຮົາ10ດ້ວຍເຫດນີ້, ເຮົາຈຶ່ງໂກດຮ້າຍກັບຄົນໃນຮຸ້ນນັ້ນ ເຮົາເວົ້າວ່າ,‘ພວກເຂົາຖືກຊັກຈູງໃຫ້ຫລົງຜິດໃນຫົວໃກຂອງພວກເຂົາຢູ່ສະເຫມີ ພວກເຂົາບໍ່ຮູ້ຈັກຫົນທາງຂອງເຮົາ.’11ຈຶ່ງເປັນໄປຕາມທີ່ເຮົາໄດ້ປະຕິຍານດ້ວຍຄວາມໂກດຮ້າຍໄວ້ວ່າ, ພວກເຂົາ ຈະບໍ່ມີວັນໄດ້ເຂົ້າບ່ອນທີ່ເຮົາຈະໃຫ້ພວກເຂົາໄດ້ພັກຜ່ອນ.”12ຈົ່ງ ຣະວັງໃຫ້ດີ ພີ່ນ້ອງເອີຍ ເພື່ອວ່າໃນທ່າມກາງພວກທ່ານຈະບໍ່ມີຜູ້ໃດທີ່ມີຈິດໃຈຊົ່ວຊ້າເນື່ອງຈາກການບໍ່ເຊື່ອຟັງ, ຄືຫົວໃຈທີ່ຫັນອອກຈາກພຣະເຈົ້າອົງຊົງພຣະຊົນຢູ່.13ແຕ່ຈົ່ງຫນູນໃຈກັນແລະກັນທຸກໆວັນ ຕາບໃດທີ່ຍັງໃຊ້ຄຳວ່າ, “ວັນນີ້” ເພື່ອໃນທ່າມກາງພວກເຈົ້າຈະບໍ່ມີແມ່ນແຕ່ຄົນດຽວທີ່ຖືກເຮັດ ໃຫ້ໃຈດື້ດ້ານໂດຍການຫລອກລວງຂອງຄວາມບາບ.14ເພາະ, ພວກເຮົາໄດ້ມາ ເປັນຜູ້ຮ່ວມງານກັບພຣະຄຣິດ ຖ້າພວກເຮົາຢຶດຫມັ້ນຢ່າງເຕັມທີ່ໃນຄວາມຫວັງໃຈທີ່ມີໃນພຣະອົງຕັ້ງແຕ່ຕອນຕົ້ນຈົນເຖິງວັນສຸດທ້າຍ15ດັ່ງທີ່ມີກ່າວໄວ້ແລ້ວວ່າ ວັນນີ້ ຖ້າພວກເຈົ້າໄດ້ຍິນ ພຣະສຸຣະສຽງ ຂອງພຣະອົງກໍຢ່າເຮັດໃຫ້ໃຈຂອງພວກເຈົ້າແຂງກະດ້າງ ໄປເຫມືອນຄົນກະບົດ.”16ຜູ້ໃດຄືຄົນທີ່ໄດ້ຍິນພຣະສຸຣະສຽງຂອງພຣະເຈົ້າ ແລະຍັງກະບົດ ບໍ່ແມ່ນພວກຄົນເຫລົ່ານັ້ນທີ່ອອກມາຈາກປະເທອີຢິບ ໂດຍຜ່ານທາງໂມເຊບໍ?17ຜູ້ໃດຄືຄົນທີ່ເຮັດໃຫ້ພຣະເຈົ້າໂກດຮ້າຍຕະຫລອດສີ່ສິບປີ? ບໍ່ແມ່ນຄົນເຫຼົ່ານັ້ນທີ່ເຮັດຜິດບາບພວກເຂົາ ທີ່ລົ້ມຕາຍໃນຖິ່ນແຫ້ງແລ້ງກັນດານນັ້ນຫລື?18ຜູ້ໃດຄືຄົນທີ່ ພຣະອົງ ໄດ້ຊົງສາບານຕົວວ່າ ພວກເຂົາຈະບໍ່ໄດ້ເຂົ້າຮ່ວມບ່ອນພັກເຊົາຂອງພຣະອົງ, ກໍຄືຄົນເຫລົ່ານັ້ນທີ່ບໍ່ເຊື່ອຟັງພຣະອົງບໍ່ແມ່ນບໍ?19ແລະເຮົາເຫັນວ່າ ພວກເຂົາບໍ່ສາມາດເຂົ້າສູ່ການຢຸດພັກຂອງພຣະອົງເພາະການບໍ່ເຊື່ອຟັງ.
1ດັ່ງນັ້ນ, ຂໍໃຫ້ພວກເຮົາ ຣະວັງໃຫ້ດີເພື່ອຈະບໍ່ມີໃຜໃນພວກທ່ານທີ່ຫລົ້ມເຫລວໃນການເຂົ້າເຖິງພຣະສັນຍາທີ່ມີໄວ້ສຳລັບພວກທ່ານ ໃນການເຂົ້າສູ່ການພັກສະຫງົບຂອງພຣະເຈົ້າ.2ເພາະວ່າ ພວກເຮົາໄດ້ຍິນເຖິງຂ່າວປະເສີດເຫມືອນກັບທີ່ພວກເຂົາໄດ້ຮັບ ແຕ່ຂໍ້ຄວາມນັ້ນບໍ່ໄດ້ເກີດປະໂຫຍດຕໍ່ຄົນເຫລົ່ານັ້ນທີ່ ບໍ່ໄດ້ເຂົ້າສ່ວນກັບຄົນເຫລົ່ານັ້ນທີ່ເຊື່ອຟັງ.3ເພາະ ພວກເຮົາທີ່ເຊື່ອກໍເປັນຄົນເຫລົ່ານັ້ນ ທີ່ຈະໄດ້ເຂົ້າສູ່ການ ພັກຜ່ອນເຫມືອນຢ່າງທີ່, ພຣະອົງກ່າວເອົາໄວ້ວ່າ, ເຫມືອນທີ່ເຮົາຊົງສັນຍາເອົາໄວ້, “ດ້ວຍ ຄວາມເຄືອງໃຈ ຂອງເຮົາ ພວກເຂົາຈະບໍ່ໄດ້ເຂົ້າ ສູ່ການພັກສະຫງົບຂອງເຮົາເລີຍ.”ເຖິງແມ່ນວ່າ, ການງານແຫ່ງການຊົງສ້າງຂອງພຣະອົງ ໃນການວາງຮາກຖານສ້າງໂລກໄດ້ສຳເລັດແລ້ວ4ເພາະມີໃນພຣະຄັມພີຕອນຫນຶ່ງທີ່ພຣະອົງໄດ້ກ່າວເອົາໄວ້ກຽ່ວກັບວັນທີເຈັດວ່າ, “ພຣະເຈົ້າໄດ້ພັກຜ່ອນ ຈາກການທຳງານທັງສິ້ນຂອງພຣະອົງໃນວັນທີເຈັດ.”5ເເລະພຣະອົງກ່າວໄວ້ອີກວ່າ, “ພວກເຂົາຈະບໍ່ໄດ້ ເຂົ້າສູ່ການພັກສະຫງົບຂອງເຮົາເລີຍ.”6ດ້ວຍເຫດນີ້ເອງ ຈຶ່ງຍັງມີບາງຄົນທີ່ໄດ້ຮັບການສະຫງວນເອົາໄວ້ເພື່ອເຂົ້າສູ່ການພັກສະຫງົບຂອງພຣະອົງ, ແລະນັບຈາກຊາວອິສະຣະເອນຈຳນວນຫລາຍທີ່ບໍ່ໄດ້ເຂົ້າສູ່ການພັກສະຫງົບ ເພາະພວກເຂົາບໍ່ເຊື່ອຟັງ.7ພຣະເຈົ້າໄດ້ຕັ້ງວັນຫນຶ່ງຂຶ້ນມາອີກຊຶ່ງເອີ້ນວ່າ, “ວັນນີ້”ຫລັງຈາກນັ້ນອີກ ຫລາຍປີພຣະອົງ ໄດ້ເວົ້າຜ່ານທາງດາວິດ ຢ່າງທີ່ໄດ້ມີອ້າງໄວ້ໃນພຣະຄັມພີ ວ່າ,“ ວັນນີ້ຖ້າຫາກທ່ານຟັງສຽງຂອງພຣະເຈົ້າແລະບໍ່ເຮັດໃຫ້ໃຈຂອງພວກທ່ານແຂງກະດ້າງໄປ.”8ເພາະຖ້າຫາກ ໂຢຊວຍ ໃຫ້ການພັກສະຫງົບແກ່ພວກເຂົາໄດ້, ພຣະເຈົ້າ ກໍຄົງບໍ່ໄດ້ກ່າວເຖິງວັນອື່ນອີກ.9ດັ່ງນັ້ນຈຶ່ງຍັງຄົງມີວັນສະບາໂຕແຫ່ງການພັກສະຫງົບທີ່ສະຫງວນເອົາໄວ້ ສຳລັບໄພ່ພົນຂອງພຣະເຈົ້າ.10ດ້ວຍວ່າ, ຄົນທີ່ເຂົ້າສູ່ການພັກສະຫງົບ ຂອງພຣະເຈົ້າກໍໄດ້ພັກຕົວເອງຈາກວຽກການຂອງຕົນ ເຫມືອນຢ່າງທີ່ພຣະເຈົ້າໄດ້ຊົງພັກນັ້ນ.11ດ້ວຍເຫດນັ້ນ ໃຫ້ພວກເຮົາອົດສາພະຍາຍາມ ໃຫ້ໄດ້ເຂົ້າສູ່ການພັກສະຫງົບນັ້ນ ເພື່ອຈະບໍ່ໃຫ້ຜູ້ຫນຶ່ງຜູ້ໃດ ຕ້ອງລົ້ມລົງໃນການບໍ່ເຊື່ອຟັງເຫມືອນກັບທີ່ພວກເຂົາໄດ້ທໍານັ້ນ.12ເພາະວ່າ ພຣະທັມຂອງພຣະເຈົ້ານັ້ນມີຊີວິດຢູ່ພ້ອມທຳງານແລະ ຄົມຍິ່ງກວ່າດາບສອງຄົມທຸກດວງທີ່ ແທງທະລຸເຂົ້າໄປເພື່ອແຍກຈິດຈາກ ວິນຍານ ແຍກຂໍ້ຕໍ່ຈາກໄຂກະດູກ ສາມາດຮູ້ເຖິງຄວາມຄິດ ແລະ ເຈດຕະນາໃນຫົວໃຈ.13ບໍ່ມີສິ່ງໃດທີ່ ຖືກສ້າງຂຶ້ນແລ້ວຖືກປິດບັງໄວ້ຈາກ ພຣະພັກພຣະເຈົ້າໄດ້. ແຕ່ທຸກສິ່ງໄດ້ປາກົດແລະເປີດເຜີຍຕໍ່ສາຍຕາຂອງພຣະອົງ ຜູ້ທີ່ເຮົາຈະຕ້ອງລາຍງານນັ້ນ.14ດ້ວຍເຫດນີ້ຕັ້ງແຕ່ວັນທີ່ເຮົາ ມີພຣະມະຫາປະໂລຫິດຜູ້ຍິ່ງໃຫຍ່ ທີ່ໄດ້ຜ່ານຟ້າສະຫວັນ, ມາແລ້ວ ຄື ພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ, ກໍໃຫ້ເຮົາ ຢຶດຄວາມເຊື່ອ ຂອງເຮົາເອົາໄວ້ໃຫ້ຫມັ້ນຄົງ.15ເພາະ ພວກເຮົາບໍ່ໄດ້ ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນໃຈ ໃນຄວາມອ່ອນແອຂອງພວກເຮົາ, ແຕ່ເຮົາມີພຣະອົງຜູ້ທີ່ຖືກທົດລອງ ເຫມືອນຢ່າງ ເຮົາທຸກປະການ, ຍົກເວັ້ນການທີ່ພຣະອົງຊົງບໍ່ມີບາບ.16ໃຫ້ເຮົາເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ, ດ້ວຍຄວາມຫມັ້ນໃຈເພື່ອພວກເຮົາຈະໄດ້ ຮັບພຣະເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍພວກເຮົາໄດ້ໃນເວລາທີ່ມີຄວາມຈຳເປັນ.
1ເພາະມະຫາປະໂລຫິດທຸກຄົນ, ຖືກເລືອກຈາກ ມະນຸດ, ແລະໄດ້ຮັບການແຕ່ງຕັ້ງໃຫ້ ເປັນຜູ້ຮັບໃຊ້ແທນມະນຸດໃນເລື່ອງຕ່າງໆກຽ່ວກັບພຣະເຈົ້າ ເພື່ອເຂົາຈະເປັນຜູ້ທີ່ຖວາຍ ເຄື່ອງຖວາຍແລະເຄື່ອງບູຊາ ເພື່ອລຶບລ້າງບາບ.2ເພິ່ນສາມາດປະຕິບັດ ຢ່າງອ່ອນໂຍນ ຕໍ່ ຄົນທີ່ໂງ່ເຂົາແລະດື້ດ້ານເພາະເພິ່ນເອງ ກໍຖືກຫຸ້ມລອ້ມໄປດ້ວຍຄວາມອ່ອນແອ.3ເພາະເຫດນີ້, ເອງເພິ່ນຈຶ່ງຕ້ອງຖວາຍ ເຄື່ອງບູຊາ ສຳລັບຄວາມຜິດບາບຂອງຕົວເອງເຫມືອນກັບທີ່ເຂົາກະທຳເພື່ອຄວາມບາບຂອງປະຊາຊົນດ້ວຍ.4ການທີ່ຄົນໃດໄດ້ຮັບກຽດນີ້ຍອມບໍ່ແມ່ນເພື່ອຕົວຂອງເຂົາເອງແຕ່ເຂົາໄດ້ຮັບການຊົງເອີ້ນຈາກພຣະເຈົ້າ, ເຫມືອນກັບເອີ້ນອາໂຣນ.5ແລະເຊັ່ນດຽວກັນ ພຣະຄຣິດເອງກໍບໍ່ໄດ້ຍົກພຣະອົງເອງເພື່ອໄດ້ຮັບກຽດໃນການເປັນມະຫາປະໂລຫິດ ແຕ່ພຣະເຈົ້າຜູ້ຊົງກ່າວກັບພຣະອົງນັ້ນກ່າວວ່າ, “ເຈົ້າເປັນບຸດຂອງເຮົາ; ວັນນີ້ເຮົາໄດ້ເປັນບິດາຂອງເຈົ້າ.”6ເຫມືອນກັບທີ່ພຣະອົງໄດ້ກ່າວ ໃນຕອນອື່ນວ່າ, “ທ່ານເປັນປະໂລຫິດ ຕະຫລອດໄປຕາມແບບຂອງ ເມັນຄີເຊເດັກ.”7ໃນຊ່ວງລະຫວ່າງການເປັນມະນຸດຂອງພຣະອົງນັ້ນ, ພຣະຄຣິດໄດ້ມອບຖວາຍ ທັງຄຳອະທິຖານ ແລະຄຳອ້ອນວອນ ດ້ວຍສຽງອັນດັງ ແລະດ້ວຍນໍ້າຕາໄຫລຕໍ່ພຣະເຈົ້າ, ຜູ້ຊົງ ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ພຣະເຈົ້າຊົງນ້ອມຮັບຟັງ ດ້ວຍພຣະທັຍສົງສານ.8ເຖິງແມ່ນວ່າພຣະອົງ ຊົງເປັນພຣະບຸດແຕ່ພຣະອົງຮຽນຮູ້ ທີ່ຈະຍອມ ເຊື່ອຟັງ ຜ່ານທາງການທຸກຍາກຕ່າງໆຂອງພຣະອົງ.9ພຣະອົງໄດ້ຖືກເຮັດໃຫ້ສົມບູນແລະໄດ້ເປັນຕົ້ນກຳເນີດ ແຫ່ງຄວາມພົ້ນ ອັນຕະຫລອດໄປເປັນນິດ, ແກ່ຄົນທີ່ເຊື່ອຟັງພຣະອົງ.10ພຣະອົງໄດ້ຮັບການອອກແບບໂດຍ ພຣະເຈົ້າເພື່ອໃຫ້ເປັນມະຫາປະໂລຫິດຕາມແບບ ເມັນຄີເຊເດັກ.11ຍັງມີອີກຫລາຍຢ່າງທີ່ເຮົາຈະເວົ້າເຖິງພຣະເຢຊູຄຣິດເຈົ້າ, ແຕ່ກໍຍາກທີ່ຈະອະທິບາຍເນື່ອງຈາກ ພວກທ່ານໄດ້ກາຍເປັນຄົນທີ່ເສີຍຊ້າໃນການຟັງແລ້ວ.12ເຖິງແມ່ນເວລານີ້ພວກທ່ານຄວນຈະເປັນຄຣູໄດ້ແລ້ວ, ແຕ່ ພວກເຈົ້າກໍຍັງຕ້ອງການໃຫ້ມີຄົນ ສອນພວກທ່ານເຖິງຫລັກການເບື້ອງຕົ້ນກຽ່ວກັບຖ້ອຍຄຳຂອງພຣະເຈົ້າ, ພວກເຈົ້າຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.13ດ້ວຍວ່າ, ໃຜກໍຕາມທີ່ກິນນໍ້ານົມກໍຍັງບໍ່ຊຳນານ ໃນເລື່ອງຄວາມຊອບທັມ ເພາະເຂົາຍັງເປັນເດັກນ້ອຍຢູ່.14ອາຫານແຂງນັ້ນເປັນອາຫານສຳລັບຜູ້ໃຫຍ່. ຄົນເຫລົ່ານີ້ຄືຄົນທີ່ຄວນເປັນຜູ້ໃຫຍ່ເຮັດໃຫ້ເຂົາມີຄວາມເຂົ້າໃຈທີ່ຝຶກອົບຮົມພວກເຂົາໃຫ້ສາມາດ ສັງເກດວ່າສິ່ງໃດດີ ແລະສິ່ງໃດຊົ່ວ.
1ດັ່ງນັ້ນແລ້ວຂໍໃຫ້ພວກເຮົາອອກຈາກຄຳສອນເບື້ອງຕົ້ນ ກ່ຽວກັບ ພຣະຄຣິດເຈົ້າ ແລະ ກ້າວໄປຂ້າງຫນ້າ ສູ່ຄວາມເປັນຜູ້ໃຫຍ່ແລ້ວ. ຂໍໃຫ້ພວກເຮົາທີ່ຈະບໍ່ຕ້ອງວາງຮາກຖານເລື່ອງການກັບໃຈຈາກການງານແຫ່ງຄວາມຕາຍເລື່ອງຄວາມເຊື່ອໃນພຣະເຈົ້າອີກຄັ້ງຫນຶ່ງ2ຫລືເລື່ອງຮາກຖານຄຳສອນ ກຽ່ວກັບການບັບຕິສະມາພິທີວາງມື, ການເປັນຄືນມາຈາກຕາຍຂອງຄົນທີ່ຕາຍໄປແລ້ວ ແລະເລື່ອງການພິພາກສານິຣັນດອນ.3ເຮົາຈະກະທຳສິ່ງນີ້ຖ້າຫາກພຣະເຈົ້າຊົງອະນຸຍາດ.4ເພາະ ມັນເປັນໄປບໍ່ໄດ້ສຳລັບ ຄົນເຫລົ່ານັ້ນທີ່ເຄີຍໄດ້ຮັບຄໍາສອນມາແລ້ວເຄີຍໄດ້ຊີມຣົດຂອງປຣະທານຈາກສະຫວັນ ເຄີຍມີສ່ວນຮ່ວມກັບພຣະວິນຍານບໍຣິສຸດເຈົ້າ5ແລະ ໄດ້ຊີມຣົດອັນດີແຫ່ງຖ້ອຍຄຳຂອງພຣະເຈົ້າແລະພະລັງ ຂອງຍຸກທີ່ຈະມາເຖິງ6ແຕ່ຄົນທີ່ລົ້ມລົງແລ້ວນັ້ນເປັນໄປບໍ່ໄດ້ທີ່ຈະຮື້ຟື້ນພວກເຂົາ ມາສູ່ການກັບໃຈໃຫມ່ອີກໄດ້. ນີ້ເປັນ ເພາະພວກເຂົາເອງຄຶງພຣະບຸດຂອງພຣະເຈົ້າເພື່ອຕົວຂອງພວກເຂົາເອງອີກຄັ້ງ, ແລະໄດ້ເຮັດໃຫ້ພຣະອົງອັບອາຍຢ່າງເປີດເຜີຍຕໍ່ທຸກຄົນ.7ເພາະພື້ນດິນທີ່ດູດຮັບເອົານໍ້າຝົນ ທີ່ຕົກລົງມາ, ແລະ ໃຫ້ເກີດພືດຜົນງອກຂຶ້ນໃຫ້ ປະໂຫຍດຕໍ່ຄົນທີ່ປູກຝັງເທິງແຜ່ນດິນນັ້ນ ນີ້ຄືແຜ່ນດິນທີ່ໄດ້ຮັບພຣະພອນຈາກພຣະເຈົ້າ.8ແຕ່ ຖ້າແຜ່ນດິນນັ້ນໃຫ້ພືດທີ່ມີຫນາມ ຫລືວັດຊະພືດມັນ ກໍບໍ່ມີຄ່າອັນໃດແລະຖືກຊົງປ້ອຍດ່າແລ້ວ. ໃນທີ່ສຸດກໍຈະຖືກເຜົາໄຟເສັຽ.9ພີ່ນ້ອງທີ່ຮັກ ເຖິງແມ່ນວ່າພວກເຮົາຈະເວົ້າດັ່ງນີ້ແຕ່ພວກເຮົາໄດ້ຮັບການເຮັດໃຫ້ສຳນຶກເຖິງສິ່ງທີ່ດີກວ່າກ່ຽວກັບພວກທ່ານ ຄືສິ່ງຕ່າງໆທີ່ກ່ຽວກັບຄວາມລອດ.10ເພາະວ່າພຣະເຈົ້າ ບໍ່ໄດ້ຊົງອະຍຸຕິທັມ ທີ່ຈະລືມການງານຂອງພວກທ່ານ ແລະ ຄວາມຮັກທີ່ພວກທ່ານໄດ້ສະແດງ ອອກເພື່ອພຣະນາມຂອງພຣະອົງ ເນື່ອງຈາກການທີ່ພວກທ່ານໄດ້ປະຕິບັດບັນດາຜູ້ເຊື່ອແລະຍັງຄົງເຮັດຢູ່.11ເຮົາປາຖນາ ອັນຍິ່ງໃຫຍ່ທີ່ພວກທ່ານ ແຕ່ລະຄົນຈະສະແດງຄວາມພາກພຽນຈົນເຖິງທີ່ສຸດ ເພື່ອເຫັນແກ່ຄວາມຫມັ້ນໃຈຢ່າງເຕັມຂະຫນາດນັ້ນ.12ທັ້ງນີ້ ເພື່ອພວກທ່ານບໍ່ກັບກາຍເປັນຄົນກຽດຄ້ານ ແຕ່ຮຽນແບບບັນດາຄົນເຫລົ່ານັ້ນ ທີ່ອາໄສຄວາມເຊື່ອ ແລະ ຄວາມພຽນອົດທົນເຮັດໃຫ້ພວກເຂົາໄດ້ຮັບມໍຣະດົກຕາມ ພຣະສັນຍາ.13ເມື່ອພຣະເຈົ້າຊົງເຮັດພັນທະສັນຍາຕໍ່ອັບຣາຮາມພຣະອົງສາບານໂດຍອ້າງເຖິງພຣະອົງເອງເພາະບໍ່ມີໃຜທີ່ຍິ່ງ ໃຫຍ່ກວ່າພຣະອົງໃນການອ້າງເພື່ອສາບານໄດ້14ພຣະອົງກ່າວວ່າເຮົາຈະອວຍພອນເຈົ້າຢາ່ງແນ່ນອນແລະເຮົາຈະເພີ້ມພູນຢ່າງຍິ່ງໃຫຍ່ໃຫ້ແກ່ເຈົ້າ15ໂດຍເຫດນີ້ເອງອັບຣາຮາມຈຶ່ງໄດ້ຮັບຕາມພຣະສັນຍາຫລັງຈາກທີ່ເຂົາໄດ້ພຽນລໍຄອຍດ້ວຍຄວາມອົດທົນ.16ເພາະມະນຸດເຄີຍສາບານໂດຍອ້າງເຖິງໃຜບາງຄົນທີ່ຍິ່ງໃຫຍ່ກວ່າຕົນ. ຄຳສາບານເປັນຄຳເປັນຄຳຢືນຢັນສຸດທ້າຍທີ່ເຮັດໃຫ້ການຖົກຖຽງກັນສິ້ນສຸດລົງ17ເມື່ອພຣະເຈົ້າຕັດສິນໃຈທີ່ຈະສຳແດງໃຫ້ຊັດເຈນຫລາຍຂຶ້ນຕໍ່ບັນດາຜູ້ທີ່ຈະຮັບມໍຣະດົກ ຕາມພຣະສັນຍາຂອງພຣະອົງ ຕາມພຣະປະສົງທີ່ບໍ່ປ່ຽນແປງຂອງພຣະອົງນັ້ນ ພຣະອົງຈຶ່ງຊົງຢືນຢັນ ດ້ວຍຄຳສາບານຂອງພຣະອົງເອງ.18ເພື່ອສິ່ງທີ່ບໍ່ສາມາດປ່ຽນແປງໄດ້ສອງຢ່າງຄື: ພຣະເຈົ້າຈະກ່າວຄຳຕົວະບໍ່ໄດ້, ກັບພວກເຮົາທີ່ໄດ້ຫນີເຂົ້າມາລີ້ພັຍຈະໄດ້ມີກຳລັງໃຈ ຢ່າງເຂັ້ມແຂງເພື່ອຢຶດຫມັ້ນຢ່າງເຕັມທີ່ໃນຄວາມເຊື່ອຫມັ້ນທີ່ໄດ້ວາງໄວ້ຕໍ່ຫນ້າເຮົານັ້ນ.19ພວກເຮົາມີຄວາມຫມັ້ນໃຈນີ້ທີ່ເປັນເຫມືອນສະຫມໍທີ່ປອດພັຍແລະເຊື່ອໃຈ, ໄດ້ສຳລັບຈິດວິນຍານຂອງພວກເຮົາເປັນ ຄວາມຫມັ້ນໃຈເພື່ອຈະເຂົ້າໄປຍັງສະຖານສັກສິດທີ່ສຸດຢູ່ເບື້ອງຫລັງຜ້າກັ້ງ,20ພຣະເຢຊູຄຣິດເຈົ້າ ໄດ້ສະເດັດເຂົ້າໄປສະຖານແຫ່ງນັ້ນໃນຖານະຜູ້ບຸກເບີກສຳລັບພວກເຮົາ ຄືເປັນພຣະມະຫາປະໂລຫິດ ຕະຫລອດໄປ ຕາມແບບເມັນຄີເຊເດັກ.
1ສ່ວນເມັນຄີເຊເດັກ, ຜູ້ນີ້ຄືກະສັດ ແຫ່ງເມືອງຊາເລັມຜູ້ເປັນປະໂລຫິດ ຂອງພຣະເຈົ້າຜູ້ສູງສຸດ ຜູ້ທີ່ໄດ້ພົບອັບຣາຮາມຫລັງຈາກທີ່ກັບມາຈາກການຮົບກັບກະສັດທັງຫລາຍດ້ວຍຊັຍຊະນະ ແລະ ໄດ້ຊົງອວຍພອນແກ່ເພິ່ນ.2ຄືຜູ້ນີ້ທີ່ອັບຣາຮາມໄດ້ຖວາຍຫນຶ່ງສ່ວນສິບຂອງທຸກສິ່ງໃຫ້ກັບເພິ່ນ ຊື່ຂອງເພິ່ນຄືເມັນຄີເຊເດັກ, ຫມາຍເຖິງ. ກະສັດແຫ່ງຄວາມຊອບທັມ. ຕໍາແຫ່ນງຂອງເພິ່ນ ອີກຢ່າງຄືກະສັດແຫ່ງຊາເລັມ ຫມາຍເຖິງກະສັດແຫ່ງສັນຕິສຸກ.3ເພິ່ນຄືຜູ້ທີ່ບໍ່ມີບິດາ, ບໍ່ມີມານດາ ບໍ່ມີບັນພະບຸຣຸດແລະບໍ່ມີແມ່ນແຕ່ຈຸດເລີ້ມຕົ້ນ ຫລືຈຸດສິ້ນສຸດຂອງຊີວິດແຕ່ເພິ່ນກໍມີຄວາມຄ້າຍເຫມືອນພຣະບຸດຂອງພຣະເຈົ້າ ເພາະເພິ່ນຍັງຄົງເປັນປະໂລຫິດນີ້ສືບໆໄປ.4ຈົ່ງເບິ່ງ ຄວາມຍິ່ງໃຫຍ່ຂອງທ່ານຜູ້ນີ້ເຖີດແມ່ນແຕ່ອັບຣາຮາມບັນພະບຸຣຸດຂອງພວກເຮົາຍັງໄດ້ຖວາຍຫນຶ່ງສ່ວນສິບຈາກສິ່ງທັງຫລາຍທີ່ເຂົາໄດ້ມາຈາກການເຮັດເສິກໃຫ້ແກ່ທ່ານ.5ໃນທາງຫນຶ່ງບັນດາເຊື້ອສາຍຂອງເລວີ ຜູ້ຮັບຖານະເປັນປະໂລຫິດ ໄດ້ຮັບຄຳສັ່ງຈາກ ກົດບັນຍັດ ສັ່ງໃຫ້ຮວບຮວມສິບລົດຈາກປະຊາຊົນຄື ຈາກພວກພີ່ນ້ອງຂອງຕົນເຖິງແມ່ນວ່າພວກເຂົາຈະມາຈາກເຊື້ອສາຍທາງກາຍຂອງອັບຣາຮາມດ້ວຍກໍຕາມ.6ແຕ່ກົງກັນຂ້ວາມກັບເມັນຄີເຊເດັກຜູ້ທີ່ບໍ່ໄດ້ສືບເຊື້ອສາຍມາຈາກພວກເຂົາ ເພິ່ນຍັງຮັບສິບລົດຈາກອັບຣາຮາມ ແລະ ອວຍພອນອັບຣາຮາມ, ຜູ້ທີ່ໄດ້ຮັບພຣະສັນຍາຂອງພຣະເຈົ້າ.7ການທີ່ຜູ້ເລັກນ້ອຍໄດ້ຮັບພອນຈາກຜູ້ໃຫຍ່. ຍອມເປັນເລື່ອງທີ່ບໍ່ສາມາດປະຕິເສດໄດ້8ໃນກໍລະນີນີ້ຄືມະນຸດທີ່ຕ້ອງຕາຍທີ່ຮັບສິບລົດ ແຕ່ໃນກໍລະນີເຊັ່ນນັ້ນກໍໄດ້ຮັບການພິສູດຢືນຢັນວ່າທ່ານເປັນຜູ້ມີຊີວິດຢູ່.9ຖ້າຈະເວົ້າໄປແລ້ວຄົນ ເລວີ ຜູ້ໄດ້ຮັບສິບລົດນັ້ນ ກໍຍັງໄດ້ຖວາຍສິບລົດຜ່ານທາງອັບຣາຮາມດ້ວຍເຊັ່ນກັນ.10ເພາະວ່າ ຄົນເລວີກໍຍັງຢູ່ໃນສາຍເລືອດຂອງບັນພະບຸຣຸດຂອງເຂົາເມື່ອຄັ້ງທີ່ເມັນຄີເຊເດັກພົບ ອັບຣາຮາມ.11ດັ່ງນີ້ຖ້າຫາກຄວາມບໍຣິບູນພ້ອມສາມາດເປັນຈິງໄດ້ໂດຍຜ່ານທາງລະບົບປະໂລຫິດຂອງເຜົ່າເລວີແລ້ວ (ເພາະພາຍໃຕ້ສິ່ງນີ້ເຮັດໃຫ້ປະຊາຊົນໄດ້ຮັບກົດບັນຍັດ), ແລ້ວເປັນຫຍັງຈຶ່ງຈຳເປັນຕ້ອງ ມີປະໂລຫິດອື່ນອີກ ຕາມແບບຂອງເມັນຄີເຊເດັກ ບໍ່ໄດ້ຕາມ ແບບຂອງອາໂຣນ?12ເພາະ ເມື່ອລະບອບປະໂລຫິດໄດ້ມີການປ່ຽນແປງໄປດັ່ງນັ້ນກົດບັນຍັດກໍຕ້ອງໄດ້ຮັບການປ່ຽນແປງດ້ວຍ.13ສຳລັບທ່ານຜູ້ທີ່ກຳລັງໄດ້ຮັບການກ່າວເຖິງຍັງມາຈາກຊົນເຜົ່າອື່ນຊຶ່ງເປັນຊົນເຜົ່າທີ່ບໍ່ເຄີຍມີຜູ້ໃດເຮັດການບົວລະບັດທີ່ແທ່ນບູຊາ.14ບັດນີ້ເປັນທີ່ປາກົດແຈ້ງແລ້ວວ່າ, ອົງພຣະຜູ້ເປັນເຈົ້າ ຂອງເຮົາໄດ້ ຖືກຳເນີດມາຈາກຕະກູນຢູດາ ເປັນຕະກູນທີ່ໂມເຊ ບໍ່ເຄີຍກ່າວເຖິງ ການເປັນປະໂລຫິດ ເລີຍ.15ສິ່ງທີ່ພວກເຮົາກ່າວນັ້ນຍິ່ງຊັດເຈນຫລາຍຂຶ້ນເມື່ອປະໂລຫິດ ອີກຕົນຫນຶ່ງ ເກີດຂຶ້ນໃນລັກສະນະດຽວກັນກັບເມັນຄີເຊເດັກ16ຈຶ່ງບໍ່ແມ່ນຕາມພື້ນຖານຂອງກົດບັນຍັດ ທີ່ເຊື້ອສາຍທາງເນື້ອຫນັງຈະກາຍມາເປັນປະໂລຫິດແຕ່ເປັນໄປຕາມພື້ນຖານອານຸພາບຂອງຊີວິດທີ່ບໍ່ສາມາດເສື່ອມສູນໄດ້.17ເພາະພຣະຄັມພີເປັນພະຍານເຖິງພຣະອົງວ່າ, “ທ່ານເປັນປະໂລຫິດຕະຫລອດໄປເປັນນິດໃນຕາມແບບຂອງເມັນຄີເຊເດັກ.”18ເພາະໄດ້ມີການຍົກເລີກຄຳສັ່ງກ່ອນຫນ້ານີ້ເນື່ອງຈາກມັນອ່ອນແອແລະບໍ່ເກີດປະໂຫຍດ19ເພາະ ກົດບັນຍັດນັ້ນບໍ່ໄດ້ເຮັດໃຫ້ສິ່ງໃດສົມບູນພ້ອມ, ແຕ່ມີຄໍາແນະນຳເຖິງຄວາມຫມັ້ນໃຈທີ່ດີກວ່າສຳລັບອານາຄົດໂດຍຜ່ານການທີ່ພວກເຮົາເຂົ້າໄປໃກ້ພຣະເຈົ້າໄດ້.20ແລະສິ່ງນີ້ ບໍ່ໄດ້ເກີດຂຶ້ນໂດຍປາສະຈາກການໃຫ້ຄຳສາບານຄົນເຫລົ່ານັ້ນທີ່ເປັນປະໂລຫິດທີ່ບໍ່ໄດ້ໃຫ້ຄຳສາບານໃດໆ.21ແຕ່ ພຣະອົງຜູ້ນີ້ຄືພຣະເຢຊູຄຣິດເຈົ້າໄດ້ມາເປັນປະໂລຫິດທີ່ໃຫ້ຄຳສາບານ ໂດຍຜູ້ຫນຶ່ງທີ່ກ່າວເຖິງພຣະອົງວ່າ,“ອົງພຣະຜູ້ເປັນເຈົ້າຊົງສາບານ ແລະຈະບໍ່ປ່ຽນພຣະທັຍ, ‘ທ່ານເປັນປະໂລຫິດນິຣັນດອນຂອງເຮົາ.’”22ໂດຍສິ່ງນີ້ພຣະເຢຊູຄຣິດເຈົ້າຈຶ່ງໄດ້ຮັບຮອງພັນທະສັນຍາທີ່ດີກວ່າ.23ມີຫລາຍຄົນທີ່ຂຶ້ນມາເປັນປະໂລຫິດ ເນື່ອງຈາກຄວາມຕາຍໄດ້ຂັດຂວາງເຮັດໃຫ້ພວກເຂົາບໍ່ ສາມາດເປັນໄດ້ຕໍ່ໄປ.24ກົງກັນຂ້າມກັບ ພຣະເຢຊູເຈົ້າ ທີ່ດຳຣົງຢູ່ຊົ່ວນິຣັນດອນ, ພຣະອົງຈຶ່ງເປັນປະໂລຫິດທີ່ຖາວອນ.25ດ້ວຍເຫດນີ້ ພຣະອົງຈຶ່ງຊົງສາມາດຊ່ວຍບັນດາຄົນເຫລົ່ານັ້ນທີ່ເຂົ້າມາຫາພຣະເຈົ້າ ໂດຍຜ່ານທາງພຣະອົງໃຫ້ພົ້ນໄດ້ຢ່າງສົມບູນເພາະພຣະອົງມີຊີວິດຢູ່ເພື່ອອະທິຖານທູນຂໍ ເພື່ອພວກເຂົາຢູ່ສະເຫມີ26ສຳລັບພວກເຮົາ ຄືພຣະອົງບໍ່ມີບາບ,. ບໍຣິສຸດ, ປາສະຈາກຜິດ ຖືກແຍກອອກຈາກຄົນບາບ, ແລະໄດ້ເປັນຜູ້ຍິ່ງໃຫຍ່ເຫນືອຟ້າສະຫວັນ.27ພຣະອົງບໍ່ຈຳເປັນຕ້ອງຖວາຍເຄື່ອງບູຊາເປັນປະຈຳທຸກໆວັນ, ເຫມືອນກັບພວກມະຫາປະໂລຫິດຄົນອື່ນໆ, ທີ່ໄດ້ຖວາຍສຳລັບການບາບຂອງຕົນເອງກ່ອນຈາກນັ້ນຈຶ່ງຖວາຍສຳລັບຄວາມບາບຂອງປະຊາຊົນ. ພຣະອົງເຮັດສິ່ງນີ້ພຽງຄັ້ງດຽວພໍແລ້ວຄືເມື່ອພຣະອົງໄດ້ຖວາຍພຣະອົງເອງ28ຕາມກົດບັນຍັດ ແຕ່ງຕັ້ງມະຫາປະໂລຫິດທີ່ເປັນມະນຸດຜູ້ມີຄວາມອ່ອນແອ, ແຕ່ຖ້ອຍຄຳແຫ່ງການສາບານ ທີ່ມາພາຍຫລັງກົດບັນຍັດ, ໄດ້ເຈີມຕັ້ງພຣະບຸດ, ຜູ້ທີ່ໄດ້ຮັບການຄວາມສຳເລັດສືບໄປເປັນນິດ.
1ເລື່ອງສຳຄັນທີ່ພວກເຮົາກຳລັງເວົ້າເຖິງຄື ພວກເຮົາມີພຣະມະຫາປະໂລຫິດຜູ້ຫນຶ່ງ ທີ່ປຣະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າຜູ້ເຕັມໄປດ້ວຍຣິດເດດອານຸພາບໃນສະຫວັນສະຖານ.2ພຣະອົງຊົງເປັນຜູ້ຮັບໃຊ້ ຢູ່ໃນສະຖານທີ່ສັກສິດທີ່ສຸດ, ຄືຢູ່ໃນຫໍເຕັນສັກສິດທີ່ແທ້ຈິງ, ທີ່ອົງພຣະຜູ້ເປັນເຈົ້າໄດ້ຕັ້ງຂຶ້ນ, ບໍ່ແມ່ນມະນຸດ.3ເພາະມະຫາປະໂລຫິດທຸກຄົນ ໄດ້ຮັບການແຕ່ງຕັ້ງໃຫ້ຖວາຍທັງຂອງຖວາຍ ແລະ ເຄື່ອງບູຊາ. ດ້ວຍເຫດນີ້ຈຶ່ງຈຳເປັນຢ່າງຍິ່ງທີ່ຈະຕ້ອງມີສິ່ງຂອງເພື່ອມອບຖວາຍ.4ໃນເວລານີ້ ຖ້າຫາກພຣະຄຣິດຢູ່ໃນແຜ່ນດິນໂລກ ພຣະອົງກໍຈະບໍ່ເປັນປະໂລຫິດ, ເນື່ອງຈາກມີບັນດາຄົນເຫລົ່ານັ້ນ, ທີ່ຖວາຍຕາມກົດບັນຍັດຢູ່ແລ້ວ.5ພວກເຂົາຮັບໃຊ້ດ້ວຍສິ່ງທີ່ເປັນແບບຈຳລອງຫລື ເງົາຂອງສິ່ງທີ່ຢູ່ໃນສະຫວັນ. ເຫມືອນກັບໂມເຊ, ທີ່ໄດ້ຮັບຄຳເຕືອນຈາກພຣະເຈົ້າເມື່ອເຂົາສ້າງຫໍເຕັນ. ພຣະເຈົ້າກ່າວວ່າ ເບິ່ງແມ. ເຈົ້າສ້າງທຸກສິ່ງຕາມແບບຢ່າງທີ່ເຈົ້າໄດ້ຮັບການສຳແດງແກ່ເຈົ້າທີ່ເທິງພູເຂົາ.”6ແຕ່ບັດນີ້ພຣະເຢຊູຄຣິດເຈົ້າ ໄດ້ຮັບພາລະກິດທີ່ດີກວ່າ ພຣະອົງເປັນຄົນກາງ, ສຳລັບພັນທະສັນຍາຫນຶ່ງທີ່ດີກວ່າ ຊຶ່ງຕັ້ງຢູ່ເທິງພື້ນຖານຂອງພຣະສັນຍາທັງຫລາຍອັນປະເສີດກວ່າ.7ເພາະຖ້າຫາກພັນທະສັນຍາທຳອິດບໍ່ມີຂໍ້ບົກຜ່ອງແລ້ວ, ກໍຄົງບໍ່ຈຳເປັນທີ່ຈະຕ້ອງມີພັນທະສັນຍາທີສອງ.8ເພາະເມື່ອພຣະເຈົ້າໄດ້ພົບຂໍ້ຜິດພາດກ່ຽວກັບປະຊາຊົນຂອງພຣະອົງ, ພຣະອົງກ່າວວ່າ ເບິ່ງແມ ວັນເຫລົ່ານັ້ນຈະມາເຖິງ. ອົງພຣະຜູ້ເປັນເຈົ້າ ຊົງກ່າວວ່າ,‘ເບິ່ງແມ! ເມື່ອເຮົາຈະເຮັດພັນທະສັນຍາໃຫມ່ ກັບຍາດວົງຂອງອິສະຣາເອນ ແລະກັບຍາດຂອງວົງຢູດາ.9ຊຶ່ງຈະບໍ່ເຫມືອນກັບພັນທະສັນຍາທີ່ ເຮົາໄດ້ເຮັດກັບບັນພະບຸຣຸດຂອງພວກເຂົາ ແລະນຳພວກເຂົາພາອອກມາຈາກດິນແດນອີຢິບ. ເພາະພວກເຂົາບໍ່ຮັກສາພັນທະສັນຍາຂອງເຮົາ, ເຮົາຈຶ່ງບໍ່ສົນໃຈຕໍ່ພວກເຂົາ. ພຣະເຈົ້າກ່າວດັ່ງນີ້.10ເພາະ‘ນີ້ຄືພັນທະສັນຍາທີ່ ເຮົາຈະເຮັດກັບຍາດວົງອິສະຣາເອນຫລັງຈາກວັນເຫລົ່ານັ້ນ. ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້: ເຮົາຈະໃສ່ກົດບັນຍັດເຂົ້າໄວ້ໃນຄວາມຄິດຈິດໃຈ ຂອງພວກເຂົາ. ເເລະ ເຮົາຈະຈາຣຶກພວກມັນໄວ້ໃນຫົວໃຈຂອງພວກເຂົາ, ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນປະຊາຊົນຂອງເຮົາ.11ພວກເຂົາ ຈະບໍ່ສອນເພື່ອນບ້ານ ແລະ ພີ່ນ້ອງຂອງເຂົາແຕ່ລະຄົນອີກຕໍ່ໄປວ່າ,“ຈົ່ງຮູ້ຈັກພຣະເຈົ້າ”ເພາະທຸກຄົນຮູ້ຈັກເຮົາຕັ້ງແຕ່ຜູ້ທີ່ເລັກນ້ອຍທີ່ສຸດຈົນເຖິງ ຜູ້ທີ່ເປັນໃຫຍ່ທີ່ສຸດໃນພວກເຂົາ.12ເພາະ ເຮົາຈະເມດຕາຕໍ່ການກະທຳອັນບໍ່ຊອບທັມຂອງພວກເຂົາ ແລະ ເຮົາຈະບໍ່ຈົດຈຳຄວາມບາບຂອງພວກເຂົາອີກຕໍ່ໄປ.’”13ໂດຍການກ່າວວ່າ, “ພັນທະສັນຍາໃຫມ່”ນັ້ນພຣະອົງໄດ້ເຮັດໃຫ້ ພັນທະສັນຍາທຳອິດເກົ່າໄປເພາະສິ່ງທີ່ລ້າສະໄຫມ ແລະເກົ່າແລ້ວຈະຕ້ອງສູນຫາຍໄປ.
1ພັນທະສັນຍາທຳອິດນັ້ນ ກໍມີຂໍ້ບັງຄັບສຳລັບການນະມັດສະການ ແລະ ມີສະຖານທີ່ສັກສິດໃນໂລກນີ້.2ມີຫໍເຕັນສັກສິດທີ່ຈັດຕັ້ງຂຶ້ນມີຫ້ອງຊັ້ນນອກທີ່ເອົາໄວ້ຕັ້ງຫລັກຕະກຽງ ໂຕະ ແລະເຂົ້າຈີ່ທີ່ ຕັ້ງໄວ້ຫ້ອງທຳອິດນີ້ເອີ້ນວ່າ ສະຖານທີ່ສັກສິດ.3ດ້ານຫລັງຜ້າກັ້ງຊັ້ນທີສອງ ມີອີກຫ້ອງຫນຶ່ງເອີ້ນວ່າ ສະຖານທີ່ສັກສິດທີ່ສຸດ.4ໃນຫ້ອງນີ້ມີແທ່ນທອງຄຳສຳລັບເຜົາເຄື່ອງຫອມ. ແລະມີຫີບພັນທະສັນຍາຫຸ້ມດ້ວຍທອງຄຳຊຶ່ງຢູ່ໃນຫີບມີພາຊະນະທອງຄຳໃສ່ມານາ, ໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ, ແລະ ມີແຜ່ນຫີນຈາຣຶກພັນທະສັນຍາ.5ຢູ່ເທິງຫີບພັນທະສັນຍານັ້ນ ມີຮູບເຄຣູບປະກອບດ້ວຍ ສະຫງ່າຣາສີຂອງພຣະເຈົ້າກາງປີກປົກຄຸມທີ່ລົບມົນທິນບາບຊຶ່ງພວກເຮົາບໍ່ສາມາດຈະພັນລະນາລະອຽດໃນເວລານີ້ໄດ້.6ຫລັງຈາກສິ່ງຕ່າງໆເຫລົ່ານີ້ ໄດ້ຮັບການຈັດຕຽມເອົາໄວ້ແລ້ວ, ບັນດາປະໂລຫິດທັງຫລາຍກໍຈະເຂົ້າໄປໃນຫໍເຕັນສັກສິດ ຊັ້ນນອກເພື່ອປະກອບພິທີຂອງພວກເຂົາ.7ມີພຽງແຕ່ມະຫາປະໂລຫິດເທົ່ານັ້ນທີ່ຈະເຂົ້າໄປໃນຫ້ອງຊັ້ນທີສອງເປັນເວລາປີລະຫນຶ່ງຄັ້ງເທົ່ານັ້ນ. ເຂົາບໍ່ໄດ້ຕຽມເລືອດເພື່ອຖວາຍໃຫ້ກັບຕົວເອງເທົ່ານັ້ນແກ່ເພື່ອຄວາມບາບທີ່ບໍ່ເຈດຕະນາຂອງປະຊາຊົນດ້ວຍ.8ພຣະວິນຍານບໍຣິສຸດເຈົ້າ ໄດ້ສະແດງເຖິງຫົນທາງເພື່ອເຂົ້າສູ່ສະຖານທີ່ສັກສິດທີ່ສຸດນັ້ນຈະບໍ່ໄດ້ຮັບການເປີດເຜີຍຕາບໃດທີ່ຫ້ອງຊັ້ນນອກນັ້ນຍັງຄົງຕັ້ງຫມັ້ນຄົງຢູ່.9ນີ້ເປັນພາບເຄື່ອງຫມາຍເຖິງສະໄຫມປັດຈຸບັນ ທັງຂອງຖວາຍແລະ ເຄື່ອງບູຊາທີ່ໄດ້ຖວາຍໃນຕອນນີ້ນັ້ນບໍ່ສາມາດເຮັດໃຫ້ໃຈສຳນຶກຂອງຜູ້ນະມັດສະການສົມບູນດີພ້ອມໄດ້.10ເພາະທັງຫມົດນີ້ກຽ່ວຂອ້ງພຽງແຕ່ອາຫານເຄື່ອງດື່ມ ແລະສິ່ງຕ່າງໆສຳລັບພິທີລ້າງຊຳຣະເທົ່ານັ້ນ. ສິ່ງເຫລົ່ານີ້ເປັນຂໍ້ບັງຄັບສຳລັບເນື້ອຫນັງທີ່ຖືກຈັດຕັ້ງຂຶ້ນຈົນກວ່າກົດເກນປ່ຽນໃຫມ່ຈະຖືກສ້າງຂຶ້ນ.11ພຣະຄຣິດສະເດັດມາແລ້ວໃນຖານະ ພຣະມະຫາປະໂລຫິດແຫ່ງສິ່ງປະເສີດທັງຫລາຍທີ່ໄດ້ມາເຖິງ ພຣະອົງກ້າວຜ່ານເຂົ້າໄປໃນ ສະຖານທີ່ສັກສິດທີ່ສຸດ ແລະຍິ່ງໃຫຍ່ກວ່າທີ່ບໍ່ໄດ້ສ້າງຂຶ້ນ ດ້ວຍມືມະນຸດແລະບໍ່ໄດ້ເປັນຂອງທີ່ສ້າງຂຶ້ນໃນໂລກນີ້.12ບໍ່ແມ່ນໂດຍເລືອດຂອງແກະຫລືງົວເຖິກແຕ່ໂດຍພຣະໂລຫິດຂອງພຣະອົງເອງທີ່ເຮັດໃຫ້ພຣະອົງເຂົ້າໄປໃນສະຖານທີ່ສັກສິດທີ່ສຸດທີ່ພຣະອົງໄດ້ເຮັດພຽງຄັ້ງດຽວເປັນການສິ້ນສຸດແລະສິ່ງນີ້ເຮັດໃຫ້ໄດ້ມາຊຶ່ງການຊົງໄຖ່ບາບອັນຕະຫລອດໄປຂອງພວກເຮົາ.13ເພາະຖ້າຫາກເລືອດຂອງແບ້ ຫລືເລືອດງົວເຖິກແລະຂີ້ເຖົ່າຖ່ານຈາກງົວໂຕແມ່ທີ່ໂຮຍລົງເທິງຄົນເຫລົ່ານັ້ນທີ່ບໍ່ສະອາດໄດ້ນຳມາຖວາຍແກ່ພຣະເຈົ້າເພື່ອການຊຳຣະຮ່າງກາຍຂອງພວກເຂົາໃຫ້ສະອາດ,14ແລ້ວຍິ່ງກວ່ານັ້ນ ພຣະໂລຫິດຂອງພຣະຄຣິດ, ຜູ້ຊຶ່ງໂດຍຜ່ານທາງພຣະວິນຍານນິຣັນດອນ ທີ່ໄດ້ຖວາຍພຣະອົງເອງໂດຍປາສະຈາກຕຳຫນິແດ່ພຣະເຈົ້າ ຈະຊຳຣະໃຈສຳນຶກຂອງເຮົາຈາກການງານທີ່ນຳໄປສູ່ຄວາມຕາຍ ເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ໄດ້ຫລາຍກວ່ານັ້ນຈັກເທົ່າໃດ.15ດ້ວຍເຫດຜົນນີ້ເອງ, ພຣະອົງ ຈຶ່ງເປັນຄົນກາງສຳລັບພັນທະສັນຍາໃຫມ່. ແລະການທີ່ຄວາມຕາຍໄດ້ເກີດຂຶ້ນກໍເພື່ອປົດປ່ອຍຄົນເຫລົ່ານັ້ນທີ່ຢູ່ພາຍໃຕ້ພັນທະສັນຍາທຳອິດໃຫ້ເປັນອິສຣະຈາກຄວາມບາບຂອງພວກເຂົາ ບັນດາຄົນເຫລົ່ານັ້ນທີ່ໄດ້ຮັບການຊົງເອີ້ນກໍຈະຮັບພັນທະສັນຍາແຫ່ງມໍຣະດົກນິລັນດອນ.16ເພາະເມື່ອມີພິໄນກຳ, ຄວາມຕາຍຂອງບຸກຄົນຕ້ອງໄດ້ຮັບການພິສູດ17ເພາະພິໄນກຳຈະມີຜົນໃຊ້ໄດ້ກໍຕໍ່ເມື່ອ, ມີຄວາມຕາຍເກີດຂຶ້ນແຕ່ຖ້າບຸກຄົນທີ່ເຮັດໜັງສືພິໄນກຳນັ້ນຍັງມີຊີວິດຢູ່ ໜັງສືພິໄນກຳນັ້ນກໍຈະບໍ່ມີຜົນໃຊ້ໄດ້.18ດັ່ງນັ້ນຈຶ່ງບໍ່ແມ່ນພັນທະສັນຍາທຳອິດເທົ່ານັ້ນທີ່ບໍ່ໄດ້ຖືກກໍ່ຕັ້ງຂຶ້ນ ໂດຍປາສະຈາກເລືອດ.19ເພາະວ່າ ໂມເຊໄດ້ປຣະທານຄຳສັ່ງທຸກປະການໃນກົດບັນຍັດໃຫ້ກັບປະຊາຊົນທັງຫມົດແລ້ວ, ເພິ່ນໄດ້ນຳເອົາເລືອດງົວເຖິກແລະ ເລືອດແບ້ເຖິກ, ພ້ອມກັບນຳຂົນແກະສີແດງ, ແລະ ໃບຫູສົບມັດໜຶ່ງມາຈຸ່ມ, ແລະ ຊິດໃສ່ຫນັງສືມ້ວນແລະ ປະຊາຊົນທັງຫມົດ.20“ນີຄືເລືອດແຫ່ງພັນທະສັນຍາຊຶ່ງພຣະເຈົ້າໄດ້ຊົງສັ່ງເອົາໄວ້ສຳລັບພວກທ່ານ.21” ແລະເຊັ່ນດຽວກັນ, ເພິ່ນໃຊ້ເລືອດຊິດໃສ່ຫໍເຕັນ ສັກສິດ ກັບເຄື່ອງໃຊ້ຕ່າງໆທີ່ໃຊ້ໃນ ພິທີກໍາ.22ແລະຕາມກົດບັນຍັດແລ້ວ ແມ່ນເກືອບທຸກໆສິ່ງສະອາດໄດ້ໂດຍເລືອດ ແລະ ໂດຍປາສະຈາກການໄຫລຂອງເລືອດ ກໍບໍ່ມີການໃຫ້ອະພັຍບາບກັມ.23ດ້ວຍເຫດນີ້ຈຶ່ງຈຳເປັນຢ່າງຍິ່ງທີ່ແບບຈຳລອງຂອງສິ່ງຂອງສິ່ງຕ່າງໆໃນ ສະຫວັນສົມຄວນໄດ້ຮັບການຊຳຣະໃຫ້ບໍຣິສຸດ ໂດຍເຄື່ອງບູຊາເຫລົ່ານີ້ແຕ່ຢ່າງໃດກໍຕາມສິ່ງທີ່ເປັນຂອງສະຫວັນນັ້ນຕ້ອງໄດ້ຮັບການຊຳຣະໃຫ້ສະອາດໂດຍເຄື່ອງບູຊາທີ່ດີກວ່າ.24ເພາະວ່າ ພຣະຄຣິດບໍ່ໄດ້ສະເດັດເຂົ້າໄປໃນສະຖານສັກສິດທີ່ຖືກສ້າງຂຶ້ນດ້ວຍມືຂອງມະນຸດ, ຊຶ່ງເປັນແບບຢ່າງຂອງສິ່ງທີ່ເປັນຈິງ, ແຕ່ພຣະອົງໄດ້ ສະເດັດເຂົ້າສູ່ສະຫວັນໂດຍກົງຊຶ່ງປາກົດຕໍ່ພຣະພັກພຣະເຈົ້າເພື່ອພວກເຮົາເວລານີ້.25ພຣະອົງ ບໍ່ໄດ້ໄປທີ່ນັ້ນເພື່ອຖວາຍ ພຣະອົງຫລາຍເທື່ອ, ເຫມືອນກັບທີ່ມະຫາປະໂລຫິດ ກະທຳ ຄືເຂົ້າໄປໃນບ່ອນສັກສິດທີ່ສຸດ, ພ້ອມກັບເລືອດຂອງຄົນອື່ນເຂົ້າໄປຖວາຍທຸກໆປີ,26ເພາະຖ້າຫາກເປັນເຊັ່ນນັ້ນແລ້ວພຣະອົງກໍບໍ່ຈຳເປັນຕ້ອງທົນທຸກທໍຣະມານຫລາຍເທື່ອ, ນັບຈາກວາງຮາກສ້າງໂລກມາ. ແຕ່ບັດນີ້ ພຣະອົງໄດ້ຊົງປາກົດໃນປາຍຍຸກເພື່ອກຳຈັດບາບໂດຍການຖວາຍພຣະອົງ ເອງເປັນເຄື່ອງບູຊາພຽງເທື່ອດຽວເປັນການສິ້ນສຸດ.27ມະນຸດທຸກຄົນຖືກກຳນົດໃຫ້ຕາຍພຽງຄັ້ງດຽວ ແລະ ຫລັງຈາກນັ້ນກໍເຂົ້າສູ່ການພິພາກສາ28ເຊັ່ນດຽວກັນພຣະຄຣິດກໍຖວາຍພຣະອົງເອງພຽງຄັ້ງດຽວເພື່ອກຳຈັດບາບ ຂອງຄົນຈຳນວນຫລວງຫລາຍ. ພຣະອົງຈະມາປາກົດເປັນຄັ້ງທີສອງ, ບໍ່ແມ່ນເພື່ອຈັດການກັບຄວາມບາບ, ແຕ່ເພື່ອຄວາມພົ້ນຂອງຄົນເຫລົ່ານັ້ນທີ່ກຳລັງອົດທົນລໍຄອຍ ພຣະອົງຢູ່.
1ເພາະ ກົດບັນຍັດນັ້ນ ເປັນພຽງແຕ່ເງົາຂອງບັນດາສິ່ງດີທີ່ຈະມາເຖິງ ບໍ່ແມ່ນຕົວຈິງຂອງສິ່ງເຫລົ່ານັ້ນ, ບັນດາຄົນທີ່ມາເຂົ້າເຝົ້າພຣະເຈົ້າ ບໍ່ສາມາດໄດ້ຮັບການເຮັດໃຫ້ສົມບູນແບບໄດ້ໂດຍເຄື່ອງບູຊາທີ່ພວກປະໂຣຫິດນຳມາຖວາຍທຸກປີ2ເພາະຖ້າບໍ່ດັ່ງນັ້ນກໍຄົງຈະບໍ່ມີການຖວາຍບັນດາ ເຄື່ອງບູຊາຕໍ່ໄປບໍ່ແມ່ນບໍ? ຖ້າຫາກພວກເຂົາໄດ້ຮັບການຊຳຣະໃຫ້ສະອາດພຽງຄັ້ງດຽວ ປັນການສິ້ນສຸດແລ້ວ ຜູ້ນະມັດສະການກໍຈະບໍ່ຮູ້ສຶກຕົວວ່າຕົນເອງມີຄວາມບາບອີກຕໍ່ໄປ.3ແຕ່ໂດຍເຄື່ອງ ບູຊາເຫລົ່ານັ້ນຈຶ່ງເຮັດໃຫ້ມີການເຕືອນໃຫ້ຣະນຶກເຖິງຄວາມບາບທຸກໆປີ.4ເພາະເປັນໄປບໍ່ໄດ້ທີ່, ເລືອດຂອງງົວເຖິກ ແລະ ເລືອດແບ້ ຈະຊຳຣະຄວາມບາບອອກໄປໄດ້.5ເມື່ອພຣະຄຣິດເຈົ້າສະເດັດເຂົ້າມາໃນໂລກນີ້. ພຣະອົງຊົງກ່າວວ່າ, ບໍ່ແມ່ນ“ເຄື່ອງບູຊາຫລືຂອງຖວາຍ ທີ່ພຣະອົງປາຖນາແຕ່ ຄືກາຍຫນຶ່ງທີ່ພຣະອົງຊົງຈັດຕຽມເອົາໄວ້ສຳລັບຂ້າພຣະອົງ.6ພຣະອົງບໍ່ໄດ້ພໍພຣະທັຍຕໍ່ເຄື່ອງເຜົາບູຊາ ແລະເຄື່ອງບູຊາລຶບລ້າງບາບ7ແລ້ວ ຂ້ານ້ອຍຈຶ່ງທູນວ່າ,‘ຂ້າແດ່ພຣະເຈົ້າ ຂ້ານ້ອຍຢູ່ທີ່ນີ້ເພື່ອຈະເຮັດຕາມນໍ້າພຣະທັຍຂອງພຣະອົງ. ດັ່ງທີ່ມີບັນທຶກໄວ້ໃນຫນັງສືມ້ວນນັ້ນ.’”8ຄັ້ງທຳອິດທີ່ພຣະອົງຊົງກ່າວວ່າ, ພຣະເຈົ້າບໍ່ໄດ້ປາຖນາ“ເຄື່ອງບູຊາ ແລະ ເຄື່ອງຖວາຍ” ກັບ “ເຄື່ອງເຜົາບູຊາ ແລະ ເຄື່ອງບູຊາລຶບລ້າງບາບ ພຣະອົງບໍ່ໄດ້ພໍພຣະທັຍໃນສິ່ງເຫລົ່ານັ້ນ.”ນີ້ຄືເຄື່ອງບູຊາທີ່ຖວາຍຕາມກົດບັນຍັດ9ແລ້ວຈາກນັ້ນພຣະອົງຈຶ່ງກ່າວ ວ່າ, “ຂ້າແດ່ພຣະເຈົ້າ ຂ້າພຣະອົງຢູ່ທີ່ນີ້ເພື່ອເຮັດຕາມນໍ້າພຣະທັຍຂອງພຣະອົງ.” ພຣະອົງຊົງຍົກເລີກການຖວາຍບູຊາຢ່າງທຳອິດເພື່ອສະຖາປານາລະບຽບການຖວາຍຢ່າງທີສອງ10ໃນລະບຽບປະຕິບັດຄັ້ງທີສອງນັ້ນ ພວກເຮົາຖືກມອບຖວາຍໃຫ້ກັບພຣະເຈົ້າຕາມນ້ຳພຣະທັຍຂອງພຣະອົງຜ່ານທາງການຖວາຍ ພຣະກາຍ ຂອງພຣະເຢຊູຄຣິດເຈົ້າພຽງຄັ້ງດຽວທຸກຄົນ.11ໃນທາງຫນຶ່ງປະໂລຫິດທຸກຄົນ ຕ້ອງຍິນຍອມເພື່ອປະຕິບັດພຣະເຈົ້າທຸກວັນ ເຂົາຖວາຍເຄື່ອງບູຊາ ແບບດຽວກັນທຸກວັນເຖິງແມ່ນວ່າເຄື່ອງບູຊາເຫລົ່ານັ້ນ ບໍ່ສາມາດຊຳຣະບາບກັມໄດ້ເລີຍກໍຕາມ12ແຕ່ກົງກັນຂ້ວາມພຣະຄຣິດເຈົ້າໄດ້ຖວາຍເຄື່ອງບູຊາຄັ້ງດຽວ ເພື່ອຊຳຣະລ້າງບາບກັມແລ້ວ ເປັນການຖວາຍຊຶ່ງນຳໃຊ້ໄດ້ຕະຫລອດໄປ, ແລ້ວພຣະອົງກໍ່ນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ.13ພຣະອົງກຳລັງລໍຄອຍຈົນກວ່າ ພວກສັດຕຣູຂອງພຣະອົງ ຈະຖືກເຮັດໃຫ້ຫມູບຢູ່ໃຕ້ຕີນຂອງພຣະອົງ.14ເພາະ ດ້ວຍການຖວາຍເຄື່ອງບູຊາພຽງຄັ້ງດຽວພຣະອົງໄດ້ເຮັດໃຫ້ຄົນທັງຫລາຍ ທີ່ຖືກມອບຖວາຍໃຫ້ແກ່ພຣະເຈົ້ານັ້ນສົມບູນແບບຊົ່ວນິຣັນດອນ.15ແລະພຣະວິນຍານບໍຣິສຸດເຈົ້າໄດ້ເປັນພະຍານໃຫ້ແກ່ພວກເຮົາດ້ວຍ ເພາະພຣະອົງກ່າວຄັ້ງແລກວ່າ,16“ນີ້ຄືພັນທະສັນຍາທີ່ ເຮົາຈະເຮັດກັບພວກເຂົາຫລັງຈາກວັນເຫລົ່ານັ້ນອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ ເຮົາຈະໃສ່ກົດບັນຍັດຂອງເຮົາໃນຈິດໃຈຂອງພວກເຂົາ ແລະ ເຮົາຈະຈາຣຶກກົດບັນຍັດເຫລົ່ານັ້ນໄວ້ໃນຄວາມຄິດຈິດໃຈຂອງພວກເຂົາ.’”17“ເຮົາຈະບໍ່ຈົດຈຳຄວາມບາບ ແລະ ຄວາມຊົ່ວຊ້າຂອງພວກເຂົາອີກຕໍ່ໄປ.”18ບັດນີ້ທີ່ໃດມີການໃຫ້ອະພັຍ ສຳລັບສິ່ງເຫລົ່ານີ້ແລ້ວທີ່ນັ້ນກໍບໍ່ຈຳເປັນຕ້ອງມີເຄື່ອງບູຊາລຶບລ້າງບາບອີກຕໍ່ໄປ.19ດ້ວຍເຫດນີ້ພີ່ນ້ອງທັງຫລາຍ ພວກເຮົາຈຶ່ງມີຄວາມຫມັ້ນໃຈທີ່ຈະເຂົ້າໄປໃນສະຖານອັນສັກສິດທີ່ສຸດ ໂດຍທາງພຣະໂລຫິດຂອງພຣະເຢຊູຄຣິດເຈົ້າ20ນັ້ນຄືຫົນທາງໃຫມ່ແລະເປັນທາງທີ່ມີຊີວິດ ທີ່ພຣະອົງໄດ້ເປີດໃຫ້ສຳລັບພວກເຮົາໂດຍຜ່ານທາງຜ້າກັ້ງນັ້ນ, ຊຶ່ງຫມາຍເຖິງກາຍທີ່ເປັນເນື້ອຫນັງຂອງພຣະອົງ.21ແລະເພາະພວກເຮົາມີພຣະມະຫາປະໂລຫິດທີ່ຍິ່ງໃຫຍ່ເຫນືອບ້ານຂອງພຣະເຈົ້າ22ຂໍໃຫ້ເຮົາເຂົ້າມາໃກ້ດ້ວຍ ຄວາມຈິງໃຈ ດ້ວຍຄວາມຫມັ້ນໃຈ, ຢ່າງເຕັມບໍຣິບູນໃນຄວາມເຊື່ອໃຫ້ຫົວໃຈຂອງເຮົາໄດ້ຮັບການຊຳຣະໃຫ້ສະອາດຈາກຈິດສຳນຶກທີ່ຊົ່ວຮ້າຍ ແລະກາຍຂອງເຮົາໄດ້ຮັບການຊຳຣະລ້າງດ້ວຍນໍ້າທີ່ບໍຣິສຸດ.23ຂໍໃຫ້ເຮົາຢືນຢັນຢ່າງຫມັ້ນຄົງໃນຄວາມຄາດຫວັງ ທີ່ເຕັມໄປດ້ວຍຄວາມຫມັ້ນໃຈຂອງພວກເຮົາດ້ວຍການບໍ່ຫວັ່ນໄຫວ, ເພາະພຣະເຈົ້າຜູ້ໄດ້ສັນຍາໄວ້ແລ້ວນັ້ນເປັນຜູ້ສັດຊື່.24ຂໍໃຫ້ພວກເຮົາພິຈາຣະນາວ່າເຮັດຢ່າງໃດຈຶ່ງຈະຈູງໃຈກັນແລະກັນໃຫ້ມີຄວາມຮັກແລະເຮັດຄຸນງາມຄວາມດີ.25ຢ່າໃຫ້ພວກເຮົາປະການນະມັດສະການຮ່ວມກັນ, ເຫມືອນກັບທີ່ບາງຄົນເຄີຍປະນັ້ນ, ແຕ່ຈົ່ງຫນູນໃຈກັນແລະກັນຫລາຍຂຶ້ນແລະຫລາຍຍິ່ງຂຶ້ນ ເມື່ອພວກທ່ານກໍ່ເຫັນວ່າ ວັນນັ້ນກໍ່ໃກ້ເຂົ້າມາເຖິງແລ້ວ.26ເພາະເມື່ອພວກເຮົາທຳບາບດ້ວຍຄວາມຕັ້ງໃຈຫລັງຈາກທີ່ພວກເຮົາໄດ້ຮັບຄວາມຮູ້ເຖິງຄວາມຈິງແລ້ວ ເຄື່ອງບູຊາລຶບລ້າງບາບ ກໍ່ບໍ່ມີເຫຼືອຢູ່ອີກຕໍ່ໄປ.27ແຕ່ມີພຽງ, ຄວາມຄາດຫວັງດ້ວຍຄວາມຢ້ານກົວເຖິງການພິພາກສາກັບໄຟແຫ່ງພຣະພິໂຣດທີ່ຈະເຜົາຜານບັນດາຄົນທີ່ຕໍ່ສູ້ພຣະເຈົ້າ.28ໃຜກໍຕາມທີ່ໄດ້ປະຕິເສດກົດບັນຍັດຂອງໂມເຊກໍຈະຕ້ອງຕາຍ ໃນເມື່ອມີພະຍານ ສອງຫລື ສາມປາກທີ່ເປັນພະຍານເຖິງເຂົາ29ພວກທ່ານຈົ່ງຄິດເບິ່ງ ວ່າຈະມີການລົງໂທດທີ່ຫນັກພຽງໃດນໍ? ສຳລັບຄົນທີ່ຢຽບຢໍ່າພຣະບຸດຂອງພຣະເຈົ້າ ສຳລັບຄົນທີ່ປະຕິເສດຕໍ່ພຣະໂລຫິດແຫ່ງພັນທະສັນຍາເຫມືອນກັບວ່າເປັນສິ່ງທີ່ບໍ່ບໍຣິສຸດ ຄືພຣະໂລຫິດທີ່ພຣະອົງໄດ້ມອບຖວາຍແກ່ພຣະເຈົ້າ ສຳລັບຄົນທີ່ປະຫມາດພຣະວິນຍານແຫ່ງພຣະຄຸນນັ້ນ?30ເພາະພວກເຮົາຮູ້ຈັກພຣະອົງຜູ້ຊົງກ່າວວ່າ, “ການແກ້ແຄ້ນ ເປັນຂອງເຮົາ ເຮົາຈະຕອບແທນຄືນ.” ແລະ ກ່າວອີກວ່າ, “ອົງພຣະຜູ້ເປັນເຈົ້າຈະພິພາກສາປະຊາກອນຂອງພຣະອົງ.”31ການຕົກຢູ່ໃນມືຂອງພຣະເຈົ້າຜູ້ຊົງຊີວິດຢູ່ກໍເປັນເລື່ອງທີ່ຫນ້າຢ້ານກົວຢ່າງໃຫຍ່ຫລວງ.32ແຕ່ຈົ່ງຣະນຶກເຖິງວັນເກົ່າກ່ອນ ທີ່ພວກທ່ານໄດ້ຮັບການເຮັດໃຫ້ຮູ້ຊັດແລ້ວເຖິງການທີ່ພວກທ່ານອົດທົນຕໍ່ຄວາມຍາກລຳບາກໃນການທົນທຸກຢ່າງຍິ່ງໃຫຍ່.33ພວກທ່ານ ຖືກເຢາະເຢີ້ຍຖືກຄົນຫມິ່ນປະຫມາດແລະ ຖືກຂົ່ມເຫັງແລະ ພວກທ່ານກໍໄດ້ແບ່ງປັນຊ່ວຍເຫລືອບັນດາຄົນທີ່ເດີນຜ່ານຄວາມທຸກຍາກຢ່າງດຽວກັນນັ້ນ.34ເພາະພວກທ່ານມີຄວາມເມດຕາສົງສານຕໍ່ຄົນເຫລົ່ານັ້ນທີ່ຖືກຄຸມຂັງ ແລະພວກທ່ານຍອມຮັບດ້ວຍຄວາມຊື່ນຊົມຍິນດີ ເມື່ອຊັບສົມບັດຂອງພວກທ່ານຖືກຍາດຊີງໄປ ພວກທ່ານຮູ້ວ່າ ຕົນເອງຍັງມີຊັບສົມບັດທີ່ດີກວ່າ ແລະ ເປັນຊັບສົມບັດອັນເປັນນິຣັນດອນ.35ດັ່ງນັ້ນ ຢ່າໄດ້ປະຖິ້ມຄວາມໝັ້ນໃຈຂອງທ່ານຊຶ່ງມີລາງວັນອັນຍິ່ງໃຫຍ່.36ເພາະພວກທ່ານຈຳເປັນຕ້ອງອົດທົນ ເພື່ອພວກທ່ານຈະໄດ້ຮັບສິ່ງທີ່ພຣະເຈົ້າຊົງສັນຍາເອົາໄວ້ຫລັງຈາກທີ່ພວກທ່ານໄດ້ເຮັດຕາມພຣະປະສົງຂອງພຣະອົງແລ້ວ.37ເພາະໃນ“ອີກບໍ່ດົນບໍ່ນານເທົ່າໃດ ພຣະອົງຜູ້ກຳລັງຈະສະເດັດມາກໍຈະສະເດັດມາ ຢ່າງແນ່ນອນແລະຈະບໍ່ຊັກຊ້າ.38ຄົນຊອບທັມຂອງເຮົານັ້ນດຳເນີນຊີວິດໂດຍຄວາມເຊື່ອ. ແລະ ຖ້າຫາກເຂົາຫລົບຖອຍຫລັງ, ເຮົາຈະບໍ່ພໍໃຈຄົນນັ້ນ.”39ແຕ່ພວກເຮົາບໍ່ໄດ້ເປັນເຫລົ່ານັ້ນທີ່ຫັນກັບໄປສູ່ຄວາມຈິບຫາຍ, ພວກເຮົາເປັນຄົນເຫລົ່ານັ້ນທີ່ມີຄວາມເຊື່ອເພື່ອຮັກສາ ຈິດວິນຍານຂອງພວກເຮົາເອົາໄວ້.
1ບັດນີ້ຄວາມເຊື່ອ ຄືຄວາມແນ່ໃຈກຽ່ວກັບສິ່ງຕ່າງໆທີ່ ເຮົາຄາດຫວັງເອົາໄວ້ຢ່າງເຕັມທີ່. ມີຄວາມຊັດແຈ້ງກຽ່ວກັບເຫດການຕ່າງໆທີ່ຍັງບໍ່ເຫັນກັບຕາ.2ເພາະສິ່ງນີ້ ຈິ່ງເຮັດໃຫ້ບັນດາບັນພະບູຣຸດໄດ້ຮັບການຍອມຮັບໃນຄວາມເຊື່ອຂອງພວກເຂົາ3ໂດຍຄວາມເຊື່ອພວກເຮົາຈຶ່ງເຂົ້າໃຈວ່າ ໂລກຈັກກະວານຖືກສ້າງຂຶ້ນ ໂດຍພຣະທັມຂອງພຣະເຈົ້າ. ດັ່ງນັ້ນສິ່ງທີ່ເບິ່ງເຫັນຈຶ່ງບໍ່ໄດ້ຖືກສ້າງອອກມາຈາກສິ່ງທີ່ິ່ເບິ່ງເຫັນ.4ເປັນເພາະຄວາມເຊື່ອທີ່ເຮັດໃຫ້ເຄື່ອງບູຊາທີ່ ອາເບັນ ຖວາຍແກ່ພຣະເຈົ້ານັ້ນດີກວ່າ ກາອິນ ເພາະສິ່ງນີ້ຈຶ່ງເຮັດໃຫ້ເຂົາໄດ້ຮັບການຢືນຢັນວ່າເປັນຄົນຊອບທັມ ເຂົາໄດ້ຮັບການຍອມຮັບເຊັ່ນນີ້ກໍເນື່ອງຈາກຂອງຖວາຍທີ່ເຂົາຖວາຍແກ່ພຣະເຈົ້າ ແລະເພາະສິ່ງນັ້ນຈຶ່ງເຮັດໃຫ້ ອາເບັນ ຍັງຄົງເວົ້າຢູ່ແມ່ນວ່າເຂົາຈະຕາຍໄປແລ້ວກໍຕາມ.5ເປັນເພາະຄວາມເຊື່ອທີ່ເຮັດໃຫ້ເອນົກ ຖືກຮັບຂຶ້ນໄປ ເພື່ອເຂົາຈະບໍ່ເຫັນຄວາມຕາຍ ບໍ່ມີຜູ້ໃດພົບເຫັນເພິ່ນ ເພາະພຣະເຈົ້າ ຊົງຮັບເຂົາໄປ. ເພາະກ່ອນທີ່ເຂົາຖືກຮັບຂຶ້ນໄປມີ ພະຍານຫລັກຖານວ່າເພິ່ນເປັນທີ່ພໍພຣະທັຍພຣະເຈົ້າ.6ແຕ່ຖ້າບໍ່ມີຄວາມເຊື່ອຈຶ່ງເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພຣະເຈົ້າພໍພຣະທັຍ ເພາະເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ເມື່ອໃຜເຂົ້າມາເຝົ້າ ພຣະເຈົ້າຈະຕ້ອງເຊື່ອວ່າ ພຣະອົງດຳຣງຢູ່ ແລະພຣະອົງຊົງເປັນຜູ້ ປຣະທານລາງວັນໃຫ້ກັບຄົນເຫລົ່ານັ້ນທີ່ສະແຫວງຫາພຣະອົງ.7ໂດຍຄວາມເຊື່ອຈຶ່ງເຮັດໃຫ້ໂນອາໄດ້ຮັບຂໍ້ຄວາມຈາກພຣະເຈົ້າກຽ່ວກັບສິ່ງຕ່າງໆທີ່ຍັງເບິ່ງບໍ່ເຫັນ, ເພິ່ນຈຶ່ງຢຳເກງພຣະເຈົ້າ ເຂົາຈຶ່ງສ້າງເຮືອເພື່ອຊວ່ຍກູ້ເອົາຄອບຄົວຂອງຕົນໃຫ້ພົ້ນຈາກຄວາມຕາຍ. ໂດຍການເຮັດເຊັ່ນນີ້ເພິ່ນໄດ້ກ່າວໂທດໂລກນີ້, ແລະ ໄດ້ກາຍມາເປັນຜູ້ຮັບມໍຣະດົກ, ຄື ຄວາມຊອບທັມທີ່ໄດ້ມາໂດຍຄວາມເຊື່ອ.8ໂດຍຄວາມເຊື່ອອັບຣາຮາມຈຶ່ງເຊື່ອຟັງເມື່ອໄດ້ຮັບການຊົງເອີ້ນແລະເຂົາອອກໄປຍັງສະຖານທີ່ ທີ່ເຂົາຈະໄດ້ຮັບເປັນມໍຣະດົກເຂົາອອກໄປໂດຍບໍ່ຮູ້ເລີຍວ່າຕົນກຳລັງຈະໄປໃສ.9ເພາະຄວາມເຊື່ອເພິ່ນໄດ້ອາໄສຢູ່ໃນດິນແດນແຫ່ງພຣະສັນຍາໃນຖານະຄົນຕ່າງຊາດເພິ່ນອາໄສຢູ່ໃນຜ້າເຕັນຮ່ວມກັນກັບອີຊາກ ແລະ ຢາໂຄບຜູ້ຊຶ່ງຮວ່ມຮັບມໍຣະດົກໃນພຣະສັນຍາອັນດຽວກັນ.10ເພາະເຂົາລໍຄອຍນະຄອນ ທີ່ຕັ້ງຢູ່ເທິງຮາກຖານເປັນນະຄອນທີ່ໄດ້ຮັບການອອກແບບ ແລະກໍ່ສ້າງໂດຍພຣະເຈົ້າ.11ໂດຍຄວາມເຊື່ອນີ້ເອງທີ່ເຮັດໃຫ້ອັບຣາຮາມໄດ້ຮັບພະລັງ ເພື່ອໃຫ້ບັງເກີດເຊື້ອສາຍ, ເຖິງແມ່ນນາງຊາຣາເປັນຫມັນກໍຕາມ, ສິ່ງນີ້ເກີດຂຶ້ນແມ່ນວ່າເຂົາເອງກໍແກ່ຫລາຍແລ້ວ, ນີ້ເປັນເພາະພວກເຂົາຖືວ່າ ພຣະອົງຜູ້ຊົງປຣະທານພຣະສັນຍາໃຫ້ແກ່ພວກເຂົານັ້ນເປັນຜູ້ສັດຊື່.12ເຫດສະນັ້ນ ຈາກຊາຍຄົນດຽວ ຊຶ່ງແມ່ນວ່າ ເຫມືອນຄົນທີ່ຕາຍແລ້ວນັ້ນເຂົາກໍໄດ້ໃຫ້ກຳເນີດຄົນເຫລົ່ານັ້ນມີຫລວງຫລາຍເຫມືອນດວງດາວໃນທ້ອງຟ້າ ແລະ ເຫມືອນກັບເມັດຊາຍຢູ່ໃນທະເລທີ່ບໍ່ສາມາດນັບຈຳນວນໄດ້.13ສ່ວນຄົນເຫລົ່ານັ້ນໄດ້ຕາຍໄປໃນຄວາມເຊື່ອ ໂດຍທີ່ຍັງບໍ່ໄດ້ຮັບຕາມພຣະສັນຍາແຕ່ພວກເພິ່ນກໍໄດ້ເຫັນ ແລະ ຕ້ອນຮັບໄວ້ຕັ້ງແຕ່ໄກ ພວກເພິ່ນຍອມຮັບວ່າພວກເພິ່ນເປັນຄົນຕ່າງຊາດທີ່ທ່ອງທ່ຽວໄປມາໃນໂລກ.14ສຳລັບຄົນເຫລົ່ານັ້ນທີ່ກ່າວຢ່າງນີ້, ຍ່ອມສະແດງໃຫ້ເຫັນຄັກແລ້ວວ່າ ພວກເພິ່ນກຳລັງສະແຫວງຫາບ້ານທີ່ແທ້ຈິງ.15ຖ້າຫາກພວກເພິ່ນຄິດເຖິງບ້ານເມືອງທີ່ພວກເພິ່ນຈາກມາ, ພວກເພິ່ນຄົງມີໂອກາດກັບຄືນໄປໄດ້.16ແຕ່ເພາະພວກເພິ່ນປາຖນາບ້ານເມືອງທີ່ດີກວ່າຄືບ້ານເມືອງທີ່ຢູ່ໃນສະຫວັນ. ດ້ວຍເຫດນີ້ພຣະເຈົ້າຈຶ່ງ ບໍ່ລະອາຍ ທີ່ພຣະອົງຖືກເອີ້ນວ່າເປັນພຣະເຈົ້າຂອງພວກເພິ່ນ ເນື່ອງຈາກພຣະອົງໄດ້ຈັດຕຽມນະຄອນຫນຶ່ງໄວ້ສຳລັບພວກເພິ່ນແລ້ວ.17ໂດຍຄວາມເຊື່ອທີ່ເມື່ອອັບຣາຮາມ, ຖືກທົດລອງເພື່ອໃຫ້ຖວາຍອີຊາກຜູ້ຊຶ່ງເປັນລູກຊາຍຄົນດຽວຂອງເຂົາແລະເປັນລູກທີ່ໄດ້ຮັບຕາມພຣະສັນຍາ.18ຄືອັບຣາຮາມຜູ້ນີ້ທີ່ໄດ້ຮັບຄຳກ່າວເຖິງວ່າ, “ໂດຍຜ່ານທາງອີຊາກເຊື້ອສາຍຂອງເຈົ້າຈະຖືກນັບ.”19ອັບຣາຮາມເຊື່ອວ່າ ພຣະເຈົ້າຊົງຣິດສາມາດ ບັນດານໃຫ້ອີຊາກຟື້ນຄືນມາຈາກຄວາມຕາຍໄດ້ ແລະ ປຽບໄດ້ວ່າເພິ່ນໄດ້ຮັບອີຊາກກັບຄືນມາຈາກຄົນທີ່ຕາຍໄປແລ້ວ.20ເເລະເຊັ່ນດຽວກັນໂດຍຄວາມເຊື່ອກຽ່ວກັບສິ່ງຕ່າໆທີ່ຈະມາເຖິງອີຊາກຈຶ່ງໄດ້ອວຍພອນຢາໂຄບ ແລະ ເອຊາວ.21ໂດຍຄວາມເຊື່ອເມື່ອຢາໂຄບອວຍພອນລູກຊາຍຂອງໂຢເຊັບ ແຕ່ລະຄົນ, ຂະນະທີ່ເພິ່ນກຳລັງຈະຕາຍ, ຢາໂຄບນະມັດສະການພຣະເຈົ້າ ເພິ່ນຫມູບລົງເຫນືອ ຍອດໄມ້ເທົ້າຂອງຕົນ22ໂດຍຄວາມເຊື່ອເມື່ອໂຢເຊັບໃກ້ຈະສິ້ນໃຈຕາຍເຂົາຈຶ່ງໄດ້ກ່າວເຖິງການອົບພະຍົກອອກຈາກອີຢິບຂອງລູກຫລານອິສະຣາເອນ ແລະໄດ້ສັ່ງເອົາໄວ້ກ່ຽວກັບກະດູກຂອງຕົນ.23ໂດຍຄວາມເຊື່ອເມື່ອໂມເຊເກີດມາເຂົາ ຈຶ່ງຖືກພໍ່ແມ່ເຊື່ອງເຂົາເອົາໄວ້ ເປັນເວລາສາມເດືອນ ເນື່ອງຈາກພວກເຂົາເຫັນວ່າໂມເຊເປັນເດັກທີ່ຫນ້າຮັກແລະ ພວກເພິ່ນບໍ່ຢ້ານກົວຄຳສັ່ງຂອງກະສັດ.24ໂດຍຄວາມເຊື່ອ, ເມື່ອໂມເຊໃຫຍ່ຂຶ້ນ, ເພິ່ນໄດ້ປະຕິເສດທີ່ຈະຖືກເອີ້ນວ່າ ເປັນລູກຊາຍຂອງລູກສາວຂອງກະສັດຟາໂຣ.25ແຕ່ເພິ່ນກັບເລືອກການຢູ່ຮ່ວມທຸກລຳບາກ ກັບປະຊາຊົນຂອງພຣະເຈົ້າ, ຫລາຍກ່ວາຈະໃຊ້ຊີວິດສະຫນຸກສະຫນານເພີດເພີນກັບຄວາມບາບພຽງຊົ່ວຄາວ.26ເພິ່ນຖືວ່າຄວາມເສື່ອມເສັຽຈາກການຕິດຕາມພຣະຄຣິດ ນັ້ນກໍມີຄ່າ ກວ່າຊັບສົມບັດ ທັງໝົດຂອງປະເທດອີຢິບ. ເພາະສາຍຕາຂອງເພິ່ນເລັງເຫັນບຳເຫນັດລາງວັນທີ່ເພິ່ນຈະໄດ້ຮັບນັ້ນ.27ໂດຍຄວາມເຊື່ອໂມເຊຈຶ່ງໄດ້ອອກຈາກປະເທດ ເອຢິບເພິ່ນບໍ່ໄດ້ຢ້ານກົວ ຕໍ່ຄວາມໂກດຮ້າຍ ຂອງກະສັດ. ເພິ່ນຢືນຢັດອົດທົນເຫມືອນກັບວ່າຕົນໄດ້ເຫັນ ຜູ້ຫນຶ່ງຊຶ່ງບໍ່ປາກົດໃຫ້ເຫັນ.28ໂດຍຄວາມເຊື່ອເພິ່ນຈຶ່ງໄດ້ຖືຮັກສາປັດສະຄາແລະພິທີຊິດເລືອດ, ເພື່ອວ່າທູດແຫ່ງຄວາມຕາຍຈະບໍ່ສາມາດແຕະຕ້ອງ ບັນດາລູກກົກຂອງຊາວອິສະຣາເອນ.29ເພາະມີຄວາມເຊື່ອພວກເພິ່ນຈຶ່ງຍ່າງຂ້ວາມທະເລແດງ ເຫມືອນກັບຍ່າງເທິງດິນແຫ້ງ, ເມື່ອຊາວອີຢິບລອງຂ້ວາມເບິ່ງ ນໍ້າກໍຖ້ວມ, ພວກເຂົາ ຖືກເຮັດໃຫ້ຈົມນໍ້າຕາຍ.30ເພາະມີຄວາມເຊື່ອ, ກຳແພງເມືອງເຢຣີໂກຈຶ່ງພັງທະລາຍລົງຫລັງຈາກທີ່ພວກເຂົາໄດ້ຍ່າງອ້ອມ ເປັນເວລາເຈັດວັນ.31ເພາະມີຄວາມເຊື່ອ, ຣາຮາບຍິງໂສເພນີຈຶ່ງບໍ່ໄດ້ຕາຍໄປພ້ອມກັນກັບພວກທີ່ບໍ່ເຊື່ອຟັງ, ເພາະນາງໄດ້ຕ້ອນຮັບຜູ້ສອດແນມເປັນຢ່າງດີ.32ຈະໃຫ້ ເຮົາຈະກ່າວສິ່ງໃດຕໍ່ໄປອີກແດ່? ເຮົາບໍ່ມີເວລາພໍທີ່ຈະກ່າວເຖິງກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ ເຖິງພວກຜູ້ທຳນວາຍທັງຫລາຍ.33ໂດຍຜ່ານທາງຄວາມເຊື່ອ, ພວກເພິ່ນຈຶ່ງໄດ້ຊັຍຊະນະຣາຊະອານາຈັກຕ່າງໆ ພວກເພິ່ນເຮັດຢ່າງຍຸຕິທັມ ແລະໄດ້ຮັບຕາມສັນຍາໄວ້, ພວກເພິ່ນໄດ້ງັບປາກສິງ,34ພວກເພິ່ນດັບອຳນາດຂອງໄຟ, ລອດພົ້ນຈາກຄົມດາບ, ໄດ້ຮັບການຮັກສາໃຫ້ຫາຍໂຣກ ໄດ້ກາຍເປັນຄົນເຂັ້ມແຂງ, ກ້າຫານ, ໄດ້ຕີບັນດາກອງທັບແລະປາບເຫລົ່າສັດຕຣູໃຫ້ພ່າຍແພ້ແຕກຫນີໄປ.35ພວກແມ່ຍິງກໍໄດ້ຄົນຂອງພວກເພິ່ນກັບຄືນມາໂດຍການຖືກຊົງບັນດານໃຫ້ເປັນຄືນມາຈາກຄວາມຕາຍ. ບາງຄົນຖືກທໍຣະມານ ແຕ່ບໍ່ຍອມຮັບການປົດປ່ອຍເພື່ອພວກເພິ່ນຈະໄດ້ການຄືນຈາກຄວາມຕາຍຊຶ່ງດີກວ່າ.36ບາງຄົນຖືກທົດສອບໂດຍການຫຍໍ້ຫຍັນ ແລະຖືກຂ້ຽນຕີ ຖືກລ່າມໂສ້ ແລະ ຖືກຄຸມຂັງ37ບາງຄົນ ຖືກແກ່ວງຫີນໃສ່, ຖືກເລື່ອຍເປັນທ່ອນ, ຖືກຂ້າຕາຍດ້ວຍດາບ, ໄດ້ຫົ່ມຫນັງແກະ ແລະ ຫນັງແບ້ທຽວໄປມາ, ລຳບາກ ຍາກຈົນ, ຖືກຂົ່ມເຫັງ ແລະ ທົນທຸກ ເວດທະນາ.38ໂລກນີ້ກໍບໍ່ຄວນຄ່າສຳລັບຄົນເຫລົ່ານັ້ນ. ພວກເພິ່ນ ໄດ້ທຽວໄປມາໃນຖິ່ນແຫ້ງແລ້ງກັນດານຢູ່ຕາມພູເຂົາຕາມຖໍ້າ ແລະຂຸດຂຸມຢູ່ໃນດິນ.39ເຖິງແມ່ນວ່າພຣະເຈົ້າຊົງຮັບຮອງບັນດາຄົນເຫລົ່ານີ້ ເຫດເພາະຄວາມເຊື່ອຂອງພວກເພິ່ນພວກເພິ່ນກໍຍັງບໍ່ໄດ້ຮັບຕາມພຣະສັນຍາ40ພຣະເຈົ້າຊົງມີແຜນການທີ່ດີກວ່າສຳລັບພວກເຮົາ, ເພາະຖ້ານອກຈາກ ພວກເຮົາ, ພວກເພິ່ນຈະບໍ່ໄດ້ຮັບການເຮັດໃຫ້ສຳເລັດໄດ້.
1ດ້ວຍເຫດນັ້ນ, ໃນເມື່ອພວກເຮົາມີພະຍານຫລວງຫລາຍທີ່ລ້ອມຮອບຢູ່ຢ່າງນີ້ແລ້ວ, ກໍຂໍໃຫ້ພວກເຮົາຖິ້ມທຸກສິ່ງທີ່ຖ່ວງຢູ່ ແລະ ຄວາມບາບ ທີ່ຕິດແຫນ້ນໂດຍງ່າຍ, ຂໍໃຫ້ພວກເຮົາແລ່ນແຂ່ງ ຕາມທີ່ຖືກກຳນົດໄວ້ ສຳລັບພວກເຮົານັ້ນ, ດ້ວຍຄວາມອົດທົນ2ໃຫ້ເຮົາຈົດຈໍ່ທີ່ພຣະເຢຊູຄຣິດເຈົ້າ ຜູ້ເລີ້ມຕົ້ນແລະເຮັດໃຫ້ຄວາມເຊື່ອຂອງເຮົາສົມບູນ ເພາະຄວາມຊື່ນຊົມຍິນດີ ທີ່ວາງໄວ້ຕໍ່ຫນ້າພຣະອົງ. ພຣະອົງຈຶ່ງຍອມອົດທົນຕໍ່ໄມ້ກາງແຂນແລະການດູຫມິ່ນອັນຫນ້າອັບອາຍ ແລະພຣະອົງປຣະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.3ດັ່ງນັ້ນຂໍໃຫ້ຄິດເຖິງພຣະອົງ, ຜູ້ທີ່ຍອມອົດທົນຕໍ່ການຖືກກົດຂີ່ຂົ່ມເຫັງຈາກພວກຄົນບາບ, ທີ່ຕໍ່ສູ້ພຣະອົງ ເພື່ອຫົວໃຈຂອງພວກທ່ານຈະບໍ່ອ່ອນລ້າແລະຍອມແພ້ເສັຽກ່ອນ.4ພວກທ່ານຍັງບໍ່ເຖິງກັບຕ້ອງຕໍ່ສູ້ກັບຄວາມບາບຈົນຂະຫນາດເລືອດຕົກ.5ແລະພວກທ່ານໄດ້ຫລົງລືມການຫນູນໃຈທີ່ເປັນຄຳສັ່ງສອນແກ່ພວກທ່ານໃນຖານະທີ່ເປັນລູກວ່າ,“ລູກຂອງເຮົາເອີຍ, ຢ່າລະເລີຍການອົບຮົມສັ່ງສອນຂອງອົງພຣະຜູ້ເປັນເຈົ້າ, ແລະ ຢ່າເມື່ອຍລ້າເມື່ອທ່ານໄດ້ຮັບການວ່າກ່າວຈາກພຣະອົງ.6ເພາະ ອົງພຣະຜູ້ເປັນເຈົ້າອົບຮົມສັ່ງສອນທຸກຄົນທີ່ພຣະອົງຊົງຮັກ, ແລະ ພຣະອົງທຳໂທດທຸກຄົນທີ່ພຣະອົງຍອມຮັບມາເປັນລູກ.”7ຈົ່ງອົດທົນຕໍ່ຄວາມທຸກເຫມືອນວ່ານັ້ນ ຄືການອົບຮົມສັ່ງສອນ. ພຣະເຈົ້າປະຕິບັດຕໍ່ພວກທ່ານ ໃນຖານະທີ່ພວກທ່ານເປັນລູກຂອງພຣະອົງ. ເພາະມີລູກຄົນໃດແດ່ທີ່ພໍ່ຂອງເຂົາຈະບໍ່ອົບຮົມສັ່ງສອນເຂົາ.8ແຕ່ຖ້າຫາກພວກທາ່ນບໍ່ໄດ້ຮັບການອົບຮົມສັ່ງສອນ, ໂດຍທີ່ທຸກຄົນໄດ້ຮັບ, ພວກທ່ານກໍເປັນລູກນອກກົດຫມາຍແລະບໍ່ແມ່ນລູກຂອງພຣະອົງ.9ນອກຈາກນີ້ພວກເຮົາມີພໍ່ເປັນມະນຸດທີ່ເປັນຜູ້ອົບຮົມສັ່ງສອນ, ແລະພວກເຮົາກໍນັບຖືພໍ່ນັ້ນ. ແລ້ວພວກເຮົາ ຈະຍິ່ງບໍ່ສົມຄວນເຊື່ອຟັງພຣະບິດາເຈົ້າແຫ່ງວິນຍານແລະຊົງພຣະຊົນຢູ່ບໍ?10ເພາະໃນທາງຫນຶ່ງພໍ່ເຫລົ່ານັ້ນ ຍອມອົບຮົມສັ່ງສອນພວກເຮົາໃນຊົ່ວເວລາເລັກນ້ອຍ ຕາມທີ່ພວກເຂົາເຫັນວ່າເຫມາະສົມ ແຕ່ພຣະບິດາຊົງກະທຳ ເພື່ອຜົນດີຕໍ່ຊີວິດຂອງພວກເຮົາ ເເລະພວກເຮົາຈະສາມາດເຂົ້າສ່ວນໃນຄວາມບໍຣິສຸດຂອງພຣະອົງ.11ເມື່ອເວລາທີ່ມີການອົບຮົມສັ່ງສອນນັ້ນ ບໍ່ເປັນຫນ້າຊື່ນໃຈເລີຍ ມີແຕ່ຄວາມເຈັບປວດ, ແຕ່ພາຍຫລັງຈະກໍ່ໃຫ້ເກີດຜົນແຫ່ງຄວາມຊອບທັມທີ່ເຕັມໄປດ້ວຍສັນຕິສຸກສຳລັບບັນດາຄົນທີ່ໄດ້ຮັບຝຶກອົບຮົມນັ້ນ.12ດັ່ງນັ້ນ ຈົ່ງເສີມກຳລັງມືທີ່ອ່ອນລ້າ ແລະເຂົ່າທີ່ອ່ອນກຳລັງຂອງພວກທ່ານ.13ຈົ່ງສ້າງທາງຊື່ສຳລັບຕີນຍ່າງ. ຂາທີ່ກະໂຜກກະເຜກຈະບໍ່ພິກໂບກແຕ່ຈະໄດ້ຮັບການຮັກສາໃຫ້ດີເປັນປົກກະຕິ.14ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກກັບທຸກຄົນ, ແລະຢູ່ໃນຄວາມບໍຣິສຸດ ເພາະຖ້າບໍ່ມີຄວາມບໍຣິສຸດກໍຈະບໍ່ມີຜູ້ໃດໄດ້ເຫັນ ພຣະເຈົ້າເລີຍ.15ຈົ່ງຣະມັດຣະວັງເພື່ອຈະບໍ່ມີຜູ້ໃດຂາດຈາກ ພຣະຄຸນຂອງພຣະເຈົ້າ, ແລະເພື່ອຈະບໍ່ມີຮາກຂົມຂື່ນງອກຂຶ້ນມາຊຶ່ງຈະສ້າງຄວາມເດືອດຮ້ອນແລະເພື່ອຄົນຫລວງຫລາຍ ຈະບໍ່ຖືກທຳລາຍ.16ຈົ່ງຣະມັດຣະວັງຢ່າໃຫ້ມີການເຮັດຜິດສິນທັມທາງເພດ ຫລື ມີຄົນອະທັມເຫມືອນກັບເອຊາວທີ່ໄດ້ຂາຍສິດທິການເປັນອ້າຍກົກຂອງຕົນແລກກັບອາຫານພຽງຄາບດຽວ.17ເພາະພວກທ່ານກໍຮູ້ຢູ່ແລ້ວວ່າຫລັງຈາກນັ້ນ, ເມື່ອເອຊາວຢາກໄດ້ຮັບມໍຣະດົກທີ່ເປັນການອວຍພອນ, ລາວກໍຖືກປະຕິເສດ. ເພາະບໍ່ມີໂອກາດໃຫ້ລາວໄດ້ກັບໃຈ ແມ່ນວ່າເຂົາຈະສະແຫວງຫາໂອກາດນັ້ນດ້ວຍນໍ້າຕາໄຫລກໍຕາມ,18ເພາະພວກທ່ານບໍ່ໄດ້ມາເຖິງພູເຂົາທີ່ແຕະຕ້ອງໄດ້ພູເຂົາທີ່ລຸກເປັນໄຟໃນທີ່ມືດຫມົດຫວັງແລະ ມີພະຍຸ,19ພວກທ່ານບໍ່ໄດ້ມາຍັງສຽງແຕກກະຫື່ມ ບໍ່ໄດ້ມາຍັງສຽງ ທີ່ກ່າວຖ້ອຍຄຳຕ່າງໆຊຶ່ງຄົນທັງຫລາຍຮ້ອງຂໍວ່າຢ່າກ່າວຖ້ອຍຄຳໃດໆແກ່ພວກເຂົາອີກ.20ເພາະພວກເຂົາບໍ່ສາມາດທົນຕໍ່ສິ່ງທີ່ເປັນຄຳບັນຊາວ່າແມ່ນແຕ່ພວກສັດຖ້າຫາກໄປຕ້ອງພູເຂົານັ້ນ ກໍຈະຕ້ອງຖືກ ຄວ່າງກ້ອນຫີນ ໃສ່ໃຫ້ຕາຍ.”21ສິ່ງທີ່ປາກົດນັ້ນກໍຫນ້າຢ້ານ ຫລາຍ. ຈົນໂມເຊໄດ້ກ່າວວ່າ, “ຂ້າພຣະເຈົ້າຢ້ານກົວຈົນຕົວສັ່ນ.”22ແຕ່ພວກທ່ານໄດ້ມາເຖິງພູເຂົາຊີໂອນ, ແລະນະຄອນຂອງພຣະເຈົ້າຜູ້ຊົງພຣະຊົນຢູ່. ມາຍັງເຢຣູຊາເລັມໃນສະຫວັນ, ມາຍັງທູດສະຫວັນນັບເປັນຈຳນວນຫມື່ນໆ ໃນການສະເຫລີມສະຫລອງ,23ພວກທ່ານໄດ້ມາ ເຖິງທີ່ຊຸມນຸມຂອງບັນດາລູກກົກ ຜູ້ທີ່ຖືກນັບຊື່ໃນສະຫວັນແລ້ວ, ພວກທ່ານໄດ້ມາຍັງ ພຣະເຈົ້າຜູ້ຊົງເປັນຜູ້ພິພາກສາມະນຸດທຸກຄົນ ແລະໄດ້ມາຍັງບັນດາວິນຍານ ຂອງບັນດາ ຄົນຊອບທັມ ທີ່ໄດ້ຮັບການເຮັດໃຫ້ສົມບູນແລ້ວ.24ແລະພວກທ່ານໄດ້ມາເຖິງພຣະເຢຊູຄຣິດເຈົ້າ ຜູ້ເປັນຄົນກາງແຫ່ງພັນທະສັນຍາໃຫມ່, ແລະ ມາເຖິງພຣະໂລຫິດທີ່ຖືກຊິດໃສ່ຊຶ່ງສົ່ງສຽງດັງກວ່າເລືອດຂອງອາເບັນອີກ.25ພວກທ່ານຢ່າປະຕິເສດພຣະອົງຜູ້ທີ່ກຳລັງກ່າວຢູ່ນັ້ນ. ເພາະຖ້າພວກເຂົາຫນີບໍ່ພົ້ນເມື່ອເຂົາປະຕິເສດພຣະອົງ ຜູ້ຊົງເຕືອນເຂົາໃນໂລກນີ້, ເເລ້ວພວກເຮົາຍິ່ງຈະຫນີບໍ່ພົ້ນຫລາຍກວ່າເທົ່າໃດ ຖ້າຫາກພວກເຮົາຫັນຫນີຈາກພຣະອົງຜູ້ຊົງເຕືອນເຮົາຈາກສະຫວັນ.26ຄັ້ງຫນຶ່ງທີ່ສຽງຂອງພຣະອົງ ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ ແຕ່ບັດນີ້ພຣະອົງ ຊົງກ່າວສັນຍາໄວ້ວ່າ, “ອີກເທື່ອຫນຶ່ງ ເຮົາຈະເຮັດໃຫ້ສັ່ນສະເທືອນ, ບໍ່ພຽງແຕ່ແຜ່ນດິນໂລກ ແຕ່ທັງຟ້າສະຫວັນເຫມືອນກັນ.”27ຖ້ອຍຄຳເຫລົ່ານີ້ອີກເທື່ອຫນຶ່ງ”ຫມາຍເຖິງການສັ່ນເອົາສິ່ງຕ່າງໆທີ່ ຖືກເຮັດໃຫ້ຫວັ່ນໄຫວໄດ້ອອກໄປ ຄືສິ່ງຕ່າງໆທີ່ຖືກສ້າງຂຶ້ນມາ ແລະສິ່ງຕ່າງໆທີ່ ບໍ່ສາມາດຖືກເຮັດໃຫ້ຫວັ່ນໄຫວໄດ້ກໍຈະຍັງຄົງເຫຼືອຢູ່.28ດ້ວຍເຫດນີ້, ຈົ່ງຮັບເອົາຣາຊະອານາຈັກຂອງພຣະເຈົ້າຊຶ່ງບໍ່ອາດເຮັດໃຫ້ຫວັ່ນໄຫວໄດ້, ໃຫ້ພວກເຮົາຂອບພຣະຄຸນແລະນະມັດສະການພຣະເຈົ້າຕາມນໍ້າພຣະທັຍ ດ້ວຍຄວາມເຄົາຣົບຢຳເກງ.29ເພາະພຣະເຈົ້າຂອງພວກເຮົາ ຊົງເປັນໄຟທີ່ເຜົາຜານ.
1ຂໍໃຫ້ດຳເນີນຕໍ່ໄປໃນຄວາມຮັກຢ່າງພີ່ນ້ອງ2ຢ່າລືມໃຫ້ການຕ້ອນຮັບຄົນແປກ ຫນ້າເພາະດ້ວຍການເຮັດເຊັ່ນນີ້ບາງຄົນກໍໄດ້ຕ້ອນຮັບ ເທວະດາຢ່າງບໍ່ຮູ້ຕົວ.3ຈົ່ງຣະນຶກເຖິງຜູ້ທີ່ຖືກລ່າມໂສ້ ເຫມືອນກັບວ່າ ພວກເຈົ້າ ກໍຖືກລ່າມໂສ້ ເຫມືອນກັບ ພວກເຂົາ. ຈົ່ງຣະນຶກເຖິງຄົນເຫລົ່ານັ້ນທີ່ຖືກຂົ່ມເຫັງ, ເຫມືອນກັບວ່າຮ່າງກາຍຂອງພວກທ່ານກໍຖືກຂົ່ມເຫັງເຫມືອນກັນກັບພວກເຂົາດ້ວຍ.4ໃຫ້ທຸກຄົນເຄົາຣົບໃຫ້ກຽດການແຕ່ງງານໃຫ້ຕຽງແຕ່ງງານພວກເຈົ້າບໍຣິສຸດເພາະ ພຣະເຈົ້າຈະຕັດສິນລົງໂທດຄົນເຮັດຜິດສິນທັມທາງເພດ ແລະຄົນຫລິ້ນຊູ້.5ຈົ່ງໃຫ້ການດຳເນີນຊີວິດຂອງພວກທ່ານເປັນອິສຣະ ຈາກການຮັກເງິນຄຳ. ຈົ່ງພໍໃຈໃນສິ່ງຕ່າງໆທີ່ຕົນມີຢູ່, ເພາະພຣະເຈົ້າເອງໄດ້ກ່າວເອົາໄວ້ວ່າ, “ເຮົາຈະບໍ່ປະຖິ້ມເຈົ້າ ຫລື ຖິ້ມເຈົ້າເສັຽຈັກເທື່ອ.”6ຂໍໃຫ້ພວກເຮົາມີຄວາມພໍໃຈເພື່ອພວກເຮົາຈະກ່າວດ້ວຍຄວາມກ້າໄດ້ວ່າ, “ອົງພຣະຜູ້ເປັນເຈົ້າເປັນຜູ້ປຣະທານຄວາມຊ່ວຍເຫລືອແກ່ຂ້າພຣະເຈົ້າ. ຂ້າພຣະເຈົ້າຈະບໍ່ຢ້ານກົວ. ມະນຸດຈະເຮັດຫຍັງໃຫ້ຂ້າພຣະເຈົ້າໄດ້?”7ຈົ່ງເຄົາຣົບບັນດາຜູ້ນຳຂອງພວກທ່ານ, ຄືຜູ້ທີ່ປະກາດພຣະທັມຂອງພຣະເຈົ້າ, ໃຫ້ແກ່ພວກທ່ານ ແລະ ຈົ່ງພິຈາຣະນາ ເບິ່ງຜົນຈາກການປະຕິບັດຂອງພວກເພິ່ນ ແລະ ຈົ່ງປະຕິບັດຕາມແບບຂອງພວກເພິ່ນ.8ພຣະເຢຊູຄຣິດເຈົ້າ ຊົງເປັນເຫມືອນເດີມ ໃນເວລາວານນີ້, ວັນນີ້ ແລະຕະຫລອດໄປເປັນນິດ.9ຢ່າຫລົງໄປກັບຄຳສອນແປກໆທີ່ມີຫລວງຫລາຍເພາະເປັນສິ່ງທີ່ດີທີ່ຈິດໃຈສົມຄວນໄດ້ຮັບການເສີມກຳລັງດ້ວຍ ພຣະຄຸນ, ບໍ່ແມ່ນດ້ວຍກົດຕ່າງໆເລື່ອງອາຫານການກິນ ຊຶ່ງບໍ່ໄດ້ຊ່ວຍຜູ້ຄົນເຫລົ່ານັ້ນທີ່ດຳເນີນດ້ວຍສິ່ງນີ້ເລີຍ10ພວກເຮົາມີແທ່ນບູຊາທີ່ບັນດາຄົນເຫລົ່ານັ້ນປະຕິບັດຢູ່ໃນຫໍເຕັນສັກສິດນັ້ນ ບໍ່ມີສິດທີ່ຈະຮັບປະທານ11ເພາະເລືອດຂອງສັດທີ່ຖືກຂ້າເພື່ອລ້າງບາບນັ້ນຖືກນຳເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ, ໂດຍປະໂລຫິດໃນຂະນະທີ່ຊາກຂອງສັດເຫລົ່ານັ້ນກໍຖືກນຳອອກໄປເຜົານອກຄ້າຍ.12ດັ່ງນັ້ນພຣະເຢຊູເຈົ້າຈຶ່ງທົນທຸກຂໍຢູ່ພາຍນອກປະຕູເມືອງດ້ວຍ, ເພື່ອເປັນການຖວາຍຜູ້ຄົນໂດຍຜ່ານທາງເລືອດຂອງພຣະອົງເອງ.13ດ້ວຍເຫດນີ້ ໃຫ້ພວກເຮົາໄປ ຫາພຣະອົງທີ່ນອກຄ້າຍ ແລະແບກຮັບຄວາມອັບອາຍຂອງພຣະອົງ14ເພາະພວກເຮົາບໍ່ມີນະຄອນອັນຖາວອນທີ່ນີ້ແຕ່ພວກເຮົາ ກຳລັງລໍຄອຍນະຄອນຫນຶ່ງທີ່ຈະມາໃນພາຍຫນ້າ.15ໂດຍຜ່ານທາງພຣະອົງ, ຈຶ່ງຂໍໃຫ້, ພວກເຮົາຖວາຍເຄື່ອງບູຊາແຫ່ງການສັນຣະເສີນແກ່ພຣະເຈົ້າສະເຫມີ, ຄຳສັນຣະເສີນທີ່ອອກມາຈາກສົບປາກຂອງພວກເຮົາຊຶ່ງຍອມຮັບພຣະນາມຂອງພຣະອົງ.16ແລະຢ່າໃຫ້ເຮົາຫລົງລືມ ການເຮັດຄວາມດີ ແລະ ຊ່ວຍເຫລືອຊຶ່ງກັນ ແລະກັນ ເພາະເຄື່ອງບູຊາຢ່າງນີ້ທີ່ເຮັດໃຫ້ພຣະເຈົ້າພໍພຣະທັຍຫລາຍ.17ຈົ່ງເຊື່ອຟັງ ແລະຍອມຢູ່ພາຍໃຕ້ບັນດາຜູ້ນຳຂອງພວກທ່ານ ເພາະພວກເພິ່ນດູແລ ຮັກສາຈິດວິນຍານຂອງພວກທ່ານຢູ່ ເຫມືອນຜູ້ທີ່ຈະຕ້ອງກ່າວລາຍງານ ຈົ່ງເຊື່ອຟັງເພື່ອພວກເພິ່ນ ຈະເຮັດສິ່ງນີ້ດ້ວຍຄວາມຊື່ນຊົມຍິນດີ, ບໍ່ແມ່ນດ້ວຍຄວາມເສົ້າໃຈ, ຊຶ່ງຈະບໍ່ເປັນປະໂຫຍດອັນໃດແກ່ເຈົ້າທັງຫລາຍ.18ຈົ່ງພາວັນນາອະທິຖານ ເພື່ອພວກເຮົາ ເພາະພວກເຮົາຫມັ້ນໃຈວ່າ ພວກເຮົາມີຈິດສຳນຶກທີ່ບໍຣິສຸດແລະພວກເຮົາປາຖນາທີ່ຈະ ໃຊ້ຊີວິດຕາມຢ່າງຖືກຕ້ອງໃນທຸກສິ່ງ.19ຫລາຍຂຶ້ນ ເພື່ອຂ້າພຣະເຈົ້າຈະກັບມາຫາພວກທ່ານໄວໆນີ້.20ຂໍພຣະເຈົ້າ ແຫ່ງສັນຕິສຸກ, ຜູ້ຊົງນຳ ໃຫ້ພຣະຜູ້ລຽ້ງແກະທີ່ຍິ່ງໃຫຍ່ຄືອົງພຣະເຢຊູຄຣິດເຈົ້າຟື້ນຄືນມາຈາກຄວາມຕາຍ. ໂດຍທາງພຣະໂລຫິດ ແຫ່ງພັນທະສັນຍານິຣັນດອນນັ້ນ,21ຊົງກະທຳ ໃຫ້ພວກທ່ານສົມບູນພ້ອມດ້ວຍສິ່ງດີທຸກຢ່າງ. ເພື່ອຈະປະຕິບັດ ຕາມນ້ຳພຣະທັຍຂອງພຣະອົງ ຂໍພຣະອົງທຳງານຢູ່ພາຍໃນພວກເຮົາຕາມຊອບພຣະທັຍໂດຍຜ່ານທາງ ພຣະເຢຊູຄຣິດເຈົ້າ. ຜູ້ຊຶ່ງໄດ້ຮັບສະຫງ່າຣາສີສືບໆໄປ ເປັນນິດ ອາແມນ.22ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຫນູນໃຈໃຫ້ພວກເຈົ້າອົດທົນຮັບຖ້ອຍຄຳແຫ່ງການຫນູນນໍ້າໃຈທີ່ຂ້າພຣະເຈົ້າໄດ້ຂຽນມາເຖິງທ່ານສັ້ນໆນີ້.23ຂໍໃຫ້ພວກທ່ານຮູ້ເຖີດວ່າ ຕີໂມທຽວນ້ອງຊາຍ ຂອງພວກເຮົາໄດ້ອອກຈາກຄຸກແລ້ວ, ຖ້າລາວມາຮອດທີ່ນີ້ໄວ, ຂ້າພຣະເຈົ້າກໍຈະໄປພົບພວກທ່ານພ້ອມກັບເຂົາ.24ເຮົາ ຂໍຝາກຄວາມຄິດເຖິງ ມາຍັງບັນດາຜູ້ນຳ ຂອງພວກທ່ານ ແລະບັນດາຜູ້ເຊື່ອທັງຫມົດ ບັນດາພີ່ນ້ອງທີ່ມາຈາກອີຕາລີ ກໍຝາກ ຄວາມຄິດເຖິງມາຍັງພວກທ່ານ ດ້ວຍ.25ຂໍໃຫ້ພຣະຄຸນຈົ່ງສະຖິດ ຢູ່ ກັບພວກທ່ານທຸກຄົນເຖີ້ນ ອາແມນ.
1ຢາໂກໂບ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ຂອງອົງພຣະເຢຊູຄຣິດເຈົ້າ, ທັກທາຍ ເຖິງຄົນສິບສອງ ຕະກຸນທີ່ກະຈັດກະຈາຍຢູ່ນັ້ນ2ຈົ່ງຖືວ່າເປັນເລື່ອງທີ່ຫນ້າຍິນດີທັງຫມົດ, ອ້າຍນ້ອງຂອງເຮົາເອີຍ, ເມື່ອພວກເຈົ້າພົບການທົດລອງຕ່າງໆ.3ພວກເຈົ້າຮູ້ວ່າ ການຖືກທົດລອງ ຕໍ່ກັບຄວາມເຊື່ອຂອງພວກເຈົ້າ ກໍເຮັດໃຫ້ເກີດມີຄວາມພຽນອົດທົນ.4ຈົ່ງໃຫ້ຄວາມພຽນອົດທົນ ຂອງພວກເຈົ້າ ນັ້ນສຳເລັດຜົນ, ເພື່ອວ່າພວກເຈົ້າຈະໄດ້ກາຍເປັນຄົນທີ່ສຳເລັດ ແລະ ຄົບຖ້ວນທຸກປະການ, ໂດຍບໍ່ຂາດເຂີນສິ່ງໃດ.5ແຕ່ຖ້າຄົນໃດໃນພວກເຈົ້າ ຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ, ຜູ້ຊົງໂຜດປຣະທານໃຫ້ແກ່ຄົນທັງປວງດ້ວຍພຣະ ກະຣຸນາ ໂດຍຊົງບໍ່ກ່າວຕິຕຽນແກ່ຜູ້ທີ່ທູນຂໍ, ແລະ ພຣະອົງກໍຈະປຣະທານສິ່ງທັງປວງເຫລົ່ານັ້ນໃຫ້.6ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ, ຢ່າໃຫ້ ມີໃຈສົງໃສສິ່ງໃດ. ເພາະຜູ້ທີ່ສົງໃສນັ້ນເປັນ ເຫມືອນຟອງນໍ້າທີ່ຖືກລົມພັດຊັດໄປມາ.7ຢ່າໃຫ້ຜູ້ນັ້ນຄິດວ່າຕົນຈະໄດ້ຮັບສິ່ງໃດຈາກອົງພຣະຜູ້ເປັນເຈົ້າ.8ເພາະເປັນຄົນສອງໃຈບໍ່ແນ່ນອນ ໃນທຸກສິ່ງທີ່ຕົນກະທຳ.9ໃຫ້ພີ່ນ້ອງທີ່ຕໍ່າຕ້ອຍ ຈົ່ງອວດອ້າງໃນການ ທີ່ພຣະເຈົ້າຊົງຍົກຍໍຕົວຂຶ້ນ,10ແຕ່ໃຫ້ຄົນ ຮັ່ງມີຈົ່ງອວດອ້າງ ໃນການທີ່ພຣະເຈົ້າຊົງໃຫ້ ຕົກຕໍ່າລົງ, ເພາະວ່າຕົນຈະຕ້ອງລ່ວງລັບໄປ ເຫມືອນດັ່ງດອກຫຍ້າ.11ເພາະເມື່ອຕາເວັນ ຂຶ້ນຄວາມຮ້ອນອັນແຮງກ້າ ແລະ ເຮັດໃຫ້ຕົ້ນຫຍ້າຫ່ຽວແຫ້ງໄປແລ້ວ. ດອກຫຍ້າກໍຕົກຫລົ່ນລົງ, ແລະ ແລ້ວຄວາມງາມຂອງມັນກໍສູນສິ້ນໄປ. ໃນທຳນອງດຽວກັນ, ຄົນຮັ່ງມີ ຈະເສື່ອມສູນໄປໃນ ຂະນະທີ່ດຳເນີນງານຂອງຕົນເຫມືອນກັນ.12ພຣະພອນກໍ່ເປັນຂອງຄົນທີ່ພຽນອົດທົນຕໍ່ ການທົດລອງ. ເພາະເມື່ອຜູ້ນັ້ນທົນໄດ້ແລ້ວ, ເຂົາກໍຈະໄດ້ຮັບມົງກຸດແຫ່ງຊີວິດ, ຊຶ່ງພຣະເຈົ້າໄດ້ຊົງ ສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ.13ເມື່ອຜູ້ໃດຖືກລໍ້ລວງໃຫ້ຫລົງ ຢ່າໃຫ້ຜູ້ນັ້ນເວົ້າ ວ່າ, “ພຣະເຈົ້າຊົງລໍ້ລວງຂ້າພຣະເຈົ້າໃຫ້ຫລົງ” ເພາະວ່າຄວາມຊົ່ວຈະມາທົດລອງພຣະເຈົ້າໃຫ້ຫລົງບໍ່ໄດ້ ແລະ ພຣະອົງເອງກໍບໍ່ຊົງທົດລອງຜູ້ໃດໃຫ້ຫລົງຈັກເທື່ອ.14ແຕ່ວ່າທຸກຄົນທີ່ຖືກທົດລອງໃຫ້ຫລົງ ກໍຍ້ອນຄວາມປາຖນາຂອງເຂົາເອງ, ຊຶ່ງຊັກຈ່ອງ ແລະ ຫລອກລວງເຂົາໃຫ້ປະຕິບັດຕາມ.15ເມື່ອຄວາມປາຖນາຊົ່ວຕັ້ງຮາກແລ້ວ, ກໍ່ໃຫ້ ເກີດມີຄວາມຜິດບາບ, ແລະ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມທີ່ແລ້ວ, ກໍ່ໃຫ້ເກີດມີຄວາມຕາຍ.16ພີ່ນ້ອງທີ່ຮັກແພງຂອງເຮົາເອີຍ, ຢ່າໄດ້ຫລົງຜິດໄປເລີຍ.17ຂອງປຣະທານອັນດີທຸກຢ່າງ ແລະ ຂອງຂວັນອັນປະເສີດທຸກປະການ ຍ່ອມມາຈາກທາງ ເທິງ. ສິ່ງເຫລົ່ານັ້ນລົງມາຈາກພຣະບິດາເຈົ້າແຫ່ງ ຄວາມສະຫວ່າງ. ໃນພຣະບິດາເຈົ້ານັ້ນບໍ່ມີການ ປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການຫມູນວຽນ.18ພຣະອົງຈຶ່ງຊົງບັນດານໃຫ້ພວກເຮົາບັງເກີດດ້ວຍພຣະທັມອັນສັດຈິງ, ເພື່ອພວກເຮົາ ຈະເປັນຢ່າງຜົນທຳອິດ ແຫ່ງສິ່ງທັງຫລາຍທີ່ ພຣະອົງໄດ້ຊົງສ້າງ.19ພີ່ນ້ອງທີ່ຮັກເອີຍ, ຈົ່ງຈົດຈຳຂໍ້ນີ້ໄວ້ຄື: ໃຫ້ທຸກຄົນວ່ອງໄວໃນການຟັງ, ຊ້າໃນການເວົ້າ, ຊ້າໃນການຮ້າຍ.20ເພາະຄວາມຮ້າຍຂອງມະນຸດບໍ່ໄດ້ເຮັດໃຫ້ ຄວາມຍຸດຕິທັມ ຂອງພຣະເຈົ້າເກີດມາ.21ເຫດສະນັ້ນ ຈົ່ງເລີກ ຈາກຄວາມຊົ່ວມົວໝອງທຸກຢ່າງ ແລະ ຄວາມຊົ່ວຮ້າຍອັນເຫລືອຫລາຍ. ຈົ່ງນ້ອມໃຈຮັບເອົາ ພຣະທັມທີ່ປູກຝັງໄວ້ແລ້ວນັ້ນ, ຊຶ່ງສາມາດຊ່ວຍ ຈິດວິນຍານຂອງພວກເຈົ້າໃຫ້ພົ້ນໄດ້.22ຈົ່ງເປັນຜູ້ປະຕິບັດຕາມພຣະທັມນັ້ນ ແລະຢ່າເປັນພຽງຜູ້ຟັງ, ພຽງແຕ່ຫລອກລວງຕົວທ່ານເອງເທົ່ານັ້ນ.23ສຳລັບຜູ້ໃດ ທີ່ເປັນຜູ້ຟັງພຣະທັມແລ້ວ ແຕ່ບໍ່ເປັນຜູ້ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນຫນ້າຂອງຕົນເອງຕາມທັມະຊາດ.24ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປແລ້ວ ແລະ ກໍລືມໃນທັນທີນັ້ນ ໂລດວ່າຕົນເອງໄດ້ເປັນຄືຢ່າງໃດ.25ແຕ່ຜູ້ໃດທີ່ພິຈາຣະນາເບິ່ງຢ່າງຣະມັດຣະວັງໃນກົດບັນຍັດ ອັນຄົບຖ້ວນແຫ່ງອິສຣະພາບນັ້ນ, ແລະ ສືບຕໍ່ປະຕິບັດຕາມ ຕັ້ງຫມັ້ນຄົງຢູ່ໃນກົດບັນຍັດຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ເປັນຜູ້ທີ່ໄດ້ຍິນແລ້ວລືມໄປ, ຄົນນັ້ນແຫລະຈະໄດ້ຮັບພຣະພອນຈາກພຣະເຈົ້າ ໃນສິ່ງທີ່ເຂົາກະທຳ.26ຖ້າຜູ້ໃດຄິດວ່າຕົນເປັນຄົນມີສາສນາ, ແຕ່ບໍ່ໄດ້ຫ້າມລີ້ນຂອງຕົນ, ຜູ້ນັ້ນກໍຫລອກລວງ ໃຈຕົນເອງເທົ່ານັ້ນ, ແລ້ວສາສນາຂອງຜູ້ນັ້ນກໍບໍ່ມີປະໂຫຍດຫມົດ.27ສາສນາທີ່ບໍຣິສຸດ ແລະ ບໍ່ມີການຊົ່ວມົວຫມອງ ຕໍ່ພຣະພັກພຣະເຈົ້າຜູ້ຊົງເປັນ ພຣະບິດາເຈົ້າກໍມີດັ່ງນີ້ຄື: ເພື່ອຊ່ວຍເຫລືອລູກກຳພ້າ ແລະ ຍິງຫມ້າຍທີ່ມີຄວາມທຸກຮ້ອນລຳບາກ, ແລະ ການຮັກສາຕົວໃຫ້ພົ້ນຈາກການຊົ່ວມົວຫມອງຂອງທາງໂລກ.
1ອ້າຍນ້ອງຂອງເຮົາເອີຍ, ຢ່າໄດ້ຍຶດຖືຄວາມເຊື່ອໃນອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ, ຜູ້ຊົງສະຫງ່ຣາສີນັ້ນ, ດ້ວຍຄວາມລຳອຽງເລືອກຫນ້າຄົນ.2ຫາກມີຄົນຫນຶ່ງເຂົ້າມາໃນທີ່ປະຊຸມຂອງພວກເຈົ້າ ຖືແຫວນຄຳ ແລະ ແຕ່ງຕົວງົດງາມ, ແລະ ກໍມີຄົນທຸກຈົນຜູ້ຫນຶ່ງ ນຸ່ງເຄື່ອງເປື້ອນເປິເຂົ້າມາເຫມືອນກັນ.3ຖ້າພວກເຈົ້າ ຈະສົນໃຈເບິ່ງ ແຕ່ຄົນທີ່ແຕ່ງຕົວດີນັ້ນ ແລະ ທັງທັກທາຍປາໄສວ່າ, “ເຊີນນັ່ງບ່ອນ ເຫມາະສົມນີ້ເຖີ້ນ,” ແລະ ແຕ່ເຈົ້າກ່າວແກ່ຄົນ ທຸກຈົນນັ້ນວ່າ, “ໃຫ້ເຈົ້າຢືນຢູ່ຫັ້ນ,” ຫລື “ໃຫ້ ເຈົ້ານັ່ງທີ່ໃກ້ຕີນເຮົານີ້.”4ຖ້າເຮັດດັ່ງນັ້ນພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະ ກາຍເປັນຜູ້ຕັດສິນຄົນດ້ວຍຄວາມຄິດອັນຊົ່ວບໍ່ແມ່ນບໍ?5ຈົ່ງຟັງເຖີ້ນ, ພີ່ນ້ອງທີ່ຮັກຂອງເຮົາເອີຍ, ພຣະເຈົ້າໄດ້ຊົງເລືອກເອົາຄົນທຸກຈົນ ໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະ ໃຫ້ເປັນຜູ້ຮັບມໍຣະດົກໃນຣາຊະອານາຈັກ ທີ່ພຣະອົງຊົງໄດ້ສັນຍາໄວ້ສຳລັບຄົນທີ່ຮັກພຣະອົງບໍ່ແມ່ນບໍ?6ແຕ່ພວກເຈົ້າໄດ້ຫມິ່ນປະຫມາດຄົນທຸກຈົນ! ແມ່ນຜູ້ໃດທີ່ໄດ້ກົດຂີ່ພວກເຈົ້າ ແລະ ຈັບພວກເຈົ້າຂຶ້ນສານຄັນບໍ່ແມ່ນຄົນຮັ່ງມີນັ້ນບໍ?7ບໍ່ແມ່ນພວກເຂົານັ້ນ ຫລຶ ທີ່ເວົ້າຫມິ່ນປະຫມາດ ຕໍ່ພຣະນາມອັນປະເສີດຊຶ່ງພວກເຈົ້າກໍເປັນຂອງພຣະອົງ?8ເຖິງແນວໃດກໍຕາມ, ຖ້າເຈົ້າທັງຫລາຍເຮັດ ຕາມພຣະຣາຊະບັນຍັດ, ໂດຍຄົບຖ້ວນຕາມພຣະຄັມພີຂໍ້ທີ່ວ່າ, “ເຈົ້າຈະຮັກເພື່ອນບ້ານ ເຫມືອນ ຮັກຕົນເອງ.” ພວກເຈົ້າກໍເຮັດຖືກຕ້ອງແລ້ວ.9ແຕ່ຖ້າພວກເຈົ້າເລືອກຊັ້ນວັນນະຄົນ, ພວກເຈົ້າ ກໍກຳລັງເຮັດຜິດບາບ ແລະ ກົດບັນຍັດກໍລົງໂທດ ພວກເຈົ້າໃນຖານເປັນຜູ້ຝ່າຝືນກົດບັນຍັດ.10ສຳລັບຜູ້ໃດທີ່ເຊື່ອຟັງກົດບັນຍັດທັງຫມົດ, ຫາກເວັ້ນແຕ່ຝ່າຝືນ ກົດບັນຍັດຂໍ້ໃດຂໍ້ຫນຶ່ງກໍຕາມ, ຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງຫມົດ.11ດ້ວຍວ່າ, ພຣະອົງຜູ້ທີ່ກ່າວວ່າ, “ຢ່າ ຫລິ້ນຊູ້ສູ່ຜົວເມຍ”, ກໍຍັງຊົງກ່າວອີກວ່າ, “ຢ່າຂ້າ ຄົນ.” ຖ້າວ່າເຈົ້າບໍ່ໄດ້ຫລິ້ນຊູ້ສູ່ຜົວເມັຍ ແຕ່ໄດ້ຂ້າຄົນ, ເຈົ້າກໍກາຍເປັນຜູ້ທີ່ຝ່າຝືນກົດບັນຍັດແລ້ວ.12ເຈົ້າທັງຫລາຍຈົ່ງເວົ້າ ແລະ ເຮັດເຫມືອນ ຢ່າງຄົນທີ່ກຳລັງຈະໄດ້ຮັບການພິພາກສາດ້ວຍ ກົດແຫ່ງເສຣີພາບ.13ເພາະວ່າໃນການພິພາກສາ ທີ່ປາສະຈາກຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ ສະແດງຄວາມເມດຕາ. ຄວາມເມດຕາຍ່ອມມີຊັຍຊະນະເຫນືອ ການພິພາກສາ.14ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ຫນຶ່ງເວົ້າວ່າຕົນມີຄວາມເຊື່ອ, ແຕ່ບໍ່ມີການ ປະຕິບັດ ກໍຈະມີປະໂຫຍດຫຍັງເດ? ຄວາມເຊື່ອ ແບບນັ້ນ ຈະເຮັດໃຫ້ລາວພົ້ນໄດ້ບໍ?15ຖ້າພີ່ນ້ອງຊາຍ-ຍິງຄົນໃດ ບໍ່ມີເຄື່ອງນຸ່ງຫົ່ມ ແລະ ຂາດເຂີນອາຫານປະຈຳວັນ.16ຫາກມີຄົນ ໃດໃນພວກເຈົ້າເວົ້າແກ່ເຂົາວ່າ, “ຈົ່ງໄປເປັນສຸກ ເຖີ້ນ, ຂໍໃຫ້ອົບອຸ່ນ ແລະ ກິນອີ່ມ,” ແຕ່ບໍ່ໄດ້ໃຫ້ສິ່ງຂອງທີ່ເຂົາຕ້ອງການ ສຳລັບຕົວນັ້ນຈະເປັນ ປະໂຫຍດອັນໃດ?17ໃນທາງດຽວກັນ, ຄວາມເຊື່ອຢ່າງດຽວກັນ, ຖ້າບໍ່ມີການປະຕິບັດກໍ ຕາຍແລ້ວ.18ແຕ່ບາງຄົນອາດຈະເວົ້າວ່າ, “ຝ່າຍເຈົ້າມີ ຄວາມເຊື່ອ, ແລະ ຝ່າຍຂ້ອຍມີການປະຕິບັດ.” ຈົ່ງສະແດງໃຫ້ເຮົາເຫັນຄວາມເຊື່ອຂອງເຈົ້າ ຊຶ່ງບໍ່ມີການປະຕິບັດ, ແລະ ຝ່າຍເຮົາຈະສະແດງໃຫ້ເຈົ້າເຫັນຄວາມເຊື່ອຂອງເຮົາດ້ວຍການປະຕິບັດຂອງເຮົານັ້ນ.19ຝ່າຍພວກເຈົ້າທີ່ເຊື່ອວ່າມີພຣະເຈົ້າແຕ່ອົງດຽວນັ້ນກໍດີຢູ່ແລ້ວ; ສ່ວນພວກຜີມານຮ້າຍກໍເຊື່ອເຫມືອນກັນ ແລະ ມັນກໍຢ້ານຈົນຕົວສັ່ນ.20ເຈົ້າຮູ້ບໍ ຄົນໂງ່ເອີຍ, ວ່າຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນກໍບໍ່ມີຜົນປະໂຫຍດຫຍັງເລີຍ?21ອັບຣາຮາມ ບິດາຂອງພວກເຮົາຖືກຍອມຮັບວ່າເປັນຄົນຊອບທັມ ກໍໂດຍການກະທຳຂອງເພິ່ນ ເມື່ອເພິ່ນຖວາຍອີຊາກ ລູກຊາຍຂອງເພິ່ນເທິງແທ່ນບູຊາບໍ່ແມ່ນບໍ?22ເຈົ້າກໍເຫັນແລ້ວວ່າຄວາມເຊື່ອ ກັບການ ປະຕິບັດຂອງເພິ່ນກໍໄປຄວບຄູ່ກັນ, ແລະ ຄວາມເຊື່ອຂອງເພິ່ນຖືກເຮັດໃຫ້ດີຄົບຖ້ວນໄດ້ກໍໂດຍ ການປະຕິບັດ,23ພຣະຄັມພີກໍໄດ້ເຮັດໃຫ້ສຳເລັດ ໂດຍທີ່ມີຄຳຂຽນໄວ້ວ່າ, “ອັບຣາຮາມໄດ້ເຊື່ອ ພຣະເຈົ້າ ແລະ ຍ້ອນຄວາມເຊື່ອນັ້ນ ພຣະອົງຈຶ່ງ ຊົງຮັບວ່າເພິ່ນເປັນຄົນຊອບທັມ,” ແລະ ພຣະອົງຈຶ່ງເອີ້ນອັບຣາຮາມວ່າ ແມ່ນສະຫາຍຂອງພຣະເຈົ້າ.24ທ່ານເຫັນວ່າ ດ້ວຍການປະຕິບັດ ຊຶ່ງຖືໄດ້ວ່າ ເປັນຄົນຊອບທັມ, ແລະ ບໍ່ແມ່ນດ້ວຍຄວາມເຊື່ອພຽງຢ່າງດຽວເທົ່ານັ້ນ.25ໃນທາງດຽວກັນ, ນາງຣາຮາບ ຍິງໂສເພນີ ກໍໄດ້ຖືວ່າຊອບທັມເນື່ອງດ້ວຍການປະຕິບັດບໍ່ແມ່ນບໍ, ເມື່ອນາງໄດ້ຮັບຕ້ອນຜູ້ສົ່ງຂ່າວ ແລ້ວໃຫ້ພວກເພິ່ນກັບເມືອທາງອື່ນ?26ເຫດວ່າຮ່າງກາຍທີ່ບໍ່ມີຈິດວິນຍານກໍຕາຍແລ້ວສັນໃດ, ຄວາມເຊື່ອທີ່ບໍ່ມີການປະຕິບັດ ກໍຕາຍແລ້ວສັນນັ້ນເຫມືອນກັນ.
1ພີ່ນ້ອງຂອງເຮົາເອີຍ, ບໍ່ແມ່ນຫລາຍຄົນຄວນຈະເປັນອາຈານ. ພວກເຮົາກໍຮູ້ແລ້ວວ່າ ພວກເຮົາຈະໄດ້ຮັບການ ຊົງພິພາກສາຫນັກຫນ່ວງກວ່າຜູ້ອື່ນ.2ສຳລັບພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ. ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ, ຜູ້ນັ້ນກໍເປັນຄົນດີຄົບຖ້ວນ, ສາມາດບັງຄັບທັງຕົວໄວ້ໄດ້ເຫມືອນກັນ.3ບັດນີ້ຖ້າພວກເຮົາເອົາບັງຫຽນໃສ່ປາກມ້າເພື່ອ ໃຫ້ມັນຟັງຄວາມພວກເຮົາ, ພວກເຮົາກໍສາມາດ ບັງຄັບມ້າທັງໂຕໃຫ້ມັນໄປຕາມທິດທາງທີ່ຕ້ອງການໄດ້.4ເຮືອກໍເຫມືອນກັນ, ເຖິງວ່າຈະລຳໃຫຍ່ພຽງໃດກໍຕາມ ກໍເຄື່ອນທີ່ໄປຕາມລົມແຮງ, ພັດມັນກໍຍັງຫັນໄປມາ ໂດຍອາໄສໄມ້ຂັດທ້າຍເຮືອອັນນ້ອຍໆ ຕາມຄວາມຕ້ອງການຂອງນາຍທ້າຍເຮືອ.5ລີ້ນກໍຄືກັນ ເຖິງເປັນອະວັຍະວະສ່ວນ ນ້ອຍໆຂອງຮ່າງກາຍ, ແຕ່ສາມາດໂອ້ອວດເຖິງເລື່ອງໃຫຍ່ໆໄດ້. ແປວໄຟພຽງເລັກນ້ອຍ ກໍຍັງສາມາດເຜົາຜານປ່າໄມ້ໃຫຍ່ໄດ້.6ລີ້ນກໍ ເປັນດັ່ງໄຟ, ມັນເປັນຄືໂຣກແຫ່ງ ຄວາມຊົ່ວຮ້າຍທີ່ຄອບຄອງຢູ່ໃນຮ່າງກາຍຂອງພວກເຮົາ. ແລະເຮັດໃຫ້ເປື້ອນເປິໄປທົ່ວທັງຮ່າງກາຍ, ແລະ ມັນເປັນເຊື້ອໄຟທີ່ເຜົາໄຫມ້ຊີວິດ. ມັນເອງກໍເປັນໄຟມາຈາກນະຣົກ.7ສຳລັບສັດທຸກໆຊະນິດ ບໍ່ວ່າສັດປ່າ, ນົກແລະ ສັດເລືອຄານ ແລະ ສັດນໍ້າ ມະນຸດສາມາດຝຶກແອບທັງຫມົດໄດ້.8ແຕ່ສຳລັບລີ້ນແລ້ວ, ບໍ່ມີຜູ້ໃດສາມາດຝຶກແອບໄດ້. ມັນເປັນຄວາມຊົ່ວທີ່ ບໍ່ສາມາດຈະບັງຄັບໄດ້, ເຕັມໄປດ້ວຍພິດຮ້າຍທີ່ເຖິງແກ່ຄວາມຕາຍ.9ພວກເຮົາໃຊ້ລີ້ນສັນຣະເສີນອົງພຣະຜູ້ເປັນເຈົ້າຄືພຣະບິດາເຈົ້າ, ແລະ ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ, ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ.10ອອກ ມາຈາກປາກອັນດຽວກັນ ກ່າວເປັນຄຳສັນຣະເສີນ ແລະ ຄຳປ້ອຍດ່າຊາບແຊ່ງ. ອ້າຍນ້ອງທັງຫລາຍ ຂອງເຮົາເອີຍ, ສິ່ງເຫລົ່ານີ້ບໍ່ຄວນໃຫ້ເກີດຂຶ້ນເປັນ ຢ່າງນີ້ເລີຍ.11ບໍ່ນໍ້າພຸຈະໃຫ້ທັງນໍ້າຫວານ ແລະ ນໍ້າຂົມພຸ່ງອອກມາຈາກຮູດຽວກັນບໍ?12ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຕົ້ນເດື່ອເທດ ຈະເກີດຜົນເປັນຫມາກກອກໄດ້ບໍ? ຫລື ເຄືອອະງຸ່ນຈະເກີດຜົນເປັນຫມາກເດື່ອເທດໄດ້ບໍ? ດັ່ງນັ້ນນໍ້າເຄັມຈະເຮັດເປັນນໍ້າຫວານກໍບໍ່ໄດ້.13ຜູ້ໃດທີ່ມີສະຕິປັນຍາ ແລະ ມີຄວາມເຂົ້າໃຈໃນທ່າມກາງພວກເຈົ້າ? ກໍໃຫ້ຜູ້ນັ້ນພິສູດໃຫ້ເຫັນໂດຍ ຊີວິດອັນດີງາມຂອງເຂົາໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະ ສະຕິປັນຍາ.14ແຕ່ຖ້າພວກເຈົ້າມີໃຈອິດສາອັນຂົມຂື່ນ ແລະ ມີໃຈມັກໃຫຍ່ໄຝ່ສູງ, ກໍຢ່າໂອ້ອວດ ແລະ ຢ່າຕົວະຕໍ່ຕ້ານກັບຄວາມຈິງ.15ຢ່າງນີ້ບໍ່ແມ່ນສະຕິປັນຍາ ທີ່ໄດ້ມາຈາກເບື້ອງເທິງ. ແຕ່ເປັນປັນຍາຂອງຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດ ແລະ ເປັນຢ່າງມານຮ້າຍ.16ສຳລັບທີ່ໃດມີຄວາມອິດສາ ແລະ ການເຫັນແກ່ຕົວ, ບ່ອນນັ້ນກໍມີການວຸ້ນວາຍ ແລະ ມີການຊົ່ວຮ້າຍທຸກຊະນິດ.17ແຕ່ປັນຍາທີ່ມາຈາກເບື້ອງເທິງນັ້ນ ກ່ອນອື່ນຫມົດກໍບໍຣິສຸດ, ແລະ ປະກອບດ້ວຍຄວາມສະຫງົບສຸກ, ຄວາມສຸພາບອ່ອນໂຍນ, ຄວາມເປັນມິດ, ເຕັມໄປດ້ວຍຄວາມເມດຕາ ແລະ ໃຫ້ຜົນດີ, ບໍ່ເລືອກໜ້າຄົນ ແລະ ບໍ່ໜ້າຊື່ໃຈຄົດ.18ຫມາກຜົນຂອງຜູ້ທີ່ສ້າງສັນຕິສຸກກໍຫວ່ານຢ່າງສັນຕິສຸກ ແລະ ໝາກຜົນທີ່ເກັບກ່ຽວນັ້ນກໍຄືຄວາມຊອບທັມ.
1ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະ ຜິດຖຽງກັນ? ກໍບໍ່ແມ່ນມາຈາກ ກິເລດຕັນຫາ ຂອງພວກເຈົ້ານັ້ນບໍ ທີ່ເຮັດໃຫ້ມີການຕໍ່ສູ້ ກັນຢູ່ບໍ່ຂາດພາຍໃນພວກເຈົ້າ.2ເຈົ້າທັງຫລາຍຢາກໄດ້, ແລະ ເຈົ້າກໍບໍ່ມີ. ພວກເຈົ້າຂ້າກັນ ແລະ ໂລບ, ແລະ ເຈົ້າກໍບໍ່ສາມາດຈະໄດ້. ພວກເຈົ້າຜິດຖຽງ ແລະ ທະເລາະວິວາດກັນ. ພວກເຈົ້າບໍ່ມີເພາະພວກເຈົ້າບໍ່ໄດ້ຂໍ.3ເຈົ້າຂໍ ແລະ ບໍ່ໄດ້ຮັບ ເພາະຂໍແບບຜິດໆ, ເພື່ອຈະເອົາໄປໃຊ້ຕາມກິເລດຕັນຫາຂອງຕົນ.4ໂອຄົນຫລິ້ນຊູ້ເອີຍ! ພວກເຈົ້າບໍ່ຮູ້ ຫລືວ່າ ການເປັນມິດຕໍ່ໂລກກໍຄືການເປັນສັດຕຣູຕໍ່ພຣະເຈົ້າ? ສະນັ້ນຜູ້ໃດທີ່ຢາກເປັນມິດ ຕໍ່ໂລກກໍ ເປັນສັດຕຣູຕໍ່ພຣະເຈົ້າ.5ຫລື ເຈົ້າທັງຫລາຍ ຄິດວ່າພຣະຄັມພີກ່າວວ່າແບບໄຮ້ສາຣະ, “ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາ ທັງຫລາຍກໍແມ່ນຄວາມເຫິງສາຢ່າງເລິກແລບ”?6ແຕ່ພຣະເຈົ້າໄດ້ຊົງປຣະທານພຣະຄຸນເພີ່ມຂຶ້ນ ອີກ, ເຫດສະນັ້ນພຣະຄັມພີຈຶ່ງກ່າວວ່າ, “ພຣະເຈົ້າ ຊົງຕໍ່ສູ້ຄົນ ທີ່ຈອງຫອງ, ແຕ່ຊົງປຣະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.”7ຈົ່ງນ້ອມໃຈຍອມ ຟັງພຣະເຈົ້າ, ຈົ່ງຕໍ່ສູ້ກັບມານ, ແລະ ມັນຈະຫນີ ຈາກພວກເຈົ້າໄປ.8ຈົ່ງເຂົ້າໃກ້ພຣະເຈົ້າ, ແລະ ພຣະອົງຈະສະເດັດມາໃກ້ພວກເຈົ້າ. ຈົ່ງຊຳຣະມືຂອງເຈົ້າໃຫ້ສະອາດ, ຄົນບາບເອີຍ, ແລະ ຈົ່ງຊຳຣະໃຈຂອງເຈົ້າໃຫ້ບໍຣິສຸດ, ຄົນສອງໃຈເອີຍ.9ເປັນທຸກໂສກເສົ້າ, ແລະ ຮ້ອງໄຫ້! ໃຫ້ການຫົວຂອງເຈົ້າ ກັບກາຍເປັນການໂສກເສົ້າ ແລະ ໃຫ້ຄວາມຍິນດີຂອງເຈົ້າກັບກາຍເປັນຄວາມເສົ້າຫມອງ.10ຖ່ອມຕົວລົງຊ້ອງ ພຣະພັກອົງພຣະຜູ້ເປັນເຈົ້າ ແລະ ພຣະອົງຈະຊົງຍົກພວກເຈົ້າຂຶ້ນ.11ຢ່າເວົ້ານິນທາ ຊຶ່ງກັນແລະກັນ, ພີ່ນ້ອງທັງຫລາຍເອີຍ, ຜູ້ທີ່ເວົ້ານິນທາພີ່ນ້ອງ ຫລື ກ່າວໂທດໃສ່ພີ່ນ້ອງຂອງຕົນ ຜູ້ນັ້ນກໍເວົ້າຕໍ່ຕ້ານກົດບັນຍັດ ແລະ ຕັດສິນກົດບັນຍັດນັ້ນ, ແຕ່ຖ້າເຈົ້າກ່າວໂທດຕໍ່ກົດບັນຍັດ, ເຈົ້າກໍບໍ່ເປັນຜູ້ທີ່ ປະຕິບັດຕາມກົດບັນຍັດ, ແຕ່ເປັນຜູ້ຕັດສິນກົດບັນຍັດ.12ຜູ້ຊົງແຕ່ງຕັ້ງກົດບັນຍັດ ແລະ ຜູ້ຊົງພິພາກສາພຽງແຕ່ອົງດຽວເທົ່ານັ້ນ ຄືພຣະອົງ ຜູ້ ຊົງສາມາດໂຜດໃຫ້ພົ້ນ ແລະ ຊົງສາມາດບັນດານໃຫ້ຈິບຫາຍໄປໄດ້, ແຕ່ຝ່າຍເຈົ້າເປັນຜູ້ໃດທີ່ຈະກ່າວໂທດໃສ່ເພື່ອນບ້ານຂອງຕົນ?13ດັ່ງນັ້ນຈົ່ງຟັງໃຫ້ດີ, ເຈົ້າທັງຫລາຍທີ່ເວົ້າວ່າ, “ມື້ນີ້ ຫລື ມື້ອື່ນ ພວກເຮົາຈະເຂົ້າໄປໃນເມືອງນີ້, ຈະພັກຢູ່ທີ່ນັ້ນປີຫນຶ່ງ, ຈະຄ້າຂາຍ, ແລະເອົາກຳໄຣ.”14ຜູ້ໃດຮູ້ຈະເກີດຫຍັງຂຶ້ນໃນມື້ອື່ນ, ແລະ ຊີວິດຂອງພວກເຈົ້າຈະເປັນຢ່າງໃດ? ສຳລັບພວກເຈົ້າເປັນດັ່ງຫມອກທີ່ປາກົດຢູ່ພຽງຊົ່ວຄາວແລ້ວກໍຈາງຫາຍໄປ.15ແທນທີ່, ເຈົ້າຄວນຈະເວົ້າດັ່ງນັ້ນ, “ຖ້າ ພຣະເຈົ້າພໍພຣະທັຍ, ພວກເຮົາກໍຈະມີຊີວິດຢູ່ ແລະ ຈະເຮັດສິ່ງນັ້ນຫລືສິ່ງນີ້.”16ແຕ່ວ່າດຽວນີ້ ເຈົ້າທັງຫລາຍໂອ້ອວດ ດ້ວຍຄວາມຖືຕົວ, ການໂອ້ອວດຢ່າງນີ້, ກໍລ້ວນແຕ່ເປັນຄວາມຊົ່ວ.17ຖ້າຜູ້ໃດຮູ້ວ່າອັນໃດເປັນການດີ ແລະ ບໍ່ເຮັດຜູ້ນັ້ນຈຶ່ງມີບາບ.
1ມາບັດນີ້ຄົນຮັ່ງມີເອີຍ, ຈົ່ງຮ້ອງໄຫ້ຮໍ່າໄຮ ຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ.2ຄວາມຮັ່ງມີຂອງພວກເຈົ້າໄດ້ ເສື່ອມສູນໄປແລ້ວ ແລະ ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດ ກິນເສຍແລ້ວ.3ເງິນ ແລະ ຄຳຂອງພວກເຈົ້າກໍເກີດເປັນຂີ້ຫມ້ຽງ ແລະ ຂີ້ຫມ້ຽງນັ້ນຈະເປັນ ພະຍານຫລັກຖານ ຕໍ່ສູ້ພວກເຈົ້າ. ມັນຈະເຜົາຜານ ເລືອດເນື້ອ ຂອງພວກເຈົ້າເຫມືອນໄຟ. ພວກເຈົ້າໄດ້ທ້ອນໂຮມຊັບສົມບັດໄວ້ສຳລັບວັນສຸດທ້າຍ.4ເບິ່ງແມ, ຄ່າຈ້າງຂອງຄົນ ທີ່ໄດ້ກ່ຽວເຂົ້າໃນ ນາຂອງພວກເຈົ້າ ຊຶ່ງພວກເຈົ້າໄດ້ສໍ້ໂກງໄວ້ນັ້ນກໍ ຮ້ອງຟ້ອງຂຶ້ນ, ແລະ ສຽງຮ້ອງທຸກຂອງຄົນທີ່ກ່ຽວເຂົ້ານັ້ນ ກໍໄດ້ຊົງຊາບແລ້ວເຖິງຫູຂອງອົງພຣະຜູ້ເປັນເຈົ້າອົງຊົງເປັນຈອມພົນ.5ພວກເຈົ້າ ໄດ້ລ້ຽງຊີວິດຢູ່ໃນໂລກຢ່າງຟຸມເຟືອຍ ແລະສະຫນຸກສະຫນານ, ພວກເຈົ້າໄດ້ບຳລຸງຈິດໃຈ ເຫມືອນລໍຖ້າວັນປະຫານ.6ພວກເຈົ້າໄດ້ ຕັດສິນລົງໂທດ ແລະ ໄດ້ຂ້າຄົນຊອບທັມເສຍ. ທີ່ເຂົາກໍບໍ່ໄດ້ຕໍ່ສູ້ພວກເຈົ້າ.7ພີ່ນ້ອງທັງຫລາຍເອີຍ, ຈົ່ງອົດທົນຈົນກວ່າອົງພຣະຜູ້ເປັນເຈົ້າຈະສະເດັດມາ. ຈົ່ງເບິ່ງແມ, ຊາວປູກຝັງທີ່ລໍຄອຍຜົນອັນມີຄ່າທີ່ຈະໄດ້ຮັບຈາກດິນ. ເຂົາກໍພຽນຄອຍ, ຈົນກວ່າມີຝົນຕົ້ນຣະດູ ແລະ ຝົນປາຍຣະດູ.8ພວກເຈົ້າເຊັ່ນກັນ, ກໍຈົ່ງອົດທົນຢ່າງນັ້ນເຫມືອນກັນ. ຈົ່ງຕັ້ງໃຈໃຫ້ດີ, ເພາະໃກ້ຈະເຖິງເວລາທີ່ອົງພຣະຜູ້ເປັນເຈົ້າຈະສະເດັດມາແລ້ວ.9ພີ່ນ້ອງທັງຫລາຍເອີຍ, ຢ່າຈົ່ມໃຫ້ກັນ ແລະກັນ, ເພື່ອວ່າເຈົ້າຈະບໍ່ຖືກພຣະເຈົ້າຕັດສິນ. ເບິ່ງແມ, ຜູ້ຕັດສິນກໍກຳລັງຢືນຢູ່ທີ່ປະຕູ ແລະ ພ້ອມທີ່ຈະມາປາກົດ.10ພີ່ນ້ອງທັງຫລາຍເອີຍ, ຈົ່ງເອົາແບບຢ່າງໃນການທົນທຸກ ແລະ ຄວາມພາກພຽນຂອງພວກຜູ້ປະກາດພຣະທັມ, ຜູ້ໄດ້ກ່າວໃນພຣະນາມ ຂອງອົງພຣະຜູ້ເປັນເຈົ້າ.11ເບິ່ງແມ! ພວກເຮົາຖືວ່າຄົນເຫລົ່ານັ້ນ ທີ່ມີຄວາມອົດທົນກໍເປັນສຸກ. ເຈົ້າທັງຫລາຍໄດ້ຍິນເລື່ອງຄວາມອົດທົນຂອງໂຢບ, ແລະ ເຈົ້າທັງຫລາຍຮູ້ເຖິງພຣະປະສົງຂອງພຣະຜູ້ເປັນເຈົ້າ, ເຊິ່ງອົງພຣະຜູ້ເປັນເຈົ້າ ກໍຊົງເຕັມໄປດ້ວຍພຣະເມດຕາກະຣຸນາ.12ພີ່ນ້ອງທັງຫລາຍຂອງເຮົາເອີຍ, ທີ່ສຳຄັນກວ່າສິ່ງອື່ນໆທັງໝົດ, ຄືຢ່າສາບານດ້ວຍອ້າງເຖິງ ສະຫວັນ ຫລື ແຜ່ນດິນໂລກ ຫລື ສິ່ງອື່ນໆ. ແຕ່ສິ່ງໃດ, “ແມ່ນ” ກໍໃຫ້ວ່າ “ແມ່ນ” ສິ່ງໃດທີ່ “ບໍ່ແມ່ນ” ກໍໃຫ້ວ່າ “ບໍ່ແມ່ນ” ເພື່ອພວກເຈົ້າຈະບໍ່ຕົກໃນການລົງໂທດ.13ມີຜູ້ໃດບໍໃນພວກເຈົ້າທີ່ທົນທຸກຢູ່? ຈົ່ງໃຫ້ຜູ້ນັ້ນພາວັນນາອະທິຖານ. ມີຜູ້ໃດບໍທີ່ຊົມຊື່ນຍິນດີ? ກໍໃຫ້ຜູ້ນັ້ນຮ້ອງເພງສັນຣະເສີນ.14ຜູ້ໃດທີ່ເຈັບໄຂ້ໄດ້ປ່ວຍ? ຈົ່ງໃຫ້ຜູ້ນັ້ນເຊີນບັນດາເຖົ້າແກ່ໃນຄຣິສຕະຈັກມາ, ພາວັນນາອະທິຖານສຳລັບຕົນ. ໃຫ້ພວກເພິ່ນເຈີມຜູ້ນັ້ນດ້ວຍນໍ້າມັນຊາໂລມທາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ.15ຄຳພາວັນນາອະທິຖານທີ່ປະກອບດ້ວຍຄວາມເຊື່ອ ຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ, ແລະ ອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ. ຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບພຣະອົງກໍຈະຊົງໂຜດອະພັຍໃຫ້.16ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາຣະພາບ ຜິດຂອງຕົນຕໍ່ກັນ ແລະ ກັນ, ແລະ ຈົ່ງພາວັນນາອະທິຖານເພື່ອກັນ ແລະ ກັນ, ເພື່ອເຈົ້າທັງຫລາຍຈະໄດ້ຮັບການຮັກສາຢ່ຽວຢາດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທັມມີຣິດສັກສິດເຮັດໃຫ້ເກີດຜົນ.17ເອລີຢາ ກໍເປັນມະນຸດທຳມະດາສາມັນເຫມືອນກັບພວກເຮົາ, ເພິ່ນໄດ້ພາວັນນາອະທິຖານດ້ວຍໃຈເອົາຈິງເອົາຈັງ ຂໍບໍ່ໃຫ້ຝົນຕົກ, ແລະ ຝົນກໍບໍ່ຕົກເທິງແຜ່ນດິນ ເຖິງສາມປີກັບຫົກເດືອນ.18ແລ້ວເອລີຢາ ກໍໄດ້ພາວັນນາອະທິຖານອີກ ໃຫ້ທ້ອງຟ້າກໍໄດ້ຖອກເທຝົນລົງມາ, ແລະ ແຜ່ນດິນກໍເກີດພືດຜົນນາໆຊະນິດ.19ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຖ້າຄົນ ໃດໃນພວກເຈົ້າຫລົງຜິດໄປຈາກຄວາມຈິງ, ແລະ ຖ້າຜູ້ໃດເຮັດໃຫ້ຄົນນັ້ນຕ່າວຄືນມາອີກ,20ຜູ້ນັ້ນຄວນຮູ້ວ່າ ຜູ້ໃດກໍຕາມທີ່ເຮັດໃຫ້ຄົນບາບຄົນຫນຶ່ງຕ່າວຄືນມາຈາກທາງຜິດຂອງເຂົານັ້ນ ກໍຈະໄດ້ປົກປ້ອງຈິດວິນຍານຂອງຄົນນັ້ນໃຫ້ພົ້ນຈາກຄວາມຕາຍ, ແລະ ທັງໃຫ້ຄວາມຜິດບາບຈຳນວນຫລວງຫລາຍໄດ້ຮັບການອະພັຍ.
1ຈາກເປໂຕ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ເຖິງພີ່ນ້ອງຕ່າງຊາດທີ່ກະຈັດກະຈາຍໄປ, ແລະ ຜູ້ທີ່ຖືກເລືອກສັນໄວ້ໃນແຂວງປົນໂຕ, ແຂວງ ຄາລາເຕຍ, ແຂວງກາປາໂດເກຍ, ແຂວງເອເຊຍ ແລະ ແຂວງບີທີເນຍ.2ນີ້ແມ່ນຖືກຕາມທີ່ພຣະເຈົ້າພຣະບິດາເຈົ້າໄດ້ຊົງລ່ວງຮູ້ໄວ້ກ່ອນ, ໂດຍພຣະວິນຍານໄດ້ຊົງຊຳຣະໃຫ້ ບໍຣິສຸດເພື່ອຈະເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະ ໄດ້ຮັບການຊຳຣະດ້ວຍພຣະໂລຫິດຂອງພຣະອົງ. ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງບັງເກີດ ທະວີຄູນແກ່ທ່ານທັງຫລາຍເຖີ້ນ.3ສາທຸການແດ່ພຣະເຈົ້າ ພຣະບິດາເຈົ້າແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ. ໃນພຣະເມດຕາທີ່ໃຫຍ່ຫລວງຂອງພຣະອົງ, ພຣະອົງຊົງໂຜດໃຫ້ເຮົາບັງເກີດໃໝ່ສຳລັບຄວາມເຊື່ອຫມັ້ນຂອງມໍຣະດົກ. ນີ້ຄືມໍຣະດົກໂດຍວິທີການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າຈາກຄວາມຕາຍ,4ນີ້ເປັນມໍຣະດົກຊຶ່ງຈະບໍ່ຈິບຫາຍ, ປາສະຈາກມົນທິນ, ແລະ ບໍ່ຫຽ່ວແຫ້ງ. ຊຶ່ງໄດ້ຕຽມໄວ້ໃນສະຫວັນເພື່ອທ່ານທັງຫລາຍ.5ທ່ານໄດ້ຮັບການປົກປ້ອງໂດຍຣິດເດດຂອງພຣະເຈົ້າ ໂດຍຜ່ານທາງຄວາມເຊື່ອ, ໃຫ້ເຂົ້າໃນຄວາມພົ້ນຊຶ່ງພ້ອມຈະປາກົດໃນວັນສຸດທ້າຍ.6ທ່ານຈະດີໃຈຫລາຍສຳລັບເລື່ອງນີ້, ເຖິງແມ່ນວ່າຕອນນີ້ມັນເປັນສິ່ງຈຳເປັນສຳລັບທ່ານ ທີ່ຈະຮູ້ສຶກໂສກເສົ້າໃນບັນຫາທີ່ແຕກຕ່າງກັນ.7ນີ້ມີໄວ້ສຳລັບການພິສູດຄວາມເຊື່ອຂອງທ່ານ, ຊຶ່ງມີຄ່າຍິ່ງກວ່າທອງຄຳຊຶ່ງສູນຫາຍໄປ. ແມ່ນວ່າຈະມີການທົດສອບດ້ວຍໄຟ. ນີ້ເກີດຂຶ້ນເພື່ອໃຫ້ຄວາມເຊື່ອຂອງທ່ານຈະພົບວ່າຈະສົ່ງຜົນໃຫ້ເກີດການສັນຣະເສີນສະຫງ່າຣາສີ, ແລະ ພຣະກຽດໃນເວລາທີ່ ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ.8ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນແຕ່ທ່ານຍັງຮັກພຣະອົງຢູ່. ແມ່ນວ່າຂະນະນີ້ທ່ານບໍ່ເຫັນພຣະອົງ, ແຕ່ທ່ານຍັງເຊື່ອໃນພຣະອົງ ແລະ ຊື່ນຊົມດ້ວຍຄວາມປິຕິຍິນດີເກີນທີ່ຈະອະທິບາຍໄດ້.9ຕອນນີ້ທ່ານຈະໄດ້ຮັບດ້ວຍຕົວເອງຊຶ່ງເປັນຜົນມາຈາກຄວາມເຊື່ອຂອງທ່ານ, ຄວາມລອດພົ້ນຝ່າຍວິນຍານຈິດຂອງທ່ານ.10ບັນດາຜູ້ເຜີຍພຣະທັມໄດ້ຄົ້ນຄ້ວາ ແລະ ໄດ້ສືບຖາມຢ່າງຮອບຄອບກຽ່ວກັບຄວາມພົ້ນນີ້, ກ່ຽວກັບພຣະຄຸນທີ່ເປັນຂອງທ່ານ.11ພວກເຂົາໄດ້ສືບຄົ້ນຫາໄດ້ຮູ້ເຖິງບຸກຄົນ ແລະ ເມື່ອພຣະວິນຍານຂອງພຣະເຢຊູຄຣິດເຈົ້າໃນພວກເຂົາ ໄດ້ບອກກັບພວກເຂົາ. ນີ້ເກີດຂຶ້ນຂະນະທີ່ເຂົາກຳລັງບອກພວກເຂົາລ່ວງຫນ້າກ່ຽວກັບຄວາມທຸກທໍຣະມານຂອງພຣະຄຣິດເຈົ້າ ແລະ ເຖິງສະຫງ່າຣາສີ ຫຼັງຈາກນັ້ນ.12ມັນເປັນທີ່ປະຈັກຕໍ່ຜູ້ເຜີຍພຣະທັມວ່າພວກເຂົາບໍ່ ໄດ້ປະຕິບັດສຳລັບຕົວພວກເຂົາເອງແຕ່ສຳລັບທ່ານທັງຫລາຍ. ນີ້ຄືສິ່ງທີ່ພວກເຂົາກຳລັງເຮັດໃນເລື່ອງທີ່ກ່ຽວກັບສິ່ງທີ່ປະກາດໃຫ້ທ່ານ ໂດຍວິທີການຂອງພຣະວິນຍານບໍຣິສຸດເຈົ້າທີ່ຊົງໂຜດປະທານມາຈາກສະຫວັນ - ສິ່ງເຫລົ່ານີ້ເປັນສິ່ງຊຶ່ງພວກທູດສະຫວັນປາຖະໜາທີ່ຈະໄດ້ຮັບການເປີດເຜີຍ.13ດັ່ງນັ້ນຈົ່ງຕຽມໃຈຂອງທ່ານໄວ້ໃຫ້ດີ, ຈົ່ງຂົ່ມໃຈ, ຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນເມື່ອພຣະເຢຊູຄຣິດເຈົ້າຈະຊົງໂຜດສຳແດງໃຫ້ແກ່ທ່ານໃນເວລາທີ່ພຣະເຢຊູຄຣິດເຈົ້າສະເດັດມາປາກົດ.14ໂດຍທີ່ທ່ານເປັນລູກທີ່ເຊື່ອຟັງຂໍຢ່າໄດ້ປະພຶດຕາມກິເຫລດຕັນຫາຢ່າງທີ່ເກີດຈາກຄວາມໂງ່ງ່າວຂອງທ່ານນັ້ນ.15ແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານທັງຫລາຍນັ້ນບໍຣິສຸດ, ທ່ານທັງຫລາຍຈົ່ງປະພຶດຕົນໃຫ້ບໍຣິສຸດ16ດັ່ງທີ່ມີພຣະຄັມຂຽນໄວ້ແລ້ວວ່າ, "ທ່ານທັງຫລາຍ ຈົ່ງເປັນຄົນບໍຣິສຸດເພາະເຮົາບໍຣິສຸດ.”17ແລະ ຖ້າທ່ານເອີ້ນພຣະອົງວ່າ "ພຣະບິດາ" ຜູ້ຊົງພິພາກສາທຸກຄົນຕາມການກະທຳຂອງເຂົາ ໂດຍບໍ່ມີອັກຄະຕິຈົ່ງປະຕິບັດຕົນດ້ວຍຄວາມຢຳເກງຕະຫລອດເວລາທີ່ທ່ານຢູ່ໃນໂລກນີ້.18ເພາະພວກເຈົ້າກໍຮູ້ຢູ່ແລ້ວວ່າ ພວກເຈົ້າຖືກໄຖ່ໃຫ້ເປັນອິສຣະ ຈາກການການດຳເນີນຊີວິດອັນບໍ່ມີປະໂຫຍດ ທີ່ທ່ານໄດ້ຮຽນຮູ້ຈາກບັນພະບຸຣຸດຂອງພວກທ່ານ ບໍ່ແມ່ນໄຖ່ດ້ວຍສິ່ງຂອງທີ່ເສື່ອມສູນໄປເຫມືອນເງິນ ແລະ ຄຳ.19ແຕ່ທ່ານໄດ້ຮັບການຊົງໄຖ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດເຈົ້າ, ເປັນເຫມືອນລູກແກະທີ່ບໍ່ມີຕຳຫນິ ຫລື ຮອຍດ່າງ.20ພຣະຄຣິດເຈົ້າໄດ້ຮັບການເລືອກໄວ້ກ່ອນການວາງຮາກຖານສ້າງໂລກ, ແຕ່ດຽວນີ້ພຣະຄຣິດເຈົ້າຊົງໄດ້ປາກົດພຣະອົງໃຫ້ແກ່ທ່ານໃນເວລາສຸດທ້າຍ.21ຜ່ານທາງພຣະອົງທ່ານເຊື່ອໃນພຣະເຈົ້າ, ຜູ້ຊົງບັນດານ ໃຫ້ພຣະອົງໃຫ້ຟື້ນຄືນມາຈາກຕາຍ ແລະ ຄົນທີ່ເຂົາຖວາຍພຣະກຽດເພື່ອໃຫ້ຄວາມເຊື່ອ ແລະ ຄວາມເຊື່ອຫມັ້ນຂອງທ່ານຈະຕັ້ງຢູ່ໃນພຣະເຈົ້າ.22ທີ່ທ່ານທັງຫລາຍໄດ້ຊຳຣະຈິດໃຈຂອງທ່ານໃຫ້ບໍຣິສຸດໂດຍການເຊື່ອຟັງຄວາມຈິງ. ນີ້ຄືວັດຖຸປະສົງຂອງຄວາມຮັກສັນພີ່ນ້ອງ; ດັ່ງນັ້ນຈົ່ງຮັກຊຶ່ງກັນ ແລະ ກັນຢ່າງຈິງຈັງຈາກຫົວໃຈ.23ທ່ານທັງຫລາຍໄດ້ບັງເກີດໃໝ່ແລ້ວ, ບໍ່ແມ່ນເກີດຈາກແນວປູກທີ່ເປື່ອຍເນົ່າໄດ້, ແຕ່ເກີດຈາກແນວປູກທີ່ບໍ່ເປື່ອຍເນົ່າ ໂດຍຜ່ານພຣະທັມຂອງພຣະເຈົ້າອັນຊົງຊີວິດ ແລະ ຕັ້ງຫມັ້ນຄົງ.24ສຳລັບ " ບັນດາເນື້ອຫນັງກໍເປັນເຫມືອນດັ່ງຕົ້ນຫຍ້າ, ແລະ ສະຫງ່າຣາສີຂອງພວກເຂົາ ກໍເປັນດັ່ງດອກຫຍ້າ. ຕົ້ນຫຍ້າຫ່ຽວແຫ້ງໄປ ແລະ ດອກມັນກໍຂຸຫລົ່ນໄປ.25ແຕ່ພຣະຄັມຂອງອົງພຣະຜູ້ເປັນເຈົ້າຕັ້ງຫມັ້ນຄົງຢູ່ຕະຫລອດໄປເປັນນິດ” ນີ້ຄືຂ່າວປະເສີດທີ່ໄດ້ປະກາດໃຫ້ທ່ານທັງຫລາຍຮູ້ແລ້ວ.
1ທ່ານທັງຫລາຍຈົ່ງລະຖິ້ມຄວາມຊົ່ວຮ້າຍ ບັນດາກົນອຸບາຍທັງປວງ, ການຫນ້າຊື່ໃຈຄົດ, ຄວາມອິດສາຣິດສະຫຍາ ແລະ ຄຳເວົ້ານິນທາໃສ່ຮ້າຍທັງຫມົດ.2ຈົ່ງເປັນເຫມືອນເດັກນ້ອຍໆທີ່ເກີດໃຫມ່, ຈົ່ງປາຖະຫນາຫານໍ້ານົມ ຝ່າຍຈິດວິນຍານອັນບໍຣິສຸດເພື່ອຈະເຮັດໃຫ້ທ່ານທັງຫລາຍເຕີບໂຕຂຶ້ນໃນຄວາມພົ້ນ.3ຖ້າທ່ານໄດ້ຄົ້ນພົບແລະ ຮູ້ແລ້ວວ່າ, ອົງພຣະຜູ້ເປັນເຈົ້າປະກອບດ້ວຍພຣະເມດຕາກະຣຸນາ.4ຈົ່ງມາຫາພຣະອົງ ຄືມາເຖິງສີລາອັນມີຊີວິດຢູ່ຊຶ່ງມະນຸດໄດ້ປະຕິເສດບໍ່ຍອມຮັບແລ້ວແຕ່ວ່າພຣະເຈົ້າ ໄດ້ຊົງເລືອກໄວ້ໂດຍພຣະເຈົ້າຊົງຖືວ່າ ມີຄຸນຄ່າອັນປະເສີດ ເຫມືອນພຣະອົງ5ດັ່ງນັ້ນທ່ານທັງຫລາຍກໍເປັນເຫມືອນສີລາທີ່ມີຊີວິດທີ່ກຳລັງກໍ່ຂຶ້ນເປັນວິຫານຝ່າຍວິນຍານເພື່ອເປັນປະໂລຫິດ ບໍຣິສຸດເພື່ອຖວາຍເຄື່ອງບູຊາຝ່າຍວິນຍານທີ່ພໍພຣະທັຍຂອງພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ.6ມີຄຳຂຽນໄວ້ໃນພຣະຄັມພີດ້ວຍວ່າ, “ເບິ່ງແມ! ເຮົາວາງສີລາກ້ອນໜຶ່ງລົງໃນເມືອງຊີໂອນ ເປັນຫີນເສົາເອກທີ່ຊົງເລືອກແລ້ວ, ແລະ ເປັນຫີນທີ່ມີຄ່າອັນປະເສີດແລະ ຜູ້ໃດທີ່ເຊື່ອໃນພຣະອົງນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ.”7ເພື່ອເປັນກຽດແກ່ທ່ານທັງຫລາຍທີ່ ວາງໃຈເຊື່ອ. ແຕ່ “ຫີນທີ່ຊ່າງກໍ່ໄດ້ປະຖິ້ມໄດ້ກັບກາຍມາ ເປັນຫີນເສົາເອກ.”8ແລະ “ເປັນຫີນທີ່ເຮັດໃຫ້ຄົນສະດຸດ ແລະ ເປັນຫີນທີ່ເຮັດໃຫ້ຂັດເຄືອງໃຈທີ່ເຂົາສະດຸດນັ້ນ” ເພາະເຂົາບໍ່ເຊື່ອຟັງພຣະຄັມ ຕາມທີ່ເຂົາຖືກກຳນົດໄວ້ສຳລັບການນີ້ດ້ວຍ.9ແຕ່ຝ່າຍທ່ານທັງຫລາຍເປັນຜູ້ຖືກຊົງເລືອກໄວ້ແລ້ວ, ເປັນປະໂລຫິດ ຫລວງ, ເປັນປະຊາຊາດບໍຣິສຸດ, ເປັນຊົນຊາດຂອງພຣະອົງ, ໂດຍສະເພາະເພື່ອທ່ານທັງຫລາຍຈະໄດ້ປະກາດການກະທຳທີ່ຍິ່ງໃຫຍ່ຂອງພຣະອົງຜູ້ໄດ້ຊົງເອີ້ນທ່ານທັງຫລາຍໃຫ້ອອກມາຈາກຄວາມມືດເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.10ຄັ້ງຫນຶ່ງທ່ານທັງຫຼາຍບໍ່ໄດ້ເປັນຊົນຊາດ, ແຕ່ບັດນີ້ທ່ານ ເປັນຊົນຊາດຂອງພຣະເຈົ້າແລ້ວ. ເມື່ອກ່ອນທ່ານທັງຫລາຍບໍ່ໄດ້ຮັບພຣະກະຣຸນາ, ແຕ່ບັດນີ້ທ່ານໄດ້ຮັບພຣະກະຣຸນາແລ້ວ.11ພີ່ນ້ອງທີ່ຮັກ, ທີ່ເປັນຄົນຕ່າງຊາດ ແລະ ເປັນຜູ້ທ່ອງທ່ຽວ ໃຫ້ທ່ານລະເວັ້ນຈາກຕັນຫາຂອງເນື້ອຫນັງຊຶ່ງທຳການຕໍ່ສູ້ຈິດວິນຍານຂອງທ່ານ.12ທ່ານທັງຫລາຍຈົ່ງດຳເນີນຊີວິດທີ່ດີທ່າມກາງຄົນຕ່າງຄວາມເຊື່ອ, ເພື່ອວ່າໃນທີ່ພວກເຂົາຕິຕຽນທ່ານວ່າເປັນຄົນເຮັດຊົ່ວນັ້ນ, ເມື່ອພວກເຂົາສັງເກດເຫັນຄຸນຄວາມດີຂອງທ່ານແລ້ວພວກເຂົາຈະໄດ້ສັນຣະເສີນພຣະເຈົ້າໃນວັນຊຶ່ງພຣະອົງຈະຊົງສະເດັດມາປາກົດ.13ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າທ່ານຈົ່ງເຊື່ອຟັງກະສັດຜູ້ມີອຳນາດສູງສຸດ.14ແລະດ້ວຍຈະເປັນເຈົ້າເມືອງຜູ້ທີ່ໄດ້ຮັບຄຳສັ່ງນັ້ນ ໃຫ້ລົງໂທດຜູ້ທີ່ເຮັດຊົ່ວ ແລະ ຍ້ອງຍໍຜູ້ທີ່ເຮັດດີ.15ສຳລັບເລື່ອງນີ້ເປັນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ທ່ານທັງຫລາຍລະງັບຄວາມໂງ່ງ່າວຂອງຄົນຊົ່ວຊ້າໃຫ້ສະຫງົບດ້ວຍຄຸນຄວາມດີ.16ຈົ່ງເປັນເຫມືອນຄົນທີ່ມີ ເສຣີພາບແຕ່ທ່ານຢ່າໃຊ້ເສຣີພາບນັ້ນໃຫ້ເປັນທີ່ປົກປິດຄວາມຊົ່ວໄວ້ ແຕ່ຈົ່ງໃຊ້ເຫມືອນເປັນ ຜູ້ຮັບໃຊ້ຂອງພຣະເຈົ້າ.17ທຸກໆຄົນຈົ່ງຮັກບັນດາພີ່ນ້ອງ ຈົ່ງຢຳເກງພຣະເຈົ້າ ແລະ ຈົ່ງຖວາຍກຽດແກ່ກະສັດ.18ຜູ້ຮັບໃຊ້ທັງຫລາຍ, ຈົ່ງຍອມຟັງນາຍຂອງທ່ານດ້ວຍຄວາມເຄົາຣົບທຸກຢ່າງ. ບໍ່ແມ່ນແຕ່ນາຍຜູ້ເປັນຄົນໃຈດີ ແລະ ສຸພາບເທົ່ານັ້ນ, ແຕ່ທັງຕໍ່ນາຍທີ່ຮ້າຍດ້ວຍ.19ເພາະມັນເປັນທີ່ຫນ້າສັນຣະເສີນຖ້າໃຜຍັງ ຄົງເຈັບປວດທຸກລຳບາກໃນຂະນະທີ່ຮັບຄວາມບໍ່ເປັນທັມ ເນື່ອງຈາກຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ.20ເພາະຖ້າ ພວກເຈົ້າເຮັດການຊົ່ວ ແລະ ທົນເອົາການຂ້ຽນຕີໃນຂະນະທີ່ຖືກລົງໂທດເພາະເຮັດຊົ່ວຈະເປັນການດີການຊອບຢ່າງໃດ? ແຕ່ຖ້າທ່ານໄດ້ເຮັດການດີ ແລະ ຈາກນັ້ນທ່ານຕ້ອງທົນທຸກທໍຣະມານໃນຂະນະທີ່ຖືກລົງໂທດ, ນີ້ເປັນທີ່ຫນ້າສັນຣະເສີນກັບພຣະເຈົ້າ.21ເພາະມັນຄືການທີ່ທ່ານທັງຫລາຍຊົງຖືກເອີ້ນເພາະວ່າພຣະຄຣິດເຈົ້າ ກໍໄດ້ຊົງຮັບທົນທຸກທໍຣະມານສຳລັບທ່ານ. ພຣະອົງໄດ້ເປັນແບບຢ່າງແກ່ເຮົາເພື່ອທ່ານຈະໄດ້ເຮັດຕາມຢ່າງພຣະອົງ.22ພຣະອົງບໍ່ໄດ້ເຮັດບາບເລີຍ, ແລະ ບໍ່ໄດ້ພົບກົນອຸບາຍໃນປາກຂອງພຣະອົງເລີຍ.23ເມື່ອເຂົາກ່າວຄຳຫມິ່ນປະຫມາດຕໍ່ພຣະອົງ, ພຣະອົງບໍ່ໄດ້ຊົງກ່າວຕອບເຂົາດ້ວຍຄຳຫຍາບຊ້າເລີຍ, ເມື່ອພຣະອົງຊົງທົນທຸກພຣະອົງບໍ່ໄດ້ຂູ່ອາຄາດ, ແຕ່ຊົງມອບເລື່ອງຂອງພຣະອົງໄວ້ກັບພຣະເຈົ້າຜູ້ຊົງພິພາກສາຢ່າງ ຍຸດຕິທັມ.24ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ, ເພື່ອວ່າທີ່ເຮົາອາດຈະບໍ່ໄດ້ມີສ່ວນຮ່ວມຫລາຍຂຶ້ນໃນການບາບ, ແລະເພື່ອໃຫ້ເຮົາມີຊີວິດຢູ່ໄດ້ດ້ວຍຄວາມຊອບທັມ, ຕາມຮອຍບາດແຜຂອງພຣະອົງທີ່ທ່ານໄດ້ຮັບການຮັກສາແລ້ວ.25ເພາະວ່າທ່ານທັງຫລາຍເປັນເຫມືອນແກະທີ່ຫລົງເສຍໄປ, ແຕ່ບັດນີ້ໄດ້ກັບຄືນມາຫາພຣະຜູ້ລ້ຽງ ແລະຜູ້ເບິ່ງແຍງແຫ່ງຈິດວິນຍານຂອງທ່ານທັງຫລາຍແລ້ວ.
1ດ້ວຍວິທີນີ້, ທ່ານທັງຫລາຍທີ່ເປັນພັນລະຍາຈົ່ງເຊື່ອຟັງສາມີຂອງຕົນ. ຈົ່ງເຮັດເຊັ່ນນີ້ເພື່ອວ່າສາມີບາງຄົນຈະບໍ່ເຊື່ອຟັງພຣະທັມ, ແຕ່ການປະຕິບັດຂອງພັນລະຍາກໍອາດຈະຈູງໃຈເຂົາໄດ້ດ້ວຍ ໂດຍບໍ່ຕ້ອງເວົ້າຫຍັງເລີຍ.2ເພາະວ່າພວກເຂົາຈະໄດ້ເຫັນການປະຕິບັດທີ່ຈິງໃຈອັນສະແດງໃຫ້ເຫັນເຖິງການໃຫ້ກຽດຂອງທ່ານ.3ຢ່າໃຫ້ເປັນການປະດັບພາຍນອກຄື: ການແຕ່ງຊົງຜົມປະດັບດ້ວຍເຄື່ອງທອງຄຳຫລື ເສື້ອຜ້າທັນສະໄຫມ.4ແຕ່ຈົ່ງໃຫ້ເປັນການປະດັບແຫ່ງຈິດໃຈພາຍໃນ ແລະຄວາມງາມທີ່ ບໍ່ຮູ້ເສື່ອມສູນແຫ່ງວິນຍານທີ່ສະຫງົບ ແລະ ສຸພາບຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງພຣະເຈົ້າ.5ດ້ວຍວ່າສະຕຣີບໍລິສຸດໃນຄັ້ງບູຮານນັ້ນກໍໄດ້ປະດັບກາຍເຊັ່ນນີ້ຢ່າງດຽວກັນພວກເຂົາເຊື່ອວາງໃຈໃນພຣະເຈົ້າ ແລະ ເຊື່ອຟັງສາມີຂອງຕົນ.6ເຊັ່ນນາງຊາຣາຟັງອັບຣາຮາມ ແລະ ເອີ້ນເຂົາວ່ານາຍ, ດຽວນີ້ທ່ານກໍເປັນລູກຫລານຂອງນາງຖ້າທ່ານທັງຫລາຍເຮັດດີ ແລະ ບໍ່ມີຄວາມຢ້ານກົວຕໍ່ສິ່ງໃດ.7ໃນທຳນອງດຽວກັນ, ສາມີກໍເໝືອນກັນຈົ່ງຢູ່ກິນກັບພັນລະຍາໂດຍໃຊ້ຄວາມເຂົ້າໃຈ, ວ່ານາງເປັນເພດທີ່ອ່ອນແອກວ່າ, ທ່ານຈົ່ງໃຫ້ກຽດພັນລະຍາເຫມືອນເປັນຜູ້ຮັບມໍຣະດົກແຫ່ງຂອງປະທານແຫ່ງຊີວິດຮ່ວມກັນຈົ່ງທຳເຊັ່ນນີ້ເພື່ອຈະໄດ້ບໍ່ມີສິ່ງຫນຶ່ງສິ່ງໃດຂັດຂວາງຄຳພາວັນນາອະທິຖານຂອງທ່ານ.8ສຸດທ້າຍນີ້ທ່ານທັງຫລາຍຈົ່ງເປັນນໍ້າຫນຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຮັກກັນສັນພີ່ນ້ອງມີຈິດໃຈອ່ອນໂຍນ ແລະ ອ່ອນນ້ອມຖ່ອມຕົນ.9ຢ່າຮ້າຍຕອບແທນການຮ້າຍ ແລະ ຢ່າດ່າຕອບແທນການດ່າ, ແຕ່ກົງກັນຂ້າມຈົ່ງອວຍພອນແກ່ເຂົາ. ເພາະພຣະອົງໄດ້ຊົງເອີ້ນທ່ານໃຫ້ເຮັດເຊັ່ນນັ້ນແຫລະ ເພື່ອທ່ານຈະໄດ້ຮັບພຣະພອນເປັນມໍຣະດົກ.10“ຜູ້ທີ່ຈະຮັບຊີວິດ ແລະ ປາຖະໜາທີ່ຈະເຫັນວັນດີ ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນຈາກຄວາມຊົ່ວ ແລະ ຫ້າມປາກບໍ່ໃຫ້ກ່າວຄຳອຸບາຍລໍ້ລວງ.11ໃຫ້ເຂົາຫັນອອກໄປຈາກສິ່ງທີ່ບໍ່ດີ ແລະ ເຮັດໃນສິ່ງທີ່ເປັນສິ່ງທີ່ດີໃຫ້ເຂົາສະແຫວງ ຫາຄວາມສະຫງົບສຸກ ແລະ ດຳເນີນຕາມນັ້ນ.12ເພາະວ່າພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທັມ ແລະ ຫູຂອງພຣະອົງກໍຊົງຮັບຟັງຄຳພາວັນນາອະທິຖານຂອງເຂົາ ແຕ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ຊົງຕັ້ງຕໍ່ສູ້ກັບຄົນທັງຫລາຍທີ່ເຮັດການຊົ່ວ.”13ແມ່ນຜູ້ໃດຈະທຳຮ້າຍທ່ານໄດ້ ຖ້າທ່ານທັງຫລາຍດຸຫມັ່ນໃນການປະພຶດທຳຄວາມດີ?14ແຕ່ຖ້າທ່ານທັງຫລາຍຕ້ອງທົນທຸກເພາະເຫດເຮັດການຊອບທັມທ່ານກໍເປັນສຸກ. ຢ່າຢ້ານກົວໃນສິ່ງທີ່ເຂົາກ່າວຫາ ແລະ ຢ່າຄິດວິຕົກກັງວົນໄປເລີຍ.15ແຕ່ຈົ່ງຕິດກັບພຣະຄຣິດອົງພຣະຜູ້ເປັນເຈົ້າໄວ້ໃນໃຈຂອງທ່ານວ່າ ເປັນອົງບໍຣິສຸດ. ຈົ່ງມີຄວາມພ້ອມຢູ່ສະເຫມີທີ່ຈະຕອບທຸກຄົນທີ່ຖາມທ່ານວ່າ ເປັນຫຍັງທ່ານມີຄວາມເຊື່ອຫມັ້ນໃນພຣະເຈົ້າ. ເຮັດແບບນີ້ດ້ວຍຄວາມອ່ອນໂຍນ ແລະ ຄວາມເຄົາຣົບ.16ມີຈິດສຳນຶກທີ່ດີເພື່ອໃຫ້ຄົນທີ່ດູຖູກຊີວິດທີ່ດີຂອງທ່ານໃນພຣະຄຣິດເຈົ້າອາດຈະລະອາຍໃຈເພາະພວກເຂົາເວົ້າຕໍ່ວ່າທ່ານເຫມືອນວ່າທ່ານເປັນຜູ້ກະທຳຊົ່ວ17ຖ້ານ້ຳພຣະທັຍຂອງພຣະເຈົ້າໃຫ້ທ່ານທົນທຸກຍ້ອນເຮັດການດີ ກໍດີກວ່າຕ້ອງທົນທຸກເພາະການກະທຳຊົ່ວ.18ດ້ວຍວ່າພຣະຄຣິດເຈົ້າ ກໍເຫມືອນກັນກໍໄດ້ທົນທຸກຄັ້ງດຽວເທົ່ານັ້ນ ເພາະຄວາມຜິດບາບຄືພຣະອົງຜູ້ຊອບທັມຕ້ອງທົນທຸກເພື່ອເຮົາ, ທີ່ເປັນຜູ້ບໍ່ຊອບທັມເພື່ອພຣະອົງຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ. ຝ່າຍເນື້ອຫນັງພຣະອົງກໍຊົງສິ້ນພຣະຊົນແຕ່ຊົງມີຊີວິດຂຶ້ນໂດຍພຣະວິນຍານ.19ແລະ ໂດຍພຣະວິນຍານເຊັ່ນກັນພຣະອົງໄດ້ສະເດັດໄປ ປະກາດແກ່ບັນດາວິນຍານທີ່ຖືກຄຸກຢູ່.20ຊຶ່ງເເຕ່ກ່ອນເຂົາທັງຫລາຍບໍ່ໄດ້ເຊື່ອຟັງ ຄາວເມື່ອພຣະເຈົ້າຊົງໂຜດສຳແດງຄວາມອົດທົນດົນນານ. ຄືໃນສະໄຫມຂອງໂນອາ, ເມື່ອກຳລັງສ້າງເຮືອ, ແລະ ພຣະເຈົ້າໄດ້ຮັກສາມຄົນຈຳນວນຫນ້ອຍ ຄືແປດຄົນໃຫ້ຜ່ານພົ້ນນໍ້າຖ້ວມນັ້ນ.21ນີ້ຄືສັນຍາລັກຂອງພິທີຮັບ ບັບຕິສະມາທີ່ຊ່ວຍເຮົາໃຫ້ລອດພົ້ນ ບໍ່ແມ່ນເປັນການຊຳຣະມົນທິນທາງຮ່າງກາຍ ແຕ່ໃຫ້ມີໃຈສຳນຶກຜິດແລະຊອບອັນດີຈຳເພາະພຣະເຈົ້າໂດຍຊຶ່ງພຣະເຢຊູຄຣິດເຈົ້າໄດ້ຊົງເປັນຄືນມາຈາກຕາຍ22ພຣະຄຣິດຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ພຣະອົງສະເດັດເຂົ້າໄປໃນສະຫວັນຝູງເທວະດາແລະບັນດາຜູ້ ມີອຳນາດແລະມີຣິດເດດທັງຫລາຍຊົງມອບໄວ້ໃຫ້ຢູ່ໃຕ້ອຳນາດຂອງພຣະອົງແລ້ວ.
1ສະນັ້ນ, ໂດຍເຫດທີ່ພຣະຄຣິດເຈົ້າໄດ້ຊົງທົນທຸກທໍຣະມານໃນເນື້ອຫນັງ, ເພື່ອເຮົາທັງຫລາຍ ກໍຈົ່ງມີຄວາມຄິດຢ່າງດຽວກັນ. ດ້ວຍເພາະວ່າຜູ້ທີ່ໄດ້ທົນທຸກທໍຣະມານໃນເນື້ອຫນັງກໍບໍ່ພົວພັນກັບບາບແລ້ວ.2ເພື່ອເຂົາຈະບໍ່ໄດ້ດຳເນີນຊີວິດທີ່ຍັງເຫລືອຢູ່ໃນເນື້ອຫນັງ, ຕາມໃຈປາຖະຫນາຂອງມະນຸດ, ແຕ່ຕາມນໍ້າພຣະທັຍ ຂອງພຣະເຈົ້າ.3ດ້ວຍວ່າເວລາທີ່ຜ່ານໄປແລ້ວນັ້ນຫນ້າຈະພຽງພໍ ສຳລັບການກະທຳສິ່ງທີ່ຄົນຕ່າງຊາດມັກເຮັດນັ້ນຄື ດຳເນີນຊີວິດຕາມຣາຄະຕັນຫາ, ຕາມໃຈປາຖະຫນາອັນຊົ່ວຊ້າ, ດື່ມສຸຣາມຶນເມົາກິນລ້ຽງກັນຢ່າງຫລູຫລາ ຟຸມເຟືອຍ ແລະ ການຂາບໄຫວ້ຮູບເຄົາ ຣົບອັນເປັນທີ່ໜ້າລັງກຽດ.4ເຂົາປະຫລາດໃຈທີ່ທ່ານທັງຫລາຍບໍ່ໄດ້ເຮັດການຊົ່ວຮ້າຍອັນ ເຫລືອລົ້ນເຫມືອນຢ່າງເຂົາ ແລະ ພວກເຂົາກໍກ່າວຮ້າຍໃສ່ທ່ານ.5ຄົນເຫຼົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ.6ດ້ວຍເຫດນີ້ເອງຂ່າວປະເສີດ ຈິິ່ງໄດ້ປະກາດແກ່ຄົນທີ່ຕາຍໄປແລ້ວດ້ວຍ ແມ່ນວ່າເຂົາໄດ້ຖືກຊົງພິພາກສາຕາມຢ່າງມະນຸດໃນເນື້ອຫນັງ ແຕ່ຈະມີຊີວິດຕາມຢ່າງພຣະເຈົ້າໃນຝ່າຍຈິດວິນຍານ.7ແຕ່ສິ່ງທັງປວງໃກ້ຈະເຖິງເວລາທີ່ສຸດແລ້ວ, ເຫດສະນັ້ນທ່ານທັງຫລາຍຈົ່ງສຳແດງກິຣິຍາສະຫງ່ຽມຈຽມຕົວ ແລະ ຈົ່ງເຝົ້າຣະວັງໃນການພາວັນນາອະທິຖານ.8ຍິ່ງກວ່າສິ່ງອື່ນໃດທັງຫມົດ, ຈົ່ງຮັກຊຶ່ງກັນ ແລະ ກັນໃຫ້ຫລາຍຂຶ້ນດ້ວຍວ່າຄວາມຮັກກໍປິດບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ.9ທ່ານທັງຫລາຍຈົ່ງຕ້ອນຮັບລ້ຽງດູຊຶ່ງກັນ ແລະ ກັນໂດຍບໍ່ຈົ່ມບໍ່ວ່າ.10ຕາມທີ່ທຸກຄົນໄດ້ຮັບຂອງປະທານແລ້ວ, ກໍໃຫ້ຮັບໃຊ້ຕໍ່ກັນ ແລະກັນ. ເຮັດເຊັ່ນນີ້ເປັນເຫມືອນຜູ້ຮັບໃຊ້ທີ່ດີສຳລັບຂອງປະທານນາໆປະການທີ່ໄດ້ຮັບຈາກພຣະເຈົ້າ.11ຖ້າຜູ້ໃດຈະປະຕິບັດ, ກໍໃຫ້ປະຕິບັດຕາມກຳລັງຊຶ່ງພຣະເຈົ້າຊົງໂຜດປະທານນັ້ນເຮັດສິ່ງເຫລົ່ານີ້ໃນທຸກວິທີທາງເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໂດຍພຣະເຢຊູຄຣິດເຈົ້າ. ຂໍພຣະສະຫງ່າຣາສີ ແລະ ຣິດທານຸພາບຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.12ພີ່ນ້ອງທີ່ຮັກ, ຢ່າປະຫລາດໃຈ ທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນ ສາຫັດເປັນການລອງໃຈ ເຫມືອນກັບວ່າເປັນເຫດອັນແປກປະຫລາດ ເກີດຂຶ້ນກັບທ່ານ.13ແຕ່ຢ່າງໃດກໍຕາມທ່ານທັງຫລາຍ ຈົ່ງຊົມຊື່ນຍິນດີໃນການທີ່ທ່ານໄດ້ມີສ່ວນຮ່ວມໃນຄວາມທຸກຍາກຂອງພຣະຄຣິດເຈົ້າ, ເພື່ອວ່າທ່ານທັງຫລາຍກໍຈະໄດ້ຊື່ນຊົມຍິນດີ ແລະ ດີໃຈຢ່າງຫລວງຫລາຍດ້ວຍເມື່ອສະຫງ່າຣາສີຂອງພຣະອົງປາກົດຂຶ້ນ.14ຖ້າທ່ານຖືກດ່າວ່າເພາະພຣະນາມຂອງພຣະຄຣິດເຈົ້າ ທ່ານກໍໄດ້ຮັບພຣະພອນເພາະພຣະວິນຍານແຫ່ງສະຫງ່າຣາສີ ແລະ ພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ກັບທ່ານ.15ແຕ່ວ່າຢ່າໃຫ້ຜູ້ໃດໃນພວກທ່ານໄດ້ຮັບໂທດຖານະເປັນຜູ້ຂ້າຄົນ, ເປັນ ຂະໂມຍ, ເປັນຄົນທຳຮ້າຍ, ຫລືເປັນຄົນທີ່ທ່ຽວຫຍຸ້ງກ່ຽວກັບທຸຣະຂອງຄົນອື່ນ.16ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະເປັນຄຣິສະຕຽນ, ກໍຢ່າໃຫ້ຜູ້ນັ້ນມີຄວາມລະອາຍເລີຍ; ແຕ່ໃຫ້ເຂົາຖວາຍພຣະກຽດນັ້ນແດ່ພຣະເຈົ້າເພາະຊື່ນັ້ນ.17ເຖິງເວລາແລ້ວທີ່ການຊົງພິພາກສາຕ້ອງເລີ່ມຕົ້ນທີ່ຄົວວິຫານຂອງພຣະເຈົ້າ. ຖ້າຫາກເລີ່ມຕົ້ນກັບເຮົາ, ສິ່ງຈະເປັນຜົນສຳລັບຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດເລື່ອງຂອງພຣະເຈົ້າຈະເປັນຢ່າງໃດ?18ແລະ ຖ້າ "ຄົນຊອບທັມຈະລອດພົ້ນໄປໄດ້ຢ່າງຍາກ ແລ້ວຄົນອະທັມ ແລະ ຄົນຜິດບາບຈະໄປຢູ່ໃສ?19ເພາະສະນັ້ນຂໍໃຫ້ຜູ້ທີ່ທົນທຸກທໍຣະມານ ຕາມພຣະປະສົງຂອງພຣະເຈົ້າຈົ່ງມອບຝາກຈິດວິນຍານຂອງພວກເຂົາໄວ້ກັບພຣະອົງຜູ້ຊົງສ້າງ ຜູ້ຊົງສັດຊື່ໃນການກະທຳດີນັ້ນເທີ້ນ.
1ຂ້າພະເຈົ້າຈຶ່ງຕັກເຕືອນບັນດາຜູ້ອາວຸໂສທັງຫລາຍ, ໃນຖານະທີ່ຂ້າພະເຈົ້າກໍເປັນຜູ້ອາວຸໂສຄົນຫນຶ່ງ. ຂ້າພະເຈົ້າເຊັ່ນກັນ ເປັນພະຍານເຖິງຄວາມທຸກທໍຣະມານ ຂອງພຣະຄຣິດເຈົ້າ, ແລະ ມີສ່ວນທີ່ຈະຮັບສະຫງ່າຣາສີທີ່ຈະມາປາກົດພາຍຫລັງດ້ວຍ2ດັ່ງນັ້ນ, ຂ້າພະເຈົ້າແນະນຳຜູ້ອາວຸໂສທັງຫລາຍວ່າ ຈົ່ງລ້ຽງຝູງແກະຂອງພຣະເຈົ້າທີ່ຢູ່ກັບທ່ານ. ຈົ່ງເອົາໃຈໃສ່ດູແລພວກເຂົາ, ບໍ່ແມ່ນດ້ວຍຄວາມຝືນໃຈແຕ່ດ້ວຍຄວາມເຕັມໃຈຕາມພຣະປະສົງຂອງອົງພຣະຜູ້ເປັນເຈົ້າ. ຈົ່ງເອົາໃຈໃສ່ດູແລເຂົາບໍ່ແມ່ນ ດ້ວຍເຫັນແກ່ຊັບສິ່ງຂອງອັນເປັນມົນທິນແຕ່ດ້ວຍຄວາມເຕັມໃຈ.3ຈົ່ງຢ່າປະພຶດຕົນເຫມືອນ ເປັນເຈົ້ານາຍທີ່ມີອຳນາດເຫນືອຄົນເຫລົ່ານັ້ນທີ່ພວກທ່ານດູແລແຕ່ຈົ່ງເປັນແບບຢ່າງອັນດີແກ່ຝູງແກະນັ້ນ.4ແລະ ເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ ຈະສະເດັດມາປາກົດທ່ານທັງຫລາຍຈະໄດ້ຮັບ ມົງກຸດອັນຊົງສະຫງ່າຣາສີທີ່ບໍ່ມີວັນຫ່ຽວແຫ້ງ.5ໃນທຳນອງດຽວກັນທ່ານ, ຜູ້ມີອາຍຸອ່ອນກວ່າ, ຈົ່ງຍອມຟັງຜູ້ອາວຸໂສ. ໃຫ້ທ່ານທຸກຄົນຈົ່ງສວມຄວາມຖ່ອມໃຈ ແລະ ຮັບໃຊ້ຊຶ່ງກັນ ແລະກັນ. ດ້ວຍວ່າ ພຣະເຈົ້າຊົງຕໍ່ສູ້ຄົນເຫລົ່ານັ້ນທີ່ຖືຕົວຈອງຫອງ, ແຕ່ພຣະອົງຊົງປຣະທານພຣະຄຸນແກ່ຄົນທັງຫລາຍທີ່ຖ່ອມໃຈລົງ.”6ເຫດສະນັ້ນທ່ານທັງຫລາຍຈົ່ງຖ່ອມໃຈລົງຢູ່ພາຍໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າເພື່ອພຣະອົງຈະໄດ້ຊົງຍົກທ່ານຂຶ້ນເມື່ອເຖິງເວລາອັນຄວນ.7ຈົ່ງປະຄວາມກະວົນກະວາຍຂອງທ່ານໄວ້ກັບພຣະອົງ ເພາະວ່າພຣະອົງຊົງຫ່ວງໃຍທ່ານທັງຫລາຍ.8ທ່ານທັງຫລາຍຈົ່ງເປັນຄົນໃຈຫນັກແຫນ້ນຈົ່ງຣະວັງຕົວແລະເຝົ້າຢູ່. ດ້ວຍວ່າ, ສັດຕຣູຂອງທ່ານຄືມານທຽວວົນວຽນຢູ່ຮອບໆດັ່ງສິງໂຕທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້.9ຈົ່ງຕໍ່ສູ້ກັບສັດຕຣູນັ້ນດ້ວຍຕັ້ງໃຈ ຫມັ້ນຄົງໃນຄວາມເຊື່ອຂອງທ່ານ ໆ ຮູ້ແລ້ວວ່າບັນດາພີ່ນ້ອງຂອງທ່ານທົ່ວໂລກກໍກຳລັງປະສົບ ກັບຄວາມທຸກລຳບາກຢ່າງດຽວກັນນີ້.10ທ່ານທັງຫລາຍໄດ້ທົນທຸກຊົ່ວໄລຍະຫນຶ່ງ, ແລ້ວພຣະເຈົ້າຜູ້ຊົງພຣະຄຸນທັງປວງ, ຜູ້ໄດ້ຊົງເອີ້ນທ່ານໃຫ້ເຂົ້າໃນສະຫງ່າຣາສີອັນຕະຫລອດໄປໃນພຣະຄຣິດເຈົ້າ, ຈະຊົງໂຜດເສີມສ້າງທ່ານໃຫ້ຕັ້ງຂຶ້ນໃໝ່ ແລະ ໃຫ້ມີກຳລັງຂຶ້ນ. ແລະ ຊົງບັນດານໃຫ້ທ່ານມີຄວາມສົມບູນ.11ຣິດທານຸພາບຈົ່ງມີ ແດ່ພຣະອົງຕະຫລອດໄປເປັນນິດເຖີ້ນ ອາແມນ.12ຂ້າພະເຈົ້າຖືວ່າຊີລາ ເປັນພີ່ນ້ອງທີ່ສັດຊື່ຄົນຫນຶ່ງ, ເເລະ ຂ້າພະເຈົ້າໄດ້ຂຽນຈົດໝາຍສັ້ນໆຜ່ານທາງເຂົາ. ຂ້າພະເຈົ້າເຕືອນສະຕິ ແລະ ເປັນພະຍານແກ່ທ່ານທັງຫລາຍວ່າສິ່ງທີ່ຂ້າພະເຈົ້າຂຽນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ. ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນັ້ນ.13ຜູ້ຍິງທີ່ຢູ່ເມືອງບາບີໂລນ, ຜູ້ຊຶ່ງຊົງເລືອກໄວ້ເຊັ່ນດຽວກັນກັບທ່ານທັງຫລາຍຝາກຄວາມຄິດເຖິງມາຍັງທ່ານແລະ ມາຣະໂກ, ລູກຊາຍຂອງຂ້າພະເຈົ້າກໍຝາກຄວາມຄິດເຖິງມາຍັງທ່ານດ້ວຍ.14ຈົ່ງທັກທາຍກັນດ້ວຍທຳນຽມຈູບ ທີ່ສະແດງເຖິງຄວາມຮັກຕໍ່ກັນຂໍສັນຕິສຸກຈົ່ງດຳຣົງຢູ່ກັບທ່ານທັງຫລາຍທີ່ຢູ່ ໃນພຣະຄຣິດເຖີ້ນ ອາແມນ.
1ຊີໂມນ ເປໂຕ, ຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ. ຮຽນທ່ານຜູ້ທີ່ໄດ້ຮັບຄວາມເຊື່ອ ທີ່ມີຄ່າເຊັ່ນດຽວກັບທີ່ເຮົາໄດ້ຮັບຄືຄວາມເຊື່ອໃນຄວາມຊອບທຳຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າພຣະຜູ້ໂຜດໃຫ້ພົ້ນຂອງເຮົາ.2ຂໍພຣະຄຸນຈົ່ງຢູ່ກັບທ່ານ ແລະ ສັນຕິສຸກ ຈົ່ງເພີ່ມທະວີຄູນແກ່ເຈົ້າທັງຫລາຍ ໂດຍຮູ້ຈັກພຣະເຈົ້າ ແລະ ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.3ທຸກສິ່ງທີ່ກຽ່ວກັບອຳນາດຂອງພຣະເຈົ້າສຳລັບຊີວິດ ແລະ ຄວາມດີທີ່ເຮົາໄດ້ຮັບຈາກຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຊົງເອີ້ນເຮົາຜ່ານທາງພຣະສະຫງ່າຣາສີ ແລະ ຄວາມຊອບທຳຂອງພຣະອົງເອງ.4ຜ່ານສິ່ງເຫຼົ່ານີ້ພຣະອົງຈຶ່ງໄດ້ຊົງປະທານ ພຣະສັນຍາອັນປະເສີດ ແລະ ໃຫຍ່ຫລວງແກ່ເຮົາ, ພຣະອົງເຮັດແບບນີ້ ເພື່ອວ່າທ່ານອາດເປັນຜູ້ແບ່ງປັນໃນສະພາບອັນສັກສິດເມື່ອທ່ານຫລີກໜີຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ ເພາະຄວາມປາຖະຫນາຂອງຄົນຊົ່ວ.5ດ້ວຍເຫດນີ້ຈົ່ງເຮັດດີທີ່ສຸດ, ເພື່ອເພີ້ມຄຸນຄວາມດີຜ່ານຄວາມເຊື່ອ ແລະ ເພີ່ມຄຸນຄວາມດີຜ່ານຄວາມຮູ້.6ຜ່ານຄວາມຮູ້ຂອງທ່ານ ຈົ່ງເພີ້ມການຮູ້ຈັກບັງຄັບຕົນ ແລະ ຜ່ານການບັງຄັບຕົນ, ຈົ່ງເພີ່ມຄວາມອົດທົນ ແລະ ຜ່ານຄວາມອົດທົນ ຈົ່ງເພີ່ມຄວາມດີງາມ7ຜ່ານຄວາມດີງາມ, ຈົ່ງເພີ້ມຄວາມຮັກສັນພີ່ນ້ອງ ຜ່ານຄວາມຮັກສັນພີ່ນ້ອງ ເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ.8ຖ້າສິ່ງເຫລົ່ານີ້ມີຢູ່ໃນຕົວທ່ານ ແລະ ເຕີບໂຕຢູ່ໃນຕົວທ່ານໆຈະບໍ່ເປັນຫມັນຫລືບໍ່ເກີດຜົນໃນຄວາມຮູ້ຂອງອົງພຣະເຢຊູຄຣິດເຈົ້າ.9ເເຕ່ຜູ້ໃດທີ່ຂາດສິ່ງເຫຼົ່ານີ້ຈະເຫັນສະເພາະສິ່ງທີ່ຢູ່ໃກ້. ເຂົາກໍເປັນຄົນຕາບອດ, ລືມໄປວ່າຕົນໄດ້ຮັບການຊຳຣະລ້າງຈາກຄວາມຜິດບາບເມື່ອກ່ອນຂອງເຂົາແລ້ວ.10ເພາະສະນັ້ນພີ່ນ້ອງທັງຫລາຍ, ຈົ່ງເຮັດດີທີ່ສຸດ ເພື່ອໃຫ້ການຊົງເອີ້ນ ແລະ ຊົງເລືອກຂອງທ່ານ ໃຫ້ເປັນທີ່ແນ່ໃຈສຳລັບຕົວເອງ. ຖ້າທ່ານເຮັດສິ່ງເລົ່ານີ້ ທ່ານຈະບໍ່ສະດຸດລົ້ມລົງ.11ດ້ວຍວ່າຢ່າງນັ້ນທ່ານທັງຫລາຍຈະມີສິດສົມບູນ ທີ່ຈະເຂົ້າໄປໃນຣາຊແຜ່ນດິນອັນນິຣັນດອນຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ພຣະຜູ້ຊົງໂຜດໃຫ້ພົ້ນຂອງເຮົາ ຈະປະທານຄວາມສົມບູນໃຫ້ທ່ານ.12ເຫດສະນັ້ນ ຂ້າພະເຈົ້າພ້ອມທີ່ຈະເຕືອນສະຕິທ່ານ ເຖິງສິ່ງເຫລົ່ານີ້ແມ່ນວ່າທ່ານຮູ້ຈັກ ແລະ ເຖິງແມ່ນວ່າທ່ານຕັ້ງຫມັ້ນຄົງຢູ່ໃນຄວາມຈິງທີ່ມີຢູ່ແລ້ວໃນຂະນະນີ້.13ຂ້າພະເຈົ້າຄິດວ່າເປັນທີ່ເຫມາະສົມສຳລັບຂ້າພະເຈົ້າທີ່ຈະເຕືອນສະຕິທ່ານທັງຫລາຍ ໃຫ້ລະນຶກເຖິງຂໍ້ຄວາມເຫຼົ່ານີ້. ເທົ່າທີ່ຂ້າພະເຈົ້າຍັງອາໃສຢູ່ໃນຮ່າງກາຍນີ້.14ເພາະຂ້າພະເຈົ້າຮູ້ວ່າອີກບໍ່ດົນ ຂ້າພະເຈົ້າກໍຈະປະຖິ້ມຮ່າງກາຍຂອງຂ້າພະເຈົ້າໄປ ດັ່ງທີ່ອົງພຣະເຢຊູຄຣິດເຈົ້າ ອົງເປັນພຣະຜູ້ເປັນເຈົ້າຂອງເຮົາໄດ້ຊົງສຳແດງແກ່ຂ້າພະເຈົ້າແລ້ວ.15ຍິ່ງຂ້າພະເຈົ້າຈະກະທຳຢ່າງດີທີ່ສຸດໃຫ້ທ່ານທັງຫລາຍ ລະນຶກເຖິງສິ່ງເຫຼົ່ານີ້ສະເຫມີເມື່ອຂ້າພະເຈົ້າຈາກໂລກນີ້ໄປແລ້ວ.16ເພາະວ່າເຮົາບໍ່ໄດ້ກ່າວຕາມນິຍາຍທີ່ເຂົາແຕ່ງໄວ້ດ້ວຍຄວາມສະຫລຽວສະຫລາດເມື່ອເຮົາໄດ້ບອກແກ່ທ່ານເຖິງຣິດເດດ ແລະ ການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ ແຕ່ເຮົາໄດ້ເຫັນເດຊານຸພາບ ຂອງພຣະອົງດ້ວຍຕາຂອງເຮົາເອງ.17ພຣະອົງໄດ້ຊົງຮັບກຽດ ແລະ ສະຫງ່າຣາສີຈາກ ພຣະເຈົ້າພຣະບິດາເຈົ້າ ເມື່ອພຣະສຸຣະສຽງຈາກຣັດສະໝີ ອັນຍິ່ງໃຫຍ່ໄດ້ມາເຖິງພຣະອົງຊົງກ່າວແກ່ພຣະອົງວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈທ່ານຜູ້ນີ້ຫລາຍ.”18ແລະ ເຮົາກໍໄດ້ຍິນ ພຣະສຸຣະສຽງນີ້ຈາກສະຫວັນໃນຄັ້ງທີ່ເຮົາໄດ້ຢູ່ກັບພຣະອົງທີ່ພູເຂົາອັນສັກສິດນັ້ນ.19ມີຄຳທຳນວາຍທີ່ແນ່ນອນຍິ່ງກວ່ານັ້ນອີກ ຈະເປັນການດີຖ້າທ່ານທັງຫລາຍຈະຖືຕາມຄຳທຳນວຍນັ້ນເໝືອນແສງໂຄມທີ່ສ່ອງສະຫວ່າງໃນບ່ອນມືດຈົນເຖິງວັນຮຸ່ງເຊົ້າຈະຂຶ້ນ ແລະ ດາວເພັກຈະສ່ອງຂຶ້ນໃນໃຈຂອງທ່ານທັງຫລາຍ.20ຈົ່ງຮູ້ ເເລະ ເຂົ້າໃຈໃນສິ່ງນີ້ ຄືວ່າບໍ່ມີຄຳທຳນວາຍໃດທີ່ຕີຄວາມໝາຍໄດ້ຕາມລຳພັງໃຈຂອງຕົວເອງ.21ບໍ່ມີຄຳທຳນວາຍທີ່ເຄີຍມາຈາກຄວາມປະສົງຂອງມະນຸດ ແຕ່ມະນຸດໄດ້ກ່າວຄຳທີ່ມາຈາກພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າໄດ້ກາ່ວຈາກພຣະເຈົ້າ.
1ແຕ່ວ່າໄດ້ມີຜູ້ທຳນວາຍປອມໄດ້ມາຍັງປະຊາຊົນ, ແລະ ເຊັ່ນດຽວກັບຈະມີຄູສອນປອມຈະມາທ່າມກາງທ່ານທັງຫລາຍ. ຜູ້ຊຶ່ງຈະແອບເອົາຄຳສອນບໍ່ຈິງທີ່ເປັນການທຳລາຍ, ອັນຈະນຳໄປສູ່ຄວາມຈິບຫາຍເຂົ້າມາດ້ວຍ ແລະ ຈະປະຕິເສດອົງພຣະຜູ້ເປັນເຈົ້າ ທີ່ໄດ້ຊົງໄຖ່ເຂົາໄວ້ ແລະ ຈະນຳຄວາມຈິບຫາຍມາເຖິງຕົວເອງໂດຍໄວ.2ຈະມີຫລາຍຄົນປະຕິບັດຕາມທາງແຫ່ງການຊົ່ວສາບແຊ່ງຂອງເຂົາ. ແລະ ເພາະຄົນເຫຼົ່ານັ້ນເປັນເຫດ ທາງຂອງຄວາມຈິງຈະຖືກປະຫມາດ.3ແລະ ດ້ວຍຄວາມໂລບເຂົາຈະກ່າວຄຳຕົວະ ເພື່ອຄ້າກຳໄລຈາກທ່ານທັງຫລາຍ. ການລົງໂທດຄົນເຫຼົ່ານັ້ນທີ່ໄດ້ຖືກ ພິພາກສາດົນນານມາແລ້ວກໍບໍ່ເສີຍຊ້າ ແລະ ຄວາມຈິບຫາຍຂອງເຂົາກໍຈະບໍ່ ລືມໄລພວກເຂົາ.4ເພາະວ່າ ພຣະເຈົ້າບໍ່ໄດ້ຊົງຍົກເວັ້ນຝູງເທວະດາທີ່ໄດ້ເຮັດບາບນັ້ນ. ແຕ່ໄດ້ຊົງຊຸກພວກເຂົາລົງໄປສູ່ນາຣົກ ແລະ ໄດ້ມັດເຂົາໄວ້ດ້ວຍເຄື່ອງຈອງຈຳ ແຫ່ງຄວາມມືດ ຄຸມໄວ້ຈົນກວ່າຈະເຖິງເວລາຊົງພິພາກສາ.5ພຣະອົງກໍບໍ່ໄດ້ຊົງຍົກເວັ້ນ ມະນຸດສະໂລກຄາວບູຮານແຕ່ໄດ້ຊົງຊ່ວຍໂນອາ ຜູ້ປະກາດຄວາມຊອບທຳ ກັບຄົນອື່ນອີກເຈັດຄົນໃຫ້ລອດ. ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນໍ້າຖ້ວມໂລກຂອງຄົນອະທຳ.6ດັ່ງນັ້ນພຣະເຈົ້າໄດ້ຊົງລົງໂທດເມືອງໂຊໂດມ ແລະ ເມືອງໂກໂມຣາ ໃຫ້ພິນາດເປັນເຖົ່າຖ່ານ ເພື່ອໃຫ້ເປັນຕົວຢ່າງ ແກ່ຄົນທົ່ວໄປທີ່ຈະປະພຶດຊົ່ວ.7ແຕ່ໄດ້ຊົງຊ່ວຍໂລດຜູ້ຊອບທຳນັ້ນໃຫ້ພົ້ນ, ຄືຜູ້ມີຄວາມທຸກໃຫຍ່ຫລວງ ເພາະການກະທຳຂາດສິນທຳຂອງຄົນຊົ່ວເຫຼົ່ານັ້ນ, ພຣະເຈົ້າກໍຊ່ວຍເຂົາໃຫ້ລອດພົ້ນ.8ດ້ວຍວ່າຄົນຊອບທຳນັ້ນ, ຊຶ່ງໄດ້ອາໃສຢູ່ໃນທ່າມກາງ ເຂົາເຫລົ່ານັ້ນເມື່ອທ່ານໄດ້ເຫັນ ແລະ ໄດ້ຍິນຈິດໃຈທີ່ ຊອບທຳຂອງທ່ານກໍເປັນທຸກເປັນຮ້ອນທຸກໆວັນ. ເພາະການປະພຶດຊົ່ວຂອງຄົນເຫລົ່ານັ້ນ9ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກວິທີທີ່ຈະຊ່ວຍຄົນທີ່ເຮັດຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ, ແລະ ຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ.10ໂດຍສະເພາະຄົນເຫຼົ່ານັ້ນທີ່ປ່ອຍຕົວ ໄປຕາມເນື້ອຫນັງໃນກິເລດຕັນຫາ ແຫ່ງຄວາມສົກກະປົກ ແລະ ຫມິ່ນປະຫມາດຜູ້ໃຫຍ່ທີ່ມີອຳນາດ ຄົນເຫຼົ່ານີ້ມີໃຈ ກ້າກັ່ນ ແລະ ເຮັດຕາມລຳພັງໃຈ ເຂົາບໍ່ສະທ້ານຕົກໃຈ ທີ່ຈະກ່າວປະນາມຜູ້ທີ່ມີສັກສີ.11ຝ່າຍເທວະດາທີ່ມີຣິດກຳລັງຫລາຍກວ່າ, ແຕ່ກໍບໍ່ໄດ້ກ່າວປະນາມຄົນເຫຼົ່ານັ້ນຕໍ່ອົງພຣະຜູ້ເປັນເຈົ້າ.12ແຕ່ຄົນເຫຼົ່ານັ້ນເປັນເຫມືອນສັດເດຍລະສານທີ່ບໍ່ມີຄວາມຄິດ ທີ່ຖືກສ້າງມາ ເພື່ອຖືກຈັບ ແລະ ຖືກຂ້າ. ເຂົາກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈ ເລີຍເຂົາຈະຕ້ອງ ຈິບຫາຍໃນການຊົ່ວຮ້າຍຂອງຕົນເອງ.13ພວກເຂົາຮັບບຳເນັດແຫ່ງການອະທຳ ເຫມືອນຄົນທີ່ຖືເອົາການຫລິ້ນ ມ່ວນຊື່ນເຮຮາໃນເວລາກາງເວັນເປັນຄວາມເພີດເພີນ. ເຂົາດ່າງພ້ອຍ ແລະ ປະພຶດການມ່ວນຊື່ນເຮຮາດ້ວຍການຫລອກລວງ ຂອງຕົນເອງເມື່ອກຳລັງກິນລ້ຽງຮ່ວມກັບທ່ານທັງຫລາຍ.14ຕາຂອງເຂົາເຕັມໄປດວ້ຍຄວາມປາຖະຫນາແຫ່ງການບາບ ແລະ ເຂົາຢຸດການເຮັດບາບບໍ່ໄດ້ເລີຍ, ເຂົາວາງກັບດັກຄົນທີ່ມີໃຈບໍ່ໝັ້ນຄົງ. ເຂົາມີໃຈຊິນເຄີຍກັບການໂລບ, ເຂົາເປັນລູກແຫ່ງການສາບແຊ່ງ!15ເຂົາໄດ້ປະຖິ້ມທາງຖືກຕ້ອງ. ເຂົາໄດ້ຫລົງໄປໃນທາງຜິດ, ແລະ ເຂົາໄດ້ດຳເນີນຕາມທາງຂອງບາລາອາມ ລູກຊາຍເບອໍ, ຜູ້ທີ່ຊອບບຳເນັດແຫ່ງການອະທັມ.16ແຕ່ບາລາອາມ ກໍໄດ້ຖືກຕີເພາະການກະທຳຄວາມຊົ່ວຊ້າ. ລໍໃບ້ໂຕນັ້ນປາກເປັນພາສາມະນຸດ ແລະ ໄດ້ຢັບຢັ້ງອາການບ້າຂອງ ບາລາອາມຜູ້ທຳນວາຍນັ້ນໃຫ້ເຊົາ.17ຄົນເຫຼົ່ານີ້ເປັນບໍ່ນ້ຳພຸທີ່ຂາດນໍ້າ ເປັນເມກທີ່ຖືກລົມພະຍຸພັດໄປ. ພວກເຂົາເປັນດັ່ງຫມອກ ແຫ່ງຄວາມມືດທຶບທີ່ກຽມໄວ້ແລ້ວສຳລັບຄົນເຫລົ່ານັ້ນ.18ເພາະວ່າພວກເຂົາກ່າວຄຳອວດອ້າງ. ພວກເຂົາຫລອກລວງຜູ້ຄົນດ້ວຍຕັນຫາແຫ່ງເນື້ອຫນັງ. ພວກເຂົາຊັກຊວນຜູ້ທີ່ພະຍາຍາມໜີຈາກຄົນເຫລົ່ານັ້ນທີ່ຫລົງປະພຶດຜິດ.19ພວກເຂົາສັນຍາວ່າຈະໃຫ້ຄົນເຫຼົ່ານັ້ນເປັນອິດສະຫລະ ແຕ່ຕົວພວກເຂົາເອງຍັງເປັນທາດຂອງຄວາມເສື່ອມໂຊມ. ເພາະວ່າ ມະນຸດເປັນທາດຂອງສິ່ງທີ່ຄອບງວຳເຂົາ.20ຜູ້ໃດຫນີຈາກກິເລດຕັນຫາຂອງໂລກນີ້ ດ້ວຍຄວາມຮູ້ຂອງພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ, ແລະ ເຂົາກັບໄປກ່ຽວຂ້ອງ ພ່າຍແພ້ແກ່ການຊົ່ວນັ້ນອີກ, ບັ້ນປາຍຂອງເຂົາ ກໍກັບກາຍຊົ່ວຮ້າຍຍິ່ງກວ່າຕອນຕົ້ນ.21ເພາະວ່າຖ້າເຂົາບໍ່ໄດ້ຮູ້ຈັກທາງຊອບທັມ ນັ້ນເສັຍເລີຍກໍຍັງຈະດີກວ່າ ທີ່ເຂົາໄດ້ຮູ້ແລ້ວ ແຕ່ກັບຫັນຫລັງໃຫ້ກົດບັນຍັດອັນສັກສິດ ທີ່ໄດ້ຊົງໂຜດປະທານໃຫ້ແກ່ເຂົານັ້ນ.22ຄຳສຸພາສິດນີ້ ຊຶ່ງເປັນຄວາມຈິງສຳລັບພວກເຂົາວ່າ: “ໝາໄດ້ຫລົບໄປກິນສິ່ງທີ່ມັນຮາກອອກມາແລ້ວ” ແລະ “ໝູທີ່ໄດ້ຊຳຣະລ້າງຕົວແລ້ວ ກໍກັບລົງໄປນອນລຸຍໃນບວກອີກ.”
1ບັດນີ້, ພວກທີ່ຮັກ ນີ້ເປັນຈົດໝາຍສະບັບທີສອງ ທີ່ຂ້າພະເຈົ້າໄດ້ຂຽນມາເຖິງທ່ານທັງຫລາຍ, ເປັນເຄື່ອງເຕືອນໃຈໃຫ້ສະຖິດໃຈອັນບໍຣິສຸດຂອງທ່ານ.2ເພື່ອທ່ານທັງຫລາຍຈະໄດ້ໃສ່ໃຈຖ້ອຍຄຳທັງຫຼາຍທີ່ພວກຜູ້ທຳນວາຍ ຜູ້ບໍຣິສຸດໄດ້ກ່າວໄວ້ເມື່ອກ່ອນ ແລະ ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນຜ່ານທາງພວກອັກຄະສາວົກຂອງທ່ານ.3ກ່ອນອື່ນຈົ່ງຮູ້ຂໍ້ນີ້ ຄືໃນວັນສຸດທ້າຍ ຄົນທີ່ມັກເຢາະເຢີ້ຍຈະເກີດຂຶ້ນ ແລະດຳເນີນຕາມໃຈປາຖະຫນາຊົ່ວຂອງຕົນ.4ພວກເຂົາຈະຖາມວ່າ, “ຄຳທີ່ຊົງ ສັນຍາໄວ້ວ່າ ພຣະອົງຈະສະເດັດມານັ້ນຢູ່ໃສ? ເພາະວ່າຕັ້ງແຕ່ບັນພະບຸລຸດລ່ວງລັບໄປແລ້ວ ສິ່ງທັງປວງກໍເປັນຢູ່ເຫມືອນໄດ້ເປັນຢູ່ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກ.”5ພວກເຂົາລືມຂໍ້ນີ້ເສຍ ດ້ວຍພຣະທັມຂອງພຣະເຈົ້າ ຟ້າສະຫວັນຈຶ່ງໄດ້ມີຢູ່ຕັ້ງແຕ່ບູຮານ ແລະ ແຜ່ນດິນໂລກຈຶ່ງໄດ້ບັງເກີດຂຶ້ນ, ແລະ ແຍກອອກຈາກນໍ້າ ແລະ ເມື່ອນານມາແລ້ວໂດຍຄຳສັ່ງຂອງພຣະເຈົ້າ,6ແລະ ໂດຍເຫດເຫລົ່ານັ້ນໃນເວລານັ້ນໂລກຈຶ່ງໄດ້ຖືກທຳລາຍດ້ວຍນໍ້າຖ້ວມ.7ແຕ່ວ່າບັດນີ້ ທ້ອງຟ້າອາກາດ ແລະ ແຜ່ນດິນໂລກ ທີ່ມີຢູ່ໃນປະຈຸບັນນີ້ ພຣະອົງຊົງຮັກສາໄວ້ ໂດຍຄຳສັ່ງດຽວກັນນັ້ນ. ຄືຊົງເກັບຮັກສາໄວ້ ສຳລັບວັນຊົງພິພາກສາ ແລະ ການທຳລາຍບັນດາຄົນອະທັມ.8ແຕ່ພວກທີ່ຮັກຢ່າລືມຂໍ້ນີ້, ຄືວັນດຽວຂອງອົງພຣະຜູ້ເປັນເຈົ້າ ເປັນເໝືອນກັບພັນປີ ແລະ ພັນປີກໍເປັນເຫມືອນກັບວັນດຽວ.9ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຊົງເສີຍຊ້າ ໃນເລື່ອງພຣະສັນຍາຂອງພຣະອົງ, ຕາມທີ່ບາງຄົນຄິດນັ້ນ. ແຕ່ພຣະອົງໄດ້ຊົງອົດກັ້ນພຣະໄທໄວ້ ເພາະເຫັນແກ່ເຮົາທັງຫຼາຍ. ພຣະອົງບໍ່ຊົງປະສົງທີ່ຈະໃຫ້ຜູ້ໃດຜູ້ຫນຶ່ງຈິບຫາຍເລີຍ, ແຕ່ຊົງປາຖະຫນາທີ່ຈະໃຫ້ຄົນທັງປວງກັບໃຈເສັຍໃຫມ່.10ແນວໃດກໍຕາມ, ວັນຂອງອົງພຣະຜູ້ເປັນເຈົ້າຈະມາເຖິງເຫມືອນດັ່ງຂະໂມຍມາ: ຟ້າສະຫວັນຜ່ານໄປດ້ວຍສຽງດັງກ້ອງສະຫນັ່ນ. ໂລກທາດຈະຖືກເຜົາໃຫມ້ດ້ວຍໄຟ, ແລະ ແຜ່ນດິນໂລກ ກັບການງານທັງປວງທີ່ມີຢູ່ຈະຖືກເປີດເຜີຍ.11ເມື່ອເຫັນແລ້ວວ່າສິ່ງທັງປວງຈະຕ້ອງຖືກທຳລາຍໄປຫມົດເຊັ່ນນີ້, ທ່ານທັງຫລາຍຄວນຈະເປັນຄົນຢ່າງໃດ? ທ່ານຄວນດຳເນີນໃນຊີວິດທີ່ບໍຣິສຸດ ແລະ ນັບຖືພຣະເຈົ້າ.12ທ່ານຄວນຄອຍຖ້າ ແລະ ເຮັ່ງຮີບສຳລັບວັນຂອງພຣະເຈົ້າມາເຖິງ. ໃນວັນນັ້ນ, ຟ້າສະຫວັນ ຈະຖືກທຳລາຍດ້ວຍໄຟ ແລະ ໂລກທາດຈະລະລາຍໄປດ້ວຍໄຟອັນຮ້ອນຍິ່ງ.13ແຕ່ວ່າຕາມພຣະສັນຍາ ຂອງພຣະອົງນັ້ນເຮົາຈຶ່ງຄອຍຖ້າຟ້າສະຫວັນໃຫມ່ ແລະ ແຜ່ນດິນໂລກໃຫມ່, ທີ່ຊຶ່ງຄວາມຊອບທຳຈະດຳລົງຢູ່.14ສະນັ້ນ, ທ່ານທີ່ຮັກ, ເມື່ອທ່ານທັງຫລາຍກຳລັງຄອຍສິ່ງເຫລົ່ານີ້ຢູ່, ທ່ານກໍຈົ່ງອົດສາພະຍາຍາມ ໃຫ້ພຣະອົງຊົງພົບທ່ານທັງຫລາຍຢູ່ເປັນສຸກປັດສະຈາກມົນທິນ ແລະ ຂໍ້ຕຳຫນິ.15ນອກຈາກນີ້, ຈົ່ງພິຈາລະນາຄວາມອົດກັ້ນພຣະໄທໄວ້ດົນນານຂອງອົງພຣະຜູ້ເປັນເຈົ້າຂອງເຮົາ, ເພື່ອໂຜດເຮົາໃຫ້ລອດພົ້ນເຊັ່ນດຽວກັບໂປໂລ ນ້ອງທີ່ຮັກຂອງເຮົາໄດ້ຂຽນເຖິງທ່ານ, ດ້ວຍສະຕິປັນຍາທີ່ໄດ້ຊົງໂຜດປະທານແກ່ທ່ານນັ້ນ.16ໂປໂລໄດ້ເວົ້າສິ່ງເຫລົ່ານີ້ໄວ້ໃນຈົດໝາຍຂອງເຂົາທຸກສະບັບ, ຊຶ່ງໃນຈົດໝາຍນັ້ນມີບາງຂໍ້ທີ່ເຂົ້າໃຈຍາກ. ຊຶ່ງຄົນທັງຫລາຍທີ່ບໍ່ໄດ້ຮຽນຮູ້ ແລະ ບໍ່ແນ່ນອນຫມັ້ນຄົງນັ້ນ ໄດ້ປ່ຽນແປງສິ່ງເຫລົ່ານີ້, ເຫມືອນເຂົາໄດ້ປຽ່ນແປງຂໍ້ອື່ນໆ ໃນພຣະຄຳພີ, ຈິ່ງເປັນເຫດໃຫ້ຕົນເອງຈິບຫາຍໄປ.17ເພາະເຫດນັ້ນ, ທ່ານທີ່ຮັກເມື່ອທ່ານທັງຫລາຍຮູ້ເລື່ອງນີ້, ກໍຈົ່ງລະວັງໃຫ້ດີ ເພື່ອທ່ານຈະບໍ່ຖືກເຮັດໃຫ້ຫລົງຜິດຕາມການຫລອກລວງຂອງຄົນທີ່ຂາດສິນທັມ ແລະ ທ່ານທັງຫລາຍຈະສູນເສັຍຄວາມສັດຊື່ຂອງທ່ານເອງ.18ແຕ່ທ່ານຈົ່ງຈະເລີນຂຶ້ນໃນພຣະຄຸນ ແລະ ໃນຄວາມຮູ້ຂອງອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າພຣະຜູ້ໂຜດໃຫ້ພົ້ນຂອງເຮົາ. ຂໍສະຫງ່າລາສີຈົ່ງມີແດ່ພຣະອົງທັງໃນປະຈຸບັນນີ້ ແລະ ຕະຫລອດໄປເປັນນິດ. ອາແມນ!
1ສິ່ງຊຶ່ງທີ່ມີມາແຕ່ປະຖົມມະການ - ຊຶ່ງເຮົາໄດ້ຍິນ, ຊຶ່ງເຮົາໄດ້ເຫັນກັບຕາ, ຊຶ່ງເຮົາໄດ້ເບິ່ງ, ແລະ ສຳພັດດ້ວຍມືຂອງເຮົາ - ນັ້ນຄືພຣະທຳອັນຊົງຊີວິດ.2ເເລະຊີວິດທີ່ເຮົາໄດ້ຮູ້ຈັກ, ທີ່ເຮົາໄດ້ເຫັນ ແລະ ເປັນພະຍານ. ພວກເຮົາປະກາດຊີວິດນິຣັນດອນນີ້ແກ່ທ່ານ, ຊຶ່ງເປັນຊີວິດທີ່ຢູ່ກັບພຣະບິດາເຈົ້າ, ແລະ ໄດ້ປາກົດແກ່ພວກເຮົາ.3ສິ່ງທີ່ເຮົາໄດ້ເຫັນ ແລະ ໄດ້ຍິນນັ້ນເຮົາກໍປະກາດໃຫ້ທ່ານຊາບ, ເພື່ອທ່ານຈະເຂົ້າຮ່ວມສາມັກຄີທຳກັບເຮົາ. ການສາມັກຄີທໍາຂອງພວກເຮົາແມ່ນສາມັກຄີທຳຮ່ວມກັບພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າ, ພຣະບຸດຂອງພຣະອົງ.4ແລະ ເຮົາຂຽນສິ່ງເຫລົ່ານີ້ ໃຫ້ແກ່ທ່ານເພື່ອຄວາມຊົມຊື່ນຍິນດີຂອງເຮົາຈະໄດ້ສົມບູນ.5ນີ້ເປັນຖ້ອຍຄຳທີ່ເຮົາໄດ້ຍິນຈາກພຣະອົງ ແລະ ປະກາດແກ່ທ່ານວ່າ: ພຣະເຈົ້າ ຊົງເປັນຄວາມສະຫວ່າງ, ແລະ ໃນພຣະອົງບໍ່ມີຄວາມມືດເລີຍ.6ຖ້າເຮົາກ່າວວ່າ ເຮົາຮ່ວມສາມັກຄີທຳກັບພຣະອົງ ແລະ ຍັງດໍາເນີນຊີວິດຢູ່ໃນຄວາມມືດ, ເຮົາກໍກຳລັງເວົ້າຕົວະ ແລະ ບໍ່ໄດ້ດຳເນີນຊີວິດຕາມຄວາມຈິງ.7ແຕ່ຖ້າເຮົາດໍາເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງ ພຣະອົງທີ່ຊົງສະຖິດໃນຄວາມສະຫວ່າງ, ເຮົາກໍຮ່ວມສາມັກຄີທຳ ຊຶ່ງກັນແລະ ກັນ, ແລະ ພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງກໍຊຳລະເຮົາ ຈາກຄວາມຜິດບາບທັງສິ້ນ.8ຖ້າເຮົາເວົ້າວ່າເຮົາບໍ່ມີບາບ, ເຮົາກໍຫລອກລວງຕົນເອງ, ແລະ ຄວາມຈິງກໍບໍ່ມີໃນຕົວເຮົາເລີຍ.9ແຕ່ຖ້າເຮົາສາລະພາບບາບຂອງເຮົາ, ພຣະອົງຊົງສັດຊື່ ແລະ ທ່ຽງທຳກໍຈະຊົງໂຜດຍົກໂທດຄວາມບາບຂອງເຮົາ ແລະ ຊຳລະເຮົາຈາກການອະທຳໝົດສິ້ນ.10ຖ້າເຮົາເວົ້າວ່າເຮົາບໍ່ມີບາບ, ເຮົາກໍເຮັດໃຫ້ພຣະເຈົ້າເປັນຜູ້ຕົວະ, ແລະ ພຣະທຳຂອງພຣະອົງກໍບໍ່ໄດ້ຢູ່ໃນເຮົາ.
1ລູກນ້ອຍເອີຍ, ຂ້າພະເຈົ້າຂຽນຂໍ້ຄວາມເຫຼົ່ານີ້ມາເຖິງທ່ານທັງຫລາຍເພື່ອທ່ານຈະບໍ່ໄດ້ເຮັດບາບ. ແຕ່ຖ້າມີຜູ້ໃດເຮັດບາບ, ເຮົາກໍມີອົງພຣະເຢຊູຄຣິດເຈົ້າ ຜູ້ຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາເຈົ້າ.2ພຣະອົງຊົງເປັນຜູ້ລົບລ້າງບາບຂອງເຮົາ, ແລະ ບໍ່ແມ່ນແຕ່ບາບຂອງເຮົາເທົ່ານັ້ນ, ແຕ່ສຳລັບຄົນທັງໂລກດ້ວຍ.3ດ້ວຍເຫດນີ້ເຮົາຮູ້ວ່າເຮົາຮູ້ຈັກພຣະອົງ: ຖ້າຫາກເຮົາປະຕິບັດຕາມກົດບັນຍັດຂອງພຣະອົງ.4ຜູ້ທີ່ກ່າວວ່າ, “ ຂ້າພະເຈົ້າຮູ້ຈັກພຣະເຈົ້າ,” ແຕ່ບໍ່ໄດ້ປະຕິບັດຕາມກົດບັນຍັດ ຂອງພຣະອົງ, ກໍເປັນຄົນເວົ້າຕົວະ, ແລະ ຄວາມຈິງກໍບໍ່ມີຢູ່ໃນຕົວເຂົາ.5ແຕ່ຜູ້ໃດ ປະຕິບັດຕາມພຣະທຳຂອງພຣະອົງ, ຢ່າງແນ່ນອນ, ໃນຄົນນັ້ນກໍມີຄວາມຮັກຂອງພຣະເຈົ້າຢູ່ຢ່າງບໍຣິບູນ. ດ້ວຍເຫດນີ້ເຮົາຈຶ່ງຮູ້ວ່າເຮົາຢູ່ໃນພຣະອົງ.6ຜູ້ໃດທີ່ເວົ້າວ່າ, “ຕົນຢູ່ໃນພຣະເຈົ້າ” ກໍຄວນດຳເນີນຊີວິດຢ່າງທີ່ພຣະເຢຊູຄຣິດເຈົ້າຊົງດຳເນີນນັ້ນ.7ທ່ານທີ່ຮັກ, ຂ້າພະເຈົ້າບໍ່ໄດ້ຂຽນກົດບັນຍັດໃໝ່ແກ່ທ່ານ, ແຕ່ເປັນກົດບັນຍັດ ເກົ່າຊຶ່ງທ່ານມີຢູ່ຕັ້ງແຕ່ເລີ້ມຕົ້ນ. ກົດບັນຍັດເກົ່ານັ້ນຄືພຣະທຳທີ່ທ່ານທັງຫລາຍໄດ້ຍິນ ມາແລ້ວ.8ຂ້າພະເຈົ້າຂຽນກົດບັນຍັດໃໝ່ແກ່ທ່ານ, ເຊິ່ງເປັນຄວາມຈິງໃນ ພຣະຄຣິດເຈົ້າ ແລະ ໃນທ່ານ, ເພາະວ່າຄວາມມືດກຳລັງຜ່ານພົ້ນໄປ, ແລະ ແສງແຫ່ງຄວາມຈິງກໍສ່ອງຢູ່ແລ້ວ.9ຜູ້ທີ່ເວົ້າວ່າຕົນຢູ່ໃນຄວາມສະຫວ່າງ ແລະ ຍັງກຽດຊັງພີ່ນ້ອງຂອງຕົນຜູ້ນັ້ນກໍ ຍັງຢູ່ໃນຄວາມມືດຈົນເຖິງບັດນີ້.10ຜູ້ທີ່ຮັກພີ່ນ້ອງຂອງຕົນ ກໍຕັ້ງຢູ່ໃນຄວາມສະຫວ່າງ ແລະ ໃນຄວາມສະຫວ່າງນັ້ນບໍ່ມີອັນໃດເຮັດໃຫ້ເຂົາສະດຸດ.11ແຕ່ຜູ້ ທີ່ກຽດຊັງພີ່ນ້ອງຂອງຕົນກໍຍັງຢູ່ໃນຄວາມມືດ ແລະ ເດີນໃນຄວາມມືດ; ເຂົາບໍ່ຮູ້ວ່າ ຕົນກຳລັງຈະໄປໃສ, ເພາະຄວາມມືດໄດ້ໃຫ້ຕາຂອງເຂົາບອດເສຍ.12ຂ້າພະເຈົ້າຂຽນຈົດໝາຍມາເຖິງທ່ານ, ຜູ້ເປັນລູກ, ເພາະວ່າຄວາມບາບຂອງທ່ານໄດ້ຮັບການອະໄພເພາະພຣະນາມຂອງພຣະອົງ.13ຂ້າພະເຈົ້າກຳລັງຂຽນຈົດໝາຍມາເຖິງທ່ານທັງຫລາຍ, ທີ່ເປັນບິດາ, ເພາະທ່ານຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຂ້າພະເຈົ້າຂຽນຈົດຫມາຍເຖິງທ່ານທັງຫລາຍ, ທີ່ເປັນຄົນໜຸ່ມ, ເພາະໄດ້ຊະນະມານຊົ່ວຮ້າຍນັ້ນ. ຂ້າພະເຈົ້າຂຽນຈົດໝາຍເຖິງທ່ານທັງຫລາຍ, ທີ່ເປັນຄົນໜຸ່ມ, ເພາະທ່ານຮູ້ຈັກພຣະບິດາ.14ຂ້າພະເຈົ້າໄດ້ຂຽນຈົດໝາຍເຖິງທ່ານທັງຫລາຍ, ທີ່ເປັນພໍ່, ເພາະທ່ານຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຂ້າພະເຈົ້າຂຽນຈົດຫມາຍເຖິງທ່ານທັງຫລາຍ, ທີ່ເປັນຄົນໜຸ່ມ, ເພາະທ່ານມີກຳລັງແຂງແຮງ, ແລະ ພຣະທຳຂອງພຣະເຈົ້າດຳລົງຢູ່ໃນທ່ານທັງຫລາຍ, ແລະ ທ່ານໄດ້ຊະນະມານທີ່ຊົ່ວຮ້າຍແລ້ວ.15ຢ່າຮັກໂລກ ຫລື ສິ່ງຂອງໃນໂລກ. ຖ້າຜູ້ໃດຮັກໂລກ, ຄວາມຮັກຂອງ ພຣະບິດາເຈົ້າກໍບໍ່ຢູ່ໃນຜູ້ນັ້ນ.16ສຳລັບທຸກສິ່ງທີ່ມີ ຢູ່ໃນໂລກ - ຄືຕັນຫາຂອງເນື້ອກາຍ, ຕັນຫາຂອງຕາ, ແລະ ຄວາມອວດອ້າງຂອງຊີວິດ - ທີ່ບໍ່ໄດ້ມາຈາກ ພຣະບິດາເຈົ້າແຕ່ມາຈາກໂລກ.17ໂລກກັບຕັນຫາຂອງໂລກ ກຳລັງເສື່ອມສູນ ໄປ. ແຕ່ຜູ້ທີ່ເຮັດຕາມນໍ້າພຣະໄທຂອງພຣະເຈົ້າຈະຕັ້ງຢູ່ຕະຫລອດໄປເປັນນິດ.18ລູກນ້ອຍທັງຫລາຍເອີຍ, ບັດນີ້ເປັນເວລາສຸດທ້າຍແລ້ວ. ພຽງແຕ່ທ່ານໄດ້ຍິນມາວ່າຜູ້ຕໍ່ສູ້ພຣະຄຣິດກຳລັງມາ, ບັດນີ້ຜູ້ຕໍ່ສູ້ພຣະຄຣິດຫລວງຫລາຍໄດ້ເຂົ້າມາແລ້ວ. ສະນັ້ນເຮົາຈຶ່ງຮູ້ວ່າເປັນເວລາສຸດທ້າຍ.19ພວກເຂົາໄດ້ອອກໄປຈາກເຮົາ, ແຕ່ ພວກເຂົາບໍ່ໄດ້ມາຈາກເຮົາ. ເພາະວ່າຖ້າພວກເຂົາມາຈາກເຮົາພວກເຂົາກໍຈະຢູ່ກັບເຮົາຕໍ່ໄປ, ແຕ່ເມື່ອພວກເຂົາອອກໄປແລ້ວ, ນັ້ນສະແດງໃຫ້ເຫັນວ່າພວກເຂົາບໍ່ໄດ້ມາຈາກເຮົາ.20ແຕ່ພວກທ່ານໄດ້ຮັບການຊົງຫົດສົງຈາກພຣະອົງຜູ້ບໍຣິສຸດແລ້ວ, ແລະ ທ່ານທັງຫລາຍກໍຮູ້ຄວາມຮູ້ຈິງ.21ເຮົາບໍ່ໄດ້ຂຽນເຖິງພວກທ່ານບໍ່ແມ່ນເພາະທ່ານບໍ່ຮູ້ຄວາມຈິງ, ແຕ່ເພາະທ່ານທັງຫລາຍຮູ້ແລ້ວ ແລະ ເພາະວ່າຄວາມຕົວະບໍ່ໄດ້ມາຈາກຄວາມຈິງ.22ຜູ້ໃດເປັນຜູ້ເວົ້າຕົວະ ຄືຜູ້ທີ່ປະຕິເສດວ່າພຣະເຢຊູເຈົ້າບໍ່ແມ່ນພຣະຄຣິດບໍ? ຜູ້ ນັ້ນເປັນຜູ້ຕໍ່ຕ້ານພຣະຄຣິດ, ດ້ວຍເຫດທີ່ເຂົາປະຕິເສດ ພຣະບິດາເຈົ້າ ແລະ ພຣະບຸດ.23ຜູ້ໃດທີ່ປະຕິເສດພຣະບຸດ ຜູ້ນັ້ນກໍບໍ່ມີພຣະບິດາເຈົ້າ. ຜູ້ໃດທີ່ຍອມຮັບ ພຣະບຸດ ຜູ້ນັ້ນກໍມີພຣະບິດາເຈົ້າດ້ວຍ.24ຈົ່ງໃຫ້ສິ່ງທີ່ທ່ານໄດ້ຍິນມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ກັບທ່ານເທີ້ນ. ຖ້າສິ່ງທີ່ທ່ານໄດ້ຍິນມາຕັ້ງແຕ່ຕົ້ນນັ້ນດຳລົງຢູ່ກັບທ່ານ, ທ່ານກໍຕັ້ງໝັ້ນຄົງຢູ່ໃນພຣະບຸດ ແລະ ໃນພຣະບິດາເຈົ້າດ້ວຍ.25ນີ້ແຫຼະເປັນພຣະສັນຍາເຊິ່ງພຣະອົງໄດ້ໃຫ້ແກ່ເຮົາຄື: ຊີວິດນິຣັນດອນ.26ເຮົາໄດ້ຂຽນຂໍ້ຄວາມນີ້ເຖິງທ່ານ ກ່າວເຖິງຄົນເຫຼົ່ານັ້ນທີ່ຫຼອກລວງທ່ານໃຫ້ຫຼົງຜິດໄປ.27ສຳລັບທ່ານທັງຫລາຍ, ການຊົງເຈີມທີ່ທ່ານໄດ້ຮັບ ຈາກພຣະອົງກໍຕັ້ງຢູ່ກັບທ່ານ, ແລະ ທ່ານບໍ່ຈຳເປັນມີໃຜມາສອນທ່ານ. ແຕ່ການຊົງເຈີມຂອງພຣະອົງນັ້ນຈະສອນທຸກສິ່ງແກ່ທ່ານ ແລະ ເປັນຄວາມຈິງບໍ່ແມ່ນຄວາມຕົວະ ແລະ ຈົ່ງຕັ້ງໝັ້ນຄົງຢູ່ ໃນພຣະອົງຕາມທີ່ທ່ານຖືກສອນນັ້ນ.28ບັດນີ້, ລູກທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະອົງ, ເພື່ອວ່າເມື່ອພຣະອົງປາກົດເຮົາຈະໄດ້ມີໃຈກ້າ ແລະ ບໍ່ລະອາຍ ເມື່ອພຣະອົງສະເດັດມານັ້ນ.29ຖ້າທ່ານຮູ້ວ່າພຣະອົງຊົງທ່ຽງທຳ, ທ່ານກໍຮູ້ວ່າທຸກຄົນທີ່ປະຕິບັດຕາມຄວາມທ່ຽງທຳໄດ້ບັງເກີດມາຈາກພຣະອົງດ້ວຍ.
1ເບິ່ງແມ! ຄວາມຮັກຂອງພຣະບິດາເຈົ້າທີ່ປະທານໃຫ້ແກ່ເຮົາ, ເປັນຢ່າງໃດທີ່ພຣະເຈົ້າຊົງເອີ້ນເຮົາວ່າເປັນບຸດຂອງພຣະອົງ, ແລະ ເຮົາກໍໄດ້ເປັນ. ດ້ວຍເຫດນີ້, ໂລກບໍ່ຮູ້ຈັກເຮົາ, ເພາະໂລກບໍ່ຮູ້ຈັກພຣະອົງ.2ທ່ານທີ່ຮັກທັງຫລາຍ, ບັດນີ້ເຮົາເປັນບຸດຂອງພຣະເຈົ້າແລ້ວ, ແລະ ຍັງບໍ່ສຳແດງວ່າເຮົາຈະເປັນຢ່າງໃດ. ເຮົາຮູ້ວ່າເມື່ອພຣະຄຣິດມາປາກົດ, ເພາະເຮົາຈະເຫັນພຣະອົງເປັນເໝືອນພຣະອົງທີ່ຊົງເປັນຢູ່.3ທຸກຄົນທີ່ມີ ຄວາມໝັ້ນໃຈຢ່າງນີ້ ກຽ່ວກັບອະນາຄົດກໍໃຫ້ຊຳລະຕົນໃຫ້ບໍຣິສຸດຢ່າງທີ່ພຣະອົງ ຊົງບໍຣິສຸດ.4ທຸກຄົນທີ່ເຮັດບາບກໍມີຄວາມຜິດຖານຝ່າຝືນກົດບັນຍັດ; ເພາະການບາບເປັນສິ່ງທີ່ຜິດຕໍ່ກົດບັນຍັດ.5ພວກເຈົ້າຮູ້ວ່າພຣະອົງໄດ້ມາປະກົດເພື່ອເອົາຄວາມບາບອອກໄປ, ແລະ ໃນພຣະອົງກໍບໍ່ມີບາບເລີຍ.6ຜູ້ໃດທີ່ຢູ່ໃນພຣະອົງຜູ້ນັ້ນກໍບໍ່ ເຮັດບາບສ່ວນຜູ້ໃດທີ່ຍັງເຮັດບາບ. ຜູ້ນັ້ນຍັງບໍ່ເຫັນພຣະອົງ ຫລື ບໍ່ຮູ້ຈັກພຣະອົງ.7ລູກທັງຫລາຍເອີຍ, ຢ່າໃຫ້ຜູ້ໃດຊັກຈູງທ່ານໃຫ້ຫລົງ. ຜູ້ທີ່ເຮັດຕາມຄວາມຊອບທຳກໍຊອບທຳ, ຢ່າງພຣະຄຣິດຊົງຊອບທຳ.8ຜູ້ທີ່ເຮັດບາບກໍມາຈາກມານຮ້າຍ, ເພາະວ່າມານຮ້າຍໄດ້ເຮັດບາບຕັ້ງແຕ່ຕົ້ນ. ດ້ວຍເຫດນີ້ພຣະບຸດຂອງພຣະເຈົ້າຈຶ່ງໄດ້ມາປາກົດ, ເພື່ອພຣະອົງຈະຊົງທຳລາຍກິດຈະການຂອງມານຮ້າຍເສຍ.9ຜູ້ໃດທີ່ບັງເກີດຈາກພຣະເຈົ້າ ຜູ້ນັ້ນກໍບໍ່ເຮັດບາບອີກ ເພາະເມັດພຣະຄໍາຂອງພຣະເຈົ້າດຳລົງຢູ່ກັບຜູ້ນັ້ນ. ເຂົາບໍ່ອາດເຮັດບາບໄດ້ເພາະເຂົາໄດ້ບັງເກີດຈາກພຣະເຈົ້າແລ້ວ.10ດ້ວຍເຫດນີ້ບຸດຂອງພຣະເຈົ້າ ແລະ ລູກຂອງມານຈຶ່ງຖືກເປີດເຜີຍ. ຄືຜູ້ທີ່ບໍ່ເຮັດຕາມຄວາມຊອບທຳຈາກພຣະເຈົ້າ; ແລະ ບໍ່ຮັກພີ່ນ້ອງຂອງຕົນຜູ້ນັ້ນບໍ່ໄດ້ມາຈາກພຣະເຈົ້າ.11ທີ່ທ່ານໄດ້ຍິນມາຕັ້ງແຕ່ຕອນຕົ້ນວ່າ: ໃຫ້ເຮົາຮັກຊຶ່ງກັນ ແລະ ກັນ,12ຈົ່ງຢ່າໃຫ້ເປັນເໝືອນກາອິນ, ທີ່ມາຈາກມານຊົ່ວຮ້າຍ ແລະ ໄດ້ຂ້ານ້ອງຊາຍຂອງຕົນເອງ. ດ້ວຍເຫດໃດເຂົາຈຶ່ງຂ້ານ້ອງ? ກໍເພາະການເຮັດຂອງເຂົາຊົ່ວ, ແລະ ນ້ອງເຂົານັ້ນ ກໍຊອບທຳ.13ຢ່າປະຫລາດໃຈ, ພີ່ນ້ອງທັງຫລາຍເອີຍ, ຖ້າໂລກກຽດຊັງທ່ານ.14ເຮົາທັງຫລາຍຮູ້ແລ້ວວ່າເຮົາໄດ້ພົ້ນຈາກຄວາມຕາຍເຂົ້າສູ່ຊີວິດແລ້ວ, ກໍເພາະເຮົາຮັກພີ່ນ້ອງ. ຜູ້ໃດທີ່ບໍ່ຮັກຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ.15ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນຜູ້ນັ້ນກໍເປັນຜູ້ຂ້າຄົນ. ແລະ ທ່ານກໍຮູ້ແລ້ວວ່າຜູ້ຂ້າຄົນນັ້ນບໍ່ມີຊີວິດນິຣັນດອນຕັ້ງຢູ່ໃນເຂົາເລີຍ.16ດັ່ງນີ້ແຫລະເຮົາຈຶ່ງຮູ້ຈັກຄວາມຮັກ, ເພາະພຣະຄຣິດຊົງຍອມສະຫລະຊີວິດ ຂອງພຣະອົງເພື່ອເຮົາທັງຫລາຍ. ເຮົາຈິ່ງຄວນສະຫລະຊີວິດຂອງເຮົາເພື່ອພີ່ນ້ອງເຊັ່ນກັນ.17ແຕ່ຖ້າຜູ້ໃດມີຊັບສົມບັດໃນໂລກນີ້, ເຫັນພີ່ນ້ອງຂອງຕົນຂັດສົນແລ້ວ, ຍັງບໍ່ຍອມມີໃຈເມດຕາຄວາມຮັກຂອງພຣະເຈົ້າຈະດຳລົງຢູ່ໃນຜູ້ນັ້ນໄດ້ຢ່າງໃດ?.18ລູກທີ່ຮັກຂອງເຮົາເອີຍ, ຢ່າໃຫ້ພວກເຮົາຮັກກັນດ້ວຍຄວາມເວົ້າ, ແລະ ດ້ວຍປາກເທົ່ານັ້ນ, ແຕ່ຈົ່ງຮັກກັນດ້ວຍການກະທຳ ແລະ ດ້ວຍຄວາມຈິງ.19ດ້ວຍເຫດນີ້ເຮົາຮູ້ວ່າ ເຮົາມາຈາກຄວາມຈິງ, ແລະ ເຮົາໝັ້ນໃຈຕໍ່ໜ້າພຣະອົງ.20ເພາະຖ້າໃຈຂອງເຮົາກ່າວໂທດຕົວເຮົາ, ພຣະເຈົ້າຊົງຍິ່ງໃຫຍ່ກວ່າໃຈເຮົາ, ແລະ ພຣະອົງກໍຊົງຮູ້ທຸກໆສິ່ງ.21ທ່ານທີ່ຮັກທັງຫລາຍ, ຖ້າໃຈຂອງເຮົາບໍ່ໄດ້ ກ່າວໂທດເຮົາ, ເຮົາກໍມີຄວາມຫມັ້ນໃຈຕໍ່ພຣະເຈົ້າ.22ບໍ່ວ່າເຮົາຈະຂໍສິ່ງໃດ ເຮົາ ກໍຈະໄດ້ຮັບຈາກພຣະອົງ, ເພາະເຮົາປະຕິບັດຕາມພຣະບັດຍັດຂອງພຣະອົງ. ແລະ ເຮັດໃນສິ່ງທີ່ເປັນທີ່ພໍພຣະໄທຕໍ່ພຣະພັກພຣະອົງ.23ນີ້ເປັນພຣະບັນຍັດຂອງພຣະອົງຄື: ໃຫ້ເຮົາເຊື່ອໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະອົງ ແລະ ຮັກຊຶ່ງກັນແລະກັນ, ຕາມພຣະບັນຍັດທີ່ພຣະອົງໄດ້ໃຫ້ແກ່ເຮົານັ້ນ.24ຜູ້ທີ່ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ກໍຢູ່ ໃນພຣະອົງ ແລະ ພຣະເຈົ້າກໍຊົງສະຖິດຢູ່ໃນເຂົາ. ດ້ວຍເຫດນີ້ເຮົາຈິ່ງຮູ້ວ່າພຣະອົງຊົງສະຖິດຢູ່ໃນເຮົາໂດຍພຣະວິນຍານ ຜູ້ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຮົາ.
1ທ່ານທີ່ຮັກ, ຢ່າເຊື່ອທຸກວິນຍານ. ແຕ່ຈົ່ງພິສູດວິນຍານເຫລົ່ານັ້ນວ່າມາຈາກພຣະເຈົ້າ ຫລື ບໍ່, ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ.2ດ້ວຍເຫດນີ້ ທ່ານຈະຮູ້ຈັກພຣະວິນຍານຂອງພຣະເຈົ້າ - ຄືທຸກວິນຍານທີ່ຍອມຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດມາເປັນມະນຸດ ນັ້ນກໍມາຈາກພຣະເຈົ້າ,3ແລະ ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າວ່າມາຈາກພຣະເຈົ້າ. ນີ້ເປັນວິນຍານຂອງຜູ້ຕໍ່ສູ້ພຣະຄຣິດເຈົ້າ ຊຶ່ງທ່ານໄດ້ຍິນວ່າກຳລັງຈະມາ, ແລະ ບັດນີ້ກໍຢູ່ໃນໂລກແລ້ວ.4ລູກທີ່ຮັກ, ທ່ານມາຈາກພຣະເຈົ້າ ແລະ ໄດ້ຊະນະເຂົາເຫຼົ່ານັ້ນແລ້ວ, ເພາະວ່າຜູ້ທີ່ຢູ່ໃນທ່ານ ກໍເປັນໃຫຍ່ກວ່າຜູ້ທີ່ຢູ່ໃນໂລກ.5ພວກເຂົາມາຈາກໂລກ; ເຫດສະນັ້ນ ສິ່ງທີ່ພວກເຂົາເວົ້າຈິ່ງມາຈາກໂລກ, ແລະ ໂລກກໍເຊື່ອຟັງພວກເຂົາ.6ເຮົາທັງຫລາຍມາຈາກພຣະເຈົ້າ. ຜູ້ໃດທີ່ຮູ້ຈັກພຣະເຈົ້າກໍຟັງພວກເຮົາ. ຜູ້ໃດທີ່ບໍ່ໄດ້ມາຈາກພຣະເຈົ້າກໍຈະບໍ່ຟັງເຮົາ. ດ້ວຍເຫດນີ້ເຮົາຈຶ່ງຮູ້ຈັກວິນຍານແຫ່ງຄວາມຈິງ ແລະ ວິນຍານແຫ່ງຄວາມບໍ່ຈິງ.7ທ່ານທີ່ຮັກທັງຫລາຍ, ໃຫ້ເຮົາຮັກຊຶ່ງກັນ ແລະ ກັນ, ເພາະວ່າຄວາມຮັກມາຈາກພຣະເຈົ້າ, ແລະ ທຸກຄົນທີ່ຮັກກໍມາຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ.8ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າ, ເພາະວ່າພຣະເຈົ້າຊົງເປັນຄວາມຮັກ.9ເພາະເຫດນີ້ຄວາມຮັກຂອງພຣະເຈົ້າກໍປາກົດໃຫ້ເຫັນທ່າມກາງພວກເຮົາ, ຄືພຣະເຈົ້າຊົງປະທານພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກ, ເພື່ອເຮົາຈະໄດ້ມີ ຊີວິດດ້ວຍພຣະອົງ.10ໃນຄວາມຮັກນີ້, ບໍ່ແມ່ນເຮົາຮັກພຣະເຈົ້າ ແຕ່ແມ່ນພຣະອົງທີ່ຊົງຮັກເຮົາ, ແລະ ຊົງປະທານພຣະບຸດຂອງພຣະອົງມາເປັນເຄື່ອງບູຊາໄຖ່ບາບຂອງເຮົາ.11ທ່ານທີ່ຮັກທັງຫລາຍ, ຖ້າພຣະເຈົ້າຊົງຮັກເຮົາ, ເຮົາກໍຄວນຈະຮັກຊຶ່ງກັນ ແລະກັນດ້ວຍ.12ບໍ່ມີຜູ້ໃດໄດ້ເຫັນພຣະເຈົ້າ. ຖ້າເຮົາທັງຫລາຍຮັກຊຶ່ງກັນ ແລະ ກັນ, ພຣະເຈົ້າກໍຊົງສະຖິດຢູ່ໃນເຮົາ. ແລະ ຄວາມຮັກຂອງພຣະອົງກໍສົມບູນໃນເຮົາ.13ດັ່ງນີ້ແຫລະ ເຮົາທັງຫລາຍຈຶ່ງຮູ້ວ່າເຮົາຢູ່ໃນພຣະອົງ ແລະ ພຣະອົງຊົງສະຖິດຢູ່ໃນເຮົາ, ເພາະພຣະອົງໄດ້ຊົງປະທານພຣະວິນຍານຂອງພຣະອົງເອງແກ່ເຮົາ.14ເຮົາທັງຫລາຍໄດ້ເຫັນ ແລະ ເປັນພະຍານວ່າພຣະບິດາເຈົ້າໄດ້ຊົງໃຊ້ພຣະບຸດ ມາເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ.15ຜູ້ໃດທີ່ຍອມຮັບວ່າພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ, ພຣະເຈົ້າກໍຈະຊົງສະຖິດຢູ່ໃນຜູ້ນັ້ນ ແລະ ຜູ້ນັ້ນກໍຢູ່ໃນພຣະເຈົ້າ.16ດັ່ງນັ້ນເຮົາທັງຫລາຍຈຶ່ງຮູ້ ແລະ ເຊື່ອໃນຄວາມຮັກທີ່ພຣະເຈົ້າໄດ້ຊົງມີຕໍ່ເຮົາ. ພຣະເຈົ້າເປັນຄວາມຮັກ ແລະ ຜູ້ໃດທີ່ຢູ່ໃນຄວາມຮັກນີ້ກໍຢູ່ໃນພຣະເຈົ້າ ແລະ ພຣະເຈົ້າກໍຊົງສະຖິດຢູ່ໃນຜູ້ນັ້ນ.17ເພາະເຫດນີ້, ຄວາມຮັກນີ້ຖືກເຮັດໃຫ້ສົມບູນທ່າມກາງເຮົາທັງຫລາຍ, ເພື່ອເຮົາທັງຫລາຍຈະໄດ້ມີຄວາມໝັ້ນໃຈໃນວັນພິພາກສາ, ເພາະພຣະອົງຊົງເປັນຢ່າງໃດ ເຮົາທັງຫລາຍໃນໂລກນີ້ກໍເປັນຢ່າງນັ້ນ.18ໃນຄວາມຮັກນັ້ນບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປເສັຍ, ເພາະຄວາມຢ້ານເຂົ້າກັບການລົງໂທດ. ແຕ່ຜູ້ທີ່ມີຄວາມຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ.19ເຮົາຮັກກໍເພາະພຣະອົງຊົງຮັກເຮົາກ່ອນ.20ຖ້າຜູ້ໃດວ່າ, “ຂ້າພະເຈົ້າຮັກພຣະເຈົ້າ” ແຕ່ກຽດຊັງພີ່ນ້ອງຂອງຕົນຢູ່, ຜູ້ນັ້ນກໍເປັນຄົນຂີ້ຕົວະ. ເພາະວ່າຜູ້ທີ່ບໍ່ຮັກພີ່ນ້ອງຂອງຕົນ, ຜູ້ທີ່ເບິ່ງເຫັນໄດ້, ກໍບໍ່ສາມາດຮັກພຣະເຈົ້າ, ທີ່ຕາບໍ່ເຫັນໄດ້.21ແລະ ນີ້ເປັນພຣະບັນຍັດທີ່ເຮົາໄດ້ຮັບຈາກພຣະອົງ: ຄື “ຜູ້ໃດທີ່ຮັກພຣະເຈົ້າກໍຈົ່ງຮັກພີ່ນ້ອງຂອງຕົນດ້ວຍ.”
1ຜູ້ໃດທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດຜູ້ນັ້ນກໍເກີດຈາກພຣະເຈົ້າ, ແລະ ຜູ້ໃດທີ່ຮັກພຣະບິດາຍ່ອມຮັກບຸດທີ່ເກີດຈາກພຣະອົງດ້ວຍ.2ເພາະເຫດນີ້ເຮົາຈຶ່ງ ຮູ້ວ່າເຮົາຮັກບຸດທັງຫລາຍຂອງພຣະເຈົ້າ: ຄືເມື່ອເຮົາຮັກພຣະເຈົ້າ ແລະ ຖືປະຕິບັດຕາມ ກົດບັນຍັດຂອງພຣະອົງ.3ເພາະນີ້ເປັນຄວາມຮັກຕໍ່ພຣະເຈົ້າ: ຄືການທີ່ເຮົາປະຕິບັດຕາມພຣະບັນຍັດຂອງພຣະອົງ. ແລະ ພຣະບັນຍັດຂອງພຣະອົງບໍ່ຍາກໜັກເກີນໄປ.4ເພາະທຸກຄົນທີ່ເກີດຈາກພຣະເຈົ້າກໍມີໄຊຊະນະເໜືອໂລກ. ແລະ ໄຊຊະນະເໜືອໂລກນີ້: ຄືຄວາມເຊື່ອຂອງເຮົາ.5ຜູ້ໃດຄືຜູ້ທີ່ມີໄຊຊະນະເໜືອໂລກ? ຄືຜູ້ ທີ່ເຊື່ອວ່າພຣະເຢຊູເຈົ້າຊົງເປັນພຣະບຸດຂອງພຣະເຈົ້າ.6ນີ້ຄືຜູ້ທີ່ໄດ້ມາໂດຍນໍ້າ ແລະ ພຣະໂລຫິດຄື: ພຣະເຢຊູຄຣິດເຈົ້າ. ພຣະອົງບໍ່ໄດ້ມາດ້ວຍນໍ້າສິ່ງດຽວ, ແຕ່ດ້ວຍນໍ້າ ແລະ ພຣະໂລຫິດ.7ເພາະມີພະຍານຢູ່ສາມປະການຄື:8ພຣະວິນຍານ, ນໍ້າ ແລະ ພຣະໂລຫິດ. ແລະ ພະຍານທັງສາມນີ້ກໍເຫັນພ້ອມຕໍ່ກັນ.9ຖ້າເຮົາຮັບຄຳພະຍານຂອງມະນຸດ, ຄຳພະຍານຂອງພຣະເຈົ້າກໍຍິ່ງໃຫຍ່ກວ່າ. ເພາະວ່າພະຍານຫຼັກຖານຂອງພຣະເຈົ້າທີ່ພຣະອົງໄດ້ຊົງເປັນພະຍານອ້າງເຖິງພຣະບຸດຂອງພຣະອົງ.10ຜູ້ໃດທີ່ເຊື່ອໃນພຣະບຸດຂອງພຣະເຈົ້າ ກໍມີພະຍານຢູ່ໃນຕົວ ຂອງເຂົາ ຜູ້ໃດທີ່ບໍ່ເຊື່ອພຣະເຈົ້າກໍໄດ້ເຮັດໃຫ້ພຣະອົງເປັນຜູ້ຕົວະ ເພາະເຂົາບໍ່ໄດ້ເຊື່ອຄຳພະຍານທີ່ພຣະເຈົ້າໄດ້ເປັນພະຍານໃນເລື່ອງພຣະບຸດຂອງພຣະອົງ.11ແລະ ພະຍານຫຼັກຖານນັ້ນກໍຄື: ພຣະເຈົ້າໄດ້ຊົງປະທານຊີວິດນິຣັນດອນໃຫ້ເຮົາ, ແລະ ຊີວິດນີ້ມີຢູ່ໃນພຣະບຸດຂອງພຣະອົງ.12ຜູ້ທີ່ມີພຣະບຸດກໍມີຊີວິດ. ສ່ວນຜູ້ທີ່ບໍ່ມີພຣະບຸດຂອງພຣະເຈົ້າກໍບໍ່ມີຊີວິດ.13ຂ້າພະເຈົ້າຂຽນຂໍ້ຄວາມເຫລົ່ານີ້ເຖິງທ່ານທີ່ເຊື່ອໃນພຣະນາມຂອງພຣະບຸດຂອງພຣະເຈົ້າ ເພື່ອທ່ານຈະໄດ້ຮູ້ວ່າທ່ານມີຊີວິດນິຣັນດອນ.14ນີ້ແຫລະຄືຄວາມຫມັ້ນໃຈທີ່ເຮົາມີຢູ່ຕໍ່ພຣະອົງ, ຄືຖ້າເຮົາທູນຂໍສິ່ງໃດທີ່ເປັນຕາມພຣະປະສົງຂອງພຣະອົງ, ພຣະອົງກໍຈະຟັງເຮົາ.15ຖ້າເຮົາຮູ້ວ່າພຣະອົງຟັງເຮົາ ບໍ່ວ່າເຮົາທູນຂໍສິ່ງໃດ - ເຮົາກໍຮູ້ວ່າເຮົາໄດ້ຮັບສິ່ງທີ່ເຮົາທູນຂໍຈາກພຣະອົງນັ້ນ.16ຖ້າຜູ້ໃດເຫັນພີ່ນ້ອງຂອງຕົນເຮັດບາບທີ່ບໍ່ນຳໄປສູ່ຄວາມຕາຍ. ໃຫ້ຜູ້ນັ້ນພາວັນນາອະທິຖານ, ແລ້ວພຣະເຈົ້າຈະຊົງປະທານຊີວິດໃຫ້ແກ່ເຂົາ. ຂ້າພະເຈົ້າໝາຍເຖິງບາບທີ່ບໍ່ນຳໄປສູ່ຄວາມຕາຍ, ສ່ວນບາບທີ່ນຳໄປສູ່ຄວາມຕາຍກໍມີຢູ່; ຂ້າພະເຈົ້າບໍ່ໄດ້ບອກວ່າເຂົາຄວນອະທິຖານໃນເລື່ອງນີ້.17ການອະທຳທຸກຢ່າງກໍເປັນບາບ ແຕ່ບາບທີ່ບໍ່ນຳໄປສູ່ຄວາມຕາຍກໍມີຢູ່.18ເຮົາຮູ້ວ່າຜູ້ທີ່ເກີດຈາກພຣະເຈົ້າບໍ່ເຮັດບາບ, ແຕ່ພຣະອົງຜູ້ຊົງບັງເກີດຈາກພຣະເຈົ້າ ພຣະເຈົ້າຈະຄຸ້ມຄອງຮັກສາເຂົາ, ແລະ ຄວາມຊົ່ວຮ້າຍບໍ່ສາມາດເຮັດອັນຕະລາຍເຂົາໄດ້.19ເຮົາຮູ້ວ່າເຮົາເກີດຈາກພຣະເຈົ້າ, ແລະ ເຮົາຮູ້ວ່າຄົນທັງໂລກທັງໝົດຈົມຢູ່ໃຕ້ມານຊົ່ວຮ້າຍ.20ແຕ່ເຮົາຮູ້ວ່າພຣະບຸດຂອງພຣະເຈົ້າສະເດັດມາແລ້ວ ແລະ ປະທານສະຕິປັນຍາໃຫ້ແກ່ເຮົາເພື່ອທີ່ເຮົາຈະໄດ້ຮູ້ຈັກອົງຜູ້ທ່ຽງແທ້ ແລະ ເຮົາຢູ່ໃນພຣະອົງຜູ້ຊົງທ່ຽງແທ້ນັ້ນຄືໃນພຣະເຢຊູຄຣິດ ເຈົ້າພຣະບຸດຂອງພຣະອົງ, ພຣະອົງຊົງເປັນພຣະເຈົ້າຜູ້ທ່ຽງແທ້ ແລະ ເປັນຊີວິດນິຣັນດອນ.21ລູກທັງຫລາຍເອີຍ ຈົ່ງລະວັງຮັກສາຕົວຈາກບັນດາຮູບເຄົາຣົບທັງຫລາຍ.
1ຈາກຜູ້ປົກຄອງເຖິງທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງທ່ານ, ຜູ້ທີ່ ຂ້າພະເຈົ້າຮັກໃນຄວາມຈິງ - ແລະ ບໍ່ແມ່ນພຽງແຕ່ຂ້າພະເຈົ້າເທົ່ານັ້ນ, ແຕ່ທຸກຄົນທີ່ໄດ້ຮູ້ຄວາມຈິງກໍຮັກດ້ວຍ -2ເພາະຄວາມຈິງດຳລົງຢູ່ໃນເຮົາ ແລະ ຈະຢູ່ກັບເຮົາ ຕະຫລອດໄປ.3ຂໍພຣະຄຸນ, ພຣະເມດຕາ, ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາເຈົ້າ ແລະ ຈາກພຣະເຢຊູຄຣິດເຈົ້າ, ພຣະບຸດແຫ່ງພຣະບິດາ, ຈະສະຖິດຢູ່ກັບເຮົາໃນຄວາມຈິງ ແລະ ໃນຄວາມຮັກ.4ຂ້າພະເຈົ້າຍິນດີເປັນຢ່າງຍິ່ງທີ່ເຫັນວ່າລູກຂອງທ່ານບາງຄົນໄດ້ດຳເນີນຢູ່ໃນ ຄວາມຈິງ, ຢ່າງທີ່ເຮົາໄດ້ຮັບພຣະບັນຊານີ້ຈາກພຣະບິດາເຈົ້າ.5ບັດນີ້ຂ້າພະເຈົ້າຂໍວິ້ງວອນທ່ານ, ສຸພາບສະຕຣິ - ບໍ່ແມ່ນເຫມືອນວ່າຂ້າພະເຈົ້າໄດ້ຂຽນບັນຍັດໃໝ່ໃຫ້ແກ່ທ່ານ, ແຕ່ເປັນຂໍ້ບັນຍັດທີ່ເຮົາໄດ້ມີມາຕັ້ງແຕ່ຕົ້ນເດີມແລ້ວ ນັ້ນກໍຄືໃຫ້ເຮົາຮັກຊຶ່ງແລະກັນ.6ແລະ ຄວາມຮັກນີ້, ຄືການທີ່ເຮົາຄວນດຳເນີນຕາມພຣະບັນຍັດຂອງພຣະອົງ. ນີ້ເປັນພຣະບັນຍັດ, ທີ່ທ່ານໄດ້ຍິນມາຕັ້ງແຕ່ຕົ້ນເດີມນັ້ນ, ເພື່ອທ່ານທັງຫລາຍຄວນຈະໄດ້ປະຕິບັດຕາມ.7ເພາະວ່າມີຜູ້ຫລອກລວງເປັນຈຳນວນຫລາຍອອກໄປໃນໂລກ, ແລະ ພວກເຂົາບໍ່ຍອມ ຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດລົງມາເປັນມະນຸດ. ນີ້ຄືຜູ້ຫລອກລວງ ແລະ ເປັນຜູ້ທີ່ຕໍ່ສູ້ພຣະຄຣິດເຈົ້າ.8ຈົ່ງລະວັງຕົວທ່ານໃຫ້ດີ, ເພື່ອທ່ານຈະບໍ່ສູນເສຍສິ່ງຕ່າໆທີ່ເຮົາທຸກຄົນໄດ້ກະທຳມາແລ້ວ, ແຕ່ເພື່ອທີ່ທ່ານຈະໄດ້ຮັບລາງວັນຈົນເຕັມຂະຫນາດ.9ຜູ້ໃດກໍຕາມທີ່ຄິດວ່າຕົວເອງຮູ້ດີແລ້ວ ແລະ ບໍ່ຢູ່ໃນຄຳສອນຂອງພຣະຄຣິດເຈົ້າ ກໍບໍ່ມີພຣະເຈົ້າ. ຜູ້ທີ່ຢູ່ໃນຄຳສັ່ງສອນ, ຜູ້ນັ້ນກໍມີທັງພຣະບິດາເຈົ້າ ແລະ ພຣະບຸດ.10ຖ້າຜູ້ໃດມາຫາທ່ານ ແລະ ບໍ່ນຳຄຳສອນນີ້ມາດ້ວຍ, ຢ່າຮັບເຂົາເຂົ້າໃນເຮືອນຂອງທ່ານ ແລະ ຢ່າທັກທາຍເຂົາ.11ເພາະວ່າຜູ້ທີ່ທັກທາຍເຂົາກໍມີສ່ວນຮ່ວມໃນການກະທຳຊົ່ວຂອງເຂົານັ້ນ.12ຂ້າພະເຈົ້າຍັງມີຫລາຍຢ່າງທີ່ຈະຂຽນເຖິງທ່ານ, ແຕ່ຂ້າພະເຈົ້າບໍ່ຢາກຂຽນສິ່ງເຫລົ່ານີ້ດ້ວຍເຈ້ຍ ແລະ ນໍ້າມຶກ. ຢ່າງໃດກໍດີ, ຂ້າພະເຈົ້າຫວັງວ່າຈະມາຫາທ່ານ ແລະ ເວົ້າກັບທ່ານໂດຍຕົງ, ເພື່ອຄວາມຍິນດີຂອງເຮົາຈະໄດ້ເຕັມປ່ຽມ.13ບັນດາລູກຂອງນ້ອງສາວຂອງທ່ານທີ່ໄດ້ຊົງເລືອກໄວ້ ໄດ້ຝາກຄວາມຄິດເຖິງມາຍັງທ່ານດ້ວຍ.
1ຈາກ ຂ້າພະເຈົ້າຜູ້ເຖົ້າແກ່ ຮຽນ ທ່ານຄາໂຢທີ່ຮັກ ຜູ້ຊື່ງທີ່ຂ້າພະເຈົ້າຮັກເນື່ອງດ້ວຍຄວາມຈິງ.2ທ່ານທີ່ຮັກເອີຍ, ຂ້າພະເຈົ້າອ້ອນວອນຂໍໃຫ້ທ່ານຈະເລີນດີຂື້ນໃນທຸກສີ່ງ ແລະ ມີສຸກຂະພາບແຂງແຮງ, ເໝືອນຢ່າງຈິດວິນຍານຂອງທ່ານທີ່ຈະເລີນດີຢູ່ນັ້ນ.3ເພາະວ່າຂ້າພະເຈົ້າມີຄວາມຍິນດີຫລາຍ ເມື່ອພວກພີ່ນ້ອງບາງຄົນໄດ້ມາ ແລະ ເປັນ ພະຍານເຖິງຄວາມສັດຈິງຂອງທ່ານ, ເໝືອນຢ່າງທ່ານໄດ້ປະຕິບັດຕາມຄວາມສັດຈິງນັ້ນ.4ບໍ່ມີສິ່ງໃດທີ່ຈະເຮັດໃຫ້ຂ້າພະເຈົ້າຍິນດີໄປຫລາຍກວ່ານີ້, ຄືທີ່ໄດ້ຍິນວ່າ ລູກທັງຫລາຍຂອງຂ້າພະເຈົ້າປະຕິບັດຕາມຄວາມຈິງ.5ທ່ານທີ່ຮັກເອີຍ, ເມື່ອທ່ານສລະເຫື່ອແຮງໃຫ້ພວກພີ່ນ້ອງ ເປັນຕົ້ນວ່າໃຫ້ແຂກທີ່ມາເຮືອນ ກໍເປັນທີ່ສະແດງເຖີງຄວາມຈົງຮັກພັກດີຂອງທ່ານ.6ເຂົາເຫລົ່ານັ້ນໄດ້ເປັນພະຍານຕໍ່ຄຣິສຕະຈັກ, ໃນເຣື່ອງຄວາມຮັກຂອງທ່ານ ຖ້າທ່ານຈະຊ່ວຍສົ່ງເຂົາເຫລົ່ານັ້ນໃຫ້ສົມກັບການປະຕິບັດພຣະເຈົ້າ ທ່ານກໍເຮັດດີ.7ເພາະການທີ່ພວກເຂົາອອກໄປນີ້ກໍເພື່ອເຫັນແກ່ພຣະນາມຂອງພຣະອົງ ໂດຍບໍ່ຮັບສິ່ງໃດຈາກຄົນຕ່າງຊາດ.8ສະນັ້ນ, ຝ່າຍເຮົາທັງຫລາຍ ຈໍາເປັນຕ້ອງສະນັບສະນຸນອູ້ມຊູຄົນຢ່າງນັ້ນ, ເພື່ອວ່າພວກເຮົາຈະກາຍເປັນຜູ້ຮ່ວມງານກັນໃນຄວາມຈິງ.9ຂ້າພະເຈົ້າໄດ້ຂຽນບາງສີ່ງບາງຢ່າງເຖິງຄຣິສຕະຈັກ, ແຕ່ດີໂອເທເຟ, ຜູ້ມັກຕັ້ງຕົວຢາກຈະເປັນໃຫຍ່ເໜືອໝູ່ ກໍບໍ່ຍອມຮັບເຮົາ.10ສະນັ້ນ, ຖ້າຂ້າພະເຈົ້າມາ ຂ້າພະເຈົ້າຈະ ເຜີຍການທີ່ລາວເຮັດ, ຄືທີ່ລາວໄດ້ກ່າວໃສ່ຮ້າຍຕໍ່ຂ້າພະເຈົ້າດ້ວຍຄວາມບໍ່ມີແກ່ນສານແລະເທົ່ານັ້ນຍັງບໍ່ສົມໃຈ ຊໍ້າບໍ່ໜໍາ ລາວຍັງປະຕິເສດ, ບໍ່ຍອມຮັບຕ້ອນພີ້ນ້ອງເຫລົ່ານັ້ນ ແລ້ວຍັງກີດກັ້ນຄົນທັງຫລາຍ ທີ່ຢາກຮັບຕ້ອນເຂົາ ກັບທັງຕັດເຂົາອອກເສັຽຈາກຄຣິສຕະຈັກ.11ທ່ານທີ່ຮັກເອີຍ, ຢ່າເອົາການຊົ່ວຮ້າຍເປັນແບບຢ່າງ ແຕ່ຈົ່ງເອົາການດີງາມ ຜູ້ທີ່ເຮັດດີ ກໍເປັນຂອງພຣະເຈົ້າ; ຜູ້ທີ່ເຮັດການຊົ່ວກໍບໍ່ໄດ້ເຫັນພຣະເຈົ້າ.12ສ່ວນເດເມທິໂອນັ້ນ ທຸກຄົນກໍເປັນພະຍານວ່າ ເພິ່ນເປັນຄົນດີ ແລະ ຄວາມຈິງເອງກໍເປັນຍານ, ຝ່າຍຂ້າພະເຈົ້າກໍເປັນພະຍານເໝືອນກັນ ແລະທ່ານຮູ້ແລ້ວວ່າຄໍາພະຍານຂອງຂ້າພະເຈົ້າກໍເປັນຈິງ.13ຂ້າພະເຈົ້າມີຂໍ້ຄວາມຫລາຍຂໍ້ທີ່ຈະຂຽນມາເຖິງທ່ານ, ແຕ່ບໍ່ຢາກຂຽນດ້ວຍປາກກາ ແລະນໍ້າຫມຶກ.14ຂ້າພະເຈົ້າຫວັງວ່າຈະໄດ້ພົບທ່ານໃນໄວ ໆ ນີ້, ແລະ ຈະໄດ້ເວົ້າກັນປາກຕໍ່ປາກ.15ຂໍສັນຕິສຸກຈົ່ງມີແກ່ທ່ານ ບັນດາເພື່ອນ ໆ ທາງນີ້ກໍຝາກຄວາມຄິດເຖິງມາຍັງທ່ານ ຂໍທ່ານໄດ້ຝາກຄວາມຄິດເຖິງນີ້ແກ່ບັນດາເພື່ອນ ໆ ທາງພຸ້ນດ້ວຍອອກຊື່ຂອງທຸກຄົນ.
1ຈາກຢູດາ, ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ, ແລະ ນ້ອງຊາຍຂອງຢາໂກໂບ. ເຖິງຄົນທັງຫລາຍທີ່ໄດ້ຮັບການຊົງເອີ້ນ, ຜູ້ເປັນທີ່ຮັກໃນພຣະເຈົ້າພຣະບິດາ, ແລະ ໄດ້ຮັບການຮັກສາໄວ້ເພື່ອພຣະເຢຊູຄຣິດເຈົ້າ:2ຂໍພຣະເມດຕາຄຸນ ແລະ ສັນຕິສຸກ ແລະ ຄວາມຮັກເພີ່ມທະວີຄູນຍິ່ງຂຶ້ນແກ່ທ່ານດ້ວຍ.3ທ່ານທີ່ຮັກທັງຫລາຍ, ຂະນະທີ່ຂ້າພະເຈົ້າພຽນພະຍາຍາມຂຽນເຖິງທ່ານ ກ່ຽວກັບຄວາມພົ້ນທົ່ວໄປຂອງເຮົານັ້ນ, ຂ້າພະເຈົ້າຈຳເປັນຕ້ອງຂຽນເຕືອນສະຕິທ່ານ ໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມເຊື່ອຊຶ່ງຄັ້ງຫນຶ່ງໄດ້ຊົງໂຜດມອບໄວ້ແກ່ຜູ້ເຊື່ອທັງຫລາຍແລ້ວ.4ເພາະມີບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຂົາຢ່າງລັບໆ. ຄົນເຫລົ່ານີ້ຖືກເລັງໄວ້ເພື່ອການພິພາກສາພວກເຂົາ. ເປັນຄົນອະທຳທີ່ບິດເບືອນພຣະຄຸນພຣະເຈົ້າຂອງເຮົາເຂົ້າສູ່ການຊົ່ວຊ້າລາມົກ, ແລະ ໄດ້ປະຕິເສດຈອມເຈົ້ານາຍ ແລະ ອົງພຣະຜູ້ເປັນເຈົ້າອົງດຽວຂອງເຮົາຄືພຣະເຢຊູຄຣິດເຈົ້າ.5ບັດນີ້ຂ້າພະເຈົ້າປາຖະຫນາຢ້ຳເຕືອນທ່ານວ່າ - ແມ່ນວ່າຄັ້ງຫນຶ່ງທ່ານໄດ້ຮູ້ຢູ່ແລ້ວວ່າ - ອົງພຣະຜູ້ເປັນເຈົ້າໄດ້ຊົງຊ່ວຍຜູ້ຄົນອອກຈາກປະເທດເອຢິບ, ແຕ່ພາຍຫລັງພະອົງໄດ້ຊົງທຳລາຍຄົນເຫຼົ່ານັ້ນທີ່ບໍ່ເຊື່ອພຣະອົງ.6ແລະ ບັນດາເທວະດາທີ່ບໍ່ໄດ້ຮັກສາສະຖານະການສິດອຳນາດຂອງຕົນ, ແຕ່ໄດ້ປະຖິ້ມບ່ອນຢູ່ອາໄສຂອງຕົນນັ້ນ - ພຣະອົງໄດ້ຊົງຈອງຈຳພວກເຂົາດ້ວຍໂສ້ທວນອັນເປັນນິລັນໄວ້ໃນທີ່ມືດ, ເພື່ອການເພື່ອການພິພາກສາໃນວັນຍິ່ງໃຫຍ່ນັ້ນ.7ເຊັ່ນດຽວກັບເມືອງໂຊໂດມ ແລະ ເມືອງໂກໂມຣາ ແລະ ເມືອງທັງຫລາຍທີ່ຢູ່ລອບໆພວກເຂົາ, ທີ່ໄດ້ຫລົງຕົນໄປກັບການຜິດປະເວນີ ແລະ ຄວາມປາຖະຫນາໃນການຜິດສິນທຳທາງເພດ. ພວກເຂົາຖືກສະແດງໃຫ້ເປັນຕົວຢ່າງຂອງຜູ້ທົນທຸກຈາກການລົງໂທດໃນໄຟໄໝ້ຢູ່ຕະຫລອດໄປເປັນນິດ.8ເຖິງປານນັ້ນໃນທາງດຽວກັນ, ພວກເຫຼົ່ານີ້ກໍຍັງມົວຝັນເຮັດໃຫ້ຮ່າງກາຍຂອງຕົນຊົ່ວມົວໝອງ. ພວກເຂົາໝິ່ນປະໝາດສິດອຳນາດ, ແລະ ພວກເຂົາດ່າວ່າເຖິງບັນດາສິ່ງທີ່ມີກຽດສັກສີຢູ່ເບື້ອງເທິງ.9ແມ່ນແຕ່ທູດສະຫວັນມີຄາເອນ, ເມື່ອທ່ານໄດ້ຜິດຖຽງ ແລະ ໂຕ້ຖຽງກັບມານເລື່ອງຊາກສົບຂອງໂມເຊ, ທ່ານເອງກໍຍັງບໍ່ກ້າພິພາກສາຫມິ່ນປະຫມາດເຂົາ. ທ່ານພຽງກ່າວວ່າ, “ຂໍອົງພຣະຜູ້ເປັນເຈົ້າເປັນຜູ້ຕິຕຽນເຈົ້າເທີ້ນ!”10ແຕ່ຄົນເຫຼົ່ານີ້ກ່າວໂຈມຕີເຖິງສິ່ງທີ່ພວກເຂົາເອງບໍ່ເຂົ້າໃຈ. ແລະ ສິ່ງທີ່ພວກເຂົາເຂົ້າໃຈຄວາມຮູ້ສຶກຕາມນິໄສຂອງສັດຮ້າຍທີ່ບໍ່ມີຄວາມຄິດ - ສິ່ງເຫລົ່ານີ້ເປັນສິ່ງທຳລາຍພວກເຂົາເອງ.11ວິບັດຈົ່ງມີແກ່ພວກເຂົາ! ເພາະພວກເຂົາໄດ້ດຳເນີນໃນທາງຂອງກາອິນ, ແລະ ກະທຳຄວາມຜິດພາດເພາະເຫັນແກ່ລາງວັນກຳໄລຂອງບາລາອາມ. ພວກເຂົາຈິບຫາຍໄປໃນການກະບົດຕາມຢ່າງຂອງໂກຣາ.12ຄົນເຫລົ່ານີ້ເປັນຫີນໂສໂຄກທີ່ເຊື່ອງຕົວຢູ່ໃນງານລ້ຽງແຫ່ງຄວາມຮັກຂອງທ່ານ. ພວກເຂົາຊີມລົດອາຫານສະເພາະສຳລັບຕົນເອງຢ່າງບໍ່ອາຍ. ພວກເຂົາເປັນ ເມກທີ່ບໍ່ມີນຳ້ທີ່ລອຍໄປຕາມລົມ. ພວກເຂົາເປັນດັ່ງຕົ້ນໄມ້ໃນລະດູໃບໄມ້ລົ່ນທີ່ບໍ່ມີຜົນ - ຊຶ່ງຕາຍມາສອງຄັ້ງແລ້ວເພາະຖືກຖອນທັງຮາກ.13ພວກເຂົາເປັນດັ່ງຄື້ນຟອງນໍ້າອັນຮ້າຍແຮງໃນມະຫາສະໝຸດທີ່ຊັດຟອງຄວາມອັບປະໂຫຍດຂອງຕົນອອກ. ພວກເຂົາເປັນດາວທີ່ລອຍລັບເປັນຜູ້ທີ່ຕົກຢູ່ໃນຄວາມມືດຕຶບນິຣັນດອນ.14ເອໂນກ, ເຊື້ອສາຍຜູ້ທີເຈັດນັບແຕ່ອາດາມ, ໄດ້ທຳນວາຍເຖິງພວກເຂົາວ່າ, “ເບິ່ງແມ! ອົງພຣະຜູ້ເປັນເຈົ້າກຳລັງສະເດັດມາພ້ອມກັບຜູ້ບໍຣິສຸດ ເປັນພັນໆຂອງພຣະອົງ. ພຣະອົງສະເດັດມາເພື່ອການດຳເນີນການພິພາກສາທຸກຄົນ.15ພຣະອົງສະເດັດມາເພື່ອພິພາກສາການອະທຳທຸກຢ່າງທີ່ພວກເຂົາໄດ້ເຮັດຢ່າງຊົ່ວຮ້າຍ ແລະ ທຸກຖ້ອຍຄຳທີ່ຫຍາບຊ້າທັງຫລາຍທີ່ຄົນບາບໄດ້ກ່າວຮ້າຍຕໍ່ພຣະອົງ.”16ຄົນເຫຼົ່ານີ້ເປັນຄົນມັກຈົ່ມ, ເປັນຄົນໂຄສະນາ ຊົ່ວຊ້າທີ່ດຳເນີນຕາມຄວາມປາຖະຫນາອັນຊົ່ວຮ້າຍຂອງພວກເຂົາ. ພວກເຂົາເວົ້າອວດອ້າງເປັນຄົນຍ້ອງຍໍຄົນອື່ນເພື່ອຫວັງປະໂຫຍດຂອງຕົນ.17ແຕ່ທ່ານທີ່ຮັກ, ຈົ່ງຈົດຈຳຄຳເວົ້າທີ່ກ່າວໄວ້ໃນອະດີດໂດຍເຫລົ່າອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາ.18ຊຶ່ງໄດ້ກ່າວເຖິງທ່ານ ວ່າ, “ໃນຍຸກສຸດທ້າຍຈະມີຄົນເຍາະເຍື້ຍທີ່ດຳເນີນຕາມຄວາມປາຖະໜາອັນຊົ່ວຊ້າ ຂອງພວກເຂົາ”19ຄົນເຫລົ່ານີ້ຄືຄົນທີ່ແຍກ, ຕົວອອກມາພວກເຂົາເປັນຂອງຝ່າຍໂລກ ແລະ ບໍ່ມີພຣະວິນຍານ.20ແຕ່ທ່ານ ຜູ້ເປັນທີ່ຮັກ, ຈົ່ງສ້າງຕົວທ່ານໃນຄວາມເຊື່ອອັນບໍຣິສຸດຂອງທ່ານແລະ ຈົ່ງອະທິຖານໃນພຣະວິນຍານບໍຣິສຸດເຈົ້າ.21ຈົ່ງຮັກສາຕົວຂອງທ່ານໄວ້ ໃນຄວາມຮັກຂອງພຣະເຈົ້າ ແລະ ຄອຍຖ້າພຣະກະລຸນາຂອງອົງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາທີ່ຊົງນຳຊີວິດນິຣັນດອນມາໃຫ້ແກ່ທ່ານ.22ຈົ່ງເມດຕາຕໍ່ຜູ້ທີ່ສົງໄສ.23ຈົ່ງຊ່ວຍຜູ້ອື່ນດ້ວຍດຶງເຂົາອອກຈາກກອງໄຟ, ຈົ່ງເມດຕາຜູ້ອື່ນດ້ວຍຄວາມຢຳເກງ. ຈົ່ງກຽດຊັງແມ່ນແຕ່ເສື້ອຜ້າທີ່ເປື້ອນເປິດ້ວຍຣາຄະຕັນຫາ.24ນີ້ແມ່ນສຳລັບຜູ້ທີ່ຊົງສາມາດຄຸ້ມຄອງການສະດຸດ ແລະ ເປັນເຫດໃຫ້ທ່ານຢືນຢູ່ ຕໍ່ພຣະພັກ ອັນສະຫງ່າຣາສີຂອງພຣະອົງ ໂດຍປາສະຈາກຄວາມຜິດ ແລະ ດ້ວຍຄວາມຍິນດີຢ່າງເຫລືອລົ້ນ.25ຕໍ່ພຣະເຈົ້າອົງພຣະຜູ້ ຊ່ວຍໃຫ້ພົ້ນຂອງເຮົາ ອົງດຽວຜ່ານອົງ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງເຮົາ; ໂດຍພຣະສີຣິ ໂດຍຣິດເດດການຄຸ້ມຄອງ ແລະ ຣິດອຳນາດຕັ້ງແຕ່ບັດນີ້ ແລະ ນິຣັນດອນອາແມນ.
1ພຣະນິມິດຂອງພະເຢຊູຄຣິດເຈົ້າ ທີ່ພຣະເຈົ້າຊົງປຣະທານໃຫ້ແກ່ພຣະອົງເພື່ອສຳແດງຕໍ່ບັນດາຜູ້ຮັບໃຊ້ຂອງພຣະອົງວ່າຈະຕ້ອງເກີດຫຍັງຂຶ້ນແດ່ອີກບໍ່ຊ້ານີ້. ພຣະອົງຊົງໃຫ້ເປັນທີ່ຮູ້ແຈ້ງໂດຍສົ່ງທູດສະຫວັນຂອງພຣະອົງໄປຫາໂຢຮັນຜູ້ຮັບໃຊ້ຂອງພຣະອົງ.2ໂຢຮັນໄດ້ເປັນພະຍານກ່ຽວກັບຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ກ່ຽວກັບຄຳພະຍານຂອງພຣະເຢຊູຄຣິດເຈົ້າ, ຄືທຸກສິ່ງທີ່ທ່ານເຫັນ.3ຄວາມສຸກຈິ່ງມີແກ່ບັນດາຜູ້ທີ່ອ່ານພຣະທັມເຫລັ້ມນີ້ອອກສຽງດັງ, ແລະ ແກ່ບັນດາຜູ້ທີ່ຮັບຟັງຖ້ອຍຄຳແຫ່ງຄຳທຳນວາຍນີ້, ແລະ ບັນດາຜູ້ທີ່ເຊື່ອຟັງຕາມສິ່ງທີ່ຂຽນໄວ້ໃນພຣະທັມເຫລັ້ມນີ້, ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ.4ຈາກໂຢຮັນ, ເຖິງຄຣິສຕະຈັກທັງເຈັດໃນແຂວງເອເຊຍ: ຂໍໃຫ້ທ່ານທັງຫລາຍໄດ້ຮັບພຣະຄຸນ ແລະ ສັນຕິສຸກຈາກພຣະອົງຜູ້ຊົງດຳຣົງຢູ່, ຜູ້ໄດ້ດຳຣົງຢູ່ ແລະ ຜູ້ທີ່ຈະສະເດັດມາ, ແລະຈາກພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າພຣະທີ່ນັ່ງຂອງພຣະອົງ,5ແລະ ຈາກພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນພະຍານທີ່ສັດຊື່ ແລະ ຊົງເປັນຜູ້ທຳອິດທີ່ໄດ້ເປັນຂຶ້ນມາຈາກຕາຍ, ແລະ ເປັນຜູ້ຊົງຄອບຄອງເຫນືອບັນດາກະສັດໃນໂລກ. ແຕ່ພຣະອົງຊົງຮັກພວກເຮົາ ແລະໄດ້ປົດປ່ອຍພວກເຮົາຈາກຄວາມບາບ ດ້ວຍພຣະໂລຫິດຂອງພຣະອົງ.6ພຣະອົງຊົງຕັ້ງເຮົາໃຫ້ເປັນອານາຈັກຫນຶ່ງ ແລະ ເປັນພວກປະໂລຫິດຂອງພຣະເຈົ້າ ແລະ ພຣະບິດາຂອງພຣະອົງ ຂໍພຣະກຽດ ແລະ ຣິດທານຸພາບຈົ່ງເປັນຂອງພຣະເຢຊູຄຣິດເຈົ້າຕະຫລອດໄປເປັນນິດເຖີ້ນ. ອາແມນ.7ເບິ່ງແມ, ພຣະອົງກຳລັງສະເດັດມາເທິງເມກ; ຕາທຸກດວງຈະເຫັນພຣະອົງ, ລວມເຖິງຄົນທັງຫລາຍທີ່ແທງພຣະອົງຈະເຫັນພຣະອົງເຫມືອນກັນ. ມະນຸດທຸກເຜົ່າພັນທົ່ວໂລກຈະຮ້ອງໄຫ້ຮໍ່າໄຮເພາະພຣະອົງ. ຈະເປັນໄປຢ່າງນັ້ນ, ອາແມນ.8"ເຮົາເປັນອາລະຟາ ແລະ ໂອເມຄາ," ພຣະຜູ້ເປັນເຈົ້າຊົງກ່າວວ່າ, "ຜູ້ຊົງເປັນຢູ່, ຜູ້ເຄີຍເປັນຢູ່ ແລະ ຜູ້ທີ່ຈະສະເດັດມາ ຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.9ຂ້າພຣະເຈົ້າ, ຄືໂຢຮັນພີ່ນ້ອງຂອງທ່ານທັງຫລາຍ ແລະ ຜູ້ມີສ່ວນຮ່ວມໃນຄວາມຍາກລຳບາກ ແລະ ໃນຣາຊອານາຈັກ ແລະ ໃນຄວາມພຽນອົດທົນຊຶ່ງເປັນປະສົບການໃນອົງພຣະເຢຊູຄຣິດເຈົ້າ ຂ້າພຣະເຈົ້າຢູ່ທີ່ເກາະປາຕາໂມເພາະເຫດພຣະຄັມຂອງພຣະເຈົ້າ ແລະ ຄຳພະຍານກ່ຽວກັບພຣະເຢຊູເຈົ້າ.10ຂ້າພຣະເຈົ້າໄດ້ຢູ່ໃນພຣະວິນຍານໃນວັນຂອງອົງພຣະຜູ້ເປັນເຈົ້າ. ຂ້າພຣະເຈົ້າໄດ້ຍິນພຣະສຸຣະສຽງດັງເຫມືອນຢ່າງສຽງແກມາຈາກເບື້ອງຫລັງຂອງຂ້າພຣະເຈົ້າ.11ໄດ້ກ່າວວ່າ "ຈົ່ງຂຽນສິ່ງທີ່ທ່ານເຫັນລົງໄປໃນປຶ້ມ, ແລະ ສົ່ງໄປໃຫ້ຄຣິສຕະຈັກທັງເຈັດ ຄືຄຣິສຕະຈັກທີ່ເມືອງເອເຟໂຊ, ເມືອງຊະມີນາ, ເມືອງເປຄາໂມ, ເມືອງທົວເຕຣາ, ເມືອງຊາເດ, ເມືອງຟີລາເດັນເຟັຍ ແລະເມືອງລາວດີເກອາ".12ແລ້ວຂ້າພຣະເຈົ້າກໍ່ຫັນກັບມາເບິ່ງວ່າເປັນພຣະສຸຣະສຽງຂອງຜູ້ໃດກ່າວກັບຂ້າພຣະເຈົ້າ ແລະ ເມື່ອຫັນກັບມາແລ້ວຂ້າພຣະເຈົ້າກໍ່ເຫັນຄັນຕະກຽງເປັນຄຳເຈັດອັນ13ໃນທ່າມກາງຄັນຕະກຽງເຫລົ່ານັ້ນມີຜູ້ຫນຶ່ງເຫມືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ແລະ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ.14ຫົວ ແລະ ຜົມຂອງພຣະອົງຂາວເຫມືອນຂົນແກະສີຂາວ - ເຫມືອນດັ່ງຫິມະ, ຕາຂອງພຣະອົງເຫມືອນດັ່ງແປວໄຟ.15ຕີນຂອງພຣະອົງເຫລື້ອມເຫມືອນດັ່ງທອງເຫລືອງກ້ຽງ ທີ່ຖືກຫລອມໃຫ້ບໍຣິສຸດໃນເຕົາຫລອມແລ້ວ, ແລະ ສຽງຂອງພຣະອົງເຫມືອນດັ່ງສຽງນໍ້າຕົກຕາດໃຫຍ່.16ພຣະອົງຊົງຖືດວງດາວເຈັດດວງໄວ້ໃນມືຂວາຂອງພຣະອົງ ແລະ ມີດາບສອງຄົມອອກມາຈາກປາກຂອງພຣະອົງ ໃບໜ້າຂອງພຣະອົງເຫລື້ອມເຫມືອນດັ່ງຕາເວັນທີ່ສ່ອງແສງແຮງກ້າທີ່ສຸດ.17ເມື່ອຂ້າພຣະເຈົ້າເຫັນພຣະອົງ, ຂ້າພຣະເຈົ້າກໍ່ລົ້ມລົງໃກ້ຕີນຂອງພຣະອົງເຫມືອນດັ່ງຄົນຕາຍ. ແຕ່ພຣະອົງຊົງວາງມືເທິງຕົວຂອງຂ້າພະເຈົ້າ ແລະ ໄດ້ກ່າວວ່າ "ຢ່າຢ້ານເລີຍ ເຮົາເປັນຜູ້ຕົ້ນ ແລະ ເປັນຜູ້ປາຍ,18ແລະ ເປັນຜູ້ມີຊີວິດຢູ່. ເຮົາໄດ້ຕາຍແລ້ວ, ແຕ່ເບິ່ງແມ, ເຮົາຍັງມີຊິີວິດຢູ່ຕະຫລອດໄປເປັນນິດ! ແລະ ເຮົາຖືລູກກະແຈແຫ່ງຄວາມຕາຍ ແລະ ແດນມໍຣະນາ.19ສະນັ້ນ ຈົ່ງຂຽນສິ່ງທີ່ເຈົ້າເຫັນແລ້ວ, ຄືສິ່ງທີ່ກຳລັງເປັນຢູ່ໃນຂະນະນີ້, ແລະ ສິ່ງທີ່ຈະເກີດຂຶ້ນຫລັງຈາກນີ້.20ນີ້ແມ່ນຄວາມເລິກລັບຂອງດາວທັງເຈັດດວງຊຶ່ງເຈົ້າເຫັນໃນມືຂວາຂອງເຮົາ ແລະ ຄັນຕະກຽງເປັນຄຳທັງເຈັດອັນນັ້ນກໍຄື ດາວເຈັດດວງໄດ້ແກ່ບັນດາທູດສະຫວັນແຫ່ງຄຣິສຕະຈັກທັງເຈັດ ແລະ ຄັນຕະກຽງຄຳເຈັດອັນນັ້ນກໍ່ຄື: ຄຣີສຕະຈັກທັງເຈັດ."
1"ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງເອເຟໂຊວ່າ: 'ພຣະອົງຜູ້ຊົງຖືດາວທັງເຈັດດວງໄວ້ໃນພຣະຫັດຂວາ ແລະ ຊົງດຳເນີນຢູ່ທ່າມກາງຄັນຕະກຽງທອງຄຳທັງເຈັດນັ້ນກ່າວດັ່ງນີ້່,2ວ່າ "ເຮົາຮູ້ຈັກການກະທຳຂອງເຈົ້າ ແລະເຮົາຮູ້ຈັກພາຣະກິດອັນຍາກລຳບາກ ແລະ ຄວາມພຽນອົດທົນຂອງເຈົ້າ ເຮົາຮູ້ວ່າເຈົ້າບໍ່ຍອມທົນຕໍ່ພວກຄົນຊົ່ວຮ້າຍ ເຮົາຮູ້ວ່າເຈົ້າໄດ້ທົດສອບພວກທີ່ອ້າງຕົນວ່າເປັນອັກຄະສາວົກ ແຕ່ບໍ່ເປັນຄວາມຈິງ ແລະ ເຈົ້າກໍ່ພົບວ່າພວກເຂົາເປັນຄົນຂີ້ຕົວະ.3ເຮົາຮູ້ວ່າພວກເຈົ້າມີຄວາມອົດທົນ ແລະພວກເຈົ້າຕ້ອງທົນທຸກຢ່າງຫລວງຫລາຍເພາະນາມຂອງເຮົາ ແລະບໍ່ໄດ້ທໍ້ຖ້ອຍ4ແຕ່ເຮົາມີຂໍ້ທີ່ຈະຕິຕຽນພວກເຈົ້າຄື: ເຈົ້າໄດ້ປະຖິ້ມຄວາມຮັກຄັ້ງທຳອິດຂອງເຈົ້າ.5ເພາະສະນັ້ນຈົ່ງລະນຶກ ເຖິງສະພາບດັ້ງເດີມທີ່ເຈົ້າຕົກລົງມາແລ້ວນັ້ນ. ຈົ່ງກັບໃຈເສຍໃຫມ່ ແລະ ກະທຳຕາມສິ່ງທີ່ເຈົ້າໄດ້ເຄີຍເຮັດມາໃນຕອນຕົ້ນນັ້ນ ຖ້າບໍ່ດັ່ງນັ້ນເຮົາຈະມາຫາເຈົ້າ ແລະ ເຮົາຈະຍ້າຍຄັນຕະກຽງຂອງເຈົ້າອອກຈາກທີ່ຂອງມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສຍໃຫມ່.6ແຕ່ວ່າເຈົ້າຍັງມີຂໍ້ດີຢູ່ຄື: ເຈົ້າກຽດຊັງຄວາມປະພຶດຂອງພວກນິໂກລາຍເຕ, ທີ່ເຮົາເອງກໍ່ກຽດຊັງເຫມືອນກັນ.7ໃຜມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີຊັຍຊະນະ ເຮົາຈະໃຫ້ຜູ້ນັ້ນມີສິດກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ທີ່ມີຢູ່ໃນເມືອງສຸຂະເສີມຂອງພຣະເຈົ້າ.8ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊະມີນາວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຈາກພຣະອົງ ທີ່ເປັນຜູ້ຕົ້ນ ແລະ ເປັນຜູ້ປາຍ ຜູ້ຊົງສິ້ນພຣະຊົນແລ້ວ ແລະ ກັບມີຊີວິດອີກຊົງ ກ່າວດັ່ງນີ້:9ເຮົາຮູ້ຈັກຄວາມຍາກລຳບາກ ແລະຍາກຈົນຂອງເຈົ້າ, ແຕ່ແທ້ຈິງແລ້ວເຈົ້າກໍຮັ່ງມີ. ເຮົາຮູ້ຈັກການກ່າວຮ້າຍຂອງພວກທີ່ອ້າງຕົົນວ່າເປັນຢິວ, ແຕ່ພວກເຂົາບໍ່ໄດ້ເປັນແທ້ ພວກເຂົາເປັນພັກພວກຂອງມານຊາຕານ.10ຢ່າຢ້ານຄວາມທົນທຸກທີ່ເຈົ້າຈະໄດ້ຮັບນັ້ນ. ເບີ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກເພື່ອທົດລອງໃຈພວກເຈົ້າ, ແລະເ ຈົ້າທັງຫລາຍຈະທົນທຸກລຳບາກເປັນເວລາສິບວັນ. ເຈົ້າຈົ່ງສັດຊື່ຈົນເຖິງວັນຕາຍ ແລະ ເຮົາຈະມອບມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.11ໃຜມີຫູຟັງ ກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ຜູ້ທີ່ມີຊັຍຊະນະຈະບໍ່ໄດ້ຮັບອັນຕະຣາຍຈາກຄວາມຕາຍຄັ້ງທີສອງເລີຍ.12ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມື່ອງເປຄາໂມວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຈາກພຣະອົງຜູ້ຖືດາບສອງຄົມ:13"ເຮົາຮູ້ຈັກທີ່ຢູ່ຂອງເຈົ້າ ຊິ່ງເປັນບັນລັງຂອງຊາຕານຢູ່ທີ່ນັ້ນ, ເຖິງປານນັ້ນເຈົ້າກໍ່ຕັ້ງຫມັ້ນໃນນາມຂອງເຮົາ. ເຮົາຮູ້ຈັກວ່າເຈົ້າບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ ເຖິງວ່າໃນເວລາທີ່ ອັນຕິປາຜູ້ເປັນພະຍານທີ່ສັດຊື່ຂອງເຮົາໄດ້ຖືກຂ້າທ່າມກາງພວກເຈົ້າໃນບ່ອນທີ່ມານຊາຕານຢູ່.14ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ຄື: ທີ່ນັ້ນມີບາງຄົນໃນພວກເຈົ້າຍຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກໃຫ້ວາງສິ່ງສະດຸດຕໍ່ຫນ້າເຊື້ອສາຍຂອງອິສະຣາເອນໃຫ້ເຮັດບາບ ຄືຊັກຊວນໃຫ້ພວກເຂົາກິນອາຫານທີ່ບູຊາຮູບເຄົາຣົບແລະ ເຮັດຜິດສິລະທັມທາງເພດລ່ວງປະເວນີ.15ເຊັ່ນດຽວກັນ, ມີຄົນໃນພວກເຈົ້າທີ່ຢຶດຄຳສອນຂອງພວກນິໂກລາຍເຕດ້ວຍ.16ເພາະສະນັ້ນຈົ່ງກັບໃຈເສຍໃຫມ່, ຖ້າບໍ່ດັ່ງນັ້ນ ເຮົາຈະມາຫາເຈົ້າໂດຍໄວ, ແລະ ເຮົາຈະຕໍ່ສູ້ກັບຄົນເຫລົ່ານັ້ນດ້ວຍດາບທີ່ອອກຈາກປາກຂອງເຮົາ.17ໃຜມີຫູຟັງ ກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ. ສຳລັບຜູ້ທີ່ມີຊັຍຊະນະ, ເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແລະ ຈະໃຫ້ຫີນຂາວທີ່ມີຊື່ໃຫມ່ຈາຣຶກໄວ້ເທິງກ້ອນຫີນນັ້ນ ເປັນຊື່ຊຶ່ງບໍ່ມີໃຜຮູ້ເລີຍນອກຈາກຜູ້ທີ່ໄດ້ຮັບເທົ່ານັ້ນ.18ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງທົວເຕຣາວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຈາກພຣະບຸດຂອງພຣະເຈົ້າ, ຜູ້ຊົງມີດວງຕາເຫມືອນຢ່າງແປວໄຟ ແລະ ຊົງມີຕີນເຫມືອນດັ່ງທອງເຫລືອງກ້ຽງໄດ້ກ່າວດັ່ງນີ້ວ່າ:19"ເຮົາຮູ້ຈັກເຖິງສິ່ງທີ່ເຈົ້າໄດ້ກະທຳໄປ ທັງຄວາມຮັກ ແລະ ຄວາມເຊື່ອ ແລະ ການປະຕິບັດ ແລະຄວາມອົດທົນຂອງເຈົ້າ ແລະ ຮູ້ວ່າສິ່ງທີ່ເຈົ້າໄດ້ເຮັດເມື່ອບໍ່ດົນມານີ້ດີກວ່າສິ່ງທີ່ເຈົ້າໄດ້ເຮັດມາແຕ່ຕອນທຳອິດ.20ແຕ່ເຮົາມີຂໍ້ຕິຕຽນເຈົ້າແດ່ຄື: ເຈົ້າຍອມທົນຟັງຍິງທີ່ຊື່ວ່າເຢເຊເບນ ຜູ້ທີ່ອ້າງຕົນເອງວ່າເປັນຜູ້ປະກາດພຣະຄັມຂອງພຣະເຈົ້າ ນາງສອນແລະລໍ້ລວງບັນດາຜູ້ຮັບໃຊ້ຂອງເຮົາໃຫ້ລ່ວງປະເວນີ ແລະ ກິນອາຫານທີ່ໄດ້ບູຊາຮູບເຄົາຣົບແລ້ວ.21ເຮົາໃຫ້ໂອກາດນາງເພື່ອຈະໄດ້ກັບໃຈໃຫມ່, ແຕ່ນາງກໍ່ບໍ່ປະສົງຈະກັບໃຈຈາກການລ່ວງປະເວນີຂອງນາງ.22ເບິ່ງແມ! ເຮົາຈະຖິ້ມນາງລົງໃນຕຽງນອນຂອງຄົນປ່ວຍ, ແລະ ຖິ້ມພວກທີ່ລ່ວງປະເວນີກັບນາງໄວ້ໃນຄວາມລຳບາກຍິ່ງໃຫຍ່, ນອກຈາກວ່າພວກເຂົາຈະກັບໃຈຈາກການປະພຶດຊົ່ວທີ່ພວກເຂົາໄດ້ເຮັດນຳກັນກັບນາງ23ເຮົາຈະປະຫານລູກໆຂອງນາງໃຫ້ຕາຍ, ແລ້ວຄຣິສຕະຈັກທັງຫລາຍກໍຈະຮູ້ວ່າເຮົາເປັນຜູ້ກວດສອບຄວາມຄິດ ແລະ ຈິດໃຈຂອງມະນຸດທຸກຄົນ ແລະ ເຮົາຈະໃຫ້ກັບເຈົ້າທັງຫລາຍແຕ່ລະຄົນຕາມຄວາມປະພຶດຂອງພວກເຈົ້າ.24ສຳລັບພວກເຈົ້າທີ່ເຫລືອຢູໃນເມືອງທົວເຕຣາ ຄືຜູ້ບໍ່ຖືຄຳສອນນີ້, ແລະບໍ່ຮູ້ຈັກສິ່ງທີ່ເຂົາເອີ້ນຄວາມລັບເລິກຂອງຊາຕານ ເຮົາຈະບອກແກ່ເຈົ້າວ່າ 'ເຮົາຈະບໍ່ມອບພາຣະອື່ນແກ່ພວກເຈົ້າ ເຖິງຢ່າງໃດກໍ່ດີ25ຈົ່ງຢຶດຫມັ້ນສິ່ງທີ່ພວກເຈົ້າມີຢູ່ແລ້ວໄວ້ຈົນກວ່າເຮົາຈະມາ.26ແລະ ຄົນທີ່ມີຊັຍຊະນະ ແລະ ຜູ້ທີ່ໄດ້ກະທຳຕາມສິ່ງທີ່ເຮົາໄດ້ກະທຳຈົນເຖິງທີ່ສຸດ ເຮົາຈະປະທານສິດທິອຳນາດເຫນືອບັນດາປະຊາຊາດກັບເຂົາ.27ແລະ ຜູ້ນັ້ນຈະບັງຄັບບັນຊາພວກເຂົາດ້ວຍຄ້ອນເຫລັກເຫມືອນຢ່າງຊ່າງຫມໍ້ດິນທີ່ທຳລາຍຫມໍ້ດິນໃຫ້ແຕກຫມຸ່ນເສຍ.28ເຫມືອນຢ່າງທີ່ເຮົາໄດ້ຮັບອຳນາດຈາກພຣະບິດາເຈົ້າຂອງເຮົາແລ້ວ ແລະ ເຮົາຈະມອບດາວເພັກ(ປະຈຳຮຸ່ງອາລຸນ) ໃຫ້ກັບເຂົາດ້ວຍ.29ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ.
1ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງຊາເດ ວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຂອງພຮະອົງຜູ້ຊົງມີພຣະວິນຍານທັງເຈັດຂອງພຣະເຈົ້າ ແລະ ຊົງມີດາວເຈັດດວງນັ້ນ ກ່າວວ່າ "ເຮົາຮູ້ຈັກເຖິງສິ່ງທີ່ເຈົ້າໄດ້ກະທຳໄປຄື: ເຈົ້າໄດ້ຊື່ວ່າມີຊີວິດຢູ່ເຖິງແມ່ນວ່າເຈົ້າຕາຍແລ້ວກໍຕາມ.2ເຈົ້າຈົ່ງຕື່ນຂຶ້ນ ແລະ ຈົ່ງເສີມກຳລັງໃຫ້ກັບສ່ວນທີ່ເຫລືອຢູ່ຊຶ່ງໃກ້ຈະຕາຍແລ້ວນັ້ນ, ເພາະເຮົາພົບວ່າການກະທຳຂອງເຈົ້ານັ້ນຍັງບໍ່ຄົບບໍຣິບູນໃນສາຍຕາຂອງພຣະເຈົ້າຂອງເຮົາ.3ເຫດສະນັ້ນ, ເຈົ້າຈົ່ງລະນຶກເຖິງສິ່ງທີ່ເຈົ້າເຄີຍໄດ້ຮັບ ແລະ ໄດ້ຍິນ. ຈົ່ງເຊື່ອຟັງ, ແລະ ຈົ່ງກັບໃຈໃຫມ່. ເພາະຖ້າເຈົ້າບໍ່ຕື່ນຂຶ້ນ, ເຮົາຈະມາເຫມືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ.4ແຕ່ຍັງມີບາງຄົນໃນພວກເຈົ້າທີ່ເມືອງຊາເດທີ່ບໍ່ໄດ້ເຮັດໃຫ້ເສື້ອຜ້າຂອງຕົນສົກກະປົກ ແລະ ພວກເຂົາຈະເດີນໄປກັບເຮົາ ນຸ່ງຊຸດສີຂາວ ເພາະວ່າເຂົາເປັນຄົນທີ່ເຫມາະສົມ.5ຄົນທີ່ມີຊັຍຊະນະກໍ່ຈະນຸ່ງເສື້ອສີຂາວ, ແລະ ເຮົາຈະບໍ່ລົບຊື່ຂອງເຂົາອອກຈາກຫນັງສືແຫ່ງຊີວິດ, ແລະ ເຮົາຈະຮັບຮອງຊື່ຂອງເຂົາຊ້ອງຫນ້າພຣະບິດາເຈົ້າຂອງເຮົາ, ແລະ ຕໍ່ຫນ້າບັນດາທູດສະຫວັນຂອງພຣະອົງ.6ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ.7ຈົ່ງຂຽນເຖິງທູດສະຫວັນ ຂອງພຣະເຈົ້າໃນຄຣິສຕະຈັກ ທີ່ເມືອງຟິລາເດັນເຟຍວ່າ: ເຫລົ່ານີ້ຄືຖ້ອຍຄຳຈາກພຣະອົງຜູ້ບໍຣິສຸດ ແລະ ຜູ້ຊົງສັດຈິງ ຜູ້ຊົງຖືລູກກະແຈຂອງດາວິດ, ຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດໄດ້, ຜູ້ຊົງປິດແລ້ວຈະບໍ່ມີຜູ້ເປີດໄດ້ນັ້ນ ກ່າວດັ່ງນີ້ວ່າ.8"ເຮົາຮູ້ຈັກສີ່ງທີເຈົ້າໄດ້ກະທຳໄປ. ເບິ່ງແມ, ເຮົາວາງປະຕູທີ່ເປີດໄວ້ ແລະ ບໍ່ມີໃຜປິດໄດ້ໄວ້ຕໍ່ຫນ້າພວກເຈົ້າ. ເຮົາຮູ້ວ່າເຈົ້າມີກຳລັງພຽງຫນ້ອຍດຽວ ແຕ່ເຖິງປານນັ້ນເຈົ້າກໍ່ຖືຮັກສາຖ້ອຍຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ.9ເບິ່ງແມ! ບັນດາຄົນທີ່ເປັນພັກພວກຂອງມານຊາຕານ, ພວກທີ່ອ້າງວ່າ ພວກເຂົາເປັນຢີວ ແຕ່ບໍ່ແມ່ນຄວາມຈິງ; ພວກເຂົາກຳລັງຂີ້ຕົ໋ວະຢູ່. ເຮົາຈະເຮັດໃຫ້ພວກເຂົາມາກາບລົງທີ່ຕີນຂອງເຈົ້າ ແລະ ໃຫ້ເຂົາຮູ້ວ່າເຮົາຮັກເຈົ້າ.10ເພາະວ່າເຈົ້າຖືຮັກສາຄຳສັ່ງ ຂອງເຮົາດ້ວຍຄວາມອົດທົນ, ເຮົາຈະເຝົ້າຮັກສາເຈົ້າໃຫ້ພົ້ນຈາກຊ່ວງເວລາແຫ່ງການທົດລອງຊຶ່ງຈະມາເຖິງຄົນທົ່ວທັງໂລກ, ເພື່ອຈະທົດລອງຄົນທັງຫລາຍທີ່ຢູ່ໃນໂລກ.11ເຮົາຈະມາໄວໆນີ້. ຈົ່ງຢຶດຫມັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ໃຫ້ໃຜຊີງເອົາມົງກຸດແຫ່ງຊັຍຊະນະຂອງເຈົ້າໄປຈາກເຈົ້າໄດ້.12ເຮົາຈະຕັ້ງຜູ້ທີ່ຊັຍຊະນະ ໃຫ້ເປັນເສົາຫລັກຢູ່ໃນພຣະວິຫານຂອງພຣະເຈົ້າຂອງເຮົາ ແລະ ເຂົາຈະບໍ່ອອກໄປຈາກພຣະວິຫານອີກເລຍ ເຮົາຈະຈາຣຶກພຣະນາມແຫ່ງພຣະເຈົ້າຂອງເຮົາໄວ້ເທິງຕົວເຂົາ ແລະຊື່ເມືອງຂອງພຣະເຈົ້າຂອງເຮົາ (ຄືນະຄອນເຢຣູຊາເລັມໃຫມ່, ທີ່ລົງມາຈາກສະຫວັນຈາກພຣະເຈົ້າຂອງເຮົາ), ແລະ ນາມໃຫມ່ຂອງເຮົາດ້ວຍ.13ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມ ທີ່ພຣະວິນຍານກ່າວກັບຄຣິສຕະຈັກທັງຫລາຍ.14ຈົ່ງຂຽນເຖິງທູດສະຫວັນຂອງພຣະເຈົ້າໃນຄຣິສຕະຈັກທີ່ເມືອງລາວດີເກອາວ່າ: 'ເຫລົ່ານີ້ເປັນຖ້ອຍຄຳຂອງພຣະອົງຜູ້ເປັນອາແມນ, ພຣະອົງຊົງເປັນພະຍານທີ່ສັດຊື່ ແລະ ຍຸດຕິທັມຊົງເປັນຜູ້ຄອບຄອງເຫນືອສິ່ງສາຣະພັດທີ່ພຣະເຈົ້າຊົງສ້າງນັ້ນ, ກ່າວວ່າ15ເຮົາຮູ້ເຖິງສິ່ງທີ່ເຈົ້າໄດ້ເຮັດໄປ ຄືວ່າເຈົ້າບໍ່ເຢັນ ແລະ ບໍ່ຮ້ອນ ເຮົາຢາກໃຫ້ເຈົ້າເຢັນ ຫລື ຮ້ອນ!16ເພາະວ່າເຈົ້າເປັນແຕ່ອຸ່ນໆ ບໍ່ເຢັນ ແລະ ບໍ່ຮ້ອນດັ່ງນັ້ນເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາເສຍ.17ເພາະເຈົ້າເວົ້າວ່າ ຂ້ອຍຮັ່ງມີ, ຂ້ອຍມີຊັບສົມບັດຫລວງຫລາຍ, ແລະ ຂ້ອຍບໍ່ຕ້ອງການສິ່ງໃດເລີຍ. ແຕ່ເຈົ້າບໍ່ຮູ້ບໍ່ວ່າເຈົ້າເປັນຄົນທຸກໄຮ້ເຂັນໃຈ, ເປັນຄົນຫນ້າສົງສານຊ່ຳໃດ, ເຈົ້າຍາກຈົນ, ຕາບອດ, ແລະ ເປືອຍກາຍຢູ່.18ຈົ່ງຟັງຄຳແນະນຳຂອງເຮົາ: ໃຫ້ໄປຊື້ຄຳທີ່ຫລອມດ້ວຍໄຟຈາກເຮົາ ເພື່ອເຈົ້າຈະໄດ້ຮັ່ງມີ, ແລະໃຫ້ຊື້ເສື້ອຜ້າສີຂາວສົດໃສເພື່ອຈະໄດ້ນຸ່ງໃຫ້ພົ້ນຈາກຄວາມອັບອາຍທີ່ຕ້ອງເປືອຍກາຍ, ແລະ ຊື້ຢາມາຢອດຕາຂອງເຈົ້າເພື່ອເຈົ້າຈະໄດ້ເຫັນຮຸ່ງ.19ເຮົາແອບສອນທຸກຄົນທີ່ເຮົາຮັກ, ແລະ ເຮົາສອນວ່າພວກເຂົາຄວນມີຊິວິດແນວໃດ. ເພາະສະນັ້ນ, ຈົ່ງມີຄວາມກະຕືລືລົ້ນ ແລະ ກັບໃຈໃຫມ່.20ເບີ່ງແມ, ເຮົາຢືນເຄາະຢູ່ທີ່ປະຕູ. ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະ ເປີດປະຕູ, ເຮົາຈະເຂົ້າໄປໃນບ້ານຂອງເຂົາ ແລະ ຈະຮັບປະທານອາຫານຮ່ວມກັບເຂົາ, ແລະເຂົາຈະຮັບປະທານອາຫານຮ່ວມກັບເຮົາ.21ບຸກຄົນທີ່ຊັຍຊະນະ, ເຮົາຈະໃຫ້ເຂົາມີສິດທິນັ່ງກັບເຮົາເທິງພຣະທີ່ນັ່ງຂອງເຮົາ ເຫມືອນຢ່າງທີ່ເຮົາມີຊັຍຊະນະແລ້ວ, ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງບັນລັງຂອງພຣະອົງ.22ໃຜມີຫູຟັງກໍ່ໃຫ້ຟັງຂໍ້ຄວາມທີ່ພຣະວິນຍານໄດ້ກ່າວກັບຄຣິສຕະຈັກທັງຫລາຍ.
1ຫລັງຈາກນັ້ນ ຂ້າພຣະເຈົ້າກໍໄດ້ເຫັນນິມິດຢ່າງຫນຶ່ງເຫັນປະຕູທີ່ເປີດອອກຢູ່ໃນສະຫວັນ. ແລະ ພຣະສຸຣະສຽງທຳອິດ ທີ່ຂ້າພຣະເຈົ້າໄດ້ຍິນກ່າວ ກັບຂ້າພຣະເຈົ້າ ເຫມືອນຢ່າງສຽງແກວ່າ "ຈົ່ງຂຶ້ນມາທີ່ນີ້ ແລະ ເຮົາຈະສະແດງໃຫ້ເຈົ້າເຫັນສິ່ງທີ່ຈະຕ້ອງເກີດຂື້ນໃນພາຍຫນ້າ."2ໃນທັນໃດນັ້ນຂ້າພຣະເຈົ້າກໍ່ຢູ່ໃນພຣະວິນຍານ, ແລະ ຂ້າພຣະເຈົ້າໄດ້ເຫັນຣາຊບັນລັງຕັ້ງຢູ່ໃນສະຫວັນ, ແລະ ມີທ່ານຜູ້ຫນຶ່ງປະທັບເທິງພຣະທີ່ນັ່ງນັ້ນ.3ໃບຫນ້າຂອງພຣະອົງເປັນແກ້ວມະນີໂຊດ ແລະ ແກ້ວພິລາ. ອ້ອມຮອບບັນລັງນ້້ນມີຮຸ້ງກິນນໍ້າສີຄ້າຍຄືແສງແກ້ວມໍຣະກົດ.4ອ້ອມຮອບພຣະທີ່ນັ່ງນັ້ນມີບັນລັງອີກຊາວສີ່ບັນລັງ, ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ, ນຸ່ງເສື້ອລ່າມສີຂາວ, ແລະ ສວມມົງກຸດຄຳເທິງຫົວຂອງພວກເພິ່ນ.5ຈາກບັນລັງນັ້ນມີຟ້າແມບເຫລື້ອມທັງສຽງຟ້າຮ້ອງດັງສະຫນັ່ນຢູ່ບໍ່ຂາດ. ຕໍ່ຫນ້າບັນລັງມີຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ, ເຊິ່ງແມ່ນວິນຍານທັງເຈັດຂອງພຣະເຈົ້າ.6ຕໍ່ຫນ້າພຣະທີ່ນັ່ງນັ້ນເປັນເຫມືອນຢ່າງທະເລແກ້ວມະນີ. ໃນລະຫວ່າງກາງບັນລັງແລະ ອ້ອມຮອບບັນລັງນັ້ນ ມີສິ່ງທີ່ມີຊີວິດສີ່ໂຕ, ທີ່ມີຕາເຕັມໂຕທັງຂ້າງຫນ້າ ແລະຂ້າງຫລັງ.7ສິ່ງທີ່ມີຊີວິດຕົນທີ່ຫນຶ່ງເຫມືອນສິງ, ຕົນທີສອງນັ້ນເຫມືອນງົວນ້ອຍ, ຕົນທີສາມນັ້ນມີຫນ້າເຫມືອນມະນຸດ, ຕົນທີສີ່ເຫມືອນນົກອິນຊີທີ່ກຳລັງບິນຢູ່.8ສິ່ງມີຊີວິດທັງສີ່ຕົນ ແຕ່ລະຕົນມີປີກຫົກປີກ ແລະ ມີຕາເຕັມທັງຂ້າງນອກ ແລະ ຂ້າງໃນ ແລະ ພວກເພິ່ນຮ້ອງຕະຫລອດເວັນ ແລະ ຄືນຢ່າງບໍ່ເຊົາບໍ່ຂາດວ່າ "ບໍຣິສຸດ ບໍຣິສຸດ ບໍຣິສຸດ ຄືອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ ອົງທີ່ໄດ້ດຳຣົງຢູ່, ອົງທີ່ດຳຣົງຢູ່, ແລະ ອົງທີ່ຈະສະເດັດມາ."9ເມື່ອໃດກໍ່ຕາມສິ່ງທີ່ມີຊີວິດເຫລົ່ານັ້ນເປັ່ງສຽງຍົກຍ້ອງສະຫງ່າຣາສີ, ພຣະກຽດ, ແລະ ຂອບພຣະຄຸນແກ່ພຣະອົງຜູ້ປະທັບເທິງຣາຊບັນລັງ ແລະ ຜູ້ຊົງມີພຣະຊົນຢູ່ຕະຫລອດໄປເປັນນິດນັ້ນ,10ຜູ້ອາວຸດໂສທັງຊາວສີ່ທ່ານກໍ່ຂາບລົງຊ້ອງຫນ້າພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນ ນະມັດສະການພຣະອົງຜູ້ຊົງພຣະຊົນຢູ່ຕະຫລອດໄປເປັນນິດ ແລະ ຖອດມົງກຸດອອກວາງຕໍ່ຫນ້າຣາຊບັນລັງຮ້ອງວ່າ,11"ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຂອງຂ້ານ້ອຍທັງຫລາຍພຣະອົງສົມຄວນທີ່ຈະໄດ້ຮັບສະຫງ່າຣາສີ ພຣະກຽດ ແລະ ຣິດອຳນາດ ດ້ວຍວ່າພຣະອົງໄດ້ສ້າງສັພະທຸກສິ່ງທັງປວງຂຶ້ນແລ້ວໂດຍພຣະປະສົງ ແລະ ສັພະທຸກສິ່ງເຫລົ່ານີ້ກໍ່ດຳຣົງຢູ່ ແລະ ມີຊີວິດຢູ່."
1ແລະ ໃນມືຂວາຂອງພຣະອົງຜູ້ປະທັບເທິງບັນລັງນັ້ນ, ຂ້າພຣະເຈົ້າເຫັນຫນັງສືມ້ວນຫນຶ່ງ ທີ່ມີຄຳຂຽນໄວ້ທັງຂ້າງໃນ ແລະຂ້າງນອກ. ຊຶ່ງມີຕຣາປະທັບທັງເຈັດດວງ.2ຂ້າພຣະເຈົ້າໄດ້ເຫັນທູດສະຫວັນທີ່ມີຣິດຕົນຫນຶ່ງ ປະກາດດ້ວຍສຽງດັງວ່າ "ໃຜເປັນຜູ້ສົມຄວນເປີດຫນັງສືມ້ວນນີ້ ແລະ ແກະຕຣາປະທັບນັ້ນອອກ?3ບໍ່ມີຜູ້ໃດໃນສະຫວັນ ຫລື ເທິງແຜ່ນດິນໂລກ ຫລື ໃຕ້ແຜ່ນດິນໂລກທີ່ສາມາດເປີດຫນັງສືມ້ວນນັ້ນອອກ ຫລືອ່ານຫນັງສືນັ້ນໄດ້.4ແລ້ວຂ້າພຣະເຈົ້າກໍຮ້ອງໃຫ້ຢ່າງຂົ່ມຂື່ນເພາະບໍ່ມີຜູ້ໃດສົມຄວນເປີດຫນັງສືມ້ວນນັ້ນອອກອ່ານໄດ້.5ແລ້ວມີທ່ານຜູ້ຫນຶ່ງໃນພວກຜູ້ອາວຸໂສບອກກັບຂ້າພຣະເຈົ້າວ່າ "ຢ່າຮ້ອງໄຫ້ເລີຍ ເບິ່ງແມ! ສິງແຫ່ງເຜົ່າຢູດາ ຊຶ່ງເປັນຮາກເຫງົ້າຂອງດາວິດ ຊົງມີຊັຍຊະນະແລ້ວ ພຣະອົງຈຶ່ງຊົງສາມາດເປີດຫນັງສື ແລະ ແກະຕຣາທັງເຈັດດວງໄດ້."6ຂ້າພຣະເຈົ້າໄດ້ເຫັນພຣະເມສານ້ອຍຢືນຢູ່ລະຫວ່າງບັນລັງກັບສິ່ງທີ່ມີຊີວິດທັງສີ່ຕົນ ແລະ ທ່າມກາງພວກຜູ້ອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າຖືກຂ້າແລ້ວ. ພຣະເມສານ້ອຍນັ້ນມີເຂົາເຈັດເຂົາ ແລະ ມີດວງຕາເຈັດດວງ; ເຊິ່ງເປັນພຣະວິນຍານທັງເຈັດຂອງພຣະເຈົ້າທີ່ຖືກສົ່ງອອກໄປທົ່ວແຜ່ນດິນໂລກ.7ພຣະເມສານ້ອຍຊົງເຂົ້າມາ ແລະ ຊົງຮັບມ້ວນຫນັງສືຈາກມືຂວາຂອງພຣະອົງຜູ້ປະທັບເທິງບັນລັງນັ້ນ.8ເມື່ອພຣະເມສານ້ອຍຮັບຫນັງສືມ້ວນນັ້ນແລ້ວ, ສິ່ງມີຊີວິດທັງສີ່ ແລະ ຜູ້ອາວຸໂສຊາວສີ່ທ່ານນັ້ນ ກໍ່ຂາບລົງທີ່ຕີນຂອງພຣະເມສານ້ອຍນັ້ນແຕ່ລະຄົນຖືພິນ ແລະຂັນຄຳທີ່ບັນຈຸເຄື່ອງຫອມ ຊຶ່ງເປັນຄຳອະທິຖານຂອງບັນດາຜູ້ເຊື່ອ.9ພວກເຂົາຮ້ອງເພງບົດໃຫມ່ວ່າ: "ພຣະອົງຊົງເປັນຜູ້ສົມຄວນຈະຮັບຫນັງສືມ້ວນ ແລະ ຊົງແກະຕຣາປະທັບຫນັງສືນັ້ນອອກ. ເພາະພຣະອົງຊົງຖືກຂ້າແລ້ວ, ແລະ ຊົງໄຖ່ຄົນດ້ວຍພຣະໂລຫິດເພື່ອຖວາຍພຣະເຈົ້າ ຄືຄົນຈາກທຸກເຜົ່າ ທຸກພາສາ, ທຸກຊົນຊາດ ແລະ ທຸກປະຊາຊາດ.10ພຣະອົງຊົງເຮັດໃຫ້ເຂົາເປັນອານາຈັກ ແລະ ເປັນປະໂລຫິດເພື່ອຮັບໃຊ້ພຣະເຈົ້າຂອງເຮົາ ແລະພວກເຂົາເຫລົ່ານັ້ນຈະໄດ້ຄອບຄອງເທິງແຜ່ນດິນໂລກ."11ແລ້ວຂ້າພຣະເຈົ້າກໍ່ໄດ້ເຫັນ ແລະ ໄດ້ຍິນສຽງຂອງຝູງທູດສະຫວັນຢ່າງຫລວງຫລາຍເປັນໂກດໆແສນໆຢູ່ຮອບພຣະຣາຊບັນລັງ ອ້ອມຮອບສິ່ງມີຊີວິດທັງສີ່ ແລະ ອ້ອມຮອບບັນດາຜູ້ອາວຸໂສນັ້ນ.12ພວກເຂົາຮ້ອງສຽງດັງວ່າ "ພຣະເມສານ້ອຍຜູ້ຖືກຂ້າແລ້ວນັ້ນ ຊົງສົມຄວນໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດສັກສີ, ສະຫງ່າຣາສີ ແລະ ຄຳສັນຣະເສີນ."13ແລ້ວຂ້າພຣະເຈົ້າໄດ້ຍິນສຽງສິ່ງຊົງສ້າງທັງໝົດ ທັງໃນສະຫວັນ ແລະ ເທິງແຜ່ນດີນໂລກ ແລະ ໃຕ້ແຜ່ນດິນໂລກ ໃນມະຫາສະຫມຸດ, ທຸກສິ່ງຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ "ຂໍໃຫ້ຄຳສັນຣະເສີນ, ກຽດສັກສີ, ສະຫງ່າຣາສີ, ແລະອຳນາດທີ່ຈະຄອບຄອງ ຈົ່ງມີແກ່ພຣະອົງຜູ້ຊົງປະທັບເທິງຣາຊບັນລັງ ແລະ ແກ່ພຣະເມສານ້ອຍຕະລອດໄປເປັນນິດເຖີ້ນ."14ແລະສິ່ງມີຊີວິດທັງສີ່ນັ້ນກໍ່ຮ້ອງວ່າ "ອາແມນ!" ແລະບັນດາຜູ້ອາວຸໂສກໍ່ຂາບລົງ ແລະ ນະມັດສະການ.
1ແລະຂ້າພຣະເຈົ້າເຫັນພຣະເມສານ້ອຍແກະຕຣາປະທັບດວງທີຫນຶ່ງໃນເຈັດດວງນັ້ນ, ແລະຂ້າພຣະເຈົ້າໄດ້ຍິນສິ່ງມີຊີວິດຕົນທີຫນຶ່ງໃນສີ່ໂຕນັ້ນຮ້ອງສຽງດັງເຫມືອນຢ່າງສຽງຟ້າຮ້ອງວ່າ "ມາ!"2ຂ້າພຣະເຈົ້າກໍ່ເບິ່ງ ແລະ ມີມ້າສີຂາວຕົວຫນຶ່ງອອກມາ. ຜູ້ທີ່ຂີ່ມ້າຕົວນັ້ນຖືລູກທະນູ, ແລະ ທ່ານໄດ້ຮັບມົງກຸດ ແລ້ວທ່ານກໍ່ອອກໄປຢ່າງຜູ້ມີຊັຍ ແລະ ເພື່ອກຳເອົາຊັຍຊະນະ.3ເມື່ອພຣະເມສານ້ອຍຊົງແກະຕຣາປະທັບດວງທີສອງ, ຂ້າພຣະເຈົ້າໄດ້ຍິນສິ່ງທີ່ມີຊີວິດຕົນທີສອງຮ້ອງວ່າ "ມາ!"4ແລະ ມ້າອີກຕົວຫນຶ່ງອອກມາເປັນມ້າສີແດງເຂັ້ມຜູ້ທີ່ຂີ່ມ້າຕົວນີ້ໄດ້ຮັບມອບຫມາຍໃຫ້ເອົາສັນຕິສຸກໄປຈາກແຜ່ນດິນໂລກ, ເພື່ອໃຫ້ມະນຸດທັງປວງສູ້ຮົບຂ້າຟັນກັນ ແລະ ທ່ານຜູ້ນີ້ໄດ້ຮັບມອບດາບໃຫຍ່ດວງຫນຶ່ງ.5ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີ່ສາມ ຂ້າພຣະເຈົ້າກໍ່ໄດ້ຍິນສິ່ງທີ່ມີຊີວິດຕົນທີສາມຮ້ອງວ່າ "ມາ!" ແລ້ວຂ້າພຣະເຈົ້າເຫັນມ້າສີດຳຕົວຫນຶ່ງ ແລະ ຜູ້ທີ່ຂີ່ມ້າຕົວນີ້ຖືຕາຊັ່ງ6ແລ້ວຂ້າພຣະເຈົ້າກໍ່ໄດ້ຍິນສຽງເຫມືອນຢ່າງສຽງເວົ້າດັງອອກມາຈາກທ່າມກາງສິ່ງມີຊີວິດທັງສີ່ນັ້ນວ່າ "ເຂົ້າບາເລລິດຫນຶ່ງຕໍ່ແຮງງານມື້ຫນຶ່ງ ແລະເຂົ້າເດືອຍສາມລິດຕໍ່ແຮງງານມື້ຫນຶ່ງ. ແຕ່ຢ່າເຮັດໃຫ້ນໍ້າມັນຫມາກກອກ ແລະ ເຫລົ້າອະງຸ່ນເສຍຫາຍ."7ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີສີ່, ຂ້າພຣະເຈົ້າກໍ່ໄດ້ຍິນສຽງສິ່ງມີຊີວິດຕົນທີສີ່ຮ້ອງວ່າ "ມາ!"8ແລ້ວຂ້າພຣະເຈົ້າເຫັນມ້າສີຂຽວອ່ອນຕົວຫນຶ່ງ ຜູ້ທີ່ຂີ່ມ້ານີ້ມີຊື່ວ່າມັດຈຸຣາດ ແລະ ແດນມໍຣະນາກໍ່ຕິດຕາມມາດ້ວຍ ພຣະອົງຊົງໃຫ້ທັງສອງນີ້ມີອຳນາດເຫນືອແຜ່ນດິນໂລກຫນຶ່ງໃນສີ່ສ່ວນ ທີ່ຈະທຳລາຍດ້ວຍຄົມດາບ ດ້ວຍຄວາມອຶດຢາກ ດ້ວຍໂຣກລະບາດ ແລະ ດ້ວຍສັດຮ້າຍແຫ່ງແຜ່ນດິນ.9ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີຫ້າ, ຂ້າພຣະເຈົ້າກໍເຫັນດວງວິນຍານທີ່ໄຕ້ແທ່ນບູຊາ ເຊິ່ງເປັນວິນຍານຂອງຄົນທັງຫລາຍທີ່ຖືກຂ້າເພາະປະກາດພຣະຄັມຂອງພຣະເຈົ້າ ແລະ ເພາະຄຳພະຍານທີ່ເຂົາຢຶດຖືນັ້ນ.10ເຂົາທັງຫລາຍຮ້ອງສຽງດັງວ່າ "ຂ້າແດ່ທ່ານຜູ້ປົກຄອງສູງສຸດ, ຜູ້ບໍຣິສຸດ ແລະ ສັດຊື່ ອີກດົນປານໃດພຣະອົງ ຈຶ່ງຈະຊົງພິພາກສາຄົນທີ່ຢູ່ເທິງແຜ່ນດິນໂລກ ແລະ ແກ້ແຄ້ນແທນເລືອດຂອງພວກຂ້ານ້ອຍ?"11ແລ້ວພຣະອົງປຣະທານເສື້ອຄຸມສີຂາວແກ່ພວກເຂົາແຕ່ລະຄົນ, ແລະຊົງບອກເຂົາໃຫ້ລໍຖ້າຕໍ່ໄປອີກຫນ້ອຍຫນຶ່ງ ຈົນກວ່າຜູ້ຮ່ວມຮັບໃຊ້ ແລະ ພີ່ນ້ອງຊາຍຍິງຂອງເຂົາຈະຖືກຂ້າເຫມືອນຢ່າງພວກເຂົາຄົບຈຳນວນແລ້ວ.12ເມື່ອພຣະເມສານ້ອຍແກະຕຣາປະທັບດວງທີຫົກ, ຂ້າພຣະເຈົ້າເຫັນແຜ່ນດິນໄຫວຢ່າງໃຫຍ່ ດວງຕາເວັນກາຍເປັນສີດຳມືດຄືເຄື່ອງໄວ້, ແລະ ດວງເດືອນເຕັມດວງກໍ່ກາຍເປັນສີແດງຄືເລືອດ.13ແລະ ດວງດາວທັງຫລາຍເທິງທ້ອງຟ້າກໍ່ຕົກລົງມາເທິງແຜ່ນດິນ ດັ່ງຫມາກເດື່ອດິບຕົກລົງຈາກຕົ້ນເພາະລົມແຮງພັດ.14ທ້ອງຟ້າກໍ່ຫົດເຂົ້າເຫມືອນກັບຫນັງສືທີ່ຖືກມ້ວນໄວ້ ແລະ ພູທັງຫລາຍ ແລະ ເກາະທຸກເກາະກໍ່ຖືກເລື່ອນໄປຈາກບ່ອນເກົ່າ.15ແລ້ວກະສັດທັງຫລາຍໃນໂລກ ແລະ ພວກຄົນທີ່ສຳຄັນ, ແລະ ບັນດານາຍທະຫານໃຫຍ່, ພວກເສດຖີ, ພວກຜູ້ມີອຳນາດ ແລະ ທຸກຄົນທັງທີ່ເປັນທາດຫລືເປັນອິສຣະ, ຕ່າງກໍ່ໄປລີ້ຢູ່ໃນຖໍ້າ ແລະ ລີ້ຢູ່ໃຕ້ໂງ່ນຫີນຕາມພູຕ່າງໆ.16ພວກເຂົາຮ້ອງບອກກັບພູ ແລະ ໂງ່ນຫີນວ່າ, "ຈົ່ງເຈື່ອນລົງເທິງພວກເຮົາ! ແລະ ບັງພວກເຮົາໄວ້ ໃຫ້ພົ້ນຈາກສາຍຕາຂອງພຣະອົງຜູ້ນັ່ງເທິງບັນລັງ ແລະ ພົ້ນຈາກຄວາມໂກດຮ້າຍຂອງພຣະເມສານ້ອຍແນ່ຖ້ອນ.17ເພາະວ່າມື້ສຳຄັນແຫ່ງຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງມາເຖິງແລ້ວ ແລະ ໃຜຈະສາມາດທົນໄດ້ແດ່?"
1ຫລັງຈາກນັ້ນ ຂ້າພຣະເຈົ້າເຫັນທູດສະຫວັນສີ່ອົງຢືນຢູ່ທີ່ມູມທັງສີ່ຂອງແຜ່ນດິນໂລກ, ຢັບຢັ້ງລົມທັງສີີ່ຂອງແຜ່ນດິນໂລກໄວ້ ເພື່ອບໍ່ໃຫ້ລົມພັດເທິງບົກ ເທິງທະເລ ຫລືເທິງຕົ້ນໄມ້ທຸກຕົ້ນ2ແລ້ວຂ້າພຣະເຈົ້າເຫັນທູດສະຫວັນອົງຫນຶ່ງປາກົດຂຶ້ນມາຈາກທິດຕາເວັນອອກ ຄືຕຣາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ແລະທ່ານຮ້ອງດ້ວຍສຽງດັງຕໍ່ທູດສະຫວັນທັງສີ່ຜູ້ຊຶ່ງໄດ້ຮັບອະນຸຍາດໃຫ້ເພື່ອທຳອັນຕະຣາຍແຜ່ນດິນແລະທະເລນັ້ນວ່າ3"ຈົ່ງຢ່າທຳອັນຕະຣາຍແກ່ແຜ່ນດິນໂລກ, ທະເລ, ຫລືຕົ້ນໄມ້ ຈົນກວ່າເຮົາຈະໄດ້ປະທັບຕຣາໃສ່ເທິງຫນ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງເຮົາ."4ຂ້າພຣະເຈົ້າໄດ້ຍິນວ່າຈຳນວນຜູ້ທີ່ໄດ້ຮັບການປະທັບຕຣາມີ: ແສນສີ່ຫມື່ນສີ່ພັນຄົນ, ທີ່ໄດ້ຮັບການປະທັບຕຣາແລ້ວມາຈາກສິບສອງເຜົ່າໃນອິສະຣາເອນ:5ພວກທີ່ມາຈາກເຜົ່າຢູດາທີ່ໄດ້ຮັບການປະທັບຕຣາມີຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າຣູເບັນມີຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າກາດມີຫນຶ່ງຫມື່ນສອງພັນຄົນ,6ພວກທີ່ມາຈາກເຜົ່າອາເຊ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າເນັບທາລີມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າມານາເຊມີ ຫນຶ່ງຫມື່ນສອງພັນຄົນ.7ພວກທີ່ມາຈາກເຜົ່າຊີເມໂອນມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າເລວີມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າອິດຊາຄາມີ ຫນຶ່ງຫມື່ນສອງພັນຄົນ,8ພວກທີ່ມາຈາກເຜົ່າເຊບູໂລນມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າໂຢເຊັບມີ ຫນຶ່ງຫມື່ນສອງພັນຄົນ, ພວກທີ່ມາຈາກເຜົ່າເບັນຢາມິນທີ່ໄດ້ຮັບການປະທັບຕາມີ ຫນຶ່ງຫມື່ນສອງພັນຄົນ.9ຫລັງຈາກນັ້ນມາ ຂ້າພຣະເຈົ້າກໍ່ເບິ່ງເຫັນ, ແລະ ມີຜູ້ຄົນຢ່າງຫລວງຫລາຍທີ່ບໍ່ມີໃຜນັບຈຳນວນໄດ້ ທີ່ມາຈາກປະຊາຊາດ, ທຸກເຜົ່າ, ທຸກຊົນຊາດ ແລະ ທຸກພາສາ ຢືນຢູ່ຕໍ່ຫນ້າບັນລັງ ແລະ ຕໍ່ຫນ້າພຣະເມສານ້ອຍ.10ພວກເຂົານຸ່ງເສື້ອຄຸມສີຂາວ ແລະ ຖືໃບຕານຢູ່ໃນມື ພວກເຂົາຮ້ອງສຽງດັງວ່າ "ຄວາມລອດພົ້້ນເປັນຂອງພຣະເຈົ້າຂອງເຮົາຜູ້ປະທັບເທິງບັນລັງ ແລະ ເປັນຂອງພຣະເມສານ້ອຍ!"11ທູດສະຫວັນທັງຫມົດທີ່ຢືນຢູ່ຮອບພຣະຣາຊບັນລັງຮອບຜູ້ອາວຸໂສ ແລະຮອບສິ່ງມີຊີວິດທັງສີ່ນັ້ນ, ກໍ່ຂາບລົງຕໍ່ຫນ້າພຣະບັນລັງ ແລະ ນະມັດສະການພຣະເຈົ້າ12ແລະກ່າວວ່າ "ອາແມນ! ຄຳສັນຣະເສີນ, ພຣະສະຫງ່າຣາສີ, ພຣະປັນຍາ, ຄຳໂມທະນາຂອບພຣະຄຸນ, ພຣະກຽດ, ຣິດທານຸພາບ, ແລະ ພຣະກຳລັງ ຈົ່ງມີແດ່ພຣະເຈົ້າຂອງເຮົາຕະຫລອດໄປເປັນນິດ ອາແມນ!"13ແລ້ວຄົນຫນຶ່ງໃນພວກຜູ້ອາວຸໂສນັ້ນ, ຖາມຂ້າພຣະເຈົ້າວ່າ "ຄົນທີ່ສວມເສື້ອຄຸມສີຂາວເຫລົ່ານີ້ຄືໃຜ? ແລະ ພວກເຂົາມາຈາກໃສ?"14ຂ້າພຣະເຈົ້າຕອບທ່ານວ່າ "ທ່ານເອີຍ, ທ່ານເອງກໍ່ຊົງຮູ້ຢູ່ແລ້ວ" ແລະ ທ່ານຈຶ່ງບອກຂ້າພຣະເຈົ້າວ່າ "ຄົນເຫລົ່ານີ້ເປັນຄົນທີ່ມາຈາກຄວາມຍາກລຳບາກຄັ້ງຍິ່ງໃຫຍ່ ພວກເຂົາຊຳຣະເສື້ອຜ້າຂອງເຂົາດ້ວຍເລືອດຂອງພຣະເມສານ້ອຍຈົນຂາວສະອາດ.15ເພາະເຫດນີ້, ເຂົາທັງຫລາຍຈຶ່ງໄດ້ຢືນຢູ່ຕໍ່ຫນ້າພຣະຣາຊບັນລັງຂອງພຣະເຈົ້າ, ແລະ ນະມັດສະການພຣະອົງໃນພຣະວິຫານຂອງພຣະອົງທັງກາງເວັນ ແລະ ກາງຄືນ ແລະ ພຣະອົງຜູ້ປະທັບເທິງຣາຊບັນລັງນັ້ນຊົງຄຸ້ມຄອງພວກເຂົາ.16ພວກເຂົາຈະບໍ່ອຶດເຂົ້າຢາກນໍ້າອີກຕໍ່ໄປເລີຍ ຕາເວັນຫລືແສງແດດອັນຮ້ອນກ້າຈະບໍ່ເຜົາໃຫມ້ພວກເຂົາ.17ເພາະພຣະເມສານ້ອຍຜູ້ຊົງປະທັບຢູ່ທ່າມກາງຣາຊບັນລັງນັ້ນຈະຊົງເປັນພຣະຜູ້ລ້ຽງດູພວກເຂົາ ແລະ ຈະຊົງນຳພວກເຂົາໄປຍັງນໍ້າພຸແຫ່ງຊີວິດ, ແລະ ຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງເຂົາທັງຫລາຍ."
1ເມື່ອພຣະເມສານ້ອຍແກະຕາປະທັບດວງທີເຈັດ, ຟ້າສະຫວັນກໍ່ງຽບສະຫງັດປະມານເຄິ່ງຊົ່ວໂມງ.2ຈາກນັ້ນຂ້າພຣະເຈົ້າເຫັນທູດສະຫວັນເຈັດອົງຢືນຢູ່ຕໍ່ຫນ້າພຣະເຈົ້າ, ແລະ ແກເຈັດອັນໄດ້ຖືກມອບໃຫ້ທູດສະຫວັນເຫລົ່ານັ້ນ.3ມີທູດສະຫວັນອີກອົງຫນຶ່ງ, ຖືຫມໍ້ຄຳໃສ່ເຄື່ອງຫອມບູຊາ, ເຂົາມາຢືນຢູ່ຕໍ່ຫນ້າແທ່ນຖວາຍເຄື່ອງຫອມບູຊາ. ບັນດາເຄື່ອງຫອມບູຊາຫລວງຫລາຍໄດ້ຖືກມອບໃຫ້ແກ່ເຂົາເພື່ອເຂົາຈະມອບຖວາຍພ້ອມຄຳອະທິຖານທັງຫມົດຂອງບັນດາຜູ້ເຊື່ອເທິງແທ່ນຖວາຍເຄື່ອງຫອມບູຊາທອງຄຳຕໍ່ຫນ້າບັນລັງຂອງພຣະເຈົ້າ.4ຄວັນຂອງເຄື່ອງຫອມບູຊາພ້ອມກັບຄຳອະທິຖານຂອງບັນດາຜູ້ເຊື່ອກໍ່ລອຍຈາກມືຂອງທູດສະຫວັນຂຶ້ນ ໄປຕໍ່ຫນ້າພຣະເຈົ້າ.5ທູດສະຫວັນນຳເອົາຫມໍ້ບັນຈຸເຄື່ອງຫອມບູຊາມາ ແລະ ຕື່ມໄຟຈາກແທ່ນບູຊາລົງໄປໃນຫມໍ້ນັ້ນຈົນເຕັມ ຈາກນັ້ນເຂົາຈຶ່ງເທມັນລົງມາເທິງໂລກນີ້ ເຮັດໃຫ້ເກີດສຽງຟ້າຮ້ອງສະນັ່ນ ເກີດຟ້າແມບສະຫວ່າງຈ້າ ແລະເກີດແຜ່ນດິນໄຫວ.6ທູດສະຫວັນທັງເຈັດທີ່ມີແກເຈັດອັນຕຽມພ້ອມທີ່ຈະເປົ່າແກ.7ເມື່ອທູດສະຫວັນອົງທີ່ຫນຶ່ງເປົ່າແກຂຶ້ນກໍ່ມີພາຍຸເຫັບ ແລະ ລູກໄຟປະສົມກັນກັບເລືອດ ຖືກເທລົງມາເທິງແຜ່ນດິນໂລກເພື່ອຈະເຜົາຫນຶ່ງສ່ວນສາມຂອງໂລກ ຫນຶ່ງສວນສາມຂອງຕົ້ນໄມ້ຖືກເຜົາໃຫມ້ ແລະ ພືດສີຂຽວກໍຖືກເຜົາໃຫມ້ໄປຫມົດ.8ທູດສະຫວັນອົງທີສອງເປົ່າແກຂອງເຂົາ, ມີບາງສິ່ງທີ່ເຫມືອນກັບພູທີ່ລຸກເປັນໄຟຖືກຖິ້ມລົງມາທີ່ທະເລ ຫນຶ່ງສ່ວນສາມຂອງທະເລກາຍເປັນເລືອດ,9ຫນຶ່ງສ່ວນສາມຂອງສິ່ງຊົງສ້າງທີ່ມີຊີວິດໃນທະເລຖືກຂ້າໃຫ້ຕາຍ, ຫນຶ່ງສ່ວນສາມຂອງເຮືອໃຫຍ່ຖືກທຳລາຍ.10ທູດສະຫວັນອົງທີສາມເປົ່າແກຂອງເຂົາ, ມີດາວໃຫຍ່ດວງຫນຶ່ງສະຫວ່າງ ເຫມືອນກະບອງຈາກຟ້າຕົກລົງມາເທິງແມ່ນໍ້າ, ຫນຶ່ງສ່ວນສາມ ແລະໃນບໍ່ນໍ້າພຸທັງຫລາຍ11ດວງດາວນີ້ ມີຊື່ວ່າ "ຂົມ". ຫນຶ່ງສ່ວນສາມຂອງນໍ້າທັງຫມົດກາຍເປັນນໍ້າຂົມ ແລະ ຄົນຈຳນວນຫລວງຫລາຍຕ້ອງຕາຍສາເຫດເພາະນໍ້າຂົມນີ້.12ທູດສະຫວັນອົງທີສີ່ເປົ່າແກຂອງເຂົາ, ຫນຶ່ງສ່ວນສາມຂອງຕາເວັນຖືກໂຈມຕີ ລວມເຖິງຫນຶ່ງສ່ວນສາມຂອງດວງຈັນ ແລະ ດວງດາວເຫລົ່ານີ້ຈື່ງຖືກເຮັດໃຫ້ມືດໄປ ຫນຶ່ງສ່ວນສາມຂອງກາງເວັນ ແລະ ຫນຶ່ງສ່ວນສາມຂອງກາງຄືນຈຶ່ງບໍ່ມີຄວາມສະຫວ່າງ.13ຂ້າພຣະເຈົ້າເບິ່ງ, ແລະ ຂ້າພຣະເຈົ້າໄດ້ຍິນສຽງນົກອິນຊີຕົວຫນຶ່ງທີ່ກຳລັງບິນຢູ່ໃນທ້ອງຟ້າ ແລະ ຮ້ອງສຽງດັງວ່າ "ວິບັດ, ວິບັດ, ວິບັດ, ແກ່ຄົນເຫລົ່ານັ້ນທີ່ອາໄສຢູ່ເທິງແຜ່ນດິນໂລກ ເພາະແກທີ່ເຫລືອຢູ່ກຳລັງຈະຖືກເປົ່າໂດຍທູດສະຫວັນທັງສາມອົງ"
1ຈາກນັ້ນທູດສະຫວັນອົງທີຫ້າກໍ່ເປົ່າແກ. ຂ້າພຣະເຈົ້າໄດ້ເຫັນດາວດວງຫນຶ່ງຕົກລົງມາຈາກທ້ອງຟ້າມາຍັງແຜ່ນດິນໂລກ. ດາວດວງນັ້ນໄດ້ຮັບມອບກະແຈເພື່ອໄຂເປີດຊ່ອງນາຣົກຂຸມເລິກ.2ເຂົາໄຂເປີດຊ່ອງນາຣົກຂຸມເລິກນັ້ນ, ແລະ ມີຄວັນໄຟພຸ່ງອອກມາເຫມືອນຄວັນຈາກເຕົາຫລອມຂະຫນາດໃຫຍ່ ຕາເວັນ ແລະ ຟ້າອາກາດກໍ່ມືດໄປເພາະຄວັນທີ່ພຸ່ງອອກຈາກນາຣົກນັ້ນ.3ມີຝູງຕັກແຕນອອກມາຈາກຄວັນນັ້ນເພື່ອອອກມາສູ່ແຜ່ນດິນໂລກ, ແລະ ພວກມັນໄດ້ຮັບອຳນາດໃຫ້ຕອດໄດ້ເຫມືອນກັບເຫລົ່າແມງງອດເທິງແຜ່ນດິນໂລກນີ້.4ພວກມັນຖືກຫ້າມບໍ່ໃຫ້ທຳລາຍຕົ້ນຫຍ້າ, ພືດ ແລະ ຕົ້ນໄມ້ໃດໆເທິງແຜ່ນດິນໂລກ ນອກຈາກທຳລາຍຄົນທີ່ບໍ່ມີຕຣາປະທັບຂອງພຣະເຈົ້າທີ່ເທິງໜ້າຜາກຂອງພວກເຂົາເທົ່ານັ້ນ.5ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫລົ່ານັ້ນ, ແຕ່ໃຫ້ທໍຣະມານພວກເຂົາເປັນເວລາຫ້າເດືອນ ເປັນຄວາມເຈັບປວດທໍຣະມານເຫມືອນຖືກແມງງອດຕອດ.6ໃນວັນເຫລົ່ານັ້ນຄົນຈະຊອກຫາຄວາມຕາຍ, ແຕ່ພວກເຂົາຈະຊອກຫາບໍ່ພົບ. ພວກເຂົາຈະປາຖນາຄວາມຕາຍຫລາຍທີ່ສຸດ ແຕ່ຄວາມຕາຍຈະປົບຫນີໄປຈາກພວກເຂົາ.7ຝູງຕັກແຕນເປັນເຫມືອນຝູງມ້າທີ່ພ້ອມສຳລັບທຳສົງຄາມ. ເທິງຫົວຂອງພວກມັນມີບາງສິ່ງທີ່ເຫມືອນກັບມົງກຸດທອງຄຳ, ແລະ ໃບຫນ້າຂອງພວກມັນກໍ່ເຫມືອນກັບໃບຫນ້າຂອງມະນຸດ.8ພວກມັນມີເສັ້ນຜົມເຫມືອນກັບຜູ້ຍິງ, ແລະ ແຂ້ວຂອງພວກມັນເຫມືອນກັບແຂ້ວຂອງສິງ.9ພວກມັນນຸ່ງເສື້ອເກາະເຫລັກ ສຽງປີກຂອງພວກມັນເຫມືອນສຽງຂອງລົດມ້າສົງຄາມ ແລະຝູງມ້າທີ່ກຳລັງແລ່ນເຂົ້າສູ່ສົງຄາມ.10ພວກມັນມີຫາງທີ່ໃຊ້ຕອດເຫມືອນແມງງອດ; ໃນຫາງຂອງພວກມັນມີອຳນາດທີ່ຈະທຳຮ້າຍຄົນໃຫ້ບາດເຈັບເປັນເວລາຫ້າເດືອນ.11ພວກມັນມີຫົວຫນ້າຝູງທີ່ເປັນທູດຈາກຂຸມນາຣົກເລິກ. ຊື່ເປັນພາສາເຮັບເຣີຂອງທູດນັ້ນຄືອາບັດໂດນ ແລະ ຊື່ໃນພາສາກຣີກຄືອາໂປລິໂອນ.12ວິບັດຢ່າງທຳອິດຜ່ານພົ້ນໄປແລ້ວ. ເບິ່ງແມ! ຈະຍັງຄົງມີວິບັດອີກສອງຢ່າງຈະເກີດຂຶ້ນພາຍຫນ້າ.13ທູດສະຫວັນອົງທີຫົກເປົ່າແກ, ຂ້າພຣະເຈົ້າໄດ້ຍິນສຽງມາຈາກສີ່ແຈຂອງແທ່ນບູຊາຄຳທີ່ຕັ້ງຢູ່ຕໍ່ຫນ້າຂອງພຣະເຈົ້າ.14ມີສຽງເວົ້າກັບທູດສະຫວັນອົງທີຫົກທີ່ເປົ່າແກນັ້ນວ່າ "ຈົ່ງປ່ອຍທູດສະຫວັນທັງສີ່ທີ່ຖືກມັດໄວ້ທີ່ແມ່ນໍ້າເອີຟຣັດນັ້ນເສຍ"15ທູດສະຫວັນທັງສີ່ທີ່ຖືກຕຽມເອົາໄວ້ສຳລັບຊົ່ວໂມງນັ້ນ, ວັນນັ້ນ, ເດືອນນັ້ນ, ແລະປີນັ້ນ ໄດ້ຖືກປ່ອຍມາເພື່ອຂ້າມວນມະນຸດຈຳນວນຫນຶ່ງສ່ວນສາມ.16ຂ້າພຣະເຈົ້າໄດ້ຍິນເຖິງຈຳນວນພົນທະຫານທີ່ນັ່ງດ້ານຫລັງມ້າວ່າມີສອງຮ້ອຍລ້ານຄົນ (200,000,000.)17ນີ້ຄືນິມິດທີ່ຂ້າພຣະເຈົ້່າໄດ້ເຫັນກ່ຽວກັບເຫລົ່າມ້າ ແລະ ບັນດາຜູ້ຂີ່ມ້າເຫລົ່ານັ້ນ ເສື້ອເກາະຂອງພວກເຂົາເປັນສີແດງຄືໄຟ ສີຟ້າເຂັ້ມ ແລະສີເຫລືອງຄືມາດ ຫົວຂອງມ້າເຫລົ່ານັ້ນດັ່ງຫົວສິິງ, ມີໄຟ, ຄວັນ, ແລະມາດພຸ່ງອອກມາຈາກປາກຂອງພວກມັນ.18ຈຳນວນຫນຶ່ງສ່ວນສາມຂອງມະນຸດຖືກຂ້າໂດຍພັຍພິບັດທັງສາມຢ່າງນີ້ຄື ໄຟ, ຄວັນ, ແລະ ມາດທີ່ອອກມາຈາກປາກຂອງພວກມັນ.19ເພາະອຳນາດຂອງມ້າເຫລົ່ານັ້ນຢູ່ໃນປາກ ແລະ ຫາງຂອງພວກມັນ ຫາງຂອງພວກມັນເຫມືອນງູ ພວກມັນມີຫົວຫລາຍຫົວເພື່ອໃຊ້ທຳຮ້າຍຄົນ.20ສຳລັບມະນຸດທີ່ຍັງເຫລືອຢູ່, ບໍ່ໄດ້ຖືກຂ້າໂດຍພັຍພິບັດທັງສາມຢ່າງນີ້ ຄືພວກຄົນທີ່ບໍ່ໄດ້ກັບໃຈເສັຍໃຫມ່ຈາກການກະທຳຂອງຕົນ ຫລື ບໍ່ຢຸດນະມັດສະການວິນຍານຊົ່ວກັບພວກຮູບເຄົາຣົບທີ່ ເຮັດມາຈາກຄຳ, ເງິນ, ກ້ອນຫີນ, ແລະໄມ້ ຄືສິ່ງຕ່າງໆທີ່ບໍ່ສາມາດເບິ່ງເຫັນ ໄດ້ຍິນ ຫລືເດີນໄດ້.21ພວກຄົນທີ່ຍັງບໍ່ໄດ້ກັບໃຈຈາກການຂ້າຟັນກັນ ຈາກການໃຊ້ເວດມົນຄາຖາ, ຈາກການຜິດສິລະທັມທາງເພດ, ຫລືຈາກການຂີ້ລັກຂອງພວກເຂົາ.
1ຈາກນັ້ນຂ້າພຣະເຈົ້າໄດ້ເຫັນທູດສະຫວັນທີ່ມີຣິດອຳນາດອີກຕົນຫນຶ່ງລົງມາຈາກສະຫວັນ ເຂົາມີເມກເປັນເສື້ອລ່າມ ແລະມີສາຍຮຸ້ງຢູ່ເຫນືອຫົວຂອງເຂົາ ໃບຫນ້າຂອງເພິ່ນເຫມືອນດັ່ງຕາເວັນ ແລະຂາເຫມືອນດັ່ງເຕົາໄຟ2ມືຂອງເພິ່ນຖືຫນັງສືມ້ວນນ້ອຍເຫລັ້ມຫນຶ່ງທີ່ຖືກເປີດອອກ ເພິ່ນວາງຕີນຂວາຢຽບລົງເທີງທະເລ ແລະວາງຕີນຊ້າຍຢຽບເທິງແຜ່ນດິນໂລກ3ແລ້ວເພິ່ນຈຶ່ງຮ້ອງສຽງດັງເຫມືອນກັບໂຕສິງແຜດສຽງ ເມື່ອເຂົາຮ້ອງສຽງດັງກໍ່ມີສຽງຟ້າຮ້ອງທັງເຈັດເວົ້າອອກມາ4ເມື່ອສຽງຟ້າຮ້ອງທັງເຈັດເວົ້າອອກມາ ຂ້າພຣະເຈົ້າກຳລັງຈະລົງມືຂຽນ ແຕ່ຂ້າພຣະເຈົ້າໄດ້ຍິນສຽງຈາກສະຫວັນກ່າວວ່າ "ຈົ່ງເກັບໄວ້ເປັນຄວາມລັບກ່ຽວກັບສິ່ງທີ່ຟ້າຮ້ອງທັງເຈັດເວົ້ານັ້ນ ຈົ່ງຢ່າຂຽນບັນທຶກ"5ຈາກນັ້ນທູດສະຫວັນອົງທີ່ຂ້າພຣະເຈົ້າໄດ້ເຫັນວ່າກຳລັງຢືນຢູ່ເທິງທະເລ ແລະແຜ່ນດິນກໍ່ຍົກມືຂວາຂອງເພິ່ນຂຶ້ນສູ່ສະຫວັນ6ເເລະສາບານໂດຍອ້າງຜູ້ຫນຶ່ງເຊີ່ງເປັນຢູ່ນິຣັນດອນ ຜູ້ສ້າງຟ້າສະຫວັນ ແລະທຸກສິ່ງທີ່ຢູ່ໃນນັ້ນ ຜູ້ສ້າງແຜ່ນດິນໂລກ ແລະທຸກສິ່ງທີ່ຢູ່ໃນນັ້ນ ຜູ້ສ້າງທະເລແລະທຸກສິ່ງທີ່ຢູ່ໃນນັ້ນ ແລະທູດສະຫວັນອົງນັ້ນໄດ້ກ່າວວ່າ "ຈະບໍ່ມີການຊັກຊ້າອີກຕໍ່ໄປ7ເມື່ອເຖິງວັນນັ້ນທີ່ທູດສະຫວັນອົງທີເຈັດເປົ່າແກຂອງເຂົາ ຄວາມເລິກລັບຂອງພຣະເຈົ້າຈະຖືກເຮັດໃຫ້ສົມບູນ ເຫມືອນຢ່າງທີ່ພຣະອົງໄດ້ປະກາດຕໍ່ບັນດາຜູ້ທຳນວາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງນັ້ນ.8ຂ້າພຣະເຈົ້າໄດ້ຍິນສຽງນັ້ນຈາກຟ້າສະຫວັນກ່າວກັບຂ້າພຣະເຈົ້າອີກວ່າ "ຈົ່່ງໄປແລະເປີດຫນັງສືມ້ວນທີ່ຢູ່ໃນມືຂອງທູດສະຫວັນອົງນັ້ນທີ່ກຳລັງຢືນຢູ່ເທິງທະເລແລະແຜ່ນດິນ."9ຂ້າພຣະເຈົ້າຈຶ່ງໄປຫາທູດສະຫວັນອົງນັ້ນແລະບອກໃຫ້ເພິ່ນມອບຫນັງສືມ້ວນໃຫ້ແກ່ຂ້າພຣະເຈົ້າ, ເພິ່ນເວົ້າກັບຂ້າພຣະເຈົ້າວ່າ "ຈົ່ງຮັບຫນັງສືມ້ວນນີ້ແລະກິນເຂົ້າໄປ ມັນຈະຂົມຢູ່ທ້ອງຂອງທ່ານ, ແຕ່ເມື່ອຢູ່ໃນປາກຂອງທ່ານມັນຈະມີລົດຊາດຫວານເຫມືອນນໍ້າເຜິ້ງ.10ຂ້າພຣະເຈົ້າຮັບຫນັງສືມ້ວນນ້ອຍຈາກມືຂອງທູດສະຫວັນ ແລະກິນເຂົ້າໄປ ເມື່ອຢູ່ໃນປາກຂອງຂ້າພຣະເຈົ້າມັນຫວານ ເຫມືອນນໍ້າເຜິ້ງ ແຕ່ເມື່ອຂ້າພຣະເຈົ້າກືນລົງ ມັນກັບກາຍເປັນຂົມຢູ່ໃນທ້ອງຂອງຂ້າພຣະເຈົ້າ11ຈາກນັ້ນມີຄົນບາງຄົນທີ່ເວົ້າກັບຂ້າພຣະເຈົ້າວ່າ "ທ່ານຈະຕ້ອງປະກາດພຣະຄັມກ່ຽວກັບຜູ້ຄົນຕ່າງໆ ຊົນຊາດຕ່າງໆ ພາສາຕ່າງໆ ແລະກະສັດຈຳນວນຫລວງຫລາຍ."
1ຂ້າພຣະເຈົ້າໄດ້ຮັບໄມ້ອໍ້ອັນຫນຶ່ງເພື່ອໃຊ້ເປັນເຫມືອນໄມ້ວັດແທກ ຂ້າພຣະເຈົ້າໄດ້ຮັບຄຳບອກວ່າ "ລຸກຂື້ນແລະວັດຂະຫນາດຂອງພຣະວິຫານຂອງພຣະເຈົ້າກັບແທ່ນບູຊາ ແລະນັບຈຳນວນຄົນທີ່ມານະມັດສະການໃນວິຫານນັ້ນ2ແຕ່ບໍ່ຕ້ອງວັດແທກລານດ້ານນອກຂອງພຣະວິຫານ ເພາະໄດ້ມອບສ່ວນນັ້ນໃຫ້ກັບຄົນທີ່ບໍ່ນັບຖືພຣະເຈົ້າແລ້ວ ພວກເຂົາຈະຢຽບຢໍ່ານະຄອນອັນບໍຣິສຸດເປັນເວລາສີ່ສິບສອງເດືອນ.3ເຮົາຈະໃຫ້ສິດທິອຳນາດແກ່ພະຍານທັງສອງຂອງເຮົາທີ່ນຸ່ງເຄື່ອງໄວ້ທຸກເພື່ອປະກາດພຣະຄັມເປັນເວລາຫນຶ່ງພັນສອງຮ້ອຍຫົກສິບວັນ4ພະຍານເຫລົ່ານີ້ຄືຕົ້ນຫມາກກອກເທດສອງຕົ້ນ ແລະເຄື່ອງຮອງຕີນຕະກຽງຄຳສອງອັນທີ່ຕັ້ງຢູ່ຕໍ່ຫນ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ5ຖ້າຜູ້ໃດເລືອກທີ່ຈະທຳລາຍພວກເພິ່ນຈະມີໄຟອອກມາຈາກປາກຂອງພວກເພິ່ນແລະເຜົາຜານສັດຕຣູ ໃຜກໍ່ຕາມທີ່ປາຖນາທີ່ຈະທຳລາຍພວກເພິ່ນຈະຕ້ອງຖືກຂ້າເຊັ່ນນັ້ນ6ພະຍານເຫລົ່ານີ້ມີສິດທິອຳນາດໃນການປິດທ້ອງຟ້າເພື່ອບໍ່ໃຫ້ຝົນຕົກໃນຊ່ວງເວລາທີ່ພວກເພິ່ນປະກາດພຣະຄັມ ພວກເພິ່ນມີອຳນາດທີ່ຈະປ່ຽນແປງນໍ້າໃຫ້ກາຍເປັນເລືອດໄດ້ ແລະໂຈມຕີແຜ່ນດິນໂລກດ້ວຍພັຍພິບັດທຸກຊະນິດຕາມທີ່ພວກເພິ່ນຕ້ອງການ7ເມື່ອພວກເພິ່ນໃກ້ເຮັດສຳເລັດໃນການເປັນພະຍານ ກໍ່ມີສັດຮ້າຍທີ່ຂຶ້ນມາຈາກຂຸມນາຣົກເລິກທີ່ຈະທຳສົງຄາມຕໍ່ສູ້ກັບພວກເພິ່ນ ສັດຮ້າຍນັ້ນຈະເອົາຊະນະ ແລະຂ້າພວກເຂົາເສຍ.8ສົບຂອງທ່ານທັງສອງຈະຖືກຖິ້ມໄວ້ກາງທາງຂອງນະຄອນໃຫຍ່ນັ້ນ (ອັນເປັນສັນຍາລັກຂອງນະຄອນນີ້ຊື່ວ່າ ເມືອງໂຊໂດມແລະເມືອງອີຢີບ) ເປັນທີ່ຊຶ່ງອົງພຣະຜູ້ເປັນເຈົ້າຖືກຄຶງໄວ້ທີ່ໄມ້ກາງເເຂນ9ຈະມີບາງຄົນຈາກຜູ້ຄົນທັງຫມົດ ຈາກຄົນທຸກເຜົ່າ ຈາກທຸກພາສາ ແລະຈາກທຸກຊົນຊາດ ເຝົ້າເບິ່ງຊາກສົບຂອງພວກເພິ່ນເປັນເວລາສາມວັນເຄິ່ງ ແລະຈະບໍ່ຍອມໃຫ້ສົບຂອງພວກເພິ່ນຖືກຝັງໄວ້ໃນອຸໂມງ.10ຄົນເຫລົ່ານັ້ນທີ່ອາໄສຢູ່ເທິງແຜ່ນດິນໂລກຈະຊື່ນຊົມຍິນດີດ້ວຍເລື່ອງພວກເພິ່ນ ແລະສະເຫລີມສະຫລອງ ພວກເຂົາສົ່ງຂອງຂວັນໃຫ້ແກ່ກັນເພາະວ່າຜູ້ປະກາດພຣະຄັມທັງສອງເຫລົ່ານີ້ໄດ້ທໍຣະມານບັນດາຄົນເຫລົ່ານັ້ນທີ່ອາໄສຢູ່ເທິງແຜ່ນດິນໂລກ11ແຕ່ຫລັງຈາກກາຍເວລາສາມວັນເຄິ່ງແລ້ວ ລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າຈະເຂົ້າໄປພາຍໃນຊາກສົບຂອງພວກເພິ່ນ ແລະພວກເພິ່ນຈະຢືນຂຶ້ນ ຄວາມຢ້ານອັນຍິ່ງໃຫຍ່ຈະບັງເກີດຂື້ນກັບພວກຄົນທີ່ໄດ້ເບິ່ງເຫັນພວກເພິ່ນ12ຈາກນັ້ນຜູ້ປະກາດພຣະທັມທັງສອງໄດ້ຍິນສຽງດັງຈາກຟ້າສະຫວັນເວົ້າກັບພວກເພິ່ນວ່າ "ຈົ່ງຂຶ້ນມາທີ່ນີ້" ແລ້ວພວກເພິ່ນຈະຂຶ້ນໄປໃນສະຫວັນທ່າມກາງຫມູ່ເມກໃນຂະນະທີ່ພວກສັດຕຣູກໍ່ຈ້ອງເບິ່ງຢູ່ນັ້ນ.13ໃນຊົ່ວໂມງນັ້ນເອງຈະເກີດແຜ່ນດິນໄຫວໃຫຍ່ ແລະຫນຶ່ງສ່ວນສິບຂອງນະຄອນຈະຍຸບຫາຍໄປ ຄົນເຈັດພັນຄົນຈະຖືກຂ້າເນື່ອງຈາກແຜ່ນດິນໄຫວນັ້ນ ແລະບັນດາຄົນທີ່ລອດຊີວິດຈະຕົກໃຈຢ້ານ ແລະຖວາຍກຽດພຣະເຈົ້າແຫ່ງຟ້າສະຫວັນ14ວິບັດຢ່າງທີສອງຜ່ານໄປ ເບີ່ງແມ ວິບັດຢ່າງທີສາມກຳລັງຈະມາຢ່າງໄວວາ.15ແລ້ວທູດສະຫວັນອົງທີເຈັດກໍ່ເປົ່າແກຂອງຕົນ ແລະມີສຽງອັນດັງໃນຟ້າສະຫວັນກ່າວວ່າ "ອານາຈັກແຫ່ງໂລກນີ້ໄດ້ກາຍມາເປັນອານາຈັກຂອງອົງພຣະຜູ້ເປັນເຈົ້າ ແລະຂອງພຣະຄຣິດເຈົ້າຂອງພວກເຮົາ ພຣະອົງຈະຄອບຄອງຕະຫລອດໄປເປັນນິດ.16ແລ້ວບັນດາຜູ້ປົກຄອງທັງຊາວສີ່ທ່ານທີ່ກຳລັງນັ່ງຢູ່ເທິງບັນລັງຂອງພວກຕົນໃນທ່າມກາງການສະຖິດຢູ່ຂອງພຣະເຈົ້າ ກໍ່ຂາບລົງພື້ນດິນ ພວກເພິ່ນນະມັດສະການພຣະເຈົ້າ17ພວກເພິ່ນເວົ້າວ່າ "ຂ້າຂອບພຣະຄຸນພຣະອົງ ອົງພຣະຜູ້ເປັນເຈົ້າຊົງຣິດ ຜູ້ເປັນຢູ່ໃນວັນນີ້ ແລະໃນອະດີດ ເພາະພຣະອົງໄດ້ຮັບສິດທິອຳນາດອັນຍິ່ງໃຫຍ່ ແລະໄດ້ເລີ່ມຕົ້ນຄອບຄອງແລ້ວ.18ປະຊາຊາດຕ່າງໆຈະຄຽດແຄ້ນ ແຕ່ຄວາມໂກດຮ້າຍຂອງພຣະເຈົ້າໄດ້ມາເຖິງແລ້ວ ເວລາທີ່ຄົນຕາຍຈະໄດ້ຮັບການພິພາກສາກໍ່ມາເຖິງແລ້ວ ແລະເປັນເວລາທີ່ພຣະອົງຈະປຣະທານລາງວັນໃຫ້ແກ່ຜູ້ປະກາດພຣະຄັມທີ່ເປັນຜູ້ຮັບໃຊ້ຂອງພຣະອົງ ແກ່ຄົນທັງຫລາຍທີ່ເປັນຜູ້ເຊື່ອ ແລະແກ່ຄົນທັງຫລາຍທີ່ຢໍາເກງພຣະນາມຂອງພຣະອົງທັງຄົນທີ່ບໍ່ສຳຄັນ ແລະຄົນທີ່ຍິ່ງໃຫຍ່ ແລະເວລາກໍ່ມາເຖິງເພື່ອພຣະອົງຈະທຳລາຍຄົນເຫລົ່ານັ້ນທີ່ກຳລັງທຳລາຍແຜ່ນດິນໂລກຢູ່.19ຈາກນັ້ນພຣະວິຫານຂອງພຣະເຈົ້າກໍ່ຖືກເປີດອອກໃນສະຫວັນ ແລະເບິ່ງເປັນຫີບແຫ່ງພັນທະສັນຍາຂອງພຣະອົງທີ່ຕັ້ງໃນພຣະວິຫານ ຟ້າກໍ່ແມບ ມີສຽງດັງ ສຽງຟ້າຮ້ອງກໍ່ກຶກກ້ອງ ແຜ່ນດິນໄຫວ ແລະມີພາຍຸຫມາກເຫັບຕົກຢ່າງຫລວງຫລາຍ.
1ມີຫມາຍສຳຄັນອັນໃຫຍ່ປາກົດຂຶ້ນໃນສະຫວັນ ຄືມີຜູ້ຍິງຄົນຫນຶ່ງທີ່ມີດວງອາທິດປົກຄຸມໂຕເປັນເສື້ອຜ້າ ແລະດວງເດືອນຮອງຕີນຂອງນາງ ແລະມີດາວທັງສິບສອງດວງເປັນມົງກຸດສວມຢູ່ເທິງຫົວ2ຍິງນັ້ນຖືພາ, ແລະລາວໄດ້ຮ້ອງໄຫ້ຄວນຄາງອອກມາ ກຳລັງຈະເກີດລູກ.3ຈາກນັ້ນຈຶ່ງມີອີກຫມາຍສຳຄັນຫນຶ່ງເກີດຂຶ້ນໃນສະຫວັນ ເບິ່ງແມ ມີພະຍານາກໃຫຍ່ຕົວຫນຶ່ງທີ່ມີເຈັດຫົວ ມີສິບເຂົາ ແລະມີມົງກຸດເຈັດອັນຢູ່ເທິງແຕ່ລະຫົວຂອງມັນ4ຫາງຂອງມັນກວາດເອົາດວງດາວຫນຶ່ງສ່ວນສາມຂອງຟ້າສະຫວັນ ແລະຖິ້ມດາວເລົ່ານັ້ນເທິງແຜ່ນດິນໂລກ ພະຍານາກໂຕນັ້ນຢືນຢູ່ຕໍ່ຫນ້າຜູ້ຍິງທີ່ກຳລັງຈະເກີດລູກ ເພື່ອວ່າເມື່ອຜູ້ຍິງຄົນນັ້ນເກີດລູກອອກມາ ມັນຈະທຳຮ້າຍລູກຂອງນາງ.5ນາງເກີດລູກຊາຍ ເປັນເດັກນ້ອຍຜູ້ຊາຍທີ່ຈະປົກຄອງທຸກຊົນຊາດດ້ວຍໄມ້ຄ້ອນເຫລັກ ເດັກຄົນນັ້ນຖືກຮັບອອກມາຫາພຣະເຈົ້າ ແລະນຳໄປທີ່ບັນລັງຂອງພຣະອົງ6ສ່ວນຍິງນັ້ນຫນີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານຊຶ່ງພຣະເຈົ້າໄດ້ຈັດຕຽມສະຖານທີ່ເອົາໄວ້ທີ່ນັ້ນເພື່ອນາງຈະໄດ້ຮັບການດູແລເປັນເວລາຫນຶ່ງພັນສອງຮ້ອຍຫົກສິບມື້.7ບັດນີ້ມີສົງຄາມເກີດຂຶ້ນໃນຟ້າສະຫວັນ ມີຄາເອນແລະເຫລົ່າທູດສະຫວັນຂອງຕົນຕ່າງກໍ່ຕໍ່ສູ້ກັບພະຍານາກນັ້ນ ພະຍານາກແລະເຫລົ່າສະຫມຸມຂອງມັນກໍ່ຕໍ່ສູ້ຄືນ8ແຕ່ພະຍານາກບໍ່ແຂງແຮງພໍທີ່ຈະຮົບຊະນະໄດ້ ບໍ່ມີທີ່ຫວ່າງໃນສະຫວັນສຳລັບມັນແລະເຫລົ່າສະຫມຸນຂອງມັນ9ດັ່ງນັ້ນພະຍານາກໃຫຍ່ ຄືງູດຶກດຳບັນທີ່ມີຊື່ວ່າມານຮ້າຍ ຫລືຊາຕານ ຜູ້ທີ່ຫລອກລວງໂລກທັງໂລກນີ້ ຈຶ່ງຖືກຖິ້ມລົງມາເທິງແຜ່ນດິນໂລກພ້ອມກັບເຫລົ່າສະຫມຸນຂອງມັນທັງໝົດ.10ແລ້ວຂ້າພຣະເຈົ້າໄດ້ຍິນສຽງອັນດັງໃນສະຫວັນວ່າ: ບັດນີ້ຄວາມລອດພົ້ນ, ຣິດອຳນາດ, ຣາຊອານາຈັກຂອງພຣະເຈົ້າ ແລະສິດທິອຳນາດຂອງພຣະຄຣິດໄດ້ມາເຖິງແລ້ວ. ເພາະຜູ້ກ່າວໂທດພີ່ນ້ອງຂອງເຮົາໄດ້ຖືກຖິ້ມລົງໄປແລ້ວ ຄືຜູ້ກ່າວໂທດພວກເຂົາຕໍ່ຫນ້າພຣະເຈົ້າທັງກາງເວັນແລະກາງຄືນ.11ພວກເຂົາຊະນະມັນໄດ້ໂດຍພຣະໂລຫິດຂອງພຣະເມສານ້ອຍ ແລະໂດຍຖ້ອຍຄຳແຫ່ງການເປັນພະຍານຂອງພວກເຂົາ ເພາະພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງແຕ່ຍອມຕາຍໄດ້.12ດ້ວຍເຫດນີ້, ເຫລົ່າຟ້າສະຫວັນ, ຕະຫລອດຈົນທັງສິ້ນທີ່ອາໄສຢູ່ໃນນັ້ນ, ຈົ່ງຊື່ນຊົມຍິນດີເຖີ້ນ ແຕ່ວິບັດຈົ່ງເກີດແກ່ແຜ່ນດິນໂລກ, ແລະທະເລເພາະມານຮ້າຍໄດ້ລົງໄປຫາພວກເຈົ້າແລ້ວ. ມັນເຕັມໄປດ້ວຍຄວາມຄຽດແຄ້ນໂມໂຫ ເພາະມັນຮູ້ວ່າເວລາຂອງມັນເຫລືອຫນ້ອຍເຕັມທີ.13ເມື່ອພະຍານາກນັ້ນຮູ້ວ່າມັນໄດ້ຖິ້ມລົງມາເທິງແຜ່ນດິນໂລກ, ມັນຈຶ່ງຕາມຫາຜູ້ຍິງຄົນນັ້ນທີ່ເກີດລູກຊາຍນັ້ນ.14ແຕ່ຜູ້ຍິງຄົນນັ້ນໄດ້ຮັບປີກຂອງນົກອິນຊີໃຫຍ່ສອງປີກ, ດັ່ງນັ້ນນາງຈຶ່ງສາມາດຫນີໄປຍັງສະຖານທີ່ໆໄດ້ຈັດຕຽມເອົາໄວ້ສຳລັບນາງໃນຖິ່ນແຫ້ງແລ້ງກັນດານໃນບ່ອນນັ້ນນາງຈະໄດ້ຮັບການດູແລເອົາໃຈໃສ່ໃຫ້ພົ້ນໄພຈາກງູໃຫຍ່ເປັນເວລາຫນຶ່ງວາລະ ສອງວາລະ ແລະອີກເຄິ່ງວາລະ.15ງູໃຫຍ່ນັ້ນໄດ້ເປົ່ານໍ້າອອກມາຈາກປາກຂອງມັນເຫມືອນກັບແມ່ນໍ້າສາຍຫນຶ່ງ, ເພື່ອຈະເຮັດໃຫ້ເກີດນໍ້າຖ້ວມທີ່ພັດພາເອົາຍິງຄົນນັ້ນໄປ.16ແຜ່ນດິນໂລກໄດ້ເປີດປາກອອກ ແລະສູບເອົາແມ່ນໍ້າທີ່ພະຍານາກໄດ້ເປົ່າອອກມາຈາກປາກຂອງມັນລົງໄປເສຍ.17ພະຍານາກນັ້ນຈຶ່ງຄຽດແຄ້ນຜູ້ຍິງຄົນນັ້ນຫລາຍ, ມັນຈຶ່ງໄປທຳສົງຄາມຕໍ່ສູ້ກັບເຊື້ອສາຍທີ່ເຫລືອທັງຫມົດຂອງນາງ, ຄືບັນດາຄົນທີ່ເຊື່ອຟັງຄຳບັນຊາຂອງພຣະເຈົ້າ, ແລະຢຶດຫມັ້ນໃນຄຳພະຍານຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າ.18ຈາກນັ້ນພະຍານາກນັ້ນຈຶ່ງຢືນຂຶ້ນເທິງຫາດຊາຍແຄມທະເລ.
1ແລ້ວຂ້າພຣະເຈົ້າເຫັນສັດຮ້າຍໂຕຫນຶ່ງຂຶ້ນມາຈາກທະເລ. ມັນມີເຂົາສິບເຂົາ ແລະຫົວເຈັດຫົວ. ເທິງເຂົາທັງສິບຂອງມັນມີມົງກຸດເທິງຫົວຂອງແຕ່ລະຫົວຂອງມັນມີຊື່ເປັນຄຳຫມິ່ນປະຫມາດພຣະເຈົ້າ.2ສັດຮ້າຍທີ່ຂ້າພຣະເຈົ້າໄດ້ເຫັນນີ້ມີລັກສະນະຄືກັບເສືອດາວໂຕຫນຶ່ງ, ຕີນຂອງມັນເຫມືອນຕີນຂອງຫມີ, ແລະປາກຂອງມັນເຫມືອນສິງ, ພະຍານາກນັ້ນໃຫ້ອຳນາດບັນລັງແລະສິດທິອຳນາດອັນຍິ່ງໃຫຍ່ແກ່ມັນເພື່ອຈະຄອບຄອງ.3ຫົວຫນຶ່ງຂອງສັດຮ້າຍນີ້ມີຮອຍບາດແຜທີ່ເຫມືອນເຄີຍຖືກຂ້າເຖີງຕາຍແລ້ວ, ແຕ່ກັບໄດ້ຮັບການຮັກສາໃຫ້ຫາຍດີ, ແລະໂລກທັງໂລກຕ່າງກໍ່ແຕກຕື່ນໃນຂະນະທີ່ພວກເຂົາຕິດຕາມສັດຮ້າຍນັ້ນ.4ພວກເຂົາຍັງນະມັດສະການພະຍານາກນັ້ນ, ແລະ ເພາະພະຍານາກມອບສິດທິອຳນາດຂອງມັນໃຫ້ແກ່ສັດຮ້າຍໂຕນັ້ນ ພວກເຂົາຈຶ່ງນະມັດສະການສັດຮ້າຍໂຕນັ້ນ ແລະເວົ້າກັນບໍ່ຢຸດວ່າ, "ໃຜຈະເປັນເຫມືອນສັດຮ້າຍນີ້?" ແລະ "ໃຜຈະຕໍ່ສູ້ມັນໄດ້."5ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີນັ້ນປາກທີ່ກ່າວໂອ້ອວດ ແລະຫມິ່ນປະຫມາດພຣະເຈົ້າ. ແລະໃຫ້ມີສິດທິອຳນາດເຮັດຢ່າງນັ້ນສີ່ສີບສອງເດືອນ.6ດັ່ງນັ້ນສັດຮ້າຍນັ້ນຈຶ່ງເປີດປາກຂອງມັນກ່າວຕໍ່ຕ້ານພຣະເຈົ້າ: ຫມິ່ນປະມາດພຣະນາມຂອງພຣະອົງ, ຫມິ່ນປະຫມາດທີ່ບັນລັງ ແລະບັນດາຜູ້ທີ່ຢູ່ເທິງສະຫວັນທັງຫມົດ.7ສັດຮ້າຍນັ້ນໄດ້ຮັບອະນຸຍາດໃຫ້ເຮັດສົງຄາມກັບບັນດາຜູ້ເຊື່ອ ແລະເອົາຊະນະພວກເຂົາໄດ້. ມັນຍັງໄດ້ຮັບສິດທິອຳນາດເຫນືອຄົນທຸກເຜົ່າ ທຸກຄົນ ທຸກພາສາ ແລະທຸກຊົນຊາດ.8ທຸກຄົນທີ່ອາໄສຢູ່ໃນໂລກນີ້ຈະນະມັດສະການມັນ, ຄືທຸກຄົນທີ່ຊື່ຂອງເຂົາບໍ່ຖືກຈົດບັນທຶກເອົາໄວ້ໃນຫນັງສືແຫ່ງຊີວິດຂອງພຣະເມສານ້ອຍຜູ້ຖືກຂ້ານັບຕັ້ງແຕ່ຊົງສ້າງໂລກ.9ໃຜມີຫູຟັງ ຈົ່ງຟັງເອົາເທີ້ນ, ຖ້າໃຜຖືກຄາດຫມາຍໄວ້ໃຫ້ເປັນຊະເລີຍ ເຂົາກໍ່ຈະຕ້ອງເປັນຊະເລີຍ.10ຖ້າໃຜຖືກຄາດຫມາຍໄວ້ໃຫ້ຖືກຂ້າດ້ວຍດາບ ເຂົາກໍ່ຈະຖືກຂ້າດ້ວຍດາບ ນີ້ຄືການຊົງເອີ້ນເພື່ອໃຫ້ມີຄວາມອົດທົນຢືນຢັດ ແລະມີຄວາມເຊື່ອສຳລັບຜູ້ທີ່ບໍຣິສຸດທັງຫລາຍ.11ຈາກນັ້ນຂ້າພຣະເຈົ້າເຫັນສັດຮ້າຍອີກໂຕຫນຶ່ງຂື້ນມາຈາກແຜ່ນດີນໂລກ. ມັນມີສອງເຂົາເຫມືອນແກະໂຕຫນຶ່ງ ແລະມັນເວົ້າຄືກັບພະຍານາກ.12ໃນການປາກົດຕົວຂອງມັນນັ້ນ ມັນໃຊ້ສິດທິອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ, ມັນເຮັດໃຫ້ແຜ່ນດິນໂລກແລະທຸກສິ່ງທີ່ຢູ່ໃນນັ້ນນະມັດສະການສັດຮ້າຍໂຕທຳອິດທີ່ມີບາດແຜຂອງມັນ ແຕ່ໄດ້ຮັບການຮັກສາໃຫ້ຫາຍແລ້ວ.13ມັນເຮັດການອັດສະຈັນອັນຍິ່ງໃຫຍ່. ແມ່ນແຕ່ເຮັດໃຫ້ໄຟຕົກລົງມາຈາກສະຫວັນເທິງແຜ່ນດິນໂລກຕໍ່ຫນ້າຕໍ່ຕາຄົນທັງຫລາຍ.14ມັນໄດ້ຮັບອະນຸຍາດໃຫ້ເຮັດຫມາຍສຳຄັນຕ່າງໆໄດ້ ມັນຫລອກຫລວງຄົນທີ່ຢູ່ໃນໂລກ. ມັນບອກໃຫ້ພວກເຂົາສ້າງຮູບປັ້ນຂອງສັດຮ້າຍທີ່ມີບາດແຜຈາກດາບ ແຕ່ຍັງມີຊີວິດຢູ່ເພື່ອຍົກຍ້ອງໃຫ້ກຽດ.15ມັນໄດ້ຮັບອະນຸຍາດເພື່ອໃຫ້ລົມຫາຍໃຈແກ່ຮູບປັ້ນສັດຮ້າຍນັ້ນ ເພື່ອມັນຈະສາມາດເວົ້າໄດ້ ແລະໃຜປະຕິເສດທີ່ຈະນະມັດສະການສັດຮ້າຍນັ້ນຈະຕ້ອງຖືກຂ້າຕາຍ.16ບໍ່ວ່າຈະເປັນຄົນສຳຄັນ, ຫລືບໍ່ສຳຄັນ, ຄົນຮັ່ງມີຫລືຄົນຈົນ, ບໍ່ວ່າຈະເປັນອິສຣະຫລືທາດ, ໃຫ້ເຮັດສັນຍາລັກທີ່ມືຂວາ ຫລືເທິງຫນ້າຜາກ.17ຜູ້ຄົນບໍ່ສາມາດຊື້ຂາຍໃດໆໄດ້ຖ້າຫາກບໍ່ມີສັນຍາລັກຂອງສັດຮ້າຍນີ້ທີ່ໃຫ້ຕົວເລກແທນຊື່ຂອງມັນ.18ເລື່ອງນີ້ຕ້ອງໃຊ້ສະຕິປັນຍາ ຫາກຜູ້ໃດມີຄວາມເຂົ້າໃຈ ກໍໃຫ້ເຂົາຄິດຄາດະເນຕົວເລກຂອງສັດຮ້າຍນັ້ນ. ເພາະມັນເປັນເລກແທນບຸກຄົນຫນຶ່ງ ເລກຂອງມັນຄືຫົກຮອ້ຍຫົກສິບຫົກ.
1ຂ້າພຣະເຈົ້າເບິ່ງແລະເຫັນພຣະເມສານ້ອຍກຳລັງຢືນຢູ່ເທິງພູເຂົາຊີໂອນ. ມີແສນສີ່ຫມື່ນສີ່ພັນຄົນ ຢູ່ຮ່ວມກັບພຣະອົງຄືບັນດາຄົນທີ່ເທິງຫນ້າຜາກຂອງພວກເຂົາຈາຣຶກພຣະນາມຂອງພຣະອົງ ແລະພຣະນາມຂອງພຣະບິດາຂອງພຣະອົງ.2ຂ້າພຣະເຈົ້າໄດ້ຍິນສຽງຈາກສະຫວັນດັງຂຶ້ນເຫມືອນສຽງຄື້ນຢ່າງຫລວງຫລາຍ ແລະສຽງຟ້າຮ້ອງສະຫນັ່ນ. ສຽງທີ່ຂ້າພຣະເຈົ້າໄດ້ຍິນນັ້ນເປັນເຫມືອນສຽງພິນທີ່ບັນດານັກດີດພິນກຳລັງບັນເລງ.3ພວກເຂົາຮ້ອງເພງບົດໃຫມ່ຕໍ່ຫນ້າພຣາຊບັນລັງ ຕໍ່ຫນ້າສິ່ງທີ່ມີຊີວິດທັງສີ່ ແລະຕໍ່ຫນ້າບັນດາຜູ້ອາວຸໂສ ບໍ່ມີໃຜສາມາດຝຶກຮ້ອງເພງນັ້ນໄດ້ນອກຈາກຄົນແສນສີ່ຫມື່ນສີ່ພັນຄົນນັ້ນ ຄົນເຫລົ່ານນີ້ຊົງໄຖ່ໄວ້ແລ້ວຈາກແຜ່ນດິນໂລກ.4ຄົນເຫລົ່ານີ້ຄືບັນດາຄົນທີ່ບໍ່ໄດ້ເຮັດໃຫ້ຕົນເອງເປັນມົນທິນເພາະຜູ້ຍິງ, ພວກເຂົາຮັກສາຕົວເອງໃຫ້ມີຄວາມບໍຣິສຸດທາງເພດ ຄົນເຫລົ່ານີ້ຄືຄົນທີ່ຕິດຕາມພຣະເມສານ້ອຍໄປໃນທຸກບ່ອນທີ່ພຣະອົງໄປ, ຄົນເຫລົ່ານີ້ຖືກນຳອອກມາຈາກມວນມະນຸດເປັນຜົນທຳອິດທີ່ມອບຖວາຍໃຫ້ກັບພຣະເຈົ້າແລະກັບພຣະເມສານ້ອຍ.5ບໍ່ມີຄຳເວົ້າຂີ້ຕົວະໃດໆອອກມາຈາກປາກຂອງພວກເຂົາ; ພວກເຂົາບໍ່ມີທີ່ຕິເລີຍ.6ຂ້າພຣະເຈົ້າໄດ້ເຫັນທູດສະຫວັນອີກອົງຫນຶ່ງ, ບິນມາກາງອາກາດ ເຂົາມີຖ້ອຍຄຳອັນຕະຫລອດໄປເປັນນິດແຫ່ງຂ່າວປະເສີດເພື່ອປະກາດແກ່ບັນດາຄົນທີ່ຢູ່ເທິງແຜ່ນດິນໂລກຄື ທຸກຊົນຊາດ ທຸກເຜົ່າ ທຸກພາສາ ແລະທຸກຄົນ.7ເຂົາຮ້ອງດ້ວຍສຽງດັງວ່າ "ຈົ່ງຢໍາເກງພຣະເຈົ້າ ແລະຖວາຍກຽດແກ່ພຣະອົງ. ເພາະຊົ່ວໂມງແຫ່ງການພິພາກສາໄດ້ມາເຖິງແລ້ວ ຈົ່ງນະມັດສະການພຣະອົງ ຜູ້ດຽວທີ່ສ້າງຟ້າສະຫວັນ, ແຜ່ນດິນໂລກ ທະເລ, ແລະນໍ້າພຸທັງຫລາຍ."8ແລ້ວທູດສະຫວັນອີກອົງຫນຶ່ງຄື ທູດສະຫວັນອົງທີສອງຕາມມາ ແລະກ່າວວ່າ "ຫລົ້ມຈົມແລ້ວ ບາບີໂລນມະຫານະຄອນຫລົ້ມຈົມແລ້ວ, ຜູ້ທີ່ຊັກຈູງທຸກຊົນຊາດໃຫ້ດື່ມເຫລົ້າອະງຸ່ນແຫ່ງຣາຄະຕັນຫາຂອງນາງ."9ທູດສະຫວັນອີກອົງຫນຶ່ງຄື ອົງທີສາມທີ່ຕາມພວກເຂົາມາໄດ້ເວົ້າດ້ວຍສຽງດັງວ່າ, "ຜູ້ໃດທີ່ນະມັດສະການສັດຮ້າຍ ແລະຮູບປັ້ນຂອງມັນ ແລະໄດ້ຮັບສັນຍາລັກທີ່ຫນ້າຜາກຫລືມືຂອງເຂົາ.10ເຂົາຈະໄດ້ດື່ມເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າດ້ວຍເຊັ່ນກັນ, ເຫລົ້າອະງຸ່ນທີ່ຖືກເທລົງໃນຖ້ວຍແຫ່ງຄວາມໂກດຮ້າຍໂດຍບໍ່ເຈືອປົນສິ່ງໃດ. ຄົນທີ່ດື່ມຈະທົນທຸກທໍຣະມານດ້ວຍໄຟມາດຕໍ່ຫນ້າທູດສະຫວັນບໍຣິສຸດຂອງພຣະເຈົ້າ ແລະຕໍ່ພຣະພັກພຣະເມສານ້ອຍ."11ຄວັນຈາກການທໍຣະມານຂອງພວກເຂົາຈະລອຍຂຶ້ນຕະຫລອດໄປເປັນນິດ, ແລະພວກເຂົາຈະບໍ່ໄດ້ຢຸດພັກ ບໍ່ວ່າຈະກາງເວັນຫລືກາງຄືນ ພວກເຂົາຄືຄົນທີ່ນະມັດສະການສັດຮ້າຍ ກັບຮູບປັ້ນຂອງມັນ, ແລະທຸກຄົນທີ່ໄດ້ຮັບສັນຍາລັກທີ່ເປັນຊື່ຂອງມັນ.12ຜູ້ທີ່ເຊື່ອຟັງຄຳບັນຊາຂອງພຣະເຈົ້າ ແລະຜູ້ທີ່ມີຄວາມເຊື່ອຝ່າຍພຣະເຢຊູເຈົ້າກໍຕ້ອງໃຊ້ຄວາມພຽນອົດທົນ."13ຂ້າພຣະເຈົ້າໄດ້ຍິນສຽງຈາກຟ້າສະຫວັນກ່າວວ່າ, "ຈົ່ງຂຽນບັນທຶກສິ່ງນີ້ ຄວາມສຸກເປັນຂອງຄົນທີ່ຕາຍໃນອົງພຣະຜູ້ເປັນເຈົ້າ." ພຣະວິນຍານກ່າວວ່າ "ແມ່ນແລ້ວ, ເພື່ອພວກເຂົາຈະໄດ້ຢຸດພັກຈາກການງານອັນຫນັກ, ແລະການກະທຳຂອງພວກເຂົາຈະຕິດຕາມພວກເຂົາໄປ."14ຂ້າພຣະເຈົ້າເບິ່ງ ແລະມີເມກສີຂາວກ້ອນຫນຶ່ງ. ຜູ້ທີ່ນັ່ງຢູ່ເທິງເມກນັ້ນມີລັກສະນະເຫມືອນບຸດມະນຸດ. ພຣະອົງສວມມົງກຸດຄຳເທິງຫົວ ແລະໃນມືຊົງຖືກ່ຽວທີ່ຄົມຫລາຍ.15ຈາກນັ້ນຈຶ່ງມີທູດສະຫວັນອີກອົງຫນຶ່ງອອກມາຈາກພຣະວິຫານ ແລະຮຽກຮ້ອງຜູ້ນັ່ງຢູ່ເທິງເມກດ້ວຍສຽງດັ່ງວ່າ: "ໃຊ້ກ່ຽວຂອງທ່ານແລະເລີ່ມຕົ້ນເກັບກ່ຽວ ເພາະເຖິງເວລາແຫ່ງການເກັບກ່ຽວແລ້ວ, ເນື່ອງຈາກຜົນທີ່ຈະເກັບກ່ຽວເທິງແຜ່ນດິນໂລກກໍ່ສຸກງອມແລ້ວ."16ແລ້ວຜູ້ທີ່ນັ່ງຢູ່ເທິງເມກຈຶ່ງແກວ່ງກ່ຽວຂອງພຣະອົງລົງແຜ່ນດິນໂລກ, ແລ້ວແຜ່ນດິນໂລກກໍ່ໄດ້ຮັບການເກັບກ່ຽວ.17ມີທູດສະຫວັນອົງຫນຶ່ງອອກມາຈາກພຣະວິຫານໃນສະຫວັນ; ເຂົາມີກ່ຽວທີ່ຄົມຫລາຍດ້ວຍເຊັ່ນກັນ.18ຍັງມີທູດສະຫວັນອີກອົງຫນຶ່ງ, ຜູ້ມີສິດທິດອຳນາດເຫນືອໄຟ. ໄດ້ອອກມາຈາກແທ່ນເຜົາເຄື່ອງຫອມບູຊາ. ເຂົາຮ້ອງດ້ວຍສຽງດັງຕໍ່ຜູ້ນັ້ນທີ່ກ່ຽວວ່າ "ໃຊ້ກ່ຽວທີ່ຄົມຫລາຍຂອງທ່ານເພື່ອເກັບກ່ຽວພວງອະງຸ່ນທັງຫລາຍຈາກເຄືອອະງຸ່ນທີ່ເທິງແຜ່ນດີິນໂລກ ເພາະຫມາກອະງຸ່ນກໍ່ສຸກງອມແລ້ວ."19ທູດສະຫວັນອົງນັ້ນຈຶ່ງແກວ່ງກ່ຽວລົງເທິງແຜ່ນດິນໂລກ ແລະເກັບກ່ຽວຫມາກອະງຸ່ນຈາກແຜ່ນດິນໂລກ. ເຂົາໂຍນຫມາກອະງຸ່ນເຫລົ່ານັ້ນລົງໄປໃນອ່າງບີບອະງຸ່ນຂະໜາດໃຫຍ່ຊຶ່ງເປັນອ່າງແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.20ອ່າງບີບອະງຸ່ນນັ້ນຖືກບີບທີ່ນອກເມືອງ ມີເລືອດໄຫລອອກມາຈາກອ່າງນັ້ນເລິກເກືອບເຖິງສອງແມັດແລະໄຫລຍາວເປັນສາຍນ້ຳປະມານສາມຮ້ອຍກິໂລແມັດ.
1ແລ້ວຂ້າພຣະເຈົ້າເຫັນຫມາຍສຳຄັນໃນສະຫວັນ, ອີກຢ່າງຫນຶ່ງທີ່ຍິ່ງໃຫຍ່ ແລະອັດສະຈັນ ຄືມີທູດສະຫວັນເຈັດອົງຖືພັຍພິບັດເຈັດຢ່າງ, ເຊິ່ງເປັນພັຍພິບັດສຸດທ້າຍ, ເພາະວ່າຄວາມໂກດຮ້າຍຂອງພຣະເຈົ້າຈະສິ້ນສຸດລົງດ້ວຍພັຍພິບັດເຫລົ່ານັ້ນ.2ຂ້າພຣະເຈົ້າເຫັນສິ່ງທີ່ເບິ່ງຄືເປັນທະເລແກ້ວປົນກັບໄຟ. ຄົນເຫລົ່ານັ້ນທີ່ຢືນຢູ່ແຄມທະເລຄືບັນດາຄົນທີ່ມີຊັຍຊະນະຕໍ່ສັດຮ້າຍ ແລະຕໍ່ຮູບຂອງມັນ ແລະຕໍ່ຕົວເລກທີ່ສະແດງເຖິງຊື່ຂອງມັນ. ພວກເຂົາທັງຫລາຍຖືພິນທີ່ພຣະເຈົ້າປຣະທານໃຫ້.3ພວກເຂົາຮ້ອງເພງຂອງໂມເຊ, ຜູ້ຮັບໃຊ້ຂອງພຣະເຈົ້າ ແລະຮ້ອງເພງຂອງພຣະເມສານ້ອຍວ່າ: "ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ, ພຣະຣາຊກິດຂອງພຣະອົງຍີ່ງໃຫຍ່ແລະອັດສະຈັນ, ຂ້າແດ່ອົງພຣະມະຫາກະສັດແຫ່ງບັນດາປະຊາຊາດ, ວິຖີທາງຂອງພຣະອົງກໍ່ຖືກຕ້ອງແລະສັດຈິງ.4ຂ້າແດ່ອົງພຣະຜູ້ເປັນເຈົ້າ, ມີໃຜແດ່ບໍ່ຢ້ານພຣະອົງ, ແລະຖວາຍກຽດແດ່ພຣະນາມຂອງພຣະອົງ? ເພາະພຣະອົງຜູ້ດຽວຊົງບໍຣິສຸດ ບັນດາປະຊາຊາດທັງຫລາຍຈະມານະມັດສະການຕໍ່ຫນ້າພຣະອົງ ເພາະກິດຈະການອັນຊອບທັມຂອງພຣະອົງໄດ້ປາກົດໃຫ້ເຫັນແລ້ວ."5ຫລັງຈາກສິ່ງເຫລົ່ານີ້ເກີດຂຶ້ນແລ້ວ, ຂ້າພຣະເຈົ້າເບິ່ງເຫັນພຣະວິຫານຊຶ່ງມີຫໍເຕັນສັກສິດແຫ່ງຄຳພະຍານໄດ້ເປີດອອກໃນສະຫວັນ.6ແລະທູດສະຫວັນທັງເຈັດອົງທີ່ຖືພັຍພິບັດທັງເຈັດຢ່າງ ໄດ້ອອກມາຈາກສະຖານສັກສິດທີ່ສຸດ ທູດສະຫວັນເຫລົ່ານັ້ນນຸ່ງຫົ່ມຜ້າປ່ານບໍຣິສຸດເສາະໃສ ແລະໃສ່ສາຍຮັດຫນ້າເອິກທີ່ເຮັດດ້ວຍຄຳ.7ຫນຶ່ງໃນສິ່ງມີຊີວິດທັງສີ່ຕົນນັ້ນ ໄດ້ມອບຂັນຄຳເຈັດຫນ່ວຍທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ, ຜູ້ຊົງພຣະຊົນຢູ່ເປັນນິດໃຫ້ແກ່ທູດສະຫວັນທັງເຈັດອົງນັ້ນ.8ແລ້ວພຣະວິຫານກໍ່ເຕັມໄປດ້ວຍຄວັນຊຶ່ງມາຈາກພຣະສະຫງ່າຣາສີຂອງພຣະເຈົ້າ ແລະມາຈາກຣິດອຳນາດຂອງພຣະອົງ ບໍ່ມີໃຜສາມາດເຂົ້າໄປໃນພຣະວິຫານນັ້ນ ຈົນກວ່າພັຍພິບັດທັງເຈັດຂອງທູດສະຫວັນເຈັດອົງນັ້ນຈະສຳເລັດລົງ.
1ຂ້າພຣະເຈົ້າໄດ້ຍິນສຽງດັງອອກມາຈາກພຣະວິຫານ ສັ່ງທູດສະຫວັນທັງເຈັດອົງນັ້ນວ່າ, "ຈົ່ງອອກໄປແລ້ວເທຂັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທັງເຈັດຫນ່ວຍລົງເທິງແຜ່ນດິນໂລກ."2ທູດສະຫວັນອົງທຳອິດຈຶ່ງອອກໄປ ແລະເທຂັນຂອງຕົນລົງເທິງແຜ່ນດິນໂລກ; ແລ້ວຄົນທັງຫລາຍທີ່ມີເຄື່ອງຫມາຍຂອງສັດຮ້າຍ ແລະພວກທີ່ບູຊາຮູບຂອງມັນກໍ່ມີບາດແຜຮ້າຍທີ່ຫນ້າກຽດຊັງ, ແລະເຈັບປວດເກີດຂຶ້ນຕາມຕົນຕົວ.3ທູດສະຫວັນອົງທີສອງເທຂັນຂອງຕົນລົງໃນທະເລແລະທະເລກໍ່ກາຍເປັນເລືອດເຫມືອນເລືອດຂອງຄົນຕາຍ, ແລະສິ່ງມີຊີວິດທັງຫມົດຊຶ່ງຢູ່ໃນທະເລນັ້ນກໍ່ຕາຍໄປຫມົດ.4ທູດສະຫວັນອົງທີສາມເທຂັນຂອງຕົນລົງໄປໃນແມ່ນໍ້າແລະນໍ້າພຸທັງຫລາຍ, ແລະນໍ້່າເຫລົ່ານັ້ນກໍ່ກາຍເປັນເລືອດ.5ຂ້າພຣະເຈົ້າໄດ້ຍິນທູດສະຫວັນແຫ່ງຫນ້ານໍ້າຕ່າງໆກ່າວວ່າ, "ພຣະອົງຊົງຊອບທັມ ຜູ້ຊົງເປັນຢູ່ແລະເຄີຍເປັນຢູ່, ແລະຜູ້ຊົງບໍຣິສຸດ, ເພາະພຣະອົງໄດ້ຊົງພິພາກສາສິ່ງເຫລົ່ານີ້ແລ້ວ.6ເພາະພວກເຂົາເຮັດໃຫ້ເລືອດຂອງບັນດາຜູ້ເຊື່ອ ແລະຜູ້ປະກາດພຣະຄັມໄຫລອອກ, ແລະພຣະອົງຊົງໃຫ້ເຂົາດື່ມເລືອດຊຶ່ງເປັນສິ່ງທີ່ພວກເຂົາສົມຄວນໄດ້ຮັບແລ້ວ."7ແລ້ວຂ້າພຣະເຈົ້າໄດ້ຍິນແທ່ນບູຊາຕອບວ່າ, "ຖືກແລ້ວ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່, ການພິພາກສາຂອງພຣະອົງສັດຈິງ ແລະຊອບທັມ."8ທູດສະຫວັນອົງທີສີ່ເທຂັນຂອງຕົນລົງໄປທີ່ຕາເວັນ, ແລະອະນຸຍາດໃຫ້ຕາເວັນເຜົາໄຫມ້ມະນຸດດ້ວຍຄວາມຮ້ອນອັນແຮງກ້າ.9ຄວາມຮ້ອນແຮງຂອງແສງແດດກ້າກໍ່ເຜົາໄຫມ້ມະນຸດ ແລະພວກເຂົາກໍ່ສາບແຊ່ງພຣະນາມຂອງພຣະເຈົ້າຜູ້ຊົງຣິດເຫນືອພັຍພິບັດເຫລົ່ານີ້. ພວກເຂົາບໍ່ຍອມກັບໃຈໃຫມ່ເພື່ອຖວາຍກຽດແດ່ພຣະອົງ.10ຫລັງຈາກນັ້ນ ທູດສະຫວັນອົງທີຫ້າເທຂັນຂອງຕົນລົງເທິງບັນລັງຂອງສັດຮ້າຍ, ແລ້ວຄວາມມືດກໍ່ປົກຄຸມອານາຈັກຂອງສັດຮ້າຍ ຄົນເຫລົ່ານັ້ນກໍ່ກັດລີ້ນຂອງຕົນເອງເພາະຄວາມເຈັບປວດ.11ແລະພວກເຂົາສາບແຊ່ງພຣະເຈົ້າແຫ່ງຟ້າສະຫວັນ ເພາະຄວາມເຈັບປວດ ແລະເພາະບາດແຜຕາມຮ່າງກາຍຂອງພວກເຂົາ, ແຕ່ພວກເຂົາຍັງບໍ່ຍອມກັບໃຈຈາກການກະທຳຂອງຕົນ.12ທູດສະຫວັນອົງທີຫົກເທຂັນຂອງຕົນລົງໄປທີ່ແມ່ນໍ້າໃຫຍ່ ຄືແມ່ນໍ້າເອີຟຣັດ. ເຮັດໃຫ້ນໍ້ານັ້ນແຫ້ງ ເພື່ອຕຽມທາງໄວ້ສຳລັບບັນດາກະສັດທີ່ຈະມາຈາກທິດຕາເວັນອອກ.13ແລ້ວຂ້າພຣະເຈົ້າເຫັນວິນຍານຊົ່ວຮ້າຍສາມດວງຊຶ່ງມີຮູບຮ່າງເຫມືອນໂຕກົບອອກມາຈາກປາກຂອງພະຍານາກ, ຈາກປາກສັດຮ້າຍ ແລະຈາກປາກຜູ້ປະກາດພຣະຄັມປອມ.14ເພາະວ່າພວກມັນເປັນວິນຍານແຫ່ງຜີມານຮ້າຍທີ່ເຮັດຫມາຍສຳຄັນການອັດສະຈັນ, ພວກມັນອອກໄປຫາບັນດາກະສັດທົ່ວໂລກ ເພື່ອລວບລວມເອົາບັນດາກະສັດເຫລົ່ານັ້ນໄປ ເຮັດສົງຄາມໃນວັນອັນໃຫຍ່ຫລວງຂອງພຣະເຈົ້າຜູ້ຊົງຍິ່ງໃຫຍ່ສູງສຸດ.15(ເບິ່ງແມ! ເຮົາກຳລັງມາເຫມືອນຂະໂມຍ ຄົນທີ່ເຝົ້າຣະວັງຢູ່ແລະສວມເສື້ອຜ້າຂອງຕົນໄວ້ກໍ່ເປັນສຸກ ເພາະວ່າເຂົາຈະບໍ່ຕ້ອງອອກໄປແບບເປືອຍກາຍໃຫ້ຄົນທັງຫລາຍເຫັນສະພາບອັນອັບອາຍຂອງເຂົາ).16ແລ້ວວິນຍານທັງສາມໄດ້ຮວບຮວມບັນດາກະສັດເຫລົ່ານັ້ນໄປສະຖານທີ່ຫນຶ່ງເອີ້ນຕາມພາສາເຮັບເຣີວ່າ ອາມາເຄໂດນ.17ຫລັງຈາກນັ້ນ ທູດສະຫວັນອົງທີເຈັດເທຂັນຂອງຕົນລົງໄປໃນອາກາດ. ແລະມີພຣະສຸຣະສຽງດັງອອກມາຈາກບັນລັງໃນພຣະວິຫານນັ້ນວ່າ "ສຳເລັດແລ້ວ."18ແລ້ວເກີດມີຟ້າແມບ ສຽງແຕກດັງສະນັ່ນ, ສຽງຟ້າຮ້ອງ ແລະແຜ່ນດິນໄຫວຮຸນແຮງ, ຊຶ່ງເປັນແຜ່ນດິນໄຫວທີ່ຮຸນແຮງກວ່າແຜ່ນດິນໄຫວໃດໆທີ່ເຄີຍເກີດຂຶ້ນຕັ້ງແຕ່ມະນຸດເກີດຂຶ້ນມາເທິງແຜ່ນດິນໂລກ, ແຜ່ນດິນໄຫວຄັ້ງນີ້ຮຸນແຮງຫລາຍ.19ມະຫານະຄອນນັ້ນກໍ່ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍຂອງບັນດາປະຊາຊາດກໍ່ພັງລົງ ແລ້ວພຣະເຈົ້າຊົງຣະນຶກເຖິງມະຫານະຄອນບາບີໂລນ ແລະພຣະອົງຊົງໃຫ້ນະຄອນນີ້ດື່ມເຫລົ້າອະງຸ່ນທີ່ເຮັດມາຈາກຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.20ແລ້ວເກາະທັງຫມົດກໍ່ສູນຫາຍໄປ ແລະພູທັງໝົດກໍ່ຫາບໍ່ພົບ.21ຫມາກເຫັບໃຫຍ່ຊຶ່ງມີນໍ້າຫນັກກ້ອນລະຫ້າສິບກິໂລກໍ່ຕົກຈາກຟ້າລົງມາຖືກຄົນທັງຫລາຍ, ພວກເຂົາກໍ່ສາບແຊ່ງພຣະເຈົ້າເນື່ອງດ້ວຍພັຍພິບັດທີ່ເກີດຈາກຫມາກເຫັບນັ້ນ ເພາະພັຍພິບັດນັ້ນຮຸນແຮງຫລາຍ.
1ທູດສະຫວັນອົງຫນຶ່ງໃນເຈັດອົງທີ່ຖືຂັນເຈັດອັນນັ້ນ ກໍ່ມາເວົ້າກັບຂ້າພຣະເຈົ້າວ່າ, "ຈົ່ງມາເທາະ ເຮົາຈະໃຫ້ທ່ານເບິ່ງການລົງໂທດຍິງແມ່ຈ້າງຄົນສຳຄັນທີ່ນັ່ງຢູ່ເທິງນໍ້າຕົກຕາດ.2ຄືຍິງທີ່ບັນດາກະສັດແຫ່ງແຜ່ນດິນໂລກລ່ວງປະເວນີນຳນາງ ແລະຄົນທັງຫລາຍທີ່ຢູ່ເທິງແຜ່ນດິນໂລກກໍ່ເມົາດ້ວຍເຫລົ້າອະງຸ່ນແຫ່ງການລ່ວງປະເວນີຂອງນາງ."3ແລ້ວທູດສະຫວັນນັ້ນກໍ່ນໍາຂ້າພຣະເຈົ້າໄປໃນຖິ່ນແຫ້ງແລ້ງກັນດານໂດຍພຣະວິນຍານ, ແລະຂ້າພຣະເຈົ້າເຫັນຍິງຄົນຫນຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມໂຕຫນຶ່ງ ຊຶ່ງເຕັມໄປດ້ວຍຊື່ເປັນຄຳຫມິ່ນປະມາດພຣະເຈົ້າ. ສັດຮ້າຍນັ້ນມີເຈັດຫົວແລະສິບເຂົາ.4ຍິງຄົນນັ້ນສວມຊຸດສີມ່ວງແລະແດງເຂັ້ມ ແລະປະດັບດ້ວຍຄໍາ ເຄື່ອງປະດັບຕ່າງໆ ແລະໄຂ່ມຸກ, ໃນມືຂອງນາງຖືຖ້ວຍຄຳທີ່ເຕັມໄປດ້ວຍສິ່ງທີ່ຫນ້າກຽດຫນ້າຊັງ ແລະສິ່ງທີ່ເປັນມົນທິນຈາກການລ່ວງປະເວນີຂອງນາງ.5ເທິງຫນ້າຜາກຂອງນາງມີຊື່ທີ່ມີຄວາມຫມາຍເລິກລັບຂຽນໄວ້ວ່າ "ບາບີໂລນນະຄອນໃຫຍ່ ແມ່ຂອງຍິງແມ່ຈ້າງທັງຫລາຍ ແລະແມ່ຂອງບັນດາສິ່ງຫນ້າກຽດຫນ້າຊັງແຫ່ງແຜ່ນດິນໂລກ."6ຂ້າພຣະເຈົ້າເຫັນຍິງນັ້ນເມົາດ້ວຍເລືອດຂອງບັນດາຜູ້ເຊື່ອ ແລະເລືອດຂອງບັນດາຜູ້ສະຫລະຊີວິດເພາະເປັນພະຍານຝ່າຍພຣະເຢຊູເຈົ້າ. ເມື່ອຂ້າພຣະເຈົ້າເຫັນນາງ ຂ້າພຣະເຈົ້າກໍ່ອັດສະຈັນໃຈຫລາຍ.7ແຕ່ທູດສະຫວັນອົງນັ້ນກ່າວກັບຂ້າພຣະເຈົ້າວ່າ "ຍ້ອນຫຍັງທ່ານຈຶ່ງອັດສະຈັນໃຈ? ເຮົາຈະບອກໃຫ້ທ່ານຮູ້ເຖິງຄວາມຫມາຍອັນເລິກລັບຂອງຍິງນັ້ນແລະສັດຮ້າຍທີ່ມີເຈັດຫົວແລະສິບເຂົາທີ່ເປັນພາຫະນະຂອງນາງ.8ສັດຮ້າຍທີ່ທ່ານເຫັນນັ້ນ ມັນເຄີຍເປັນຢູ່ໃນຄາວກ່ອນ ແຕ່ບໍ່ໄດ້ເປັນຢູ່ໃນຂະນະນີ້, ມັນກຳລັງຈະຂຶ້ນມາຈາກເຫວເລິກ, ແລ້ວໄປສູ່ຄວາມພິນາດ, ຄົນທັງຫລາຍທີ່ຢູເທິງແຜ່ນດິນໂລກຊື່ງບໍ່ມີຊື່ຈົດໄວ້ໃນຫນັງສືແຫ່ງຊີວິດຕັ້ງແຕ່ເລີ້ມຕົ້ນເນຣະມິດສ້າງໂລກ ກໍ່ຈະອັດສະຈັນໃຈເມື່ອເຫັນສັດຮ້າຍຊຶ່ງເຄີຍເປັນຢູ່, ແຕ່ບໍ່ໄດ້ເປັນຢູ່ໃນຂະນະນີ້, ແລະກຳລັງຈະມາປາກົດອີກ.9ສິ່ງນີ້ຕ້ອງໃຊ້ຄວາມຄິດຢ່າງມີປັນຍາ ຫົວທັງເຈັດນັ້ນຄືເນີນເຂົາເຈັດຫນ່ວຍທີ່ຍິງນັ້ນນັ່ງຢູ່10ແລະຫມາຍເຖິງກະສັດເຈັດອົງ. ຫ້າອົງໄດ້ລ່ວງລັບໄປແລ້ວ, ອົງຫນຶ່ງກຳລັງເປັນຢູ່, ສ່ວນອີກອົງຫນຶ່ງຍັງບໍ່ໄດ້ສະເດັດມາ, ຖ້າມາແລ້ວກໍ່ຈະຢູ່ໄດ້ພຽງໄລຍະສັ້ນໆເທົ່ານັ້ນ.11ສັດຮ້າຍທີ່ເຄີຍເປັນຢູ່ ແຕ່ບໍ່ໄດ້ເປັນຢູ່ໃນຂະນະນີ້ ເປັນກະສັດອົງທີແປດ; ແຕ່ກໍ່ຍັງເປັນຫນຶ່ງໃນກະສັດເຈັດອົງນັ້ນ ແລະກຳລັງໄປສູ່ຄວາມພິນາດ.12ເຂົາທັງສິບເຂົາທີ່ທ່ານເຫັນນັ້ນຄືກະສັດສິບອົງທີ່ຍັງບໍ່ໄດ້ຮັບຣາຊອານາຈັກ, ແຕ່ຈະຮັບສິດທິອຳນາດເຫມືອນຢ່າງກະສັດດ້ວຍກັນກັບສັດຮ້າຍໂຕນັ້ນຫນຶ່ງຊົ່ວໂມງ.13ກະສັດເຫລົ່ານີ້ມີຄວາມເຫັນອັນດຽວກັນ, ແລະຈະມອບຣິດອຳນາດ ແລະສິດທິອຳນາດຂອງຕົນແກ່ສັດຮ້າຍນັ້ນ.14ພວກເຂົາຈະຕໍ່ສູ້ກັບພຣະເມສານ້ອຍ. ແຕ່ພຣະເມສານ້ອຍຈະເອົາຊະນະເຂົາ ເພາະວ່າພຣະອົງຊົງເປັນເຈົ້ານາຍເຫນືອເຈົ້ານາຍທັງຫມົດ, ແລະຊົງເປັນມະຫາກະສັດເຫນືອກະສັດທັງຫມົດ ແລະບັນດາຜູ້ທີ່ຢູ່ກັບພຣະອົງນັ້ນ ກໍ່ເປັນຜູ້ທີ່ໄດ້ຮັບການຊົງເອີ້ນ ໄດ້ຮັບການຊົງເລືອກ ແລະເປັນຜູ້ທີ່ສັດຊື່"ກໍຈະມີໄຊດ້ວຍກັນກັບພຣະອົງ.15ທູດສະຫວັນອົງນັ້ນບອກຂ້າພຣະເຈົ້າວ່າ "ແມ່ນໍ້າທັງຫລາຍທີ່ທ່ານເຫັນຊຶ່ງເປັນບ່ອນທີ່ຍິງແມ່ຈ້າງນັ່ງຢູ່ນັ້ນ, ຄືຄົນທັງຫລາຍ, ເຫລົ່າຝູງຊົນ, ບັນດາປະຊາຊາດ ແລະພາສາຕ່າງໆ.16ເຂົາສິບເຂົາທີ່ທ່ານເຫັນ ແລະສັດຮ້າຍນັ້ນຈະກຽດຊັງຍິງແມ່ຈ້າງນັ້ນ. ພວກມັນຈະເຮັດໃຫ້ນາງເປົ່າປ່ຽວ ແລະເປືອຍກາຍ ພວກມັນຈະຫຸ້ມກິນຊີ້ນຂອງນາງ, ແລະເອົາໄຟເຜົານາງຈົນບໍ່ເຫລືອຊາກ.17ເພາະວ່າພຣະເຈົ້າຊົງບັນດານໃຈພວກມັນໃຫ້ເຮັດຕາມຄຳສັ່ງຂອງພຣະອົງ ໂດຍມີຄວາມເຫັນຢ່າງດຽວກັນໃນການມອບອຳນາດໃນການປົກຄອງຂອງພວກມັນໃຫ້ແກ່ສັດຮ້າຍນັ້ນຈົນກວ່າພຣະຄັມຂອງພຣະເຈົ້າຈະສຳເລັດ.18ແລະຍິງທີ່ທ່ານເຫັນນັ້ນຄືນະຄອນທີ່ປົກຄອງຢູ່ເຫນືອບັນດາກະສັດຂອງແຜ່ນດິນໂລກ."
1ຫລັງຈາກນັ້ນ ຂ້າພຣະເຈົ້າເຫັນທູດສະຫວັນອີກອົງຫນຶ່ງລົງມາຈາກສະຫວັນ, ທ່ານມີສິດທິອຳນາດຍິ່ງໃຫຍ່, ແລະຣັດສະຫມີຂອງທ່ານເຮັດໃຫ້ແຜ່ນດິນໂລກແຈ້ງສະຫວ່າງ.2ທ່ານຮ້ອງປະກາດດ້ວຍສຽງອັນດັງວ່າ, "ບາບີໂລນນະຄອນໃຫຍ່ຫລົ້ມຈົມແລ້ວ, ຫລົ້ມຈົມແລ້ວກາຍເປັນທີ່ອາໄສຂອງພວກຜີມານຮ້າຍ ເປັນທີ່ຢູ່ຂອງວິນຍານຊົ່ວຮ້າຍທຸກຊະນິດ, ແລະເປັນທີ່ຢູ່ຂອງນົກທີ່ສົກກະປົກ, ແລະຫນ້າກຽດຫນ້າຊັງທຸກຊະນິດ.3ເພາະປະຊາຊາດທັງຫມົດໄດ້ດື່ມເຫລົ້າອະງຸ່ນແຫ່ງຣາຄະຕັນຫາໃນການລ່ວງປະເວນີຂອງນະຄອນນັ້ນ. ບັນດາກະສັດແຫ່ງແຜ່ນດິນໂລກໄດ້ລ່ວງປະເວນີກັບນະຄອນນັ້ນ. ແລະພໍ່ຄ້າທັງຫລາຍແຫ່ງແຜ່ນດິນໂລກກໍ່ຮັ່ງມີຂຶ້ນຈາກອຳນາດແຫ່ງການໃຊ້ຊີວິດດ້ວຍຊັບອັນຟຸມເຟືອຍຂອງນະຄອນນັ້ນ."4ແລ້ວຂ້າພຣະເຈົ້າໄດ້ຍິນອີກສຽງຫນຶ່ງຈາກສະຫວັນວ່າ "ຈົ່ງອອກມາຈາກມະຫານະຄອນນັ້ນເສັຍ, ປະຊາຊົນຂອງເຮົາເອີຍ ເພື່ອເຈົ້າຈະບໍ່ມີສ່ວນໃນຄວາມບາບຂອງນະຄອນນັ້ນ, ແລະເພື່ອເຈົ້າຈະບໍ່ຕ້ອງຮັບພັຍພິບັດໃດໆຂອງນະຄອນນັ້ນ.5ບາບຂອງນະຄອນນັ້ນກອງສູງຂຶ້ນພຽງຟ້າແລ້ວ, ແລະພຣະເຈົ້າໄດ້ຊົງຈົດຈຳຄວາມປະພຶດຊົ່ວຮ້າຍຂອງນະຄອນນັ້ນແລ້ວ.6ຈົ່ງຕອບສະຫນອງນະຄອນນັ້ນເຫມືອນຢ່າງທີ່ນະຄອນນັ້ນເຄີຍຕອບສະຫນອງຄົນອື່ນໆ, ແລະຈົ່ງຕອບສະຫນອງການກະທຳຂອງນະຄອນນັ້ນເປັນສອງເທົ່າໃນສິ່ງທີ່ນະຄອນນັ້ນໄດ້ກະທຳ; ໃນຖ້ວຍທີ່ນະຄອນນັ້ນໄດ້ປະສົມໄວ້ ກໍ່ຈົ່ງປະສົມລົງໄປເປັນສອງເທົ່າໃຫ້ນະຄອນນັ້ນ.7ນະຄອນນັ້ນໃຫ້ກຽດຕົນເອງແລະໃຊ້ຊີວິດຢ່າງຟຸມເຟືອຍຫລາຍເທົ່າໃດ, ກໍ່ຈົງມອບຄວາມທໍຣະມານ ແລະຄວາມໂສກເສົ້າໃຫ້ແກ່ນະຄອນນັ້ນຫລາຍເທົ່ານັ້ນ, ເພາະນະຄອນນັ້ນເວົ້າໃນໃຈວ່າ ເຮົາຢູ່ໃນຕຳແຫນ່ງຣາຊີນີ ເຮົາບໍ່ແມ່ນຍິງຫມ້າຍ ແລະເຮົາຈະບໍ່ມີວັນພົບກັບຄວາມໂສກເສົ້າເລີຍ.8ດ້ວຍເຫດນີ້ພັຍພິບັດຕ່າງໆຈະມາເຖິງນະຄອນນັ້ນພາຍໃນວັນດຽວ, ຄືຄວາມຕາຍ, ຄວາມໂສກເສົ້າ ແລະຄວາມອຶດຢາກແລະໄຟຈະເຜົາຜານນະຄອນນັ້ນ, ເພາະອົງພຣະຜູ້ເປັນເຈົ້າພຣະເຈົ້າຊົງຣິດອຳນາດຍິ່ງໃຫຍ່ ແລະພຣະອົງຊົງເປັນຜູ້ພິພາກສານະຄອນນັ້ນ."9ບັນດາກະສັດແຫ່ງແຜ່ນດິນໂລກທີ່ລ່ວງປະເວນີ ແລະໃຊ້ຊີວິດຢ່າງສະຫນຸກສະຫນານກັບນະຄອນນັ້ນ ຈະຮ້ອງໄຫ້ ແລະຮໍ່າໄຮເມື່ອເຫັນຄວັນໄຟທີ່ເຜົາໄຫມ້ນະຄອນນັ້ນ10ພວກເຂົາຈະອອກໄປຢືນຢູ່ຫ່າງໆດ້ວຍຄວາມຢ້ານຫລາຍການທໍຣະມານນະຄອນນັ້ນ, ແລະກ່າວວ່າ "ວິບັດ, ວິບັດແກ່ນະຄອນທີ່ຍິ່ງໃຫຍ່, ບາບີໂລນ, ນະຄອນທີ່ເຂັ້ມແຂງ! ເພາະການລົງໂທດມາເຖິງເຈົ້າແລ້ວພາຍໃນຊົ່ວໂມງດຽວ."11ບັນດາພໍ່ຄ້າແຫ່ງແຜ່ນດິນໂລກຈະຮ້ອງໄຫ້ ແລະໂສກເສົ້າເນື່ອງຈາກນະຄອນນັ້ນ, ເພາະບໍ່ມີໃຜຊື້ສິນຄ້າຂອງເຂົາອີກຕໍ່ໄປແລ້ວ.12ສິນຄ້າເຫລົ່ານັ້ນຄື ຄຳ ເງິນເພັດພອຍ ຕ່າງໆ ໄຂ່ມຸກ ຜ້າປ່ານເນື້ອລະອຽດດີ ຜ້າສີມ່ວງ ຜ້າໄຫມ ຜ້າສີແດງເຂັ້ມ ໄມ້ຫອມທຸກຊະນິດ ພາຊະນະທຸກຢ່າງທີ່ເຮັດມາຈາກງາຊ້າງ ພາຊະນະທຸກຢ່າງທີ່ເຮັດຈາກໄມ້ລໍ້າຄ່າ ທອງເຫລືອງ ເຫລັກ ຫີນອ່ອນ.13ອົບເຊີຍ, ເຄື່ອງເທດ, ເຄື່ອງຫອມ, ນໍ້າມັນເຜົາເຄື່ອງຫອມ, ກຳຍານ, ເຫລົ້າອະງຸ່ນ ນໍ້າມັນຫມາກກອກເທດ, ແປ້ງຢ່າງດີ, ເຂົ້າບະເລ, ງົວແລະແກະ, ມ້າແລະລົດມ້າ, ລວມເຖິງຂ້ອຍໃຊ້ແລະຊີວິດຈິດໃຈມະນຸດດ້ວຍ.14ຜົນທຸກຢ່າງທີ່ເຈົ້າປາຖະຫນາດ້ວຍສຸດໃຈນັ້ນກໍ່ຫາຍໄປຈາກເຈົ້າ. ສິ່ງທີ່ຫລູຫລາ ແລະງາມສະຫງ່າທັງຫມົດຂອງເຈົ້າກໍ່ຫາຍໄປ, ບໍ່ມີໃຜໄດ້ພົບເຫັນອີກເລີຍ.15ບັນດາພໍ່ຄ້າທີ່ຂາຍສິນຄ້າເຫລົ່ານີ້ຊຶ່ງຮັ່ງມີຂຶ້ນມາເພາະນະຄອນນັ້ນ ຈະຢືນຢູ່ຫ່າງໆ ເພາະຢ້ານຕໍ່ການທໍລະມານນະຄອນນັ້ນ ພວກເຂົາຈະຮ້ອງໄຫ້ແລະໂສກເສົ້າຢ່າງຫນັກ.16ແລະກ່າວວ່າ ວິບັດ, ວິບັດແກ່ນະຄອນຍິ່ງໃຫຍ່ທີ່ສວມໃສ່ຜ້າປ່ານເນື້ອລະອຽດດີ ຜ້າສີມ່ວງ ແລະຜ້າສີແດງເຂັ້ມ ແລະປະດັບດ້ວຍຄຳ ເຄື່ອງປະດັບ ແລະໄຂ່ມຸກນັ້ນ.17ພາຍໃນຊົ່ວໂມງດຽວ ຊັບສົມບັດທັງຫມົດນັ້ນກໍ່ໄດ້ຫມົດກ້ຽງໄປ. ນາຍສະເພົາທຸກຄົນແລະໂດຍສານພວກລູກເຮືອ, ແລະທຸກຄົນທີມີອາຊີບຫາກິນທາງທະເລ ພວກເຫລົ່ານີ້ຕ່າງກໍ່ຢືນຢູ່ຫ່າງ ໆ.18ພວກເຂົາສົ່ງສຽງຮ້ອງເມື່ອເຫັນຄວັນໄຟທີ່ເຜົາໄຫມ້ນະຄອນນັ້ນ. ແລະກ່າວວ່າ "ນະຄອນໃດຈະເຫມືອນນະຄອນນີ້?"19ແລະສົ່ງສຽງຮ້ອງໄຫ້ໂສກເສົ້າວ່າ, "ວິບັດ, ວິບັດແກ່ນະຄອນຍິ່ງໃຫຍ່ທີ່ຊຶ່ງທຸກຄົນທີ່ມີເຮືອທາງທະເລຕ່າງກໍ່ຮັ່ງມີຂຶ້ນຈາກຄວາມມັ່ງຄັ່ງຂອງນະຄອນນັ້ນ, ເພາະພາຍໃນຊົ່ວໂມງດຽວ ນະຄອນນັ້ນກໍ່ຖືກທຳລາຍລົງ."20"ຈົ່ງຊື່ນຊົມຍິນດີເພາະນະຄອນນັ້ນເທາະ, ເມືອງສະຫວັນ, ເຈົ້າຜູ້ເຊື່ອທັງຫລາຍ, ອັກຄະສາວົກທັງຫລາຍ, ແລະບັນດາຜູ້ປະກາດພຣະຄັມ ເພາະພຣະເຈົ້າຊົງພິພາກສາລົງໂທດນະຄອນນັ້ນໃຫ້ກັບເຈົ້າທັງຫລາຍແລ້ວ."21ທູດສະຫວັນອົງຫນຶ່ງທີ່ມີຣິດອຳນາດກໍ່ຍົກຫີນກ້ອນຫນຶ່ງທີ່ເຫມືອນຫີນໂມ້ແປ້ງຂະຫນາດໃຫຍ່ຂື້ນມາ, ແລະໂຍນລົງໄປໃນທະເລແລ້ວກ່າວວ່າ, "ບາບີໂລນ, ນະຄອນທີ່ຍິ່ງໃຫຍ່, ຈະຖືກໂຍນລົງຢ່າງຮຸນແຮງເຊັ່ນນີ້ ແລະຈະບໍ່ມີໃຜໄດ້ພົບເຫັນນະຄອນນັ້ນອີກເລີຍ.22ຈະບໍ່ມີໃຜໄດ້ຍິນສຽງນັກດີດພິນ ນັກດົນຕຣີ ນັກເປົ່າຂຸ່ຍ ແລະນັກເປົ່າແກ, ໃນຕົວເຈົ້າອີກຕໍ່ໄປ, ຈະບໍ່ມີໃຜໄດ້ພົບເຫັນຊ່າງຝີມືໃດໆໃນຕົວເຈົ້າອີກຕໍ່ໄປ. ຈະບໍ່ມີໃຜໄດ້ຍິນສຽງໂມ້ແປ້ງໃນຕົວເຈົ້າອີກຕໍ່ໄປ.23ຈະບໍ່ມີແສງໂຄມໄຟສ່ອງສະຫວ່າງໃນຕົວເຈົ້າອີກຕໍ່ໄປ. ຈະບໍ່ມີໃຜໄດ້ຍິນສຽງຂອງເຈົ້າບ່າວ, ແລະເຈົ້າສາວໃນຕົວເຈົ້າອີກຕໍ່ໄປ, ເພາະພວກພໍ່ຄ້າຂອງເຈົ້າເຄີຍເປັນຄົນໃຫຍ່ຄົນໂຕເທິງແຜ່ນດິນໂລກ ແລະບັນດາປະຊາຊາດກໍ່ຖືກລໍ້ລວງໂດຍເວດມົນຂອງເຈົ້າ.24ໃນນະຄອນນັ້ນກໍ່ພົບເລືອດຂອງບັນດາຜູ້ປະກາດພຣະຄັມ ແລະຜູ້ເຊື່ອທັງຫລາຍ, ແລະເລືອດຂອງທຸກຄົນທີ່ຖືກຂ້າເທິງແຜ່ນດິນໂລກນັ້ນ."
1ຫລັງຈາກນັ້ນ ຂ້າພຣະເຈົ້າໄດ້ຍິນເຫມືອນກັບສຽງດັງສະນັ່ນຂອງປະຊາຊົນຢ່າງຫລວງຫລາຍໃນສະຫວັນ ກ່າວວ່າ "ຮາເລລູຢາ ຄວາມລອດພົ້ນ ພຣະສະຫງ່າຣາສີແລະຣິດອຳນາດຍິ່ງໃຫຍ່ເປັນຂອງພຣະເຈົ້າຂອງເຮົາທັງຫລາຍ.2ການພິພາກສາຂອງພຣະອົງຖືກຕ້ອງແລະຍຸດຕິທັມ, ເພາະພຣະອົງໄດ້ຊົງພິພາກສາຍິງໂສເພນີຄົນສຳຄັນທີ່ເຮັດໃຫ້ແຜ່ນດິນໂລກເສື່ອມຊາມດ້ວຍການລ່ວງປະເວນີຂອງນາງ. ພຣະອົງຊົງແກ້ແຄ້ນຍິງຄົນນັ້ນທີ່ເຮັດໃຫ້ເລືອດຂອງບັນດາຜູ້ຮັບໃຊ້ຂອງພຣະອົງຫລັ່ງອອກມາ."3ແລ້ວຄົນເຫລົ່ານັ້ນຮ້ອງຂຶ້ນເປັນຄັ້ງທີສອງວ່າ "ຮາເລລູຢາ ຄວັນຈາກແປວໄຟທີ່ເຜົາໄຫມ້ນະຄອນນັ້ນກໍ່ພຸ່ງຂຶ້ນຕະຫລອດໄປເປັນນິດ"4ພວກຜູ້ອາວຸໂສທັງຊາວສີ່ທ່ານແລະສິ່ງທີ່ມີຊີວິດທັງສີ່ກໍ່ກົ້ມຂາບລົງນະມັດສະການພຣະເຈົ້າຜູ້ປະທັບເທິງບັນລັງນັ້ນ ພວກເພິ່ນຮ້ອງວ່າ "ອາແມນ ຮາເລລູຢາ"5ແລ້ວມີສຽງອອກມາຈາກບັນລັງວ່າ "ເຈົ້າຜູ້ຮັບໃຊ້ທຸກຄົນຂອງພຣະເຈົ້າ. ເຈົ້າທັງຫລາຍທີ່ຢຳເກງພຣະອົງ ທັງຄົນເລັກນ້ອຍ ແລະຄົນມີອຳນາດ, ຈົ່ງສັນຣະເສີນແດ່ພຣະເຈົ້າຂອງເຮົາທັງຫລາຍ."6ແລ້ວຂ້າພຣະເຈົ້າໄດ້ຍິນເຫມືອນຢ່າງສຽງຂອງຄົນຈຳນວນຫລວງຫລາຍເຫມືອນສຽງກ້ອງກັງວານຂອງນໍ້າຕົກຕາດທັງຫລາຍ, ແລະເຫມືອນຢ່າງສຽງຟ້າຮ້ອງດັງສະນັ່ນວ່າ "ຮາເລລູຢາ ເພາະອົງພຣະຜູ້ເປັນເຈົ້າຊົງຄອບຄອງຢູ່, ຄືພຣະເຈົ້າຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.7ຂໍໃຫ້ເຮົາທັງຫລາຍຊື່ນຊົມ ແລະປິຕິຍິນດີຢ່າງໃຫຍ່ ແລະຖວາຍພຣະກຽດແດ່ພຣະອົງ ເພາະເຖິງເວລາແຫ່ງການສົມຣົດຂອງພຣະເມສານ້ອຍແລ້ວ, ແລະເຈົ້າສາວຂອງພຣະອົງກໍ່ຕຽມຕົວພ້ອມແລ້ວ.8ເຈົ້າສາວນັ້ນໄດ້ຮັບອະນຸຍາດໃຫ້ສວມໃສ່ຜ້າປ່ານເນື້ອລະອຽດສະຫວ່າງເສາະໃສແລະສະອາດ" (ເພາະວ່າຜ້າປ່ານເນື້ອລະອຽດນັ້ນຄືການປະພຶດອັນຊອບທັມຂອງຜູ້ບໍຣິສຸດ).9ທູດສະຫວັນອົງນັ້ນບອກຂ້າພຣະເຈົ້າວ່າ, "ຈົ່ງຂຽນລົງໄປຢ່າງນີ້ວ່າ ຄົນທັງຫລາຍທີ່ໄດ້ຮັບເຊີນມາງານລ້ຽງສົມຣົດຂອງພຣະເມສານ້ອຍກໍ່ເປັນສຸກ," ທ່ານບອກອີກວ່າ "ຖ້ອຍຄຳເຫລົ່ານີ້ເປັນຄຳສັດຈິງຂອງພຣະເຈົ້າ."10ແລ້ວຂ້າພຣະເຈົ້າກໍ່ກົ້ມຕົວລົງໃກ້ຕີນຂອງທູດສະຫວັນເພື່ອຈະນະມັດສະການທ່ານ ແຕ່ທ່ານກ່າວກັບຂ້າພຣະເຈົ້າວ່າ, "ຢ່າເຮັດເຊັ່ນນີ້ ເຮົາເປັນຜູ້ຮັບໃຊ້ເຊັ່ນດຽວກັບທ່ານ, ແລະພີ່ນ້ອງຂອງທ່ານທີ່ຢຶດຖືຄຳພະຍານກ່ຽວກັບພຣະເຢຊູເຈົ້າຈົ່ງນະມັດສະການພຣະເຈົ້າເຖີ້ນ, ເພາະວ່າຄຳພະຍານກ່ຽວກັບພຣະເຢຊູເຈົ້ານັ້ນເປັນຫົວໃຈຂອງການເປີດເຜີຍພຣະຄັມ."11ແລ້ວຂ້າພຣະເຈົ້າເຫັນສະຫວັນເປີດອອກ ແລະຂ້າພຣະເຈົ້າເບິ່ງໄປເຫັນມ້າສີຂາວໂຕຫນຶ່ງ. ພຣະອົງຜູ້ປະທັບເທິງຫລັງມ້ານັ້ນມີພຣະນາມວ່າສັດຊື່ແລະທ່ຽງແທ້. ພຣະອົງຊົງພິພາກສາແລະຊົງຕໍ່ສູ້ດ້ວຍຄວາມຊອບທັມ.12ດວງຕາຂອງພຣະອົງເປັນເຫມືອນແປວໄຟ ແລະມີມົງກຸດຫລາຍອັນທີ່ເທິງຫົວຂອງພຣະອົງ, ພຣະອົງຊົງມີພຣະນາມຈາຣຶກໄວ້ເທິງພຣະກາຍຂອງພຣະອົງຊຶ່ງບໍ່ມີໃຜຮູ້ຈັກເລີຍນອກຈາກພຣະອົງເອງ.13ພຣະອົງຊົງນຸ່ງເສື້ອຄຸມທີ່ໄດ້ຈຸ່ມໃນເລືອດ ແລະພຣະນາມທີ່ເອີ້ນພຣະອົງນັ້ນຄືພຣະຄັມຂອງພຣະເຈົ້າ.14ກອງທັບທັງຫລາຍໃນສະຫວັນຂີ່ມ້າຂາວຕາມພຣະອົງໄປ ຕ່າງກໍ່ສວມໃສ່ຜ້າປ່ານເນື້ອລະອຽດ, ສີຂາວແລະສະອາດ.15ມີດາບຄົມດວງຫນຶ່ງອອກມາຈາກປາກຂອງພຣະອົງຊຶ່ງໃຊ້ຟາດຟັນປະຊາຊາດຕ່າງໆ, ແລະພຣະອົງຈະຊົງປົກຄອງພວກເຂົາທັງຫລາຍດ້ວຍໄມ້ຄ້ອນເຫລັກທີ່ມີອຳນາດ, ພຣະອົງຊົງບີບນ້ຳອະງຸ່ນໃນອ່າງແຫ່ງຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ.16ພຣະອົງຊົງມີພຣະນາມຈາຣຶກເທິງເສື້ອຄຸມຂອງພຣະອົງ ແລະທີ່ຕົ້ນຂາຂອງພຣະອົງວ່າ "ກະສັດເຫນືອກະສັດທັງຫລາຍ ແລະເຈົ້ານາຍເຫນືອເຈົ້ານາຍທັງຫລາຍ."17ແລ້ວຂ້າພຣະເຈົ້າເຫັນທູດສະຫວັນອົງຫນຶ່ງຢືນຢູ່ເທິງຕາເວັນ ທ່ານຮ້ອງປະກາດດ້ວຍສຽງດັງແກ່ນົກທັງຫມົດທີີ່ບິນໄປມາຢູ່ກາງອາກາດວ່າ, "ຈົ່ງມາໂຮມກັນໃນງານກິນລ້ຽງຂອງພຣະເຈົ້າອັນຍິ່ງໃຫຍ່.18ມາກິນຊີ້ນຂອງບັນດາກະສັດ, ຊີ້ນຂອງຜູ້ບັນຊາການທະຫານ, ຊີ້ນຂອງຄົນທີ່ມີອິດທິພົນຫລາຍ, ຊີ້ນຂອງມ້າແລະຄົນທີ່ຂີ່ມັນ, ແລະຊີ້ນຂອງມະນຸດທຸກຄົນ, ທັງຄົນເປັນອິສຣະ ແລະເປັນທາດ ທັງຄົນເລັກນ້ອຍແລະຄົນມີອຳນາດດ້ວຍ."19ຂ້າພຣະເຈົ້າເຫັນສັດຮ້າຍ ແລະບັນດາກະສັດແຫ່ງແຜ່ນດິນໂລກພ້ອມທັງກອງທັບຂອງກະສັດເຫລົ່ານັ້ນ. ພວກເຂົາທັງຫລາຍມາຊຸມນຸມກັນເພື່ອທຳສົງຄາມກັບພຣະອົງຜູ້ປະທັບເທິງຫລັງມ້າ, ແລະກັບກອງທັບຂອງພຣະອົງ.20ສັດຮ້າຍໄດ້ຖືກຈັບພ້ອມດ້ວຍຄົນທີ່ປອມຕົວເປັນຜູ້ປະກາດພຣະທັມທີ່ເຮັດຫມາຍສຳຄັນຕໍ່ຫນ້າມັນ ແລະໃຊ້ຫມາຍສຳຄັນລໍ້ລວງຄົນເຫລົ່ານັ້ນທີ່ໄດ້ຮັບເຄື່ອງຫມາຍຂອງສັດຮ້າຍ. ຄົນເຫລົ່ານັ້ນທີ່ບູຊາຮູບຂອງມັນ ທັງສອງຖືກໂຍນລົງທັງເປັນໃນບຶງໄຟທີ່ລຸກໄຫມ້ຢູ່ດ້ວຍມາດ.21ຄົນທີ່ເຫລືອຢູ່ກໍຖືກຂ້າດ້ວຍດາບທີ່ອອກມາຈາກປາກຂອງພຣະອົງຜູ້ປະທັບເທິງຫລັງມ້ານັ້ນ ນົກທຸກໂຕກໍ່ກິນຊີ້ນຄົນເຫລົ່ານັ້ນທີ່ຕາຍແລ້ວ.
1ແລ້ວຂ້າພຣະເຈົ້າເຫັນທູດສະຫວັນອົງຫນຶ່ງລົງມາຈາກສະຫວັນ ທ່ານມີກະແຈຂອງເຫວເລິກ, ແລະທ່ານມີໂສ້ເສັ້ນໃຫຍ່ຢູ່ໃນມືຂອງທ່ານ.2ທ່ານຈັບພະຍານາກທີ່ເປັນງູດຶກດຳບັນ ຊຶ່ງເປັນມານຮ້າຍແລະມານຊາຕານ ແລ້ວມັດມັນໄວ້ຫນຶ່ງພັນປີ.3ທ່ານຈຶ່ງໂຍນມັນລົງໄປໃນເຫວເລິກນັ້ນ, ແລະໃສ່ກະແຈແລະປະທັບຕຣາໄວ້ເພື່ອບໍ່ໃຫ້ມັນລໍ້ລວງປະຊາຊາດທັງຫລາຍໄດ້ອີກຕໍ່ໄປ ຈົນຄົບເວລາຫນຶ່ງພັນປີ ຫລັງຈາກນັ້ນ ມັນຈະຖືກປ່ອຍອອກມາເປັນເວລາສັ້ນໆ.4ແລ້ວຂ້າພຣະເຈົ້າເຫັນບັນລັງຫລາຍບັນລັງ. ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນເປັນຜູ້ທີ່ໄດ້ຮັບມອບສິດທິອຳນາດໃນການພິພາກສາ ຂ້າພຣະເຈົ້າເຫັນວິນຍານຂອງຄົນເຫລົ່ານັ້ນທີ່ຖືກຕັດຫົວເພາະການເປັນພະຍານກ່ຽວກັບພຣະເຢຊູເຈົ້າ ແລະເພາະພຣະຄັມຂອງພຣະເຈົ້າ. ພວກເຂົາບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ, ແລະບໍ່ຍອມຮັບເຄື່ອງຫມາຍຂອງມັນໄວ້ເທິງຫນ້າຜາກ ຫລືທີ່ມືຂອງພວກເຂົາ. ພວກເຂົາທັງຫລາຍກັບມາມີຊີວິດອີກຄັ້ງຫນຶ່ງ ແລະຄອບຄອງຮ່ວມກັບພຣະຄຣິດເຈົ້າເປັນເວລາຫນຶ່ງພັນປີ.5ນອກຈາກຄົນເຫລົ່ານີ້ສ່ວນຄົນອື່ນທີ່ຕາຍໄປແລ້ວບໍ່ໄດ້ກັບມາມີຊີວິດອີກຄັ້ງຈົນກວ່າພັນປີ ນັ້ນລ່ວງໄປແລ້ວ. ໃຜທີ່ມີສ່ວນໃນການເປັນຂຶ້ນມາຈາກຕາຍຄັ້ງທຳອິດກໍ່ເປັນສຸກແລະບໍຣິສຸດ.6ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເຫນືອພວກເຂົາທັງຫລາຍ. ແຕ່ພວກເຂົາຈະເປັນປະໂລຫິດຂອງພຣະເຈົ້າ ແລະຂອງພຣະຄຣິດເຈົ້າ ແລະຈະຄອບຄອງຮ່ວມກັບພຣະອົງຫນຶ່ງພັນປີ.7ເມື່ອຄົບຫນຶ່ງພັນປີແລ້ວ, ຊາຕານຈະຖືກປ່ອຍອອກມາຈາກຄຸກຂອງມັນ.8ມັນຈະອອກໄປລໍ້ລວງປະຊາຊາດຕ່າງໆທີ່ກະຈັດກະຈາຍຢູ່ທົ່ວໂລກ ຄືໂກກແລະມາໂກກ ເພື່ອນຳພວກເຂົາມາຮ່ວມກັນ. ເພື່ອເຂົ້າສູ່ສົງຄາມ ຈຳນວນຂອງພວກເຂົາຈະນັບບໍ່ຖ້ວນເຫມືອນດັ່ງເມັດຊາຍທີ່ທະເລ.9ພວກເຂົາຈະເດີນທາງອອກໄປທົ່ວແຜ່ນດິນໂລກ ແລະລ້ອມກອງທັບຂອງບັນດາຜູ້ເຊື່ອ, ແລະນະຄອນທີ່ພຣະອົງຊົງຮັກໄວ້. ແຕ່ໄຟໄດ້ຕົກລົງມາຈາກສະຫວັນ ແລະເຜົາຜານພວກເຂົາເສັຍ.10ມານທີ່ລໍ້ລວງພວກເຂົາທັງຫລາຍກໍ່ຖືກໂຍນລົງໄປໃນບຶງໄຟປົນມາດ, ທີ່ຊຶ່ງສັດຮ້າຍແລະຜູ້ປະກາດພຣະຄັມປອມໄດ້ຖືກໂຍນລົງໄປນັ້ນ. ພວກມັນຈະຖືກທໍຣະມານທັງກາງເວັນແລະກາງຄືນຕະຫລອດໄປເປັນນິດ.11ແລ້ວຂ້າພຣະເຈົ້າເຫັນພຣະບັນລັງໃຫຍ່ສີຂາວ ແລະພຣະອົງຜູ້ປະທັບເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ ແຜ່ນດິນໂລກ ແລະສະຫວັນກໍ່ຫາຍໄປຈາກພຣະພັກຂອງພຣະອົງ, ແຕ່ພວກມັນບໍ່ມີທີ່ໄປ.12ຂ້າພຣະເຈົ້າເຫັນບັນດາຄົນຕາຍ ທັງຄົນມີອິດທິພົນ ແລະຄົນເລັກນ້ອຍຢືນຢູ່ຫນ້າພຣະບັນລັງນັ້ນ, ແລະຫນັງສືກໍຖືກເປີດອອກ ແລ້ວປື້ມອີກເຫລັ້ມຫນຶ່ງກໍ່ຖືກເປີດອອກດ້ວຍ, ຄືປື້ມແຫ່ງຊີວິດ. ຄົນຕາຍກໍ່ຖືກພິພາກສາຕາມການກະທຳຂອງພວກເຂົາທີ່ມີບັນທຶກໄວ້ໃນໜັງສືເຫລົ່ານັ້ນ.13ທະເລກໍ່ສົ່ງຄົນຕາຍທີ່ຢູ່ໃນທະເລຄືນມາ. ຄວາມຕາຍແລະແດນຄົນຕາຍກໍ່ສົ່ງຄົນຕາຍທີ່ຢູ່ໃນນັ້ນຄືນມາເຫມືອນກັນ, ແລະພວກເຂົາທັງຫມົດກໍຖືກພິພາກສາຕາມສິ່ງທີ່ພວກເຂົາໄດ້ກະທຳນັ້ນ.14ຄວາມຕາຍແລະແດນມໍຣະນາກໍໄດ້ຖືກຖິ້ມລົງໃນບຶງໄຟ. ບຶງໄຟນີ້ຄືຄວາມຕາຍຄັ້ງທີສອງ.15ຖ້າຊື່ຂອງໃຜບໍ່ໄດ້ມີຈົດໄວ້ໃນປື້ມແຫ່ງຊີວິດ, ເຂົາກໍ່ຈະຖືກໂຍນລົງໄປໃນບຶງໄຟ.
1ແລ້ວຂ້າພຣະເຈົ້າເຫັນສະຫວັນໃຫມ່ແລະແຜ່ນດິນໂລກໃຫມ່, ເພາະວ່າຟ້າສະຫວັນເດີມ ແລະແຜ່ນດິນໂລກເດີມນັ້ນໄດ້ຜ່ານພົ້ນໄປແລ້ວ, ແລະທະເລກໍ່ບໍ່ມີອີກຕໍ່ໄປ.2ຂ້າພຣະເຈົ້າໄດ້ເຫັນນະຄອນບໍຣິສຸດ ຄືນະຄອນເຢຣູຊາເລັມໃຫມ່ຊຶ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ ຊຶ່ງໄດ້ຮັບການຕຽມພ້ອມເຫມືອນຢ່າງເຈົ້າສາວທີ່ປະດັບກາຍໄວ້ສຳລັບເຈົ້າບ່າວຂອງຕົນ.3ຂ້າພຣະເຈົ້າໄດ້ຍິນສຽງດັງຈາກພຣະຣາຊບັນລັງວ່າ "ເບິ່ງແມ ທີ່ປະທັບຂອງພຣະເຈົ້າຢູ່ກັບມະນຸດແລ້ວ, ແລະພຣະອົງຈະຢູ່ກັບພວກເຂົາທັງຫລາຍ. ພວກເຂົາຈະເປັນຊົນຊາດຂອງພຣະອົງ, ແລະພຣະເຈົ້າເອງສະຖິດກັບພວກເຂົາ ແລະພຣະອົງຈະຊົງເປັນພຣະເຈົ້າຂອງພວກເຂົາ.4ພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາທັງຫລາຍ, ແລະຈະບໍ່ມີຄວາມຕາຍ, ຫລືຄວາມໂສກເສົ້າ, ຫລືການຮ້ອງໄຫ້, ຫລືການເຈັບປວດອີກຕໍ່ໄປ ເພາະສິ່ງເດີມໆນັ້ນໄດ້ຜ່ານໄປແລ້ວ.5ແລ້ວພຣະອົງຜູ້ປະທັບເທິງພຣະຣາຊບັນລັງກ່າວວ່າ "ເບິ່ງແມ ເຮົາສ້າງທຸກສິ່ງຂຶ້ນມາໃຫມ່." ພຣະອົງກ່າວອີກວ່າ "ຈົ່ງຂຽນລົງໄປເຖີດ ເພາະວ່າຖ້ອຍຄຳເຫລົ່ານີ້ເປັນຄຳທີ່ເຊື່ອຖືໄດ້ແລະສັດຈິງ."6ພຣະອົງກ່າວກັບຂ້າພຣະເຈົ້າວ່າ "ສິ່ງເຫລົ່ານີ້ສຳເລັດແລ້ວ ເຮົາເປັນອາລະຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ ເຮົາຈະໃຫ້ຜູ້ທີ່ຫີວນໍ້າ ດື່ມນໍ້າຈາກບໍ່ນໍ້າພຸແຫ່ງຊີວິດໂດຍບໍ່ຕ້ອງຈ່າຍອັນໃດເລີຍ."7ຄົນທີ່ໄດ້ຊັຍຊະນະຈະໄດ້ຮັບສິ່ງເຫລົ່ານີ້ເປັນມໍຣະດົກ ແລະເຮົາຈະເປັນພຣະເຈົ້າຂອງເຂົາ, ແລະເຂົາຈະເປັນລູກຂອງເຮົາ.8ແຕ່ພວກທີ່ຂີ້ຢ້ານ ພວກທີ່ບໍ່ເຊື່່ອ ພວກທີ່ປະພຶດຕົນຢ່າງຫນ້າຂີ້ດຽດ, ພວກຂ້າຄົນ, ພວກລ່ວງປະເວນີ, ພວກໃຊ້ເວດມົນຄາຖາ, ພວກບູຊາຮູບເຄົາຣົບ, ແລະທຸກຄົນທີ່ຂີ້ຕົວະນັ້ນ ສ່ວນທີ່ພວກເຂົາຈະໄດ້ຮັບຢູ່ໃນບຶງໄຟປົນມາດທີ່ລຸກໄຫມ້ຢູ່ນັ້ນເປັນຄວາມຕາຍຄັ້ງທີສອງ.9ແລ້ວທູດສະຫວັນອົງຫນຶ່ງໃນເຈັດອົງທີ່ຖືຂັນເຈັດຫນ່ວຍອັນເຕັມໄປດ້ວຍພັຍພິບັດສຸດທ້າຍເຈັດຢ່າງນັ້ນ, ມາເວົ້າກັບຂ້າພຣະເຈົ້າວ່າ "ມາທີ່ນີ້ ເຮົາຈະໃຫ້ທ່ານເບິ່ງເຈົ້າສາວທີ່ເປັນມະເຫສີຂອງພຣະເມສານ້ອຍ.10ແລ້ວທ່ານນຳຂ້າພຣະເຈົ້າໂດຍພຣະວິນຍານຂຶ້ນໄປເທິງພູເຂົາສູງຫນ່ວຍໃຫຍ່ແລະສະແດງໃຫ້ຂ້າພຣະເຈົ້າເຫັນນະຄອນບໍຣິສຸດຄືນະຄອນເຢຣູຊາເລັມ, ຊຶ່ງລົງມາຈາກສະຫວັນແລະຈາກພຣະເຈົ້າ.11ເຢຣູຊາເລັມເຕັມໄປດ້ວຍພຣະສິຣິຂອງພຣະເຈົ້າ, ແລະແສງສະຫວ່າງອັນຮຸ່ງເຮືອງຂອງນະຄອນນັ້ນເຫມືອນເພັດພອຍ, ເຫມືອນດັ່ງແກ້ວມະນີໂຊດອັນເສາະໃສ.12ນະຄອນນັ້ນມີກຳແພງໃຫຍ່ແລະສູງມີປະຕູສິບສອງປະຕູ, ແລະທີ່ປະຕູມີທູດສະຫວັນສິບສອງອົງ ເທິງປະຕູມີຊື່ເຜົ່າຂອງປະຊາກອນອິສະຣາເອນສິບສອງເຜົ່າຈາຣຶກໄວ້.13ກຳແພງແຕ່ລະດ້ານມີປະຕູຢູ່ສາມປ່ອງ, ຄືທິດຕາເວັນອອກມີສາມປ່ອງ, ທາງດ້ານເຫນືອມີສາມປ່ອງ, ທາງດ້ານໃຕ້ມີສາມປ່ອງ, ແລະທາງດ້ານຕາເວັນຕົກສາມປ່ອງ.14ກຳແພງຂອງນະຄອນນັ້ນມີຖານສິບສອງຖານ, ແລະເທິງຖານເຫລົ່ານັ້ນມີຊື່ສິບສອງຊື່ຂອງອັກຄະສາວົກສິບສອງທ່ານຂອງພຣະເມສານ້ອຍ.15ອົງທີ່ເວົ້າກັບຂ້າພຣະເຈົ້ານັ້ນມີໄມ້ວັດແທກທີ່ເຮັດດ້ວຍຄຳ ເພື່ອຈະແທກນະຄອນ ປະຕູແລະກຳແພງຂອງນະຄອນນັ້ນ.16ນະຄອນນັ້ນເປັນຮູບສີ່ຫລ່ຽມຈະຕຸຣັດ; ຄວາມຍາວນັ້ນເທົ່າກັນກັບຄວາມກວ້າງ, ທ່ານແທກນະຄອນນັ້ນດ້ວຍໄມ້ວັດແທກໄດ້ດັ່ງນີ້, ສອງພັນສີ່ຮ້ອຍກິໂລແມັດ (ຄວາມຍາວ ຄວາມກວ້າງແລະຄວາມສູງຂອງນະຄອນນັ້ນເທົ່າກັນ).17ທ່ານຍັງແທກກຳແພງນະຄອນນັ້ນໄດ້, ຫນາຫົກສິບແມັດຕາມມາດຕາວັດແທກຂອງມະນຸດ(ຊຶ່ງເປັນເຫມືອນເຄື່ອງແທກຂອງທູດສະຫວັນເຊັ່ນກັນ).18ກໍາແພງນັ້ນສ້າງດ້ວຍແກ້ວມະນີໂຊດ, ແລະນະຄອນນັ້ນສາ້ງດ້ວຍຄຳບໍຣິສຸດທີ່ເສາະໃສເຫມືອນແກ້ວ.19ຖານຂອງນະຄອນນັ້ນປະດັບປະດາດ້ວຍເພັດພອຍທຸກຊະນິດ. ອັນທຳອິດເປັນແກ້ວມະນີໂຊດ, ສອງເປັນໄພທູນ, ອັນທີສາມເປັນໂມຣາ, ອັນທີສີ່ມໍຣະກົດ,20ອັນທີຫ້າບຸດ, ອັນທີຫົກພິລາ, ອັນທີ່ເຈັດເປັນບຸດສະບາຄຳນໍ້າແກ່, ອັນທີແປດແມ່ນເພທາຍ, ອັນທີເກົ້າເປັນບຸດສະບາຄຳນໍ້າອ່ອນ, ອັນທີສິບເປັນຢົກ, ອັນທີສິບເອັດນິນ, ແລະອັນທີສິບສອງເປັນແກ້ວເພທາຍສີ່ມ່ວງ.21ປະຕູທັງສິບສອງນັ້ນ ເຮັດດ້ວຍໄຂ່ມຸກສິບສອງຫນ່ວຍ; ປະຕູລະຫນ່ວຍແລະຖະຫນົນໃນນະຄອນນັ້ນ ເປັນຄຳບໍຣິສຸດເສາະໃສເຫມືອນແກ້ວ.22ຂ້າພຣະເຈົ້າບໍ່ໄດ້ເຫັນພຣະວິຫານໃນນະຄອນນັ້ນ ເພາະວ່າອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ສູງສຸດ ແລະພຣະເມສານ້ອຍເປັນພຣະວິຫານນະຄອນນັ້ນ.23ນະຄອນນັ້ນບໍ່ຈຳເປັນຕ້ອງມີຕາເວັນ ຫລືເດືອນເພື່ອທີ່ຈະສ່ອງແສງໃຫ້ແກ່ນະຄອນນັ້ນແລ້ວ, ແລະ ໂຄມຂອງນະຄອນນັ້ນຄືພຣະເມສານ້ອຍ.24ປະຊາຊາດທັງຫມົດໃນໂລກຈະທຽວໄປມາໃນທ່າມກາງແສງສະຫວ່າງຂອງນະຄອນນັ້ນ. ບັນດາກະສັດແຫ່ງແຜ່ນດິນໂລກຈະນຳສະຫງ່າຣາສີຂອງພວກເຂົາເຂົ້າມາໃນນະຄອນນັ້ນ.25ປະຕູຕ່າງໆຈະເປີດຢູ່ຕະຫລອດວັນຈະບໍ່ຖືກປິດຈັກເທື່ອ ແລະຈະບໍ່ມີເວລາກາງຄືນທີ່ນັ້ນ.26ພວກເຂົາຈະນຳສະຫງ່າຣາສີ ແລະກຽດຂອງບັນດາປະຊາຊາດເຂົ້າມາໃນນະຄອນນັ້ນ,27ແລະສິ່ງໃດທີ່ເປັນມົນທິນຈະບໍ່ສາມາດເຂົ້າໃນນະຄອນນັ້ນໄດ້ເລີຍ. ຫລືຄົນໃດທີ່ເຮັດການອັນຫນ້າອັບອາຍ ຫລືຫລອກລວງກໍ່ຈະບໍ່ສາມາດເຂົ້າໄປໄດ້ເຊັ່ນກັນນອກຈາກຄົນເຫລົ່ານັ້ນທີ່ມີຊື່ຈົດໄວ້ໃນປື້ມແຫ່ງຊີວິດຂອງພຣະເມສານ້ອຍເທົ່ານັ້ນ.
1ແລ້ວທູດສະຫວັນສະແດງໃຫ້ຂ້າພຣະເຈົ້າເຫັນສາຍນໍ້າທີ່ມີຊີວິດຊຶ່ງໃສເຫມືອນແກ້ວ ໄຫລອອກມາຈາກພຣະບັນລັງຂອງພຣະເຈົ້າ ແລະຂອງພຣະເມສານ້ອຍ2ນ້ຳນັ້ນໄຫລລົງຜ່ານກາງທາງຂອງນະຄອນນັ້ນ. ແຕ່ລະຝັ່ງຂອງແມ່ນໍ້າມີຕົ້ນໄມ້ແຫ່ງຊີວິດທີ່ອອກຫມາກສິບສອງຊະນິດ, ແລະເກີດຫມາກທຸກເດືອນ ໃບຂອງຕົ້ນໄມ້ນັ້ນມີໄວ້ເພື່ອປິ່ນປົວບັນດາປະຊາຊາດທັງຫລາຍໃຫ້ດີ.3ຄຳສາບແຊ່ງຈະບໍ່ມີອີກຕໍ່ໄປ ພຣະບັນລັງຂອງພຣະເຈົ້າແລະຂອງພຣະເມສານ້ອຍຈະຢູ່ໃນເມືອງນັ້ນ, ແລະບັນດາຜູ້ຮັບໃຊ້ຂອງພຣະອົງຈະຮັບໃຊ້ພຣະອົງ.4ພວກເຂົາຈະເຫັນພຣະພັກຂອງພຣະອົງ ແລະພຣະນາມຂອງພຣະອົງຈະຕິດຢູ່ທີ່ຫນ້າຜາກຂອງພວກເຂົາ.5ກາງຄືນຈະບໍ່ມີອີກຕໍ່ໄປ ພວກເຂົາບໍ່ຈຳເປັນຕ້ອງມີແສງຈາກຕະກຽງຫລືຈາກຕາເວັນ ເພາະວ່າອົງພຣະຜູ້ເປັນເຈົ້າຄືພຣະເຈົ້າຈະຊົງສ່ອງແສງສະຫວ່າງແກ່ພວກເຂົາ ແລະພວກເຂົາຈະຄອບຄອງຕະຫລອດໄປເປັນນິດ.6ທູດສະຫວັນອົງນັ້ນເວົ້າກັບຂ້າພຣະເຈົ້າວ່າ "ຖ້ອຍຄຳເຫລົ່ານີ້ເປັນຄຳທີ່ເຊື່ອຖືໄດ້ແລະສັດຈິງ. ອົງພຣະຜູ້ເປັນເຈົ້າຄືພຣະເຈົ້າແຫ່ງວິນຍານຂອງຜູ້ປະກາດພຣະຄັມ ໄດ້ຊົງສົ່ງທູດສະຫວັນຂອງພຣະອົງມາສະແດງເຖິງສິ່ງທີ່ຈະຕ້ອງເກີດຂຶ້ນໃນບໍ່ຊ້ານີ້ແກ່ບັນດາຜູ້ຮັບໃຊ້ຂອງພຣະອົງ."7"ເບິ່ງແມ ເຮົາຈະມາໃນໄວໆນີ້ ຄົນທີ່ເຮັດຕາມຄຳທໍານວາຍຂອງຫນັງສືເຫລັ້ມນີ້ກໍ່ເປັນສຸກ."8ຂ້າພຣະເຈົ້າຄືໂຢຮັນ ເປັນຜູ້ທີ່ໄດ້ຍິນແລະໄດ້ເຫັນເຖິງສິ່ງເຫລົ່ານີ້ເມື່ອຂ້າພຣະເຈົ້າໄດ້ຍິນ ແລະໄດ້ເຫັນແລ້ວ ຂ້າພຣະເຈົ້າກໍ່ໂນ້ມຕົວລົງນະມັດສະການໃກ້ຕີນຂອງເຫລົ່າທູດສະຫວັນທີ່ສະແດງສິ່ງເຫລົ່ານີ້ແກ່ຂ້າພຣະເຈົ້າ.9ທ່ານເວົ້າກັບຂ້າພຣະເຈົ້າວ່າ, "ຢ່າເຮັດແນວນັ້ນ ເຮົາເປັນຜູ້ຮ່ວມຮັບໃຊ້ກັບທ່ານ, ກັບພວກພີ່ນ້ອງຂອງທ່ານຊຶ່ງເປັນຜູ້ປະກາດພຣະຄັມ, ແລະກັບຄົນເຫລົ່ານັ້ນທີ່ເຮັດຕາມຖ້ອຍຄຳໃນຫນັງສືເຫລັ້ມນີ້ ຈົ່ງນະມັດສະການພຣະເຈົ້າເຖີດ!"10ທ່ານເວົ້າກັບຂ້າພຣະເຈົ້າວ່າ "ຢ່າປົກປິດຖ້ອຍຄຳແຫ່ງຄຳທຳນວາຍ ໃນປື້ມນີ້ໄວ້ເປັນຄວາມລັບ, ເພາະວ່າເວລານັ້ນໃກ້ເຂົ້າມາແລ້ວ.11ຈົ່ງໃຫ້ຄົນຊົ່ວເຮັດຊົ່ວຕໍ່ໄປ ຈົ່ງໃຫ້ຄົນຊົ່ວຊ້າເຮັດການຊົ່ວຊ້າຕໍ່ໄປ, ຈົ່ງໃຫ້ຄົນຊອບທັມເຮັດສິ່ງຊອບທັມຕໍ່ໄປ, ຈົ່ງໃຫ້ຄົນບໍຣິສຸດເປັນຄົນບໍຣິສຸດຕໍ່ໄປ."12"ເບິ່ງແມ ເຮົາຈະມາໄວໆນີ້. ພ້ອມກັບບໍາເຫນັດຂອງເຮົາມານຳ, ເພື່ອທີ່ຈະຕອບແທນແຕ່ລະຄົນຕາມການກະທຳຂອງເຂົາ.13ເຮົາຄືອາລາຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ, ເປັນປະຖົມມະການແລະເປັນອາວະສານ.14ຄົນເຫລົ່ານັ້ນທີ່ລ້າງເສື້ອຜ້າຂອງຕົນເອງກໍ່ເປັນສຸກ ເພື່ອວ່າພວກເຂົາຈະມີສິດໃນການກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ແລະເຂົ້າໄປໃນນະຄອນນັ້ນທາງປະຕູໄດ້15ດ້ານນອກມີພວກຫມາ ພວກໃຊ້ເວດມົນຄາຖາ, ພວກລ່ວງປະເວນີ, ພວກຂ້າຄົນ, ພວກບູຊາຮູບເຄົາຣົບ ແລະທຸກຄົນທີ່ຮັກແລະເຮັດໃນສິ່ງທີ່ຫລອກລວງ.16ເຮົາ, ຄືເຢຊູ, ຜູ້ສົ່ງທູດສະຫວັນຂອງເຮົາໃຫ້ໄປເປັນພະຍານແກ່ທ່ານກ່ຽວກັບສິ່ງເຫລົ່ານີ້ສຳຫລັບຄຣິສຕະຈັກທັງຫລາຍ. ເຮົາເປັນກົກເຄົ້າແລະເຊື້ອສາຍຂອງດາວິດ, ແລະເປັນດາວເພັກດວງໃສຮຸ່ງເຮືອງ.17"ມາເຖີດ" ໃຫ້ຄົນທີ່ໄດ້ຍິນກ່າວວ່າ "ມາເຖີດ" "ຜູ້ໃດກໍ່ຕາມທີ່ຫີວນໍ້າກໍ່ໃຫ້ເຂົາເຂົ້າມາ! ແລະຜູ້ໃດກໍ່ຕາມທີ່ມີຄວາມປາຖະໜາ ກໍ່ໃຫ້ເຂົາມາຮັບນ້ຳແຫ່ງຊີວິດ, ໂດຍບໍ່ຕ້ອງເສຍຄ່າອັນໃດເລີຍ."18ຂ້າພຣະເຈົ້າເປັນພະຍານແກ່ທຸກຄົນທີ່ໄດ້ຍິນຄຳທຳນວາຍໃນປຶ້ມເຫລັ້ມນີ້ວ່າ ຖ້າຜູ້ໃດເພີ້ມຕື່ມສິ່ງໃດເຂົ້າໄປໃນຖ້ອຍຄຳເຫລົ່ານີ້ ພຣະເຈົ້າກໍ່ຈະຊົງເພີ່ມຕື່ມພັຍພິບັດທີ່ມີຂຽນໄວ້ໃນປື້ມເຫລັ້ມນີ້ແກ່ຜູ້ນັ້ນດ້ວຍ.19ຖ້າຜູ້ໃດຕັດຖ້ອຍຄຳອອກໄປຈາກຫນັງສືຄຳທຳນວາຍເຫລັ້ມນີ້, ພຣະເຈົ້າກໍ່ຈະຊົງຕັດສ່ວນແບ່ງຂອງເຂົາໃນຕົ້ນໄມ້ແຫ່ງຊີວິດແລະນະຄອນບໍຣິສຸດຊຶ່ງມີຂຽນໄວ້ໃນປຶ້ມເຫລັ້ມນີ້ອອກໄປດ້ວຍ.20ພຣະອົງຜູ້ຊົງເປັນພະຍານໃນສິ່ງເຫລົ່ານີ້ກ່າວວ່າ "ແນ່ນອນ ເຮົາຈະມາໃນບໍ່ຊ້ານີ້" ອາແມນ! ຂໍໂຜດສະເດັດມາເຖີດພຣະເຢຊູອົງພຣະຜູ້ເປັນເຈົ້າ!21ຂໍໃຫ້ພຣະຄຸນແຫ່ງພຣະເຢຊູພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບໄພ່ພົນຂອງພຣະອົງທຸກຄົນເຖີ້ນ. ອາແມນ.